ວັນເສົາ, 21/9/2019
ການຈັດວາງຄືນໃໝ່ ໂຄງປະກອບຂະແໜງກະສິກຳຂອງຫວຽດນາມ ໃນປັດຈຸບັນ*
23/3/2014 11:34' ສົ່ງ ພິມ
ສະຫາຍ ສຈ.ດຣ ເວືອງດິ່ງເຮວ້, ກຳມະການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ

ພຶດຕິ​ກຳ ​ແລະ ຂໍ້​ຈຳກັດ ສິ່ງຄົງ​ຄ້າງຕ່າງໆ ​ໃນ​ການ​ຂະ​ຫຍາ​ຍກະສິກຳ​ຂອງ​ປະ​ເທດ​ເຮົາ ນັບ​ແຕ່​ການ​ປ່ຽນ​ແປງ​ໃໝ່​ມາ​ເຖິງ​ປັດຈຸບັນ

ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ ​ໄດ້​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ດ້ານໂຄງ​ປະກອບ​ເສດຖະກິດ ລະບຽບ​ກົດໝາຍ ​ແລະ ການຈັດ​ຕັ້ງ​ກະສິກຳ ຢ່າງເລິດ​ເຊິ່ງທີ່​ສຸດ, ດ້ວຍ​ການ​ຮັບ​ຮູ້​ເສດຖະກິດ​ຄອບຄົວ​ຊາວນາ​ເປັນ​ຫົວໜ່ວຍ​ຜະລິ​ດພື້ນຖານ​ຂອງ​ການ​ກະ​ເສດ ​ແລະ ຂະຫຍາຍ​ການ​ພົວພັນ​ຕະຫຼາດ​ຢູ່​ຊົນນະບົດ. ຍຸດ​ທະ​ສາດ​ພັດທະນາ​ການ​ຜະລິດ​ສະບຽງ​ອາຫານ​ ບົນ​ພື້ນຖານ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມຊ້ອນ​ໃນ​ການຜະລິດຢ່າງ​ສຸດ​ຂີດ​ ​ເພື່ອຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ ​ແລະ ​ເປີດ​ກວ້າງ​ການ​ສົ່ງ​ນອກນັ້ນ ​ໄດ້​ຊຸກຍູ້​​ໃຫ້ກະສິກຳ​ເຕີບ​ໂຕ​ຢ່າງ​ລຽນຕິດ ​ແລະ ໝັ້ນ​ທ່ຽງ​ໃນ​ຕະຫຼອດ​ຫຼາຍ​ທົດ​ສະ​ວັດ(1), ​ແກ້​ໄຂ​ໄດ້​ເປັນ​ຢ່າງ​ດີ​ຄວາມ​ສະຫງົບ​ດ້ານ​ສະບຽງ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມອຶດ​ຫີ​ວທຸກ​ຍາກ, ພາ​ໃຫ້​ປະ​ເທດ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ຂາ​ອອກ​ຜະລິດ​ຕະພັນ​ກະສິກຳ​ທີ່​ໃຫຍ່​ໃນ​ໂລກ(2). ການ​ຜະລິດ​ກະສິກຳ​ເພີ່ມ​ຂຶ້ນ​ ແລະ ຂະ​ຫຍາ​ຍຕົວຢ່າງ​ລຽນຕິດ​ໃນຕະຫຼອດ 20 ກວ່າ​ປີ. ​ແຕ່​ວ່າ, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ພວ​ມຊ້າ​ລົງ(3), ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ​ບົນ​ເສັ້ນທາງ​ກ້າວ​ຂຶ້ນ​ເປັນ​ຂະ​ແໜງ​ການ​ທີ່​ມີ​ການ​ຄຸ້ມ​ຄອງ ​ແລະ ມີ​ເຕັກ​ໂນ​​ໂລ​ຊີ​ທັນ​ສະ​ໄໝ, ຂະຫຍາຍຕົວ​​ໝັ້ນ​ທ່ຽງ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງສູງ ​ແລະ ມີ​ຄຸນຄ່າ​ເພີ່ມ​ສູງ.

ການ​ຫັນປ່ຽນ​ໂຄງ​ປະກອບ​ພາຍ​​ໃນ​ຂະ​ແໜງ​ກະສິກຳ​ສະ​ແດງ​ອອກ​ຢ່າງ​ຊັກ​ຊ້າ, ຂະ​ແໜງການ​ປູກຝັງ​ຍັງ​ກວມ​ອັດຕາ​ສ່ວນ​ຫຼາຍ(4) ​ແລະ ບໍ່​ຄ່ອຍ​ມີ​ການ​ປ່ຽນ​ແປງ​ໃນ​ເວ​ລາກ​ວ່າ 5 ປີ​ທີ່​ຜ່ານ​ມາ. ການ​ເຕີບ​ໂຕ​ຂ​ອງ​ກະສິກຳ​ຕົ້ນຕໍ​ແມ່ນ​ອີງ​ບົນ​ການ​ເປີດ​ກວ້າງ​ເນື້ອ​ທີ່​ການ​ຜະລິດ, ນຳ​ໃຊ້​ຊັບພະຍາກອນທຳ​ມະ​ຊາດ ​ແລະ ກຳລັງ​ແຮງ​ງານ​ເປັນ​ສຳຄັນ, ຄວາມ​ຈຸ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຍັງ​ຕ່ຳ, ຖືກ​ຕະຫຼາດ​ດັດສົມ​ໜ້ອຍ, ປະສິດທິ​ຜົນ​ການ​ຜະລິດ​ບໍ່​ສູງ, ບໍ່​ໝັ້ນຄົງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ. ປະສິດທິພາບ​ຂອງ​ແຮງ​ງານ​ກະສິກຳ​ຍັງ​ຕ່ຳ​ທີ່​ສຸດ(5). ຄວາມ​ຕົກ​ເຮ່ຍ​ເສຍ​ຫາຍ​ພາຍຫຼັງ​ເກັບ​ກ່ຽວ​ຫຼາຍ​ພໍ​ຄວນ ​ແລະ ສູງ​ກວ່າ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ​ໃນ​ໄລຍະ​ປີ 2006 - 2008, ຕາມ​ທະນາຄານ​ໂລກ (WB), ຄຸນຄ່າ​ເພີ່ມ/​ແຮງ​ງານ​ກະສິກຳ/ປີ ຂອງ​ຫວຽດນາມ​ກໍ່​ຕ່ຳ​ກວ່າ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ນັບ​ທັງ​ບາງ​ປະ​ເທດ​ທີ່​ເສດຖະກິດ​ຂະ​ຫຍາຍ​ຕົວ​ຊ້າ​ກວ່າ​ຫວຽດນາມ(6), ດັ່ງ​ນັ້ນ ຜົນ​ກຳ​ໄລ​ຂອງ​ຊາວນາ, ​ເປັນ​ຕົ້ນ​ແມ່ນ​ຂອງ​ຜູ້​ຜະລິດ​ເຂົ້າ ຈຶ່ງ​ຕ່ຳ​ແລະ​ບໍ່​ໝັ້ນ​ຄົງ ຊ້ຳ​ຍັງມີ​ທ່າ​ອຽງຫລຸດ​ລົງ​ໃນ​ແຕ່​ລະ​ຫົວໜ່ວຍ​ຜະລິດ​ຕະພັນ.

ທາງ​ດ້ານ​ການຈັດ​ຕັ້ງການ​ຜະລິດ, ຍັງ​ບໍ່​ທັນ​ສ້າງ​ຕັ້ງ​ໄດ້​ບັນດາ​ເຂດ​ຜະລິດ​ໃຫຍ່​ທີ່​ມີ​ການ​ຄຸ້ມ​ຄອງ​ແບບ​ທັນ​ສະ​ໄໝ, ຕິດ​ແໜ້ນ​ແບບ​ກາຍ​ອິນ​ຊີ​ລະຫວ່າງ​ແຜນ​ກຳນົດ​ກະສິກຳ ກັບ​ແຜນ​ກຳນົດ​ອຸດສາຫະກຳ​ປຸງ​ແຕ່ງ, ​ແຜນ​ກຳນົດ​ການ​ບໍລິການ ​ແລະ ນະ​ໂຍບາຍ​ສະໜັບສະໜູນ. ການ​ສົມທົບ​ເຊື່ອມ​ຕໍ່​ເຂດ​ໃນ​ການ​ຜະລິດ​ກະສິກຳ​ລະຫວ່າງ​ບັນດາ​ແຂວງ ​ແລະ ​ໃນ​ແຕ່ລະ​ແຂວງ​ຍັງ​ຫຼົມ​ແຫຼວ. ບັນດາ​ການຈັດ​ຕັ້ງ​ເສດຖະກິດ​ແບບ​ຮ່ວມ​ງານ, ບັນດາ​ຕົວ​ແບບ​ສົມທົບ​ເຊື່ອນ​ຕໍ່​ໃນ​ການຈັດ​ຕັ້ງ​ການ​ຜະລິດ​ກະສິກຳ ​ກໍ່​ຍັງບໍ່ທັນ​ຂະຫຍາຍຕົວທຽບ​ກັບ​ຄວາມ​ຕ້ອງການ ​ແລະ ມີ​ປະສິດທິ​ຜົນ​ຕ່ຳ. ການ​ສົມທົບ​ເຊື່ອມ​ຕໍ່​ລະຫວ່າງຊາວນາ ​ແລະ ວິ​ສາ​ຫະກິດ​ຍັງ​ອ່ອນ​ແອ ບໍ່​ໝັ້ນຄົງ. ການ​ສົມທົບ​ເຊື່ອມ​ຕໍ່​ລະຫວ່າງ​ກະສິກຳ ​ກັບ ອຸດສາຫະກຳ ​ແລະ ການ​ບໍລິການ​ຍັງ​ຖືກ​ຈຳກັດ​ທີ່​ສຸດ ນັບ​ທັງ​ດ້ານ​ການຈັດ​ຕັ້ງ​​ເທສະ ​ແລະ ດ້ານ​ພວງພະນັງຂະ​ແໜງ​ສິນຄ້າ. ການຈັດ​ຕັ້ງ​ເສດຖະກິດ​ແບບ​ຮ່ວມ​ງານ​ຂອງ​ຊາວນາ​ຍັງ​ຈຳກັດ, ບໍ່​ສາມາດ​ເປັນ​ຂົວ​ຕໍ່​ເຊື່ອມ​ໂຍງ​ລະຫວ່າງ​ຊາວນາ​ກັບ​ວິ​ສາ​ຫະກິດ, ດັ່ງ​ນັ້ນ ລັກສະນະ​ອັດຕະພາກ​ຂອງ​ຊາວນາ​ໃນ​ການ​ຜະລິດ​ຍັງ​ຖືກ​ຈຳກັດ.

ທາງ​ດ້ານ​ຕະຫຼາດ, ລາຄາ​ຜະລິດ​ຕະພັນ​ກະສິກຳ​ຂອງ​ຫວຽດນາມ​ຍາມ​ໃດ​ກໍ່​ຕ່ຳ​ກວ່າ​ທຽບ​ກັບ​ຂອງ​ປະ​ເທດ​ອື່ນ ຍ້ອນ​ຄຸນ​ນະພາ​ບຜະລິດ​ຕະພັນ​ຕ່ຳ​, ສ່ວນ​ຫຼາຍ​ແມ່ນ​ຂາຍ​ຜະລິດ​ຕະພັນ​ກະສິກຳ​ບໍ່​ສຳ​ເລັດ​ຮູບ, ການຈັດ​ຕັ້ງ​ບໍລິການ​ການ​ຄ້າ​ບໍ່​ດີ ​ແລະ ຍັງ​ບໍ່​ທັນ​ມີ​ເຄື່ອງໝາຍ​ການຄ້າ. ຫວຽດນາມ​ຍັງ​ບໍ່​ທັນມີ​ບັນດາ​ພວງ​ພະນັງ​ຂະ​ແໜງ​ສິນຄ້າ​ທີ່​​ເຂັ້ມແຂງ ​ເພື່ອຈະ​ສາມາດ​ແກ່ງ​ແຍ້​ງທາງ​ດ້ານ​ເຄື່ອງໝາຍ​ການ​ຄ້າ, ທາງ​ດ້ານ​ອະນາ​ໄມຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ ຄຸນ​ນະພາ​ບ(7).

ການ​ຮັກສາ​ຄວາມ​ສະຫງົບ​ດ້ານ​ສະບຽງ ຕິດ​ກັບ​ການ​ຮັກສາ​ເນື້ອ​ທີ່​ປູກ​ເຂົ້າ​ທີ່​ກວ້າງ​ໃຫຍ່, ຊັກ​ຊ້າ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ຕົ້ນ​ປູກ ​ໄດ້​​ເຮັດໃຫ້ການ​ເຕີບ​ໂຕ​ເສດຖະກິດ​ລວມຫລຸດ​ລົງ, ຍ້ອນ​ວ່າ​​ເນື້ອ​ທີ່ດິນນາ ​ແຫຼ່ງນ້ຳ ​ແຮງ​ງານ​ຈຳນວນ​ໜຶ່ງອາດ​ຈະ​ໄດ້​ໃຊ້​ເພື່ອ​ຜະລິດ​ຕົ້ນ​ປູກ​ຊະນິດ​ອື່ນ... ທີ່​ມີ​ປະສິດທິ​ພາບ ​ແລະ ຜົນ​ກຳ​ໄລ​ສູງ​ກວ່າ. ຢູ່​ຫຼາຍ​ເຂດ, ​ກະສິກຳ​ບໍ່​ແມ່ນຂົງ​ເຂດ​ຫາ​ລ້ຽງ​ຊີບ​ຕົ້ນຕໍ​ຂອງ​ຄອບຄົວ​ທຸກ​ຍາກ​ອີກ, ຊາວນານັບ​ມື້​ນັບ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະ​ລິດ​ກະສິກຳ ຍ້ອນ​ຄ່າ​ໃຊ້​ຈ່າຍ​ລົງທຶນ​ສູງ, ບໍ່​ເຂົ້າ​ເຖິງກັບ​ການ​ສະໜອງ​ອຸປະກອນ​ການ​ຜະລິດ​, ​ເປັນ​ຕົ້ນ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ; ລາຍ​ຮັບ​ລາຍ​ໄດ້​ຂອງ​ຊາວນາ​ໃນ​ປັດ​ຈຸ​ບັນ​ເຖິງ​ວ່າ​ໄດ້​ເພີ່ມ​ຂຶ້ນ​ທົບ 2,8 ​ເທົ່າ​ທຽບ​ກັບ​ປີ 2008 ກໍ່ຕາມ ​ແຕ່​ກໍ​ຍັງ​ຕ່ຳ​ທຽບ​ກັບ​ຄວາມ​ຕ້ອງການ​ຂອງ​ຊີວິດ​ການ​ເປັນ​ຢູ່, ​ໂຄງ​ປະກອບ​ລາຍ​ໄດ້​ກໍ່​ບໍ່​ສົມ​ເຫດ​ສົມ​ຜົນ(8).

ການ​ຂະຫຍາຍຕົວ ​ແລະ ຜົນສຳ​ເລັດ​ຂອງ​​ກະສິກຳ​ໃນ​ເວລາ​ທີ່​ຜ່ານ​ມາ​ຍັງ​ຕ້ອງ​ເສຍ​ຄ່າ​ແພງ​ຫຼາຍ ຍ້ອນ​ສິ່ງ​ແວດ​ລ້ອມ ​ແລະ ນິ​ເວດ​ວິທະຍາ​ຖືກ​ເສື່ອ​ມ​ເສຍ ​ເຊິ່ງ​ເປັນ​ຜົນ​ກະທົບ​ຫຍໍ້​ທໍ້​ເຖິງ​ລັກສະນະ​ໝັ້ນຄົງ​ຂອງກະ​ໂຕ​ບັນດາ​ລະບົບ​ການ​ຜະລິດ​ກະສິກຳ. ປະສິທິຜົນ​ການຜະລິດ​ຢູ່​ຫຼາຍ​ບ່ອນ​ໄດ້​ຫລຸດ​ລົງ, ຊ້ຳ​ບໍ່​ໜຳ​ມີ​ກໍລະ​ນີບໍ່​ມີ​ຄວາມ​ສາມາດ​ຜະລິດ​ອີກ. ​ເກືອບ​ຄື​ວ່າ​ພື້ນຖານ​ກະສິກຳ​ບໍ່​ມີ​ການ​ຄຸ້ມ​ຄອງດ້ານ​ນິ​ເວດ​ວິທະຍາ ​ແລະ ສິ່ງ​ແວດ​ລ້ອມ ດັ່ນນັ້ນ​ຈຶ່ງ​ນັບ​ມື້​ນັບ​ຂາດ​ຄວາມ​ໝັ້ນ​ທ່ຽງ. ​ແຜນ​ກຳນົດ​ການ​ຜະລິດ​ກະສິກຳ​ບໍ່​ລະອຽດ​ຕົວ​ຈິງ, ປ່ຽນ​ແປງ​ເລື້ອຍ, ບໍ່​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ນັກ​ລົງ​ທຶນ.

