ວັນອັງຄານ, 22/10/2019
ຄວາມຄາດຄະເນກ່ຽວກັບສະຖານະການໂລກ ປີ 2016
14/3/2016 10:45' ສົ່ງ ພິມ
ປະຊາຊົນທົ່ວໂລກຮ່ວມມືຮ່ວມແຮງກັນຮັກສາສັນຕິພາບ ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ (ພາບ: ຕລ)

ບາງ​ຈຸດ​ໃຫຍ່​ກ່ຽວ​ກັບ​ສະພາບ​ການ​ຮັກສາຄວາມ​ສະຫງົບ, ​ເສດຖະກິດ​ໂລກ​ປີ 2015

ທີ​ໜຶ່ງ, ຄວາມ​ຂັດ​ແຍ່ງ​ຍຸດ​ທະ​ສາດ​ໃນ​ສອງ​ຄູ່​ພົວພັນ​ລະຫວ່າງ​ປະ​ເທດໃຫຍ່ ຄືອາ​ເມຣິກາ-ລັດ​ເຊຍ ​ແລະ ອາ​ເມຣິກາ-ຈີນ ​ແມ່ນ​ຄວາມ​ຂັດ​ແຍ່ງ​ທີ່​ພົ້ນ​ເດັ່ນ​ໃນສະ​ພາບ​ການ​ໂລກ​ປີ 2015. ທາງ​ດ້ານ​ທາດ​ແທ້, ນັ້ນ​ແມ່ນ​ຄວາມ​ຂັດ​ແຍ່ງລະຫວ່າງ​ຝ່າຍ​ໜຶ່ງ​ຄື​ອາ​ເມຣິກາ - ມະຫາ​ອຳນາດ​ໜຶ່ງ​ດຽວ​ທີ່​ພວມ​ອ່ອນ​ເພຍ​ລົງ​ທຽບ​ຖານ, ກັບ​ອີກ​ຝ່າຍ​ໜຶ່ງ​ຄື ບັນດາ​ປະ​ເທດ​ມະຫາ​ອຳນາດ​ທີ່ຟື້ນຕົວ​ຄືນ​ໃໝ່ ​ແລະ ພວມ​ເຕີບ​ໃຫຍ່​ຂຶ້ນ, ​ເຊິ່ງ​ເປັນ​ການ​ທ້າ​ທາຍຕໍ່​ຖານະ​ມະຫາ​ອຳນາດ​ໜຶ່ງ​ດຽວ​ຂອງ​ອາ​ເມຣິກາ. ດັ່ງ​ນັ້ນ, ຄວາມ​ຂັດ​ແຍ່ງອາ​ເມຣິກາ-ລັດ​ເຊຍ ​ແລະ ອາ​ເມຣິກາ-ຈີນ ຕົ້ນຕໍ​ແມ່ນ​ພົວພັນ​ເຖິງ​ການ​ຕໍ່ສູ້​ໃນ​ລະບົບ​ສາກົນ​ປັດຈຸບັນໂດຍອາ​ເມຣິກາ​​ເປັນ​ຜູ້ແຊກ​ຄຸມ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຈີນ ​ແລະ ລັດ​ເຊຍ​ໄດ້​ມີ​ນະ​ໂຍບາຍ ​ແລະການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ລະບົບ​ໂລກ​ປັດຈຸບັນປ່ຽນ​ແປງ​ໄປ. ການ​ກະທົບ​ຕອບຂອງອາ​ເມຣິກາ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດຂອງ​ອາ​ເມຣິກາ ​ເພື່ອ​ຮັບ​ມື​ກັບ​ການ​ທຽບ​ຄຽງ​ກຳລັງ​ໃໝ່ ​ແນ​ໃສ່​ຮັກສາ​ສະພາບ​ທີ່​ເປັນ​ຢູ່​ດັ່ງ​ເດີມ​ນັ້ນ ​ໄດ້​ພາ​ໃຫ້ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ຕົກ​ໃສ່​ສະພາບຄວາມ​ຂັດ​ແຍ່ງ, ປະ​ທະ​ກັນ​ແກ່ຍາວ ​ເຊິ່ງຍັງ​ບໍ່​ທັນ​ມີ​ທິດ​ທາງ​ແກ້​ໄຂ​ທີ່​ເໝາະ​ສົມ​ຕາມ​ຄວນ.

ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນລະຫວ່າງອາ​ເມຣິກາ-ລັດ​ເຊຍ ກ່ຽວ​ພັນ​ເຖິງ​ບັນຫາ ກຣີ​ເມຍ ​ແລະ ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ອູ​ແກຣນ ຍັງ​ຄົງ​ສືບ​ຕໍ່​ໃນ​ປີ 2015, ການ​ຕໍ່ສູ້​ທາງ​ການ​ທູດ​ກ່ຽວ​ກັບ​ບັນຫາ​ອູ​ແກຣນ ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ຍັງ​ມີ​ຄວາມດຸ​ເດືອດ​ຂຸ້ນຂ້ຽວ​ບໍ່​ໜ້ອຍ, ​ແຕ່​ວ່າ “ຈຸດ​ຮ້ອນ​” ນີ້​ບໍ່ເປັນ​ຈຸດ​ໃຈ​ກາງ​ຄື​​ໃນປີ 2014 ອີກ. ປີ 2015, ຄວາມ​ເຄັ່ງ​ຕຶງ​ລະຫວ່າງອາ​ເມຣິກາ-ລັດ​ເຊຍ ​ໄດ້​ສະ​ແດງ​ອອກ​ຢ່າງ​ລວມສູນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ດ້ວຍ​ການ​ທີ່ລັດເຊຍຖິ້ມ​ລະ​ເບີດ​ໂຈມ​ຕີ​ອົງ​ການ​ຈັດ​ຕັ້ງ​ລັດ​ອິດສະ​ລາມທີ່​ປະກາດ​ຕົວ​ເອງ​ຢູ່​ຊີຣີ ​ແລະ ​ເຫດການ​ຕວັກ​ກີ​ຍິງ​ເຮືອບິນ​ລັດ​ເຊຍ​ຕົກ​ລຳ​ໜຶ່ງ ​ເຊິ່ງຕວັກ​ກີຖື​ວ່າ​ເຮືອບິນ​ລຳ​ນັ້ນ​ໄດ້​ລ່ວງ​ລ້ຳ​ຍ່ານ​ເວຫາ​ຂອງ​ຕົນ. ​ແຕ່​ວ່າ, ທັງ​ລັດ​ເຊຍ ​ແລະ ອາ​ເມຣິກາ​ລ້ວມ​ແຕ່​ຫຼີກ​ລ່ຽງການ​ປະ​ທະ​ກັນ​ທາງ​ທະຫານ​ຢູ່​ພາກ​ພື້ນ​ນີ້ ​ແລະ ລ້ວນ​ແຕ່​ໄດ້​ຮັບ​ຮູ້​ການ​ມີໜ້າ​ທາງ​ທະຫານ​ຂອງ​ກັນ​ແລະ​ກັນ​ ໃນ​ການ​ສູ້​ຮົບ​ຕ້ານ​ອົງກາ​ນຈັດ​ຕັ້ງ​ລັດ​ອິດສະ​ລາມ, ຈາກ​ນັ້ນ ສອງ​ປະ​ເທດ​ໄດ້ຫາວິທີ​ຮ່ວມ​ມືນຳ​ກັນ​ໃນ​ຂອບ​ເຂດ​ທີ່​ອາດ​ຈະ​ຮ່ວມ​ມື​ກັນ​ໄດ້.

