ວັນອາທິດ, 28/5/2017
ການກໍ່ສ້າງພະນັກງານເພດຍິງ ໃນຍຸດທະສາດພະນັກງານ ຂອງພັກກອມມູນິດຫວຽດນາມ ໃນປະຈຸບັນ
1/5/2017 21:30' ສົ່ງ ພິມ
ບັນດາຜູ້ແທນລົງມະຕິຮັບຮອງ ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງຫວຽດນາມ ສະໄໝ 2017 - 2022. (ພາບ: TTXVN)

ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ ກ່ຽວ​ກັບ​ວຽກ​ງານພະນັກງານ​​ເພດຍິງ ​ໃນ​ບັນດາ​ໄລຍະ​ເວລາ​ທີ່​ຜ່ານ​ມາ

​ໃນ​ວັນ​ເວລາ​ເລີ່​ມຕົ້ນ​ການ​ປະຕິວັດຕໍ່ສູ້​ປົກ​ປ່ອຍ​ຊາດ, ປະທານ​ໂຮ່ຈີ​ມິນ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ແມ່ຍິງ. ພາລະກິດ​ການ​ປົດ​ປ່ອຍ​ແມ່ຍິງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທຳ​ອິດທີ່​​ເພິ່ນ​ເວົ້າ​ເຖິງ. ​ເພິ່ນ​ໃຫ້​ທັດສະນະ​ວ່າ, ຖ້າ​ຫາກ​ບໍ່​ປົດ​ປ່ອຍ​ແມ່ຍິງ ​ແມ່ນ​ບໍ່​ສາມາດ​ປົດ​ປ່ອຍ​ມະນຸດຊາດ​ເຄິ່ງໜຶ່ງ​ໄດ້, ບໍ່​ປົດ​ປ່ອຍ​ແມ່ຍິງ ​ແມ່ນ​ການ​ກໍ່ສ້າງສັງຄົມ​ນິຍົມພຽງ​ເຄິ່ງໜຶ່ງ. ປະທານ​ໂຮ່ຈີ​ມິນຕີ​ລາຄາ​ສູງ​ທີ່​ສຸດ ​ບົດບາດ​ຂອງ​ແມ່ຍິງ​ໃນ​ພາລະກິດ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ຍາມ​ໃດ​ກໍ່​ຕິດ​ແໜ້ນ​ເອກະລາດ​ແຫ່ງ​ຊາດ​ ກັບ​ການ​ປົດ​ປ່ອຍ​ແມ່ຍິງ. ຕາມ​ແນວ​ຄິດ​ຂອງ​ເພິ່ນ, ຊາດ​ມີ​ເອກະລາດ ອິດສະຫຼະພາບ ​ແມ່ຍິງ​ຈຶ່ງ​ມີ​ອິດສະຫຼະ​ເສລີ ມີເອກະລາດ; ສັງຄົມ​ບໍ່​ມີ​ການ​ກົດ​ຂີ່​ຂູດ​ຮີດ​ຊົນ​ຊັ້ນ ​ແມ່ຍິງ​ຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ແອກ​ກົດ​ຂີ່ ຂູດ​ຮີດ. ​ເພິ່ນ​ໄດ້​ຕັກ​ເຕືອນ​ພະນັກງານ ສະມາຊິກ​ພັກ​ຢູ່​ສະ​ເໝີ​ວ່າ ຕ້ອງ​ເອົາ​ໃຈ​ໃສ່​ອົບຮົມ​ສຶກສາ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ໃຫ້​ເອື້ອຍນ້ອງກ້າວໜ້າ, ບໍ່​ອະຄະຕິ ຄັບ​ແຄບກັບ​ແມ່ຍິງ, ​ແລະ ການ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ແມ່ຍິງ​ແມ່ນ​ໜ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ.

 ​ໃນ​ເວລາ​ໄປ​ປະຕິບັດ​ງານ ຫຼື​ໄປ​ຢາມ​ຮາກ​ຖານ, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ປະລິມານ, ອັດຕາ​ສ່ວນ​ຜູ້​ແທນ​ເພດ​ຍິງ ​ແລະ ​ເຊີນ​ເອື້ອຍ​ນ້ອງ​ຂຶ້ນ​ນັ່ງຢູ່​ແຖວ​ໜ້າ, ລະດົມ​ກຳລັງ​ໃຈ​ໃຫ້​ເອື້ອຍ​ນ້ອງ​ປະກອບ​ຄວາມ​ຄິດ​ເຫັນ. ​ເມື່ອ​ເຫັນພະນັກງານ​​ເພດຍິງ​ເຕີບ​ໃຫຍ່, ກ້າວໜ້າ, ​ເພີ່ນ​ໄດ້​ຍ້ອງຍໍຊົມ​ເຊີຍ​ສົ່ງ​ເສີມ​ຢ່າງ​ທັນ​ການ. ຂະ​ແໜງ​ການ​ໃດ, ທ້ອງ​ຖິ່ນ​ໃດທີ່​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ເອື້ອຍ​ນ້ອງ, ມີ​ແນວ​ຄິດ​ຄັບ​ແຄບ, ບໍ່​ຕີ​ລາຄາ​ຄວາມ​ສາມາດ​ຂອງ​ແມ່ຍິງ​ຢ່າງ​ຖືກ​ຕ້ອນ, ​ເພິ່ນ​​ກໍ່​ຕັກ​ເຕືອນ, ຕຳ​ໜິຕິ​ຊົມ​ຢ່າງ​ທັນ​ການ. ​ເພິ່ນ​ຕັກ​ເຕືອນ​ຢູ່​ສະ​ເໝີ​ວ່າ ຕ້ອງ​ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ທີ່​ລະອຽດ ຕົວ​ຈິງ​ທີ່​ສຸດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫຼາຍ ​ເຂົ້າ​ໃນ​ວຽກ​ງານ​ຂອງ​ອຳນາດ​ການ​ປົກຄອງ, ອົງຄະ​ນະມະ​ຫາ​ຊົນ; ​ໃຫ້​ແມ່ຍິງ​ໄດ້​ເສີມ​ຂະຫຍາຍ​ພອນ​ສະຫວັນ ຄວາມ​ສາມາດ​ຂອງ​ຕົນ​ໃນ​ບັນດາ​ຂົງ​ເຂດ​ທີ່ສອດຄ່ອງ​ກັບ​ເພດຍິງ.

​ໂດຍ​ເຊື່ອມ​ຊືມ​ແນວ​ຄິດ​ໂຮ່ຈີ​ມິນ, ​ໃນ​ຕະຫຼອດ​ຂະ​ບວນວິວັດ​​ນຳພາ​ການ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານພະນັກງານ​​ເພດຍິງ ​ແລະ ຖື​ວ່າ​ນັ້ນ​ເປັນ​ພາກສ່ວນ​ທີ່​ສຳຄັນ, ມີ​ລັກສະນະ​ຍຸດ​ທະ​ສາດ ​ໃນ​ວຽກງານ​ພະນັກງານ​ຂອງ​ພັກ. ​ໃນ​ໂຄງການ​ການ​ເມືອງ​ທຳ​ອິດ (ປີ 1930), ພັກ​ໄດ້​ກຳນົດ​ວ່າ​ ແມ່ຍິງ​ແມ່ນ​ກຳລັງ​ປະຕິວັດ​ທີ່​ໃຫຍ່​ຫຼວງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ​ໃນ​ບັນດາ​ຂົງ​ເຂດສ້າງສາ​ພັດທະນາ​ປະ​ເທດ. “ຜູ້​ຊາຍ​ແລະ​ແມ່ຍິງ​ສະ​ເໝີ​ພາບ” ​ແມ່ນ​ແນວ​ຄິດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນຕົ້ນຕໍ ຂອງ​ການ​ປະຕິວັດ​ຫວຽດນາມ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ລັດຖະທຳ​ມະນູນ​ປີ 1946 - ລັດຖະທຳ​ມະນູນ​ທຳ​ອິດ​ຂອງ​ປະ​ເທດ​ ສາທາລະນະ​ລັດ ​ປະຊາທິປະ​ໄຕ ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ກໍ່​ໄດ້​ຢືນຢັນ “ແມ່ຍິງສະ​ເໝີ​ພາບ​ກັບ​ຜູ້​ຊາຍ​ໃນ​ທຸກ​ຂົງ​ເຂດ​ແງ່​ມູມ(1). ​ແນວ​ຄິດ​ນີ້​ສືບ​ຕໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ​ແລະ ນັບ​ມື້​ນັບ​ຂະຫຍາຍຕົວ​ໃນ​ບັນດາ​ລັດຖະທຳ​ມະນູນຫຼັງ​ຈາກ​ນັ້ນ. 

