ວັນຈັນ, 18/11/2019
ປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງຫວຽດນາມ*
11/2/2014 16:18' ສົ່ງ ພິມ
ຮູບພາບ: ລັດຖະມົນຕີວ່າການກະຊວງສຶກສາ ແລະ ກໍ່ສ້າງ, ທ່ານ ຟ້າມຫວູລ້ວນ. ພາບຂອງ: vov.vn

1. ເອົາໃຈໃສ່ປັບປຸງ​ພັດທະນາພາລະກິດການສຶກສາ ​ແມ່ນເປັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ. ຜ່ານການປະຕິຮູບສາມຄັ້ງຜ່ານມາ(1) ແລະ ການປ່ຽນແປງໃໝ່ໃນຊຸມປີມໍ່ໆ ມານີ້, ໂດຍພື້ນຖານແລ້ວ ການສຶກສາແລະກໍ່ສ້າງຫວຽດນາມ ໄດ້ບັນລຸຜົນສຳເລັດທີ່ສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ບັນດາຜົນສຳເລັດດັ່ງກ່າວນັ້ນແມ່ນ: 1. ລະບົບຫ້ອງຮຽນ ແລະ ຂະໜາດການສຶກສາໄດ້ຂະຫຍາຍຕົວໄວ, ປະຕິບັດລະບອບການສຶກສາທົ່ວປວງຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການສຶກສາຮ່ຳຮຽນທີ່ນັບມື້ເພີ່ມຂຶ້ນ ຂອງປະຊາຊົນ ແລະ ຍົກສູງໄດ້ລະດັບການສຶກສາ-ກໍ່ສ້າງ, ລະດັບແລະເຕັກນິກວິຊາອາຊີບ ຂອງຊາວຜູ້ອອກແຮງງານ; 2. ຍຸຕິທຳສັງຄົມ ໃນການໄດ້ຮັບການສຶກສາ​ໄດ້ຄວາມກ້າວໜ້າ, ໂດຍສະເພາະແມ່ນ ຕໍ່ກັບຊົນເຜົ່າສ່ວນນ້ອຍ, ແຮງງານຢູ່ຊົນນະບົດ, ບັນດາເປົ້າໝາຍຜູ້ທີ່ມີຄຸນງາມຄວາມ​ດີ ທີ່ໄດ້ກຳນົດໃນນະໂຍບາຍສັງຄົມ ແລະ ຜູ້ມີສະພາບຫຍຸ້ງຍາກ, ຄວາມ​ສະ​ເໝີພາບ​ທາງ​ດ້ານ​ເພດ ໄດ້ຮັບປະກັນໂດຍພື້ນຖານ; 3. ຄຸນນະພາບການສຶກສາແລະກໍ່ສ້າງ ໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນຕອບສະໜອງຄວາມຕ້ອງການ ໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ຮັບໃຊ້​ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ສ້າງສາ ແລະ ພັດທະນາປະເທດຊາດ; 4. ວຽກງານບໍລິຫານການສຶກສາ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ; 5. ຖັນແຖວຄູ - ອາຈານ ແລະ ພະນັກງານບໍລິຫານການສຶກສາ​ ໄດ້ເພີ່ມຂຶ້ນຢ່າງ​ໄວ​ທາງດ້ານປະລິມານ, ລະດັບການສຶກສາກໍ່ສ້າງ​ໄດ້​ຍົກ​ສູງ​ຂຶ້ນ, ຕອບສະໜອງໄດ້ຄວາມຕ້ອງການ ໃນການພັດທະນາຂະແໜງການສຶກສາ; 6. ພື້ນຖານວັດຖຸ - ເຕັກນິກ ຂອງລະບົບການສຶກສາແລະກໍ່ສ້າງ ​ໄດ້ເພີ່ມຂຶ້ນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ; 7. ການຫັນຂະແໜງສຶກສາເປັນສັງຄົມ ແລະ ການຮ່ວມມືສາກົນ ໄດ້ຮັບການຍູ້ແຮງ ​ແລະ ບັນລຸໝາກຜົນສຳຄັນຫຼາຍຢ່າງ.

ແຕ່ວ່າ, ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ໂດຍສະເພາະແມ່ນ ຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຮູບແບບການເຕີບ​ໂຕ​ເສດຖະກິດ, ສັບຊ້ອນໂຄງປະກອບເສດຖະກິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ, ການສຶກສາແລະກໍ່ສ້າງ ຂອງປະເທດເຮົາກໍ່ຍັງມີຂໍ້ຈຳກັດ, ບົກຜ່ອງຫຼາຍຢ່າງ. ການສຶກສາຍັງບໍ່ທັນແມ່ນນະໂຍບາຍແຫ່ງຊາດຢ່າງແທ້ຈິງ, ຍັງບໍ່ທັນໄດ້ຮັບບູລິມະສິດສູງເທົ່າທີ່ຄວນ ໃນບັນດາແຜນພັດທະນາເສດຖະກິດ - ສັງຄົມ ແລະ ຍັງບໍ່ທັນ​ໄດ້ຖືເປັນປັດໄຈຕັດສິນ ຂອງການພັດທະນາປະເທດຊາດ. ຂໍ້ຈຳກັດ, ຂາດ​ຕົກບົກຜ່ອງຫຼາຍຢ່າງ ຂອງການສຶກສາແລະກໍ່ສ້າງ ທີ່ໄດ້ຖືກຍົກຂຶ້ນ ນັບແຕ່ມະຕິກອງປະຊຸມສູນກາງພັກ ຄັ້ງທີ 2 ສະໄໝທີ VIII, ແຕ່ໄດ້ຮັບການແກ້ໄຂຊັກຊ້າ, ມີບາງດ້ານຍັງໜັກໜ່ວງຕື່ມອີກ. ວິທະຍາສາດການສຶກສາຍັງລ້າຫຼັງ. ຄຸນນະພາບການສຶກສາ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ - ສັງຄົມ; ຍັງບໍ່ທັນສ້າງ​ໃຫ້​ມີທ່າໄດ້ປຽບ​ໃນ​ການແກ່ງແຍ້ງ ດ້ານຊັບພະຍາກອນມະນຸດ ຂອງປະເທດເຮົາ ເມື່ອທຽບກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ຍັງບໍ່ທັນຕັ້ງໜ້າປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າວັດທະນະທຳມູນເຊື້ອອັນປະເສີດ ຂອງຊາດ. ການຄຸ້ມຄອງລັດດ້ານການສຶກສາ ຍັງບໍ່ສອດຄ່ອງຫຼາຍດ້ານ. ງົບປະມານລົງທຶນໃຫ້​ແກ່​ການສຶກສາຍັງຈຳກັດ. ຍັງຂາດການຄາດຄະເນຄວາມຕ້ອງການ ດ້ານຊັບພະຍາກອນມະນຸດ ໃນຂະບວນວິວັດຫັນປະເທດເປັນອຸດສາຫະກຳ ທັນສະໄໝ ແລະ ຄວາມຕ້ອງການໃນການສຶກສາຮ່ຳຮຽນ ຂອງປະຊາຊົນ ເພື່ອເປັນພື້ນຖານໃຫ້ວຽກງານກຳນົດແຜນພັດທະນາການສຶກສາ.

2. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຫັນເປັນອຸດສາຫະກຳ ທັນສະໄໝ ແລະ ເຊື່ອມໂຍງສາກົນ ຕ້ອງປ່ຽນແປງໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງ. ນັ້ນແມ່ນ ປ່ຽນແປງໃໝ່ບັນດາບັນຫາໃຫຍ່, ແກ່ນສານ, ຈຳເປັນ, ຈາກຈິນຕະນາການ ທັດສະນະ ຕະຫຼອດຮອດຈຸດໝາຍ ລະບົບ ຫຼັກສູດການສຶກສາ, ບັນດານະໂຍບາຍ ກົນໄກ ແລະ ບັນດາເງື່ອນໄຂ ຮັບປະກັນຄຸນນະພາບການສຶກສາ. ປ່ຽນແປງໃໝ່ໃນທຸກຊັ້ນຮຽນ ແລະ ລະດັບການສຶກສາ-ກໍ່ສ້າງ, ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ນັບທັງຢູ່ໃນສາຍພົວພັນລະຫວ່າງຄອບຄົວ ໂຮງຮຽນ ແລະ ສັງຄົມ. ປ່ຽນແປງໃໝ່ ເພື່ອສ້າງບາດກ້າວຫັນປ່ຽນທີ່ເຂັ້ມແຂງ ດ້ານຄຸນນະພາບ ແລະ ປະສິດທິຜົນ ຂອງການສຶກສາ, ຕອບສະໜອງໃຫ້ດີຍິ່ງຂຶ້ນ ຕໍ່ຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຕອບສະໜອງການສຶກສາຮ່ຳຮຽນຂອງປະຊາຊົນ.

ປ່ຽນແປງໃໝ່ຕ້ອງຮັບປະກັນລັກສະນະລະບົບ, ມີວິໄສທັດກວ້າງໄກ, ມີບັນດາວິທີແກ້ໄຂທີ່ເປັນລະ ບົບຄົບຊຸດ, ມີຄວາມສາມາດຈັດຕັ້ງປະຕິບັດ, ມີພື້ນຖານວິທະຍາສາມາດ; ທັງປັບປຸງ ເສີມຂະຫຍາຍບັນ ດາຜົນສຳເລັດ ແລະ ອັນພົ້ນເດັ່ນ ຂອງການປ່ຽນແປງໃໝ່, ທັງເດັດດ່ຽວແກ້ໄຂຄວາມຜິດເຂວ ກໍ່ຄືວຽກງານທີ່ຝືນກັບກົດເກນ; ແກ້ໄຂໂດຍພື້ນຖານບັນດາຂໍ້ຈຳກັດ ຂໍ້ຂາດຕົກບົກຜ່ອງທີ່ແກ່ຍາວ ທີ່ຄວມພາໃຫ້ເກີດຄວາມເດືອນຮ້ອນໃນສັງຄົມ; ຂະຫຍາຍ ເປີດກວ້າງບັນດາປັດໄຈຕັ້ງໜ້າ ແລະ ບັນດາຕົວແບບ ​ແບບຢ່າງໃໝ່. ປ່ຽນແປງໃໝ່ຢ່າງມີຈຸດສຸມ ຈຸດໜັກ ມີຄວາມເໝາະສົມ ກັບສະພາບຕົວຈິງຂອງປະເທດ, ທ້ອງຖິ່ນ. ບັນດາຄວາມຈຳກັດ ສິ່ງທ້າທາຍໃນການສຶກສາ ຕ້ອງໄດ້ຖືກຮັບຮູ້ຢ່າງເລິກເຊິ່ງ, ມີວິທີແກ້ໄຂທີ່ມີປະສິດທິພາບ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອນຳເອົາພາລະກິດການສຶກສາຂຶ້ນສູ່ລະດັບໃໝ່. ​ໃນການຜັນຂະຫຍາຍພາລະກິດປ່ຽນແປງໃໝ່, ຕ້ອງເອົາໃຈໃສ່ເປັນພິເສດ ຕໍ່ວຽກງານການກະກຽມຢ່າງຄົບຖ້ວນ ບັນດາເງື່ອນໄຂຕ່າງໆ ເພື່ອຮັບປະກັນໄຊຊະນະ. ຕ້ອງເຊື່ອມຊຶມທິດນຳ: ຕັ້ງໜ້າ, ຮີບດ່ວນ ແຕ່ບໍ່ຟ້າວຟັ່ງ, ປະຖົມປະຖານ; ປະສານສົມທົບການແກ້ໄຂຂໍ້ຜິດພາດ ຈຸດອ່ອນ ຂໍ້ຂາດຕົກບົກຜ່ອງ ກັບການປັງປຸງບັນດາຜົນສຳເລັດ ແລະ ການພັດທະນາ ຂະຫຍາຍກວ້າງບັນດາປັດໄຈ ອົງປະກອບໃໝ່ທີ່ພົ້ນເດັ່ນ, ກ້າວໜ້າ, ເໝາະສົມກັບເງື່ອນໄຂເສດຖະກິດ - ສັງຄົມຕົວຈິງຂອງປະເທດ ແລະ ສີສັນຊາດຫວຽດນາມ.

