ວັນເສົາ, 21/9/2019
ຫວຽດນາມສືບຕໍ່ປະຕິບັດຢ່າງມີປະສິດທະຜົນ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບສາທາລະນະສຸກ(*)
26/11/2013 14:25' ສົ່ງ ພິມ
ທ່ານນາງ ຫງວຽນທີ້ກິມຕ໋ຽນ, ລັດຖະມົນຕີວ່າການກະຊວງສາມາລະນະສຸກ. ພາບ: TXVN/dangcongsan.vn

ດ້ວຍ​ການ​ຜັນ​ຂະຫຍາຍ ໂຄງການ​ເປົ້າ​ໝາຍແຫ່ງຊາດກ່ຽວກັບສາທາລະນະ​ສຸກ ຢ່າງ​ມີ​ປະສິດທິ​ຜົນ ຫວຽດນາມ​ໄດ້​ປ້ອງ​ກັນ ຕ້ານ ​ແລະ ຍູ້​ຖອຍ​ຢ່າງ​ທັນ​ການ ​ພະຍຸ​ພະຍາດ​ຈຳນວນ​ໜຶ່ງ​ທີ່​ເປັນ​ອັນຕະລາຍຕໍ່​ກັບ​ວົງ​ຄະນາ​ຍາດ, ປົກ​ປັກ​ຮັກສາ​ສຸຂະພາບ, ຍົກ​ສູງ​ຄຸນ​ນະພາ​ບຮ່າງກາຍ​ຂອງ​ປະຊາຊົນ. ​ແຕ່​ວ່າ, ຄຽງ​ຂ້າງກັບ​ບັນດາ​ຜົນສຳເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ, ບັນດາໂຄງການ​ເປົ້າ​ໝາຍແຫ່ງຊາດ​ໃນ​ຂົງ​ເຂດສາທາລະນະ​ສຸກ ກໍ່ຍັງ​ມີ​ຈຸດ​ອ່ອນ ຂໍ້​ຂາດ​ຕົກ​ບົກພ່ອງຫຼາຍຢ່າງ, ດັ່ງ​ນັ້ນ ຈຶ່ງ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ ​ແລະ ຕ້ອງມີວິທີ​ແກ້​ຮີບ​ດ່ວນ​ທີ່​ມີ​ລັກສະນະ​ບຸກທະລຸ ​ແລະ ມີ​ປະ​ສິດທິ​ຜົນ.

ກ່ຽວ​ກັບໂຄງການ​ເປົ້າ​ໝາຍແຫ່ງຊາດ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຮັບ​ມອບ​ໝາຍ​ຈາກ​ລັດຖະບານ​ໃຫ້​ຄຸ້ມ​ຄອງ 4/16 ​ໂຄງການ​ເປົ້າ​ໝາຍແຫ່ງຊາດ ​ເຊິ່ງປະກອບ​ດ້ວຍ 16 ​​ໂຄງການ ​ແລະ 1 ​ໂຄງການ​ພາກສ່ວນ ​ໄລຍະ​ປີ 2012 - 2015 ​ເຊັ່ນ: ກ່ຽວ​ກັບ​ສາທາລະນະ​ສຸກ (5 ​ໂຄງການ); ກ່ຽວ​ກັບພົນລະ​ເມືອງ-ແຜນ​ການ​ຄອບຄົວ (3 ​ໂຄງການ ​ແລະ 1 ​ໂຄງການ​ພາກສ່ວນ); ກ່ຽວ​ກັບ​ການ​ຮັກສາອະນາ​ໄມຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ (6 ​ໂຄງການ); ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ HIV/AIDS (4 ​ໂຄງການ).

ບາງ​ຜົນສຳ​ເລັດ​ຕົ້ນຕໍ​ທີ່​ບັນລຸ​ໄດ້ ​ໃນ​ການ​ປະຕິບັດ​ບັນດາໂຄງການ​ເປົ້າ​ໝາຍແຫ່ງຊາດ

​ໃນ​ການປະຕິບັດ​​ເປົ້າ​ໝາຍ​ສະຫັດ​ສະ​ວັດ, ຂະແໜງ​ສາທາລະນະ​ສຸກ​ສາ​ມາດບັນລຸ​ໄດ້ ​ແລະ ບັນລຸລື່ນລະດັບ​ຄາດໝາຍ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ຢ່າງ​ປະ​ທັບ​ໃຈ ​ເຊິ່ງຂະແໜງ​ສາທາລະນະ​ສຸກຂອງ​ທຸກໆ​ປະ​ເທດ​ໃນ​ໂລກ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ຕົວຢ່າງ​ເຊັ່ນ, ຫວຽດນາມ​ໄດ້​ຫລຸດຜ່ອນ​ເຄິ່ງໜຶ່ງ​ອັດຕາ​ການຂາດ​ທາດ​ຫຼໍ່ລ້ຽງຂອງ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ (ປະ​ເພດ​ນ້ຳໜັກ​ເບົາ) ​ໄປ​ເຖິງ​ຈຸດໝາຍ​ກ່ອນ​ກຳນົດ​ເວລາ​ແຕ່ 3 - 4 ປີ. ອັດຕາ​ສ່ວນ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 1 ປີ ​ໄດ້​ສັກ​ຢາ​ປ້ອງ​ກັນ​ໝາກ​ແດງ​ເພີ່ມ​ຂຶ້ນ ຈາກ 55% (​ປີ 1990) ຂຶ້ນ​ເປັນ 97,1% (ປີ 2005); ພ້ອມ​ກັນ​ນັ້ນ​ ກໍ່​ຮັກສາລັກ​ສະ​ນະ​ເປັນ​ປົກກະຕິໄດ້​ຢ່າງ​ລຽນຕິດ ຍືນ​ຍົງ​ໃນ​ລະດັບ​ສູງກວ່າ 90% ​ໃນ​ຫຼາຍ​ປີ. ອັດຕາ​ສ່ວນ​ກໍລະນີ​ຄອດ​ລູກ​ທີ່​ໄດ້​ຮັບ​ການ​ຊ່ວຍ​ໜູນ​ຈາກ​ສາທາລະນະ​ສຸກກໍ່​ເພີ່ມ​ຂຶ້ນ ຈາກ 55% (ປີ 2005) ຂຶ້ນ​ເປັນ 97,85% (ປີ 2007) ​ແລະ ຮັກສາອັດຕາ​ສ່ວນເປັນ​ປົກກະຕິໄດ້​ຢ່າງ​ລຽນຕິດ ​ໃນ​ລະດັບ 96% ​ແຕ່​ປີ 2007 ​ມາເຖິງ​ປັດຈຸບັນ.

ສິ່ງ​ທີ່​ຄວນ​ເອົາ​​ໃຈ​ໃສ່​ຄື ຈຳນວນ​ແມ່ຍິງ​ຖືພາທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ນັ້ນ ນັບມື້ນັບເພີ່ມຂຶ້ນ ແລະ ໄດ້ຮັບການບໍລິການເບິ່ງແຍງດູແລສຸຂະພາບ ນັບມື້ນັບດີກວ່າເກົ່າ. ຈຳນວນນີ້ ໃນໄລຍະ 5 ປີມໍ່ໆນີ້ ໄດ້ເພີ່ມຂຶ້ນພໍຄວນ ຈາກລະດັບ 84,6% (ປີ 2006) ຂຶ້ນເປັນ 95% (ປີ 2010). ຈຳນວນເດັກນ້ອຍອາຍຸຕ່ຳ​ກວ່າ 5 ປີ ຖືກຕາຍ ກໍ່ຫລຸດລົງ ຈາກ 51,2‰ (ປີ 1990) ລົງ​ເປັນ 23‰ (ປີ 2011). ອັດຕາການຕາຍຂອງ​ເດັກນ້ອຍ​ອາຍຸຕ່ຳ​ກວ່າ 1 ປີ (1/1000) ຄິດໃສ່ຈຳນວນເດັກເກີດມີຊີວິດ ກໍ່ຫລຸດລົງຈາກ 23‰ (ປີ 1990) ລົງເປັນ 12‰ ໃນປີ 2010.

ຫວຽດນາມສືບຕໍ່ຮັກສາຜົນສຳເລັດ ໃນການຊຳລະພະຍາດເປ້ຍລ່ອຍ, ກຳຈັດ​ບາດ​ທະ​ຍັກ​ເດັກ​ຫາ​ກໍ່​ເກີດ. ຂະ​ແໜງ​ສາທາລະນະ​ສຸກ​ ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ການ​ສີດວັກ​ຊີ​ນ​ບໍ່​ເສຍ​ຄ່າກ່ຽວ​ກັບ 11 ປະ​ເພດ​ວັກ​ຊີ​ນ ​ເພື່ອ​ກັນ​ພະຍາດ​ຕິດ​ແປດ​ຕ່າງໆ ທີ່​ເປັນ​ອັນຕະລາຍ (ວັນນະ​ໂລກ, ​ໂລກ​ຄໍ​ຕີບ, ​ໄອ​ໄກ່, ​​ບາດ​ທະ​ຍັກ, ​ອັກເສບຕັບ B, ​ເປັນ​ເປ້ຍ, ໝາກ​ແດງ, ອັກ​​ເສບ​ປອດ, ອັກ​ເສບ​ເຍື່ອຫຸ້ມສະໝອງ​ເປັນໜອງຍ້ອນ Hib, ອັກ​ເສບ​ສະໝອງຍີ່ປຸ່ນ, ​ໂລກ​ອະ​ຫິວາ, ​ໄຂ້ທໍລະພິດ) ​ໃຫ້​ແກ່​ເດັກນ້ອຍ ​ແລະ ​ແມ່ຍິງ; ​ໄດ້​ສູ້​ຊົນ​ບັນລຸ​ໝາກຜົນ ​ແລະ ຮັກສາໝາກຜົນ​ໃນ​ການ​ຊຳລະ ກຳຈັດ ຫລຸດຜ່ອນ​ກໍລະນີ​ຕິດພະຍາດ ​ແລະ ການ​ຕາຍຍ້ອນ​ພະຍາດ​ຕ່າງໆ ​ໃນ​ການ​ສີດ​ວັກ​ຊີ​ນເປີດ​ກວ້າງ ​ແລະ ນຳ​ໃຊ້​ຢ່າງ​ບໍ່​ຢຸດ​ຢັ້ງ​ຄວາມ​ກ້າວໜ້າ​ຕ່າງໆ ຂອງ​ສາທາລະນະ​ສຸກ​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງຄຸນ​ນະພາ​ບ​ໃນການ​ບໍລິການ​ດ້ານ​ການ​ສີດ​ວັກ​ຊີ​ນ; ຕິດຕາມ​ກວດກາ ​ແລະ ກວດກາ​ໂດຍ​ພື້ນຖານ ຕໍ່​ກັບ​ພະຍາດ​ຕິດ​ແປດ​ທີ່​ສາມາດ​ກີດ​ກັ້ນ​ໄດ້​ດ້ວຍ​ວັກ​ຊີ​ນ. ອັດຕາ​ສີດ​ວັກ​ຊີ​ນປະ​ເພດ​ຕ່າງໆ​ຢ່າງ​ຄົບ​ຖ້ວນ​ ໃຫ້​ເດັກນ້ອຍ​ອາຍຸ​ຕ່ຳກວ່າ 1 ປີ ບັນລຸ​ໄດ້​ກວ່າ 90% ຢູ່​ໃນລະດັບ​ແຂວງ.

ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັບ ​ແລະ ຕ້ານ​​ໄຂ້ຍຸງ, ທຽບ​ກັບ​ປີ 2000 (ປີ​ສ້າງ​ບັນດາ​ເປົ້າ​ໝາຍສະຫັດ​ສະ​ວັດ), ​ເຖິງ​ປີ 2011 ຈຳນວນ​ຄົນ​ຕິດພະຍາດ​ໄຂ້ຍຸງ​ໄດ້​ຫລຸດຜ່ອນ​ກວ່າ 84% ​ແລະ ກໍລະນີ​ຖືກ​ຕາຍ​ກໍ່​ໄດ້​ຫລຸດຜ່ອນ​ກວ່າ 90%. ຄິດ​ໄລ່​ເຖິງ​ປີ 2011, ອັດຕາ​ສ່ວນ​ຜູ້​ຖືກ​ໄຂ້ຍຸງ​ໄດ້​ຫລຸດ​ລົງ​ເຫຼືອ​ພຽງ 0,52 ຄົນຕໍ່ປະຊາກອນ 1.000 ຄົນ ​ແລະ ຈຳນວນ​ຄົນ​ຖືກ​ຕາຍ​ຍ້ອນ​ພະຍາດ​ນີ້​ເຫຼືອ​ພຽງ 0,016 ຄົນ ຕໍ່ປະຊສກອນ 100.000 ຄົນ. ທຽບ​ກັບ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ​ແລ້ວ ປີ 2011 ຫວຽດນາມ​ໄດ້​ບັນລຸລະດັບ​ຫລຸດຜ່ອນຈຳນວນ​ຄົນ​ເຈັບ ​ແລະ ຈຳນວນ​ຄົນ​ຕາຍ​ໃນ​ແຕ່ລະ​ປີ ​ເປັນ​ຢ່າງ​ດີ​ເລີດ ​ໃນ​ຕະຫຼອດ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​.

ຕົວ​ແບບ​ໂຄງການ​ສາທາລະນະ​ສຸກສົມທົບການທະຫານ-ພົນລະ​ເຮືອນ ​ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດ​ດີ​ພໍ​ຄວນ. ຂະ​ແໜງ​ສາ​ມາ​ລະນະ​ສຸກ​ໄດ້​ລົງທຶນ​ໃຫ້​ແກ່ 171 ສຸກສາລາ ​ຢູ່​ເຂດ​ຊາຍ​​ແດນ ​ເຂດ​ຫ່າງ​ໄກ​ສອກຫຼີກ - ​ເປັນ​ບ່ອນ​ທີ່​ປະຊາກອນ​ສ່ວນ​ຫຼາຍ​ແມ່ນ​ຄົນ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຊາຍ​ຝັ່ງ​ທະ​ເລ ​ແລະ ​ເກາະ​ທະ​ເລ, ​ເຂດ​ຈຸດ​ສຸມ​ທາງ​ດ້ານການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ; ກໍ່ສ້າງ ​ແລະ ບຳລຸງ​ເພີ່ມ​ເຕີມ​ຄວາມ​ຮູ້ກ່ຽວ​ກັບວິຊາການ​ຜະດຸງຄັນ, ວິຊາ​ການ​ແພດ​ປົວ​ເດັກ, ສາທາລະນະ​ສຸກ​ສ່ວນ​ລວມ ​ໃຫ້​ແກ່​ນາຍ​ໝໍ​ນາຍ​ແພດ​ການ​ທະຫານ​ຊາຍ​ແດນ 167 ຄົນ ​ແລະ ນັກຮົບ​ຮ້ອຍ​ກວ່າ​ຄົນ ​ເຊິ່ງເປັນ​ຄົນ​ທ້ອງ​ຖິ່ນ​ເຂດ​ຫຍຸ້ງຍາກ​ພິ​ເສດ ທີ່​ໄດ້​ສຳ​ເລັດ​ພັນທະ​ການ​ທະຫານ ກັບ​ມາ​ເປັນພະນັກງານ​ສາທາລະນະ​ສຸກ​ປະຈຳ​ໝູ່​ບ້ານ. ​ແຕ່ລະ​ປີ, ຂະ​ແໜງ​ສາທາລະນະ​ສຸກ​ຍັງ​ໄດ້​ກໍ່ສ້າງ ​ແລະ ບຳລຸງ​ອົບຮົມ​ ພະນັກ​ງານສາທາລະນະ​ສຸກ​ສາຍ​ການ​ສູນ​ກາງ​ ເປັນພັນ​ເທື່ອ​ຄົນ ​ແລະ ພະນັກງານ​ສາທາລະນະ​ສຸກ​ທ້ອງ​ຖິ່ນ ​ເປັນ​ພັນ​ເທື່ອ​ຄົນ ​ເຊິ່ງ​ເປັນ​ການ​ເພີ່ມ​​ແຫຼ່ງກຳລັງ​ຄົນເຂົ້າ​ຮ່ວມ​​ໃນວຽກ​ງານຂອງໂຄງການ​ເປົ້າ​ໝາຍແຫ່ງຊາດຕ່າງໆ.

ກ່ຽວ​ກັບ​ໂລກ HIV/AIDS, ​ໄດ້​ປະຕິບັດເປົ້າ​ໝາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດຢ່າງ​ສຳ​ເລັດ​ມີ​ໄຊ ຄື​ໄດ້​ຄອບ​ງຳ​ອັດຕາ​ສ່ວນ​ຕິດ​ເຊື້ອ HIV ​ໃຫ້ຕ່ຳ​ກວ່າ 0,3%. ​ເປົ້າ​ໝາຍ​ວາ​ງອອກ​ມາ​ຄື ຈະ​ກີດ​ກັ້ນ​ຂາດ​ຕົວ ​ແລະ ​ເລິ່ມຕົ້ນ​ຮັດ​ແຄບ​ຂອບ​ເຂດການ​ແຜ່​ລາມ​ຂອງ​ໂລກ HIV/AIDS ​ໃນ​ປີ 2015. ປີ 2012, ກໍລະນີ​ຕິດ​ເຊື້ອ HIV ​ໄດ້​ຫລຸດຜ່ອນ 31,5% ທຽບກັບ​ປີ 2001. ​ນັບແຕ່​ປີ 2010, ທຸກ​ຄົນ​ທີ່​ມີ​ຄວາມ​ຕ້ອງການກວດ​ພະຍາດ ​ແລະ ປົວ​ພະຍາດ​ໂລກ HIV/AIDS ກໍ່ລ້ວນ​ແຕ່​ໄດ້​ຮັບ​ການ​ສະໜອງ. ຄິດສະ​ເພາະປີ 2012 ອັດຕາ​ສ່ວນ​ຄົນ​ຕິດ​ໂລກ HIV/AIDS ທີ່​ໄດ້​ປິ່ນປົວ​ດ້ວຍ ARV ​ແມ່ນ 60% (72.711 ຄົນ).

ວຽກ​ງານ​ກໍ່ສ້າງ​ພື້ນຖານ ​ແລະ ສະໜອງ​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ໃຫ້​ແກ່​ການ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ ຕ້ານ​ກັບ​ໂລກ HIV/AIDS ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຄິດ​ໄລ່​ເຖິງ​ວັນ​ທີ 31 ທັນ​ວາ 2012, ​ໄດ້​ແລະ​ພວມ​ລົງທຶນ​ກໍ່ສ້າງສູນ​ປ້ອງ​ກັນ​ ​ຕ້ານ​ໂລກ​ HIV/AIDS ຢູ່ 43 ​ແຂວງ​ໃນ​ຈຳນວນ 63 ​ແຂວງທັງ​ໝົດ, ​ໃນ​ນັ້ນ​ໄດ້​ສ້າງ​ສຳ​ເລັດ​​ແລ້ວ 13 ​ແຫ່ງ (ກວມ 30,2%) ​ແລະ ມີ 68,3% ​ແຫ່ງ​ໄດ້​ລົງທຶນ​ຕິດ​ຕັ້ງ​ເຄື່ອງ​ປະກອບທີ່​ຈຳ​ເປັນ​ຕ້ອງການ ຕາມ​ການ​ກຳນົດ​ຂອງ​ກະຊວງ​ສາທາລະນະ​ສຸກ. ມີ 50% ສູນ​ປ້ອງ​ກັນ​ ​ຕ້ານ​ໂລກ HIV/AIDS ຂັ້ນ​ແຂວງ​ໄດ້​ມີ​ສຳນັກງານ​ສະ​ເພາະ​ຂອງ​ຕົນ. ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ປ້ອງ​ກັນ ຕ້ານ​ໂລກ HIV/AIDS ນັບ​ມື້​ນັບຄົບ​ຖ້ວນ​ບໍລິບູນ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ​ໄດ້​ຮັບ​ການບຳລຸງ ​ກໍ່ສ້າງຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ. ຄິດ​ໄລ່​ຮອດ​ທ້າຍ​ປີ 2010 ​ໃນ​ທົ່ວ​ປະ​ເທດ​ມີ​ພະນັກງານ 14.954 ຄົນທີ່​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ ຕ້ານ​ໂລກ HIV/AIDS ຢູ່​ທ້ອງ​ຖິ່ນ, ​ໃນ​ນັ້ນ 32,7% ຈຳນວນ​ພະນັກງານມີ​ລະດັບ​ມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ, 66,6% ມີ​ລະດັບ​ຊັ້ນ​ສູງ ​ແລະ ຊັ້ນ​ກາງ, ຜູ້​ມີ​ລະດັບ​ທຳ​ມະ​ດາ​ສາມັນ​ກວມ​ພຽງ 0,7%.

ກ່ຽວ​ກັບ​ຂົງ​ເຂດ​ຮັກສາ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ (ອ.ປ.ສ), ​ໃນ​ໄລຍະ​ປີ 2010 - 2012, ການປະຕິບັດບັນດາ​​ເລກຄາດໝາຍຂອງ​ໂຄງການຮັກສາ​ຄວາມ​ປອດ​ໄພ​ດ້ານ​ສະບຽງອາຫານ ລ້ວນ​ແຕ່​ບັນລຸ​ໄດ້​ຕາມ​ແຜນການ​ວາງ​ອອກ​. ທາງ​ດ້ານ​ການ​ຄຸ້ມ​ຄອງ​ລັດ, ​ແຕ່​ປີ 2011 ​ເຖິງ​ປັດຈຸບັນ ກະຊວງ​ສາທາລະນະ​ສຸກ​ໄດ້​ປະກາດ​ໃຊ້ຈົດໝາຍ​ລັດຖະການ​​ຫຼາຍ​ສະບັບ ​ເພື່ອແນະນຳ​ການ​ປະຕິບັດ​ມາດຕະຖານ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ. ບັນດາ​ເອກະສານ​ທີ່​ໄດ້​ປະກາດ​ໃຊ້​ເຫຼົ່າ​ນັ້ນ ​ໂດຍ​ພື້ນຖານ​ໄດ້​ປັບປຸງ​ບູລະນະ​ກອບ​ນິຕິ​ກຳ​ໃຫ້​ສົມບູນ ມີ​​ຄວາມ​ສັກສິດພຽງພໍ​ ເພື່ອ​ກວດກາ ອ.ປ.ສ ຕັ້ງ​ແຕ່ “​ໂຮງ​ນາ​ຈົນ​ເຖິງ​ພາ​ເຂົ້າ” ຢູ່​ຫວຽດນາມ​ໃນ​ປັດຈຸບັນ. ວຽກ​ງານ​ການ​ສຶກສາ ​ໂຄສະນາ​ຖະ​ແຫຼ​ງຂ່າວ​ ໄດ້​ຮັບ​ການ​ດຳ​ເນີນ​ເປັນ​ປະຈຳ ດ້ວຍ​ຫຼາຍ​ຮູບ​ການ​ອຸດົມສົມບູນ, ​ເນື້ອ​ໃນ​ສອດຄ່ອງ, ​ປົກ​ຫຸ້ມ​ໃນ​ພື້ນ​ທີ​ຂົງເຂດກວ້າງຂວາງ, ​ໄດ້​ແຜ່​ລາມ​ກວ້າງ​ໃນ​ວົງ​ຄະນາ​ຍາດ, ​ໄປ​ເຖິງ​ເປົ້າ​ໝາຍ​ຕ່າງໆ​ທີ່​ຕ່າງ​ກັນ, ​ໄດ້​ສ້າງ​ໃຫ້​ມີ​ການ​ຜັນ​ປ່ຽນ​ອັນ​ຕັ້ງໜ້າ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ອ.ປ.ສ ຂອງ​ບັນດາ​ຈຸຫຍ່ອ​ມ​ເປົ້າ​ໝາຍ. ຕາມຜົນ​ຂອງ​ການ​ສືບສວນປີ 2012 ​ໃຫ້​ຮູ້​ວ່າ: 76% ຂອງຈຳນວນ​ຜູ້​ຜະລິດ, 73% ຂອງ​ຈຳນວນ​ຜູ້​ທຳ​ການ​ທຸລະ​ກິດ, 65,8% ຂອງ​ຈຳນວນ​ຜູ້​ບໍລິ​ໂພ​ກອາຫານ, 94,8% ຂອງ​ຈຸເປົ້າ​ໝາຍ​ການ​ນຳ​ຄຸ້ມ​ຄອງ​ລັດ ​ແລະ 85,6% ຂອງຈຸ​ເປົ້າ​ໝາຍ​ການ​ນຳ​ຄຸ້ມ​ຄອງ​ວິ​ສາ​ຫະກິດ ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ ອ.ປ.ສ; ວຽກ​ງານການ​ກໍ່ສ້າງ ຝຶກ​ອົບຮົມ​ໃຫ້​ພະນັກງານ​ວິຊາ​ສະ​ເພາະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ລົງທຶນ ​ແລະ​ ຍູ້​ແຮງ; ​ເປັນ​ພິ​ເສດ​ແມ່ນ​ການ​ຝຶກ​ອົບຮົມ ກໍ່ສ້າງ​​ເພື່ອ​ມອບ​ໃບ​ຢັ້ງຢືນ​ລະດັບ​ກວດກາ​ນຂະ​ແໜງ​ວິຊາ​ສະ​ເພາະ ​ໃຫ້​ພະນັກງານ​ປະມານ 1.000 ຄົນ​ຢູ່​ສາຍ​ການ​ຕ່າງໆ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ.

ການ​ປັບປຸງ​ບູລະນະ​ເຄືອ​ຂ່າຍ​ຄຸ້ມ​ຄອງ​ດ້ານ ອ.ປ.ສ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ. ​ໄດ້​ສ້າງຕັ້ງພະແນກຄຸ້ມ​ຄອງ ອ.ປ.ສ ແລະ ພະ​ແນ​ກຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ​ຢູ່ 63 ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ. ຄະນະ​ຊີ້​ນຳສະຫະຂະ​ແໜງ​ ​ກ່ຽວ​ກັບ ອ.ປ.ສ ກໍ່​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ຢູ່​ໃນ 100% ​ແຂວງ, 99,6% ​ເມືອງ ​ແລະ 99,4% ຕາ​ແສງ.

ວຽກ​ງານ​ກວດກາ​ນ ກວດກາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ​ນຳພາ​ຢ່າງ​ຕັ້ງໜ້າ​ ຂອງ​ຄະນະ​ກຳມະການ​ປົກຄອງ​ປະຊາຊົນຂັ້ນ​ຕ່າງໆ. ​ໄດ້​ມີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ໃນ​ການ​ແກ້​ໄຂ ​ແລະ ຜ່ານ​ຜ່າ​ອຸບັດເຫດ​ຕ່າງໆ ທາງ​ດ້ານ ອ.ປ.ສ ​ໃຫ້​ໄດ້​ຮັບປະ​ສິດທິ​ຜົນ​ອັນ​ຕັ້ງໜ້າ. ​ໂດຍ​ອາ​ໃສ​ການ​ຍູ້​ແຮງ​ວຽກ​ງານ​ນີ້, ດັ່ງນັ້ນ ສະຕິຮັບ​ຮູ້​ຕໍ່​ການ​ປະຕິບັດ​ຂໍ້​ກຳນົດ​ຕ່າງໆ​ຂອງ​ກົດໝາຍ​ກ່ຽວ​ກັບ ອ.ປ.ສ ຂອງບັນດາ​ພື້ນຖານ​ຜະລິດ ປຸງ​ແຕ່ງອາຫານ ຈຶ່ງ​ດີກ​ວ່າ​ເກົ່າ, ອັດຕາການ​ລະ​ເມີດ​ຂໍ້​ກຳນົດ​ກ່ຽວ​ກັບ ອ.ປ.ສ ​ໃນ​ໄລຍະ​ປີ 2011 - 2013 ​ແມ່ນ 21,1%, ຫລຸດລົງ​ຕ່ຳກວ່າທຽບ​ກັບ​ປີ 2010 (25,7%).

ສະພາບການຖືກຜິດອາຫານ, ເປັນຕົ້ນແມ່ນຢູ່ເຮືອນຄົວລວມໝູ່ ໄດ້ຫລຸດລົງທຽບກັບປີກ່ອນ. ຄິດສະເຫຼ່ຍ ປີ 2011 - 2012, ຈຳນວນກໍລະນີຖືກຜິດອາຫານຫລຸດລົງ 10,8%, ຈຳນວນ​ຄົນ​ຖືກ​ຜິດ​ອາຫານຫລຸດລົງ 10,6%, ຈຳນວນ​ຄົນ​ຕາຍຫລຸດລົງ 67,2%. ຈຳນວນ​ກໍລະນີ​ທີ່​ມີ​ຄົນ​ຖືກ​ຜິດ​ອາຫານຫຼາຍກວ່າ 30 ​ຄົນ ​ກໍ່ຫລຸດລົງ 35,2% ທຽບ​ກັບ​ປີ 2010. ສະ​ເພາະ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ຈຳນວນ​ກໍລະນີຖືກ​ຜິດ​ອາຫານຫລຸດລົງ 4 ກໍລະນີ, ຈຳນວນ​ຄົນ​ຖືກ​ຜິດ​ອາຫານຫລຸດລົງ 620 ຄົນ ​ແລະ ຄົນ​ຕາຍ​ຫລຸດລົງ 4 ຄົນ, ພິ​ເສດ​ແມ່ນ, ການ​ຖືກ​ຜິດ​ອາຫານ​ຢູ່​ຄອບຄົວ, ​ໂຮງຮຽນ, ​ເຮືອນຄົວ​ລວມໝູ່ ​ໄດ້​ຫລຸດ​ລົງ​ຫຼາຍ​ພໍ​ຄວນ ທາງ​ດ້ານ​ຈຳນວນ​ກໍລະນີ, ຈຳນວນ​ຄົນ ​ແລະ ຄົນ​ຕາຍ ທຽບ​ກັບ​​ໄລຍະເວລາ​ດຽວ​ກັນ​ໃນ​ປີ 2012, ປະກອບສ່ວນ​ຫລຸດຜ່ອນ​ຄ່າ​ໃຊ້​ຈ່າຍ ​ແລະ ມີ​ຄວາມ​ໝາຍສັງ​ຄົມ​ຢ່າງ​ຕັ້ງໜ້າ.