ບັນດາ​ສິ່ງ​ທ້າ​ທາຍ ຄວາມ​ຂັດ​ແຍ່ງທີ່​ຕ້ອງ​ສຸມ​ໃສ່​ແກ້​ໄຂ ​ໃນ​ວິວັດ​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ກະສິກຳ ​ຢູ່​ຫວຽດນາມ

ສິ່ງ​ທ້າ​ທາຍ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ເປົ້າ​ໝາຍ​ກໍ່ສ້າງ​ຖັນ​ແຖວ​ຊາວນາ​ທັນ​ສະ​ໄໝ ຊຳນິ​ຊຳນານ ກັບ​ສະພາບ​ລາຍ​ຮັບ​ລາຍ​ໄດ້​ຕ່ຳ​ຂອງ​ແຮງ​ງາ​ກະສິກຳປັດຈຸບັນ ທີ່​ສະ​ແດງ​ອອກ​ນັບ​ມື້​ນັບ​ຈະ​ແຈ້ງ. ຍ້ອມ​ວຽກ​ເຮັດ​ງານ​ທຳ​ໃນ​ການ​ກະ​ເສກ​ມີ​ລາຍ​ໄດ້​ຕ່ຳ, ​ໃນ​ເວລາ​ນັ້ນ ຫຼາຍ​ຄົນ​ພັດ​ມີ​ໂອກາດ​ຫາ​ວຽກ​ເຮັດງານທຳ​ທີ່​ດີກ​ວ່າ​ຢູ່​ໃນ​ອຸດສາຫະກຳ ການ​ບໍລິການ ​ແລະ ​ໃນ​ການ​ຂາ​ອອກ​ແຮງ​ງານ, ດັ່ງ​ນັ້ນ​ແຮງ​ງານ​ໜຸ່ມ​ບໍ່​ຢາກ​ເຮັດ​ການ​ກະ​ເສດ. ຕົວ​ເລກ​ສະຖິຕິ​ໃຫ້​ເຫັນ​ວ່າ, ​ແຮງ​ງານ​ຢູ່​ຊົນນະບົດ​ຍັງກວມ​ອັດຕາ​ສ່ວນ​ຫຼາຍ ​ແຕ່​ໂຄງ​ປະກອບ​ແຮງ​ງານ​ໄດ້​ມີ​ການ​ຜັນ​ປ່ຽນ​ຫຼາຍ, ສ່ວນ​ຫຼາຍ​ຢູ່​ໃນ​ໄວ​ອາຍຸ​ກາງ ​ແລະ ຜູ້​ເຖົ້າ. ​ແຮງ​ງານ​ຢູ່​ຊົນນະບົດ​ບໍ່​ພຽງ​ແຕ່​ເຮັດ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ພາລະ​ບົດບາດ​ສັງຄົມອີກ, ​ເຊັ່ນ​ເບິ່ງ​ແຍງ​ດູ​ແລເດັກນ້ອຍ ຜູ້​ເຈັບ​ເປັນ ຜູ້​ເຖົ້າ​ຜູ້​ແກ່. ລາຍ​ຮັບ​ລາຍ​ໄດ້​ນອກ​ການ​ກະ​ເສດ​ກວມ​ອັດຕາ​ສ່ວນ​ນັບ​ມື້​ນັບສູງ​ ໃນ​ລວມຍອດ​ລາຍ​ໄດ້​ຂອງ​ຄອບຄົວ​ຊາວນາ(9). ​ເປັນ​ອັນວ່າ, ຖ້າ​ຫາກ​​ກະສິກຳ​ຍັງ​ຜະລິດ​ຂະໜາດ​ນ້ອຍ, ລາຍ​ໄດ້​ໃນ​ຫົວໜ່ວຍ​ຜະລິດ​ຕະພັນ​ຄ່ອຍໆ​ຫລຸດລົງ ​ແມ່ນ​ລາຍ​ຮັບ​ລາຍ​ໄດ້​ກະສິກຳ​ກໍ່​ຍິ່ງ​ຫລຸດ​ຕ່ຳ​ທຽບ​ກັບ​ວຽກ​ເຮັດ​ງານ​ທຳ​ອື່ນ, ​ແຮງ​ງານ​ຊົນນະບົດ​ກໍ່​ຈະຍົກຍ້າ​ຍອອກ​ຈາກ​ການ​ກະ​ເສດ​ໄປ​ຂົງ​ເຂດ​ອື່ນ. ສະພາບ​ຊາວ​ນາ​ສົ່ງ​ດິນ​ນາ​ຄືນ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ບໍ່​ປູກຝັງອີກ, ປະ​ດິນ​ນາຮົກ​ເຮື້ອ​ວ່າງ​ເປົ່າ ​ເຊິ່ງ​ໄດ້​ເກີດ​ຂຶ້ນ​ແຕ່​ປີ 2005, ​ໃນ​ເວລາ​ມໍ່ໆ​ນີ້ ​ໄດ້​ເກີດ​ຂຶ້ນ​ຢູ່ຫຼາຍ​ແຫ່ງ​ໃນ​ແຂວງ​ຕ່າງ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ພາກ​ກາງ(10). ​ໃນ​ເງື່ອນ​ໄຂ​ດັ່ງກ່າວ​ນັ້ນ ຈຸດ​ໝາຍ​ກໍ່ສ້າງ​ຖັນ​ແຖວ​ຊາວນາຊຳນິ​ຊຳນານງານ ​ແລະ ທັນ​ສະ​ໄໝ ຕາມ​ຈິດ​ໃຈ​ມະຕິ​ຕົກລົງ​ສະບັບ​ທີ 26-NQ/TW ຂ​ອງສູນ​ກາງ​ພັກກ່ຽວ​ກັບກະສິກຳ ຊາວນາ ຊົນນະບົດ​ຈະ​ພົບ​ຄວາມ​ຫຍຸ້ງຍາກ ສິ່ງ​ກີດຂວາງ​ຫຼາຍ​ປະການ.

ສິ່ງ​ທ້າ​ທາຍ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຄວາ​ມຕ້ອງການ​ຂະຫຍາຍ​ຂະ​ແໜງກະສິກຳ​ທັນ​ສະ​ໄໝ ຂະໜາດ​ໃຫຍ່ ​ແກ່ງ​ແຍ້​ງ ຄຸນຄ່າ​ເພີ່ມ​ສູງ ກັບ​ສະພາບ​ດິນ​ນາ​ມະ​ຍິກ​ມະ​ຍ່ອຍ ພຽງ​ແຕ່​ແທດ​ເໝາະ​ກັບ​ການ​ຜະລິດ​ກະສິກຳ​ຂະໜາດ​ນ້ອຍ. ​ໃນ​ໄລຍະ​ຕົ້ນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ນະ​ໂຍບາຍ​ທີ່​ດິນ​ສອດຄ່ອງ​ກັບ​ກຳລັງ​ແຮງ​ງານ ​ແລະ ການ​ຄຸ້ມ​ຄອງ​ຂອງ​ຄອບຄົວ​ຂະໜາດ​ນ້ອຍ, ດັ່ງ​ນັ້ນ​ຈຶ່ງ​ສ້າງ​​ໃຫ້ມີ​ການ​ບຸກທະລຸ​ໃນ​ການ​ຂະຫຍາຍ​ການ​ກະ​ເສດ. ການ​ບຸກທະລຸ​ໃຫຍ່​ທີ່​ສຸດ​ຂອງ​ການ​ມອບ​ເໝົາ 10 ຢ່າງ​ຄື ພວກ​ເຮົາ​ໄດ້​ສ້າງ​ຕັ້ງການ​ພົວພັນ​ການ​ຜະລິດ​ໃໝ່​ ທີ່​ສອດຄ່ອງ​ກັບ​ລະດັບ​ຂອງ​ກຳລັງ​ການ​ຜະລິດ​ທີ່​ຍັງ​ຕ່ຳ​ໃນ​ເວ​ລາ​ນັ້ນ. ​ແຕ່ 20 ກວ່າ​ປີ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຕົກລົງ​ສະບັບ​ທີ 26-NQ/TW ກ່ຽວ​ກັບກະສິກຳ ຊາວນາ ຊົນນະບົດ​, ກຳລັງ​ການ​ຜະລິດ​ກະສິກຳ​ໄດ້​ເຕີບ​ໃຫຍ່​ກວ່າ​ເກົ່າ ທາງ​ດ້ານ​ຂະໜາດ​ແລະ​ລະດັບ​ເຕັກ​ໂນ​ໂລ​ຊີ ກໍ່​ຄື​ລະດັບ​ການ​ຄຸ້ມ​ຄອງ. ບົດບາດ​ຂອງ​​ກະສິກຳ ​ແລະ ການ​ພົວພັນ​ຕະຫຼາດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ, ​ໃນ​ເວລາ​ນັ້ນ​ ການ​ພົວພັນ​ການ​ຜະລິດ​ກະສິກຳ​ເວົ້າ​ລວມ ​ແລະ ນະ​ໂຍບາ​ຍທີ່ດິນ​ໃຫ້​ແກ່​ກະສິກຳ ພັດມີ​ການ​ປ່ຽນ​ແປງ​ໃໝ່​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ນະ​ໂຍບາຍ​ມອບ​ເໝົາ 10 ຢ່າງ​ເປັນ​ຕົ້ນ​ມາ, ດັ່ງນັ້ນ​ ຈຶ່ງ​ຄ່ອຍໆກາຍ​ເປັນ​ກຳລັງ​ກີດຂວາງ​ຕໍ່ຄວາມ​ຕ້ອງການ​ຂະຫຍາຍ​ກະສິກຳຂະໜາດ​ໃຫຍ່ ທັນ​ສະ​​ໄໝ ມີ​ຄວາມ​ສາມາດ​ແກ່ງ​ແຍ້ງ​ຢູ່ຫຼາຍ​ເຂດ​ໃນ​ທົ່ວ​ປະ​ເທດ. ຂະໜາດ​ເນື້ອ​ທີ່​ດິນ​ປູກ​ຝັງນ້ອຍ ​ແລະ ກະ​ແຈກ​ກະ​ຈ່າຍ ​ໄດ້​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຫັນ​ເປັນ​ກົນ​ຈັກ​ເພີ່ມ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ຊາວນາ​ຕ້ອງ​ຈ້າງ​ການ​ບໍລິການ​ກະສິກຳ​ຂອງເອກະ​ຊົນ ​ໃນ​ຂອດ​ປູກຝັງ​ຕ່າງໆ. ຍ້ອນ​ເນື້ອ​ທີ່​ດິນ​ປູກຝັງ​ຂະໜາດ​ນ້ອຍ ກະ​ແຈກ​ກະ​ຈ່າຍ ດັ່ງ​ນັ້ນ​​ການ​ສ້າງ​ເຂດ​ຜະລິດ​ສິນຄ້າ​ລວ​ມສູນ ​ເສດຖະກິດ​ຟາ​ມຂະໜາດ​ໃຫຍ່ ຈຶ່ງ​ພົບ​ຄວາມ​ຫຍຸ້ງຍາກ​ ​ແລະ ບໍ່​ຂະຫຍາຍ​ແບບ​ໝັ້ນ​ທ່ຽງ​ໄດ້, ການ​ກໍ່​ຮ່າງ​ສ້າງ​ຮູບ​ພື້ນຖານ​ເສດຖະກິດ​ຟາ​ມທີ່​ມີ​ການ​ຄຸ້ມ​ຄອງ​ແບບ​ວິຊາ​ຊີບ​ກໍ່ຍັງ​ບໍ່​ທັນ​ໄດ້​ເທື່ອ, ນັບ​ກະທັ້ງຢູ່​ບັນ​ດາ​ເຂດ​ທີ່​ມີ​ເງື່ອນໄຂສະດວກ​ດີ. ບົດບາດ ທ່າ​ດີ​ຂອງ​ເສດຖະກິດ​ຂະໜາດ​ໃຫຍ່​ບໍ່​ໄດ້​ເສີມ​ຂະຫຍາຍ, ຄ່າ​​ໃຊ້ຈ່າຍ​ການ​ຜະລິດ, ຄ່າ​ໃຊ້​ຈ່າຍ​ຄຸ້ມ​ຄອງ​ຄຸນ​ນະພາບ, ຄ່າ​​ໃຊ້ຈ່າຍພົວພັນ​ການ​ຄ້າ ​ຂອງ​ຂະ​ແໜງ​ກະສິກຳສູງ​ກວ່າ​ຫຼາຍ​ປະ​ເທດ, ລາຍ​ໄດ້​ຂອງ​ຊາວນາ​ຕ່ຳ, ຄວາມ​ສາມາດ​ແກ່ງ​ແຍ້​ງສາກົນກໍ່​ຈຳກັດ​ທີ່​ສຸດ.

ສິ່ງ​ທ້າ​ທາຍ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຄວາມ​ຕ້ອງການ​ສູງ​ ກ່ຽວ​ກັບ​ເງິນ​ລົງທຶນ​ເພື່ອ​ຫັນ​​ກະສິກຳ​ເປັນ​ທັນ​ສະ​ໄໝ ກັບ​ປະສິດທິ​ຜົນ​ການ​ລົງທຶນ​ເຂົ້າ​ໃນ​​ກະສິກຳຍັງ​ຕ່ຳ, ຄວາມ​ສ່ຽງ​ສູງ, ຄວາມ​ດຶງດູດໜ້ອຍ. ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ນອກ​ງົບປະມານ​ລັດ ​ແລະ ​ເງິນ​ລົງທຶນ FDI(11) ​ເຂົ້າ​ໃນ​​ກະສິກຳ, ຍ້ອນບາງ​ສາ​ເຫດ​ດັ່ງ​ນີ້: 1- ປະສິດທິ​ຜົນ​ການ​ລົງທຶນ​ຕ່ຳ, ຄວາມ​ສ່ຽງ​ສູງ; 2- ລົງທຶນ​ເຂົ້າ​ໃນ​​ກະສິກຳຂາດ​ຄວາມ​ປອດ​ໄພ​ ຍ້ອນກຳນົດ​ເວລາ​ມອບ​ທີ່​ດິນ​ຍັງສັ້ນ, ​ແຜນ​ກຳນົດ​ການ​ນຳ​ໃຊ້​ທີ່​ດິນ​ບໍ່​ໝັ້ນ​ທ່ຽງ ​ແລະ ລັກສະນະ​ກົດໝາຍຕ່ຳ.

ບັນດາ​​ຈຸດໝາຍ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​​ໃຫ້​ຄວາມ​ສຳຄັນ ໃນ​ເມື່ອຈັດ​ວາງ​ຄື​ນ​ໃໝ່​ໂຄງ​ປະກອບ​ກະສິກຳ

​ເອົາ​ໃຈ​ໃສ່​ໃຫ້​ຄວາມ​ສຳຄັນ​ເຖິງ​ເປົ້າ​ໝາຍ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ ​ເພື່ອ​ແນ​ໃສ່​ກໍ່ສ້າງພື້ນຖານ​​ກະສິກຳທີ່​ທັນ​ສະ​ໄໝ ມີ​ປະສິດທິ​ຜົນ ມີ​ຄຸນຄ່າ​ເພີ່ມ​ສູງ, ກົມກຽວ​ກັບ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ​ສົມທົບ​ຢ່າງ​ແໜ້ນ​ແຝ້ນກັບ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ເພີ່ມ​ລາຍ​ໄດ້​ໃຫ້​ຊາວນາ, ຮັບປະກັນ​ຄວາມ​ສະຫງົບ​ດ້ານ​ສະບຽງ​ອາຫານ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

​ຈຸດ​ໝາຍ​ຂອງ​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ ຍັງ​ເພື່ອ​ແນ​ໃສ່​ສ້າງສາ​ຍກ່ຽວ​ພັນ​ຢ່າງ​ແໜ້ນ​ແຟ້ນ ມີ​ປະສິດທິ​ຜົນ ກົມກຽວ ​ແລະ​ສົມ​ເຫດ​ສົມ​ຜົນ​ລະຫວ່າງ​ອຸດສາຫະກຳ ການ​ບໍລິການ ​ແລະ ​ກະສິກຳ, ລະຫວ່າງ​ຕົວ​ເມືອງ ​ແລະ​ຊົນນະບົດ, ລະຫວ່າງ​ຊົນ​ຊັ້ນ​ກຳມະກອນ ​ແລະ​ຊາວນາ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ.

​ການ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ ກໍ່​ເພື່ອ​ແນ​ໃສ່​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ສອດ​ຄ່ອງທາງ​ດ້ານ​ການ​ພົວພັນ​ການ​ຜະ​ລິດ ກັບ​ການ​ຂະຫຍາຍຕົວ​ຂອງກຳລັງ​ການ​ຜະລິດ​ໃນ​ກະສິກຳ, ປັບປຸງ​ບູລະນະ​ບົດບາດ​ຂອງ​ລັດ​ໃນ​ຂະ​ແໜງກະສິກຳ ທາງ​ດ້ານ​ການ​ລົງທຶນ, ຈັດ​ແບ່ງ​ແຫຼ່ງກຳລັງ​ຄົນ ​ກຳລັງ​ຊັບ, ຄຸ້ມ​ຄອງ​ທີ່ດິນ, ສະໜອງ​ການ​ບໍລິການ​ສາທາລະນະ, ຄຸ້ມ​ຄອງ​ພວງ​ພະນັງ​ຂະ​ແໜງສິນຄ້າ ຕະຫຼາດ... ​ເພື່ອ​ໃຫ້​ຊາວນາ ​ແລະ ວິ​ສາ​ຫະກິດ​ກາຍ​ເປັນ​ອັດຕະພາກ ​ແລະກຳລັງ​ຂັບ​ເຄື່ອນ​ໃນ​ການ​ລົງທຶນ ​ແລະ​ຂະຫຍາຍ​ການ​ຜະລິດ.

ບາ​ງເນື້ອ​ໃນ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ ໃນ​ເມື່ອ​ປະຕິບັດ​ການ​​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ກະສິກຳ

ທີ​ໜຶ່ງ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເທສະ​ສະຖານ​ທີ່​ການ​ຜະລິດ​ກະສິກຳ.

​ໃນ​ແຕ່ລະ​ເຂດ​ຂອງ​ປະ​ເທດ, ​ກະສິກຳມີ​ທ່າ​ດີ​ ແລະ ພາລະ​ໜ້າ​ທີ່ ບົດບາດ​ເສດຖະກິດ ສັງຄົມ ນິ​ເວດສິ່ງ​ແວດ​ລ້ອມທີ່​ຕ່າງ​ກັນ. ດັ່ງ​ນັ້ນ, ຈຳ​ເປັນ​ຕ້ອງ​ມີ​ຫຼາຍຕົວ​ແບບ​ຜະລິດ​ກະສິກຳ​ທີ່​ສອດຄ່ອງ​ກັບ​ແຕ່ລະ​ເຂດ. ຂະ​ບວນວິວັດ​ການ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ກົນ​ໄກ ນະ​ໂຍບາຍ ຍຸດ​ທະ​ສາດພັດທະນາ​ບັນດາ​ຕົວ​ແບບ​ການ​ຜະລິດທີ່​ສອດຄ່ອງ​ກັບ​ແຕ່ລະ​ເຂດ ພາກ​ຂອງ​ປະ​ເທດ.

