ວັນເສົາ, 21/9/2019
ລັດຖະທຳມະນູນສະບັບປັບປຸງ ແມ່ນສິ່ງຮັບປະກັນ ການເມືອງ-ນິຕິທຳ ທີ່ໝັ້ນແກ່ນທີ່ສຸດ ເພື່ອໃຫ້ທົ່ວພັກ ທົ່ວປວງຊົນ ແລະທົ່ວກອງທັບເຮົາ ຮ່ວມແຮງຮ່ວມໃຈກັນ ກ້າວຂຶ້ນສູ່ສະໄໝໃໝ່ຢ່າງໝັ້ນຄົງ
3/5/2014 16:43' ສົ່ງ ພິມ
ສະຫາຍ ຫງວຽນຊິງຮຸ່ງ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ປະທານຄະນະກຳມາທິການ ປັບປຸງລັດຖະທຳມະນູນ

ລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງ​ນີ້​ແມ່ນ​ໝາກຜົນ​ຂອງ​ຂະ​ບວນວິວັດ​ການ​ເຮັດວຽກຢາງ​ມານະ​ພະຍາຍາມ ​ເຂັ້ມ​ງວດ ວິທະຍາສາດ​ທີ່​ສຸດ ​ແລະ ປະຊາທິປະໄຕຢ່າ​ງ​ແທ້​ຈິງ. ອາດ​ຈະ​ແມ່ນ ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງລັດຖະທຳ​ມະນູນຂອງ​ຫວຽດນາມ, ບໍ່​ຄ່ອຍ​ມີ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ - ນິຕິ​ທຳ​ໃດ ​ທີ່​ປະຊາຊົນ​ຢູ່​ໃນ ​ແລະ​ນອກ​ປະ​ເທດ​ ໄດ້​ເຂົ້າ​ຮ່ວມ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ຫຼວງ​ຫຼາຍ ປະຊາ​ທິປະ​ໄຕ ກວ້າງຂວາງ​ເລິກ​ເຊິ່ງ ​ແລະ​ມີເນື້ອ​ແທ້​ຄື​ຄັ້ງ​ນີ້. ດ້ວຍ​ຈິດ​ໃຈ​ຮັບຟັງ ​ເຂົ້າ​ໃຈ ຮັບ​ເອົາ ກັ່ນ​ຕອງ​​ເອົາຍອດ​ແຍ​​ແຫ່ງສະຕິ​ປັນຍາ​ ໃນ​ຄວາມ​ເຫັນ​ປະກອບສ່ວນ​ຂອງ​ປະຊາ​ຊົນ; ການ​ເຮັດ​ວຽກ​ຢ່າງ​ລືມ​ຕົວ ສຸດ​ອົກ​ສຸດ​ໃຈ​ຂອງ​ບັນດາ​ອົງການທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສຸດ​ທ້າຍ, ລັດຖະທຳ​ມະນູນສະບັບ​ປັບປຸງ​ກໍ່​ຖືກ​ຮັບຮອງດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ທີ່​ສຸດ. ສິ່ງດັ່ງກ່າວ​ຢັ້ງຢືນ​ວ່າ ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ມານະ​ຈິດ ​ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​​ປະຊາຊົນ. ຈິດ​ໃຈ​ຂອງ​ພັກ ​ແລະນ້ຳ​ໃຈ​ຂອງ​ປະຊາຊົນ​ປະສົມ​ເຂົ້າກັນ​ຢ່າງ​ເລິກ​ເຊິ່ງ ຢູ່​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ. ນັ້ນ​ເປັນ​ສິ່ງ​ຮັບປະກັນ​ການ​ເມືອງ-ນິຕິ​ທຳ​ມີ່​ໝັ້ນ​ແກ່ນ​ທີ່​ສຸດ ​ເພື່ອ​ໃຫ້​ຊາດ​ຫວຽດນາມ ປະຊາ​ຊົນ ​ແລະ​ລັດ​ເຮົາ ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ ຜ່ານ​ຜ່າ​ສິ່ງ​ທ້າທາຍ​ໃໝ່​ທຸກ​ຢ່າງຂອງ​ຍຸກ​ສະ​ໄໝ; ​ເປັນ​ປັດ​ໃຈ​ເພື່ອ​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ນຳ​ເອົາລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່; ​ເປັນປັດ​ໃຈ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ ​ກ້າວ​ຢ່າງ​ໜັກ​ແໜ້ນ​ເຂົ້າສູ່ສະ​ໄໝ​ໃໝ່ - ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ ຄົບ​ຊຸດ​ທັງ​ດ້ານເສ​ຖະກິດ ​ແລະການ​ເມືອງ, ກໍ່ສ້າງ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັດທະນາ​ດ້ານ​ຕ່າງໆ​ທຸກ​ດ້ານ ​ແລະ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ກ່ອນ​ອື່ນ​ໝົດ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ ໄດ້​ຫັນ​ທັດສະນະ​ຂອງ​ພັກ​ແລະ​ລັດເປັນ​ນິຕິ​ກຳຢ່າງ​ຄົບ​ຖ້ວນ ​ເລິກ​ເຊິ່ງກວ່າ​ອີກ ຊຶ່ງ​​ແມ່ນ​ທັດສະນະ​ກ່ຽວ​ກັບ​ການ​ເຊີດ​ຊູ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະຊາຊົນ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ ​ແລະ​ຮັບປະກັນ​ໃຫ້​ອຳ​ນາ​ດລັດ​ທັງ​ໝົດ ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ. ນີ້​ແມ່ນ​ທັດສະນະ​ພື້ນຖານ​ ທີ່​ສອດ​ຮ້ອຍ​ຕະຫຼອດ​ເນື້ອ​​ໃນຂອງລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຊີ້​ໃຫ້​ເຫັນ​ແຈ້ງ​ຕົ້ນ​ກຳ​ເນີ​ດ ທາດ​ແທ້ ຈຸດປະສົງ ກຳລັງ​ແຮງຂອງອຳນາດ​ລັດຫວຽດນາມ ​ແມ່ນ​ຢູ່​ທີ່​ປະຊາຊົນ ຂຶ້ນ​ກັບ​ປະຊາຊົນ, ປະຊາຊົນ​ແມ່ນ​ອັດຕະພາກ​ສູງ​ສຸດ​ຂອງ​ອຳນາດ​ລັດ. ຕາມ​ນັ້ນ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຢັ້ງຢືນ​ຢ່າງ​ແຂງ​ແຮງ​ວ່າ “ປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ​ໂດຍ​ປະຊາຊົນ​ເປັນ​ເຈົ້າ​ຂອງ; ອຳນາດ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ”. ​ໃນ​ຄຳ​ເປີດ​ຫົວ​ເລື່ອງ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຖະ​ແຫຼ​ງການ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ວ່າ ປະຊາຊົນ​ຫວຽດນາມ​ເປັນ​ເຈົ້າ​ຂອງ (ອັດຕະພາກ) ຂອງ​ການ “ກໍ່ສ້າງ ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ລັດຖະທຳ​ມະນູນ​ສະບັບ​ນີ້”; ຕໍ່​ຈາກ​ນັ້ນ, ກໍ່​ໄດ້​ເພີ່ມ​ເຕີມ​ຢ່າງ​ຄົບ​ຖ້ວນ ບັນດາ​ຮູບ​ການ​ທີ່​ປະຊາຊົນ​ນຳ​ໃຊ້​ອຳນາດ​ລັດ ຊຶ່ງ​ບໍ່​ພຽງ​ແຕ່​ດ້ວຍ​ປະຊາທິປະ​ໄຕ​ແບບ​ຕາງໜ້າ ​ໂດຍ​ຜ່ານ​ສະພາ​ແຫ່ງ​ຊາດ ​ແລະສະ​ພາ​ປະຊາຊົນ ຄື​ກ່ອນ​ໜ້າ​ນີ້​​ເທົ່າ​ນັ້ນ ຫາກ​ຍັງ​ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ ​ເມື່ອ​ລັດ​ຈັດ​ຕັ້ງ​ການ​ເອົາ​ປະຊາ​ມະຕິ, ​ໃນ​ນັ້ນ​ມີການ​ເອົາ​ປະຊາ​ມະຕິກ່ຽວ​ກັບລັດຖະທຳ​ມະນູນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງສືບ​ຕໍ່​ຢັ້ງຢືນ​ບົດບາດນຳ​ພາ​ລັດ​ແລະ​ສັງຄົມ ​ຂອງ​ພັກ​ກອມມູນິດ​ຫວຽດນາມ. ບົດບາດ​ດັ່ງກ່າວ​ໂດຍ​ແມ່ນປະຫວັດ​ສາດ​ມອບ​ໝາຍ​ໃຫ້, ປະຊາຊົນ​​ເຫັນ​ດີຮັບຮູ້ ​ແລະ ລັດຖະທຳ​ມະນູນ​ຢັ້ງຢືນ​ວ່າຖືກຕ້ອງ. ພ້ອມ​ກັນ​ນັ້ນ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ກໍ່ໄດ້​ຊີ້​ແຈງ​ຈະ​ແຈ້ງ​ກວ່າ​ເກົ່າ ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ ກ່ຽວ​ກັບ​ທາດ​​ແທ້​ນຳ​ໜ້າ​ຂອງ​ພັກ ​ແລະ ຊີ້​ແຈ້ງ “ພັກ​ພົວພັນ​ສະໜິດ​ແໜ້ນ​ກັບ​ປະຊາຊົນ, ຮັບ​ໃຊ້​ປະ​ຊາຊົນ, ຍອມຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ​ ກ່ຽວ​ກັບ​ການ​ຕັດສິນ​ຕົກລົງ​ຕ່າໆ​ຂອງ​ຕົນ”. ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ກວມ​ດ້ວຍ​ບັນດາ​ການຈັດ​ຕັງ​ການ​ເມືອງ, ບັນດາ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ບັນດາ​ການຈັດ​ຕັ້ງ​ສັງຄົມ ​ແລະ​ບັນດາ​ບຸກຄົນ​ຜູ້ດີ​ເດັ່ນ​ຢູ່ໃນບັນດາ​ຊົນ​ຊັ້ນ ຊັ້ນ​ຄົນ​ສັງຄົມ ຊົນ​ເຜົ່າ ສາສະໜາ ​ແລະ​ຊາວ​ຫວຽດນາມ​ທີ່​ຕັ້ງ​ພູມລຳ​ເນົາ​ຢູ່​ຕ່າງປະ​ເທດ ຊຶ່ງ​ເປັນ​ຮາກ​ຖານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ; ​ແນວ​ໂຮມ​ປະ​ເທດ​ຊາດເປັນ​ຜູ້ຕາງໜ້າ ​ແລະ​ປົກປ້ອງ​ສິດ ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ຖືກ​ກົດໝາຍ​ຂອງ​ປະຊາຊົນ, ​ໄດ້ລັດຖະທຳ​ມະນູນຄັ້ງ​ນີ້​​ເພີ່ມ​ເຕີມ​ບົດ​ບາດຕິດຕາມ​ກວດກາ ​ແລະ ວິຈານ​ຕິ​ຊົມ​ສັງຄົມ ຕໍ່​ກັບ​ການຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ລັດ. ຈິນຕະນາການ​ການ​ເມືອງ-ນິຕິກຳໃໝ່​ນີ້ ​ເລິ່ມຈາກ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ມູນ​ຫຼັກທີ່​ວ່າ ອຳນາດ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊົນ; ກຳລັງ​ແຮງ​ຂອງ​ລັດອີງ​ບົນ​ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ນັ້ນ​ແມ່ນ​ກົດ​ເກນ ​ແມ່ນ​ຄຸນຄ່າ​ອັນ​ປະ​ເສີດ ​ເພື່ອ​ສືບ​ຕໍ່​ເຮັດ​ໃຫ້​ຫວຽດນາມຂະຫຍາຍຕົວ​ໄປ​ພ້ອມໆ​ກັນ​ກັບ​ຍຸກ​ສະ​ໄໝ. 