ໜຶ່ງໃນບັນດາທັດສະນະຊີ້ນຳການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງ ແມ່ນສຸມໃສ່ການຫັນປ່ຽນຈາກ ເອົາໃຈໃສ່ການປະກອບຄວາມຮູ້​ເປັນ​ຕົ້ນຕໍ ໄປສູ່ການພັດທະນາຢ່າງຮອບດ້ານຄຸນທາດ ແລະ ກຳລັງຄວາມສາມາດ ຂອງຜູ້ຮຽນ, ປະສານສົມທົບລະຫວ່າງສອນໜັງສື ສອນຄົນ ກັບສິດສອນວິຊາຊີບ; ຫັນປ່ຽນຈາກ ເອົາໃຈໃສ່ຕົ້ນຕໍ​ເຖິງການພັດທະນາດ້ານຂະໜາດ ໄປສູ່ການຮັບປະກັນການພັດທະນາທັງຂະໜາດ ຄຸນນະພາບ ແລະ ປະສິດທິພາບການສຶກສາ; ກໍ່ສ້າງພື້ນຖານການສຶກສາຮຽນຈິງ, ອາຊີບຈິງ, ໃນນັ້ນປະຊາຊົນທຸກ ຄົນລ້ວນແຕ່ໄດ້ຮັບໂອກາດຮ່ຳຮຽນຕະຫຼອດຊີວິດ ໃນເງື່ອນໄຂສັງຄົມສຶກສາ.

3. ປ່ຽນແປງໃໝ່ການສຶກສາມະຫາວິທະຍາໄລ ແລະ ອາຊີວະ​ສຶກສາ, ຫັນຈາກການສຶກສາ ກໍ່ສ້າງຕາມຄວາມສາມາດ ຂອງບັນດາສະຖາບັນການສຶກສາ ໄປສູ່ການສຶກສາກໍ່ສ້າງຕາມຄວາມຮຽກຮ້ອງ ຕ້ອງການສັງຄົມ, ຕະຫຼາດແຮງງານ; ປະຕິບັດກົນໄກສັ່ງສິນຄ້າ ບົນພື້ນຖານລະບົບກຳນົດລະດັບເສດຖະກິດ - ເຕັກນິກ, ມາດຕະຖານຄຸນນະພາບ ຂອງປະເພດການບໍລິການສຶກສາກໍ່ສ້າງ. ສິດເປັນເຈົ້າຕົນເອງ ຂອງສະຖາບັນການສຶກສາມະຫາວິທະຍາໄລໄດ້ເພີ່ມຂຶ້ນ, ໄປຄຽງຄູ່ກັບການຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ ຂອງບັນດາສະຖາບັນການສຶກສາມະຫາວິທະຍາໄລ ແລະ ອາຊີວະ​ສຶກສາ ແລະ ຍູ້ແຮງວຽກງານກວດສອບ ກວດການຂອງບັນດາສຳນັກງານ ອົງການຄຸ້ມຄອງ. ການແບ່ງຊັ້ນ, ຈັດປະເພດສະຖາບັນການ ສຶກສາມະຫາວິທະຍາໄລໄປ ຕາມກຳນົດທິດຄົ້ນຄວ້າ, ກຳນົດທິດປະຢຸກ​ໃຊ້, ກຳນົດການປະຕິບັດຕົວຈິງ ບົນພື້ນຖານກຳລັງຄວາມສາມາດ, ໝາກຜົນການກວດກາຄຸນນະພາບການສຶກສາ ຂອງແຕ່ລະສະຖາບັນການສຶກສາ.

ປ່ຽນແປງໃໝ່ເນື້ອໃນການສຶກສາມະຫາວິທະຍາໄລ ແລະ ອາຊີວະສຶກສາ ຕ້ອງສະໜອງໃຫ້ຜູ້ຮຽນ ຕາມທິດພື້ນຖານ, ປະສົມປະສານໃນທຸກຂົງເຂດຄວາມຮູ້ ແລະ ຄວາມຊຳນານງານທີ່ຈຳເປັນ ໄປພ້ອມ ກັບການຝຶກຝົນຫຼໍ່ຫຼອມ ດ້ານລະບຽບວິໄນ, ທ່າທີອອກແຮງງານ ແລະ ຄວາມເຂົ້າໃຈສັງຄົມ ເພື່ອສາມາດເຮັດວຽກ, ຮັບເອົາຜົນສຳເລັດວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກ້າວໜ້າໃນໂລກ, ໂດຍສະເພາະແມ່ນ ໃນບັນດາຂະແໜງການເສດຖະກິດ, ວິທະຍາສາດ - ເຕັກນິກ, ເຕັກໂນໂລຊີ, ສາທາລະນະສຸກ; ຕອບສະໜອງຄວາມຮຽກຮ້ອງຕ້ອງການ ດ້ານບຸກຄະລາ​ກອນ ໃນເງື່ອນໄຂເສດຖະກິດ - ສັງຄົມ ແລະ ວິທະຍາສາດ - ເຕັກໂນໂລຊີໂລກກຳລັງຂະຫຍາຍຕົວ ຂະໜາດວຽກເຮັດງານທຳມີການປ່ຽນແປງຢ່າງໄວວາ ແລະ ແກ່ງແຍ້ງສູງ. ມີກົນໄກເພື່ອໃຫ້ຜູ້ໃຊ້ແຮງງານເຂົ້າຮ່ວມໃນການກໍ່ສ້າງ, ດັດປັບ, ປະຕິບັດຫຼັກສູດການສຶກສາ, ຕີລາຄາກຳລັງຄວາມສາມາດຂອງຜູ້ຮຽນ ແລະ ການລົງທຶນໃນຂົງເຂດການສຶກສາ. ເພີ່ມທະວີການຄົ້ນຄວ້າວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຊີ ຂອງບັນດາສະຖາບັນການສຶກສາມະຫາວິທະຍາໄລ; ຕິດພັນຢ່າງສະໜິດແໜ້ນ ລະຫວ່າງການສຶກສາ ແລະ ຄົ້ນຄວ້າ, ລະຫວ່າງບັນດາສະຖາບັນການສຶກສາ ກັບບັນດາຫົວໜ່ວຍການຜະລິດ, ທຸລະກິດ. ໃຫ້ບູລິມະສິດ​ແກ່ການລົງທຶນຄົ້ນຄວ້າວິທະຍາສາດປາຍແຫຼມ, ຫ້ອງທົດລອງພິເສດ, ຫ້ອງທົດລອງສະ​ເພາະຂະແໜງການ, ສູນເຕັກໂນໂລຊີສູງ, ໜ່ວຍງານທົດລອງການຜະລິດທີ່ທັນສະໄໝ ໃນສະຖາບັນການສຶກສາ ມະຫາວິທະຍາໄລຈຳນວນໜຶ່ງ; ສັ່ງສິນຄ້າ ແລະ ກຳນົດງົບປະມານລາຍຈ່າຍ ຕໍ່ພາລະກິດວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ບັນດາສະຖາບັນການສຶກສາມະຫາວິທະຍາໄລ. ມີນະໂຍບາຍສົ່ງເສີມນັກສຶກສາຄົ້ນຄວ້າວິທະຍາສາດ.