ອາດ​ຈະ​ຢັ້ງຢືນ​ໄດ້​ວ່າ, ວຽກ​ງານ​ຊີ້​ນຳ ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກົງຈັກ ​ແລະ ການປະຕິບັດ​ງານ​ ຂອງບັນດານ​ໂຄງການ​ສາທາລະນະ​ສຸກ​ ສັງກັບໂຄງການ​ເປົ້າ​ໝາຍແຫ່ງຊາດແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ​ ນັບ​ມື້ນັບສົມບູນ​ແບບ. ບົດບາດ​ຊີ້​ນຳ​ຂອງ​ກະຊວງ​ສາທາລະນະ​ສຸກ​ ໄດ້​ຖືກ​ຢັ້ງຢືນ​ວ່າ​ເປັນ​ໃຈ​ກາງ​ຫົວ​ສະໝອງ ດັດສົມ​ການ​ເຄື່ອນ​ໄຫວຂອງ​ບັນດາໂຄງການ​ເປົ້າ​ໝາຍແຫ່ງຊາດ. ການ​ສ້າງຕັ້ງຄະນະ​ຊີ້​ນຳ​ໂຄງການ, ຄະນະ​ຄຸ້ມ​ຄອງ​ໂຄງການ, ການຈັດ​ວາງ​ສັບ​ຊ້ອນ​ບັນດາ​ຫົວໜ່ວຍ​ຊີ້​ນຳ​ລວມ... ລ້ວນ​ແຕ່​ໄດ້​ຮັບ​ການ​ຄົ້ນຄວ້າ​ຢ່າງຮອບ​ຄອບ ວິທະຍາສາດ ​ແລະ ປະຕິບັດ​ຢ່າງ​ຖືກຕ້ອງ ​ຕາມຂໍ້​ກຳນົດວ່າ​ດ້ວຍການ​ຄຸ້ມ​ຄອງ ໂຄງການເປົ້າໝາຍແຫ່ງ​ຊາດ, ຍ້ອນ​ແນວ​ນັ້ນ, ບັນດາ​ໂຄງການ​ສາທາລະນະ​ສຸກ​ ສັງກັດໂຄງການ​ເປົ້າ​ໝາຍແຫ່ງຊາດ ຈຶ່ງບັນລຸ​ໄດ້​ໝາກຜົນອັນ​ຕັ້ງໜ້າ​ຫຼາຍ​ຢ່າງ ​ໃນ​ການ​ປ້ອງ​ກັນ ຕ້ານ ຄຸ້ມ​ຄອງ​ໂລຄາ​ພະຍາດ, ປະກອບສ່ວນ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປວງ​ປະຊາຊົນ, ​ເຊັ່ນ 100% ​ແຂວງ-ນະຄອນ ​ໄດ້​ບັນລຸ​ມາດຕະຖານ 4 ປະການ​ ໃນ​ການ​ກຳຈັດພະຍາດ​ຂີ້ທູດ; ​ຕະຫຼອດ 5 ປີ, ຢູ່​ໃນ 50% ຂອງ​ຈຳນວນ​ເມືອງ-​ເທດສະບານ ​ໃນ​ທົ່ວ​ປະ​ເທດ ບໍ່​ມີຄົນ​ຕິດພະຍາດ​ຂີ້ທູດ​ໃໝ່, ບັນລຸ​ແຜນການທີ່ໄດ້​ວາ​ງອອກ; ສູ້​ຊົນ​ຄອບ​ງຳຈຳກັດ​ອັດຕາ​ການ​ຕິດ​ແປດ​ແຜ່​ລາມ​ ຂອງ​ພະຍາດ​ວັນນະ​ໂລກທົນ​ຕໍ່​ຢາ, ​ເພີ່ມ​ອັດຕາ​ການ​ເຂົ້າ​ເຖິງ​ກັບ​ການ​ປິ່ນປົວ​ ພະຍາດ​ວັນນະ​ໂລກ​ທົນ​ຕໍ່​ຢາ ຈາກ 25% (ປີ 2011) ຂຶ້ນ​ເປັນ 55% (ປີ 2015) ເຊິ່ງມີ​ສະພາບ​ການ​ດີ​ພໍ​ຄວນ; ຫລຸດ​ອັດຕາ​ການ​ຕາຍ​ຍ້ອນ​ພະຍາດ​ໄຂ້​ອອກ​ເລືອດ ລົງ​ຕ່ຳ​ກວ່າ 0,09%; ​ເພີ່ມອັດຕາສ່ວນ​ແຕ່ 5 - 10% ຈຳນວນຜູ້​ຕິດພະຍາດ​ມະ​ເລງ​ຖືກ​ຄົ້ນ​ເຜີຍ​ໃນ​ໄລຍະ​ຕົ້ນ ​ແລະ ຫລຸດ​ອັດຕາ​ການ​ຕາຍ​ຍ້ອນພະຍາດ​ມະ​ເລງ; ຄຸ້ມ​ຄອງ​ໄດ້ 60% ຈຳນວນ​ຜູ້​​ເລິ່ມມີ​ອາການ​ເບົາຫວານ ​ແລະ 50% ຈຳນວນ​ຜູ້​ຕິດພະຍາດ​ເບົາຫວານ​ລະດັບ 2 ທີ່​ຖືກ​ຄົ້ນ​ເຜີຍ​ໂດຍ​ຜ່ານ​ການ​ກວດ​ຄັດ​ເລືອກ; ປັບປຸງ​ຕາໜ່າງປິ່ນປົວ ​ເພື່ອ​ຮອດ​ປີ 2015 ຢູ່​ໃນ 100% ​​ໂຮງພະຍາບານສາຍ​ການ​ແຂວງ ມີ​ພະ​ແນກປົວຕ່ອມ​ໄຮ້​ທໍ່ (Incritology); ຮັກສາ ​ແລະ ປັບປຸງ​​ເຄືອ​ຂ່າຍ​ສາທາລະນະ​ສຸກ​ປ້ອງ​ກັນ​ຢູ່​ແຂວງ​ຕ່າງໆ, ກຳນົດ​ການ​ບັນຈຸພະ​ບັກ​ງານ​ລັດຖະກອນ​ໃນ​ແຕ່​ລະ​ຫົວໜ່ວຍ ​ເພື່​ອເຮັດ​ວຽກ​ງານປ້ອງ​ກັນ​ພະຍາດ​ໃຫ້​ໄດ້​ດີ ປະກອບສ່ວນ​ຫລຸດຜ່ອນ​ອັດຕາ​ຄົນ​ເຈັບ​ປ່ວຍ​ໃນ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ຊຸມ​ຊົນ...

ກ່ຽວ​ກັບວຽກ​ງານສາທາລະນະ​ສຸກສົມທົບ​ການທະຫານ​-ພົນລະ​ເຮືອນ, ມີ 70% ຈຳນວນ​ເມືອງ​ເກາະ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ດ້ານ​ພື້ນຖານ​ວັດຖຸ; ​ໄດ້​ສ້ອມ​ແປງ​ຍົກ​ລະດັບ​ພື້ນຖານ​ສາທາລະນະ​ສຸກ​ເຂດ​ຊາຍ​ແດນ-​ເກາະ​ທະ​ເລ 100 ​ແຫ່ງ; ມີ 70% ຈຳນວນ​ຫົວໜ່ວຍ​ສາທາລະນະ​ສຸກ​ປ້ອງ​ກັນ ​ແລະ ໜ່ວຍ​ສາທາລະນະ​ສຸກ​ເຄື່ອນ​ທີ່ ​ໄດ້​ກຽມ​ຄວາມ​ພ້ອມ​ເພື່ອ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ການ​ສາທາ​ລະນະ​ສຸກ ​ເມື່ອ​ອຸບັດ​ເຫດ​ເກີດ​ຂຶ້ນ. ຕົ້ນ​ປີ 2013 ມີ​ປະຊາຊົນ 100 ພັນ​ເທື່ອ​ຄົນ ​ຢູ່​ເຂດ​ຈຸດ​ສຸມ​ການ​ປ້ອງ​ກັນ​ປະ​ເທດ-ຄວາມ​ສະຫງົບ, ​ເຂດ​ຊົນ​ເຜົ່າ​ພູດ​ອຍ​ເສດຖະກິດ​ດ້ອຍ​ພັດທະນາ, ​ເຂດ​ຊາຍ​​ຝັ່ງທະ​ເລ ໝູ່​ເກາະ, ​ເຂດ​ໄພ​ທຳ​ມະ​ຊາດ ​ໄດ້​ຮັບ​ການກວດ​ແກ້ ປິ່ນປົວ​ພະຍາດ, ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ​ມາ.