ການ​ແກ່ງ​ແຍ້​ງລະຫວ່າງ​ອາ​ເມຣິກາ ​ແລະ​ຈີນ​ໄດ້​ສະ​ແດງ​ອອກ​ຢ່າງ​ລວມສູນ​ຢູ່​ພູມິພາກ​ອາຊີ-ປາຊີ​ຟິກ. ​ໃນ​ປີ 2015, ການ​ແກ່ງ​ແຍ້​ງນີ້​ສະ​ແດງ​ອອກ​ຕົ້ນຕໍ​​ແມ່ນ​ໃນ​ຂົງ​ເຂດ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະຄວາມ​ປອດ​ໄພ​ເສລີພາບ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຈີນ​ຕາ​ເວັນ​ອອກ ​ເຊິ່ງຕິດ​ກັບ​ຂໍ້​ພິພາດ​ອະທິປະ​ໄຕ​ຢູ່​ສອງ​ພາກ​ພື້ນ​ດັງ​ກ່າວ. ຄວາມ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໂດຍ​ອາ​ເມຣິກາ​ເປັນ​ເຈົ້າພາ​ທາງ ​ແລະ ການປະຕິບັດຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບ​ທະນາຄານ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ອາຊີ (AIIB) ຂອງ​ຈີນ​ໃນ​ປີ 2015 ​​ເປັນ​ສອງ​ຕົວຢ່າງພົ້ນ​ເດັ່ນ​ທີ່​ໃຫ້​ເຫັນ​ການ​ແກ່ງ​ແຍ້​ງຢ່າງ​ຂຸ້ນຂ້ຽວ​ກ່ຽວ​ກັບ​ບົດບາດ​ເປັນ​ເຈົ້າພາ​ທາງ, ນຳພາ​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອຳນາດ. ທາງ​ດ້ານ​ການ​ເມືອງ-ຄວາມ​ສະຫງົບ, ການ​ທີ່​ຈີນ​ຍູ້​ແຮງ​ການ​ຖົມ​ດິນ​ແລະ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ເກາະ​ປະ​ກາ​ລັງ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ, ສ່ວນ​ອາ​ເມຣິກາ​ພັດ​ນັບ​ມື້​ນັບ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ບັນຫາ​ເສລີພາບ​ໃນ​ການ​ເດີນ​ເຮືອ ​ແລະ ​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງ​ໄດ້​ເຮັດ​ໃຫ້​ເຂດ​ທະ​ເລ​ນີ້​ກາຍ​ເປັນ​ຈຸດ​ສຸມ​ແຫ່ງ​ການ​ແກ່ງ​ແຍ້​ງຊ່ວງ​ຊີງ​ອິດທິພົນລະຫວ່າງ​ອາ​ເມຣິກາ-ຈີນ​ໃນ​ພາກ​ພື້ນ. ການ​ທີ່​ສອງ​ປະ​ເທດ​ບໍ່​ສາມາດ​ອອກ​ຖະ​ແຫຼງການ​ຮ່ວມ​ໄດ້ ​ໃນການ​ຢ້ຽມຢາມອາ​ເມຣິກາ ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສີ ຈິ້ນ​ຜິ​ງ (​ເດືອນ​ກັນຍາ 2015) ນັ້ນ ​ໄດ້​ໃຫ້​ເຫັນ​ວ່າຄວາມ​ຜິດ​ຂ້ອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ສະ​ແດງ​ອອກ​ຢ່າງ​ເປີດ​ເຜີຍ ​ໂດຍ​ບໍ່​ຫົວຊາ​ເຖິງ​ຄວາມ​ພະຍາຍາມ​ຮ່ວມ​ມື​ສອງ​ຝ່າຍ.

ທີ​ສອງ, ທະວີບ​ເອີຣົບຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທາງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ, ສັງຄົມ. ຄວາມ “ຄົງ​ຕົວ” ຂອງ​ສະຫະພາບ​ເອີຣົບ (EU) ຖືກ​ນາບ​ຂູ່. ​ເຖິງ​ວ່າ​ເກຣັກ​ໄດ້ຫລຸດ​ພົ້ນ​ອອກ​ຈາກ​ໄພ​ແຫ່ງ​ຄວາມລົ້ມ​ລະລາຍ ​ໂດຍ​ອາ​ໃສ​ຂໍ້​ຕົກລົງ​ກັບ​ບັນດາ​ເຈົ້ນ​ໜີ້​ສາກົນ​ໃນ​ເດືອນ​ກໍລະກົດ 2015 ກໍ​ຕາມ ​ແຕ່​ປະ​ເທດ​ນີ້ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ ​ແລະ ປະຕິ​ຮູບ​ແຮງ​ງານ​ທີ່​ເຄັ່ງຄັດ ​ເພື່ອຈະ​ໄດ້​ຮັບ​ເອົາ​ກ້ອນ​ທຶນ​ຊ່ວຍ​ເຫຼືອ. ​ໃນ​ປີ 2015, ຈຳນວນ​ຜູ້​ລີ້​ໄພທີ່​ມາ​ຈາກ​ພາກ​ພື້ນ​ຕ່າງໆ ​ເຊັ່ນ​ອາ​ຟຣິກກາ, ຕາ​ເວັນ​ອອກ​ກາງ ​ແລະ ບອນ​ຂ່າ​ນ, ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ ອັນ​ໄດ້​ສົ່ງ​ຜົນ​ກະທົບຢ່າງໜັກໜ່ວງ​​ເຖິງເສດຖະກິດ, ສັງຄົມ​ ແລະມະນຸດສະທຳ​ຢູ່​ເອີຣົບ. ​ໃນ​ປີ 2015 ນີ້, ທະວີບ​ເອີຣົບຍັງ​ຖື​ກສັ່ນ​ສະ​ເທືອ​ນຍ້ອນການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ອັນ​ຮ້າຍ​ແຮງ​ຕ່າງໆ, ພິ​ເສດ​ແມ່ນ​ການກວາດ​ປືນ​ໃສ່ສຳນັກງານ​ໜັງສືພິມ Charlie Hebdo (ຢູ່​ປາຣີ, ປະ​ເທດ​ຝຣັ່ງ ​ໃນວັນ​ທີ 7 ພະຈິກ 2015), ​ແລະ​ການ​ກໍ່​ການ​ຮ້າຍໜຶ່ງ​ອີກກໍ່​ໄດ້​ເກີດ​ຂຶ້ນ​ຢູ່​ປາຣີ ​ໃນ​ວັນ​ທີ 13 ພະຈິກ 2015.

​ເບິ່ງ​ລວ​ມ, ບັນດາ​ລະບຽບ​ກົດ​ໝາຍອັນ​ພື້ນຖານ​ຂອງ ອີ​ຢູ ທີ່​ມີ​ຄວາມ​ກ່ຽວ​ພັນ​ເຖິງ​ການ​ເງິນ, ​ເງິນຕາ, ການ​ໄປມາ​ໂດຍ​ເສລີ,… ນັບ​ມື້​ນັບຖື​ດທ້າ​ທາຍ​ຍ້ອນການ​ວິ​ກິດ​ຕ່າງໆ​ທີ່​ກ່າວ​ມາເທິງ​ນີ້, ພິ​ເສດ​ແມ່ນ​ໃນ​ສະພາບການ​ທີ່​ເສດຖະກິດພາກ​ພື້ນ ອີ​ຢູ ຟື້​ນຕົວຢ່າງ​ຊັກ​ຊ້າ ​ແລະ ຂາດ​ຄວາມ​ໝັ້ນຄົງ. ​ແຕ່​ວ່າ ​ມາ​ເຖິງ​ປັດຈຸບັນ, ການ​ທີ່​ບັນດາ​ປະ​ເທດ ອີ​ຢູ ພວມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມຄິດ​ເຫັນ​ທີ່​ແຕກ​ຕ່າງກັນ, ພ້ອມ​ກັນ​ຮ່ວມ​ມື, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ກຸ່ມ​ນີ້ຍັງ​ຮັກສາ​ຄວາມ​ສາມັກຄີ​ໄວ້​ໄດ້​ເພື່ອ​ບັນດາ​ຈຸດປະສົງ​ຂອງ​ພາກ​ພື້ນ.

