ວັນເສົາ, 18/11/2017
ປະຕິບັດນະໂຍບາຍພັດທະນາແບບຍືນຍົງ ຢູ່ຫວຽດນາມ ໃນໄລຍະປະຈຸບັນ
13/9/2017 17:20' ສົ່ງ ພິມ
ພາບປະກອບ: ການພັດທະນາແບບຍືນຍົງ ແມ່ນຄວາມສົນໃຈຂອງທົ່ວໂລກ. (ພາບ: tapchitaichinh.vn)

ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕໍ່​ການພັດທະນາ​ແບບ​ຍືນ​ຍົງ

ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໃນ​ພາກ​ສະຫຼຸບ 30 ປີ (1986 - 2016) ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ປະ​ເທດ​ຕາມ​ທິດຍືນ​ຍົງ ​ໄດ້​ສັງ​ເກດ​ວ່າ: ຍັງ​ມີ​ຄວາມ​ຈຳກັດ, ຂໍ້ຄົງຄ້າງ​ຫຼາຍ​ຢ່າງ​ຄື ​ເສດຖະກິດ​ມະຫາ​ພາກ​ເຕີບ​ໂຕ​ໄວ​ ແຕ່​ຍັງ​ບໍ່​ທັນ​ໝັ້ນຄົງ; ການ​ສຶກສາ​ແລະ​ກໍ່ສ້າງ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ-ສັງຄົມ ຍັງ​ມີ​ຫຼາຍ​ບັນຫາ​ທີ່ຍັງ​ບໍ່​​ໄດ້​ແກ້​ໄຂ​ໃຫ້​ໄດ້​ແບບ​ຍືນ​ຍົງ; ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ ຊຶ່ງ​ຍັງ​ເປັນຜົນກະທົບ​ນາບ​ຂູ່​​ເຖິງການພັດທະນາ​ແບບ​ຍືນ​ຍົງຂອງ​ຫວຽດນາມ.

ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ​ ສະ​ແດງ​ອອກ​ຢ່າງ​ລະອຽດ​ໃນ​ບາງ​​ແງ່​ມູມ​ດັ່ງນີ້:

ຄວາມ​ຮັບ​ຮູ້, ສະຕິ​ຮັບຜິດຊອບ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ຂອພະນັກງານ, ຂ້າ​ລັດຖະການ, ​ໃນ​ສັງຄົມ​ ຍັງ​ບໍ່​ທັນ​ມີ​ການຫັນປ່ຽນ​ຢ່າງ​ແທ້​ຈິງ​ເທື່ອ. ຫຼາຍ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງຄະ​ນະມະ​ຫາ​ຊົນ ​ແລະ ປະຊາຊົນ​ຫຼາຍຄົນ ຍັງ​ບໍ່​ທັນ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຄຸນຄ່າ​ຂອງ​ຊັບພະຍາກອນ ທີ່​ເປັນ​ແຫຼ່ງພະລັງ​ໃຫ້​ແກ່​ການ​ດຳລົງ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຢ່າງ​ຍືນ​ຍົງ; ກ່ຽວ​ກັບ​ການ​ເຕີບ​ໂຕຂຽວ, ການ​ພັດທະນາ​ພື້ນຖານ​ເສດຖະກິດ​ຂຽວ ​ເໝືອນ​ກັບ​ແບບ​ວິທີ​ໜຶ່ງ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ສັງຄົມ. ຍັງ​ມີ​ແນວ​ຄິດຂຸດ​ຄົ້ນ​ຊັບພະຍາກອນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ​ແລະ ​ເພີ່ມ​ລາຍ​ໄດ້​ໃຫ້ງົບ​ປະມານ​ແຫ່ງ​ລັດ ​ໂດຍ​ບໍ່​ມີ​ການ​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດສັງ​ລວມ ​ແລະ ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ຄວາມ​ຕ້ອງການ​ພັດທະນາ ລະຫວ່າງ​ບັນດາ​ເຈົ້າພາບ​ທີ່​ກ່ຽວຂ້ອງ ​ແລະ ລະຫວ່າງ​ບັນດາ​ເຊັ່ນ​ຄົນ.

ລະບົບ​ນະ​ໂຍບາຍ, ກົດໝາຍ ​ແລະ ກົງຈັກ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາຊັບພະຍາກອນ ຍັງ​ບໍ່​ທັນ​ໄດ້​ຕາມ​ຄວາມ​ຕ້ອງການ. ຍັງ​ບໍ່​ທັນ​ມີ​ວິທີ​ແກ້​ໄຂທີ່​ມີ​ປະສິດທິ​ຜົນ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຫຼັກການ​ທີ່​ຖື​ຊັບພະຍາກອນ​ເປັນ​ແຫຼ່ງທຶນ, ​ເປັນ​ຊັບ​ສົມບັດ​ແຫ່ງ​ຊາດ, ​ເປັນ​ແຫຼ່ງພະລັງ, ​ເປັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເປັນ​ຢູ່​ ​ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ. ຍັງ​ຂາດ​ວິທີ​ແກ້​ໄຂ​ທີ່​ມີ​ປະສິດທິ​ຜົນ​ ເພື່ອສົ່ງ​ເສີມການ​ພັດທະນາ​ແລະ​ນຳ​ໃຊ້​ພະລັງງານ​ທົດ​ແທນ ພະລັງງານ​ໃໝ່, ​ເພື່ອ​ຊຸກຍູ້ ສົ່ງ​ເສີມການ​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ປະຢັດ, ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ຄວາມ​ບໍ່​​ເຂົ້າກັນ ບໍ່ຄົບ​ຊຸດກັນ ​ລະຫວ່າງວິທີ​ນະ​ໂຍບາຍ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ​ລະບຽບ​ກົດໝາຍ​ຕະຫຼາດ; ຂາດ​ວິທີ​ແກ້​ໄຂ​ແລະ​ເຄື່ອງ​ມື​ນະ​ໂຍບາຍກ່ຽວ​ກັບ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ. ຄວາມ​ກະ​ແຈກ​ກະຈາຍ, ສັບ​ໄຂວ່​ກັນ ​ແລະ ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ​ແທ້ ​ໃນ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າພາບ​ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ເປັນ​ຕົ້ນ​ແມ່ນ ​ໃນ​ການ​ຄວບ​ຄຸມສິ່ງ​ເສດ​ເຫຼືອ, ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ​ແລະ ບັນດາ​ບັນຫາ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ ທີ່​ມີ​ລັກສະນະ​ສະຫະ​ຂະ​ແໜງ, ​ຫຼາຍເຂດ.

