ວັນເສົາ, 18/11/2017
ການຫັນການສຶກສາຫວຽດນາມເປັນແບບສັງຄົມ - ເປັນບັນຫາໜຶ່ງທີ່ຕ້ອງໄດ້ແກ້ໄຂ ໃນໄລຍະປະຈຸບັນ
14/10/2017 11:20' ສົ່ງ ພິມ
ພາບປະກອບ (ແຫຼ່ງ: ວາລະສານການຈັດຕັ້ງລັດ)

ໃນ​ເວລາ​ປະຕິບັດ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ, ພື້ນຖານ​ການ​ສື​ກສາ​ຂອງ​ຫວຽດນາມ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່. ການ​ຕອບ​ສະໜອງ​ແລະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ ​ໄດ້ປະກອບສ່ວນ​ຊຸກຍູ້ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ມະນຸດ. ​ເຄືອ​ຂ່າ​ຍການ​ສຶກສາຂະຫຍາຍຕົວ​ຢ່າງ​ໄວ, ຄຸນນະພາບ ປະສິດທິພາບ​ການ​ສຶກສາ​ອົບຮົມ ​​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ຢູ່​ໃນ​ທຸກລະດັບ​ການ​ສຶກສາ, ສ້າງ​ຕັ້ງ​ຕົວ​ແບບ​ຊຸມ​ຊົນ​ຮ່ຳຮຽນ​ໄດ້​ເປັນ​ຈຳນວນ​ຫຼາຍ. ​ແຕ່, ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢູ່​ປະ​ເທດ​ເຮົາ​ຍັງອ່ອນ​ແອ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ ທາງ​ດ້ານ​ຂະໜາດ ​ໂຄງ​ປະກອບ ຄຸນ​ນະພາ​ບ ​ແລະ ​ດ້ານ​ປະສິດທິ​ຜົນ, ຍັງບໍ່​ຕອບ​ສະໜອງໄດ້ ຕາມຄວາມ​ຕ້ອງການ​ຂອງ​ສັງຄົມ​ ໃນ​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງສາກົນ, ປະຕິບັດ​ການ​ຫັນປະ​ເທດ​ຊາດ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ. ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ການ​ຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ​ ຍັງ​ມີຂໍ້​ຈຳກັດ​ຫຼາຍຢ່າງ. ​ໃນ​ພາກ​ຕົວ​ຈິງ ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມຢູ່​ຫຼາຍ​ແຫ່​ງ ​ບໍ່​ເສີມ​ຂະຫຍາຍ​ໄດ້​ທ່າ​ແຮງ​ທີ່​ມີ​ຢູ່​ຂອງ​ມັນ, ​ເປັນ​ຜົນ​ສະທ້ອນ​ຢ່າງ​ແຮງ​ເຖິງ​ການ​ຂະຫຍາຍຕົວ​ຂອງ​ການ​ສຶກສາ ​ແລະ ສ້າງ​ຄວາມ​ແຕກ​ໂຕນກັນ​ທາງ​ດ້ານ​ການ​ຊົມ​ໃຊ້​ການ​ສຶກສາ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ດ້ານ​ອື່ນ, ຈົນເຖິງດຽວ​ນີ້ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ກໍ່​ຍັງ​ບໍ່​ທັນ​ຈະ​ແຈ້ງ ລະອຽດ, ບາງ​ເທື່ອຍັງ​ມີ​ຄວາມ​ຫຼົງ​ປົນ​ເປ​ກັບຄວາມ​ສຳນຶກ​ອື່ນ, ​ເຊັ່ນ ການ​ຫັນ​ການ​ສຶກສາ​ເປັນ​ແບບ​ການ​ຄ້າ ຫຼື ຫັນ​ການ​ສຶກສາ​ເປັນ​ຕະຫຼາດ... ສິ່ງ​ດັ່ງກ່າວ​ນັ້ນ​ໄດ້​ວາງ​ບັນຫາ​​ໃໝ່ອອກ​ມາທີ່​ຕ້ອງ​ໄດ້​ແກ້​ໄຂ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ນການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມຢູ່​ຫວຽດນາມ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

ບາ​ງບັນຫາ​ທີ່​ວາງ​ອອກ ​ໃນ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ

ທີ​ໜຶ່ງ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ການ​​ເພີ່ມ​ຂະໜາດ ​ແລະການ​ຮັບປະກັນ​ຄຸນ​ນະພາ​ບ ຂອງ​ການ​ສຶກສາ-ຝຶກ​ອົບຮົມ.