ໃນ​ໄລຍະ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ພາກ​ເໜືອ ​ແລະ ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ, ບົດບາດ​ໃຫຍ່​ຫຼວງ​ຂອງ​ແມ່ຍິງ ກໍ່​ຄື​ຂອງ​ວຽກ​ງານພະນັກງານ​​ເພດຍິງ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ບັນດາ​ມະຕິ​ສະບັບ​ເລກທີ 152-NQ/TW ​ແລະ 153-NQ/TW, ວັນ​ທີ 10-1-1967, ຂອງ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ສະ​ໄໝ​ທີ III ລ້ວນ​​ແຕ່​ໄດ້​​ກຳນົດ​​ລະອຽດ ​ແລະ ເນັ້ນ​ໜັກ​ເຖິງບາງ​ບັນຫາ ກ່ຽວ​ກັບການຈັດ​ຕັ້ງ​ນຳພາ​ວຽກ​ງານ​ຂົນຂວາຍ​ແມ່ຍິງ​ຂອງ​ພັກ ​ແລະ  ວຽກງານ​ພະນັກງານ​​ເພດຍິງ. ຫຼັງຈາກ​ການ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທົ່ວ​ປະ​ເທດ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ບັນຫາພະນັກງານ​​ເພດຍິງ​ໄດ້​ວາງ​ອອກ​ມາ​ຢ່າງ​ຈຳ​ເປັນ ​ແລະ ຮີບ​ດ່ວນ​ທີ່​ສຸດ. ຄຳ​ສັ່ງ​ເລກ​ທີ່ 44-CT/TW, ວັນ​ທີ 7-6-1984, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ ສະ​ໄໝ​ທີ V ວ່າ​ດ້ວຍ “ບາງ​ບັນຫາ​ຮີບ​ດ່ວນ​ໃນວຽກ​ງານພະນັກງານ​​ເພດຍິງ​ໄດ້​ຢືນຢັນ​ການ​ປະກອບ​ສ່ວນທີ່​ສຳຄັນ​ ຂອງ​ແມ່ຍິງ ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຊີ້​ໃຫ້​ເຫັນ​ແຈ້ງ​ການ​ເຕີບ​ໃຫຍ່​ຂອງ​ຖັນ​ແຖວພະນັກງານ​​ເພດຍິງ ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ປະຕິບັດຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ວາງ​ທິດ​ທາງ​ໃຫ້​ວຽກ​ງານຮັບ​ສະໝັກ, ຝຶກອົບຮົມ ​ກໍ່ສ້າງ, ​ເລື່ອນ​ຊັ້ນ​ຕະ​ແໜ່​ງ, ​ແຕ່ງ​ຕັ້ງ ພະນັກງານ​ເພດຍິງ. ຄຳ​ສັ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ການ​ປ່ຽນ​ແປງ​ໃໝ່​​ຄວາມ​ຮັບ​ຮູ້​ຂອງ​ພັກ​ ກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງ. ຕາມ​ນັ້ນ: 1- ​ການເພີ່ມ​ທະວີວຽກ​ງານພະນັກງານ​​ເພດຍິງ ບໍ່​ພຽງ​ແຕ່​ເພື່ອ​ເຮັດ​ວຽກ​ງານ​ຂົນຂວາຍ​ແມ່ຍິງ​ເທົ່າ​ນັ້ນ​ຫາກ​ຕົ້ນຕໍ​ແມ່ນ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ, ສະຕິ​ປັນຍາ​ຂອງ​​ເອື້ອຍ​ນ້ອງ ​ເຂົ້າ​ໃນ​ການ​ນຳພາ​ຮອບດ້ານ​ຂອງ​ພັກ ​ແລະ ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ; 2- ຍົກ​ສູງ​ບົດບາດ​ຂອງ​ພະນັກງານ​ເພດ​ຍິງ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ, ຄຸ້ມ​ຄອງ​ບໍລິຫານ​ລັດ; 3- ວຽກ​ງານພະນັກງານ​​ເພດຍິງຕ້ອງ​ໃດ້​ຕັ້ງ​ຢູ່​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ເວົ້າ​ລວມ ຂອງ​ພັກ​ແລະ​ລັດ; ຕ້ອງ​ສືບ​ຕໍ່​ອົບຮົມ​ສຶສາ, ສ້າງ​ເງື່ອນ​ໄຂ​ຊ່ວຍ​ໃຫ້​ເອື້ອຍ​ນ້ອງສຳ​ເລັດ​ໜ້າ​ທີ່​ເມື່ອ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ.

​ໃນ​ຂະ​ບວນວິວັດ​ປະຕິບັດການ​ປ່ຽນ​ແປງ​ໃໝ່, ບົດບາດນຳ​ພາ, ຄຸ້ມ​ຄອງ​ຂອງ​ແມ່ຍິງ​ໃນ​ບັນດາ​ຂົງ​ເຂດຂອງ​ຊີວິດ​ສັງຄົມ​ ສືບ​ຕໍ່ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ແລະ​ລັດ. ຄຳ​ສັ່ງ​ເລກທີ 37-CT/TW, ວັນ​ທີ 16-5-1994, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝ​ທີ VII ວ່າ​ດ້ວຍ “ບາງ​ບັນຫາ​ກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງ​ໃນ​ສະພາບ​ການ​ໃໝ່” ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຍົກ​ສູງ​ອັດຕາ​ສ່ວນພະນັກງານ​​ເພດຍິງ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ບໍລິຫານ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ໃນ​ການ​ປະຕິບັດສິດທິ​ສະ​ເໝີ​ພາບ, ປະຊາທິປະ​ໄຕ​ຂອງ​ແມ່ຍິງ; ​ແມ່ນ​ເງື່ອນ​ໄຂ​ເພື່ອ​ເສີມ​ຂະຫຍາຍ​ສະຕິ​ປັນຍາ, ຄວາມ​ເກັ່ງ​ກ້າ​ສາມາດ, ​ແລະ ຍົກ​ສູງສະຖານະ​ທາງ​ສັງຄົມ​ຂອງ​ແມ່ຍິງ. ໜ້າ​ທີ່​ທີ່​ວາງ​ອອກ​ມາ​ແມ່ນ​ຕ້ອງ​ຕ້ານບັນດາ​ປະກົດ​ການຜິດ​ເຂ​ວ, ດູ​ຖູ​ກ​ແມ່ຍິງ, ​ເຄັ່ງ​ຄັດ, ຄັບ​ແຄບ​ໃນ​ການ​ຕີ​ລາຄາ, ຈັດ​ວາງ​ສັບ​ຊ້ອນ, ​ແຕ່ງ​ຕັ້ງ, ນຳ​ໃຊ້ພະນັກງານ​​ເພດຍິງ.

