ວັນອັງຄານ, 22/10/2019
ທະວີບອາຊີ - ປາຊີຟິກ ປີ 2015: ການປ່ຽນແປງຕ່າງໆ ທີ່ມຸ່ງໄປຍັງລະບຽບພູມິພາກໃໝ່
17/4/2016 15:25' ສົ່ງ ພິມ
ທະວີບອາຊີ - ປາຊີຟິກ ປີ 2015: ເຄື່ອງໝາຍແຫ່ງການແຂ່ງຂັນ ລະຫວ່າງບັນດາປະເທດໃຫຍ່. (ພາບ: TL)

ການ “ປ່ຽນ​ບົດບາດ” ມຸ່ງ​​ໄປ​ຍັງ​ລະບຽບ​​ເສດຖະກິດພູມິ​ພາກ​ໃໝ່

ປີ 2015, ທະວີບອາຊີ - ປາຊີ​ຟິກສືບ​ຕໍ່​ເປັນ​ພູມິ​ພາກ​ທີ່​ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ທິ່ສຸດ​ໃນ​ໂລກ, ນຳ​ໜ້າ​ທາງ​ດ້ານ​ລະດັບ​ຄວາມ​ໄວ​ໃນການ​ເຕີບ​ໂຕ ​ແລະ ຄາດກະ​ວ່າ​ຈະ​ຮັກສາ​ລະດັບ​ຄວາມ​ໄວ​ນີ້ໄດ້​ດີ​ພໍ​ຄວນ​ໃນ​ກຳນົດເວລາ​ປານ​ກາງ. ທາງ​ດ້ານ​ເສດຖະກິດ, ພູມິ​ພາກ​ອາຊີ - ປາຊີ​ຟິກ ມີ 4 ຈຸດ​ພື້ນຖານ​ທີ່​ພົ້ນ​ເດັ່ນ​ດັ່ງ​ນີ້:

ທີ​ໜຶ່ງ, ​ໄດ້​ມີ​ການ​ປ່ຽນ​ບົດບາດ ​ເມື່ອ​ຈີນບໍ່​ສາມາດ​ຮັກສາ​ລະດັບ​ຄວາມ​ໄວ​​​ໃນ​ການ​ເຕີບ​ໂຕສູງກວ່າ 7% ​ຄື​ຫຼາຍສິບ​ປີ​ທີ່​ຜ່ານ​ມາ​ອີກ - ລະດັບ​ສູງ​ສຸດ​ໃນພູມິ​ພາກ​. ບັນດາ​ຄວາມ​ຄາດ​ຄະ​ເນທີ່​ຫວັງ​ດີ​ທີ່​ສຸດ ​ກໍ່​ລ້ວນ​ແຕ່​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ຈີນ​ເຕີບ​ໂຕ​ພຽງ​ປະມານ 6,8% ​ໃນ​ປີ 2015 ​ແລະ ຈະ​ຫລຸດ​ລົງ​ເປັນ 6,3% ​ໃນ​ປີ 2016. ​ໃນ​ເວລາ​ນັ້ນ, ​ເສດຖະກິດ​ອີນ​ເດຍ ຄາດກະ​ວ່າ​ຈະ​ບັນລຸລະດັບ 7,5% ​ແລະ ​ໄດ້​ຄາດກະ​ວ່າ​ຈະ​ເປັນ “ຫົວ​ຈັກ” ​ແຫ່ງ​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວພູມິ​ພາກ​ໃນ​ເວລາ​ຕໍ່ໜ້າ. ການ​ປ່ຽນ​ບົດບາດ​ນີ້​ພວມ ​ແລະ ຈະ​ມີ​ຜົນ​ກະທົບ​ຍາວ​ນາມ​ເຖິງພາບ​ພົດ​ເສດຖະກິດ​ຂອງພູມິ​ພາກ​.

ທີ​ສອງ, ​ໃນ​ປີ 2015, ທ່າອຽງຫລຸດຜ່ອນ​ຄວາມ​ໄວ​ຂອງ​​ເສດຖະກິດ​ຈີນ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ກວ່າ​ເວລາ​ໃດ​ໝົດ. ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ໄດ້​ຮັບຮອງ​ຜ່ານ​ແຜນການ 5 ປີ​ຄັ້ງ​ທີ 13 (2016 - 2020) ດ້ວຍ​ການ​ດັດ​ປັບ​ຕ່າງໆ​ ທາງ​ດ້ານ​ເປົ້າ​ໝາຍ​ການ​ເຕີບ​ໂຕ, ມາດ​ຕະການ​ປະຕິບັດ,... ​ເພື່ອ​ຄ່ອງ​ຕົວ​ກັບ​ສະພາບ​ການ “​ເປັນ​ປົກກະຕິ​ໃໝ່” ທີ່​ບໍ່​ອາດ​ຈະ​ຕ່າວ​ປິ້ນ​ໄດ້. ພາຍຫຼັງ​ຫຼາຍ​ປີ​ແຫ່ງ​ການ​ເຕີບ​ໂຕ​ສູງ ​​ໂດ​ຍອີງ​ໃສ່ທ່າ​ດີ​ປຽບທຽບ​ຕ່າງໆ, ​ເຊັ່ນ​ຄ່າ​ແຮງ​ງານ​ຖືກ, ຂະໜາດ​ການ​ຜະລິດ​ໃຫຍ່... ປັດຈຸບັນ, ​ເສດຖະກິດ​ຈີນ​ພວມ​ປະ​ເຊີນ​ໜ້າ​ຕໍ່ຫຼາຍ​ບັນຫາ​ເຄັ່ງຮ້ອນ, ​ແກ້​ໄຂ​ຍາກ, ​ເຊັ່ນ​ ກຳລັງ​ຄວາມ​ສາມາດ​ໃນ​ການ​ຜະລິດ​ອຸດສາຫະກຳ​ເຫຼືອ​ເຟືອ​ຫຼາຍ, ຂາດ​ດຸນ​ລາຍ​ຮັບ​ແລະ​ເສດຖະກິດ​ຫຼາຍ​ໂພດ ລະຫວ່າງ​ບັນດາ​ເຂດ ພາກ, ສິ່ງ​ແວດ​ລ້ອມ​ຖືກມົນ​ພິດຢ່າງ​ຮ້າຍ​ແຮງ ດ້ວຍ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ... ການ​ຕໍ່ສູ້​ຢ່າງ​ດຸ​ເດືອດຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການຍູ້​ແຮງ​ການ​ປະຕິ​ຮູບ​ກອງ​ທະຫານ​ຢູ່​ຈີນ​ ກໍ່​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງ​ການ​ເຕີບ​ໂຕ​ເສດຖະກິດ​ຢູ່​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ນີ້.