ຂົງ​ເຂດ​ຂະຫຍາຍ​ຂະ​ແໜງສິນຄ້າ​ກະສິກຳທັນ​ສະ​ໄໝ ລວມສູນ​ຂະໜາດ​ໃຫຍ່: ນີ້​ແມ່ນ​ຂົງ​ເຂດ​ທີ່​ມີ​ຂະໜາດ​ໃຫຍ່ ​ແລະ ທັນ​ສະ​ໄໝ, ນຳ​​ໃຊ້​ບັນດາ​ມາດຕະຖານທັນ​ສະ​ໄໝທີ່​ສຸດ ກ່ຽວ​ກັບ​ການ​ຜະລິດ ການ​ຄຸ້ມ​ຄອງ​ກະສິກຳ ​ເພື່ອ​ສ້າງ​ໃຫ້​ມີ​ຄຸນຄ່າ​ເພີ່ມ​ທາງ​ດ້ານ​ເສດຖະກິດ, ມີ​ພວງ​ພະນັງ​ການ​ຄ້າ​ແຂງ​ແຮງ​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ, ມີ​ເຄື່ອງໝາຍ​ການ​ຄ້າ, ມີ​ຄຸນຄ່າ​ເພີ່ມ​ສູງ. ຕົວ​ແບບ​ເສດຖະກິດ​ນີ້​ອາດ​ຈະ​ຜັນ​ຂະຫຍາຍ​ດັ່ງ​ນີ້: 1- ຢູ່​ເຂດ​ທີ່​ມີ​ຄົບ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຂະຫຍາຍ​​ກະສິກຳທັນ​ສະ​ໄໝ​ເຊັ່ນ ​ແຮງ​ງານ​ກະສິກຳຫລຸດ​ລົງ​ຫຼາຍ, ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ຫັນ​ເປັນ​ຕົວ​ເມືອງ​ໄດ້​ປະຕິບັດ​ຢ່າງ​ແຂງ​ແຮງ, ອັດຕາ​ສ່ວນ​ກະສິກຳ​ຕ່ຳ, ​ເຊັ່ນ​ແຂວງ​ຫາຍ​ເຢື​ອງ, ຫາຍ​ຝ່ອງ, ຮ່າ​ໂນ້ຍ, ຮຶງອຽນ, ຫວິງຝຸກ, ບັກ​ນິງ, ​ໂດ່​ງນາຍ, ນະຄອນ​ໂຮ່ຈີ​ມິນ...; 2- ຢູ່​ເຂດ​ທີ່​ເຖິງ​ວ່າການ​ຫັນ​ເປັນ​ອຸດສາຫະກຳ ຫັນ​ເປັນ​ຕົວ​ເມືອງ​ຍັງ​ບໍ່​ທັນ​ແຂງ​ແຮງ​​ແທ້​ເທື່ອ ​ແຕ່​​ກະສິກຳ​ແມ່ນ​ທ່າ​ແຮງທີ່ມີ​ທ່າ​ດີປຽບທຽບ​ສູງ, ການ​ຫັນ​ກະສິກຳ​ເປັນ​ອຸດສາຫະກຳ​ເປັນ​ກຳລັງ​ໝູນ​ຕົ້ນຕໍ​ ເພື່ອ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ, ມີ​ບັນດາ​ຂະ​ແໜງ​ສິນຄ້າ​ສົ່ງ​ນອກ​ທີ່​ສຳຄັນ. ຕ້ອງການ​ຂະຫຍາຍ​ກະສິກຳ​ພາກສ່ວນ​ໜຶ່ງ​ໃຫ້​ກາຍ​ເປັນ​ຂະ​ແໜງ​ທັນ​ສະ​ໄໝ ລວມສູນ​ຂະໜາ​ດ​ໃຫຍ່ ​ເຊັ່ນ​ກາ​ເຟ ຊາ... ຢູ່​ເຂດ​ໄຕ​ງວຽນ, ການ​ປ່າ​ໄມ້ ​ແລະ ຜະລິດຊາ​ຢູ່​ບາງ​ແຂວງ​ເຂດ​ພູດອຍ​ພາກ​ເໜືອ, ລ້ຽງ​ງົວ​ໃຫ້​ນ້ຳນົມ​ຢູ່​​ແຂວງເຊີນ​ລາ, ລ້ຽງ​ປາ​ແລະ​ປູກ​ເຂົ້າ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພາກ​ໃຕ້...; 3- ຢູ່​ບັນດາ​ເຂດ​ທີ່​ການ​ຜະລິດ​ກະສິກຳ​ພົບ​ຄວາມ​ຫຍຸ້ງຍາກ, ການ​ຫັນ​ເປັນ​ອຸດສາຫະກຳ​ ແລະ ​ຫັນ​ເປັນຕົວ​ເມືອງຍັງ​ຢູ່​ໃນ​ລະດັບຕ່ຳ ​ແຕ່​ມີ​ແຮງ​ງານ​ຫຼາຍ ລະດັບ​ຂອງ​ແຮງ​ງານ​ກໍ່​ສູງ ​ແມ່ນ​ຕ້ອງຂະຫຍາຍ​​ກະສິກຳຂະໜາດ​ໃຫຍ່ ລວມສູນ ​ແຕ່​ໃຊ້​ເນື້ອ​ທີ່​ດິນ​ນາ​ໜ້ອຍ, ​ໃຊ້ຫຼາຍ​ແຮງ​ງານທີ່​ມີ​ລະດັບ​ສູງ ​ເຊັ່ນ​ລ້ຽງສັດ​ໃນ​ຂະໜາດ​ໃຫຍ່ ​ແລະ ການ​ກະ​ເສດ​ເຕັກ​ໂນ​ໂລ​ຊີ​ສູງ. ບັນດາ​ແຂວງ​ຢູ່​ພາກ​ກາງ​ເຊັ່ຍ ​ເງ້ອານ, ຮ່າ​ຕິ້ງ, ກວ໋າງບິ່ງ, ກວ໋າງຈີ້,... ​ແມ່ນ​ສອດຄ່ອງ​ກັບ​​ແຜນຍຸດ​ທະ​ສາດ​ນີ້.

ຢູ່​ບັນດາ​ທ້ອງ​ຖິ່ນ​ດັ່ງກ່າວ​ນີ້ ຕ້ອງ​ວາງ​ແຜນ​ກຳນົດ​ເຂດ​ຜະລິດ​ ພ້ອມ​ດ້ວຍ​ກົນ​ໄກ​ຄຸ້ມ​ຄອງດິນ​ນາທີ່​ສົ່ງ​ເສີມການ​ໃຊ້ດິນ​ນາ​ຂະໜາດ​ໃຫຍ່. ນະ​ໂຍບາຍ​ພັດທະນາ​​ກະສິກຳທີ່​ປະຕິບັດ​ຕາມ​ການ​ຄຸ້ມ​ຄອງ​ທັນ​ສະ​ໄໝ, ລະບົບ​ພື້ນຖານ​ໂຄງ​ລ່າງ ການ​ຄຸ້ມ​ຄອງ​ຜະລິດ ຄຸ້ມ​ຄອງ​ອະນາ​ໄມ​ຄວາມ​ປອດ​ໄພ​​ອາຫານ ຕາມ​ມາດຕະຖານ​ສາກົນ​ສູງ​ສຸດ, ຜະລິດ​ຕະພັນ​ກະສິກຳ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ບັນດາ​ບໍລິສັດ​ຂາ​ເຂົ້າທີ່​ໃຫຍ່ ​ແລະ ​ເຄັ່ງ​ຄັດ, ສະໜອງ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ຮັບປະກັນ​ອະນາ​ໄມ​ຄວາມ​ປອດ​ໄພສູງ. ນີ້​ແມ່ນ​ຂົງ​ເຂດ ຕົວ​ແບບ​ເຕີບ​ໂຕ​ການ​ກະ​ເສດທີ່​ອີງ​ໃສ່​ເສດຖະກິດ​ຂະໜາດ​ໃຫຍ່, ດ້ວຍ​ທາດ​ແທ້​ທີ່​ວ່າ ຜະລິດ​ຕະພັນ​ກະສິກຳ​ໄດ້​ຜະລິດ​ອອກ​ມາ​ເປັນ​ລວາດ​ໆ ບໍ່​ມີ​ລັກສະນະ​ພິ​ເສດສະ​ເພາະ, ​ແກ່ງ​ແຍ້ງ​ໃນຕະຫຼາດບົນ​ພື້ນຖານລາຄາຂາຍ​ສິນຄ້າ, ​ເຄື່ອງໝາຍ​ວິ​ສາ​ຫະກິດ, ຜະລິດ​ຂະໜາດ​ໃຫຍ່​ເປັນ​ລວາດໆ, ຄ່າ​ໃຊ້​ຈ່າຍ​ຕ່ຳ. ຢູ່​​ໃນ​ຂົງເຂດ​ນີ້, ​ເສດຖະກິດ​ຄອບຄົວ​ຟາ​ມກະສິກຳ​ຂະໜາດ​ໃຫຍ່​ຖື​ບົດບາດ​ເປັນ​ເຈົ້າພາ​ທາງ ​ແລະ ສົມທົບຢ່າງ​ແໜ້ນ​ແຟ້ນກັບ​ວິ​ສາ​ຫະກິດ​ ສ້າງ​ເປັນ​ພວງ​ພະນັງອັດ​ແຈບ, ຫັນ​ເປັນ​ວິຊາ​ສະ​ເພາະ​ໃນ​ລະດັບ​ສູງ, ຄຸ້ມ​ຄອງ​ໂປ່​ງ​ໃສ, ມີ​ການ​ຕິດຕາມ​ກວດກາ​ຂອງ​ລັດ ​ແລະ ສັງຄົມ ກ່ຽວ​ກັບ​ການ​ເງິນ​ ແລະ ​ຄຸນ​ນະພາ​ບ.

ຂົງ​ເຂດ​ຂະຫຍາຍ​ຂະ​ແໜງ​ສິນຄ້າ​ກະສິກຳ​ນິ​ເວດ​ວິທະຍາ, ທຳ​ມະ​ຊາດ: ຢູ່​ເຂດ​ພູດ​ອຍ ​ແລະ​ເຂດຊາຍ​ຝັ່ງ​ທະ​ເລ, ​ກະສິກຳມີ​ທັງ​ພາລະ​ບົດບາດ​ເສດຖະກິດ ​ແລະ ພາລະ​ບົດບາດ​ນິ​ເວດ​ວິທະຍາ, ຈຳ​ເປັນ​ຕ້ອງ​ກໍ່ສ້າງ​ຕົວ​ແບບ​ພັດທະນາ​ກະສິກຳ ​ຕາມ​ທິດຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນທາງ​ດ້ານ​ນິ​ເວດ​ວິທະຍາ, ບໍ່​ຮຽກຮ້ອງການ​ກະ​ເສດ​ສຸມ​ໃນ​ລະດັບ​ສູງ​ກໍ່​ໄດ້. ອາດ​ຈະ​ຈັດ​ຕັ້ງ​ການ​ລ້ຽງສັດ​ແບບ​ປ່ອຍ​​ໃຫ້ຢູ່​ໃນ​ສວນ ​ໃນ​ປ່າ, ລ້ຽງ​ເຜີ້ງ​ຢູ່​ໃກ້​ປ່າ​ໄມ້, ລ້ຽງ​ປາ​ພືດ​ໃນ​ນ້ຳ​​ໂດຍຕິດ​ແໜ້ນ​ກັບ​ເຂດ​ພິທັກ​ນິ​ເວດ​ວິທະຍາ ​ເຂດປ່າ​ຊາຍ​ເລັນ, ປູກຝັງ​ຕາມ​ຕົວ​ແບບ​ສົມທົບ​ກະສິກຳ​ປ່າ​ໄມ້​ທີ່​ມີ​ການ​ກະ​ເສດ​ສຸມ​ໜ້ອຍ, ປູກ​ເຂົ້າ​ແບບ​ອົງຄະ​ທາດ... ຄຸນຄ່າ​ນິ​ເວດ​ວິທະຍາ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ ທີ່​ສ້າງ​ເປັນ​ຄຸນຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນ, ສ້າງ​ຮູບ​ພາບ​ຜະລິດ​ຕະພັນ ​ແລະ ​ເຄື່ອງໝາຍ​ການ​ຄ້າ ທີ່​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ກະສິກຳ ​ແລະ ​ເພີ່ມ​ລາຍ​ຮັບ​ຂອງ​ຊາວນາ. ຜະລິດ​ຕະພັນ​ມີ​ຍີ້ຫໍ້​ນິ​ເວດ​ວິທະຍາ​ຈະ​ມີ​ຄຸນຄ່າ​ສູງ​ກວ່າ​ຜະລິດ​ຄະ​ພັນ​ທຳ​ມະ​ດາ, ​ໄດ້​ຮັບ​ການ​ນິຍົມ​ສົ່ງ​ເສີມ​ຈາກ​ບັນດາ​ປະ​ເທດ​ພັດທະນາ​ໃນ​ການຈໍລະ​ຈອນຈຳໜ່າຍ, ​ເຊິ່ງ​ເປັນ​ການ​ທົດ​ແທນ​​ໃຫ້​ແກ່​ຄວາມ​ຈຳກັດ​ຕ່າງໆ ທາງ​ດ້ານ​ຂະໜາດ​ການ​ຜະລິດ​ນ້ອຍກວ່າ, ການ​ກະ​ເສດ​ສຸມ​ໜ້ອຍ, ສະມັດ​ຕະພາບ​ຕ່ຳ​ກວ່າ. ຕົວ​ແບບ​ຜະລິດ​ນີ້​ສອດຄ່ອງ​ທີ່​ສຸດ​ກັບ​ບັນດາ​ເຂດ​ຊາຍ​ຝັ່ງ​ທະ​ເລ ​ທີ່​ລ້ຽງ​ປາ​ປູກ​ພືດ​ທະ​ເລ ​ເຊັ່ນທະ​ເລ​ສາບ​ຢູ່​ແຂວງ​ເທື່ອ​ທຽນ-​ເຫວ໋, ​ເຂດ​ຊາຍ​ຝັ່ງ​ທະ​ເລ​ແຂວງ​ກ່າ​ເມົາ, ຈ່າ​ວິ​ງ, ສອັກ​ຈັງ, ກຽນ​ຢາງ, ກວ໋າງນິງ, ​ເມືອງ​ກາດ​ບ່າ​ແຂວງ​ຫາຍ​ຟ່ອງ..., ຫຼື​ວ່າ​ບັນດາ​ຜະລິດ​ຕະພັນ​ປູກຝັງ, ລ້ຽງສັດ​ຢູ່​ບາງ​ແຫ່ງ​ຂອງ​ເຂດ​ພູດອຍພາກ​ເໜືອ, ​ໄຕ​ງວຽນ.

ຂົງ​ເຂດ​ຂະຫຍາຍ​ຂະ​ແໜງ​ສິນຄ້າ​ກະສິກຳ​ຕາມ​ການ​ຊີ້​ແນະ​ພູມ​ພາກ: ບັນດາ​ຂົງ​ເຂດ​ທີ່​ຄຸນ​ນະພາບຜະ​ລິດ​ຕະພັນ​ກະສິກຳມີ​ລັກສະນະ​ພິ​ເສດ​ສະ​ເພາະ ​ໂດຍ​ເລີ່​ມຈາກລະບົບ​ນິ​ເວດ​ວິທະຍາ ​ແລະ ວັດທະນະທຳ​ພື້ນ​ເມືອງ, ມີ​ຄວາມ​ແຕກ​ຕ່າງ​ຢ່າງ​ຈະ​ແຈ້ງ​ທຽບ​ກັບ​ຜະລິດ​ຕະພັນ​ປະ​ເພດ​ດຽວ​ກັນ​ຂອງ​ທ້ອງ​ຖິ່ນ​ອື່ນ, ​ແມ່ນ​ອາດ​ຈະ​ວາງ​ແຜນ​ກຳນົດ​ເພື່ອ​ຂະຫຍາຍ​ເຂດ​ຜະລິດ​ຕາມ​ການ​ຊີ້ແນະພູມ​ພາກ(12). ຕົວ​ແບບ​ນີ້​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ, ຍົກ​ສູງ​ຄຸນຄ່າ​ເພີ່ມ ​ແລະ ລາຍ​ໄດ້​ຂອງ​ຜູ້​ຜະລິດ ຂ​ອງ​ວິ​ສາ​ຫະກິດ ​ຍ້ອນ​ໄດ້​ອີງ​​ໃສ່ປັດ​ໃຈ​ພິ​ເສດສະ​ເພາະ​ພື້ນ​ເມືອງ​ຂອງ​ຜະລິດ​ຕະພັນ. ດ້ານ​ອື່ນ, ຜະລິດ​ຕະພັນ​ທີ່​ຫຸ້ມ​ຫໍ່​ດ້ວຍຍີ້ຫໍ້​ຊີ້​ແນະ​ພູມ​ພາກ ​ຈະ​ມີ​​ເງື່ອນ​ໄຂ​ການ​ຄ້າ​ສະດວກ​ດີທີ່​ສຸດ ​ໂດຍ​ຜ່ານບັນດາຂໍ້​ຕົກລົງທະວິ​ພາຄີ ຫຼື​ພະຫຸ​ພາຄີ ວ່າ​ດ້ວຍ​ການ​ປົກ​ປ້ອງ​ການ​ຊີ້​ແນະ​ພູມ​ພາກ, ຊື່​ເອີ້ນ​ຕາມ​ຖິ່ນ​ກຳ​ເນີ​ດສິນ​ຄ້າ(13), ພ້ອມ​ກັນ​ນັ້ນ​ກໍ່​ສົມທົບ​ກັບ​ການທ່ອງທ່ຽວ​ກະສິກຳ​ນິ​ເວດ​ວິດ​ທະຍາ ​ເພື່ອສ້າງ​ເປັນ​ຄຸນຄ່າ​ສັງ​ລວມ​ໃຫ້​ແກ່​ທ້ອງ​ຖິ່ນ.

ປະສົບ​ການ​ຂອງ​ຫວຽດນາມ ​ແລະ​ຕ່າງປະ​ເທດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ​ເຂດ​ຜະລິດ​ຜະລິດ​ຕະພັນ​ພິ​ເສດ​ເຄີຍ​ຕິດ​ກັບ​ການ​ຫາ​ລ້ຽງ​ຊີບ​ ຂອງ​ຄອບຄົວທຸກ​ຍາກ ​ແລະ ​ເຂດ​ຊົນ​ເຜົ່າ, ດັ່ງນັ້ນ ນີ້​ແມ່ນ​ວິທີ​ດີ​ເພື່ອ​ພັດທະນາ​ຊົນນະບົດ​ຢູ່​ບັນດາ​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ. ຂະໜາດ​ການ​ຜະລິດ​ອາດ​ຈະ​ໃຫຍ່, ​ແຕ່​ສ່ວນ​ຫຼາຍ​ແມ່ນ​ຂະໜາດ​ນ້ອຍ, ຫຼາກຫຼາຍທາງ​ດ້ານ​ຄຸນ​ນະພາ​ບຜະ​ລິດ​ຕະພັນ ​ແລະ ຕ້ອງ​ຮັບປະກັນ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາຫານ, ລັກສະ​ນະ​ພິ​ເສດສະ​ເພາະ​ດ້ານ​ຄຸນ​ນະພາ​ບ. ຜະລິດ​ຕະພັນ​ຫຼາຍ​ປະ​ເພດ​ເຊັ່ນ ​ເຫຼົ້າ ຊີ້ນ ນ້ຳນົມ ​ເຂົ້າ​ບະ​ເລ ຊາ ກາ​ເຟ... ຂອງ​ຫຼາຍ​ປະ​ເທດ​ໄດ້​ນຳ​ໃຊ້​ຕົວ​ແບບ​ຈັດ​ຕັ້ງ​ການ​ຜະລິດ​ນີ້ ​ເຊິ່ງ​ແຕ່ລະ​ປີມີ​ລາຍ​ຮັບ​​ເປັນຮ້ອຍ​ຕື້​ໂດ​ລາ​ສະຫະລັດ.

