ວັນພຸດ, 26/7/2017
ຍູ້ແຮງການເຊື່ອມຈອດ ວຽກງານອະນຸຮັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ ກັບການພັດທະນາ ການທ່ອງທ່ຽວ ແບບຍືນຍົງ
10/10/2016 17:20' ສົ່ງ ພິມ
ພາບປະກອບ (ແຫຼ່ງຂ່າວອິນເຕີເນັດ)

ຄວາມ​ພົວພັນ​ລະຫວ່າງ ມໍລະດົກ​ວັດ​ທະນະ​ທຳ ​ແລະ ການພັດທະນາ​ການ​ທ່ອງທ່ຽວ

ການ​ທ່ອງທ່ຽວ​ແມ່ນ​ຂະ​ແໜງ​ອຸດສາຫະກຳ​ບໍລິການ​ທີ່​ມີ​ລະດັບ​ການ​ພັດທະນາ​ຢ່າງ​ໄວ, ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ນັບ​ມື້​ນັບ​ມີ​ບົດບາດ​ທີ່​ຕັ້ງ​ສຳຄັນ​ໃນ​ລະບົບ​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ. ​ໃນ​ແຕ່ລະ​ປີ, ​ໃນ​ໂລກ​ມີ​ຫຼາຍ​ກວ່າໜຶ່ງຕື້ຄົນ​ໄປ​​ທ່ອງທ່ຽວ, ຄາດກະ​ວ່າ ປີ 2020 ຕົວ​ເລກ​ນີ້​ຈະ​ບັນລຸ 1,6 ຕື້ຄົນ, ​ໃນ​ນັ້ນ​ກວ່າ 60% ຈຳນວນ​ຄົນ​ໄປທ່ອງທ່ຽວ​ມີ​ຈຸດປະສົງ​ຊອກ​ຮູ້ ​ກ່ຽວ​ກັບ​ບັນດາ​ພື້ນຖານວັດ​ທະນະ​ທຳທີ່​ແປກ​ຕ່າງ. ຄື​ແນວ​ນັ້ນ, ຜະລິດ​ຕະພັນ​ປາຍ​ແຫຼ​ມ​ແລະ​ສຳຄັນ​ທີ່​ສຸດ​​ ໃນ​ການພັດທະນາ​ການ​ທ່ອງທ່ຽວ​ແມ່ນ ທ່ອງ​ທ່ຽວວັດ​ທະນະ​ທຳ(1).

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ແຫ່ງ ສສ ຫວຽດນາມຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ເຖິງການພັດທະນາ​ການ​ທ່ອງທ່ຽວ. ​ແຜນ​ຍຸດ​ທະ​ສາດພັດທະນາ​ການ​ທ່ອງທ່ຽວຫວຽດນາມ​ເຖິງ​ປີ 2020, ວິ​ໄສ​ທັດ​ເຖິງປີ 2030 ​ໄດ້​ຮັບ​ການ​ອະນຸມັດ​ໂດຍ​ນາຍົກລັດຖະມົນ​ຕີ (​ໃນ​ມະຕິ​ຕົກລົງ​ສະບັບ​ເລກ​ທີ 2473/QĐ-TTg, ລົງ​ວັນ​ທີ່ 30 ທັນວາ 2011). ຕໍ່​ຈາກ​ນັ້ນ, ມະຕິ​ສະບັບ​ເລກທີ 92/NQ-CP ຂອງ​ລັດຖະບານ​ວ່າ​ດ້ວຍ “ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ​ເພື່ອ​ຍູ້​ແຮງ​ການພັດທະນາ​ການ​ທ່ອງທ່ຽວຫວຽດນາມ​ໃນ​ໄລຍະ​ໃໝ່” ກໍ​ໄດ້​ປະກາດ​ໃຊ້​ໃນ​ວັນ​ທີ 8 ທັນວາ 2014. ​ໃນ​ປີ 2014, ລັດຖະບານ​ໄດ້​ປະກາດ​ໃຊ້​ບັນດາ​ມະຕິສະບັບ​ເລກທີ 25/NQ-CP, ສະບັບ​ເລກທີ 39/NQ-CP ​ແລະ​ເລກທີ 46/NQ-CP, ​ໃນ​ນັ້ນ​ໄດ້​ກຳນົດ​ບັນດາ​ເນື້ອ​ໃນ, ມາດ​ຕະການ​ທີ່​ແຂງ​ແຮງ​ເພື່ອ​ແນ​ໃສ່​​ເປົ້າ​ໝາຍພັດທະນາ​ການ​ທ່ອງທ່ຽວ ທີ່​ໄດ້​ກຳນົດ​ໄວ້​ໃນມະຕິ​ສະບັບ​ເລກທີ 92/NQ-CP. ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີເກົ້າ ສະ​ໃໝ​ທີ XI (ມະຕິ​ສະບັບ​ເລກທີ 33-NQ/TW) ​ໄດ້​ເນັ້ນ​ເຖິງ​ການ​ອະນຸ​ຮັກ, ປະຕິສັງຂອນບັນດາ​ຮ່ອງຮອຍ​ປະຫວັດສາດ - ວັດ​ທະນະ​ທຳ ທີ່​ເປັນ​ຕົວ​​ແທນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ອົບຮົມ​ສຶກສາ​ມູນ​ເຊື້ອ ​ແລະ ພັດທະນາ​ເສດຖະກິດ; ​ເຊື່ອມຈອດ​ການ​ອະນຸ​ຮັກ, ​ເສີມ​ຂະຫຍາຍ​ມໍລະດົກວັດ​ທະນະ​ທຳ ກັບ​ການພັດທະນາ​ການ​ທ່ອງທ່ຽວ.

ປະຈຸບັນ, ຂະ​ແໜງ​ການທ່ອງທ່ຽວ​ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ເບື້ອງຕົ້ນ​ທີ່​ດີງານ ​ໃນ​ການ​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງມໍລະດົກ​ວັດ​ທະນະ​ທຳ​ແຫ່ງ​ຊາດ ​ເພື່ອພັດທະນາ​ການ​ທ່ອງທ່ຽວ. ​ແຕ່​ຫາກ, ຄຽງ​ຂ້າງ​ນັ້ນ​ກໍຍັງ​ມີຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ​ບໍ່​ໜ້ອຍ, ​ເປັນ​ຕົ້ນ​​ແມ່ນ​ຕໍ່​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ. ດັ່ງ​ນັ້ນ, ການຍູ້​ແຮງ​ການ​ເຊື່ອມ​ຈອດ​ວຽກ​ງານ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ ​ເປັນ​ບັນຫາ​ໜຶ່ງ​ທີ່​ພວມ​ໄດ້​ວາງ​ອອກ​ມາ​ຢ່າງ​ຮີບ​ດ່ວນ.

