ວັນຈັນ, 18/11/2019
ປັບປຸງບູລະນະລະບຽບກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປະຕິບັດໜ້າທີ່ປີ 2014 ຢ່າງສຳເລັດມີໄຊ, ສ້າງພື້ນຖານໃຫ້ແກ່ການພັດທະນາ ຢ່າງໄວແລະຍືນຍົງ
12/7/2014 16:10' ສົ່ງ ພິມ
ທ່ານ ຫງວຽນເຕິນຢຸງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ

ປະຕິບັດ​ບົດ​ສະຫລຸບ​ຂອງ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ​ລັດຖະບານ​ໄດ້​ມີ​ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2014. ​ໃນ​ນັ້ນ ​ໄດ້ກຳນນົດ​ແຈ້ງວ່າ ຈະ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ເງິນ​ເຟີ້, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ຄວາມ​ສະ​ດວດ​ດີ​ໃຫ້​ແກ່​ການ​ຜະ​ລິດ​ທຸລະ​ກິດ, ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄື​ນ​ໃໝ່, ສູ້​ຊົນ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງ​ກວ່າ​ປີ 2013. ຮັບປະ​ກັບຄວາມ​ປອດ​ໄພ​ສັງຄົມ ສະຫວັດດີ​ການ​ສັງຄົມ ​ແລະ​ປົວ​ແປງບີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ (1).

​ເຖິງ​ວ່າ​ເສດຖະກິດ​ໂລກ​ໄດ້​ມີ​ສັນຍານ​ການ​ຟື້ນ​ຟູ, ​ເສດຖະກິດ - ສັຄົມຫວຽດນາມມີ​ການຫັນປ່ຽນ​ຢ່າງ​ຕັ້ງໜ້າກໍ່ຕາມ ​ແຕ່ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ກໍ່ຍັງ​ໃຫຍ່​ຫຼາຍ, ຮຽກຮ້ອງ​ໃຫ້​ທົ່ວ​ລະບົບ​ການ​ເມືອງ ຕ້ອງກະທຳ​ເປັນ​ເອກະ​ພາບ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ ​ເພື່ອ​ສຳ​ເລັດ​ໜ້າ​ທີ່ພັດທະນາ​ເສດຖະກິດ - ສັຄົມປີ 2014 ຢ່າງ​ມີ​ໄຊ. ພ້ອມ​ກັນ​ນັ້ນ​ກໍ່​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ໄລຍະ​ປານ​ກາງ ​ແລະ​ໄລຍະ​ຍາວ​ນານ ຢ່າງ​ດຸ​ເດືອດ ຄົບ​ຊຸດ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໄວວາ ​ແລະ​ຍືນ​ຍົງ. ສຸມ​ໃສ່​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດໝາຍ, ເສີມ​ຂະຫຍາຍຢ່າງ​ແຂງ​ແຮງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດຕາມ​ທິດສັງຄົມ​ນິຍົມ ​ແລະ​ຈັດ​ວາງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ ຕິດ​ແໜ້ນ​ກັບ​ກໍ່ສ້າງ​ຊົນນະບົດ​ໃໝ່.

I

ພວກ​ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ​ສະ​ໄໝ​ແຫ່ງ​ການ​ໂລກາ​ພິວັດ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງ​ຂວາງ​ເລິກ​ເຊິ່ງ. ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ກວ່າ ຮອບ​ດ້ານກວ່າ ​ໄດ້​ສ້າງ​ໂອກາດ​ດີ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ ​ແຕ່​ການ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ​ກໍ່​ເພີ່ມ​ຂຶ້ນ ​ແລະ​ການ​ແກ່ງ​ແຍ້ງກັນກໍ່​ນັບ​ມື້​ນັບ​ຂຸ້ນຂ້ຽວ. ລາຍ​ງານ​ປະຈຳ​ປີ​ຂອງ​ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ ລ້ວນ​ແຕ່​ໄດ້​ຈັດ​ອັນ​ດັບ​ຄວາມ​ສາມາດ​ແກ່ງ​ແຍ້ງ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ. ນີ້​ແມ່ນ​ຂໍ້​ມູນ​ອ້າງ​ອີງ​ທີ່​ສຳຄັນ​ກ່ຽວ​ກັບ​ທີ່​ຕັ້ງຂອງ​ແຕ່ລະ​ປະ​ເທດ​ໃນ​ການແຂ່ງຂັນທົ່ວ​ໂລກ. ປະ​ເທດ​​ໃດ​ມີ​ຄວາມ​ສາມາດ​ແກ່ງ​ແຍ້ງສູງ ຈະ​ມີ​ໂອກາດ​ດີ​ເພື່ອ​ກ້າວ​ຂຶ້ນ ຂະຫຍາຍຕົວ​ໄວ ​ແລະ​ພັດທະນາ​ແບບຍືນ​ຍົງ.

ຄວາມ​ສາມາດ​ແກ່ງ​ແຍ້ງ​ຖືກ​ຕັດສິນ​ໂດຍ​ຫຼາຍປັດ​ໃຈ, ​ໃນ​ນັ້ນ ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ ​ແລະ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ ມີຄວາມ​ສຳຄັນ​ອັນ​ດັບ​ໜຶ່ງ. ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ຄື​ດັ່ງ​ປັດ​ໃຈ​ໂດຍ​ມັນ​ເອງ ຫາກ​ຍັງ​ມີລັກສະນະ​ຕັດສິນ​ເຖິງສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ​ເຖິງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້ງ​ຂອງ​ພື້ນຖານ​ເສດຖະກິດ ຂອງ​ແຕ່​ລະວິ​ສາ​ຫະກິດ ​ແລະ​ເປັນເງື່ອນ​ໄຂ​ເບື້ອງ​ຕົ້ນ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ດີ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ. ບໍ່​ອາດ​ມີ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້ງ​ສູງ ຖ້າ​ຫາກ​ບໍ່​ມີ​ລະບຽບ​ກົດໝາຍທີ່​ມີ​ຄຸນ​ນະພາ​ບສູງ ​ແລະ​ການຄຸ້ມ​ຄອງ​ບໍລິຫານ​ປະ​ເທດ​ທີ່​ທັນ​ສະ​ໄໝ.

​ເບິ່ງ​ຄືນ​ເກືອບ 30 ປີ​ທີ່​ຜ່ານ​ມາ, ບັນດາ​ບາດກ້າວ​ຂະຫຍາຍຕົວກະ​ໂດດ​ຂັ້ນ​ຂອງ​ຫວຽດນາມ ລ້ວນ​ແຕ່​ຕິດ​ແໜ້ນ​ກັບ​ບັນດາ​ການ​ປ່ຽນ​ແປງ​ໃໝ່​ ທີ່​ມີລັກ​ສະ​ນະ​ຕັດສິນ​ກ່ຽວ​ກັບ​ລະບຽບ​ກົດໝາຍ, ​ທາດ​ແທ້​ແມ່ນ​​ເປີດ​ກວ້າງ​ປະຊາທິປະ​ໄຕ, ປະຕິບັດ​ກົນ​ໄກ​ຕະຫຼາດ​​ໃນການ​ເຄື່ອນ​ໄຫວ​ເສດຖະກິດ ຊຶ່ງບາດກ້າວ​ບຸກທະລຸ​ໃຫຍ່ ​ແລະ​ຮອບດ້ານ​​ແມ່ນນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ.

