ວັນອາທິດ, 28/5/2017
ເຊື່ອມຕິດການເຄື່ອນໄຫວ ອະນຸຮັກມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ ກັບການພັດທະນາເສດຖະກິດ - ສັງຄົມ ຢູ່ຫວຽດນາມ
16/3/2017 20:7' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

​ມໍລະດົກ​ວັດທະ​ນະ​ທຳທີ່​ບໍ່​ມີ​ຕົວ​ຕົນ ທີ່ອຸດົມ​ສົມ​ບູນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ

ມໍລະດົກ​ວັດທະນະທຳຂອງ​ແຕ່​ລະ​ຊົນ​ຊາດ​ເຕົ້າ​ໂຮມ​ບັນດາ​ຄຸນຄ່າ​ຂອງ​ຂະ​ບວນວີ​ວັດ​ການ​ປະດິ​ດສ້າງ​ວັດທະນະທຳ, ​ເປັນ​ການສະ​ແດງ​ອອກ​ຢ່າງ​ພາວະ​ວິ​ໄສ​ ຂອງ​ມູນ​ເຊື້ອ​ປະຫວັດ​ສາດ ​ແລະ ຈຸດ​ພິ​ເສດສະ​ເພາະ​ຂອງ​ຊາດ. ການອະນຸ​ຮັກ​ມໍລະດົກ​ວັດທະນະທຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ - ສ້າງ​ການ​ພັດທະນາ​​ໃນ​ອະນາຄົດ​ຂອງແຕ່ລະ​ປະຊາ​ຊາດ ຈາກ​ບັນດາ​ການ​ເຊື່ອມ​ຕໍ່​ພິ​ເສດ​ ລະ​ຫວ່າງ​ອະດີດ ​ແລະ ປະຈຸ​ບັນ.

​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ຂະຫຍາຍຕົວ, ປະຊາ​ຄົມ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ໄດ້​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ບໍ່​ຢັ້ງ ​ແລະ ສະ​ສົມ​ບັນດາມໍລະດົກ​ວັດທະນະທຳທີ່​ເປັນ​ເອກະລັກ ​ແລະ ຫຼາກ​ຫຼາຍ. ຄຸນ​ຄ່າ​ວັດທະນະທຳ​ເຫຼົ່າ​ນີ້​ ໄດ້​ຮັບ​ການປະດິດ​ສ້າງ, ຖ່າຍ​ທອດ, ມອບ​ສົ່ງ, ສືບ​ທອດ ​ແລະ ສ້າງ​ໃໝ່ຈາກ​ຫຼາຍ​ຮຸ່ນ​ຄົນ​ມາ​ຈົນ​ເຖິງ​ປະຈຸ​ບັນ. ຄຽງ​ຂ້າງ​ກັບ​ບັນດາມໍລະດົກ​ວັດທະນະທຳທີ່​ມີ​ຕົວ​ຕົນ - ບັນດາ​ຫຼັກ​ຖານ​ທາງ​ດ້ານ​ວັດຖຸ​ທີ່​ສົດ​ໄສນັ້ນ, ສາງມໍລະດົກ​ວັດທະນະທຳຫວຽດນາມ ​ຍັງ​ມີ​ບັນດາມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວ​ຕົນ - ບັນດາ​ຜະລິດ​ຕະພັນ​ຈິດ​ໃຈ ຊຶ່ງ​ເປັນ​ແກ່ນສານ​ແລະ​ອົງ​ປະກອບ​ພື້ນຖານ, ສະ​ແດງ​ເຖິງ​ຄວາມ​ປະດິດ​ສ້າງ ​ແລະ ​ເອກະລັກ​ວັດທະນະທຳ​ຫວຽດນາມ.

ສາງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວ​ຕົນ​ ​ເປັນ​ການ​ທ້ອນ​ໂຮ​ມຄວາມ​ຮູ້, ບົດຮຽນ​ປະສົບ​ການ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ ທີ່​ສະ​ແດງ​ເຖິງວິທີ​ການ​ປະພຶດ​ຂອງ​ມະນຸດ​ກັບ​ທຳ​ມະ​ຊາດ, ລະຫວ່າງ​ຄົນ​ກັບ​ຄົນ​ນຳ​ກັນ. ນອກຈາກ​ບັນດາ​ຄຸນຄ່າ​ຈິດ​ໃຈທີ່​ບໍ່​ອາດ​ປະຕິ​ເສດ​ໄດ້, ​ເຊັ່ນ ​ນ້ຳ​ໃຈ​ຮັກ​ຊາດ, ຄວາມສາມັກຄີ, ການອອກ​ແຮງ​ງານ​ດຸ​ໝັ່ນ​ແລ້ວ, ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວ​ຕົນ​ຍັງ​ສະ​ແດງ​ອອກ​ໃນບັນດາ​ຂົງ​ເຂດ​ທີ່​ຕ່າງ​ກັນ, ​ເຊັ່ນ ຮີດຄອງ, ປະ​ເພນີ, ຄຳ​ເວົ້າ​ສຽງ​ປາກ, ໜັງສື​ອັກສອນ, ສາງ​ວັນນະຄະດີ​ພື້ນ​​ເມືອງ, ບັນດາ​ຮູບ​​ແບບ​ສິລະ​ປະ, ຮ້ອງ​ເພງ, ຟ້ອນ​ລຳ, ດົນຕີ​ແບບ​ດັ້ງ​ເດີມ, ການສະ​ແດງ​ພື້ນ​​ເມືອງ, ງານ​ບຸນ, ອາຊີບ​ຫັດຖະກຳ, ວິທີ​ແລະ​ຕຳລາຢາ​ປົວ​ພະຍາດ, ວັດທະນະທຳ​ອາຫານ, ​ເຄື່ອງນຸ່ງ​ຖື​ແບບ​ດັ້ງ​ເດີມ… ຂອງ​ບັນດາ​ຊົນ​ເຜົ່າຢູ່​ດິນ​ແດນ​ຫວຽດນາມ.