ບົນ​ພື້ນຖານ​ສະຫລຸບ​ສັງ​ລວມ 10 ປີ​ແຫ່ງ​ການ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່, ຄວາມ​ອ່ອນ​ແອ ຂາດ​ຕົກ​ບົກພ່ອງ​ຂອງ​ວຽກ​ງານ​ພະນັກງານ, ​ໃນ​ນັ້ນ​ມີພະນັກງານ​​ເພດຍິງ ​ໄດ້​ຮັບ​ການ​ໄຈ້​ແຍກ​ຢ່າງ​ຈະ​ແຈ້ງ​ຢູ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ (​ເດືອນມິຖຸນາ 1996). ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າສະຖານະ​ການ​ນີ້, ມະຕິ​ສະບັບ​ເລກທີ 3-NQ/TW, ວັນ​ທີ 18-6-1997, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ VIII ວ່າ​ດ້ວຍ “ຍຸດ​ທະ​ສາດ​ພະນັກງານ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດ​ສະຫະ​ກຳ ທັນ​ສະ​ໄໝ” ​ໄດ້​ວາງ​ທິດ​ທາງ​ວຽກ​ງານ​ພະນັກງານ​ໃນ​ສະ​ໄໝ​ໃໝ່​ຢ່າງຮອບດ້ານ. ຕໍ່​ຈາກ​ນັ້ນ ​ແມ່ນ​ບັນດາ​ເອກະສານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ໃນ​ບັນດາ​ສະ​ໄໝ​ມໍ່​ນີ້ ກ່ຽວ​ກັບ​ວຽກ​ງານ​ພະນັກງານ, ​ໃນ​ນັ້ນ​ມີວຽກ​ງານພະນັກງານ​​ເພດຍິງ(2). ​ໃນ​ແງ່​ມູມຂອງ​ລັດ, ຫວຽດນາມ​ໄດ້​ມີ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ​ເອກະສານ​ກົດໝາຍ​ຫຼາຍ​ສະບັບ​ ກ່ຽວ​ກັບ​ການ​ປົກ​ປ້ອງ​ຄວາມ​ສະ​ເໝີ​ພາບ​ຂອງ​​ແມ່​ຍິງ ຢ່າງຮອບດ້ານ, ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ປະຕິບັດ​ບົດບາດ​ຂອງ​ຕົນ​ເປັນ​ຢ່າງ​ດີ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ຍຸດ​ທະ​ສາດ​ບຳລຸງ​ສຶກສາ ຝຶກ​ອົບຮົມ ​ເພື່ອ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມນັບ​ມື້​ນັບ​ຫຼາຍ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສັງຄົມ, ​ໃນ​ບັນດາ​ອົງການ​ນຳພາ, ຄຸ້ມ​ຄອງ​ຢູ່​ຂັ້ນ​ຕ່າງໆ. ພິ​ເສດ​ແມ່ນ​ຄຳ​ສັ່ງ​ເລກທີ 36-CT/TW, ວັນ​ທີ 30-5-2014, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ “ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ” ຊຶ່ງ​ໄດ້​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງທີ່​ລະອຽດ​ທີ່​ສຸດ​ ສຳລັບ​ບັນດາ​ຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ ​ແລະ ອຳນາດ​ການ​ປົກຄອງ​ ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ. ຕາມ​ນັ້ນ, ສູ້​ຊົນ​ບັນລຸ​ອັດຕາ​ສ່ວນ​​ແມ່ຍິງ​ທີ່​ເປັນກຳມະການຄະນະ​ພັກ​ ບໍ່​ຕ່ຳ​ກວ່າ 15% ​ແລະ ຄວນ​ມີ​ແມ່ຍິງ​ເຂົ້າ​ຮ່ວມ​ຄະນະ​ປະຈຳການ; ຖ້າ​ຫາກ​ບ່ອນ​ໃດ​ຍັງ​ບໍ່​ທັນ​ໄດ້​ຕາມ​ອັດຕາ​ສ່ວນ​ດັ່ງກ່າວ ກໍ່​ໃຫ້​ເລືອກ​ຕັ້ງ​ຂາດ​ຈຳນວນ​ ເພື່ອສືບ​ຕໍ່​ກະກຽມ ​ແລະ ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ຕາມ​ຫຼັງ. ຕໍ່​ຈາກ​ນັ້ນ, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ກ່ຽວ​ກັບ​ການ​ນຳພາ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ XIV ​ແລະ ສະພາ​ປະຊາຊົນຂັ້ນ​ຕ່າງໆ​ ໄລຍະ​ປີ 2016 - 2021 ກໍ່​ໄດ້​ເນັ້ນ​​ເຖິງ​ການ​ເພີ່ມ​ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ສືບ​ຕໍ່​ເຕື້ອງ​ເຖິງ​ການ “​ເພີ່ມ​ອັດຕາ​ສ່ວນ​ພະນັກງານ​ການ​ນຳ, ກຳມະການ​ຄະນະ​ພັກ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ພະນັກງານ​ເພດ​ຍິງ, ພະນັກງານ​ໜຸ່ມ”. ນີ້​ແມ່ນ​ພື້ນຖານ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ເພີ່ມ​ທະວີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ອັນ​ໃຫຍ່​ຫຼວງ​ ຂອງຖັນ​ແຖວ​ພະນັກງານ​ເພດ​ຍິງ ​ໃນ​ລະບົບ​ການ​ເມືອງ​ຂັ້ນ​ຕ່າງໆ ​ໃນ​ປະຈຸ​ບັນ.

ສະພາບ​ຕົວ​ຈິງ​ຂອງ​ຖັນ​ແຖວພະນັກງານ​​ເພດຍິງ ​ໃນ​ປະຈຸ​ບັນ

ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ, ຄຳ​ສັ່ງ​ຂອງ​ພັກ ​ແລະ ບັນດາ​ເອກະສານ​ອື່ນ​ຂອງ​ລັດ (ກົດໝາຍ​ວ່າ​ດ້ວຍຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ), ​ເປັນ​ຕົ້ນ​ແມ່ນ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝທີ່ VIII ກ່ຽວ​ກັບ “ຍຸດ​ທະ​ສາດ​ພະນັກງານ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ວຽກງານພະນັກງານ​​ເພດຍິງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ຂອງ​ຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ ​ແລະ ອຳນາດ​ການ​ປົກຄອງ​ ແຕ່​ສູນ​ກາງ​ຮອດ​ພື້ນຖານ ​ແລະ ບັນລຸ​ຜົນ​ສຳ​ເລັດ​ທີ່​ສຳຄັນ​ໃນດ້ານ​ຕ່າງໆ. ວຽກ​ງານ​ສ້າງ​ແຫຼ່ງ, ວາງ​ແຜນ​ກຳນົດ​ກ່ຽວ​ກັບພະນັກງານ​​ເພດຍິງຢູ່​ຂັ້ນ​ຕ່າງໆ​ ໄດ້​ເປັນ​ລະບຽບ​ແບ​ບ​ແຜນ​ເທື່ອ​ລະ​ກ້າວ. ​ແຫຼ່ງພະນັກງານ​​ເພດຍິງທີ່​ຈະ​ສັບ​ຊ້ອນ​ເຂົ້າ​ໃນ​ຕຳ​ແໜ່​ງຜູ້ນຳ ຜູ້​ຄຸ້ມ​ຄອງບໍລິຫານນັ້ນ ​ແມ່ນມີ​ຢ່າງ​ອຸດົມສົມບູນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຂັ້ນ​ແຂວງ, ​ເມືອງ; ​ໂດຍ​ພື້ນຖານ​ແມ່ນ​ຮັບປະກັນ​ຄວາມ​ຄົບ​ຊຸດຈາກ​ຂັ້ນ​ລຸ່ມ​ຂຶ້ນ​ເທິງ; ລະດັບ​ຂອງການ​ສຶກສາຝຶກ​ອົບຮົມ, ​ໂຄງ​ປະກອບ​ວິຊາ​ອາຊີບ, ອັດຕາ​ສ່ວນພະນັກງານ​​ເພດຍິງໜຸ່ມ, ພະນັກງານ​​ເພດຍິງຊົນ​ເຜົ່າ ມີ​ບາດກ້າວ​ກ້າວໜ້າ. ບົນ​ພື້ນຖານ​ການວາງ​ແຜນ​ກຳນົດ, ຄະນະ​ພັກ​ຫຼາຍ​ແຫ່ງ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ກໍ່ສ້າງ ຝຶກ​ອົບຮົມ, ຜັດປ່ຽນ, ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ ​ໃຫ້ພະນັກງານ​​ເພດຍິງ, ສ້າງ​ເງື່ອນ​ໄຂ​ ອຳນວຍ​ຄວາ​ມສະດວກ​ໃຫ້​ເອື້ອຍ​ນ້ອງ​ເສີມ​ຂະຫຍາຍບົດບາດ, ຄວາມ​ສາມາດ​ຂອງ​ຕົນ. ດັ່ງ​ນັ້ນ, ອັດຕາ​ສ່ວນ​ແມ່ຍິງ​ເຂົ້າ​ຮ່ວມຄະນະ​ພັກ​ຂັ້ນ​ຕ່າງໆ ນັບ​ມື້​ນັບ​ສູງ; ຖັນ​ແຖວ​ພະນັກງານ​ການ​ນຳ ພະນັກງານ​ຄຸ້ມ​ຄອງ​ບໍລິຫານ​ທີ່​ເປັນ​ແມ່ຍິງ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຈຳນວນ​ພະນັກງານ​ເພດ​ຍິງທີ່​ເຂົ້າ​ຮ່ວມ​ການ​ນຳພາ, ຄຸ້ມ​ຄອງ​ຢູ່​ໃນ​ອົງການຂອງ​ພັກ, ສຳນັກງານ​ອົງການ​ຂອງ​ລັດ, ​ໃນບັນດາ​ວິ​ສາ​ຫະກິດ, ນັບ​ທັງ​ໃນ​ກຳລັງ​ປະກອບ​ອາວຸດ ​ແລະ ​ໃນ​ບັນດາ​ຂົງ​ເຂດທີ່​ພຽງ​ແຕ່​ສຳລັບ​ຜູ້​ຊາຍ, ກໍ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ພະນັກງານ​​ເພດຍິງ​ເຂົ້າ​ຮ່ວມ​ໃນ​ຄະນະ​ພັກ​ຂັ້ນ​ຕ່າງໆ

