ວັນອາທິດ, 28/5/2017
ໄພພິບັດສິ່ງແວດລ້ອມ - ແນວຮົບຮັກສາຄວາມສະຫງົບ ທີ່ບໍ່ເປັນແບບດັ້ງເດີມ ທີ່ເຄັ່ງຮ້ອນ
16/10/2016 17:0' ສົ່ງ ພິມ
ຮັກສາສິ່ງແວດລ້ອມ. (ພາບ: ຂ່າວສານຫວຽດນາມ)

ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ

ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ ​ແມ່ນ​ເງື່ອນ­ໄຂ ປັດ­ໃຈ ປະ­ກົດ​ການ ຂະ​ບວນ​ການ​ທີ່​ເກີດ​ຂຶ້ນ​ໃນ​ສິ່ງແວດລ້ອມ​ແຫ່ງ​ການ​ດຳ­ລົງ​ຊີ­ວິດ, ມັນເປັນອັນ­ຕະ­ລາຍ ແລະ ສົ່ງ​ຜົນ​ຮ້າຍ​ໃຫ້​ແກ່​ຊີ­ວິດ ສຸ­ຂະ­ພາບ ຊັບ​ສົມ­ບັດ ການເຄື່ອນໄຫວ​ ຂອງ​ມະ­ນຸດ, ພາ​ໃຫ້​ເກີດ​ຄວາມ​​ວຸ່ນ­ວາຍ ແລະ ຄວາມ​ຂາດ​ດຸນ​ໃນ​ການ​ພັດທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ ແລະ ອາດ​ຈະ​ເປັນ​ອັນ­ຕະ­ລາຍ​ທີ່​ສຸດໃຫ້​ແກ່​ຊີ­ວິດ ຊັບ​ສົມ­ບັດ​ຂອງ​ມະ­ນຸດ ​ກໍ່​ຄື​​ສະ­ພາບ​ແວດ​ລ້ອມ​ທຳ​ມະ​ຊາດ.

ແລ້ວ­ແຕ່​ລະ­ດັບຄວາມ​ເສຍ​ຫາຍຍ້ອນ​ໄພ­ພິ­ບັດ ​ເຊິ່ງ​ເພິ່ນ​ໄດ້​ມີ​ການ​ຈຳ­ແນກ​ລະ­ຫວ່າງ​ອຸ­ບັດ­ເຫດ​ສິ່ງແວດລ້ອມ, ໄພ​ອັນ­ຕະ­ລາຍ​ສິ່ງ­ແວ­ດລ້ອມ, ມະ­ຫາ​ໄພ​ສິ່ງ­ແວ­ດລ້ອມ. ອຸ­ບັດ­ເຫດ​ສິ່ງ­ແວ­ດລ້ອມ​ເຄີຍ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ທີ່​ແຄບ, ມີຄວາມ​ເສຍ​ຫາຍ​ບໍ່​ຫຼາຍ. ໄພ​ອັນ­ຕະ­ລາຍ​ສິ່ງ­ແວ­ດລ້ອມ​ທີ່​ກໍ່​ຜົນ​ຮ້າຍ​ກ່ຽວ​ກັບ​ຊີ­ວິດ, ຊັບ​ສົມບັດ​ຂອງ​ມະ­ນຸດ​ຫຼາຍ​ພໍ​ສົມ­ຄວນ​ ໃນ​ຂອບ​ເຂດ​ພາກ­ສ່ວນ​ໜຶ່ງ​ຂອງ​ສິ່ງ­ແວ­ດລ້ອມ. ມະ­ຫາ​ໄພ​ສິ່ງ­ແວ­ດລ້ອມ​ກໍ່​ຜົນ​ຮ້າຍ​ຫຼາຍ​ທີ່​ສຸດ​​ໃຫ້​ແກ່​ຊີ­ວິດ ຊັບ​ສົມ­ບັດ​ຂອງ​ມະ­ນຸດ​ ໃນ​ຂອບ​ເຂດ​ທີ່​ກວ້າງ­ຂວາງ ທຳ­ລາຍ​ຄວາມ​ສົມ​ດຸນ​ໃນ​ແຕ່​ລະ​ຂອບ​ເຂດ​ໃຫຍ່​ຫຼວງ​ຂອງ​ສິ່ງ­ແວ­ດລ້ອມ.

ອີງ​ຕາມ​ສິ່ງ​ທີ່​ກໍ່​​ໃຫ້ເກີດ​ໄພ­ພິ­ບັດ, ອາດ​ຈະ​ຈຳ­ແນກ​ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ​ເປັນ​ສາມ​ໝວດ​ຄື: ໄພ­ພິ­ບັດ​ທຳ​ມະ​ຊາດ, ໄພ­ພິ­ບັດ​ໂດຍຍ້ອນ​ມະ­ນຸດ ​ແລະ ໄພ­ພິ­ບັດ​ປະ­ສົມ. ອີງ​ຕາມ​ທາດແທ້, ​ອາດ​ຈະ​ແບ່ງ​​ໄພພິບັດເປັນ​ສາມ​ໝວດ​ຄື: ໄພ­ພິ­ບັດ​ດ້ານຟີ​ຊິກ (ພູມິຟີ​ຊິກ​); ໄພ­ພິ­ບັດ​ດ້ານ​ເຄ​ມີ​ສາດ (ພູມິ​ເຄ​ມີ​ສາດ); ໄພ­ພິບັດ​ດ້ານ​ຊີວະພາບ. ອີງ­ໃສ່​ຄວາມ​ໄວ ຄວາມ​ຍາວຂອງ​ໄພພິບັດ, ອາດ​ຈະ​ແບ່ງ​ເປັນ​ສາມ​ໝວດ​ຄື: ໄພພິບັດທີ່ເກີດຂຶ້ນຢ່າງກະທັນຫັນ ແມ່ນ​​ໄພ­ພິ­ບັດ​ທີ່​ເກີດຂຶ້ນແລະສິ້ນ​ສຸດລົງ​ຢ່າງ​ໄວ­ວາ ທີ່​ຮັບຮູ້­​ໄດ້​ຍາກ; ໄພພິບັດທີ່ເກີດຂຶ້ນໃນໄລຍະຍາວ ມີການ​ຜັນ​ແປ​ເປັນ​ກ້າວໆ ແລະ ​ເປັນ​ເວ­ລາ​ຍາວ; ໄພພິບັດທີ່ເກີດຂຶ້ນບາງເທື່ອກໍ່ເປັນໄລຍະຍາວ ບາງເທື່ອກໍ່ເປັນແບບກະທັນຫັນ.

ສາດ­ສະ­ດາ­ຈານ ດາ​ວິດ ອາ​ເລັກ​ຊານ​ເດີ (David Alexander) ໄດ້​ແບ່ງ​ປະ­ເພດ​ໄພ­ພິ­ບັດ​ສິ່ງແວດລ້ອມ​ອີງ​ຕາມ​ຈຳ­ນວນ ຫຼື​ຮູບ​ແບບ​ການ​ເກີດ​ຂຶ້ນ, ຄື​ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ຕາມ​ລະ­ດູ​ການ (ລົມ­ພາ­ຍຸ, ລົມຫົວກຸດ, ນ້ຳ​ຖ້ວມ, ​ແຜ່ນ­ດິນ​ຖະ​ຫຼົ່ມ, ຫິນ​ຕົກ, ການ​ເຊາະ​ເຈື່ອນ,...); ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ບໍ່​ແມ່ນ​ຕາມ​ລະ­ດູ​ການ (ຟ້າ­ຜ່າ, ຄື້ນຊຸ​ນາ​ມີ - ຄື້ນຍັກ, ໄຟ​ໄໝ້,...); ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ບໍ່​ຕາມ​ກຳ­ນົດ​ເວ­ລາ​ຄື: (ພູເຂົາ​ໄຟ, ແຜ່ນດິນ​ໄຫວ, ດິນ​ເຈື່ອນ,...).

