ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ ພົບປະກັບ ທ່ານປະທານາທິບໍດີສິງກະໂປ ໂທນີ ຕັນ ເຄັງຢຳ ແລະ ພັນລະຍາ. (ພາບ: TTXVN)
ວກ.ອອນໄລ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ໂທນີ ຕັນ ເຄັງຢຳ ປະທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ໄດ້ດຳເນີນການຢ້ຽມຢາມຂັ້ນລັດທີ່ປະເທດ ສາທາລະນະລັດ ສິງກະໂປ ແຕ່ວັນທີ 28 ຫາ 30 ກໍລະກົດ 2016.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ໂທນີ ຕັນ ເຄັງຢຳ ແລະ ພົບປະຫາລືກັບທ່ານນາຍົກລັດຖະມົນຕີ ລີ ຊຽນລຸງ. ສອງຝ່າຍຢັ້ງຢືນຄວາມພົວພັນທະວິພາຄີອັນດີງາມທີ່ພວມຂະຫຍາຍຕົວຢ່າງໄວວາ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2013. ການແລກປ່ຽນຢ່າງເປັນປະຈຳລະຫວ່າງບັນດາຜູ້ນຳ ເຈົ້ໜ້າທີ່ ແລະ ປະຊາຊົນຂອງສອງປະເທດ ໄດ້ສືບຕໍ່ປັບປຸງພື້ນຖານອັນໜັກແໜ້ນຂອງຄວາມພົວພັນທະວິພາຄີຫວຽດນາມ - ສິງກະໂປ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງການຕີລາຄາສູງຂອງຫວຽດນາມຕໍ່ສິງກະໂປ ກ່ຽວກັບບັນດາໂຄງການຝຶກອົບຮົມ ແລະ ຊຸດຮຽນຍົກສູງຄວາມສາມາດ ຕາມໂຄງການຮ່ວມມືສິງກະໂປ ຊຶ່ງໄດ້ນຳເອົາຜົນປະໂຫຍດມາໃຫ້ຂ້າລັດຖະການຫວຽດນາມກວ່າ 16.700 ຄົນ, ໃນນັ້ນມີ ບັນດາຊຸດຮຽນຢູ່ສິງກະໂປ ຂອງພະນັກງານຂອງພັກກອມມູນິດຫວຽດນາມ ຕາມຂໍ້ຕົກລົງກ່ຽວກັບໂຄງການຝຶກອົບຮົມຊັ້ນສູງ ແລະ ໂຄງການຮ່ຳຮຽນຄົ້ນຄວ້າ ໃຫ້ສະມາຊິກພັກອາວຸໂສ ຂອງພັກກອມມູນິດຫວຽດນາມ (2013-2015). ສອງຝ່າຍເຫັນດີເປັນເອກະພາບສົ່ງເສີມໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວສຳລັບໄລຍະ 2016 - 2018.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ໂທນີ ຕັນ ເຄັງຢັນ ລ້ວນແຕ່ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານການຄ້າ ການລົງທຶນ ແລະ ເສດຖະກິດທີ່ແຂງແຮງ ລະຫວ່າງສອງປະເທດ. ການຄ້າທະວິພາຄີໄດ້ເຕີບໂຕຢ່າງໄວວາໃນທົດສະວັດທີ່ຜ່ານມາ, ບັນລຸມີຄ່າ 21,6 ຕື້ໂດລາສະຫະລັດໃນປີ 2015, ດ້ວຍລະດັບຄວາມເຕີບໂຕ 10,6% ໃນປີ 2015. ສິງກະໂປເປັນຄູ່ຮ່ວມມືການຄ້າໃຫຍ່ທີ 6 ຂອງຫວຽດນາມ ໃນຂະນະນັ້ນ ຫວຽດນາມເປັນຄູ່ຮ່ວມມືການຄ້າໃຫຍ່ທີ 11 ຂອງສິງກະໂປ. ສິງກະໂປເປັນນັກລົງທຶນໃຫຍ່ທີ 3 ຢູ່ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນປະມານ 38 ຕຶ້ໂດລາສະຫະລັດ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບຮູ້ວ່າ ການລົງທຶນຂອງສິງກະໂປໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມເຕີບໂຕເສດຖະກິດຂອງຫວຽດນາມ, ໃນນັ້ນ ກວມມີບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ແລະ ບັນດາເຂດອຸດສາຫະກຳປະດິດສ້າງເຕັກໂນໂລຊີສູງ ທີ່ສຳເລັດຜົນທີ່ສຸດ ຢູ່ທົ່ວຫວຽດນາມ, ດຶງດູດເງິນລົງທຶນປະມານ 9 ຕື້ໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳໃຫ້ຫຼາຍກວ່າ 170.000 ຄົນ. ສອງຝ່າຍຊົມເຊີຍການເພີ່ມທະວີການພົວພັນທະວິພາຄີ, ໃນນັ້ນ ຫວຽດນາມສືບຕໍ່ສ້າງສິ່ງແວດລ້ອມແຫ່ງການລົງທຶນທີ່ສະດວກດີ ໃຫ້ບັນດາວິສາຫະກິດຕ່າງປະເທດ.