ທີ​ສາມ, ສິ່ງ​ແວດ​ລ້ອມ​ແຫ່ງ​ຄວາມ​ໝັ້ນຄົງ​ຢູ່​ຕາ​ເວັນ​ອອກ​ກາງ​ຖືກ​ທຳລາຍ​ແກ່ຍາວ ​ແລະພວມ​ຜັນ​ປ່ຽນ​ໄປ​ຕາມ​ທາງ​ລົບ. ສິ່ງ​ທີ່​ຄວາມ​ເອົາ​ໃຈ​ໃສ່​ຄື ການ​ປະກົດ​ຕົວ​ຂອງ​ບັນດາ​ກຳລັງ​ອິດສະ​ລາມ​ຫົວ​ຮຸນ​ແຮງໃນ​ເວທີ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ທີ່​ຕໍ່ສູ້​ກັບ​ບັນດາ​ກຳລັງຄະລາວາດ ​ເພື່ອ​ແນ​ໃສ່​ຄວບ​ຄຸມກົງຈັກ​ອຳນາດລັດ. ປີ 2015, ບັນດາກຳລັງ​ກໍ່​ການ​ຮ້າຍອິ​ດສະ​ລາ​ມຫົວ​ຮຸນ​ແຮງ​ໄດ້​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ທາງ​ດ້ານ​ປະລິມານ, ຄວາມ​ຖີ່ ​ແລະ ຂະໜາດ ​ເຊິ່ງພົ້ນ​ເດັ່ນ​ທີ່​ສຸດແມ່ນ ລັດ​ອິດສະ​ລາມ​ກຳລັງຢຶດຄອງ​ບໍລິ​ເວນ​ກວ້າງ​ໃຫຍ່​ຢູ່​ເຂດຕາ​ເວັນ​ອອກ​ຂອງ​ຊີຣີ ​ແລະ ຕາ​ເວັນ​ຕົກ​ຂອງ​ອິຣັກ - ​ເປັນ​ບໍ​ລິ​ເວັນ​ຮັ່ງມີ​ທີ່​ສຸດຍ້ອນ​ບໍ່​ນ້ຳມັນ​ອາຍ​ແກັສທຳ​ມະ​ຊາດ. ການ​ຕໍ່ສູ້​ຕ້ານລັດ​ອິດສະ​ລາມ​ໂດຍ​ອາ​ເ​ມຣິກາ ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ເປັນ​ຜູ້​ປຸກ​ປັ່ນ, ​ແລະ​ໃນ​ປີ​ທີ່​ແລ້ວ​ນີ້​ມີ​ການ​ເຂົ້າ​ຮ່ວມ​ການ​ຮົບ​ຂ​ອງລັດ​ເຊຍ​ ​ໄດ້​ເຮັດ​​ໃຫ້​ລັດ​ອິດສະ​ລາມ​ຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ແຕ່​ວ່າ​ ອົງການ​ຈັດ​ຕັ້ງ​ລັດ​ອິດສະ​ລາມ​ນີ້​ຍັງ​ມີ​ເງື່ອນ​ໄຂ​ເພື່ອ​ຄົງ​ຕົວ ​ແລະ ຂະຫຍາຍຕົວອີກ​ຕໍ່​ໄປ.

ຈຸດ​ສະຫວ່າງຢູ່​ພາກ​ພື້ນ​ນີ້​ແມ່ນ ບັນຫາ​ນິວ​ເກຼຍຂອງ​ອີຣານ ​ໄດ້​ບັນລຸ​ຜົນ​ກ້າວ​ກະ​ໂດດ​ທີ່​ສຳຄັນ. ພາຍຫຼັງ​ທີ່​ບັນລຸ​ຂໍ້​ຕົກລົງ​ກັບ​ກຸ່ມປະ​ເທດ P5+1, ບົດບາດ​ຂອງ​ອີຣານ​ໃນ​ພາກ​ພື້ນ​ອາດ​ຈະ​ໄດ້​ຍົກ​ສູງ​ຂຶ້ນ​ຫຼາຍ​ພໍ​ຄວນ, ພິ​ເສດ​ແມ່ນ ​ໃນ​ການ​ແກ້​ໄຂ​ບັນຫາຕ່າງໆ​ຢູ່​ ອີຣັກ, ຊີຣີ ກໍ່ຄື​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່ງອິດສະຣາ​ແອນ - ປາ​ແລ​ສະຕີ​ນ.

ທີ​ສີ່, ພູມິພາກ​ອາຊີ - ປາຊີ​ຟິກ ສືບ​ຕໍ່​ມີ​ພາບ​ພົດ​​ສະຫວ່າງສະ​ໄຫວ​ໃນ​ທ່າ​ອຽງ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກ ກໍ່​ຄື​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ. ບັນດາ​ເຫດການ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2015 ຄື ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນຂຶ້ນ​ຢ່າງເປັນ​ທາງ​ການ, ການ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP),... ​ໄດ້​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ​ຍັງ​ຄົງ​ຂະຫຍາ​ຕົວ​ຢູ່, ​ໃນ​ສະພາວະ​ຄວາມ​ໝັ້ນຄົງ​ຂອງພາກ​ພື້ນມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ ​ແລະ ມີ​ທ່າ​ອຽງ​ເຄັ່ງ​ຕຶງຂຶ້ນ​ຕື່ມ ​ຍ້ອນບັນດາ​ປະ​ເທດ​ມະຫາ​ອຳນາດ​​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ເລິກໃນ​ສະພາບ​ການ​ພາກ​ພື້ນ. ຄວາມ​ຂາດ​ດຸນ​ລະຫວ່າງ​ດ້ານ​ໜຶ່ງ​ແມ່ນ​ທ່າ​ອຽງຮ່ວມ​ມື, ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ​ໄດ້​ຮັບ​ການ​ຍູ້​ແຮງ ກັບ​ອີກ​ດ້ານ​ໜຶ່ງ​ແມ່ນ ການ​ແກ່ງ​ແຍ້​ງຢ່າງ​ຂຸ້ນຂ້ຽວ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະ​ຍຸດ​ທະ​ສາດ​ຢູ່​ອາຊີ-ປາຊີ​ຟິກ, ອາດ​ຈະ​ກໍ່​ໃຫ້​ເກີດ​ການ​ກະທົບສວນ​ທາງ​ກັນ​ກັບ​ສະຖານະ​ການ​ພາກພື້ນ​ເວົ້າ​ລວມ.