​ເສດຖະກິດ​ຈີນ​ໃນ​ເວລາ​ທີ່​ຜ່ານ​ມາ​ກໍ່​ຖືກ​ການ​ກະທົບ​ແຮງ​ຫຼາຍ​ຄັ້ງ ​ເຊັ່ນ​ການ​ວິ​ກິດ​ຕະຫຼາດ​ຫຼັກ​ຊັບ ພາ​​ໃຫ້​ເກີດການ​ຖອນ​ທຶນ​ຂະໜາດ​ໃຫຍ່ ອອກ​ຈາກ​ຈີນ. ​ພຽງ​ແຕ່ໃນ​ເວລາສັ້ນໆ, ​ແຕ່​ເດືອນ​ສິງຫາ ຫາ​ເດືອນ​ທັນວາ 2015, ຈຳນວນ​ທຶນ​ທີ່​ຖອນ​ອອກ​ຈາກ​ຈີນ​ໄດ້​ບັນລຸ​ຫຼາຍ​ຮ້ອຍຕື້​ໂດ​ລາ​ສະຫະລັດ, ສະ​ເຫຼ່ຍປະມານ 100 ຕື້​ໂດ​ລາ​ສະຫະລັດຕໍ່​ເດືອນ, ​ເຮັດ​ໃຫ້​ຄັງ​ເງິນຕາ​ຕ່າງປະ​ເທດ​ຂອງ​ປະ​ເທດ​ນີ້​ຫລຸດ​ລົງ​ຢ່າງ​ໄວ, ຈາກ​ເກືອບ 4.000 ຕື້​ໂດ​ລາ​ສະຫະລັດ ຫລຸດ​ລົງ​ຍັງ​ເຫຼືອ​ປະມານ 3.450 ຕື້​ໂດ​ລາ​ສະຫະລັດ. ຄາດກະ​ວ່າ​ ສິ່ງ​ດັ່ງກ່າວ​ຈະ​ສືບ​ຕໍ່​ເກີດ​ຂຶ້ນ​ອີກ​ຕໍ່​ໄປ, ​ເປັນ​ຕົ້ນ​ແມ່ນ ພາຍຫຼັງ​ທີ່ ລະບົບ​ທະນາຄານ​ກາງ​ສະຫະລັດ​ອາ​ເມຣິກາ (FED) ຕົກລົງ​ຍົກ​ລະດັບ​ອັດຕາດອກ​ເບ້ຍ​ຂຶ້ນ​ເປັນ 0,25%.

ທີ​ສາມ, ການ​ທີ່​ກອງ​ທຶນ​ການ​ເງິນ​ສາກົນ (IMF) ຕົກລົງ​ນຳ​ເອົາ​ສະກຸນ​ເງິນ​ຢ໋ວນ ​ເຂົ້າ​ໃນ​ກະຕ່າ​ເງິນຕາ​ສາກົນ (SDR) ​ໄດ້​​ໝາຍຄວາມວ່າ ​ເງິນ​ຢ໋ວນອາດ​ຈະ​ກາຍ​ເປັນ​ສະກຸນ​ເງິນ​ສະ​ສົມ ​ແລະ ຊຳລະ​ສະ​ສາງ​ສາກົນ ​ແລະ ມັນ​ຈະ​ໄດ້​ແລກປ່ຽນ​ຢ່າງ​ເສລີ​ກວ່າ​ອີກ. ສິ່ງ​ດັ່ງກ່າວ​ຈະ​ກະທົບ​ຢ່າງ​ເລິກ​ເຊິ່ງ ​ແລະ ຍາວ​ນາມ ​ເຖິງ​ຕະຫຼາດ​ການ​ເງິນ​ທົ່ວ​ໂລກ, ບັງຄັບ​ໃຫ້​ບັນດາ​ປະ​ເທດ​ຢູ່​ໃນ ​ແລະ ນອກ​ພູມິ​ພາກ ຕ້ອງ​ດັດສົມ​ບັນດາ​ນະ​ໂຍບາຍ​ເງິນຕາ ການ​ເງິນ, ຄິດ​ໄລ່​ຄືນ​ໃໝ່​ອັດຕາ​ສ່ວນ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ ​ເຊິ່ງ​ເປັນ​ພາຫະນະ​ຊຳລະ​ສະ​ສາງ​ການ​ແລກປ່ຽນ​ຄ້າຂາຍສາກົນ​ຕ່າງໆ,... ລະບຽບ​ການ​ເງິນ​ສາກົນ​ໃໝ່ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ດ້ວຍ​ບົດບາດ​ນັບ​ມື້​ນັບ​ສູງ​ຂອງ​ສະກຸນ​ເງິນ​ຢ໋ວນ ກໍ່​ຄື​ຂອງ​ທະນາຄານ​ກາງ​ແຫ່ງ​ປະ​ເທດ​ຈີນ.

ທີ​ສີ່, ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ລະຫວ່າງ 12 ປະ​ເທດອາຊີ - ປາຊີ​ຟິກ ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ພາຍຫຼັງ 5 ປີ. ​ເຖິງ​ວ່າ​ບັນດາ​ປະ​ເທດ​ສະມາຊິກ​ຍັງ​ບໍ່​ທັນ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ສັນຍາ​ນີ້​ກໍ​ຕາມ ​ແຕ່​ເປັນອັນ​ຈະ​ແຈ້ງວ່າ ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກສຳ​ເລັດ​ລົງໃນ​ປີ 2015 ​ແລະ ກ່ອນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ອາ​ເມຣິກາ ​ແມ່ນ​ໄຊຊະນະ ​ແມ່ນ​ຫຼັກ​ໝາຍ​ອັນ​ສຳຄັນ​ໜຶ່ງ​ໃນ​ວິວັດທະນາ​ການ​ຜູກ​ພັນ ​ແລະ ​ເຊື່ອມ​ໂຍງ​ພູມິ​ພາກ. ດ້ວຍ​ບັນດາ “ກະຕິ​ກາ” ​ໃໝ່ ​ແລະ ມາດຕະຖານ​ສູງ ​ໃນ​ຫຼາຍ​ດ້ານ, ພູມິ​ພາກອາຊີ - ປາຊີ​ຟິກ ຈະ​​ໄດ້ເຫັນ​ກັບ​ຕາ​ການຈັດ​ວາງ​ບັນດາ​ພວງ​ພະນັງ​ຄຸນຄ່າຄືນ​ໃໝ່, ການ​ເຄື່ອນ​ຍ້າຍຂອງກອງ​ທຶນ, ການ​ລົງທຶນ, ການ​ຄ້າ,... ​ແລະການຈັດ​ແບ່ງ​ຄືນ​ໃໝ່​ທາງ​ດ້ານ​ການ​ຜະລິດ, ​ແຮງ​ງານ, ການ​ບໍລິການ,... ​ເພື່ອ​ສ້າງ​​ໃຫ້​ມີ​ລະບຽບ​ການ​ໃໝ່ ດ້ວຍ​ບັນດາ​ມາດຕະຖານ​ໃໝ່​ຢູ່​ໃນ​ພູມິ​ພາກ.

ສະ​ຖາ​ບັນ​ພູມິ​ພາກຫຼາຍ​ອັນ​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່ ຫຼື​ໄດ້​ຈັດ​ວາງ​ຄືນ​ໃໝ່