ຜົນ​ຮ້າຍ​ຕາມ​ມາຂອງ​ໄພ­ພິ­ບັດ​ ​ແມ່ນຂຶ້ນ​ກັບໝວດ​ປັດ­ໃຈຕ່າງໆຄື​ ຈຸດ​ພິ​ເສດ​ຂອງ​ໄພ­ພິ­ບັດ, ລະ­ດັບ​ຮູ້ສຶກ​ໄວຕໍ່​ໄພ­ພິ­ບັດ ແລະ ຄວາມ​ສາ­ມາດທົນ­ທານ​ຍອມ​ຮັບ​ຕໍ່​ໄພ­ພິ­ບັດ​ຂອງ​ສິ່ງ­ແວ­ດລ້ອມ, ຄວາມ​ຮູ້­ສຶກ​ໄວ​ໄພພິບັດ ແລະ ລະ­ດັບ​ຄວາມ​ເສຍ​ຫາຍ​ຂອງ​ບັນ­ດາ​ພາກ­ສ່ວນ​ສ້າງ​ເປັນ​ມະ­ນຸດ, ຄວາມ​ສາ­ມາດຮັບ​ມື​ກັບ​ໄພ­ພິ­ບັດ​ຂອງ​ມະນຸດ. ບັນດາ​ຄຸນ​ລັກ­ສະ­ນະ​ສະ­ເພາະ​ຂອງ​ໄພ­ພິ­ບັດ ​ທີ່​ຕັດ­ສິນ​​ຄວາມ​ສາ­ມາດ​ທຳ­ລາຍ​ຂອງ​ມັນ ​ນັ້ນ​ຄື ຄວາມ​ເຂັ້ມ, ຄວາມ​ຍາວ, ລະດັບ​ຖານ, ຄວາມ​ຖີ່, ກົນ​ໄກ​ການ​ດຳ­ເນີນການ, ຄວາມ​ສາ­ມາດ​ທີ່​ຈະຖືກ​​ຄວບ​ຄຸມ.

ຄວາມ​ສາ­ມາດ​ຮັບ​ມື​ກັບ​ໄພ­ພິ­ບັດ​ຂອງ​ມະ­ນຸດ​ ຂຶ້ນ​​ໂດຍ​ກົງກັບ​ລະ­ດັບ​ການ​ພັດທະ­ນາ​ເສດ­ຖະ­ກິດ-ສັງຄົມ, ວິ­ທະ­ຍາ­ສາດ​ເຕັກ­ນິກ, ໂຄງ​ສ້າງ​ພື້ນ­ຖານ, ລະ­ດັບ​ຄວາມ​ຮູ້​ຂອງ​ປະ­ຊາ­ຊົນ, ຄວາມ​ສາ­ມາດ​ຄາດ​ຄະ​ເນ, ຄວາມ​ຮັບ​ຮູ້ ແລະ ກ່າວ​ເຕືອນ​ໄພ­ພິ­ບັດ, ບົດຮຽນປະ­ສົບ​ການ, ຍຸດ​ທະ​ສາດ ແລະ ນະ­ໂຍ­ບາຍ​ປ້ອງກັນ ສະ­ກັດ​ກັ້ນ​ໄພພິ­ບັດ.

ໃນ​ປັດ­ຈຸ­ບັນ​ ມະ­ນຸດ​​ທັງ​ເປັນ​ຜູ້​ຖືກ​ເຄາະ​ຮ້າຍ ທັງ​ເປັນ​ຕົວການ​ທີ່​ກໍ່​ໃຫ້​ກີດ​ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ. ​ການເຄື່ອນ­ໄຫວ​ຫຼາຍ​ຢ່າງ​ຂອງ​ມະ­ນຸດ​ ​ໄດ້​ປະ­ກອບ­ສ່ວນ​​ເຮັດ​ໃຫ້​ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ​ ໜັກໜ່ວງ​​ຂຶ້ນຕື່ມ. ຈຳນວນ​ພົນ­ລະ­ເມືອງ​ເພີ່ມ​ຂຶ້ນ​ຢ່າງ​ໄວ ​ໄດ້​ເຮັດ​ໃຫ້​ໄພ­ພິ­ບັດ​ເສດ­ຖະ­ກິດ-ສັງ­ຄົມ, ພະ­ຍາດ, ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ເພີ່ມ​ຂຶ້ນຊັກ​ໄຊ້, ​ເພີ່​ມທະວີ​ຄວາມ​ເຂັ້ມ​ຂອງ​ໄພ­ພິ­ບັດຈາກພາຍ​ນອກ, ​ເພີ່ມລັກ­ສະ­ນະ​ຮູ້­ສຶກ​ໄວຕໍ່​ໄພ­ພິ­ບັດ​ສິ່ງແວ­ດລ້ອມ​ຈະ​ເພີ່ມ​ຂຶ້ນ.

ລະ­ດັບ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ໄພ­ພິ­ບັດ​ ກໍ່​ຍັງ​ຂຶ້ນ​ກັບ​ຄວາມ​ສາ­ມາດ​ຂອງ​ລະ­ບົບ​ເວົ້າ​ລວມ, ຂອງບຸກຄົນ ຊຸມ​ຊົນ​ເວົ້າ​ສະ­ເພາະ ​ໃນ​ການ​ປະ​ເຊີນ​ໜ້າ ຮັບ​ມືກັບ​ໄພພິບັດ, ຟື້ນ​ຟູ​ດ້ວຍ​ຕົນ​ເອງ​ຫຼັງຈາກ​ໄພພິບັດ. ຄວາມ​ສາ­ມາດ​ນັ້ນ​ໄດ້​ເອີ້ນ​ວ່າ​ ລັກ­ສະ­ນະ​ຖືກ​ເສຍ​ຫາຍ​ງ່າຍ. ຜົນ​ຮ້າຍ​ຂອງ​ໄພ­ພິ­ບັດ​ຈະ​ມີ​ອັດ­ຕາ​ສ່ວນ​ກົງ​ກັບ​ຄວາມ​ສາ­ມາດຖືກ​ເສຍ​ຫາຍ​ງ່າຍ​ຂອງ​ລະ­ບົບ ຂອງ​ບຸກ­ຄົນ​ໃນ​ປະ­ຊາ​ຄົມ ແລະ ບັນ­ດາ​ພາກ­ສ່ວນ​ປະ­ກອບ​ດ້ານ​ມະ­ນຸດ. ຖ້າ­ວ່າ​ລະ­ດັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ, ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ, ໂຄງ​ສ້າງ​ພື້ນ­ຖານ, ນະ­ໂຍ­ບາຍ, ປັນ​ຍາ​ຄວາມ​ຮູ້ ແລະ ບົດ­ຮຽນ​ໃນ​ການກ່າວ​ເຕືອນ​ໄພ, ປ້ອງກັນ​ແລະ​ຕ້ານໄພ­ພິ­ບັດ ແລະ ກອງ​ທຶນ​ປະກັນ​ໄພ​ ​ຈະ​ຕ່ຳ​ຕ້ອຍ​ເລັກ​ນ້ອຍ​​ເທົ່າ​ໃດ ​ລັກ­ສະ­ນະຖືກ​ເສຍ​ຫາຍ​ງ່າຍກໍ່​ຈະ​ສູງ​ທໍ່​ນັ້ນ. ຄວາມທຸກຍາກ ແລະ ການ​ຊ່ວງ​ເສັງ​ກັນ​ປະກອບ​ອາວຸດ, ລະ­ບອບ​ນະ­ໂຍ­ບາຍປ້ອງ​ກັນ ​ຕ້ານ​ໄພ­ພິ­ບັດ ບໍ່ຄົບ​ຖ້ວນ​ເໝາະ​ສົມ ​ກໍ່​ອາດ​ຈະ​​ເພີ່ມທະວີ​ລັກສະ­ນະ​ຖືກ​ເສຍ​ຫາຍ​ງ່າຍ​ ຂອງ​ບຸກຄົນແລະຊຸມ​ຊົນ​ເວົ້າ​ສະ­ເພາະ ແລະ ຂອງ​ລະ­ບົບ​ທັງ​ໝົດ​ເວົ້າ​ລວມ.

ໄພ­ພິ­ບັດກະທົບ​ຢ່າງ​ແຂງ­ແຮງແລະ​ເລິກ­ເຊິ່ງ​ເຖິງ​ມະ­ນຸດ, ກໍ່​​ໃຫ້​ເກີດຄວາມບາດ​ເຈັບລົ້ມ​ຫາຍຕາຍຈາກ, ສູນ​ເສຍ​ຊັບ​ສິນ, ຄວາມ​ຫວາດ​ຫວັ່ນ ຜິດ​ຫວັງ, ຊຸກ​ຍຸ​​ວິ​ກິດ​ການ​ເສດ­ຖະ­ກິດ-ສັງ­ຄົມ, ທຳ­ລາຍ​ໂຄງ​ສ້າງ​ພື້ນ­ຖານ; ສິ່ງ​ແວດ​ລ້້ອມ​ຖືກ​ມົນ​ລະ​ພິດ ​ຈະ​ເປັນ​ການ​ທຳລາຍ​ຄວາມ​ງາມແລະຄວາມ​ກົມ­ກຽວ​ ຂອງ​ພື້ນ​ທີ່​ດຳ­ລົງ​ຊີ­ວິດ; ພູມ​ພາບ​ຖືກ​ແຕກ​ແຫງ, ຖືກ​ທຳ­ລາຍ, ພືດ​ພັນ​ຖືກ​ທຳ­ລາຍ, ຊັບ­ພະ­ຍາ­ກອນ​ຖືກ​ຫລຸດ​ລົງ​ທັງ​ດ້ານ​ຄຸນ​ນະ​ພາບ ແລະປະລິມານ...