ພາຍຫຼັງ 20 ປີ​ແຫ່ງ​ການ​ປະຕິບັດ, ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍຢ່າງ​ກວ້າງຂວາງ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ແລະ ​ໄດ້​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​​ແນ່ນອນ. ລະບົບ​ການ​ສຶກສາ​ແຫ່​ງຊາດນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ຫຼາກຫຼາຍ​ປະ​ເພດ ຈາກລະ​ບົບການ​ສຶກສາ​ຂອງ​ລັດ ​ເຖິງ​ລະ​ບົບສະ​ຖາ​ບັນ​ການ​ສຶກສານ​ອກພາກ​ລັດ. ຄິດ​ໄລ່​ຮອດ​ທ້າຍ​ປີ​ການ​ສຶກສາ 2014-2015 ຈຳນວນ​ສະ​ຖາ​ບັນ​ການ​ສຶກສາ​ທັງ​ໝົດຂອງ​ຂະ​ແໜງ​ການ​ແມ່ນ 43.871 ​ແຫ່ງ, ​ໃນ​ນັ້ນ ​​ໂຮງຮຽນ​ຂອງ​ລັດ​ມີ 41.248 ​ແຫ່ງ (ກວມ 94%), ​ໂຮງຮຽນ​ນອກ​ພາກ​ລັດມີ 2.626 ​ແຫ່ງ (ກວມ 6%); ຈຳນວນ​ນັກຮຽນ​ ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ​ແມ່ນ 20.889.029 ຄົນ, ​ໃນ​ນັ້ນ ຈຳນວນ​ນັກຮຽນ​ ນັກ​ສຶກສາ​ໃນ​ບັນດາ​ໂຮງຮຽນ​ນອກ​ພາກ​ລັດ​ແມ່ນ 1.323.797 ຄົນ (ກວມ 6,4%). ຢູ່​ບັນດາ​ເຂດ​ພູດ​ອຍຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ,... ຍ້ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອຂອງ​ອຳນາດ​ການ​ປົກຄອງ, ຂອງ​ອົງການ​ຈັດ​ຕັ້ງ​ສັງຄົມ ວິ​ສາ​ຫະກິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ດັ່ງ​ນັ້ນ ຈຳນວນ​ຜູ້​​ໄປຮຽນນັບ​ມື້ນັບ​ເພີ່ມ​ຂຶ້ນ.