ການ​ປະຕິບັດ​ຕາມ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ຍັງ​ບໍ່​ທັນ​ເຂັ້ມ​ງວດ; ການ​ສົມທົບ​ລະຫວ່າງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຍັງ​ບໍ່​ດີ. ການ​ປະຕິບັດ​ຕາມ​ນະ​ໂຍບາຍ, ກົດໝາຍ​ ຍັງ​ອ່ອນ​ຫຼາຍ. ຢູ່​ຫຼາຍ​ທ້ອງ​ຖິ່ນ ​ຍັງ​ມີ​ສະພາບ​ການ​ບໍ່​ປະຕິບັດ​ຕາມກົດໝາຍ, ປ່ອຍປະ​ລະ​ເລີຍ​ການ​ຄຸ້ມ​ຄອງ​​ໃນ​ຂົງ​ເຂດ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຄຸ້ມ​ຄອງການ​ປ່ອຍ​ອາຍ​ພິດ, ​ນ້ຳ​ເສຍ. ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ​ສິ່ງ​ແວດ​ລ້ອມ ຍັງ​ບໍ່​ທັນ​ຈະ​ແຈ້ງ ​ໂປ່​ງ​ໃສ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ທີ່​ດິນແລະ​ສິ່ງ​ເສດ​ເຫຼືອ. ການ​ຄຸ້ມ​ຄອງ​ຊັນ​ພະຍາກອນ​ແລະ​ສິ່ງ​ແວດ​ລ້ອມທີ່​ມີ​ລັກສະນະ​ສະຫະ​ຂະ​ແໜງ ຫຼາຍ​ເຂດ ຍັງ​ມີຂໍ້​ຈຳກັດ, ຈຸດ​ອ່ອນ​ຫຼາຍ.

ການ​ແຊກ​ຊ້ອນ​ບັນດາ​ບັນຫາ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ​ເຂົ້າ​ໃນ​ບັນດາ​ນະ​ໂຍບາຍ ຂໍ້​ຕົກ​ລົງການ​ພັດທະນາ ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ. ບັນຫາ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ຍັງ​ບໍ່​ທັນ​ໄດ້​ກວມ​ລວມ​ແລະ​ຄິດ​ໄລ່ຢ່າງ​ຄົບ​ຖ້ວນ ​ຢູ່​ໃນ​ການ​ສ້າງ​ນະ​ໂຍບາຍແລະປະຕິບັດ​ນະ​ໂຍບາຍ. ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ ກ່ຽວ​ກັບ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ພຽງ​ແຕ່​ສຸມ​ໃສ່​ບາງ​ແງ່​ມູມ, ຂົງ​ເຂດ ຊຶ່ງ​ຕົ້ນຕໍ​ແມ່ນ​ສຸມ​ໃສ່ບັນດາ​ລະດັບ​ຄາດໝາຍສິ່ງ​ແວດ​ລ້ອມ ທີ່​ມີ​ລັກສະ​ນະ​ແກ້​ໄຂ ຫຼາຍ​ກວ່າ​ການ​ປ້ອງ​ກັນ. ຫຼາຍ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ຮີບ​ດ່ວນ, ​ເຊັ່ນ ການ​ປົກ​ປ້ອງ​ແລະ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ຊັບພະຍາກອນ​, ການນຳ​ໃຊ້​ຊັບພະຍາກອນ ພະລັງງານ​ຢ່າງ​ປະຢັດ, ການ​ປົກ​ປັກ​ຮັກສາ​ແຫຼ່ງນ້ຳ ຍັງບໍ່​ທັນ​ເປັນ​ລະດັບ​ຄາດໝາຍ​ໃນ​ການ​ຕິດຕາມ​ກວດກາ​ນະ​ໂຍບາຍ.

ການ​ຂຸດ​ຄົ້ນ, ນຳ​ໃຊ້ຊັບພະຍາກອນ ຍັງ​ບໍ່​ມີ​ປະສິດທິ​ຜົນແລະບໍ່​ຍືນ​ຍົງ ຊຶ່ງ​ໄດ້​ພາ​ໃຫ້​ຊັບພະຍາກອນ​ບາງ​ປະ​ເພດ​ຖືກ​ບົກ​ແຫ້ງສູນ​ເສຍ​ໄປ, ​ເປັນຜົນ​ກະທົບ​ບໍ່​ດີເຖິງ​ການ​ຮັບປະກັນ​ແຫຼ່ງພະລັງ​ໃຫ້​ແກ່ການ​ພັດທະນາເສດຖະກິດ-ສັງ​ຄົມ​ ໃນ​ອະນາ​ຄົດ. ການ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຟຸມ​ເຟືອຍ, ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້ຊັບພະຍາກອນທີ່​ດິນ ປ່າ​ໄມ້ ​ແຮ່​ທາດ​ ຍັງຕ່ຳ, ການ​ຂຸດ​ຄົ້ນຊັບພະຍາກອນ​ແຮ່​ທາດ ​ຍັງ​ກະ​ແຈກ​ກະ​ຈາຍ ຂະໜາດ​ນ້ອຍ; ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຂຸດ​ຄົ້ນ ປຸງ​ແຕ່ງ​ ຍັງ​ຫຼ້າ​ຫຼັງ. ຊັບພະຍາກອນ​ທາງ​ນ້ຳຢູ່​ໃນ​ເຂດ​ແຫຼ່ງນ້ຳ​ແລະ​ເຂດ​ຊາຍ​ຝັ່ງ ສືບ​ຕໍ່​ຖືກ​ຂຸດ​ຄົ້ນ​ເກີນ​ຂອບ​ເຂດ​ທີ່​ອະນຸຍາດ ຊຶ່ງ​ເຮັດ​ໃຫ້​ສູນເສຍ​ຄວາມ​ສາມາດ​ທົດ​ແທນ ຟື້ນ​ຟູ​ຕົວ​ເອງ​ຂອງ​ເຂດ​ນັ້ນໆ.

ມົນ​ພິດສິ່ງ​ແວດ​ລ້ອມມີ​ທ່າ​ອຽງ​ເພີ່ມ​ຂຶ້ນ ຢູ່​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ. ບັນດາ​ແຫຼ່ງທີ່​ພາ​ໃຫ້​ເກີດ​ມົນ​ພິ​ດສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ໄວ ທາງ​ດ້ານປະລິ​ມານ ຂະໜາດ​ແລະ​ລະດັບ, ​ເປັນ​ຜົນ​ກະທົບ​ບໍ່​ດີ​ເຖິງສິ່ງ​ແວດ​ລ້ອມ, ​ເຮັດ​ໃຫ້​ທີ່​ດິນ ນ້ຳ ອາກາດ​ຢູ່​ຫຼາຍ​ແຫ່ງ​ຖືກ​ມົນ​ພິດ, ບາງ​ບ່ອນ​ຖືກ​ມົນ​ພິດ​ຢ່າງ​ຮ້າຍ​ແຮງ. ມົນພິດ​ແຫຼ່ງນ້ຳ​ແລະ​ບັນດາລຸ່ມນ້ຳ,​ ມົດ​ພິດ​ທະ​ເລ ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ຄຸນ​ນະພາ​ບອາກາດ​ຢູ່​ຫຼາຍ​ຕົວ​ເມືອງ​ນັບ​ມື້​ນັບ​ຫຼຸດ​ລົງ.

