ວັນອັງຄານ, 22/10/2019
ຮັບປະກັນຄວາມໝັ້ນຄົງທາງດ້ານວັດທະນະທຳແຫ່ງຊາດ ໃນສະພາບການໃໝ່
17/12/2015 17:9' ສົ່ງ ພິມ
ພາບປະກອບ. (ພາບ: ninhbinh.gov.vn)

ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ ​ແມ່ນ​ຄວາມ​ສຳນຶກ​ໃໝ່, ນອນ​ຢູ່​ໃນ​ມາດຕະ​ເກນ ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນແບບ​ດັ້ງ​ເດີມ, ຊີ້​ບອກ​ເຖິງ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຄວາມໝັ້ນຄົງແຫ່ງ​ຊາດ ​ແລະ ລະບົບ​ວັດທະນະທຳ​ຂອງຊາດ​-ປະ​ເທດ​ຊາດ. ເນື້ອ​ໃນ ແລະ ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ຮັບປະກັນຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ ປະກອບ​ດ້ວຍ: 1- ຮັກສາ ​ແລະ ​ເຜີຍ​ແຜ່​ລະບົບ​ແນວ​ຄິດ (ພື້ນຖານ​ແນວ​ຄິດ) ຂອງ​ຊົນ​ຊັ້ນ​ກຳ​ອຳນາດ, ຂອງ​ພັກ​ການ​ເມືອງ​ທີ່​ນຳພາ​ລັດ ​ແລະ ສັງຄົມ, ນຳພາ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳຂອງ​ຊາດ; 2- ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ເອກະລັກ​ວັດທະນະທຳ​ຂອງ​ຊາດ; 3- ປະດິດ​ສ້າງ ​ເຜີຍ​ແຜ່ ​ໂຄສາ​ນາ​ວັດທະນະທຳ​ ຕາມ​ການ​ກຳນົດ​ທິດ​ແນວ​ຄິດ​ຂອງພັກ​ການ​ເມືອງ​ທີ່​ກຳ​ອຳນາດ; ລະບອບລະບຽບ ​ກົດໝາຍຂອງ​ລັດ ​ແລະ ມູນ​ເຊື້ອ ເອກະລັກ​ວັດທະນະທຳ​ຂອງ​ຂາດ; 4- ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ ຕ້ານບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ທີ່​ຜິດພາດ ເປັນ​ພິດ​ໄພ, ຕ້ານ​ການ​ທຳລາຍ​ທາງ​ດ້ານ​ແນວ​ຄິດ-ວັດທະນະທຳ ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​ແລະ ສະພາບ​ລະ​ເມີດລ່ວງ​ລ້ຳ​ລະບຽບ​ຄວາມ​ສະຫງົບ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​ບຸກ​ຄົນ, ຂອງ​ພົນລະ​ເມືອງ. ບັນດາ​ເນື້ອ​ໃນ​ຂອງຄວາມ​ໝັ້ນຄົງ​ທາງ​ດ້ານວັດທະນະທຳ​ນັ້ນ ​ໄດ້​ຖື​ເປັນລະບົບ​ໜຶ່ງ​ທີ່​ເປັນ​ເອກະ​ພາບ, ມີ​ຄວາ​ມພົວພັນ​ແໜ້ນ​ແຟ້ນນຳ​ກັນ ​ແລະ ພົວພັນ​ສະໜິດ​ແໜ້ນ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ​ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ຄົນ,...

ຮັກສາ, ປັບປຸງ, ຢັ້ງຢືນພື້ນຖານ​ແນວ​ຄິດ ລະບົບ​ແນວ​ຄິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ

ລະບົບ​ແນວ​ຄິດ​ຂອງ​ຊົນ​ຊັ້ນ​ກຳ​ອຳນາດ​ບໍ່​ພຽງ​ແຕ່​ຕິດ​ແໜ້ນ​ກັບ​ຊົນ​ຊັ້ນ​ກຳ​ອຳນາດ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ທີ່​ສຸດ ຂອງ​ໂຄງ​ບົນ​ສັງຄົມ, ​ເປັນ​ພາກສ່ວນ “ປົກຄອງ” ຊີວິດ​ຈິດ​ໃຈ​ຂອງ​ສັງຄົມ. ທ່ານ ກ.ມາກ ​ແລະ ຟ.ອັງ​ແກນ ​ໄດ້​ຊີ້​ແຈງ: “​ແນວ​ຄິດ​ຂອງ​ຊົນ​ຊັ້ນ​ປົກຄອງ​ແມ່ນ​ແນວ​ຄິດ​ທີ່ປົກຄອງ, ​ໃນ​ແຕ່​ລະ​ຍຸກ​ສະ​ໄໝ, ​ເວົ້າ​ຢ່າງ​ອື່ນ, ຊົນ​ຊັ້ນ​ໃດ​ທີ່​ພວມ​ເປັນ​ກຳລັງ​ວັດຖຸ​ຖື​ຖານະ​ປົກຄອງ​​ໃນສັງຄົມ ກໍ່​ເປັນ​ກຳລັງ​ຈິດ​ໃຈ​ທີ່​ຖື​ຖານະ​ປົກຄອງ”(1). ​ເປັນ​ອັນວ່າ, ​ໃນ​ສັງຄົມ​ທີ່​ມີ​ຊົນ​ຊັ້ນ, ວັດ​ທະນະ​ທຳ​ມີ​ລັກສະນະ​ຊົນ​ຊັ້ນ. ວັດທະນະທຳ​ທີ່​ຄອບ​ຄອງ​ໃນ​ສັງຄົມ​ແມ່ນ​ວັດທະນະທຳ​ຂອງ​ຊົນ​ຊັ້ນ​ປົກຄອງ.