ທີ​ໜຶ່ງ, ການ​ກຳ​ເນີ​ດ​ເກີດ​ໃໝ່​ຂອງ​ທະນາຄານ​ເພື່ອ​ການ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ອາຊີ (AIIB) ທີ່​ມີ 50 ປະ​ເທດ​ເປັນ​ສະມາຊິກ, ​ໃນ​ນັ້ນ​ມີ​ຫວຽດນາມ, ​ໄດ້​ຂີດ​ໝາຍ​ການ​ປ່ຽນ​ແປງ​ຫຼາຍ​ພໍ​ຄວນ ​ໃນບັນດາ​ສະ​ຖາ​ບັນ​ການ​ເງິນຂອງ​ພູມິ​ພາກ ​ເຊິ່ງ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ນັບ​ແຕ່​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ມາ​ເຖິງ​ປັດຈຸບັນ. ການ​ທີ່ AIIB ກຳ​ເນີ​ດ​ເກີດ​ຂຶ້ນ​ມາ ​ແລະ ຈີນ​ຍູ້​ແຮງ​ການ​ປະຕິບັດ​ຄວາມ​ຄິດ​ລິ​ເລີ່​ມ “​ເຂດ​ໜຶ່ງ, ທາງ​ດຽວ” ຊ່ວຍ​ໃຫ້​ປະ​ເທດ​ນີ້​ມີ​ເຄື່ອງ​ມື​ສັກສິດ​ຕື່ມ​ອີກ​ເພື່ອ​ແຂ່ງຂັນ, ສ້າງ​ແຮງ​ຖ່ວງ​ ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ແລະ ຍຸດ​ທະ​ສາດ​ສ້າງ​ດຸນລະຍາ​ພາບຄືນ​ໃໝ່​ໄປ​ທາງ​ທະວີບອາຊີ - ປາຊີ​ຟິກຂອງ​ອາ​ເມຣິກາ, ປະກອບ​ສ່ວນ​ເປີດ​ກວ້າງ​ເຂດ​ອິດ​ທິພົນ​ຂອງ​ຈີນ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ລະບຽບ​ເສດຖະກິດ​ສາກົນ, ​ເປີດ​ກວ້າງ​ຕະຫຼາດ ການ​ລົງ​ທຶນ, ຍູ້​ແຮງ​ການ​ສົ່ງ​ອອກ ​ແລະ ​ເຊີດ​ຊູ​ອິດ​ທິພົນ​ຂອງ​ຈີນ. ​ເນື້ອ​ແທ້, ຈີນ​ພວມ​ນຳ​ໃຊ້​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ​ເພື່ອ​ປ່ຽນ​ແປງ​ສະພາບ​ດັ້ງ​ເດີມ, ຈັດ​ແບ່ງ​ເຂດ​ອິດ​ທິພົນ​ຄືນ​ໃໝ່, ວາງກຳນົດ “ກະຕິ​ກາ” ​ແລະ​ ບືນ​ຕົວ​ຂຶ້ນ​ເປັນ​ຂົ້ວ​ໜຶ່ງ​ໃນ​ລະບຽບ​ການ​ຫຼາຍ​ຂົ້ວ​ທີ່​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.

ທີ​ສອງ, ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ປະກອບ​ດ້ວຍ​ຈີນ ຍີ່ປຸ່ນ ​ແລະ ສ.​ເກົາຫລີ, ພວມ​ຍູ້​ແຮງ​ຄວາມ​ມານະ​ພະຍາຍາມ​ຕ່າງໆ ​ເພື່ອ​ສ້າງສັນ​ຍາ​ການ​ຄ້າ​ເສດ​ລີ​ໜຶ່ງ​​ໃນ​ພູ​ມິພາກອາຊີ​ຕາ​ເວັນ​ອອກສຽງ​ເໜືອ. ​ເຖິງ​ວ່າ​ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ​ແຕ່​ເປັນອັນ​ຈະ​ແຈ້ງວ່າ ການ​ທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ສາມ​ປະ​ເທດ​ນີ້​ພົບ​ປະກັນ​ຢູ່​ທີ່ ສ.​ເກົາຫລີ ​ແລະ ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ເສັ້ນທາງ ບາດກ້າວ ​ເນື້ອ​ໃນ​ເຈລະຈາ ​ເພື່ອ​ໄປ​ເຖິງສັນ​ຍາ​ການ​ຄ້າ​ເສດ​ລີ​​ສະ​ເພາະ​ສຳລັບ​ພູມິ​ພາກອາຊີ​ຕາ​ເວັນ​ອອກສຽງ​ເໜືອນັ້ນ ​ໄດ້​ເປັນ​ບາດກ້າວ​ຄືບ​ໜ້າ​ໃຫຍ່ພໍ​ຄວນ. ການ​ທີ່​ຍີ່ປຸ່ນ​ເຂົ້າ​ຮ່ວມ​ການ​​ເຈລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກຢ່າງ​ສຳ​ເລັດ​ຜົນ, ​ເສດຖະກິດ​ຈີນ​ລົງ​ຄ້ອຍ,... ພວມ​ສ້າງ​ກຳລັງ​ໜີບ​ແຮງພໍ​ຄວນຕໍ່​ກັບພູມິ​ພາກອາຊີ​ຕາ​ເວັນ​ອອກສຽງ​ເໜືອ ​ໃນ​ການ​ສ້າງສັນ​ຍາ​ການ​ຄ້າ​ເສດ​ລີສະ​ເພາະ​ຂອງ​ຕົນ. ​ເມື່ອສັນ​ຍາ​ການ​ຄ້າ​ເສດ​ລີນີ້​ປະກົດ​ຕົວ ​ແລະ ​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍ ມັນ​ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ໂຄງ​ປະກອບ​ເສດຖະກິ ການ​ຄ້າ​ທັງ​ໝົດ​ຂອງ​ພູມິ​ພາກອາຊີ - ປາຊີ​ຟິກ, ຍ້ອນ​ວ່າ​ ນີ້​ແມ່ນ​ສາມ​ລະບົບ​ເສດຖະກິດ​ທີ່​ນຳ​ໜ້າ​ໃນ​ພູມິ​ພາກ.

ທີ​ສາມ, ການ​ທີ່​ບັນດາ​ການ​ນຳ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (​ອາຊຽນ) ລົງ​ນາມ​ໃນ​ຖະ​ແຫຼ​ງການ ກົວ​ລາ ລຳ​ເປີ 2015 ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ວັນ​ທີ 31 ທັນວາ 2015, ​ໃນ​ກອບ​ການ​ປະຊຸມ​ຂັ້ນ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 27, ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ ມາ​ເລເຊຍ; ພ້ອມ​ກັນ​ນັ້ນ​ ກໍ່​ລົງ​ນາມ​ໃນຖະ​ແຫຼ​ງການ​ວ່າ​ດ້ວຍ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ຮອດ​ປີ 2025, ​ໃນ​ນັ້ນ​ກຳນົດ​ບັນດາ​ເປົ້າ​ໝາຍ ຫຼັກການ ​ແລະ ມາດ​ຕະການ​ປະຕິບັດ​ໃນ​ພາກ​ຕົວ​ຈິງ ປະຊາ​ຄົມ​ອາ​ຊຽນ​ເຊື່ອມ​ຈອດ​ທາງ​ດ້ານ​ການ​ເມືອງ, ​ເຊື່ອມ​ຈອດ​ທາງ​ດ້ານ​ເສດຖະກິດ ​ແລະ ພ້ອມ​ກັນ​ແບ່ງປັນຄວາມ​ຮັບຜິດຊອບ​ທາງ​ສັງຄົມ ກໍ່​ຄື​ອາ​ຊຽນໜຶ່ງ​ທີ່​ອີງ​ໃສ່ກົດໝາຍ ທີຫັນ​ໄປ​ສູ່​ປະຊາຊົນ ຖື​ປະຊາຊົນ​ເປັນ​ໃຈກາງນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງອາ​ຊຽນ ​ໃນ​ການ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ຊຸກຍູ້​ການ​ເຊື່ອມ​ຈອດ​ເສດຖະກິດ, ຮັບປະກັນ​ສັນຕິພາບ ຄວາມ​ສະຫງົບ ​ແລະ ການ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ຮັກສາ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ພູ​ມິ​ພາກອາຊີ - ປາຊີ​ຟິກ ທີ່​ຂະຫຍັນຂັນ​ເຄື່ອນ ​ແຕ່​ກໍ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ.

