ວັນພະຫັດ, 17/8/2017
ຫນັງສືພິມ, ວິທະຍຸກະຈາຍສຽງແລະໂທລະພາບ ໃນຍຸກດິຈິຕອນຫຼາຍພື້ນຖານ
30/7/2017 21:46' ສົ່ງ ພິມ
ພາບປະກອບ. (ພາບ: fpt.com)

ຄວາມ​ຫຍຸ້ງຍາກ​ຂອງ​ໜັງສືພິມ​ແບບ​ດັ້ງ​ເດີມ

ທ່າ​ອຽງ​ຫັນ​ເປັນ​ດິຈິ​ຕອນ​ແມ່ນ​ບໍ່​ອາດ​ຈະ​ຕ່າວ​ປິ້ນ​ໄດ້​ ໃນ​ວິວັດ​ການ​ພັດທະນາ​ປະຈຸ​ບັນ​ຂອງ​ໂລກ. ​ແລະ ໜັງສືພິມ, ການ​ສື່ສານ - ດ້ວຍ​ຖານະ​ເປັນ​ຂະ​ແໜງ​ການອາຊີບ​ໜຶ່ງ ​ເຊິ່ງຍາມ​ໃດ​ກໍ່​ຕິດ​ຕໍ່ກ່ອນໝູ່​ແລະ​ກະທົບ​ຕອບ​ໄວ​ທີ່​ສຸດ ​ກັບ​ທຸກ​ການ​ຜັນ​ປ່ຽນ​ສັງຄົມ, ​ໂດຍ​ທຳ​ມະ​ຊາດ, ບໍ່​ອາດ​ຈະ​ອອກ​ນອກ​ເສັ້ນ​ໂຄຈອນ​ຂອງ​ການ​ພັດທະນາ​ນີ້; ​ໃນ​ນັ້ນ ໜັງສືພິມ​ດັ້ງ​ເດີມ, ປະກອບ​ດ້ວຍວິທະຍຸ​ກະຈາຍສຽງ, ​ໂທລະພາບ, ໜັງສືພິມ​ເຈ້ຍ... ​ເປັນ​ຂົງ​ເຂດ​ທີ່​ຖືກ​ການ​ກະທົບ​ເລິກ​ເຊິ່ງທີ່​ສຸດ. ອາດ​ຈະ​ເວົ້າ​​ໄດ້ວ່າ, ພວກ​ເຮົາ​ກຳລັງ​ຢືນ​ຕໍ່ໜ້າ​ເວລາ “ບານ​ພັບ​ປະຫວັດສາດ” ​ແຫ່ງ​ການ​ປະກອບ​ອາຊີບ​ໜັງສືພິມ ຊຶ່ງ​ຖ້າ​ຫາກບໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ, ມີ​ມາດ​ຕະການ​ປ່ຽນ​ແປງ, ຮັບ​ມື​ທີ່​ສອດຄ່ອງ​ເໝາະ​ສົມ ກໍ່​ຈະ​ຖືກ​ຕົກ​ທ້າຍ.

​ໃນ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​​ໄດ້ຂຽນແຕ່​ທ້າຍ​ປີ 2015, ສະ​ຖາ​ບັນ Brookings - ອົງການ​ຄົ້ນຄວ້າ​ຍຸດ​ທະ​ສາດນຳ​ໜ້າ​ໂລກຢູ່​ອາ​ເມ​ລິ​ກາ, ​ໄດ້​ນຳ​ສະ​ເໜີ​ຕົວ​ເລກ​ກ່ຽວ​ກັບ​ຕະຫຼາດ​ໜັງສືພິມທີ່​ໃຫຍ່​ທີ່​ສຸດຂອງ​ໂລກ ​ຄື​ປະ​ເທດ​ອາ​ເມ​ລິ​ກາ ດັ່ງ​ນີ້: ຈຳນວນໜັງສືພິມ​ເຈ້ຍຄິດ​ສະ​ເລ່ຍຕໍ່​ປະຊາກອນ 100 ລ້ານ​ຄົນ​ຢູ່​ອາ​ເມ​ລິ​ກາ​ໄດ້​ຫຼຸດ​ລົງ ຈາກ 1.400 ໜັງ​ມື​ພິມ​ຕໍ່ 100 ລ້ານ​ຄົນ​ປີ 1945 ລົງ​ເປັນ 400 ໜັງສືພິມ​ຕໍ່ 100 ລ້ານ​ຄົນ​ໃນ​ປີ 2014. ​ເງິນ​ທຶນ​ເຄື່ອນ​ຍ້າຍ​ໃນ​ອຸດສາຫະກຳໜັງສືພິມ​ເຈ້ຍ ​ໄດ້​ຫຼຸດ​ລົງ ຈາກ 35% ລົງ​ເປັນ 15%; ຈຳນວນ​ນັກ​ຂ່າວ​ທີ່​ໄດ້​ລົງທະບຽນ​ເອົາ​ບັດ​ໃນ​ສະຫະລັດ​ອາ​ເມ​ລິ​ກາ​ກໍ່​ໄດ້​ຫຼຸດ​ລົງ ຈາກ 43.000 ຄົນ​​ໃນປີ 1978 ລົງ​ເປັນ 33.000 ຄົນ​​ໃນປີ 2015. ໜັງສືພິມ​ທີ່​ເກົ່າ​ແກ່​ແລະ​ມີ​ຊື່​ສຽງ​ຫຼາຍ​ສະບັບ​ຢູ່​ອາ​ເມ​ລິ​ກາ​ຕ້ອງປິດປະຕູ ຫຼືຢຸດຕິ​ການ​ພິມ​ຈຳໜ່າຍ​ໜັງສືພິມ​ເຈ້ຍ ​ເພື່ອຫັນ​ໄປສູ່​ການອອກ​ສິ່ງ​ພິມ​ເອ​ເລັກ​ໂຕຣນິກ. ນອກຈາກ​ອາ​ເມ​ລິ​ກາ​ແລ້ວ, ຕະຫຼາດໜັງສືພິມ​ທີ່​ໃຫຍ່​ທີ​ສອງ​ຂອງ​ໂລກຄື​ເອີຣົບ ກໍ່​ໄດ້​ມີ​ການ​ຫຼຸດຜ່ອນ​ຢ່າງ​ໜັກໜ່ວງ​ຂອງ​ໜັງສືພິມ​ເຈ້ຍ. ​ແຕ່​ປີ 2008 ມາ​ເຖິງ​ປະຈຸ​ບັນ, ​ເຄິ່ງໜຶ່ງ​ຂອງ​ສຳນັກງານ​ບັນນາທິການໜັງສືພິມ​ຢູ່​ອັງກິດ ​ໄດ້​ປະຕິບັດ​ການ​ລົດ​ຈຳນວນ​ພະນັກງານ ຫຼືລົດ​ປະລິມານ​ສິ່ງ​ພິມລົງ.

ຢູ່​ຫວຽດນາມ, ທ່າ​ອຽງ​ລົງ​ຄ້ອຍ​ຂອງ​ໜັງສືພິມ​ເຈ້ຍ​ກໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ໜັງສືພິມ​ເຈ້ຍຈຳນວນ​ໜຶ່ງ​ຕ້ອງຫຼຸດ​ຈຳນວນ​ພິມ​ຈຳໜ່າຍລົງ, ຊ້ຳ​ບໍ່​ໜຳ​ຍັງຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຍ້ອນ​ຂາດທຶນ. ​ໂທລະພາບ​ໄດ້​ຂະຫຍາຍຕົວ​ດ້ວຍ​ຄວາມ​ໄວ​ສູງ​ໃນ​ໄລຍະ​ຍາວ ​ແຕ່​ມາ​ເຖິງ​ດຽວ​ນີ້​ກໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງທີ່​ສຸດ; ວິທະຍຸ​ກະຈາຍສຽງ​ກໍ່​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ.