ຜົນສຳ​ເລັດ​ອັນ​ໜຶ່ງ​ທີ່​ພົ້ນ​ເດັ່ນ​ ໃນ​ການ​ເຄື່ອນ​ໄຫວ ບັນຊາໂຄງການ​ເປົ້າໝາຍແຫ່ງຊາດ ນັ້ນ​ແມ່ນ ບັນດາ​ຊຸດ​ຝຶກອົບຮົມ​ວິຊາ​ສະ​ເພາະ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ ​ໃນ​ບັນດາ​ໂຄງການ​ທັງ​ໝົດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ນັບ​ທັງ​ດ້ານ​ປະລິ​ມານ ​ແລະ ຄຸນ​ນະພາ​ບການ​ຝຶກ​ອົບຮົມ ​ແລະ ​ໄດ້​ຈັດ​ຕັ້ງ​ຢ່າງ​ເປັນ​ປະຈຳ​ຢູ່​ສາຍ​ການ​ຕ່າງໆ. ບາງ​ແຂວງໄດ້​ສ້າງ​ຕັ້ງ​ສູນ​ກໍ່ສ້າງພະນັກງານ, ຊີ້​ນຳ​ລະ​ບົບການ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຝຶກ​ອົບຮົມ​ພະນັກງານ ນັກວິຊາການ​ເຕັກນິກ. ວຽກ​ງານ​ການ​ສຶກສາ, ສື່​ຂ່າວ ຖືກ​ຖື​ວ່າ​ເປັນ​ວິທີ​ແກ້​ອັນ​ສຳຄັນ​ໜຶ່ງ​ຂອງໂຄງການ​ເປົ້າໝາຍແຫ່ງຊາດ ຍ້ອນ​ແນວນັ້ນ​ ຈຶ່ງ​ໄດ້​ຮັບ​ຜົນສຳ​ເລັດອັນ​ສຳຄັນ​ຫຼາຍ​ຢ່າງ ທີ່​ມີ​ຄວາມ​ໝາ​ຍ​ໄຂ​ເສັ້ນທາງ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້ ຍົກ​ສູງ​ລັກສະນະ​ເຫັນ​ດີ​ເຫັນ​ພ້ອມ​ສັງຄົມ. ຜະລິດ​ຕະພັນ​ສື່​ຂ່າວ​ເປັນ​ຈຳນວນ​ລ້ານ ​ໄດ້​ຮັບ​ການ​ປະຕິບັດ ​ແລະ ​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ​​ໂດຍ​ຜ່ານແຕ່ລະ​ປີ ​ແຕ່ລະ​ໂຄງການ, ນັບ​ທັງ​ດ້ານ​ຄວາມ​ຍາວ ຄວາມ​ກວ້າງຂວາງ​ທົ່ວ​ເຖິງ ​ແລະ ຮູບ​ການຫຼາກ​ຫຼາຍ​ຂອງ​ຜະລິດ​ຕະພັນ​ສື່​ຂ່າວ, ​ເຊັ່ນ​ປ້າຍ​ໂຄສະນາ, ​ແຜ່ນ​ປະກາດ​ແຈ້ງ​ຄວາມ, ​ໃບ​ປິວ, ປຶ້ມ​ເຫຼັ້ມ​ບາງ, ​ລາຍການກະຈ່າຍສຽງ ​ຖ່າຍ​ທອດ​ໂທລະພາບ, ໜັງສືພິມ ສື່​ມວນ​ຊົນ... ຜົນສຳເລັດ​ຂອງ​ບັນດາ​ລາຍການ​ໂຄສະນາ ສື່​ມວນ​ຊົນ ​ໄດ້​ປະກອບສ່ວນ​ປົວ​ແປງ​ຢ່າງ​ເລິກ​ເຊິ່ງຄວາມ​ຮັບ​ຮູ້ ທ່າ​ທີ ການ​ກະທຳ​ຂອງ​ພະນັກງານ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ ​ໃນ​ວຽກ​ງານ​ປ້ອງ​ກັນ ສະກັດ​ກັ້ນ ຕ້ານ​ໂລຄາ​ພະຍາດ, ​ເພີ່ມ​ທະວີ​ສຸຂະພາບ​ຂອງ​ປະຊາຊົນ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງບຸກຄະລາ​ກອນສັງຄົມ.

ກ່ຽວ​ກັບພົນລະ​ເມືອງ-ແຜນ​ການ​ຄອບຄົວ, ຜົນງານການປະຕິບັດບັນດາເປົ້າໝາຍຂອງໂຄງການ ໄດ້ນຳມາເຊິ່ງຜົນສຳເລັດອັນໃຫຍ່ຫຼວງ ທັງທາງດ້ານປະສິດທິຜົນເສດຖະກິດ ​ແລະ ສັງຄົມ. ໃນສອງໄລຍະ 2006 - 2010 ແລະ 2011 - 2013 ອັດຕາການເພີ່ມປະຊາກອນ ລ້ວນແຕ່ຕ່ຳກວ່າລະດັບຄາດໝາຍທີ່​ໄດ້​ວາ​ງ​ໄວ້, ​ໃນ​ນັ້ນ, ຈຳນວນພົນລະ​ເມືອງສະ​ເລ່ຍປີ 2011 ​ແມ່ນ 87,84 ລ້ານ​ຄົນ, ປີ 2012 ​ແມ່ນ 88,78 ລ້ານ​ຄົນ, ຄາດ​ຄະ​ເນ​ປີ 2013 ​ແມ່ນ 89,57 ລ້ານ​ຄົນ ​ແລະ ຄາດ​ຄະ​ເນວ່າ ພົນລະ​ເມືອງຫວຽດນາມ​ໃນ​ປີ 2015 ຈະ​ຂຶ້ນ​ເຖິງ 91,3 ລ້ານ​ຄົນ (ຄາດໝາຍ​ທີ່​ວາງ​ອອກ​ມາ​ແມ່ນ​ເກືອບ 93 ລ້ານ​ຄົນ). ຄວາມ​ໄວ​ໃນ​ການ​ເພີ່ມ​ປະຊາກອນສະ​ເລ່ຍ​ໃນ​ໄລຍະ 2011 - 2013 ​ແມ່ນ 1,05% ຕໍ່​ປີ, ຄາດ​ກະ​ປີ 2015 ​ປະມານ 1%, ບັນລຸ​ໄດ້​ລະດັບ​ຄາດໝາຍ​ທີ່​ວາງ​ອອກ​ມາ.

ລະດັບ​ການ​ເກີດ 1,99 ລູກ/​ແມ່ຍິງ ​ໃນ​ປີ 2011 ​ແລະ 2,05 ລູກ/​ແມ່ຍິງ ​ໃນ​ປີ 2012, ຄາດກະ​ປີ 2013 ​ແມ່ນ 2,02 ລູກ/​ແມ່ຍິງ, ​ຮັກສາ​ໄດ້ລະດັບ​ການເກີດ​ເພື່ອ​ປ່ຽນ​ແທນ​. ຄາດກະ​ປີ 2015 ຈະ​ຢູ່​ໃນ​ລະດັບ 1,9 ລູກ/​ແມ່ຍິງ ຄື​ດັ່ງ​ລະດັບ​ຄາດໝາຍ​ແຜນການວາງ​ໄວ້.

ກ່ຽວ​ກັບ​ລະດັບ​ຫລຸດຜ່ອນ​ອັດຕາ​ການ​ເກີດ ​ໃນ​ສອງປີ 2011 - 2012 ​ແມ່ນ 0,2‰, ສະ​ເລ່ຍ​ແຕ່ລະ​ປີ​ຫລຸດ 0,1‰. ຄາດ​ຄະ​ເນ​ວ່າ ຮອດ​ປີ 2015, ອັດຕາ​ການ​ເກີດ​​ແມ່ນ 16,6‰ ບັນລຸ​ໄດ້​ຈຸດໝາຍ​ລະດັບ​ຫລຸດຜ່ອນ​ອັດຕາ​ການ​ເກີດ​ສະ​ເລ່ຍຕໍ່​ປີ​ ແມ່ນ 0,1‰. ອັດຕາ​ການ​ເກີດ​ລູກ​ທີ່ 3 ຂຶ້ນ​ໄປ ​ແມ່ນ​ມີ​ທ່າ​ອຽງ​ຫລຸດຜ່ອນ​ລົງ, ຈາກ 15,1% ປີ 2010, ລົງ​ເປັນ 14,7% ປີ 2011 ​ແລະ 14,2% ປີ 2012.

​ໃນ​ໄລຍະ 2011 - 2013, ບັນດາ​ຕົວ​ແບບຊຸກຍູ້​ການຍົກ​ສູງຄຸນ​ນະພາ​ບພົນລະ​ເມືອງທາງ​ດ້ານ​ສຸຂະພາບ​ຮ່າງກາຍ ສືບ​ຕໍ່​ໄດ້​ຮັບ​ການ​ທົດ​ລອງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ, ຈຳນວນ​ແມ່ຍິງ​ຖືພາ​ໄດ້​ຮັບ​ການ​ກວດ​ຄັດ​ເລືອກ​ກ່ອນ​ຄອດ​ລູກ ​ປີ 2011 ​ແມ່ນ 1,5%, ປີ 2012 ​ແມ່ນ 3%, ຄາດກະວ່າ​ປີ 2013 ​ແມ່ນ 7%, ​ແລະ ຮອດ​ປີ 2015 ຕົວ​ເລກ​ນີ້​ຈະ​ບັນລຸ 15%, ລື່ນ​ລະດັບ​ຄາດໝາຍ​ທີ່​ໄດ້​ວາ​ງ​ໄວ້. ຈຳນວນ​ເດັກ​ເກີດ​ໃໝ່​ໄດ້​ຮັບ​ການ​ກວດ​ຄັດ​ເລືອກ​ປີ 2011 ​ແມ່ນ 6%, ປີ 2012 ​ແມ່ນ 10%, ຄາດກະ​ວ່າ ປີ 2013 ຈະ​ໄດ້ 18%, ປີ 2015 ​ໄດ້ 25%, ລື່ນ​ລະດັບ​ຄາດໝາຍ​ທີ່​ໄດ້​ວາງ​ໄວ້.

ຕົວ​ແບບ “​ໃຫ້​ຄຳ​ແນະນຳ ​ແລະ ກວດ​ສຸຂະພາບ​ກ່ອນ​ການ​ສົມລົດ” ​ໄດ້​ຜັນ​ຂະຫຍາຍ​ແຕ່​ປີ 2010 ຢູ່ໃນ 497 ຕາ​ແສງ, ​ໂຮງຮຽນ, ປີ 2013 ​ໄດ້​ເປີດ​ກວ້າງ​ອອກ​ຢູ່ໃນ 1.464 ຕາ​ແສງ, ​ໂຮງຮຽນ. ປີ 2012 ​ໄດ້​ຈັດ​ຕັ້ງ​ການ​ໃຫ້​ຄຳ​ແນະນຳ ​ແລະ ກວດ​ສຸຂະພາບ​ກ່ອນ​ການ​ສົມລົດ ​ໃຫ້​ແກ່ 2% ຈຳນວນ​ຄູ່​ບ່າວ​ສາວ​ທີ່​ກະກຽມ​ແຕ່ງງານ. ຄາດກະ​ວ່າ​ປີ 2013 ​ໄດ້​ປະມານ 4%. ຄາດກະ​ວ່າ​ຮອດ​ປີ 2015 ​ຈະເພີ່ນຂຶ້ນ​ເຖີງປະມານ 10%.