ຂົງ​ເຂດ​ຂະຫຍາຍ​ຂະ​ແໜງ​ສິນຄ້າ​ກະສິກຳ​ ສົມທົບ​​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ປະ​ເທດ: ຢູ່​ຫຼາຍ​ເຂດ​ຊາຍ​ແດນ ​ເຂດ​​ເກາະທະ​ເລ ​ເຂດ​ຊົນ​ເຜົ່າ​ທີ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ, ການ​ຜະລິດ​ກະສິກຳ​ບໍ່​ພຽງ​ແຕ່​ມີ​ຈຸດປະສົງ​ເສດຖະກິດ​ເທົ່ນນັ້ນ ຫາກຍັງ​ເພື່ອ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ສັງຄົມ, ຮັບປະກັນ​ຄວາມ​ສະຫງົບ ​ແລະ ການ​ປ້ອງ​ກັນ​ປະ​ເທດ​ອີກ​ດ້ວຍ. ຕ້ອງ​ຄົ້ນຄວ້າ​ກໍ່ສ້າງ​ຕົວ​ແບບ​ຈັດ​ຕັ້ງ​ການ​ຜະລິດ​ກະສິກຳ ທີ່​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ ກ່ຽວ​ກັບ​ການ​ບໍລິການສ່ວນລວມຕາມ​ກົນ​ໄກ​ຕະຫຼາດ. ຕ້ອງ​ກໍ່​ຮ່າງ​ສ້າງ​ຮູບ​ກົນ​ໄກ ນະ​ໂຍບາຍ​ກ່ຽວ​ກັບ: 1- ວາງ​ແຜນ​ກຳນົດ​ເຂດ​ຊົນ​ເຜົ່າ​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ຕະຫຼາດ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ເຂດ​ໄຕ​ງວຽນ, ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ເຂດ​ເກາະ​ທະ​ເລ, ​ເຂດ​ຊາຍ​ແດນ; 2- ກໍ່ສ້າງ​ບັນດາ​ລະບົບ​ການ​ຜະລິດ​ກະສິກຳ, ອາດ​ຈະ​ສົມທົບ​ຕົວ​ແບບ​ຜະລິດ​ນິ​ເວດ​ວິທະຍາ ​ແລະ ການ​ຊີ້​ແນະ​ພູມ​ພາກ​ຖ້າ​ຫາກ​ມີ​ເງື່ອນ​ໄຂ, ດ້ວຍ​ການ​ຊ່ວຍ​ໜູນ​ຢ່າງ​ແຂງ​ແຮງ​ຂອງ​ເຄືອ​ຂ່າຍ​ບໍລິການ​ສ່ວນ​ລວມ; 3- ກໍ່ສ້າງ​ບັນດາ​ພວງ​ພະນັງ​ຂະ​ແໜງ​ສິນຄ້າ ດ້ວຍ​ຜະລິດ​ຕະພັນ​ຈາກ​ເຂດ​ນີ້​ໄດ້​ເອົາ​ໄປ​ຈຳໜ່າຍ​ທີ່​ຕະຫຼາດ; 4- ປະກາດ​ໃຊ້​ກົນ​ໄກ ນະ​ໂຍບາຍ ລະບຽບ​ກົດໝາຍ​ ກ່ຽວ​ກັບຕົວ​ແບບ​ຜະລິດ ການຈັດ​ຕັ້ງ​ພົນລະ​ເມືອງ, ບົນ​ພື້ນຖານ​ການ​ຈັດຕັ້ງພູມລຳ​ເນົາ​ຄືນ​ໃໝ່​ຢ່າງ​ຄົບ​ຊຸດ ນັບ​ທັງ​ການຈັດ​ຕັ້ງ​ຜະລິດ​ກະສິກຳ ປຸງ​ແຕ່ງຜະ​ລິດ​ຕະພັນ ການ​ຄ້າ ​ແລະ ຈັດ​ຕັ້ງ​ສັງຄົມ. ລາຍ​ຮັບ​ຂອງ​ຂົງ​ເຂດ​ນີ້​ອາດ​ຈະ​ໄດ້​ມາ​ຈາກ​ການ​ຂາຍ​ຜະລິດ​ຕະພັນ​ກະສິກຳ, ​ເງິນ​ອຸດ​ໜູນ​ຂອງ​ລັດຖະບານ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ປົກ​ປັກ​ຮັກສາ​ປ່າ​ໄມ້, ທ່ອງ​ທ່ຽງ​ວັດທະນະທຳ ​ແລະ ທາງ​ຈິດ​ວິນ​ຍານ. ການຈັດ​ຕັ້ງ​ຕົວ​ແບບ​ຜະລິດ​ຕ້ອງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ອາດ​ຈະ​ເປັບ​ແບບ​ວິ​ສາ​ຫະກິດ​ເອກະ​ຊົນ ວິ​ສາ​ຫະກິດ​ສາທາລະນະ​ປະ​ໂຫຍ​ດ ບໍລິສັດ​ມະຫາຊົນ ບົນ​ພື້ນ​ຖານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ຢູ່​ຫຼາຍ​ທ້ອງ​ຖິ່ນ, ບັນດາ​ຄ້າຍ​ທະຫານ​ຊາຍ​ແດນ​ອາດ​ຈະ​ຊ່ວຍທ້ອງ​ຖິ່ນ​ໃນ​ການຈັດ​ຕັ້ງ​ການ​ຜະລິດ, ຈັດ​ຕັ້ງ​ສັງຄົມ ​ເພື່ອ​ຮັບປະກັນ​ໃຫ້​ທະຫານ​ໃກ້ຊິດຕິດ​ແທດ​ກັບ​ປະຊາ​ຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ຜະລິດ ​ແລະ ສູ້​ຮົບ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂົງ​ເຂດ​ຜະລິດ​ຄອບຄົວ​ຊາວນາ​ຂະໜາດ​ນ້ອຍ: ນີ້​ແມ່ນ​ຕົວ​ແບບ​ແຜ່​ຫຼາຍ​ທົ່ວ​ໄປ​ໃນ​ປັດຈຸບັນ ​ແລະ ຍັງ​ຈະ​ຄົງ​ຕົວ​ໃນ​​ເວ​ລາ​ຍາວ​ນານ​ຢູ່​ຫຼາຍ​ເຂດ, ຍ້ອນ​ການ​ທຳ​ມາ​ຫາ​ລ້ຽງ​ຊີບ​ຂອງ​ປະຊາຊົນ​ຍັງ​ຄົງ​ອີງ​ໃສ່​ການ​ຜະລິດ​ກະສິກຳ​ເປັນ​ຕົ້ນຕໍ. ຕົວ​ແບບ​ຜະລິດ​ນີ້​ຈະ​ຄ່ອຍໆ​ຮັດ​ແຄບ​ຂອບ​ເຂດ ພື້ນ​ທີ່ ​ແລະ​ຈຳນວນ​ຊາວນາ​ເຂົ້າ​ຮ່ວມ ​ເຊິ່ງບໍ່​ແມ່ນ​ຍ້ອນ​ການ​ໃຊ້ມາດ​ຕະການ​ບໍລິຫານ ຫາກ​ແມ່ນ​ຕ້ອງ​ອີງ​ບົນ​ພື້ນຖານ​ການ​ປະຕິບັດບັນດາ​ມາດ​ຕະການ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ຊາວນາ. ​ເພື່ອ​ຊ່ວຍ​ໃຫ້​ຄອບຄົວ​ຜະລິດ​ຂະໜາດ​ນ້ອຍ​ເຂົ້າ​ຮ່ວມ​ໃນ​ຕະຫຼາດ ​ເພີ່ມ​ລາຍ​ຮັບ​ລາຍ​ໄດ້ ຕ້ອງ​ນຳ​ໃຊ້​ບາງວິທີ​ແກ້ດັ່ງ​ນີ້: 1- ສ້າງ​ຕັ້ງ​ຕະຫຼາດ​ຊົນນະບົດ​ຢູ່​ບັນດາເຂດ​ທີ່​ແນ່ນອນ ​ເພື່ອຮັບ​ໃຊ້​​ໂດຍກົງໃຫ້​ແກ່​ການ​ຂາຍ​ຜະລິດ​ຕະພັນ​ ແລະ ເພີ່ມ​ລາຍ​ໄດ້; 2- ຊ່ວຍ​ໜູນ​ຂະຫຍາຍ​ການ​ປຸງ​ແຕ່ງ​ຂະໜາດ​ນ້ອຍ​ຂອງ​ຄອບຄົວ, ຂາຍ​ຜະລິດ​ຕະພັນ​ໂດຍ​ກົງ ຫຼື​ຊ່ວຍ​ໜູນ​ການ​ແຈກ​ຢາຍ​ຈຳໜ່າຍ​ຜະລິດ​ຕະພັນ; 3- ຊ່ວຍ​ກໍ່ສ້າງ​ສະຫະກອນ, ສະມາຄົມ​ຕິດ​ຕໍ່​ກັບ​ຕະຫຼາດ​ສົ້ນ​ເຂົ້າ ສົ້ນ​ອອກ ​ແລະ ​ໂຄສາ​ນາ​ຜະລິດ​ຕະພັນ​ສິນຄ້າ. ຢູ່​ເຂດ​ເຫຼົ່າ​ນີ້ ລັດ​ຕ້ອງ​ມີ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ອຸດ​ສາ​ຫະກຳ ການ​ບໍລິການ​ດ້ວຍ​ຂະໜາດ​ທີ່​ແທດ​ເໝາະ, ບຸລິມມະ​ສິດ​ກໍ່ສ້າງ​ແຮງ​ງານ​ເພື່ອ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະເທດ ​ແລະ ​ເຂົ້າ​ເຮັດ​ວຽກ​ໃນ​ບັນດາ​ເຂດ​ອຸດສາຫະກຳ ​ໃນ​ຂົງ​ເຂດ​ບໍລິການ​ ເພື່ອສ້າງ​ວຽກ​ເຮັດ​ງານ​ທຳ​ນອກກະ​ລິ​ກຳ, ​ເປັນ​ເຈົ້າ​ການ​ຖອນ​ແຮງ​ງານ​ອອກ​ຈາກ​ກະສິກຳ​ເປັນ​ແຕ່​ລະ​ກ້າວ.

ຂົງ​ເຂດຈັດ​ຕັ້ງ​ກຸ່ມ​ຜະລິດ​ສົມທົບ​ອຸດສາ​ພະ​ກຳ ກະສິກຳ ​ແລະ ການ​ບໍລິການ: ລັດ​ຕ້ອງ​ມີ​ແຜນ​ກຳ​ນົດລວມ​ແຫ່ງ​ຊາດ, ​ເຂດ, ​ແຂວງ​ກ່ຽວ​ກັບ​ລະບົບ​ກຸ່ມ​ອຸດສາຫະກຳ - ກະສິກຳ - ການ​ບໍລິການ​ຮັບ​ໃຊ້​ໃຫ້​ກະສິກຳ. ນີ້​ແມ່ນ​ການ​ຫັນ​ເປັນ​ລະອຽດ​ມະຕິ​ຕົກລົງ​ສະບັບ​ທີ 26-NQ/TW ຂອງ​ສູນ​ກາງ​ພັກສະ​ໄໝ​ທີ X ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ອຸດສາ​ພະ​ກຳ ​ແລະ​ກະສິກຳ, ລະຫວ່າງ​ຕົວ​ເມືອງ ​ແລະ ຊົນນະບົດ. ອີງ​ໃສ່​ເຄືອ​ຂ່າຍ​ບັນດາ​ຊ່ອງ​ສາຍ​ຂະ​ແໜງ​ສິນຄ້າ, ​ແຜນ​ກຳນົດ​ເຂດ​ທ້ອນ​ແຮ ​ແລະ ຕິດ​ຕໍ່​ແລກປ່ຽນ​ສິນຄ້າ, logistic, ຫຸ້ມ​ຫໍ່, ປຸງ​ແຕ່ງ, ການ​ຄ້າ, ຕະຫຼາດ​ຕິດ​ຕໍ່​ແລກປ່ຽນ​ສາກົນ. ບັນດາ​ບຜູ້​ແຈກ​ຢາຍ​ຈຳໜ່າຍ ວິ​ສາຫະກິດຄວນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ທາງ​ດ້ານ​ສິນ​ເຊື່ອ, ຊ່ວຍ​ໃຫ້​ເຂົ້າ​ເຖິງກັບ​ທີ່​ດິນ, ຄຸ້ມ​ຄອງ​ວິ​ສາ​ຫະກິດ. ​ແບບ​ວິທີ​ການ​ລົງທຶນ​ອາດ​ຈະ​ປະຕິບັດ​ຕາມ​ຕົວ​ແບບ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-​ເອກະ​ຊົນ (PPP) ຫຼື​ການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ແລະ ບັນດາ​ຮູບ​ການ​ລົງທຶນ​ສັງຄົມ​ອື່ນ ​ເພື່ອ​ພັດທະນາ​ບັນດາ​ຊ່ອງ​ສາຍ​ການ​ຄ້າ​ສິນຄ້າ. ຢູ່​ຫົວ​ຂອດ​ໃຫຍ່​ຂອງ​ຊ່ອງ​ສາຍ​ສິນຄ້າ​ທີ່​ໃຫຍ່​ ອາດ​ຈະ​​ສ້າງ​ເປັນກຸ່ມ​ອຸດສາຫະກຳ - ກະສິກຳ - ການ​ບໍລິການ ​ເພື່ອເຊື່ອມ​ຕິດ​ກັບບັນດາ​ເຂດ​ຜະລິດ​ກະສິກຳ​ຈຸດ​ໜັກ. ອາດ​ຈະ​ໝູນ​ໃຊ້​ຮູບ​ແບບກຸ່ມ​ອຸດສາຫະກຳ - ກະສິກຳ - ການ​ບໍລິການ ຕໍ່​ກັບ​ບັນດາຂະ​ແໜງສິນຄ້າ​ໃຫຍ່​ເຊັ່ນ ​ເຂົ້າ, ສິນ​ໃນ​ນ້ຳ, ກາ​ເຟ, ຊາ, ໝາກມ່ວງ​ຫິມະພານ, ຊີ້ນ​ໝູ, ນ້ຳນົມ... ຢູ່​ບັນດາ​ເຂດ​ຜະລິດ​ໃຫຍ່​ເຊັ່ນ ​ໄຕ​ງວຽນ, ຕາ​ເວັນ​ອອກ​ນາມ​ໂບ້, ທົ່ງພຽງ​ແມ່​ນ້ຳຂອງ, ທົ່ງພຽງ​ແມ່​ນ້ຳ​ແດງ. ຍັງ​ຕ້ອງ​ຊ່ວຍ​ໜູນ​ການ​ພັດທະນາ ​ແລະ ທະວີຄູນ​ບັນດາ​ຕົວ​ແບບ​ກຸ່​ມປຸງ​ແຕ່ງ​ຜະລິດ​ຕະພັນກະສິກຳການ​ຄ້າ​ອັນ​ເປັນ​ມູນ​ເຊື້ອ ຢູ່​ຫຼາຍ​ເຂດ ທ້ອງ​ຖິ່ນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ.

ທີ​ສອງ, ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບພວງ​ພະນັງ​ຂະ​ແໜງ​ສິນຄ້າ​ກະສິກຳ.

ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບການ​ຜະລິດ​ຜະລິດ​ຕະພັນ​ກະສິກຳປ່າ​ໄມ້ປະມົງ: ຈຳ​ເປັນຕ້ອງ​ມີ​ນະ​ໂຍບາຍ​ນຳ​ໃຊ້​ດິນ​ປູກ​ເຂົ້າ​ຢ່າງ​ໄຫ​ວພິບ ບົນ​ພື້ນຖານ​ຮັບປະກັນ​ຄວາມ​ສະຫງົບດ້ານ​ສະບຽງ ​ແລະ ຫັນ​ປ່ຽນ​​ເນື້ອ​ທີ່​ດິນປູກ​ເຂົ້າຈຳນວນ​ໜຶ່ງ ​ໄປ​ເປັນ​ດິນ​ປູກ​ພືດ​ຊະນິດ​ອື່ນ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ ແລະ ທ່າໄດ້​ປຽບຂອງ​ແຕ່ລະ​ເຂດ (ປູກ​ຫຍ້າ​ລ້ຽງ​ງົວ​ໃຫ້​ນ້ຳນົມ, ປູກສາລີ ໝາກ​ຖົ່ວ​ເຫຼືອງ ໝາກ​ມັງກອນ ດອກ​ໄມ້ ຜັກ...) ​ແຕ່​ບໍ່​ໄດ້​ເຮັດ​ໃຫ້​ເງື່ອນ​ໄຂ​ພື້ນຖານ​ຂອງ​ດິນ​ປູກ​ເຂົ້າ​ປ່ຽນ​ແປງ​ໄປ. ດັ່ງ​ນັ້ນ ຕ້ອງ​ຫັນປ່ຽນ​ໂຄງ​ປະກອບຜະລິດ​ຕະພັນ​ກະສິກຳ, ບຸລິມະສິດ​ເພີ່ມ​ຄຸນຄ່າ​ບັນດາ​ຕົ້ນ​ປູກ​ອື່ນ​ທີ່​ມີ​ທ່າ​ໄດ້​ປຽບ ​ແລະ ມີ​ຄຸນຄ່າ​ເພີ່ມ​ທີ່​ສູງ​ກວ່າ ​ເຊັ່ນ​ລ້ຽງ​ງົວ​ໃຫ້​ນ້ຳນົມ, ຜັກ, ດອກ​ໄມ້, ໝາກ​ໄມ້,... ​ແຕ່ລະ​ເຂດ​ຕ້ອງ​ມີ​ແຜນ​ກຳນົດ​ບຸລິມະສິດ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ໄດ້​ປຽບ ​ເພື່ອ​ຊຸກຍູ້​ການຈັດ​ວາງ​ຄືນ​​ໃໝ່​ໂຄງ​ປະກອບ​ ຂອງ​ບໍ່​ພຽງ​ແຕ່​ປະລິມານ​ຜະລິດ​ຕະພັນ ຫານ​ນັບ​ທັງ​ດ້ານ​ຄຸນຄ່າ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນນຳ​ອີກ(14). ​ແຕ່​ໃນ​ການ​ປະຕິບັດ​ການ​ຫັນປ່ຽນ​ນີ້, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ສ້າງ​ໃໝ່​ບັນດາ​ເຂດ​ປູກ​ສາລີ ໝາກ​ຖົ່ວ​ເຫຼືອງ ໝາກ​ມັງກອນ... ທີ່​ມີ​ປະລິມານ​ຜະລິດ​ຕະພັນ​ຫຼາຍ ​ແມ່ນ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການວາງ​ແຜນ​ກຳນົດ ​ແລະ ຈັດ​ຕັ້ງ​ການ​ຜະລິດ ປຸງ​ແຕ່ງ ຈຳໜ່າຍ​ຂາຍ​ຜະລິດ​ຕິ​ພັນ, ຫຼີກ​ລ່ຽງການ​ເຮັດ​ແບບ​ເກີດ​ເອງ​ທີ່​ມີ​ລັກສະນະ​ຂະ​ບວນການ.

ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ການ​ແບ່ງປັນ​ຄຸນຄ່າ​ເພີ່ມ​ໃນ​ຂະ​ແໜງ​ສິນຄ້າ: ຕ້ອງ​ມີ​ກົນ​ໄກ ນະໂຍບາຍຊຸກຍູ້​ບັນດາ​ຂັ້ນ​ຕອນ​ຄຸນຄ່າ​ເພີ່ມ​ສູງ ຂອງ​ຂະ​ແໜງ​ກະສິກຳ ປ່າ​ໄມ້ ສິນ​ໃນ​ນ້ຳ​ຢູ່​ຫວຽດນາມ, ​ເຊັ່ນ​ປຸງ​ແຕ່ງ, ການບໍລິການ, logistic, ຫຸ້ມ​ຫໍ່​ຜະລິດ​ຕະພັນ, ​ເປັນ​ຕົ້ນ​ແມ່ນ​ປຸງ​ແຕ່ງອາຫານ ​ແລະ ສິນຄ້າ​ສຳ​ເລັດ​ຮູບ, ​ເຊັ່ນເຄື່ອງບໍລິ​ໂພ​ກ ອຸປະ​ໂພ​ກ, ​ເຄື່ອງ​ໃຊ້​ໃຫ້​ແກ່​ອຸດສາຫະກຳ... ກ່ອນ​ອື່ນ​ໝົດ, ຕ້ອງ​ໃຫ້​ບຸລິມະສິດ​ແກ່​ບັນດາ​ຂະ​ແໜງ​ສິນຄ້າ​ທີ່​ຫວຽດນາມ​ມີ​ທ່າ​ແຮງ ​ເຊັ່ນ​ກາ​ເຟ ຢາງພາລາ ໝາກມ່ວງ​ຫິມະພານ ​ໂກ​ໂກ້ ໝາກພິກ​ໄທ ສິນ​ໃນ​ນ້ຳ, ປຸງ​ແຕ່ງ​ເຄື່ອງ​ປ່າ​ຂອງ​ດົງ ນ້ຳນົມ ຊີ້ນ... ຮຽກຮ້ອງ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ ພ້ອມ​ກັບ​ວິ​ສາ​ຫະກິດ​ຫວຽດນາມ ຍ້ອນ​ວ່າ​ເຂົາ​ມີ​ເຄື່ອງໝາຍ​ສິນຄ້າ ​ແລະ ມີຊ່ອງ​ສາຍ​ການ​ຈຳໜ່າຍ, ​ແນ​ໃສ່​ຍົກຍ້າຍ​ການ​ປຸງ​ແຕ່ງ ຫຸ້ມ​ຫໍ່ logistics ຂອງ​ຕ່າງປະ​ເທດ​ເຂົ້າ​ມາ​ໃນ​ຫວຽດນາມ. ຈຳກັດ​ການ​ອະນຸຍາດ​ໃຫ້​ລົງທຶນຈາກ​ຕ່າງປະ​ເທດ​ທີ່​ບໍ່​ມີ​ການ​ປຸງ​ແຕ່ງ​ຈົນ​ເຖິງ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ຢູ່​​ໃນ​ປະ​ເທດ​ຫວຽດນາມ. ມີ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ການ​ມອບ​ທີ່​ດິນ, ພາສີ, ສິນ​ເຊື່ອ ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ຕ່າງປະ​ເທດທີ່​ມີ​ການ​ປຸງ​ແຕ່ງ​ເລິກ​ຈົນ​ເຖິງ​ຜະ​ລິດ​ຕະພັນ​ສຳ​ເລັດ​ຮູບ. ຕໍ່​ກັບ​ບັນດາ​ຂະ​ແໜງ​ສິນ​ຄ່າ​ນ້ອຍ, ຜະລິດ​ຕະພັນ​ພິ​ເສດ ​ແມ່ນ​ຄວນ​ສົ່ງ​ເສີມການ​ປຸງ​ແຕ່ງ ຫຸ້ມຫໍ່​ຂະໜາດ​ນ້ອຍ​ ຢູ່​ບັນດາ​ກຸ່ມ​ອຸດສາຫະກຳ-ກະສິກຳ​ທ້ອງ​ຖິ່ນ, ຄອບຄົວ. ຍູ້​​ແຮງການ​ຮຽກຮ້ອງ​ລົງທຶນ​ຈາກ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສ້າງ​ເປັນ​ກຸ່ມ​ອຸດສາຫະກຳ​ປຸງ​ແຕ່ງ ບໍລິ​ການ​ໃຫ້​ແກ່​ບັນດາ​ຂະ​ແໜງ​ສິຄ້າ​ກະສິກຳ ປ່າ​ໄມ້ ສິ​ນໃນ​ນ້ຳ ​ໃນ​ເງື່ອນ​ໄຂ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ໃຈ​ກາງແຫ່ງການ​ປຸງ​ແຕ່ງ ​ແລະ ບໍລິການ​ຜະລິດ​ຕະພັນ​ກະສິກຳຂອງ​ໂລກ.

ທີ​ສາມ, ຈັດ​ວາງ​ຄືນ​ໃໝ່​​ໂຄງ​ປະກອບເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ​ການ​ຜະລິດ​ກະສິກຳ.

​ໃນ​ການຈັດ​ວາງ​ຄືນ​ໃໝ່​​ໂຄງ​ປະກອບ​ກະສິກຳ, ຕ້ອງ​ເອົາ​ໃຈ​ໃສ່​ເພີ່ມ​ທະວີປະລິມານ ​ແລະ ຄຸນ​ນະພາ​ບຂອງ​ບັນດາ​ປັດ​ໃຈລຸ່ມ​ນີ້:

- ເພີ່ມ​ປະລິມານ ​ແລະ ຄຸນ​ນະພາ​ບຂອງບັນດາ​ຟາ​ມຂະໜາດ​ໃຫຍ່​ທີ່​ມີ​ການ​ຄຸ້ມ​ຄອງ​ແບບ​ອາຊີບ ​ແລະ ທັນ​ສະ​ໄໝ. ຢູ່​ບັນດາ​ເຂດ​ທີ່​ມີ​ການ​ຫັນ​ເປັນ​ອຸສາ​ຫະກຳ ​ແລະ ຫັນ​ເປັນ​ຕົວ​ເມືອງ​ຢ່າ​ງ​ແຂງແຮງ, ​ແຮງ​ງານ​ໄດ້​ຍົກຍ້າຍ​ອອກ​ຈາກ​ກະສິກຳ​ຫຼາຍ​ແລ້ວ, ລັດ​ຕ້ອງ​ມີ​ນະ​ໂຍບາຍ​ດັດ​ປັບ​ເປັນ​ແຕ່​ລະ​ກ້າວ ​ເພື່ອ​ຈຳກັດ​ການ​ຜະລິດ​ຂະໜາດ​ນ້ອຍ, ສົ່ງ​ເສີມ​ການ​ລວມສູນ ​ແລະ ລວບ​ລວມດິນ​ນາ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ທີ່​ດິນ (ສະບັບ​ປັບປຸງ) ​ເຂົ້າ​ເປັນ​ຟາ​ມຂະໜາດ​ໃຫຍ່. ປະກາດ​ໃຊ້​ກົນ​ໄກ ນະ​ໂຍບາຍ​ຄຸ້ມ​ຄອງ​ຟາ​ມຕາມ​ຂະໜາດ​ການ​ຜະລິດ(15), ຕິດ​ແໜ້ນ​ກັບ​ບັນດາ​ມາດຕະຖານ ການ​ກຳນົດ​ໃນ​ການ​ຄ້າ​ລະຫວ່າງ​ປະ​ເທດ ແລະ ການ​ຄຸ້ມ​ຄອງ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ.

- ນະ​ໂຍບາຍຈັດ​ວາງ​ຄືນ​ໃໝ່​​ໂຄງ​ປະກອບ ຕ້ອງ​ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ບັນດາ​ສະຫະກອນ​ຜະລິດ​ກະສິກຳ​ແບບ​ໃໝ່, ບົນ​ພື້ນຖານ​ການ​ຮ່ວມ​ມື​ຂອງ​ບັນດາ​ຊາວນາ​ທີ່​ເຮັດ​ອາຊີບ​ດຽວ​ກັບ ​ເພື່ອ​ເປີດ​ກວ້າງຂະໜາດ, ປະ​ຢຸກ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ພ້ອມ​ກັນ​ລົງທຶນ, ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດ​ຕະພັນ, ສະໜອງຜະລິດ​ຕະພັນ​ໃຫ້​ຕະຫຼາດ, ຊື້​ວັດຖຸ​ອຸປະກອນ ​ແລະ ການ​ບໍລິການ​ສົ້ນ​ເຂົ້າ... ບັນດາ​ຂະ​ແໜງ​ສິນຄ້າ​ທີ່​ຜະລິດ​ຂະໜາດ​​ໃຫຍ່, ຂາຍ​ສົ່ງ​ນອກ ​ແມ່ນ​ຕ້ອງບຸລິມະສິດ​ໃຫ້​ຂະຫຍາຍ​ບັນດາ​ສະຫະກອນ​ສະ​ເພາະ​ຂະ​ແໜງ ​ໃນ​ການຜະລິດ ​ເຊື່ອມ​ໂຍງ​ການ​ຄ້າ​ຕາມ​ພວງ​ພະນັງ, ຕົວຢ່າງ​ເຊັ່ນ ບັນດາ​ສະຫະກອນ​ເຊື່ອມ​ໂຍງ​ບັນດາ​ຟາ​ມລ້ຽງສັດ, ກາ​ເຟ, ລ້ຽງ​ກຸ້ງ, ລ້ຽງ​ປາສວາຍ, ປູກ​ດອກ​ໄມ້, ປູກ​ເຂົ້າ... ​ຕ້ອງ​​ເຊີດຊູ​ບົດບາດ​ຂອງ​ສະຫະກອນ​ໃນ​ການ​ເຊື່ອມ​ໂຍງ​ກັບ​ວິ​ສາ​ຫະກິດ​ເພື່ອ​ສ້າງ​ພວງ​ພະນັງ​ການ​ຄ້າ(16), ປັບປຸງ​ບັນດາ​ສະມາຄົມ​ຂະ​ແໜງ​ສິນຄ້າ, ​ໃນ​ນັ້ນ​ສະຫະກອນ​ຟາ​ມຂອງ​ຊາວນາທີ່​ປູກ​ກາ​ເຟ, ຊາ, ຢາງພາລາ, ອ້ອຍ, ​ເຂົ້າ, ລ້ຽງ​ງົວ​ໃຫ້​ນ້ຳນົມ ລ້ຽງ​ໝູ..., ຕ້ອງ​ມີ​ບົກ​ບາດ​ທີ່​ສົມ​ກຽດ ​ແລະ ສຳຄັນ​ກວ່າ​ອີກ, ​ເປັນ​ຕົ້ນແມ່ນ​ຢູ່​ເຂດ​ຜະລິດ​ສິນຄ້າ​ທີ່​ໃຫຍ່. ຢູ່​ບັນດາ​ເຂດ​ທີ່​ຄອບຄົວ​ຊາວນາ​ຜະລິດ​ສິນຄ້າ​ຂະໜາດ​ນ້ອຍ ​ແມ່ນ​ຕ້ອງ​ຊຸກຍູ້​ການ​ຂະຫຍາຍ​ບັນດາ​ສະຫະກອນ​ບໍລິ​ການ​ສັງ​ລວມ. ຢູ່​ເຂດ​ທີ່ຜະລິດ​ກຸ້ມ​ຕົນ​ເອງ ກໍ່ຄວນຂະຫຍາຍ​ບັນດາ​ຮູບ​ການຈັດ​ຕັ້ງຊຸມຊົນ. ສຳລັບ​ບັນດາ​ສະຫະກອນ​ບໍລິການ, ຈຳ​ເປັນ​ຕ້ອງ​ມີ​ນະ​ໂຍບາຍຊ່ວຍ​ໜູນ ​ເພື່ອ​ໃຫ້​ມັນ​ກາຍ​ເປັນຕົວ​ກະທົບ​ສຳຄັນ​ໃນ​ການ​ບໍລິການ​ກະສິກຳ, ​ເປັນ​ຂອດ​ຫົວ​ຕໍ່​ທີ່​ຮັບ​ເອົາ ​ແລະ ຜັນ​ຂະຫຍາຍ​ການ​ບໍລິການ​ສາທາລະນະ​ປະ​ໂຫຍ​ດຢູ່​ຊຸມ​ຊົນ, ​ເຊັ່ນ​ສົ່ງ​ເສີມ​ການ​ກະ​ເສດ, ການສິນ​ເຊື່ອ, ຊ່ວຍ​ໜູນ marketing, ຄຸ້ມ​ຄອງ​ຄຸນ​ນະພາ​ບ, ກວດກາ​ການ​ຕ້ານ​ສັດຕູ​ພືດ, ປົກ​ປັກ​ຮັກສາ​ປ່າ​ໄມ້, ຄຸ້ມ​ຄອງ​ໜ້າ​ນ້ຳ ...

ມີ​ນະ​ໂຍບາຍ​ວາງ​ແຜນ​ກຳນົດ​ການ​ພັດທະນາ​ລະບົບ​ວິ​ສາ​ຫະກິດ​ກະສິກຳ, ກຸ່ມສຳພັນ​ຜະລິດອຸດສາຫະກຳ ​ກະສິກຳ​ໃນ​ບັນດາຂົງ​ເຂດຕາມ​ເຂດ ພາກ ​ເພື່ອ​ອາດ​ຈະ​ເປັນ​ພື້ນຖານ​ສົມທົບ​ກັບ​ຊາວນາ, ​ເຊື່ອມ​ຕໍ່​ກັບ​ພາຍ​ນອກ, ຂະຫຍາຍ​ການ​ເຄື່ອນ​ໄຫວ​ປຸງ​ແຕ່ງ​ເລິກ, ບໍລິການ, logistics... ບາງ​ຕົວ​ແບບ​ສຳພັນ​ທີ່ໄດ້​ຮັບ​ຜົນສຳ​ເລັດ ​ເຊັ່ນ​ໃນ​ການ​ຜະລິດ​ນ້ຳນົມ​ຂອງ Vinamilk ຢູ່​​ເມືອງບາ​ວີ່, ອ້ອຍ​ນ້ຳຕານ​ຢູ່​​ເຂດລາມ​ເຊີນ, “ທົ່ງ​ນາ​ຜືນ​ໃຫຍ່” ຜະລິດ​ເຂົ້າ ຂອງ​ບໍລິສັດ​ຫຸ້ນ​ສ່ວນປົກ​ປັກ​ຮັກສາ​ພືດ ອານ​ຢາງ, ສົມທົບ​ລົງທຶນ​ປູກ​ຢາງພາລາ​ຢູ່ 3 ​ແຂວງ​ພາກ​ເໜືອ. ຕ້ອງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໂດຍ​ໄວ​ ມະຕິ​ຕົກລົງ​ສະບັບ​ທີ 62/2013/QĐ-TTg ລົງ​ວັນ​ທີ 25-10-2013 ຂອງນາຍົກລັດຖະມົນຕີ ວ່າ​ດ້ວຍ​ນະ​ໂຍບາຍສົ່ງ​ເສີມ​ພັດທະນາ​ເສດຖະກິດ​ຮ່ວມ​ມື, ຮ່ວມ​ສຳພັນ​ຜະລິດ ຕິດ​ແໜ້ນ​ກັບ​ການຈຳໜ່າຍ​ຜະລິດ​ຕະພັນ​ກະສິກຳ, ກໍ່ສ້າງ​ທົ່ງ​ນາ​ຜືນ​​ໃຫຍ່ (ປ່ຽນ​ແທນ​ໃຫ້​ມະຕິ​ຕົກລົງ ສະບັບ​ທີ 80/2002/QĐ-TTg ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ສົມທົບ​ລະຫວ່າງ “4 ພາກສ່ວນ”). ​ໃຫ້​ບຸລິມະສິດ​ການ​ສົມທົບ​ລົງທຶນ ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ, ການ​ຄ້າ; ຜະລິດ​ຕາມ​ຫຼັກ​ດຳ​ເນີນ​ງານ​ດ້ານ​ເຕັກນິກ​ລວມອັນ​ດຽວ​ກັນ ​ເພື່ອ​ໃຫ້​ມີ​ຜະລິດ​ຕະພັນ​ທີ່​ສະ​ໝ່ຳສະ​ເໝີ​ກັນ ​ແລະ ມີ​ຄຸນ​ນະພາ​ບຄື​ກັນ; ສ້າງ​ແຜນການ​ລວມຂອງ​ພວງ​ພະນັງ​ຂ​ະ​ແໜງ​ສິນຄ້າ; ພ້ອມ​ກັນ​ຄຸ້ມ​ຄອງ​ເຄື່ອງໝາຍ​ການຄ້າ; ພວງ​ພະນັງ​ຂະ​ແໜງສິນຄ້າ​ໜຶ່ງ​ມີ​ການ​ຄຸ້ມ​ຄອງ​ລວມ ທາງ​ດ້ານ​ຖິ່ນ​ກຳ​ເນີ​ດ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ; ​ແບ່ງປັນ​ຄວາມ​ສ່ຽງ; ​ແບ່ງປັນ​ຄຸນຄ່າ​ເພີ່ມ ​ແລະ ຜົນ​ກຳ​ໄລ... ບັນດາ​ນະ​ໂຍບາຍ​ຊ່ວຍ​ໜູນ​ຄວມຊຸກ​ຍູ້, ​ໃຫ້​ບຸລິມະສິດ​ແກ່​ການ​ກໍ່​ຕັ້ງ ​ແລະ ພັດທະນາ​ບັນດາ​ປັດ​ໃຈ​​ສຳພັນເຊື່ອນ​ໂຍງ ​ເພື່ອ​ເປັນ​ກຳລັງ​ໝູນ​ໃຫ້​ແກ່​ການ​ສຳພັນ​ລະຫວ່າງ​ຊາວນາ​ນຳ​ກັນ, ລະ​ຫວ່າງ​ຊາວນາ​ ແລະ ວິ​ສາ​ຫະກິດ. ຈຸດປະສົງ​ກໍ່​ຄື ​ຜະລິດ​ຜະລິດ​ຕະພັນ​ທີ່​ມີ​ລາຄາ​ຖືກ​ກວ່າ ​ໂດຍ​ອາ​ໃສ​ຜົນ​ກະທົບ​ຂອງ​ເສດຖະກິດ​ຂະໜາດ​ໃຫຍ່, ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ທີ່​ດີກ​ວ່າ​ຍ້ອນ​ການ​ກະທຳ​ລວມໝູ່, ລັກສະນະ​ແກ່ງ​ແຍ້ງສູງ​ກວ່າ, ສະໜອງ​ໃຫ້​ຕະຫຼາດ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສະ​ໝ່ຳສະ​ເໝີ ໝັ້ນ​ທ່ຽງ ​ແລະ ​ໄວ້​ວາງ​ໃຈ​ໄດ້.

 ວິທີ​ແກ້​ຈຳນວນ​ໜຶ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່ ​ເມື່ອປະຕິບັດ​ການຈັດ​ວາງ​ຄືນ​ໃໝ່​​ໂຄງ​ປະກອບກະສິກຳ

ທີໜຶ່ງ, ກົນ​ໄກ ນະ​ໂຍບາຍ​ທີ່​ດິນ.

ຕ້ອງ​ເຕົ້າ​ໂຮມ ​ແລະ ລວມສູນ​ດິນ​ນາ​ໃຫ້​ມີ​ເນື້ອ​ທີ່​ໃຫຍ່​ພໍ​ຄວນ, ​ເປັນປົກກະຕິຍາວ​ນານ, ສອດຄ່ອງ​ກັບບັນດາ​ຕົວ​ແບບ​ຜະລິດ​ທີ່​ຕ່າງ​ກັນ ຂອງ​ແຕ່ລະ​ເຂດ, ຫັນ​ໄປ​ສູ່​ພື້ນຖານ​ກະສິກຳ​ທັນ​ສະ​ໄໝ. ຜັນ​ຂະຫຍາຍ​ບັນດາ​ແຜນ​ກຳນົດ​ທີ່ດິນ​ຕາມ​ເຂດ. ຄົ້ນຄວ້າ​ກົນ​ໄກ ນະ​ໂຍບາຍ​ວາງ​ແຜນກຳນົດ ​ແລະ ຄຸ້ມ​ຄອງ​ແຜນ​ກຳນົດ​ທີ່​ດິນ​ຕາມພູມ​ພາກ 7 ​ເຂດ​ເສດຖະກິດ-ສັງຄົມ ຫຼື 8 ​ເຂດ​ນິເວດ​ວິທະຍາ, ຮັບປະກັນ​ມີ​​ແຜນຍຸດ​ທະ​ສາດພັດທະນາ​ຕາມພູມ​ພາກ, ກຳຈັດຜ່ານ​ຜ່າ​ຈຸດ​ອ່ອນ ​ຍ້ອນ​ເທສະ​ເສດຖະກິດ​ຖືກ​ເທສະ​ການ​ບໍລິຫານ​ຕັດ​​ແບ່ງຄື​ໃນ​ປັດຈຸບັນ. ສົມທົບ​ລະຫວ່າງ​ບັນດາ​ຂົງ​ເຂດອື່ນ ​ເຊັ່ນ​ລະຫວ່າງ​ອຸດສາຫະກຳ ການ​ບໍລິການ ກັບ​​ກະສິກຳ ​ແລະ ລະຫວ່າງ​ບັນດາ​ຂົງ​ເຂດ​ກະສິກຳ​​ໃນ​ພູມ​ພາກ​ໜຶ່ງ. ​ເພື່ອ​ປະຕິບັດ​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ ​ແມ່ນ​ຕ້ອງ​ສືບ​ຕໍ່​ປັບປຸງ​ບູລະນະ​ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ທີ່​ດິນ:

- ປະກາດ​ໃຊ້​ກົນ​ໄກ ນະ​ໂຍບາຍ ທີ່​ເປັນ​ພື້ນຖານ​ນິຕິ​ກຳ​ກ່ຽວ​ກັບ​ຄອບຄົວ​ຊາວນາ, ​ເປັນ​ຕົ້ນ​ແມ່ນ​ໜ່ວຍ​ເສດຖະກິດ​ຟາ​ມຂະໜາດ​ໃຫຍ່ ​ແລະ ສິດ ຜົນ​ປະ​ໂຫຍ​ດ​ໃນ​ການ​ນຳ​ໃຊ້​ທີ່​ດິນ, ​ທ້ອນໂຮມຄືນທີ່​ດິນ, ນຳ​ໃຊ້​ສິດ​ໃຊ້​ການ​ທີ່​ດິນ​ໃນ​ສືບ​ມູນ, ກູ້​ຢືມ​ທຶນ​ສິນ​ເຊື່ອ, ​ເຂົ້າ​ຮ່ວມ​ການ​ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ, ປະກອບ​ຫຸ້ນ​ສ່ວນ.