​ໃນ​ຂະນະ​ນັ້ນ, ອິນ​ເຕີ​ເນັດ​ໄດ້​ຂະຫຍາຍຕົວ​ແບບ​ແຕກ​ອື້​ຂຶ້ນ ​ແລະ ມີ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ທາງ​ດ້ານ​ຈຳນວນ​ຜູ້​ໃຊ້​ ທີ່ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ທີ່​ສຸດໃນ​ແຕ່ລະ​ປີ​. ປີ 2016, ຈຳນວນ​ຜູ້​ໃຊ້ອິນ​ເຕີ​ເນັດ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ 10% ທຽບ​ກັບ​ປີ 2015, ຈຳນວນ​ຜູ້​ເຂົ້າ​ເຖິງ​ບັນດາ​ເຄືອ​ຂ່າຍ​ສັງຄົມ​ໄດ້​ເພີ່ມ​ຂຶ້ນ 21%. ສະຫຼຸບ​ປີ 2016, ສະຫະພາບ​ໂທລະ​ຄົມມະນາຄົມ​ໂລກ (IUT) ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຕົວ​ເລກ​ດັ່ງ​ນີ້: 3.770 ລ້ານ​ຄົນ​ໄດ້​ເຂົ້າ​ເຖິງອິນ​ເຕີ​ເນັດ, ກວມ​ເອົາ 50% ຈຳນວນປະຊາກອນ​ຂອງໂລກ; 2.790 ລ້ານ​ຄົນ​ໄດ້​ລົງທະບຽນ​ເຂົ້າ​ຮ່ວມບັນດາ​ເຄືອ​ຂ່າຍ​ສັງຄົມ, ກວມ​ເອົາ 37% ຈຳນວນ​ປະຊາ​ກອນ​ຂອງ​ໂລກ; 4.900 ລ້ານ​ຄົນ​ໄດ້ນຳໃຊ້ອຸປະກອນ​ໂທລະສັບ​ມື​ຖື, ກວມ​ເອົາ 66% ຈຳນວນ​ປະຊາກອນ​ຂອງ​ໂລກ; 2.500 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ສັງຄົມ​ດ້ວຍ​ອຸປະກອນ​ໂທລະສັບ​ມື​ຖື. ຊີວິດ​ການ​ເປັນ​ຢູ່​ຂອງ​ມະນຸດ​ໃນ​ປະຈຸ​ບັນ​ ນັບ​ມື້​ນັບ​ຕິດ​ແໜ້ນ​ເຂົ້າ​ກັບ​ບັນດາອຸປະກອນ​ແລະການ​ໝູນ​ໃຊ້​ເຕັກ​ໂນ​​ໂລຊີ. ມະນຸດ​ໃນ​ຍຸກ​ປະຈຸ​ບັນ, ພິ​ເສ​ດແມ່ນຢູ່​ບັນດາ​ຕົວ​ເມືອງ​ໃຫຍ່, ​ເກືອບ​ຄື​ວ່າ​ບໍ່​ສາມາດແຍກ​ການ​ເຄື່ອນ​ໄຫວ​ໃນ​ຊີວິດສ່ວນ​ຕົວ​ແລະ​ວຽກ​ງານ ອອກ​ຈາກ​ບັນດາ​ອຸປະກອນ​ເຕັກ​ໂນ​ໂລ​ຊີແລະພື້ນຖານ​ດິຈິ​ຕອນ. “ການ​ຕິດ” ​ໂທລະສັບ​ສະຫຼາດ (smartphone) ​ແລະ ​ເຄືອ​ຂ່າຍ​ສັງຄົມ ​ໄດ້​ກາຍ​ເປັນ​ປະ​ກົດ​ການ​ແຜ່​ຫຼາຍ​ທົ່ວ​ໄປ, ​ເປັນ​ຕົ້ນ​ແມ່ນ​ໃນພວກຊາວ​ໜຸ່ມ ​ແລະ ຜ່ານ​ນັ້ນ, ທຸກ​ຊ່ອງ​ສາຍ​​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ ​ແລະ ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຂອງ​ຜູ້​ໃຊ້​ ກໍ່​ນັບ​ມື້​ນັບ​ໄດ້ຫັນ​ເປັນ​ດິຈິ​ຕອນ.

ຜົນ​ການ​ສະຖິຕິຂອງ​ສະມາ​ພັນ​ໜັງສືພິມ​ແລ​ະການ​ພິມ​ຈຳໜ່າຍ​ແຫ່ງ​ໂລກ (WAN-IFRA) ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບັນດາ​ເວັບ​ໄຊ​ທີ່​​ມີ​ຜູ້​ເຂົ້າ​ເບິ່ງ​ຫຼາຍ​ທີ່​ສຸດ​ໃນ​ໂລກປະຈຸ​ບັນ​ແມ່ນ ບັນດາ​ຊ່ອງ​ສາຍຮັບ​ຕ້ອນ, ຄົ້ນ​ຫາ​ຂໍ້​ມູນ​ສັງ​ລວມ (Google, Yahoo, Wikipedia), ​ເຄືອ​ຂ່າຍ​ສັງຄົມ (Facebook), ການບັນ​ເທິງ ​ແລະ ປະຕິ​ສຳພັນ​ວິ​ດີ​ໂອ (YouTube), ຊ່ອງ​ການ​ຄ້າ​ເອ​ເລັກ​ໂຕຣນິກ - ອີ​ຄອມ​ເມີຣ໌ຊ (Amazon). ໝາຍວ່າ ພຽງ​ແຕ່​ນັ່ງ​ຢູ່ໜ້າ​ຈໍ​ຄອມ​ພິວ​ເຕີ, ຫຼື​ເປີດ​ແທັບ​ເລັດ (tablet) ​ຫຼື​ໂທລະສັບ​ສະຫຼາດ, ຜູ້​ໃຊ້​ກໍ່​ອາດ​ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທຸກ​ຢ່າງ​ຂອງ​ຕົນ, ນັບ​ແຕ່​ການ​ຮັບ​ຂໍ້​ມູນ​, ການສັງ​ສັນ​ສັງຄົມ, ການບັນ​ເທິງ ​ແລະ ປະຕິບັດ​ຄວາມ​ຕ້ອງການ​ສ່ວນ​ຕົວ​ຕ່າງໆ. ດ້ວຍ​ເງື່ອນ​ໄຂ​ເຫຼົ່າ​ນັ້ນ, ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຕ້ອງການ​ແລະ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຫາ​ຜູ້​ຈັດ​ຈຳໜ່າຍ​ແບບ​ດັ້ງ​ເດີ​ມ ທາງ​ດ້ານ​ຂໍ້​ມູນ​ຂ່າວສານອີກ, ຄື​ຟັງສຽງວິທະຍຸ​ຜ່ານ​ເຄື່ອງ​ວິທະຍຸ, ​ເບິ່ງ​ໂທລະພາບ​ໃນ​ເຄື່ອງ​ໂທລະພາບ ຫຼື​ອ່ານໜັງສື​ພິມ​ເຈ້ຍ. ດັ່ງ​ນັ້ນ, ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ມາ​ຕໍ່​ການ​ກະຈາຍສຽງ, ​ໂທລະພາບ, ໜັງສືພິມ​ໃນ​ຍຸກ​ດິຈິ​ຕອນ​ນີ້​ ແມ່ນຕ້ອງ​ປະກອບ​ໃຫ້​ຕົນ​ເຄື່ອງມື, ທັກ​ສະ ​ແລະ ຈິນຕະນາ​ການໃໝ່ ​ເພື່ອຊອກ​ຫາ​ເພື່ອນ​ຜູ້​ອ່ານ ​ຊຶ່ງ​ດຽວ​ນີ້​ເຂົາອາດ​ສາມາດ​ມີ​ຂໍ້​ມູນ​ຂ່າ​ວສານ​ຕ່າງໆ​ທຸກ​ຢ່າງ​ໂດຍ​ຜ່ານ​ເຄື່ອງ​ຄອມ​ພິວ​ເຕີ, ​ໂທລະສັບ​ສະຫຼາດ ຫຼື ​ແທັບ​ເລັດ.

