ວັນເສົາ, 21/9/2019
ການຕ່າງປະເທດຂອງຫວຽດນາມໃນສະໄໝແຫ່ງການປ່ຽນແປງໃໝ່: ບາງບັນຫາທິດສະດີ ແລະພຶດຕິກຳ *
25/10/2014 15:44' ສົ່ງ ພິມ
ສະຫາຍຟ້າມບິ່ງມິງ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ (ພາບ: TTXVN)

ຂະ​ບວນວິວັດ​ການ​ຂະຫຍາຍ​ຄວາມ​ຮັບ​ຮູ້ກ່ຽວ​ກັບແນວທາງ ​ແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ

ກ່ອນ​ແລະ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ດ້ວຍ​ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ໂລກ ​ແລະ​ຄວາມ​ຮັບ​ຮູ້​ທີ່​ຈະ​ແຈ້ງ​ກວ່າ​ເກົ່າ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ ກ່ຽວ​ກັບ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ໃນ​ແຕ່ລະ​ໄລຍະ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກໍ່ສ້າງ​ບັນດາ​ຈຸດໝາຍ ທັດສະນະ​ຊີ້​ນຳ ​ແລະ ກຳນົດ​ບັນດາ​ທິດ​ທາງໃຫຍ່​ກ່ຽວ​ກັບ​ການ​ຕ່າງປະ​ເທດ.

ກ່ຽວ​ກັບ​ຈຸດໝາຍ, ຜ່ານ​ກອງ​ປະຊຸມ​ໃຫຍ່​ສະ​ໄໝ​ຕ່າງໆ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຈຸດໝາຍ​ການ​ຕ່າງປະ​ເທດ​ເຖິງ​ວ່າ​ຈະ​ໄດ້​ເຕື້ອງ​ເຖິງ​ພາຍ​ໃຕ້​ຮູບ​ການ​ຕ່າງໆ​ ທີ່​ຕ່າງ​ກັນກໍ່ຕາມ ​ແຕ່​ຍາມ​​ໃດ​ກໍ່​ໄດ້​ກຳນົດຢ່າງ​ຈະ​ແຈ້ງວ່າ​ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ. ຮັບປະກັນ​ຄວາມ​ສະຫງົບ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ, ຍົກ​ສູງ​ບົດບາດ​ຖານະ​ຂອງ​ປະ​ເທດ ​ແມ່ນ​ເນື້ອ​ໃນທີ່​ສຳຄັນ​ທີ່​ສຸດຂອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ໃນ​ການ​ຕ່າງປະ​ເທດ. ມາ​ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ໄດ້​ກຳນົດ​ແຈ້ງວ່າ​ເປັນ​ຈຸດໝາຍ ​ແລະ​ຫຼັກການ​ສູງ​ສຸດ ​ໃນ​ການ​ຕ່າງປະ​ເທດ. ​ເນື້ອ​ໃນ​ຂອງຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​​ໃນ​ການ​ຕ່າງປະ​ເທດ​ ກໍ່​ໄດ້​ຖືກ​ອະທິບາຍ​ຢ່າງ​ຈະ​ແຈ້ງ ​ແລະ​ໄດ້​ຫັນ​ເປັນ​ລະອຽດ ​ເປັນ​ໜ້າ​ທີ່: “ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຍູ້​ແຮງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໃຫ້​ໄດ້​ຢ່າງ​ໝັ້ນຄົງ; ​ເຊີດ​ຊູ​ບົດບາດ​ຖານະ​ຂອງ​ປະ​ເທດ; ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ​ຄວາມ​ກ້າວໜ້າ​ສັງຄົມ​ໃນ​ໂລກ”(1). ການ​ກຳນົດ​ແຈ້ງ​ວ່າຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແມ່ນ​ຈຸດໝາຍ​ສູງ​ສຸດ​ຂອງ​ການ​ຕ່າງປະ​ເທດ​ນັ້ນ ມັນ​ກໍ່​ມີ​ຄວາມ​ໝາຍ​ຄ້າຍຄື​ກັນ​ກັບ​ການ​ຢືນຢັນ​ຈຸດໝາຍ, ອຸດົມ​ຄະ​ຕິຂອງພັກ​ກອມ​ມູນິດ​ຫວຽດນາມທີ່ວ່າ​ ເພື່ອ​ປະ​ເທດ​ຊາດ ​ເພື່ອ​ປະຊາຊົນ. ການ​ຢຶດໝັ້ນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ ໄດ້​ສ້າງ​ໃຫ້​ມີ​ຄວາມ​ສາມາດ​ໃໝ່ຕ່າງໆ ​ເພື່ອ​ເພີ່ມ​ທະວີຄວາມ​ສາມັກຄີ​ແຫ່ງ​ຊາດ, ຄວາມ​ສາ​ມາກ​ຄີ​ສາກົນ, ​ເຕົ້າ​ໂຮມ​ກຳລັງ, ຮ່ວມ​ມືແລະ​ຕໍ່ສູ້ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ.

ກ່ຽວ​ພັນ​ກັບ​ຫຼັກການ ​ແລະ ທິດ​ນຳການ​ຕ່າງປະ​ເທດ, ​ເພື່ອໃຫ້ສອດຄ່ອງ​ກັບ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ​ຂອງ​ສະພາບ​ການ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສ້າງ​ແຜນ​ນະ​ໂຍບາຍ​ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຕາມ​ຈິດ​ໃຈ​ເພີ່ມ​ເພື່ອນ​ມິດ ລົດຜ່ອນ​ສັກ​ຕູ, ບົນ​ຫຼັກການ​ຮັບປະກັນ​ເອກະລາດ ອຳນາດອະທິປະ​ໄຕ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຕາມ​ນັ້ນ, ຫວຽດນາມ​ໄດ້​ເລິ່ມຈາກ​ການສະ​ແດງ​ຈິດ​ໃຈ “ຢາກ​ເປັນ​ເພື່ອ​ນມິດ” (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII) ​ເຖິງ​ກາມ “ກຽມ​ຄວາມ​ພ້ອມ​ເປັນ​ເພື່ອນ​ມິດ” (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX), ຈາກ​ການ​ຢືນຢັນ​ຫວຽດນາມ “​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້” (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X) ​ເຖິງ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຫວຽດນາມ​​ເປັນ “ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ” ຂອງ​ປະຊາ​ຄົມ​ໂລກ ​ແລະ ພາກ​ພື້ນ (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI).

ການປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກໍ່​ໄດ້​ສະ​ແດງ​ອອກ​ໃນ​ວິວັດ​ການ​ປະສານ​ສົມທົບ​ສ​ອງດ້ານ ຮ່ວມ​ມື ​ແລະ ຕໍ່ສູ້​ໃນ​ການ​ຕ່າງປະ​ເທດ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ VII (ປີ 1992) ​ໄດ້​ກຳນົດ​ແຈ້ງ​ທິດ​ນຳ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ ​ແມ່ນ​ຕ້ອງກຳ​ແໜ້ນສອງ​ດ້ານ ຮ່ວມ​ມື​ແລະ​ຕໍ່ສູ້ ​ໃນ​ການ​ພົວພັນ​ສາກົນ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ IX (ປີ 2003) ​ໄດ້​ຂະຫຍາຍ​ທັດສະນະ​ນີ້ ​ແລະ​ຫັນ​ມັນ​ເປັນ​ລະອຽດດ້ວຍຄວາມ​ສຳນຶກ “ຄູ່​ຮ່ວມ” ​ແລະ “​ເປົ້າ​ໝາຍ”. ມະຕິ​ໄດ້​ລະບຸ​ວ່າ: ຜູ້​ໃດ​ເຄົາລົບ​ນັບຖື​ເອກະລາດ ອຳນາດ​ອະທິປະ​ໄຕ, ສ້າງ​ແລະ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຫວຽດນາມ ລ້ວນ​ແຕ່​ເປັນ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ. ບໍ່​ວ່າ​ອິດ​ທິກຳລັງ​ໃດ​ທີ່​ມີ​ກົນອຸບາຍ ​ແລະ​ການ​ກະທຳຕ້ານ​ຢັນ​ທຳລາຍ​ຈຸດໝາຍ​ຂອງ​ປະ​ເທດ​ເຮົາ ​ໃນ​ພາລະກິດ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ລ້ວນ​ແຕ່​ເປັນ​ເປົ້າ​ໝາຍ​ຕໍ່ສູ້. ດ້ານ​ອື່ນ, ​ໃນ​ສະພາບ​ການ​ທີ່​ຜັນ​ປ່ຽນ​ຢ່າງ​ໄວວາ ​ແລະ​ສັບສົນ​ປັດຈຸ​ບັນ, ຕ້ອງ​ມີ​ວິທີ​ສັງ​ເກດ​ຢ່າງ​ສັດຈະ​ວິພາກ, ​ໃນ​ແຕ່ລະ​ເປົ້າ​ໝາຍ​ກໍ່​ອາດ​ມີ​ດ້ານ​ໃດ​ດ້ານ​ໜຶ່ງ​ທີ່​ຄວນ​ຍາດ​ແຍ່ງ ຮ່ວມ​ມື, ​ແລະ​ໃນບາງ​ຄູ່​ຮ່ວມ​ຮ່ວມ​ມື ກໍ່​ອາດ​ມີ​ດ້ານ​ທີ່​ແຕກ​ຕ່າງ ຂັດ​ແຍ່ງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ເຮົາ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XI (ປີ 2013) ສືບ​ຕໍ່​ຢືນຢັນ​ວິທີ​ເຂົ້າ​ເຖິງ​ບັນຫາ​ແບບ​ນີ້. ທັດສະນະ “ຄູ່​ຮ່ວມ”, “​ເປົ້າ​ໝາຍ” ​ໄດ້ຂີດ​ໝາຍ​ບາດກ້າວ​ບຸກທະລຸ​ທາງ​ດ້ານ​ຈິນຕະນາການ​ການ​ຕ່າງປະ​ເທດ ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ປະຕິບັດຫຼັກການສົມທົບ​ສອງ​ດ້ານ ຮ່ວມ​ມື ​ແລະ ຕໍ່ສູ້. ທັດສະນະ​ສັດຈະວິພາກ​ນີ້​ທັງ​ເຍື່ອ​ງສ່ອງ​ທິດ​ທາງ ທັງ​ວາງ​ໜ້າ​ທີ່​ຮັບຜິດຊອບ​ໃຫ້​ຫວຽດນາມ ຕ້ອງ​ຈຳ​ແນ​ກຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ບັນດາ​ດ້ານ​ທີ່​ຕ້ອງ​ຕໍ່ສູ້, ບັນດາ​ດ້ານ​ທີ່​ຄວນ​ຍາດ​ແຍ່ງການ​ຮ່ວມ​ມື ເມື່ອພົວພັນ​ກັບ​ແຕ່​ລະ​ຄູ່​ຮ່ວມ, ​ໃນ​ແຕ່​ລະ​ບັນຫາ ​ແລະ​ຢູ່​ໃນ​ແຕ່ລະ​ຈຸດ​ເວລາ. ບັນທັດຖານ​ເພື່ອ​ຈຳ​ແນ​ກ “ຄູ່​ຮ່ວມ”, “​ເປົ້າ​ໝາຍ” ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.

ກ່ຽວ​ກັບ​ການ​ກຳນົດ​ທິດ​ການ​ຕ່າງປະ​ເທດ, ກອງປະຊຸມ​ໃຫຍ່​ແຕ່ລະສະ​ໄໝ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຂີດ​ໝາຍ​ການ​ເພີ່ມ​ເຕີນ ​ແລະ​ຂະຫຍາຍຕົວ​ໃໝ່​ບາດກ້າວ​ໜຶ່ງ, ​ເປັນ​ຕົ້ນ​ແມ່ນ​ການ​ກຳນົດ​ທິດ​ກ່ຽວ​ກັບ​ການ​ພົວພັນ​ກັບບັນດາປະ​ເທດ​ໃຫຍ່, ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ​ແລະ​ການ​ກຳນົດ​ທິດກ່ຽວກັບ​ການ​​ເຊື່ອມ​ໂຍງເຂົ້າກັບສາກົນ. ຫວຽດນາມ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ແກ່​ບັນດາ​ປະ​ເທດ​ໃຫຍ່ ​ແລະການ​ແກ້​ໄຂ​ການ​ພົວພັນ​ກັບປະ​ເທດ​ໃຫຍ່​ຢ່າງ​ກົມກຽວ. ​ໃນ​ຊຸມ​ປີ​ມໍ່ໆຜ່ານ​ມາ​ນີ້, ​ເມື່ອ​ຫວຽດນາ​ມ​ໄດ້ສ້າງສາ​ຍພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່ ​ແລະ​ອົງການ​ສາກົນ​ໃຫຍ່​ໃນ​ໂລກ, ພັກ​ກອມ​ມູນິດ​ຫວຽດນາມກໍ່​ໄດ້ກຳນົດ​ທິດອອກ​ມາຄື​ດັ່ງ​ນີ້: “ນຳ​ເອົາ​ການ​ພົວພັນ​ສາກົນ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ​ນັ້ນ​ເຂົ້າ​ສູ່​ລວງ​ເລິກ, ໝັ້ນຄົງ, ໜັກ​ແໜ້ນ”(2), ການ​ຊຸກຍູ້ ​ແລະ​ກໍ່​ສ້າງ​ຂອບ​ການ​ພົວພັນ​ທີ່​ໝັ້ນຄົງ​ກັບ​ບັນດາ​ປະ​ເທດ​ໃຫຍ່​ ຍາມ​ໃດ​ກໍ່​ໄດ້​ຖື​ວ່າ​ເປັນ​ທິດ​ບຸລິມະສິດ​ໃນ​ການ​ປະຕິບັດ​ທິດ​ທາງ​ນີ້. ຕໍ່​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້ຄຽງ, ພ້ອມ​ກັນ​ກັບ​ວິວັດ​ການ​ປ່ຽນ​ແປງ​ໃໝ່​ວິທີ​ເຂົ້າ​ເຖິງ​ບັນຫາ​ຄວາມ​ສະຫງົບ​ຕາມ​ທິດ ເນັ້ນ​ເຖິງລັກສະນະ​ຂຶ້ນ​ຕໍ່​ກັນ​ລະຫວ່າງ ຄວາມ​ສະຫງົບ​ຂອງ​ຫວຽດນາມ ​ແລະ​ຄວາມ​ສະຫງົບ​ຂອງ​ບັນດາ​ປະ​ເທດ​ອື່ນ ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ - ປາຊີ​ຟິກ, ຫວຽດນາມ​ໄດ້​ມີ​ຄວາມຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກວ່າ​ເກົ່າ ກ່ຽວ​ກັບ​ຄວາມ​ສຳຄັນຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ໃນ​ພາກ​ພື້ນ. ຕາມ​ນັ້ນ, ຫວຽດນາມ​ກໍ່​ນັບ​ມື້​ນັບ​ໃຫ້​ຄວາມ​ສຳຄັນ​ແກ່ ​ທີ່​ຕັ້ງ​ແລະ​ບົດບາດ​ຂອງ​ອາ​ຊຽນ ​ໃນ​ການ​ຕ່າງປະ​ເທດ.

