ວັນພຸດ, 26/7/2017
ບາງມາດຕະການປ້ອງກັນ ແລະ ຮັບມືກັບໄພຄຸກຄາມ ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ຢູ່ຫວຽດນາມປະຈຸບັນ
22/1/2017 19:33' ສົ່ງ ພິມ
ໄພນ້ຳຖ້ວມຄຸກຄາມຊີວິດການເປັນຢູ່ຂອງປະຊາຊົນ. (ພາບ: TTXVN)

ຍ້ອນ​ບັນດາ​ຈຸດ​ພິ​ເສດ​ດັ່ງກ່າວ​ເທິ​ງນີ້, ສຳລັບ​ແຕ່​ລະ​​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມອັນ​ລະອຽດ ​ແມ່ນ​ຕ້ອງ​ມີ​ວິທີ​ແກ້​ທີ່​ສົມ​ຄູ່​ທາງ​ດ້ານ​ຮູບ​ການຈັດ​ຕັ້ງ​ກຳລັງ, ​ເຈົ້າພາບ​ດຳ​ເນີນ​ການ, ​ແຫຼ່ງພະລັງ​ ​ແລະ ວິທີ​ການ​ປະຕິບັດ​ງານ... ຍາກ​ທີ່​ຈະ​ໝູນ​ໃຊ້​ວິທີ​ການ​ອັນ​ລະອຽດ​ໃນ​ການ​ປ້ອງ​ກັນ, ຮັບ​ມື, ຄວບ​ຄຸມ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມນີ້ ​ໃຫ້​ແກ່​ການ​ປ້ອງ​ກັນ, ຮັບ​ມື, ຄວບ​ຄຸມ​ບັນດາ​ໄພ​ຄຸກ​ຄາມຄວາມປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມອື່ນ. ຢູ່​ນີ້​ຂໍ​ຍົກ​ພຽງບັນດາ​ວິທີ​ແກ້​ໄຂ​ລວມ ກ່ຽວ​ກັບ​ການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຮັບ​ມືກັບບັນດາ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໃນ​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ປະ​ເທດ​ຫວຽດນາມ.

ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນດາ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມຄື ຄວາມ​ປອດ​ໄພ​ຂອງ​ຄົນ, ຄວາມ​ປອດ​ໄພ​ສາທາລະນະ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດຊາດ

​ໃນ​ບັນດາ​ເອກະສານ​ຂອງ​ພັກກອມ​ມູນິດ​ຫວຽດນາມ​ໄດ້​ຂຽນ​ກ່ຽວ​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຊຶ່ງ​ມີ​ບາງ​ຈຸດ​ທີ່​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ດັ່ງ​ນີ້: 1- ພັກ​ເຮົາ​ຍາມ​ໃດ​ກໍ່​ຕັ້ງ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຢູ່​ຄຽງ​ຂ້າງ​ກັບ​ຄວາມ​ປອດ​ໄພ​ແບບ​ດັ້ງ​ເດີມ, ​ໃນ​ນັ້ນ​ໄພ​ຄຸກ​ຄາມ​ຄວາມ​ປອດ​ໄພ​ແບບ​ດັ້ງ​ເດີມ​ເຖິງ​ວ່າ​ຍັງ​ຊ້ອນ​ແຝງ​ຢູ່ ​ແລະ ສະ​ແດງ​ອອກ​ໃນບັນດາຮູບ​ການ, ລະດັບ​ທີ່​ຕ່າງ​ກັນກໍ່ຕາມ, ​ແຕ່​ທ່າ​ອຽງສັນຕິພາບ​ຍັງ​ເປັນ​ຫຼັກ, ສ່ວນ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ພັດພວມ​ພົ້ນ​ເດັ່ນ​ຂຶ້ນ​ຢ່າງ​ເຄັ່ງຮ້ອນ; 2- ບັນດາ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມພວມຜັນ​ແປ​ຢ່າງ​ສັບສົນ ​ຍ້ອນ​ດ້ານ​ລົບ​ຂອງ​ການ​ໂລກາ​ພິວັດ, ຂອງ​​ເສດຖະກິດ​ຕະຫຼາດ, ຂອງ​ການ​ນຳ​ໃຊ້​ນະ​ວັດຕະ​ກຳ​ວິທະຍາສາດ - ​ເຕັກ​ໂນ​ໂບຊີ; 3- ກຳນົດ​ຮູບ​ແບບ​ໄພ​ຄຸ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ປະກອບ​ດ້ວຍ: ຄວາມ​ປອດ​ໄພ​ຂອງ​ຄົນ, ຄວາມໝັ້ນຄົງ​ດ້ານ​ການ​ເງິນ, ຄວາມ​ໝັ້ນຄົງ​ດ້ານພະລັງງານ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການ​​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລຄາ​ພະຍາດ... ຂອບ​ເຂດ​ຂອງ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຍັງຈະ​ເປີດ​ກວ້າງ ​ແລະ ຜັນ​ປ່ຽນ​ສັບສົນ​ທີ່​ສຸດ, ຊຶ່ງ​ຕ້ອງ​ສືບຕໍ່ຕິດຕາມ, ຄົ້ນຄວ້າ ​ແລະ ​ເພີ່ມ​ເຕີມ​ຢ່າງ​ທັນ​ການ; 4- ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ບໍ່​​ພຽງ​ແຕ່​ເກີດ​ຂຶ້ນ​ຢູ່​ຫວຽດນາມ​ເທົ່າ​ນັ້ນ​ ​ແຕ່​ມັນ​ມີ​ລັກສະນະ​ທົ່ວ​ໂລກ; 5- ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມຈຳນວນ​ໜຶ່ງ​ສາມາດ​ຜັນ​ປ່ຽນ​ເປັນຄວາມ​ປອດ​ໄພ​ແບບ​ດັ້ງ​ເດີມ​ເຊັ່ນ ການ​ປະ​ທະ​ກັນ​ລະຫວ່າ​ງຊົນ​ເຜົ່າ, ສາສະໜາ, ການ​ກໍ່​ການ​ຮ້າຍ, ການ​ຈະລາຈົນການ​ເມືອງ.

ບົນ​ພື້ນຖານ​ບັນດາ​ທັດສະນະ​ຂອງ​ພັກ ຕ້ອງ​ເຮັດ​ໃຫ້​ລະບົບ​ການ​ເມືອງ​ທັງ​ໝົດ, ບັນດາ​ອົງການ​ຮັບຜິດຊອບການ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ວົງ​ການ​ນັກທຸລະກິດ ​ແລະ ປວງ​ຊົນ ມີ​ຄວາມ​ຮັບ​ຮູ້​ຢ່າງ​ພຽງພໍ​ກ່ຽວ​ກັບບັນດາ​ສິ່ງ​ທ້າ​ທາຍ, ການ​ກະທົບ, ຜົນ​ສະທ້ອນ​ຂອງຄວາມ​​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ມີ​ຕໍ່​ຊີວິດ​ຂອງ​ຄົນ, ສາທາລະນະ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ​ໃນ​​ແງ່​ມູມ​ຄວາມ​ປອດ​ໄພ​ຂອງ​ມະ​ນຸດ, ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ກະທົບ​ເຖິງສຸ​ຂະພາ​ບກາຍ​ແລະ​ສຸຂະພາບ​ຈິດ ​ຂອງ​ມະນຸດ​ເຊັ່ນ ​ໂລກລະບາດ​ຢ່າງ​ໄວ, ການຄ້າ​ແລະ​ການນຳ​ໃຊ້​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ (​ເດັກນ້ອຍ, ຜູ້ຍິງ, ອົບ​ພະຍົບຜິດ​ກົດໝາຍ). ໃນ​​ແງ່​ມູມຄວາມ​ປອດ​ໄພ​ສາທາ​ລະ​ນະ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມປະກົດ​ຂຶ້ນ​ເມື່ອ​ເກີດ​ສະພາບ​ຄວາມ​ຂາດ​ແຄນ​ສະບຽງ​ອາຫານ, ຂາດ​ແຄນ​ແລະ​​ແກ່ງ​ແຍ້​ງຊັບ​ພະຍາກອນ​ນ້ຳ, ພະລັງງານ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ການ​ກັກ​ຕູນ​ການ​ເງິນ​ແລະ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ. ໃນ​​ແງ່​ມູມ​ອະທິປະ​ໄຕ​ແຫ່ງ​ຊາດ, ຫຼາຍ​ບັນ​ຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ໄດ້​ເປັນ​ໄພ​ຄຸກ​ຄາມ​ໂດຍ​ກົງ, ອາດ​ຈະ​ຜັນ​ປ່ຽນ​ເປັນຄວາມ​ປອດ​ໄພ​ແບບ​ດັ້ງ​ເດີມ. ໃນ​​ແງ່​ມູມຄວາມ​ໝັ້ນຄົງ​ຂອງໂລກ, ບັນດາ​ບັນຫາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ແລະ​ເດີນ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ, ການ​ອົບ​ພະຍົບຂ້າມ​ແດນ, ​ໂລຄາ​ພະຍາດ​ທີ່​ແຜ່​ລາມ​ຢ່າງ​ໄວ​ໃນ​ຄົນ ​ແລະ ສັດ-ພືດ... ລ້ວນ​ແຕ່​ສົ່ງຜົນ​ກະທົບຂ້າມ​ຊາດ ຊຶ່ງ​ບໍ່​ມີ​ປະ​ເທດ​ໃດ​ທີ່​ສາມາດ​ແກ້​ໄຂ​ດ້ວຍ​ຕົນ​ເອງ​​ແຕ່​ປະ​ເທດ​ດຽວໄດ້.