ປ່ຽນແປງໃໝ່ການເຄື່ອນໄຫວກວດກາ, ຕີລາຄາຄຸນນະພາບການສຶກສາມະຫາວິທະຍາໄລ ແລະ ການສຶກສາວິຊາຊີບ ຕາມທິດຖືເປັນສຳຄັນການຕີລາຄາກຳລັງຄວາມສາມາດໃນການໄຈ້ແຍກ, ປະດິດສ້າງ, ແກ້ໄຂບັນຫາ ແລະ ທ່າທີວິຊາຊີບ, ກຳລັງຄວາມສາມາດໃນການຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ກຳລັງຄວາມສາມາດໃນການປະຕິບັດ ທີ່​ສົມ​ຄູ່​ກັບລະດັບການສຶກສາ - ກໍ່ສ້າງ, ກຳລັງ ຄວາມສາມາດໃນການປັບຕົວ ເຂົ້າກັບສະພາບແວດລ້ອມເຮັດວຽກຂອງຜູ້ຮຽນ. ໃນໄລຍະຕໍ່ໜ້າ, ຈະສ້າງຕັ້ງບັນດາຫົວໜ່ວຍ ກວດກາຄຸນນະພາບການສຶກສາ ເອກະລາດ ເພື່ອກວດກາບັນດາເງື່ອນໄຂທີ່ຮັບປະກັນ ຕໍ່ຄຸນນະພາບການສຶກສາ; ປະຕິບັດການ​ແບ່ງ​ຊັ້ນ, ຈັດປະເພດ ບັນດາສະຖາບັນສຶກສາ, ແຈ້ງປະກາດຢ່າງເປີດເຜີຍ ເພື່ອໃຫ້ສັງຄົມຮັບຮູ້ ແລະ ມີສ່ວນຮ່ວມຕິດຕາມກວດກາ. ພ້ອມກັນນັ້ນ, ກໍ່ເພີ່ມທະວີວຽກງານກວດສອບ ກວດກາ ຂອງບັນດາອົງການຄຸ້ມຄອງລັດດ້ານການສຶກສາ ແລະ ກໍ່ສ້າງ.

4. ຕໍ່ກັບການສຶກສາສາມັນ, ມີການປ່ຽນແປງໃຫຍ່ຫຼວງດ້ານຫຼັກສູດການສຶກສາ, ເນື້ອໃນປຶ້ມແບບຮຽນ ແລະ ການຈັດຕັ້ງການສຶກສາຢູ່ໂຮງຮຽນ.

ກ່ອນອື່ນໝົດ, ດ້ານຫຼັກການ ແລະ ວິທີສ້າງຫຼັກສູດ ແລະ ປຶ້ມແບບຮຽນ: ໃນການປະຕິຮູບການສຶກ ສາແຕ່ລະຄັ້ງກ່ອນນີ້ ໄດ້ມີເນື້ອໃນໃໝ່ ແລະ ບັນລຸໄດ້ໝາກຜົນຕົວຈິງທີ່ໜ້ານັບຖື. ແຕ່ເບິ່ງຄືນໂດຍລວມ ​ໃນລະດັບຍຸດທະສາດ ແລະ ຄວາມຍືນຍົງ​ແລ້ວ ກໍ່ເຫັນວ່າ ໃນການປະຕິຮູບການສຶກສາສາມ​ຄັ້ງທີ່ຜ່ານມາ, ແນວຄິດຊີ້ນຳ ແລະ ການສ້າງຫຼັກສູດການສຶກສາສາມັນ ຍັງຮັກສາຕາມຫຼັກການ: ບັນດາວິຊາຮຽນຂອງໂຮງຮຽນສາມັນ​ສຶກສາ ໄດ້ຮັບການສ້າງຕາມບັນດາຂົງເຂດວິທະຍາສາດສະເພາະ, ລວມມີ: ວັນນະຄະດີ, ປະຫວັດສາດ, ພູມສາດ, ຄະນິດສາດ, ຟີຊິກສາດ, ​ເຄມີສາດ…; ເນື້ອໃນປຶ້ມແບບຮຽນວິຊາຮຽນຕ່າງໆ ຂອງແຕ່ລະຫ້ອງຮຽນ ຢູ່ໂຮງຮຽນສາມັນ​ສຶກສາ ລ້ວນແຕ່ໄດ້ສ້າງຂຶ້ນຕາມເສັ້ນໂຄຈອນປິ່ນອ້ອມຈຸດໃຈກາງ.

ຍ້ອນຄວາມຮູ້ຂອງມວນມະນຸດຂະຫຍາຍຕົວຄືກັບລົມພະຍຸໃນປັດຈຸບັນ, ດ້ວຍການອອກແບບດັ່ງກ່າວນັ້ນ, ບໍລິມາດຄວາມຮູ້ ຕ້ອງໄດ້ນຳເຂົ້າໃນໂຮງຮຽນ ນັບມື້ນັບຫຼາຍກວ່າເກົ່າ; ບໍລິມາດດັ່ງກ່າວ ນຳເຂົ້າໃນແຕ່ລະຂັ້ນຮຽນຕາມລຳດັບ (ປະລິນຍາເອກ, ມະຫາວິທະຍາໄລ, ວິທະຍາໄລ) ແລະ ນຳ​ເຂົ້າ​ໃນສາມັນສຶກສາ ນັບ​ມື້​ນັບ​ຫຼາຍ. ນີ້ແມ່ນໜຶ່ງໃນບັນດາສາຍເຫດອັນເລິກເຊິ່ງ ທີ່ພາໃຫ້ເກີດສະພາບ​ເນື້ອ​ໃນ​ຮ່ຳຮຽນເຫຼືອລົ້ນ ແລະ ການສິດສອນເພີ່ມ, ຮຽນເພີ່ມທີ່ແຜ່ຊ່ານເຊັນໄປ. ການອອກແບບດັ່ງກ່າວນັ້ນ ແນ່ນອນຈະພາໃຫ້ຄວາມຮູ້ທີ່ສິດສອນແລະຮ່ຳຮຽນ ຢູ່ໃນໂຮງຮຽນມີລັກສະນະສະຖາບັນດິດ, ຫ່າງເຫີນຈາກຊີວິດ; ຄວາມຮູ້ໃນການຮ່ຳຮຽນຈຳນວນບໍ່ໜ້ອຍ (ຮຽນຍາກ, ເສຍເວລາ ແລະ ເຫື່ອແຮງຫຼາຍ) ຢູ່ໃນໂຮງຮຽນສາມັນສຶກສາ ຊ້ຳພັດໄດ້ນຳໃຊ້ເຂົ້າໃນຊີວິດໜ້ອຍທີ່ສຸດ. ແລະ ໃນດ້ານອື່ນ, ຕໍ່ກັບນັກຮຽນເກັ່ງ, ມີຄວາມສາມາດ ແລະ ພອນສະຫວັນ, ຫຼັກສູດການຮຽນກໍ່ບໍ່ເໝາະສົມ (ທັງໜັກໜ່ວງ ຍ້ອນການຮຽນຫຼາຍເນື້ອໃນແຕກຕ່າງກັນ, ທັງເບົາບາງຕໍ່ກັບສ່ວນທີ່ເປັນຄວາມມັກ ແລະ ພອນສະຫວັນ).