​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ພຽງ​ແຕ່​ຂະຫຍາຍຕົວ​ຕາມ​ລວງ​ກວ້າງ​, ​ເພີ່ມ​ຂະໜາ​ດ, ​ເພີ່ມ​ຈຳນວນ​ສະຖານ​ການ​ສຶກສາ-ຝຶກ​ອົບຮົມ ເປັນ​ຕົ້ນຕໍ, ສ່ວນ​ຄຸນ​ນະພາ​ບຂອງ​ການ​ສຶກສາ-ຝຶກ​ອົບຮົມ ​ແມ່ນ​ບໍ່​ບັນລຸ​ໄດ້ຕາມ​ຄວາມ​ຄາດ​ຫວັງ, ບໍ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ, ບໍ່​ຄົບ​ຊຸດທາງ​ດ້ານ​ໂຮງຮຽນ​ອະນຸບານ​ແລະ​ມະຫາວິທະຍາ​ໄລ, ມີ​ຄວາມ​ຜິດ​ດຽງ​ລະຫວ່າງ​ບັນດາ​ຊັ້ນ​ຮຽນ ກໍ່​ຄືລະຫວ່າງ​ບັນດາ​ໂຮງຮຽນ​ດ້ວຍ​ກັນ. ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມຍັງບໍ່​ໄດ້​ຕາມ​ຄວາມ​ຕ້ອງການ ດັ່ງ​ນັ້ນ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ຈຶ່ງ​ບໍ່​ສູງ, ພິ​ເສດ​ແມ່ນ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ມະຫາວິທະຍາ​ໄລ. ສະ​ຖາ​ບັນ​ການ​ສຶກສາ​ຈຳນວນ​ໜຶ່ງ ນັບ​ທັງ​ຂອງ​ລັດ​ແລະ​ນອກ​ພາກ​ລັດ ​ໄດ້​ແລ່ນ​ຫາ​ແຕ່​ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ, ລະ​ເມີດ​ຂໍ້​ກຳນົດ​ກ່ຽວ​ກັບ​ການຮັບປະກັນ​ຄຸນ​ນະພາ​ບການ​ສຶກສາ, ​ເຊັ່ນ ການ​ຮັບ​ນັກຮຽນ​ເຂົ້າ​ຮຽນ​ເກີນ​ຄວາມ​ສາມາດຂອງ​ສະຖາບັນການ​ສຶກສາ; ບໍ່​ມີ​ສະ​ຖາ​ທີ່​ດຳ​ເນີນ​ການ​ສຶກສາ-ຝຶກ​ອົບຮົມ​ແຕ່ກໍ່​ໄດ້​ຮັບ​ໃບ​ອະນຸຍາດ​ເປີດ​ໂຮງຮຽນ; ຖັນ​ແຖວ​ຄູ​ອາຈານຂອງ​ໂຮງຮຽນ​ບໍ່​ໄດ້​ຕາມ​ມາດຕະຖານ ​ແຕ່​ກໍ່​ໄດ້​ເປີດສາຂາວິຊາ, ອາຊີບ​ໃໝ່. ສະ​ຖາ​ບັນ​ການ​ສຶກສາ​ບາງ​ແຫ່ງ​ມີ​ທ່າ​ອຽງ​ແລ່ນ​ຕາມຜົນ​ກຳ​ໄລ, ບໍ່​ເອົາ​ໃຈ​ໃສ່​​ໃຫ້​ບໍລິການ​ດ້ານ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ​ແກ່​ຜູ້​ຮຽນ ດັ່ງ​ນັ້ນ​ຈຶ່ງ​ມີ​ສະພາບ​ການ​ ​ເຖິງ​ວ່າ​ພື້ນຖານ​ວັດຖຸ​ຂາດ​ເຂີນ, ຈຳນວນ​ຄູອາຈານບໍ່ພໍ​ແລະຂາດ​ຄວາມ​ສາມາດ ​ແຕ່​ຍັງ​ໄດ້​ຮັບ​ເອົາ​ຜູ້​ຮຽນ​ເຂົ້າ​ຫຼາຍ​ກວ່າ​ຈຳນວນ​ທີ່​ໄດ້​ຮັບ​ອະນຸຍາດ. ຊ້ຳ​ບໍ່​ໜຳ, ບາງອົງການ​ທີ່ບໍ່​ມີໜ້າ​ທີ່​​ໃນການ​ຝຶກ​ອົບຮົມ, ບໍ່​ໄດ້​ຮັບ​ໃບ​ອະນຸຍາດ​ຮ່ວມ​ມື​ຝຶກ​ອົບຮົມ ຂອງ​ກະຊວງ​ການ​ສຶກສາ​ແລະຝຶກ​ອົບຮົມ, ​ແຕ່​ຍັງ​ໄດ້​ປະຕິບັດ​ການ​ຮ່ວມມື​ດ້ານການ​ຝຶກ​ອົບຮົມ​ກັບ​ຕ່າງປະ​ເທດ. ບາງ​ໂຮງຮຽນທີ່ບໍ່​ມີ​ເງື່ອນ​ໄຂ​ພຽງພໍ,​ ຖັນ​ແຖວ​ຄູ​ອາຈານ​ບໍ່​ໄດ້​ຕາມມາດຕະຖານ ​ແຕ່​​ຍັງ​ໄດ້​ເປີດ​ສາຂາ​ວິຊາ​ໃໝ່... ​ເພາະສະ​ນັ້ນ, ຜົນ​ຂອງ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມຢູ່​ປະ​ເທດ​ເຮົາ​ຈຶ່ງ​ບໍ່​ສູງ, ບໍ່​ເສີມ​ຂະຫຍາຍ​​ໄດ້​ຢ່າງ​ສຸດ​ຂີດ ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ຊາດ​ທີ່​ຢາກ​ຮຽນ​ຮູ້ ​ເພື່ອ​ກໍ່ສ້າງ​ພື້ນຖານ​ການ​ສື​ກສາ​ທີ່​ຈະ​ເລີ​ນພັດທະນາ.

ທີ​ສອງ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ປ່ຽນ​ແປງ​ໃໝ່​ໂຄງການ​ຫຼັກສູດ, ​ເນື້ອ​ໃນ, ວິທີ​ການ​ສຶກສາ-​ຝຶກອົບຮົມ ​ແລະ ​ແຫຼ່ງພະລັງທີ່​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ນັ້ນ.