ໄພ­ພິ­ບັດ​ສິ່ງ­ແວ­ດລ້ອມ - ແນວ​ຮົບຮັກສາ​ຄວາມ​ສະ­ຫງົບ​ທີ່​ບໍ່​​ເປັນ​ແບບ​ດັ້ງ­ເດີມ

​ເກືອ​ທັງ​ໝົດ​ທຸກປະ­ເທດ​ທີ່​ເຂົ້າ​ຮ່ວມ​​ອະ​ນຸ​ສັນ­ຍາ​ກ່ຽວ​ກັບ​ສິ່ງ­ແວ­ດລ້ອມ​ຂອງ​ສະ­ຫະ​ປະ­ຊາ​ຊາດ ລ້ວນ​ແຕ່​ກຳ­ນົດວ່າ ​ການ​ປ່ຽນ­ແປງສະພາບ​ອາ­ກາດ, ມະ­ຫາ​ໄພ​ສິ່ງ­ແວ­ດລ້ອມ ​ເປັນ​ບັນ­ຫາ​ຄວາມ​ສະ­ຫງົບ​ທີ່​ບໍ່​​ເປັນ​ແບບ​ດັ້ງເດີມ ​ມັນ​ກຳ­ລັງ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງຕໍ່ ​​ສະ​ຖຽມ​ລະ​ພາບ​ຄວາມ​ສະ­ຫງົບ​ທາງການ­ເມືອງ​ ຂອງ​ທຸກ​ປະ­ເທດ​ໃນ​ໂລກ.

ເພື່ອ​ດຶງ​ດູດ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ໂລກ, ໃນ​ວັນ​ທີ 18 ຕຸ­ລາ 2009, ທີ່​ກອງ​ປະ­ຊຸມ​​​ໃນ​ນ້ຳ​ທະ​ເລ​ເລິກ 4 ແມັດ, ​ປະ­ທາ­ນາ­ທິ­ບໍ­ດີປະ​ເທດມານ​ດີ​ເວີ ໄດ້​ເຊັນ​ເອ­ກະ­ສານສະບັບ​ໜຶ່ງ ​ເພື່ອ​ຍື່ນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ພູ­ມິ​ອາ­ກາດ ​ຂອງ​ສະ­ຫະ​ປະ­ຊາ​ຊາດ ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນທັນ­ວາ 2009. ເອ­ກະ­ສານ​ສະ­ບັບ​ນີ້​ໄດ້​ກ່າວເຕືອນ​ທົ່ວ​ໂລກ​ກ່ຽວ​ກັບ​ສິ່ງ​ທີ່​ກຳ­ລັງ​​ເກີດ​ຂຶ້ນ​ຢູ່​ປະ­ເທດເກາະ​ແຫ່ງ​ນີ້ ຖ້າ​ຫາກ​ມະ­ນຸດຊາດ​ບໍ່​​ເອົາ­ໃຈ­ໃສ່​ເຖິງ​ການ​ຮັບ​ມື​ກັບ​ການ​ປ່ຽນ­ແປງ​ສະພາບ​ອາ­ກາດ, ວ່າ “ມານ​ດີ​ເວ​ເປັນ​ປະ­ເທດ​ທີ່ຢືນ​ຢູ່​ແນວ​ໜ້າ. ນີ້​ບໍ່​ແມ່ນ​ບັນ­ຫາ​ສະ­ເພາະ​ຂອງ ມານ​ດີ​ເວີ ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ບັນ­ຫາ​ຂອງ​ມ​ທົ່ວ​ໂລກ. ຖ້າພວກ​ເຮົາ​ບໍ່​ສາມາດ​ກູ້ ມານ​ດີ​ເວີ ໃນ​ມື້­ນີ້​ໄດ້, ພວກ​ທ່ານຈະ​ບໍ່​ສາ­ມາດ​ກູ້​ທັງ​ໂລກ​ໃນ​ອະ­ນາ­ຄົດ​ໄດ້. ການ​ປ່ຽນ­ແປງສະພາບ​ອາກາດ​ກຳ­ລັງ​​ເກີດ​ຂຶ້ນ ແລະ ມັນ​ພວມ​ນາບ​ຂູ່​​ສິດ­ຜົນ­ປະ­ໂຫຍດ​ ກໍ່​ຄື​ຄວາມ​ສະ­ຫງົບ​ຂອງ​ໂລກ ແລະ ຂອງ​ໝົດ​ທຸກ​ຄົນ​ໃນ​ໂລກ”(2).

ກ່ອນ​ໜ້າ​ນີ້​ປະ­ມານ 40 ປີ, ໂລກ​ໄດ້​ຮັບ​ຮູ້​ວ່າ: ສິ່ງ­ແວ­ດລ້ອມ​ໃນ​ທົ່ວ​ໂລກ​​ຖືກ​ທຳ­ລາຍ​ຢ່າງ​ຮ້າຍ​ແຮງ​ແລ້ວ, ກຳ​ລັງ​ຢືນ​ຕໍ່­ໜ້າ​ຂະ​ບວນ​ວິ­ວັດ​ທີ່​ສັບ­ສົນ​ ຈະ​ພາ­ໃຫ້​ເກີດ​ມະ­ຫາ​ໄພ​​ແຫ່ງ​ຄວາມ​ດັບ​ສູນ​ໃນ​ທົ່ວ​ໂລກ​ຂອງ​ພວກ​ເຮົາ. ດ້ວຍ​ຄວາມ​ຮັບ​ຮູ້​ລວມ​ຄື​ແນວ​ນັ້ນ, ແຕ່​ເວ­ລາ​ນັ້ນ​ມາ​ຮອດ​ປະ­ຈຸ​ປັນ​ນີ້ ​ໄດ້​ມີ​ສົມ​ທິ​ສັນ­ຍາ​ສາ­ກົນ​ກ່ຽວ​ກັບ​ສິ່ງ­ແວ­ດລ້ອມ​ເປັນ 300 ສະ­ບັບ​ທີ່​ໄດ້​ລົງ​ລາຍ​ເຊັນ​ແລ້ວ. ໃນ​ພາກ​ຕົວ​ຈິງ​, ນ້ຳ​ທະ­ເລ​ພວມຍຶ່ງ​ຂຶ້ນ ​ເປັນ​ຜົນ​ກະທົບ​ໂດຍ​ກົງ​ໃຫ້​ແກ່​ຕົວ​ເມືອງ​ໃຫຍ່​ຈຳ­ນວນ​ໜຶ່ງ​ໃນ​ໂລກ ຄື ດັກ​ກາ (ບັງ​ກະ­ລາ​ເທດ), ບູ​ເອ​ນົດ ອາຍ​ແຣດ (ອາ​ເຈນ​ຕິ​ນາ), ຣີ​ໂອ ເດີ່​ຢາ​ເນ​ໂຣ (ບຣາ​ຊິນ), ຊຽງ​ໄຮ້, ທຽນ​ຊິນ (ຈີນ), ອາ​ເລັກຊານ​ດຣີ​ອາ, ໄຄໂຣ (ອີຢິບ), ມຸມ​ໄບ, ການ​ກຸດ​ຕາ (ອິນ​ເດຍ), ຈາ​ກາ​ຕາ (ອິນ​ໂດ​ເນ​ເຊຍ), ໂຕ​ກຽວ, ໂອ­ຊາ​ກາ (ຍີ່­ປຸ່ນ), ລາ​ກົດ (ນີ​ເ​ຈ​ເຣຍ), ກຸງ​ເທບ (ໄທ), ນິວ​ຢອກ, ລອດ ​ອານເຈີ​ເລັດ (ອາ­ເມ­ລິ­ກາ), ນະ­ຄອນໂຮ່​ຈີ​ມີນ (ຫວຽດ­ນາມ),... ເຊິ່ງ​ບັງ­ຄັບ​ໃຫ້​ມະ­ນຸດ​ຕ້ອງ​ມີ​ມາດຕະ​ການ​ຮັບ​ມື ຫຼື​ມີ​​ຮູບ​ການ​ອົບ​ພະ​ຍົບ​​ອອກ​ຈາກ​ທີ່­ຢູ່​ອາ­ໄສ(3). ນະ­ຄອນ­ຫຼວງ ມາ​ເລ, ບ່ອນ​ທີ່​ມີ​ພົນ­ລະ­ເມືອງ​ເຕົ້າ​ຮົມ​ກວມ​ເອົາ 35% ຈຳ­ນວນ​ພົນ​ລະ​ເມືງ​ທັງ​ໝົດ​ຂອງມານ​ດີ​ເວີ - ປະ​ເທດ​ໝູ່​ເກາະ​ທີ່​ຕັ້ງ​ຢູ່​ພື້ນ​ທີ່​ຕ່ຳ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ໄດ້​ອ້ອມ​ຮອບດ້ວຍ​ກຳ­ແພງ​ທະ­ເລ​ທີ່ສູງ​​ເຖິງ 3,5 ແມັດ. ກຳ­ແພງ​ແຫ່ງ​ນີ້​ໄດ້​ຊ່ວຍ​ກູ້​ໃຫ້​ຕົວ​ເມືອງ​ພົ້ນ​ອອກ​ຈາກ​ມະ­ຫາ​ໄພ​ຊຸນາ​ມີໃນ​ປີ 2014(4). ບັນ­ດາ​ຜູ້​ຊ່ຽວ­ຊານ​ໄດ້ກ່າວ​ເຕືອນ​ວ່າ, ຖ້າ​ຫາກລະ­ດັບ​ນ້ຳ​ທະ­ເລ​ຍັງ​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ​ຄື​ປະ­ຈຸ​ບັນ ​ຮອດ​ປີ 2100 ​ປະ­ເທດ ມານ​ດີ​ເວີ ທັງ​ໝົດຈະຖືກ​ຈົມ​ຢູ່​ໃຕ້​ນ້ຳ​ທະ­ເລ​. ພື້ນ​ທີ່ກວ່າ 80% ຂອງ​ບັນດາ​ປະ­ເທດ​ຢູ່ມະ­ຫາ​ສະ​ມຸດ​ອິນ​ເດຍແຫ່ງ​ນີ້ ​ສູງ​ກວ່າ​ລະ­ດັບ​ນ້ຳ​ທະ­ເລ​ພຽງ​ເກືອບ​ 1 ແມັດ.