​ແຕ່​ຫຼາຍ​ພັນ​ປີ​ມາ​ນີ້, ດ້ວຍ​ຖານະ​ເປັນ​ຜູ້​ປະດິດ​ສ້າງ​ວັດທະນະທຳ, ປະຊາ​ຄົມ​ບັນດາ​ຊົນ​ເຜົ່າຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ຄວາມສຳຄັນ​ແກ່​ການ​ອະນຸ​ຮັກ, ຖ່າຍ​ທອດ​ມອບ​ສົ່ງ​ຕໍ່ ​ແລະ ສິດສອນ​ ກ່ຽວ​ກັບບັນດາສິ່ງ​ທີ່​ຍອດ​ຍິ່ງ, ບັນດາ​ຄຸນຄ່າ​ພິ​ເສດ​ຂອງ​ສາງມໍລະດົກ​ວັດທະນະທຳຫວຽດນາມ. ​ໂດຍ​ສືບ​ທອດ​ມູນ​ເຊື້ອ​ປະ​ເພນີຂອງປູ່​ຍ່າ​ຕາ​ຍາຍ, ພັກ ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ໄດ້​ແລະ​ພວມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ເຖິງການ​ປົກ​ປ້ອງ​ອະນຸ​ຮັກ ສາງມໍລະດົກ​ວັດທະນະທຳ, ກວມ​ດ້ວຍມໍລະດົກ​ວັດທະນະທຳທີ່​ມີ​ຕົວ​ຕົນ ​ແລະ ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວ​ຕົນ, ຖື​ວ່າ​ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງຂອງ​ຂະ​ແໜງ​ການ​ວັດທະນະທຳ ກໍ່​ຄື​ເປັນຄວາມ​ຮັບຜິດຊອບ​ລວມຂອງ​ທົ່ວພັກ, ທົ່ວປວງ​ຊົນ​ໃນ​ພາລະກິດ​ແຫ່ງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ແຕ່, ຍ້ອນ​ບັນດາ​ຈຸດ​ພິ​ເສດ​ອັນ​ພື້ນຖານ​ຂອງ​ຕົນ, ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົນ​ຕົວ​ບາງ​ປະ​ເພດ ອາດ​ຈະ​ຖືກ​ຫຼົງລືມ​ໂດຍ​ງ່າຍ, ຖືກ​ເຮັດ​ໃຫ້​ຜິດ​ພ້ຽນ​ໄປ ​ແລະ ຖືກ​ຜົນ​ກະທົບ​ຈາກ​ເງື່ອນ​ໄຂ​ເສດຖະກິດ - ສັງຄົມ. ​ເພາະສະ​ນັ້ນ, ​ໄປ​ຄຽງ​ຄູ່ກັບ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາມໍລະດົກ​ວັດທະນະທຳທີ່​ມີ​ຕົວຕົນ, ບັນດາ​ກົນ​ໄກ, ນະ​ໂຍບາຍ​ແນໃສ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວຄົ້ນ​ເຜີຍ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາມໍລະດົກ​ວັດທະນະທຳທີ່​ບໍ່​ມີ​​ຕົວຕົນ ກໍ່​​ໄດ້​ແລະພວມ​ໄດ້​ຮັບ​ການ​ສຸມ​ໃສ່​ຄົ້ນ​ຄວ້າ ​ແລະ ຈັດ​ຕັ້ງ​ປະຕິບັດ​ໂດຍ​ພາກ​ລັດ.

​ໃນ​ຊຸມປີ 1975 - 1985, ການຄົ້ນ​ຫາ, ຮຽບຮຽງ (ຈົດ​ກ່າຍ, ຖ່າຍຮູບ, ​ເຮັດ​ຟີມ) ​ແລະ ພິມ​ຈຳໜ່າຍບັນດາ​ຍກິດຈະກຳ​ສະ​ເພາະ ​ກ່ຽວ​ກັບມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນຢູ່​ຫວຽດນາມ​ ໄດ້​ຮັບ​ການ​ປະຕິບັດ. ພາຍຫຼັງ​ປີ 1985, ພິ​ເສດ​ແມ່ນ​ບັນດາ​ຜົນສຳ​ເລັດ​ເບື້ອງ​ຕົ້ນ​ ​ໃນ​ການ​ເຄື່ອນ​ໄຫວ​ແນ​ໃສ່​ປະຕິບັດ​ເປົ້າ​ໝາຍທີ່​ສີ່​ຂອງ “​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ວັດທະນະທຳ​” ຄື ຄົ້ນ​ຫາ ​ຮຽບຮຽງ, ອະນຸ​ຮັກ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ, ​ໄດ້​ຮັບ​ການ​ຍູ້​ແຮງ​ ໂດຍ​ມີ​ການ​ປ່ຽນ​ແປງ​ໃໝ່ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ດ້ວຍ​ການ​ນຳ​ໃຊ້​ອຸປະກອນ​ພາບ​ແລະ​ສຽງ​ທີ່​ທັນ​ສະ​ໄໝ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

​ໃນ​ຊຸມ​ປີທີ່ຜ່ານມາ​ມໍ່​ນີ້, ບັນດາການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າຂອງ​ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ​ໄດ້​ແລະ​ພວມ​ມີ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ ຍ້ອນ​ການ​ກະທົບ​ຕ່າງໆ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ ​ແລະ ​ແບບ​ວິທີ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ແນ​ໃສ່​ຄົ້ນຄວ້າ, ຄົ້ນ​ເຜີຍ, ​ເຊີດ​ຊູ, ​ເຜີຍ​ແຜ່​ບັນດາມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ. ພື້ນຖານ​ຂອງ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ດັ່ງກ່າວ​ນັ້ນ ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ແນວທາງ, ນະ​ໂຍບາຍ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພິ​ເສດ​​ແມ່ນ ມະຕິ​ສະ​ເພາະ​ກ່ຽວ​ກັບ​ວັດທະນະທຳ ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ​ຫ້າ ​ສະ​ໄໝ​ທີ VIII ​ແລະ ການ​ກະທົບຂອງ​ອົງການສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາ (UNESCO) ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາມໍລະດົກ​ວັດທະນະທຳ.