ຈາກ​ຄວາມ​ຮັບ​ຮູ້​ດັ່ງກ່າວ​ນັ້ນ, ​ແຕ່​ລະ​ອັດຕະພາບ​ຈາກ​ໜ້າ​ທີ່ຮັບຜິດຊອບ​ຂອງ​ຕົນ ຈຶ່ງ​ອາດ​ຈະຕັ້ງ​ສະຕິ, ​ເປັນ​ເຈົ້າ​ການ ​ໃນ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ຫຼາຍ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ເກີດ​ຂຶ້ນ​ມາ​ຈາກ​ປັດ​ໄຈ​ໂດຍມະນຸດ, ໝາຍ​ຄວາມ​ວ່າ ຍ້ອນ​ມະນຸດ​ສ້າງ​ຂຶ້ນ​ໂດຍ​ບັງ​ເອີນ ຫຼືຕັ້ງ​ໃຈ, ​ແລ້ວ​ເຖິງ​ທີ​ຂອງ​ມັນ ມັນ​ເປັນ​ໄພ​ຄຸກ​ຄາມ​ຕໍ່ຄວາມ​ປອດ​ໄພ​ຂອງ​ຄົນ, ຄວາມ​ປອດ​ໄພ​ສາທາລະນະ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ກວ້າງ​ກວ່າ​ແມ່ນ ຄວາມ​ໝັ້ນຄົງ​ຂອງ​ມະນຸດຊາດ. ​ເພາະສະ​ນັ້ນ, ການ​ປ້ອງ​ກັບ ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແມ່ນ​ໜ້າ​ທີ່​ທີ່​ພື້ນຖານ​ທີ່​ສຸດ, ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະຄົນ ​ແລະ ຊຸມ​ຊົນ​ສັງຄົ​ມ, ​ໂດຍ​ຜ່ານພຶດຕິ​ກຳ​ຕົວ​ຈິງ​ໃນ​ຊີວິດ​ປະຈຳ​ວັນ​ເຊັ່ນ ມີ​ສະຕິ​ຕັ້ງໜ້າ ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ລະບົບນິ​ເວດ, ມີ​ສະຕິ​ສ່ອງ​ໃສ​ທຸ່ນ​ທ່ຽງ ຕໍ່​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ​ການ​ໂລກາ​ພິວັດ, ສະຫຼາດ​ສ່ອງ​ໃສ ​ໃນ​ການ​ນຳ​ໃຊ້​ນະ​ວັດຕະ​ກຳ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ເຄົາລົບ ບັນດາ​ຄຸນຄ່າ​ທີ່​ແປກ​ຕ່າງ ​ແລະ ​ແບ່ງປັນ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ກຸ່ມ​ຊຸມ​ຊົນທີ່​ມີ​ລະດັບ​ຊີວິດ​ຕ່າງ​ກັນ​ໃນ​ສັງຄົ​ມ... ບົນ​ພື້ນຖານຄວາມ​ຮັບ​ຮູ້ທີ່​ໄດ້​​ຍົກ​ສູງ​ນັ້ນ ຈຶ່ງ​ສາມາດ​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ດ້ວຍ​ການ​ກໍ່ສ້າງ​ຢ່າງ​ຄົບ​ຊຸດ​ລະບຽບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ, ກົງ​ຈັກ ​ແລະ ບຸກຄະລາ​ກອນ.

ບັນຫາ​ໜຶ່ງ​ອີກ​ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ນັ້ນແມ່ນ​ເຮັດ​ໃຫ້​ທຸກ​ຄົນທົບ​ທວນຄືນ​ແລະ​ຕື່ນ​ຕົວ​ ກ່ຽວ​ກັບ​ໄພ​ຄຸກ​ຄາມ​ຕໍ່ຄວາມ​ປອດ​ໄພ​ຂອງ​ຄົນ, ຄວາມ​ປອດ​ໄພ​ສາທາລະນະ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດຊາດ. ກ່ຽວກັບ​ຄວາມ​ປອດ​ໄພ​ຂອງ​ຄົນ, ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ນາບ​ຂູ່​​ຄວາມ​ສາມາດ​ເຕີບ​ໃຫຍ່​ແຂງ​ແຮງ​, ​ໄດ້​ຮັບ​ຄວາມ​ປອດ​ໄພ​ແລະ​ສະ​ວັດ​ດີກາ​ນ, ໝາຍ​ຄວາມ​ວ່າ​ ມັນ​ນາບ​ຂູ່​ ສິດທິ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ຄົນ​ໃນ​ໂລກ​ປັດຈຸບັນ​ທັນ​ສະ​ໄໝ. ກ່ຽວ​ກັບ​ຄວາມ​ປອດ​ໄພ​ສາທາລະນະ, ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ນາບ​ຂູ່​ຄວາມ​ສາມາດ​ມີ​ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ຊຸມ​ຊົນ, ຊ້ຳ​ບໍ່ໜຳ​ມັນ​ເຮັດ​ໃຫ້​ທັງຊຸມ​ຊົນ ຊຸດ​ໂຊມ ຫຼື​ແຕກ​ທະລາ​ຍ ຍ້ອນ​ການ​ປະ​ທະ​ກັນ, ພັດ​ພາກ​ຈາກ​ກັນ, ​ໂລຄາ​ພະຍາດ, ບາດ​ເຈັບ ລົ້ມ​ຫາຍ​ຕາຍ​ຈາກ, ບໍ່​ມີ​ເງື່ອນ​ໄຂ​ຕວາ​ມປອດ​ໄພ​ໜ້ອຍ​ສຸດ​ໃຫ້​ແກ່​ການ​ພັດທະນາ, ​ເມື່ອ​ຖືກ​ການກະ​ທົບ​ຂອງ​ອຸບັດ​ເຫດ​ສິ່ງ​ແວດ​ລ້ອມ, ການ​ກໍ່​ການ​ຮ້າຍ, ການ​ປະ​ທະ​ກັນ​ລະຫວ່າ​ງຊົນ​ເຜົ່າ, ສາສະໜາ. ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ບັນດາ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໃນ​ລະດັບ​ຕ່ຳ​ຫຼື​ສູງ, ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມ ລ້ວນ​ແຕ່ນາບ​ຂູ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ນັບ​ແຕ່​ຄວາມ​ປອດ​ໄພ​ດ້ານ​ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຄວາມ​ໝັ້ນຄົງ​ດ້ານ​ວັດທະນະທຳ,... ຈົນ​ເຖິງ​ບັນດາ​ບັນຫາ​ຊົນ​ເຜົ່າ, ສາສະໜາ, ການ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ, ການ​ອົບ​ພະຍົບຂ້າມ​ແດນ...

ການຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ບັນດາ​ພາກສ່ວນ​ໃນ​ສັງຄົມ ກ່ຽວ​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ອາດ​ຈະ​ເຮັດ​ດ້ວຍ​ຫຼາຍ​ເສັ້ນທາງ, ວິທີ​ການ​ທີ່​ຕ່າງ​ກັນ. ກ່ອນ​ອື່ນ​ໝົດ​ແມ່ນ​ຜ່ານ ຮູບ​​ແບບການ​ສື່ສານ ​ເພື່ອ​ກະທົບ​ໃສ່​ຄວາມ​ຮັບ​ຮູ້​ຂອງ​ຊຸມ​ຊົນ​ສັງຄົມ, ປະກອບດ້ວຍ​ວິທະຍຸ​ກະ​ຈ່າຍ​ສຽງ, ​ໂທລະພາບ, ໜັງສືພິມ ​ແລະ ​ເຄືອ​ຂ່າຍອິນ​ເຕີ​ເນັດ. ຮູບ​ແບບ​ທີ​ສອງ ຄື​ ສະຫຼັບຊັບຊ້ອນ​ບັນດາມາດ​ຕະການ​ສຶກສາອົບຮົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ປະຊາຊົນ, ນັກທຸລະກິດ ກ່ຽວ​ກັບ​ບັນດາ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໃນ​ບັນດາ​ໂຄງການ, ​ແຜນການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ລະບົບນິ​ເວດ.

​ເປັນ​ເຈົ້າ​ການ, ຕັ້ງໜ້າ​ປ້ອງ​ກັນ, ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ

ທີ​ໜຶ່ງ, ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ລົງທຶນພັດທະນາ​ແບບ​ຍືນ​ຍົງ, ຍົກ​ສູງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ ລະບົບນິ​ເວດ. ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມຈຳນວນ​ໜຶ່ງ​ໄດ້​ເກີດ​ມາ​ຈາກ​ສະພາບ​ຕ້ານ​ການ​ພັດທະນາ ຫຼື​ພັດທະນາ​ຂາດ​ຄວາມ​ຍືນ​ຍົງ. ຢູ່​ນີ້, ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຕ້ອງ​ໄດ້​ສະ​ສົມ​ໃນ​ແຕ່ລະ​ແຜນ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ ​ແລະ ​ແຜນ​ງານ​ການ​ພັດທະນາ. ​ເລິກ​ເຊິ່ງກວ່າ​ອີກ​ແມ່ນ​ຮັບປະກັນການ​ເຊື່ອມ​ຕິດ​ລະຫວ່າງ ການ​ເຕີບ​ໂຕ​​ເສດຖະກິດກັບການ​ປະຕິບັດ​ຄວາມ​ກ້າວໜ້າ, ຍຸດຕິ​ທຳ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ ​ແລະ ​ແຕ່​ລະນະ​ໂຍບາຍ​ການ​ພັດ​ທະນາ; ຄວບ​ຄຸມ​ການ​ແບ່ງ​ຊັ້ນ​ສັງຄົມ; ຕັ້ງໜ້າ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ປະຊາຊົນ​ໂດຍ​ຜ່າ​ນລະບົບ​ສະຫວັດດີ​ການ​ສັງຄົມທີ່​ມີ​ຫຼາຍ​ຊັ້ນ ​ແລະຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​​ໄຫວ​ພິບ ​ເພື່ອ​ຮັບປະກັນ​ໃຫ້​ມະນຸດ​ມີ​ສິ່ງ​ແວດ​ລ້ອມ​ແລະ​ເງື່ອນ​ໄຂພັດທະນາຢ່າງ​ສົດ​ໃສ.