ກອງ​ປະ­ຊຸມ​ກ່ຽວ​ກັບ​ການ​ປ່ຽນ­ແປງສະພາບ​ອາ­ກາດ​ຂອງ​ສະ­ຫະ​ປະ­ຊາ​ຊາດ​ໃນ​ປີ 2015 (ຊີ​ໂອ​ພີ 21 ຫຼື ຊີ​ເອມ​ພີ 11)  ໄດ້​ຈັດ​ຂຶ້ນ​ທີ່ນະ­ຄອນ­ຫຼວງ​ປາ​ຣີ (ປະ­ເທດຝຣັ່ງ) ເປັນ​ເທື່ອ​ທຳ​ອິດ​ທີ່​ບັນ­ລຸ​ໄດ້​ຂໍ້​ຕົກ­ລົງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ­ແປງ​ສະພາບ​ອາ­ກາດ​ ໃນບັນດາ​ຂໍ້​ຕົກ­ລົງຮ່ວມປາ​ຣີ​ - ຂໍ້​ຕົກ­ລົງ​ໄດ້​ຮັບ​ການ​ຮັບຮອງຜ່ານ ​ດ້ວຍ​ຄວາມ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຂອງ​​ປະ­ເທດສ່ວນ​ຫຼາຍ​ ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ. ບັນ­ດາ​ຄຳ​ໝັ້ນ​ສັນ­ຍາ​ໄດ້​​​ສະ​ເໜີ​ໃຫ້ ​ຈຳ­ກັດ​ການ​ຮ້ອນ​ຂຶ້ນ​ຂອງ​ທົ່ວ​ໂລກ​ໃນ​ລະດັບ​ 2,7 ອົງ­ສາ​ເຊນຊຽດ ໃນ​ປີ 2100. ນີ້​ແມ່ນ​ໄຊ­ຊະ­ນະ​ທີ່​ບໍ່​​ເຄີຍ​ມີ​ມາ​ກ່ອນ ຊຶ່ງ​ໃຫ້​ຮູ້​ວ່າ ບັນ­ດາ​ປະ­ເທດ​ໄດ້​ມີ​ການ​ກຽມຄວາມ­ພ້ອມ​ເພື່ອ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ­ລົງ​ຊີ­ວິດ​ຂອງ​ມະ­ນຸດ.

ພິ­ເສດ, ໃນ​ວັນ​ທີ 6 ພຶດ­ສະ­ພາ 2016, ການ​ສຳ​ມະ​ນາ​ກ່ຽວ​ກັັບການ​ຮັກສາ​ຄວາມ​ປອດ​ໄພ​ສິ່ງແວດລ້ອມ​ໃນ​ທະ­ເລ​ຕາເວັນ​ອອກ ​ໂດຍ​ສູນ​ຕາ­ເວັນ​ອອກ-ຕາ­ເວັນ­ຕົກ​ຈັດ​ຕັ້ງ​ຢູ່​ທີ່​ນະ­ຄອນ­ຫຼວງ ວໍ​ຊີງ​ເຕິນ (ສະຫະລັດອາເມລິກາ). ການ​ສຳ​ມະ​ນາ​ໄດ້​ຍົກ​ໃຫ້​ເຫັນຕົວ​ເລກ​ຕ່າງໆ​ທີ່​ເປັນ​ໜ້າ​ສົນ­ໃຈ​ຄື 80% ຂອງ​ແນວ​ປະ​ກາ​ລັງ​ຢູ່​ເຂດ​ທະ­ເລ​ແຫ່ງ​ນີ້​ ​ຖືກ​ເສື່ອ​ມ​ໂຊມ​ລົງ, ພາ­ໃຫ້​ແຫຼ່ງ​ປາ​ກໍ່​ຖືກ​ຫລຸດ​ລົງ​ ເພາະ­ວ່າ ປະ​ກາ​ລັງ​ເປັນ​ສະ­ພາບ​ແວດ​ລ້ອມ​ນິ​ເວດ​​ ເພື່ອ​​ໃຫ້ກຸ້ງ​ຫອຍ ປູປາ­ ​ແລະ​ສິ່ງ​ມີ​ຊີວິດ​ຕ່າງໆ​ຂະ­ຫຍາຍ­ຕົວ. ບັບ​ແຕ່​ຊຸມ​ປີ 60 ຂອງ​ສະຕະວັດທີ XX ມາ​ຮອດ​ປະ­ຈຸ​ບັນ​ນີ້, ຈຳ­ນວນ​ປາ​ຊະ­ນິດ​ຕ່າງໆ​ຢູ່​ທະ­ເລ​ຕາ­ເວັນ​ອອກໄດ້​ຖືກ​ຫລຸດ​ລົງ​ເປັນ​ເຄິ່ງ​ໜຶ່ງ.

ຕາມ​ການ​ຕີ​ລາ­ຄາ​ຂອງ​ບັນ­ດາ​ຜູ້​ຊ່ຽວ­ຊານ,​ ໃນ​ເວ­ລາ​ຜ່ານ​ມາ​ມໍ່ນີ້ ການທີ່​ຈີນ​ດຳ­ເນີນ​ການ­ເຄື່ອນ­ໄຫວ​ກໍ່ສ້າງພື້ນຖານ​ຂະ​ໜາດ​ໃຫຍ່ຢ່າງ​ຜິດ​ກົດ­ໝາຍ ​ຢູ່​ພື້ນທີ່​​ແນວ​ປະ​ກາ​ລັງ ຫາດ​ຊາຍ​ໃຕ້​ນ້ຳ​ຫຼາຍ​ແຫ່ງ ​ໃນທະ­ເລ​ຕາເວັນ​ອອກ​ ແມ່ນ​ໜຶ່ງ​ໃນ​ບັນ­ດາ​ເຫດ­ການ​ທີ່​ພາ­ໃຫ້​​ເກີດ​ຜົນ​ກະທົບ​ທາງ​ລົບ​ ເຖິງ​ສິ່ງ­ແວ­ດລ້ອມ​ຢູ່​ເຂດ​ທະ­ເລ​ແຫ່ງ​ນີ້. ຕາມ​ສາດ­ສະ­ດາ­ຈານ ຈ.ວ. ໂບ​ເຕີນ (ມະ­ຫາ­ວິ­ທະ­ຍາ­ໄລ ​ເຊົາ​ທ໌ແຄ​ໂຣ​ໄລ​ນາ) “ສິ່ງຕ່າງໆທີ່ປະ­ເທດ​ຈິນ​ໄດ້​ເຮັດ ​ພວມ​ທຳ­ລາຍ​​ສິ່ງແວດລ້ອມ​ທະ­ເລ​​ແຫ່ງນີ້”. ການ​ສຳ​ມະ​ນາ​ກ່ຽວ​ກັັບການ​ຮັກສາ​ຄວາມ​ປອດ​ໄພ​ສິ່ງແວດລ້ອມ​ໃນ​ທະ­ເລ​ຕາ­ເວັນ​ອອກ ​ກໍ່​​ເວົ້າ​ເຖິງ​ບັນ­ດາ​ມາດ​ຕະ­ການ​ແນ­ໃສ່​ຮັກ­ສາ​ສິ່ງ­ແວ­ດລ້ອມ ແລະ ແຫຼ່ງ​ຊັບ​ພະ­ນາ​ກອນ​ຢູ່​ບໍລິ​ເວນໝູ່​ເກາະເຈື່ອງ​ຊາ ຂອງຫວຽດ­ນາມ.