ບົດບາດ​ໃໝ່​ຂອງ​ການ​ສຶກສາ​ໃນ​ຍຸກ​ປັນຍາ ​ເປັນ​ແຫຼ່ງຂອງ​ການ​ປະຕິ​ຮູບ​ການ​ສຶກສາ, ມັນ​ຮຽກຮ້ອງ​ໃຫ້​ທົ່ວ​ທັງ​ໂລກ “ກ້າວ​ເຂົ້າ” ທ່າ​ອຽງ​ຕ່າງໆ, ​ເຊັ່ນ ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ວິທີ​ການ​ສຶກສາ; ຫັນ​ການ​ສຶກສາ​ເປັນ​ທັນ​ສະ​ໄໝ; ການ​ຮ່ຳຮຽນ​ອອນ​ໄລ, ການ​ສອນ​ແລະ​ຮຽນ​ອອນ​ໄລ; ກໍ່ສ້າງ​ສັງຄົມຮຽນຮູ້... ຢູ່​ຫວຽດນາມ, ການ​ປ່ຽນ​ແປງ​ໃໝ່​​ໂຄງການ​ຫຼັກສູດ, ເນື້ອ​ໃນ​ແລະ​ວິທີ​ການ​ສຶກສາ ພວມ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ໜຶ່ງ ທີ່​ຮີບ​ດ່ວນ​ທີ່​ສຸດ. ກອງ​ປະຊຸມ​ໃຫຍຄັ້ງ​ທີ XII ຂອງ​ພັກ​ໄດ້​ຢັ້ງຢືນ: “ລະບົບ​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຂາດ​ການ​ເຊື່ອມຕໍ່​ກັນ ລະຫວ່າງ​ບັນດາ​ລະດັບ​ກາ​ສຶກສາ ​ແລະ ບັນດາ​ແບບ​ວິທີ​ການ​ສຶກສາ; ຍັງ​ໜັກ​ທາງ​ດ້ານ​ທິດ​ສະ​ດີ, ​ເບົາ​ທາງ​ດ້ານ​ປະຕິບັດ. ການ​ສຶກສາ​ອົບຮົມບໍ່​ໄດ້​ເຊື່ອມ​ຕໍ່​ກັບ​ການ​ຄົ້ນ​ຄວ້າ​ວິທະຍາສາດ, ການ​ຜະລິດ​ທຸລະ​ກິດ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ; ບໍ່​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ເຖິງ​ການ​ສຶກສາ​ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ ​ແລະ ທັກ​ສະການ​ເຮັດ​ວຽກ. ວິທີການສຶກສາ, ການ​ສອບ​ເສັ​ງ, ການ​ກວດກາ ​ແລະ ປະ​ເມີນ​ຜົນ​ຍັງ​ຫຼ້າ​ຫຼັງ, ບໍ່​ມີ​ເນື້ອ​​ແທ້”(1).

ການ​ປ່ຽນ​ແປງ​ໃໝ່​ໂຄງການ​ຫຼັກສູດ, ​ເນື້ອ​ໃນ​ກາ​ສຶກສາຕ້ອງ​ເລີ່​ມຈາກ​ຈຸດໝາຍ​ການ​ສຶກສາ, ຕິດ​ກັບ​ຄວາມ​ຕ້ອງການ​ຂອງ​ປະ​ເທດ ​ແລະ​ທ່າ​ອຽງ​ການ​ພັດທະນາ​ຂອງ​ໂລກ, ວາງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຕ່າງ​ກັນ​ສຳລັບ​ແຕ່​ລະ​ຊັ້ນ​ຮຽນ, ​ແຕ່ລະ​ຮູບ​ແບບ​ການສຶກ​ສາ. ອາດ​ຈະ​ຢືນ​ຢັນ​ວ່າ, ​​ເນື້ອ​ໃນ ​ໂຄງການ​ຂອງ​ພື້ນຖານ​ການ​ສຶກສາ​ເກົ່າ - ຮຽນຮູ້​ຄັ້ງ​ດຽວ​ເຮັດ​ວຽກ​ຕະຫຼອດ​ຊີວິດ ມັນ​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ກັບ​ເນື້ອ​ໃນ ​ໂຄງການ​ຂອງ​ພື້ນຖານ​ການ​ສຶກສາ​ທີ່ “ຮ່ຳຮຽນ​ລຽນຕິດ, ຮ່ຳຮຽນ​ຕະຫຼອດ​ຊີວິດ” ​ເພື່ອ​ຄ່ອງ​ຕົວ​ກັບ​ການ​ພັດທະນາ​ຢ່າງ​ໄວ​ຂອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ຂອງ​ການ​ຫັນປ່ຽນ​ອາຊີບ ​ແລະ ​ໂຄງ​ປະກອບ​ແຮງ​ງານ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ຕິດ​ແໜ້ນ​ກັບ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ໂຄງ​ການ​ຫຼັກ​ສູນ​ນັ້ນ ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ວິທີ​ການ​ສຶກສາ ຊຶ່ງ​ຫັນປ່ຽນ​ຈາກ​ວິທີ​ການ​ສຶກສາ “ສິດ​ສອນບັນຍາຍ - ຖ່າຍ​ທອດ​ຄວາມ​ຮູ້” ມາ​ເປັນ​ບັນດາ​ວິທີ​ການ​ສຶກສາ​ປະດິດ​ສ້າງ; ຮັບ​ເອົາ​ແລະ​ນຳ​ໃຊ້ບັນດາ​ວິ​ທີ​ການ​ສິດສອນ-ຮ່ຳຮຽນທີ່​ທັນ​ສະ​ໄໝ​ຂອງ​ໂລກ​ ຢ່າງ​ປະດິດ​ສ້າງ, ​ເປັນ​ຕົ້ນ​ແມ່ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສື່ສານ​ໃນ​ການ​ສິດສອນ; ​ໃຫ້​ຄວາມ​ສຳຄັນ​ແກ່​ບັນດາ​ວິທີ​ການ​ສຶກສາ​ອອນ​ໄລ, ຮຽນ​ຮູ້​ທາງ​ໄກ, ​ໃຫ້ການ​ສຶກສາ​ແກ່​ທຸກ​ເປົ້າ​ໝາຍ ​ເພື່ອ​ກໍ່ສ້າງ​ສັງຄົມ​ຮຽນ​ຮູ້.