ທີ​ສອງ, ​ແບ່ງ​ຂົງ​ເຂດຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ມີ​ຈຸດ​ພິ​ເສດ​ຕ່າງ​ກັນ ​ເພື່ອ​ກຳນົດ​ກົນ​ໄກ, ​ແບບ​ວິທີ​ການ​ບໍລິຫານ ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ສອດຄ່ອງ. ສຳ​ລັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ເກີດ​ມາ​ຈາກ ຄວາມ​ສ່ຽງ​​ໃນຕະຫຼາດ (​ເຊັ່ນ ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ), ການ​ຮັບ​ມື​ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າຕ້ອງ​ເລີ່​ມຕົ້ນ​ດ້ວຍ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ປັບປຸງພາລະ​ບົດບາດ​ຂອງ​ລັດ, ​ແນ​ໃສ່ຫລຸດຜ່ອນ​ໃຫ້​ໄດ້​ຫຼາຍ​ສຸດ​ການ​ກະທົບ​ທາງ​ລົບ​ຂອງ​ຕະຫຼາດ​ເມື່ອ​ຕົກ​ໃສ່​ວິ​ກິດ​ການ. ສຳລັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ເກີດ​ມາ​ຈາກ​ດ້ານ​ລົບຂອງ​ການ​ໂລກາ​ພິວັດ, ຄວາມ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າສະ​ແດງ​ອອກ​ຢູ່​ທີ່​ການ​ຊຸກຍູ້​ຄວາມ​ຮ່ວມ​ມື​ສາກົນ ​ເພື່ອ​ປ້ອງ​ກັນ​​ແລະ​ຮັບ​ມືຢູ່​ໃນ​ກະ​ໂຕ​ປະ​ເທດ​ທີ່​ອາດ​ຈະ​ເກີດ​ມີ ​ແລະ ​ແຜ່​ລາມ​ໄພ​ຄຸກ​ຄາມຄວາມ​ສະຫງົບ​ບໍ່​ເປັນ​ແບບ​ດັ້ງ​ເດີມ (​ເຊັ່ນ ຄວາມ​​ປອດ​ໄພຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ການ​ອົບ​ພະຍົບຂ້າມ​ແດນ, ການ​ກໍ່​ການ​ຮ້າຍ, ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​​ຜູ້ຍິງ​ແລະ​ເດັກ). ສຳ​ລັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ເກີດມາ​ຈາກ​ດ້ານ​ລົບ​ຂອງ​ການ​ນຳ​ໃຊ້​ນະ​ວັດຕະ​ກຳ​ວິທະຍາສາດ - ​ເຕັກ​ໂນ​ໂບຊີ (​ເຊັ່ນ ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ​ໂລຄາ​ພະຍາດ​ບາງ​ຊະນິດ), ຄວາມ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສະ​ແດງ​ອອກ​ທີ່​ການ​ກໍ່ສ້າງ​ຖັນ​ແຖວ​ຜູ້​ຊ່ຽວຊານ​ທີ່​ມີ​ລະດັບ​ເຕັກ​ໂນ​​ໂລ​ຊີ​ສູງ, ມີ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປະສິດທິ​ຜົນ. ສຳລັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ເກີດ​ມາ​ຈາກ ການ​ຂັດ​ແຍ່ງ​ແກ່ງ​ແຍ້​ງຊັບພະຍາກອນ, ພະລັງງານ, ​ແຫຼ່ງນ້ຳ,... ຄວາມ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສະ​ແດງ​ອອກ​ທີ່ ການວາງ​ກຳນົດ​​ແຜນຍຸດທະ​ສາດພະລັງງານ​ປ່ຽນ​ແທນ, ຈຳກັດ​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ​ເຈລະຈາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ ໃນ​ການ​ແບ່ງປັນ​ການ​ຂຸດ​ຄົ້ນ​ແລະ​ນຳ​ໃຊ້ ບັນດາ​ແຫຼ່ງຊັບພະຍາກອນ. ສຳລັບ​​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຍ້ອນອຸບັດ​ຕິ​ເຫດ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ,... ຍ້ອນ​ລັກສະນະ​ບັງ​ເອີນ​ບໍ່​ເປັນ​ປົກກະຕິ​ຂອງ​ມັນ, ຄວາມ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສະ​ແດງ​ອອກ​ທີ່​ການ​ກໍ່ສ້າງລະບົບ​ເຕືອນ​ໄພ, ການ​ພະຍາກອນ, ການ​ປ້ອງ​ກັນ, ການ​ຈັດ​ວາງ​ກຳລັງ​ກັບ​ບ່ອນ ​ແລະ ກຳລັງ​ສະ​ເພາະ​ກິດ ​ໃຫ້​ມີ​ກຳລັງ​ພຽງພໍ​ເພື່ອ​ຮັບ​ມື, ກູ້​ໄພ​ກູ້​ຊີບ, ​ແກ້​ໄຂ​ວິ​ກິດ​ການ​ສິ່ງ​ແວດ​ລ້ອມ ​ແລະ ​ໄພພິບັດ​ທາງ​ທຳ​ມະ​ຊາດ.

ທີ​ສາມ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ບູລະນະ​ລະບົບ​ລະບຽບ​ກົດໝາຍ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ຍົກ​ສູງ​ລັກສະນະ​ແທດ​ເໝາະ​ຂອງ​ກົດໝາຍ​ຫວຽດນາມ​ກັບ​ກົດໝາຍ​ສາກົນ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕໍ່ ຄວາມ​ປອດ​ໄພທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ຄົ້ນຄວ້າ​ປັບປຸງ, ​ເພີ່ມ​ເຕີມລະ​ບົບລະບຽບ​ກົດໝາຍ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ບັນດາ​ບັນຫາ​ໃໝ່​ທີ່​ອາດ​ຈະ​ຄຸກ​ຄາມ​ຢ່າງ​ໜັກໜ່ວງ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ເຊັ່ນ​ຄວາມ​ປອດ​ໄພຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ, ຄວາມ​ໝັ້ນຄົງ​ດ້າງ​ແຫຼ່ງນ້ຳ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ແລະ​ເດີນ​ອາກາດ, ການ​ອົບ​ພະຍົບຂ້າມ​ແດນ ​ແລະ ບັນດາ​ບັນຫາ​ຊົນ​ເຜົ່າ, ສາສະໜາ... ສຳລັບ​ບັນດາ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຊຶ່ງ​ບັນດາ​ປະ​ເທດ​ສາມາດຊອກ​ຫາ​ຈຸດ​ທີ່​ຄ້າຍຄື​ກັນ​ໄດ້​ງ່າຍ ຍ້ອນ​ມີ​ຜົນ​ປະ​ໂຫຍ​ດລວມກັນ, ຕ້ອງ​ທົບ​ທວນຄືນ​ບັນດາ​ຈຸດ​ທີ່​ແຕກ​ຕ່າງ​ກັນ ລະຫວ່າງ​ກົດໝາຍ​ຫວຽດນາມ​ແລະ​ກົດໝາຍ​ສາກົນ ​ໃນ​ແຕ່ລະ​ຂົງ​ເຂດ ​ເພື່ອ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ​ໃຫ້​ມັນ​ສອດຄ່ອງ​ເໝາະ​ສົມ, ພິ​ເສດ​ແມ່ນ​ກົດໝາຍ​ກ່ຽວ​ກັບ: ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ແລະ​ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ, ການ​ຟອກ​ເງິນ; ການ​ເຄື່ອນ​ໄຫວ​ກັກ​ກັນ​ພະຍາດ​ສັດ/ພືດ, ຮັບ​ມື​ກັບ​ໂລຄາ​ພະຍາດ; ການ​ເຄື່ອນ​ໄຫວ​ທີ່​ເປັນ​ການ​ຄຸກ​ຄາມ​ຄວາມ​ປອດ​ໄພ​ຂອງ​​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຄວາມ​ປອດ​ໄພ​ໃນ​ການ​ບິນ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ປະມົງ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ແຫຼ່ງນ້ຳ, ການ​ຕ້ານ​ໂຈນ​ສະ​ລັດ... ນີ້​ແມ່ນ​ພື້ນຖານ​ກົດໝາຍ​ທີ່​ອຳນວຍ​ຄວາມ​ສະດວກ ​ໃຫ້​ບັນດາ​ປະ​ເທດ​ປະ​ສານສົມທົບ​ນຳ​ກັນ​ ໃນ​ການ​ປ້ອງ​ກັນ​ແລະ​ຕໍ່ສູ້ຕ້ານ​ໄພ​ຄຸກ​ຄາມ, ປະຕິບັດ​ການຊ່ວຍ​ເຫຼືອ​ທາງ​ດ້ານ​ກົດໝາຍ​ເຊິ່ງກັນ​ແລະ​ກັນ, ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ສຳລັບ​ບັນດາ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ກະທົບ​ໄວ, ສັບສົນ, ຊຶ່ງ​ແຕ່ລະ​ປະ​ເທດ​ຍ້ອນ​ຜົນ​ປະ​ໂຫຍ​ດຂອງ​ຕົນ ​ເຄີຍ​ມີ​ວິທີ​ເຂົ້າ​ເຖິງ​ແລະ​ການ​ຕີ​ຄວາມຂອງ​ຕົນ​ເອງ, ຍາກ​ທີ່​ຈະ​ດັດ​ແປງ​ກົດໝາຍ​ພາຍ​​ໃນປະ​ເທດ​ໃຫ້​ເໝາະ​ສົ​ມ​ໄດ້ (​ເຊັ່ນ ຄວາມ​ໝັ້ນຄົງ​ທາງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ປະມົງ, ຄວາມ​ປອດ​ໄພ​ຂ​ອງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ...), ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ​ທາງ​ດ້ານ​ການ​ຮ່ວມ​ມື ​ແລະ ການ​ຕໍ່ສູ້ ຢູ່​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ບົນ​ພື້ນຖານ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ - ຂອງ​ປະ​ເທດ ​ແລະ ​ແບ່ງປັນ​ຄວາມສົນ​ໃຈ​ຮ່ວມ​ກັນ​ກັບບັນດາປະ​ເທດ​ອື່ນ.