ສຳລັບ​ການ​ປະຕິວັດ​ຫວຽດນາມ, ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ - ພື້ນຖານ​ແນວ​ຄິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ - ​ໄດ້​ສະ​ແດງ​ເຖິງ​ທີ່​ຕັ້ງ, ບົດບາດ​ຕັດສິນ​ໃນ​ວິວັດ​ການ​ເຄື່ອນ​ໄຫວ ​ແລະ ຂະຫຍາຍຕົວ​ທັງ​ໝົດ ​ຂອງ​ການ​ປະຕິວັດ ນັບ​ແຕ່​ມື້​ສ້າງ​ຕັ້ງພັກ​ກອມ​ມູນິດ​ຫວຽດນາມ​ໃນ​ວັນ​ທີ 3 ກຸມພາ 1930 ມາ​ເຖິງ​ປັດຈຸບັນ. ພາກ​ພຶດຕິ​ກຳ​ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ​ກວ່າ 85 ປີ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ທີ່​ຍາດ​ມາ​ໄດ້​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ໄດ້​ໃຫ້​ເຫັນ​ວ່າ, ລັດທິ​ມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ໝູນ​ໃຊ້ ​ແລະ ຂະຫຍາຍ​ຕື່ມ​ຢ່າງ​ປະດິດ​ສ້າງ, ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຄຸນຄ່າອັນ​ໝັ້ນຄົງ​ຖາວອນ ທີ່​ເປັນ​ພື້ນຖານ​ແນວ​ຄິດ, ເຂັມທິດຊີ້​ທາງ​ໃຫ້ແກ່​ການ​ເຄື່ອນ​ໄຫວ​ຂອງ​ພັກ ​ແລ​ະ ຂອງ​ການ​ປະຕິວັດ​ຫວຽດນາມ, ​ເປັນ​ປັດ​ໃຈ​ອັນ​ດັບ​ໜຶ່ງ​ທີ່​ຮັບປະກັນ​ໃຫ້​ຊີວິດ​ຈິດ​ໃຈ​ສັງຄົມ​ຂະຫຍາຍຕົວ​ຢ່າງຖືກ​ທິດ​ທາງ, ຮັບປະກັນ​ໃຫ້​ເອກະລາດ​ແຫ່ງ​ຊາດຕິ​ດ​ແໜ້ງກັບສັງຄົມ​ນິຍົມ.

ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ລະບົບວັດທະນະທຳ​ຫວຽດນາມ​ທີ່ກ້າວໜ້າ ​​ເຂັ້ມຂົ້ນ​ໄປ​ດ້ວຍ​​ເອກະລັກ​ປະຈຳ​ຊາດ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ​ຂອງ​ປະ​ເທດ ຕ້ອງ​​ຕັ້ງ​ໝັ້ນ ແລະ ກຳ​ແໜ້ນລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ; ​ເພີ່ມ​ເຕີມ, ຂະຫຍາຍລັດທິ​ມາກ-​ເລ​ນິນ ​ແນວ​ຄິດ​ໂຮ່ຈີ​ມິນ; ​ໂຄສະນາ ​ເຜີຍ​ແຜ່ລັດທິ​ມາກ-​ເລ​ນິນ ​ແນວ​ຄິດ​ໂຮ່ຈີ​ມິນ; ​ເຮັດ​ໃຫ້ລັດທິ​ມາກ-​ເລ​ນິນ ​ແນວ​ຄິດ​ໂຮ່ຈີ​ມິນ ຖື​ບົດບາດ​ເປັນ​ເຈົ້າພາ​ທາງ​ໃນ​ຊີວິດ​ຈິດ​ໃຈ​ຂອງ​ສັງຄົມ.

ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5 ສະ​ໄໝ​ທີ VIII ກຳນົດ​ແຈ້ງ: “​ແນວ​ຄິດ (...) ​ເປັນ (...) ຂົງ​ເຂດ​ຫຼັກ​ແຫຼ່ງຂອງ​ວັດທະນະທຳ”(2); “ລະບົບ​ວັດທະນະທຳ​ທີ່​ພວກ​ເຮົາ​ກໍ່ສ້າງ​ນີ້ແມ່ນ ລະບົບ​ວັດທະນະທຳ​ທີ່​ກ້າວໜ້າ ເຂັ້ມຂົ້ນ​ໄປ​ດ້ວຍ​​ເອກະລັກ​ປະຈຳ​ຊາດ. ກ້າວໜ້າ​ແມ່ນ​ຮັກ​ຊາດ ​ແລະ ທັນ​ສະ​ໄໝ ​ເຊິ່ງ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ​ອຸດົມ​ຄະຕິ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ ຕາມລັດທິ​ມາກ-​ເລ​ນິນ ​​ແນວ​ຄິດ​ໂຮ່ຈີ​ມິນ, ​ແນ​ໃສ່​ເປົ້າ​ໝາຍ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ມະນຸດ ​ເພື່ອ​ຄວາມ​ຜາ​ສຸກ ​ແລະ ການ​ຂະຫຍາຍຕົວ​ຢ່າງ​ອຸດົມສົມບູນ ອິດສະຫຼະ​ເສລີ ຮອບດ້ານ ຂອງ​ຜູ້​ຄົນ​ໃນ​ສາຍ​ພົວພັນ​ຢ່າງ​ກົມ​ກຽວ ​ລະຫວ່າງ​ບຸກຄົນ​​ແລະ​ຊຸມ​ຊົນ ວົງຄະນາ​ຍາດ, ລະຫວ່າງ​ສັງຄົມ ​ແລະ ທຳ​ມະ​ຊາດ”(3). ການ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ​ເດັດຂາດ​ນັ້ນ ​ຍິ່ງປັບປຸງ​ຢ່າງໜັກ​ແໜ້ນຄວາມ​ເຊື່​ອຖື ຄວາມ​ເອກອ້າງ​ທະ​ນົງ​ໃຈ ຂອງ​ສະມາຊິກ​ພັກ ພະນັກ​ວານ ​ແລະ ປະຊາຊົນ​ແຕ່ລະຄົນ ຕໍ່​ລັດທິ​ມາກ-ເລ​ນິນ ​ແນວ​ຄິດ​ໂຮ່ຈີ​ມິນ - ຂົງ​ເຂດຕົ້ນຕໍຂອງ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ​ແຫ່ງ​ຊາດ.

ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ​ເອກະລັກ​ວັດທະນະທຳ​ຂອງ​ຊາດ

​ໃນ​ສະພາບ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາກົນ, “ພວກ​ເຮົາ​ມີ​ໂອກາດ​ຕິດ​ຕໍ່​​ເຂົ້າ​ເຖິງຢ່າງ​ກວ້າງຂວາງ​ກັບບັນດາ​ຜົນງານ​ວັດທະນະທຳ​ຂອງ​ມະ​ນຸດ​ຊາດ, ພ້ອມ​ກັນ​ນັ້ນ​ ກໍ່​ແນະນຳບັນດາ​ຄຸນຄ່າ​ອັນ​ດີງາມ ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ​ຫວຽດນາມ ​ໃຫ້​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ”(4). ​ແຕ່​ວ່າ, ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາ​ກົນ​ ກໍພວມຕັ້ງ​ວັດທະນະທຳ​​ແຫ່ງ​ຊາດ ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ສ່ຽງ​ຕ່າງໆ. ນັ້ນ​ແມ່ນ​ທ່າ​ອຽງ​​ເຜີຍແຜ່​ບັນດາ​ຕົ້ນ​ແບບ​ວັດທະນະທຳ​ລວມທີ່​ມີ​ຄວາມ​ໝາຍ​ທົ່ວ​ໂລກ. ທ່າ​ອຽງ​ດັງ​ກ່າວ​ນັ້ນອາດ​ຈະ​ພາ​ໄປ​ເຖິງ​ການ​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ວັດທະນະທຳ “​ເປັນ​ເນື້ອ​ດຽວ​ກັນ”, ການ​ກວາດ​ພຽງ “ການດູດ​ຊຶມ” ພື້ນຖານ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ໂອກາດ​ສ້າງຄວາມ​ກ້າວໜ້າ ຄວາມຍຸຕິ​ທຳຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ຂະ​ບວນການ​ໂລກາ​ພິວັດ ອາດ​ຈະ​ລົບ​ລ້າງ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ວັດທະນະທຳ​ ລະຫວ່າງ​ບັນດາ​ຊາດ ປະ​ເທດ, ລະຫວ່າງ​ບັນດາ​ເຂດ ບັນດາ​ພາກ​ພື້ນ, ມັນຈະ​ຫລຸດຜ່ອນ​ຄວາມ​ຫຼາກ​ຫຼາຍ ຄວາມອຸດົມສົມບູນ​ ຂອງ​ແຜ່ນ​ພາບ​ວັດທະນະທຳຂອງ​ມະນຸດຊາດ; ຄວາມ​ສ່ຽງ​ແຫ່ງ​ການ​ເຮັດ​ໃຫ້​ບັນດາ​ລະບົບ​ຄຸນຄ່າ ​ແລະ ມູນ​ເຊື້ອ “​ເປັນ​ເນື້ອ​ດຽວ​ກັນ” ຈະ​ພາ​ໄປ​ເຖິງ​ການ​ລົບລ້າ​ງສະຕິຊາດ, ​ເຮັດ​ໃຫ້​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ບັນດາ​ລະບົບ​ວັດທະນະທຳ​ອ່ອນ​ເພຍ​ບົກ​ແຫ້ງ​ລົງ - ​ເປັນ​ປັດ​ໄຈ​ທີ່ມີ​ຄວາມ​ສຳຄັນ​ທີ່​ສຸດຕໍ່​ກັບ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຍາວ​ນານ​ຂອງ​ນາໆ​ຊາດ ​ແລະ ມະນຸດຊາດ. ອົງການ​ການ​ສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ກ່າວ​ເຕື່ອນວ່າ: “ທ່າ​ອຽງ​ໂລກາ​ພິວັດອາດ​ຈະ​ເປັນ​ອັນຕະລາຍ​ຕໍ່​ລັກສະນະ​ປະດິດ​ສ້າງ ​ແລະ ຄວາມ​ຫຼາກ​ຫຼາຍ​ວັດທະນະທຳ​ຂອງ​ໂລກ, ສ້າງ​ຄວາມ​ເໝືອນ​ກັນ​ທີ່​ດຽວ​ດາຍຂາດ​ແຄນທາງ​ດ້ານ​ວັດທະນະທຳ”(5). ​ເພາະສະ​ນັ້ນ, ນັບ​ແຕ່​ປີ 2005, ອົງການ​ນີ້​ໄດ້​ຮັບຮອງ​ເອົາ ອະນຸ​ສັນຍາ​ວ່າ​ດ້ວຍ​ຄວາມ​ຫຼາກຫຼາຍ​ຂອງ​ວັດທະນະທຳ, ​ແນ​ໃສ່​ຮັກສາ​ຄຸນ​ລັກສະນະ​ສະ​ເພາະ​ດ້ານ​ວັດທະນະທຳ​ຂອງ​ນາໆ​ຊາດ ​ໃນ​ສະພາບ​ໂລກາ​ພິວັດ​ປັດຈຸບັນ​ນີ້.

ຂະຫຍາຍ​ວັດທະນະທຳ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳ​ແຫ່ງຊາດ ​ໃນ​ສະພາບ​ໂລກາ​ພິວັດ, ຫວຽດນາ​ນຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານ. ຍ້ອນ​ວ່າ, ບັນດາ​ກະ​ແສ​ແນວ​ຄິດ, ວັດທະນະທຳ, ຄວາມ​ເຊື່ອ​ຖື, ສາສະໜາ... ປະກົດ​ຕົວ​ຂຶ້ນ​ຢູ່​ແຫ່ງ​ໃດ​ໜຶ່ງ​ໃນ​ໂລກ ກໍ່​ຈະ​ສົ່ງ​ຜົນ​ກະທົບ (ໄວຫຼື​ຊ້າ, ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມ) ​ເຖິງຊີວິດ​ແນວ​ຄິດ, ວັດທະນະທຳ​ຫວຽດນາມ. ການ​ໂລກາ​ພິວັດ ສ້າງ​ຄວາມ​ສາມາດ​ຫັນ​ເປັນ​ສາກົນ​ຕໍ່​ບັນດາ​ປະກົດ​ການ​ຫຍໍ້ທໍ້ຂອງ​ຊີວິດ​ວັດທະນະທຳ​ສັງຄົມ. ບັນດາ​ສິ່ງ​ພິມ​ວັດທະນະທຳ​ທີ່​ປະຕິ​ການ ຊົ່ວຊ້າ​ລາມົກ, ກະ​ແສ​ອາ​ຊະ​ຍາ​ກຳ ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຢາ​ເສບ​ຕິດ ຈາກ​ຕ່າງປະ​ເທດ​ແຜ່​ລາມ​ເຂົ້າ​ໃນ​ປະ​ເທດ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ສິ່ງ​ລາມົກ​ອະນາຈານ ​ໄພ​ສັງ​ຄົມຢູ່​ຫວຽດນາມ​ແຜ່​ກວ້າງ​ອອກ​ໃນ​ຊຸມ​ປີຜ່ານມາ​ມໍ່​ນີ້, ບວກກັບ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ຄວາມ​ຊຸດ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ບີ​ວິດ​ ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ໄດ້​ເປັນ​ໄພ​ອັນຕະລາຍທີ່​ແທ້​ຈິງ​ທີ່​ເຮັດ​ໃຫ້ພື້ນຖານ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະ​ເທດ​ອ່ອນ​ເພຍ​ລົງ.