ໃນການປ່ຽນແປງໃໝ່ເທື່ອນີ້, ການອອກແບບຫຼັກສູດການຮຽນ ແລະ ຈັດຕັ້ງການຮຽບຮຽງປຶ້ມແບບ ຮຽນໃໝ່ ຈະມີການປ່ຽນແປງຢ່າງໃຫຍ່ຫຼວງ, ພື້ນຖານ, ດ້ວຍຫຼັກການ: ສະສົມທ້ອນໂຮມສູງຢູ່ຫ້ອງຮຽນ ແລະ ຊັ້ນຮຽນຂັ້ນລຸ່ມ; ເລືອກເຟັ້ນດ້ວຍຕົນເອງ ແລະ ຈັດແບ່ງສູງຢູ່ຫ້ອງ ແລະ ຊັ້ນຮຽນຂັ້ນເທິງ. ການອອກແບບດັ່ງກ່າວນີ້ ອະນຸຍາດໃຫ້ສາມາດເລືອກເຟັ້ນຢ່າງມີຈຸດໝາຍ ໃນບໍລິມາກຄວາມຮູ້ທີ່ໃຫຍ່ຫຼວງ, ອຸດົມສົມບູນ ຂອງທຸກຂະແໜງວິທະຍາສາດ; ບັນດາເນື້ອໃນທີ່ເໝາະສົມກັບເກນອາຍຸ (ຈິດຕະສາດ, ຄວາມສາມາດ, ຄວາມຮັບຮູ້,…) ຂອງນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ, ຕິດພັນກັບຊີວິດ, ເຈົ້າຮ່ວມຢ່າງແທ້ຈິງ ໃນຂະບວນວິວັດແຫ່ງການກຳເນີດຄຸນທາດ ແລະ ກຳລັງຄວາມສາມາດ ຂອງຜູ້ອອກແຮງງານໃໝ່.

ດ້ວຍຫຼັກສູນສະສົມທ້ອນໂຮມດັ່ງກ່າວນີ້, ພາຍຫຼັງສຳເລັດການສຶກສາມັດທະຍົມຕອນຕົ້ນ ນັກຮຽນຈະມີຄວາມຮູ້, ຄຸນທາດ ແລະ ຄວາມສາມາດທີ່ຈຳເປັນເພື່ອສຶກສາວິຊາຊີບ (ແບບຕິດພັນຕາມສາຍ), ຈາກນັ້ນ ກໍ່ສ້າງອາຊີບ. ຢູ່ຂັ້ນມັດທະຍົມຕອນປາຍ, ຫຼັກສູດການຮຽນ ແລະ ປຶ້ມແບບຮຽນ ຈະໄດ້ຮັບການສ້າງຕາມທິດຈັດແບ່ງສູງ; ນັກຮຽນຈະອີງໃສ່ກຳລັງຄວາມສາມາດ ໃນການຮ່ຳຮຽນຂອງຕົນ, ເລືອກເຟັ້ນບັນດາວິຊາຮຽນແຕກຕ່າງກັນ ໃນແຕ່ລະຂົງເຂດວິທະຍາສາດສັງຄົມ - ມະນຸດສາດ, ວິທະຍາສາດທຳມະຊາດ… ການສ້າງຫຼັກສູດຄືແນວນັ້ນ ຈະຊ່ວຍໃນການກຳນົດທິດຂະແໜງການອາຊີບ ຂອງນັກຮຽນ, ພ້ອມກັນນັ້ນກໍ່ບໍ່ສ້າງຄວາມກົດດັນ ໃນການສະໜອງຄວາມຮູ້ ໃນທຸກຂະແໜງວິທະຍາສາດຢູ່ໂຮງຮຽນ, ສ້າງຄວາມສາມາດຕົວຈິງເພື່ອແກ້ໄຂ ປະກົດການເຫຼືອລົ້ນ ແລະ ສອນເພີ່ມ, ຮຽນເພີ່ມແບບແຜ່ຊ່ານເຊັນໄປ ຄືປັດຈຸບັນ.

ຖອດຖອນບົດຮຽນຈາກການປ່ຽນແປງໃໝ່ຫຼັກສູດ ປຶ້ມແບບຮຽນໃນແຕ່ລະຄັ້ງເມື່ອກ່ອນນີ້, ການປ່ຽນປຶ້ມແບບຮຽນໃນສະເພາະໜ້ານີ້ ຈະຜັນຂະຫຍາຍໄປພ້ອມໆກັນ ເລີ່ມແຕ່ບັນດາຫ້ອງຮຽນທຳອິດຂອງປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ. ດ້ວຍວິທີການໃໝ່ນີ້, ຈະຫຼຸດຜ່ອນດ້ານເວລາປ່ຽນປຶ້ມໃນບາງປີ ແຕ່ກໍ່ຍັງປ່ຽນແປງຕາມລຳດັບແຕ່ລະປີ, ແຕ່ຫ້ອງລຸ່ມຂຶ້ນສູ່ຫ້ອງເທິງ ໃນຊັ້ນຮຽນໜຶ່ງໆ.