ທ່າ​ອຽງ​ຂອງ​ການ​ກະຈາຍສຽງ, ​ໂທລະພາບ​ໃນ​ຍຸກ​ດິຈີ​ຕອນ

ຕາມ​ກິດຈະກຳ​ຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລ Cambridge (ປະ​ເທດອັງກິດ), ການ​ກະຈາຍສຽງ ​ໂທລະພາບ​ສາທາລະນະ (ຂອງ​ລັດ) ພວມ​ຢືນ​ຢູ່​ກາງ​ສີ່​ແຍກ - ຫຼື​ຢ່າງ​ໜ້ອຍ​ກໍ່​ແມ່ນ​ສາມ​ແຍກ, ​ໃນ​​ໄລຍະເວລາດົນນາມ. ​ແຕ່​ວ່າ, ບັນຫາ​ບໍ່​ແມ່ນ​ເລືອກ​ເອົາ​ເສັ້ນທາງ​ໃດ ຫາກ​ແມ່ນ​ເຮັດ​ຄື​ແນວ​ໃດ​ເພື່ອ​ກຳນົດຢ່າງ​ຖືກຕ້ອງ​ທີ່​ຕັ້ງ, ວິທີ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ຂອງ​ຕົນ. ຫຼື​ເວົ້າຢ່າງ​ອື່ນ​ແມ່ນ ​ຕ້ອງ​ກຳນົດ​ໃຫ້​ໄດ້​ບົດ​ບາດ, ຄຸນ​ປະ​ໂຫຍ​ດ, ປະສິດທິ​ຜົນການ​ເຄື່ອນ​ໄຫວ ​ຂອງ​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ສະຖານີ​ວິທະຍຸ​ໂທລະພາບ​ໃນ​ຍຸກ​ດິຈິ​ຕອນ. ປີ 2010, ຄະນະ​ມົນຕີ​​ເອີຣົບ​ໄດ້​ກຳນົດ 4 ​ເຫດການ​ຜັນ​ປ່ຽນ​ທາງ​ດ້ານ​ໂຄງ​ປະກອບ ທີ່​ເປັນ​ຜົນ​ກະທົບ​ເຖິງບັນດາ​ອົງການ​ກະຈາຍສຽງ, ​ໂທລະພາບ​ສາທາລະນະ, ປະກອບ​ມີ ການ​ຫັນ​ເປັນ​ດິຈິ​ຕອນ (ຂັ້ນ​ຕອນ​ຫັນ​ເປັນ​ດິຈິ​ຕອນ); ການ​ປ່ຽນ​ແປງ​ຄວາມ​ເຄີຍ​ຊິນ​ຂອງຜູ້​ອ່ານ, ຜູ້​ຟັງ; ບັນດາ​ແຮງ​ກົດ​ດັນ​ລະຫວ່າງ​ການ​ເມືອງ ​ແລະ ​ເສດຖະກິດ; ການ​ແຂ່ງຂັນ​ທາງ​ດ້ານ​ການ​ໂຄສະນາ​ການ​ຄ້າ.

ຕາມ​ສະ​ຖາ​ບັນ​ສັງຄົມ​ເປີດ (Open Society Institute) ມີ​ 3 ເຫດຜົນ​ຕົ້ນຕໍທີ່​ພາ​ໃຫ້​ເກີດ​ວິ​ກິດ​ການ​ໃນ​ຂະ​ແໜງ​ການ​ກະຈາຍສຽງ, ​ໂທລະພາບ​ສາທາລະນະ​ ຢູ່​ເອີຣົບ: ທີ​ໜຶ່ງ, ການ​ກະຈາຍສຽງ, ​ໂທລະພາບ​ສາທາລະນະຍັງ​ໄດ້​ຈັດ​ຕັ້ງ, ດຳ​ເນີນ​ງານ ​ແລະ ຄຸ້ມ​ຄອງ​ຕາມຮູບ​ແບບ​ເກົ່າ​ໃນ​ອະດີດ; ທີ​ສອງ, ນັບ​ມື້​ນັບ​ມີ​ການ​ແກ່ງ​ແຍ້​ງຢ່າງ​ຮ້າຍ​ແຮງຈາກ​ບັນດາ​ບໍ​ລີ​ສັດສື່ສານ​ເອກະ​ຊົນ ​ແລະ ການ​ຫຼຸດລົງ​ຢ່າງ​ແຮງ​ກ່ຽວກັບ​ຄວາມ​ຕ້ອງການ​ເບິ່ງ-ຟັງຂອງ​ປະຊາຊົນ ​ຕໍ່ບັນດາ​ເນື້ອ​ໃນ​ທີ່​ຕ້ອງ​​ເສຍ​ເງິນ; ທີ​ສາ​ມ, ຄື​ວ່າລັດຖະບານ​ຫຼາຍ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​​ເພີ່ມ​ການ​ກວດກາການ​ກະຈາຍສຽງ, ​ໂທລະພາບ​ສາທາລະນະ ຫຼາຍ​ກ່ວາການ​ອຳນວຍ​​ເງື່ອນ​ໄຂ​, ສ້າງ​ກົນ​ໄກ​ໃຫ້​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ສາທາລະນະ ມີ​ຄວາມສະດວກ​ໃນ​ການ​ປັບ​ຕົວ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ສື່ສານ​ໃໝ່.