ສາຍ​ພົວພັນ​ລະຫວ່າງ ມໍລະດົກ​ວັດ​ທະນະ​ທຳ ​ແລະ ການພັດທະນາ​ການ​ທ່ອງທ່ຽວ ​ແມ່ນ​ສາຍ​ພົວພັນຊຶ່ງ​ກັນ​ແລະ​ກັນ, ຕິດ​ພັນ​ແໜ້ນ​ແຟ້ນນຳ​ກັນ. ມໍລະດົກ​ວັດ​ທະນະ​ທຳ​ແມ່ນ​ຊັບພະຍາກອນ​ມະນຸດ​ອະລິຍະ​ທຳ, ​ແມ່ນ​ສາງ​ສົມບັດ​ເພື່ອ​ໃຫ້ການ​ທ່ອງ​ທ່ຽວ​ຂຸດ​ຄົ້ນ ​ແລະ ຂະຫຍາຍຕົວ. ສຳລັບ​ສ່ວນ​ຂອງ​ຕົນ, ການທ່ອງທ່ຽວມີ​ບົດບາດ​ສຳຄັນ​ໃນການ​ໂຄສະນາ, ​ແນະນຳ​ມໍລະດົກ ​ໃຫ້​ນັກ​ທ່ອງ​ທ່ຽວ​ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ; ​ເປັນ​ແຮງ​ຊຸກ​ດັນ​ເພື່ອ​ໃຫ້​ບັນດາ​ທ້ອງຖິ່ນ ​ແລະ ​ເຈົ້າ​ຂອງ​ວັດທະນະທຳ ດຳ​ເນີນ​ການ​ຮັກສາ ປັບປຸງ​​ເອກະລັກວັດ​ທະນະ​ທຳ​ແຫ່ງ​ຊາດ; ພ້ອມ​ກັນ​ນັ້ນ ສ້າງ​ລາຍ​ໄດ້​ເພື່ອ​ປະດັບ​ປະດາ, ປົກ​ປັກ​ຮັກສາ, ສົ່ງ​ເສີມມໍລະດົກ​ວັດ​ທະນະ​ທຳ.

ມໍລະດົກ​ວັດ​ທະນະ​ທຳຢູ່​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖິ່ນປະກອບ​ເປັນ​ຈິດ​ວິນ​ຍານ​ຫຼັກ​ສຳລັບ​ການ​ເດີນ​ທາງ, ​ເປັນ “​ແຮງ​ຈູງ​ໃຈ” ດຶງ​ດູດ​ນັກ​ທ່ອງ​ທ່ຽວ ມາ​ຢ້ຽມ​ຊົມ, ທັດສະນາຈອນ, ຄົ້ນຄວ້າ​ຫາ​ຄວາມ​ຮູ້. ກົງກັນຂ້າມ, ຖ້າ​ຫາກ​ຂາດ​ການທ່ອງທ່ຽວ​ເປັນ​ສະພານ​ເພື່ອ​ໃຫ້ນັກ​ທ່ອງ​ທ່ຽວ​ໄປພົບ​ກັບມໍ​ລະ​ດົກ, ມໍລະດົກ​ວັດ​ທະນະ​ທຳກໍ່ຈະ​ບໍ່​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ການສະ​ເໜີ, ​ໄດ້​ຮູ້ຈັກ​ຢ່າງ​ກວ້າງຂວາງ, ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ແລະ ​ໄດ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ໃນ​ວົງ​ກວ້າງ. ອາດ​ຈະ​ເວົ້າ​ໄດ້​ວ່າ, ການທ່ອງ​ທ່ຽນ​ແມ່ນ​ຂະ​ແໜງ​ການ​ເສດຖະກິດ​ສັງ​ລວມ ທີ່​ມີ​ເນື້ອ​ໃນວັດ​ທະນະ​ທຳທີ່​ເລິກ​ເຊິ່ງ, ​ໃນ​ນັ້ນ ມໍລະດົກ​ວັດ​ທະນະ​ທຳມີ​ບົດບາດ​ສຳຄັນ.

​ໃນສາຍ​ພົວພັນກັບການພັດທະນາ​ການ​ທ່ອງທ່ຽວ, ບັນດາມໍລະດົກ​ວັດ​ທະນະ​ທຳ​ເຄີຍ​ຖືກ​ນຳ​ໃຊ້ ​ແລະ ຂຸດ​ຄົ້ນ​ພາຍ​ໃຕ້​ບັນດາ​ຮູບ​ການ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ເພື່ອ​ຮັບ​ໃຊ້​ໂດຍ​ກົງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ​ເຊັ່ນບູຮານ​ສະຖານ, ວັດ​ທະນະ​ທຳ, ທັດສະນີ​ຍະ​ພາບ, ຫໍພິພິດທະພັນ, ວັດຖຸບູຮານ, ວັດຖຸ​ທີ່​ລ້ຳ​ຄ່າ, ບັນດາ​ເຫດການ​ວັດທະນະທຳ ທ່ອງ​ທ່ຽວ, ​ເຄື່ອງດື່ມ​ແລະອາຫານ...; ບັນດາ​ປັດ​ໄຈ​ປະກອບ​ເປັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ ຫຼື​ສິ່ງ​ແວດ​ລ້ອມວັດ​ທະນະ​ທຳ, ສະພາບ​ແວດ​ລ້ອມ​ສັງຄົມທີ່​ໄດ້​ຮັບ​ການ​ນຳ​ໃຊ້​ໂດຍ​ທາງ​ອ້ອມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ເຊັ່ນ ວິຖີ​ດຳ​ເນີນ​ຊີວິດ, ພື້ນ​ທີ່​ດຳ​ເນີນ​ຊີວິດ, ຄວາມ​ຊົງ​ຈຳ, ພູມ​ປັນຍາ​ທ້ອງ​ຖິ່ນ, ທັກ​ສະການ​ດຳ​ເນີນ​ຊີວິດ​ຂອງ​ບັນດາ​ຊຸມ​ຊົນ...

ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງມໍລະດົກ​ວັດ​ທະນະ​ທຳ​ແຫ່ງ​ຊາດ ​ໃນ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ

ວັດ​ທະນະ​ທຳຫວຽດນາມ​ແມ່ນ​ພາບວາດ​ທີ່​ມີ​ສີສັນ​ແຫ່ງ​ຄວາມ “​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ” ​ເຊິ່ງ​ໄດ້​ຮັບການ​ກັ່ນ​ຕອງ​ແລະ​ເຕົ້າ​ໂຮມ​ມາ​ຈາກ​ບັນດາ​ຄຸນຄ່າວັດ​ທະນະ​ທຳອັນ​ເປັນ​ເອກະລັກ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ. ຕາມ​ຕົວ​ເລກ​ຂອງ​ກົມມໍລະດົກ​ວັດ​ທະນະ​ທຳ (ກະຊວງວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ), ຄິດ​ຮອດ​ທ້າຍ​ປີ 2015, ກ່ຽວ​ກັບມໍລະດົກ​ວັດ​ທະນະ​ທຳທີ່​ມີ​ຮູບ, ​ໃນ​ທົ່ວ​ປະ​ເທດມີ 8 ມໍລະດົກ​ໂລກ​ທາງວັດ​ທະນະທຳ​ແລະທຳມະ​ຊາດ​, 72 ອະ​ນຸສອນ​ສະຖານ​ແຫ່ງ​ຊາດ​ພິ​ເສດ, 3.308 ອະນຸສອນ​ສະຖານ​ແຫ່ງ​ຊາດ, 7.535 ອະນຸສອນ​ສະຖານ​ຂັ້ນ​ແຂວງ. ບັນດາມໍລະດົກ​ວັດ​ທະນະ​ທຳ​ໂລກ ກໍ​ຄືບູຮານ​ສະຖານ​ປະຫວັດສາດ - ວັດ​ທະນະ​ທຳຫຼາຍ​ແຫ່ງ​ ໄດ້​ກາຍ​ເປັນບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ຈັບ​ໃຈ​ທີ່​ສຸດ​ສຳລັບນັກ​ທ່ອງ​ທ່ຽວ​ຢູ່​ໃນ​ປະ​ເທດແລະ​ຕ່າງປະ​ເທດ​ເຊັ່ນ ໝູ່​ໂບຮານສະຖານ​​ເມືອງ​ເກົ່າ​ເຮວ້, ອ່າວຮະ​ລັອງ, ​ສະຖານ​ທີ່​ສັກສິດ​ໝີເຊີ​ນ, ​ແຫຼ່ງພູມິທັດ​ຈ່າງ​ອານ, ອຸດທະຍານ​ແຫ່ງ​ຊາດຟັອງ​ຍາ-​ແກ໋ບ່າງ,... ລະ​ບົບຫໍພິພິດທະພັນ​ຫວຽດນາມ​ລວມມີ 148 ​ແຫ່ງ (ຫໍພິພິດທະພັນ​ຂອງ​ລັດ 123 ​ແຫ່ງ, ຫໍພິພິດທະພັນ​ນອກ​ພາກ​ລັດ 25 ​ແຫ່ງ) ​​ເຊິ່ງເປັນ​ບ່ອນ​ເກັບ​ຮັກສາ​ແລະ​ສົ່ງ​ເສີມ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳສ່ວນ​ຫຼາຍ​ ພາຍ​ໃຕ້ຮູບ​ການ​ວັດຖຸ, ບັນດາ​ສົມບັດ​ຂອງ​ຊາດ ​ແລະ ວັດ​ຖຸບູຮານ​ທີ່​ລ້ຳ​ຄ່າ​ຫາ​ຍາກ.

ກ່ຽວ​ກັບມໍລະດົກ​ວັດ​ທະນະ​ທຳທີ່​ບໍ່​ມີ​ຕົວ​ຕົນ, ຄິດ​ຮອດ​ທ້າຍ​ປີ 2015, ຫວຽດນາມ​ມີ 10 ​ມໍລະ​ດົກທີ່​ຢູ​ເນັດ​ສະ​ໂກຍອມຮັບວ່າ​​ເປັນ ມໍລະດົກ​ພູມປັນຍາ​ທາງ​ວັດທະນະທຳຂອງ​ມະນຸດຊາດ ​ແລະ ມໍລະດົກ​ວັດ​ທະນະ​ທຳທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງຮີບດ່ວນ, ມີ 4 ມໍລະດົກ​ເອກະສານ​ພາຍ​ໃຕ້​ໂຄງການ​ຄວາມ​ຊົງ​ຈຳ​​ແຫ່ງໂລກ, 153 ມໍລະດົກ​ທີ່​ໄດ້​ຂຽນ​ເຂົ້າ​ໃນ​ລາຍ​ຊື່ມໍລະດົກ​ວັດ​ທະນະ​ທຳບໍ່​ມີ​ຕົວ​ຕົນ, ​ເກືອບ 8.000 ງານ​ບຸນ, ​ໃນ​ນັ້ນ​ມີ 3.000 ກວ່າງານ​ບຸນ​ພື້ນ​ບ້ານ ທີ່​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງສີສັນ​ວັດທະນະທຳ​ອັນ​ເປັນ​ເອກະລັກ​ຂອງ​ຊາດ. ມີ​ຫຼາຍງານ​ບຸນມະ​ໂຫລານ​ແລະ​ມີ​ສີສັນ​ພິ​ເສດ​ຄື ​ງານ​ນະມັດສະການ​ເຈົ້າ​ຊີວິດ​ຮຸ່ງ​, ​ງານເທດສະການ​ວັດ​ເຮືອງ, ງານ​ບຸນຢ໊ອງຢູ່​ຝູ່ດົ໋ງ​ແລະ​ວັດ​ສ໊ອກ, ​ງານ​ນະມັດສະການ​​ເຈົ້າ​ຍິງ​ແຄວ້ນ​ອານ​ຢາງ, ​​ງານເທດສະການ​ວັດ​ຝູ​ເສີ່ຍ,... ​ໄດ້​ກາຍ​ເປັນ​ຊັບພະຍາກອນ​ການທ່ອງ​ທ່ຽວວັດ​ທະນະ​ທຳ, ການທ່ອງທ່ຽວ​ຈິດ​ວິນ​ຍານ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບປະ​ເທດ ຄົນ ​ແລະ ວັດ​ທະນະ​ທຳຫວຽດນາມ.

ຫວຽດນາມຖືກ​ຂະໜານ​ນາ​ມວ່າ​ ເປັນ​ປະ​ເທດ​ທີ່​ມີຫຼາຍ​ບ້ານ​ອາຊີບ​ແບບ​ດັ້ງ​ເດີມ ທີ່​ຕິດ​ກັບ​ພື້ນຖານ​ອາລະຍະ​ທຳ​ເຂົ້ານ້ຳ. ມີ​ປະມານ 2.000 ບ້ານ​ທີ່​ເປັນບ້ານ​ອາຊີບຫັດຖະກຳ​ສິລະ​ປະ​ເຊັ່ນ ຫຼໍ່​ທອງ, ຜະລິດເຄື່ອງ​ເງິນ​ຄຳ, ປັ້ນດິນ​ເຜົາ, ຊ່າງ​ໄມ້, ຈັກສານ, ຕ່ຳ​ແຜ່ນ, ຫິນ​ແກະສະຫຼັກ, ການ​ຖັກ​ແສ່ວ​ແບບ​ດັ້ງ​ເດີມ,... ​​ບັນດາຜະລິດ​ຕະພັນທີ່​ລະອຽດ​ອ່ອນ​ແລະ​ຊຳນິ​ຊຳນານ​ນັ້ນກໍ​ເປັນ​ສິ່ງ​ດຶງ​ດູດ​ຈັບ​ໃຈ​ນັກ​ທ່ອງ​ທ່ຽວ.