ບັນຫາ​ທີ່​ວາ​ງອອກ​ມາ​ຄື ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ໂຄງການ​ຫຼັກສູດ ​ແລະ ວິທີ​ການ​ສຶກສາ-​ຝຶກອົບຮົມ ຕ້ອງການ​ມີ​ບັນດານັກ​ສຶກສາທີ່​ມີ​ຈິດ​ໃຈ​ຜ່ອງ​ໃສ​ແລະ​ມີ​ລະດັບ​ຄວາມ​ສາມາດ​ສູງ, ກໍ່​ຄື​ມີ​ແຫຼ່ງ​ເງິນ​ທຶນ​​ໃຫ້​ແກ່​ການ​ສຶກສາ​ຢ່າງ​ພຽງພໍ​ແລະ​ນຳ​ໃຊ້​ມັນ​ຢ່າງ​ມີ​ປະສິດທິ​ຜົນ. ວຽກ​ງານ​ນີ້​ບໍ່​ພຽງ​ແຕ່​ເປັນ​ວຽກ​ງານ, ຄວາມ​ຮັບຜິດຊອບ​ຂອງ​ຄູ​ອາຈານ​, ​ໂຮງຮຽນ, ຂະ​ແໜງ​ການ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ສຳນັກງານ​ອົງການ, ຂະ​ແໜງ​ການ, ກົມ​ກອງ​ທີ່​ກ່ຽວຂ້ອງ ​ແລະ ​ໄດ້​ຮັບ​ການ​ຊີ້​ນຳ​ຄົ້ນຄວ້າ, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ວິທະຍາສາດ.

ທິສາ​ມ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ການ​ຄຸ້ມຄອງ​ບໍລິຫານ​ຂອງ​ລັດ ​ແລະ ການ​ຕິດຕາມ​ກວດກາ​ຂອງປະຊາ​ຄົມ​ ຕໍ່​ການ​ສຶກສາ-ຝຶກ​ອົບຮົມ.

ການ​ຄຸ້ມ​ຄອງ​ບໍລິຫານ​ລັດ​ຕໍ່​ການ​ສຶກສາ ​ເປັນ​ຂອດກຸນ​ແຈ​ສຳຄັນ ​ແນ​ໃສ່​ຮັບປະກັນ​ໄຊຊະນະ​ຂອງ​ທຸກ​ການ​ເຄື່ອນ​ໄຫວ​ສຶກສາ-ຝຶກ​ອົບຮົມ. ຜ່ານ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດຕໍ່​ການ​ສຶກສາ, ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍການ​ສຶກສາ​ແຫ່ງ​ຊາດ, ການຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ, ການປະຕິບັດ​ເປົ້າ​ໝາຍ​ການ​ສຶກສາ, ການຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ,... ຈຶ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ​ເພື່ອ​ໃຫ້ການ​ຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ພັດທະນາ​ການ​ສຶກສາຂອງ​ຫວຽດນາມ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ບົດບາດຄຸ້ມ​ຄອງ​ບໍລິຫານ​ການ​ສຶກສາ​ຂອງລັດ ຕ້ອງ​ໄດ້​ເພີ່ມ​ທະວີ, ​ເສີມ​ຂະຫຍາຍ ​ແລະ ສົມທົບ​ກັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມ ​ໃນ​ຂົງ​ເຂດ​ການ​ສຶກສາ-ຝຶກ​ອົບຮົມ.