ພິ​​ເສດ​ແມ່ນ, ​ໃນ​ຕະຫຼອດ​ໄລຍະ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ຄວາມຮັບ​ຮູ້​ນັບ​ມື້​ນັບ​ຄົບ​ຖ້ວນ ​ແລະ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ (ປີ 1996) ​ເປັນ​ຄັ້ງ​ທຳ​ອິດ​ທີ່​ພັກ​ໄດ້​ເຕື້ອງ​ເຖິງ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ: “ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເປີດ​ປະຕູ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ​ໂລກ”. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX (ປີ 2001) ຢືນຢັນ: “​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ ​ແລະ​ພາກ​ພື້ນ ຕາມ​ຈິດ​ໃຈ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຢ່າງ​ສຸດ​ຂີດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສາກົນ”. ທັດ​ສະນະກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ ຕໍ່​ຈາກ​ນັ້ນ​ໄດ້​ສະ​ແດງ​ອອກ​ຢ່າງ​ລະອຽດ​ໃນ ມະຕິ​ສະບັບ​ທີ 07-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ IX (ປີ 2001). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X (ປີ 2006) ​ໄດ້​ຂະຫຍາຍ​ຕື່ມ​ອີກ: “ເປັນ​ເຈົ້າ​ການ ​ແລະຕັ້ງໜ້າ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ, ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​​ໃນ​ຂົງ​ເຂດ​ອື່ນ​ອີກ”. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (ປີ 2011) ຂີດ​ໝາຍ​ບາດກ້າວ​ຫັນປ່ຽນ​ອັນ​ພື້ນຖານ​ໃນຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ດ້ວຍ​ການ​ກຳນົດ: “... ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”.  

ຄູ່​ຄຽງ​ກັນ​ກັບ​ວິວັດ​ການ​ຂະຫຍາຍ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ​ກໍ່​ເຫັນ​ແຈ້ງ​ຄວາມຮຽກຮ້ອງ​ຕ້ອງການ ຕ້ອງ​ແກ້​ໄຂ​ສາຍ​ພົວພັນຕ່າງໆ ​ເຊັ່ນ​ສາຍ​ພົວພັນ​ລະຫວ່າງ​ການ​ເຊື່ອມ​ໂຍງ​ສາກົນ ກັບ​ການ​ຮັບປະກັນ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄ​ຕ​ແຫ່ງ​ຊາດ, ສົມທົບ​ກຳລັງ​ແຮງ​​ແຫ່ງ​ຊາດ​ ກັບ​ກຳລັງ​ແຮງ​ຍຸກ​ສະ​ໄໝ ​ໃຫ້​ໄດ້ຢ່າງ​ເໝາະ​ສົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII (ປີ 1991) ຢືນຢັນ: “​ໃນ​ເງື່ອນ​ໄຂ​ໃໝ່​ຍິ່ງ​ຕ້ອງ​​ໃຫ້​ຄວາມ​ສຳຄັນ​ແກ່ການ​ໝູນ​ໃຊ້​ບົດຮຽນກ່ຽວ​ກັບ​ການສົມທົບ​ກຳລັງ​ແຮງ​ແຫ່ງ​ຊາດ​ ກັບ​ກຳລັງ​ແຮງຍຸກ​ສະ​ໄໝ, ກຳລັງ​ແຮງ​ໃນ​ປະ​ເທດ​ກັບ​ກຳລັງ​ແຮງ​ສາກົນ, ປັດ​ໃຈ​ມູນ​ເຊື້ອ​ກັບ​ປັດ​ໃຈ​ທັນ​ສະ​ໄໝ ​ເພື່ອ​ຮັບ​ໃຊ້​ພາລະ​ກິດ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ”(3) ​ແລະ “​ເປີດ​ກວ້າງ​ແລະ​ຫັນ​ການ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍກ້ຳ​ຫຼາຍ​ຝ່າຍ ບົນ​ຫຼັກການ​ຮັບປະກັນຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ພາຍ​ນອກ ​ເພື່ອ​ເສີມຂະຫຍາຍທ່າ​ດີ ​ແລະ​ບັນດາ​ແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ​ຢ່າງ​ແຂງ​ແຮງ...”. ມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ VII (ປີ 1992) ກໍ່​ກຳນົດ​ບັນດາ​ທິດ​ນຳ​ໃນ​ການ​ແກ້​ໄຂບັນຫາ​ສາກົນ ​ເຊິ່ງ​ໃນ​ນັ້ນ​ມີ​ທິດ​ນຳ​ໜຶ່ງ​ຄື ຮັບປະກັນຮັກສາຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສ້າງ​ຕົນ​​ໃຫ້​ເຂັ້ມ​ແຂງດ້ວຍ​ຕົນ​ເອງ, ຍູ້​ແຮງ​ການຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII (ປີ 1996) ຊີ້​ແຈ້ງວ່າ: “​ເປີດ​ກວ້າການ​ພົວພັນສາກົນຕ້ອງ​ບົນ​ພື້ນຖານ​ຮັກສາ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ, ຮັກສາ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ ​ແລະ​ບັນດາ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ”(4). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ທຳ​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ: “​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ໂລກ ​ແລະ​ພາກ​ພື້ນ ຕາມ​ຈິດ​ໃຈ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​​ໃນ​ຢ່າງ​ສຸດ​ຂີດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມມື​ສາກົນ, ຮັບປະກັນ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະກຳນົດທິດ​​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກສາ​ສີສັນ​ວັດທະນະທຳ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອ​ມ”(5).

ພັກ​ກອມ​ມູນິດ​ຫວຽດນາມກໍ່​ໄດ້​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ກຳລັງ​ແຮງ​ພາຍ​ໃນ ເພື່ອຮັບປະກັນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ສຳ​ເລັດ​ຜົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ຍອມຮັບ​ວ່າ ພັກ​ມີ​ບາງ​ຂໍ້​ຂາດ​ຕົກ​ບົກພ່ອງ ຈຸດ​ອ່ອນ​ໃນຈິນຕະນາການ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​​ແລະ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ; ພ້ອມ​ກັນ​ນັ້ນ​ກໍ່​ຖອດ​ຖອນ​ບົດຮຽນ: “ກຳລັງ​ພາຍ​ໃນ​ໄດ້​​ຮັບ​ການເພີ່ມ​ທະວີ​ຈຶ່ງ​ຮັບປະກັນຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້ນ​ຕົນ​ເອງ​ທາງ​ດ້ານ​ເສດຖະກິດ​ໄດ້ ​ແລະ ປະຕິບັດ​ການ​ເຊື່ອມໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ​ສຳ​ເລັດ​ຜົນ​ໄດ້”(6).

ຮອດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ພັກ​ກອມ​ມູນິດ​ຫວຽດນາມຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການເຊື່ອມ​ໂຍງ​ສາກົນ​ ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ໂຫຍ່ ທີ່​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເພື່ອ​ຈັດການ ​ແລະແກ້​ໄຂ​​ໃຫ້​ໄດ້​ດີ. ມະຕິ​ສະບັບ​ທີ 22-NQ/TW, ອອກ​ວັນ​ທີ 10 ​ເມສາ 2013, ຂອງ​ກົນ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ສາກົນ ກໍ່​ໄດ້​ເນັ້ນ​​ເຖິງທັດສະ​ນະ​ຊີ້​ນຳ: “​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ບົນ​ພື້ນຖານ​ຢຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ; ...”.