ສິດທິ​ມະນຸດ, ສິດ ​ແລະ ​ພັນທະອັນ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ້​ຮັບ​ການ​ເຊີດ​ຊູ ຈັດ​ເຂົ້າ​ໃນ​ທີ່​ຕັ້ງ​ສຳຄັນ​ອັນ​ດັບ​ໜຶ່ງ​ ຂອງລັດຖະທຳ​ມະນູນ​ສະບັບ​ປັບປຸງ (ໝວດ​ທີ II). ນັ້ນທັງ​ແມ່ນ​ການ​ສືບ​ທອດ​ລັດ​ຖະ​ທຳ​ມະນູນ​ປີ 1946 ​ໂດຍ​ທ່ານ​ປະທານ​ໂຮ່ຈີ​ມິນ​ເປັນ​ຫົວໜ້າ​ຄະນະ​ແຕ່ງ​ສະບັບຮ່າງ​, ທັງ​ສະ​ແດງ​ເຖິງ​ຄວາມ​ຮັບ​ຮູ້​ໃໝ່​ທີ່​ຄົບ​ຖ້ວນ ​ເລິກ​ເຊິ່ງກວ່າ​ເກົ່າ ​ໃນ​ການ​ຫັນ​ທັດສະນະ​ຂອງ​ພັກ ​ແລະ​ລັດເປັນ​ນິຕິ​ກຳ​ ກ່ຽວ​ກັບ​ການ​ເຊີດ​ຊູ​ປັດ​ໃຈ​ມະ​ນຸດ ຖື​ປັດ​ໃຈ​ມະນຸດ​ເປັນ​ອັດຕະພາກ ​ເປັນ​ແຫຼ່ງກຳລັງ​ຕົ້ນຕໍ ​ແລະ​ເປັນ​ຈຸດໝາຍ​ຂອງ​ການ​ພັດທະນາ. ຕາມ​ນັ້ນ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຢັ້ງຢືນ​ຫຼັກການ ລັດ “ຮັບຮອງ ​ເຄົາລົບ​ນັບຖື ​​ປົກ​ປ້ອງ ​ແລະ​ຮັບປະກັນ​ບັນດາ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ ທາງ​ດ້ານ​ການ​ເມືອງ ພົນ​ລະ​ເຮືອນ ​ເສດຖະກິດ ວັດທະນະທຳ ສັງຄົມ”; “ສິດທິ​ມະນຸດ ສິດ​ພົນລະ​ເມືອງ ພຽງແຕ່​ອາດ​ຈະ​ຖືກຈຳກັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ ​ໃນ​ກໍລະນີ​ຈຳ​ເປັນ ​ຍ້ອນ​ເຫດຜົນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ສະຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ສັງຄົມ, ຄຸນສົມບັດ​ສິນ​ທຳສັງຄົມ, ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ”. ນີ້​ແມ່ນ​ບັນດາ​ຫຼັກການ​ອັນ​ພື້ນຖານ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ ​ໃນ​ສາຍ​ພົວພັນ​ກັບ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ; ປ້ອງ​ກັນ​ການ​ເຮັດ​ແບບ​ອັດຕະວິ​ໄສ ​ຕາມ​ລຳພັງ​ໃຈ​ຂອງ​ບັນດາ​ອົງການ​ລັດ ກໍ່​ຄື​ຂອງ​ຂ້າ​ລັດຖະກອນ. ພ້ອມ​ກັນ​ນັ້ນ ກໍ່​ເປັນ​ພື້ນຖານ​ນິຕິ​ທຳ​ສູງ​ສຸດ​ເພື່ອ​ໃຫ້​ທຸກ​ຄົນ ທຸກ​ພົນລະ​ເມືອງ​ປົກ​ປັກ​ຮັກສາ ​ແລະ​ປະຕິບັດ​ສິດທິ​ມະນຸດ ສິດ​ພົນ​ລະ​ເມືອງ​ຂອງ​ຕົນ. ບົນ​ພື້ນຖານ​ຂອງ​ບັນດາ​ຫຼັກການ​ເຫຼົ່າ​ນີ້, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ກຳນົດ​ບັນດາ​ສິດ ​ແລະ ພັນທະ​ອັນ​ພື້ນຖານ​ຂອງ​ພົນລະ​ເມືອງ, ​ໃນ​ນັ້ນ​ໄດ້​ເພີ່ມ​ເຕີມ​ສິດ​ໃໝ່​ຈຳນວນ​ໜຶ່ງຢ່າງ​ແໜ້ນ​ແຟ້ນ ຊັດ​ເຈນ, ສາມາດ​ປະຕິບັດ​ໄດ້, ສອດຄ່ອງ​ກັບ​ບັນດາ​ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ​ທີ່​ຫວຽດນາມ​ເປັນ​ພາຄີ. 

ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກົມກຽວ​ກັບ​ການ​ພັດທະນາ​ວັດທະນະທຳ ການສຶກສາ ວິທະຍາສາດ ​ແລະ​ເຕັກ​ໂນໂລ​ຊີ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ສະ​ເໝີ​ພາບ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຖືກລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງ​ນີ້​ຫັນ​ເປັນ​ນິຕິ​ກຳ​ຢູ່​ໃນ​ໝວດ​ດຽວ​ກັນ (ໝວດ​ທີ III). ບັນດາຂໍ້​ກຳນົດ​ໃນ​ໝວດ​ນີ້​ມີ​ລັກສະນະ​ສັງ​ລວມ ​ເປັນ​ປົກກະຕິ​ກ່ຽວ​ກັບ​ຈຸດໝາຍ ກຳນົດ​ທິດ ​ແລະ​ບັນດາ​ນະ​ໂຍບາຍ​ອັນ​ພື້ນຖານ ​ຢູ່​ໃນ​ລະດັບ​ລັດຖະທຳ​ມະນູນ ​ເພື່ອ​ເປັນ​ຫຼັກ​ຖານ​ນິຕິ​ທຳ​ສູງ​ສຸດ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໄວ ​ແລະ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ​ ໃນ​ໝົດ​ທຸກ​ຂົງ​ເຂດ​ເສດຖະກິດ - ສັງຄົມ ວັດ​ທະນະ​ທຳ ການ​ສຶກສາ ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ​ສິ່ງ​ແວດ​ລ້ອມ.

ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມກ່ອນ​ໜ້າ​ນີ້​ ກໍ່​ຄື​ໃນ​ສະພາບ​ການສາກົນ​ໃໝ່​ໃນ​ປັດຈຸບັນ​ແມ່ນ​ໜ້າ​ທີ່​ສຸດ​ທີ່​ສຳຄັນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຢັ້ງຢືນ​ວ່າ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແມ່ນ​ພາລະກິດ​ຂອງທົ່ວ​ປວງ​ຊົນ ​ແມ່ນ​ພັນທະ​ອັນ​ສັກກາລະ​ບູຊາ ​ແມ່ນ​ສິດ​ອັນ​ສູງ​ສົ່ງ​ຂອງ​ພົນລະ​ເມືອງ. ລັດ​ມີໜ້າ​ທີ່​ຮັບຜິດຊອບ​ປັບປຸງ ​ແລະ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະການ​ປ້ອງ​ກັນ​ຄວາ​ມສະຫງົບ​ປະຊາຊົນ ຊຶ່ງ​ແກ່ນສານ​ແມ່ນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ. ​ເສີມ​ຂະຫຍາຍ​ກຳລັງ​​ແຮງສັງ​ລວມຂອງ​ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ ການ​ເມືອງ ​ເສດຖະກິດ ວັດທະນະທຳ ການ​ປ້ອງ​ກັນ​ປະ​ເທດ ການ​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ ການ​ຕ່າງປະ​ເທດ; ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເຂັ້ມ​ແຂງ​ແຮງ​ກ້າ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບ​ສ່ວນ​ປົກ​ປັກ​ຮັກສາ​ສັນຕິພາບຢູ່​ພາກ​ພື້ນ ​ແລະ​ໃນ​ໂລກ.

ກ່ຽວ​ກັບ​ການ​ຕ່າງປະ​ເທດ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຖະ​ແຫຼງການ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ວ່າ ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ; ຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼານ​ຝ່າຍ ຫຼາຍ​ຮູບ​ການ, ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຮ່ວມ​ມື​ສາກົນບົນ​ພື້ນຖານ​ເຄົາລົບ​ນັບຖື​ເອກະລາດ ອຳນາດ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ​ເຄົາລົບ​ນັບຖື​ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະບັນດາ​ສັນຍາ​ລະຫວ່າງ​ຊາດ ຊຶ່ງ​ຫວຽດນາມ​ເປັນ​ພາຄີ; ​ເປັນ​ເພື່ອນ ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ ​ໃນ​ວົງ​ຄະນາ​ຍາດ​ສາກົນ​ ເພື່ອ​ຜົນ​ປະ​ໂຍດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ພາລະກິດ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ສັງຄົມ​ໃນ​ໂລກ.

​ເພື່ອ​ສືບ​ຕໍ່ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​​ແຫ່ງ​ກົດ​ໝາຍ​ສັງຄົມ​ນິຍົມຢູ່​ຫວຽດນາມ, ລັດຖະທຳ​ມະນູນ​ສະບັບ​ປັບປຸງຢືນຢັນ ລັດ​ຫວຽດນາມ​ແມ່ນລັດ​​ແຫ່ງ​ກົດ​ໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ, ອີງ​ບົນ​ຫຼັກການ ອຳນາດ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ ຊຶ່ງ​ຮາກ​ຖານ​​ແມ່ນ​ສຳພັນ​ທະ​ພາບ​ລະຫວ່າງ​ຊົນ​ຊັ້ນກຳມະກອນ ກັບ​ຊາວ​ກະສິກ​ອນ ​ແລະ​ຊັ້ນ​ຄົນ​ປັນຍາ​ຊົນ; ພ້ອມ​ກັນ​ນັ້ນ ກໍ່​ໄດ້​ເພີ່ມ​ເຕີມ​ບາງ​ຫຼັກການ​ໃໝ່ ກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ລັດ​ຢູ່​ຫວຽດນາມ, ນັ້ນ​ແມ່ນ ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ ຊຶ່ງ​ບໍ່​ພຽງ​ແຕ່​ໄດ້​ແບ່ງ​ງານ ສົມທົບ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການ​ກວດກາ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ ອຳນາດ​ບໍລິຫານ ​ແລະ​ຕຸລາການ. ນີ້​ແມ່ນ​ຫຼັກການ​ໃໝ່​ທີ່​ໄດ້​ເພີ່ມ​ເຕີມ​ໃນ “​ໂຄງການ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ (​ເພີ່ມ​ເຕີມ ​ແລະ​ຂະຫຍາຍ​ປີ 2011) ​ແລະ​ຖືກລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງ​ນີ້​ຫັນ​ເປັນ​ນິຕິ​ກຳ. ຫຼັກການ​ນີ້​ເປັນ​ພື້ນຖານ​​ໂດຍລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ບັນດາ​ອົງການ​ລັດ​ທາງ​ດ້ານ​ນິຕິບັນຍັດ ການ​ບໍລິຫານ ​ແລະ​ຕຸລາການ ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບຜິດຊອບຂອງ​ຕົນຢ່າງ​ຄົບ​ຖ້ວນ ​ແລະ ​ປະຕິບັດພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້​ໄດ້​ຢ່າງ​ມີ​ຄວາມ​ສັກສິດ ມີ​ປະສິດທິ​ຜົນ; ຈຳກັດ ​ແລະ ກີດ​ກັ້ນ​ສະພາບ​ການລ່ວງ​ເກີນ​ອຳນາດ​ລັດ, ປ້ອງ​ກັນແລະ​ຕ້ານພະຍາດ​ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ. ພ້ອມ​ກັນ​ນັ້ນ ນີ້​ຍັງ​ເປັນ​ພື້ນຖານ​ນິຕິ​ທຳ​ອັນ​ໜັກ​ແໜ້ນ​ ເພື່ອ​ກໍ່ສ້າງ​ກົນ​ໄກ​ກວດກາອຳນາດ​ລັດ ​ແນ​ໃສ່​ປ້ອງ​ກັນ​ແລະ​ຕ້ານ​ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດຂອງ​ອຳນາດ​ລັດ, ຮັບປະກັນ​ໃຫ້​ອຳນາດ​ລັດ​ຂຶ້ນ​ກັບ​ປະຊາຊົນ​ຢ່າງ​ແທ້​ຈິງ.