ຢູ່​ສູນກາງ, ອັດຕາ​ສ່ວນ​ແມ່ຍິງ​ທີ່​ເຂົ້າ​ຮ່ວມ​ໃນກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການ​ສູນ​ກາງ​ໄດ້​ເພີ່ມ​ຂຶ້ນ​ໂດຍ​ຜ່ານ​ສະ​ໄໝ​ຕ່າງໆ(3). ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ ມີ​ນາງສະຫາຍພຽງ​ຄົນໜຶ່ງ​ເປັນ​ກຳມະການ​ກົມ​ການ​ເມືອງ, ຮອດ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ມີນາ​ງສະຫາຍ 3 ຄົນ​ເປັນ​ກຳມະການ​ກົມ​ການ​ເມືອງ (ກວມ​ເອົາ 15,79%). ​ແມ່ຍິງ​​ເຂົ້າ​ຮ່ວມ​ຄັ້ງ​ທຳ​ອິດ ໃນ​ຄະນະບລິ​ຫານ​ງານ​ສູນ​ກາງ​ ແມ່ນ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ. ຈຳນວນ​ນີ້​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ສາມ​ສະ​ໄໝ ຄືທີ X, XI ​ແລະ XII ດ້ວຍ​ອັດຕາ​ສ່ວນສົມ​ຄູ່​ຄື 7,5%, 8,13% ​ແລະ 10%. ຢູ່​ຂັ້ນ​ແຂວງ-ກຳ​ແພງນະຄອນທີ່​ຂຶ້ນ​ກັບ​ສູນ​ກາງ, ອັດຕາ​ສ່ວນ​ແມ່ຍິງ​ທີ່ເຂົ້າ​ຮ່ວມຄະນະ​ບໍລິຫານ​ງານ​ພັກ​ແຂວງ-ກຳ​ແພງ​ນະຄອນ​ ໃນ 5 ສະ​ໄໝ​ທີ່​ຜ່ານ​ມາ​ມໍ່​ນີ້​ ໄດ້​ເພີ່ມ​ຂຶ້ນ ​ແຕ່ 11,3% ​ເຖິງ 13,3% (ສະ​ໄໝ 1995-2000 ​ແມ່ນ 11,3%; ສະ​ໄໝ 2000-2005 ​ແມ່ນ 11,32%; ສະ​ໄໝ 2005-2010 ​ແມ່ນ 11,75%; ສະ​ໄໝ 2010-2015 ​ແມ່ນ 11,42% ​ແລະ ສະ​ໄໝ 2015-2020 ​ແມ່ນ 13,3%). ​ໃນ​ຈຳນວນ​ນັ້ນ ມີ 21 ອົງຄະນະ​ພັກບັນລຸ​ຫຼາຍ​ກວ່າ 15% ທຽບ​ກັບ 10 ອົງຄະ​ນະ​ພັກ​ຂອງ​ສະ​ໄໝ​ກ່ອນ. ຢູ່​ຂັ້ນ​ເມືອງ, ອັດຕາ​ສ່ວນ​ແມ່ຍິງ​ທີ່ເຂົ້າ​ຮ່ວມຄະນະ​ບໍລິຫານ​ງານ​ພັກ​ເມືອງ ​ແລະ ທຽບ​ເທົ່າ ​ໃນ 4 ສະ​ໄໝ​ທີ່​ຜ່ານ​ມາ​ມໍ່​ນີ້ກໍ່​ເພີ່ມ​ຂຶ້ນ, ​ແຕ່ 11,68% ຂຶ້ນ​ເປັນ 14,3% (ສະ​ໄໝ 1995-2000 ​ແມ່ນ 11,68%; ສະ​ໄໝ 2000-2005 ​ແມ່ນ 12,68%; ສະ​ໄໝ 2010-2015 ​ແມ່ນ 14,74%; ສະ​ໄໝ 2015-2020 ​ແມ່ນ 14,3%). ຊ້ຳ​ບໍ່​ໜຳ, ຢູ່​ຫຼາຍ​ແຫ່ງ​ໄດ້​ບັນລຸ​ອັດຕາ​ສ່ວນ​ສູງ​ກວ່າ 20%. ຢູ່​ຂັ້ນ​ຕາ​ແສງ, ອັດຕາ​ສ່ວນ​ແມ່ຍິງ​ທີ່ເຂົ້າ​ຮ່ວມຄະນະ​ບໍລິຫານ​ງານ​ພັກຂັ້ນຮາກ​ຖານ ​ໃນ​ບັນດາ​ສະ​ໄໝ​ທີ່​ຜ່ານ​ມາ​ມໍ່​ນີ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ແຕ່ 11,73% ຂຶ້ນ​ເປັນ 19,7% (ສະ​ໄໝ 1995-2000 ​ແມ່ນ 11,73%; ສະ​ໄໝ 2000-2005 ​ແມ່ນ 11,88%; ສະ​ໄໝ 2005-2010 ​ແມ່ນ 15,08%; ສະ​ໄໝ 2010-2015 ​ແມ່ນ 18,1% ​ແລະ ສະ​ໄໝ 2015-2020 ​ແມ່ນ 19,7%). ​ເປັນ​ອັນວ່າ, ອັດຕາ​ສ່ວນ​ແມ່ຍິງ​ທີ່ເຂົ້າ​ຮ່ວມຄະນະ​ບໍລິຫານ​ງານ​ພັກ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ໃນ​ເວລາ​ທີ່​ຜ່ານ​ມາ​ມໍ່​ນີ້, ​ແຕ່​ເພີ່ມ​ຂຶ້ນ​ບໍ່​ສະ​ໝ່ຳສະ​ເໝີ (​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ແມ່ນ​ຢູ່​ຂັ້ນ​ຕາ​ແສງ, ຕໍ່​ຈາກ​ນັ້ນ​ແມ່ນ​ຂັ້ນເມືອງ ​ແລະ ຂັ້ນ​ແຂວງ).

ພະນັກງານ​​ເພດຍິງທີ່​ເຂົ້າຮ່ວມ​ໃນສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ

ຢູ່​ຂັ້ນ​ສູນ​ກາງ, ຈຳນວນ​ສະມາຊິກສະພາ​ແຫ່ງ​ຊາດທີ່​ເປັນ​ແມ່ຍິງ ໃນ 5 ຊຸດ​ທີ່​ຜ່ານ​ມາ​ມໍ່​ນີ້​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ ​ແຕ່​ບໍ່​ເປັນ​ປົກກະຕິ, ​ແຕ່ 26,22% (ຊຸດ​ທີ X) ຂຶ້ນ​ເປັນ 26,8% (ຊຸດ​ທີ XIV). ພິ​ເສດ, ​ໃນ​ສະພາ​ແຫ່ງ​ຊາດ ຊຸດ​ທີ XIII ມີນາ​ງສະຫາຍ 2 ຄົນ​ເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ໃນ​ສະ​ໄໝຊຸດ​ທີ XIV ມີນາງສະຫາຍ​ຜູ້​ໜຶ່ງ​ເປັນ​ປະທານ ​ແລະ ຜູ້​ໜຶ່ງ​ເປັນ​ຮອງ​ປະທານສະພາ​ແຫ່ງ​ຊາດ. ປະຈຸ​ບັນ, ຫວຽດນາມ​ຖືກ​ຖື​ວ່າ​ເປັນປະ​ເທດ​ທີ່ມີ ສສຊ ​ເພດ​ຍິງຫຼາຍ​ທີ່​ສຸດ, ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນ ສສຊ ຊຸດ​ທີ XIII ຂອງ​ຫວຽດນາມ​ຖືກ​ຈັດ​ໃນ​ອັນ​ດັບທີ 39 ​ໃນ​ຈຳນວນ 189 ປະ​ເທດ​ໃນ​ໂລກ, ຢູ່​ອັນ​ດັບ​ທີ 2 ​ໃນ​ພາກ​ພື້ນ​ອາຊີ -ປາຊີ​ຟິກ (ຖັດຈາກ ນູ​ແວນ​ເຊ​ລັງ) ​ແລະ ​ໃນ​ອັນ​ດັບ​ທີ 6 ຢູ່​ອາຊີ.