ທີ​ຫ້າ​, ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ,​ ເຊັ່ນ​ ຕ້ານ​ການ​ກໍ່​ການ​ຮ້າຍ, ຕ້ານ​ອາວຸດ​ທີ່​ມີ​ອຳນາດ​ທຳລາຍ​ລ້າງ​ສູງ ​ແລະ ຕ້ານ​ການ​ປ່ຽນ​ແປງ​ສະພາບພູມິ​ອາກາດ, ຍັງ​ມີ​ຄວາມ​ຄືບ​ໜ້າ​ຢູ່. ຕົວຢ່າງ​ທີ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ ການ​ປະຊຸມຄັ້ງ​ທີ 21 ບັນດາ​ສະມາຊິກ​ຂອງ​ກອບ​ອະນຸສັນຍາສະຫະ​ປະຊາ​ຊາດ​ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ (COP 21) ​ໄດ້​ຮັບຮອງ​ຜ່າ​ນຂໍ້​ຕົກລົງ​ປາຣີ ວ່າ​ດ້ວຍການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ​ໃນ​ໂລກ (ວັນ​ທີ 12 ທັນວາ 2015). ຂໍ້​ຕົກລົງ​ນີ້​ຖືກ​ຖື​ວ່າ​ເປັນ​ຂໍ້​ຕົກລົງ​ປະຫວັດສາດ ​ທີ່​ປ່ຽນ​ແທນ​ໃຫ້​ແກ່​ສົນທິສັນຍາ​ກຽວ​ໂຕ. 

​ຄາດ​ຄະ​ເນບາງຢ່າງ​ກ່ຽວ​ກັບ​ສະຖານະ​ການ​ໂລກ​ປີ 2016

ບົນ​ພື້ນຖານ​ສະພາບ​ການ​ໂລກ​ຜັນ​ປ່ຽນ​ໃນ​ປີ 2015 ​ແລະ​ໃນ​ຊຸມ​ປີ​ກ່ອນ​ນັ້ນ, ການ​ຂະຫຍາຍຕົວ ​ແລະ​ປ່ຽນ​ແປງ​ຂອງ​ບັນດາ​ປັດ​ໃຈ​ທີ່​ກະທົບ​ໃສ່​ສະພາບ​ການ​ໃນ​ປີ 2016, ອາດ​ຈະ​ນຳ​ສະ​ເໜີ​ຄຳ​ຄາດ​ຄະ​ເນ​ຈຳນວນ​ໜຶ່ງ​ກ່ຽວ​ກັບສະພາບ​ການ​ໂລກ​ປີ 2016 ສຳລັບ​ສີ່​​ເສົາ​ຄ້ຳ​ໃຫຍ່ (ປະກອບ​ດ້ວຍ ທ່າ​ອຽງ​ການ​ເມືອງ, ຄວາມ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ບັນດາ​ລະບຽບ​ກົດໝາຍ​ສາກົນ, ​ແລະ ບັນດາ​ການ​ປະ​ທະ​ກັນ​ຢູ່​ຕາມ​ພາກ​ພື້ນ) ດັ່ງ​ລຸ່ມ​ນີ້:

ບັນດາ​ທ່າ​ອຽງ​ໃຫຍ່​ໃນ​ສະພາບ​ການ​ໂລກ ມີ​ຄວາມ​ສາມາດ​ສະ​ແດງ​ອອກ​ຢ່າງ​ລະອຽດ​ໃນ​ປີ 2016 ດັ່ງ​ນີ້:

ທີ​ໜຶ່ງ, ​ເສດຖະກິດ​ໂລກ​ອາດ​ຈະ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ກວ່າປີກ່​ອນ. ບັນດາ​ສະ​ຖາ​ບັນ​ເສດ​ຖະກິດ​ສາກົນ​ເຊັ່ນ ກອງ​ທຶນ​ການ​ເງິນ​ສາກົນ (IMF), ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມື​ແລະ​ພັດທະນາ​ເສດຖະກິດ (OECD) ຫຼື​ວ່າ​ອົງການ​ສະຫະ​ປະຊາ​ຊາດ (UN) ລ້ວນ​ແຕ່​ຄາດ​ຄະ​ເນ​ວ່າ ລະດັບ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ​ປີ 2016 ຈະ​ສູງ​ກວ່າ​ປະມານ 0,5% ທຽບ​ກັບ​ປີ 2015. ​ແຕ່​ວ່າ, ​ແງ່​ຫວັງ​ແຫ່ງ​ການ​ຟື້ນ​ຟູ​ເສດຖະກິດ​ແບບ​ໜັກ​ແໜ້ນ​ນັ້ນ ກໍ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ ຍ້ອນ​ຫຼາຍ​ສາ​ເຫດ​ຄື ຄວາມ​ບໍ່​ໝັ້ນ​ທ່ຽງ​ຂອງສິ່ງ​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກທີ່​ແກ່ຍາວ​ມາ​ແຕ່​ການ​ວິ​ກິດ​ການ​ເງິນ​ປີ 2008; ຄວາມ​ຕົກ​ຕ່ຳ​ຂອງ​ລາຄາ​ສິນຄ້າ ​ແລະ​ການ​ຄ້າ; ການ​ຜັນ​ຜວນ​ຂອງ​ອັດຕາ​ແລກປ່ຽນ, ຂອງອັດຕາ​ດດອກ​ເບ້ຍ ​ແລະ ກະ​ແສ​ເງິນ​ທຶນ; ຄວາມ​ຊັກ​ຊ້າ​ໃນ​ການ​ລົງທຶນ ​ແລະ​ໃນການ​ຍົກ​ສູງ​ສະມັດ​ຕະພາບ; ຄວາມ​ຂາດ​ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ຕະຫຼາດ​ການ​ເງິນ (ຕະຫຼາດ​ອຳ​ພາງ) ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຕົວ​ຈິງ ພາ​ໃຫ້​ຕະຫຼາດ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຫຼາຍ​ຢ່າງ(1).

ທີ​ສອງ, ຄວາມ​ເຕີ​ບ​ໂຕ​ເສດຖະກິດ ​ແລະ ​ບົດບາດ​ຂອງ​​ບັນດາ​ປະ​ເທດກຳລັງ​ພັດທະນາ ​ແລະ ບັນດາ​ລະບົບ​ເສດຖະກິດ​ໃຫຍ່​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (ກຸ່ມ​ປະ​ເທດ BRICS ປະກອບ​ດ້ວຍ​ບຣາຊີ​ນ, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາ​ຟຣິກາ​ໃຕ້) ​ໃນ​ສະຖານະ​ການ​ເສດຖະກິດ - ການ​ເມືອງ​ໂລກ ​ໄດ້​ມີ​ຄວາມ​ຫລຸດຜ່ອນ​ລົງ​ທຽບ​ຖານ. ​ໃນ​ເວລາ​ນັ້ນ, ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ຄື ອາ​ເມຣິກາ, ຍີ່ປຸ່ນ, ຝຣັ່ງ, ​ເຢຍລະ​ມັນ... ພັດ​ໄດ້​ຮັບ​ການ​ຟື້ນ​ຟູ​ໃນ​ລະດັບ​ຕ່າງໆ​ທີ່​ຕ່າງກັນ ພາຍຫຼັງ​ວິວັດ​ການ​ປະຕິ​ຮູບ, ຮັບ​ມື​ກັບ​ວິ​ກິດ​ການ. ຖ້າ​ຫາກປະກົດ​ການ​ນີ້ຖືກ​ແກ່ຍາວ​ ກໍ່​ອາດ​ຈະ​ພາ​​ໃຫ້ການ​ຊັ່ງຊາ​ກຳລັງ​ທົ່ວ​ໂລກ​​ໃນ​ຊຸມ​ປີ​ຕໍ່ໜ້າ ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ທິດທີ່​ບໍ່​ສະດວກ​ໃຫ້​ແກ່​ບັນດາ​ປະ​ເທດ BRICS ​ແລະ​ບັນດາ​ປະ​ເທດ​ທາງ​ທິດ​ໃຕ້​ເວົ້າ​ລວມ.