ອີງ​ໃສ່​ຮາກ​ຖານ​ດັ່ງກ່າວ​ນັ້ນ, ກົງຈັກ​ລັດ​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ມີ​ການ​ດັດ​ປັບໃຫ້​ຖືກຕ້ອງ​ເໝາະ​ສົມ ​ເພື່ອ​ເຮັດ​ໃຫ້​ຈະ​ແຈ້ງ​ກວ່າ ​ໂປ່​ງ​ໃສ​ກວ່າ​ອີກ​ເຖິງ​ພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ​ຂອງ​ແຕ່​ລະ​ອົງການ, ຮັບປະກັນ​ການ​ແບ່ງ​ງານ ສົມທົບ ​ແລະ ກວດກາ​ໃນ​ການ​ປະຕິບັດ​ບັນດາ​ອຳນາ​ດນິຕິບັນຍັດ ອຳນາດ​ບໍລິຫານ ​ແລະ ຕຸລາການ ​ໃຫ້ມີ​ຄວາມ​ສັກສິດ ມີ​ປະ​ສິດທິ​ຜົນ. ຕາມ​ນັ້ນ ສະພາ​ແຫ່ງ​ຊາດ​ຖືກ​ກຳນົດ​ວ່າ​ເປັນອົງການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ອຳນາດ​ລັດ​ສູງ​ສຸດ​ຂອງ​ປະ​ເທດ ສສ ຫວຽດນາມ, ປະຕິບັດອຳນາດ​ສ້າງ​ລັດຖະທຳ​ມະນູນ, ອຳນາດນິຕິບັນຍັດ, ຕົກລົງ​ຕັດສິນ​ບັນດາ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ ​ແລະ​ຕິດຕາມ​ກວດກາ​ສູງ​ສຸດ​ຕໍ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ລັດ.

ປະທານ​ປະ​ເທດ​ເປັນ​ປະມຸກ​ຂອງ​ລັດ, ຕາງໜ້າ​ລັດ​ໃນ​ວຽກ​ງານ​ພາຍ​ໃນ ​ແລະ​ການ​ຕ່າງປະ​ເທດ, ບັງຄັບ​ບັນຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ, ​ເປັນ​ປະທານ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ.

ລັດຖະບານ​ໄດ້ລັດຖະທຳ​ມະນູນ​ສະບັບ​ປັບປຸງຊີ້​ແຈ້ງວ່າ ບໍ່​ພຽງ​ແຕ່​ເປັນ​ອົງການ​ບໍລິຫານ​​ລັດ​ສູງ​ສຸດ ອົງການ​ປະຕິບັດ​ງານ ​ຂອງ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ອົງການ​ປະຕິບັດ​ອຳນາດ​ບໍລິຫານ​ອີກ​ນຳ. ການ​ເພີ່ມ​ເຕີມ​ບົດບາດ​ທີ່​ຕັ້ງ​ໃໝ່​ນີ້​ ຂອງ​ລັດຖະບານໃນ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ທັງ​ສ່ອງ​ແສງ​ເຖິງ​ຫຼັກການ​ແບ່ງ​ງານ ສົມທົບ ​ແລະ​ກວດກາ​ອຳນາດ​ລັດ, ທັງ​ຊີ້​ແຈ້ງວ່າ ​ລັດຖະບານ​ບໍ່​ພຽງ​ແຕ່​ເປັນອົງການ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ທັງ​ນີ້​ກໍ່​ເພື່ອ​ແນ​ໃສ່​ສ້າງ​ໃຫ້​ລັດຖະບານ​ມີ​ຄົບ​ຖານະ​ທີ່​ຕັ້ງ ​ແລະ​ອຳນາດ​ຕັດສິນ​ທີ່​ເປັນ​ເອກະລາດ, ມີ​ຄວາມ​ຮັບຜິດຊອບ​ເປັນ​ເອກະລາດ ຕໍ່ໜ້າ​ປະ​ເທດ​ຊາດ ​ແລະ​ປະຊາຊົນ, ຍອມຮັບ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກົນ​ໄກ​ຕິດຕາມ​ກວດກາ ຕິ​ຊົມ​ຂອງ​ປະຊາຊົນ.