​ເປັນອັນ​ຈະ​ແຈ້ງວ່າ, ມະຕິ​ກອງ​ປະຊຸມ​ຄັ້ງ​ທີ​ຫ້າ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ VIII“ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປດ້ວຍ​ເອກະລັກ​ຊອງ​ຊາດ” ​ໄດ້​ສ້າງ​ໃຫ້​ມີ​ບາດ​ລ້ຽວ​ໃຫຍ່​ ທາງ​ດ້ານ​ຈິນຕະນາການ ​ແລະ ທິດ​ສະ​ດີ, ປະກອບສ່ວນ​ກຳນົດ​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວັດທະນະທຳ​ ໃນ​ສະ​ໄໝ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ. ມະຕິ​ທີ່​ສຳຄັນສະບັບ​ນີ້​ ໄດ້ກຳນົດ​ວັດທະນະທຳ​ໃນ​ຄວາມ​ໝາຍ​ກວ້າງ, ບໍ່​ພຽງ​ແຕ່​ກວມ​ດ້ວຍ​ບັນດາ​ຂົງ​ເຂດ​ວັນນະຄະດີ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ, ພັດທະນາ​ການ​ສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ນະ​ໂຍບາຍ​ວັດທະນະທຳ​ຕໍ່​ສາສະໜາ, ການ​ອະນຸ​ຮັກ ​ແລະ ​ເສີມ​ຂະ​ຫຍາຍບັນດາມໍລະດົກ​ວັດທະນະທຳທີ່​ມີ​ຕົວ​ຕົນ ​ແລະ ບໍ່​ມີ​ຕົວ​ຕົນ.

​ໂດຍສຸມ​ໃສ່​ສະ​ແດງ​ອອກ​ເຖິງ​ແນວທາງ​ວັດທະນະທຳ​ຫວຽດນາມ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່, ມະຕິ​ສະບັບ​ນີ້​ໄດ້​ກຳນົດ​ຄວາມ​ສຳຄັນ​ຂອງ​ວັ​ດທະນະ​ທຳ ​ແລະ ມໍລະດົກ​ວັດທະນະທຳ ​ໃນ​ຂະ​ບວນວິວັດ​ການ​ພັດທະນາເສດຖະກິດ - ສັງຄົມ ຂອງ​ປະ​ເທດ​ຊາດ, ຖື​ວັດທະນະທຳ​ເປັນ​ຮາກ​ຖານ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ວັດທະນະທຳທັງ​ເປັນ​ເປົ້າ​ໝາຍ ທັງ​ເປັນກຳລັງ​ໜູນ​ຊຸກຍູ້​ການພັດທະນາ​ເສດຖະກິດ - ສັງຄົມ. ຖານະ​ທີ່​ຕັ້ງ​ສຳຄັນ​ຂອງມໍລະດົກ​ວັດທະນະທຳ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ, ມໍລະດົກ​ວັດທະນະທຳ​ເປັນ​ຊັບ​ສົມບັດ​ທີ່​ລ້ຳ​ຄ່າ, ​ເຊື່ອມ​ຕິດ​ບັນດາ​ຊົນ​ເຜົ່າ, ​ເປັນ​ແກ່ນສານ​ຂອງ​ເອກະລັກ​ປະຈຳ​ຊາດ, ພື້ນຖານ​ເພື່ອ​ປະດິດ​ສ້າງ​ຄຸນຄ່າ​ໃໝ່ ​ແລະ ​ແລກ​ປ່ຽນວັດທະນະທຳ. ​ເອົາ​ໃຈ​ໃສ່​ເປັນສຳຄັນ​ທີ່​ສຸດ​ເຖິງ​ການ​ອະນຸ​ຮັກ, ສືບ​ທອດ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າວັດທະນະທຳດັ້ງ​ເດີມ (​​ກຼາດຊິກ ແລະ ​ພື້ນ​​ເມືອງ), ວັດທະນະທຳປະຕິວັດ, ປະ​ກອບ​ດ້ວຍວັດທະນະທຳມີ​ຕົວ​ຕົນ ​ແລະ ບໍ່​ມີ​ຕົວ​ຕົນ. ຄົ້ນຄວ້າ ​ແລະ ອົບຮົມ​ສຶກສາຢ່າງກວ້າງຂວາງ ​ກ່ຽວ​ກັບ​ສິນ​ທຳອັນ​ດີງາມທີ່​ບັນພະບຸລຸດ​ສ້າງ​ໄວ້. ດັ່ງ​ນັ້ນ, ບັນດາ​ທິດ​ທາງ​ພື້ນຖານ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຄຸນຄ່າ​ມໍລະດົກ​ວັດທະນະທຳ​ນັ້ນ​​ແມ່ນ ​ໃຫ້​ຄວາມ​ສຳຄັນ ​ແລະ ອະ​ນຸຮັກ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າດັ້ງ​ເດີມ ​ແລະ ກໍ່ສ້າງ, ພັດທະນາ​ບັນດາ​ຄຸນຄ່າ​ໃໝ່​ກ່ຽວ​ກັບວັດທະນະທຳ, ວັນນະຄະດີ, ສິລະ​ປະ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ອະນຸ​ຮັກ ​ແລະ ພັດທະນາ​ພາສາ, ໜັງສື​ຂອງ​ບັນດາ​ຊົນ​ເຜົ່າ.

ດ້ານ​ອື່ນ, ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ ຫວຽດນາມ​ເປັນ​ສະມາຊິກ​ຂອງ​ອົງການສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາ (UNESCO)​, ດັ່ງ​ນັ້ນ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ ​ກັບ​ປະຊາ​ຄົມສາກົນ​ໃນ​ຂົງ​ເຂດ​ອະນຸ​ຮັກມໍລະດົກ​ວັດທະນະທຳ.

ບັນດາ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ, ປະກອບສ່ວນພັດທະນາ​ເສດຖະກິດ - ສັງຄົມ ຢູ່​ຫວຽດນາມ

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການກໍ່ສ້າງ ​ແລະ ​ປະຕິບັດບັນດາ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ການອະນຸ​ຮັກມໍລະດົກ​ວັດທະນະທຳ​ເວົ້າ​ລວມ ​ແລະ ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ເວົ້າ​ສະ​ເພາະ ຢູ່​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ແລະ​ພວມ​ບັນລຸບັນດາ​ຜົນສຳ​ເລັດ​ທີ່​ໜ້າຊົມ​ເຊີຍ​ທີ່​ສຸດ.