ຄວາມ​ຫຼາກ​ຫຼາຍທາງ​ຊີວະ​ພາບ​ຫຼຸດຜ່ອນ​ລົງ​ ໄດ້​ທຳ​ລາຍ​ຄວາມ​ສົມ​ດຸນ​ທາງ​ນິ​ເວດ​ວິທະຍາ ​ໃນ​ເນື້ອ​ທີ່​ກວ້າງ. ​ເນື້ອ​ທີ່​ຂອງບັນດາ​ລະບົບ​ນິ​ເວດ​ທຳ​ມະ​ຊາດຖືກ​ຮັດ​ແຄບ​ເຂົ້າ. ປ່າ​ທຳ​ມະ​ຊາດ​ຍັງ​ເຫຼືອ​ໜ້ອຍ​ທີ່​ສຸດ. ສັດປ່າ, ພືດ​ທີ່​ຫາ​ຍາກ​ຫຼາຍ​ປະ​ເພດ ​ຖືກ​ນາບ​ຂູ່. ບັນດາ​ລະບົບ​ນິ​ເວດ​ແມ່​ນ້ຳ​ລຳ​ເຊ, ບຶງ​ໜອງ, ທະ​ເລ​ສາບ ພວມ​ຖືກ​ຂຸດ​ຄົ້ນ​ນຳ​ໃຊ້ຫຼາຍ​ເກີນ​ຄວນ. ບັນດາ​ລະບົບ​ນິ​ເວດທະ​ເລ, ​ເຊັ່ນ ປ່າ​ຊາຍ​ເລນ, ​ແນວ​ປະ​ກາ​ລັງ, ສະ​ລ່າຍ​ທະ​​ເລ, ຫຍ້າ​ທະ​ເລ ​ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ທະ​ເລ ​ຖືກ​ຊຸດ​ໂຊມ​ລົງ, ​ເນື້ອ​ທີ່​ຖືກ​ຮັດ​ແຄບ. ວຽກ​ງານອະນຸຮັກຊັບພະຍາກອນ​ພັນທຸ​ກຳ​ພື້ນ​ເມືອງ, ກວດ​ກາ​ຄວບ​ຄຸມພັນທຸ​ຕ່າງ​ຖິ່ນທີ່ຄຸກຄາມ, ການ​ຄຸ້ມ​ຄອງຄວາມ​ປອດ​ໄພ​ຂອງ​ສິ່ງ​ມີ​ຊີວິດ​ດັດ​​ແປງພັນທຸ​ກຳ ຍັງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ.

ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ຍັງ​ບໍ່​ທັນ​ມີ​ສ່ວນປະກອບ​ທີ່​ຕັ້ງໜ້າຫຼາຍ​ຢ່າງ​​ ເຂົ້າ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ. ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ແລະ​ຜັນ​ຂະຫຍາຍ​ການ​ປົກ​ປັກ​ຮັກສາຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ຍັງ​ຖືກ​ຈຳກັດ​ຫຼາຍ. ຄວາມ​ສາມາດ, ລະດັບ​ເຕັກ​ໂນ​ໂລ​ຊີ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ ນຳ​ໃຊ້ ປຸງ​ແຕ່ງຊັບພະຍາກອນ​ ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຍັງ​ຫຼ້າ​ຫຼັງ, ອ່ອນ​ແອ.

ການ​ລົງທຶນ, ລາຍ​ຈ່າຍ​ເປັນ​ປະຈຳ ຈາກ​ງົບປະມານ​ແຫ່ງ​ລັດ​ເປັນ​ຕົ້ນຕໍ ​ແຕ່​ຍັງ​ຂາດ​​ແຄນ​ຫຼາຍ; ການ​ລະດົມ​ບັນດາ​ແຫຼ່ງພະລັງ​ໃນ​ສັງຄົມ​ຍັງ​ຈຳກັດ; ການ​ຄຸ້ມ​ຄອງ​ການ​ເງິນ​ບໍ່​ທັນ​ດີ. ລາຍ​ຈ່າຍ​​ປະຈຳປີ​ໃຫ້​ພາລະກິດ​ສິ່ງ​ແວດ​ລ້ອມບັນລຸ 1% ຍອດ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ, ​ແຕ່​ຍັງ​ຕ່ຳ​ຫຼາຍ​ທຽບ​ກັບ​ຄວາມ​ຕ້ອງການ ​ແລະ ພຽງ​ແຕ່​ສຸມ​ໃສ່ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ ​ແລະ ​ໃຊ້ຈ່າຍ​ໃຫ້ກົງຈັກ​ຄຸ້ມ​ຄອງ. ການ​ລະດົມ​ບັນດາ​ແຫຼ່ງພະລັງ​ສັງຄົມ ​ຍັງ​ຖືກ​ຈຳກັດ. ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ຍັງ​ຕ່ຳ, ກະ​ແຈກ​ກະຈາຍ ​ແລະ ພວມ​ມີ​ທ່າ​ອຽງ​ຫຼຸດ​ລົງ.

ພື້ນຖານ​ຂໍ້​ມູນ​ຂ່າວສານ​ຮັບ​ໃຊ້​ໃຫ້​ແກ່​ການ​ຄຸ້ມ​ຄອງຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ຍັງ​ຈຳກັດ​ຫຼາຍ; ຄວາມ​ໂປ່​ງ​ໃສ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ ຍັງ​ຕ່ຳ. ລະບົບ​ການ​ສື່​ຂ່າວ​ຮັບ​ໃຊ້​ການ​ຕິດຕາມ, ກວດກາ​ການ​ຄຸ້ມ​ຄອງຊັບພະຍາກອນ​, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ຍັງ​ຂາດ​ເຂີນ​​ທີ່​ສຸດ. ປະຊາຊົນ​ແລະ​ຊຸມ​ຊົນ​ຍັງ​ຖືກ​ຈຳກັດ​ໃນ​ການ​ເຂົ້າ​ເຖິງ​ບັນດາ​ຂໍ້​ມູນ​ຂ່າວສານກ່ຽວ​ກັບຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ. ສະພາບ​ການຮ້ອງ​ຟ້ອງ, ຮ້ອງທຸກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ພວມ​ເພີ່ມ​ຂຶ້ນ​ແລະ​ສັບສົນ.