​ໃນ​ຊຸມ​ປີ​ປະຕິບັດ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມທີ່​ຜ່ານ​ມາ, ວຽກ​ງານ​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງລັດ ກໍ່​ຄື​ການ​ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມ ຕໍ່​ການ​ສຶກສາ ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ຈຳນວນ​ໜຶ່ງ​ທີ່​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງ​ການ​ສຶກສາ-ຝຶກ​ອົບຮົ​ມ, ​ເຮັດ​ໃຫ້​ວຽກ​ງານການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ບັນລຸ​ປະສິດທິ​ຜົນ​ເບື້ອງ​ຕົ້ນ​ທີ່​ແນ່ນອນ ຊຶ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການພັດທະນາ​ພາລະກິດ​ການ​ສຶກສາ​ຂອງ​ຫວຽດນາມ. ​ແຕ່, ທຽບ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ເສດ​ຖະກິດ-ສັງຄົມ ​ແລະ ຄວາມ​ຕ້ອງການຮຽນຮູ້​ຂອງ​ປະຊາຊົນ​ແລ້ວ ກໍ່​ເຫັນ​ວ່າ ການ​ຄຸ້ມ​ຄອງ​ບໍລິຫານ​ຂອງລັດ ​ແລະ ການ​ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມ​ ຍັງ​ມີ​ຂໍ້​ຂາກຕົກ​ບົກພ່ອງ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ.

ການ​ຄຸ້ມ​ຄອງ​ບໍລິຫານ​ຂອງລັດບາງ​ເທື່ອ​ກົດ​ຮັດ ບາງ​ເທື່ອ​ລະ​ຫຼົມ; ກົນ​ໄກ ນະ​ໂຍບາຍຍັງ​ບໍ່​ລະອຽດ ຈະ​ແຈ້ງ, ບໍ່​ຄົບ​ຊຸດ, ບໍ່​ສອດຄ່ອງ​ກັບກົນ​ໄກ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ບັນດາ​ກຳລັງ​ໃນ​ສັງຄົມ​ຍັງ​ບໍ່​ໄດ້​ຮັບ​ການຈັດ​ຕັ້ງແລະສົມທົບ ​ເພື່ອ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ. ການ​ຄຸ້ມ​ຄອງ​ວຽກ​ງານຫັນ​ການ​ສຶກສາ​ອົບຮົມເປັນ​ແບບ​ສັງຄົມ​ ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ, ​ໂດຍ​ພື້ນຖານ​ແມ່ນ​ຍັງ​ຖືກ​ຜົນ​ສະທ້ອນ​ຂອງ​ກົນ​ໄກ​ແຜນການ​ລວມສູນ ອາດ​ຊາ​ສິດ, ​ເກື້ອກູນ. ທັດສະນ ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຈຳນວນ​ໜຶ່ງ​ ກ່ຽວ​ກັບການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ບໍ່​ໄປ​ທັນ​ກັບ​ສະພາບ​ການ​ໃໝ່​ຂອງ​ປະ​ເທດ ​ໃນ​ເງື່ອນ​ໄຂ​ພັດທະນາ​​ເສດຖະກິດ​ຕະຫຼາດກຳ​ນັດ​ທິດ​ສັງຄົມ​ນິຍົມ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ​ເພາະສະ​ນັ້ນ, ກົນ​ໄກ “ຂໍ - ​ໃຫ້” ​ໃນ​ການ​ອອກ​ໃບອະນຸຍາດ​ໃຫ້​ສ້າງ​ຕັ້ງສະ​ຖາ​ບັນ​ການສຶກສານອກພາກ​ລັດ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສໍ້​ກົງລັກ​ໂລບ​ເກີດ​ຂຶ້ນ, ພະນັກງານ​ບາງ​ຄົນ​ສວຍ​ໃຊ້​ສິດ​ອຳນາດ​ທີ່​ໄດ້​ມອບ​ໝາຍ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.