ໃນການພົບປະຫາລື, ທ່ານນາຍົກລັດຖະມົນຕີ ລີ ຊຽນລຸງ ໃຫ້ທັດສະນະວ່າ ຄວາມສຳຄັນຂອງໂຄງສ້າງພື້ນຖານນິຕິກຳທີ່ສົມບູນ ເປັນຮາກຖານໃຫ້ແກ່ການກໍ່ສ້າງບັນດາການບໍລິການການເງິນໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ຫວຽດນາມ ອອກໃບອະນຸຍາດໂດຍໄວ ໃຫ້ແກ່ສາຂາທະນາຄານ UOB ໂດຍຕ່າງປະເທດເປັນເຈົ້າຂອງ ເພື່ອສ້າງເງື່ອນໄຂທີ່ສະດວກດີໃນການສະໜອງບັນດາການບໍລິການການເງິນ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ສິງກະໂປ ຢູ່ຫວຽດນາມ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບຮູ້ຂໍ້ສະເໜີເທິງນີ້ ແລະຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໃຫ້ສົມທົບຢ່າງແໜ້ນແຟ້ນກັບທະນາຄານ UOB ເພື່ອກະກຽມຂັ້ນຕອນທາງເຕັກນິກໃຫ້ແກ່ການອອກໃບອະນຸຍາດ. ສອງຝ່າຍຮັບຮູ້ວ່າ ການເພີ່ມທະວີການເຊື່ອມຕໍ່ພາກພື້ນຈະຊຸກຍູ້ພັດທະນາເສດຖະກິດຫວຽດນາມ ໂດຍຜ່ານການຕິດຕໍ່ແລກປ່ຽນນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ ກໍຄືຂອງສິນຄ້າແລະການບໍລິການ, ສອງຝ່າຍຊົມເຊີຍການເພີ່ມທະວີການເຊື່ອມຕໍ່ ໂດຍຜ່ານຂໍ້ຕົກລົງການບໍລິການທາງອາກາດເປີດກວ້າງ.
ສອງຝ່າຍກໍຮັບຮູ້ການຂະຫຍາຍຕົວຢ່າງແຂງແຮງ ຂອງຄວາມພົວພັນຮ່ວມມືຮັກສາຄວາມໝັ້ນຄົງ ແລະ ການປ້ອງກັນຊາດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລວມ ລະຫວ່າງສອງປະເທດ. ບົນພື້ນຖານຂໍ້ຕົກລົງຮ່ວມມືດ້ານການປ້ອງກັນຊາດປີ 2009 (DCA), ສອງຝ່າຍເຫັນດີເປັນເອກະພາບ: (1) ຮັກສາການຢ້ຽມຢາມທະວິພາຄີ ແລະ ບັນດາກົນໄກສົນທະນາ ລະຫວ່າງສອງອົງການປ້ອງກັນຊາດ, ໃນນັ້ນ ປະກອບດ້ວຍການສົນທະນານະໂຍບາຍລະຫວ່າງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ເລຂາທິການຜູ້ປະຈຳການປ້ອງກັນປະເທດຂອງສິງກະໂປ; (2) ເພີ່ມທະວີການຮ່ວມມືຄົ້ນຄວ້າຍຸດທະສາດ ລະຫວ່າງບັນດາອົງການຄົ້ນຄວ້າ; (3) ຍູ້ແຮງການແລກປ່ຽນລະຫວ່າງກອງທັບຂອງສອງປະເທດເຊັ່ນ ແລກປ່ຽນຜູ້ຊ່ຽວຊານ, ກໍຄືການຮ່ວມມືພະຫຸພາຄີໃນຂອບການປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ແລະ ADMM+; ແລະ (4) ສືບຕໍ່ຮ່ວມມືດ້ານການສືບຂ່າວລັບ ແລະ ຄວາມໝັ້ນຄົງທີ່ມີຢູ່ ເພື່ອຕໍ່ຕ້ານການກໍ່ການຮ້າຍ, ລັດທິຫົວຮູນແຮງ ແລະ ອາຊະຍາກຳຂ້າມຊາດ.