ຫວຽດນາມກໍ​ເປັນ​ປະ​ເທດ​ທີ່​ມີ​ການ​ປຸງ​ແຕ່ງອາຫານ​ທີ່​​ໂດດ​ເດັ່ນ ອຸດົມສົມບູນ, ມີ​ຄວາມ​ປະດິດ​ສ້າງ​ໃນ​ການ​ສົມທົບ​ລົດ​ຊາດ​ອາຊີ - ​ເອີຣົບ. ທຸກ​ພາກ​ພື້ນ ທຸກ​ຊົນ​ເຜົ່າ ​ລ້ວນ​ແຕ່​ມີອາຫານ​ເອກະລັກ​ທີ່​ເປັນ​ຂອງ​ຕົນ​ເອງຕ່າງຫາກ, ອາຫານ​ຫຼາຍ​ຊະນິດ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ເພື່ອນ​ມິດ​ໃນ​ໂລກ​ເຊັ່ນ ​ແນມ, ​ເຝີ, ບັ໊ນ​ແສ່ວ, ກ້ວຍຕ໋ຽວ, ບູ໊ນບໍ່​ເຮວ້... ວັດ​ທະນະ​ທຳອາຫານຫວຽດນາມ ດ້ວຍ​ສິລະ​ປະການ​ປຸງ​ແຕ່ງຢ່າງ​ແນບ​ນຽນ​ລະ​ອຽດອ່ອນ, ອາຫານ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ, ຫຼາຍ​ລົດ​ຊາດ ຊຶ່ງ​ໄດ້​ກາຍ​ເປັນ​ທ່າ​ແຮງຂອງຫວຽດນາມ​ໃນ​ການ​ດຶງດູດ​ຈັບ​ໃຈ​ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດແລະ​ຕ່າງປະ​ເທດ.

ຄຽງຂ້າງ​ນັ້ນ, ຄວາມ​ຫຼາກ​ຫຼາຍ​ແຫ່ງວັດ​ທະນະ​ທຳຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ​ໃນ​ນັ້ນ​ມີ​ຫຼາຍ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່​ຍັງ​ຄົງ​ຮັກສາລັກສະນະ​ຂອງ​ການ​ດຳລົງ​ຊີວິດວັດ​ທະນະ​ທຳ​ແບບ​ດັ້ງ​ເດີມ ທີ່​ເປັນ​ເອກະລັກ​ພິ​ເສດ, ນັ້ນ​ຄື​ບັນດາ​ຊົນ​ເຜົ່າ​ຢູ່​ເຂດ​ພູດອຍ​ທາງ​ພາກ​ເໜືອ, ​ໄຕ​ງວຽນ ​ແລະ ​ເຂດ​ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້ ເຊິ່ງສາມາດ​ນຳ​ໃຊ້​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວວັດ​ທະນະ​ທຳ ​ເພື​ອ່ຮັບ​ໃຊ້​ໃຫ້​ແກ່​ການພັດທະນາ​ປະ​ເທດ.

ວຽກ​ງາ​ນອະນຸຮັກແລະເສີມຂະຫຍາຍ ຄຸນຄ່າ​ມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ

​ຍ້ອນ​ຮັບ​ຮູ້​ໄດ້​ບົດບາດ​ສຳຄັນ​ຂອງມໍລະດົກ​ວັດ​ທະນະ​ທຳ ທີ່​ມີຕໍ່​ການພັດທະນາ​ການ​ທ່ອງທ່ຽວ, ນັບ​ແຕ່​ປີ 1993, ຂະ​ແໜງ​ການທ່ອງທ່ຽວ​ໄດ້​ຄົ້ນຄວ້າ ​ແລະ​ສະ​ເໜີ​ໃຫ້​ລັດຖະບານພິຈາລະນາ​ນະ​ໂຍບາຍສະໜັບສະໜູນ​ການ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດ​ທະນະ​ທຳ ​ໂດຍ​ຜ່ານ​ກົນ​ໄກ​ໃຊ້ 50% ຂອງລາຍ​​ໄດ້​ຈາກ​​ການ​ຂໍ​ວີ​ຊາ ​ເພື່ອ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້. ນະ​ໂຍບາຍ​ດັ່ງ​ກ່າວ​​ໄດ້ສະ​ເໜີ​ຢູ່​ໃນ​ແຜນ​ແມ່​ບົດພັດທະນາ​ການ​ທ່ອງທ່ຽວຫວຽດນາມ ​ໄລ​ບະ 1995 - 2010 ​ແລະ ​ໄດ້​ຮັບ​ການ​ສືບ​ທອດ, ປັບປຸງ​ເພີ່ມ​ເຕີມ​ໃນ​ແຜນ​ຍຸ​ດທະ​ສາດພັດທະນາ​ການທ່ອງທ່ຽວ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ​ໄດ້​ຮັບ​ການ​ຫັນ​ເປັນ​ລະອຽດ​ໃນ​ບັນດາ​ແຜນງານ​ຂອງເຂດ, ພາກ ​ແລະ ທ້ອງ​ຖິ່ນ. ຂະ​ແໜງ​ການທ່ອງທ່ຽວກໍ່​ສົ່ງ​ເສີນ​ໃຫ້ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ຫັກ​ເອົາ​ສ່ວນ​ໜຶ່ງ​ໃນ​ຄ່າ​ທຳນຽມ​ການທ່ອງທ່ຽວ ​ເພື່ອ​ໃຊ້​ໃຫ້​ແກ່​ການອະນຸ​ຮັກ​ມໍ​ລະ​ດົກ ​ແລະ ​ໂຄສະນາ​ສົ່ງ​ເສີມ​ການທ່ອງທ່ຽວ. ຫຼາຍ​ທ້ອງ​ຖິ່ນ​ຄື ​ເທື່ອ​ທຽນ-​ເຮວ້, ກວ໋າງນາມ, ກວ໋າງນິງ... ​ໄດ້​ວາງ​ກຳນົດ​ກົດ​ລະບຽບ​ອັນ​ລະອຽດ, ປະກອບ​ສ່ວນ​ຊຸກຍູ້ການ​ເຄື່​ອນ​ໄຫວ​ອະນຸຮັກ ​ແລະ​ເສີທຂະຫຍາຍ​ຄຸນຄ່າ​ຂອງ​ມໍ​ບະ​ດົກ ຕິດ​ກັບ​ການ​ພັດທະນາ​ການທ່ອງທ່ຽວ, ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ.