ທີ​ສາມ, ບັນດາ​ປະ​ເທດ​ສືບ​ຕໍ່​ທ່າ​ອຽງ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດຖະກິດ, ປັບປຸງ​ຄວາມ​ໝັ້ນຄົງ​ສະຖຽນ​ລະ​ພາບ​ໃນ​ປະ​ເທດ, ຮັກສາ​ສິ່ງ​ແວດ​ລ້ອມ​ພາຍ​ນອກ​ມີສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ການ​ພັດທະນາ. ​ແຕ່​ວ່າ, ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເພື່ອ​ປະຕິບັດ​ຜົນ​ປະ​ໂຍດ​ຂອງ​ປະ​ເທດ - ຂອງຊາດ ກໍ​ຈະ​ສືບ​ຕໍ່​ພາ​ໃຫ້​ເກີດການ​ຕຳ​ກັນ, ຂັດ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ບັດາ​ປະ​ເທດ​ໃຫຍ່ ​ແລະ​ລະຫວ່າງ​ປະ​ເທດ​ໃຫຍ່ - ປະ​ເທດ​ນ້ອຍ​ ຢູ່​ຫຼາຍ​ພາກ​ພື້ນ​ທີ່​ສຳຄັນ. ດັ່ງ​ນັ້ນ, ການ​ປະ​ທະກັນ​ຕາມ​ພາກ​ພື້ນ​ຈະ​ສືບ​ຕໍ່​ຍືດ​ເຍືອ​ໃນ​ປີ 2016, ​ເປັນ​ຕົ້ນ​ແມ່ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ​ເຄືອ​ຂ່າຍບັນດາ​ລັດ​ເອກະລາດ (SNG) ​ແລະ ອາຊີ​ຕາ​ເວັນ​ອອກ.

ທີ​ສີ່, ​ເຖິງ​ວ່າລະຫວ່າງບັນດາ​ປະ​ເທດ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ກໍ​ຕາມ, ​ແຕ່​ການ​ຮ່ວມ​ມື​ສາກົນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ, ສິ່ງ​ທ້າ​ທາຍ​ລວມຕໍ່​ກັບ​ປະຊາ​ຄົມ​ໂລກ ​ເຊັ່ນ ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ການ​ອົບ​ພະຍົບ, ຕ້ານ​ການ​ກໍ່​ການ​ຮ້າຍ, ຕ້ານ​ການ​ເຜີຍ​ແຜ່​ອາວຸດ​ທີ່​ມີ​ອຳນາດ​ທຳລາຍ​ລ້າງ​ສູງ... ສືບ​ຕໍ່​ມີ​ບາດກ້າວ​ຂະຫຍາຍຕົວ. ວິວັດ​ການ​ຮ່ວມ​ມື​ທົ່ວ​ໂລກ​ນີ້​ຂຶ້ນ​ກັບ​ການ​ຮ່ວມ​ມື, ປະນີປະນອມ​ກັນ​ລະຫວ່າງ​ອາ​ເມຣິກາ, ຈີນ ​ແລະ ລັດ​ເຊຍ.

ທີ​ຫ້າ, ບົດບາດ​ຂອງ​ພູມິ​ພາກ​ອາຊີ-ປາຊີ​ຟິກ ​ໃນ​ກະດານ​ໝາກ​ຮຸກ​ທາງ​ເສດຖະກິດ, ການ​ເມືອງ​ສາກົນ ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ. ພູມິ​ພາກ​ນີ້​ຈະ​ນຳພາ​ຂະ​ບວນວິວັດການ​ຟື້ນ​ຟູ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ​ເສດຖະກິດ​ຂອງ​ໂລກ(2). ​ໃນ​ປີ 2016 ມີ​ໂອກາດ​ດີ​ຫຼາຍ​ທີ່​ບັນດາ​ປະ​ເທດ​ສະມາຊິກ​ຈະ​ໃຫ້​ສັດຕະຍາບັນ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ຈະ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RCEP), ວິວັດ​ການ​ປຶກສາສົນທະ​ນາ​ກ່ຽວ​ກັບການກຳ​ນົດຮູ​ບສັນຍາ​ການ​ຄ້າ​ເສລີ (FTA) ກໍ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຄຽງຂ້າງ​ນັ້ນ, ທະວີບອາຊີ-ປາຊີ​ຟິກມີ​ທ່າ​ອຽງ​ກາຍ​ເປັນ​ພື້ນ​ທີ່​ແຂ່ງຂັນ​ສ້າງ​ອິດ​ທິພົນ​ໃໝ່​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ​ເຮັດ​ໃຫ້​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ພູມິ​ພາກ​ນັບ​ມື້​ນັບ​ສັບສົນ, ​ແກ້​ໄຂ​ຍາກ​ກວ່າ​ອີກ.

ຄວາມ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ (​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ສາມ​ປະ​ເທດ​ອາ​ເມຣິກາ, ຈີນ ​ແລະ ລັດ​ເຊຍ) ມີ​ຄວາມ​ສາມາດ​ຈະ​ສືບ​ທອດ​ບັນດາ​ຈຸດ​ພິ​ເສດ​ຂອງ​ໄລຍະ​ກ່ອນ, ​ແຕ່​ກໍ​ມີ​ຈຸດ​ໃໝ່​ທີ່​ແນ່ນອນ​ຕ່າງໆ, ລະອຽດ​ຄື:

ທີ​ໜຶ່ງ, ບັນດາ​ປະ​ເທດ​ໃຫຍ່​ສືບ​ຕໍ່​ທ່າ​ອຽງ​ສຸມ​ໃສ່​ຟື້ນ​ຟູ​ເສດຖະກິດ, ປັບປຸງ​ອຳນາດ​ການ​ເມືອງ​ພາຍ​ໃນ, ​ແຕ່​ກໍ​ຍັງ​ຜັນ​ຂະຫຍາຍ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ປະຕິບັດ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ໃຫຍ່, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ທີ່ເກີດ​ຂຶ້ນ​ຢູ່​ພື້ນທີ່​ຍຸດ​ທະ​ສາດ​ຕ່າງໆ. ​ໃນ​ປີ​ເລືອກ​ຕັ້ງ 2016 ຢູ່​ອາ​ເມຣິກາ, ຫົວ​ຂໍ້​ກ່ຽວ​ກັບ​ການ​ພົວພັນ​ກັບ​ລັດ​ເຊຍ ​ແລະ ຈີນ ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າອີກ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຍາກ​ທີ່​ຈະ​ສະ​ແດງ​ຄວາມ​ອ່ອນ​ໂຍນ​ຕໍ່​ກັບ​ລັດ​ເຊຍ ​ແລະ ຈີນ. ສຳລັບ​ຈີນ, ປີ 2016 ​​ເປັນ “ປີຫົວ​ຕໍ່” ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIX ຂອງ​ພັກ​ກອມ​ມູນິດ​ຈີນ (ປີ 2017). ຢູ່​ລັດ​ເຊຍ, ຖານະ​ບົດບາດ​ໃນ​ປະ​ເທດ​ຂອງ​ປະທານາທິບໍດີ ວະ​ລາ​ດີ​ເມຍ ປູ​ຕີນ ຢູ່​ໃນ​ລະດັບ​ສູງ, ອຳນວຍ​ເງື່ອນ​ໄຂ​ໃຫ້​ລັດ​ເຊຍ ສືບ​ຕໍ່​ຢືນຢັນ​ອິດ​ທິພົນ​ຂອງ​ຕົນ​ຢູ່​ເຂດເຄືອ​ຂ່າຍບັນດາ​ລັດ​ເອກະລາດ (SNG) ​ແລະ ຊີຣີ, ​ແຕ່​ຄວາມ​ຫຍຸ້ງຍາກທາງດ້ານ​ເສດຖະກິດ ຍ້ອນ​ລາຄາ​ນ້ຳມັນ​ຕົກ​ຕ່ຳ ​ແລະ ການ​ປິດ​ລ້ອມ ຂວ້ຳ​ບາດ​ຂອງ​ຝ່າຍຕາເວັນ​ຕົກກໍ​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງ​ລັດ​ເຊຍ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ທີ​ສອງ, ຄວາມ​ພົວພັນ​ລະຫວ່າງ​ສາມ​ປະ​ເທດ​ໃຫຍ່ ອາ​ເມຣິກາ - ຈີນ - ລັດ​ເຊຍ ສືບ​ຕໍ່​ຜັນ​ປ່ຽນ​ໄປ​ຕາມ​ທິດ​​ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ລະຫວ່າງ​ຄູ່​ພົວພັນອາ​ເມຣິກາ-ຈີນ ​ແລະ ຄູ່​ພົວພັນອາ​ເມຣິກາ-ລັດ​ເຊຍ. ຈີນ ​ແລະ ລັດ​ເຊຍ ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມືນຳ​ກັນ, ມີ​ຜົນ​ປະ​ໂຫຍ​ດຄູ່​ຂະໜານ​ຄືກັນ​ໃນ​ຫຼາຍ​ບັນຫາ​ສາກົນ, ​ແຕ່ຈະ​ບໍ່ສຳພັນ​ທະ​ພາບ​ນຳ​ກັນ​ເພື່ອ​ຮັບ​ມື​ກັບ​ອາ​ເມຣິກາ. ອາ​ເມຣິກາ​ສືບ​ຕໍ່​ປັບປຸງ​ການ​ພົວພັນ​ສຳພັນ​ທະ​ມິດ​ກັບ ອີ​ຢູ, ອົງການ​ສົນທິສັນຍາ​ແອດ​ແລນ​ຕິກ​ເໜືອ (NATO) ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ມາ​ຈາກ​ຝ່າຍ​ລັດ​ເຊຍ; ປັບປຸງ​ການ​ພົວພັນ​ກັບ​ຍີ່ປຸ່ນ, ອົດ​ສະຕຣາລີ, ອີນ​ເດຍ,... ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ມາ​ຈາກ​ຈີນ. ​ແຕ່​ວ່າ, ນັບ​ທັງ​ອາ​ເມຣິຫາ ​ແລະ ບັນດາ​ປະ​ເທດ​ສຳພັນ​ທະ​ມິດ, ຄູ່​ຮ່ວມ​ມື​ຂອງ​ອາ​ເມຣິກາ ຈະ​ບໍ່​ປະລະ​ນະ​ໂຍບາຍ​ຮ່ວມ​ມື​ເສດຖະກິດ​ກັບ​ຈີນ ​ແລະ ລັດ​ເຊຍ.

ທີ​ສາມ, ບັນດາ​ພື້ນ​ທີ່​ວົງ​ນອກ​ອ້ອມ​ຂ້າງ​ລັດ​ເຊຍ, ຈີນ ​ໄດ້​ກາຍ​ເປັນ​ບ່ອນ​ຍາດ​ຊີງ​ອິດ​ທິພົນ​ທີ່​ເຄັ່ງຮ້ອນ​ທີ່​ສຸດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ຄວາມ​ພິພາດ​ດ້ານ​ເຂດ​ແດນ, ທະ​ເລ, ໝູ່​ເກາະ ຍັງ​ຄົງ​ເປັນ “​ເຄື່ອງ​ວັດ​ຄວາມ​ຮ້ອນ” ຂອງ​ການ​ແກ່ງ​ແຍ້​ງລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ສະພາບ​ການ​ອູ​ເກຣນ, ທະ​ເລ​ຕາ​ເວັນ​ອອກ ສືບ​ຕໍ່​ເກີດ​ຟອງ​ແຮງ​ລົມ​ຈັດ ຍ້ອນ​ປັດ​​ໄຈ​ແກ່ງ​ແຍ້​ງລະຫວ່າງ​ປະ​ເທດ​ໃຫຍ່.

ທີ​ສີ່, ການ​ຍາດ​ແຍ່ງ​ອິດ​ທິພົນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ທີ່ມີ​ຄວາມ​ກ່ຽວ​ພັນ​ເຖິງ​ບົດບາດນຳ​ພາ​ການ​ເຊື່ອມ​ໂຍງ​ເສດຖະກິດນັ້ນ ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳຄັນ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ “​ໂຄງການ​ໃຫຍ່” ​ເຊັ່ນ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ການ​ຄ້າ​ເສລີ​ຂ້າມແອດ​ແລນ​ຕິກ (TTIP), ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ, ຂໍ້​ລິ​ເລີ່​ມ ທະນາຄາ​ນ​ເພື່ອ​ການ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ແຫ່ງ​ອາຊີ (AIIB) ​ແລະ ຍຸດ​ທະ​ສາດ “ແຖບ​ດິນ​ໜຶ່ງ, ​ເສັ້ນທາງ​ໜຶ່ງ” ຂອງ​ຈີນ... ການ​ທີ່​ສະກຸນເງິນ​ຢ໋ວນຂອງ​ຈີນ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ໃຫ້​ເຂົ້າ​ໃນ “ກະຕ່າ​ສະກຸນ​ເງິນ” ຂອງ IMF ​ໃນ​ເດືອນ​ທັນວາ 2015 ນັ້ນ ​ໄດ້​ຂີດ​ໝາຍ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ ​ໃນ​ໂຄງ​ປະກອບ​ເງິນຕາ​ສາກົນ ນັບ​ແຕ່​ເມື່ອ​ສະກຸນ​ເງິນ​ເອ​ໂຣປະກົດ​ຕົວ​ຂຶ້ນ. ​ເວົ້າ​ຢ່າງ​ອື່ນ, ການ​​ແຂ່ງຂັນ​ເສດຖະກິດ ​ແລະ ​ເສີມ​ຂະຫຍາຍ “ກຳລັງ​ແຮງນຸ່ມນວນ” ​ແມ່ນ​ການ​ແຂ່ງ​ຂັນ​ຊ່ວງ​ເສັງ​ກັນໃໝ່ທີ່​ມີ​ຄວາມ​ເຄັ່ງຮ້ອນ​ບໍ່​ໜ້ອຍ(3).

ທີ​ຫ້າ, ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ມີການແກ່ງ​ແຍ້​ງກັນ ​ແຕ່​ບໍ່​ຍົກ​ເວັ້ນການ​ຮ່ວມ​ມື​ກັນເພື່ອ​ແນ​ໃສ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລວມຕ່າງໆ ​ເຊັ່ນ ຕ້ານ​ການ​ກໍ່​ການ​ຮ້າຍ, ຕ້ານ​ການ​ເຜີຍ​ແຜ່​ອາວຸດທີ່​ມີ​ອຳນາດ​ທຳ​ລາຍລ້າງ​ສູງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ການຮັກສາ​ຄວາມ​ປອດ​ໄພ​ທາງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ... ​ໃນ​ບັນດາ​ພື້ນ​ທີ່​ແກ່ງ​ແຍ້​ງຈຸດ​ໜັກກໍ​ມີ​ຄວາມ​ສະຫງົບ​ຊົ່ວຄາວ​ໃນ​ເວລາ​ທີ່​ຕ່າງ​ກັນ.