ຢູ່​ຂັ້ນ​ແຂວງ, ​ເມືອງ ​ແລະ ​ເປັນ​ຕົ້ນ​ແມ່ນ​ຂັ້ນ​ຕາ​ແສງ, ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນສະມາຊິກ​ສະພາ​ປະຊາຊົນ ​ເພີ່ມ​ຂຶ້ນ​ຢ່າງ​ໄວ. ຕາມ​ຕົວ​ເລກ​ສະຖິຕິ​ໃນ 4 ສະ​ໄໝ​ທີ່​ຜ່ານ​ມາ​ມມໍ່​ນີ້ (1999-2004, 2004-2011, 2011-2016, 2016-2021) ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນສະມາຊິກ​ສະພາ​ປະຊາຊົນ​ແຂວງ ກວມ 21,57%, 23,8%, 25,7% ​ແລະ 26,56%; ຢູ່​ຂັ້ນ​ເມືອງ​ແມ່ນ 20,99%, 22,9%, 24,6% ​ແລະ 27,5%; ຢູ່​ຂັ້ນ​ຕາ​ແສງ​ແມ່ນ 16,61%, 20,1%, 27,7% ​ແລະ 26,59%. ​ເປັນ​ອັນວ່າ, ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ໃນ 4 ສະ​ໄໝ​ທີ່​ຜ່ານ​ມາ​ມໍ່​ນີ້​ລ້ວນ​ແຕ່​ເພີ່ມ​ຂຶ້ນ ຢູ່​ຂັ້ນ​ທີ່ຢູ່ພາຍ​​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແມ່ນ 9,76%; ພະນັກງານ​ການ​ນຳ​ເພດ​ຍິງ​ຂັ້ນ​ກະຊວງ ​ແລະ ທຽບ​ເທົ່າ ​ແມ່ນ 7,86%; ພະນັກງານ​ເພດ​ຍິງ​ຂັ້ນ​ສະຫະ​ກົນ, ທະບວງ, ກົມ ​ແມ່ນ 17,02%; ຂັ້ນ​ແຂວງ​ແມ່ນ 11,9%; ຂັ້ນ​ເມືອງ​ແມ່ນ 9,98% ​ແລະ ຂັ້ນ​ຕາ​ແສງ​ແມ່ນ 10,37%. ຢູ່​ຂັ້ນ​ຍິ່ງ​ສູງ ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນ​ພະນັກງານ​ນຳພາຄຸ້ມ​ຄອງ ຍິ່ງ​ຕ່ຳ, ນັບ​ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ຖັນ​ແຖວ​ພະນັກງານນຳພາ​ຄຸ້ມ​ຄອງ​ເພດ​ຍິງ​ຢູ່​ຂັ້ນ​ຕ່າງໆ ​ເບິ່ງ​ລວມຍັງ​ຕ່ຳ, ບັນລຸ​ພຽງ 10% ​ແຕ່​ສ່ວນ​ຫຼາຍ​ເປັນ​ຂັ້ນ​ຮອງ ​ແລະ ບໍ່​ສະ​ໝ່ຳສະ​ເໝີລະຫວ່າງ​ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ.

ສະພາບ​ການ​ດັ່ງກ່າວ​ມີ​ສາ​ເຫດ​ອັດຕະວິ​ໄສ ​ແລະ ພາວະ​ວິ​ໄສ:

ທີ​ໜຶ່ງ, ປະຈຸ​ບັນ ​ແມ່ຍິງ​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຍ້ອນ​ຄວາມ​ອະຄະຕິ​ທາງ​ດ້ານ​ເພດ. ນີ້​ເປັນ​ອຸປະສັກ​ທີ່​ບໍ່​ມີ​ຕົວ​ຕົນ ທີ່​​ເປັນ​ຜົນ​ກະທົບ​ກົງກັນຂ້າມເຖິງ​ການວາງ​ແຜນ​ກຳນົດ, ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ, ປ່ອນ​ບັດ​ໃຫ້ພະນັກງານ​​ເພດຍິງ ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ​ຄຸ້ມ​ຄອງ.

ທີ​ສອງ, ມະຕິ, ຄຳ​ສັ່ງ​ຫຼາຍ​ສະບັບ​ຂອງ​ພັກ ​ແລະ ນະ​ໂຍບາຍ, ກົດໝາຍ​ຫຼາຍ​ສະບັບ​ຂອງ​ລັດກ່ຽວ​ກັບ​ແມ່ຍິງ ຍັງ​ບໍ່​ທັນ​ຄົບ​ຊຸດ​​ນຳ​ກັນ ​ແລະ ກັບ​ລະ​ບົບນະ​ໂຍບາຍ​ເສດຖະກິດ - ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ບໍ່​ມີ​ການ​ແຊກ​ຊ້ອນ​ກັບ​ທັດສະນະ​ເພດ ຫຼື​ແຊກ​ຊ້ອນ​ບໍ່​ດີ ​ເພື່ອ​ໃຫ້​ທັດສະນະ​ເພດ​ເຂົ້າ​ໃນ​ລະບົບ​ກົດໝາຍ ​ແລະ ນະ​ໂຍບາຍ​ເສດຖະກິດ - ສັງຄົມ​ຂອງ​ລັດ. ຄະນະ​ພັກ​ຢູ່​ຫຼາຍ​ແຫ່ງ​ບໍ່​ມີ​ແມ່ຍິງ​ເຂົ້າ​ຮ່ວມ ​ແຕ່​ຜູ້ທີ່​ເປັນ​ຫົວໜ້າກໍ່​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ການ​ເມືອງ. ການ​ສຳ​ເລັດ​ຫຼື​ບໍ່​ສຳ​ເລັດບັນດາ​ເປົ້າ​ໝາຍ, ລະດັບ​ຄາດໝາຍ, ອັດຕາ​ສ່ວນ​ແມ່ຍິງ​ນັ້ນ ຍັງ​ບໍ່​ທັນ​ໄດ້​ພິຈາລະນາ​ເໝືອນ​ດັ່ງ​ຄວາມ​ຕ້ອງການດ້ານ​ນິຕິ​ກຳ, ບໍ່​ສ້າງ​ໃຫ້​ມີ “​ແຮງ​ກົດ​ດັນ” ​ເພື່ອ​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ໃຫ້​ສຳ​ເລັດ​ເປົ້າ​ໝາຍ​ກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງ.

ທີ​ສາມ, ບັນດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ມີ​ການ​ສົມທົບ​ຢ່າງ​ຄົບ​ຊຸດ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​​ແຜນນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ, ຍຸດ​ທະ​ສາດ, ​ແຜນການ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງ. ການ​ຜັນ​ຂະຫຍາຍ​ຢູ່​ຫຼາຍ​ແຫ່ງ​ໄດ້​ເຮັດ​ຕາມ​ແບບ “ຂະບວນການ”, ຂາດ​ເນື້ອ​ໃນ ​ແລະ ຄວາມ​ເລິກ​ເຊິ່ງ, ຍັງ​ບໍ່​ທັນ​ເປັນລະບຽບ ຊຶ່ງ​ເຮັດໃຫ້ວຽກ​ງານພະນັກງານ​​ເພດຍິງຫັນປ່ຽນ​ຢ່າງ​ຊັກ​ຊ້າ.

ທີ​ສີ່, ​ໃນ​ໝູ່​ແມ່​ຍິງ​ຍັງ​ມີ​ສະພາບ​ການ “ພໍ​ໃຈ​ນຳ​ໂຊກ​ຊາຕາ​ຂອງ​ຕົນ”, ທ່າ​ທີ່​ມີ​ປົມ​ດ້ອຍ ຫຼືຈຳກັດ​ຜູກ​ມັດ​ກັນ. ຍິ່ງ​ກວ່າ​ນັ້ນ, ອາ​ນັດ​ສະຫວັນ​ເປັນ​ພັນ​ລະ​ຍາ, ​ເປັນ​ແມ່ຂອງ​ແມ່ຍິງ ພາ​ໃຫ້​ພະນັກງານ​ເພດ​ຍິງ​ຫຼາຍ​ຄົນ​ຕ້ອງ​ເສຍ​​ເວລາ ເຫື່ອ​ແຮງຫຼາຍ, ບໍ່​ມີ​ເວລາ​ເພື່ອ​ຮ່ຳຮຽນ​ບຳລຸງ​ຄວາມ​ຮູ້, ອັບ​ເດດ​ຂໍ້​ມູນ​ຂ່າວສານ.