ສານ​ປະຊາຊົນ​ເປັນ​ອົງການ​ພິພາກສາ​ຂອງ​ປະ​ເທດ ສສ ຫວຽດນາມ, ປະຕິບັດ​ອຳນາດ​ຕຸລາການ. ກຳນົດ​ຄື​ແນວ​ນັ້ນ​ແມ່ນ​ສະ​ແດງ​ເຖິງ ​ການ​ແບ່ງ​ງານອຳນາດ​ລັດ​ຢ່າງ​ຊັດ​ເຈນ, ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ສານ​ໃນ​ການ​ປະຕິບັດ​ອຳນາດ​ຕຸລາການ; ຄວາມ​ສະ​ເໝີ​ພາບ ​ແລະ ຫຼັກ​ຍຸດຕິ​ທຳ​ຂອງ​ປະ​ເທດ​ໜຶ່ງ​ ໄດ້​ສະ​ແດງ​ອອກ​ຢ່າງ​ລວມສູນ ຢູ່​ໃນ​ການ​ປະຕິບັດ​ອຳນາດ​ຕຸລາການ ດ້ວຍ​ການ​ເຄື່ອນ​ໄຫວ​ພິພາກສາ​ຂອງ​ສານ. ອົງການ​ໄອ​ຍະ​ການ​ປະ​ຊາ​ຊົນ​ປະຕິບັດ​ອຳນາດ​ຟ້ອງ​ຄວາມ ​ແລະ ກວດກາ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ. ພ້ອມ​ກັນ​ນັ້ນ ຕາມ​ການ​ກຳ​ນົດທິດ​ປະຕິຮູບ​ຕຸລາການ, ​ເພື່ອ​ຮັບປະກັນ​ລັກສະນະ​ເປັນ​ເອກະລາດ​ ໃນ​ການ​ປະຕິບັດ​ອຳນາດ​ຕຸລາການ, ​ເພີ່ມ​ທະວີ​ການ​ພິຈາລະນາ​ໂຕ້​ຕອບ​ ໃນ​ການ​ເຄື່ອນ​ໄຫວ​ພິພາກສາ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ເພີ່ມ​ເຕີມ​ບາງ​ຫຼັກການ​ຮາກ​ຖານ ທີ່​ມີ​ລັກສະນະ​ກຳນົດ​ໂດຍ​ລັດ​ຖະ​ທຳ​ມະນູນ ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຕຸລາການ.

​ເພື່ອ​ປ່ຽນ​ແປງ​ໃໝ່ຕົວ​ແບບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ໃໝ່, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​​ໄດ້ກຳ​ນົດຢ່າງ​ກວມ​ລວມກ່ຽວ​ກັບ​ຕົວ​ແບບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເປັນ​ພື້ນຖານ​ໂດຍ​ລັດ​ທະ​ທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນໃນ​ຕໍ່ໜ້າ​ນີ້​ ​ຫັນ​ເປັນ​ລະອຽດ. ຕາມ​ນັ້ນ “ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຈັດ​ຕັ້ງ​ຢູ່​ບັນດາ​ຫົວໜ່ວຍ​ການ​ບໍລິຫານ ​ຂອງ​ປະ​ເທດ ສສ ຫວຽດນາມ. ຂັ້ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນໜຶ່ງປະກອບ​ມີ ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ ທີ່​ໄດ້​ຈັດ​ຕັ້ງ​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດຂອງ​ຊົນນະບົດ ຕົວ​ເມືອງ ​ເກາະ​ທະ​ເລ, ຫົວໜ່ວຍ​ກາ​ນບໍລິຫານ - ​ເສດຖະກິດ​ພິ​ເສດ​ໂດຍ​ກົດໝາຍ​ກຳນົດ”. ລັດຖະທຳ​ມະນູນ​ສະບັບ​ປັບປຸງ ຍັງ​ໄດ້​ກຳນົດບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ ກ່ຽວ​ກັບ​ການ​ແບ່ງ​ງານ ​ແບ່ງ​ຂັ້ນລະຫວ່າງ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ, ລະຫວ່າງ​ບັນດາ​ຂັ້ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຮັບປະກັນ​ການ​ຊີ້​ນຳ​ເປັນ​ເອກະ​ພາບ​ຂອງ​ສູນ​ກາງ, ພ້ອມ​ກັນ​ນັ້ນ​ກໍ່​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນຂັນ​ເຄື່ອນ ປະດິດ​ສ້າງ ສິດ​ເປັນ​ເຈົ້າ​ຕົນ​ເອງ ຄວາມ​ຮັບຜິ​ດຊອບດ້ວຍ​ຕົນ​ເອງ ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

​ເປັນຄັ້ງ​ທຳ​ອິດທີ່ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ ​ຖືກ​ຫັນ​ເປັນ​ນິຕິກຳໃນລັດຖະທຳ​ມະນູນ​ແຫ່ງ ສສ ຫວຽດນາມ​ ໃນ​ຖານະ​ນາມ​ເປັນ​ບັນດາ​ສະ​ຖາ​ບັນ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ແລະ ​ຖືກ​ກຳນົດ​ໃນ​ໝວດ​ໜຶ່ງ​ທີ່​ຕ່າງຫາກ​ ຂອງລັດຖະທຳ​ມະນູນ​ສະບັບ​ປັບປຸງ. ນີ້​ແມ່ນ​ທ່າ​ອຽງ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ, ອຳນາດ​ກົດໝາຍ​ທີ່​ທັນ​ສະ​ໄໝ. ການ​ປະກົດ​ຕົວ​ຂອງ​ສອງ​ສະ​ຖາ​ບັນ​ນີ້​ຢູ່​ໃນລັດຖະທຳ​ມະນູນຫວຽດນາມ ​ແມ່ນ​ສືບ​ຕໍ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປະຕິບັດ​ຫຼັກການ​ອຳນາດ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ, ລັດ​ຫວຽດນາມ​ໂດຍ​ແມ່ນ​ປະຊາຊົນ​ເປັນ​ເຈົ້າ​ຂອງ, ສ້າງ​ເງື່ອນ​ໄຂ ​ແລະ​ກົນ​ໄກ​ ເພື່ອ​ໃຫ້​ປະຊາຊົນ​ປະຕິບັດສິດ​ເປັນ​ເຈົ້າ​ຂອງ​ຕົນ​ຢ່າງ​ພຽງພໍ ​ໃນ​ການ​ເລືອກ​ຕັ້ງ ​ແລະ​ໃນ​ການ​ກວດກາ​ອຳນາດ​ລັດ. ຕາມ​ນັ້ນ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ມີໜ້າ​ທີ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງສະມາ​ຊິດ​ສະພາ​ແຫ່ງ​ຊາດ, ຊີ້​ນຳ ​ແລະ ​ແນະນຳ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ. ອົງການກວດ​ສອບ​ແຫ່ງ​ລັດ​ ປະຕິບັດ​ການກວດ​ສອບ​ກວດ​ບັນຊີ​ຕໍ່ການ​ຄຸ້ມ​ຄອງ, ການນຳ​ໃຊ້​ການ​ເງິນ ຊັບ​ສົມບັດ​ລວມຂອງ​ຊາດ.