​ເບິ່ງ​ລວມ, ຈາກ​ຜົນສຳ​ເລັກ​ຂອງ​ການ​ຮ່ຳຮຽນ​, ​ເຜີຍ​ແຜ່​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ XI ​ແລະ ບັນດາ​ເນື້ອ​ໃນ​ພື້ນຖານ​ ຂອງ​ກົ​ດໝາຍວ່າ​ດ້ວຍ​ມໍລະດົກ​ວັດທະນະທຳ, ລະບົບ​ພະນັກງານ​ຄຸ້ມ​ຄອງ​ບໍລິຫານ​ຂັ້ນຕ່າງໆ ​ແລະ ມະຫາຊົນ​ຫຼວງ​ຫຼາຍ ​ໄດ້ມີ​ຄວາມ​ຮັບ​ຮູ້​ພື້ນຖານ​ກ່ຽວ​ກັບ​ບົດ​ບາດທີ່​ສຳຄັນ​ຂອງ​ບັນດາມໍລະດົກ​ວັດທະນະທຳ​ເວົ້າ​ລວມ ​ແລະ ມໍລະດົກວັດທະນະທຳ​ທີ່​ບໍ່​ມີ​ຕົວຕົນ​ເວົ້າ​ສະ​ເພາະ; ພ້ອມ​ກັນ​ນັ້ນ​ກໍ່​​ໄດ້ແລະພວມຕັ້ງໜ້າ​ປະຕິບັດບັນດາ​ກົນ​ໄກ, ນະ​ໂຍບາຍ ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສາງ​ມໍ​ລະ​ດົກ​ວັດທະນະທຳ ​ເພື່ອ​ຮັບ​ໃຊ້​ວຽກ​ງານພັດທະນາ​ເສດຖະກິດ - ສັງຄົມ.

​ໂຄງການ, ​ແຜນ​ງານ, ​ແຜນການ​ປະຕິບັດ​ການ​ອະນຸ​ຮັກມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ​ເປັນ​ຈຳນວນ​ຮ້ອຍ, ​ໃນ​ນັ້ນ​ມີ​ຫຼາຍ​ໂຄງການ​ໃຫຍ່​ ທີ່​ມີ​ລັກສະນະ​ສະຫະ​ຂະ​ແໜງ, ​ໄດ້​ແລະພວມ​ໄດ້​ຮັບ​ການຜັນ​ຂະຫຍາຍ​ປະຕິບັດ. ນອກ​ນັ້ນ, ​ໂຄງການ​ຄົ້ນຄວ້າ, ​ເກັບ​ກຳ ​ແລະ ຮຽບຮຽງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ​ເປັນ​ຈຳນວນ​ຮ້ອຍ ກໍ່​ໄດ້​ຮັບ​ການ​ປະຕິບັດ ​ໂດຍມີ​ການປະສານ​ສົມທົບ, ຮ່ວມ​ມື​ເຊື່ອມ​ຕໍ່​ ຢູ່​ທຸກ​ແຂວງ ນະຄອນ​ໃນ​ທົ່ວ​ປະ​ເທດ ດ້ວຍ​ແຫຼ່ງທຶນ​ງົບປະມານ​ຂອງ​ທ້ອງ​ຖິ່ນ ​ແລະ ​ແຫຼ່ງທຶນ​ສັງຄົມ ພາບ​ໃຕ້​ຫຼາຍຮູບ​ການ​ທີ່​ຕ່າງ​ກັນ.

ວຽກ​ງານ​ກວດ​ສອບ​ແນ​ໃສ່ກຳ​ນົດມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ, ສ້າງ​ພື້ນຖານ​ເຊື່ອມ​ຕິດ​ບັນດາ​ການ​ເຄື່ອນ​ໄຫວ​ອະນຸ​ຮັກ, ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດທະນະທຳ ກັບ​ການພັດທະນາ​ເສດຖະກິດ - ສັງຄົມນັ້ນ ​ກໍ່ໄດ້​ແລະ​ພວມ​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ໜ້າ​ສົ່ງ​ເສີມ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ​ໃນ 63 ​ແຂວງ-ນະຄອນ ​ໄດ້​ປະຕິບັດ​ໜ້າ​ທີ່ ​ແລະ ກວດ​ສອບກວ່າ 60.000 ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ທີ່​ຂຶ້ນ​ກັບປະ​ເພດ​ຕ່າງໆ. ບົນ​ພື້ນຖານ​ນັ້ນ, ​ເລືອກ​ເຝັ້ນ​ບັນດາ​ມໍລະດົກ​ທີ່​ເປັນຕົວ​ແທນ, ກໍ່ສ້າງ​​ເອກະສານ​ວິທະຍາສາດ ​ເພື່ອ​ສະ​ເໜີ​ໃຫ້​ເອົາ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ແຫ່ງ​ຊາດ ​ແລະ ສ້າງ​ພື້ນຖານ​ທີ່​ສຳຄັນ​ໃຫ້​ແກ່​ການ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ໂຄງ​​ການ​ຂຸດ​ຄົ້ນ ພັດທະນາ​ການທ່ອງທ່ຽວ​ຕາມ​ທິດ​ໝັ້ນຄົງ​ຍືນ​ຍົງ.

ມາຮອດ​ປະຈຸ​, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວຫວຽດນາມ​ ໄດ້​ຕົກລົງ​ຈັດ 191 ມໍ​ບະ​ດົກທີ່​ຂຶ້ນ​ກັບ 7 ປະ​ເພດມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ຂອງ​ບັນ​ດາ​ຊົນ​ເຜົ່າ​​ໃນ​ທົ່ວ​ປະ​ເທດ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ແຫ່ງ​ຊາດ. ພິ​ເສດ, ຄິດ​ຮອດ​ທ້າຍ​ປີ 2016, ມີ 11 ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ເປັນ​ຕົວ​ແທນ​ຂອງ​ຫວຽດນາມ ຖືກ​ອົງການ UNESCO ບັນທຶກ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ເປັນ​ຕົວ​ແທນ​ຂອງ​ມະນຸດຊາດ ​ແລະ ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງຮີບດ່ວນ.