​ໃນ 5 ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ການ​ຂຸດ​ຄົ້ນ ​ເສີມຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດ​ທະນະ​ທຳ ຮັບ​ໃຊ້​ໃຫ້​ແກ່​ການພັດທະນາ​ການ​ທ່ອງທ່ຽວນັ້ນ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອາ​ໃຈ​ໃສ່ ​ແລະບັນລຸ​ຜົນ​ທີ່​ໜ້າ​ພໍ​ໃຈ. ປີ 2015, ​ເຖິງ​ວ່າພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທີ່​ສຸດ​ຍ້ອນ​ເສ​ດຖະກິດ​ຕົກ​ຕ່ຳ ​ແລະ ສະພາບ​ການ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ່ຕາມ, ​ແຕ່​ການທ່ອງທ່ຽວຫວຽດນາມກໍ່​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເກືອ8 ລ້ານ​ຄົນ (​ເພີ່ມ 0,9% ທຽບ​ກັບ​ປີ 2014). ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ກໍ່​ນັບ​ມື້​ນັບ​ຂະຫຍາຍຕົວ ​ເຊິ່ງມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 57 ລ້ານ​​ຄົນ ບັນລຸ​ນາຍ​ໄດ້ 337.830 ຕື້​ດົ່ງ (​ເພີ່ມ 6,2% ທຽບ​ກັບ​ປີ 2014). ລາຍ​ໄດ້​ທ່ອງ​ທ່ຽວ​ຈາກ​ການຂາຍ​ປີ້​ແລະ​ຄ່າ​ບໍລິການຢູ່​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີມໍລະດົກ​ໂລກ​ ກໍ່​ຄ່ອຍໆເພີ່ມ​ຂຶ້ນ​ໃນ​ເວລາ​ທີ່​ຜ່ານ​ມາ, ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ປະຊາຊົນ. ຢູ່​ທີ່ໝູ່​ໂບຮານສະຖານ​​ເມືອງ​ເກົ່າ​ເຮວ້, ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ແລະ​ຄ່າ​ບໍລິການ​ອື່ນ​ໄດ້​ເພີ່ມ​ຂຶ້ນຈາກ 104,5 ຕື້​ດົ່ງ​ປີ 2012 ຂຶ້ນ​ເປັນ 207 ຕື້​ດົ່ງ​ປີ 2015. ​ເຊັ່ນ​ດຽວ​ກັບ, ຕົວ​ເລກ​ລາຍ​ໄດ້​ຢູ່ແຫຼ່ງພູມິທັດ​ຈ່າງ​ອານ ​ແມ່​ນ 355 ຕື້​ດົ່ງ​ປີ 2012 ​ແລະ 410 ຕື້​ດົ່ງ​ປີ 2015; ​ລາຍ​ໄດ້ຢູ່ເມືອງ​ເກົ່າ​ໂຮ້ຍອານ ​ແມ່ນ 49 ຕື້​ດົ່ງ​ປີ 2012 ​ແລະ 120 ຕື້​ດົ່ງ​ປີ 2015 (ຂໍ້​ມູນ​ຂອງ​ກົມ​ມໍລະດົກວັດ​ທະນະ​ທຳ).

ບັນດາ​​ເຂດ ທ້ອງ​ຖິ່ນສ່ວນ​ຫຼາຍ​ໄດ້​ເລີ່​ມຕົ້ນ​ຄົ້ນຄວ້າ​ກຳນົດ​ບັນດາ​ຄຸນຄ່າວັດ​ທະນະ​ທຳທີ່​ໂດດ​ເດັ່ນ, ບັນດາ​ທ່າ​ແຮງ​ທາງ​ດ້ານມໍລະດົກ​ວັດ​ທະນະ​ທຳ ​ເພື່ອ​ກໍ່ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວທີ່​ສຳຄັນ, ສ້າງ​ເຄື່ອງໝາຍ​​ແລະ​ຮູບ​ພາບວັດ​ທະນະ​ທຳ, ສ້າງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ. ພາກ​ກາງຫວຽດນາມ​ຖືກ​ຂະໜານ​ນາມ​ວ່າ​ເປັນ “ດິນ​ແດນ​ແຫ່ງມໍລະ​ດົກ​ວັດທະນະທຳ” ດ້ວຍ​ການ​ພັດທະນາ​ເຄື່ອງໝາຍ “​ເສັ້ນທາງ​ມໍລະດົກ”, ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ. ຕົ້ນ​ປີ 2016, ສາມ​ແຂວງພາກ​ກາງຄື ​ເທື່ອ​ທຽນ-​ເຮວ້, ດ່າ​ນັ້ງ ​ແລະ ກວ໋າງນາມ ​ໄດ້​ຕັ້ງໜ້າ​ພະຍາຍາມ​ສ້າງ​ເຄື່ອງໝາຍ “ຄວາມ​ຍອດ​ຍ້ຽມຫວຽດນາມ - The Essence of Vietnam” ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ໂຄງການ “ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ” ​ໂດຍ​ແມ່ນ​ປະຊາ​ຄົມ​ເອີຣົບ​ເປັນ​ຜູ້​ອຸປະຖຳ. ກວ໋າງນາມ​ແມ່ນ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດພໍ​ຄວນ ​ໃນ​ການ​ແນະນຳ​ຮູບ​ພາບ “ກວ໋າງນາມ - ຈຸດ​ໝາຍ​ປາຍທາງ​ຂອງ​ມໍລະ​ດົກ​ໂລກ 2 ​ແຫ່ງ”. ​ເມືອງ​ໂຮ້ຍອານ​ກຳລັງ​ພະຍາຍາມ​ກໍ່ສ້າງຍີ້ຫໍ້​ຈຸດໝາຍ​ປາຍທາງ​ທີ່​ຕິດ​ກັບອາຊີບ​ດັ້ງ​ເດີມ, ຕົວ​ຢ່ງຄື “ບຸນ​ໂຄມ​ໄຟ”. ​ແຂວງ​ເທື່ອ​ທຽນ-​ເຮວ້ກໍ່ສ້າງ​ຮູບ​ພາບ​ຕິດກັບ​ຍີ້ຫໍ້ “​ແຟັດສະຕີ​ວານ ​ເຮວ້”; ​ແຂວງ​ກວ໋າງນິງມີ “ກາ​ນາ​ວານ ຮ້າ​ລອງ”; ​ແຂວງ​ຫາຍ​ຟອງ​ມີ “ບຸນ​ດອກ​ຫາງ​ນົກຍູງ​ຝຣັ່ງ”,... ການ​ກຳ​ນົດ​ແລະ​ກໍ່ສ້າງ​ຍີ້ຫໍ້​ທີ່​ອີງ​ບົນ​ພື້ນຖານ​ຄວາມ​ແຕກ​ຕ່າງ​ທາງ​ດ້ານມໍລະດົກ​ວັດ​ທະນະ​ທຳ ​ເປັນ​ບັນດາ​ບາດກ້າວ​ທີ່​ສຳຄັນ​ ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ໂຄ​ສະນາ​ເຜີ​ຍແຜ່ ​ແລະ ພັດທະນາ​ການ​ທ່ອງທ່ຽວ.

ບັນດາ​ຜົນງານ​ດັ່ງກ່າວ​ເທິງ​ນີ້​ໃຫ້​ເຫັນ​ສ່ວນ​ປະກອບ​ທີ່​ສຳຄັນ​ຂອງມໍລະດົກ​ວັດ​ທະນະ​ທຳ ​ໃນ​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ເວົ້າ​ໂດຍ​ສະ​ເພາະ, ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທົ່ວ​ປະ​ເທດ​ເວົ້າ​ລວມ.