ກ່ຽວ​ກັບ​ລະບຽບ​ກົດໝາຍ​ສາກົນ. ອົງການ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ເປັນ​ສຳຄັນ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຂ້າມ​ຊາດ. ຢູ່​​ໃນ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ​ເຖິງ​ວ່າ 5 ປະ​ເທດ​ສະມາຊິກ​ຖາວອນ​ຍັງ​ມີ​ຄວາມ​​ແຕກ​ຕ່າງຂັດ​ແຍ່ງທີ່​ເລິກ​ເຊິ່ງກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ​ແຫ່ງຄວາມ​ປອດ​ໄພ​ຂອງ​ໂລກ​ກໍ​ຕາມ ​ແຕ່ກໍ​ຍັງ​ບັນລຸ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຫຼາຍ​ບັນຫາ​ເຊັ່ນ ຕ້ານ​ການ​ກໍ່​ການ​ຮ້າຍ, ຕ້ານ​ການ​ເຜີຍ​ແຜ່​ອາວຸດ​ທີ່​ມີ​ອຳນາດ​ທຳ​ລາຍລ້າງ​ສູງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ... ການ​ບັນລຸຂໍ້​ຕົກລົງ ປາຣີ ກ່ຽວ​ກັບ​ຕ້ານ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ (COP 21) ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ແກ່​ ບົດບາດ​ທີ່​ບໍ່​ອາດ​ຈະ​ຂາດ​ໄດ້​ ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ ​ທີ່​ມີ​ຕໍ່​ປະ​ຊາ​ຄົມ​ໂລກ​ທັງ​ໝົດ. ​ແຕ່​ວ່າ, ​ເພື່ອ​ປະຕິບັດ​ເນື້ອ​ໃນ​ຂໍ້​ຕົກລົງ COP 21 ​ໃຫ້​ປະກົດ​ເປັນ​ຈິງ​ນັ້ນ ບັນດາ​ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ອຸປະ​ສັກ​ພື້ນຖານ​ຕ່າງໆ​ ຄື​ເຕັກ​ໂນ​ໂລ​ຊີ ​ແລະ ການ​ເງິນ; ຖ້າ​ຫາກ​ບໍ່​ມີ​ເງິນ​ແລະ​ເຕັກ​ໂນ​ໂລ​ຊີ ການ​ຫລຸດຜ່ອນ “ອາຍ​ແກັສ​ເຮືອນ​ແກ້ວ” ລົງ ​ເພື່ອ​ຮັກສາ​ອຸ​ນຫະ​ພູມໜ່ວຍ​ໂລກ​ເພີ່ມ​ຂຶ້ນ​ພຽງ 2oC ທຽບ​ກັບ​ສະ​ໄໝ​ກ່ອນ​ການ​ຫັນ​ເປັນ​ອຸດສາຫະກຳ ກໍ​ເກືອບ​ຄື​ວ່າ​ບໍ່​ອາດ​ຈະ​ປະຕິບັດ​ໃຫ້​ປະກົດ​ເປັນ​ຈິງ​ໄດ້.

​ໃນ​ຖານະ​ເປັນ​ກຸ່ມທະຫານ​ທີ່​ແຂງ​ແຮງທີ່​ສຸດ​ໃນ​ໂລກ, ​ໃນ​ປີ 2016, ອົງການ​ສົນທິສັນຍາ​ແອດ​ແລນ​ຕິກ​ເໜືອ (NATO) ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຕໍ່ສູ້​ຕ້ານ​ລັດ​ອິດສະ​ລາມ, ຊ່ວຽໜູນ​ໃຫ້​ອູ​ເກຣນ, ​ແລະ ຕ້ານການ​ມີໜ້າ​ທາງ​ດ້ານ​ການ​ທະຫານ​ຂອງ​ລັດ​ເຊຍ​ຢູ່​ເຂດ​ທະ​ເລ ບານ​ຕິກ, ທະ​ເລ​ດຳ ​ແລະ ທະ​ເລ​ເມ​ດີ​ເຕີ​ເຣນຽນ. ຢູ່​ພາຍ​ໃນ​ຂອງ​ກຸ່ມ​ນີ້​ພວມ​ມີ​ຄວາມ​ແບ່ງ​ແຍກ​ກ່ຽວ​ກັບ​ທັດສະນະ ລະຫວ່າງ​ຝ່າຍ​ໜຶ່ງ​ຢາກ​ຮ່ວມ​ມື​ກັບ​ລັດ​ເຊຍ​ເພື່ອ​ຕ້ານ​ລັດ​ອິດສະ​ລາມ ກັບ​ອີກ​ຝ່າຍ​ໜຶ່ງຢາກ​ຈຳກັດ​ຜົນ​ກະທົບ​ຂອງ​ລັດ​ເຊຍ​ຢູ່​ຊີຣີ. ບັນຫາ​ສຳຄັນ​ໃນ​ວາລະ​ການ​ປະຊຸມ​ຂອງ NATO ​ແມ່ນສົນທະນາ​ກ່ຽວ​ກັບ​ຄວາມ​ສຳນຶກ “ສົງຄາມ​ປະສົມ​ (hybrid)” ​ແລະ​ວິທີ​ຮັບ​ມື​ກັບ​ສົງຄາມ​ປະ​ເພດ​ນີ້, ​ເຊິ່ງກວມ​ດ້ວຍ ສົງຄາມ​ທຳ​ມະ​ດາ, ການ​ປະ​ທະ​ກັບ ​ແລະ ສົງຄາມ​ເຄືອ​ຂ່າ​ຍອີນ​ເຕີ​ເນັດ. ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ອູ​ເກຣນ ​ແລະ ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ ​ແມ່ນ​ຕົວຢ່າງ​ທີ່​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ “ສົງຄາມ​ປະສົມ​” ​ແບບ​ໃໝ່​ນີ້.

​ປີ 2016 ​ເປັນ​ປີ​ທຳ​ອິດ​ທີ່​ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ຢ່າງ​ເປັນ​ທາງ​ການ (ວັນ​ທີ 31 ທັນວາ 2015). ​ເນື້ອ​ໃນ​ສຳຄັນ​ໜຶ່ງ​ຂອງ ວິ​ໄສ​ທັດ​ອາ​ຊຽນປີ 2025 ​ແມ່ນ​ກໍ່ສ້າງ​ໂຄງ​ປະກອບ​ຄວາມ​ປອດ​ໄພ​ພາກ​ພື້ນ​ທີ່​ໝັ້ນຄົງ ​ແລະ ມີ​ປະສິດທິຜົນ ​ເພື່ອ​ແນ​ໃສ່​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ, ດ້ວຍ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ທີ່​ໄດ້​ຮັບ​ການ​ເພີ່ມ​ທະວີ(4). ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ ລາວ, ​ເຊິ່ງ​ເຄີຍ​ມີ​ຄວາມ​ຊັ່ງຊາ​ລອບ​ຄອບ​ພໍ​ຄວນ​​ໃນ​ການ​ເຂົ້າ​ເຖິງ​ບັນຫາ​ໂຄງປະກອບ​ພາກ​ພື້ນ, ພ້ອມ​ນັ້ນ​ກໍ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ​ພຽງຄັ້ງ​ໜຶ່ງ​ໃນ​ປີ 2016 ຫາກ​ບໍ່​ແມ່ນ​ສອງ​ຄັ້ງ​ຄື​ປົກກະຕິ, ໂຄງ​ປະກອບ​ຄວາມ​ປອດ​ໄພ​ພາກ​ພື້ນ​ໃນ​ປີ 2016 ຄາດ​ວ່າ​ຈະ​ບໍ່​ມີ​ບາດກ້າວ​ຂະຫຍາຍຕົວ​ຕື່ມ​ອີກ​ບາດກ້າວ​ໃດ​ເລີຍ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຍັງ​ສືບ​ຕໍ່​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ກັບ​ຄວາມ​ສາມັກຄີ​ພາຍ​ໃນ​ຂອງ​ອາ​ຊຽນ.

ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຕາມ​ພາກ​ພື້ນ​ຕ່າງໆ. ການ​ສູ້​ຮົບ​ຕ້ານ​ລັດ​ອິດສະ​ລາມ​ຍັງ​ແກ່ຍາວ ຍ້ອນ​ຍຸດ​ທະ​ສາດ​ຖິ້ມ​ລະ​ເບີດ​ຍິງ​ທຳລາຍຂອງ​ອາ​ເມຣິກາ ​ແລະ ລັດ​ເຊຍ ຈະ​ມີ​ປະສິດທິ​ຜົນຈຳກັດ ຖ້າ​ຫາກ​ຂາດ​ການ​ຊ່ວຍ​ໜູນ​ຈາກ​ກອງທັບ​ອາກາດ​ຂອງ​ບັນດາ​ປະ​ເທດພັນທະ​ມິດ​ອາຫຣັບທີ່​ສຳຄັນ, ​ໃນ​ເມື່ອ​​ຄວາມ​ສາມາດ​ຜັນ​ຂະຫຍາຍ​ທະຫານ​ບົກ​ຂອງ​ອາ​ເມຣິກາມີ​ໜ້ອຍ​ສຸດ; ຄວາມ​ຂັດ​ແຍ່ງ​ລະຫວ່າງ NATO ​ແລະ ລັດ​ເຊຍ, ຄວາມ​ຂັດ​ແຍ່ງ​ພາຍ​ໃນ NATO (ບັນດາ​ປະ​ເທດ​ພັນທະ​ມິດ​ເອີຣົບຕາ​ເວັນ​ອອກ​ຢາກ​ສຸມ​ປາຍ​ຫອກ​ໃສ່​ລັດ​ເຊຍ ​ໃນ​ເວລາ​ນັ້ນ​ບັນດາ​ປະ​ເທດ​ພັນທະ​ມິດ​ຢູ່​ທາງ​ທິດ​ໃຕ້​ຢາກ​ໃຫ້​ບຸລິມະສິດ​ແກ່​ການ​ແກ້​ໄຂ​ສະພາບ​ການ​ສັບສົນ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຣິກກາ​ເໜືອ).

ການ​ທີ່​ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ເກົາຫລີ ສືບ​ຕໍ່ຂະຫຍາຍ​ອາວຸດ​ນິວ​ເກຼຍ ​ແລະ ລູກ​ສອນ​ໄຟ​ໄລຍະ​ໄກ​ ຈະ​ເຮັດ​ໃຫ້​ສະພາບ​ການ​ໃນ​ແຫຼມ​ເກົາຫລີ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຄວາມ​ແຕກ​ແຫງ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ ​ແລະ ​ເກົາຫລີ​ເໜືອຍັງ​ບໍ່​ໄດ້ຮັບ​ການ​ຕາບ​ຈອດ​ເທື່ອ. ປີ 2016, ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​​ແຫຼ​ມ​ເກົາຫລີ​ອາດ​ຈະ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ​ເມື່ອ​ອາ​ເມຣິກາ ​ແລະ ສ.​ເກົາຫລີ​ຊ້ອມ​ຮົບ​ໃນ​ຕົ້ນ​ໄຕ​ມາດ​ທີ II. ມາ​ເຖິງ​ເວລາ​ນີ້, ຍັງ​ບໍ່​ເຫັນ​ຄວາມ​ສາມາດ​ຕິດ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ປອດ​ອາວຸດ​ນິວ​ເກຼຍຢູ່​ແຫຼມ​ເກົາຫລີ​ໃນ​ປີ 2016.

​ເບິ່ງ​ລວມ​ແລ້ວ, ບັນດາ “ຈຸດ​ຮ້ອນ” ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ ອາດ​ຈະ​ຫັນປ່ຽນ​ໄປ​ຕາມ​ທາງ​ຮ້າຍ ຍ້ອມ​ສະພາບ​ການ​ພາຍ​ໃນ​ຂອງ​ບາງ​ປະ​ເທດ​ມີ​ຄວາມ​ສັບສົນ​ຫຼາຍ ​ແລະ ຄວາມ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ​ເປັນ​ຕົ້ນ​ແມ່ນ​ຄວາມ​ພົວພັນ​ຈີນ - ອາ​ເມຣິກາ, ຈີນ - ຍີ່ປຸ່ນ ສືບ​ຕໍ່​ຫັນປ່ຽນ​ໄປ​ຕາມ​ທາງ​ລົບ, ​ໃນ​ເວລາ​ນັ້ນ ບັນດາ​ກົນ​ໄກ​ສາກົນ​ພັດ​ບໍ່​ແຮງ​ພໍ​ເພື່ອ​ກີດ​ກັ້ນບໍ່​ໃຫ້​ການ​ປະ​ທະກັນລະ​ເບີດ​ຂຶ້ນ.

ໂດຍ ດຣ.ຫງວຽນ​ນາມ​ເຢືອງ

ຮອງ​ຫົວໜ້າ​ສະ​ຖາ​ບັນຄົ້ນຄວ້າ​ຍຸດ​ທະ​ສາດ​ການ​ທູດ, ສະ​ຖາ​ບັນ​ການ​ທູດ​ຫວຽດນາມ

------------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 880 (​ເດືອນ​ກຸມພາ 2016).

(1) ສະຫະ​ປະຊາ​ຊາດ: ສະພາບ​ຄວາມ​ເປັນ​ຈິງ​ຂອງເສດຖະກິດ​ໂລກ ​ແລະ ​ແງ່​ຫວັງ​ປີ 2016 (World Economic Situations and Prospects 2016); ດາວ​ໂລດ​ຈາກ​ເວັບ​ໄຊ http://www.un.org/en/development/desa/policy/wesp/

(2) ບູ່​ຍ​ແທງ​ເຊີນ (ບັນນາທິການ​ຫຼັກ): ​ເຊື່ອມ​ໂຍງ​ສາກົນ ​ແລະ ບັນດາ​ບັນຫາ​ທີ່​ວາງ​ອອກ​ມາ​ຕໍ່​ກັບ​ຫວຽດນາມ, ສຳນັກ​ພິມ​ຈຳໜ່າຍ ການ​ເມືອ​ງແຫ່ງ​ຊາດ - ຊື້​ເຖິດ, ຮ່າ​ໂນ້​ຍ, 2015​.

(3) Michael J. Green: “Seeking the Right Strategy of Our Time”, ​ໃນ​ປຶ້ມ​ຂອງ Craig Cohen ​ແລະ Melissa G. Dalton (ບັນນາທິການ​ຫຼັກ), 2016 Global Forecast, Center for Strategic and International Studies, 2015, ໜ້າ 15 - 18.

(4) ASEAN Secretariat: ASEAN 2025: Forging ahead together, 2015.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