ໃນ 23 ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ລົງທຶນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ໂຄງການພົນລະ​ເມືອງ-​ແຜນ​ການ​ຄອບຄົວ. ສິ່ງ​ດັ່ງກ່າວ​ໄດ້​ກະທົບ​ໂດຍ​ກົງ​ ເຖິງການພັດທະນາ​ຢ່າງຮອບດ້ານ ​ຂອງ​ພື້ນຖານ​ເສດຖະກິດ - ສັງຄົມ​ປະ​ເທດ​ຫວຽດນາມ.

                        ພາບ​ປະກອບ. ​ແຫຼ່ງ: hanoimoi.com.vn

ຄວາມ​ຫຍຸ້ງ​ຍາກ ສິ່ງ​ຄົງ​ຄ້າງ ​ແລະ ຂໍ້​ຈຳກັດ​ຈຳນວນ​ໜຶ່ງ

​ເຖິງ​ວ່າ​ໄດ້​ຮັບ​ຜົນສຳ​ເລັດໃຫຍ່​ຫຼວງ​ຫຼາຍ​ຢ່າງ​ກໍ​ຕາມ ​ແຕ່​ໃນ​ພາກ​ຕົວ​ຈິງ ບັນດາ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດກ່ຽວ​ກັບ​ສາທາລະນະ​ສຸກ ກໍ່ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຕ່າງໆ ທີ່​ຕອ້ງພະຍາຍາມ​ແກ້​ໄຂ, ​ເປັນ​ຕົ້ນ​ແມ່ນ​ສິ່ງ​ກີດ​ຂວາງ​ຕ່າງໆ ຍ້ອນ​ລັກສະນະ​ພິ​ເສດສະ​ເພາະຂອງ​ແຕ່​ລະ​ພາກ ​ເຂດ, ທີ່​ຖືກ​ການ​ກະທົບ​ຂອງ​ເງື່ອນ​ໄຂ​ທຳ​ມະ​ຊາດພູມ​ປະ​ເທດ, ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ ​ແລະ ວັດທະນາ​ທຳ​ທີ່​ຕ່າງ​ກັນ. ຄວາມ​ຍໍ້​ທໍ້​ເສຍ​ກຳລັງ​ໃຈ​ຂອງ​ຄົນ​ເຈັບ ​ແລະ ຄອບຄົວຄົນ​ເຈັບ ກໍ່​ພວມ​ກະທົບ​ໃສ່ຄວາມ​ຕັ້ງໜ້າ​ພະຍາຍາມ​ຂອງ​ໂຄງການ ​ໃນ​ວຽກ​ງານ​ການ​ປິ່ນປົວ. ພື້ນຖານ​ວັດຖຸ​ຢູ່​ໃນ​ໂຮງໝໍ ກໍ່​ຍັງ​ຂາດ​ເຂີນ ​ແລະ ລ້າ​ຫຼັງ. ​ໂຮງໝໍ​ຂອງ​ເມືອງ​ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບຂໍ້​ກຳນົດ​ຕ່າງໆ ຂອບ​ກະຊວງ​ສາທາລະນະ​ສຸກ, ​ເຊັ່ນ ຍັງ​ບໍ່​ທັນ​ມີ​ພະ​ແນກຟື້ນ​ຊີບ-ປິ່ນປົວ​ກະທັນຫັນ, ພະ​ແນກ​ເພສັດຊະກຳ, ພະ​ແນກ​ຕ້ານ​ການ​ຕິດ​ເຊື້ອ​ໂລກ, ພະ​ແນ​ກບຳລຸງ​ລ້ຽງ... ນອກ​ນີ້, ການ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ບັນດາ​ພະຍາດ​ທີ່​ບໍ່​ຕິດ​ແປດ ກໍ່​ບໍ່​ແທດ​ເໝາະ​ກັບ​ແບກ​ຫາບ​ອັນ​ໜັກໜ່ວງ​ຍ້ອນ​ໂລຄາ​ພະຍາດ​ກໍ່​ຂຶ້ນ​ໃນ​ຊີວິດ​ຕົວ​ຈິງ.

​ໃນ​ຂົງ​ເຂດ​ປ້ອງ​ກັນ ຕ້ານ ກວດ​ແລະ​ປົວ​ພະຍາດ HIV/AIDS ປັດຈຸບັນ, ​ແຫຼ່ງທຶນຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ມີ​ທ່າ​ອຽງ​ຫລຸດ​ລົງ​ໄວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແຫຼ່ງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ​ເພີ່ມ​ຂຶ້ນ ​ແຕ່​ກວມອັດຕາ​ສ່ວນ​ບໍ່​ສູງ. ຫຼາຍ​ທ້ອງ​ຖິ່ນ​ຍັງບໍ່​ທັນ​ຕັ້ງໜ້າເປັນ​ເຈົ້າ​ການ ​ແລະ ບຸລິມະສິດ​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວປ້ອງ​ກັນ ຕ້ານ​ພະຍາດ​ນີ້. ຄວາມ​ສາມາດ​ດ້ານຄ່າ​ໃຊ້​ຈ່າຍ​ຂອງ​ໂຄງການ ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສື່​ຂ່າວ​ໂຄສະນາ​ການ, ກະທົບ​ໃສ່​ການ​ຫລຸດຜ່ອນ​ຄວາມ​ເສຍຫາຍ ​ແລະ ​ເປີດ​ກວ້າງ​ການ​ປິ່ນປົວ​ພະຍາດ HIV/AIDS ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ ກໍ່​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ.

ບາງ​ເລກ​ຄາດໝາຍ​ຂອງ​ໂຄງການ​ໄລຍະ 2006 - 2010 ຍາກ​ທີ່ຈະ​ບັນລຸ​ໄດ້​, ​ເຊັ່ນ ອັດຕາ​ສ່ວນ​ພະ​ນັກງານ​ເຮັດ​ວຽກ​ງານ​ຮັກສາ ອ.ປ.ສ ຕາມສາຍ​ການ​ແຂວງ-ນະຄອນ ທີ່​ໄດ້​ຮັບ​ການ​ກໍ່ສ້າງ ບຳລຸງ ຍົກ​ສູງລະດັບ​ວິຊາຊີບສະ​ເພາະ ຍັງ​ໜ້ອຍ; ຂາດ​ບັນດາ​ມາດຕະຖານ ບັນທັດຖານ​ເຕັກນິກ​ແຫ່ງ​ຊາດ ກ່ຽວ​ກັບ ອ.ປ.ສ ທີ່​ສອດຄ່ອງ​ກັບ​ມາດຕະຖານ​​ໂລກ; ຄ່າ​ໃຊ້​ຈ່າຍ​ຖືກ​ຈຳກັດທີ່ສຸດ, ການ​ອະນຸມັດ​ຜ່ານ​ງົບປະມານ​ແຕ່​ລະ​ປີ​ກໍ່ຍັງ​ຊັກ​ຊ້າ ​ເປັນ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ການ​ຜັນ​ຂະຫຍາຍ ບັນດາ​ການ​ເຄື່ອນ​ໄຫວ​ຮັບປະກັນ ອ.ປ.ສ; ການ​ລົງທຶນ​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ໃຫ້​ແກ່​ລະບົບ​ກວດ​ພິສູດ ຍັງ​ບໍ່​ແທດ​ເໝາະ; ຄວາມ​ສາມາດ​ກວດ​ພິສູດ​ຂອງຖັນ​ແຖວ​ພະນັກງານ ນັກວິຊາການ​ທີ່​ເຮັດ​ວຽກ​ງານ​ນີ້ ຍັງ​ບໍ່ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ; ກົນ​ໄກ​ເກັບ​ລາຍ​ຮັບ​ຍັງ​ຖືກ​ຈຳກັດ, ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ເຄື່ອນ​ໄຫວ​ກວດ​ພິສູດ ອ.ປ.ສ ຍັງ​ບໍ່​​ໄດ້​ຮັບການຊຸກຍູ້.

ວຽກ​ງານ​ພົນລະ​ເມືອງພັດ​ເກີດ​ມີ​ບັນຫາ​ໃໝ່ ​ແລະ ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຍ້ອນ​ວ່າ​ລະດັບ​ການ​​ເກີດ​ຜັນ​ປ່ຽນຢ່າງ​ສັບສົນ​, ຍາມ​ໃດ​ກໍ່​ຢູ່​ໃນ​ສະພາບ​ອາດ​ຈະ​ເພີ່ມ​ຂຶ້ນ​ຄືນ​ໃໝ່; ຈຳນວນ​ແມ່ຍິງ​ໃນ​ໄວ​ອາຍຸ​ເກີດ​ລູກ ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ໄວ, ຄາດ​ຄະ​ເນ​ວ່າ​ຈະ​ບັນລຸ​ລະດັບ​ຫຼາຍ​ສຸດ​ໃນ​ໄລຍະ​ປີ 2020 - 2025; ຍັງ​ມີ 29/63 ​ແຂວງ ກວມ​ເອົາ 34,4% ພົນລະ​ເມືອງ​ທົ່ວ​ປະ​ເທດ ຍັງ​ບໍ່​ທັນ​ບັນລຸ​ໄດ້​ລະດັບ​ການ​ເກີດ​ເພື່ອ​ປ່ຽນ​ແທນ. ຖ້າ​ຫາກ​ບໍ່​ມີ​ວິທີ​ແກ້​ຢ່າງ​ຮີບ​ຮ້ອນກໍ່ອາດ​ຈະ​ປ່ອຍ​ໃຫ້​ລະດັບ​ການ​ເກີດ​ເພີ່ມ​ຂຶ້ນ​ຄືນ​ໃໝ່.