ການ​ເຕີບ​ໂຕ​ເສດຖະກິດ​ມະຫາ​ພາກ​ຍັງ​ບໍ່​ທັງ​ໝັ້ນ​ທ່ຽງ. ດຸນ​ງົບປະມານ​ຂອງ​ລັດ​ຍັງ​ສັບສົນ; ​ໂຄງ​ປະກອບ​ລາຍ​ຮັບ, ລາຍ​ຈ່າຍງົບປະມານ​ ຍັງ​ບໍ່​ທັນ​ເໝາະ​ສົມ. ຄຸນ​ນະພາ​ບສິນ​ເຊື່ອຍັງ​ບໍ່​ທັນ​ສູງ, ການ​ແກ້​ໄຂ​ໜີ້​ເສຍ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ຕະຫຼາດ​ທຶນ, ຕະຫຼາດ​ຫຼັກ​ຊັບ, ຕະຫຼາດ​ອະສັງຫາລິມະ​ຊັບ​ຂະຫຍາຍຕົວ​ບໍ່ຄົບ​ຊຸດ, ຟື້ນ​ຕົວ​ຄືນ​ໃໝ່​ຢ່າງ​ຊັກ​ຊ້າ ​ແລະ ປະສົບ​ຄວາມ​ສ່ຽງຫຼາຍ. ​ໄລ​ຍະ​ປີ 2011-2016, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ເພີ່ມ​ຂຶ້ນ​ສະ​ເລ່ຍຕ່ຳ​ກວ່າ 5 ປີ​ກ່ອນ; ປະສິດທິ​ຜົນ​ຂອງການ​ຜະລິດ​ກະສິກຳຍັງ​ບໍ່​ທັນ​ສູງ; ອຸດສາຫະກຳ​ແລະ​ການ​ບໍລິການ​ເພີ່ມ​ຂຶ້ນ​ເລື້ອຍ ​ແຕ່​ຕ່ຳ​ກວ່າ​ໄລຍະ​ກ່ອນ. ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຍັງ​ບໍ່​ທັນ​ສູງ; ຈຳນວນວິ​ສາ​ຫະກິດ​ຂະໜາດ​ໃຫຍ່ບໍ່​ຫຼາຍ​ພໍ​ທໍ່​ໃດ. ຄວາມ​ສາມາດ​ແຂ່ງ​ຂັນ​ຂອງ​ຊາດ​ໄດ້​ຮັບ​ການ​ປົວ​ແປງພຽງ​ໜ້ອຍ​ໜຶ່ງ​, ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ລະບຽບກົດ​ໝານ​ເສດຖະກິດ, ​ໂຄ​ງສ້າງ​ພື້ນຖານ ​ແລະ ການ​ປ່ຽນ​ແປງ​ເຕັກ​ໂນ​ໂລ​ຊີ.

ປະສິດທິ​ຜົນ​ຂອງ​ການ​ລົງທຶນ, ພິ​ເສດ​ແມ່ນ​ການ​ລົງທຶນ​ສາທາລະນະ ພວມ​ມີ​ທ່າ​ອຽງ​ຫຼຸດ​ລົງ ​ແລະ ຢູ່​ໃນ​ລະດັບ​ຕ່ຳ. ກົນ​ໄກ​ແບ່ງ​ຂັ້ນ​ລົງທຶນ​ຍັງ​ບົກພ່ອງ, ກໍ່​ໃຫ້​ເກີດ​ຄວາມ​ຟຸມ​ເຟືອຍ, ປະສິດທິ​ຜົນ​ຕ່ຳ, ສ້າງ​ແນວ​ຄິດ​ເອື່ອຍ​ອີງ​ຂອງ​ທ້ອງ​ຖິ່ນ​ຕໍ່​ສູນ​ກາງ. ສະພາບ​ການ​ລົງທຶນ​ກະ​ແຈກ​ກະຈາຍ, ຊັກ​ຊ້າ, ຕິດ​ໜີ້​ໃນ​ການ​ກໍ່ສ້າງ​ພື້ນຖານ ​ບໍ່​ໄດ້​ຮັບການ​​ແກ້​ໄຂຢ່າງ​ເຖິງ​ຖອງ. ຂະ​ບວນວິວັດ​ການ​ຄຸ້ມ​ຄອງ, ຈັດ​ແບ່ງທຶນ​ທີ່​ລົງ​ໃນ​ກິດຈະການ​ຕ່າງໆ​ ຂາດ​ຄວາມ​ໂປ່​ງ​ໃສ. ບັນດາ​ແຫຼ່ງພະລັງ​ຂອງ​ຂົງ​ເຂດ​ເອກະ​ຊົນ ຍັງ​ບໍ່​ໄດ້​ລະດົມ​ໃນ​ລະດັບ​ສູງ​ເຂົ້າ​ໃນ​ການ​ລົງທຶນ​ພັດທະນາ. ການຈັດ​ວາງ​ໂຄງ​ປະກອບ​ການ​ເງິນ, ທະນາຄານ​ຄືນ​ໃໝ່​ ຖືກ​ຊັກ​ຊ້າ ​ແລະ ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້; ການຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່ ຜ່ານ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ແລະ​ຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ວິ​ສາ​ຫະກິດ​ ກໍ່​ຖືກ​ຊັກ​ຊ້າ...

ຕະຫຼາດ​ການ​ເງິນ​ ເງິນຕາ​ຂອງ​ຫວຽດນາມຂະຫຍາຍຕົວ​ໃນ​ລະດັບ​ຕ່ຳ​ພໍ​ຄວນ​ ແລະ ​ມີ​ຂໍ້​ບົກພ່ອງ​ຫຼາຍ. ລະບົບ​ການ​ເງິນ​ເຖິງ​ວ່າ​ມີ​ຄົບ​ບັນດາ​ພາກສ່ວນພື້ນຖານ ​ແຕ່​ຍັງ​ອີງ​ຕົ້ນຕໍ​ໃສ່​ບັນດາ​ທະນາຄານ​ການ​ຄ້າ; ບັນດາ​ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​​ແມ່ນ​ທະນາຄານ ມີ​ບົດບາດ​ຈຳກັດ. ບັນດາ​ບໍລິການ​ທະນາຄານ​ທັນ​ສະ​ໄໝ ຍັງ​ບໍ່​ໄດ້​ພັດທະນາ. ຂະໜາດ​ຂອງຕະຫຼາດ​ຫຼັກ​ຊັບ​ຍັງ​ນ້ອຍ, ປະ​ເພດ​ພັນທະບັດ​ກໍ່​ບໍ່​ຫຼາຍ, ​ຈຳນວນ​ນັກ​ລົງທຶນ​ທີ່​ເຂົ້າ​ຮ່ວມໃນ​ຕະຫຼາດ​ຫຼັກ​ຊັບ ກໍ່​ຍັງ​ຖືກ​ຈຳກັດ.

ການ​ສົ່ງອອກ​ແລະ​ນຳ​ເຂົ້າ​ຕ້ອງ​ຂຶ້ນ​ກັບ​ພາຍ​ນອກ​ຫຼາຍ​ພໍ​ຄວນ, ການ​ຜັນ​ຜວນ​ຂອງ​ໂລກ​ໄດ້​ກະທົບ​ຢ່າງ​ໄວ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ. ລະດັບ​ເປີດ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ ມີຄຸນນະພາບຕ່ຳ, ສະ​ແດງ​ອອກ​ຢູ່​ທີ່​ ອັດຕາ​ສ່ວນສິນຄ້າ​ຫຍາບ, ສິນຄ້າ​ປຸງ​ແຕ່ງ​ຂັ້ນ​ຕົ້ນ ​ແລະ ສິນຄ້າ​ຮັບ​ເໝົາຜະລິດ ປະກອບ​ເຂົ້າ​ເຄື່ອງ ​ໃນ​ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ ຍັງ​ກວມ​ອັດຕາ​ສ່ວນ​ຫຼາຍ; ອຸດສາຫະກຳ​ສະໜັບສະໜູນ​ການ​ພັດທະນາ​ຊ້າ ດັ່ງ​ນັ້ນ​ຄຸນຄ່າ​ເພີ່ມ​ຂອງ​ສິນຄ້າ​ສົ່ງ​ອອກ​ຈຶ່ງ​ຕ່ຳ; ການ​ນຳ​ເຂົ້າວັດຖຸ​ດິດ ອຸປະກອນ ອຸປະກອນ​ເສີມ​ຂ້ອນ​ຂ້າງ​ສູງ.