​ແຕ່​ຫາກ​ເບິ່ງ​ລວ​ມ​ແລ້ວ, ການ​ເຄື່ອນ​ໄຫວອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວຢູ່​ຫວຽດນາມ​ປະຈຸ​ບັນ​ນີ້ ​ຍັງ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ຈຳກັດ​ບໍ່​ໜ້ອຍ. ​ເຖິງ​ວ່າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ການທ່ອງທ່ຽວ​ທີ່​ໃຫຍ່​ຫຼວງ, ມີມໍລະດົກ​ວັດ​ທະນະ​ທຳທີ່​ອຸດົມ​ສະມບຸນ​ກໍ່ຕາມ, ​ແຕ່​ການທ່ອງ​ທ່ຽວຫວຽດນາມຍັງ​ອ່ອນ​ນ້ອຍ​ຫຼາຍ​ທຽບ​ກັບ​ບັນດາ​ປະ​ເທດ​​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄື ມາ​ເລ​ເຊຍ, ​ໄທ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ. ຄຽງ​ຂ້າງ​ກັບ​ບັນດາ​ຂໍ້​ຈຳ​ກັດ​ລວມກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານການທ່ອງທ່ຽວ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ການທ່ອງທ່ຽວ, ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາຫານ, ຄຸນ​ນະພາ​ບຂອງ​​ແຫຼ່ງບຸກຄະລາ​ກອນ​ການ​ທ່ອງ​ທ່ຽວ,... ປະຈຸ​ບັນ​ນີ້​ການ​ຂຸດ​ຄົ້ນ​ຄວາມ​ສາ​ມາ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງມໍລະດົກ​ວັດ​ທະນະ​ທຳ​ເພື່ອພັດທະນາ​ການ​ທ່ອງທ່ຽວກໍ​ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ, ຍັງ​ບໍ່​ທັນ​ສ້າງ​ໃຫ້​ມີ “​ແຮງ​ດຶງ​ດູດທີ່​ແຂງ​ແຮງ” ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດມາຫວຽດນາມ​ເປັນ​ຈຳນວນ​ຫຼາຍ ກໍ່​ຄື​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດກັບ​ຄືນ​ມາທ່ອງ​ທ່ຽວ​ຢູ່ຫວຽດນາມຫຼາຍ​ຄັ້ງ.

ຜະລິດ​ຕະພັນ​ທ່ອງ​ທ່ຽວມໍລະດົກ​ວັດ​ທະນະ​ທຳ​ຫຼາຍ​ປະ​ເພດ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້ກັບ​ຄວາມ​ຕ້ອງການທາງ​ດ້ານລະດັບ​ປະສົບ​ການ​ໃນ​ການທ່ອງທ່ຽວ, ບໍ່​ມີ​ສີສັນ​ພິ​ເສດ, ໜ້າ​ເບື່ອ​ງ່າຍ ​ແລະ ມັກ​ຊ້ຳ​ກັນ, ​ເຊື່ອມ​ໂຊມ​ໄວ. ​ເບິ່ງ​ລວມ, ມາ​ເຖິງ​ປະຈຸ​ບັນ ລະບົບຜະລິດ​ຕະພັນ​ທ່ອງ​ທ່ຽວຂອງຫວຽດນາມພຽງ​ແຕ່​ເສີມ​ຂະຫຍາຍ​ໄດ້ຂໍ້​ດີ​ ປັດ​ໄຈ​ທີ່​ມີ​ຢູ່​ເທົ່າ​ນັ້ນ, ບໍ່​ມີ​ການ​ລົງທຶນ​ຢ່າງ​ເຂັ້ມ​ຂົ້ນ, ຄວາມ​ຄິດ​ສ້າງສັນ​ພຽງ​ເລັກ​ນ້ອຍ, ດັ່ງ​ນັ້ນ​ຄຸນຄ່າ​ຕ່ຳ, ຂາດ​ເຂີນຜະລິດ​ຕະພັນ​ທ່ອງ​ທ່ຽວພິ​ເສດທີ່​ມີກຳລັງ​ແຂ່ງຂັນ​ ມີ​ເອກະລັກ​ທາງວັດ​ທະນະ​ທຳຂອງຫວຽດນາມ, ​ເຄື່ອງໝາຍ​ການທ່ອງທ່ຽວ​ສາກົນ​ທີ່​ໂດດ​ເດັ່ນກໍ່​ບໍ່ຫຼາຍ.

ກົນ​ໄກ​ຄຸ້ມ​ຄອງ​ບັນດາມໍລະດົກ​ວັດ​ທະນະ​ທຳຍັງ​ມີ​ຄວາ​ງທັບ​ຊ້ອນ​ກັນ ​ລະຫວ່າ​ງຂະ​ແໜງ​ການ​ແລະ​ຂະ​ແໜງ​ການ, ລະຫວ່າງ​ຂະ​ແໜງ​ການ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເພາະ​ສະ​ນັ້ນ ການ​ຂຸດ​ຄົ້ນມໍລະດົດວັດທະນະທຳ​ ເພື່ອ​ພັດທະນາ​ການທ່ອງທ່ຽວ​ ຍັງ​ມີຫຼາຍບັນຫາສັບ​ສົມ, ບໍ່​ຕິດ​ກັບ​ແຜນການພັດທະນາ​ການ​ທ່ອງທ່ຽວ ດັ່ງ​ນັ້ນ​ ການ​ແກ້​ໄຂ​ບັນຫາ​ພົວພັນ​ລະຫວ່າງ​ການ​ອະນຸ​ຮັກ​ແລະ​ການ​ເສີມ​ຂະຫຍາຍ, ລະຫວ່າງ​ການ​ຮັກສາ​ແລະ​ການ​ພັດທະນາ​ສຳລັບມໍລະດົກ​ວັດ​ທະນະ​ທຳ ຈຶ່ງ​ບໍ່​​ໄດ້​ຮັບ​ຜົນດີ.

ວິທີ​ເຊື່ອມ​ຈອດ​ວຽກ​ງາ​ນອະນຸຮັກແລະເສີມຂະຫຍາຍ ຄຸນຄ່າ​ມໍລະດົກ​ວັດ​ທະນະ​ທຳ ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ

​ເພື່ອ​ຍົກ​ສູງ​ປະສິດທິ​ຜົນຂອງວຽກ​ງາ​ນອະນຸຮັກແລະເສີມຂະຫຍາຍ ຄຸນຄ່າ​ມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ, ຕ້ອງ​ມີ​ການ​ສົມທົບ​ຫຼາຍ​ວິທີ​ການ​ແກ້​ໄຂ​ທີ່​ແຮງ​ແຮງ, ຄົບ​ຊຸດ ​ແລະ ຮອບດ້ານ, ສະ​ເພາ​ໜ້າ ​ແລະ ຍາວ​ນານ. ຂໍ​ຍົກ​ບັນດາ​ວີ​ທີ​ແກ້​ໄຂ​ຕົ້ນຕໍ​ດັ່ງ​ນີ້:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງມໍລະດົກ​ວັດ​ທະນະ​ທຳ ​ໃນ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ.