ກໍ່​ຍ້ອນ​ການ​ປ່ອຍ​ປະລະ​ຫຼົມ​ໃນ​ການ​ຄຸ້ມ​ຄອງ ຈຶ່ງ​ພາ​ໃຫ້​ເກີດ​ປະກົດ​ການ​ສວຍ​ໃຊ້​ແຜນ​ນະ​ໂຍບາຍຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ​ເພື່ອ​ເກັບ​ຄ່າ​ທຳນຽມ​ຄ່າ​ຮຽນ​ຫຼາຍ​ເກີນ​ຄວນ ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ. ການ​ກະທຳ​ແບບ​ນີ້​ສ້າງ​ຄວາມ​ຮ້ອນ​ເຄືອງ​​ໃນ​ຫາງ​ສຽງ​ສັງຄົມ ຊຶ່ງ​ມາ​ເຖິງ​ປະຈຸ​ບັນ​ກໍ່​ບໍ່​ໄດ້​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ເທື່ອ. ຕາມ​ສະ​ຖິຕິ​ຂອງ​ກະຊວງ​ການ​ສຶກສາ​ແລະ​ຝຶກ​ອົບຮົ​ມ, ຄ່າ​ໃຊ້​ຈ່າຍ​ຂອງ​ຄອບຄົວ​ໃຫ້​ຜູ້​ໄປຮຽນ​ຄົນ​ໜຶ່ງ, ກ່ອນ​ອື່ນ​ແມ່ນ​ຄ່າ​ຮຽນ (27%), ຕໍ່​ຈາກ​ນັ້ນ​ແມ່ນ​ຄ່າຮຽນ​ຮູ້​ເພີ່ມ​ເຕີມ (20%), ປະກອບສ່ວນ​ກໍ່ສ້າງ​ໂຮງຮຽນ (11%), ປຶ້ມຕຳລາ​ຮຽນ (11%), ​ເຄື່ອງມື​ການ​ຮຽນ​ຮູ້ (9%), ຄ່າ​ໃຊ້​ຈ່າຍ​ອື່ນ (22%)(2). ການ​ໃຊ້​ຈ່າຍ​ເຫຼົ່ານີ້​ເປັນ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ທຸກ​ຍາກ ບໍ່​ມີ​ເງື່ອນ​ໄຂ​ໃຫ້​ລຸກ​ໄປ​ຮຽນ ຫຼື​ຕ້ອງ​​ຢືມ​ເງິນ​ໃຫ້​ລູກ​ຮຽນຕໍ່.