ສອງ, ກ່ຽວກັບວິທີສິດສອນ ແລະ ຮ່ຳຮຽນ: ໃນຊຸມປີຜ່ານມາ, ວິທີສິດສອນ ແລະ ຮ່ຳຮຽນຢູ່ໂຮງ ຮຽນສາມັນ ໂດຍທົ່ວໄປຍັງເປັນແບບ: ອາຈານສອນ, ນັກຮຽນຈົດ. ຄວາມຮູ້ທີ່ອາຈານສອນ ນັກຮຽນເປັນຜູ້ຮັບ, ຈົດກ່າຍ ຈື່ຈຳເພື່ອກວດກາ ແລະ ສອບເສັງ. ດ້ວຍເຫດນັ້ນ, ນັກຮຽນຕົກທ່າຮັບໃນການຮັບເອົາບົດສອນ ຢ່າງສິ້ນເຊີງ. ການສິດສອນ ແລະ ຮ່ຳຮຽນຄືແນວນັ້ນ ຕອບສະໜອງໄດ້ໜ້າດີ “ຖ່າຍທອດຄວາມຮູ້” ໃຫ້ແກ່ນັກຮຽນ, ແຕ່ບໍ່ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງໃນການກຳເນີດ ແລະ ຂະຫຍາຍຄຸນທາດ ແລະ ກຳລັງຄວາມສາມາດ, ຄວາມເປັນເຈົ້າການຊອກຮູ້ ຄົ້ນຫາ ປະດິກສ້າງຂອງນັກຮຽນ.

ໃນການສ້າງຫຼັກສູນຮຽນໃໝ່, ຜູ້ເປັນອາຈານບໍ່ພຽງແຕ່ເປັນຜູ້ສະໜອງ, ຖ່າຍທອດຄວາມຮູ້ໃຫ້ແກ່ນັກ ຮຽນເທົ່ານັ້ນ, ຫາກຍັງເປັນທີ່ປຶກສາ, ຜູ້ຈັດຕັ້ງ, ຜູ້ຊີ້ນຳໃຫ້ນັກຮຽນຊອກຮູ້, ຄົ້ນຫາບັນດາຄວາມຮູ້ທີ່ຈຳ ເປັນຢ່າງເປັນເຈົ້າການ. ໂດຍຜ່ານການປ່ຽນແປງໃໝ່ດັ່ງກ່າວນີ້, ພວກເຮົາຈະຫັນຈາກການສອນຫຼາຍ, ຮຽນ ດ້ວຍຕົນເອງໜ້ອຍຄືປັດຈຸບັນ ໄປສູ່ການສອນໜ້ອຍ, ຮຽນດ້ວຍຕົນເອງຫຼາຍ; ຈາກການສອນຈຳນວນຫຼາຍ, ບຸກຄົນນັກຮຽນຮຽນດ້ວຍຕົນເອງ ໄປສູ່ການຊີ້ນຳຮ່ຳຮຽນເປັນກຸ່ມ, ແຕ່ລະກຸ່ມນັກຮຽນພ້ອມກັນສົນທະນາກຸ່ມ ເພື່ອປະຕິບັດສຳເລັດໜ້າທີ່ຂອງບົດຮຽນ.

ສາມ, ກ່ຽວກັບການຕີລາຄາ, ກວດກາ ແລະ ສອບເສັງ: ປັດຈຸບັນ, ຜົນການຮຽນຂອງນັກຮຽນໄດ້ນຳໃຊ້ ເພື່ອຕີລາຄາຄຸນນະພາບການສຶກສາຂອງໂຮງຮຽນ, ຂອງທ້ອງຖິ່ນ. ໃນໄລຍະຕໍ່ໜ້າ, ສອງວຽກງານດັ່ງກ່າວນີ້ ຈະຖືກແຍກອອກ, ເອກະລາດຕໍ່ກັນ. ສິ່ງດັ່ງກ່າວຈະຊ່ວຍໃຫ້ບັນດາສະຖາບັນສຶກສາ ບໍ່ຖືກກົດດັນຈາກຜົນງານ (ພາໄປສູ່ປະກົດການບໍ່ຊື່ສັດ); ພ້ອມກັນນັ້ນ, ລັດຕ້ອງມີສະຖິຕິຂໍ້ມູນຂ່າວສານທີ່ໜ້າເຊື່ອຖື ເພື່ອຄົ້ນຄວ້າ, ວາງນະໂຍບາຍການພັດທະນາການສຶກສາ ຢ່າງເໝາະສົມ ແລະ ມີປະສິດທິຜົນ.

ພ້ອມກັບການປ່ຽນແປງໃໝ່ວິທີສິດສອນ ແລະ ຮ່ຳຮຽນ, ພວກເຮົາຈະຫັນການສອບເສັງ, ກວດກາ ປັດຈຸບັນ (ຕົ້ນຕໍແມ່ນກວດກາການຮັບຄວາມຮູ້ຂອງນັກຮຽນ) ມາເປັນການສອບເສັງ, ກວດກາກຳລັງຄວາມ ສາມາດ ແລະ ຄຸນທາດທີ່ກຳເນີດຂຶ້ນ ຂອງນັກຮຽນ.

5. ໃນສາມປີຜ່ານມາ, ພ້ອມກັບການຄົ້ນຄວ້າ, ກໍ່ສ້າງ ແລະ ປັບປຸງບູລະນະໂຄງການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງ, ຂະແໜງການສຶກສາໄດ້ທົດລອງ ຮູບແບບການສຶກສາໃໝ່ຈຳນວນໜຶ່ງ ເຊັ່ນ: ສອນພາສາຫວຽດ ຫ້ອງປະຖົມ 1 ຕາມເຕັກໂນໂລຊີສຶກສາໃຫ້ນັກຮຽນຫຼາຍກວ່າ 170.000 ຄົນ ຢູ່ໃນໂຮງຮຽນປະຖົມ 2.300 ແຫ່ງ ຂອງ 34 ແຂວງໃນທົ່ວປະເທດ; ຜັນຂະຫຍາຍ ຮູບແບບໂຮງຮຽນໃໝ່ ຢູ່ໃນໂຮງຮຽນ 1.447 ແຫ່ງ (ໃນນັ້ນຢູ່ເຂດພົບຄວາມຫຍຸ້ງຍາກ ແມ່ນ 1.143 ແຫ່ງ) ຂຶ້ນກັບ 63 ແຂວງ, ນະຄອນ ເຊິ່ງມີຈຳນວນນັກຮຽນເຖິງ 325.000 ຄົນ; ນຳໃຊ້ວິທີ “ຝາມືປັ້ນແປ້ງ” ຢູ່ໃນໂຮງຮຽນປະຖົມ 120 ແຫ່ງຂຶ້ນກັບ 63 ແຂວງ, ນະຄອນ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 180​ ແຫ່ງ ຂຶ້ນກັບ 6 ເມືອງຂອງ 12 ແຂວງເຂົ້າຮ່ວມການທົດລອງ; ການຈັດຕັ້ງງານປະກວດປະດິດສ້າງວິທະຍາສາດ - ເຕັກນິກ ສະເພາະນັກຮຽນສາມັນສຶກສາ, ດຶງດູດເອົາການເຂົ້າຮ່ວມຂອງໂຮງຮຽນ 94 ແຫ່ງຂອງ 34 ແຂວງ, ນະຄອນ; ການຈັດຕັ້ງງານປະກວດການໝູນໃຊ້ຄວາມຮູ້ຊັບພະວິຊາ ເພື່ອແກ້ໄຂບັນດາສະພາບການຕົວຈິງ, ດຶງດູດເອົານັກຮຽນຫຼາຍໝື່ນຄົນເຂົ້າຮ່ວມ…