ບັນ­ຫາ​ທີ່​ວາງ​ອອກ​ຕໍ່ຫວຽດ­ນາມ

​ໂດຍຄືກັນ​ກັບ​ປະ­ເທດ​ທີ່​ມັກ​ຖືກ​ເສຍ​ຫາຍ​ງ່າຍ​​ຈຳ­ນວນ​ໜຶ່ງ, ຫວຽດ­ນາມ​ໄດ້ ແລະ​ກຳ­ລັງຖືກ​ໄພພິບັດສິ່ງ​ແວດ​ລ້ອມທີ່ພາ­ວະ​ວິ­ໄສ, ສຸດ​ວິ​ໄສ, ຄາດ​ເດົາ​ຍາກ ​ຄື: ລົມ​ພະ­ຍຸ, ດິນ​ເຊາະ​ເຈື່ອນ, ​ນ້ຳ​ທະ­ເລ​ຍຶ່ງ​ຂຶ້ນ, ໄພ​ແຫ້ງແລ້ງ,... ພ້ອມ​ທັງ, ບັນ­ດາ​ໄພ­ພິ­ບັດ​ໂດຍ​ມະ­ນຸດ​ເປັນ​ສາຍ­ເຫດ​ໃນທຸກ​ວັນ ​ແມ່ນ​ມະ­ຫາ​ໄພ​ພິ­ເສດ. ພວກ​ເຮົາ​ຕ້ອງ​ຮັບ​ຮູ້ ແລະ ກຳ­ນົດ​ໄດ້​ບັນ­ດາ​ໄພ­ພິ­ບັດ​ກ່ຽວ​ກັບ​ສິ່ງ­ແວ­ດລ້ອມ ໂດຍ​ມະ­ນຸດ​ເປັນ​ສາຍ­ເຫດ​ທີ່​ໄດ້ ແລະ ກຳ­ລັງ​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ​ອີກ, ແມ່ນ​ບັນ­ຫາ “ຄວາມ​ປອດ​ໄພ​ຂອງ​ປະ­ເທດ​ຊາດ” ພາຍ​ໃຕ້​ມຸມ​ມອງ​ຂອງ​ແນວ​ຮົບ​ຮັກສາຄວາມ​ສະ­ຫງົບ​ທີ່​ບໍ່​​ເປັນ​ແບບ​ດັ້ງ­ເດີມ. ໃນ​ປະ­ຈຸ​ບັນ ​​ເຖິງ​ວ່າ​ເປັນ​ປະ­ເທດທຸກ​ຍາກ​ ​ແຕ່ຫວຽດ­ນາມກໍ​ໄດ້​​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ລົງ​ນາມ​ເຊັນ​ສົມ​ທິ​ສັນ­ຍາ​ສາ­ກົນ​ກ່ຽວ​ກັບ​ສິ່ງ­ແວ­ດລ້ອມ​ເປັນ​ຈຳ­ນວນ 23 ສະ­ບັບ. ທັດສະນະ​ທີ່​ຈະ­ແຈ້ງ ແລະ ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ​ຂອງ​ຫວຽດ­ນາມ ແມ່ນ: ບໍ່​ຄ້າ​ສະ­ພາບ​ແວດ​ລ້ອມ​ເພື່ອ​​ຜົນ​ປະໂຫຍດ​ທາງ​ດ້ານ​ເສດ­ຖະ­ກິດ​ຢ່າງ​ດຽວ.

ແຕ່​ວ່າ, ​ໃນພາກ​ຕົວ​ຈິງຂອງ​ປະ­ເທດຫວຽດນາມ, ມະ­ນຸດ​ໄດ້ ແລະ ກຳ­ລັງ​ເປັນ​ສາຍ­ເຫດ​ທີ່​ກໍ່​​ໃຫ້​ເກີດໄພພິ­ບັດ​ທີ່​ຮ້າຍ​ແຮງ ​ພາ­​ໄປ​ເຖິງ​ຜົນຮ້າຍ​ທີ່​​ຂົ່ມ​ຂູ່​​ຄວາມ​ສະ­ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​​ແລະ​ຄວາມ​ປອດ​ໄພ​ທາງສັງ­ຄົມ. ໄພ​ໄໝ້​ປ່າ, ການຕັດ​ຖາງ​ປ່າ​ແບບ​ຊະ­ຊາຍ​​ໃນ​ເວ­ລາ​ຍາວ​ນານ, ການ​ພັດທະນາ​ຢ່າງ​ໄວ​ພະລັນ​ ຂອງ​ບັນດາ​ເຂດ​ອຸດ­ສາ­ຫະ­ກຳ, ໂຮງ​ຈັກໂຮງ­ງານ ​ພ້ອມ​ກັບ​ການແຂ່ງ­ຂັນກັນ​ດຶງ​ດູດ​ການ​ລົງ­ທຶນ​ແບບ “​ໃຫ້ຈົນ​ໄດ້​ໂດຍ​ບໍ່​​ຄິດ​ໄລ່ຄວາມ​ເສຍ​ຫາຍ” ຢູ່​ບາງ​ແຂວງ ຊຶ່ງ​ບໍ່​ມີ​ມາດ​ຕະ­ການ​ເພື່ອ​ແກ້​ໄຂ​​ມົນ​ລະ​ພິດ​ສິ່ງແວ­ດລ້ອມ​ຢ່າງ​ຄົບ​ຖ້ວນ ທີ່ກຳ­ລັງ​ເປັນ​ໄພ​ນາບ​ຂູ່​​ສຸ­ຂະ­ພາບ​ຂອງ​ປະ­ຊາ​ຄົມ.

ຕາມ​ບົດ​ລາ​ງານ​​ຂອງ​ຄະ­ນະ​ກຳ­ມາທິ­ການ​ວິ­ທະ­ຍາ­ສາດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງແວ­ດລ້ອມ​ຂອງ​ສະ­ພາ​ແຫ່ງ​ຊາດ, ອັດ­ຕາ​ສ່ວນ​ບັນ­ດາ​ເຂດ​ອຸດ­ສາ­ຫະ­ກຳ​ທີ່​ມີ​ລະ­ບົບ​ບຳບັດ​ນ້ຳ​ເສຍ​ລວມ​ສູນ​ຢູ່​ທ້ອງ​ຖິ່ນ​ຈຳ­ນວນ​ໜຶ່ງ​ກໍ່​ຍັງ​ຕ່ຳ​ທີ່​ສຸດ, ມີ​ທ້ອງ​ຖິ່ນ​ບັນ­ລຸ​​ພຽງ 15% - 20%. ເຂດ​ອຸດ­ສາ­ຫະ­ກຳ​ຈຳ­ນວນ​ໜຶ່ງ​ມີ​ລະ­ບົບບຳບັດ​ນ້ຳ​ເສຍ​ລວມ​ສູນ​ແຕ່​​ເຂົາບໍ່​ໃຫ້​ມັນ­ເຄື່ອນ­ໄຫວຍ້ອນ​ຢາກຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ. ມາຮອດ​ປະ­ຈຸ​ບັນ, ​​ເຂດ​ອຸດ­ສາ­ຫະ­ກຳທີ່​​​ມີ​​ລະ​ບົບ​ບຳບັດ​ນ້ຳ​ເສຍ​ລວມ​ສູນພຽງ 60 ​ແຫ່ງ (ກວມ​ເອົາ 42% ຂອງຈຳນວນ​ເຂດ​ອຸດສາຫະກຳ​ທີ່​ກຳລັງ​ເຄື່ອນ​ໄວ) ແລະ 20 ເຂດ​ອຸດ­ສາ­ຫະ­ກຳທີ່​ກຳ­ລັງ​ກໍ່­ສ້າງລະບົບ​ບຳບັດ​ນ້ຳ​ເສຍ. ຄິດ​ສະ­ເລ່ຍ​ແຕ່​ລະ​ມື້ ບັນ­ດາ​ເຂດ, ກຸ່ມ, ຈຸດ​ອຸດ­ສາ­ຫະກຳ​ ​ໄດ້​ປ່ອຍ​​ປະ­ມານ 30.000 ໂຕນ​ສິ່ງ​ເສດ​ເຫຼືອທີ່​ເປັນ​ຂອງ​ແຂງ ​ແຫຼວ ​ອາຍ ແລະ ສິ່ງ​ເສດ​ເຫຼືອ​ທີ່​ເປັນ​ອັນຕະລາຍ​ອື່ນໆ ອອກ​ສູ່​ສິ່ງ​ແວດ​ລ້ອມ. ລຽບ​ຕາມ​ລົ່ງ​ແມ່­ນ້ຳ ດົ່ງ​ນາຍ ມີ 56 ເຂດ​ອຸດ­ສາ­ຫະ­ກຳ, ເຂດ​ຜະ­ລິດ​ເພື່ອ​ສົ່ງ​ອອກ​ທີ່​ກຳ­ລັງ​ເຄື່ອນ​ໄຫວ​ ແຕ່​ມີ​ພຽງ 21 ເຂດ​ມີ​ລະ­ບົບບຳບັດ​ນ້ຳ​ເສຍ​ລວມ​ສູນ, ນອກ​ຈາກຈຳນວນ​ດັ່ງກ່າວ ລ້ວນ​ແຕ່​ປ່ອຍ​ນ້ຳ​ເສຍ​ລົງຫ້ວຍ​ນ້ຳ​ລຳ​ເຊ​ໂດຍ​ກົງ, ກໍ່​ຜົນ​ຮ້າຍທຳລາຍ​ຄຸນ​ນະ​ພາບ​​ແຫຼ່ງນ້ຳ... ຢູ່​ບາງ​ທ້ອງ​ຖິ່ນ ການ­ເຄື່ອນ­ໄຫວ​ຂອງ​​ໂຮງ​ຈັກ​ໂຮງງານ​ໃນ​ເຂດ​ອຸດ­ສາ­ຫະ­ກຳ​ໄດ້​ທຳ­ລາຍ​ລະ­ບົບ​ຊົນລະ­ປະ­ທານ, ເຮັດ​ໃຫ້​ທົ່ງ​ນາ​ບາງ​ບ່ອນ​ຖືກ​​ແຫ້ງ​ແລ້ງ, ບາງ​ບ່ອນ​ຖືກ​ນ້ຳ​ຖວ້ມ ແລະ ເປັນ​ມົນ​ລະ​ພິດ​ແຫຼ່ງ​ນ້ຳ​ຊົນ­ລະ­ປະ­ທານ, ກໍ່​ຜົນ​ຮ້າຍ​ອັນໜັກໜ່ວງ​ໃຫ້​ແກ່​ການ​ຜະ­ລິດ​ກະ­ສິ­ກຳ.