- ວາງ​ແຜນ​ກຳ​ນົດທີ່​ດິນ​ກະສິກຳ​ທີ່ໝັ້ນ​ທ່ຽງ, ຄົບ​ຊຸດ ກັບ​ແຜນ​ກຳນົດ​ການ​ບໍລິການ, ການ​ຈັດ​ຕັ້ງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ, ອຸດສາ​ຫະກຳ​ປຸງ​ແຕ່ງ... ​ໃຫ້​ເປັນ​ບັນດາ​ກຸ່ມ​ອຸດສາຫະກຳ - ກະສິກຳ.

- ມອບ​ທີ່​ດິນໃຫ້​ຊາວນາ​ໃຊ້​ໃນ​ເວລາ​ຍາວ​ນານ, ​ແຕ່ 50 ປີເຖິງ 70 ປີ; ຢູ່​ບັນດາ​ເຂດ​ກະສິກຳ​ທີ່​ໝັ້ນ​ທ່ຽງ ຄວນມອບ​ທີ່​ດິນ​ຍາວ​ນານ.

- ວາງ​ແຜນ​ກຳນົດຄອບຄົວ​ຜະລິດ​ຂະໜາດ​ໃຫຍ່, ຊຸກຍູ້​ການ​ລວມສູນ ​ແລະ ທ້ອນ​ໂຮມ​ດິນນາ​ຢ່າງ​ແຂງແຮງ ​ເພື່ອ​ຂະຫຍາຍຕົວ​ແບບ​ກະສິກຳ​ທັນ​ສະ​ໄໝ, ລວມສູນຂະໜາດ​ໃຫຍ່ ຢູ່​ບັນດາ​ເຂດທີ່​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ແຂງ​ແຮງ, ​ແຮງ​ງານ​ໄດ້​ຖອນ​ອອກ​ຈາກ​ກະສິກຳ​ເປັນ​ຈຳນວນ​ຫຼາຍ​ພໍ​ຄວນ. ລັດ​ຄວນ​ທົດ​ລອງ​ແຜນ​ກຳນົດ​ເຂດ​ກະສິກຳ​ທັນ​ສະ​ໄໝ​ເປັນ​ຕ່າງຫາກ ທີ່​ກວ້າງ​ປະມານ​ສອງ​ສາມ​ຮ້ອຍ ​ເຖິງ​ພັນ​ແຮັກ​ຕ້າ, ​ເພື່ອ​ໃຫ້​ເປັນ​ເສດຖະກິດ​ຟາ​ມຂະໜາດ​​ໃຫຍ່ ທີ່​ທຳ​ການ​ຜະລິດ ຄຸ້ມ​ຄອງ ການ​ຄ້າ​ຕາມ​ມາດຕະຖານ​ທັນ​ສະ​ໄໝ​ໂດຍ​ສົມບູນ. ມີ​ບັນດາ​ມາດ​ຕະການ​ຊຸກຍູ້​ຢ່າງແຂງແຮງ​ໃຫ້​ຊາວນາ​ສະໝັກ​ໃຈ “​ໂຮມ​ດິນ​ນາ, ​ແລກປ່ຽນ​ທົ່ງ​ນາ​ໃຫ້​ກັນ”, ​ລວມສູນ ​ແລະ ທ້ອນ​ໂຮມ​ດິນ​ນາ​​ໃຫ້​ເປັນ “ທົ່ງ​ນາ​ຜືນ​ໃຫຍ່”. ຊຸກຍູ້​ຂະ​ບວນວິວັດ​ການ​ລວ​ມສູນ​ດິນ​ນາ ພ້ອມ​ກັນ​ກັບຂະຫຍາຍການສົມທົບ​ຕາມ​ສາຍ​ຂວາງ ​ລະຫວ່າງ​ຊາວນາ​ດ້ວຍ​ກັນ ກໍ່​ຄື​ລະຫວ່າງ​ຊາວນາ​ກັບ​ວິ​ສາ​ຫະກິດ.

- ຕ້ອງ​ມີ​ການ​ກຳນົດ​ການ​ຮັບ​ຮູ້​ຫົວໜ່ວຍ​ຜະລິດ​ຄອບຄົວ​ຊາວນາ, ​ເສດຖະກິດ​ຟາ​ມ, ນິຍາມ​ຈະ​ແຈ້ງ ​ແລະ ກຳນົດ​ວ່າ​ໃຜ​ແມ່ນ​ຊາວ​ນາກໍ່​ຈະ​ໄດ້​ຮັບ​ມອບ​ທີ່​ດິນ; ຕໍ່ກັບ​ຜູ້​ທີ່ບໍ່​ແມ່ນ​ຊາວນາ ລັດ​ກໍ່​ອາດ​ຈະ​ເກັບ​ໂຮມທີ່​ດິນ​ຄືນ ​ແລະ ທົດ​ແທນ​ດ້ວຍ​ເງິນຕາ​ມການ​ກຳ​ນົດຂອງ​ກົດໝາຍ​ທີ່​ດິນ ​ເພື່ອ​ມອບ​ທີ່​ດິນ​ນັ້ນ​ໃຫ້​ຊາວນາ ​ເຊິ່​ງ​ເປັນ​ຜູ້​ທີ່ເຮັດ​​ກະສິກຳ​ໂດຍ​ກົງ ​ແລະ ລຽນຕິດ; ຈຳກັດ​ສະພາບ​ການ​ທີ່​ວ່າ​ ຜູ້​ມີ​ສິດ​ນຳ​ໃຊ້​ທີ່​ດິນ​ແຕ່​ບໍ່​ຜະລິດ​ໂດຍ​ກົງ ຫາກ “​ໃຫ້​ຜູ້​ອື່ນ​ເຊົ່າ​​ເພື່ອເກັບຄ່າ​ເຊົ່າ​ທີ່​ດິນ”, ນັບ​ທັງ​ຢູ່​ບາງ​ບໍລິສັດ​ກະສິກຳ ປ່າ​ໄມ້​ໃນ​ປັດຈຸບັນ.

ທີສອງ, ກົນ​ໄກ ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່ກະສິກຳ ​ແລະ ຊ່ວຍ​ເຫຼືອ​ຊາວນາ.

- ສ້າງ​ຕັ້ງ​ບັນດາ​ກອງ​ທຶນ​ເພື່ອ​ລົງທຶນ​ໃຫ້​ແກ່​ກະສິກຳ​ຕາມ​ທິດ​ທາງ​ບຸລິມະສິດຕໍ່​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ກະສິກຳ; ກອງ​ທຶນ​ເຫຼົ່າ​ນີ້​ອາດ​ຈະ​ປ່ອຍ​ທຶນ​ໃຫ້​ບັນດາ​ໂຄງການ, ສະໜອງ​ສິນ​ເຊື່ອໃຫ້​ບັນດາ​ທ້ອງ​ຖິ່ນ ວິ​ສາ​ຫະກິດ ​ແລະ ຄອບຄົວ​ຊາວນາ ບົນພື້ນຖານ​ແຜນ​ກຳ​ນົດກະສິກຳ​ທີ່ໄດ້​​ຜ່ານ​ອະນຸມັດ​ແລ້ວ. ກອງ​ທຶນ​ກະສິກຳ​ຕ້ອງ​ໄດ້​ຈຳ​ແນ​ກຈະ​ແຈ້ງ​ລະຫວ່າງ​ຄຸ້ມ​ຄອງລັດ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ; ກົນ​ໄກ​ລົງທຶນ​ໄດ້​ຈັດ​ຕັ້ງ​ການ​ປະມູນ​ຕາມ​ກົນ​ໄກ​ຕະຫຼາດ ​ແລະ ມີ​ລັກສະນະ​ສົ່ງ​ເສີມ​ບັນດາ​ຄອບຄົວ​ຊາວນາ ວິສາ​ປະກິດ​ທີ່​ປະຕິບັດ​ຕາມ​ບັນດາ​ເງື່ອນ​ໄຂ​ຜະລິດ​ກະສິກຳ​ທັນ​ສະ​ໄໝ, ຕາມ​ແຜນ​ກຳນົດ​ບຸລິມະສິດ​ຂອງ​ລັດ. ຮຽກຮ້ອງ​ຜູ້​ອຸປະຖຳ​ສາກົນ​ມາສະໜອງ​ທຶນ​ໃຫ້​ແກ່​ກອງ​ທຶນ​ເຫຼົ່າ​ນີ້.

- ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ສົ່ງ​ເສີມ​ບົນ​ພື້ນຖານ​ຂະຫຍາຍພວງ​ພະນັງ​ກະສິກຳ​ທັນ​ສະ​ໄໝ, ຕິດ​ແໜ້ນ​ກັບ​ຊາວນາ, ສ້າງ​ເປັນ​ການ​ເຊື່ອມ​ໂຍງ​ພວງ​ພະນັງ​ລະຫວ່າງ​ຊາວນາ ​ແລະ ວິ​ສາ​ຫະກິດ, ກໍ່ສ້າງ​ການ​ຄຸ້ມ​ຄອງ​ແບບ​ຍືນ​ຍົງ​ໃນ​ຕະຫຼອດ​ພວງ​ພະນັງ ກ່ຽວ​ກັບ​ຄຸນ​ນະພາ​ບ ອະນາ​ໄມ​ຄວາມ​ປອດ​ໄພ​ອາຫານ, logistics, ​ເຄື່ອງໝາຍ​ການ​ຄ້າ...

- ຄົ້ນຄວ້າ​ນຳ​ໃຊ້​ນະ​ໂຍບາຍ​ພາສີ​ລາຍ​ໄດ້​ວິ​ສາ​ຫະກິດ​ພິ​ເສດ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ທີ່​ໃຊ້​ວັດຖຸ​ດິບຈາກຜະລິດ​ຕະພັນ​ກະສິກຳ​ພາຍ​ໃນ​ປະ​ເທດ 100 %.

- ມີ​ນະ​ໂຍບາຍ​ໃຫ້​ກູ້​ຢືມ​ທຶນ​ເພື່ອ​ສ້າງ​ເປັນ​ບັນດາ​ຟາ​ມທັນ​ສະ​ໄໝ, ບົນ​ພື້ນຖານ​ຈຳ​ນອງ​ທີ່​ດິນ ​ແລະ ​ເຄື່ອງ​ຈັກ, ​ເຄື່ອງ​ປະກອບ, ໜັງສື​ສັນຍາ​ຂອງ​ຟາ​ມ. ຄົ້ນຄວ້າ​ປ່ຽນ​ແປງ​ໂດຍ​ພື້ນຖານ​ວິທີ​ໃຫ້​ກູ້​ຢືມ​ໃນ​ປັດຈຸບັນ, ຈາກ​ການ​ໃຫ້​ກູ້​ຢືມ​​ໂດຍ​ມີການ​ຈຳ​ນອງ​ດ້ວຍ​ຊັບ​ສົມບັດ ​ເຊິ່ງຕົ້ນຕໍ​ແມ່ນ​ໃບ​ທະບຽນ​ທີ່​ດິນ, ມາ​ເປັນ​ການ​ໃຫ້​ກູ້​ຢືມ​ໂດຍ​ມີ​ການ​ຈຳ​ນອງ​ດ້ວຍ​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ການ​ຜະລິດ, ທຸລະ​ກິດ.

- ຄົ້ນຄວ້າ​ປ່ຽນ​ແທນ​ເປັນ​ແຕ່​ລະ​ກ້າວ​ກົນ​ໄກ​ຊ່ວຍ​ໜູ​ນຕາມ​ທາງ​ອ້ອມ​ໂດຍ​ຜ່ານ​ວິ​ສາ​ຫະກິດ​ປັດຈຸບັນ (ຕົວຢ່າງ​ຄື ກົນ​ໄກ​ຊື້​ເຂົ້າສານ​ເພື່ອ​ແຮ​ໄວ້​ຊົ່ວຄາວ) ມາ​ເປັນ​ນະ​ໂຍບາຍ​ຊ່ວຍ​ໜູນ​ໂດຍ​ກົງ​ໃຫ້​ຊາວນາ​ຕາມ​ອັດຕະສ່ວນ​ຮ້ອຍ​ຂອງ​ລວມຍອດ​ຄ່າ​ໃຊ້​ຈ່າຍ​ສົ້ນ​ເຂົ້າ​ທີ່​ຄອບຄົວ​ຊາວນາ​ໄດ້​ຈ່າຍອອກ.

- ຄົ້ນຄວ້າ​ປະຕິ​ບັດ​ຕົວ​ແບບ “ຕະຫຼາດ​ລາຄາ​ໃນ​ອະນາຄົດ” ຕໍ່​ກັບ​ຜະລິດ​ຕະພັນ​ກະສິກຳ​ຕົ້ນຕໍ​ບາງ​ປະ​ເພດ ​ເພື່ອ​ແນ​ໃສ່​ດັດສົມ​ຄວາມ​ສ່ຽງ​​ໃນ​ຕະຫຼາດ​ຈາກ​ຜູ້ຜະລິດ​ມາ​ໃຫ້​ບັນດາ​ບໍ​ລິ​ສັດ​ການ​ຄ້າ.

- ສືບ​ຕໍ່​ປະຕິບັດ​ການ​ທົດ​ລອງ​ປະກັນ​ໄພ​ໃນ​ກະສິກຳ​ຕາມ​ມະຕິ​ຕົກລົງ​ສະບັບ​ທີ 315/QĐ-TTg ລົງ​ວັນ​ທີ 01-3-2011 ຂອງ​ນາຍົກລັດຖະມົນຕີ; ສະຫລຸບ​ສັງ​ລວມ ຖອດ​ຖອນ​ບົດຮຽນ ​ເພື່ອ​ຜັນ​ຂະຫຍາຍ​ເປັນ​ທາງ​ການ​ການ​ປະກັນ​ໄພກະສິກຳ​ໃນ​ລວງ​ກວ້າງ​ຕໍ່​ກັບ​ບັນດາ​ເປົ້າ​ໝາຍ, ບັນດາ​ຂະ​ແໜງ​ສິນຄ້າ, ບໍ່​ພຽງ​ແຕ່​ຕໍ່​ກັບ​ບັນດາ​ຄອບຄົວ​ທຸກ​ຍາກ, ​​​ເກືອບ​ທຸກ​ຍາກ​ເທົ່າ​ນັ້ນ.

- ຄົ້ນຄວ້າ​​ເພີ່ມ​ເຕີມ, ປັບປຸງ​ນະ​ໂຍບາຍ​ຊ່ວຍ​ໜູນ ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເສຍ​ຫາ​ຍພາຍຫຼັງ​ເກັບ​ກ່ຽວ​ຕໍ່​ກັບ​ຜະລິດ​ຕະພັນ​ກະສິກຳ ​ແລະ ສິນ​ໃນ​ນ້ຳ.

ທີ​ສາມ, ກົນ​ໄກ ນະ​ໂຍບາຍ​ຂະຫຍາຍ​ພວງ​ພະນັງ​ຂະ​ແໜງ​ສິນຄ້າ​ຜະລິດ​ຕະພັນ​ກະສິກຳ.

- ມີກົນ​ໄກ ນະ​ໂຍບາຍສົ່ງ​ເສີ​ມວິ​ສາ​ຫະກິດ​ຫວຽດນາມທຳ​ການຈຳໜ່າຍ​ໂດຍ​ກົງ​ຢູ່​ບັນດາ​ລະບົບຊູ​ເປີ​ມາກ​ເກັດ​ສາກົນ, ຫຼາກ​ຫຼາຍ​ຜະລິດ​ຕະພັນ, ຫຼາກ​ຫຼາຍ​ຕະຫຼາດ, ຊຸກຍູ້​ການ​ລົງທຶນ​ໃນ​ບັນດາ​ຂອດ​ທີ່​ມີ​ຄຸນຄ່າ​ສູງ ຄຸນນະພາ​ບດີ, ຈຳກັດ​ການສົ່ງ​ນອກ​ວັດຖຸ​ດິບ ຜະລິດ​ຕະພັນ​ບໍ່​ສຳ​ເລັດ​ຮູບ. ສຳ​ລັບ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ​ເພີ່ມທະວີ​ການ​ຄຸ້ມ​ຄອງຕະຫຼາດ​ຕາມ​ທິດ​ໃຫ້​ມີ​ຄວາມ​ໂປ່​ງ​ໃສທາງ​ດ້ານ​ຄຸນ​ນະພາ​ບ​ໂດຍ​ຜ່ານ​ການ​ສະ​ເໜີ​ຖິ່ນ​ກຳເນີດສິນຄ້າ ​ແລະ ກຳມະສິດ​ສະຕິ​ປັນຍາ.