ນອກຈາກ​ນັ້ນ, ການ​ທີ່​ປະ​ເທດອາຊີຈຳນວນ​ໜຶ່ງພວ​ມຫາ​ວິທີ​ຫັນປ່ຽນ​ການ​ປະຊຸມ​ສຸດ​ຍອດກ່ຽວ​ກັບ​ການ​ສົມທົບ​ກຳລັງແລະກໍ່ສ້າງ​ຄວາມ​ໄວ້ວາງ​ໃຈຢູ່​ອາຊີ (CICA) ​ໃຫ້​ກາຍ​ເປັນ​ອົງການ​ຈັດ​ຕັ້ງ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ອາຊີ (OSDA); ຈີນ​ໃນ​​ເວລາ​ຜ່ານ​ມາມໍ່ໆ​ນີ້​ ໄດ້​ຍູ້​ແຮງ​ການຈັດ​ຕັ້ງ​ເວທີ​ປາ​ໄສ​ພາຍ​ໃນ​ປະ​ເທດ​ເປັນ​ລວາດ​ເຊັ່ນ ​ເວ​ທີ​ປາ​ໄສ​ເຮືອງ​ເຊີນ, ການ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ,... ​ເພື່ອ​ແກ່ງ​ແຍ້​ງກັບ​ການ​ປະຊຸມ​ສົນທະນາ ຊັງ​ກຣີ ລາ ​ແລະ ບັນດາ​ກົນ​ໄກ​ອື່ນ​ຂອງ​ອາ​ຊຽນນັ້ນ ​ໄດ້​​ໃຫ້​ເຫັນ​ວ່າ ​ທ່າ​ອຽງ​ຫຼາຍ​ປະ​ເທດ​ຢາກປ່ຽນ​ແປງ, ຈັດ​ວາງ​ຄືນ​ໃໝ່​ບັນດາ​ການຈັດ​ຕັ້ງ​ສະ​ຖາ​ບັນ​ໃນ​ພູມິ​ພາກ.

ຄວາມ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່: ຄວາມ​ຖືກຕ້ອງປອງ​ດອງ​ແຊກ​ຊ້ອນ​ກັບ​ການ​ແກ່ງ​ແຍ້​ງກັນ 

ທີ​ໜຶ່ງ, ຄວາ​ມພົວພັນ​ອາ​ເມຣິກາ - ຈີນ ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ​ພໍ​ຄວນ. ສອງ​ຝ່າຍ​ແກ່ງ​ແຍ້​ງກັນ​ຢ່າງ​ຂຸ້ນຂ້ຽວ​ທາງ​ດ້ານ​ຍຸດ​ທະ​ສາດ ​ແຕ່ກໍ່​ໄດ້​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຫຼາຍ​ສຸດ ​ແລະ ຫາ​ວິທີ​ເພື່ອ​ຫຼີກ​ລ່ຽງການ​ປະ​ທະ​ກັນ​ດ້ວຍ​ອາວຸດ. ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ອາ​ເມຣິກາ ຂອງ​ທ່ານ​ປະທານ ສີ ຈິ້ນ​ຜິ​ງ ​ແຫ່ງ ສປ.ຈີນ (​ເດືອນ​ກັນຍາ 2015), ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ ຄວາມ​ຈຳ​ເປັນ ​ແລະ ຄວາມ​ໝັ້ນ​ທ່ຽງ​ຂອງສາຍພົວພັນ​ອາ​ເມຣິກາ - ຈີນ. ປະທານາທິບໍດີ​ອາ​ເມຣິກາ ທ່ານ​ບາຣັດ ​ໂອ​ບາ​ມາ ຖະ​ແຫຼ​ງວ່າ: “ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ພວມ​ເສີມ​ຂະຫຍາຍ​ປະສິດທິ​ຜົນ”, ​ໃນ​ເວລາ​ນັ້ນ ທ່ານ​ປະທານ ສີ ຈິ້ນ​ຜິ​ງ ​ເນັ້ນ​ວ່າ ​ການ​ກໍ່ສ້າງ “ຕົວ​ແບບ​ການ​ພົວພັນ​ປະເທດ​ໃຫຍ່​ແບບ​ໃໝ່” ກັບ​ອາ​ເມຣິກາ ​ເປັນ​ບຸລິມະສິດ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ.

​ໃນ​ເວລາ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ບັນລຸ​ຂໍ້​ຕົກລົງທີ່​ສຳຄັນ​ຈຳນວນ​ໜຶ່ງ, ​ເຊັ່ນ: 1- ສັນຍາຈີນ​ຊື້​ເຮືອບິນ​ຂອງ​ບໍລິສັດ ​ໂບອິງ ດ້ວຍ​ມູນ​ຄ່າ​ທັງ​ໝົດ 38 ຕື້​ໂດ​ລາ​ສະຫະລັດ ​ແລະ ​ເອກະສານ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ກໍ່ສ້າງສູນ​ປະກອບບູລະນະ​ເຮືອ​ບີນ ​ໂບອິງ 737 ຢູ່​ຈີນ; 2- ບັນຫາ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ຈີນ​ແຈ້ງວ່າ​ຈະ​ສ້າງ​ຕັ້ງ​ກອງ​ທຶນ​ກວ່າ 3 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ຊ່ວຍ​ໜູນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພົວພັນ​ເຖິງ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ; 3- ຊອກ​ຫາ​ໄດ້​ສຸລະສຽງ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານອາ​ຊະ​ຍາ​ກຳ​​ເຄືອ​ຂ່າຍອິນ​ເຕີ​ເນັດ, ກວມ​ທັງ​ອາ​ຊະ​ຍາ​ກຳ​ລັກ​ໂລບລິກຂະ​ສິດ...

​ແຕ່​ວ່າ, ຄວາ​ມພົວພັນ​ອາ​ເມຣິກາ - ຈີນ ຍັງ​ມີ​ສິ່ງ​ກີດຂວາງ ​ແລະ ບໍ່​ເຫັນ​ພ້ອມ​ກັນ​ຫຼາຍ​ປະການ, ​ເຊັ່ນ ບັນຫາ​ສິດທິ​ມະນຸດ; ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ,... ຊຶ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ຂາດ​ຄວາມ​ເຊື່ອ​ຖື​ຍຸດ​ທະ​ສາດ. ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ຈີນ, ​ເຊັ່ນ ການ​ຄູນ​ສ້າງ​ແນວ​ປະ​ກາ​ລັງ ​ແລະ ສ້າງ​ຖານ​ທັບ​ທະຫານ​ບົນ​ເກາະ​ທີ່​ຄູນ​ສ້າງ​ຂຶ້ນຢູ່​ທະ​ເລ​ຕາ​ເວັນ​ອອກ; ການ​ທຳລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ວິທະຍາ​ທະ​ເລ; ການລະ​ເມີດ​ກົດໝາຍ​ສາກົນ... ພາ​ໃຫ້​ອາ​ເມຣິກາລະ​ແວງ​ສົງ​ໄສ​ຕໍ່​ກຳລັງ​ແຮງ​ທີ່​ພວມ​ເພີ່ມ​ຂຶ້ນ​ຂອງ​ຈີນ. ລວມຄວາມ​ວ່າ, ​ໃນ​ປີ 2015, ອາ​ເມຣິກາ ​ແລະ ຈີນ ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ເສດຖະກິດ​ແຖວ​ໜ້າ​ຂອງ​ກັນ​ແລະ​ກັນ, ​ແຕ່​ສອງ​ຝ່າຍ​ສືບ​ຕໍ່​ຖືກຄາ​ຢູ່​ໃນ​ຕົວ​ແບບ​ແຊກ​ຊ້ອນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ​ແຕ່ຄວາມ​ເຊື່ອຖືຍຸດ​ທະ​ສາດ​ພັດ​ຖື​ກຫລຸດຜ່ອນຢ່າງ​ໜັກ.