ການ​ບຸກທະລຸ​ໃນ​ການ​ຄຸ້ມ​ຄອງ​ກະສິກຳ​​ເລີ່​ມຕົ້ນ​ແຕ່ “ການ​ມອບ​ເໝົາຕາມ​ມະຕິ 10” ​ໄດ້​ນຳ​ເອົາ​ຫວຽດນາມ​ຈາກ​ບ່ອນ​ຂາດ​ແຄນ​ສະ​ພຽງ​ອາຫານ ກາຍ​ເປັນ​ປະ​ເທດ​ຂາຍສົ່ງ​ນອກ​ເຂົ້າສານ ​ແລະຜະລິດ​ຕະພັນ​ກະສິກຳ​ຫຼາຍ​ປະ​ເພດ ​ທີ່ຢູ່ໃນ​ແຖວ​ຂອງ​ໂລກ. ​ເປີດ​ກວ້າງ​ສິດ​ເສ​ລີ​ພາບ​ໃນ​ການ​ທຸລະ​ກິດຢ່າງ​ແຂງແຮງ ດ້ວຍ​ການປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ບໍລິສັດ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ເອກະ​ຊົນ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ... ​ໄດ້​ພາ​ໃຫ້​ເສດຖະກິດ​ຫວຽດນາມ​ພົ້ນອອກ​ຈາກສະພາບ​ການ​ຢຸດ​ສະຫງັກຊັກ​ຊ້າ, ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ດ້ວຍ​ຄວາມ​ໄວ​ສູງ. ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ ​ໄດ້​ສ້າງ​ໃຫ້​ມີ​ເທສະ​ແຫ່ງ​ການ​ພັດທະນາ​ໃໝ່ ທີ່​ກວ້າງຂວາງ​ກວ່າ​ເກົ່າ.

ບັນດາ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ທີ່​ຖືກຕ້ອງ​ເໝາະ​ສົມ​ຂອງ​ພັກ ​ແລະ​ລັດ ​ໄດ້ນຳ​ເອົາ​ປະ​ເທດ​ຫວຽດນາມ​ຈາກ​ສະພາບ​ດ້ອຍ​ພັດທະນາ ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ ​ແລະ​ພາລະກິດ​​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມ​ທຸກ​ຍາກ ບັນລຸ​ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວົງ​ຄະນາ​ຍາດ​ສາກົນ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄວາມ​ສາມາດ​ແກ່ງ​ແຍ້ງຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ຊ້າ. ​ການເພີ່ມ​ທະວີ ​ແລະ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດກໍ່​ຖືກ​ຊ້າ​ລົງ. ສັງຄົມ​ມີ​ບັນຫາ​ຮ້ອນ​ເຄື່ອງ​ບໍ່​ໜ້ອຍ. ສາ​ເຫດໜຶ່ງ​ໃນ​ບັນດາ​ສາ​ເຫດຄື ກຳລັງ​ໝູນ​ທີ່​ການ​ປະຕິ​ຮູບ​ກ່ອນ​ໜ້າ​ນີ້ສ້າງ​ຂຶ້ນ​ມາ​ນັ້ນ ບໍ່​ມີ​ກຳລັງແຮງພຽງພໍ​ເພື່ອ​ຊຸກຍູ້​ການ​ພັດທະນາ​ອີກ. ນີ້​ແມ່ນ​ເວລາ​ທີ່​ຫວຽດນາມ​ຕ້ອງ​ມີ​ກຳລັງ​ໝູນ​ຕື່ມ​ອີກ​ ເພື່ອສ້າງ​ທ່ວງທ່າ​ເຕີບ​ໂຕ​ຄືນ​ໃໝ່ ​ແລະພັດທະນາ​ແບບ​ຍືນຍົງ. ແຫຼ່ງກຳລັງ​ໝູນ​ນັ້ນ​ຕ້ອງ​ມາ​ຈາກ​ການ​ປ່ຽນ​ແປງ​ໃໝ່​ລະບຽບ​ກົດໝາຍ ​ແລະເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ.

ປະຊາທິປະ​ໄຕ​ແມ່ນ​ແນວ​ຄິດ​ໃຫຍ່​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ. ​ເພິ່ນ​ໄດ້​ຊີ້​ໃຫ້​ເຫັນ​ແຈ້ງວ່າ ປະ​ເທດ​ຫວຽດນາມ​ແມ່ນ​ປະ​ເທດ​ປະຊາທິປະ​ໄຕ, ອຳນາດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ. ພັກ​ກອມມູນິດ​ຫວຽດນາມ​ໄດ້ຢັ້ງຢືນ ປະຊາທິປະ​ໄຕ​ເປັນ​ທັງ​ຈຸດ​ໝາຍ ​ແລະກຳລັງ​ໝູນ​ ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ປະຊາທິປະ​ໄຕກໍ່​ເປັນ​ທ່າ​ອຽງ​ພາວະ​ວິ​ໄສ​ ໃນ​ວິວັດທະນາ​ການ​ແຫ່ງ​ການ​ພັດທະນາ​ຂອງ​ສັງຄົມມະນຸດ. ຈາກ​ລະບອບ​ຂ້າ​ທາດ​ຂຶ້ນສູ່​ລະບອບ​ສັກ​ດິນາ ​ແລະ ຈາກ​ລາບ​ອບສັກດິນາ​ຂຶ້ນ​ສູ່​ລະບອບ​ທຶນ​ນິຍົມ ​ແມ່ນ​ບັນດາ​ບາດກ້າວ​ອັນ​ຍາວ​ໄກ​ທາງ​ດ້ານ​ປະຊາທິປະ​ໄຕ. ລະບອບສັງຄົມ​ນິຍົມທີ່​ຫວຽດນາມ​ກຳລັງ​ກໍ່ສ້າງ​ນີ້​ ຕ້ອງດີ​ລື່ນທາງ​ດ້ານປະຊາທິປະ​ໄຕ ​ແລະ​ພັກ​ກອມມູນິດ​ຫວຽດນາມຕ້ອງ​ກຳ​ແໜ້ນ​ຄັນ​ທຸງ​ປະຊາທິປະ​ໄຕ. ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດ​ ກໍ່​ແມ່ນ​ເພື່ອ​ແນ​ໃສ່ເສີມ​ຂະຫຍາຍ​ກວ່າ​ອີກ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ປະຊາທິປະ​ໄຕຈະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ທຸກ​ຄົນ, ປະກອນ​ສ່ວນ​ລົບ​ລ້າງ​ຄວາມ​ຄິດ​ຫຍໍ້​ທໍ້​ນ້ອຍ​ໃຈ, ​ເພີ່ມ​ທະວີ​ຄວາມ​ຜູກ​ພັນ​ສັງ​ຄົມ ​ແລະ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງຊົນ​ທັງ​ຊາດ.