ທີ​ສີ່, ​ເປັນ​ເຈົ້າ​ການ​ໃນ​ລົງທຶນ​ກໍ່ສ້າງ​ກຳລັງ ​ໃຫ້​ແກ່​ການ​ບໍລິຫານຄວາມ​ປອດ​ໄພ​ທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໃນ​ແຕ່​ລະ​ຂົງ​ເຂດ, ​ແຕ່​ລະ​ພື້ນ​ທີ່, ​ແຕ່ລະ​ເນື້ອ​ໃນ​ລະອຽດ; ດຳ​ເນີນ​ການ​ຝຶກ​ຊ້ອມ​ເປັນ​ປົກກະຕິ ​ເພື່ອບໍ່​ຖືກ​ຕົກ​ໃສ່​ທ່າ​ຮັບ​ ເມື່ອສະຖານະ​ການ​ຜິດ​ປົກກະຕິ​ເກີດ​ຂຶ້ນ. ກໍ່ສ້າງ​ບັນດາ​ກຳລັງ​ວິຊາ​ສະ​ເພາະ​ການ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ມີ​ຈຳນວນ​ພຽງພໍ, ​ມີ​ໂຄງ​ປະກອບ​ຄົບ​ຊຸດ, ມີ​ລະດັບ, ສາມາດ​ປ້ອງ​ກັນ, ກ່າວ​ເຕືອນ, ກະທົບ​ຕອບ​ ແລະ ​ຮັບ​ມື​ກັບ​ແຕ່ລະ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ວາງ​ແຜນ​ກຳນົດ, ຈັດ​ວາງ​ຄືນ​ໃໝ່​ກຳ​ລັງ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຢູ່​ໃນ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂດ, ຕັ້ງ​ຢູ່​ໃນ​ແຜນ​ຍຸດ​ທະ​ສາດຄວາມ​ປອດ​ໄພ​ແຫ່ງ​ຊາດ​ໂດຍ​ລວມ​ໃນ​ສະ​ໄໝ​ໃໝ່. ບັນດາ​ກຳລັງ​ສະ​ເພາະ​ກິດ​ຕ້ອງ​ໄດ້​ຮັບ​ການ​ກໍ່ສ້າງ​ໃຫ້​ມີ​ຄວາມ​ຊຳ​ນາມ​ໃນ​ອາຊີບ, ຮູ້​ພາສາ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ, ມີ​ຫຼັກ​ໝັ້​ນການ​ເມືອງໜັກ​ແໜ້ນ, ມີ​ຄວາມ​ຮູ້​ກ່ຽວກັບ​ການ​ເຊື່ອມ​ໂຍງ​ສາກົນ. ກໍ່ສ້າງ​ບັນດາ​ແຜນການ​ຝຶກ​ຊ້ອມ ​ແລະ ດຳ​ເນີນ​ຢ່າງ​ເປັນ​ປົກກະຕິ​ການ​ຝຶກ​ຊ້ອມຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເຊັ່ນ ການ​ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຈະລາຈົນ​ດ້ານການ​ເມືອງ, ​ແກ້​ໄຂ “ຈຸດ​ຮ້ອນ” ທີ່​ອາດ​ຈະ​ກາຍເປັນການ​ປະ​ທະ​ກັນ, ຮັບ​ມື​ກັບ​ລົມພາຍຸ, ​ໄພນ້ຳ​ຖ້ວມ, ​ໂລກລະບາດ​ທີ່​ແຜ່​ລາມຢ່າງ​ໄວວາ​ຢູ່​ໃນ​ມະນຸດ ​ແລະ ​ໃນ​ສັດ/ພືດ. ​ແຜນການ​ຝຶກ​ຊ້ອມ​​ເຫຼົ່ານີ້ ​ຕ້ອງ​ໄດ້​ກະກຽມ​ເປັນ​ຫຼາຍ​ແຜນການ​ຍ່ອຍທີ່​ຕ່າງ​ກັນ, ດຳ​ເນີນ​ການ​ຝຶກ​ຊ້ອມ​ເປັນ​ລາຍ​ຄາບ ​ເພື່ອ​ສ້າງ​ທັກ​ສະ​ໃນ​ການຈັດ​ຕັ້ງ​ກຳລັງ, ​ແຈກ​ຢາຍ​ແຫຼ່ງພະລັງ ​ແລະ ວິທີ​ດຳ​ເນີນ​ການ, ຫຼີກ​ລ່ຽງບໍ່​ໃຫ້​ຕົກ​ໃສ່​ທ່າ​ຮັບ​ເມື່ອ​ສະຖານະ​ການ​ຜິດ​ປົກກະຕິ​ເກີດ​ຂຶ້ນ.

ທີ​ຫ້າ, ຮັກສາ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ​ແກ້​ໄຂ​ບັນດາ​ບັນຫາ​ຊົນ​ເຜົ່າ​ແລະ​ສາສະໜາ​ຢ່າງ​ຄ່ອງ​ແຄ່​ວ, ບັນ​ເທົາ​ຄວາມ​ຂັດ​ແຍ່ງ​ໃນ​ສັງຄົມ, ປ້ອງ​ກັນ​ແລະ​ກີດ​ກັ້ນ​ຄວາມ​ສາມາດ​ຜັນ​ປ່ຽນ​ຂອງ​ການ​ປະ​ທະ​. ປະຈຸ​ບັນ, ບັນດາ​ອິດ​ທິກຳລັງ​ສັດຕູ​ໄດ້​ຫັນປ່ຽນຈາກ​ມາດ​ຕະການ​ຕອບ​​ໂຕ້​ດ້ວຍ​ການ​ຕິດ​ອາວຸດ​ເປັນ​ຕົ້ນຕໍ ມາ​ເປັນ​​ມາດ​ຕະການ​ຕອບ​ໂຕ້​ໂດຍ​ບໍ່​ໃຊ້​ອາວຸດ​ເປັນ​ຕົ້ນຕໍ, ພ້ອມ​ກັນ​ນັ້ນ​ກໍ່​ແຊກ​ແຊງ​ດ້ວຍ​ກຳລັງ​ອາວຸດ​ເມື່ອ​ມີ​ຄວາມ​ຈຳ​ເປັນ. ດັ່ງ​ນັ້ນ, ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຈຳນວນ​ໜຶ່ງ, ພິ​ເສດ​ແມ່ນ​ບັນຫາ​ຊົນ​ເຜົ່າ​ແລະ​ສາສະໜາ, ​ເຄີຍ​ຖືກສັດຕູ​ສວຍ​ໃຊ້​ເພື່ອ​ກໍ່​ການຈະ​ບາ​ຈົນ​ການ​ເມືອງ, ຖ້າ​ຫາກ​ແກ້​ໄຂ​ບໍ່​ຄ່ອງ​ແຄ່​ວກໍ່​ຈະ​ຈູດ​ຊະ​ນວນ​ໃຫ້​ແກ່​ການ​ປະ​ທະ​ກັນດ້ວຍ​ອາວຸດ, ການ​ແຊກ​ແຊງທາງ​ທະຫານ​ຈາກ​ພາຍນອກ ​ແລະ ພາ​ໃຫ້​ເກີດ​ລັດທິ​ແຍກ​ຕົວ​ອອກ​ເປັນ​ຕ່າງຫາກ. ​ເພາະສະ​ນັ້ນ, ຕ້ອງ​ຊາບ​ຊືມ​ແລະ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ແນວ​ຄິດ​ສາມັກຄີ, ​ເຄົາລົບ​ນັບຖື, ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລ​ກັນ​ລະຫວ່າງ​ບັນດາ​ຊົນ​ເຜົ່າ ​ເພື່ອ​ພ້ອມ​ກັນ​ພັດທະນາ ​ໄປ​ຄຽງ​ຄູ່​ກັບ​ການ​ຕໍ່ສູ້ຕ້ານ​ບັນດາ​ປະກົດ​ການຂອງ​ລັດທິ​ຊາດ​ຄັບ​ແຄບ, ປ້ອງ​ກັນ​ແລະ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບ​ທຸກ​ປະກົດ​ການ​ຂອງ​ລັດ​ທິ​ແຍກ​ຕົວ​ອອກ ນັບ​ແຕ່​ເມື່ອ​ມັນ​ຫາ​ກໍ່​ເປັນ​ໜໍ່​ຈໍ່​ຂຶ້ນ. ​ເຄົາລົບ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື ສາສະໜາ ​ແລະ ​ເສລີພາບ​ໃນ​ການ​ບໍ່​ເຊື່ອຖື​ສາສະໜາ​ ຂອງ​ປະຊາຊົນ ​ໄປ​ຄຽງ​ຄູ່​ກັບ​ການ​ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການ​ສວຍ​ໃຊ້​ສາ​ສາ​ໜາ​ເພື່ອ​ຈຸດປະສົງ​ໄຮ້​ສາສະໜາ.

ທີ​ຫົກ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ ໃນ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບບັນດາ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ຄັດ​ເລືອກ​ແຕ່ລະ​ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ພາກ​ພື້ນ ຫຼື​ສອງ​ຝ່າຍ ກ່ຽວ​ກັບ​ແຕ່ລະ​ເນື້ອ​ໃນ​ອັນ​ລະອຽດ ​ເພື່ອ​ໃຫ້​ຫວຽດນາມ​ເຂົ້າ​ຮ່ວມ. ບຸລິມະສິດ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ສຳ​ລັບ​ບັນດາ​ຂົງ​ເຂດ​ທີ່​ພວມ​ຄຸກ​ຄາມ, ນາບ​ຂູ່​ໂດຍ​ກົງ​ຕໍ່​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ຂອງ​ຫວຽດນາມ.

ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ ຂອງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ ​ໃນ​ການ​ບໍລິຫານ ​ແລະ ຄວບ​ຄຸມ ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ

ທີ​ໜຶ່ງ, ​ເພີ່ມ​ທະວີ​ບົດບາດນຳ​ພາ​ຂອງ​ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ ຕໍ່​ການ​ເຄື່ອນ​ໄຫວ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ບັນດາ​ມະຕິ​ສະ​ເພາະ​ຂອງ​ພັກ​ກ່ຽວ​ກັບ​ແຕ່​ລະ​ບັນຫາ​ເຊັ່ນ ພະລັງງານ, ການ​ເງິນ-ທະນາຄານ, ຊັບພະຍາກອນ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ພັດທະນາກະສິກຳ, ອຸດ​ສາ​ຫະກຳ, ​ແຮງ​ງານ, ຮັກສາຄວາມ​ສະຫງົບ​ແຫ່ງ​ຊາດ... ລ້ວມ​ແຕ່​ຕ້ອງ​ເຕື້ອງ​ເຖິງ ​ແລະ ຄິດ​ໄລ່​ຢ່າງ​ເຖິງ​ຖອງ​ເຖິງ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ.

ທີ​ສອງ, ສືບ​ຕໍ່​ປັບປຸງ​ບູລະນະ​ການ​ຄຸ້ມ​ຄອງ​ລັດ​ ກ່ຽວກັບຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ນັບ​ແຕ່​ການ​ກໍ່ສ້າງ​ລະບົບ​ລະບຽບ​ກົດໝາຍ ຈົນ​ເຖິງ​ການຈັດ​ຕັ້ງ​ກົງຈັກ, ຖັນ​ແຖວ​ພະນັກງານ, ຂ້າ​ລັດຖະການ ​ແລະ ລະບອບ​ການ​ງານ​ມື​ອາຊີບ. ກໍ່ສ້າງ​ກຳລັງ​ສະ​ເພາ​ຂະ​ແໜງບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໃນ​ແຕ່ລະ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ກຳຈັດ​ແກ້​ໄຂສະພາບ​ຊ້ຳ​ຊ້ອນ​ກັນ​ໃນ​ການ​ຄຸ້ມ​ຄອງ ​ເພື່ອ​ໃຫ້ບັນດາ​ອົງການ​ລັດ​ມີ​ເງື່ອນ​ໄຂ​ຄົ້ນຄວ້າສະ​ເພາະ​ເລິກ​ເຊິ່ງ, ​ເປັນ​ທີ່ປຶກສາ​ມື​ອາຊີບ ​ແລະ ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫັນ​ພາລະ​ບົດບາດ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ເປັນ​ກຳນົດ​ກົດໝາຍ​ໂດຍ​ໄວ ​ເພື່ອມີ​ພື້ນຖານ​ໃຫ້​ແກ່​ການ​ກໍ່ສ້າງ​ກົງຈັກ, ຖັນ​ແຖວ​ພະນັກງານ, ລົງທຶນ​ກໍ່ສ້າງ​ພື້ນຖານ​ວັດຖຸ ​ແລະ ການພັດທະນາຢ່າງ​ເປັນ​ອາຊີບ. ກຳລັງສະ​ເພາະ​ກິດ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ພື້ນຖານ ​ໂດຍ​ຜ່ານ​ການ​ພັດທະນາ​ບັນດາຂະ​ແໜງວິຊາ​ສະ​ເພາະ​ການ​ສຶກສາ​ມະຫາວິທະຍາ​ໄລ, ​ເໜືອ​ວິທະຍາ​ໄລ; ​ໄດ້​ຮັບ​ການ​ຝຶກ​ຊ້ອມ​ຢ່າງ​ເປັນ​ປະຈຳ; ​ໄດ້​ຮັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ເພື່ອຮ່ຳຮຽນ​ນຳ​ບົດຮຽນ​ປະສົບ​ການ​ຂອງ​ບັນດາ​ປະ​ເທດ. ບູລະນະ​ລະບອບ, ນະ​ໂຍບາຍຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ໃຫ້​ຖັນ​ແຖວ​ພະນັກງານ, ຂ້າ​ລັດຖະການ​ທີ່​ເຮັດ​ວຽກ​ງານ​ບໍລິຫານ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີນ​ ອຸ່ນ​ອຽນ​ໃຈ​ເຮັດ​ວຽກ, ຮັກສາ​ຄວາມ​ບໍລິສຸດ ສັດ​ທ່ຽງ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ ຈັນ​ຍາ​ບັນ.