ສິງກະໂປພ້ອມແລ້ວທີ່ຈະຊ່ວຍເຫຼືອຫວຽດນາມ ໃນການປະຕິບັດບົດບາດເປັນປະທານເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2017 ຢ່າງສຳເລັດຜົນ ໂດຍຜ່ານບັນດາຂໍ້ຄິດລິເລີ່ມລວມ ເພື່ອຜົນປະໂຫຍດຂອງສອງປະເທດ. ສິງກະໂປໃຫ້ການຊ່ວຍໜູນດ້ານເຕັກນິກ ແລະ ຊ່ວຍເຫຼືອຍົກສູງຄວາມສາມາດໃຫ້ພະນັກງານຫວຽດນາມ ໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ສອງຝ່າຍຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ເສລີພາບໃນການເດີນເຮືອ ແລະ ເດີນອາກາດ ຢູ່ທະເລຕາເວັນອອກ.
ຜູ້ນຳທັງສອງເນັ້ນເຖິງຄວາມສຳຄັນ ຂອງການແກ້ໄຂຂໍ້ພິພາດດ້ວຍສັນຕິວິທີ, ໃນນັ້ນກວມທັງການເຄົນລົບນັບຖືຂະບວນການທາງກົດໝາຍແລະການທູດຢ່າງເຂັ້ມງວດ, ບໍ່ນາບຂູ່ຫຼືໃຊ້ກຳລັງອາວຸດຕໍ່ກັນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS). ສອງຝ່າຍຢັ້ງຢືນຄວາມສະໜັບສະໜູນແກ່ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ບັນລຸໄດ້ປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
ໃນການຢ້ຽມຢາມສິງກະໂປ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ທີວ ຊີຮຽນ ແລະຕ້ອນຮັບການເຂົ້າຢ້ຽມຂອງທ່ານລັດຖະມົນຕີອາວຸໂສກິຕິມະສັກ ໂກະ ຈົກຕົງ; ເຂົ້າຮ່ວມ ແລະ ປາຖະກະຖາທີ່ເວທີປາໄສວິສາຫະກິດສິງກະໂປ - ຫວຽດນາມ; ກ່າວປາໄສທີ່ສະຖາບັນ ຢູຊົບ ອີສັກ - ຄົ້ນຄວ້າກ່ຽວກັບອາຊີຕາເວັນອອກສຽງໃຕ້ (ISEAS); ພົບປະກັບບັນດາບໍລິສັດທີ່ມີການລົງທຶນຫຼາຍຢູ່ຫວຽດນາມ; ແລະເປັນສັກຂີພະຍານໃນພິທີການລົງນາມ: (1) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການທີ່ບໍລິສັດລົງທຶນແຫ່ງລັດຖະບານສິງກະໂປ (GIC) ຊື້ຫຸ້ນສ່ວນ 7,73% ຂອງທະນາຄານ ວຽດກອມແບງ ຂອງຫວຽດນາມ ມີມູນຄ່າປະມານ 385 ລ້ານໂດລາສະຫະລັດ; (2) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງຫ້ອງການການຄ້າແລະອຸດສາຫະກຳຫວຽດນາມ ແລະ ສະຫະພັນວິສາຫະກິດສິງກະໂປ./.
ສັງລວມຈາກສຳນັກຂ່າວຫວຽດນາມ ໂດຍ ບນ