​ເວົ້າ​ຢ່າງ​ລະອຽດ​ຄື, ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​​ໃນ​ມື້​ນີ້, ຕ່າງ​ກັນ​ກັບ​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ໃນ​ສະຕະວັດ​ທີ XX, ​ແລະ​ແນ່ນ​ອນວ່າ, ຈະ​ແຕກ​ຕ່າງກັນ​ຫຼາຍ​ທີ່​ສຸດ​ໃນ​ອະນາຄົດ, ຊ້ຳ​ບໍ່​ໜຳ ​ໃນ​ອະນາຄົດ​ມໍ່​ນີ້. ການ​ຂະຫຍາຍຕົວ​ຂອງ​ເຕັກ​ໂນ​ໂລຊີອິນ​ເຕີ​ເນັດ, ດິຈິ​ຕອນ​ໄດ້​ປ່ຽນ​ແປງ​ສາທາລະນະ​ຊົນ​ຂອງການ​ກະຈາຍສຽງ, ​ໂທລະພາບ. ຈາກ​ການ​ທີ່​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ ຕົກລົງ​ໃຫ້ຜູ້​ຟັງ​ຜູ້​ຊົມ ຈະ​ໄດ້​ເບິ່ງ​ໄດ້​ຍິນ​ອີ​ຫຍັງ, ​ໄດ້​ເບິ່ງ​ໄດ້​ຍິນ​ເວລາ​ໃດ ​ແລະ ຄື​ແນວ​ໃດ, ສາທາລະນະ​ຊົນ​ຂອງ​ຂົງ​ເຂດ​ນີ້ ​ໄດ້​ຫັນ​ມາມີ​ບົດບາດ​ເປັນ​ເຈົ້າ​ການ, ກວດກາ, ຄັດ​ເລືອກ​ເອົາ​ສິ່ງ​ທີ່​ຕົນ​ຢາກ​ຟັງ ຢາກ​ເບິ່ງ, ​ເວລາ​ເບິ່ງ, ຟັງ ​ແລະ ຊ່ອງ​ວິທະຍຸ​ທີ່​ຕົນ​ຄັດ​ເລືອກ... ຮອຍມືຂອງ​ສາທາລະນະ​ຊົນ​ໃນ​ເຄື່ອງ​ຄວບຄຸມຂອງ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ແບບ​ດັ້ງ​ເດີມ ພວມມີ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ. ບໍ່​ພຽງ​ແຕ່​ປ່ຽນ​ແປງ​ການ​ຟັງເບິ່ງ ​ດ້ວຍ​ການ​ຄັດ​ເລືອກ​ຊ່ອງວິທະ​ຍຸ​ກະຈາຍສຽງ, ​ໂທລະພາບເທົ່າ​ນັ້ນ, ສາທາລະນະ​ຊົນຜູ້​ຟັງຜູ້​ເບິ່ງ​ໃນ​ປະຈຸ​ບັນ​ຍັງ​ພວມມີ​ການ​ປ່ຽນ​ແປງ ທາງ​ດ້ານ​ແບບ​ວິທີ​ສົ່ງ​ແລະ​ຮັບ​ຂໍ້​ມູນຂ່າວ​ສາມ, ​ໃນ​ນັ້ນ​​ເຂົາ​ເຈົ້າ​ເປັນ​ຜູ້​ຮັບ ທັງ​ເປັນ​ຜູ້​ສະໜອງ, ​ເຂົ້າປະຕິສຳພັນ​ກັບອົງການ​ໜັງສືພິມ​ນຳ​ກັນ. ພື້ນຖານອິນ​ເຕີ​ເນັດ ​ແລະ ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ ໄດ້​​ເຮັດ​ໃຫ້​ມີ​ການປ່ຽນ​ແປງຢ່າງ​ເລິກ​ເຊິ່ງ ​ໃນວິທີທີ່​ສາທາລະນະ​ຊົນ​ເຂົ້າ​​ເຖິງ​ກັບ​ໂລກສຳຜັດ​ຖານ​ທີ່ມີ​ຊີ​ວິດ​ຊີວາ​ພາຍ​ນອກ. ສຳລັບ​ໂທລະພາບ, ນັ້ນ​ແມ່ນ​ການ​ປະກົດ​ຕົວ​ໃນ​ປີ 2005 ຂອງ​ເຄືອ​ຂ່າຍ​ສັງຄົມທີ່​ແບ່ງປັນ​ວິ​ດີ​ໂອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະຈຸ​ບັນ - Youtube. ມາ​ເຖິງ​ດຽວ​ນີ້, ຈຳນວນຜູ້​ໃຊ້​ເຄືອ​ຂ່າຍ​ສັງຄົມ​ແບ່ງປັນ​ວິ​ດີ​ໂອ​ນີ້​ ໄດ້​ຂຶ້ນ​ເຖິງກວ່າ 1 ຕື້​ຄົນ, ​ກວມ​ເອົາ 1/7 ຈຳນວນ​ປະຊາກອນ​ຂອງໂລກ, ​ເຊິ່ງພວມ​ສ້າງ​ທ່າ​ອຽງ​ສື່​ຂ່າວ, ການບັນ​ເທິງ​ໃໝ່, ດ້ວຍ​ບັນດາ​ຊ່ອງ Youtube ທີ່​​ແຜ່ຫຼາຍ​ທີ່​ສຸດ, ດຶງ​ດູດ​ຜູ້​ເບິ່ງ​ຫຼາຍ​ກວ່າ​ຈຳນວນ​ຜູ້​ເບິ່ງຜູ້​ຊົມ​ຂອງ​ຫຼາຍຊ່ອງ​ໂທລະພາບທີ່​ສຳຄັນ. Youtube ກໍ່​ມີ​ຄວາມສາມາດທີ່​ສຸດ​ທີ່​ຈະສ້າງ​ໃຫ້​ມີ​ບັນດາ​ດາລາ​ອອນ​ໄລ​ທີ່​ມີ​ຊື່​ສຽງ ​ເຊິ່ງບໍ່​ຕ່ຳ​ຕ້ອຍ​ໜ້ອຍ​ໜ້າ​ກວ່າ​ບັນດາ​ຊ່ອງ​ໂທລະພາບ. ​ທຸກ​ຄົນ​ລ້ວນ​ແຕ່​ສາມາດ​ສ້າງ​ຊ່ອງ Youtube ໜຶ່ງ ​ແລະ​ອາດ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ເມື່ອ​ເອົາ​ຜະລິດ​ຕະພັນ​ຂອງ​ຕົນ​ໄປ​ສູ່​ສາ​ທາ​ລະນະ​ຊົນ ​ໂດຍບໍ່​ຕ້ອງມີ​ລະບົບ​ເຄື່ອງ​ຈັກ​ທີ່​ພະ​ລຸງ​ພະລັງ​ເໝືອນ​ດັ່ງ​ໂທລະພາບ​ແບບ​ດັ້ງ​ເດີມ.

ສະພາບ​ການ​ເທິງນີ້ພາ​ໃຫ້​ນັກ​ຄົ້ນຄວ້າ​ຫຼາຍ​ຄົນ​ຄິດ​ວ່າ, ພື້ນຖານອິນ​ເຕີ​ເນັດ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ໃຫ້​ແກ່ການ​ກະຈາຍສຽງ, ​ໂທລະພາບ. ຈຳນວນຜູ້​ອ່ານໜັງສື​ພິມ​ເຈ້ຍ, ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫຼຸດ​ລົງ, ຜູ້​ເບິ່ງ​ໂທລະພາບ​ບໍ່​ເພີ່ມ​ຂຶ້ນ ​ແລະ ຈະ​ຫຼຸດ​ລົງ; ​ໃນ​ຂະນະ​ນັ້ນ ຜູ້​ຟັງ, ​ເບິ່ງ, ອ່ານ​ໃນອິນ​ເຕີ​ເນັດ​ໄດ້ເພີ່ມ​ຂຶ້ນ​ ​ແລະ ​ປະລິມານຂໍ້​ມູນ​ຂ່າວສານ, ​ໄລຍະ​ເວລາ​ເຂົ້າ​ອິນ​ເຕີ​ເນັດ​ກໍ່​ເພີ່ມ​ຂຶ້ນ. ຜູ້​ເບິ່ງ​ໂທລະພາບ​ໃຊ້​ເວລາ​ເພື່ອ​ເບິ່ງ​ບັນດາວິ​ດີ​ໂອ​ອອນ​ໄລ​ຫຼາຍ​ກວ່າ​ທົບ​ສອງ​ເທົ່າ ​ທຽບ​ກັບ​ຜູ້​ເບິ່ງ​ໂທລະພາບ​ແບບ​ດັ້ງ​ເດີມ. ຜູ້​ຊ່ຽວຊານ​ບາງ​ຄົນ​ໃຫ້​ທັດສະນະ​ວ່າ, ການ​ຫັນ​ໄປ​ສູ່​ດິຈິ​ຕອນ​ຊ່ວຍກຳນົດ​ຄືນ​ໃໝ່​ ບົດບາດ​ຂອງການ​ກະຈາຍສຽງ, ​ໂທລະພາບ; ມັນ​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ນຳ​ມາ​ຊຶ່ງ​ໄອ​ກາດ​ໃໝ່​ແລະ​ໃຫຍ່​ຫຼາຍ​ທີ່​ສຸດ. ບັນດາ​ສະຖານີ​ວິທະຍຸກະຈາຍສຽງ, ​ໂທລະພາບ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດຈະ​ຕັດ​ແຍກ​ອອກ​ຈາກ​ຂະ​ບວນວິວັດ​ການປ່ຽນ​ແປງ​ໃໝ່, ​ເຮັດ​ໃຫ້​ເນື້ອ​ໃນມີ​ຄວາມ​ຈັບ​ໃຈ​ກວ່າ​ອີກ. ບັນດາ​ເຕັກ​ໂນ​ໂລ​ຊີ​ສື່ສານ​ໃໝ່​ຊ່ວຍ​ເພີ່ມ​ເຕີມ, ​ໂດຍ​ບໍ່​ແມ່ນ​ຈະ​ປ່ຽນ​ແທນ​ອັນ​ເກົ່າ, ​ແລະ ການ​ສ້າງ​ເນື້ອ​ໃນ​ຈາກ​ແຫຼ່ງທີ່​ສາທາລະນະ​ຊົນ​ສະໜອງ​ໃຫ້ນັ້ນ ຈະ​ມີ​ບົດບາດ​ສຳຄັນ​ຢູ່​ສະ​ເໝີ​ ໃນ​ສະພາ​ບການ​ທີ່​ເຕັກ​ໂນ​ໂລ​ຊີ​ຂະຫຍາຍຕົວ​ໄວ​ເຖິງ​ຂັ້ນ​ເຫຼືອ​ເຟືອ ​ແຕ່​ຊ້ຳພັດມີ​ຄວາມ​ຂາດ​ແຄນ​ທຽບ​ຖານທາງ​ດ້ານ​ການ​ຜະລິດ, ສະໜອງ​ບັນດາ​ເນື້ອ​ໃນຂໍ້​ມູນ​ທີ່​ມີ​ລັກສະນະວິຊາ​ອາຊີບ.