ການທົດລອງບໍ່ພຽງແຕ່ດຳເນີນໃນແຂວງໜຶ່ງ, ນະຄອນດຽວ ຫຼື ຢູ່ບັນດາທ້ອງຖິ່ນທີ່ມີເງື່ອນໄຂເອື້ອ ອຳນວຍເທົ່ານັ້ນ, ຫາກຍັງໄດ້ຜັນຂະຫຍາຍທັງຢູ່ບັນດາແຂວງທີ່ພົບຄວາມຫຍຸ້ງຍາກທີ່ສຸດ, ເຊັ່ນ: ລາວກາຍ, ກອນຕູມ, ບັກກ້ານ, ກ່າເມົາ, ກຽນຢາງ… ບັນດາຕົວແບບທີ່ໄດ້ຜັນຂະຫຍາຍນັ້ນ ສາມາດແກ້ໄຂປະກົດການສອນເພີ່ມ, ຮຽນເພີ່ມທີ່ແຜ່ຊ່ານເຊັນໄປ ແລະ ລວມທັງສະພາບເຫຼືອລົ້ນ; ເບື້ອງຕົ້ນໄດ້ປ່ຽນແປງວິທີການສິດສອນ ແລະ ຮ່ຳຮຽນ, ຍົກສູງໄດ້ລັກສະນະເປັນເຈົ້າການ ແລະ ປະດິດສ້າງຂອງນັກຮຽນ, ໃຫ້ເຫັນເຖິງຄວາມສາມາດໃນການແກ້ໄຂ ສະພາບໜັກໃນການສິດສອນ, ເບົາບາງໃນການສອນວິຊາຊີບ ແລະ ສອນຄົນ; ໜັກດ້ານທິດສະດີ, ເບົາບາງດ້ານປະຕິບັດ ທີ່ພວມເກີດຂຶ້ນປັດຈຸບັນ. ຜົນສຳເລັດຂອງບັນດາຕົວແບບທົດລອງ ໄດ້ຢືນຢັນເຖິງຄວາມຖືກຕ້ອງ, ລັກສະນະຕົວຈິງ ແລະ ຄວາມສາມາດຂະຫຍາຍກວ້າງ ຂອງບັນດາຮູບແບບດັ່ງກ່າວນີ້ໃນອະນາຄົດ.

6. ເພື່ອຜັນຂະຫຍາຍສຳ​ເລັດຜົນພາລະກິດປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງ, ຂະແໜງສຶກສາຕ້ອງຜ່ານຜ່າຄວາມຮັບຮູ້, ຈິດຕະສາດ ແລະ ຄວາມລຶ້ງເຄີຍເກົ່າ ທີ່ໄດ້ຄົງຕົວມາເຫິງນານໃນຫຼາຍປີ… ຕ້ອງປ່ຽນແປງໃໝ່ຈາກຈິນຕະນາການ, ຄວາມຮັບຮູ້ດ້ານຈຸດໝາຍການ​ສຶກສາ, ເນື້ອໃນຫຼັກສູດ, ວິທີສິດສອນ, ກວດກາ - ຕີລາຄາ, ສອບເສັງ ຕະຫຼອດຮອດວິທີກໍ່ສ້າງ, ບຳລຸງຄູ - ອາຈານ, ເນື້ອໃນ ແລະ ວິທີບໍລິຫານການສຶກສາ. ປ່ຽນແປງ ແລະ ຈັດຕັ້ງຄືນໃໝ່ ຕັ້ງ​ແຕ່ກົງຈັກ, ຫຼັກສູດ ຕະຫຼອດຮອດວິທີສິດສອນ ຢູ່ໃນບັນດາໂຮງຮຽນສ້າງຄູ, ສ້າງຄວາມຕິດພັນສະໜິດແໜ້ນ ລະຫວ່າງໂຮງຮຽນສ້າງຄູ ກັບໂຮງຮຽນສາມັນ​ສຶກສາ… ພ້ອມກັນນັ້ນ, ລົບລ້າງຄວາມລຶ້ງເຄີຍແບບເກື້ອກູນ ໃນການສຶກສາແລະກໍ່ສ້າງ ເຊິ່ງປັດຈຸບັນພວມໜັກໜ່ວງຢູ່, ວິທີເຮັດວຽກແບບອາດຍາສິດ ໃນການປະພຶດ, ປະຕິບັດຕໍ່ການສຶກສາ ຂອງຫຼາຍຂັ້ນ, ຫຼາຍຂະແໜງການ, ຂອງຄູ - ອາຈານ ແລະ ພະນັກງານບໍລິຫານການສຶກສາ…

ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ອີກອັນໜຶ່ງ ທີ່ຕ້ອງອອກແຮງຜ່ານຜ່າແມ່ນ: ແຫຼ່ງກຳລັງຂອງລັດ ແລະ ຄວາມສາມາດຂອງພາກສ່ວນຄອບຄົວ ໃນການລົງທຶນໃຫ້ການສຶກສາແລະກໍ່ສ້າງ, ໂດຍສະເພາະແມ່ນ ກ່ຽວກັບການເງິນຍັງຖືກຈຳກັດທີ່​ສຸດ, ຍັງບໍ່ທັນຕອບສະໜອງໄດ້ ຄວາມຕ້ອງການຮັບປະກັນຄຸນນະພາບການສຶກສາ. ບັນຫານະໂຍບາຍ, ລະບອບອຸດໜູນຕໍ່ຄູ - ອາຈານຍັງຂ້ອງຄາ ຈຳກັນຫຼາຍຢ່າງ; ລາຍຮັບເງິນເດືອນຂອງຄູ - ອາຈານຈຳນວນສ່ວນຫຼາຍຍັງຕ່ຳ, ຍັງບໍ່ທັນຮັບປະກັນຄວາມ​ຕ້ອງການ​ອັນພື້ນຖານ ຂອງຊີວິດການ​ເປັນ​ຢູ່; ຈິດຕະສາດເບື່ອໜ່າຍອາຊີບ, ປະລະອາຊີບ ນັບມື້ຍິ່ງປະກົດຂຶ້ນຢ່າງຫຼວງຫຼາຍ… ນັ້ນແມ່ນສາຍເຫດຂອງຄວາມຫຍຸ້ງຍາກ ໃນການດຶງດູດເອົາບັນດານັກຮຽນເກັ່ງ ​ເຂົ້າຮຽນ​ໃນຂະແໜງສ້າງຄູ, ເຮັດໃຫ້ຄຸນນະພາບຖັນແຖວຄູ - ອາຈານຫຼຸດລົງ… ນອກຈາກນັ້ນ, ຄວາມຫຼຸດໂຕນຮ່ັງມີ - ທຸກຈົນໃນສັງຄົມ, ພົມລະເມືອງ, ການຂະຫຍາຍຕົວບໍ່ເທົ່າທຽມກັນ ລະຫວ່າງບັນດາທ້ອງຖິ່ນ, ເຂດພາກ ກໍ່ເປັນສາຍເຫດຂອງຄວາມຫຼຸດໂຕນກັນ ທາງດ້ານຄຸນນະພາບການສຶກສາ ລະຫວ່າງບັນດາເປົ້າໝາຍຜູ້ຮຽນ. ດ້ານອື່ນ, ການເຊື່ອມໂຍງສາກົນ ກໍ່ພວມພາໃຫ້​ເກີດມີຄວາມສ່ຽງຫຼາຍຢ່າງ ທີ່ບົ່ມຊ້ອນ, ເຊັ່ນ: ປະກົດການຫັນການສຶກສາເປັນການຄ້າ, ການຮັບ ເອົາວິຖີຊີວິດບໍ່ສົດໃສ, ອັນເປັນການບັ່ນທອນສີສັນຊາດ, ການປະກົດຕົວຂຶ້ນ ແລະ ນັບມື້ຍິ່ງເພີ່ມທະວີ ບັນດາປະເພດບໍລິການສຶກສາຄຸນນະພາບຕ່ຳ, ສວຍໃຊ້ການສອນເພີ່ມ, ຮຽນເພີ່ມ, ຊື້ຈ້າງເຂົ້າຮຽນ​ໃນ​ໂຮງຮຽນ​ດີ ແລະ ຊື້ຄະແນນ… ບັນດາຄວາມຫຍຸ້ງຍາກ ສິ່ງທ້າທາຍ​ ທີ່ກ່າວມາຂ້າງເທິງ ຮຽກຮ້ອງຄວາມເປັນເຈົ້າການ ປະດິດສ້າງຂອງພັກ, ຂອງທັງໝົດລະບົບການເມືອງ ກໍ່ຄືຂອງທົ່ວສັງຄົມ ແລະ ຂອງຂະແໜງການສຶກສາ ໃນການຈຳກັດ, ແກ້ໄຂສະພາບທີ່ພວມເກີດຂຶ້ນນັ້ນ ແນໃສ່ເພື່ອການປ່ຽນແປງໃໝ່ໂດຍພື້ນຖານ ແລະ ຮອບດ້ານຢ່າງແທ້ຈິງ.

ເຊື່ອມຊຶມບັນດາມະຕິຂອງພັກ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ຂອງລຸງໂຮ່, ໃນການສະ​ເຫຼີ​ມສະຫຼອງວັນມູນເຊື້ອຕ່າງໆ ຂອງຕົນ ແລະ ການໃຫ້ກຽດສັນລະເສີນຂອງສັງຄົມ, ຂະແໜງການສຶກສາ-ກໍ່ສ້າງ ຫາກໍ່ຈັດຕັ້ງການສະ​ເຫຼີ​ມສະຫຼອງ ວັນລຸງໂຮ່ ຝາກຈົດໝາຍສະບັບສຸດທ້າຍຂອງຕົນ ເຖິງຂະແໜງສຶກສາ ຄົບຮອບ 45 ປີ (15/10/1968 – 15/10/2013), ບັນດາຄູ - ອາຈານ, ພະນັກງານບໍລິຫານການສຶກສາ ແລະ ນັກຮຽນ - ນັກສຶກສາທົ່ວປະເທດ ສືບຕໍ່ຈາລຶກຄຳສອນຂອງລຸງໂຮ່: “ເຖິງຈະຫຍຸ້ງຍາກພຽງໃດ ກໍ່ຕ້ອງສືບຕໍ່ແຂ່ງຂັນສອນດີ ແລະ ຮຽນດີ”, ເສີມຂະຫຍາຍມູນເຊື້ອ ຂອງການສຶກສາປະຕິວັດຫວຽດນາມ, ​ເປັນ​ເຈົ້າ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ຄົງ​ຄ້າງ ​ແລະ ຂໍ້​ຂາດ​ຕົກ​ບົກພ່ອງ​ຂອງ​ຕົນ, ຕັດສິນໃຈເຮັດສຳເລັດຢ່າງດີເລີດ ພາລະກຳຂອງນັກຮົບຕະລຸມບອນ, ກຳລັງຫຼັກແຫຼ່ງ ໃນພາລະກິດແຫ່ງການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາແລະກໍ່ສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ກໍ່ສ້າງ ພື້ນຖານເສດຖະກິດພູມປັນຍາ ໃນພາລະກິດຫັນເປັນອຸດສາຫະກຳ ທັນສະໄໝ, ພັດທະນາພື້ນຖານເສດ ຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງສາກົນ.

ໂດຍ: ສຈ.ດຣ ຟ້າມຫວູລ້ວນ,

ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາ ແລະ ກໍ່ສ້າງ

------------------------------

 (1) ນັບແຕ່ຍາດໄດ້ເອກະລາດໃນປີ 1945 ຮອດປັດຈຸບັນ, ປະເທດເຮົາໄດ້ຜ່ານການປະຕິຮູບການ ສຶກສາ 3 ຄັ້ງ: ຄັ້ງທຳອິດ ປີ 1950, ຄັ້ງທີສອງ ປີ 1956 ແລະ ຄັ້ງທີສາມ ປີ 1981.

(*) ບົດ​ນີ້​ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 853 (ພະຈິກ ປີ 2013).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