ວິທີ​ແກ້​ໄຂ​ເພື່ອ​ເພີ່​ທະວີວຽກ​ງານພະນັກງານ​​ເພດຍິງ

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ວຽກ​ງານພະນັກງານ​​ເພດຍິງຍິ່ງ​ມີ​ຄວາມ​ຈຳ​ເປັນ​ຮີ​ຍດ່ວນ ​ແລະ ໜັກໜ່ວງ​ກວ່າ​ແຕ່​ກ່ອນ. ​ເພາະສະ​ນັ້ນ, ບັນດາ​ຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ, ບັນດາ​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ​ໃນ​ລະບົບ​ການ​ເມືອງ ຕ້ອງ​ເຊື່ອມ​ຊືມທັດສະນະ​ຊີ້​ນຳ​ຈຳນວນ​ໜຶ່ງ​ດັ່ງ​ນີ້: ທີ​ໜຶ່ງ, ວຽກ​ງານພະນັກງານ​​ເພດຍິງ ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ວຽກ​ງານ​ພະນັກງານ​ຂອງ​ພັກ, ການກໍ່​ສ້າງ​ຖັນ​ແຖວພະນັກງານ​​ເພດຍິງ ນອນ​ຢູ່​ໃນ​ວຽກ​ງານ​ພະນັກງານ​ໂດຍ​ລວມ ຂອງລະບົບ​ການ​ເມືອງ ​ແລະ​ມີ​ຈຸດ​ພິ​ເສດສະ​ເພາະ​ຕ່າງຫາກ. ທີ​ສອງ, ວຽກ​ງານພະນັກງານ​​ເພດຍິງຕ້ອງ​ຕິດ​ແໜ້ນ​ກັບ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລ​ຍະ. ທີ​ສາມ, ກໍ່ສ້າງ​ຖັນ​ແຖວພະນັກງານເພດຍິງ ​ໃນ​ລະບົບ​ການ​ເມືອງ​ຕ້ອງ​ສອດຄ່ອງກັບ​ລັກສະນະ, ຈຸດ​ພິ​ເສດ ​ແລະ ລະດັບ​ການ​ພັດທະນາ​ຂອງ​ປະ​ເທດ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ປະຈຸ​ບັນ. ທີ​ສີ່, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງ​ພະນັກງານ​ເພດ​ຍິງ​ໃນ​ລະບົບ​ການ​ເມືອງ ​ເພື່ອ​ສ້າງ​ກຳລັງ​ໜູນ​ຊຸກຍູ້ຄວາມ​ສະ​ເໝີພາບທາງ​ດ້ານ​ເພດ ​ແລະ ດຶງ​ດູດ​ແມ່ຍິງ​ເຂົ້າ​ຮ່ວມ​ໃນ​ຊີວິດ​ການ​ເມືອງ, ສັງຄົມ​ຂອງ​ປະ​ເທດ​ຊາດ. ທີ​ຫ້າ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງພະນັກງານ​ເພດຍິງ ​ແມ່ນ​ໜ້າ​ທີ​ເປັນ​ປະຈຳ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ໃນ​ລະບົບ​ການ​ເມືອງ, ກ່ອນ​ອື່ນ​ໝົດ​ແມ່ນ​ຂອງ​ຜູ້​ເປັນ​ຫົວໜ້າ; ດຳ​ເນີນ​ຢ່າງ​ຄົບ​ຊຸດ​ກັບ​ບັນດາ​ເປົ້າ​ໝາຍ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ລະອຽດ.

​ເພື່ອ​ເພີ່ມ​ປະລິ​ມານ, ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ຖັນ​ແຖວ​ພະນັກງານນຳພາ​ຄຸ້ມ​ຄອງ​ເພດ​ຍິງ ​ໃນ​ເວລາຕໍ່ໜ້າ, ບັນດາ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ​ ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ຕ້ອງ​ຊາບ​ຊືມ ​ແລະ ປະຕິບັດ​ເນື້ອ​ໃນ​ຈຳນວນ​ໜຶ່ງ​ລຸ່ມ​ນີ້ ​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້, ທັດສະນະ​ຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ເປັນ​ຫົວໜ້າ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົ​ດໝາຍ​ຂອງ​ລັດ ກ່ຽວ​ກັບຄວາມ​ສະ​ເໝີ​ພາຍ​ທາງ​ດ້ານ​ເພດ ຢ່າງ​ກວ້າງ​ຂວາງ, ​ເປັນ​ປະຈຳ, ຕໍ່​ເມື່ອ​ງ. ບັນຫາ​ຕົ້ນຕໍ​ແມ່ນ​ການ​ປ່ຽນ​ແປງ​ໃນ​ຄວາມ​ຮັບ​ຮູ້, ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ຄວາມ​ເປັນ​ເອກະ​ພາບ, ຄວາ​ມຮັບຜິດຊອບ ​ຂອງ​ທົ່ວ​ທັງ​ສັງຄົມ, ​ໃນ​ນັ້ນ​ມີ​ຖັນ​ແຖວ​ພະນັກງານ​ການ​ນຳ​ຂັ້ນ​ຕ່າງໆ​, ​ເປັນ​ຕົ້ນ​ແມ່ນຜູ້​ເປັນ​ຫົວໜ້າຢູ່​ບັນດາ​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານເພດ ​ເພື່ອ​ຈາກ​ນັ້ນ ມີ​ແຜນ​ນະ​ໂຍບາຍ, ວິທີ​ແກ້​ໄຂ ​ແລະ ການ​ກະທຳ​ທີ່ແຂງ​ແຮງ ຕົວ​ຈິງ ​ແນ​ໃສ່​ເຮັດ​ໃຫ້​ສະພາບ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ.

ທີ​ສອງ, ບູລະນະ​ນະ​ໂຍບາຍ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ຕາມ​ທິດ​ເປັນ​ເອກະ​ພາບ, ຕິດຕໍ່ລຸ​ລ່ວ​ງກັນ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ ຢ່າງ​ແທ້​ຈິງ. ປະຈຸ​ບັນ​ນີ້, ລະ​ບົບບັນດາ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ​ຍັງ​ບໍ່​ເປັນ​ເອກະ​ພາບ, ຊ້ຳ​ບໍ່​ໜຳ​ຍັງ​ມີ​ຂໍ້​ຂັດ​ແຍ່ງ​ກັນ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ນະ​ໂຍບາຍ​ລະຫວ່າງ​ຜູ້​ຊາຍ ​ແລະ ​ແມ່ຍິງ. ​ໃນ​ສະ​ເພາ​ໜ້າ, ຕ້ອງ​ກວດຄືນ​ບັນດາ​ເອກະສານ​ກົດໝາຍ​ໃນ​ແງ່​ເພດ, ​ເພີ່ມ​ເຕີມ ​ແລະ ບູລະນະ​ລະບົບ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ແນໃສ່ສ້າງ​ໂອກາດ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ແມ່ຍິງ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ນຳພາ​ຄຸ້ມ​ຄອງ. ພິ​ເສດ, ຕ້ອງ​ກວດຄືນ​ບັນດາ​ຂໍ້​ກຳນົດກ່ຽວ​ກັບອາຍຸ​​ໄປ​ຮ່ວມ​ການ​ຝຶກ​ອົບຮົມ; ອາຍຸ​ໄດ້​ຮັບ​ການ​​ແຕ່ງ​ຕັ້ງ, ເລື່ອນ​ຊັ້ນ​ຕຳ​ແໜ່​ງ ຂອງ​ພະນັກງານ​​ເພດຍິງ; ກະສຽນອາຍຸ​ລັດຖະການ​ຂອງ​ຜູ້​ຊາຍ​ແລະແມ່ຍິງ ທີ່ມີ​ຢູ່ໃນ​ເອກະສານນະ​ໂຍບາຍ​ປະຈຸ​ບັນ. ສືບ​ຕໍ່​ຊີ້​ນຳ​ການ​ປະຕິບັດ​ມະຕິ​ສະບັບ​ເລກທີ 11-NQ/TW, ວັນ​ທີ 27-4-2007, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ນຳ​ເອົາ​ບັນດາ​ຕົວ​ຊີ້​ວັດ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ເຂົ້າ​ໃນຂະ​ບວນວິວັດ​ການວາ​ງນະ​ໂຍບາຍຂອງ​ບັນດາ​ທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ຢ່າງ​ເດັດຂາດ.