ຕາມ​ບັນດາ​ນັກວິ​ເຄາະ​ຂອງ​ໜັງສືພິມ ຜູ້​ປົກ​ປັກ​ຮັກສາ (The Guardian) ຂອງ​ອັງກິດ, ​ໃນ​ຍຸກ​ດິຈິ​ຕອນ ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ແບບ​ດັ້ງ​ເດີມ ຕ້ອງ​ເຂົ້າ​ໃຈ​ແຈ້ງກ່ຽວ​ກັບ​ຄວາມມັກ, ພຶດຕິ​ກຳ​ຂອງ​ຜູ້​ຟັງ​ຜູ້​ເບິ່ງ, ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ເປົ້າ​ໝາຍ​ຜູ້ນຳ​ໃຊ້​ຜະລິດ​ຕະພັນຂອງ​ການ​ສື່ສານ, ກຳລັງ​ໜູນ​ແລະ​ບັນດາ​ແບບ​ວິທີ​ທີ່​ຜູ້​ຟັງ​ຜູ້​ເບິ່ງ​ເຂົ້າ​ເຖິງ, “ຊົມ​ໃຊ້”ຜະລິດ​ຕະພັນ​ຂອງ​ການສື່ສານ. ການ​ຂະຫຍາຍຕົວ​ຂອງ​ອິນ​ເຕີ​ເນັດ ​ແລະ ການ​ປ່ຽນ​ແປງ​ວິທີການ​ເຂົ້າ​ເຖິງ​ບັນດາ​ແຫຼ່ງຂໍ້​ມູນ​ຂອງ​ສື່​ມວນ​ຊົນ ​ໄດ້​ບັງຄັບ​ໃຫ້ບັນດາ​ບໍລິສັດ​ສື່ສານ​ຕ້ອງ​ດຳ​ເນີ​ການ​ຊອກ​ຮູ້ຢ່າງ​ເລິກ​ເຊິ່ງ, ຄົ້ນຄວ້າ​ຢ່າງ​ລະອຽດ​ກ່ຽວ​ກັບ​ວິທີ​ການ​ທີ່​ສາທາລະນະ​ຊົນ​ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ສື່ສານ​ໃໝ່, ກ່ຽວ​ກັບ​ວິທີ​ທີ່​ເຂົາ​ເຂົ້າ​ເຖິງ ​ແລະ ປະຕິ​ສຳພັນ​ກັບ​ບັນດາ​ເນື້ອ​ໃນການ​ອອກ​ອາກາດ ​ຂອງ​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ.

ສາດສະດາຈານ ​ໄຣມົນ ກູນ ຢູ່​ມະຫາວິທະຍາ​ໄລ​ລອນ​ດອນ​ ​ໃຫ້​ທັດສະນະ​ວ່າ, ບັນດາ​ອົງການ​ສື່ສານ​ສາທາລະນະ​ໃນ​ຍຸກ​ດິຈິ​ຕອນ ລ້ວນ​ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ບັນຫາ​ໃຫຍ່, ພິ​ເສດ​ແມ່ນ ​ເຮັດ​ຄື​ແນວ​ໃດ​ເພື່ອ​ທັງປະຕິບັດ​ໜ້າ​ທີ່ຂອງຕົນ​ໄດ້, ທັງ​ສະ​ແດງ​ບົດບາດ​ຂອງ​ຕົນ​ໄດ້​ແລະ​ໄປ​ທັນ​ກັບ​ທ່າອຽງ​ໃໝ່. ​ໃນ​ນັ້ນ, ມີ 4 ບັນຫາ​ຕົ້ນຕໍ ​ເຊິ່ງບັນດາ​ອົງການ​ສື່ສານຕ້ອງ​ຊັ່ງຊາ​ນັ້ນ​ຄື ລັກສະນະ​ການ​ເມືອງ; ​ຄວາມໜ້າ​ເຊື່ອ​ຖື​ຂອງ​ຂໍ້​ມູນ; ແຫຼ່ງ​ເງິນ​ທຶນ; ລັກສະນະ​ການ​ຄ້າ ​ເພື່ອ​ຈາກ​ນັ້ນຮັກສາ​ຄວາມ​ເຊື່ອ​ໝັ້ນ, ກຳນົດ​ບັນດາ​ແຫຼ່ງຂໍ້​ມູນ​ຂ່າວສານ, ບັນດາ​ທັກ​ສະ​ທີ່​ຈຳ​ເປັນ​ສຳລັບ​ນັກ​ຂ່າວ​ໃນ​ຍຸກ​ດິຈິ​ຕອນ, ບັນດາ​ເຄື່ອງມື​ສື່ສານ​ທີ່​ຕ້ອງ​ມີ ​ແລະ ຄວາມ​ຈຳ​ເປັນຂອງ​ການ​ຝຶກ​ອົບຮົມ​ກ່ຽວ​ກັບການ​ສື່ສານ​ມັນ​ຕິ​ມີ​ເດຍ.

​ໃນ​ຂົງ​ເຂດ​ກະຈາຍສຽງ, ທ່າ​ອຽງ​ຂອງ​ຜູ້​ຟັງ​ໃນ​​ໂລກ​ບໍ່ຖືກ​ຜູກ​ມັດ​ເຂົ້າ​ກັບ​ບັນດາ​ຊ່ອງ​ວິທະຍຸ​ທີ່ອອກ​ອາກາດດ້ວຍ​ຄື້ນ FM ຫຼື AM ​ແບບ​ດັ້ງ​ເດີມ/ກຼາຊິກ ອີກ. ​ເດືອນ​ມັງກອນ 2017, ນອກແວ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໂລກ ​ທີ່ໄດ້​ຢຸດຕິ​ການອອກ​ອາກາດ​ວິທະຍຸ​ກະຈາຍສຽງ FM ​ເພື່ອ​ປະຕິບັດການຫັນປ່ຽນ 100% ​ໄປ​ສູ່​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ. ຫຼັງ​ຈາກ​ນອກ​ແວ, ຫຼາຍ​ປະ​ເທດ​ໃນ​ໂລກ​ກໍ່​ຈະທົດ​ລອງ​ແລະ​ກ້າວ​ໄປ​ເຖິງຢຸດຕິ​ການ​ອອກ​ອາກາດວິທະຍຸ FM ​ເພື່ອຫັນປ່ຽນ​ທັງ​ໝົດ​ໄປ​ສູ່​ການ​ອອກ​ອາກາດ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ ທີ່​ມີ​ຄຸນນະພາບສຽງ​ທີ່​ດີກ​ວ່າ, ສັງ​ລວມ​ແລະ​ປະສານ​ສົມທົບ​ວິທະຍຸ​ກັບບັນດາປະ​ເພດ​ສື່ສານ​ອື່ນ​ໄດ້, ມີ​ຄວາມ​ສາມາດ​ເຜີຍ​ແຜ່​ podcast, ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ງານ​ກໍ່ຖືກ​ກວ່າຫຼາຍ​ເທົ່າ (​ໃນ​ກໍລະນີ​ຢູ່ ນອກ​ແວ ຄ່າ​ໃຊ້​ຈ່າຍ​ຖືກ​ກວ່າ 8 ​ເທົ່າ) ທຽບ​ກັບ​ການ​ອອກ​ອາກາດ​ແບບ​ດັ້ງ​ເດີມ.