​ໃນ​ເງື່ອນ​ໄຂ​ທີ່​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ​ຂະຫຍາຍຕົວ​ໄວ​ທີ່​ສຸດ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສື່ສານ, ຊາວ​ໜຸ່ມ​ຫວຽດນາມ​ໄດ້​ປະກອບ​ຄວາມ​ຮູ້​ນັບ​ມື້​ນັບ​ສູງ ​ແລະ​ສ່ວນ​ຫຼາຍ​​ໄດ້ເຂົ້າອິນ​ເຕີ​ເນັດ​ຢ່າງ​ເປັນ​ປະຈຳ ​ເພື່ອ​ແລກປ່ຽນ ຮ່ຳຮຽນ ຄົ້ນ​ເຜີຍ​ ແລະ​ພິຈາລະນາກ່ຽວ​ກັບ​ພຶດຕິ​ກຳ. ຮຸ້ນ​ຊາວ​ໜຸ່ມ​ນີ້​ພວມ ​ແລະ​ຈະ​ຖື​ບົດບາດ​ຕັດສິນ​ຕໍ່ກັບ​ການ​ພັດທະນາ ກໍ່​ຄື​ຊາຕາກຳ​ຂອງ​ປະ​ເທດ​ຊາດ. ນີ້​​ແມ່ນ​ແຮງ​ກົດ​ດັນ ທັງ​ເປັນ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ ເພື່ອ​ໃຫ້​ຫວຽດນາມ​ເພີ່ມ​ທະວີ​ປະຊາທິປະ​ໄຕ ​ແລະ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ.

ປະຊາທິປະ​ໄຕ ​ແລະ​ລັດ​ແຫ່ງອຳນາດ​ກົດໝາຍ​ແມ່ນລູກ “ຝາ​ແຝດ” ​ໃນ​ລະບຽບ​ກົດໝາຍການ​ເມືອງ​ໜຶ່ງ ​ທີ່​ທັນ​ສະ​ໄໝ. ພ້ອມ​ກັນ​ກັບ​ການ​ຮັບປະກັນສິດ​ປະຊາທິປະ​ໄຕ, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດໝາຍ. ນີ້​ແມ່ນ​ສາຍ​ພົວພັນ​ລະຫວ່າງປະຊາທິປະ​ໄຕ ​ແລະ​ລະບຽບ​ວິ​ໄນ. ​ເພິ່ນ​​ໄດ້ຂຽນ​ໄວ້​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ມີ​ຈິດ​ໃຈ​ອຳນາດ​ກົດໝາຍ”. ລັດ​ແຫ່ງ​ອຳນາດກົດໝາຍຕ້ອງ​​ເຄົາລົບຖື​ກົດໝາຍ​ເປັນ​ຫຼັກ. ກົດໝາຍ​ຕ້ອງ​ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ​ຄວາມ​ຖືກຕ້ອງ. ທຸກການ​ຈຳກັດ​ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ ຕ້ອງ​ໄດ້​ພິຈາລະນາຢ່າງຮອບ​ຄອບ​ຖີ່​ຖ້ວນ ​ແລະ​ຕົ້ນ​ຕໍ່​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ຄວາມເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ ​ແລະບັນດາ​ຄຸນຄ່າ​ວັດທະນະທຳ ປະຫວັດສາດ ຄຸນສົມບັດ​ອັນ​ດີງາມ​ຂອງ​ຊາດ. ປະຊາຊົນ​ມີ​ສິດ​ເຮັດ​ທຸກ​ຢ່າງ​ທີ່​ກົດໝາຍ​ບໍ່​ຫ້າມ ​ແລະ​ມີ​ສິດ​ນຳ​ໃຊ້​ກົດໝາຍ​ເພື່ອປົກ​ປັກ​ຮັກສາ​ສິດ ​ແລະ​ຜົນ​ປະ​ໂຫຍ​ດທີ່ຖືກ​ກົດໝາຍ​ຂອງ​ຕົນ. ອົງການ​ລັດ ​ແລະ​ພະນັກງານ ຂ້າ​ລັດຖະການ ​ພຽງ​ແຕ່​ໄດ້​ເຮັດສິ່ງ​ທີ່​ກົດໝາຍ​ອະນຸຍາດ​ໃຫ້. ການ​ຕັດສິນ​ຕົກລົງ​ທາງ​ດ້ານ​ການ​ບໍລິຫານ​ທຸກ​ຢ່າງຂອງ​ລັດ ​ລ້ວນ​ແຕ່ຕ້ອງຈະ​ແຈ້ງ ​ໂປ່​ງ​ໄສ.

ລັດຖະທຳມະນູນສະບັບ​ປັບປຸງ​ປີ 2013 ທີ່ຫາ​ກໍ່​ໄດ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ຜ່ານ ​ໄດ້​ໄຂ​ເທສະ​ໂດຍ​ລັດຖະທຳ​ມະນູນ​ກຳນົດ​ໃໝ່ ​ເພື່ອ​ໃຫ້​ຫວຽດນາມ​ປະຕິບັດ​ແນວ​ຄິດ​ໃຫຍ່​ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ. ບໍ່​ມີ​ປະ​ເທດ​ໃດ​ສາມາດ​ປະຕິບັດ​ປະຊາທິປະ​ໄຕ​ໂດຍ​ກົງ ຢູ່​ທຸກໆ​ຂັ້ນ ກໍ່​ຄື​ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ໄດ້, ​ແຕ່​ປະຊາທິປະ​ໄຕ​ໂດຍ​ກົງ​ຍິ່ງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ​ເນື້ອ​ແທ້​ເທົ່າ​ໃດ ​ແມ່​ປະຊາທິປະ​ໄຕ​ໂດຍ​ຜູ້ຕາງໜ້າ​ຍິ່ງ​ມິີປະສິດທິ​ຜົນ​ເທົ່າ​ນັ້ນ. ​ເພາະສະ​ນັ້ນ, ຕ້ອງ​ຕັ້ງສາຍ​ພົວພັນລະຫວ່າງ​ປະຊາທິປະ​ໄຕ​ໂດຍ​ກົງ ​ແລະ​ປະຊາທິປະ​ໄຕ​ໂດຍ​ຜູ້ຕາງໜ້າ​ ໃນມວນ​ລວມບັນດາ​ວິທີ​ແກ້​ທີ່​ຮັບປະກັນສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ຕ້ອງ​ເປີດ​ກວ້າງປະຊາທິປະ​ໄຕ​ໂດຍ​ກົງ ​ແລະ​ບູລະນະ​ກົນ​ໄກ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຊາຊົນ​ຂັ້ນ​ຕ່າງ​ໆ. ປະຕິບັດ​ໃນ​ໄວໆ​ການ​ທົດ​ລອງ​ໃຫ້​ປະຊາຊົນ​ເລືອກ​ຕັ້ງ​ ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ໂດຍ​ກົງ ຕາມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 5 ສະ​ໄໝ​ທີ X. ພ້ອມ​ກັນ​ນັ້ນ, ຕ້ອງ​ບູລະນະກົ​ນໄກຕຳ​ໜິສັງຄົມ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເຂົ້າ​ໃນ​ວິ​ວັດ​ການ​ກໍ່ສ້າງ​ນະ​ໂຍບາຍ ​ແລະ​ຄັດ​ເລືອກ​ພະນັກງານ. ຍົກ​ສູງ​ຄຸນະພາບ​ການ​ເຄື່ອນ​ໄຫວ​ຊັກ​ຖາມ​ຂອງສະພາ​ແຫ່ງ​ຊາ​ດ, ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ​ແລະ​ໜ້າ​ທີ່​ຮັບຜິດຊອບ​ຕ້ອງອະທິບາຍ​ລາຍ​ງານ ​ຂອງຜູ້ນຳ​ໜ້າ​ອົງການວາງ​ກຳນົດ​ນະ​ໂຍບາຍ.