ທີ​ສອງ, ຄວາ​ມພົວພັນ​ຈີນ - ຍີ່ປຸ່ນມີ​ສັນຍານ​ແຫ່ງ​ຄວາມ​ອົບ​ອຸ່ນ​ຢ່າງ​ຈະ​ແຈ້ງ. ​ແຕ່​ຕົ້ນປີ 2015 ມາ​ຮອດ​ເດືອນ​ນີ້, ​ເຈົ້າ​ໜ້າ​ທີ່​ອາ​ວຸ​​ໂສ​ຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ພົບ​ປະກັນ​ຫຼາຍ​ຄັ້ງ, ປະກອບສ່ວນ​ນຳ​ເອົາ​ການ​ພົວພັນ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ຄວາມ​ຖືກຕ້ອງ​ປອງ​ດອງ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ ​ເດືອນ​ພຶດສະພາ 2015 ຄະນະ​ຜູ້​ແທນ​ຍີ່ປຸ່ນ ນຳ​ໂດຍທ່ານ​ ນີກາຍ ​ໂຕ​ຊີ​ຮີ​ໂຣ ​ປະທານ​ພັກປະຊາ​ທີ​ປະ​ໄຕ​ເສລີ​ນິຍົມ ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ ​ແລະ ສົ່ງ​ຈົດໝາຍ​ຂອງ​ນາຍົກລັດຖະມົນຕີຍີ່ປຸ່ນ ຊີ​ນ​ໂຢ ອາ​ເບະ ມາ​ຍັງ​ປະທານ​ປະ​ເທດ​ຈີນ ສີ ຈິ້ນ​ຜິ​ງ. ວັນ​ທີ 6 ມິຖຸນາ 2015, ຢູ່​ທີ່ ປັກ​ກີ່​ງ ສປ.ຈີນ, ສອງ​ປະ​ເທດ​ໄດ້​ຈັດຕັ້ງ “ການ​ສົນທະນາ​ລະຫວ່າງ​ລັດຖະມົນຕີ​ກະຊວງການ​ເງິນ” ຄືນ​ໃໝ່​ພາຍຫຼັງ​ສາມ​ປີ​ທີ່​ຖືກ​ຕັດ​ຕອນ. ​ເດືອນ​ກໍລະກົດ 2015, ຫົວໜ້າ​ກົມ​ຮັກສາ​ຄວາມ​ປອດ​ໄພ​ຍີ່ປຸ່ນ ຢາ​ຈີ ​ໂຊ​ຕາ​ໂຣ ​ໄປ​ຢ້ຽມຢາມ​ຈີນ ​ແລະ ດຳ​ເນີນ “ການ​ສົນທະນາ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດຄັ້ງ​ທຳ​ອິດ” ກັບ​ສະມາຊິກ​ສະພາ​ລັດຖະມົນຕີ​ຈີນ ຢາງ ​ເຄ້ຍຈີ. ວັນ​ທີ 1 ພະຈິກ 2015, ການ​ນຳ​ສາມ​ປະ​ເທດ ສ.​ເກົາຫລີ ຈີນ ​ແລະ ຍີ່ປຸ່ນ ​ໄດ້​ຖະ​ແຫຼງວ່າຄວາມ​ພົວພັນ​ຮ່ວມ​ມື​ສາມ​ຝ່າຍ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່​ຢ່າງ​ສົມບູນ ພາຍຫຼັງ​ທີ່​ສາມ​ປະ​ເທດ​ສຳ​ເລັດ​ສິ້ນ​ສຸດ​ການ​ປະຊຸມ​ຂັ້ນ​ສຸດ​ຍອດ​ຄັ້ງ​ທຳ​ອິດ ​ໃນ​ຮອບ 3 ກວ່າ​ປິ​ທີ່​ຜ່ານ​ມາ. ຈຸດ​ສູງ​ສຸດ​ແມ່ນ ທີ່​ລະບຽງການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ (COP 21) ຈັດ​ຕັ້ງ​ຢູ່​ນະຄອນ ປາຣີ (ຝຣັ່ງ, ​ເດືອນ​ທັນວາ 2015), ປະທານ​ປະ​ເທດ​ຈີນ ສີ ຈິ້ນຜິ​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ຍີ່ປຸ່ນ ຊີນ​ໂຢ ອາ​ເບະ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ພົວພັນ ຈີນ - ຍີ່ປຸ່ນ ​ແລະ ສະພາບ​ການ​ພູມິ​ພາກ.

​ແຕ່​ວ່າ, ທັດສະນະ​ຂອງ​ຈີນ​ກ່ຽວ​ກັບ​ປະຫວັດສາດ, ການ​ພິພາດ​ເຂດ​ທະ​ເລ ໝູ່​ເກາະ,... ຍັງ​ບໍ່​ມີ​ການ​ປ່ຽນ​ແປງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຖືກຕ້ອງ​ປອງ​ດອງຂອງ​ສາຍ​ພົວພັນ ຈີນ - ຍີ່ປຸ່ນ​ໃນ​ປີ 2015 ນັ້ນ ພຽງ​ແຕ່ມີ​​ລັກສະນະ​​ໄລຍະສັ້ນ ​ແລະ ທາດ​ແທ້​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ຍັງ​ບໍ່​ມີ​ການ​ປ່ຽນ​ແປງ. ສິ່ງ​ທີ່​ຄວາມ​ເອົາ​ໃຈ​ໃສ່​ຄື, ປີ 2015 ​ເງິນ​ລົງທຶນ​ຂອງ​ຍີ່ປຸ່ນ​ເຂົ້າ​ຈີນ​ສື​ນຕໍ່​ຫລຸດ​ລົງ​ຢ່າງ​ແຮງ, ມີ​ທ່າ​ອຽງ​ຫັນ​ມາ​ລົງທຶນ​ເຂົ້າ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເຊັ່ນ ຫວຽດນາມ ມຽນມາ. ນີ້​ແມ່ນ​ທ່າ​ອຽງ​ທີ່​ເປັນ​ຜົນ​ດີ ​ເຊິ່ງຫວຽດນາມ​ຕ້ອງ​ຍາດ​ແຍ່ງ​ເອົາ.