​ເຖິງ​ວ່າ​ລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງ​ນີ້​ຍັງ​ບໍ່​ທັນ​ກໍ່​ຮ່າງ​ສ້າງ​ຮູບ​ສະ​ຖາ​ບັນ​ປົກ​ປ້ອງລັດຖະທຳ​ມະນູນ​ສະ​ເພາະ ​ເພື່ອ​ກວດກາ​ການລະ​ເມີດລັດຖະທຳ​ມະນູນ ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ການ​ບໍລິຫານ ​ແລະ​ຕຸລາການ ຄື​ດັ່ງ​ທີ່​ເອກະສານ​ຂອງ​ພັກ​ໄດ້​ວາງ​ອອກ​ກໍ່ຕາມ ​ແຕ່ລັດຖະທຳ​ມະນູນກໍ່​ໄດ້​ເນັ້ນ​ໜັກ ​ແລະ​ມີ​ບັນດາຂໍ້​ກຳນົດ​​ອັນຈະແຈ້ງ ທີ່​ມອບ​ໃຫ້​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ສານ​ປະຊາຊົນ, ​ອົງການ​ໄອ​ຍະ​ການ​ປະຊາຊົນ, ບັນດາ​ອົງການ​ອື່ນ​ຂອງ​ລັດ ​ແລະ​ປວງ​ປະຊາຊົນ ​ມີໜ້າ​ທີ່​ຮັບຜິດຊອບການ​ປົກ​ປັກ​ຮັກສາລັດຖະທຳ​ມະນູນ; ທຸກ​ການ​ກະທຳ​ລະ​ເມີດລັດຖະທຳ​ມະນູນ​ລ້ວນ​ແຕ່​ຖືກ​ລົງ​ໂທດ. ບົນ​ພື້ນຖານ​ດັ່ງກ່າວ, ບັນດາ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງກົງຈັກ​ແຫ່ງ​ລັດ​ທີ່​ຈະ​​ໄດ້ປະກາດ​ໃຊ້​ໃນ​ຕໍ່​ໄປ ຈະ​ມີ​ຂໍ້​ກຳນົດ​ອັນ​ລະອຽດ​ຕ່າງໆ ​ເພື່ອ​ກໍ່​ຮ່າງ​ສ້າງ​ຮູບ​ເປັນ​ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ, ​ແນ​ໃສ່​ຮັບປະກັນ​ໃຫ້​ລັດຖະທຳ​ມະນູນກາຍ​ເປັນ “ອຳນາດ​ກົດໝາຍ​ທີ່​ສັກສິດ" ຢ່າງ​ແທ້​ຈິງ ​ຊຶ່ງ​ທຸກ​ຄົນ ທຸ​ດການ​ຈັດ​ຕັ້ງ ທຸກ​ອົງການ ລ້ວນ​ແຕ່ເຄົາລົບ​ນັບຖື ​ແລະ​ປົກ​ປັກ​ຮັກ​ສາ.

ທຽບ​ກັບ​ບັນດາລັດຖະທຳ​ມະນູນ​ສະບັບກ່ອນ​ນີ້, ລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງ​ນີ້​ໄດ້​ມີ​ການ​ກຳນົດ​ອັນ​ລະອຽດ​ກ່ຽວ​ກັບ​ຄວາມ​ສັກສິດ ​ແລະ ຫຼັກ​ດຳ​ເນີນ​ງານ ລະບຽບ​ວິທີ​ການ​ສ້າງ ​ແລະ​ປັບປຸງລັດຖະທຳ​ມະນູນ; ສະ​ແດງ​ເຖິງ​ລັກສະນະ​ປະຊາທິປະ​ໄຕ ​ແລະ​ອຳນາດ​ກົດໝາຍ​ຂອງ​ລັດ​ເຮົາ ທີ່​ນັບ​ມື້​ນັບ​ບໍລິບູນ ​ແລະ​ພັດທະນາ. ຕາມ​ນັ້ນ, ລັດຖະທຳ​ມະນູນ​​ແມ່ນ​ປະມວນ​ກົດໝາຍ​ອັນ​ພື້ນຖານ​ຂອງ​ລັດ ມີ​ຄວາມ​ສັດ​ສິດ​ດ້ານ​ນິຕິ​ທຳ​ສູງ​ສຸດ, ຂໍ້​ກຳນົດ​ກົດໝາຍ​ອື່ນໆ​ທຸກ​ສະບັບ​ ລ້ວນ​ແຕ່​ຕ້ອງ​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ. ສະພາ​ແຫ່ງ​ຊາດ​ຖືກ​ປະຊາຊົນ​ມອບ​ໃຫ້​ປະຕິບັດ​ບາງອຳນາດ​ສ້າງ​ລັດຖະທຳ​ມະນູນ ​ເຊັ່ນ ສ້າງ​ຕັ້ງ​ຄະນະ​ກຳມາ​ທິການຮ່າງລັດຖະທຳ​ມະນູນ, ປຶກສາ​ຫາລື ​ແລະ ຮັບຮອງ​ຜ່ານລັດຖະທຳ​ມະນູນ​ ​ເມືື່ອມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ 2/3 ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດທັງ​ໝົດ; ຕົກລົງ​ຈັດ​ຕັ້ງການ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບລັດຖະທຳ​ມະນູນ.​