ທີ​ສາມ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ ​ໃນ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ດ້ວຍ​ບົດບາດ, ພາລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ສະ​ໄໝ​ໃໝ່ ມີໜ້າ​ທີ່​ເຕົ້າ​ໂຮມ, ສາມັກ​ຄີບັນດາ​ກຳລັງ​ສັງຄົມ ​ເພື່ອ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ມີ​ບາງ​ບັນຫາ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ດັ່ງ​ນີ້: ດຳ​ເນີນ​ການວິຈານບັນດາ​ແຜນ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນ​ຮ່າງ​ທີ່​ອາດ​ຈະ​ພາ​ໃຫ້​ເກີດ​ການ​ຄຸກ​ຄາມ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ; ຈັດ​ຕັ້ງ​ຊຸມ​ຊົນ​ປົກຄອງ​ຕົນ​ເອງ ​ເພື່ອ​ຮັບ​ມືກັບ​ອຸບັດ​ຕິ​ເຫດ​ເມື່ອ​ເກີດ​ໄພ​ນ້ຳ​ຖ້ວມ, ​ໂລກລະບາດ, ການ​ຄ້າ​ຢາ​ເສດ​ບຕິດ, ການ​ຄ້າ​ຜູ້ຍິງ​ແລະ​ເດັກ​ຂ້າມ​ແດນ, ​ແຫຼ່ງນ້ຳ​ຖືກ​ຄຸກ​ຄາມ.

ທີ​ສີ່, ວົງ​ການ​ນັກທຸລະກິດ ວິ​ສາ​ຫະກິດ​ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ​ໄພ​ຄຸກ​ຄາມ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ຫຼາຍ​ຢ່າງ​ເຄີຍ​ເກີດ​ມາ​ຈາກ​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ ຊຶ່ງ​ອັດຕະພາບ​ຂອງ​ມັນ​ແມ່ນ​ບັນດາ​ວິ​ສາ​ຫະກິດ; ດັ່ງ​ນັ້ນ, ການ​ປ້ອງ​ກັນ​ຕ້ອງ​ເລີ່​ມຕົ້ນ​​ແຕ່​ຄວາມ​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ. ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມຫຼາຍ​ຢ່າງ​ລ້ວນ​ແຕ່​ເກີດ​ມາ​ຈາກຈິດ​ສຳ​ນຶກ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ, ​ເຊັ່ນ ມີ​ແຕ່​ແລ່ນ​ຫາ​ຜົນ​ກຳ​ໄລ​ໃນ​ການ​ທຸລະ​ກິດ​ການ​ເງິນ ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ​ແຫ່ງ​ຊາດ; ​ເກັບ​ຜົນ​ກຳ​ໄລ​ຫຼາຍ​ສຸດ​ໃນ​ການ​ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດຂອງທີ່​ດິນ​ເພື່ອ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ ​ແລະການ​ບໍລິການ ​ແຕ່​ເບິ່ງ​ເບົາ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ; ຫລຸດ​ຜ່ອນການ​ລົງທຶນ ​ຄ່າ​ໃຊ້ຈ່າຍ​ໃນ​ການ​ແກ້​ໄຂ​ສິ່ງ​ເສດ​ເຫຼືອ​ອຸດສາຫະກຳ ພາ​ໃຫ້​ເກີດ​ມົນ​ພິດ​ສິ່ງ​ແວດ​ລ້ອມ​ໜ້າ​ນ້ຳ, ອາກາດ... ດັ່ງ​ນັ້ນ, ການກໍ່ສ້າງ​ບັນດາ​ຂໍ້​ກຳນົດ​ກົດໝາຍ​ບັງຄັບ​ໃຫ້ວິ​ສາ​ຫະກິດ​ຕ້ອງປ້ອງ​ກັນ​ໄພ ​ແລະ ​ເຂົ້າ​ຮ່ວມ​ໃນ​ການ​ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແມ່ນວິທີ​ແກ້​ໜຶ່ງ​ທີ່​ບໍ່​ອາດ​ຈະ​ຂາດ​ໄດ້ ​ໃນ​ວິທີ​ແກ້​ໄຂ​ໂດຍ​ລວມ.

ທີ​ຫ້າ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ການປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ພິຈາລະນາ​ໃນ​ດ້ານ​ໃດ​ໜຶ່ງ, ຖ້າ​ຫາກ​ປະຊາຊົນຂາດ​ຈິດ​ສຳນຶກ​ຢ່າງ​ພຽງພໍ​ກ່ຽວ​ກັບ​ໄພ​ຄຸກ​ຄາມ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີນ ​ແມ່ນ​ກະ​ໂຕເຂົາ​ເອງ​ທີ່ອາດ​ຈະ​​ເປັນ​ອັດຕະພາບພາ​ໃຫ້​ເກີດ ຫຼື​ແຜ່​ຂະຫຍາຍ​ໄພ​ຄຸກ​ຄາມ​ຕ່າງໆ​ຄື: ​ໂລກລະບາດ, ​ແຜ່​ໄວຣັສ ​ໄດ​ຍຜ່ານ​ຄອມ​ພິວ​ເຕີ​ສ່ວນ​ບຸກຄົນ, ​ເຂົ້າ​ຮ່ວມ​ການ​ຖອນ​ເງິນ​ເປັນ​ລວາດ​ຂະໜາດ​ໃຫຍ່ຈາກ​ທະນາຄານ ຕາມ​​ຜົນ​ກະທົບ “ຝູງ​ຊົນ” ​ເມື່ອ​ຂາດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ລະບົບ​ທະນາຄານ... ດັ່ງ​ນັ້ນ, ​ໃນ​ເງື່ອນ​ໄຂ​ໃໝ່, ຕ້ອງ​ອົບຮົມ​ສຶກສາ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບຜິດຊອບຕໍ່ໜ້າ​ສິ່ງ​ທ້າ​ທາຍຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ມີ​ສະຕິ​ສ່ອງ​ໃສ​ຕໍ່​ບັນດາ​ເຫດການທີ່​ຕົນ​ເອງ​ອາດ​ຈະ​ເຂົ້າ​ຮ່ວມ​ໂດຍ​ບໍ່​ຮູ້​ຕົວ​ໃນການ​ແຜ່​ຂະຫຍາຍ, ​ເພີ່ມ​ທະວີ​ລະດັບ​ຄຸກ​ຄາມ​ຂອງຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ພ້ອມ​ກັນ​ນັ້ນ, ກໍ່ສ້າງ​ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ໄພ​ອັນຕະລາຍ, ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຢ່າງ​ຕື່ນ​ຕົວ​ສະໝັກ​ໃຈ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ.

​ເປີດ​ກວ້າງ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ

ກ່ອນ​ອື່ນໝົດ, ຊາບ​ຊືມທັດສະນະ​ຂອງ​ພັກ​ເຮົາ​ທີ່​ວ່າ: ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ແມ່ນ​ ການ​ປ່ຽນ​ແປງສະພາບອາກາດ; ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ສືບ​ຕໍ່​ຂະຫຍາຍບັນດາ​ການ​ພົວພັນ​ສາກົນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ບົນ​ພື້ນຖານ​ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ, ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ຢ່າງ​ສຸດ​ຂີດ, ຮັກສາ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ; ​ເປັນ​ເຈົ້າ​ການ​ກີດ​ກັ້ນ ​ແລະຫລຸດຜ່ອນຜົນ​ກະທົບ​ທາງ​ລົບ​ຂອງວິວັດ​ການ​ເຊື່ອມ​ໂຍງ​ສາກົນ... ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມືດ້ານ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ບົນ​ພື້ນຖານປົກ​ປັກ​ຮັກສາ​ຢ່າງ​ດີ​ສຸດ​ ຜົນ​ປະ​ໂຫຍ​ດຂອງ​ຊາດ - ຂອງ​ປະ​ເທດ​, ພ້ອມ​ນັ້ນ​ກໍ່​ເຄົາລົບ​ບັນດາ​ຫຼັກການ​ອັນ​ພື້ນຖານ​ຂອງ​ກົດ​ໝາຍສາ​ກົນ.

ທີ​ສອງ. ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້, ກໍ່ສ້າງ​ກົ​ນໄກຄວາມ​ເຊື່ອ​ຖື ​ແລະ ບູລະນະ​ຂອບ​ລະບຽບ​ກົດໝາຍ​ລະຫວ່າງ​ບັນດາ​ປະ​ເທດ​ ກ່ຽວກັບຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ - ພື້ນຖານ​ທີ່ຊ່ວຍ​ໃຫ້ການ​ຮ່ວມ​ມື​ສາກົນ​ມີ​ປະສິດທິ​ຜົນ. ​ເຖິງ​ວ່າ​ລະຫວ່າງ​ນັກ​ຄົ້ນຄວ້າ, ວົງ​ການ​ການ​ເມືອງ​ບັນດາ​ປະ​ເທດ​ ໄດ້​ມີ​ການ​ຖົກ​ຖຽງ​ກັນຫຼາຍຄັ້ງ​ຫຼາຍ​ຫົນ​ກໍ່ຕາມ ​ແຕ່​ມາ​ເຖິງ​ດຽວ​ນີ້ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ກໍ​ຍັງ​ແຕກ​ຕ່າງ​ກັນ​ຫຼາຍ, ມີ​ບັນຫາ​ທີ່​ປະ​ເທດ​ນີ້​ເອົາ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແຕ່​ປະ​ເທດ​ອື່ນພັດ​ບໍ່​ຍອມຮັບ. ດັ່ງ​ນັ້ນ, ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ຄວນ​ໃຫ້​ຄຳ​ນິຍາມ​ເປັນ​ເອກະ​ພາບ​ໂດຍ​ໄວ ​ແລະ ນຳ​ສະ​ເໜີ​ບັນຊີ​ລາຍ​ຊື່​ການ​ບຸລິມະສິດ​ຕາມ​ລຳດັບ​ໃນ​ການ​ຮ່ວມ​ມືຫຼາຍຝ່າຍ ກ່ຽວ​ກັບການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ພາຍ​ຫຼັງ​ທີ່​ມີ​ຄວາມ​ຮັບ​ຮູ້​ລວມ​ແລ້ວ, ບັນດາ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ ຄວນ​ຮ່ວມ​ມື​ນຳ​ກັນ​ເພື່ອກຳນົດ​ຂອບ​ລະບຽບ​ກົດໝາຍ ນິຕິ​ກຳ ​ແນ​ໃສ່ຜູກ​ມັດ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ອອກ​ຖະ​ແຫຼ​ງການ​ຫຼາຍ ​ແຕ່ມີ​ຜົນ​ໃນ​ທາງ​ປະຕິບັດ​ໜ້ອຍ.