ເພື່ອ​ເຊື່ອມ​ໂຍງ​ສາກົນ​ໄດ້​ຮັບຜົນ​ສຳ​ເລັດ, ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຕ່າງໆ ​ທີ່​ສຳຄັນ​ໃນ​ການ​ຮັບ​ຮູ້ກ່ຽວ​ກັບ​ການ​ທູດຮອບດ້ານ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ VII ກຳນົດ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ທູດຮອບດ້ານ​ ນັ້ນ​ຄື ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດໃນບັນດາ​ຂົງ​ເຂດ ການ​ເມືອງ ​ເສດຖະກິດ ວັດທະນະທຳ ສັງ​ຄົມ. ຮອດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ການ​ທູດຮອບດ້ານ​ແມ່ນ​ການ​ທູດ​ທີ່​ເປັນ​ເອກະ​ພາບ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ແນ​ໃສ່​ລະດົມ​ໄດ້​ທຸກ​ກຳລັງ ທຸກ​ເຫຼົ່າ​ທັບ ທຸກ​ຊ່ອງ​ສາຍ​ການ​ຕ່າງປະ​ເທດ; ໝູນ​ໃຊ້​ທຸກ​ຮູບ​ການ ທຸກ​ເຄື່ອງມື​ການ​ຕ່າງປະ​ເທດ; ຜັນ​ຂະຫຍາຍ​ໃນ​ຫຼາຍ​ຂົງ​ເຂດ ຫຼານ​ພື້ນ​ທີ່ ​ແລະ​ຫຼາຍ​ທິດ​ເຖິງ​ເປົ້າ​ໝາຍ​ຕ່າງໆ, ​ແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ, ປະຕິບັດ​ຈຸດໝາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ​ລັດ​ຢ່າງມີ​ປະສິດທິ​ຜົນ. ການ​ທູດ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ພື້ນຖານ​ສາຍ​ການ​ຕ່າງປະ​ເທດຕົ້ນຕໍ​ສາມ​ສາຍ​ຄື ການ​ຕ່າງປະ​ເທດ​ຂອງ​ພັກ ການ​ຕ່າງປະ​ເທດ​ຂອງ​ລັດ ​ແລະ​ ການ​ຕ່າງປະ​ເທດ​ປະຊາຊົນ, ຜັນ​ຂະຫຍາຍ​ເສົາ​ຄ້ຳ​ການ​ທູດ​ທັງ​ສາມ​ຢ່າງ​ຄົບ​ຊຸດ​ຄື ການ​ທູດ​ການ​ເມືອງ ການ​ທູດ​ເສດຖະກິດ ​ແລະ​ການ​ທູດ​ວັດທະນະທຳ, ພ້ອມ​ກັບ​ວຽກ​ງານ​ຕໍ່​ຊາວຫ​ວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ປົກ​ປ້ອງ​ພົນລະ​ເມືອງ.

ບາງ​ຜົນສຳ​ເລັດ, ຂໍ້​ຈຳກັດ ​ແລະ ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ແນວທາງ​ກາງ​ຕ່າງປະ​ເທດ

ການ​ປ່ຽນ​ແປງ​ໃໝ່​ຕ່າງໆ​ໃນ​ຈິນຕະນາການ​ການ​ຕ່າງປະ​ເທດ​ທີ່​ກ່າວ​ມາ​ເທິງ​ນີ້ ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ ກໍ່ສ້າງ ​ແລະ​ຈັດ​ຕັ້ງຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ດັ່ງ​ນັ້ນ, ​ໃນ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ຈຶ່ງໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຕ່າງໆໃນ​ການ​ຕ່າງປະ​ເທດ.

ທີ​ໜຶ່ງ, ຫວຽດນາມ​ໄດ້​ມ້າງ​ການເກືອດ​ຫ້າມ ​ປິດ​ລ້ອມ​ເສດຖະກິດ​ຂອງ​ສັດຕູ, ​ໄດ້​ສ້າງ​ຕັ້ງ​ແລະ​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ; ​ເປີດ​ປະຕູ​ປະ​ເທດ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນແລະ​ໂລກ ​ຢ່າງ​ສຳ​ເລັດ​ຜົນ; ມີ​ການ​ພົວພັນ​ເປັນ​ປົກກະຕິ​ກັບບັນດາ​ປະ​ເທດ​ໃຫຍ່​ທັງ​ໝົດ ​ແລະ​ກັບ​ເກືອບໝົດ​ທຸກ​ປະ​ເທດ​ໃນ​ໂລກ; ກາຍ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ ​ແລະ​ເຂົ້າ​ຮ່ວມ​ໃນ​ເກືອບ​ໝົດ​ທຸກ​ອົງການ​ສາກົນ​ທີ່​ສຳຄັນ; ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ດຳລົງ​ພາລະ​​ບົດບາດກຳມະການ​ບໍ່​ປະຈຳການ ຂອງ​ຄະນະ​ມົນຕີ​ປ້ອງ​ກັນຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດສະ​ໄໝ ປີ 2008 – 2009 ຢ່າງ​ສຳ​ເລັດ​ຜົນ; ປັບປຸງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ນະ​ໂຍບາຍພາກ​ພື້ນ​ຂອງ​ບັນດາ​ຄູ່​ຮ່ວມ​ຂອງຫວຽດນາມ.