ພັກ​ກອມ​ມູນິດ​ຫວຽດນາມຢັ້ງຢືນ​ຕ້ອງ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ “ບັນດາ​ຄຸນຄ່າອັນໝັ້ນຄົງ​ຖາວອນ, ບັນດາ​ຍອດ​ແຍ​ຂອງ​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ຫວຽດນາມ ​ເຊິ່ງ​ໄດ້ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຂຶ້ນ​ໂດຍ​ຜ່ານ​ປະຫວັດສາດ​ຫຼາຍ​ພັນ​ປີ​ແຫ່ງ​ການ​ຕໍ່ສູ້​ສ້າງ​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ. ນັ້ນ​ແມ່ນ ຄວາມຮັກ​ຊາດຢ່າງ​ແຮງ​ກ້າ, ​ເຈດຈຳນົງ​ສ້າງ​ຊາດຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ແຮງ​ກ້າ, ນ້ຳ​ໃຈ​ສາມັກຄີ, ຈິດ​ສຳນຶກ​ຊຸມ​ຊົນ​ເຊື່ອມ​ຕິດ​ບຸກຄົນ - ຄອບຄົວ - ໝູ່​ບ້ານ - ປະ​ເທດ​ຊາດ; ຄວາມ​ເມດ​ຕາ, ຄວາມ​ອະນຸ​ໂລມ​ຜ່ອນຜັນ, ຄວາມສັນທາຄະຕິ ນັບຖື​ສັດຈະທຳ ສິນ​ທຳ ຈະ​ລິ​ຍະ​ທຳ; ຄວາມ​ຂະຫຍັນ​ໜັ່ນພຽນ ປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ; ຄວາມ​ລະອຽດ​ອ່ອນ​ໃນ​ການ​ປະພຶດ, ຄວາມ​ງ່າຍດາຍ​ໃນ​ແບບ​ດຳລົງ​ຊີວິດ (...) ບັນດາ​ຮູບ​ການສະ​ແດງ​ອອກທີ່​ມີ​ລັກສະນະ​ຊາດ ອັນ​ເປັນ​ເອກະລັກ”(6). ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ​ແມ່ນ “ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍ​ລະ​ດົກ​ວັດທະນະທຳ - ຊັບ​ສົມບັດ​ອັນ​ປະ​ເສີດ​ເລີດ​ລ້ຳ, ສິ່ງ​ເຊື່ອມຕິດວົງ​ຄະນະ​ຍາດ​ບັນດາ​ເຜົ່າ, ​ເປັນ​ແກ່ນສານ​ຂອງ​ເອກະລັກ​ປະຈຳ​ຊາດ, ພື້ນຖານ​​ເພື່ອ​ປະດິດ​ສ້າງຄຸນ​ຄ່າ​ໃໝ່ ​ແລະ ​ເພື່ອ​ແລກ​ປ່ຽນ​ວັດທະນະທຳ (...) ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ອະນຸ​ຮັກ, ສືບທອດ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳດັ້ງ​ເດີມ (ວັດທະນະທຳ​ແບບ​ນັກປາດ ​ແລະ ວັດທະນະທຳພື້ນ​ເມືອງ​), ວັດທະນະທຳປະຕິວັດ, ປະກອບດ້ວຍ​ວັດທະນະທຳທີ່​ມີ​ຮູບ ​ແລະ ອະຮູບ. ຄົ້ນຄວ້າ ແລະ ອົບຮົມ​ສຶກສາ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງກ່ຽວ​ກັບ ສິນ​ທຳ​ຈະລິຍິ​ທຳປະຈຳ​ຊາດ​ອັນ​ດີງາມ ​ທີ່​ປູ່ຍ່າ​ຕາ​ຍາຍ​ສ້າງ​ໄວ້​ໃຫ້”(7).

ປົກ​ປັກ​ຮັກສາ​ເອກະລັກ​ປະຈຳ​ຊາດຕ້ອງ​ຕ້ານ​ຄວາ​ມຫຼ້າ​ຫຼັງ ຫຼ້າ​ສະ​ໄໝ​ໃນ​ຮີດຄອງ ປະ​ເພນີ ຄວາມ​ເຄີ​ນຊິນ​ເກົ່າ. ຕ້ອງ​ມີ​ກົນ​ໄກ ນະ​ໂຍບາຍ​ເພື່ອ​ແກ້​ໄຂ​ຄວາມ​ພົວພັນລະຫວ່າງ​ອະນຸ​ຮັກ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ ກັບ​ພັດທະນາ​ເສດຖະກິດ-ສັງຄົມ ຢ່າງ​ສົມ​ເຫດ​ສົມ​ຜົນ ກົມກຽວ​. ອະນຸ​ຮັກ ປົວ​ແປງ ປະຕິສັງຂອນ​ ບັນດາ​ມໍລະດົກ​ປະຫວັດສາດ-ວັດທະນະທຳ ທີ່​ເປັນ​ຕົວ​ແທນ, ຮັບ​ໃຊ້​ໃຫ້​ແກ່​ການ​ອົບຮົມ​ສຶກສາ​ມູນ​ເຊື້ອ ​ແລະ ພັດທະນາ​ເສດຖະກິດ; ຕິດ​ແໜ້ນ​ການ​ອະ​ນຸຮັກ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ ກັບການ​ພັດທະນາ​ເສດຖະກິດ ທ່ອງ​ທ່ຽວ ການ​ບໍລິການ. ຟື້ນ​ຟູ ​ແລະ ອະນຸ​ຮັກ​ຮູບ​ແບບ​ສິລະ​ປະ​ດັ້ງ​ເດີມ​ບາງ​ປະ​ເພດ ​ທີ່​ອາດ​ຈະ​ຖືກ​ສູນຫາຍ​ໄປ. ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ ອົງການ​ການ​ສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ, ປະກອບສ່ວນ​ໂຄສະນາ​ເຜີ​ຍແຜ່​ຮູບ​ພາບ​ປະ​ເທດ ​ແລະ ຄົນ​ຫວຽດນາມ. ພັດທະນາ​ໄປ​ພ້ອມ​ກັບ​ຮັກສາ​ຄວາມ​ຜ່ອງ​ໃສ​ຂອງ​ພາສາ​ຫວຽດນາມ; ​ແກ້​ໄຂ​ສະພາບ​ການ​ສວຍ​ໃຊ້​ພາສາ​ຕ່າງປະ​ເທດ​ເກີນ​ຄວນ. ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເປັນ​ຕົ້ນ​ແມ່ນ​ສຽງ​ປາກ, ໜັງສື, ​ເຄື່ອງນຸ່ງ​ແພ​ຖື, ງານ​ບຸນ​ປະ​ເພນີ; ບັນດາ​ຄຸນຄ່າວັດທະນະທຳອັນຕັ້ງໜ້າ​ໃນຄວາມ​​ເຊື່ອ​ຖື ​ສາສະໜາ.

ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພົວພັນ​ແລກປ່ຽນ​ສາກົນ, ​ເກັບ​ກຳ​ຢ່າງ​ມີ​ການ​ເລືອກ​ເຟັ້ນ​ເອົາ​ສິ່ງ​ດີ​ງານ ສິ່ງ​ກ້າວໜ້າ​ໃນ​ວັດທະນະທຳຂອງ​ຊາດ​ອື່ນ. ​ເປັນ​ເຈົ້າການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ກັບຕ່າງປະ​ເທດ, ປະຕິບັດ​ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ວັດທະນະທຳດ້ວຍ​ຫຼາຍ​ຮູບ​ແບບ, ນຳ​ເອົາ​ການ​ພົວພັນ​ສາກົນ​ດ້ານ​ວັດທະນະທຳເຂົ້າ​ສູ່​ລວງ​ເລິກ ມີ​ປະສິດທິ​ຜົນ​ຕົວ​ຈິງ; ເກັບ​ກຳ​ຢ່າງ​ມີ​ການ​ເລືອກ​ເຟັ້ນ​ເອົາຍອດ​ແຍ​ວັດທະນະທຳ​ໂລກ​ ເພື່ອ​ເຮັດ​ໃຫ້​ວັດທະນະທຳຂອງ​ຊາດ​ອຸດົມສົມບູນ​ຂຶ້ນ​ຕື່ມ. ​ເປັນ​ເຈົ້າ​ການສວຍ​ໃຊ້​ໂອກາດ​ເພື່ອ​ພັດທະນາ ຜ່ານ​ພົ້ນ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ ​ແນໃສ່ຮັກສາ ບູລະນະ​ເອກະລັກ​ວັດທະນະທຳ​ແຫ່ງຂາດ; ຈຳກັດ ຜ່ານ​ຜ່າ​ຜົນ​ສະທ້ອນ​ທາງ​ລົບ, ດ້ານ​ຫຍໍ້​ທໍ້​ຂອງ​ການ​ໂລກາ​ພິວັດ​ທາງ​ດ້ານ​ວັດທະນະທຳ. ​ເສີມ​ຂະຫຍາຍ​ຄວາມ​ເກັ່ງ​ກ້າ​ສາມາດ ຄວາມ​ຕັ້ງອົກ​ຕັ້ງ​ໃຈ ຂອງ​ປັນຍາ​ຊົນ, ນັກ​ຂຽນສິລະ​ປິນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃຫ້​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາວັດທະນະທຳຂອງ​ປະ​ເທດ, ກາຍ​ເປັນ​ຂົວ​ຕໍ່​ໃນ​ການ​​ໂຄສາ​ນາ​ເຜີຍ​ແຜ່​ຮູບ​ພາບ​ປະ​ເທດ, ວັດທະນະທຳ ​ແລະ ຄົນ​ຫວຽດນາມ ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ. ​ເອົາ​ໃຈ​ໃສ່​ເຜີຍ​ແຜ່ວັດທະນະທຳ​ຫວຽດນາມ, ສອນ​ພາສາ​ຫວຽດນາມ ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​​ແລະ ໃຫ້​ຊາວ​ຕ່າງ​ຊາດ​ຢູ່​ຫວຽດນາມ.

ປົກ​ປັກ​ຮັກສາ​ເອກະລັກ​ປະຈຳ​ຊາດ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ​ໃນ​ເງື່ອນ​ໄຂ​ໂລກາ​ພິວັດແລະເຊື່ອມ​ໂຍງ​ສາກົນ ບໍ່​​ພຽງ​ແຕ່​ເປັນ​ບັນຫາວັດທະນະທຳດຽວ​ລ້ວນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເນື້ອ​ໃນ​ອັນ​ສຳຄັນໜຶ່ງ​ຂອງໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ​ແລະດັງ​ນັ້ນ ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ດ້ວຍວັດທະນະທຳກໍ່​ໄດ້​ວາງ​ອອກ​ມາ​ຢ່າງ​ຮີບ​ດ່ວນ.

ປະດິດ​ສ້າງ, ​ໂຄສະນາ​ເຜີຍ​ແຜ່​ ບັນດາ​ຄຸນຄ່າວັດທະນະທຳ​ໃໝ່ສັງຄົມ​ນິຍົມ

ນີ້​ແມ່ນ​ບັນຫາພື້ນຖານ ແລະ ສຳຄັນ​ທີ່​ສຸດ​ເພື່ອ​ແນ​ໃສ່ຮັບປະກັນ​ຄວາມ​ໝັ້ນ​ຄົງທາງ​ດ້ານ​ວັດທະນະທຳແຫ່ງ​ຊາດ, ​ເຮັດ​ໃຫ້​ຄຸນຄ່າ​ເຫຼົ່ານັ້ນຊືມ​ເລິກ​ເຂົ້າ​ໃນ​ຊີວິດຂອງ​ສັງຄົມ ​ແລະ ​ແຕ່ລະ​ຄົນ, ກາຍ​ເປັນ​ຈິດ​ສຳນຶກ ​ແລະ ປະ​ເພນີ​ທີ່​ກ້າວໜ້າ ສີ​ວິ​ໄລ.​