ລັດຖະທຳ​ມະນູນ​ສະບັບ​ປັບປຸງປະກອບ​ດ້ວຍ 11 ໝວດ ​ແລະ 120 ມາດຕາ (ຫລຸດ 1 ໝວດ ​ແລະ 27 ມາດຕາ ທຽບ​ກັບ​ລັດຖະທຳ​ມະນູນ​ປີ 1992), ດ້ວຍ​ເຕັກນິກ​ການ​ສ້າງ​ລັດຖະທຳ​ມະນູນທີ່ວິທະຍາສາດ ​ແລະ​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ທັງ​ສືບ​ທອດ​ບັນດາ​ປັດ​ໃຈ​ສົມ​ເຫດ​ສົມ​ຜົນ​ ຂອງ​​ເຕັກນິກການສ້າງ​ລັດຖະ​ທຳ​ມະນູນ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ຂອງລັດຖະທຳ​ມະນູນ​ ປີ 1946, ທັງ​ສືບ​ທອດ​ເຕັກນິກ​ການສ້າງ​ລັດຖະທຳ​ມະນູນ​ຂອງ​ມະນຸດຊາດ. ຕາມ​ນັ້ນ, ບັນດາ​ຂໍ້​ກຳນົດ​ຂອງລັດຖະທຳ​ມະນູນ​ມີ ​ຂອບ​ເຂດ​ດັດສົມ ​ແລະ​ວິທີ​ສະ​ແດງ​ອອກທີ່​ກວມ​ລວມ ​ແລະ​ລະອຽດ​ພໍ​ຄວມ, ທັງ​ສັງ​ລວມ ທັງ​ລະອຽດ​ພຽງພໍ, ທັງ​ເດັດຂາດ​ແບບ​ຫຼັກການ ທັງ​ອ່ອນ​ນວນ​ພໍ​ຄວນ ​ເພື່ອ​ຮັບປະກັນ​ເໝາະ​ສົມ​ເປັນລັດຖະທຳ​ມະນູນ​, ມີ​ກຳລັງ​ແຮງ​ພຽງພໍ​ໃນ​ການ​ຊີ້​ນຳ ​ແລະ​ຖື​ຖານະ​ທີ່​ຕັ້ງ​ສູງ​ສຸດ, ​ເປັນ​ພື້ນຖານ ຮາກ​ຖານ​ໃຫ້​ແກ່​ການ​ກຳ​ເນີ​ດ ຂອງ​ຂໍ້​ກຳນົດ​ກົດໝາຍ​ອື່ນໆ​ທັງ​ໝົດ​ ຂອງ​ລັດ.

ວັນ​ທີ 1 ມັງກອນ 2014 ​ແມ່ນ​ວັນ​ທີ່ລັດຖະທຳ​ມະນູນ​ສະບັບ​ປັບປຸງມີ​ຄວາມ​ສັກສິດ. ສະພາ​ແຫ່ງ​ຊາດ​ໄດ້​ມີ​ມະຕິ​ວ່າ​ດ້ວຍ​ການ​ປະຕິບັດລັດຖະທຳ​ມະນູນ​, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ວ່າ ສະພາ​ແຫ່ງ​ຊາດ ລັດຖະບານ ບັນດາ​ຂັ້ນ​ຂະ​ແໜງ​ການ​ຕ່າງໆ ບັນດາ​ອົງການ​ແລະ​ການຈັດ​ຕັ້ງ ​ໃນ​ລະບົບການ​ເມື​ອງມີໜ້າ​ທີ່​ຮັບຜິດຊອບ​ຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ​; ຜັນ​ຂະຫຍາຍ​ຢ່າງ​ທັນ​ການ​ບັນດາ​ມາດ​ຕະການ​ອັນ​ຈຳ​ເປັນ​ ເພື່ອຮັບປະກັນ​ໃຫ້​ລັດຖະທຳ​ມະນູນ​ໄດ້​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ຢ່າງ​​ໄວວາ. ບັນດາ​ອົງການ​ລັດ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ທີ່​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ ​ແລະ​ບັນດາ​ອົງການ ການຈັດ​ຕັ້ງ​ອື່ນທີ່​ກ່ຽວຂ້ອງ ມີໜ້າ​ທີ່​ຮັບຜິດຊອບ​ຈັດ​ຕັ້ງ​ການ​ໂຄ​ສະນາ ​ເຜີຍ​ແຜ່​ເນື້ອ​ໃນ​ຂອງລັດຖະທຳ​ມະນູນ ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ປະຊາຊົນ, ຍົກ​ສູງ​ຄວາມ​ນິຍົມ​ຊົມ​ຊອບ ​ແລະ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ລັດຖະທຳ​ມະນູນ ​ເພື່ອ​ສ້າງ​ສະຕິ​ຕື່ນ​ຕົວ​ເຄົາລົບ​ນັບຖື ​ແລະ​ປະຕິບັດລັດຖະທຳ​ມະນູນ​; ຮັບປະກັນ​ໃຫ້ລັດຖະທຳ​ມະນູນ​ ​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ​ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ລັດຖະທຳ​ມະນູນ​ສະບັບ​ປັບປຸງ ແມ່ນ​ສິ່ງ​ຮັບປະກັນ​ກາ​ນ​ເມືອງ-ນິຕິ​ທຳ​ທີ່​ໜັກ​ແໜ້ນ​ທີ່​ສຸດ ​ເພື່ອ​​ໃຫ້ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ເຮົາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ກ້າວ​ຂຶ້ນ​ສູ່​ສະ​ໄໝ​ໃໝ່​ຢ່າ​ງໝັ້ນຄົງ - ສະ​ໄໝ​ແຫ່ງ​ການ​ຍູ້​ແຮງການ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ຕໍ່ປະ​ເທດຊາດ./.

ຂຽນ​ໂດຍ: ຫງວຽນ​ຊິງ​ຮຸ່ງ
ກຳມະການກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມາ​ທິການປັບປຸງລັດຖະທຳ​ມະນູນ

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ, ສະບັບ​ທີ 855 (​ເດືອນ​ມັງກອນ ປີ 2014)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