ທີ​ສາມ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ກ່ຽວ​ກັບການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໂດຍ​ຜ່ານ​ກົນ​​ໄກ ​ແລະ ​ແບບ​ວິທີ​ຫຼາຍ​ຊັ້ນ, ຫຼາຍ​ຮູບແບບ, ​ໄຫວ​ພິບ. ນັ້ນ​ແມ່ນ ກົນ​ໄກ​ຮ່ວມ​ມື​ໃນ​ຂອບ​ສະຫະ​ປະຊາ​ຊາດ ​ທີ່​ຫວຽດນາມ​ເປັນ​ສະມາຊິກທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສາກົນ​ຫຼາຍ​ສະບັບ​ໃນ​ຫຼາຍຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ເປົ້າ​ໝາຍພັດທະນາ​ສະຫັດ​ສະວັດ (MDG); ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ໃນ​ຂອບ ອາ​ຊຽນ ຫຼື ອາ​ຊຽນ ​ແລະ​ບັນດາ​ຄູ່​ຮ່ວມ​ມື (​ເອີ້ນ​ວ່າ ອາ​ຊຽນ+) ກ່ຽວ​ກັບ​ບັນດາ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ພື້ນ ຊຶ່ງ​ຫວຽດນາມ​ໄດ້​ລົງນາມ ຫຼື​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ບັນດາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ອົງການ​ດັ່ງກ່າວ; ການ​ຮ່ວມ​ມື​ສອງ​ຝ່າຍ ລະຫວ່າງ​ຫວຽດນາ​ກັບບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ ​ເພື່ອ​ຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ ການ​ເງິນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ອົບຮົມ​ສຶກສາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍ ​ໃຫ້​ແກ່ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ; ປະສານ​ສົມທົບ​ກັບບັນດາ​ປະ​ເທດ​ເພື່ອນ​ບ້ານ​​ໃກ້ຄຽງ ​ເພື່ອ​ແກ້​ໄຂ​ສະພາບ​ການ​ການ​ຄ້າ​ຢາ​ເສບ​ຕິດ, ການ​ອົບ​ພະຍົບຜິດ​ກົດໝາຍ, ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ອາກາດ​ ​ແລະ ​ເດີນ​ທະ​ເລ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ການ​ກັກ​ກັນ​ພະຍາດ​ຂອງ​ສັດ/ພືດ, ການ​ຕໍ່​ສູ້ຕ້ານ​ການ​ຟອກ​ເງິນ ​ແລະ ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຄ້າ​ຜູ້​ຍິງ ​ແລະ ​ເດັກ;...

ທີ​ສີ່, ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ລະຫວ່າງຫວຽດນາມກັບ​ບັນດາ​ປະ​ເທດ ກ່ຽວ​ກັບ​ແຕ່ລະ​ເນື້ອ​ໃນ​ຂອງ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໂດຍ​ຜ່ານ​ການ​ສ້າງ​​ກົນ​ໄກຮ່ວມ​ມື​ອັນ​ລະອຽດ ​ແລະ ມີ​ຜົນ​ສັກສິດ. ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມມີ​ລັກສະນະ​ຂ້າມ​ຊາດ, ດັ່ງ​ນັ້ນ, ຄວນ​ກຳນົດ​ກົນ​ໄກ​ແບ່ງປັນ​ຂໍ້​ມູນ​ຂ່າວສານຂັ້ນ​ຊາດ, ລະຫວ່າງ​ບັນດາ​ອົງການສະ​ເພາະ​ຂະ​ແໜງ​ຂອງ​ບັນດາ​ປະ​ເທດ ​ໃນ​ຫຼາຍ​ຂົງ​ເຂດ, ​ເຊັ່ນ ຂໍ້​ມູນ, ຂໍ້​ມູນ​ຂ່າວສານ​ທົ່ວ​ໂລກກ່ຽວ​ກັບ​ສະພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ; ຂໍ້​ມູນ​ຄາດ​ຄະ​ເນ ​ແລະ ກ່າວ​ເຕື່ອນກ່ຽວ​ກັບ​ຄວາມ​ສາມາດ​ເກີດ​ອຸບັດ​ຕິ​ເຫດສິ່ງ​ແວດ​ລ້ອມ​ຢູ່​ພາກພື້ນ​ຕ່າງໆ; ຂໍ້​ມູນ​ກ່ຽວ​ກັບ​ແຫຼ່ງນ້ຳ ພະລັງງານ​ໃນ​ໂລກ; ຂໍ້​ມູນ​ກ່ຽວ​ກັບອາ​ຊະ​ຍາ​ກຳ​ຂ້າມ​ຊາດ ທີ່​ອາດ​ຈະ​ແຊກ​ຊືນ​ເຂົ້າ​ໃນບໍ່​ວ່າ​ປະ​ເທດ​ໃດປະ​ເທດ​ໜຶ່ງ​ໃນ​ພາກ​ພື້ນ ​ໃນ​ໂລກຄື ອາ​ຊະ​ຍາ​ກຳ​ຟອກ​ເງິນ, ຜະລິດ​ແລະ​ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ຜູ້ຍິງ​ແລະ​ເດັກ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ກໍ່​ການ​ຮ້າຍ... ​ຂໍ້​ມູນ​​ເຫຼົ່າ​ນີ້ຈະ​ເປັນ​ປະ​ໂຫຍ​ດດີທີ່​ສຸດ, ຖ້າ​ຫາກ​ມີ​ກົນ​ໄກ​ສົມທົບ​ເປັນ​ຢ່າງ​ດີ, ທັງ​​ໃນການ​ພົວພັນ​ສອງ​ຝ່າຍ ຫຼື​ຜ່ານ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ (​ເຊັ່ນ ອິນ​ເຕີ​ໂປ​ນ, ອາ​ຊຽນ​ໂປ​ນ), ມັນ​ຈະ​ຊ່ວຍ​ຄົ້ນ​ເຜີຍ​ໄພ​ຄຸກ​ຄາມ​ຢ່າງ​ໄວ ​ແລະ ອິງ​ໃສ່​ນັ້ນ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ຈະ​ມີ​ປະສິດທິ​ຜົນ​ດີກ​ວ່າ. ພາກ​ຕົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ປະ​ເທດ​ນີ້​ຍາກ​ທີ່​ຈະ​ແບ່ງປັນ​ຂໍ້​ມູນ​ໃຫ້​ປະ​ເທດ​ອື່ນ ຖ້າ​ຫາກ​ເຂົາບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ແບ່ງປັນ​ນັ້ນ. ດັ່ງ​ນັ້ນ, ການ​ກຳນົດ​ກົນ​ໄກ​ແບ່ງປັນ​ຂໍ້​ມູນ​ຕ້ອງ​ບົນ​ພື້ນຖານທີ່​ບັນດາ​ປະ​ເທດ​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດຂອງ​ຕົນ​ ແລະ ​ຜົນ​ປະ​ໂຫຍ​ດລວມ ​​ເມື່ອຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມຕົວ​ຈິງ​ໜຶ່ງ.

ທີ​ຫ້າ, ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ແບ່ງປັນ​ນະ​ວັດຕະ​ກຳ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ອົບ​ຮົມ​ກໍ່ສ້າງ​ບຸກຄະລາ​ກອນ ​ແລະ ລະດົມ​ແຫຼ່ງພະລັງ​ການ​ເງິນ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ສາກົນ​ທີ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ກ່ອນ​ອື່ນ​ໝົດ​ແມ່ນ​ການ​ຮ່ວມ​ມື​ແລກປ່ຽນ​ບັນດາ​ນະ​ວັດ​ຕະກຳ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ອຸປະກອນ​ທັນ​ສະ​ໄໝ ທີ່​ມີ​ຄວາມ​ສາມາດ​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ສິ່ງ​ທ້າ​ທາຍຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຊຶ່ງ​ຂົງ​ເຂດ​ໃດໆ​ກໍ່​ຕ້ອງການ ​ເຊັ່ນ ການ​ວັດ​ແທກ, ການ​ຄາດ​ຄະ​ເນ, ການ​ກ່າວ​ເຕື່ອນ ​ແລະ ຮັບ​ມື​ກັບ​ອຸບັດ​ຕິ​ເຫດ​ສິ່ງ​ແວດ​ລ້ອມ; ການ​ປ້ອງ​ກັນ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ອາ​ຊະ​ຍາ​ກຳ​ການ​ເງິນ, ການ​ຄ້າ​ຢາ​ເສບ​ຕິດ; ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ຢູ່​ຄົນ​ແລະ​ສັດ; ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ກໍ່​ການ​ຮ້າຍ. ຄວນ​ລະດົມ​ຍາດ​ແຍ່ງ​ເອົາ​ຄວາມ​ສາມາດບົ່ມ​ຊ້ອນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີຈາກ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຂອງຊາດ ຮັບ​ໃຊ້​ໃຫ້​ແກ່​ການ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ຮູບ​ການ​ຮ່ວມ​ມື​ອາດ​ຈະ​ແມ່ນ​ການ​ມອບ​ໂອນ​ໂດຍ​ຜ່ານ​ການ​ຝຶກ​ອົບຮົມ​ພະນັກງານ ຫຼື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໂດຍ​ຜ່ານ​ການ​ຊື້​ຂາຍອຸປະກອນ​ພາຫະນະ​ໂດຍ​ກົງ.