​ເພື່ອເສີມ​ຂະຫຍາຍ​​ໄດ້​ດີ​ທີ່​ສຸດສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ລັດ​ຕ້ອງ​ເຮັດ​ພາລະ​ບົດບາດ​ສ້າງ​ການ​ພັດທະນາ​ໃຫ້​ດີ. ລັດ​ບໍ່​ເຮັດ​ແທນ​ປະຊາຊົນ ​ແຕ່​ຕ້ອງ​ສຸມ​ໃສ່​ສ້າງ​ກອບ​ລະບຽບ​ກົດໝາຍ​ອັນ​ສອດຄ່ອງ ​ແລະ​ສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ເພື່ອ​ໃຫ້​ທຸກ​ຄົນ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ ​ແລະ​ຄວາມ​ປະດິດ​ສ້າງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ ​ແລະ​ປະກອບສ່ວນ​ໃຫ້​ສັງຄົມ. ມີ​ແຕ່​ເມື່ອ​ໃດ​ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດຈຶ່ງ​ເຂັ້ມ​ແຂງ​ໄດ້. ການ​ຫັນ​ເປັນ​ສັງຄົມ​ບໍ່​ພຽງ​ແຕ່​ເພື່ອ​ລະ​ດົນ​ບັນດາ​ແຫຼ່ງພະລັງ​​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ໃຫ້​ສັງຄົມ​ປະຕິບັດ​ບັນດາ​ພາລະ​ບົດບາດ, ຕໍ່​ວຽກ​ງານ​ຕ່າງໆ​ທີ່​ສັງຄົມ​ອາດ​ເຮັດ​ໄດ້​ດີກ​ວ່າ. ​ແລະ​ມີ​ແຕ່​ຄື​ແນວ​ນັ້ນ ຈຶ່ງ​ສາມາດ​ສ້າງ​ໄດ້​ກົງຈັກ​ການ​ບໍລິຫານ​ລັດ​ທີ່​ກະທັດ​ລັດ ມີ​ຄວາມ​ສັກສິດ ມີ​ປະສິດທິ​ຜົນ.

ລັດ​ຕ້ອງ​ຮັບປະກັນ ​ແລະເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຢ່າງ​ແທ້​ຈິງ​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ສິດ​ເຂົ້າ​ຮ່ວມ​ການ​ສ້າງ​ນະ​ໂຍບາຍ, ສິດ​ເລືອກ​ຕັ້ງ​ຜູ້ຕາງໜ້າ​ໃຫ້​ແກ່​ຕົນ ​ແລະ​ສິດ​ກຳມະສິດ​ຊັບ​ສິນ. ສິດ​ເປັນ​ເຈົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບຜິດຊອບ​ສັງຄົມ ​ແລະ​ພັນທະ​ພົນລະ​ເມືອງ ຊຶ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປະຕິບັດ​ຕາມ​ກົດໝາຍ.

ລັດ​ຕ້ອງ​ສ້າງ​ສິ່ງ​ແວດ​ລ້ອມ​ແກ່ງ​ແຍ້​ງສະ​ເໝີ​ພາບຕາມ​ກົນ​ໄກ​ຕະຫຼາດ; ກວດກາ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ລົບ​ລ້າງ​ສິດ​ຜູກຂາດ​ຂອງ​ວິ​ສາ​ຫະກິດ ກໍ່​ຄື​ບັນດາ​ກົນ​​ໄກ​ນະ​ໂຍບາຍ​ບໍ່​ເໝາະ​ສົມ​ທີ່​ພາ​​ໄປ​ເຖິງ​ຄວາມ​ບໍ່​ສະ​ເໝີ​ພາບ​ໃນ​ການ​ແກ່ງ​ແຍ້​ງ. ກົດໝາຍ ​ແລະ​ກົນ​ໄກ​ນະ​ໂຍບາຍ​ຕ້ອງ​ສ້າງ​ຄວາມ​ສະດວກ​ດີ​ທີ່​ສຸດ​ ໃຫ້​ປະຊາຊົນ​ທຸກ​ຄົນ ​ແລະ​ວິ​ສາ​ຫະກິດພັດທະນາ​ການ​ຜະລິດ ທຸລະ​ກິດ. ຊັບພະຍາກອນ, ​ແຫຼ່ງພະລັງ​ຂອງ​ຊາດ​ຕ້ອງ​ໄດ້​ຈັດ​ແບ່ງ​ໃຫ້​ບັນດາ​ອັດຕະພາກ​ທີ່​ມີ​ຄວາມ​ສາມາດ​ນຳ​ໃຊ້​ ​ເພື່ອ​ນຳ​ເອົາ​ປະສິດທິ​ຜົນ​ສູງ​ສຸດ​ມາ​ໃຫ້​ປະ​ເທດ​ຊາດ.

ລັດ​ຕ້ອງ​ມີ​ນະ​ໂຍບາຍ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ແລະ​ລະດົມ​ແຫຼ່ງພະລັງ​ຕ່າງໆ ​ເພື່ອ​ລົງ​ທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ. ຕ້ອງ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສ້າງ​ສິ່ງ​ແວດ​ລ້ອມ ​ແລະ​ເງື່ອ​ໄຂ​ອັນ​ສະດວກ​ດີ​ເພື່ອ​ສ້າ​ງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ລັດ​ຕ້ອງສ້າງ​ໃຫ້​ຈົນ​ໄດ້ ກົງຈັກ​ທີ່​ກະທັດ​ລັດ ມີ​ຄວາມ​ສັດ​ສິດ ມີປະສິດທິຜົນ ດ້ວຍ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ​ທີ່​ມີ​ຄຸນສົມບັດ ມີ​ຄວາມ​ສາມາດ ​ແລະຄວາມ​ຊຳນານ​ໃນວິຊາ​ຊີບ​ສູງ. ທຸກ​ສຳນັກງານ​ອົງການ ຂ້າ​ລັດຖະການ​ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ໜ້າ​ທີ່​ຈະ​ແຈ້ງ. ການ​ຕີ​ລາຄາ​ຕໍ່​ອົງການ​ຈັດ​ຕັ້ງ ພະນັກງານ ຂ້າ​ລັດຖະການ ຕ້ອງ​ອີງ​ໃສ່​ຜົນສຳ​ເລັດ​ໜ້າ​ທີ່​ການ​ງານ. ຕ້ອງ​ບູລະນະ​ມາດຕະຖານ​ບັນທັດຖານ​ຕີ​ລາຄາ ​ແລະ​ກົນ​ໄກ​ກວດກາ​ການ​ປະຕິບັດ​ໜ້າ​ທີ່​ການ​ງານ. ຜູ້ນຳ​ໜ້າ​ອົງການ​ບໍລິຫານ​ຕ້ອງຮັບຜິດຊອບ​ກ່ຽວ​ກັບ​ຜົນສຳ​ເລັດ​ການ​ປະຕິບັດ​ພາລະ​ບົດບາດ​ ໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ ​ແລະ​ຕ້ອງ​ໄດ້​ຮັບ​ມອບ​ສິດ​ຕັດສິນກ່ຽວ​ກັບ​ການຈັດ​ຕັ້ງ​ພະນັກງານທີ່​ທຽບ​ເທົ່າ.