ບັນດາ​ກົ​ນໄກ, ນະ​ໂຍບາຍ​ແນ​ໃສ່​ສົ່ງ​ເສີມ​ຊົມ​ເຊີຍບັນດາ​ເຈົ້າພາບ​ທີ່​ປະດິດ​ສ້າງ, ຖື ​ແລະ ​ເຜີຍ​ແຜ່​ສິດສອນມໍລະດົກ​ວັດທະນະທຳ ທີ່​ໄດ້​ແລະ​ພວມ​​ໄດ້ດຳ​ເນີ​ນພາຍ​ໃຕ້​ຫຼາຍ​ຮູບ​ການ, ​ເຊັ່ນ ສຳ​ເລັດ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ ດຳລັດ​ສະ​ບະບ​ເລກທີ 62/2014/NĐ-CP ຂອງ​ລັດຖະບານ ລົງ​ວັນ​ທີ 25-6-2014 ວ່າ​ດ້ວຍ ກຳນົດ​ກ່ຽວ​ກັບ​ການ​ພິຈາລະນາ​ປະດັບ​ນາມມະຍົດ "ສິລະປິນປະຊາຊົນ", "ສິລະປິນດີເດັ່ນ" ໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ ແລະ ດຳລັດສະບັບເລກທີ 109/2015/NĐ-CP ຂອງ​ລັດຖະບານ ລົງ​ວັນ​ທີ 28-10-2015 ວ່າ​ດ້ວຍ​ການຊ່ວຍ​ເຫຼືອ​ໃຫ້​ແກ່ ສິລະປິນປະຊາຊົນ, ສິລະປິນດີເດັ່ນ ທີ່ມີລາຍໄດ້ຕ່ຳ, ພົບຄວາມຫຍຸ້ງຍາກ ​ແນ​ໃສ່​ສົ່ງ​ເສີມ​ຊົມ​ເຊີຍ​ບັນດາ​ສິລະ​ປິນທີ່​ເປັນ​ແບບຢ່າງ​ໃນ​ບັນດາ​ຂົງ​ເຂດມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ຢູ່​ຫວຽດນາມ. ຜ່ານ​ການ​ພິຈາລະນາ​ປະດັບ​ນາມມະຍົດ​ຄັ້ງ​ທີ​ໜຶ່ງ​ປີ 2015, ປະທານ​ປະ​ເທດ​ໄດ້​ປະດັບ​ນາມມະຍົດ​ສິລະ​ປິນດີ​ເດັ່ນ​ໃຫ້ 617 ຄົນ, ​ໃນ​ນັ້ນ​ສິນລະປິນ 7 ຄົນ​ຂຶ້ນ​ກັບ​ເປົ້າ​ໝາຍສິລະ​ປິນ​ມີ​ລາຍ​ໄດ້​ຕ່ຳ, ພົບ​ຄວາມ​ຫຍຸ້ງຍາກ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຕາມ​ການ​ກຳນົດ​ຂອງ​ດຳລັດ​ນີ້. ນອກຈາກ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ສິດສອນມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ກໍ່​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢູ່​ຫຼາຍ​ທອ້ງຖິ່ນ, ດຶງ​ດູດ​ບັນດາ​ສິລະ​ປິນທີ່​ດີ​ເດັ່ນ​ມາ​ເຜີຍ​ແຜ່​ສິດສອນ​ໃຫ້ນັກຮຽນ​ທີ່​ມາ​ຈາກ​ຫຼາຍ​ພາກ​ສ່ວນ, ມີ​ອາຍຸ​ຕ່າງ​ກັນ.

ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາແລະກໍ່ສ້າງ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໃນ​ບັນດາ​ການ​ເຄື່ອນ​ໄຫວອົບ​ຮົມ​ສຶກສາ, ກໍ່ສ້າງ​ແບບ​ແຜນ​ດຳລົງ​ຊີວິດ, ກໍ່​ຮ່າງ​ສ້າງ​ຮູບ​ຄຸນສົມບັດສິນ​ທຳ​ທີ່​ດີງາມ ​ແລະ ບຸກຄະ​ລິກກະພາບ​ໃຫ້​ຊາວ​ໜຸ່ມ ບົນ​ພື້ນຖານ​ຂຸດ​ຄົ້ນ​ບັນດາ​ຄຸນຄ່າມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ຊຶ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັດ​ຢູ່​ໃນ​ບັນດາ​ໂຮງຮຽນ ຈົນ​ເຖິງ​ບັນດາ​ສະ​ຖາ​ບັນ​ວັດທະນະທຳ ​ເຊັ່ນ ຫໍພິພິດທະພັນ, ສູນວັດທະນະທຳ, ຫໍສະໝຸດ... ກໍ່ສ້າງ ​​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ ນະ​ໂຍບາຍຂຸດ​ຄົ້ນ​ມໍລະດົກ ພັດທະນາ​ການທ່ອງທ່ຽວ.

ມໍລະດົກ​ວັດທະນະທຳ​ເວົ້າ​ລວມ, ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ເວົ້າ​ສະ​ເພາະ ​ແມ່ນ​ບັນດາ​ຊັບພະຍາກອນ​ການທ່ອງທ່ຽວ​ພິ​ເສດ, ​ແມ່ນພື້ນຖານ​ຂອງ​ການ​ຂຸດ​ຄົ້ນ​ເສດຖະກິດ​ການທ່ອງທ່ຽວ ຊຶ່ງ​ໄດ້​ແລະ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຂຸດ​ຄົ້ນ ຄືດັ່ງຂຸດ​ຄົ້ນ​ແຫຼ່ງພະລັງ​ເສດຖະກິດ​ທີ່​ສຳຄັນ​ໜຶ່ງ. ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ຄື, ສາງມໍລະດົກ​ວັດທະນະທຳທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ​ນີ້ ພັດ​ໄດ້​ຈັດ​ແບ່ງ​ຢ່າງ​ລວມສູນ​ເປັນ​ກຸ່ມໆ ຢູ່​ເຂດ​ທົ່ງພຽງ​ພາກ​ເໜືອ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຢູ່​ເຂດ​ພູຜາ​ພາກ​ເໜືອ ​ແລະ ​ເຂດ​ພູພຽງ​ໄຕ​ງວຽນ, ຢູ່​ຕາມ​ເຂດ​ຊາຍ​ຝັ່ງ​ທະ​ເລ, ຕາມ​ເສັ້ນທາງຜ່ານ​ເໜືອ​ໃຕ້​ຫວຽດນາມ ທີ່​ໃກ້​ກັບບັນດາ​ຕົວ​ເມືອງ​ໃຫຍ່, ບັນດາ​ດ່ານຊາຍ​ແດນສາກົນ​ທີ່​ສຳຄັນ, ສ້າງ​​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ແລະ​ຈັດ​ຕັ້ງການ​ຂຸ​ດຄົ້ນບັນດາ​ສູນ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ. ຍ້ອນ​ແນວ​ນັ້ນ, ​ແຕ່​ຫຼາຍ​ປີຜ່ານມາ, ບັນດາມໍລະດົກ​ວັດທະນະທຳຂອງ​ຫວຽດນາມ​ເວົ້າ​ລວມ ​ແລະ ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ເວົ້າສະ​ເພາະ ​ໄດ້​ແລະ​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຊັບພະຍາກອນ​ການທ່ອງທ່ຽວ​ທີ່​ສຳ​ຄັນ, ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາປະ​ເທດ​ຊາດ.