ທີ​ສາມ, ຄວາມ​ພົວພັນ​ສຳພັນ​ທະ​ມິດ ອາ​ເມຣິກາ - ຍີ່ປຸ່ນ ມີ​ການ​ຫັນປ່ຽນ​ໃໝ່​ທາງ​ດ້ານ​ຄຸນ​ນະພາ​ບ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ພູມິ​ພາກ. ການ​ຊັ່ງຊາ​ກຳລັງ​ແຮງ​ໃນພູມິ​ພາກມີ​ການ​ປ່ຽນ​ແປງ, ​ເປັນ​ຕົ້ນ​ແມ່ນ​ການ​ຟື້ນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ຈີນ, ບັງຄັບ​ໃຫ້​ອາ​ເມຣິກາ ​ແລະ ຍີ່ປຸ່ນ​ຕ້ອງ​ປັບປຸງ​ສຳພັນ​ທະ​ພາບ ຕາມ​ທິດ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມມືຫຼາຍ​ດ້ານ​ກວ່າອີກ. ​ໃນ​ການ​ຢ້ຽມຢາມ​ສະຫະລັດ​ອາ​ເມຣິກາ​ຂອງ​ນາຍົກລັດຖະມົນຕີຍີ່ປຸ່ນ ຊີ​ນ​ໂຢ ອາ​ເບະ (​ເດືອນ​ເມສາ 2015), ສ​ອງ​ປະ​ເທດ​ໄດ້​ປະກາດ​ເປັນ​ທາງ​ການ ​ແນວທາງ​ຊີ້​ນຳການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ອາ​ເມຣິກາ-ຍີ່ປຸ່ນ ​​ເຊິ່ງໄດ້​ດັດ​ແປງ​ຄັ້ງ​ທຳ​ອິດ​ນັບ​ແຕປີ 1997, ​ໃນ​ນັ້ນ ກຳລັງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ (SDF) ຈະ​ຮັບ​ພາລະ​ບົດບາດ​ໃຫຍ່​ກວ່າ ​ແລະ ການ​ຮ່ວມ​ມື​ດ້ານ​ຄວາມ​ສະຫງົບ ອາ​ເມຣິກາ-ຍີ່ປຸ່ນ ຈະ​ໄດ້​ເປີດ​ກວ້າງ ​ເພີ່ມ​ທະວີ.

ວັນ​ທີ 19 ກັນຍາ 2015, ສະພາ​ສູງ​ຍີ່ປຸ່ນ ​ໄດ້​ຮັບຮອງ​ຜ່ານ​ຮ່າງ​ກົດໝາຍ​ຄວາມ​ໝັ້ນຄົງ ​ໂດຍ​ລັດຖະບານ​ເປັນ​ຜູ້​ສະ​ເໜີ ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ, ອະນຸຍາດ​ໃຫ້​ກອງທັບ​ຍີ່ປຸ່ນ ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ຕ່າງປະ​ເທດ​ເພື່ອ​ປະຕິບັດ “ສິດ​ປ້ອງ​ກັນ​ຕົວ​ລວມໝູ່”. ຕາມ​ນັ້ນ, ກອງ​ທັບ​ຍີ່ປຸ່ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ປະຕິບັດສິດ​ປ້ອງ​ກັນ​ຕົວ​ລວມໝູ່, ສົ່ງ​ທະຫານ​ໄປ​ຮ່ວມ​ການ​ສູ້​ຮົບ​ຢູ່​ຕ່າງປະ​ເທດ ຖ້າ​ຫາກ​ຕອບສະໜອງ​​ໄດ້ເງື່ອນ​ໄຂສາມ​ປະການ ດັ່ງ​ນີ້: 1- ຍີ່ປຸ່ນ ຫຼື​ປະ​ເທດ​ພັນທະ​ມິດ​ທີ່​ໃກ້​ຂິດ ຖືກ​ໂຈມ​ຕີ, ອາດ​ຈະນາບ​ຂູ່​ຄວາມ​ດຳລົງ​ຄົງ​ຕົວ​ຂອງປະ​ເທດ​ຍີ່ປຸ່ນ ​ແລະ ​ເປັນ​ອັນຕະລາຍ​ຢ່າງ​ຈະ​ແຈ້ງ​​ເຖິງປະຊາຊົນ; 2- ​ເມື່ອ​ບໍ່​ມີ​ວິທີ​ອື່ນ​ໃດ​ເພື່ອ​ຍູ້​ຖອຍ​ການ​ໂຈມ​ຕີ; 3- ການ​ນຳ​ໃຊ້​ກຳລັງ​ອາ​ວຸດ​ຖືກ​ຈຳກັດ​ໃນ​ລະດັບ​ຄວາມ​ຕ້ອງການ​ຕ່ຳ​ສຸດ. ນາຍົກລັດຖະມົນຕີຍີ່ປຸ່ນ ຊີ​ນ​ໂຢ ອາ​ເບະ ​ໃຫ້​ຮູ້​ວ່າ, ຮ່າງ​ກົດໝາຍ​ໃໝ່​ນີ້​ຈະ​ອະນຸຍາດ​ໃຫ້​ຍີ່ປຸ່ນ​ສຳພັນທະ​ພາບ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ ກັບ​ອາ​ເມຣິກາ ​ໃນ​ກໍລະນີ​ສົງຄາມ​ລະ​ເບີດ​ຂຶ້ນ​ຢູ່​ແຫຼມ​ເກົາຫລີ, ຫຼື​ສາຍ​ທາງ​ເດີນ​ທະ​ເລ​ຖືກ​ຂວາງກັ້ນ, ນາບ​ຂູ່​ຄວາມ​ສະຫງົບ​ຂອງ​ຍີ່ປຸ່ນ. 

ບັນດາ “ຈຸດ​ຮ້ອນ” ​ໃນ​ພູມີພາກ: ຄວາມ​ຖືກຕ້ອງປອງ​ດອງ​ແຊກ​ຊ້ອນ​ກັບຄວາມ​ສັບສົນ​ໃໝ່

​ໃນ​ປີ 2015, ບັນດາ “ຈຸດ​ຮ້ອນ” ​ໃນ​ພູມີພາກ, ​ເຊັ່ນ​ສະພາບ​ການ​ຢູ່​ແຫຼມ​ເກົາຫລີ, ຄວາມ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ, ​ແຕ່​ທັງ​ໝົດ​ລ້ວນ​ແຕ່​ພະຍາຍາມ​ຮັກສາ​ໄວ້​ໃນ​ຄວາມ​ສາມາດ​ຄວບ​ຄຸມ​ໄດ້ ​ເພື່ອ​ບໍ່​ໃຫ້​ມັນ​ລະ​ເບີດ​ຂຶ້ນ ກາຍ​ເປັນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ.

ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ​ຍັງ​ປະ​ຕິ​ບັດ​ນະ​ໂຍບາຍ​ສອງ​ດ້ານ. ດ້ານ​ໜຶ່ງ, ຈີນ​ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ປຶກສາ​ກັບ ອາ​ຊຽນ ກ່ຽວ​ກັບ​ການ​ສ້າງ​ປະມວນ​ຂໍ້​ກຳນົດການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC); ດ້ານ​ອື່ນ, ​ໃນ​ພື້ນ​ທີ່​ຕ່າງໆ, ຈີນ​ສືບ​ຕໍ່​ຍູ້​ແຮງເຄື່ອນ​ໄຫວດ້ານ​ການທະຫານ, ຄູນ​ສ້າງ ​ເປີດ​ກວ້າງ​ເກາະ, ກໍ່ສ້າງ​ເດີນ​ບິນ​ຢ່າງ​ຜິດ​ກົດໝາຍ,... ຢູ່​ເທິງ​ເກາະ ​ແນວ​ປະ​ກາ​ລັງ ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ເຮັດ​ໃຫ້​ສະພາບ​ການ​ຢູ່ພື້ນ​ທີ່​ຕ່າງໆ​​ໃນທະ​ເລ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ສັບສົນ, ພາ​ໃຫ້​ຫຼາຍ​ປະ​ເທດ​ໃນ​ແລະ​ນອກ​ພູມິ​ພາກ​ຄັດຄ້ານ​ທີ່​ສຸດ.