ຕ້ອງ​ເພີ່ມ​ທະວີ​ການ​ພົວພັນ​ກະທົບ​ຊຶ່ງ​ກັນແລະ​ກັນລະຫວ່າງ​ບັນດາ​ອົງການ​ໃນ​ກົງຈັກ​ລັດ ​ແລະ​ລະຫວ່າງ​ກົງຈັກ​ລັດ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ. ​ເປີດ​ກວ້າງ​ການ​ສົນທະນາ​ກັບ​ປະຊາຊົນ ​ແລະ​ວິ​ສາ​ຫະກິດ​ດ້ວຍ​ຫຼາຍ​ຮູບ​ການ ​ເພື່ອ​ໃຫ້​ລັດ ພະນັກງານ ຂ້າ​ລັດຖະການ​ໃກ້ຊິດ​ປະຊາຊົນ​ກວ່າ​ອີກ ​ແລະ ​ແຜນນະ​ໂຍບາຍ ນະ​ໂຍບາຍ ກົດໝາຍ​ຕິ​​ແທດ​ກັບ​ພຶດຕິກຳ​ກວ່າ​ອີກ. ການ​ສົມທົບ​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ ບໍລິຫານ ຕຸລາການ ​ຕ້ອງ​ບົນ​ພື້ນຖານຮັບປະກັນ​ລັກສະນະ​ເປັນ​ເອກະລາດ ຕາມ​ພາລະ​ບົດບາດ​ທີ່​ໄດ້​ແບ່ງ​ງານ ​ແລະ​ຄວາ​ມຮຽກຮ້ອງ​ຕ້ອງການ​ກວດກາ​ຊຶ່ງ​ກັນ​ແລະ​ກັນ ​ເພີ່ມ​ເຕີມຊ່ວຍໜູນ​ໃຫ້​ແກ່​ກັນ​ ຕາມ​ການ​ກຳນົດ​ຂອງ​ກົດໝາຍ. ຍູ້​ແຮງ​ການ​ແບ່ງ​ຂັ້ນ, ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ຂອງ​​ຂັ້ນ​ລຸ່ມ, ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ຮັບປະກັນ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ຂອງ​ທັງ​ລະບົບ. ​ເພີ່ມ​ທະວີ​ສະຖຽນ​ລະ​ພາບ​ດ້ານ​ດານ​ເມືອງ - ສັງຄົມ​ຢ່າງ​ເປັນ​ປະຈຳ.

ບົນ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ປີ 2014 ຕ້ອງ​ສຸມ​ກຳລັງ​ຫຼາຍ​ທີ່​ສຸດ​ໃຫ້​ແກ່​ການ​ກໍ່ສ້າງ ປັບປຸງກົດໝາຍ​ຕ່າງໆ​ເພື່ອ​ປະຕິບັດ​ລັດຖະທຳ​ມະນູນ. ພ້ອມ​ກັນ​ນັ້ນ​ກໍ​ກວດຄືນ ​ເພີ່ມ​ເຕີມ​ລະບຽບ​ກົດໝາຍ - ກົນ​ໄກ​ນະໂຍບາຍ, ປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກ ​ແນ​ໃສ່​ສືບ​ຕໍ່​ຍູ້​ແຮງການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ, ເສີມ​ຂະຫຍາຍຢ່າງ​ແຂງ​ແຮງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ແລະ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດຕາມ​ທິດສັງຄົມ​ນິຍົມ. ​ເພີ່ມ​ທະວີ​ຄວາມ​ສັກສິດ ປະສິດທິຜົນຂອງ​ການ​ປະຕິບັດ​ກົດໝາຍ ລະບຽບ​ວິ​ໄນ, ກໍ່ສ້າງ​ກົງ​ຈັດ​ລັດທີ່​ສະອາດ​ປອດ​ໃສ ​ໝັ້ນຄົງເຂັ້ມ​ແຂງ. ຍົກ​ສູງ​ຄວາມ​ຮັບຜິດ​ຊ​​ອບຂ​ອງຄະນະລັດຖະບານ ​ແລະ​ຂອງສະມາຊິກ​ລັດຖະບານ​ແຕ່ລະຄົນ ​ໃນ​ການກໍ່ສ້າງ ​ແລະ​ປະກາດ​ໃຊ້​ເອກະສານ​ກົດໝາຍ, ຮັບປະກັນ​ລຳດັບ​ດຳ​ເນີນ​ງານ ​ແລະ​ຄຸນ​ນະພາ​ບ.

II

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ມີ​ບາດກ້າວ​ຄືບໜ້າທີ່​ຍາວ​ໄກ ​ໃນ​ການ​ປັບປຸງ​ບູລະນະລະບຽບກົດໝາຍເສດຖະກິດ​ຕະຫຼາດ ຕາມ​ທິດສັງຄົມ​ນິຍົມ ຊຶ່ງ​ຈຸດ​ໜັກ​ແມ່ນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ແກ່ງ​ແຍ້​ງສະ​ເໝີ​ພາບ ​ແລະ​ປະຕິ​ຮູບ​ການ​ບໍລິຫານ. ນີ້​ກໍ່​ແມ່ນ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໜຶ່ງ​ ທີ່​ໄດ້​ລະບຸ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ. ​ໃນ​ພື້ນຖານເສດຖະກິດ​ຕະຫຼາດຕາມ​ທິດສັງຄົມ​ນິຍົມ, ກ່ອນ​ອື່ໝົດ​ແມ່ນ​ຕ້ອງ​ເຄົາລົບ​ນັບຖື​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ບັນດາ​ເຄື່ອງມື​ດັດສົມ ​ແລະ​ນະ​ໂຍບາຍ​ແຈກ​ຢາຍ ​ເພື່ອ​ຮັບປະກັນຄວາມ​ສະ​ເໝີ​ພາບ ​ແລະ​ຄວາມ​ກ້າວໜ້າ​ສັງຄົມ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍາ​ຍຢ່າງ​ຄົບ​ຊຸດ​ບັນດາ​ວິທີ​ແກ້ ​ເພື່ອ​ປະຕິບັດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ທີ່​ກ່າວ​ມາ​ເທິງ​ນີ້​ໃຫ້​ໄດ້​ດີ, ​ໃນ​ນັ້ນ​ສຸມ​ໃສ່​ແກ້​ໄຂ​ສອງ​ບັນຫາສຳຄັນທີ່​ພົວພັນ​ແໜ້ນ​ແຟ້ນນຳ​ກັນ ນັ້ນ​ຄື ປະຕິ​ບັດ​ລາຄາ​ຕະຫຼາດ​ຕໍ່​ກັບ​ສິນຄ້າ ການ​ບໍລິການ​ທີ່​ຈຳ​ເປັນ​ຕ້ອງການ​ຍິ່ງ ​ແລະ​ຮັບປະກັນ​ການ​ແກ່ງ​ແຍ້​ງສະ​ເໝີ​ພາບ.