ເບິ່ງ​ລວມ​ແລ້ວ, ສ່ວນ​ຫຼາຍ​ບັນດາ​ເຂດ, ກຸ່ມ, ຈຸດ​ອຸດ­ສາ­ຫະ­ກຳ​ໃນ​ທົ່ວ​ປະ­ເທດ ​ຍັງ​ບໍ່​​ຕອບ​ສະໜອງ​​ໄດ້​ກັບ​ມາດ­ຕະ­ຖານ​ກ່ຽວ​ກັບ​ສິ່ງ­ແວ­ດລ້ອມ​ຕາມ​ກຳ­ນົດ. ສະ­ພາບ​ຕົວ​ຈິງ​ນີ້ໄດ້​ເຮັດ​ໃຫ້​ສະ­ພາບ​ແວດ​ລ້ອມ​ລະ­ບົບ​ນິ­ເວດ​ຢູ່​ເຂດ, ກຸ່ມ, ຈຸດ​ອຸດ­ສາ­ຫະ­ກຳ​ດັ່ງ­ກ່າວ ແລະ ທ້ອງ​ຖິ່ນ​ທີ່​ອ້ອມ​ຂ້າງ​ຫຼາຍ​ແຫ່ງ​ ​ຖືກ​ມົນ​ລະພິດ​ຢ່າງ​ຮ້າຍ​ແຮງ. ຕາມ​ການ​ສະ​ຖິຕິ​ຂອງ​ສະ­ມາ​ຄົມ​ໝູ່​ບ້ານ​ອາ­ຊີບຫວຽດ­ນາມ, ປະ­ຈຸ​ບັນ​ນີ້ ​ໃນ​ທົ່ວ​ປະເທດ​ໄດ້​ມີ​ໝູ່​ບ້ານ​ອາ­ຊີບ​ເປັນ​ຈຳ­ນວນ 2.790 ແຫ່ງ, ໃນ​ນັ້ນ​ມີໝູ່​ບ້ານ​ອາ­ຊີບທິ່​ເປັນ​ມູນ­ເຊື້ອ​ 240 ແຫ່ງ, ໄດ້​ແກ້​ໄຂ​ດ້ານ​ວຽກ​ເຮັດ​ງານ​ທຳ​ໃຫ້ຜູ້​ອອກ​ແຮງ​ງານ​ 11 ລ້ານ​ຄົນ​, ລວມ​ທັງ​ຄົນ​​ງານ​ເປັນປົກກະຕິ ແລະ ຄົນ​​ງານ​ບໍ່​ເປັນປົກກະຕິ. ແຕ່​ວ່າ, ສະ­ພາບ​ມົນ​ລະພິດສິ່ງ​ແວດ​ລ້ອມ​ລະ­ບົບ​ນິ­ເວດ​ຢູ່​ບັນ­ດາ​ໝູ່​ບ້ານ​ອາ­ຊີບ ­ຕົ້ນຕໍ​ແມ່ນຍ້ອນ​ຖ່ານ ​ຂີ້​ຝຸ່ນ ແລະ ​ອາຍ​ CO, CO2, SO2 ທີ່​ປ່ອຍ​ອອກມາ​ໃນລະຫວ່າງ​ການ​ຜະ­ລິດ​ນັ້ນ ​ສູງ​ພໍ​ສົມ​ຄຸນ, ບໍ່​ພຽງ​ແຕ່​ສົ່ງຜົນ​ກະທົບ​ໂດຍ​ກົງ​ເຖິງ​ຊີວິດ, ການ​ດຳ­ລົງ​ຊີ­ວິດ ແລະ ສຸຂະ­ພາບ​ຂອງ​ປະ­ຊາ­ຊົນ​ຢູ່​ໝູ່​ບ້ານ​ອາ­ຊີບ​ເທົ່າ​ນັ້ນ ຫາກ​ຍັງ​ສະ­ທ້ອນ​ເຖິງ​ປະຊາຊົນ​ຜູ້​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ຂອບ​ເຂດ​ອ້ອມ​ຂ້າງ. ນີ້​ກໍ່​ແມ່ນ​ສາຍ­ເຫດ​ທີ່ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງທາງ​ສັງ­ຄົມ​ທີ່​ເຄັ່ງ​ຮ້ອນ.

ຢູ່​​ບັນ­ດາຕົວ​ເມືອງ​ໃຫຍ່, ສະ­ພາບ​ມົນ​ລະ​ພິດ​ກໍ່​​ໄດ້​ເຖິງລະ­ດັບ​ເປັນ​ອັນ­ຕະ­ລາຍທີ່​ໜ້າ​ຕົກ​ໃຈ. ນັ້ນ​ແມ່ນ​ບັນດາ​​ມົນ​ລະ​ພິດ​ກ່ຽວ​ກັບ​ນ້ຳ​ເສຍ, ຂີ້​ເຫຍື້ອ​ຄົວ​ເຮືອນ, ສິ່ງ​ເສດ​ເຫຼືອ​ທາງການ​ແພດ​, ສຽງ​ອຶກ​ກະ​ທຶກ​...  ນ້ຳ​ເສຍ, ຂີ້​ເຫຍື້ອ​ຄົວ​ເຮືອນ​ຢູ່​ຕົວ​ເມືອງ​ສ່ວນ​ຫຼາຍ​ຖືກ​ຖິ້ມ​ໃສ່​ສະ­ພາບ​ແວດ​ລ້ອມ​ ເຊິ່ງ​ບໍ່​ມີ​ມາດ​ຕະ­ການ​ແກ້​ໄຂ​ສິ່ງແວດລ້ອມ​​ແຕ່ຢ່າງ­ໃດ, ນອກ​ຈາກການ​ຂົນ­ສົ່ງ​​ໄປ​ເທ​ຢູ່​ສະຖານ​ທີ່​ຝັງ​ຂີ້​ເຫຍື້ອ​ເທົ່ານັ້ນ. ຕາມ​ການ​ສະ​ຖິຕິ​ຂອງ​ອົງການ​ຮັບຜິດຊອບ, ໃນ​ແຕ່​ລະ​ມື້​ປະ­ຊາ­ຊົນ​ຢູ່​ຕົວ​ເມືອງ​ໃຫຍ່​ໄດ້ປ່ອຍ​ຂີ້​ເຫຍື້ອ​ເປັນ​ຫຼາຍພັນ​ໂຕນ; ບັນ­ດາ​ພື້ນຖານການ​ຜະ­ລິດ​ໄດ້​ລະ­ບາຍ​ນ້ຳ​ເສຍ​ທີ່​ມີ​ຜົນ​ຮ້າຍ​ເປັນ​ຫຼາຍ​ພັນແມັດກ້ອນ; ບັນດາພາຫະນະຄົມມະນາຄົມ​ໄດ້ປ່ອຍ​​ຂີ້­ຝຸ່ນ, ອາຍ​ເສຍ​ທີ່​ມີ​ຜົນ​ຮ້າຍ​ເປັນ​ຫຼາຍ​ຮ້ອຍ​ໂຕນ. ໃນ​ຈຳນວນ 34 ໂຕນ​ສິ່ງ​ເສດ​ເຫຼືອ​ທີ່​ເປັນ​ຂອງ​ແຂງທາງ​ການ​ແພດ​ໃນ​ແຕ່​ລະ​ມື້, ຮ່າ​ໂນ້ຍ ແລະ ນະ­ຄອນ​ໂຮ່​ຈີ​ມິນ ໄດ້​ກວມ​ເອົາ​ເຖິງ 1/3; ບັນ­ຍາ­ກາດ​ຂອງ​ຮ່າ​ໂນ້ຍ ແລະ ນະ­ຄອນ​ໂຮ່​ຈີ​ມິນ​ມີ​ປະ­ລິ­ມານ​ທາດ​ເບນ​ຊີນ ແລະ SO2 ຢູ່​ລະ­ດັບທີ່​ຕ້ອງ​ສົ່ງ​ສັນ­ຍານ​ເຕືອນ​ໄພ. ຕາມ​ຜົນ­ງານ​ແຫ່ງ​ການ​ຄົ້ນຄວ້າ​ທີ່​ໄດ້​ປະ­ກາດ​ໃນ​ປີ 2008 ຂອງ​ທະ­ນາ­ຄານ​ໂລກ, ໃນ 10 ແຂວງ-ນະຄອນ​ຂອງ​ຫວຽດ­ນາມ, ຈັດ​ຕາມ​ລະ​ດັບມົນ​ລະພິດ​ດິນ, ນ້ຳ, ອາ­ກາດນັ້ນ ​ນະ­ຄອນ​ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ ເປັນທ້ອງ​ຖິ່ນ​ທີ່​ຖືກ​ມົນ​ລະ​ພິດ​ດິນ​ຮ້າຍ​ແຮງ​ທີ່​ສຸດ. ຕາມ​ບົດ​ລາຍ​ງານ​ຂອງ​ໂຄງການ​ສິ່ງ­ແວ­ດລ້ອມ​​ແຫ່ງ​ສະ­ຫະ​ປະ­ຊາ​ຊາດ, ຮ່າ​ໂນ້ຍ ແລະ ​ນະ­ຄອນ​ໂຮ່​ຈີ​ມິນ ເປັນ​ອັນ​ດັບ​ໜຶ່ງ​​ໃນ​ທະວີບອາ­ຊີ ກ່ຽວ​ກັບ​ການ​ມົນ​ລະພິດ​ດ້ານ​ຂີ້ຝຸ່ນ.