ຕະຫຼາດ​ວຽກ​ເຮັດ​ງານ​ທຳ​ ຍັງ​ບໍ່​ທັນ​ຂະຫຍາຍຕົວ​ຢ່າງ​ຄົບ​ຖ້ວນ, ຜູ້​ອອກ​ແຮງ​ງານ​ຈຳ​ໃຈ​ຕ້ອງ​ເຮັດ​ວຽກ​ງານ​ທີ່​ມີ​ຄຸນ​ນະພາ​ບຕ່ຳ, ຕ້ອງ​ຮັບ​ເງິນ​ເດືອນ​ຕ່ຳ​ໃນ​ພື້ນຖານ​ເສດຖະກິດ​ທີ່​ບໍ່​ເປັນ​ທາງ​ການ ຫຼື​ຕ້ອງ​ຮັບ​ສັນຍາ​ເຮັດ​ວຽກ​ທີ່​ບໍ່​ເປັນ​ທາງ​ການ​ ເພື່ອ​ມີ​ລາຍ​ໄດ້. ດັ່ງ​ນັ້ນ, ​ເຖິງ​ວ່າ​ອັດຕາ​ສ່ວນວ່າ​ງງານ​ຂອງ​ຫວຽດນາມຍັງ​ຢູ່​ໃນ​ລະດັບ​ຕ່ຳ ​ແຕ່​ໃນ​ກຳນົດ​ໄລຍະ​ຍາວ ນັ້ນ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ. ຜູ້​ອອກ​ແຮງ​ງານ​ຈະ​ບໍ່​ມີ​ກຳລັງ​ໜູນ​ ເພື່ອຍົກ​ສູງ​ລະດັບ​ຄວາມ​ສາມາດ​ແລະ​ທັກ​ສະ​​ເຮັດ​ວຽກ​ຂອງ​ຕົນ ຍ້ອນ​ບໍ່​ມີ​ແຮງໜີບກ່ຽວ​ກັບບັນດາ​ມາດຕະຖານ​ແຮງ​ງານ.

ລະດັບ​ໜີ້​ສາທາລະນະ​ຂອງ​ຫວຽດນາມ​ຍັງ​ຢູ່​ໃນ​ຂອບ​ເຂດ​ກວດກາ​ໄດ້, ​ແຕ່​ຖ້າ​ຫາກ​ພິຈາລະນາ​​ໂຄງ​ປະກອບ​ໜີ້​ສາທາລະນະ​ຂອງ​ຫວຽດນາມ, ຄວາມ​ຈິງ​ອາດ​ຈະ​ເຄັ່ງຮ້ອນ​ກວ່າ​ນັ້ນ​ອີກ. ການ​ຄິດ​ໄລ່​ກ່ຽວ​ກັບ​ໜີ້​ສາທາລະນະ​ແລະ​ໜີ້​ຕ່າງປະ​ເທດ​ຂອງ​ຫວຽດນາມ ມີຂໍ້​ຜິດພາດຢູ່​ທີ່​ແຫຼ່ງຂໍ້​ມູນ​ຕ່າງ​ກັນ ​ແລະ ​ໃນກາລະ​ເວລາ​ທີ່​ຕ່າງ​ກັນ ດັ່ງ​ນັ້ນ​ການ​ຕີ​ລາຄາ​ຄວາມ​ສ່ຽງຂອງ​ໜີ້​ສາທາລະນະ ຈຶ່ງບໍ່​ອາດອີງ​ໃສ່ບັນດາບ້ວງ​ໜີ້​ສິນ​ທີ່​​ຂຽນ​ຢູ່​ໃນ​ເອກະສານ​ໄດ້. ບັນດາ​ບ້ວງ​ໜີ້​ເສຍ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ​ເຖິງ​ວ່າ​ບໍ່​ໄດ້​ຮັບ​ການ​ຄ້ຳປະກັນ​ຂອງ​ລັດຖະບານ​ກໍ່ຕາມ ​ແຕ່​ເມື່ອ​ພົບ​ບັນຫາ​ກ່ຽວ​ກັບ​ຄວາມ​ສາມາດ​ຊຳລະ ກໍ່​ອາດ​ຈະ​ຕ້ອງ​ໃຊ້ງົບປະມານຂອງ​ລັດ​ເພື່ອຊຳລະ​ໜີ້. ສະພາບ​ການ​ຂາດ​ດຸນ​ງົບປະມານ​ແລະໜີ້​ສາທາລະນະ​ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່ນີ້ ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ການ​ໃຊ້​ຈ່າຍ​ສາທາລະນະ​ຂອງ​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ​ຢູ່​ໃນ​ລະດັບ​ສູງທີ່ສຸດ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້ ການ​ໃຊ້​ຈ່າຍ​ລັດຖະບານ​ຂອງ​ຫວຽດນາມ​ກວມ​ເອົາຫຼາຍ​ກວ່າ 30% ຂອງຈີ​ດີ​ພີ​(1). ລະດັບ​ຂາດ​ດຸນ​ລາຍ​ຈ່າຍ​ງົບປະມານ​ສືບ​ຕໍ່​ເພີ່ມ​ຂຶ້ນ ຈາກ​ລະດັບ​ຄາດກະ 224.000 ຕື້​ດົ່ງ (ປີ 2014) ຂຶ້ນ​ເປັນ 226.000 ຕື້​ດົ່ງ (ປີ 2015).