- ສ້າງ​ບັນດາ​ກອບ​ກົນ​ໄກ ນະ​ໂຍບາຍ​ຄົບ​ວົງ​ຈອນ​ນັບ​ແຕ່​ການ​ຜະລິດ​ຈົນ​ເຖິງ​ຕະຫຼາດ ​ໃຫ້​​ແກ່ແຕ່ລະ​ຫຍ່ອມ​ຂະ​ແໜງ​ສິນຄ້າ, ຕິດ​ກັບ​ແຕ່ລະ​ເຂດ ​ແຕ່​ລະ​ຕະຫຼາດ ​ແລະ ​ເປົ້າ​ໝາຍ​ການ​ຜະລິດ ​ເພື່ອ​ຊ່ວຍໜູນການ​ພັດທະນາ​ບັນດາ​ພວງ​ພະນັງ​ຄຸນຄ່າ​ທີ່​ຫຼາຍຮູບຫຼາຍ​ແບບ (ພວງ​ພະນັງ​ຜະລິດ​ຕະພັນ​ສາມັນ; ພວງ​ພະນັງ​ຜະລິດ​ຕະພັນ​ຊັ້ນ​ສູງ; ພວງ​ພະນັງ​ຜະລິດ​ຕະພັນນິ​ເວດ​ວິທະຍາ; ພວງ​ພະນັງ​ຜະລິດ​ຕະພັນການ​ຄ້າ​ຍຸດຕິ​ທຳ; ພວງ​ພະນັງ​ຜະລິດ​ຕະພັນທີ່​ມີ​ການ​ຊີ້​​ແນະພູມ​ພາກ ​ແລະ ຜະລິດ​ຕະພັນ​ພິ​ເສດ; ພວງ​ພະນັງ​ຜະລິດ​ຕະພັນທີ່​ຕິດ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ...). ສ້າງ​ພວງ​ພະນັງຂະ​ແໜງ​ສິນຄ້າ​ຍຸດ​ທະ​ສາດ​ທີ່​ຍັງມີ​ຕະຫຼາດ​ຫຼາຍ, ມີ​ການ​ເຊື່ອມ​ຕິດ​ກັບ​ສາກົນ​ຢ່າງ​ແຂງ​ແຮງ, ມີ​ເຄື່ອງໝາຍ​ການ​ຄ້າ​ທົ່ວ​ໂລກ, ມີ​ບົດ​ບາດ​ທີ່​ຕັ້ງຢູ່​ບາງ​ຕະຫຼາດ​ທີ່​ເປັນ​ຈຸດໝາຍ, ມີ​ຜົນ​ສະທ້ອນ​ດ້ານ​ການ​ເມືອງ ​ແລະ ສັງຄົມ​ຢ່າງ​ໃຫຍ່​ຫຼວງ...

- ມີກົນ​ໄກ ນະ​ໂຍບາຍ​ແນ​ໃສ່ຈັດວາງ​ຄືນ​ໃໝ່​ໂຄງ​ປະກອບທາງ​ດ້ານ​ຄຸນ​ຄ່າ​ເພີ່ມ​ທົ່ວ​ທັງ​ພວງ​ພະນັງ ຕາມ​ທິດ​ເພີ່ມ​ພາກສ່ວນ​ໃນ​ປະ​ເທດ​ຫວຽດນາມ, ສ່ວນ​ຂອງ​ຊາວນາ, ສ່ວນ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສ່ວນ​ຂອງ​ເຄື່ອງໝາຍ​ການ​ຄ້າ, ຍົກ​ສູງ​ຄຸນ​ນະພາ​ບ, ຄຸ້ມ​ຄອງ​ດີ...

- ມີກົນ​ໄກ ນະ​ໂຍບາຍ​ແນ​ໃສ່​ຫັນ​ເປັນ​ໂປ່​ງ​ໃສ, ກວດກາ​ການ​ຕິດ​ຕໍ່​ຄ້າຂາຍ​ທັງ​ໝົດ​ດ້ານ​ຄຸນ​ນະພາ​ບ ລາຄາ​ຂອງ​ບັນດາ​ພວງ​ພະນັງ​ວັດຖຸ​ອຸປະກອນ​ກະສິກຳ​ສົ້ນ​ເຂົ້າ ​ເຊັ່ນ​ຝຸ່ນ​ເຄມີ, ອາຫານ​ສັດ, ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ທີ່​ຜະລິດ​ໃນ​ປະ​ເທດ ​ແລະ ຂາ​ເຂົ້າ ​ເຊັ່ນ​ນ້ຳນົມ​, ຊີ້ນ, ​ເຂົ້າສານ..., ​ເພື່ອ​ເປັນ​ພື້ນຖານ​ດັດສົມ​ຄຸນຄ່າ​ເພີ່ມ, ພາສີ, ຄຸ້ມ​ຄອງ​ຄຸນ​ນະພາ​ບຕາມ​ການ​ຄົ້ນ​ສະ​ເໜີ​ຖິ່ນ​ກຳ​ເນີດສິນຄ້າ, ການ​ປະກັນ​ໄພ​ກະສິກຳ.

- ປ່ຽນ​ແປງ​​ໃໝ່​ກົນ​ໄກ​ດັດສົມ​ການ​ຂາ​ອອກ​ຂາ​ເຂົ້າ​ຕາມ​ທິດ​ໂປ່​ງ​ໃສ, ສະ​ເໝີ​ພາບ, ມີ​ການ​ຄຸ້ມຄອງ​ດີ​ຕາມ​ພວງ​ພະນັງ​ຂະ​ແໜງ​ສິນຄ້າ​ກະສິກຳ, ກຳນົດ​ແຈ້ງ​ບົດບາດ​ຂອງ​ລັດ ຂອງອຳນາດການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ການຈັດ​ຕັ້ງ​ອາຊີບ​ຂອງ​ວິ​ສາ​ຫະກິດ ​ແລະ ຊາ​ວນາ. ປັບປຸງ​ບັນດາ​ສະມາຄົມ​ຂະ​ແໜງ​ສິນຄ້າ (ກາ​ເຟ, ​ໂກ​ໂກ້, ​ເຂົ້າ, ຊາ, ໝາກມ່ວງ​ຫິມະພານ...) ​ໃຫ້​ກາຍ​ເປັນ​ບັນດາ​ສະມາຄົມ​ອາຊີບ​ແທ້​ຈິງ​ທີ່​ມີ​ບົດບາດ​ສົມ​ກຽດ​ຂອງ​ຊາວນາ ​ໃນ​ການ​ກຳກັບ​ການ​ຂາ​ອອກ​ຂາ​ເຂົ້າ.

- ຕໍ່​ກັບ​​ເຂົ້າ​ເປືອກ​ເຂົ້າສານ: ກົນ​ໄກ ​ແລະ ນະ​ໂຍບາຍຄວນ​ສຸມ​ໃສ່​ການ​ຍົກ​ລະດັບພວງ​ພະນັງ​ຄຸນຄ່າ​ເຂົ້າ​ເປືອກ​ເຂົ້າສານ ​ຢູ່​ເຂດກະ​ເສດ​ສຸມຕ່າງໆ​ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ຊາວນາ ​ແລະ ບັນດາ​ນະ​ໂຍບາຍ​ຊ່ວຍໜູນ​ໃຫ້​ແກ່​ບັນດາ​ປັດ​ໃຈ​ຊຸກຍູ້​ ໃນພວງ​ພະນັງ​ຄຸນຄ່າ ນັບ​ແຕ່​ການ​ຜະລິດ ຈົນ​ເຖິງ​ການ​ທຸລະ​ກິດ ການ​ສົ່ງ​ນອກ​ເຂົ້າສານ. ຕົວ​ແບບ “ທົ່ງ​ນາ​ຜືນ​ໃຫຍ່” ​ໃນປັດຈຸບັນ​ນີ້ຄວນ​ໄດ້​ຮັບ​ການ​ຊ່ວຍ​ແກ້ຄວາມ​ຫຍຸ້ງຍາກ​ຢູ່​ໃນ​ຂອດ​ການ​ສົມທົບ​ລະ​ຫວ່າງ​ຊາວນາ (ສະຫະກອນ, ໜ່ວຍ​ງານ​ຮ່ວມ​ມື). ຕ້ອງ​ເພີ່ມ​ເຕີມ​ເງື່ອນ​ໄຂ​ຕໍ່​ກັບ​ວິ​ສາຫະກິດຂາ​ອອກ​ເຂົ້າສານ ​ເຊິ່ງຕ້ອງ​ມີ​ການ​ສົມທົບ​ກັບ​ຊາວ​ນາດ້ວຍ​ສັນຍາ​ຊື້​ຂາຍ​ຜະລິດ​ຕະພັນ​ກະສິກຳ. ຕ້ອງ​ມີ​ແຜນ​ກຳນົດ​ສັງ​ລວ​ມຂະ​ແໜງ​ເຂົ້າສານ ດ້ວຍ 2 ຈຸດໝາຍ​ນະ​ໂຍບາຍ​ຕ່າງ​ກັນ ​ແຕ່​ເພີ່ມ​ເຕີມ​ໃຫ້​ແກ່​ກັນ, ກວມ​ດ້ວຍ​ການຜະລິດສິນຄ້າຂະໜາດ​ໃຫຍ່ ​ແລະ ການ​ຜະລິດ​ຂະໜາດ​ນ້ອຍ​ເພື່ອ​ຊົມ​ໃຊ້​ເອງ ຫຼື​ເພື່ອ​ຂາຍ​ຢູ່​ທ້ອງ​ຖິ່ນ. ຄົ້ນຄວ້າ​ເພື່ອ​ປ່ຽນ​ແທນ ຫຼື​ເພື່ອ​ເພີ່ມ​ເຕີມ​ສັນຍາ​ເສດຖະກິດ ດ້ວຍ​ສັນຍາ​ລົງທຶນ​ລະຫວ່າງ​ລັດຖະບານ​ ກັບ​ບັນດາ​ປະ​ເທດ​ທີ່​ຂາ​ເຂົ້າ​ເຂົ້າສານ​ເປັນ​ປົກກະຕິ, ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ, ຕິດ​ແໜ້ນ​ລະຫວ່າງ​ຜູ້​ຂາ​ເຂົ້າ​ກັບ​ເຂດ​ຜະລິດ, ຫຍໍ້​ສັ້ນ​ຂອດ​ລະຫວ່າງ​ກາງ, ຍົກ​ສູງ​ລາຄາ​ຂາຍ​ຜະລິດ​ຕະພັນຂອງຜູ້​ຜະລິດ.

ທີ່​ສີ່, ກົນ​ໄກ ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ລະ​ບົດ​ຄຸ້ມ​ຄອງ ການ​ບໍລິການ​ສາທາລະນະ​ປະ​ໂຫຍ​ດ​ໃຫ້​ກະສິກຳ.

ກວດຄືນ, ປັບປຸງ​ບູລະນະ​ລະບົບ​ຄຸ້ມ​ຄອງ​ລັດ​ດ້ານ​ກະສິກຳ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນບົນ​ພື້ນຖານ​ແບ່ງ​ງານ ​ແບ່ງ​ຂັ້ນ​ຢ່າງ​ສອດຄ່ອງ ​ແລະ ກຳນົດ​ຈະ​ແຈ້ງ​ພາລະ​ບົດບາດ ໜ້າ​ທີ່ ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ. ຮັບປະກັນ​ຄວາມ​ໂປ່​ງ​ໃສ, ກວດກາ​ຢ່າງ​ແໜ້ນ​ແຟ້ນຄຸນ​ນະພາ​ບ ​ແລະ ລາຄາບັນດາ​ວັດຖຸ​ອຸປະກອນ​ກະສິກຳ​ສົ້ນ​ເຂົ້າ, ຄຸ້ມ​ຄອງ​ພະຍາດ​ສັດ ສັດຕູ​ພືດ ​ແລະ ຄວາມປອດ​ໄພ​ອະນາ​ໄມອາຫານ.

ລະບົບ​ການ​ບໍລິການ​ສ່ວນ​ລວ​ມໃຫ້​​ກະສິກຳ​ຕ້ອງ​ໄດ້​ປ່ຽນ​ແປງ​ໂດຍ​ພື້ນຖານ​ທາງ​ດ້ານ​ພາລະ​ບົດບາດ ​​ແລະ ເນື້ອ​ໃນ, ຫັນປ່ຽນ​ຈາກ​ບົດບາດ​ສະໜອງ​ການ​ບໍລິການ​ເປັນ​ຕົ້ນຕໍ ມາ​ປະຕິ​ບັດ​ບົດບາດຄາດ​ຄະ​ເນ, ປະສານ​ງານ, ຄຸ້ມ​ຄອງ, ຕິດຕາມ​ກວດກາ, ຕີ​ລາຄາ, ຊ່ວຍ​ໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ​ກະສິກຳ, ຕະຫຼາດ, ຄຸ້ມ​ຄອງ​ຄຸນ​ນະພາ​ບ, ບໍລິການ​ທາງ​ດ້ານ​ກົດໝາຍ, ​ແກ່ງ​ແຍ້ງການ​ຄ້າ... ການ​ບໍລິການ​ສ່ວນບວທຄວນ​ຂະຫຍາຍ​ເປັນ​ຕະຫຼາດ​ບໍລິການ. ບັນດາ​ອົງການ​ບໍລິການສ່ວນລວມ​ໃຫ້​ກະສິກຳ ພຽງ​ແຕ່​ຄວນ​ສະໜອງ​ການ​ບໍລິການ​ຢູ່​ບ່ອນ ​ແລະ ຂົງ​ເຂດ ຂອບ​ເຂດ​ຕ່າງໆ ທີ່​ຕະຫຼາດ​ຕອບ​ສະໜອງ​ບໍ່​ໄດ້, ຢູ່​ຂົງ​ເຂດ​ຕ່າງໆ​ທີ່​ມີ​ລັກສະນະ​ເປັນ​ເຈົ້າພາ​ທາງ. ຢູ່​ຂອບ​ເຂດ​ອື່ນ​ທີ່​ຍັງ​ເຫຼືອ​ນັ້ນ​ຄວນ​ປະໃຫ້​ເອກະ​ຊົນ ​ແລະ ບັນດາ​ການຈັດ​ຕັ້ງ​ອາຊີບ​ເປັນ​ຜູ້​ສະໜອງ. ງົບປະມານ​ການ​ບໍລິການ​ສ່ວນລວມ ​ແມ່ນ​ຕ້ອງການ ​ແລະ ອາດ​ຈະ​ໃຫ້​ປະມູນ​ໂດຍ​ເສລີ ​ເປີດ​ເຜີຍ.

ດ້ວຍ​ກຳລັງ​ໝູນ​ເສດຖະກິດ​ຄອບຄົວ, ຂະ​ແໜງ​ກະສິກຳ​ຫວຽດນາມ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ກ້າວ​ກະ​ໂດດ, ຮັບປະກັນ​ຄວາ​ມສະຫງົບ​ດ້ານ​ສະບຽງ​ໄດ້, ​ໄດ້ຂະຫຍາຍຕົວ​ຕາມ​ລວງ​ກວ້າງ​ໂດຍ​ຜ່ານ​ການ​ເພີ່ມ​ລະດູ​ການ, ​ເພີ່ມ​ເນື້ອ​ທີ່ ​ແລະ ປະລິມານ​ຜະລິດ​ຕະພັນ. ​ເພີ່ມ​ທະວີ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ຈັດ​ຕັ້ງຄືນ​ໃໝ່​ການ​ຜະລິດ​ກະສິກຳ ດ້ວຍ​ບັນດາ​ຮູບ​ການ​ຮ່ວມ​ມື, ຈັດ​ຕັ້ງ​ການ​ສົມທົບເຊື່ອມ​ໂຍງ, ກໍ່​ຕັ້ງ​ບັນດາ​ສະມາຄົມ​ອາຊີບ, ຂະຫຍາຍ​ໜ່ວຍ​ຮ່ວມ​ງານ ສະຫະກອນ, ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງຂອງ​ບັນດາ​ວິ​ສາ​ຫະກິດ ຈະ​ເປັນກຳລັງ​ໝູນ​ໃໝ່ ​ເພື່ອ​ໃຫ້ກະສິກຳ​ຂອງ​ປະ​ເທດ​ເຮົາ​ຍົກ​ສູງ​ຄຸນຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ./.

ໂດຍ: ສຈ. ດຣ ​ເວື​ອງດິ່ງ​ເຮວ້
ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ

-------------------------------------------------------

*    ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 854 (​ເດືອນ​ທັນວາ 2013)

(1) ຄຸນຄ່າ​ການ​ຜະລິດ​ປູກ​ຝັງ ​ແລະ ລ້ຽງສັດ​ນ້ຳ​ໃນຫົວ​ໜ່ວຍ​ເນື້ອ​ທີ່​ປີ 2013 ບັນລຸ​ປະມານ 85,6 ລ້ານ​ໂດ່​ງ/​ແຮັກ​ຕ້າ, ​ເພີ່ມ 81% ທຽບ​ກັບ​ປີ 2008 (47,2 ລ້ານ​ໂດ່​ງ/​ແຮັກ​ຕ້າ).

(2) ການ​ຂາ​ອອກ​ສິນຄ້າ​ກະສິກຳ ປ່າ​ໄມ້ ສິນ​​ໃນ​ນ້ຳ ປີ 2013 ຄາດ​ວ່າ​ຈະ​ບັນລຸ​ໄດ້ 27,5 ຕື້​ໂດ​ລາ​ສະຫະລັດ, ​ໄລຍະ​ 2008 - 2012 ​ເພີ່ມ​ຂຶ້ນ​ສະ​ເຫຼ່ຍ 13,3% ຕໍ່ປີ.

(3) ຈີ​ດີ​ພີ ກະສິກຳ ປ່າ​ໄມ້ ສິນ​ໃນ​ນ້ຳ ​​ເພີ່ມ​ຂຶ້ນ​ສະ​ເຫຼ່ຍ ໃນ​ໄລຍະ​ 1996 – 2000: 4,01% ຕໍ່ປີ; 2001 - 2005: 3,83%; 2006 - 2010: 3,03%; 2009 - 2013: 2,9%.

(4) ​ໃນ​ຂະ​ແໜງກະສິກຳ, ອັດຕາ​ສ່ວນ​ຂອງ​ການ​ລ້ຽງສັດ​ຫລຸດ​ລົງ ຈາກ 27,1% ປີ 2009 ລົງ​ເປັນ 24,6% ປີ 2012; ອັດຕາ​ສ່ວນ​ຂອງ​ການ​ປູກຝັງ​ເພີ່ມ​ຂຶ້ນ ຈາກ 71,3% ປີ 2009 ຂຶ້ນ​ເປັນ 73,8% ປີ 2012. ​ໃນ​ໂຄງປະກອບ​ກະສິກຳ-ປ່າ​ໄມ້-ສິນ​ໃນ​ນ້ຳ, ອັດຕາ​ສ່ວນ​ຂອງ​ກະສິກຳ​ຫລຸດ​ລົງ ຈາກ 78,5% ປີ 2009 ລົງ​ເປັນ 77,5% ປີ 2013, ອັດຕາ​ສ່ວນ​ຂອງ​ສິນ​ໃນ​ນ້ຳ​ເພີ່ມຂຶ້ນ​ໜ້ອຍ​ໜຶ່ງ ຈາກ 17,8% ຂຶ້ນ​ເປັນ 19,2%.

(5) ປີ 2008, ສະມັດ​ຕະພາບ​ຂອງ​ງານ​ ຕາມ​ທະນາຄານ​ໂລກ WB (USD/​ແຮງ​ງານ/ປີ) ຄື​ດັ່ງ​ນີ້: ຫວຽດນາມ: 848,652; ຈີນ: 1.596,423; ອິນ​ໂດ​ເນ​ເຊຍ: 1.779,410; ຟີ​ລິປິ​ນ: 2.010,964; ​​ໄທ: 2.152,126.

(6) ຄຸນຄ່າ​ເພີ່ມ/​ແຮງ​ງານ​ກະສິກຳ/ປີ, ຄິດ​ສະ​ເຫຼ່ຍ​ໃນ​ໄລຍະ 2006 - 2008 (USD): ຫວຽດນາມ​ແມ່ນ 343; ກຳປູ​ເຈຍ: 377; ບັງ​ກລາ​ເທດ: 403; ຈີນ: 481: ​ໄທ: 681.