ນອກ​ແວ ​ເປັນ​ກໍ​ບະ​ມີ​ພິ​ເສດ​ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ຄົ້ນຄວ້າ. ທ່າ​ອຽງ​ນີ້​ຕ້ອງການ​ເວລາ​ໜຶ່ງ​ອີກ​ຈຶ່ງ​ອາດ​ຈະລະ​ເບີດ​ຂຶ້ນ​ໃນ​ໂລກ ​ແລະ ຈະ​ລວມສູນ​ກ່ອນ​ອື່ນ​ໝົດ​ແມ່ນ​ຢູ່​ບັນດາ​ຕະຫຼາດ​ໜັງສືພິມທີ່​ຂະ​ຫຍາ​ຍຕົວ​ ທີ່​ມີ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ທີ່​ດີ​ແລ້ວ, ​ແຕ່​ບັນດາ​ທ່າ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ໃນ​ການ​ກະຈາຍສຽງ​ດັ່ງກ່າວ​ເທິງ​ນີ້ ​ແມ່ນ​ບໍ່​ອາດ​ຈະ​ປະຕິ​ເສດ​ໄດ້. ການ​ກະຈາຍສຽງ​ແບບ​ດັ້ງ​ເດີມ​ຈຳ​ເປັນ​ຕ້ອງ​ຫັນ​ໄປ​ສູ່​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ຕ້ອງ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ເພື່ອ​ເປີດ​ກວ້າງການ​ປົກ​ຫຸ້ມ​ຂອງ​ຄື້ນ, ດຶງ​ດູດ​ຜູ້​ຟັງໜຸ່ມຕື່ມອີກ ຊຶ່ງ​ເປັນ​ພາກສ່ວນ​ທີ່​ຕິດ​ແໜ້ນ​ກັບ​ອຸປະກອນ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ຄຸນ​ນະພາ​ບການ​ຮັບ​ໃຊ້​ສາທາລະນະ​ຊົນ ​ແລະ ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ. ການ​ກະຈາຍສຽງ​ບໍ່​ຖືກ​ຈຳກັດ​ໃນ​ການ​ຟັງ​ວິທະຍຸ FM ອີກ ຫາກ​ຍັງ​ຕ້ອງ​ປະຕິ​ສຳພັນ​ໃນ​ເວັບ​ໄຊ ​ແລະ ​ໃນ​ເຄືອ​ຂ່າຍ​ສັງຄົມ. ການ​ພັດທະນາ​ຕາມ​ທ່າອຽງ​ນີ້ ກໍ່​ຮຽກຮ້ອງຕ້ອງການ​ໃຫ້​ປະຕິບັດ​ຕາມທິດ​ຫຼາຍ​ພື້ນຖານ, ​ໃນ​ນັ້ນພື້ນຖານ​ເຄື່ອນ​ທີ່​ງ່າຍ (Mobile platform) ​ເປັນ​ການ​ບຸລິມະສິດ ຍ້ອນ​ວ່າ​ປີ 2016, ບັນດາ​ອຸປະກອນ​ຂອງ​ພື້ນຖານ​ເຄື່ອນ​ທີ​ງ່າຍ (​ໂທລະສັບ​ສະຫຼາດ, ​ແທັບ​ເລັດ) ​ໄດ້​ລື່ນ​ກາຍ​ເຄື່ອງ​ຄອມ​ພິວເຕີ​ຕັ້ງ​ໂຕະ ​​ແລະ​ກາຍ​ເປັນ​ເຄື່ອງມື​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ທີ່​ສຳຄັນ​ທີ່​ສຸດ ​ຂອງ​ຜູ້​ໃຊ້ອິນ​ເຕີ​ເນັດ​ໃນ​ທົ່ວ​ໂລກ (51,3% ຂອງ​ການ​ເຂົ້າ​ເຖິງອິນ​ເຕີ​ເນັດ​​ແມ່ນຜ່ານ​ໂທລະສັບ​ສະຫຼາດ​ແລະ​ແທັບ​ເລັດ ​ແລະ 48,7% ​ຜ່ານ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ).

ປະສິດທິ​ຜົນ​ອັນ​ຈະ​ແຈ້ງ​ຂອງ​ການ​ຫັນປ່ຽນ

​ໃນ​ການ​ຂະຫຍາຍ​ຕົວ​ແບບ​ກ້າວ​ກະ​ໂດດ​ຂອງຍຸກ​ດິຈິ​ຕອນນັ້ນ, ການ​ໃຊ້​ບັນດາ​ເຄື່ອງມື​ແລະທັກສະການ​ປະຕິບັດ​ງານດ້ວຍ​ເຕັກ​ໂນ​ໂລ​ຊີ ບໍ່​ແມ່ນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນຕໍ່ຜົນສຳ​ເລັດ​ຂອງ​ໜັງສືພິມ. ການຂະຫຍາຍຕົວຂອງ​ເຕັກ​ໂນ​ໂລ​ຊີ​ໃນ​ປະຈຸ​ບັນ ຮຽກຮ້ອງ​ໃຫ້​ອາຊີບ​ໜັງສືພິມ, ປະກອບ​ດ້ວຍ​ການ​ກະຈາຍສຽງ ​ໂທລະພາບ​ແລະ​ໜັງສືພິມ​ເຈ້ຍ, ຕ້ອງ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ ເພື່ອ​ຄ່ອງ​ຕົວ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ໃໝ່​ຂອງຜູ້​ຟັງ​ຜູ້​ອ່ານ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ​ໃນ​ລະດັບ​ໃດ​ໜຶ່ງ, ການ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຊີ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ວິທີ​ເຮັດ​ໜັງສືພິມ, ພິ​ເສດ​ແມ່ນ​ໃນ​ເມື່ອ​ພົນ​ລະ​ເມືອງ​ແຕ່ລະຄົນລ້ວນ​ແຕ່​ສາມາດ​ກາຍ​ເປັນ​ຜູ້​ສົ່ງຂ່າວ​ທີ່​​ປະຈັກ​ແຈ້ງ (​ແລະ​ອາດ​ຈະ​ດີ​ເດັ່ນ) ທັງ​ດ້ານ​ຂໍ້​ມູນ​ຂ່າວສານ ຮູບ​ພາບ ​ແລະ ວິດີໂອ, ​ໂດຍ​ຜ່ານ​ບັນດາ​ຮູບ​ການ​ທີ່​ເອີ້ນ​ວ່າ “ໜັງສືພິມ​ພົນລະ​ເມືອງ” ທີ່​ພວມ​ເບັ່ງ​ບານ​​ແຜ່​ຊ່ານ​ໄປ​ທົ່ວ​ບັນດາ​ເຄືອ​ຂ່າຍ​ສັງຄົມ. ​ແຕ່​ສຳ​ລັບ​ໜັງສືພິມ​ກະ​ແສ​ຫຼັກ, ການ​ດຳ​ເນີນ​ງານ​ແລະ​ແຂ່ງຂັນ​ຕາມ​ທິດ​ນັ້ນບໍ່​ແມ່ນ​ເລື່ອງ​ງ່າຍ ຍ້ອນ​ວ່າສຳນັກງານ​ບັນນາທິການ​ໜຶ່ງ​ຈະ​ໃຫຍ່​ໂຕ​ເຖິງ​ລະດັບ​ໃດ​ກໍ່ຕາມ ກໍ່​ບໍ່​ສາມາດ​ແຂ່ງຂັນ​ໄດ້​ກັບ​ເຄືອ​ຂ່າຍ​ສັງຄົມໜຶ່ງ ຫຼື​ເວັບ​ໄຊ​ໜຶ່ງ​ທີ່​ມີ​ຜູ້​ໃຊ້​ແລະ​ຜູ້​ເຂົ້າ​ຮ່ວມ​ການ​ປະຕິ​ສຳພັນ​ເປັນ​ຈຳນວນ​ພັນ, ຈຳນວນ​ລ້ານ, ຊ້ຳ​ບໍ່​ໜຳ​ເປັນ​ຈຳນວນ​ຕື້​ຄົນ, ​ເຊັ່ນ Facebook ຫຼື Twitter.