​ເບິ່ງ​ລວມ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດທະນະທຳຫວຽດນາມ ​ໄດ້​ແລະ​ພວມ​ບັນລຸ​ຜົນສຳ​ເລັດ​ທີ່​ໜ້າ​ຊົມ​ເຊີຍ​ທີ່​ສຸດ. ຫຼາຍ​ຂະ​ແໜງ​ອາຊີບ​ຫັດຖະກຳດັ້ງ​ເດີມ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ. ງານ​ບຸນ​ພື້ນ​​ເມືອງ​ທີ່​ເປັນ​ປະ​ເພນີ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ກາຍ​ເປັນ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳທີ່​ເປັນ​ເອກະລັກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ທາງ​ດ້ານ​ຈິດ​ວິນ​ຍານ​ທີ່ຂາດ​ບໍ່​ໄດ້, ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ຈິດ​ໃຈ​ຂອງ​ປະຊາຊົນ​ອຸດົມສົມບູນ​ຍິ່ງ​ຂຶ້ນ. ພ້ອມ​ກັນ​ນັ້ນ, ຍັງ​ມີ​ສ່ວນ​ປະກອບ​ທີ່​ສຳຄັນ​ ເຂົ້າໃນ​ການ​ສ້າງ​ໃຫ້​ມີ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ພັດທະນາການທ່ອງທ່ຽວ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ບັນດາ​ການ​ກະທົບ​ຢ່າງ​ແຂງ​ແຮງ​ຂອງ​ກົນ​ໄກ​ຕະຫຼາດ ດ້ວຍ​ການ​ລົງທຶນ​ຢ່າງ​ໄຫຼ​ຫຼັ່ງ​ທັ່ງ​ເທ​ຂອງ​ບັນດາ​ອັງການຈັດ​ຕັ້ງ, ​ຂອງເອກະ​ຊົນ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ທີ່​ໄດ້​ແລະ​ພວມ​ເປັນ​ການ​ກະທົບ​ເຮັດ​ໃຫ້ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນຫຼາຍ​ຢ່າງ ຖືກ​ສູນ​ຫາຍ​ໄປ​ຫຼື​ຖືກ​ປ່ຽນ​ແຍກ​ແຕກ​ຕ່າງ​ໄປ. ດ້ານ​ອື່ນ, ​ໃນ​ເວລາ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ລັດ​ຖະບານ​ຫວຽດນາມ​ໄດ້​ມີ​ມາດ​ຕະການ ​ແລະ ນະ​ໂຍບາຍ​ທີ່​ຕ່າງ​ກັນ​ເພື່ອອະນຸ​ຮັກ​ມໍລະດົກ​ກໍ່ຕາມ, ​ແຕ່​ນະ​ໂຍບາຍ ​ແລະ ມາດ​ຕະການ​ເຫຼົ່າ​ນີ້ກໍ່​ຍັງ​ບໍ່​ເປັນ​ລະບົບ, ດັ່ງ​ນັ້ນ ຄຸນ​ປະ​ໂຫຍ​ດຂອງ​ມັນກໍ່​ຖືກ​ຈຳກັດ. ສິ່ງ​ຄົງ​ຄ້າງ​ເຫຼົ່າ​ນີ້​ຍັງ​ມີ​ສາ​ເຫດ​ໜຶ່ງ​ອີກ​ຄື ການ​ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ບໍລິຫານ​ລັດ ຂອງ​ບັນດາ​ຂະ​ແໜງການ ຂັ້ນ​ຕ່າງໆ ຍັງ​ບໍ່​ທັນ​ຄົບ​ຊຸດ ​ແລະ ບໍ່​ມີ​ປະສິດທິ​ຜົນ. ຍ້ອນ​ແນວ​ນັ້ນ, ຄຽງ​ຂ້າງ​ກັບ​ບັນດາ​ຜົນງານ​ໃນ​ການ​ເຊີ​ດຊູ​ຊົມ​ເຊີຍ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນນັ້ນ, ພວກ​ເຮົາ​ຍັງ​ມີຂໍ້​ຈຳ​ກັດ ສິ່ງ​ຄົງ​ຄ້າງ​ບໍ່​ໜ້ອຍ ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ກົນ​ໄກ, ນະ​ໂຍບາຍ​ໃນ​ຂົງ​ເຂດ​ນີ້. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​ມໍລະດົກ​ວັດທະນະທຳ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງ​ຄົມ​ຕໍ່​ກັບມໍລະດົກ​ວັດທະນະທຳ ​ແມ່ນ​ຍັງ​ບໍ່​ທັນ​ຄົບຖ້ວນ​ພຽງພໍ​ເທື່ອ. ມໍລະດົກ​ວັດທະນະທຳຫຼາຍ​ອັນ​ພວມ​ຢືນ​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ, ການ​ແກ້​ໄຂ​ສາຍ​ພົວພັນ​ ລະຫວ່າງ​ອະນຸ​ຮັກ ​ແລະ ພັດທະນາ, ລະຫວ່າງ​ການຫັນ​ເປັນ​ທັນ​ສະ​ໄໝ, ຫັນ​ເປັນ​ຕົວ​ເມືອງ ກັບ​ການ​ອະນຸຮັກມໍລະດົກ ກໍ່​ບໍ່​ໄດ້​ຮັບ​ຜົນ​ດີ. ບັນດາ​ໂຄງການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ວັດທະນະທຳທີ່ໄດ້​ຮັບການ​ຮັບຮອງຈາກ ​UNESCO ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການພັດທະນາ​ເສດຖະກິດ - ສັງຄົມຂອງ​ທ້ອງ​ຖິ່ນ ກໍ່​ບໍ່​​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ມີ​ຄຸນຄ່າ​ຫຼາຍ​ຢ່າງ ພວມ​ຖືກ​ສູນຫາຍ​ໄປ ​ແຕ່ກໍ່​ຍັງ​ບໍ່​ທັນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຄົ້ນຄວ້າ, ປົກ​ປັກ​ຮັກສາ.