ລະດົມ​ແຫຼ່ງພະລັງ​ການ​ເງິນ​ດ້ວຍ​ຫຼາຍ​ສາຍ​ທາງ​ຕ່າງ​ກັນ ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຄວບຄຸມ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ

ທີ​ໜຶ່ງ, ​ແຫຼ່ງການ​ເງິນ​ງົບປະມານ. ​ແຫຼ່ງການ​ເງິນ​ງົບປະມານ​ປະຈຳ​ປີ​ມາ​ຈາກ​ການ​ເກັບ​ພາສີ, ຖືກ​ສະພາ​ແຫ່ງ​ຊາດ​ຈັດ​ແບ່ງ​ໂດຍ​ຜ່ານ​ແຜນການ​ການ​ເງິນ​ປະຈຳ​ປີ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ໃຊ້​ຈ່າຍ​ເປັນ​ປະຈຳ ​ແລະ ລົງທຶນ​ພັດທະນາ, ​ໃນ​ນັ້ນ​ມີ​ການ​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ກີດ​ກັ້ນ ​ແລະ ຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ນີ້​ເປັນ​ແຫຼ່ງການ​ເງິນ​ພື້ນຖານ, ທີ່​ໄດ້​ລົງທຶນ​ເຂົ້າ​ໃນ​ບັນດາ “ຕ່ອງ​ໂຊ້” ທີ່​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ປ້ອງ​ກັນ ​ແລະ ຮັບ​ມື​ກັບອຸບັດ​ຕິ​ເຫດ​ຂອງ​ທຳ​ມະ​ຊາດ​ເຊັ່ນ ລົມພາຍຸ ນ້ຳ​ຖ້ວມ, ​ໂລກລະບາດ​ໃນ​ຄົນ​ແລະ​ສັດ; ກໍ່ສ້າງ​ພື້ນຖານ​ວັດຖຸ ​ແລະ ກຳລັງ​ສະ​ເພາະ​ກິດ​ທີ່​ເຮັດ​ວຽກ​ງານ​ບໍລິຫານຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ພິ​ເສດ​ແມ່ນ ​ບັນດາ​ອົງການ​ກ່າວ​ເຕື່ອນ, ກີດ​ກັ້ນ, ​ແກ້​ໄຂ, ຜ່ານ​ຜ່າ​ຢ່າງ​ໄວ​ ບັນດາ​ຜົນ​ກະທົບ ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ​ໃນ​ເງື່ອນ​ໄຂທີ່​ໄພ​ຄຸກ​ຄາມ​ເກີດ​ຂຶ້ນ​ນັບ​ມື້​ນັບຫຼາຍ​ຄັ້ງ​ໃນ​ປີ, ​ຂົງ​ເຂດ​ນັບ​ມື້​ນັບ​ໄດ້​ເປີດ​ກວ້າງ, ມີ​ຄວາມ​ສາມາດ​ແຜ່​ຂະຫຍາຍ​ຢ່າງ​ໄວ, ລັກສະນະ​ຜິດ​ປົກກະຕິ​ທີ່​ຄາດ​ຄະ​ເນ​ຍາກ... ງົບປະມານ​ທີ່​ແຮ​ໄວ້​ເພື່ອ​ຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນີ້ ຕ້ອງ​ໄດ້​ຍົກ​ສູງ​ຂຶ້ນ​ຈຶ່ງ​ພໍ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ. ຕ້ອງ​ສ້າງກອງ​ທຶນ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ, ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຕາມ​ແຕ່ລະ​ຂົງ​ເຂດ​ໂດຍ​ໄວ, ​ໃນ​ນັ້ນ ​ແຫຼ່ງການ​ເງິນ​ງົບປະມານ​ເປັນ​ແຫຼ່ງຕົ້ນຕໍ, ສົມ​ທົບ​ກັບ​ບັນດາ​ແຫຼ່ງອື່ນ.

ທີ​ສອງ, ​ແຫຼ່ງການ​ເງິນ​ຂອງ​ວິ​ສາ​ຫະກິດ. ນີ້​ເປັນ​ແຫຼ່ງການ​ເງິນ​ທີ່​ສຳຄັນ​ທີ່​ສຸດ ປະກອບສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ມີ​ຫຼາຍ​ປັດ​ໄຈ​ພາ​ໃຫ້​ເກີ​ດ​ໄພຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​​ໄດ້​ມາ​ຈາກ​ວິ​ສາ​ຫະກິດ, ດັ່ງ​ນັ້ນ ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ເຄື່ອ​ນ​ໄຫວປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ສຳລັບບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ສິ່ງ​ແວດ​ລ້ອມ, ​ໂຄງ​ປະກອບ​ການ​ລົງທຶນ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຮັບປະກັນ​ສິ່ງ​ແວ​ດລ້ອມ ຕ້ອງ​ໄດ້​ຄິດ​ເປັນຄ່າ​ໃຊ້​ຈ່າຍ​ສົ້ນ​ເຂົ້າ, ຕ້ອງ​ກວດກາ​ຢ່າງ​ແໜ້ນ​ແຟ້ນຕໍ່​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ນັບ​ແຕ່​ເມື່ອ​​ຫາ​ກໍ່​​ເປີດ​ໂຄງການ​ໃໝ່. ຕ້ອງ​ຖື​ວ່າ ​ນີ້​ເປັນ​ບຸລິມະສິດ​ໃນ​ການຄັດ​ເລືອກ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ຕ່າງປະ​ເທດ ​ແລະ ນັກ​ລົງທຶນ​ໃນ​ປະ​ເທດ ​ເພື່ອອອກ​ໃບ​ອະນຸຍາດ. ສຳລັບ​ບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ມີ​ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທີ່​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສະອາດ, ​ເຕັກ​ໂນ​ໂລ​ຊີ​ໃຊ້​ເຊື້ອ​ໄຟ​ໜ້ອຍ, ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ ​ແລະ ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະກິດ ​ເພື່ອຄ່ອຍໆ​ຍຸດຕິ​ສະພາບ​ການ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຫຼ້າ​ຫຼັງ, ​ໃຊ້​ເຊື້ອ​ໄຟ​ຫຼາຍ, ມົນ​ພິດ​ສິ່ງ​ແວດ​ລ້ອມ. ສຳລັບ​ບັນຫາຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມອື່ນ, ລະດົມ​ວິ​ສາ​ຫະກິດ​ປະກອບ​ການ​ເງິນ​​ເພື່ອກໍ່ສ້າງກອງ​ທຶນ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ; ​​ເຂົ້າ​ຮ່ວມ​ພາຍ​ໃຕ້​ຮູບ​ການຄວາມ​ຮັບຜິດຊອບ​ສັງຄົມ​ໃນ​ການ​ກຳຈັດ​ຜົນ​ຮ້າຍອັນ​ໜັກໜ່ວງ, ບັນດາ​ອຸບັດ​ຕິ​ເຫດ​ສິ່ງ​ແວດ​ລ້ອມ​ທີ່​ນາບ​ຂູ່​ການ​ທຳ​ມາ​ຫາ​ກິນ, ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ.

ທີ​ສາມ, ກໍ່ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ລັດ - ​ເອກ​ະຊົນ​ ໃນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ນີ້​ແມ່ນ​ແບບ​ວິທີ​ທີ່​ກຳລັງ​ໄດ້​ນຳ​ໃຊ້​ຢ່າງ​ແຜ່​ຫຼາຍ​ໃນ​ໂລກ​ປະຈຸ​ບັນ, ​ແນ​ໃສ່​ເຊື່ອມ​ຕໍ່​ລະຫວ່າງ​ຂົງ​ເຂດ​ລັດ ​ແລະ ​ຂົງ​ເຂດ​ເອກະ​ຊົນ ​ເພື່ອ​ເປົ້າ​ໝາຍ​ລວມອັນ​ໜຶ່ງ​ຄື ຮັບປະກັນ​ຄວາມ​ປອດ​ໄພ ​ແລະ​ພັດທະນາ​ແບບ​ຍືນ​ຍົງ. ການສ້າງຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ລັດ - ​ເອກ​ະຊົນ ອາດ​ຈະ​ມີ​ຫຼາຍ​ຮູບ​ການ​ທີ່​ຕ່າງ​ກັນ. ນັ້ນ​ແມ່ນ, “ນຳພາ​ໂດຍ​ລັດ, ບໍລິຫານ​ໂດຍ​ເອກະ​ຊົນ” ດ້ວຍ​ຄວາມ​ໝາຍ​ຮັບປະກັນ​ບັນດາ​ເປົ້າ​ໝາຍ ສາທາລະນະ​ປະ​ໂຫຍ​ດ, ສາທາລະນະ​ກຸສົນ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ມາ​ໃນ​ວິວັດ​ການ​ພັດທະນາ ຕິດ​ກັບ​ການ​ໝູນ​ໃຊ້ບັນດາ​ຮູບ​ການ​ບໍລິຫານ​ຄຸ້ມ​ຄອງ​ທີ່​ມີ​ປະສິດທິ​ຜົນ; “ລົງທຶນ​ໂດຍ​ເອກະ​ຊົນ, ນຳ​ໃຊ້​ໂດຍ​ລັດ” ​ໄດ້​ຮັບ​ການ​ໝູນ​ໃຊ້​ໂດຍ​ຜ່ານ​ການ​ດຶງ​ດູດ​ເອກະ​ຊົນ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ ​ເພື່ອປ້ອງ​ກັນ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແຕ່ ລັດ​ຈະ​ຊື້ ຫຼື ເຊົ່າ ​ເພື່ອ​ນຳ​ໃຊ້, ອາ​ໄສ​ການ​ເຮັດ​ແບບ​ນີ້​ຈະ​ປະຢັດ​ໄດ້​ຫຼາຍ​ກວ່າ ​ທຽບ​ກັບ​ການລົງທຶນ​ໂດຍ​ກົງ​ທີ່​ສິ້ນ​ເປືອງ​ຫຼາຍ, ຫຼື​ຖືກ​ເສຍ​ຫາຍ, ຟຸມ​ເຟືອຍ​ໃນ​ຂອດ​ລະຫວ່າງ​ກາງ; “ລົງທຶນ​ໂດ​ຍລັດ, ບໍລິຫານ​ໂດຍ​ເອກະ​ຊົນ” ​ໄດ້​ຮັບ​ການ​ໝູນ​ໃຊ້​ສຳລັບ​ບັນດາ​ກິດຈະການກໍ່ສ້າງ​ດ້ວຍ​ງົບປະມານ​ຂອງ​ລັດ ​ແຕ່​ເມື່ອ​ສຳ​ເລັດ, ​ເປີດ​ນຳ​ໃຊ້​ກໍ່​ມອບ​ໃຫ້​ເອກະ​ຊົນບໍລິຫານ, ຂັບ​ນຳ​ດຳ​ເນີນ​ງານ, ​ແນ​ໃສ່​ກຳຈັດ ຫລຸດຜ່ອນອົງການ​ຂົງ​ເຂດສາ​ທາ​ລະນະທີ່​ໃຫຍ່​ໂຕ ໜັກ​ໜາ ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ; “​ເອກະ​ຊົນ​ຈັດ​ຕັ້ງ​ການ​ສະໜອງ, ລັດ​ເສຍ​ຄ່າ​ໃຊ້​ຈ່າຍ ​ແລະ ຄຸ້ມ​ຄອງ​ຄຸນ​ນະພາ​ບ” ​ໄດ້​ຮັບ​ການ​ໝູນ​ໃຊ້​ໃນ​ຫຼາຍ​ຂົງ​ເຂດ ຊຶ່ງ​ຢູ່​ນັ້ນລັດ​ບໍ່​ຈຳ​ເປັນ​ຕ້ອງ​ຈັດ​ຕັ້ງ​ອົງການ​ສະໜອງ, ພຽງ​ແຕ່​ປະຕິບັດ​ໜ້າ​ທີ່ເສຍ​ຄ່າ​ໃຊ້​ຈ່າຍ ​ແລະ ຄຸ້ມ​ຄອງ​ຄຸນ​ນະພາ​ບ, ພິ​ເສດ​ແມ່ນ​ການ​ຝຶກອົບຮົມ​ບຸກຄະລາ​ກອນ.