ຄວາມ​ພິພາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ລະຫວ່າງ ຈີນ ​ແລະ ຍີ່ປຸ່ນ ກໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ. ຄຽງ​ຄູ່​ກັບ​ການສົ່ງ​ກ່ຳ​ປັນ ​ແລະ ​ເຮືອບິນ​ເຂົ້າ​ລາດຕະ​ເວນ​ຢ່າງ​ເປັນ​ປະຈຳ​ຢູ່ໝູ່​ເກາະ ດຽວ​ຢູດາວ/​ເຊັງ​ກະກຸ, ​ໃນ​ເວລາ​ຜ່ານ​ມາມໍ່ນີ້, ຈີນ​ຍັງ​ດຳ​ເນີນ​ການ​ກໍ່ສ້າງສະຖານີສັງ​ເກດ​ການຢູ່​ບາງ​ແຫ່ງ, ດຳ​ເນີນ​ການ​ສຳ​ຫຼວດ​ແລະ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ​ໂດຍ​ຝ່າຍ​ດຽວ​ຢູ່​​ໃນເຂດ​ທະ​ເລ​ເຫຼົ່າ​ນີ້... ​ເພື່ອ​ຮັບ​ມື​ກັບ​ການ​ກະທຳ​ເຫຼົ່າ​ນັ້ນ, ຍີ່ປຸ່ນ​ກໍ່​ໄດ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ, ຕິດຕາມ​ກວດກາ, ຈັດ​ວາງ​ກຳລັງ​ຄືນ​ໃໝ່, ນັບ​ທັງ​ກຳລັງ​ທະຫານ ​ແລະ ຕຳຫຼວດທະ​ເລ​ຢູ່​ທາງ​ທິດ​ໃຕ້, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ເມຣິກາ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນ...

ຄວາມ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາ​ຫລີ ​ໃນ​ປີ 2015 ​ເບິ່ງ​ລວມ​ແມ່ນ​ມີ​ສັນຕິ ​ເຖິງ​ວ່າ​ບາງຈຸດ​ເວລາມີ​ຄວາມ​ເຄັ່ງ​ຕຶງ. ວັນ​ທີ 20 ສິງຫາ 2015, ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2010, ສອງ​ພາກ​ໄດ້​ໃຊ້​ປືນ​ໃຫຍ່​ຍິງ​ໃສ່​ກັນ ພາ​ໃຫ້​ສັນຕິພາບ​ອາດ​ຈະ​ຖືກ​ທຳລາຍ. ​ແຕ່​ວ່າ, ວັນ​ທີ 25 ສິງຫາ 2015, ສ.​ເກົາຫລີ ​ແລະ ສປປ.​ເກົາຫລີ ​ໄດ້​ບັນລຸ​ຂໍ້​ຕົກລົງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ. ສ​ອງ​ຝ່າຍກໍ່​ໄດ້​ເຫັນ​ດີ​ເປີດ​ຊ່ອງ​ສົນທະນາ​ໃໝ່ ​ເພື່ອ​ປຶກສາ​ຫາລື​ຫຼາຍ​ບັນຫາ ​ແນ​ໃສ່​ປົວ​ແປງ​ຄວາມ​ພົວພັນ​ໃຫ້​ດີ​ຂຶ້ນ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ໃນ​ຄວາມ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫລີ, ສ້າງ​ສະຖານະ​ການ​ໃໝ່​ເພື່ອ​ໃຫ້​ສອງ​ພາກ​ເກົາຫລີ​ພ້ອມ​ກັນ​ປຶກສາ​ສົນທະນາ​ຫຼາຍ​ບັນຫາ​ໃຫຍ່ ສຳຄັນ​ໃນ​ອະນາຄົດ. ​ແຕ່​ວ່າ, ຄວາມ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫລີຍັງ​ຢູ່​ໃນ​ຂອບ “ບາງ​ຄັ້ງ​ເຄັ່ງ, ບາງ​ຄັ້ງ​ຍານ”, ຄວາມ​ຂັດ​ແຍ້​ງຕົ້ນຕໍ​ໃນ​ການ​ພົວພັນລະຫວ່າງ​ສອງ​ພາກ ຄື​ໂຄງການ​ນິວ​ເກຼຍຢູ່​ແຫຼມ​ເກົາຫລີ... ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ແທ້​ຈິງ​ເທື່ອ. ​ໃນ​ສະຖານະ​ການ​ນັ້ນ, ຄວາມ​ພົວພັນ ຈີນ - ສ.​ເກົາຫລີ ນັບ​ມື້​ນັບ​ຍັບ​ເຂົ້າ​ໃກ້​ກັນ, ຂະນະ​ນັ້ນ ຄວາມ​ພົວພັນ ຈີນ - ​ເກົາຫລີ​ເໜືອ ມີ​ປະກົດ​ການ​ແຍກ​ອອກ​ຫ່າງ​ໄກ​ກັນ. ນີ້​ແມ່ນ​ຈຸດ​ໃໝ່​ທີ່​ຄວນ​ເອົາ​ໃຈ​ໃສ່​ໃນ​ເວລາ​ຕໍ່ໜ້າ.

ນອກຈາກ​ນັ້ນ, ຕ້ອງ​ນັບ​ທັງ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​​ໃຕ້​ຫວັນ - ລະຫວ່າງ​ປະທານ​ ສປ.ຈີນ ສີ ຈິ້ນ​ຜິ​ງ ​ແລະ ການ​ນຳ​​ໃຕ້​ຫວັນ ໝ່າ ອິງ​ຈິ່ວ ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 70 ປີ. ການ​ພົບ​ປະ​ນີ້​ໄດ້ດຳ​ເນີນ​ໄປ​ໃນ​ສະພາບ​ການ​ພົວພັນ​ລະຫວ່າງສອງ​ຝັ່ງນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ, ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​​ເສດຖະກິດ​ການ​ຄ້າ, ການ​ພົວພັນ​ປະຊາຊົນ ​ແລະ ​ໃຕ້​ຫວັນ​ພວມ​ກະກຽມ​ເລືອກ​ຕັ້ງ​ປະທານາທິບໍດີ. ຫາງ​ສຽງ​ຫວັງ​ວ່າການ​ພົບ​ປະ​ນີ້​ຈະ​ເປີດ​ໄລຍະ​ໃໝ່​ແຫ່ງ​ຄວາມ​ຖືກຕ້ອງ​ປອງ​ດອງ​ຍາວ​ນານ​ລະຫວ່າງສອງ​ຝັ່ງ​ຊ່ອງ​ແຄບ​ໃຕ້​ຫວັນ, ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ໃນ​ພູມິ​ພາກ.

ບັນດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ

ບັນດາ​ບັນຫາ “ຮ້ອນ”, ​ເຊັ່ນ​ວິ​ກິດ​ການ​ຄົນ​ອົບ​ພະຍົບຜິດ​ກົດໝາຍ, ບັນຫາ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ໂຈນ​ສະ​ລັດ ​ແລະ ການ​ລັກ​ປຸ້ນດ້ວຍອາວຸດ;... ຢູ່​ພູມິ​ພາກອາຊີ - ປາຊີ​ຟິກສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ສັບສົນ, ວາງ​ສິ່ງ​ທ້າ​ທາຍ​ໃໝ່​ອອກ​ມາ​ໃຫ້​ບັນດາ​ປະ​ເທດ​ໃນ​ພູມິ​ພາກ. ຕາມ​ລາຍ​ງານ​ຂອງ​ກົມ​ການ​ເດີນ​​ເຮືອທະ​ເລ​ສາກົນ (IMB) ຕັ້ງ​ຢູ່​ມາ​ເລ​ເຊຍ ທີ່​ຕິດຕາມ​ສະ​ເພາະ​ການ​ປຸ້ນ​ທະ​ເລ, ຄິດ​ສະ​ເພາະ​ໄຕ​ມາດ​ທີ I ປີ 2015, ​ໃນ​ໂລກ​ມີການ​ປຸ້ນ​ທະ​ເລ 54 ກໍລະ​ນີ ​ເຊິ່ງ​ໃນ​ນັ້ນ ກວ່າ​ເຄິ່ງໜຶ່ງ​​​ແມ່ນ​ເກີດ​ຂຶ້ນ​ທີ່​ທະ​ເລຕາ​ເວັນ​ອອກສຽງ​ໃຕ້. ສິ່ງ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ຕ້ອງ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຮັກສາ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​ກົດໝາຍ ​ແລະ ປະຕິບັດ​ກົດໝາຍຢູ່​ທະ​ເລ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ເຮືອ ກ່ຳ​ປັນ, ກໍ່​ຄື​ລະບົບ​ສື່​ຂ່າວ ​ແລະ ​ເຄື່ອງຄອມ​ພິວ​ເຕີ​ຂອງ​ບັນດາ​ປະ​ເທດ. ​ໃນ​ເວລາ​ຕໍ່ໜ້າ, ປະຊາ​ຄົມ​ບັນດາ​ປະ​ເທດ​ໃນ​ພູມິ​ພາກ​ຄວນ​ມີ​ມາດ​ຕະການ​ທີ່​ສັກສິດ​ກວ່າ​ອີກ​, ຕົວຢ່າງ​ເຊັ່ນ ລາດຕະ​ເວນ​ລວມ, ເພື່ອ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​​ໃນ​ທະ​ເລ.

​ໃນ​ປີ 2015, ພູມິ​ພາກ​ນີ້​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ​ເຊັ່ນ ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ​ນັບ​ມື້​ນັບ​ເຄັ່ງຮ້ອນ; ​ໄພ​ຄວັນ ຂີ້ຝຸ່ນ, ມົນ​ພິດ​ສິ່ງ​ແວດ​ລ້ອມ, ​ໂລກລະບາດ​ຕ່າງໆ ​ເຊັ່ນ​ໂລກ​ອັກ​ເສບ​ປອດ​ສຽບ​ພະລັນ (MERS)... ຄວາມ​ກຽມພ້ອມ ​ແລະ ​ເປັນ​ເຈົ້າ​ການ​ປະ​ເຊີນ​ໜ້າ​ກັບ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ​ຂອງ​ສະພາບ​ການ​ດັ່ງກ່າວ​ເທິງ​ນີ້ ​ແມ່ນ​ຈຳ​ເປັນ​ທີ່​ສຸດ.

ສຸດ​ທ້າຍ, ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງ​​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ ໄພ​ທຳ​ມະ​ຊາດອັນ​ຮ້າຍແຮງ ທີ່​ທຳລາຍ​ຊີວິດ​ຂອງ​ປະຊາຊົນ​ນັບ​ເປັນ​ຫຼາຍ​ພັນ​ຄົນ. ລາຍ​ງານ​ໃໝ່​ສຸດ​ຂອງ ຄະນະ​ກຳມະການ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ອາຊີ - ປາຊີ​ຟິກ ຂອງ​ສະຫະ​ປະຊາ​ຊາດ (ESCAP) ອອກ​ວັນ​ທີ່ 27 ຕຸລາ 2015 ​ໃຫ້​ຮູ້​ວ່າ, ທະວີບອາຊີ - ປາຊີ​ຟິກ ​ເປັ​ນພູມິ​ພາກ​ທີ່ຖືກ​ຜົນ​ກະທົບ​ຈາກ​ໄພທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ຕາມ​ລາຍ​ງານ​ຂອງ ESCAP, ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ພູມິ​ພາກອາຊີ - ປາຊີ​ຟິກ ຖືກ​ໄພພິບັດ 1.625 ຄັ້ງ, ກວມ​ເອົາ 40% ຂອງ​ໄພພິບັດ​ທີ່​ເກີດ​ຂຶ້ນ​ໃນ​ໂລກ, ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ເກືອບ 5 ​ແສນ​ຄົນ. ປີ 2015 ທີ່​ຜ່ານ​ມາ ສະພາບ​ໄພພິບັດ​ກໍ່​ເກີດ​ຂຶ້ນ​ຄື​ແນວ​ນັ້ນ. ຍ້ອນ​ແນວ​ນັ້ນ, ບັນດາ​ປະ​ເທດ​ຕ້ອງ​ສືບ​ຕໍ່​ແບ່ງປັນ​ຕົວ​ແບບ​ຮ່ວມ​ມືທີ່ບັນລຸ​ຜົນ​ສຳ​ເລັດ ຂອງພູມິ​ພາກ ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ໄພພິບັດ, ​ແບ່ງປັນ​ເຕັກ​ໂນ​ໂລ​ຊີ - ຂ່າວສານ ​ແລະ ທັກ​ສະ​ປ້ອງ​ກັນ​ໄພ​ທຳ​ໃຊາດ,... ​ເພື່ອ​ຮັບປະກັນ​ລັກສະນະ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ ​ແລະ ຊີວິດ​ສັນຕິ​ສຸກ​ຂອງ​ປະຊາຊົນ.

ລວມຄວາມ​ວ່າ, ​ໃນ​ປີ 2015 ທະວີບອາຊີ - ປາຊີ​ຟິກສືບ​ຕໍ່​ເປັນພູມິ​ພາກ​ທີ່​ມີ​ສັນຕິພາບ, ສະຖຽນ​ລະ​ພາບພໍ​ຄວນ ​ແລະ ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ​ແຕ່​ກໍ່​ຊ້ອນ​ແຟງ​​ເຫດ​ບັງ​ເອີນ​ບໍ່​ໜ້ອຍ ທີ່​ຄະ​ເນ​ຍາກ. ​ໂດຍ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມພູມິ​ພາກ, ຫວຽດນາມ​ຄວນ​ຕິດຕາມ​ສະຖານະ​ການ​​ຢ່າງ​ໃກ້ຊິດ ​ແລະ ຕ້ອງ​ມີ​ສະຕິ​ສ່ອງ​ໃສ​ທຸ່ນ​ທ່ຽງ​ທີ່​ສຸດຕໍ່​ການ​ຜັນ​ປ່ຽນ​ຂອງ​ສະຖານະ​ການພູມິ​ພາກ, ຈາກ​ນັ້ນ ວາງ​ກຳ​ນົກ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ສອດຄ່ອງ​ເໝາະ​ສົມ ​ເພື່ອ​ສວຍ​ໃຊ້​ໂອກາດ​ດີ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ການສ້າງ​ແລະປົກ​ປັກ​ຮັກສາ​ປະ​ເທດຊາ​ດ ​ໃນ​ສະພາບ​ການ​ໃໝ່; ພ້ອມ​ກັນ​ນັ້ນ​ກໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດ​ທະນາ​ຖາວອນ​ລວມຂອງ​ພູມິ​ພາກ.

​ໂດຍ: ດຣ. ​ເຈິ່ນຫວຽດຖາ​ຍ

ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ

----------------

ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ່ 880 (​ເດືອນ​ກຸ​ມພາ 2016)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