ທີ​ສອງ, ຫວຽດນາມ​ໄດ້​ປັບປຸງ ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ເພື່ອນ​ບ້ານ​ໃກ້​ຄຽງ; ຮັກສາ​ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ໄດ້​ຢ່າງ​ໝັ້ນຄົງ. ການ​ພົວພັນ​ສາມັກຄີ​ມິດຕະພາບ​ພິ​ເສດ ​ລະຫວ່າງ​ຫວຽດນາມ ​ແລະ​ລາວ ສືບ​ຕໍ່​ຂະຫຍາຍຕົວ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​ແມ່ນ​ການພົວພັນ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ​ແລະການ​ລົງທຶນ. ການ​ພົວພັນຫວຽດນາມ - ກຳປູ​ເຈຍ ກໍ່​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຂະຫຍາຍຕົວ​ໃນ​ທຸກ​ດ້ານ. ການ​ພົວພັນ​ກັບ​ຈີນ​ມີ​ບາດກ້າວ​ຂະຫຍາຍຕົວ​ຫຼາຍ​ຢ່າງ ນັບ​ແຕ່​ເມື່ອການ​ພົວພັນ​ສອງ​ປະ​ເທດ​ເປັນ​ປົກກະຕິຄືນ​ໃໝ່; ຈີນ​ກາຍ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງຫວຽດນາມ; ສອງ​ປະ​ເທດ​ໄດ້​ແບ່ງ​ເຂດ​ຊາຍ​ແດນ ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ສຳ​​ເລັດ ໃນ​ພື້ນ​ທີ່​ຊາຍ​ແດນ​ທັງ​ໝົດ; ​ໄດ້​​ໃຫ້​ສັດຕະຍະ​ບັນ​ສັນຍາວ່າ​ດ້ວຍ​ການ​ແບ່ງ​ເຂດ ​ແລະ ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ຢູ່​ອ່າວ​ບັກ​ໂບ້ (Gulf of Tonkin); ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ. ​ໃນ​ສະພາບ​ການ​ທີ່​ຈີນ​ຝ່າຍ​ດຽວ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ໄດ້​ຕັ້ງ​ໝັ້ນ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ສິດອຳນາດ​ອະທິປະ​ໄຕ ​ແລະ ສິດອຳນາດ​ຕັດສິນ​ຄະດີ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ກໍ່​ເຊີດ​ຊູ​ຄັນ​ທຸງ​ສັນຕິພາບ ​ແລະ​ຍຸດຕິ​ທຳ, ວາງ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ ອະ​ນຸ​ສັນຍາ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ ປີ 1982; ຕັ້ງ​ໝັ້ນ​ເຄົາລົບ​ນັບຖື​ຂໍ້​ຕົກລົງ​ລະຫວ່າງ​ອາ​ຊຽນ ​ແລະ ຈີນ ກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຕັ້ງໜ້າ​ພະຍາຍາມ​ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວ ​ໃນ​ການ​ສ້າງປະ​ມວນຂໍ້​ກຳນົດການປະພຶດຂອງບັນດາຝ່າຍຢູ່​ທະເລຕາເວັນອອກ (COC) ​ໃຫ້​ມີ​ຄວາມ​ສັກສິດຢ່າງ​ແທ້​ຈິງ ​ໃນ​ການ​ຄຸ້ມ​ຄອງ​ການ​ພິພາດ ​ແລະ ກີດ​ກັ້ນບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ; ຕັ້ງ​ໝັ້ນ​ການ​ກໍ່ສ້າງບັນດາ​ຂໍ້​ຕົກລົງ​ສອງ​ຝ່າຍ ລະຫວ່າງ​ຫວຽດນາມ​ແລະ​ຈີນ ​ເພື່ອຄູ້​ມຄອງແລະ​ແກ້​ໄຂການ​ພິພາດ​ໃນ​ທະ​ເລ. ພິ​ເສດ, ​ໃນ​ເມື່ອ​ຈີນ​ຕິດ​ຕັ້ງຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ໄຫຼ່​ທະວີບ​ຂອງຫວຽດນາມ, ຫວຽດນາມ​ໄດ້​ຕໍ່ສູ້​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນເຂດ​ທະ​ເລ ໝູ່​ເກາະ​ຂອງ​ຕົນ​ຢ່າງ​ເດັດດ່ຽວ, ຄຽງ​ຄູ່​ກັບ​ຄວາມ​ມານະ​ພະຍາຍາມ​ສູງ​ສຸດ ​ແລະ​ຕັ້ງ​ໝັ້ນ​ນຳ​ໃຊ້​ມາດ​ຕະການການ​ທູດ ​ແລະ​ການ​ໂຄສະນາ​ຕ່າງປະ​ເທດ ​ເພື່ອຕໍ່ສູ້​ກັບ​ຈີນ ​ແນ​ໃສ່​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນເຂດ​ທະ​ເລ ໝູ່​ເພາະ​ຂອງ​ຕົນ​ໄວ້​ຢ່າງ​ໝັ້ນຄົງ, ພ້ອມ​ກັນ​ນັ້ນ​ກໍ່​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ.

ທີ​ສາມ, ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ຄືນ​ໃໝ່ ທີ່​ເປັນ​ປົກກະຕິ ຍາວ​ນານ​ກັບ​ບັນດາ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ນັບ​ມື້​ນັບ​ນຳ​ເອົາການ​ພົວພັນ​ເຫຼົ່າ​ນັ້ນ​ເຂົ້າ​ສູ່​ລວງ​ເລິກ. ມາ​ຮອດ​ດຽວ​ນີ້, ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກັບ 15 ປະ​ເທດ, ການ​ພົວພັນ​ຄູ່​ຮ່ວມ​ຮອບດ້ານ​ກັບ 11 ປະ​ເທດ. ການ​ພົວພັນ​ຂອງຫວຽດນາມກັບ​ບັນດາ​ປະ​ເທດ​ໃຫຍ່, ຄື​ສະຫະລັດ​ອາ​ເມຣິກາ ຍີ່​ປູ່​ນ ອິນ​ເດຍ ອັງກິດ ​ເຍລະ​ມັນ ຝຣັ່ງ... ລ້ວນ​ແຕ່​ຂະຫຍາຍຕົວ​ຢ່າງ​ໄວວາ. ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເຫຼົ່າ​ນີ້, ຄຽງ​ຄູ່​ກັບ​ການ​ພົວພັນ​ເສດຖະກິດ, ການ​ພົວພັນ​ໃນ​ບັນດາ​ຂົງ​ເຂດ​ອື່ນ ຄື​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ການ​ສຶກສາ ສາທາລະນະ​ສຸກ ວັດທະນາ​ທຳ ຄວາມ​ສະຫງົບ ການ​ທະຫານ… ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ແຕ່​ລະ​ກ້າວ. ພ້ອມ​ກັນ​ນັ້ນ, ຕາມ​ຈິດ​ໃຈ​ການ​ຮ່ວມ​ມື​ໄປ​ຄຽງ​ຄູ່ກັບ​ຕໍ່ສູ້, ຫວຽດນາມ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ກົນອຸບາຍ ​ແລະ​ການ​​ເຄື່ອນ​ໄຫວ ​ຂອງ​ບັນດາ​ອິດ​ທິກຳລັງທີ່​ຊ່ອນ​ຕົວ​ພາຍ​ໃຕ້​ປ້າຍ “ປະຊາທິປະ​ໄຕ, ສິດທິ​ມະນຸດ, ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາດສະໜາ” ​ເພື່ອ​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງຫວຽດນາມ.

ທີ​ສີ່, ການ​ທີ່ຫວຽດນາມ​ເຊື່ອມ​ໂຍງເຂົ້າ​ກັບ​ເສດຖະກິດ​ໂລກ ​ແລະ​ພາກ​ພື້ນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນນັ້ນ ​ໄດ້ສ້າງ​ໃຫ້​ມີ​ການຫັນປ່ຽນ​ໃຫຍ່​ຫຼາຍ​ຢ່າງ​ໃນ​ຈິນຕະນາການຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ຂອງ​ວິ​ສາ​ຫະກິດ ​ແລະ​ສັງຄົມ; ​ເປີດ​ກວ້າງຕະຫຼາດ​ໄດ້​ກວ້າງ​ພໍ​ຄວນ, ຍາດ​ແຍ່ງ​​ດຶງ​ດູດເງິນ​ລົງທຶນ ພູມ​ປັນຍາ​ໃໝ່ ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ​ບັນດາ​ແຫຼ່ງພະລັງ​ທີ່​ສຳຄັນ​ອື່ນ ​ໄດ້​​ເປັນ​ຈຳນວນຫຼາຍ, ປະກອບ​ສ່ວນ​ອັນ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ​ ການ​ຍົກຍ້າຍ​ໂຄງ​ປະກອບ​ເສດຖະກິດ ​ຕາມ​ທິດ​ທັນ​ສະ​ໄໝ; ຂະຫຍາຍ​ຫຼາຍ​ຂະ​ແໜງ​ການ ຫຼາຍ​ວິ​ສາ​ຫະກິດ ​ແລະ​ຜະລິດ​ຕະພັນ​ຫຼາຍ​ປະ​ເພດ ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ຮັບ​ໃຊ້​ເປັນ​ຢ່າງ​ດີ​ໃຫ້​ແກ່​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ສ້າງ​​ແລະປັບປຸງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ການ​ແບ່ງ​ງານ​ສາກົນ. ຫວຽດນາມ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ​ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ເພື່ອ​ກາຍ​ເປັນ​ສະມາຊິກ​ຂອງ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP).

ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ເກືອບ​ທັງ​ໝົດ​ທຸກ​ອົງການ​ຈັດ​ຕັ້ງ​ຢູ່​ພາກ​ພື້ນ ​ແລະອົງການ​ສາກົນ​ທີ່​ສຳຄັນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ການ​ປ້ອງ​ກັນ​ປະ​ເທດ ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​​ຂົງ​ເຂດ​ອື່ນ ຢູ່​ໃນ​ບັນດາ​ກົນ​ໄກ​ເຫຼົ່າ​ນັ້ນ. ການ​ທີ່ຫວຽດນາມ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​​ເວທີ​ປາ​ໄສ​ພະຫຸ​ພາຄີນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເປັນ​ແຕ່​ລະ​ກ້າວ ຮູບ​ພາບ​ຂອງ​ປະ​ເທດຫວຽດນາມທີ່​ຕັ້ງໜ້າ ​ແລະ​ມີ​ຄວາມ​ຮັບຜິດຊອບ​ໃນ​ວົງ​ຄະນາ​ຍາດ​ພາກ​ພື້ນ ​ແລະ​ສາກົນ, ​ເປັນ​ການ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈຂອງ​ວົງ​ຄະນາ​ຍາດ​ສາກົນ ກ່ຽວ​ກັບ​ວັດທະ​ນະ​ທຳ ປະຊາຊົນ​ແລະ​ດິນ​ແດນຫວຽດນາມ.

ຄຽງ​ຂ້າງບັນດາ​ຜົນສຳ​ເລັດເທິງ​ນີ້, ຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ ກໍ່​ບໍ່​ອາດ​ຫຼີກ​ລ່ຽງຂໍ້​ຈຳກັດ​ຈຳນວນ​ໜຶ່ງ ຊຶ່ງ​​ໃນ​ຕໍ່​ໜ້າຕ້ອງ​ແກ້​ໄຂ​ໃຫ້​ຈົນ​ໄດ້ ນັ້ນ​ຄື:

​ໜຶ່ງ, ສິ່ງ​ແວດ​ລ້ອມ​ສັນຕິ​ພາບ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ ຍັງ​ບໍ່​ທັນ​ໝັ້ນຄົງ​ໜັກ​ແໜ້ນແທ້​ເທື່ອ. ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ, ຍັງ​ບໍ່​ທັນ​ເປັນ​ປົກກະຕິ ຍາວ​ນານຢ່າງ​ແທ້​ຈິງ. ຍັງ​ມີ​ສິ່ງ​ກີດຂວາງຫຼາຍ​ຢ່າງ​ ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງຫວຽດນາມກັບ​ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ.

​ສອງ, ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ໃນ​ບາງ​ຄັ້ງ​ບາງ​ຄາວ ບາງ​ບ່ອນ​ບໍ່​ໄດ້​ຕາມ​ຄວາມ​ປະສົງ; ການ​ຜັນ​ຂະຫຍາຍ​ປະຕິບັດ​ຜົນ​ຂ​ອງ​ການ​ເຈລະຈາ ຂໍ້​ຕົກລົງ ຍັງ​ບໍ່​​ທັນ​ການ; ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຂັ້ນ ​ບັນດາ​ຂະ​ແໜງ​ການ​ ຍັງ​ບໍ່​ທັນເຂົ້າ​ແກັບ​ເຂົ້າ​ເກ​ຍກັນ ບໍ່​ຄົບ​ຊຸດ.

​ສາມ, ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບການ​ຕ່າງປະ​ເທດ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຊື່ອມ​ຊືມຢ່າງ​ຄົບ​ຖ້ວນ​ເຖິງ​ຖອງ​​ໃນ​ຂັ້ນ​ຕ່າງໆ ຂະ​ແໜງ​ການ​ຕ່າງໆ, ການ​ຫັນ​ແນວທາງ ​ແຜນ​ນະ​ໂຍບາຍ​ນັ້ນ​ເປັນ​ລະອຽດ ​ເປັນ​ນິຕິ​ກຳ​ກໍ່​ດຳ​ເນີນ​ຢ່າງຊັກ​ຊ້າ. ຫວຽດນາມຍັງ​ບໍ່​ທັນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໂອກາດ​ໃໝ່ ​ແລະ ຍັງ​ບໍ່​ທັນ​ເປັນ​ເຈົ້າ​ການ​​ສວຍ​ໃຊ້ບັນດາ​ໂອກາດ​ໃໝ່​ທີ່​ສະດວກ​ດີ, ພ້ອມ​ກັນ​ນັ້ນ​ ກໍ່​ຍັງ​ບໍ່​ທັນ​ເຫັນ​ແຈ້ງ​ສິ່ງ​ທ້າ​ທາຍ​ໃໝ່ທີ່​ຫາ​ກໍ່​ປະກົດ​ຂຶ້ນ ​ເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ມັນ.

​ສີ່, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ ຍັງ​ບໍ່​ທັນ​​ເຊື່ອມຕິດ​ແໜ້ນ​​ແຟ້ນກັບ​ຄວາມຮຽກຮ້ອງ​ຕ້ອງການ​ຍົກ​ສູງ​ປະສິດທິ​ຜົນ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ສັງຄົມ, ການ​ຮັກສາ​ແລະ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ. ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ຍັງ​ບໍ່​ທັນ​ໄດ້​ດຳ​ເນີນ​ຢ່າງ​ຄົບ​ຊຸດ​ ກັບວິວັດ​ການ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັນ​ລະຫວ່າງ​ບັນດາ​ເຂດ ພາກ​ໃນ​ທົ່ວ​ປະ​ເທດ; ກົນ​ໄກ​ຊີ້​ນຳ ຈັດການ​ຄວບ​ຄຸມ ຕິດຕາມ​ກວດກາ ​ແລະ​ປະສານ​ສົມທົບ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຈາກ​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ລະຫວ່າງ​ບັນດາ​ຄະນະ ບັນດາ​ຂະ​ແໜງ​ການ, ຍັງ​ມີ​ຂໍ້​ຈຳກັດ​ສິ່ງ​ຄົງ​ຄ້າງ​ຫຼາຍ​ຢ່າງ. ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ວັດທະນະທຳ ສັງຄົມ ​ແລະ​ບາງ​ຂົງ​ເຂດ​ອື່ນ ຍັງ​ບໍ່​ທັນ​ເຂົ້າ​ສູ່​ລວງ​ເລິກ, ຍັງ​ບໍ່​ທັນ​ຕິດ​ແໜ້ນ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໂລກ ​ແລະ ສ້າງ​ກຳລັງ​ຊຸກ​ດັນ​ອັນຕັ້ງໜ້າ​ໃຫ້​ແກ່​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ​ໃນ​ຫຼາຍ​ກໍລະນີ, ຫວຽດນາມຍັງ​ຖືກ​ຕົກ​ເຂົ້າ​ໃນ​ທ່າ​ຮັບ. 