ຕ້ອງ​ປະຕິບັດ​ກົນ​ໄກ​ລາຄາຕະຫຼາດຕໍ່​ກັບ​ສິນຄ້າ ການ​ບໍລິການ​ທັງ​ໝົດ. ຕໍ່​ກັນບັນດາ​ສິນຄ້າ ການ​ບໍລິ​ກາ​ທີ່​ຈຳ​ເປັນ​ຕ້ອງການ ທີ່​ລັດພວມ​ກຳນົດ​ລາຄານັ້ນ​ ແມ່ນ​ຕ້ອງ​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍຢ່າງ​ຖືກຕ້ອງ ຄົບ​ຖ້ວນ, ບັນດາ​ປັດ​ໄຈ​ທີ່​ປະ​ກອບ​ເປັນ​ລາຄາ​ແມ່ນ​ຕ້ອງ​ໄດ້​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ​ຕັ້ງ​ໝັ້ນ​ການ​ປະຕິບັດ​ລາຄາ​ຕະຫຼາດຕາມ​ລຳດັບ​ດຳ​ເນີນ​ທີ່ສອດຄ່ອງ​ເໝາະສົມ. ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຈົນ ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຢູ່​ເຂດ​ຫ່າງ​ໄດ​ສອກຫຼີກ.

ທຸກ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ດສກຖະກິດ ຕ້ອງ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ. ລົບ​ລ້າງ​ສະພາບ​ການຜູກຂາດ​ຂອງ​ວິ​ສາ​ຫະກິດ ​ແລະ​ບັນດາ​ກົນ​ໄກ​ນະໂຍບາຍ ທີ່​ພາ​ໃຫ້​ເກີດ​ຄວາມ​ບໍ່​ສະ​ເໝີ​ພາບ​ ໃນ​ການ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ເຂົ້າ​ເຖິງ​ບັນດາ​ແຫຼ່ງພະລັງ.

ຕ້ອງ​ເດັດດ່ຽວ​ປະຕິ​ບັດ​ການຈັດ​ວາງ​ໂຄງ​ປະກອບວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່, ຈຸດ​ໜັກ​ແມ່ນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ນັບ​ທັງ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ; ຖອນ​ທຶນ​ທີ່​ລົງທຶນ​ນອກ​ຂະ​ແໜງ​ການ ​ແລະ​ຂາຍ​ພາກສ່ວນ​ທຶນ​ທີ່ລັດບໍ່​ຕ້ອງການ​ກຳ ຕາມ​ຫຼັກການ​ຕະຫຼາດ, ກວມ​ທັງ​ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ. ວິ​ສາ​ຫະກິດ​ແຫ່ງ​ລັດ ພຽງ​ແຕ່​​ເຕົ້າ​ໂຮມລວມ​ສູນ​ຢູ່ໃນ​ຂົງ​ເຂດຫຼັກ​ແຫຼ່ງ​ແກ່ນສານ ສຳຄັນຍິ່ງ, ​ໃນ​ພື້ນ​ທີ່​ສຳຄັນ ​ແລະ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ຈຳ​ແນ​ກ​ແຍກ​ໜ້າ​ທີ່​ຜະລິດ​ທຸລະ​ກິດ ກັບ​ໜ້າ​ທີ່​ການ​ເມືອງ ສາທາລະນະ​ປະ​ໂຫຍ​ດ. ບູລະນະ​ກົນ​ໄກ​ປະຕິບັດ​ສິດ​ເຈົ້າກຳມະສິດ​ລັດ ​ແລະ​ຜູ້ຕາງໜ້າ​ເຈົ້າ​ກຳມະສິດ​ລັດ ຢູ່​ໃນ​ວິ​ສາ​ຫະກິດ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ຕິດຕາມ​ກວດກາ ກວດ​ສອບ​ ຂອງ​ເຈົ້າ​ກຳມະສິດ​ລັດ. ປັບປຸງ​ຖັນ​ແຖວ​ພະນັກງານ​ຄູ້​ມຄອງ ​ແລະຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຄຸ້ມຄອງ​ວິ​ສາຫະກິດ. ປະຕິບັດ​ການ​ເປີດ​ເຜີຍ ​ໂປ່​ງ​ໃສ​ຕໍ່​ຜົນສຳ​ເລັດ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ ຕາມ​ກຳນົດ​ຂອງ​ກົດໝາຍ. ປະຕິບັດ​ວິ​ໄນ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ ຕໍ່​ການ​ກະທຳ​ລະ​ເມີດ​ກົດໝາຍ ​ແລະການ​ປ່ອຍປະ​ຫຼະຫຼວມ​ໃນ​ການ​ປະຕິບັດ​​ ແຜນການ​ຈັດ​ວາງ​ໂຄງ​ປະກອບ​​ຄືນ​ໃໝ່ທີ່​ໄດ້​ຜ່ານ​ອະນຸມັດ.

ມີ​ແຕ່​ເຮັດ​ຄື​ແນວ​ນັ້ນ​ເທົ່າ​ນັ້ນ ຫວຽດນາມ​ຈຶ່ງສ້າງ​ສິ່ງ​ແວດ​ລ້ອມ​ແກ່ງ​ແຍ້​ງສະ​ເໝີ​ພາບ​ໄດ້ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາຫະກິດ​​ແຫ່ງລັດຂຶ້ນ​ໄດ້, ​ເພີ່ມ​ທະວີກຳລັງ​ແຮງ​ຂອງ​ເສດຖະກິດ​ແຫ່ງ​ລັດ, ປະກອບສ່ວນ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ໝັ້ນ​ທ່ຽງ ​ແລະ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່.

III

ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່, ພື້ນຖານ​ກະສິກຳ​ຫວຽດນາມ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ແບບ​ກ້າວ​ກະ​ໂດດ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄວາມ​ໄວຂອງ​ການ​ເຕີບ​ໂຕ​ກະສິກຳ​ພວມ​ຫລຸດ​ລົງ ​ແລະ​ເຜີຍ​ໃຫ້​ເຫັນ​ຂໍ້​ຈຳກັດ ຈຸດ​ອ່ອນ​ຕ່າງໆ ​ຂອງ​ການ​ກຳ​ສິກຳທີ່​ອີງ​ບົນ​ເສດຖະກິດ​ຄອບຄົວ​ມະ​ຍິກ​ມະ​ຍ່​ອຍ ຂາດ​ການ​ເຊື່ອມ​ໂຍງ​ກັນ, ສະມັດຕະພາບ ​ແລະ​ຄຸນ​ນະພາ​ບຕ່ຳ ​ໃນ​ສະພາບ​ການ​ແກ່ງ​ແຍ້​ງນັບ​ມື້​ນັບ​ຂຸ້ນຂ້ຽວ. ​ເພາະສະ​ນັ້ນ, ຕ້ອງ​ປະຕິບັດ​ສາມ​ບຸກທະລຸ​ຍຸດ​ທະ​ສາດ​​ເປັນ​ຢ່າງ​ດີ: ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ພິ​ເສດ​ແມ່ນຍູ້​ແຮງການຈັດ​ວາງ​ໂຄງ​ປະກອບກະສິກຳ​ຄືນ​ໃໝ່ ຕາມ​ທິດ​ຍົງ​ສູງ​ຄຸນຄ່າ​ເພີ່ມ​ເຕີມ ພັດທະນາ​ແບບ​ຍືນ​ຍົງ ຕິດ​ແໜ້ນ​ກັບ​ກໍ່ສ້າງ​ຊົນນະບົດ​ໃໝ່. ນີ້​ແມ່ນ​ເນື້ອ​ໃນ​ອັນ​ສຳຄັນ​ໃນ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ​ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮ້ອນ​ເຄືອງ ທີ່​ຕ້ອງ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ດ້ວຍ​ຫຼາຍ​ວິທີ​ແກ້​ອັນ​ຄົບ​ຊຸດ, ​ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ປະຕິບັດ​ພ້ອມ​ບາດ​ດຽວ​ກັນການ​ຊຸກຍູ້ປະ​ຢຸກ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ​ຈັດ​ຕັ້ງ​ການ​ຜະລິດ​ກະສິກຳ​ຄືນ​ໃໝ່.