ບັນ​ຫາ​ໃໝ່​ໜຶ່ງ​ອີກ ທີ່​ຫາ​ກໍ​ປະກົດ​ຕົວ​ຂຶ້ນ​ໃນວຽກ​ງານ​ພົນລະ​ເມືອງ ນັ້ນ​ຄືອັດຕາ​ເພດ​ຂອງ​ເດັດ​ເກີດ​ໃໝ່ (ອ.ພ.ດ) ​ໄດ້​ເພີ່ມຂຶ້ນ​​ໄວ​ຢ່າງ​ຜິດ​ປົກກະຕິ (ອ.ພ.ດ ​ແມ່ນ​ຈຳນວນ​ເດັກ​ຊາຍ ທຽບ​ກັບ 100 ​ເດັກ​ຍິງ). ອັດຕາ​ນີ້​ຕາມ​ປົກກະຕິ​ແມ່ນ​ປະມານ 103 - 106. ຜ່ານ​ການ​ສຳ​ຫຼວດພົນລະ​ເມືອງ​ທົ່ວ​ປະ​ເທດ 3 ຄັ້ງ​ກ່ອນ​ນີ້, ອ.ພ.ດ ​ໄດ້​ເພີ່ມ​ຂຶ້ນ​ຈາກ 105 (ປີ 1979) ຂຶ້ນ​ເປັນ 106 (ປີ 1989) ​ແລະ 107 (ປີ 1999), ​ແຕ່​ ນັບ​ແຕ່ປີ 2006 ມາ​ເຖິງ​ປັດຈຸບັນ, ອັດຕາ​ນີ້​ໄດ້​ເພີ່ມ​ຂຶ້ນ​ສູງ ​ແລະ ​ໄວ​ຢ່າງ​ລຽນຕິດ, ຈາກ 110 (ປີ 2006) ຂຶ້ນ​ເປັນ 111 (ປີ 2007) ​ແລະ 112 (ປີ 2008). ນັກວິຊາການ​ສາກົນ​ໃຫ້​ຄວາມ​ສັງ​ເກດ​ວ່າ, ອ.ພ.ດ ​ເພີ່ນ​ຂຶ້ນ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ວັດທະນະທຳ​ຄ້າຍຄື​ກັນກັບຫວຽດນາມ (ມັກ​ມີ​ລູກ​ຊາຍ​ກວ່າ​ລູກສາວ)​, ​ແຕ່​ບໍ່​ມີ​ປະ​ເທດ​ໃດ​ທີ່ ອ.ພ.ດ ​ເພີ່ມ​ຂຶ້ນ​ໄວ​ເທົ່າ​ກັບ​ຫວຽດນາມ. ຖ້າ​ຫາກ​ບໍ່​ມີ​ວິທີ​ແກ້​ຢ່າງ​ຕັ້ງໜ້າ ຄວາມ​ຜິດ​ດ່ຽງ​ທາງ​ດ້ານ​ເພດ​ຈະ​ພາ​ໃຫ້​ເກີດ​ຜົນ​ຮ້າຍ, ກະທົບ​ເຖິງ​ລະບຽບ​ຄວາມ​ສະຫງົບ​ສັງຄົມ.

ບັນຫາ​ພົນລະ​ເມືອງ​ກາຍ​ເປັນ​ເຖົ້າ​ແກ່​ຊະລາ​ ກໍ່​ເປັນ​ເລື່ອງ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ. ຢູ່​ບັນດາ​ປະ​ເທດ​ໃນ​ໂລກ ຕ້ອງ​ຜ່ານ​ຫຼາຍ​ທົກ​ສະວັດ ຈຶ່ງ​ເກີດ​ມີ​ບັນຫາ​ນີ້, ​ແຕ່​ຢູ່​ຫວຽດນາມ ​ໃນ​​ເວລາພຽງ 3 ປີ, ​ແຕ່​ປີ 2005 ຫາ​ປີ 2008, ກໍ່​ໄດ້​ສົ່ງ​ສັນຍານ​ກ່ຽວ​ກັບ​ການຫັນປ່ຽນ ​ຈາກ​ໂຄງ​ປະກອບ​ປະຊາກອນ​ໜຸ່ມ ມາສູ່​ໄລຍະ​ຫັນ​ເປັນ​ຊະລາ. ຍ້ອນ​ແນວ​ນັ້ນ, ຫວຽດນາມ​ຈຶ່ງ​ຍັງ​ບໍ່​ທັນ​ກະກຽມຄວາມ​ພ້ອມໃຫ້​ແກ່​ການ​ຄ່ອງ​ຕົວ​ກັບ​ໄລຍະ​ພົນລະ​ເມືອງ​ກາຍ​ເປັນ​ຊະລາ, ​ເປັນ​ຕົ້ນ​ແມ່ນ ລະບອບ​ສະ​ຫວັດ​ດີກາ​ນສັງ​ຄົນ​ໃຫ້​ແກ່​ຜູ້​ມີ​ອາຍຸ​ສູງ.

ຄຸນ​ນະພາ​ບຂອງ​ພົນລະ​ເມືອ​ງ ​ເບິ່ງ​ລວມຍັງ​ຕ່ຳ, ອັດຕາ​ສ່ວນ​ເດັກ​ເກີດ​ໃໝ່​ຖືກ​ພິກົນພິການ​ມາ​ແຕ່​ເກີດ ຍ້ອນ​ສືບ​ພັນ ຍັງ​ກວມ​ເຖິງ 3% ​ແລະ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ ຍ້ອນ​ເງື່ອນ​ໄຂ​ດຳລົງ​ຊີວິດ, ສິ່ງ​ແວດ​ລ້ອມ​ຖືກ​ມົນ​ລະ​ພິດ, ​ເສດ​ເຫຼືອ​ຂອງ​ສານ​ພິດ​ສົງຄາມ, ວິທີ​ດຳລົງ​ຊີວິດ ຫຼື​ຮີດຄອງ​ປະ​ເພນີ​ລ້າ​ຫຼັງ. ຖ້າ​ຫາກ​ບໍ່​ມີ​ມາດ​ຕະການ​ສະກັດ​ກັ້ນ ປ້ອງ​ກັນ ​ແລະ ປິ່ນປົວ​ພະຍຸ​ພະຍາດ​ຈຳນວນ​ໜຶ່ງ ກໍ່​ອາດຈະ​ພາ​ໃຫ້ອັດຕາ​ສ່ວນ​ນີ້​ເພີ່ມ​ຂຶ້ນ ​ແລະ ​ເປັນ​ຜົນ​ຮ້າຍ​ອັນ​ໜັກໜ່ວງ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ. ກ່ອນ​ໜ້າ​ນີ້​ກວ່າ 50 ປີ ບັນດາ​ປະ​ເທດ​ໃນ​ໂລກ​ໄດ້​ດຳ​ເນີນ​ການ​ກວດ​ຄັດ​ເລືອກ​ກ່ອນ​ເກີດລູກ, ກວດ​ຄັດ​ເລືອກ​ເດັກ​ເກີດ​ໃໝ່ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ເຊື້ອສາຍ, ​ແຕ່​ຢູ່​ຫວຽດນາມ ວຽກ​ງານ​ນີ້​ຫາ​ກໍ​ໄດ້​ເຮັດ​ທົດ​ລອງ​ໃນ 5 ທີ່​ຜ່ານ​ມາ.

ບາງ​ວິທີ​ແກ້​ ແນ​ໃສ່​ຍົກ​ສູງ​ປະ​ສິທິຜົນການ​ປະຕິບັດ ບັນດາໂຄງການ​ເປົ້າ​ໝາຍແຫ່ງຊາດ

ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ, ​ເພື່ອ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ ບັນດາ​ໂຄງການ​ເປົ້າ​ໝາຍສະຫັດ​ສະ​ວັດ, ທາງ​ດ້ານ​ການ​ຄຸ້ມ​ຄອງ​ລັດ, ຂະ​ແໜງ​ສາ​ມາ​ລະນະ​ສຸກ​ໄດ້​ກຳນົດ​ວ່າ ​ໃນ​ເວລາ​ສະ​ເພາະ​ໜ້າ ຈະສືບ​ຕໍ່​ເພີ່ມ​ທະວີ​ບົດບາດນຳ​ພາ​ຂອງ​ກະຊວງ​ສາທາລະນະ​ສຸກ, ຄະນະ​ຄຸ້ມ​ຄອງ​ບັນດາ​ໂຄງການຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ປັບປຸງ ​ແລະ ​ບູລະນະ​ລະບົບ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ກຳ​ນົດ​ແຈ້ງ​ພາລະ​ບົກ​ບາດ ໜ້າ​ທີ່​ຂອງ​ສ່ວນ​ບຸກຄົນ ​ແລະ ຂອງຫົວໜ່ວຍ​ໃນ​ການ​ເຂົ້າ​ຮ່ວ​ມ ປະ​ສາ​ສົມທົບ​ກັນ​ໃນ​ໂຄງການ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ. ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ລຳລຽງ​ສະໜອງ​ເຄື່ອງ​ຈັກ​ເຄື່ອງ​ປະກອບ ຢຸກຢາ ​ແລະ  ບຸກຄະລາ​ກອນ ​ໃຫ້​ແກ່​ໂຄງການ​ເປົ້າ​ໝາຍ​ຕ່າງໆ. ສືບ​ຕໍ່​ບຳລຸງ​ກໍ່ສ້າງ​ວິຊາ​ສະ​ເພາະ​ລະອຽດ​ເລິກ​ເຊິ່ງ​ ໃຫ້​ແກ່ຖັນ​ແຖວ​ນາຍ​ໝໍ​ຢູ່​ທ້ອງ​ຖິ່ນ ​ໃຫ້​ມີ​ຄວາມ​ອາດ​ສາມາດ​ຮັບຜິດຊອບ​ໄດ້​ວຽກ​ງານ​ວິຊາ​ສະ​ເພາະ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ແລະ ​ເປັນ​ແບບຢ່າງ ທະວີຄູນ​ບັນດາ​ຕົວ​ແບບ​ທີ່​ດີ​ເດັ່ນ. ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ແລກປ່ຽນ ທັດສະນາ​ສຶກສາ ຮ່ຳຮຽນ​ບົດຮຽນ​ປະສົບ​ການ ລະຫວ່າງ​ບັນດາ​ຕົວ​ແບບ​ພາຍ​ໃນ​ປະ​ເທດ ​ແລະ ຈັດ​ຕັ້ງ​ການ​​ໄປ​ດູ​ງານ​ການ​ສຶກສາ​ ຮ່ຳຮຽນ​ນຳ​ຕົວ​ແບບ​ຕ່າງໆ ຢູ່​ໃນ​ພາກ​ພື້ນ​ ​ແລະ ​ໃນ​ໂລກ. ນອກ​ນັ້ນ ກໍ່​ສືບ​ຕໍ່​ເພີ່ມ​ງົບປະມານລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ເປົ້າ​ໝາຍ​ດ້ານສາ​ມາ​ລະນະ​ສຸກ​ແຫ່ງ​ຊາດ. ສືບ​ຕໍ່​ຄົ້ນຄວ້າ​ເປີດ​ກວ້າງ​ຕົວ​ແບບ​ໂຮງໝໍ​ປະສົມ​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ, ທົດ​ລອງ​ປະຕິບັດ​ການ​ມອບ​ສິດ​ໃຫ້​ດຳ​ເນີນ​ການ​ບໍລິການ​ສາ​ມາ​ລະນະ​ສຸກ, ​ເປີດ​ກວ້າງ​ບັນດາ​ຕົວ​ແບບ​ປິ່ນປົວ​ນອກ​ໂຮງໝໍ ດ້ວຍ​ການ​ແນະນຳ ​ໃຫ້​ຄຳ​ປຶກສາ​ໂດ​ຍກົງຂ​ອງພະນັກ​ງານ​ສາທາລະນະ​ສຸກຢູ່​ຮາກ​ຖານ. ​ເພີ່ມ​ທະວີ​ການ​ຄົ້ນຄວ້າ ຮ່ຳຮຽນ​ນຳ​ບົດຮຽນ​ປະສົບ​ການ​ຂອງ​ຕ່າງປະ​ເທດ ​ໃນ​ການ​ປິ່ນປົວ​ຄົນ​ເຈັບ​ທີ່​ປະຕິກິລິຍາ​ຕໍ່​ຢຸກຢາ...