ການ​ພັດທະນາ​ວັດທະນະທຳ, ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ບັນດາ​ບັນຫາ​ສັງຄົມ ​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ດ້ານ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ພາກສ່ວນໜຶ່ງ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ທີ່​ກ້າວໜ້າ ​​ແລະ ມີ​ເອກະ​ລັກ​ຊາດ ​ໄດ້​ຮັບ​ຜົນສຳ​ເລັດ​ໜ້ອຍ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຍັງ​ມີ​ປະກົດ​ການ​ຫຼາຍ​ຢ່າງ​ທີ່​ບໍ່​ດີ, ສ້າງ​ຄວາມ​ຮ້ອນ​ເຄືອງ​ໃຫ້​ປະຊາຊົນ; ​ໄພ​ສັງຄົມຍັງ​ຜັນ​ປ່ຽນ​ຢ່າງ​ສັບສົນ. ການ​ຄຸ້ມ​ຄອງ​ວັດທະນະທຳ ສິລະປະ ງານ​ບຸນ ​ບໍ່​ແໜ້ນ​ແຟ້ນ. ຊີວິດ​ວັດທະນະທຳ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ. ການ​ຄຸ້ມ​ຄອງ​ໜັງສືພິມ ຂ່າວສານ, ​ເປັນ​ຕົ້ນ​ແມ່ນ​ຄຸ້ມ​ຄອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັສ ຍັງ​ມີ​ຂໍ້​ບົດ​ພ່ອງ​ຫຼາຍ... ຜົນ​ຂອງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ບໍ່​ໝັ້ນຄົງ, ຢູ່​ຫຼາຍ​ແຫ່ງ​ຍັງ​ເກີດມີ​ຄວາມທຸກ​ຍາກ​ຄືນ​ໃໝ່; ຊ່ອງ​ວ່າງ​ຮັ່ງມີ-ທຸກ​ຍາກ ລະຫວ່າງ​ບັນດາ​ເຂດ, ບັນດາ​ກຸ່ມ​ຊົນ ຍັງ​ຫ່າງ​ໄກ​ກັນ​ຫຼາຍ. ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ຍັງ​ຊ້າ; ອັດຕາ​ສ່ວນ​ແຮງ​ງານ​ໃນ​ຂົງ​ເຂດ​ກະສິກຳ​ຍັງ​ຫຼາຍ...

ຄຸນ​ນະພາ​ບຂອງ​ການບໍລິການ​ສາທາລະນະ ຍັງຖືກຈຳກັດ. ວຽກ​ງານ​ການ​​ເບິ່ງ​ແຍງດູ​ແລ​ແລະຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ຄຸນ​ນະພາ​ບການກວດ​ພະຍາດ​ ແລະ ປົວ​ພະຍາດ ບໍ່ຕອບສະໜອງ​ໄດ້​ກັບຄວາມ​ຕ້ອງການ, ​ເປັນ​ຕົ້ນ​ແມ່ນ​ຢູ່ຂັ້ນພື້ນຖານ. ອາຍຸ​ໄຂ​ສະ​ເລ່ຍ​ເພີ່ມ​ຂຶ້ນ ​ແຕ່​ຄຸນ​ນະພາ​ບຂອງ​ຊີວິດຍັງ​ບໍ່​ສູງ. ຄຸນ​ນະພາ​ບຂອງ​ການ​ສຶກສາ ອົບຮົມ​ກໍ່ສ້າງ, ​ເປັນ​ຕົ້ນ​ແມ່ນ​ສຶກສາ​ມະຫະວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ ຍັງ​ຕ່ຳ​ທຽບ​ກັບ​ຄວາມ​ຕ້ອງການ, ຂາດ​ແຮງ​ງານ​ຄຸນ​ນະພາ​ບສູງ. ລະບົບ​ກາ​ສຶກສາ​ກໍ່ສ້າງຍັງ​ຂາດ​ລັກສະນະ​ຕໍ່​ເນື່ອງ ​ລະຫວ່າງ​ບັນດາ​ລະດັບ​ການ​ສຶກສາ ​ແລະ ບໍ່​ຄົບ​ຊຸດ; ການ​ສຶກສາ​ກໍ່ສ້າງ​ບໍ່​ຕິດ​ແໜ້ນ​ກັບ​ການ​ຄົ້ນຄວ້າ​ວິທະຍາສາດ, ກັບການຜະລິດ-ທຸລະ​ກິດ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ,...

ບາງ​ທິດ​ທາງ, ວິທີ​ແກ້​ໄຂ ​ເພີ່ມ​ຄຸນ​ນະພາ​ບ ຂອງ​ນະ​ໂຍບາຍ​ການພັດທະນາ​ແບບ​ຍືນ​ຍົງ

​ໃນ​ສະພາບການ​ທີ່​ສະຫະ​ປະຊາ​ຊາດປະຕິບັດ ​ໂຄງການ​ວາລະ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ຫັນປ່ຽນ​ຈາກ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ສະຫັດ​ສະ​ວັດ (MDGs) ມາສູ່​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ບັນລຸເປົ້າ​ໝາຍ​ນະ​ໂຍບາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໃນ​ໄລຍະ​ຕໍ່​ໄປ​ນັ້ນ ​ແມ່ນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຕ້ອງ​ໄດ້​ຕັ້ງ​ຢູ່​ໃນ​ແຖວ​ໜ້າ, ຕິດ​ແໜ້ນ​ການ​ເຕີບ​ໂຕ​ເສດຖະກິດ​ ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ທີ່​ເກີດ​ຂຶ້ນ. ປະຊາທິປະ​ໄຕ, ຄວາມ​ຍຸຕິ​ທຳ​ ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ສຳຄັນ ​ໃນ​ການ​ປະຕິບັດ​​ເປົ້າ​ໝາຍ​ນະ​ໂຍບາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ການບູລະນະ​ນະ​ໂຍບາຍການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຕໍ່​ໄປ ຕ້ອງ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິບັດ​ນະ​ໂຍບາຍ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ພັດທະນາ​ເສດຖະກິດ ກັບ​ການ​ເຕີບ​ໂຕ​ຂຽວ, ການ​ພັດທະນາ​ພະລັງງານ​ສະອາດ, ພະລັງງານ​ທົດ​ແທນ ​ແລະ ນະ​ໂຍບາຍ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ພັດທະນາ​ກະສິກຳ ຊົນນະບົດ​ແບບ​ຍືນ​ຍົງ, ພັດທະນາ​ພາກ ​ເຂດ ​ແລະ ທ້ອງ​ຖິ່ນ, ​ແກ້​ໄຂ​ບັນດາ​ຂອດ​ຜູກ​ມັດ​ການ​ພັດທະນາ​ໃນນະ​ໂຍບາຍ​ກ່ຽວ​ກັບ​ວິ​ສາ​ຫະກິດ​ແຫ່ງ​ລັດ, ກ່ຽວ​ກັບ​ການ​ລົງທຶນ... ​ເວົ້າ​​ແບບ​ອື່ນ​ແມ່ນ, ການ​ປະຕິບັດ​ນະ​ໂຍບາຍ​ເຕີບ​ໂຕ​ເສດຖະກິດ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມ, ນະ​ໂຍບາຍ​ປົກ​ປັກ​ຮັກສາຊັບພະຍາກອນ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ.