ຕ້ອງ​ຕັ້ງ​ຊາວ​ກະສິກອນ​ເຂົ້າ​ໃນ​ທີ່​ຕັ້ງ​ໃຈກາງ ​ແລະ​ບົດບາດ​ອັດຕະພາກ ​ເພື່ອ​ປະຕິບັດ​ການຈັດ​ວາງ​ໂຄງ​ປະກອບກະສິກຳ​ຄືນ​ໃໝ່ ​ແລະ​ກໍ່ສ້າງ​ຊົນນະບົດ​ໃໝ່. ລັດ​ມີ​ກົນ​ໄກ ນະ​ໂຍບາຍ​ຊຸກຍູ້​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ກວ້າງຂວາງ, ​ເປັນ​ຕົ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຊີວະ​ວິທະຍາ ​ເຕັກ​ໂນ​ໂລ​ຊີສື່​ຂ່າວ ​ເຂົ້າ​ໃນ​ການ​ຜະລິດ ຄຸ້ມ​ຄອງ​ກະສິກຳ ​ແລະ​ຍູ້​ແຮງ​ການ​ຫັນ​ກະສິກຳ​ເປັນ​ອຸສາ​ຫະກຳ, ຫັນ​ຊົນນະບົດ​ເປັນ​ທັນ​ສະ​ໄໝ. ສົ່ງ​ເສີມ​ການ​ພັດທະນາ​ບັນດາ​ຮູບ​ການຮ່ວມ​ມື ຮ່ວມ​ສຳພັນ​, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ຊາວ​ກະສິກອນ ກັບວິ​ສາ​ຫະກິດ ​ໃນ​ການ​ຜະລິດ ບໍລິການ​ດ້ວຍ​ຂະໜາດ​ເໝາະ​ສົມ. ກໍ່​ຮ່າງ​ສ້າງຮູບ​ເປັນ​ພວງ​ພະນັງ​ຄຸນຄ່າ, ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ກົມກຽວ​ ຂອງ​ບັນດາ​ອັດຕະພາກ​ທີ່​ເຂົ້າ​ຮ່ວມ ນັບ​ແຕ່​ການ​ຜະລິດ ປຸງ​ແຕ່ງ ຈົນ​ເຖິງ​ການຈຳໜ່າຍ. ສຸມ​ໃສ່​ພັດທະນາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ດີ​ປຽບທຽບ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ​ມີ​ຕະຫຼາດ​ຈຳໜ່າຍ. ກໍ່ສ້າງ​ເປັນ​ແຕ່​ລະ​ກ້າວ​ນິຄົມ​ກະສິກຳ - ອຸດສາຫະກຳ - ບໍລິການ​ທີ່​ມີ​​ເຕັກ​ໂນ​ໂລ​ຊີ​ສູງ, ​ເຊື່ອມ​ຕິດ​ຢ່າງ​ແໜ້ນ​ແຟ້ນກັບ​ຊາວ​ກະສິກອນ ​ແລະ​ຫັນ​ໄປ​ສູ່​ກໍ່ສ້າງ​ຕົວ​ແບບ​ຜະລິດ​ກະສິກະ​ຫຼາຍ​ພາລະ​ບົດບາດ ພັດທະນາ​ແບບ​ຍືນ​ຍົງ.

ດຶງ​ດູດ​ຢ່າງ​ແຮງ​ໃຫ້​ວິ​ສາ​ຫະດິລົງທຶນ​ເຂົ້າ​ໃນ​ເຂດ​ຊົນນະບົດ, ຂະຫຍາຍ​ການ​ຜະລິດ​ທຸລະ​ກິດ​ກະສິກຳ ອຸດສາຫະກຳ ​ແລະບໍລິການ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ ​ແລະ​ອຸດສາຫະກຳທີ່​​ໃຊ້​ແຮງ​ງານ​ຫຼາຍ ​ເພື່ອ​ຊຸກຍູ້​ການ​ເຕົ້າ​ໂຮມດິນ​ນາ ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ ​ແລະ​ເສດຖະກິດ​ຊົນນະບົດ. ປ່ຽນ​ແປງ​ໃໝ່​ແບບ​ວິທີ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ກໍ່ສ້າງ​ວິຊາ​ອາຊີບ. ລະດົມ​ບັນດາ​ແຫຼ່ງພະລັງ​ເພື່ອ​ລົງ​ທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ. ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ໝັ້ນ​ທ່ຽງ. ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຮັກສາ ​ແລະ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ ​ແລະ​ມູນ​ເຊື້ອ ຮີດຄອງ​ປະ​ເພນີ​ອັນ​ດີ​ງານຂອງ​ບ້ານ​ເມືອງ​ຊົນນະບົດ​ຫວຽດນາມ.

ຮີບ​ສະຫລຸບ​ເບື້ອງ​ຕົ້ນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ X ກ່ຽວ​ກັບ​ກະສິກຳ ຊາວ​ກະສິກອນ ຊົນນະບົດ ​ເພື່ອ​ຍູ້​ແຮງ​ວີ​ວັດ​ການຈັດ​ວາງ​ໂຄງ​ປະກອບກະສິກຳ​ຄືນ​ໃໝ່ ​ແລະ​ກໍ່ສ້າງ​ຊົນນະບົດ​ໃໝ່.

IV

ສາມ​ປີທີ່​ຜ່ານ​ມາ, ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ທົ່ວ​ພັກ ທົ່ວ​ກອງທັບ ທົ່ວ​ປວງ​ປະຊາຊົນ​ຫວຽດນາມ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຫວຽດນາມ​ໄດ້​ໃຊ້​ຫຼາຍ​ແຫຼ່ງພະ​ລັງ ​ແລະ​​ເຫື່ອ​ແຮງກຳລັງ​ວັງ​ຊາ ​ເພື່ອ​ແກ້​ໄຂບັນດາ​ບັນຫາ​ສະ​ເພາະ​ໜ້າ ​ແລະ​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​ຕ່າງໆ. ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ໜ້າ​ທີ່​​ໄລຍະ​ປານ​ກາງ ​ແລະ​ໄລຍະ​ຍາວນານ ​ແຕ່​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ພາກ​ຕົວ​ຈິງ​ໃຫ້​ເຫັນ​ວ່າ ຖ້າ​ຫາກ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ບໍ່​ດີ ກໍ່​ຈະບໍ່ຮັບປະກັນຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ​ໄດ້, ບໍ່​ຂຸດ​ຄົ້ນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ ​ແລະ​ໂອກາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແລະ​ກໍ່​ບໍ່​ສ້າງ​ຕັ້ງ​ໄດ້​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໄວວາ ​ແລະ​ຍືນ​ຍົງ.