(7) ​ໃນ​ໄລຍະ 2006-2008, ຕາມທະນາຄານ​ໂລກ WB, ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີການສົ່ງ​ອອກ​ອາຫານ​ເຂົ້າ​ອາ​ເມ​ລິ​ກາ​ຖືກ​ປະຕິ​ເສດຫຼາຍກວ່າ​ໝູ່ ​ໃນ​ບັນດາ​ປະ​ເທດ​ທີ່​ WB ດຳ​ເນີນ​ການ​ສຳ​ຫຼວດ, ​ຄິດ​ໄລ່​ຕາມ​ແຕ່ລະ​​ມູນ​ຄ່າ 10 ລ້ານ USD: ຫວຽດນາມ: 25,4 ຄັ້ງ; ອິນ​ໂດ​ເນ​ເຊຍ: 18,4 ຄັ້ງ; ຈີນ: 13,3 ຄັ້ງ; ​ເມ​ຊິ​ໂກ: 12 ຄັ້ງ; ​ໄທ: 7,6 ຄັ້ງ; ​ໂຄ​ລຳ​ເບຍ: 3 ຄັ້ງ; ​​ໂກສຕາ ຣິກກາ: 1,5 ຄັ້ງ; ຈີ​ເລ: 1,1 ຄັ້ງ.

(8) ຜົນ​ແຫ່ງການ​ສຳ​ຫຼວດຂອງ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາ​ດພັດທະນາ​ກະສິກຳຊົນນະບົດ​ຢູ່ 6 ​ແຂວງ​ພາກ​ຕາ​ເວັນ​ຕົກ​ທົ່ງພຽງ​ແມ່​ນ້ຳຂອງ, ປີ 2008 ກ່ຽວ​ກັບ​ໂຄງ​ປະກອບ​ລາຍ​ຮັບ​ຂອງ​ຄອບຄົວ​ທຸກ​ຍາກ: 76 % ລາຍ​ຮັບ​ມາຈາກ​ການ​ອອກ​ແຮງ​ງານ​ຮັບຈ້າງ; 14 % ຈາກ​ການ​ປູກຝັງ ລ້ຽງສັດ ຫາ​ປາ​ພືດ​ໃນ​ນ້ຳ; ສ່ວຍ​ຍັງ​ເຫຼືອ​ແມ່ນ​ລາຍ​ຮັບ​ຈາກວຽກ​ງານ​ນອກ​ກະສິກຳ ​ແລະ ​ເບ້ຍ​ອຸດ​ໜູຸນ. ກ່ຽວ​ກັບ​ລາຍ​ຮັບ​ຕົວ​ຈິງ​ຂອງ​ຫຍ່ອມ​ຄອບຄົວ​ທຸກ​ຍາກ: 52 % ຄອບຄົວ​ທຸກ​ຍາກມີ​ລາຍ​ຮັບ​ບໍ່​ເຖິງ 150 ພັນ​ໂດ່​ງ/ຄົນ/​ເດືອນ, 16% ມີ​ລາຍ​ຮັບ​ແຕ່ 151 ​ເຖິງ 170 ພັນ​ໂດ່​ງ; 29% ມີ​ລາຍ​ຮັບ​ແຕ່ 171 ​ເຖິງ 200 ພັນ​ໂດ່​ງ; 3% ມີ​ລາຍ​ຮັບ​ແຕ່ 201 ​ເຖິງ 270 ພັນ​ໂດ່​ງ.

(9) ການ​ສຳ​ຫຼວດຂອງ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາ​ດພັດທະນາ​ກະສິກຳຊົນນະບົດໃນ​ປີ 2007 ​ໃຫ້​ຮູ້​ວ່າ: ​ໂຄງ​ປະກອບ​ລາຍ​ຮັບ​ນອກ​ກະສິກຳ​ຄິດ​ສະ​ເຫຼ່ຍຂອງ​ຄອບຄົວ​ຊາວນາ​ປີ 2005 ​ໄດ້​ຂຶ້ນ​ເຖິງ 50,5% ທຽບ​ກັບ 32,5 % ​ປີ 2003.

(10) ຕາມ​ລາຍ​ງານ​ຂອງ​ກະຊວງ​​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຄິດ​ເຖິງ​ເດືອນ​ພະຈິກ​ປີ 2013 ​ປະກົດ​ມີ 3.407 ຄອບຄົວ​ຢູ່ 9 ​ແຂວງ​ໄດ້​ສົ່ງ​ນາເປັນ​ເນື້ອ​ທີ່ 443,15 ​ແຮັກ​ຕ້າ ຄືນ​ໃຫ້ອຳນາດ​ການ​ປົກຄອງ​ ​ແລະ 42.785 ຄອບຄົວ​ໃນ 21 ​ແຂວງ​ໄດ້​ປະ​ດິນ​ນາຮົກ​ເຮື້ອ​ວ່າງ​ເປົ່າ​ເປັນ​ເນື້ອ​ທີ່​ທັງ​ໝົດ 6.883,92 ​ແຮັກ​ຕ້າ.

(11) ຕາມ​ກົມ​ໃຫຍ່​ສະຖິຕິ, ປີ 2008, FDI ລົງທຶນ​ເຂົ້າ​​ໃນ​ກະສິກຳ​ກວມ 3% ​ແຕ່​ຮອດຊຸມ​ປີ 2009-2011 ​ກວມ​ພຽງ 1%, ຮອດ​ປີ 2012 ຍັງ​ເຫຼືອ​ພຽງ 0,6%. ຊາວນາ​ຢູ່​ຫຼາຍ​ບ່ອນເລີ່​ມຕົ້ນ​ປະນາ ​ແລະ ຫລຸດຜ່ອນ​ການ​ກະ​ເສດ​ສຸມ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຜະລິດ​ເຂົ້າ​ແບບ​ກະ​ເສດ​ສຸມ​ຢູ່​ພາກ​ເໜືອ ​ແລະ ພາກ​ກາງ. ​ເງິນ​ທຶນ​ທີ່​ລົງ​ໃສ່​ຂະ​ແໜງ​ກະສິກຳ ປ່າ​ໄມ້ ລ້ຽງສັດ​ນ້ຳ​ ກວມ​ພຽງ 5,2% ​ເງິນ​ລົງທຶນ​ສັງຄົມ​ທັງ​ໝົດ​ຂອງ​ປີ 2012.

(12) ການຊີ້​ແນະ​ພູມ​ພາກ ​ແມ່ນ​ເຄ່ືອງໝາຍ​ທີ່​ໃຊ້​ເພື່ອ​ບົ່ງ​ບອກ​ວ່າ ຜະລິດ​ຕະພັນ​ມີ​ບໍ່​ເກີດ​ມາ​ຈາກ​ຂົງ​ເຂດ​, ທ້ອງ​ຖິ່ນ, ​ອານາເຂດ ຫຼືປະ​ເທດ​ລະອຽດ​ໃດ, ໝາຍ​ຊີ້​ແນະ​ພູມ​ພາກ​ໄດ້​ປົກ​ປ້ອງ ​ໄດ້​ຕິດ​ໃສ່​ສິນຄ້າ, ​ເຄື່ອງ​ຫຸ້ມ​ຫໍ່​ສິນຄ້າ, ພາຫະນະ​ການ​ທຸລະ​ກິດ.

(13) ສິນຄ້າ​ຂາ​ອອກ​ທີ່​ສົ່ງ​ໄປຍັງ​ບັນດາ​ປະ​ເທດສະຫະພາບ​ເອີຣົບ ຖ້າ​ຫາກ​ມີ​ການຈົດ​ທະບຽນ​ປົກ​ປ້ອງຊີ້​ແນະ​ພູມ​ພາກ ກໍ່​ຈະ​ເຮັດ​ໃຫ້​ຄຸນຄ່າ​ການ​ຄ້າ​ເພີ່ມ​ຂຶ້ນ ​ແລະ ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ບັນດາ​ປະ​ເທດ​ນີ້ ​ເນື່ອຖືກ​​ເສຍ​ຫາຍ​ຍ້ອນ​ຂອງ​ປອມ ​ແລະ ກຳມະ​ສິດ​ດ້ານ​ສະຕິ​ປັນຍາຖືກລະ​ເມີດ.

(14) 1) ​ເຂດ​ພູດ​ອຍພາກ​ເໜືອ: ​ເຂດ​ວັດຖຸ​ດິບ​ປ່າ​ໄມ້​ຜະລິດ​ຂະໜາດ​ໃຫຍ່, ລ້ຽງ​ງົວ​ໃຫ້ນ້ຳນົມ, ງົວ​ຊີ້ນ, ໝູ​ພື້ນ​ເມືອງ, ​ລ້ຽງໄກ່​ໃນ​ສວນ, ປູກສາ​ລີ​ຢູ່​​ແຂວງເຊີນ​ລາ, ຊາ​ຢູ່​ແຂວງຖາ​ຍງວຽນ ຝູ​ເທາະ ຕວຽນ​ກວາງ, ​ໄມ້​ໄຜ່​ໄມ້ປ່ອງ​ຢູ່​ແຂວງກາວ​ບັ່ງ, ​ແລະບັນດາ​ຜະລິດ​ຕະພັນ​ພິ​ເສດ ມີການ​ຊີ້​ແນະພູມ​ພາກ​ເຊັ່ນ ຜັກ ດອກ​ໄມ້​ຢູ່​​ເມືອງຊາ​ປາ, ໝາກ​ມິ້ນສາມ​ດອກ, ໝາກ​ລິ່ນ​ຈີ່ຢູ່​ເມືອງລຸກ​ງ້າ​ນ, ລູກ​ເກົາ​ລັດຢູ່​ເມືອງ​ຈຸ່ງ​ແຂງ, ປາ​ນ້ຳ​ເຢັນຢູ່​ເມືອງຊາ​ປາ, ​ໂປ້ຍກັກ​ຢູ່​ແຂວງລ້າງ​ເຊີນ, ​ໄກ່​ຢູ່​ເມືອງອຽນ​ເຖ...; 2) ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ອາດ​ຈະ​​ຂະຫຍາຍ​ການ​ຜະລິດບັນ​ດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ໄດ້​ປຽບ: ​ເຂົ້າ​ຄຸນ​ນະພາ​ບສູງ ​ແລະ ​ເຂົ້າ​ພິ​ເສດ, ຜັກ, ຕົ້ນ​ໄມ້​ກິນ​ໝາກ ​ເຊັ່ນ ໝາກ​ລຳ​ໄຍ ໝາກລິ່ນ​ຈີ່, ງົວ​​ໃຫ້​ນ້ຳນົມ, ສິນ​ໃນ​ນ້ຳ, ປູກຫຍ້າ​ລ້ຽງ​ງົວນ້ຳນົມ; 3) ​ເຂດ​ພາກ​ກາງ: ​ເຂດ​ວັດຖຸ​ດິບ​ປ່າ​ໄມ້​ປຸງ​ແຕ່ງ​ຜະລິດ​ຕະພັນ​ປ່າ​ໄມ້, ລ້ຽງສັດພືດນ້ຳ​ໃນ​ທະ​ເລ ​ເທິງ​ເກາະ, ຟາ​ມລ້ຽງສັດ​ຂະໜາດ​ໃຫຍ່; 4) ​ເຂດ​ໄຕ​ງວຽນ: ປູກ​ສະ​ເພາະ​ຕົ້ນ​ໄມ້ອຸດສາຫະກຳ ​ແລະ ຕົ້ນ​ໄ​ມ້ກິນ​ໝາກ (ກາ​ເຟ, ​ໂກ​ໂກ້, ໝາກ​ຜິ​ກ​ໄທ, ໝາກ​​ແອ​ໂວ​ຄາ​ໂດ...), ປູກ​ສະ​ເພາະ​ປ່າ​ໄມ້​ຢູ່​ແຂວງຢາ​ລາຍ ກອນ​ຕຸ​ມ ​ແລະ ດັກ​ລັກ, ຜັກ ​ແລະ ດອກ​ໄມ້ຢູ່​ເມືອງດ່າລາດ, ຊາ​ຢູ່​ແຂວງເລິມດົ່ງ; 5) ​ເຂດ​ຕາ​ເວັນ​ອອກ​ນາມ​​ໂບ້: ຢາງພາລາ, ໝາກ​ມ່ວງຫິມະພານ, ລ້ຽງສັດ​ລວມສູນ (ໝູ, ສັດ​ປີກ); ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ: ​ເຂດ​ປູກ​ສະ​ເພາ​ະເຂົ້າ, ສາລີ, ຕົ້ນ​ໄມ້​ກິນ​ໝາກ, ສິນ​ໃນ​ນ້ຳ​ສົ່ງ​ນອກ, ລ້ຽງ​ເປັດ ​ເປັດ​ເທດ, ລະບົບ​ກະສິກຳ​ນິ​ເວດ​ວິທະຍາ​ຕິດ​ກັບ​ການ​ຂຸດ​ຄົ້ນ, ປົກ​ປັກ​ຮັກສາ​ປ່າ​ຊາຍ​ເລນ​ຢູ່​ແຂວງກ່າ​ເມົາ, ກຽນ​ຢາງ, ບາກ​ລຽວ.

(15) ຂະໜາດ​ການ​ຜະລິດ​ຍິ່ງ​ກວ້າງ​ໃຫຍ່​ທໍ່​ໃດ ບັນດາ​ມາດຕະຖານ​ຄຸ້ມ​ຄອງ​ການ​ຜະລິດ​ກໍ່​ຍິ່ງ​ເຄັ່ງຄັດທາງ​ດ້ານ​ຄວາມ​ໂປ່​ງ​ໃສ​ກ່ຽວ​ກັບ​ການ​ເງິນ, ລຳດັບ​ດຳ​ເນີນ​ການ​ຜະລິດ, ຄຸ້ມ​ຄອງ​ຄຸນ​ນະພາ​ບ, ມົນ​ພິດ​ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ​ຕົ້ນ​ປູກ​ແລະ​ສັດລ້ຽງ, ການ​ປະກັນ​ໄພ​ກະສິກຳ... ມາດຕະຖານ​ບັນທັດຖານ​ເຫຼົ່າ​ນີ້​ຕ້ອງ​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ, ຄ່ອຍໆ​ມີ​ໃບ​ຢັ້ງຢືນ​ທີ່​ໄດ້​ຮັບຮອງຈາກ​ສາກົນ.

(16) ຕາມ​ສະຫະພັນ​ສະຫະກອນ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ​ປີ 2011, ຄິດ​ໄລ່​ຮອດ​ທ້າຍ​ປີ 2010, ​ໃນ​ຂົງ​ເຂດ​ກະສິກຳ, ສ່ວນ​ຫຼາຍ​ຍັງ​ແມ່ນ​ສະຫະກອນ​ບໍລິການ​ກະສິກຳ​ສັງ​ລວ​ມ (ສະຫະກອນ​ແບບ​ເກົ່າ​, ຫັນປ່ຽນ​ຕາມ​ກົດໝາຍ ​ແລະ ຕົ້ນຕໍ​ແມ່ນ​ຕັ້ງ​ຢູ່​ພາກ​ເໜືອແຕ່​ແຂວງ​ກວ໋າງບິ່ງຂຶ້ນ​ເໜືອ), ກວມ​ຫຼາຍ​ກວ່າ 7.000 ສະຫະກອນ​ ໃນ​ຈຳນວນ 8.000 ກວ່າ​ສະຫະກອນ​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ຂົງ​ເຂດ​ກະສິກຳ​ປັດຈຸບັນ. ​ໃນ​ເວລາ​ນັ້ນ ບັນດາ​ສະຫະກອນ​ແບບ​ໃໝ່, ສະຫະກອນ​ສະ​ເພາະ​ຂະ​ແໜງ​ ພັດ​ເກີດ​ຂຶ້ນ​ຢ່າງ​ຊັກ​ຊ້າ. ທົ່ວ​ປະ​ເທດ​ມີ 80% ຈຳນວນ​ສະຫະກອນ​ເຮັດ​ການ​ບໍລິການ​ດ້ານ​ຊົນລະປະທານ; 43% ຈຳນວນ​ສະຫະກອນ​ເຮັດ​ການ​ບໍລິການ​ດ້ານສະໜອງ​ວັດຖຸ​ອຸປະກອນ, ຝຸ່ນ​ເຄມີ; 97% ຈຳນວນ​ສະຫະກອນ​ເຮັດ​ການ​ບໍລິການ​ດ້ານ​ເຕັກນິກ; 11% ຈຳນວນ​ສະຫະກອນ​ກະ​ເສດເຮັດ​ການ​ບໍລິການ​ດ້ານ​ໄຟຟ້າ; ​53% ເຮັດ​ການ​ບໍລິການ​ແນວ​ພັນ​ຕົ້ນ​ປູກ; 20% ​ເຮັດ​ການ​ບໍລິການ​ຄາດ​ໄຖ​ນາ; 21% ​ເຮັດ​ການ​ບໍລິການ​ຮັກສາ​ສັດລ້ຽງ. ການ​ບໍລິການ​ຕົ້ນຕໍ​ຂອງ​ບັນດາ​ສະຫະກອນຍັງ​ໜັກ​ໄປ​ທາງ​ການ​ບໍລິການສົ້ນ​ເຂົ້າ, ມີ​​ສະຫະກອນ​ຈຳນວນ​ໜ້ອຍ​ທີ່​ສຸດ​ທີ່ສາມາດ​​ເຮັດໄດ້ພາລະ​ບົດບາດ​ຊ່ວຍ​ຊາວນາ​ປະສານ​ສົມທົບ​ລວມໝູ່​ ໃນ​ການ​ລົງທຶນ​ຜະລິດ, ຄຸ້ມ​ຄອງ​ຄຸນ​ນະພາບຜະລິດ​ຕະພັນ, ຊື້​ວັດຖຸ​ອຸປະກອນ​ສົ້ນ​ເຂົ້າ, ​ເຈລະຈາ​ການ​ຄ້າ, ຮ່ວມກັນ​ຂາຍ​ຜະລິດ​ຕະພັນທີ່​ຕະຫຼາດ, ຄຸ້ມ​ຄອງ​ເຄື່ອງໝາຍ​ສິນຄ້າ... ສະພາບ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ບັນດາ​ສະຫະກອນ​ບໍລິການ​​ໃຫ້​ຊຸມ​ຊົນ​ກວມ​ສ່ວນຫຼາຍ​ຢູ່​ພາກ​ເໜືອ ​ແລະ ພາກ​ກາງ, ຍ້ອນ​ຈຸດ​ພິ​ເສດ​ການ​ຜະລິດ​ນ້ອຍ​ຍັງຮຽກຮ້ອງ​ຕ້ອງການ​ຕໍ່​ກັບສະຫະກອນ​ປະ​ເພດນີ້ ​ແລະ ຍ້ອນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ສະຫະກອນ​ປະ​ໄວ້. ຢູ່​ພາກ​ໃຕ້​ຄື​ຢູ່​​ເຂດໄຕ​ງວຽນ, ​ເຂດຕາ​ເວັນ​ອອກ​ນາມ​ໂບ້ ​ແລະ ​ເຂດທົ່ງພຽງ​ແມ່​ນ້ຳຂອງ, ​ການ​ບໍລິການ​ກະສິກຳ​ໂດຍ​ເອກະ​ຊົນ​ປະຕິບັດ​ໄດ້​ຮັບ​ປະສິດທິ​ຜົນ​ດີກ​ວ່າ.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