ທີ​ສີ່, ​ແຫຼ່ງການ​ເງິນ​ຫັນ​ເປັນ​ສັງຄົມ ດ້ວຍ​ການ​ປະກອບສ່ວນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ, ຜູ້​ບໍລິຈາກ. ສຳລັບ​ເຂດ​ຊຸມ​ຊົນຄຸ້ມ​ຄອງ​ຕົນ​ເອງ, ຕໍ່ໜ້າ​ໄພ​ຄຸກ​ຄາມ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມທີ່​ຄາດ​ຄະ​ເນ​ຍາກ​ນັ້ນ, ຈຳ​ເປັນ​ຕ້ອງ​ສ້າງ​ຕັ້ງບັນດາ​ກອງ​ທຶນ​ປ້ອງ​ກັນ, ຮັບ​ມືກັບ​ໄພ​ຄຸກ​ຄາມ​ກັບ​ບ່ອນ ດ້ວຍ​ການ​ປະກອບສ່ວນ​ຂອງ​ປະຊາຊົນ ຕາມ​ຮູບ​ການ ຄຸ້ມ​ຄອງ​ຕົນ​ເອງ, ​ເຊັ່ນ ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ສ່ຽງ​ຍ້ອນ​ລົມພາຍຸ ນ້ຳ​ຖ້ວມ, ​ໂລກລະບາດ, ປ້ອງ​ກັນ​ຢາ​ເສບ​ຕິດ, ຜົນ​ຮ້າຍ​ຂອງ​ການ​ອົບ​ພະຍົບ​ຜິດ​ກົ​ດໝາຍ... ສຳລັບ​ບັນດາ​ອົງການ​ພາລະ​ບົດບາດ, ຍ້ອນ​ແຫຼ່ງພະລັງ​ລົງທຶນ​ຂອງລັດ​ຖືກ​ຈຳກັດ, ດັ່ງ​ນັ້ນ​ການ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ທາງ​ດ້ານ​ການ​ເງິນ​ຂອງ​ວິ​ສາ​ຫະກິດ ​ແລະ​ຜູ້​ບໍລິຈາກ​ ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຄົ້ນຄວ້າ​ປະກາດ​ໃຊ້​ໂດຍ​ໄວ ​ລະບົບ​ລະບຽບ​ກົດໝາຍ, ນະ​ໂຍບາຍ ຊຸກຍູ້​ໃຫ້ ຂົງ​ເຂດ​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ ຂະຫຍາຍຕົວ ​ເພື່ອ​ລະດົມ​​ແຫຼ່ງການ​ເງິນ​ຈາກ​ສັງຄົມ​ໃຫ້​ແກ່ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ບັນດາ​ອົງການ​ຈັດ​ຕັ້ງ​ທີ່ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ ​ເຄີຍ​ເຄື່ອນ​ໄຫວ​ຢ່າ​ງມີ​ປະສິດທິ​ຜົນ​ທີ່​ສຸດ ​ຢູ່​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຮັບ​ມື​ກັບສະພາບ​ການ​ການ​ຄ້າ​ຜູ້ຍິງ ​ແລະ ​ເດັກ, ການ​ອົບ​ພະຍົບຂ້າມ​ແດນຜິດ​ກົດໝາຍ, ການອົບ​ພະຍົບຍ້ອນ​ອຸບັດ​ຕິ​ເຫດ​ສິ່ງ​ແວດ​ລ້ອມ, ອຶດ​ຫີ​ວທຸກ​ຍາກ ​ແລະ ຂາດ​ແຄນ​ສະບຽງ​ອາຫານ, ​ໂລກ​ເອດ ​ແລະ ​ໂລກລະບາດ​ອື່ນ, ຮັບປະກັນ​ການ​ທຳ​ມາ​ຫາ​ກິນ​ແບບ​ຍືນ​ຍົງ​ໃຫ້​ກຸ່ມຊົນທີ່​ດ້ອຍ​ໂອກາດ​ການ​ພັດທະນາ, ​ເພີ່ມ​ທະວີ​ການ​ໂຄສະນາ​ກ່ຽວ​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ.

ທີ​ຫ້າ, ​ແຫຼ່ງການ​ເງິນ​ສາກົນ. ​ເລີ່​ມຈາກ​ຈຸດ​ພິ​ເສດ​ຂອງ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ຂ້າມ​ຊາດ, ມີ​ບັນຫາ​ຊຶ່ງ​ປະ​ເທດ​ໜຶ່ງ​ບໍ່​ສາມາດ​ແກ້​ໄຂ​ດ້ວຍ​ຕົນ​ເອງ​ໄດ້ ​ເຊັ່ນການ​ປ່ຽນ​ແປງ​ສະພາບ​ອາກາດ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ; ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ; ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ຄວາມປອດ​ໄພ​ໃນ​ການ​ເດີນ​ອາກາດ; ຄວາມ​ປອດ​ໄພ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ; ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ; ການ​ອົບ​ພະຍົບຂ້າມ​ແດນ... ດັ່ງ​ນັ້ໜ, ຕ້ອງ​ມີ​ການ​ປະສານ​ສົມທົບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ, ກຳລັງ ​ແລະ ​ແບ່ງປັນ​ແຫຼ່ງພະລັງ​ການ​ເງິນ ​ລະຫວ່າງ​ບັນດາ​ປະ​ເທດ ຈຶ່ງສາມາດ​ປ້ອງ​ກັນ ​ແລະ ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ແບ່ງປັນ​ແຫຼ່ງພະລັງ​ການ​ເງິນ​ລະຫວ່າງ​ປະ​ເທດ​ຮັ່ງມີ ​ແລະ ປະ​ເທດ​ທຸກ​ຍາກ​ໃນ​ເງື່ອນ​ໄຂ​ທີ່​ໂລກ​ພັດທະນາ​ຢ່າງ​ຂາດ​ດຸນ. ​ແຫຼ່ງການ​ເງິນ​ສາກົນ​ອາດ​ຈະ​ຜ່ານ​ການ​ຊ່ວຍ​ເຫຼືອ​ໂດຍ​ບໍ່​ຄິດ​ຄ່າ​ຕອບ​ແທນ, ​ໃຫ້​ກູ້​ຢືນດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ ຂອງ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ສາກົນ​ເຊັ່ນ ທະນາຄານ​ໂລກ, ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄານ​ພັດທະນາ​ອາຊີ; ອາດ​ຈະ​ລະດົມ​ຈາກຕະຫຼາດ​ການ​ເງິນCarbon… ອາດ​ຈະ​ແມ່ນ​ການ​ຊ່ວຍ​ເຫຼືອ​ພັດທະນາ​ສອງ​ຝ່າຍລະຫວ່ງປະ​ເທດ​ຈະ​ເລີ​ນພັດທະນາ ກັບປະ​ເທດ​ກຳລັງ​ພັດທະນາ​ທີ່​ຮັບ​ໃຊ້​​ໃຫ້​ແກ່​ແຕ່ລະ​ເປົ້າ​ໝາຍ; ອາດ​ຈະ​ແມ່ນ​ບັນດາ​ບ້ວງ​ການ​ຊ່ວຍ​ເຫຼືອ​ໃນ​ຂໍ້​ຕົກລົງ​ຫຼາຍ​ຝ່າຍ ຫຼື​ພາກ​ພື້ນ ທີ່ຮັບ​ໃຊ້​ໃຫ້​ແກ່​ບັນດາ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ, ກໍ່ສ້າງ​ຊຸ​ມຊົນ ​ແລະ ລະບົບ​ການ​ທຳ​ມາ​ຫາ​ກິນ​ທີ່ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ພູມິ​ອາກາດ; ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ແຫຼ່ງນ້ຳ; ປ້ອງ​ກັນ ຕ້ານ​ໂລກລະບາດ, ປ້ອງ​ກັນ ຕ້ານ​ໂຈນ​ສະ​ລັດ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ... ​ແນ່ນອນ​ວ່າ, ​ໃນ​ວິວັດ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ໄພ​ຄຸກ​ຄາມຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ບັນດາ​ປະ​ເທດ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ຍັງ​ມີ​ຈຸດປະສົງ​ສະ​ເພາະ ​ເພື່ອສ້າງ​ຜົນ​ກະທົບ​ເຖີງປະ​ເທດ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ຊຸກຍູ້​ການ​ປ່ຽນ​ແປງ​ເຕັກ​ໂນ​ໂລ​ຊີທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ວົງ​ການ​ນາຍທຶນ ດັ່ງ​ນັ້ນ ບັນດາ​ປະ​ເທດ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ​ຕ້ອງ​ຮູ້​ເຫັນ​ໄດ້​ລັກສະນະ​ສອງ​ດ້ານ​ຂອງ​ມັນ ​ເພື່ອ​ຂຸດ​ຄົ້ນ​ເອົາ​ດ້ານ​ຕັ້ງໜ້າ ​ແລະ ຈຳກັດ​ດ້ານ​ຫຍໍ້​ທໍ້./.

* ຮສ, ປອ ດວ່າ​ນມິ​ງຫວນ

ກຳມະການ​ສຳຮອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ,

ຮອງຫົວໜ້າ​ບັນນາທິການວ່າການ ​ວາລະສານ​ກອມ​ມູນິດ

** ຮສ, ປອ ຫງວຽນ​ລິງ​ຂຽວ

ກຳມະການ​ຄະນະ​ບັນນາທິການ​ ວາລະສານ​ກອມ​ມູນິດ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