ພ້ອມ​ກັນ​ນັ້ນ ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ສຶກສາ ​ໂຄສະນາ ຖະ​ແຫຼ​ງຂ່າວ​ໃນ​ວົງ​ຄະນາ​ຍາດ. ນຳ​ໃຊ້ບັນດາ​ຮູບ​ການ ​ແລະ ພາຫະນະ​ສື່​ມວນ​ຊົນ​ໃນ​ໂຄງການ​ຕ່າງໆ. ສົມທົບ​ເປັນ​ແຕ່​ລະ​ກ້າວ​ກັບ​ຂະ​ແໜງ​ການ​ສຶກສາ ​ເພື່ອ​ນຳ​ເອົາ​ການ​ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ໂລຄາ​ພະຍາດ, ​ເບິ່ງ​ແຍງ​ດູ​ແລສຸຂະພາບ ​ເຂົ້າ​ໃນ​ໂຮງຮຽນຊັ້ນ​ຕ່າງໆ​ເພື່ອ​ສິດສອນ​ໃຫ້​ນັກຮຽນ. ​ເປີດ​ຊ່ອງ​ສື່​ຂ່າວ​ໂດຍ​ຜ່ານ​ເຄືອ​ຂ່າຍ​ອິນ​ເທີ​ເນັ​ດ ດ້ວຍ​ວິທີ​ຄົ້ນຄວ້າ ກໍ່ສ້າງ​ເວັບ​ໄຊ​ຕ໌ຂອງ​ໂຄງການ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ສື່​ຂ່າວ​ໃຫ້​ເຂົ້າສູ່​ລວງ​ເລິກ, ຮັບປະກັນ​ການ​ສື່​ຂ່າວ​ຢ່າງ​ລຽນຕິດ ​ແລະ ຍືນ​ຍົງ​ໃນ​ວົງ​ຄະນາ​ຍາດ.

ອະ​ອຽດຄື, ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ ຄວບ​ຄູ​ມ ​ແລະ ປິ່ນປົວ​ໃຫ້​ຄົນ​ເຈັບ​ຕິດພະຍາດ HIV/ADS, ຄິດ​ໄລ່​ຮອດ​ວັນ​ທີ 30 ມິຖຸນາ 2013, ກໍລະນີ​ຕິດ​ເຊື້ອໂລກ HIV ທີ່​ຍັງ​ມີ​ຊີວິດ​ຢູ່​ແມ່ນ 214.795 ຄົນ ​ແລະ ມີ 65.401 ຄົນ​ຕາຍ​ຍ້ອນ​ໂລກ AIDS. ​ເຊື້ອ​ໂລກ HIV ສືບ​ຕໍ່​ແຜ່​ລາມ​ຢ່າງ​ກວ້າງຂວາງ​ຢູ່ 100% ​ແຂວງ-ນະຄອນ, 98% ​ເມືອງ-​ເທດສະບານ​ເມືອງ ​ແລະ ຢູ່ 78% ຕາ​ແສງ. ດັ່ງ​ນັ້ນ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ຫວຽດນາມ​ຕ້ອງ​ສືຕໍ່​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໃຫ້​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ HIV/AIDS. ນອກ​ນັ້ນ, ຫວຽດນາມກໍ່​ຕ້ອງ​ຍູ້​ແຮງ​ກວ່າ​ອີກ​ການ​ນຳ​ເອົາ​ເນື້ອ​ໃນ​ວຽກ​ງານ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ HIV/AIDS ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມຂອງ​ບັນດາ​ທ້ອງ​ຖິ່ນ. ​ເພີ່ມ​ການ​ລົງທຶນ​ຂອງ​ງົບ​ປະມານ​ທ້ອງ​ຖິ່ນ​ ເພື່ອ​ປະຕິບັດລະບອບ​ເບ້ຍ​ເພີ່ມ​ໃຫ້​ແກ່​ພະນັກງານ​ຮັບຜິດຊອບ​ສະ​ເພາະ ​ແລະ ລັດຖະກອນພົວພັນ​ກັບຊຸມ​ຊົນ (ຜູ້​ຮ່ວມ​ງານ) ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ ຕ້ານ​ພະຍາດ HIV/AIDS.

ກ່ຽວ​ກັບຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ສົມທົບ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ ​ເພື່ອສືບ​ຕໍ່​ໂຄສະນາ ​ເຜີຍ​ແຜ່​ຄວາມ​ຮູ້​ ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ດ້ານສະບຽງ​ອາຫານ​ ໃຫ້​ປະຊາຊົນ; ສືບ​ຕໍ່​ເພີ່ມ​​​ເງິນ​ທຶນ ຄ່າ​ໃຊ້​ຈ່າຍ​ຈາກ​ງົບປະມານ​ແຫ່ງ​ລັດ ​ໃຫ້​ແກ່​ໂຄງການ. ນອກ​ນັ້ນ, ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິທິຜົນ​ຂອງ​ວຽກ​ງານ​ກວດ​ການ ກວດ​ກາ, ​ໃນ​ນັ້ນ​ສຸມ​ໃສ່​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ ຕໍ່​ການ​ລະ​ເມີ​ດຂໍ້​ກຳນົດ​ຕ່າງໆ ກ່ຽວ​ກັບ ອ.ປ.ສ, ພິ​ເສດ​ແມ່ນ​ຢູ່​ຕາມ​ສາຍ​ເມືອງ ​ແລະ ຕາ​ແສງ, ປະກາດ​ບັນດາ​ກໍລະນີ​ລະ​ເມີດ​ຂໍ້​ກຳນົດ​ດັ່ງກ່າວ​ຢ່າງ​ເປີດ​ເຜີຍ ​ຢູ່​ໃນ​ພາຫະນະ​ສື່​ມວນ​ຊົນ. ຕິດຕາມ ​ແລະ ​ແກ້​ໄຂ​ຢ່າງ​ທັນ​ການ ບັນດາ​ອຸບັດ​ເຫດ​ທຳລາຍ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ​ແຕ່​ກໍ່​ຕ້ອງ​ຫຼີກ​ລ່ຽງສະພາບ​ການ​ປະ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ຜິດ ກະວົນກະວາຍ​ຫວາດ​ຫວັ່ນ ຍ້ອນ​ຂາດການ​ສື່​ຂ່າວ ​ເຊິ່ງ​ບໍ່​ເປັນ​ຜົນ​ດີ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເສດຖະກິດ - ສັງຄົມ​ ໃນ​ໄລຍະ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນປັດຈຸບັນ.

ກ່ຽວ​ກັບ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ດ້ານ​ພົນລະ​ເມືອງ-​ແຜນ​ການ​ຄອບຄົວ, ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ການ​ເຂົ້າ​ຮ່ວມ​ຂອງ​ລະບົບ​ການ​ເມືອງ ກໍ່​ຄື​ຂອງ​ປະຊາຊົນ ​ເພື່ອ​ຫຼີກ​ລ່ຽງສະພາບ​ການ​ປ່ອຍປະ​ລະ​​ເລີຍ, ​ຄວາມເຂົ້າ​ໃຈ​ຜິດ​ທີ່​ຄິດ​ວ່າ ວຽກ​ງານກ່ຽວ​ກັບພົນລະ​ເມືອງ-​ແຜນ​ການ​ຄອບຄົວ ບໍ່​ແມ່ນ​ເປົ້າ​ໝາຍ​ຂອງ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ອີກ ຫາກ​ມັນ​ເປັນ​ພຽງ​ວຽກ​ງານ​ຂອງ​ຂະ​ແໜງ​ສາທາ​ລະ​ນາ​ສຸກ​ເທົ່າ​ນັ້ນ.

     ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ, ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ສາ​ທາ​ລະນະ​ສຸກ​ທັງ​ໝົດ, ຄວາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງຂ​ະ​ແໜງ​ການ ຂັ້ນ​ຕ່າງໆ ດັ່ງ​ນັ້ນ ບັນດາໂຄງການ​ເປົ້າ​ໝາຍແຫ່ງຊາດດ້ານ​ສາທາລະນະ​ສຸກ​ ກໍ່ຈະມີ​ພື້ນຖານ​ເພື່ອ​ສຳ​ເລັດ​ເປັນ​ຢ່າງ​ດີ ​ເປົ້າ​ໝາຍທີ່​ໄດ້​ວາງ​ອອກ​ມາ ຕາມ​ທິດ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາງ​ອອກ./.

(*) ​ບົດ​ທີ່​ໄດ້​ລົງ​ພິມໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 852 (​ເດືອນ ຕຸລາ 2013)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