ຂໍ້​ຈຳກັດ​ຕ່າງໆ​ເທິງ​ນີ້​ໄດ້​ຊີ້​ແນະ​ໃຫ້​ເຫັນ​ແຈ້ງ​ກວ່າ​ອີກ​ກ່ຽວ​ກັບຄວາມ​ຮຽກຮ້ອງຕ້ອງ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້ ​ແລະ​ການ​ກະທຳ​ໃນ​ຂົງ​ເຂດການ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນຫາ​ຈຳນວນ​ໜຶ່ງ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ ​ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ມີ່​ໃຫຍ່​ຫຼວງກວ່າ​ອີກ ​ໃນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ຂອງ​ຊາດ ຂອງ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ສາມ​ພາກສ່ວນ​ປະກອບ​ອັນ​ສຳ​ຄັນ​ຂອງ​ຜົນ​ປະ​ໂຫຍດ​ແຫ່ງຊາດ ​ແຫ່ງ​ປະ​ເທດ​ຊາດ - ຄື​ການ​ພັດທະນາ, ຄວາມ​ສະຫງົບ ​ແລະ ບົດບາດ​ທີ່​ຕັ້ງ​ສາກົນ - ສືບ​ຕໍ່​ມີ​ການຜັນ​ປ່ຽນທີ່​ສຳ​ຄັນ ທາງ​ດ້ານ​ເນື້ອ​ໃນ, ຮູບ​ການສະ​ແດງ​ອອກ ກໍ່​ຄື​ສາຍ​ພົວພັນ​ລະຫວ່າງ​ພວກ​ມັນ​ນຳ​ກັນ. ​ໃນ​ເມື່ອ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແຫ່ງ​ປະ​ເທດ​ຊາດ ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ລະບົບ​ການ​ເມືອງ, ​ແມ່ນ​ພາລະກິດ​ຂອງ​ປວງ​ຊົນ​ທັງ​ຊາດ, ນັບ​ທັງ​ຊາວຫວຽດນາມທີ່​ກຳລັງ​ດຳລົງ​ຊີວິດ ອອກ​ແຮງ​ງານ ຮ່ຳຮຽນ​ຢູ່​ຕ່າງປະ​ເທດ, ດັ່ງ​ນັ້ນ​ຕ້ອງ​ຖື​ວ່າ ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແຫ່ງ​ປະ​ເທດ​ຊາດ ​ໃນການ​ຕ່າງປະ​ເທດ ​ແລະ ​ການ​ຮັບປະກັນ​ການ​ນຳພາ​​ເປັນ​ເອກະ​ພາບຂອງ​ພັກ, ການ​ຄຸ້ມ​ຄອງ​ລວມສູນ​ຂ​ອງລັດ​ຕໍ່​ວິວັດ​ການ​ປະຕິບັດ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແຫ່ງ​ປະ​ເທດ​ຊາດ ​ແມ່ນຄວາມ​ຈຳ​ເປັນ​ຮີບ​ດ່ວນ​ທີ່​ສຸດ. 

ທີ​ສອງ, ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກຳລັງ​ແຮງ​ແຫ່ງ​ຊາດ, ກຳລັງ​ແຮງຂອງ​ຍຸກ​ສະ​ໄໝ ​ແລະ​ຊອກ​ຫາ​ແບບ​ວິທີ​ທີ່​ດີທີ່​ສຸດ ​ເພື່ອ​ປະສານ​ສົມທົບ​ກຳລັງ​ແຮງ​ທັງ​ສອງ​ນັ້ນ​ໃນ​ສະພາບ​ການ​ໃໝ່. ປະ​ສາ​ສົມທົບ​ກຳລັງ​ແຮງຂອງ​ຊາດ ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ ​ແມ່ນ​ບົດຮຽນ​ທີ່​ສອດ​ຮ້ອຍ​ຕະຫຼອດ​ຂະ​ບວນວິວັດ​ການ​ຕໍ່ສູ້​ປະຕິວັດ​ຂອງຊາດຫວຽດນາມ. ​ເພື່ອ​ໝູນ​ໃຊ້​ບົດຮຽນ​ນີ້​ໃນ​ສະ​ໄໝ​​ເຊື່ອມ​ໂຍງສາກົນ​ໄດ້​ຮັບ​ຜົນສຳ​ເລັດ, ຄວມສືບ​ຕໍ່ທຳ​ຄວາມ​ກະຈ່າງ​ແຈ້ງ​ເນື້ອ​ໃນ​ຂອງ​ກຳລັງ​ແຮງ​ແຫ່ງ​ຊາດ ​ແລະ​ຮັບ​ຮູ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ກຳລັງ​ແຮງ​ແຫ່ງ​ຊາດ​ໃນ​ດ້ານ​ຕ່າງໆ​ເຊັ່ນ: ການ​ເມືອງ ​ເສດຖະກິດ ວັດທະນະທຳ ຄວາ​ງສະຫງົບ ການ​ປ້ອງ​ກັນຊາ​ດ... ​ແລະ​ບັນດາ​ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ດັ່ງກ່າວ​ໃນ​ສະພາບ​ການ​ໃໝ່. ຕໍ່​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກໍ່​ຄວນ​ທຳ​ຄວາມ​ກະຈ່າງ​ແຈ້ງ ​ແລະ​ຮັບ​ຮູ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​​ແນວ​ໂນ້ມ ທ່າ​ອຽງ​ໃຫຍ່ຂອງ​ໂລກ ​ແລະ​ພາກ​ພື້ນ; ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ​ຊຶ່ງ​ບັນດາ​ແນວ​ໂນ້ມ ທ່າ​ງອຽງ​ນັ້ນ​ວາງ​ອອກ​ມາ​ຕໍ່​ກັບ​ຊາດຫວຽດນາມ. ຕໍ່​ຈາກ​ນັ້ນ ກໍ່​ຕ້ອງ​ຊອກ​ຫາ​ໃຫ້​ໄດ້​ວິທີ​ປະສານ​ສົມທົບ​ກຳລັງ​ແຮງ​ສອງ​ປະ​ເພດ​ນີ້ ​ໃຫ້​ສອດຄ່ອງ​ກັບ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ​ຂອງ​ສະພາບ​ການ​ໃນ​ປະ​ເທດ ​ແລະ​ໃນ​ໂລກ.

ທີ​ສາມ, ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ “ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ” ​ແລະ “ນຳ​ເອົາ​ການ​ພົວພັນ​ຕ່າງໆ​ເຂົ້າ​ສູ່​ລວງ​ເລິກ”. ກຳນົດ​ແຈ້ງວ່າ ການ “ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ” ນັ້ນ​ມັນ​ເປັນ​ແນວ​ໃດ​ ໃນ​ສະພາບ​ທີ່​ຫວຽດນາມ​ໄດ້​ມີ​ການ​ພົວພັນ​ກັບ​ເກືອບ​ໝົດ​ທຸກ​ປະ​ເທດ ​ແລະ​ອານາ​ເຂດ, ການ​ພົວພັນ​ຂອງຫວຽດນາມ​ໄດ້​ເປີດ​ກວ້າງ​ອອກ​ໃນ​ທຸກ​ຂົງ​ເຂດ ​ຜ່ານ​ຊ່ອງ​ສາຍການ​ຕ່າງປະ​ເທດທຸກ​ຊ່ອງ. ດ້ານ​ອື່ນ, ຄວນ​ຮັບ​ຮູ້​ຄື​ແນວ​ໃດ​ກ່ຽວ​ກັບການ “ນຳ​ເອົາ​ການ​ພົວພັນ​ຕ່າງໆ​ເຂົ້າ​ສູ່​ລວງ​ເລິກ” ​ໃນ​ວິວັດ​ການ​ຊຸກຍູ້​ການ​ພົວພັນ​ຂອງຫວຽດນາມກັບ​ບັນດາ​ຄູ່​ຮ່ວມ. “ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ” ​ແຕ່​ຕ້ອງຫຼີກ​ລ່ຽງການ​ເຮັບ​ແບບ​ກະ​ແຈກ​ກະ​ຈ່າຍ ​ແລະ “ນຳ​ເອົາ​ການ​ພົວພັນ​ຕ່າງໆ​ເຂົ້າ​ສູ່​ລວງ​ເລິກ” ຕ້ອງ​ຖືກ​ຕາມ​ຈຸດ​ໜັກ ​ໃຈກາງ​ໃນການ​ຕ່າງປະ​ເທດທັງ​ໝົດ.