ໃນ​ເດືອນເມ­ສາ 2016, ເຂດ​ກຸ່ມ​ຜະ­ລິດ​ເຫຼັກ​ຟໍ​ໂມ​ຊາ (ໃຕ້​ຫວັນ) ຢູ່​ແຂ​ວງ ຮ່າ​ຕິ້ງ ໄດ້​ກໍ່​​ມະ­ຫາ​ໄພ​ສິ່ງແວ­ດລ້ອມ​ທີ່​ຮ້າຍ​ແຮງ ​ໃນ​ຂອບ​ເຂດ​ອັນ​ກວ້າງ­ຂວາງ​ຢູ່​ 4 ແຂວງ​ລຽບ​ຕາມ​ທະ­ເລ​ພາກ​ກາງ­ຂອງ​ປະ­ເທດ​ຫວຽດນາມ ຊຶ່ງ​ເປັນ​ຜົນ​ຮ້າຍ​ໜັກ­ໜ່ວງ​ທີ່​ສຸດ.

​ໃນ​ບົດ​ລາຍ​ງານ​ວິ­ທະ­ຍາ­ສາດ​ລວມ​ມີ 54 ໜ້າ ຂອງ 20 ສະ​ຖາ​ບັນ​ຄົ້ນ­ຄວ້າ​ສະ­ເພາະ​ຂະ­ແໜງ­ການ​ຂຶ້ນ​ກັບສະ​ຖາ​ບັນບັນດິດ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ­ນາມ ໄດ້ຢັ້ງຢືນ​ຂໍ້​ມຸນ​ຂ່າວ­ສານ, ຫຼັກ​ຖານ​ວິທະຍາສາດ​ທີ່​ຖືກ­ຕ້ອງ​ຊັດ​ເຈັນ​ຢ່າງ​ຄົບ​ຖ້ວນ​ ເພື່ອ​ອາດ​ສາ­ມາດ​ສະ­ຫລຸບ​ສາຍ­ເຫດ ແລະ ຕົວ​ການ​ທີ່​ກໍ່​ເປັນ​ມະຫາ​ໄພ​ສິ່ງແວດລ້ອມ​ທີ່​ຮ້າຍ​ແຮງ​ນີ້​ແລ້ວ.

ຟໍ​ໂມ​ຊາ ຮ່າ​ຕິ້ງ ແມ່ນ​ກຸ່ມ​ຜະ­ລິດ​ເຫຼັກ​ຂະ­ໜາດ​ໃຫຍ່ ທີ່​ມີ​ຈຳ­ນວນ​ທຶນ​ລົງ­ທຶນ​ທັງ​ໝົດ​ຄາດ​ວ່າ​ຈະ​ເປັນ 28 ຕື້ໂດ​ລາ​ສະ­ຫະ­ລັດ (ໄລ­ຍະ​ທີ​ໜຶ່ງ​ມີ​ລະ­ດັບ​ການ​ລົງ­ທຶນ​ເປັນ 10 ຕື້​ໂດ​ລາ​ສະ­ຫະ­ລັດ), ລວມ​ມີ​ເຂດ​ກຸ່ມ​ຜະ­ລິດ​ຂາງ​ເຫຼັກກ້າ​ທີ່​ມີສະ­ມັດ​ຕະ​ພາບ 22,5 ລ້ານ​ໂຕນ​ຕໍ່​ປີ, ທ່າ­ເຮືອ​ນ້ຳ​ເລິກ​ໜຶ່ງ​ແຫ່ງ ແລະ ​ກຸ່ມ​ຜະ­ລິດ​ພະລັງງານໄຟຟ້າ ມີ 5 ໜ່ວຍ​ຈັກ x 150MW ສະ­ໜອງ​ໄຟ­ຟ້າ​ທີ່​ຕ້ອງ­ການ​ໃຫ້​ແກ່​ເຂດ​ປະ­ສົມ​ທັງ​ໝົດ​ແຫ່ງ​ນີ້. ໂຄງ­ການກວມ​ເນື້ອ​ທີ່​ດິນແລະ​ໜ້າ­ນ້ຳ​ 3.300 ແຮກ​ຕາ, ​ໃບ​ອາ​ນຸ​ຍາດ​ມີ​ອາຍຸ 70 ປີ​ ແຕ່​ວ່າ​ມຸນ​ຄ່າ​ໃນ​ການ​ລົງທຶນ​ໃຫ້​ແກ່​­ການ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ຊ້ຳ­ພັດ​ຕ່ຳ​ທີ່​ສຸດ.