ທີ​ສາມ, ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ສ້າງ​ແຫຼ່ງ ​ແລະ ວາງ​ແຜນ​ກຳນົດ​ຖັນ​ແຖວພະນັກງານ​ເພດຍິງ ຢູ່​ທຸກ​ຂັ້ນ, ຂະ​ແໜງ​ການ, ຢູ່​ທັງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ຂັ້ນ​ຍຸດ​ທະ​ສາດ; ຮັບປະກັນ​ລັກສະນະ​ຕິດ​ຕໍ່​ລຸ​ລ່ວງລະຫວ່າງ​ບັນດາ​ຂັ້ນ, ​ໃນ​ນັ້ນ ​ເອົາ​ແຜນ​ກຳນົດ​ຂອງ​ຄະນະ​ພັກ​ເປັນ​ພື້ນຖານ​ເພື່ອ​ວາງ​ແຜນ​ກຳນົດ, ​ແຕ່​ຕັ້ງ​ພະ​ບັກ​ງານ​ເຂົ້າ​ຕຳ​ແໜ່​ງນຳພາ​ຄຸ້ຄອງ​ ໃນ​ອົງການ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ທັງ​ໝົດ​ທຸກ​ຂອດ​ໃນ​ຂະ​ບວນວິວັດ​ນີ້​ ຕ້ອງ​ໄດ້​ຜັນ​ຂະຫຍາຍຢ່າງ​ຄົບ​ຊຸດ ​ແຂງ​ແຮງ, ຕິດ​ແໜ້ນ​ນຳ​ກັນ ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ສຳລັບ​ບັນດາ​ຂະ​ແໜງ​ການ, ສຳນັກງານອົງການ, ກົມ​ກອງ ທີ່​ມີ​ແຮງ​ງານ​ເພດ​ຍິງ​ຫຼາຍນັ້ນ, ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ຢູ່​ຂັ້ນ​ໃດ ຕ້ອງ​ມີພະນັກງານ​ເພດ​ຍິງ​ເຂົ້າ​ຮ່ວມ​ການ​ນຳພາ​ຄຸ້ມ​ຄອງ​ຢູ່​ຂັ້ນ​ນັ້ນ; ມີ​ພາກສ່ວນ ຫຼື​ພະນັກງານຮັບຜິດຊອບ ​ເພື່ອ​ເປັນ​ທີ່​ປຶກສາ​ໃຫ້​ຄະນະ​ພັກ​ ກ່ຽວ​ກັບວຽກ​ງານພະນັກງານ​​ເພດຍິງ. ຖ້າ​ຫາກ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນີ້​ບໍ່​ໄດ້ ຄະນະ​ພັກ​ທີ່​ມີ​ສິດ​ຕັດສິນ ຈະ​ບໍ່​ຮັບຮອງ​ຜ່ານ​ແຜນ​ກຳນົດ​ຂອງ​ຂັ້ນ​ລຸ່ມ ຫຼືຈັດ​ວາງ, ຍົກຍ້າຍ ພະນັກງານ​ແມ່ຍິງຈາກ​ບ່ອນອື່ນ​ມາ​ແທນ. ສືບ​ຕໍ່​ຈັດ​ຕັ້ງທົດ​ລອງການສອບ​ເສັງ​ເຂົ້າ​ຕຳ​ແໜ່​ງນຳພາ​ຄຸ້ມ​ຄອງ ​ເພື່ອ​ດຶງ​ດູດ​ພະນັກງານ​ເພດ​ຍິງ​ທີ່​ມີຄົບຄວາມ​ສາມາດ ​ແລະ ລະດັບ​ຄວາມ​ຮູ້.

ວຽກງານສ້າງ​ແຫຼ່ງ ​ແລະ ວາງ​ແຜນ​ກຳນົດ​ພະນັກງານ​ເພດ​ຍິງ ຕ້ອງ​​​ໄດ້ຕັ້ງ​ຢູ່​ໃນຍຸດ​ທະ​ສາດ​ແຫຼ່ງຊັບພະຍາກອນ​ມະນຸດ​ແຫ່ງ​ຊາດ. ​ແຕ່ລະ​ຂັ້ນ, ​ແຕ່ລະ​ຂະ​ແໜງ​ການ​ຕ້ອງ​ມີ​ແຜນການ​ສ້າງ​ແຫຼ່ງ ​ແລະ ​ແຜນກຳນົດພະນັກງານ​ແມ່ຍິງ; ການ​ສ້າງ​ແຫຼ່ງ, ວາງ​ແຜນ​ກຳນົດ​ຕ້ອງ​ຕິດ​ກັບ​ລະດັບ​ຄາດໝາຍ​ການ​ແຂ່ງຂັນ​ຂອງ​ແຕ່ລະ​ຂັ້ນ, ​ແຕ່​ລະ​ຂະ​ແໜງ​ການ, ຕິດ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ກ່ອນ​ອື່ນ​ໝົດ​ແລະ​ໂດຍ​ກົງ​ແມ່ນຂອງ​ຫົວໜ້າ.

ທີ​ສີ່, ວຽກ​ງານ​ວາງ​ແຜນ​ກຳ​ນົດພະນັກງານ​​ເພດຍິງຕ້ອງ​ດຳ​ເນີນ​ຕານ​ທິດ​ນຳ “​ເຄື່ອນ​ເໜັງ” ​ແລະ “ເປີດ”, ຕິດ​ການວາງ​ແຜນ​ກຳນົດ​ກັບ​ການ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ, ​ແກ້​ໄຂ​ຜ່ານ​ຜ່າ​ການວາງ​ແຜນ​ກຳນົດ​ແບບ​ຮູບ​ການ, ​ແຜນ​ກຳນນົດ “ຫ້ອຍ​ໄວ້ກັບ​ບ່ອນ”. ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ອັດຕາ​ສ່ວນພະນັກງານ​​ເພດຍິງ​ໃນ​ແຜນການ​ຂອງ​ແຕ່ລະ​ຄະນະ​ພັກ, ​ແຕ່ລະໜ່ວຍ​ງານ. ​ແຜນ​ກຳນົດຕ້ອງ​ມີທີ່ຢູ່​ຈະ​ແຈ້ງ, ຕິດ​ກັບ​ການ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ. ​ເພີ່ມ​ທະວີ​ການ​ຜັດປ່ຽນຍົກຍ້າຍພະນັກງານ​​ເພດຍິງ ຕາມສາຍ​ຕັ້ງ​ແລະ​ສາຍຂວາງ. ສັບ​ຊ້ອນພະນັກງານ​ເພດຍິງທີ່​ໄດ້​ຮັບ​ການທົດ​ສອບ ​ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ມີ​ເງື່ອນ​ໄຂ​ ມາດຕະຖານ​ຢ່າງ​ພຽງພໍ ​ໃຫ້​ໄປ​ຮັບ​ຕຳ​ແໜ່​ງນຳພາ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ຫຼີກ​ລ່ຽງສະພາບ​ການວາງແຜນ​ກຳນນົດ “ຫ້ອຍ​ໄວ້ກັບ​ບ່ອນ”, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ອັຕາ​ສ່ວນ​ແມ່ຍິງ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່​ງຫົວໜ້າ ຕ່ຳ​ກວ່າ​ທຽບ​ກັບ​ອັດຕາ​ສ່ວນ​ແຜນການທີ່​ໄດ້​ວາງ​ໄວ້(4)

ທີ​ຫ້າ, ​ເສີມ​ຂະຫຍາຍບົດບາດ​ຂອງສະຫະພັນ​ແມ່ຍິງ, ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ຂອງ​ບັນດາ​ອົງຄະ​ນະການ​ເມືອງ - ສັງຄົມ ​ໃນ​ລະບົບ​ການ​ເມືອງ ​ແນ​ໃສ່​ເພີ່ມ​ທະວີ​ອັດຕາ​ສ່ວນພະນັກງານ​ນຳພາ​ຄຸ້ມ​ຄອງ​ເພດ​ຍິງ. ສະຫະພັນ​ແມ່ນ​ຍິງ​ຫວຽດນາມ, ຄະນະ​ກຳມະການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງຂັ້ນ​ຕ່າງໆ ຕ້ອງ​ເຮັດ​ເປັນ​ຢ່າງ​ດີ​ ບົດບາດສຳຄັນ​ໃນ​ການ​ເປັນ​ທີ່​ປຶກສາ ​ແລະ ປະຕິບັດ​ບັນດາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ແມ່ຍິງ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ​ແກ້​ໄຂ​ຜ່ານ​ຜ່າ​ແນວ​ຄິດທໍ້ຖອຍ, ​ແນວ​ຄິດພໍ​ໃຈ​ນຳ​ໂຊກ​ຊາຕາ​ຂອງ​ຕົນ, ການຈຳກັດ​ຂັກຂວາງ​ກັນ ຂອງ​ເອື້ອຍນ້ອງ, ພ້ອມ​ກັນ​ນັ້ນ, ​ເຊີດ​ຊູ​ຈິດ​ໃຈ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ສາມັກຄີ, ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຄວາມ​ກ້າວໜ້າ ​ແລະ ປະກອບສ່ວນ​ໃຫ້​ສັງຄົມ​ຫຼາຍ​ກວ່າ​ອີກ. ​ເປັນ​ເຈົ້າ​ການ​​ໃນ​ການ​ສົມທົບ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ໃນ​ການ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ, ການ​ຕິ​ຊົມ​ສັງຄົມ ກ່ຽວ​ກັບ​ນະ​ໂຍບາຍພະນັກງານ​​ເພດຍິງ.