ສືບ​ຕໍ່​ປະຕິບັດ​​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ, ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ທີ່​ສົດ​ໃສ, ສະ​ເໝີ​ພາບ​ໃຫ້​ທຸກຂະ​ແໜງ​ການ ຂົງ​ເຂດ ວິ​ສາ​ຫະກິດ, ສອດຄ່ອງ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ຂັ້ນ​ຕອນ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ຍູ້​ແຮງ​ຂະ​ບວນວິວັດ​ການ​ປະຕິ​ຮູບ​ວິ​ສາ​ຫະກິດ​ແຫ່ງ​ລັດ. ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ, ສ້າງ​ສິ່ງ​ແວດ​ລ້ອມ​ສົ່ງເສີມ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ຍູ້​ແຮງ​ການ​ລະດົມ​ບັນດາ​ແຫຼ່ງທຶນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ, ​ໃນ​ນັ້ນ ສຳຄັນ​ແມ່ນດຶງ​ດູດ​ບັນດາ​ແຫຼ່ງທຶນ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ເຂົ້າ​ໃນ​ການ​ພັດທະນາ​ຕະຫຼາດທຶນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ ​ໂດຍ​ຜ່ານ​ການ​ຍູ້​ແຮງ​ຂະ​ບວນວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ຕະຫຼາດ​ຫຼັກ​ຊັບ. ພັດທະນາ​ຕະຫຼາດ​ການ​ເງິນ, ​ຕະຫຼາດ​ຊື້​ຂາຍ​ໜີ້, ບັນດາ​ເຄື່ອງມື​ທາງການ​ເງິນ​ເກີດ​ໃໝ່, ​ການໃຫ້​ເຊົ່າ​ຊັບ​ສິນ. ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ເງິນຕາ; ​ເປີດ​ຕະຫຼາດ​ສິນ​ເຊື່ອ ​ແລະ ບໍລິການ​ທະນາຄານ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ ແລະ ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ​ສາກົນ. ປະຕິບັດ​ເປັນ​ຢ່າງ​ດີ​ນະ​ໂຍບາຍການຄັງ, ຄຸ້ມ​ຄອງ​ລາຍ​ຮັບ ລາຍ​ຈ່າງ​ງົບປະມານ​ຂອງ​ລັດ​ ຢ່າງ​ແໜ້ນ​ແຟ້ນ, ດ້ວຍ​ອັດຕາ​ສ່ວນ​ລະດົມປະມານ 20% - 21% ຂອງ ຈີ​ດີ​ພີ ເຂົ້າ​ໃນ​ງົບປະ​ມານ​ແຫ່ງ​ລັດ.

ບູລະນະ​ນະ​ໂຍບາຍ​ເຕີບ​ໂຕ​ຂຽວ, ພັດທະນາ​ພະລັງງານ​ສະອາດ, ພະລັງງານ​ທົດ​ແທນ. ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ຊ່ວຍ​ບັນດາ​ຊຸມ​ຊົນ​ໃນ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ວົງ​ການ​ວິ​ສາ​ຫະກິດ ​ໃຫ້ມີ​ຄວາມ​ເຂົ້າ​ໃຈ ຄວາມ​ຮູ້​ທີ່​ຖືກຕ້ອງ, ຈາກ​ນັ້ນ​ມີ​ການ​ກະທຳ​ຕົວ​ຈິງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ. ປະຕິບັດ​ວິທີ​ແກ້​ນະ​ໂຍບາຍ​ສົ່ງ​ເສີມ​ຍົກ​ສູງ​ສະມັດ​ຕະພາບ​ການ​ນຳ​ໃຊ້​ພະລັງງານ, ຫຼຸດຜ່ອນ​ການ​ສິ້ນ​ເປືອງ​ພະລັງງານ​ໃນ​ການ​ຜະລິດ ຂົນ​ສົ່ງ ການ​ຄ້າ; ປ່ຽນ​ແປງ​ເທື່ອ​ລະ​ກ້າວ​ໂຄງ​ປະກອບ​ເຊື້ອ​ໄຟ​ໃນ​ການ​ຜະລິດ​ອຸດສາຫະກຳ ​ແລະ ຄົມມະນາຄົມ, ​ເຊັ່ນ ນຳ​ໃຊ້​ແຫຼ່ງພະລັງງານ​ໃໝ່ ສະອາດ ທົດ​ແທນ​ໄດ້, ປ່ອຍ “ອາຍ​ແກັສ​ເຮືອນ​ແກ້ວ" ໜ້ອຍ. ດຶງ​ດູດ, ລະດົມ​ບັນດາ​ແຫຼ່ງທຶນ​ ເພື່ອ​ລົງທຶນ​ພັດທະນາ​ພະລັງງານ​ສະອາດ ພະລັງງານ​ທົດ​ແທນ ພ້ອມ​ດ້ວຍ​ນະ​ໂຍບາຍ​ລາຄາ​ທີ່​ສົມ​ເຫດ​ສົມ​ຜົນ ສອດຄ່ອງ ​ແລະ ສົ່ງ​ເສີມ​ການ​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່.

​ເພີ່ມ​ທະວີ​ການ​ນຳ​ໃຊ້​ບັນດາ​ເຄື່ອງ​ມືທີ່​ອີງ​ໃສ່​ຕະຫຼາດ ​ເພື່ອ​ຊຸກຍູ້​ການ​ຜະລິດ, ນຳ​ໃຊ້​ພະລັງງານ​ສະອາດ, ພະລັງງານ​ທົດ​ແທນ, ​ປ່ອຍ "ອາຍ​ແກັສ​ເຮືອນ​ແກ້ວ" ໜ້ອຍ, ​ເຊັ່ນ ພາສີ​ກາກ​ບອນ, ​ໂຄຕ້າ ພະລັງງານ​ຟອສຊີ​ນ, ຕະຫຼາດ​ການ​ເງິນກາກ​ບອນ ​ໃນ​ປະ​ເທດ​. ຄົ້ນຄວ້າ​ແລະ​ປະກາດ​ໃຊ້​ຢ່າງ​ກວ້າງຂວາງ ​ໂຄ​ຕ້າ (ກຳນົດ​ໝາຍ) ກ່ຽວ​ກັບ​ການ​ຜະລິດ​ແລະ​ການ​ນຳ​ໃຊ້​ພະລັງງານ​ສະອາດ, ພະລັງງານ​ທົດ​ແທນ. ກໍ່ສ້າງບັນດາ​ອັດຕາ​ພາສີ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ​ສຳລັບ​ບັນດາ​ຜະລິດ​ຕະພັນນິ​ເວດ ທີ່​ສອດຄ່ອງ​ກັບ​ແຜນ​ງານ​ເຊື່ອມ​ໂຍງ​ສາກົນ ​ແລະ ພາກ​ພື້ນ ​ແນ​ໃສ່​ຍູ້​ແຮງ​ການ​ຜະລິດ, ນຳ​ເຂົ້າ, ສົ່ງ​ອອກ ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ດຶງດູດພາກ​ເອກະ​ຊົນ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ເຕີບ​ໂຕ​ຂຽວ ​ພາຍ​ໄຕ້​ຮູບ​ການ​ຫັນປ່ຽນ​ເຕັກ​ໂນ​ໂລ​ຊີ/​ໂຄງການ​ທົດ​ລອງ/ຄົ້ນຄວ້າຕົວຢ່າງ, ບັນດາ​ແບບຢ່າງ​ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP) ​ໃນ​ຂົງ​ເຂດ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ.