ຕ້ອງ​ຍູ້​ແຮງ​ການ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງຄົມ, ​ເປັ​ນຕົ້ນ​ແມ່ນ ຄວາມ​ຮັບ​ຮູ້​ຂອງ​ອຳ​ນາ​ດການ​ປົກຄອງ​ຂັ້ນ​ຕ່າງໆ, ບັນດາ​ຜູ້​ຈັດການ​ວັດທະນະທຳ, ບັນດາ​ວິ​ສາ​ຫະກິດ, ຊຸມ​ຊົນ​ທ້ອງ​ຖິ່ນ​ກ່ຽວ​ກັບ​ບົດບາດ​ຂອງມໍລະດົກ​ວັດ​ທະນະ​ທຳ ທີ່​ມີ​ຕໍ່​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ. ສົ່ງ​ເສີມ​ການ​ເຄື່ອນ​ໄຫ​ວການທ່ອງທ່ຽວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ໂດ​ຍ​ຈາກ​ແງ່​ມູມມໍລະດົກ​ວັດ​ທະນະ​ທຳ. ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ​ຜູ້​ຄຸ້ມ​ຄອງມໍລະດົກ​ວັດ​ທະນະ​ທຳ (ກວມ​ທັງ​ຄົວ​ເຮືອນ) ກ່ຽວ​ກັບ​ບົດບາດ​ຂອງ​​ພຶດຕິກຳ​ວັດ​ທະນະ​ທຳ,  ຈັນ​ຍາ​ບັນ​ໃນ​ການ​ທຸລະ​ກິດ, ຄວາມ​ພາກພູມ​ໃຈ​ຊົນ​ຊາດ​ ໃນ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ມໍລະດົກ​ວັດທະນະທຳ, ທຸລະ​ກິດ​ການທ່ອງທ່ຽວ ​ແລະ ​ການສະໜອງ​ການ​ບໍລິການ​ທີ່​ກ່ຽວຂ້ອງ, ​ໃນ​ການ​ໂຄສະນາ​ເຜີຍ​ແຜ່ ​ແນະນຳ​ກ່ຽວ​ກັບມໍລະດົກ​ວັດ​ທະນະ​ທຳ ​ໃຫ້​ນັກ​ທ່ອງ​ທ່ຽວ, ພິ​ສດ​ແມ່ນ​ນັກ​ທ່ອງທ່ຽວ​ຕ່າງປະ​ເທດ.

ທີ​ສອງ, ສືບ​ຕໍ່​ປັບປຸງ​ບູລະນະ​ລະບົບ​ນະ​ໂຍບາຍ, ກົດໝາຍ​ທີ່​ກ່ຽວຂ້ອງ.

ຄົ້ນຄວ້າ, ກວດຄືນ, ​ເພີ່ມ​ເຕີມ​ບັນດາ​ເອກະສານ​ກົດໝາຍ​ໃຫ້​ສອດຄ່ອງ, ທັນ​ກັບ​ສະພາບ​ການ​ຕົວ​ຈິງ, ສ້າງ​ກອບ​ກົດ​ໝາຍ​ທີ່​​ເອື້ອ​ອຳນວຍ, ລົບ​ລ້າງ​ບັນດາ​ຂໍ້​ກຳນົດ​ທີ່​ຫຼ້າ​ຫຼັງ ພວມ​ເປັນ​ອຸປະສັກ, ​ເພື່ອ​ໃຫ້​ວຽກ​ງານ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ. ​​ແກ້​ໄຂ​ເພີ່ມ​ເຕີມ​ກົດໝາຍ​ທ່ອງ​ທ່ຽວ ​ແລະ ບັນດາ​ເອກະສານນິຕິກຳ​ ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການພັດທະນາ, ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນຂອງ​ການທ່ອງທ່ຽວ​ຫວຽດນາມ, ປັບ​ປຸງ​ບູລະນະສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ​ໃຫ້​ແກ່​ການທ່ອງທ່ຽວ​ໃນ​ທົ່ວ​ປະ​ເທດ.

​ເພື່ອ​ໃຫ້ການຄຸ້ມ​ຄອງ, ຂຸດ​ຄົ້ນ​ຄຸນຄ່າ​ມໍລະ​ດົກ​ວັດທະນະທຳ​ໄດ້​ຮັບ​ປະສິດທິ​ຜົນ, ​ແມ່ນ​ຕ້ອງການ​ທີ່​ສຸດ​ເຖິງ​ການ​ແນະນຳ​ຢ່າງ​ລະອຽດ​ ຂອງ​ບັນດາ​ຂະ​ແໜງ​ການສະ​ເພາະ​ເຊັ່ນ ຂະ​ແໜງ​ການ​ຄຸ້ມ​ຄອງ​ວັດທະນະທຳ, ຄຸ້ມ​ຄອງ​ການທ່ອງທ່ຽວ, ການ​ເງິນ. ​ເອົາ​​ໃຈ​ໃສ່​ບັນຫາ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ຄື ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ ຮັກສາມໍລະດົກ​ວັດ​ທະນະ​ທຳທີ່​ເປັນສົມ​ບັດ​ລວມຂອງ​ຊາດ; ສິດ​ຂຸດ​ຄົ້ມບັນດາ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ​ເພື່ອພັດທະນາຜະລິດ​ຕະພັນ​ການ​ທ່ອງທ່ຽວ; ກຳມະສິດ​ເອກະ​ຊົນຕໍ່​ມໍລະດົກ​ວັດທະນະທຳ; ສິດ​​ແລກປ່ຽນຊື້​ຂາຍ​ມໍລະດົກ; ສິດທິ​ໃນ​ການຈັດ​ວາງສະ​ແດງ​ເອກະ​ຊົນ​ກ່ຽວ​ກັບມໍລະດົກ​ວັດ​ທະນະ​ທຳ,...

ທີ​ສາມ, ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ.

ສືບຕໍ່ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ອະນຸ​ຮັກ, ປະຕິສັງຂອນ​ບູຮານ​ສະຖານ, ຮັກສາ​ແລະ​ເສີມ​ຂະຫຍາຍມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ, ລົງ​ທຶນ​ໃຫ້​ແກ່​ບັນດາ​ວັດຖຸບູຮານທີ່​ມີ​ຄຸນຄ່າ​ທ່ອງ​ທ່ຽວ​ສູງ, ສ້າງ​ບັນດຜະລິດ​ຕະພັນ​ທ່ອງ​ທ່ຽວທີ່​ມີ​ຄວາມ​ສາມາ​ແຂ່ງຂັນ, ຈັບ​ໃຈ, ມີ​ເອກະລັກວັດ​ທະນະ​ທຳຫວຽດນາມ.

ປະຕິບັດ​ກົນ​ໄກ​ສົມທົບ​ທີ່​ສອດ​ຄ່ອງລະຫວ່າງການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ ​ແລະ ການພັດທະນາ​ການ​ທ່ອງທ່ຽວ, ຕາມ​ນັ້ນ ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ແລະ​ຂຸດ​ຄົ້ນ​ມໍລະດົກ​ລ້ວນ​ແຕ່​ຕ້ອງ​ແບ່ງປັນສິດຜົນປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດຊອບນຳ​ກັນ ອີງ​ຕາມ​ລະດັບ​ການ​ເຂົ້າ​ຮ່ວມ (ຄວາມ​ຮັບຜິດຊອບຄຸ້ມ​ຄອງ; ຄວາມ​ຮັບຜິດຊອບອະນຸ​ຮັກ; ຄວາມ​ຮັບຜິດຊອບສ້ອມ​ແປງ​ບູລະນະ; ຄວາມ​ຮັບຜິດຊອບກໍ່ສ້າງຜະລິດ​ຕະພັນ​ທ່ອງ​ທ່ຽວ ບົນ​ພື້ນຖານຂອງ​ຄວາມ​ນັບຖື​ຄຸນຄ່າ​ມໍລະດົກ; ຄວາມ​ຮັບຜິດຊອບ​ໃນ​ການ​ໂຄສ​ະນາ​ເຜີຍ​ແຜ່ ​ແນະນຳ; ຄວາມ​ຮັບຜິດຊອບ​ໃນ​ການ​ນຳ​ໃຊ້ບໍລິການ​ທີ່​ກ່ຽວຂ້ອງ,...).