ຕ້ອງ​ຂຸ​ດຄົ້ນຢ່າງ​ແຂງແຮງ​ຄວາມ​ສາມາດ​ປະດິດ​ສ້າງ​ວັດທະນະທຳຂອງຖັນ​ແຖວ​ປັນຍາ​ຊົນ ​ແລະ ປະຊາຊົນ ​ເພື່ອ​ພັດທະນາວັດທະນະທຳ. ຈິດ​ໃຈ​ລວມຂອງ​ບັນດາ​ທັດສະນະ ນະ​ໂຍບາຍ ມາດ​ຕະການ​ແມ່ນ ຕ້ອງ​ຮັບປະກັນ​ເງື່ອນ​ໄຂ​ຕ່າງໆ ​ເພື່ອ​ໃຫ້​ນັກ​ເຄື່ອນ​ໄຫວ​ວັດທະນະທຳ ​ເຮັດ​ບົດບາດ​ສັງຄົມ​ແລະພາລະ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ ​ໄດ້​ເປັນ​ຢ່າງ​ດີ ຄື​ປະ​ດິດສ້າງ ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳແຫ່ງ​ຊາດ, ປະຊາທິປະ​ໄຕ, ມະນຸດ​ອະລິຍະ​ທຳ, ວິທະຍາສາດ. ພັກ​ສົ່ງ​ເສີນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ ໃຫ້ນັກ​ເຄື່ອນ​ໄຫວວັດທະນະທຳຊອກ​ຫາ ຄົ້ນຄວ້າ​ປະດິດ​ສ້າງ; ຮັບປະກັນ​ເສລີພາບ​ໃນ​ການ​ປະດິດ​ສ້າງ ​ໄປ​ຄຽງ​ຄູ່​ກັບ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຖານ​ພົນລະ​ເມືອງ ຄວາມ​ຮັບຜິດຊອບສັງຄົມ ຂອງ​ຖັນ​ແຖວນັກ​ເຄື່ອນ​ໄຫວ​ວັດທະນະທຳຕໍ່​ກັບປະ​ເທດ​ຊາດ ປະຊາຊົນ ​ແລະ ສັງຄົມ​ນິຍົມ. ນັບຖື ທະນຸ​ຖະໜອມ​ບຸກຄະ​ລິກກະພາບ ຄວາມ​ເກັ່ງ​ກ້າ​ສາມາດ ຄວາມ​ເອກະລັກ​ ຂອງນັກ​ເຄື່ອນ​ໄຫວ​ວັດທະນະທຳ; ຄວາມ​ຮອບ​ຄອບ ລະອຽດ​ອ່ອນ ຈິງ​ໃຈ​ໃນ​ການ​ຕິດ​ຕໍ່​ພົວພັນ ການປະພຶດ, ມີ​ວິທີ​ເຮັດ​ວຽກ​ທີ່​​ແທດເໝາະກັບ​ແຕ່​ລະບຸ​ກຄະ​ລິກປະດິດ​ສ້າງ ​ແນ​ໃສ່ສ້າງ​ໃຫ້​ມີ​ຜະລິດ​ຕະພັນ​ວັດທະນະທຳ ທີ່​ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ແນວ​ຄິດ​ແລະສິລະ​ປະ ນັບ​ມື້​ນັບ​ຫຼາຍ. ລະດົມ​ແຫຼ່ງພະລັງ​ສັງຄົມ​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ, ​ເບິ່ງ​ແຍງ​ດູ​ແລ​ຜູ້​ເກັ່ງ​ກ້າ​ສາມາດ; ​ເປັນ​ເຈົ້າ​ການວາງ​ແຜນການ ນະ​ໂຍບາຍ ກົນ​ໄກທີ່​ເໝາະ​ສົມ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ວັດທະນະທຂອງ​ຊາດ ​ໄດ້​ຂະຫຍາຍຕົວ​ຢ່າງ​ໝັ້ນຄົງ ​ແລະ ຖືກ​ທິດ​ທາງ​ໃນ​ໄລຍະ​​ໃໝ່. ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ຄົບ​ຖ້ວນ, ຮີບ​ຄົ້ນຄວ້າ​ເພື່​ອປະກາດ​ໃຊ້​ໂດຍ​ໄວ ນະ​ໂຍບາຍຮັບປະກັນ​ໃຫ້ ຜູ້​ເຄື່ອນ​ໄຫວວັດທະນະທຳ ອາດ​ຈະດຳລົງ​ຊີວິດ ​ແລະ ປະດິດ​ສ້າງ ຖະຫວາຍ​ປະ​ໂຫຍ​ດ​​ໃຫ້​ສັງຄົມ.

ຍູ້​ແຮງການ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳທີ່​ສົດ​ໃສ ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ. ພັດທະນາ​ພາລະກິດ​ສິລະ​ປະ-ວັນນະຄະດີ, ສຶກສາ-ກໍ່​ສ້າງ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. ພັດທະນາ​ໄປ​ຄຽງ​ຄູ່​ກັບ​ຄຸ້ມ​ຄອງ​ລະບົບ​ສື່​ມວນ​ຊົນ​ໃຫ້​ດີ. ປັບປຸງ​ກໍ່ສ້າງ ​ແລະ ບູລະນະ​ລະບຽບ​ກົດໝາຍ ​ແລະ ສະ​ຖາ​ບັນ​ວັດທະນະທຳ ​ເພື່ອ​ຮັບປະກັນ​ການ​ກໍ່ສ້າງ ​ແລະ ພັດທະນາວັດທະນະທຳ, ຊັບພະຍາກອນ​ມະ​ນຸດ ​ໃນ​ໄລຍະ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ.

ກໍ່ສ້າງ​ຕະຫຼາດ​ວັດທະນະທຳທີ່​ສົດ​ໃສ, ຍູ້​ແຮງ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ, ​ເພີ່ມ​ທະວີ​ການ​ໂຄສາ​ນາ​ເຜີຍ​ແຜ່ ວັດທະນະທຳຫວຽດນາມ.