ຕ້ອງ​ມີ​ວິທີ​ແກ້​ກ່ຽວ​ກັບ​ການ​ຜະລິດແລະຊົມ​ໃຊ້​ແບບ​ຍືນ​ຍົງ, ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ອົງການຈັດ​ຕັ້ງ​ແລະ​ເອກະ​ຊົນ ​ໃຫ້​ລົງທຶນ​ເຂົ້າ​ໃນ​ການ​ຜະລິດ, ທຸລະ​ກິດ​ ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ລວມການ​ຜະລິດ​ແລະ​ບໍລິ​ໂພ​ກທີ່​ຍືນ​ຍົງ ​ເຂົ້າ​ກັບ​ການວາງ​ແຜນ​ກຳນົດ, ​ແຜນການພັດທະນາ​ຂອງ​ຊາດ, ຂະ​ແໜງການ ​ແລະ ທ້ອງ​ຖິ່ນ; ​ເຂົ້າ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ. ​ໂຄສະ​ນະ, ຂົນຂວາຍ​ການ​ກໍ່ສ້າງ​ແບບ​ວິທີ​ດຳລົງ​ຊີວິດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຊົມ​ໃຊ້​ແບບ​ຍືນ​ຍົງ, ສ້າງ​ຈິດ​ສຳນຶກ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ​ສັງຄົມ​ທີ່​ມີ​ສິ່ງ​ເສດ​ເຫຼືອ​ໜ້ອຍ, ອາຍ​ກາກ​ບອນ​ຕ່ຳ, ກົມກຽວ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ສ້າງສາຍພົວພັນ​ທີ່ສະໜິດ​ແໜ້ນ​ລະຫວ່າງຜູ້​ຜະລິດ​ຂຽວ, ຜະລິດ​ຕະພັນ​ຂຽວ ​ແລະ ຜູ້ “ບໍລິ​ໂພ​ກຂຽວ”.

ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ໝູນ​ໃຊ້​ເທື່ອ​ລະ​ກ້າວ​ເຕັກ​ໂນ​ໂລ​ຊີ​ສະອາດ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ຂຸດ​ຄົ້ນ, ນຳ​ໃຊ້​ຢ່າງ​ຍືນ​ຍົງ ບັນດາ​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ; ຍູ້​ແຮງ​ການ​ປ່ຽນ​ແທນ​ການ​ນຳ​ໃຊ້ບັນດາ​ແຫຼ່ງຊັບພະຍາກອນທີ່​ອາດ​ຈະ​ບົກ​ແຫ້ງ ດ້ວຍ​ບັນດາ​ແຫຼ່ງຊັບພະຍາກອນ, ພະລັງງານ​ໃໝ່, ອາດ​ຈະ​ທົດ​ແທນ​ໄດ້.

ຍູ້​ແຮ​ງການ​ພັດທະນາ​ຂະ​ແໜງ​ອຸດ​ສາ​ຫະກຳ​ສິ່ງ​ແວດ​ລ້ອມ, ພັດທະນາ ​ແລະ ​ເປີດ​ກວ້າງ​ບັນດາ​ຮູບ​ແບບວິ​ສາ​ຫະກິດ​ຂຽວ, ມີ​ນະ​ໂຍບາຍ​ສະໜັບສະໜູນ​ທາງ​ດ້ານ​ລາຄາສຳລັບ​ບັນດາ​ຜະລິດ​ຕະພັນ ການ​ບໍລິການ​ຂຽວ; ​ເພີ່ມ​ທະວີ​ການ​ໂຄສາ​ນາ​ສົ່ງ​ເສິມ​ການ​ບໍລິ​ໂພ​ກບັນດາ​ຜະລິດ​ຕະພັນ ການ​ບໍລິການ​ຂຽວ. ກໍ່ສ້າງ​ລະບົບມາດຕະຖານ ​ແລະ ດຳ​ເນີນການ​ອອກ​ໃບຮັບ​ຮອງ​ໃຫ້​ບັນດາ​ຮູບ​ແບບ​ແຈກ​ຢາຍ​ຂຽວ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ການ​ພັດທະນາ​ແບບ​ຍືນ​ຍົງ​ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາ​ຫານ, ພັດທະນາ​ກະສິກຳ ຊົນນະບົດ​ແບບ​ຍືນ​ຍົງ. ການຈັດ​ວາງ​ຄືນ​ໃໝ່​ພື້ນຖານ​ກະສິກຳ ​ຕ້ອງ​ສຸມ​ໃສ່​ການຈັດ​ວາງ​ຄືນ​ໃໝ່ການ​ລົງທຶນສາທາລະນະ​ແລະບໍລິ​ການ​ສາທາລະນະ ​ໃນ​ການ​ກະສິກຳ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່ສະດວກ​ດີ​ໃຫ້​ແກ່​ການກໍ່​ຮ່າງ​ສ້າງ​ຮູບ​ພວງ​ພະນັງຄຸນຄ່າ​ກະ​ເສດ​ຕະພັນ ອີງ​​ໃສ່​ທ່າ​ດີ​ປຽບທຽບຂອງ​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖິ່ນ. ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ຊຸກຍູ້​ການ​ໝູນ​ໃຊ້​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ເປັນ​ຕົ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເຂົ້າ​ໃນ​ການ​ຜະລິດ ​ແລະ​ການ​ຄຸ້ມ​ຄອງ​ກະສິກຳ.

ຊຸກຍູ້​ຕະຫຼາດ​ປະກັນໄພ​ກະສິກຳ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ຊາວນາ​ ໃນ​ການຮັບ​ມື​ກັບ​ຄວາມ​ສ່ຽງ, ຮັບປະກັນ​ໃຫ້​ກະສິກຳ​ບໍ່​ຖື​ການ​ກະທົບ​ທີ່​ບໍ່​ດີ ​ຈາກ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ບັນດາ​ທ້ອງ​ຖິ່ນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ແຂ​ວງທີ່ຢູ່​​ໃນ​ພື້ນ​ທີ່​ຕ່ຳ ຕ້ອງ​ມີ​ແຜນການ​ຮັບ​ມື​ຢ່າງ​ທັນ​ການ, ຈັດ​ວາງ​ການ​ຜະລິດ​ກະສິກຳ​ຢ່າງ​ສອດຄ່ອງ​ເໝາະ​ສົມ./.

​ໂດຍ ຮສ. ປອ. ​ໂດະ​ຝູຫາຍ
ມະຫາວິທະຍາ​ໄລ​ພາຍ​ໃນ, ກະຊວງ​ພາຍ​ໃນ

----------------------------

ບົດ​ນິ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 898 (​ເດືອນສິງ​ກາ 2017)

(1) ຕາມ: ຄະນະ​ກຳມະການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ​ແລະ ​ໂຄງການ​ພັດທະນາ​​ແຫ່ງສະຫະ​ປະຊາ​ຊາດ (UNDP): ລາຍ​ງານ​ກ່ຽວ​ກັບ​ໜີ້​ສາທາລະນະ, 2013.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