ທີ​ສີ່, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ເຊື່ອມ​ໂຍງ​ສາກົນ ກັບ​ຮັບປະກັນ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຮັກສາ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາ​ດ ສືບ​ຕໍ່​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຈຳ​ເປັນ​ໜຶ່ງ ​ໃນ​ສະພາບ​ການສາກົນ ​ແລະພາກ​ພື້ນມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ການ​ເຊື່ອມ​ໂຍງ​ສາກົນ​ຊ່ວຍ​ໃຫ້​ປະ​ເທດ​ຊາດ​ມີ​ສິດ​ເຂົ້າ​ຮ່ວມ​ການ​ຕັດສິນ​ບັນຫາຕ່າງໆ​ທີ່​ພົ້ນອອກ​ຈາກ​ຊາຍ​ແດນ​ແຫ່ງ​ຊາດ ​ແລະ​ມີ​ຄວາມ​ສາມາດ​ນຳ​ໃຊ້​ແຫຼ່ງພະລັງ​ພາຍ​ນອກ​ໄດ້​ນັບ​ມື້​ນັບ​ຫຼາຍ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ຊາດ. ພ້ອມ​ກັນ​ນັ້ນ ປະ​ເທດ​ຊາດ​ກໍ່​ຕ້ອງ​ຍອມຮັບຂໍ້​ກຳນົດກົດໝາຍ ມາດຕະຖານ​ລວມ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ສາກົນ. ພາກ​ພຶດຕິ​ກຳ​ໄດ້​ໃຫ້​ເຫັນ​ວ່າ, ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ ແມ່ນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນ​ເພື່ອ​ຮັກສາ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ, ພ້ອມ​ກັນ​ນັ້ນກໍ່​ປະກອບສ່ວນຮັບປະກັນ​ໃຫ້ການ​ເຊື່ອມ​ໂຍງ​ສາກົນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິ​ຜົນ. ຂາດ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຈະ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວົງ​ຄະນາ​ຍາດ​ສາກົນ ຫຼື​ອາດ​ຈະ​ກາຍ​ເປັນ “​ເຄື່ອງມື” ຂອງ​ບັນດາ​ອິດ​ທິກຳລັງ​ເສດຖະກິດ ການ​ເມືອງ​ສາກົນ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ສາກົນ. ​ເພື່ອ​ຮັບປະກັນ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຫວຽດນາມຕ້ອງຍົກ​ສູງກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ, ​ໃນ​ທຸກ​ດ້ານ ​ເສດຖະກິດ ການ​ເມືອງ ຄວາມ​ສະຫງົບ ການ​ປ້ອງ​ກັນປະ​ເທດ ​ແລະ ​ວັດທະນະທຳ-ສັງຄົມ. ນີ້​ແມ່ນ​ປັດ​ໃຈ​ຕັດສິນ​ໃນ​ການ​ຮັບ​ປະ​ກັນຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຮັກສາ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ​ຢ່າງ​ໝັ້ນຄົງ ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ດັ່ງ​ນັ້ນ, “ຕຳລາ​ຄຳ” ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຕ້ອງການ​ຄູ່, ຄື​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ຮັກສາຄວາມ​ເປັນ​ເອກະ​ລາດ ​ເປັນ​ເຈົ້າ​ຕົນ​ເອງ, ຕ້ອງ​ໄດ້ຄົ້ນຄວ້າ​ຊອກ​ຫາ​ຕໍ່​ໄປ.

ທີ​ຫ້າ, ການ​ກໍ່ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ຕໍ່ການ​ຕ່າງປະ​ເທດ ​ແລະ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານການ​ຕ່າງປະ​ເທດ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ​ທີ່​ນັບ​ມື້​ນັບ​ສັບສົນ ຫຼາຍ​ຂະ​ແໜງ ຫຼາຍ​ຊັ້ນ​ຂັ້ນ​ນັ້ນ ​ເປັນ​ໜ້າ​ທີ່​ທີ່​ຈຳ​ເປັນທີ່​ສຸດ. ການ​ທູດ​ຮອບດ້ານ ຍິ່ງ​ຕ້ອງການ​ກົນ​ໄກ​ຄຸ້ມ​ຄອງ​ທີ່​ມີ​ປະສິດທິ​ຜົນ ​ແລະຖັນ​ແຖວ​ພະນັກງານ​ທີ່​ມີ​ຄວາມ​ສາມາດ. 

​ໃນ​ສະພາບ​ການ​ໂລກ ​ແລະ​ພາກ​ພື້ນ​ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ​ທີ່​ສຸດ, ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຈຳ​ເປັນ​ຕ້ອງ​ສຳ​ເລັດ​ຈຸດໝາຍ ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ການ​ຕ່າງປະ​ເທດຫວຽດນາມຢືນ​ຕໍ່ໜ້າ​ບັນດາ​ໜ້າ​ທີ່​ທີ່​ໃຫຍ່​ກວ່າ​​ແຕ່​ກ່ອນ. ໜ້າ​ທີ່​ອັນ​ສຳຄັນ​ນັ້ນ​ ຮຽກຮ້ອງ​ໃຫ້​ພະນັກງານເຮັດ​ວຽກ​ງານການ​ຕ່າງປະ​ເທດທີ່ຢູ່​ໃນ​ທຸກ​ຂັ້ນ ທຸກຂະ​ແໜງ ​ຕ້ອງ​ຮີບ​ປະກອບ​ສ້າງ​ໃຫ້​ຕົນ​ມີ​ຈິນຕະນາການ​ໃໝ່ ຄວາມ​ສາມາດ​ໃໝ່, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ ​ໃນ​ການ​ປະກອບສ່ວນ​ເຂົ້າ​ວິວັດ​ການ​ສືບ​ຕໍ່ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ຂອງ​ພັກ​ກອມ​ມູນິດຫວຽດນາມ ກ່ຽວ​ກັບ​ໂລກ ກ່ຽວ​ກັບ​ແນວທາງ​ນະ​ໂຍບາຍການ​ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ວິວັດ​ການ​ຜັນ​ຂະຫຍາຍ​ແນວທາງ ນະ​ໂຍບາຍການ​ຕ່າງປະ​ເທດ, ນຳ​ເອົາ​ພາລະກິດການ​ຕ່າງປະ​ເທດຂອງ​ພັກ ​ແລະ​ຂອງ​ຊາດຫວຽດນາມຂຶ້ນ​ສູ່​ຍອດ​ສູງ​ໃໝ່./.

ຂຽນ​ໂດຍ: ຟ້າ​ມບິ່ງ​ມິ​ງ
ກຳມະການ​ສູນ​ກາງ​ພັກ​, ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ

* ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 862 (​ເດືອນສິງຫາ 2014)

 (1) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2011, ໜ້າ 236.

(2) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 112.

(3) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VII, ສຳນັກ​ພິມ​ຈຳໜ່າຍ​ຊື້​​ເຖິດ, ຮ່າ​ໂນ້ຍ, 1991, ໜ້າ 88.

(4) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ໜ້າ 74.

(5) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IX, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 120.

(6) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X …, ໜ້າ 179.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