​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ການກໍ່​ສ້າງວັດທະນະທຳ​ໃນ​ພັກ, ​ໃນ​ບັນດາ​ອົງການ​ພາກ​ລັດ ​ແລະ ອົງຄະ​ນະມະຫາຊົນ; ຖື​ວ່າ​ນີ້​ເປັນ​ປັດ​ໃຈ​ທີ່​ສຳຄັນ​​ເພື່ອ​ກໍ່ສ້າງແລະພັດທະນາວັດທະນະທຳ ​ແລະ ກໍ່ສ້າງ​ລະບົບ​ການ​ເມືອງ​ໃຫ້​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ.

ຕໍ່ສູ້ຕ້ານ​ບັນດາ​ແນວ​ຄິດ ຜະລິດ​ຕະພັນ​ວັດທະນະທຳທີ່ຜິດ​ເຂ​ວ ຜິດພາດ ຫຼ້າ​ຫຼັງ ປະຕິ​ການ

​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳແຫ່ງ​ຊາດ, ພວກ​ເຮົາ​ຖື​ເອົາ “ການ​ກໍ່ສ້າງ” ​ເປັນ​ຕົ້ນຕໍ, ​ແນ​ໃສ່​ປະດິດ​ສ້າງ ​ເພີ່ມ​ພູນ​ຄູນ​ສ້າງ​ຄຸນຄ່າວັດທະນະທຳ​ໃໝ່ທີ່​ຫັນ​ໄປ​ສູ່ ຄວາມສັດ - ຄວາມ​ດີ - ຄວາມ​ງາມ, ​ເຊື່ອມ​ຊືມຈິດ​ໃຈ​ຊາດ ມະນຸດ​ອະລິຍາ​ທຳ ປະຊາທິປະ​ໄຕ ​ແລະ ວິທະຍາສາດ. ພ້ອມ​ກັນ​ນັ້ນ “ການ​ກໍ່ສ້າງ” ຕ້ອງ​ໄປ​ຄຽງ​ຄູ່​ກັບ​ “ການຕ້າ” ບັນດາ​ແນວ​ຄິດ ຜະລິດ​ຕະພັນ​ວັດທະນະທຳທີ່ຜິດ​ເຂ​ວ ຜິດພາດ ຫຼ້າ​ຫຼັງ ປະຕິ​ການ. ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ວັດທະນະທຳ ຕ້ອງ​ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຕ້ານ​ກັບ​ບັນດາ​ທັດສະນະ ​ແນວ​ຄິດ ຜະລິດ​ຕະພັນ​ວັດທະນະທຳ ທີ່​ເປັນ​ພິດ​ໄພ ຜິດ​ເຂ​ວ; ຕ້ານ​ການ​ທຳລາຍ​ທາງ​ດ້ານ​ແນວ​ຄິດ - ວັດທະນະທຳ ຂອງບັນດາ​ອິດ​ທິກຳລັງ​ສັດຕູ ​ແລະ ກັບ​ບັນດາ​ຮີດຄອງ​ທີ່​ຫຼ້າ​ຫຼັງ​ໃນ​ສັງຄົມ; ຮັບປະກັນ​ຄວາມ​ສະຫງົບ ປອດ​ໄພ​ໃຫ້​ຖັນ​ແຖວ​ສິລະປິນ ນັກ​ວັນນະຄະດີ ​ແລະ ປະຊາ​ຊົນທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ວັດທະນະທຳ; ຮັກສາ ​ແລະ​ ຮັບປະກັນ​ສິ່ງ​ແວດ​ລ້ອມ​ວັດທະນະທຳທີ່​ສົດ​ໃສ ສະດວກດີໃຫ້​ແກ່​ການພັດທະນາ​ຂອງ​ຄົນ​ຫວຽດນາມ ​ແລະ ພາລະກິດ​ສ້າງສາແລະປົກ​ປັກ​ຮັກສາປະ​ເທດ​ຊາດ​ສັງຄົມ​ນິຍົມ.

ຕໍ່ໜ້າ​ການ​ຜັນ​ປ່ຽນຕ່າງໆ​ດ້ານ​ການ​ເມືອງ​ທີ່​ສັບສົນ​ໃນ​ໂລກ, ບາງ​ຄົນ​ລັ່ງ​ເລ​ໃຈ ລະ​ແວງສົງ​ໄສ​ກ່ຽວ​ກັບ​ເສັ້ນທາງ​ສັງຄົມ​ນິຍົມ, ປະຕິ​ເສດ​ຜົນສຳ​ເລັດ​ຂອງ​ສັງຄົມ​ນິຍົມພາກ​ຕົວ​ຈິງ​ໃນ​ໂລກ, ປະຕິ​ເສດ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມຢູ່​ຫວຽດນາມ; ປະຕິ​ເສດ​ບໍ່​ຮັບ​ຮູ້​ປະຫວັດສາດ​ແຫ່ງ​ການ​ປະຕິວັດ​ຫວຽດນາມ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