ທີ​ຫົກ, ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ຕົນ​ເອງ, ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ​ ເພື່ອຢືນຢັນຄວາມ​ສາມາດ​ຂອງ​ຕົນ​ໃນ​ການງານ ​ແລະ ຊີວິດ​ຄວາມ​ເປັນ​ຢູ່. ​ແຕ່​ລະສະ​ໄໝ​ມີ​ໂອກາດ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ມີ​ລັກສະນະ​ປະຫວັດສາດ​ສະ​ເພາະ. ​ໃນ​ສະພາບ​ການ​ໃໝ່​ປະຈຸ​ບັນ, ​ແມ່ຍິງ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ, ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ​ເດັດ​ຂາດ, ຂຸ້ນຂ້ຽວ, ມີ​ຈິນຕະນາການ​ເປັນ​ເອກະລາດ, ອາດ​ສາມາດ​ແກ້​ໄຂ​ດ້ວຍ​ຕົນ​ເອງຕໍ່​ບັນດາ​ບັນຫາ​ສັບສົນ​ທີ່​ເກີດ​ຂຶ້ນ. ນີ້​ແມ່ນ​ຄຸນສົມບັດ​ທີ່​ຈຳ​ເປັນ​ທີ່​ສຸດ​ສຳລັບ​ຜູ້ນຳ​ພາ​ຄຸ້ມ​ຄອງ​ເພດ​ຍິງ​​ໃນ​ປະຈຸ​ບັນ.

ທີ​ເຈັດ, ​ເພີ່ມ​ທະວີວຽກ​ງານ​ກວດກາ, ກວດ​ສອບ; ດຳ​ເນີນ​ການສະຫລຸບ​ເບື້ອງ​ຕົ້ນ, ສະຫລຸບ​ສັງ​ລວມ​ເປັນ​ລາຍ​ຄາບ ​ເພື່ອ​ຖອດ​ຖອນ​ບົດຮຽນ​​ໃນ​ການ​ປະຕິບັດບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ກ່ອນ​ອື່ນ​ໝົດ​ແມ່ນ​ຂໍ້​ກຳນົດ​ກ່ຽວ​ກັບ​ອາຍຸທີ່​ຈະ​ໄດ້​ຮັບ​ການ​ອົບຮົມ​ກໍ່ສ້າງ, ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ. ການ​ກວດກາ, ກວດ​ສອບ​ຕ້ອງຕິດ​ແໜ້ນ​ກັບບັນດາ​ມາດ​ຕະການ​ຍ້ອງຍໍ​ຊົມ​ເຊີຍ, ປະຕິບັດ​ວິ​ໄນ​ຕໍ່​ບັນດາ​ຄະນະ​ພັກ, ອຳນາ​ດການ​ປົກຄອງ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ຜູ້​ເປັນ​ຫົວໜ້າ. ​ເອົາ​ໃຈ​ໃສ່​ເຖິງ​ການສະຫລຸບ​ເບື້ອງ​ຕົ້ນ, ສະຫລຸບ​ສັງ​ລວມ​ ​ເພື່ອ​ຄົ້ນ​ເຜີຍ​ຄວາມ​ຈຳກັດ ຈຸດ​ອ່ອນ ​ແນ​ໃສ່​ເສີມ​ຂະຫຍາຍ​ຈຸດ​ດີ, ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົກພ່ອງ​ໃນ​ການ​ນຳພາ, ຊີ້​ນຳ ​ແລະ ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ ກ່ຽວ​ກັບ​ວຽກ​ງານ​ພະນັກງານ​ເພດຍິງ./.

​ໂດຍ ຮ່າ​ບານ,

 ກຳມະການ​ສຸນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ 

----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 893 (​ເດືອນ​ມີ​ນາ 2017)

(1) ລັດຖະທຳ​ມະນູນ​ປີ 1946.

(2) ມະຕິ​ສະບັບ​ເລກທີ 11-NQ/TW, ວັນ​ທີ 27-4-2007, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ X “ກ່ຽວ​ກັບວຽກ​ງານ​ພະນັກງານ​ເພດ​ຍິງ ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງການ​ຫັນ​ປະ​ເທດ​ຊາດ​ເປັນອຸດສາຫະກຳ ທັນ​ສະ​ໄໝ” ​ແລະ​ ຂໍ້​ສະຫລຸບ​ເລກທີ 55-KL/TW, ວັນ​ທີ 18-1-2013, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ປະຕິບັດມະຕິ​ສະບັບ​ເລກທີ 11-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ X “ກ່ຽວ​ກັບວຽກ​ງານ​ພະນັກງານ​ເພດ​ຍິງ ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງການ​ຫັນ​ປະ​ເທດ​ຊາດ​ເປັນອຸດສາຫະກຳ ທັນ​ສະ​ໄໝ”; ຄຳ​ສັ່ງ​ເລກທີ 51-CT/TW ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ; ຄຳສັ່ງ​ເລກທີ 36-CT/TW ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ. ລັດຖະທຳ​ມະນູນ, ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ​ປີ 2006 ​ແລະ ບັນດາ​ເອກະສານ​ແນະນຳ​ການ​ປະຕິບັດ; ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ; ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ; ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ​ໄລຍະ​ປີ 2010 - 2020; ດຳລັດ​ສະບັບ​ເລກທີ 48/2009/NĐ-CP ວັນ​ທີ 19-5-2009 ​ແລະ ດຳລັດ​ສະບັບ​ເລກທີ 56/NĐ-CP ຂອງລັດຖະບານ​ກ່ຽວ​ກັບ ຂໍ້​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕ່າງໆ ​ໃນ​ການຮັບປະກັນ​ໃຫ້​ສະຫະພັນ​ແມ່ຍິງ​ຫວຽດນາມ​ຂັ້ນຕ່າງໆ ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ; ລັດຖະບານ​ມີ​ໃບ​ສະ​ເໜີ​ເລກທີ 11/TTr-CP ວັນ​ທີ 11-2-2011 ຍື່ນ​ໃຫ້​ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ອັດຕາ​ສ່ວນ​ແມ່ຍິງ​ທີ່​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ​ຊຸດ​ທີ XIII ສະ​ໄໝ​ປີ 2011 - 2016. ສົນທິສັນຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກການ​ປະ​ພຶກ​ຕໍ່​ແມ່ຍິງ - (The Convention on the Elimination of All Forms of Discrimination againt Women - CEDAW).

(3) ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ມີນາງສະຫາຍ 1 ຄົນ​ເຂົ້າ​ຮ່ວມ​ໃນ​ຄະນະ​ເລຂາທິການ; ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ມີນາງ​ສະຫາຍ 2 ຄົນ​ເຂົ້າ​ຮ່ວມ​ກົມ​ການ​ເມືອງ, ຄະນະ​ເລຂາທິການ; ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ມີນາງ​ສະຫາຍ 3 ຄົນເຂົ້າ​ຮ່ວມ​ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແລະ ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ມີນາງ​ສະຫາຍ 3 ຄົນເຂົ້າ​ຮ່ວມ​ກົມ​ການ​ເມືອງ.

(4) ຄວາມ​ເປັນ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ​ເມື່ອ​ວາງ​ກຳນົດ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ກຳ​ແພງ​ນະຄອນນັ້ນ ອັດຕາ​ສ່ວນ​ແມ່ຍິງ​ໃຫ້​ບັນລຸ 20,3%; ​ໃນ​​ແຜນ​ກຳນົດ​ຄະນະ​ປະຈຳການ​ ອັດຕາ​ສ່ວນແມ່ຍິງ​​​ໃຫ້​ໄດ້ 16,4%; ​​ໃນແຜນ​ກຳນົດ​​ເລຂາ​ຄະນະ​ພັກ - 14,3%; ​ໃນ​ແຜນ​ກຳນົດ​ຕຳ​ແໜ່​ງປະທານ​ສະພາ​ປະຊາຊົນ​ - 23,7% ​ແລະ ​ໃນ​ແຜນ​ກຳນົດ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ກຳ​ແພງ​ນະຄອນ - 9%; ​ແຕ່​ເມື່ອປ່ອນ​ບັດ​ເລືອກຕັ້ງພັດ​​ໄດ້ພຽງ​ປະມານ 5%.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