​ເພາະສະ​ນັ້ນ, ລົງທຶນຫຼາຍ​ໃຫ້​ແກ່​ເຕັ​ກໂນ​ໂລ​ຊີ ​ແຕ່ສຳລັບ​ໜັງສືພິມ​ກະ​ແສ​ຫຼັກ, ​ເນື້ອ​ໃນ ຕ້ອງ​ໄດ້ຮັບ​ການ​ບຸລິມະສິດ​ກ່ອນ​ອື່ນ​ໝົດ, ມີ​ລັກສະນະຕັດສິນ​ຄວາມ​ເປັນ​ຢູ່​ຂອງ​ໜັງສືພິມ. ບົດຮຽນ​ຂອງ​ໜັງສືພິມຊັ້ນ​ນຳ​ຂອງ​ໂລກ​ຄື New York Times ​ເປັນ​ແບບຢ່າງ​ຂອງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ (ຫັນ​ທິດ​ຈາກ​ໜັງສືພິມ​ເຈ້ຍ​ໄປ​ເປັນ​ໜັງສືພິມ​ເອ​ເລັກ​ໂຕຣນິກ) ​​ໂດຍບໍ່​ແລ່ນ​ຕາມ​ປະລິມານຜູ້​ອ່ານ ​ແຕ່​ສຸມ​ໃສ່​ການ​ຂຸດ​ຄົ້ນ​ເນື້ອ​ໃນ ​ແລະ ຂາຍ​ບັນດາ​ບົດ​ຂ່າວ​​ເຫຼົ່າ​ນັ້ນ. ຍຸດ​ທະ​ສາດ​ຂອງ​ໜັງສືພິມ New York Times ​ແມ່ນ​ສະໜອງ​ບັນດາ​ເລື່ອງລາວ​ບົດ​ຂ່າວທີ່​ຈັບ​ໃຈ​ຢ່າງ​ແຮງ ​ເຮັດ​ໃຫ້​ຜູ້​ອ່ານ​ເປັນ​ຈຳນວນ​ລ້ານ​ພ້ອມ​ແລ້ວ​ທີ່​ຈະ​ຈ່າຍ​ເງິນ​ເພື່ອ​ໄດ້​ອ່ານ​ບົດ​ຂ່າວ​ນັ້ນ. ອາ​ໄສ​ຍຸດ​ທະ​ສາດ​ດັ່ງກ່າວ, ປີ 2016, New York Times ມີ​ລາຍ​ໄດ້ 500 ລ້ານ​ໂດ​ລາ​ສະຫະລັດ ຈາກ​ສະບັບ​ດຕັກ​ນິກດິຈິ​ຕອນ, ຫຼາຍ​ກວ່າ​ລາຍ​ໄດ້​ຂອງ​ບັນດາ​ໜັງສືພິມ​ທີ່​ສຳຄັນອື່ນ​ບວກ​ເຂົ້າ. ຮອດ​ເດືອນ​ມັງກອນ 2017, New York Times ມີ​ຫຼາຍ​ກວ່າ 1,5 ລ້ານ​ບັນຊີ​ຈົດ​ທະບຽນ​ທີ່​ຈະ​ຕິດຕາມ​ສະບັບດິຈິ​ຕອນ, ​ເພີ່ມ​ຂຶ້ນ​ຕື່ມອີກ 5 ​ແສນ​ບັນຊີ​ທຽບ​ກັບ​ກ່ອນ​ໜ້າ​ນີ້ 1 ປີ. ກ່ອນ​ໜ້າ​ນີ້ 6 ປີ, ​ເມື່ອ​ຕັດສິນ​ປ່ຽນທິດຍຸດ​ທະ​ສາດ ຈາກ​ໜັງສືພິມ​ເຈ້ຍ​ໄປ​ເປັນ​ສະບັບ​ດິຈິ​ຕອນ ​ແລະ ສຸມ​ໃສ່​ເນື້ອ​ໃນທີ່​ຕ້ອງ​ຊຳລະ, ຈຳນວນ​ຜູ້​ຈົດ​ທະບຽນ​ເປັນ 0. ການ​ຫັນ​ທິດ​ນີ້​ແມ່ນ​ການ​ຄັດ​ເລືອກ “​ເປັນ​ຫຼື​ຕາຍ” ຂອງ New York Times ຍ້ອນ​ຮອດ​ເວລາ​ນັ້ນ, ລາຍ​ໄດ້​ຈາກ​ການ​ໂຄສະນາ​ຂອງ​ໜັງສືພິມ​ເຈ້ຍ​ສະບັບ​ນີ້ ນັບ​ມື້​ນັບ​ຫຼຸດ​ລົງ ຍ້ອນ​ການ​ແກ່ງ​ແຍ້​ງຂອງອິນ​ເຕີ​ເນັດ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ ບັນດາ​ນັກ​ເຕັກ​ໂນ​ໂລ​ຊີ​ຍັກ​ໃຫຍ່, ​ເຊັ່ນ Google, Facebook... ​ໄດ້​ກວມ​ເອົາ 99% ຂອງ​ລາຍ​ໄດ້​ຈາກ​ການ​ໂຄສາ​ນາອອນ​ໄລ ຫຼືຄ່າ​ໃຊ້​ຈ່າຍ​ການ​ຕະຫຼາດ​ສຳລັບ​ການ​ສື່ສານ. ການ​ປ່ຽນ​ແປງ​ຢ່າງ​ທັນ​ການ​ໄດ້​ຊ່ວຍ​ໃຫ້ New York Times ສືບ​ຕໍ່​ຄົງ​ຕົວ​ຢູ່​ໄດ້ ​ແລະ ດ້ວຍ​ຍຸດ​ທະ​ສາດ “​ເນື້ອ​ໃນ​ແມ່ນ​ທີ​ໜຶ່ງ” ຄື​ປະຈຸ​ບັນ, New York Times ​ໄດ້​ຄາດໝາຍ​ສູ້​ຊົນ​ລາຍ​ໄດ້​ຈາກ​ສະບັບ​ດິຈິ​ຕອນຮອດ​ປີ 2020 ບັນລຸ 800 ລ້ານ​ໂດ​ລາ​ສະຫະລັດ.

ຄວາມ​ສຳ​ເລັດ​ຜົນ​ຂອງ New York Times ​ແລະ ບາງ​ໜັງສືພິມ​ເຈ້ຍ​ທີ່​ສຳຄັນ​ອື່ນ​ໃນ​ໂລກ​ ໃຫ້​ເຫັນ​ວ່າ, ນັບ​ທັງ​ໃນ​ຍຸກ​ດິຈິ​ຕອນ, ໜັງສືພິມ​ເຈ້ຍ​ຍັງ​ສາມາດ​ຄົງ​ຕົວ​ຢູ່​ໄດ້​ຢ່າງ​ໝັ້ນຄົງ ຖ້າ​ຫາກ​ຮູ້​ປ່ຽນ​ແປງ​ໃໝ່​ໃຫ້​ສອດຄ່ອງ​ເໝາະ​ສົມ: ປະສົມ​​ເຕັກ​ໂນ​ໂລ​ຊີໄດ້ເພື່ອ​ເປັນ​ພື້ນຖານ ​ແຕ່ສຸມ​ໃສ່​ທ່າ​ແຮງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໜັງສືພິມ​ກະ​ແສ​ຫຼັກຄື ຄຸນ​ນະພາ​ບຂອງ​ຂໍ້​ມູນ. ​ເລື່ອງ​ນີ້​ກໍ່​ໄດ້​ຮັບ​ການ​ພິສູດ​ໃນ​ຂົງ​ເຂດກະຈາຍສຽງ-​ໂທລະພາບ, ຕົວຢ່າງ​ທີ່​ເດັ່ນ​ຄື ສຳນັກ​ຂ່າວ CNN ຂອງ​ອາ​ເມ​ລິ​ກາ ​ເຊິ່ງປະຈຸ​ບັນ​ໄດ້​ມີ​ຜູ້​ອ່ານ​ຜູ້​ເບິ່ງ 25 ລ້ານ​ຄົນ​ທີ່​ຕິດຕາມ​ໃນ Facebook ​ແລະ ​ໄດ້​ເປີດ​ນຳ​ໃຊ້ CNNGo ​ແຕ່​ປີ 2014 ​ເຊິ່ງບໍ່​ພຽງ​ແຕ່​ອະນຸຍາດ​ໃຫ້​ຜູ້​ໃຊ້​ໄດ້​ຕິດຕາມ​ຂໍ້​ມູນ​ຂ່າວສານ​ຢ່າງ​ຕໍ່​ເມື່ອ​ງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເປີດ​ກວ້າງ​ອອກ​ສູ່​ບັນດາ​ຂົງ​ເຂດ​ອື່ນຄື ການ​ຄ້າ​ເອ​ເລັກ​ໂຕຣນິກ ຫຼື​ການ​ບໍລິການ.