ເພື່ອ​ຮັບ​ມື​ກັບ​ໄພ​ອັນຕະລາຍ ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ ຮີບ​ດ່ວນ​ນັ້ນ; ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນ​ຄົງທາງດ້ານ​ວັດທະນະທຳ​ແຫ່ງ​ຊາດ, ຕ້ອງ​ສຸມ​ໃສ່​ຕໍ່ສູ້​ຕຳ​ໜິວິ​ພາກ, ຍູ້​ຖອຍ​ສິ່ງ​ຊົ່ວຮ້າຍ ອັບປີ ຕ່ຳ​ຊ້າ ຫຼ້າ​ຫຼັງ; ຕ້ານ​ກັບ​ທັດສະນະ ການກະທຳ​ທີ່​ຜິດພາດ ຫຍໍ້​ທໍ້ ທີ່​ເປັນ​ຜົນ​ສະທ້ອນ​ທາງ​ລົບ​ເຖິງ​ການ​ກໍ່ສ້າງລະບົບ​ວັດທະນະທຳ, ​ທີ່ເຮັດ​ໃຫ້​ຈິດ​ໃຈ​ຄົນ​ເສື່ອ​ມ​ໂຊມ​ລົງ​. ຕ້ອງ​ມີ​ວິທີ​ແກ້​ເພື່ອ​ຜ່ານ​ຜ່າດ້ານ​ຈຳກັດ​ຂອງ​ຄົນ​ຫວຽດນາມ. ​ເປັນ​ເຈົ້ການ​ຕ້ອນຮັບ​ເອົາ​ໂອກາດການ​ພັດທະນາ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ ​ເພື່ອ​ຮັກສາ ບູລະນະ​ເອກະລັກ​ວັດທະນະທຳ​ແຫ່ງ​ຊາດ; ຈຳ​ກັດ ຜ່ານ​ຜ່າ​ຜົນ​ສະທ້ອນ​ຫຍໍ້​ທໍ້, ທາງປິ້ນຂອງ​ການ​ໂລກາ​ພິວັດ​ທາງ​ດ້ານ​ວັດທະນະທຳ. ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ວັດທະນະທຳ, ຕິດ​ກັບ​ຄວາມ​ຮັບຜິດຊອບຂອງ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​ທີ່​ປະ​ໃຫ້​ເກີດ​ຄວາມ​ຜິດພາດ. ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ, ຕິ​ຊົມ​ສັງຄົມ​ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ຂອງ​ຊຸມ​ຊົນ ​ແລະ ພົນລະ​ເມືອງ ຕໍ່​ກັບ​ການຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ. ​ເປັນ​ເຈົ້າ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ ​ບັນດາ​ປະກົດ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ ຄຸນ​ສົດ​ບັດສິນ​ທຳ, “ການ​ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ” ​ໃນ​ຂົງ​ເຂດ​​ແນວ​ຄິດ-ວັດທະນະທຳ. ກີດ​ກັ້ນ​ຢ່າງ​ມີ​ປະສິດທິ​ຜົນ ສະພາບ​ການ​ບາງ​ອົງການ​ສື່ ສິ່ງ​ພິມ ວັດທະນະທຳ ສິລະ​ປະກຳ ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ຈຸດປະສົງ​ຄະຕິ​ທຳ​ທີ່​ໄດ້​ກຳນົດໄວ້, ຜະລິດ​ຕະພັນ​ມີ​ເນື້ອ​ໃນ​ຜິດ​ເຂ​ວ ຕາມ​ລົດ​ນິຍົມ​ທຳ​ມະ​ດາ​ສາມັນ.

ເພື່ອຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ “ການ​ຫັນປ່ຽນ​ໂດຍ​ສັນຕິ”, “ການ​ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ” ​ແມ່ນ​ຕ້ອງ​ມີ​ກົນ​ໄກວັດທະນະທຳ ສັງຄົມ​ທີ່​ເໝາະ​ສົມ​ສົດ​ໃສ, ໃນ​ນັ້ນສິ່ງ​ສຳຄັນ​ເປັນ​ພິ​ເສດ​ແມ່ນ “ຕ້ອງ​ຖື​ເປັນ​ສຳຄັນ​ການ​ກໍ່ສ້າງ​ວັດທະນະທຳຢູ່​ໃນ​ພັກ ​ໃນ​ກົງຈັກ​ລັດ ​ເຊິ່ງ​ເນື້ອ​ໃນ​ສຳຄັນ​ແມ່ນ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ ຄຸນສົມບັດ ​ແບບ​ແຜນ​ໂຮ່ຈີ​ມິນ. ວັດທະນະທຳ ຄຸນສົມບັດ ​ແລະ ​ແບບ​ດຳລົງ​ຊີວິດ​ທີ່​ສົດ​ໃສ ​ຕ້ອງ​ໄດ້​ສະ​ແດງ​ອອກ​ກ່ອນ​ອື່ນ​ໝົດ​ຢູ່ໃນ​ການຈັດ​ຕັ້ງ​ພັກ ລັດ ອົງຄະ​ນະມະ​ຫາ​ຊົນ, ຢູ່​ໃນ​ພະນັກງານ ​ລັດຖະກອນຂອງ​ລັດ, ຢູ່​ໃນ​ສະມາຊິກ​ພັກ ສະມາຊິກ​ອົງ​ກາ​ຈັດ​ຕັ້ງ​ມະຫາຊົນ​ແຕ່ລະຄົນ. ຄວາມ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ສະມາຊິກ​ພັກ​ແຕ່ລະຄົນ ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ໃນ​ວຽກ​ງານ​ນຳພາ​ຂອງ​ພັກ”(8). ດ້ວຍຄວາມ​ເປັນ​ແບບຢ່າງ ນຳ​ໜ້າ​ໃນ​ທຸກ​ດ້ານ​ຂອງ​ພະນັກງານ​ສະມາຊິກ​ພັກ ​ແລະ ອົງການ​ຈັດ​ຕັ້ງ​ພັກ ​ເພື່ອ​ນຳພາ​ປວງ​ຊົນ​ສາມັກຄີ​ກັນ​ສ້າງສາຊີວິດ​ວັດທະນະທຳ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງດ້ານ​ວັດທະນະທຳແຫ່ງ​ຊາດ, ຕ້ານ​ກັບ​ການ​ແຊກ​ຊືມທຳລາຍ​ຂອງທຳ​ມະ​ຊາດ, ການລະ​ເມີດຄວາມ​ໝັ້ນ​ຄົງທາງດ້ານ​ວັດທະນະທຳຍ້ອນມະນຸດ, ຂະຫຍາຍ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ພາລະກິດ​ການ​ກໍ່ສ້າງ​ແລະ​ພັດທະນາ​ລະບົບ​ວັດທະນະທຳຫວຽດນາມ​ທີ່ກ້າວໜ້າ ເຂັ້ມຂົ້ນ​ໄປ​ດ້ວຍ​​ເອກະລັກ​ປະຈຳ​ຊາດ./.

ໂດຍ ຫງວຽນ​ຢູຍບັກ*, ຫວູທີ້​ເຟືອງ​​ເຮົ້າ**

* ຮສ.ດຣ. ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຂງ​ຮ່ວາ

** ດຣ. ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

--------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 876 (ເດືອນຕຸລາ 2015)

(1) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1995, ​ເຫຼັ້ມ 33, ໜ້າ 246.

(2), (3), (4) ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ VIII, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ 42, 55-56, 45.

(5) ​ເບິ່ງ: ໜັງສືພິມ ປະຊາຊົນ, ສະບັບ​ອອກ​ວັນ​ທີ 4 ​ເມສາ 1998.

(6), (7) ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ VIII, ທີ່​ໄດ້​ແນະນຳ, ໜ້າ 56, 63.

(8) ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 9 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2014, ໜ້າ 44 - 45, 59.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