ການພັດທະນາ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ຂະ​ບວນວິວັດ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ຫັນ​ເປັນ​ຕົວ​​ເມື​ອງຢ່າງ​ໄວວາ ​ແລະ ການ​ພັດ​ທະ​ນາ​ການທ່ອງທ່ຽວ ​ໄດ້​ແລະ​ພວມ​ເຮັດ​ໃຫ້​ໂຄງ​ປະກອບ​ທາງ​ດ້ານແຮງ​ງານ, ຂະ​ແໜງ​ການ, ອາຊີບ, ປະຊາກອນ​ ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ສັບສົນ​ຂະໜາດ​ໃຫຍ່​ທາງ​ສັງຄົມ, ພ້ອມ​ນັ້ນ​ກໍ່​ກະທົບ​ຢ່າງ​ແຮງ​ເຖິງ​ແບບ​ແຜນ​ດຳລົງ​ຊີວິດ, ວິທີ​ຄວາມ​ນຶກ​ຄິດ​ຂອງ​ປະຊາຊົນ, ​ເຖິງ​ວັດທະນະທຳ​ແບບ​ດັ້ງ​ເດີມ, ​ເຮັກ​ໃຫ້​ເທສະ​ຂອງ​ມໍລະ​ດົກມີ​ການ​ປ່ຽນ​ແປງ ​ແລະ ​ເຮັດ​ໃຫ້​ມໍລະດົກ​ຫຼາຍ​ອັນ​ປ່ຽນ​ຮູບ​ໄປ. ຊ້ຳບໍ່ໜຳ, ສຳລັບມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ສຳຄັນ​ບາງ​ຢ່າງ ຍັງ​ອາດ​ຈະ​ຖືກ​ເຊື່ອມ​​ໂຊມ ຫຼື​ຖືກ​​ຫາຍ​ໄປຕະຫຼອດ​ການ.

ຄຽງ​ຂ້າງ​ນັ້ນ, ​ໃນ​ເວລາ​ທີ່​ຜ່ານ​ມາ, ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນຫຼາຍ​ຢ່າງ​ຄື ສຽງ​ປາກ, ​ໂຕ​ໜັງສື, ຄວາມ​ຮູ້​ພື້ນ​​ເມືອງ, ປະ​ເພນີ​ສັງຄົມ,… ຂອງ​ບັນດາ​ຊົນ​ເຜົ່າ ຍັງ​ບໍ່​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພື່ອ​ກວດ​ສອບ ​ແລະ ຂຶ້ນ​ບັນຊີ​ເອກະສານອະນຸ​ຮັກ. ການ​ລົງທຶນ​ຂອງ​ລັດ​ແລະ​ສັງຄົມ ​ໃຫ້​ແກ່​ວຽກ​ງານ​ອະນຸ​ຮັກ, ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ. ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​​ເຄື່ອນ​ໄຫວ​ວັດທະນະທຳ ຢູ່​ຫຼາຍ​ບ່ອນ ​ໃນ​ຫຼາຍ​ເວລາ ​ກໍ່​ບໍ່​ມີ​ການ​ແນະນຳ ​ແລະ ຄຸ້ມຄອງ​ຂອງ​ລັດ ພາ​ໃຫ້​ມີ​ຄວາມ​ຜິດ​ເຂ​ວ ​ແລະ ມີ​ປະກົດ​ການ​ສວຍ​ໃຊ້​ມໍລະດົກ​ເພື່ອ​ການ​ປະຕິບັດ​ເຊື່ອລາງ​ຖືຜີ. ບັນດາ​ນະ​ໂຍບາຍສຳລັບ​ຊ່າງ​ຝີ​ມື, ສິລະ​ປິນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ແຕ່​ຍັງ​ບໍ່​ທັນ​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ນະ​ໂຍບາຍຄ່າ​ຕອບ​ແທນ​ສຳລັບ​ຊ່າງ​ຝີ​ມື ທີ່​ມີ​ຄວາມ​ສາມາ​​ໂດດ​ເດັ່ນ, ກຳ​ໄດ້ ​ແລະ ມີ​ຄຸນງາມຄວາມດີ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ເປັນ​ຕົວ​ແທນ. ຄວາມ​ສາມາດ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ຄົ້ນຄວ້າ​ຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ, ອະນຸ​ຮັກມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ​ເວົ້າ​ລວມ, ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ເວົ້າ​ສະ​ເພາະ ຍັງ​ຖືກ​ຈຳກັດ.  

​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫບາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ

​ໃນ​ເວລາ​ຕໍ່ໜ້າ, ​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ຢູ່​ຫວຽດນາມ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ​ໄດ້​ເຕົ້າ​ໂຮມ​ຄວາມ​ພະຍາຍາມ​ທຸກ​ຢ່າງ ​ແລະ ທຸກ​ແຫຼ່ງພະລັງ ​ເພື່ອ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ການຈັດ​ຕັ້ງ ​ແນ​ໃສ່​ປະຕິ​ບັດຢ່າງ​ມີ​ປະສິດທິ​ຜົນ ບັນດາການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫບາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳ, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ຂອງ​ບັນດາ​ອົງການ​ນຳພາ​ຂອງ​ພັກ ​ແລະ ລັດ ​ໂດຍ​ມີ​ການ​ປະສານ​ສົມທົບ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ບັນດາ​ທ້ອງ​ຖິ່ນ, ການ​ສະໜັບສະໜູນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ. ວິທີ​ແກ້​​ໄຂ​ທີ່ຕ້ອງ​ຜັນ​ຂະຫຍາຍ​ປະຕິບັດຢ່າງຄົບ​ຊຸດ, ມີ​ປະສິດທິ​ຜົນ, ດັ່ງ​ນີ້:

ທີ​ໜຶ່ງ, ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ເນື້ອ​ໃນ​ມະຕິ​ສະບັບ​ເລກທີ 33/NQ-TW, ວັນ​ທີ 9-6-2014, ຂອງ​ກອງ​ປະຊຸມ​ຄັ້ງ​ທີ​ເກົ້າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ສະ​ໄໝ​ທີ XI “ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັນ​ທະນະ​ທຳ, ຜູ້ຄົນຫວຽດນາມ ເພື່ອຕອບສະໜອງການພັດທະນາປະເທດຊາດແບບຍືນຍົງ", ເພື່ອ​ໃຫ້​ວັດທະນະທຳ​ກາຍ​ເປັນ​ຮາກ​ຖານທາງ​ຈິດ​ໃຈ​ຂອງ​ສັງຄົມ; ​ເປັນ​ກຳລັງ​ຊຸກ​ດັນ​ການພັດທະນາ​ເສດຖະກິດ - ສັງຄົມຢ່າງ​ຍືນ​ຍົງ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ທີ່​ສຸດ​ເພື່ອ​ສືບ​ຕໍ່ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ສອດຄ່ອງ​ກັບ​ບັນດາການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ສາງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ຢູ່​ຫວຽດນາມ​ໃນ​ສະພາບ​ການ​ປະຈຸ​ບັນ.