ລວມຄວາມ​ແລ້ວ, ໃນ​ຍຸກ​ດິຈິ​ຕອນທີ່​ຂະຫຍາຍຕົວ​ແບບ​ກ້າວ​ກະ​ໂດດ​ຄື​ປະຈຸ​ບັນ, ໜັງສືພິມ, ການ​ກະຈາຍສຽງ, ​ໂທລະພາບ​ ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ ຖ້າ​ຫາກ​ຢາກ​​ຄົງ​ຕົວ​ຢູ່ຕໍ່​ໄປ. ການ​ປ່ຽນ​ແປງ​ນີ້​ກວມ​ທັງ​ການ​ປ່ຽນ​ແປງ​ວິທີຄຸ້ມຄອງ (​ໃນ​ລະດັບ​ຊາດ​ກໍ່​ຄື​ລະດັບ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ); ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຄຸ້ມ​ຄອງຫ້ອງການ​ບັນ​ນາທິການ; ລົງທຶນ​ໃຫ້​ແກ່​ບັນດາ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ໃໝ່ຢູ່​ສຳນັກງານ​ໜັງສືພິມ​ສະຖານີ​ວິທະຍຸ; ຢູ່​ທີ່​ຂັ້ນ​ສຸດ​ທ້າຍ​ຄື​ບັນດາ​ນັກ​ຂ່າວ. ບັນດາ​ນັກ​ຂ່າວ​ກໍ່​ຕ້ອງ​ປະກອບຄວາມ​ຮູ້, ທັກ​ສະ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ຕົນ​ເອງ ​ເພື່ອດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ຂ່າວ ບົດ​ຄວາມ ຮູບ​ພາບຕ້ອງ​ຮັບ​ໃຊ້​ຢ່າງ​ສຸດ​ຂີດ​ ໃຫ້​ແກ່​ທຸກ​ພື້ນຖານ​ເຕັກ​ໂນ​ໂລ​ຊີ ​ຂອງ​ສຳ​ນັງງານ​ບັນນາທິການ, ນັບ​ແຕ່​ໜັງສືພິມ​ເຈ້ຍ, ໜັງສືພິມ​ອອນ​ໄລ, ວິ​ດີ​ໂອ​ສຳລັບການ​ໂທລະ​ພາບ ​ແລະ ​ເອົາ​ດິ​ໂອ​ສຳລັບ​ການ​ກະຈາຍສຽງ. ​ແຕ່, ​ເພື່ອ​ໃຫ້​ມີ​ຄວາມ​ແປກ​ຕ່າງ, ​ເພື່ອ​ສືບ​ຕໍ່​ຍືນ​ຍົງ​ຄົງ​ຕົວ​ແລະ​ຂະຫຍາຍຕົວຕໍ່ໜ້າ​ການ​ແຂ່ງຂັນ​ແກ່ງ​ແຍ້​ງຈາກການ​ສື່ສານ​ສັງຄົມນັ້ນ, ການ​ສື່ສານ​ພົນລະ​ເມືອງ​ຮຽກຮ້ອງ​ໃຫ້​ໜັງສືພິມ, ການ​ກະຈາຍສຽງ, ​ໂທລະພາບກະ​ແສ​ຫຼັກ ຍັງ​ຈະ​ຕ້ອງ​ນຳ​ໃຊ້​ທ່າ​ແຮງ​ຂອງ​ຕົນ​ຫຼາຍ​ກວ່າ​ອີກ ນັ້ນ​ຄືຄຸນ​ນະພາ​ບຂອງ​ຂໍ້​ມູນ.

ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ​ສື່ສານ​ໄດ້​ສ້າງ​ໃຫ້​ໜັງສືພິມ​ມີ​ທິດ​ທາງ​ກ້າວ​ເດີນ​ໃໝ່, ນັ້ນ​ແມ່ນ​ປະສົມ​ບັນດາພາຫະນະ​ການ​ສື່ສານ. ນີ້​ແມ່ນ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ທີ່​ມີ​ລັກສະນະ​ພາວະ​ວິ​ໄສ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂໍ້​ມູນ​ຂ່າວສານ​ຂອງ​ສາທາລະນະ​ຊົນ. ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຊີ, ​ເຄືອ​ຂ່າຍ​ສັງຄົມຕໍ່​ບັນດາ​ອົງການ​ໜັງສືພິມແລະສາທາລະນະ​ຊົນ ນັບ​ມື້​ນັບ​ແຮງ, ນີ້​ທັງ​ແມ່​ນສິ່ງ​ທ້າ​ທາຍ ທັງ​ແມ່ນ​ໂອກາດ​ທີ່​ບໍ່​ໜ້ອຍ​ສຳ​ລັບ​ໜັງສືພິມ ​ແລະ ທັງ​ສັງຄົມ. ​ໄວ​ແຕ່​ຕ້ອງ​​ຊັດ​ເຈນຖືກຕ້ອງ, ຮັບປະກັນ​ລັກສະນະ​ວິທະຍາສາດ, ລັກສະນະ​ມະນຸ​ອະລິຍະ​ທຳ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ສັງຄົມ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ໝັ້ນ​ການ​ເມືອງ, ຄວາມ​ສາມາດ​ວິຊາ​ສະ​ເພາະ ​ແລະ ຄຸນສົມບັດ​ຈັນ​ຍາ​ບັນ​ວິຊາ​ຊີບ ນັ້ນ​ແມ່ນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫຼັກສຳ​ລັບ​ນັກ​ຂ່າວ, ນັກ​ໜັງສືພິມ​ໃນ​ທຸກໆ​ຍຸກ​ສະ​ໄໝ. ​ໃນ​ຍຸກ​ດິຈິ​ຕອນ, ນັກ​ຂ່າວ​ເວລາ​ໃດ​ກໍ່​ຕ້ອງ​ກຽມ​ຄວາມ​ພ້ອມ, ດຳເນີນງານ​ໃນ​ບໍ່ວ່າ​ເວລາ​ໃດ, ຢູ່​ບ່ອນ​ໃດ. ຄຽງ​ຂ້າງ​ປັດ​ໄຈ​ຂໍ້​ມູນ​ຕ້ອງ​ໃໝ່​ອ່ຽມ, “ສົດໆ​ຮ້ອນໆ”, ​ໄວ, ຖືກຕ້ອງ, ຮຽກຮ້ອງ​ໃຫ້​ນັກ​ຂ່າວ​ຕ້ອງ​ຮູ້​ຊອກ​ຫາ​ອັນ​ໃໝ່, ອັນ​ຈຳ​ເປັນ ມີ​ປະ​ໂຫຍ​ດ, ອັນ​ມີ​ລັກສະນະ​ມະນຸດ​ອະລິຍະ​ທຳ ທີ່​ສາທາລະນະ​ຊົນສົນ​ໃຈ. ຜູ້​ບັນນາທິການ, ນັກ​ຂ່າວ​ກໍ່​ຕ້ອງ​ປ່ຽນ​ແປງ​ຈິນຕະນາການ​, ວິທີ​ການ​ເຮັດ​ວຽກ, ປະດິດ​ສ້າງຢ່າງບໍ່​ຢຸດ​ຢັ້ງ ​ເພື່ອ​ມີ​ຫຼາຍ​ບົດ​ຂ່າວ ບົດຄວາມທີ່​ດີ ​ຈັບ​ໃຈຜູ້​ອ່ານ, ບໍ່​ປ່ຽວ​ດຽວ​ໜ້າ​ເບື່ອ. ​ໃນຍຸກດິຈິ​ຕອນ, ໜັງສືພິມ, ການ​ກະຈາຍ​ສຽງ, ​ໂທລະພາບ​ສາທາລະນະ ​ເປັນ​ບັນດາ​ເຄື່ອງມືສຳຄັນທີ່​ໄດ້​ໃຊ້​ເພື່ອ​ປະຕິບັດ​ພາລະ​ບົດບາດ​ໂຄສະ​ນາ, ອົບຮົມ​ສຶກສາ, ​ເຊື່ອມ​ຕໍ່, ​ແບ່ງປັນ​ຂໍ້​ມູນ, ​ແນວ​​ຄິດ, ອາລົມ​ຈິດ​ມິ​ດ​ໄມຕີ ໃນ​ອິນ​ເຕີ​ເນັດ ​ແລະ ​ໃນ​ບັນດາ​ຮຸບ​ແບບ​ການ​ສື່ສານ​ໃໝ່./.

​ໂດຍ ຮສ. ປອ. ຫງວຽນ​ເຖ້ກີ໋

ກຳມະການ​ສູນ​ກາງ​ພັກ,
ຜູ້ອຳນວຍການ​ໃຫຍ່​ ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ

-------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 896 (​ເດືອນ​ມິຖຸນາ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