ຕາມ​ຄວາມ​ຄິດ​ເຫັນ​ຂອງ​ບັນ­ດາ​ຜູ້​ຊ່ຽວ­ຊານ​ ສຳ­ລັບ​ປະ­ເພດ​ການ​ຜະ­ລິດ​ເຫຼັກ​ຂະ­ໜາດ​ໃຫຍ່​ຄື ຟໍ​ໂມ​ຊາ ທີ່ນຳ​ໃຊ້​ຖ່ານ​ຫິນຄຸນ​ນະພາ​ບຕ່ຳ​ເພື່ອ​ຫຼອມ​ຖ່ານ​ຫິນ​​ໂຄ້ກ​ແບບ​ນີ້ ຈະ​ຕ້ອງ​ລົງ­ທຶນ​ໃຫ້​ແກ່​ລະ­ບົບ​ແກ້​ໄຂ​ສິ່ງແວດລ້ອມ​ກວມ​ເຖິງ 15% - 20% ມູນ​ຄ່າ​ທັງ​ໝົດ​ຂອງ​ໂຄງ­ການ. ແຕ່​, ໃນ​ສະ­ພາບ​ຕົວ​ຈິງ ຟໍ​ໂມ​ຊາ​ໄດ້​ລົງ­ທຶນ​ໃຫ້​ແກ່​ການ​ຮັບ­ປະ­ກັນ​ສິ່ງ­ແວ­ດລ້ອມດ້ວຍ​ຈຳນວນ​ເງິ​ນໜ້ອຍ​ທີ່​ສຸດ. ຍິ່ງ​ກວ່າ​ນັ້ນ, ໂຄງ­ການ​ຟໍ​ໂມ​ຊາ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳໃຊ້ເຕັກ​ໂນ​ໂລ​ຊີ “ຫຼອມ​ຖ່ານ​ຫິນ​​ໂຄ້ກແບບ​ແຫ້ງ” ແຕ່​​ໃນການ​ກໍ່­ສ້າງພວກ​ເຂົາ​ຊ້ຳ­ພັດ​ສໍ້​ສົນ​ປ່ຽນ­ແປງ​ດ້ວຍ​ເຕັກ​ໂນ​ໂລ​ຊີ “ຫຼອມ​ຖ່ານ​ຫິນ​​ໂຄ້ກແບບປຽກ” ​ແລະ ພວກ​ເຂົາໄດ້​ປ່ອຍ​ສິ່ງ​ເສດ​ເຫຼືອທີ່​ເປັນສານພິດ ​ໄຊ​ຢາ​ໄນ, ຟີ​ນອນ (Cyanua, Phenol) ​ອອກສູ່​ທະ­ເລ​ເປັນ​ຈຳ­ນວນ​ຫຼາຍ​ທີ່​ສຸດ ແລະ ​ເມື່ອສານ​ຜິດ​ເຫຼົ່າ​ນີ້​ເປັນ​ຜຶກຢູ່​ໃຕ້​ນ້ຳ​ທະ​ເລ ​ມັນ​ຈະ​ກາຍ​ເປັນ “ຮັງ​ສານ​ຜິດ” ເຄື່ອນ​ທີ່​ຕາມ​ກະ­ແສ​ທະ­ເລ ​ກໍ່​ເປັນ​ການ​ທຳ­ລາຍລ້າງ​ສັດ​ປາອາ­ຫານ​ທະ­ເລ, ດອກ​ຫິນປະ​ກາ​ລັງ ແລະ ສິ່ງ​ທີ່​ມີ​ຊີ­ວິດ​ຢູ່​ໃນ​ນ້ຳ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ແລະແກ່­ຍາວ​ ລຽບ​ຕາມ​ຝັ່ງ​ທະ­ເລ​ແຕ່​ແຂວງ ຮ່າ​ຕິງ ລົງ​ຮອດ ເທື່ອ​ທຽນ-ເຮວ້. ຜົນ​ຕາມ​ມາ​ຂອງ​ມະ­ຫາ​ໄພ​ສິ່ງ­ແວ­ດລ້ອມ​ອັນ​ຮ້າຍ​ແຮງ​ແສນ​ສາ­ຫັດ​ນີ້​ ​ຍັງຕ້ອງ​ເສຍ​ເວ­ລາ​ດົນ​ນານ​ຫຼາຍຈຶ່ງ​ຈະ​ຟື້ນ​ຟູ​​ແນວ​ປະ​ກາ​ລັງ​​ເພື່ອ​​ໃຫ້​ກຸ້ງ​ຫອຍ ປູປາ​ມາ​ດຳ­ລົງ​ຊີ­ວິດຢູ່​ໄດ້.

ເພື່ອ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຫວຽດ­ນາມຕ້ອງ​ມີ​ວິທີ​ແກ້​ທີ່ສັກສິດ ນັບແຕ່​ຍຸດ​ທະ​ສາດ, ນະໂຍບາຍ​ແຫ່ງ​ຊາດ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ລະ­ບົບ​ການ­ເມືອງ​ທັງ​ໝົດ; ຕ້ອງມີ​ຄວາມ​ທ່ຽງ​ທຳ, ໂປ່ງ​ໃສ ແລະ ຂະຫຍັນ​ຂັນ​ເຄື່ອນ​ຍິ່ງ​ກວ່າ​ອີກ​ຂອງບັນດາ​ກະ­ຊວງ, ຂະ­ແໜງ­ການ​ຄຸ້ມ​ຄອງ​ສິ່ງ­ແວ­ດລ້ອມ; ຕ້ອງ​ມີຄວາມ​ສະ­ຫຼາດ​ສ່ອງ​ໃສ, ບໍ່​​ແຂ່ງ­ຂັນ​ດຶງ​ດູດ​ການ​ລົງ­ທຶນ​ແບບ “​ໃຫ້ຈົນ​ໄດ້​ໂດຍ​ບໍ່​​ຄິດ​ໄລ່ຄວາມ​ເສຍ​ຫາຍ” ບໍ່​ຕີ​ລາຄາ​​ຜົນກະທົບ​ເຖິງ​ສິ່ງ​ແວດ​ລ້ອມ. ພິເສດ, ຕ້ອງ​ປະ­ຕິ­ບັດ​​ໃນ​ພາກ​ຕົວ​ຈິງ​ ທັດ­ສະ­ນະທີ່​ວ່າ “ປະ­ຊາ­ຊົນ​ຮູ້, ປະ­ຊາ­ຊົນ​ປຶກ​ສາ​ຫາ­ລື, ປະຊາ­ຊົນ​ກວດກາ” ກ່ຽວ​ກັບ​ບັນ­ຫາ​ສິ່ງ­ແວ­ດລ້ອມ. ຕາມ​ນັ້ນ, ຕ້ອງ​ປະ­ຕິ­ບັດ​ເປັນ​ຢ່າງດີ​ທີ່​ສຸດ​ ພາລະບົດບາດ​ຕິດຕາມ​ກວດກາ ​ຂອງ​ສະ­ພາ​ແຫ່ງ​ຊາດ​ ຕໍ່​ບັນ­ດາ​ໂຄງ­ການ​ທີ່ກະທົບ​ໄວ​ຕໍ່​ສິ່ງ­ແວ­ດລ້ອມ. ເປີດ­ເຜີຍ​​ເຜີຍ​ແຜ່ລາຍ​ງານປະ​ເມີນ​ຜົນ​ກະທົບ​ສິ່ງ­ແວ­ດລ້ອມ​ທັງ​ໝົດ ຕໍ່ສື່​ມວນ­ຊົນ. ຊ່ວຍໃຫ້​ນັກ­ວິ­ທະ­ຍາ­ສາດສາມາດ​ເຂົ້າ​ເຖິງ​ເອກະສານທັງ​ໝົດ ​ເພື່ອ​ຄົ້ນ​ຄວ້າ, ​ປະ­ກອບ​ຄຳ​ຄິດ​ຄຳເຫັນ ແລະ ວິພາກວິ­ຈານ​. ສົ່ງ­ເສີມ​ໂດຍ​ບໍ່​ຈຳ­ກັດ​ສິດທິ​ຂອງ​ນັກ​ຂ່າວ ​ໃນ​ການ​ເຄື່ອນ​ໄຫວສືບສວນ​ຂ່າວ​ຄາວ ຂຽນ​ບົດ ສົ່ງ​ຂ່າວ​ກ່ຽວ​ກັບ​ໂຄງ­ການ​ທີ່​ມີ​ບັນ­ຫາທາງ​ດ້ານ​ສິ່ງ­ແວ­ດລ້ອມ (ຍົກເວັ້ນ​​ໂຄງການ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ­ຫງົບ ຫຼື​ບັນ­ດາ​ໂຄງ­ການ​ທີ່​ມີ​ຄວາມ​ລັບ​ແຫ່ງ​ຊາດ). ​ເຮັດຄື​ແນວ​ນັ້ນ​ຈຶ່ງ​ສາມາດແກ້​ໄຂ​ຜ່ານ​ຜ່າ​​ເທື່ອລະ​ກ້າວສະພາບ​ມົນ​ລະ​ພິດ​ສິ່ງ­ແວ­ດລ້ອມ​ທີ່​ສັບສົນຮ້າຍ​ແຮງ ແລະ ​ແກ້​ໄຂ​ຍາກ​ຄື​ປັດຈຸບັນ​ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກໍ່­ສ້າງປະ​ເທດຫວຽດ­ນາມ​ໃຫ້​ກາຍ​ເປັນ​ດິນ​ແດນ​​ແຫ່ງ​ຄວາມປອດ​ໄພ​ໃນ​ສາຍ­ຕາ​ຂອງ​ເພື່ອນ​ມິດ­ສາ​ກົນ./.

                                                ຮສ, ປອ ຟ້າມ​ງອກ​ຫຼາງ
ຮອງ​ປະ­ທານ ສະ​ຖາ​ບັນບັນດິດວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ­ນາມ

------------------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 886 (ເດືອນ​ສິງ­ຫາ2016)

(1) UN Human Development Report 2004 (http://hdr.undp.org/en/content/human-development-report-2004)

(2) http://www.dailymail.co.uk/news/article- 1221021/Maldives-underwater-cabinet meeting-held-highlight-impact-climate-change.html

(3) McGranahan, G.D. Ball ແລະ B. Anderson (2007): The rising tide: Asessing the risks of climate change an human settlements in low elevation coastal zones. Environment & Urbanizaiton

(4) Bristish Broadcasting Corporation (BBC) (2005): Sea wall “saves Maldives capital”, http://news.bcc.co.uk/go/pr/fr/-/2/hi/south_asia/4161491.stm

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