ທີ​ສອງ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ເພື່ອ​ສ້າງ​ຄວາມ​ເປັນ​ເອກະ​ພາບ, ຄົບ​ຊຸດ, ສະຫະ​ຂະ​ແໜງ​ການ ​ໃນ​ການ​ກໍ່ສ້າງ​ບັນດາ​ແຜນ​ກຳນົດ​ການ​ພັດທະນາ ​ແນ​ໃສ່​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ວັດທະນະທຳ​ຫວຽດນາມ​ຮອດ​ປີ 2020, ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ຮູບ​ການ ​ແລະ ມາດ​ຕະການທີ່​ເໝາະ​ສົມ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ຂຸດ​ຄົ້ນສາງ​ມໍລະດົກ​ວັດທະນະທຳ​ຫວຽດນາມ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ສາມ, ​ເພີ່ມ​ທະວີ ​ແລະ ປັບປຸງ​ສາຍສຳພັນ​ເຊື່ອມ​ຕໍ່​ລະຫວ່າງ​ນັກ​ຄຸ້ມ​ຄອງ​ບໍລິຫານ - ນັກວິທະຍາສາດ - ນັກ​ອົບຮົມສຶກສາ - ນັກ​ເສດຖະກິດ; ລະຫວ່າງ​ການ​ເຄື່ອນ​ໄຫວ​ວັດທະນະທຳ - ​ເຄື່ອນ​ໄຫວ​ເສດຖະກິດ - ​ເຄື່ອນ​ໄຫວທ່ອງ​ທ່ຽວ... ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ.

ທີ​ສີ່, ສືບ​ຕໍ່​ກໍ່ສ້າງ ​ແລະ ​ເປີດ​ກວ້າງ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ອົງການຈັດ​ຕັ້ງ, ບັນດາ​ສະ​ໂມ​ສອນ, ບັນດາ​ນາຍ​ຊ່າງ​ຝີ​ມື​ທີ່​ດີ​ເດັ່ນ, ບັນດາ​ນັກ​ຄົ້ນ​ຄວ້າກ່ຽວ​ກັບມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ ​ໃນ​ຂອບ​ເຂດ​ພາກ, ພູມີພາກ ຫຼື​ໃນ​ທົ່ວ​ປະ​ເທດ ​ເພື່ອ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວຄົ້ນ​ຄວ້າຮັບ​ຮູ້​ຮູບ​ແບບ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ.

ທີ​ຫ້າ, ຮັກສາ ​ແລະ ຂະຫຍາຍ​ບັນດາ​ມາດ​ຕະການ ​ແລະ ຮູບ​ການປະສານ​ສົມທົບ​ໃນ​ການ​ເຜີຍ​ແຜ່​ສິດສອນ​ກ່ຽວ​ກັບມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ. ຄຽງ​ຂ້າງ​ກັບ​ການ​ຮັກສາ​ບັນດາ​ຮູບ​ການ​ເຜີຍ​ແຜ່​ຖ່າຍ​ທອດ​ໂດຍ​ກົງ​ໃນ​ຄອບຄົວ, ຊຸມ​ຊົນ ຕາມ​ແບບ “ພໍ່​ຖ່າຍທອດ, ລູກ​ສືບ​ຕໍ່”, ຕ້ອງ​ສົ່ງ​ເສີມ​ບັນດາ​ຮູບ​ການຈັດ​ຕັ້ງ​ການຖ່າຍ​ທອດມອບ​ໂອນ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ, ​ແນະນຳ​ກ່ຽວ​ກັບ​ມໍລະດົກ ຢູ່​ທີ່​ການ​ດຳ​ເນີນ​ຊີວິດ​ສາທາລະນະ (​ໃນ​ຫໍພິພິດທະພັນ, ອະນຸສອນ​ສະຖານ, ງານ​ຕະຫຼາດນັດ ຫຼື​ທີ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ການ​ຄ້າ​ອື່ນໆ).

ທີ​ຫົກ, ຍູ້​ແຮງ​ວຽກ​ງານ​ຝືກອົບຮົມ​ກໍ່ສ້າງ​ແຫຼ່ງກຳລັງ​ຄົນ​ປົກ​ປັກ​ຮັກສາມໍລະດົກ​ວັດທະນະທຳ ​ແລະ ກຳລັງຜູ້ນຳ​ທ່ຽວ​ ທີ່​ມີ​ວິຊາ​ສະ​ເພາະ, ຊຳນານ ​ແລະ ມີ​ຄວາ​ຮູ້​ເລິກ​ເຊິ່ງ ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ.

ທີ​ເຈັດ, ປັບປຸງ​ບູລະນະ​ກົງຈັກ​ການ​ຈັດ​ຕັ້ງ ​ແລະ ພະນັກງານ ຂອງ​ຂະ​ແໜງ​ການມໍລະດົກ​ວັດທະນະທຳ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ, ​ເພື່ອ​ບໍ່​ພຽງ​ແຕ່ຈຳກັດ, ຜ່ານ​ຜ່າຂໍ້ບົກພ່ອງ ​ແລະ ສິ່ງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ​ເທົ່ານັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ ຄຸນ​ນະພາ​ບ ​ແລະ ທັກ​ສະ​ ໃຫ້​ຖັນ​ແຖວພະນັກງານ ລັດຖະກອນມີ​ລະດັບ ​ແລະ ຄວາມ​ສາມາດ​ສູງ.

ທີ​ແປດ, ສືບ​ຕໍ່​ຮັກສາ ​ແລະ ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ກ່ຽວ​ກັບມໍລະດົກ​ວັດທະນະທຳ​ເວົ້າ​ລວມ ​ແລະ ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນເວົ້າ​ສະ​ເພາະ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ມໍລະດົກ​ວັດທະນະທຳ​ໄດ້ຮັບການ​ແນະນຳ, ​ເຊີດ​ຊູ​ຊົມ​ເຊີຍ​ຕໍ່​ບັນດາ​ເຈົ້າພາບວັດທະນະທຳ​ທີ່​ໄດ້​ແລກ​ປ່ຽນ, ຮ່ຳຮຽນ​ນຳ​ເພື່ອນ​ມິດສາ​ກົນ./.

​ໂດຍ ປອ. ຫງວຽນ​ງອກ​ທ້ຽນ,
ກຳມະການສູນກາ​ພັກ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ

------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ເລກທີ 892 (​ເດືອນ​ກຸມພາ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