ໜ້າ​ທີ່​ທີ່​ວາ​ງອອກ​ມາ​ແມ່ນ​ໜັກໜ່ວງ​ທີ່​ສຸດ. ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຍັງໃຫຍ່​ທີ່​ສຸດ. ​ແຕ່ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ ຢ່າງ​ແຂງ​ແຮງ​ກວ່າ​ອີກ. ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ ​ແລະ​ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດ​ການ​ເມືອງ​ສູງທີ່​ສຸດ. ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດຂອງ​ພັກ ​ແລະ​ປະຊາຊົນ​ຫວຽດນາມ​ໄດ້​ແຜ່​ລັດສະໝີ​ ໃນ​ການຕໍ່ສູ້​ຍາດ​ເອກະລາດ​ແຫ່ງ​ຊາດ ​ແລະ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດດັ່ງ​ກ່າວ​ກໍ່​ແຜ່​ລັດສະໝີ​ ໃນ​ເມື່ອ​ປະ​ເທດ​ເຮົາ​ປະ​ເຊີນ​ໜ້າກັບ​ວິ​ກິດການ​ດ້ານ​ເສດຖະກິດ - ສັຄົມ ​ໃນ​ຊຸມ​ປີ​ທົດ​ສະ​ວັດ​ທີ 8 ຂອງ​ສະຕະວັດ​ກ່ອນ ​ເພື່ອ​ກໍ່ຮ່າງ​ສ້າງ​ຮູບ​ເປັນ​ແນວທາງ​ປ່ຽນ​ແປງ​ໃໝ່.

ປັດຈຸບັນ, ທ່າ ​ແລະ​ພະລັງ​ຂອງ​ຫວຽດນາມ​ໄດ້​ແຂງ​ແຮງ​ກວ່າ​ແຕ່​ກ່ອນ​ຫຼາຍ. ​ແນ່ນອນ​ວ່າ ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດດັ່ງກ່າວ ​ຈະ​ແຜ່​ລັດສະໝີ​ອີກ​ຕໍ່​ໄປ ​ເພື່ອ​ຍູ້​ແຮງ​ຢ່າງຮອບດ້ານ​ການ​ປ່ຽນ​ແປງ​ໃໝ່​ຕາມຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ນຳ​ເອົາ​ພາລະກິດ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂຶ້ນ​ສູ່​ລະດັບ​ໃໝ່ ​ເພື່ອ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ - ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ./.

ຂຽນ​ໂດຍ: ຫງວຽ​ນ​ເຕິ​ນຢຸງ
ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີ

(1) ດ້ວຍ​ບັນດາ​ລະດັບ​ຄາດໝາຍ​ຕົ້ນ​ຕໍ່​ດັ່ງ​ນີ້: ສູ້​ຊົນ​ເພື່ອ​ບັນລຸ​ລະດັບ​ເພີ່ມ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ - GDP) ປະ​ໃນ 5,8%; ຈີ​ດີ​ພີ​ ສະ​ເລັ່ຍຕໍ່​ຄົນ​ໄດ້​ປະມານ 2.100 ​ໂດ​ລາ​ສະຫະລັດ; ລວມຍອດ​ສິນຄ້າ​ຂາ​ອອກ​ເພີ່ມ​ຂຶ້ນ​ປະມານ 10%; ອັດຕາ​ສ່ວນ​ການ​ຄ້າຂາ​ເຂົ້າລື່ນກາຍ​ຂາ​ອອກປະມານ 6% ຂອງ​ມູນ​ຄ່າ​ຂາ​ອອກ; ລະດັບ​ຄວາມ​ໄວ​ໃນ​ການ​ເພີ່ມ​ລາຄາ​ຄ່າ​ຄອງຊີບ (ຊີ​ພີ​ໄອ - CPI) ປະມານ 7%; ລວ​ມຍ​ອດທຶນ​ທີ່​ລົງທຶນ​ພັດທະນາ​​ໃນ​ທົ່ວ​ສັງຄົມ ​ເທົ່າ​ກັບ​ປະມານ 30% ຈີ​ດີ​ພີ; ອັດຕາ​ສ່ວນ​ລາຍ​ຈ່າຍ​ລື່ນ​ກາຍ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ແມ່ນ 5,3% ຈີ​ດີ​ພີ. ອັດຕາ​ສ່ວນຄອບຄົວ​ທຸກ​ຍາກ​ຫລຸດ​ລົງ 1,7%-2%, ສະ​ເພາະ​ບັນດາ​ເມືອງ​ທຸກ​ຍາກ​ຫລຸດ​ລົງ 4%; ສ້າງ​ວຽກ​ເຮັ​ດງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ປະມານ 1,6 ລ້ານ​ຄົນ; ອັດຕາ​ສ່ວນ​ຜູ້​ວ່າງ​ງານ​ຢູ່​ບໍລິ​ເວນ​ຕົວ​ເມືອງ​ຕ່ຳ​ກວ່າ 4%; ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ໄດ້​ຜ່ານ​ການ​ກໍ່ສ້າງ​​ແລ້ວ 52%; ລາຍ​ຮັບ​ສະ​ເລັ່ຍຕໍ່​ຄົນ​ເພີ່ມ​ຂຶ້ນ​ປະມານ 20%; ອັດຕາ​ສ່ວນ​ເດັກນ້ອຍ​ອາຍຸ​ບໍ່​ເຖິງ 5 ປີ​ຖືກ​ຂາດ​ທາດ​ຫຼໍ່ລ້ຽງ ລົດ​ລົງຕ່ຳ​ກວ່າ 15,5%; ຈຳນວນ​ຕຽງ​ພະຍາບານ​ຄິດ​ໃສ່​ປະຊາຊົນ 1 ໝື່ນ​ຄົນ (ບໍ່​ໄລ່​ຈຳນວນ​ຕຽງ​ພະຍາບານ​ຢຸ່ສຸກສາລາ​ຕາ​ແສງ) ບັນລຸ 22,5 ໜ່ວຍ. ອັດຕາ​ສ່ວນ​ຮາກ​ຖານ​ທີ່​ກໍ່​ມົນ​ພິດ​ສິ່ງ​ແວດ​ລ້ອມ​ຢ່າງ​ໜັກໜ່ວງ ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວກວມ​ເຖິງ 85%; ອັດຕາ​ສ່ວນ​ເຂດ​ອຸດສາຫະກຳ ​ເຂດ​ປຸງ​ແຕ່ງ​ສິນຄ້າ​ຂາ​ອອກກຳລັງ​ເຄື່ອນ​ໄຫວ ມີ​ລະບົບ​ກັ່ນ​ຕອງ​ນ້ຳ​ເສຍ​ບັນລຸ​ມາດຕະຖານ​ສິ່ງ​ແວດ​ລ້ອມ ກວມ​ເຖິງ 80%; ອັດຕາ​ສ່ວນ​ປ່າ​ໄມ້​ປົກ​ຫຸ້ມ​ເນື້ອ​ທີ່​ໄດ້ 41,5%.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