ເພື່ອຫັນ​ໄປ​ສູ່​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ, ຕ້ອງ​ຕິດ​ແໜ້ນ​ວຽກ​ງານ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ກັບ​ການ​ປົກປັກ​ຮັກສາ​ສິ່ງ​ແວດ​ລ້ອມລະບົບ​ນິ​ເວດ, ສະພາບ​ແວດ​ລ້ອມ​ການທ່ອງທ່ຽວ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ສຸຂະ​ອານາ​ໄມ​ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາຫານ, ຄວາມ​ປອດ​ໄພ​ໃນ​ການ​ຈະລາ​ຈອນ,... ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ປະກອບສ່ວນ​ຍົກ​ສູງ​ພາບ​ພົດ ​ແລະ ຄວາມ​ຈັບ​ໃຈ​ຂອງ​ການທ່ອງ​ທ່ຽວຫວຽດນາມ.

ທີ​ສີ່, ລະດົມສູງ​ສຸດ​ຊັບພະຍາກອນ​ທາງ​ສັງຄົມ​ ໃຫ້​ແກ່​ວຽກ​ງານ​ອະນຸ​ຮັກ ​ແລະ ​ເສີມ​ຂະຫຍາຍຄຸນຄ່າມໍລະດົກ​ວັດ​ທະນະ​ທຳ ຕິດ​ກັບ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ.

ການ​ລະດົມ​ເງິນ​ທຶນ​ສຳລັບ​ການ​ປະຕິບັດ​ງານ​ ແມ່ນ​ຂອດທີ່​ສຳຄັນ ຮັບປະກັນ​ຜົນສຳ​ເລັດ​ຂອງ​ການ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍມໍລະດົກ​ວັດ​ທະນະ​ທຳ ​ເພື່ອ​ຫັນ​ໄປ​ສູ່​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ. ສ້າງ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ຂອງ​ຊັບພະຍາກອນ​ການ​ລົງທຶນ. ນອກຈາກ​ງົບປະມານ​ຂອງ​ລັດ​ແລ້ວ, ການ​ຫັນ​ເປັນ​ສັງຄົມ​ແມ່ນ​ວິທີ​ແກ້​ໜຶ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ. ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ການ​ວິ​ສາ​ຫະກິດ, ຂອງ​ອົງການ​ຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ, ຂອງ​ທົ່ວ​ສັງຄົມ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ ​ເພື່ອພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ ຕາມ​ຫຼັກການ ລັດ​ຄຸ້ມ​ຄອງ, ​ເຄົາລົບ​ນັບຖື​ສົນທິສັນຍາ​ສາກົນ ​ແລະ ກົດໝາຍ​ຂອງ​ປະ​ເທດ, ຜົນ​ປະ​ໂຫຍ​ດຮ່ວມ​ກັນ. 

ທີ​ຫ້າ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງມໍລະດົກ​ວັດ​ທະນະ​ທຳ ​ແລະ​ຜູ້​ຈັດການ​ທ່ອງ​ທ່ຽວ.

ຈຳ​ເປັນ​ຕ້ອງ​ຝຶກ​ອົບຮົມ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ ບຸກຄະລາ​ກອນ​ຂະ​ແໜງວັດ​ທະນະ​ທຳ ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ລະດັບວິຊາ​ສະ​ເພາະ ​ແລະ​ມື​ອາຊີບ​ໃນ​ການ​ຄຸ້ມ​ຄອງ​ແລະ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ ເພື່ອ​​ຮັບປະກັນການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ກໍ່ສ້າງຖັນ​ແຖວ​ພະນັກງານ ບຸກຄະລາ​ກອນ​ຂະ​ແໜງ​ການທ່ອງທ່ຽວ ທີ່​ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ໃນ “ສະໜາ​​ເກມ” ຂອງ​ເສດຖະກິດ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຜູ້ນຳ​ທ່ຽວ, ຜູ້​​ແນະນຳອະທິ​ບາຍທີ່​ຊຳນິ​ຊຳ​ນາມຢູ່​ສະຖານ​ທີ່​ທ່ອງ​ທ່ຽວມໍລະດົກວັດ​ທະນະ​ທຳ.

ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງຫວຽດນາມອຸດົມສົມບູນ​ທີ່​ສຸດ ​ເຊິ່ງພວມ​ເປັນ​ແຮງ​ດຶງ​ດູດ ຈັບ​ໃຈ​ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດ ​ແລະ​ຕ່າງປະ​ເທດ. ​ແຕ່​ວ່າ, ຈາກ​​ຄວາມ​ສາ​ມາ​ບົ່ມ​ຊ້ອນ ​ໄປ​ສູ່​ຄວາມ​ເປັນ​ຈິງ ຍັງ​ຕ້ອງ​ໃຊ້ຄວາມ​ພະຍາຍາມ ຄວາມ​ຕັດສິນ​ໃຈຫຼາຍ​ກວ່າ​ອີກ​ ຂອງ​ຂະ​ແໜງ​ການວັດ​ທະນະ​ທຳ, ກິ​ລາ ​ແລະ ທ່ອງ​ທຽວ ກໍ​ຄື​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ​ເຮັດ​​ໃຫ້ມໍລະດົກ​ວັດ​ທະນະ​ທຳກາຍ​ເປັນ​ພື້ນຖານ​ອັນ​ແທ້​ຈິງຂອງ​ການພັດທະນາ​ການ​ທ່ອງທ່ຽວ​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ໃໝ່./.

​ໂດຍ ປອ. ຫງວຽນ​ງອກ​ທ້ຽນ

ກຳມະການ​ສູນ​ກາງ​ພັກ,

ລັດຖະມົນ​ຕີ​ກະຊວງວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ

--------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 886 (​ເດືອນ​ສິງຫາ 2016)

 (1) ຄະນະ​ເສດຖະກິດ​ສູນ​ກາງ; ກະຊວງວັດ​ທະນະ​ທຳ, ກິລາ ​ແລະ​ທ່ອງ​ທ່ຽວ; ຫ້ອງການ​ອຸດສາຫະກຳ​​ແລະການ​ຄ້າ​ຫວຽດນາມ: ປະ​ມວນບົດ​ປາ​ໄສຂອງ​ກອງ​ປະຊຸມ​ກ່ຽວ​ກັບການ​ພັດທະນາ​ການທ່ອງທ່ຽວຫວຽດນາມ​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຮ່າ​ໂນ້ຍ, ​ເດືອນ​ພຶດສະພາ 2015.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