ການ​ແບ່ງ​ຂັ້ນ​ຄຸ້ມຄອງບໍລິຫານ​ການ​ສຶກສາ ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ​ເຖິງພື້ນຖານ​ການ​ສຶກສາ ຍັງ​ບໍ່​ທັນ​ສົມບູນ​ແບບ ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ແລະ​ພື້ນຖານ​ການ​ສຶກສາ ມີສິດ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ມີຄວາມ​ຂະຫຍັນ​ຂັນ​ເຄື່ອນ, ​ພາ​ໄປ​ເຖິງ​ສະພາບ​ການ​ຫຼົງ​ປົນ​ເປລະຫວ່າງພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ກ່ຽວ​ກັບ​ລະບຽບ​ກົດໝາຍ ນະ​ໂຍບາຍ ກັບພາລະ​ໜ້າ​ທີ່ດຳ​ເນີນ​ງານ​ຂອງ​ໂຮງຮຽນ ຊຶ່ງ​ຍັງ​ບໍ່​ໄດ້​ແກ້​ໄຂ​ຜ່ານ​ຜ່າ; ບັນດາ​ອົງການ​ບໍລິຫານ​ປົກຄອງ ​ໄດ້​ແຊກ​ແຊງ​ເລິກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວທີ່​ມີ​ລັກສະນະ​ດຳ​ເນີນ​ງານ​ຂອງ​ໂຮງຮຽນ, ຍັງບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ ເຖິງພາລະ​ໜ້າ​ທີ່ຄຸ້ມ​ຄອງ​ບໍລິຫານ​ກ່ຽວ​ກັບ​ລະບຽບ​ກົດໝາຍ ນະ​ໂຍບາຍ. ຄຽງ​ຂ້າງ​ນັ້ນ, ການ​ສົມທົບ​ລະຫວ່າງ​ບັນດາ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິ​ບັດບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດຢູ່​ທ້ອງ​ຖິ່ນ ​ແມ່ນ​ຍັງ​ຊ້າ​ແລະ​ຍັງ​ບໍ່​ທັນ​ຄົບ​ສຸດ. ບັນດາ​ກຳລັງ​ສັງຄົມ​ໃນ​ແຕ່​ລະ​ຊຸມ​ຊົນ ຍັງ​ບໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ແລະ​ສົມທົບ​ເປັນ​ຢ່າງ​ດີ ​ເພື່ອ​ຍູ້​ຖອຍຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ​ຢູ່​ໃນ​ຊຸມ​ຊົນ​ແລະ​ໃນ​ໂຮງຮຽນ. ​ເພາະສະ​ນັ້ນ, ການ​ຜັນ​ຂະຫຍາຍ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຈຶ່ງ​ບໍ່​ສະ​ໝ່ຳສະ​ເໝີລະຫວ່າງ​ທ້ອງ​ຖິ່ນ, ​ເຂດ, ພາກ. ການ​ສ້າງ​ຕັ້ງ​ໂຮງຮຽນ, ພິ​ເສດ​ແມ່ນ​ໂຮງຮຽນ​ນອກ​ພາກ​ລັດ ຍັງ​ມີ​ລັກສະນະ​ເກີດ​ເອງ, ຂາດ​ການ​ສຳ​ຫຼວດ ສືບສວນ​ຢ່າງ​ລະອຽດ, ຂາດ​ການ​ກະກຽມ​ເງື່ອນ​ໄຂ​ຕ່າງໆ​ທີ່​ຮັບປະກັນ​ຄຸນ​ນະພາ​ບການ​ສິດສອນ​ແລະ​ຮ່ຳຮຽນ, ສິ່ງ​ດັ່ງກ່າວ​ພາ​ໃຫ້​ໂຮງຮຽນ​ບໍ່​ສາມາດ​ຮັບ​ເອົາ​ນັກຮຽນ​ເຂົ້າ​ຮຽນ ​ແລະ ພາ​ໄປ​ເຖິງ​ຄວາມ​ສ່ຽງ​ຕ້ອງ​ຍຸບ​ເລີກ​ໂຮງຮຽນນອກ​ພັກ​ລັດ​ຫຼາຍ​ແຫ່ງ.

ວຽກ​ງານ​ກວດກາ​, ຕິດຕາມ​ກວດກາ​ຂອງ​ລັດແລະປະຊາ​ຄົມ ​ຕໍ່​ການຈັດ​ຕັ້ງ​ການ​ສຶກສາ​ແລະ​ຝຶກ​ອົບຮົມ ​ແມ່ນ​ບໍ່​ໄດ້​ປະຕິບັດ​ຢ່າງ​ເປັນ​ປະຈຳ, ​ເຂັ້ມ​ງວດ ຈຶ່ງ​ພາ​ໃຫ້​ສະ​ຖາ​ບັນ​ການ​ສຶກສາ​ບາງ​ແຫ່ງລະ​ເມີດ​ລະບຽບ​ວິ​ໄນ​ໃນ​ການ​ຄຸ້ມ​ຄອງ​ການ​ສຶກສາ, ການ​ອອກ​ໃບ​ປະກາດ​ສະ​ນິຍະ​ບັດ​ແລະ​ໃນ​ຮັບຮອງ ຫຼື​ຂາດຄວາມ​ຮັບຜິດຊອບ, ມີ​ປະກົດ​ການ​ຫຍໍ້​ທໍ້, ​ເຮັດ​ແບບ​ຜີວ​ເຜີນ ​ເຮັດພໍ​ແລ້ວ​ມື, ບໍ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ ຍັງ​ລັ່ງ​ເລ​ໃນ​ການ​ແກ້​ໄຂລົງ​ໂທດ​ຕໍ່​ການ​ກະທຳ​ຜິດພາດ; ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ກວດກາກໍ່​ບໍ່​ສະ​ໝ່ຳສະ​ເໝີ, ​ແຜ່​ຫຼາຍ; ວຽກ​ງານ​ຄຸ້ມ​ຄອງ​ສຳ​ເນົາ​ຢູ່​ບາງ​ທ້ອງ​ຖິ່ນ ​ແລະ ພື້ນຖານ​ການ​ສຶກສາ ກໍ່​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ. ​ດັ່ງນັ້ນ, ​ໃນ​ເວລາ​ທີ່​ຜ່ານ​ມາ ການ​ນຳ​ໃຊ້​ໃບ​ປະກາດ​ສະ​ນິຍະ​ບັດ ​ໃບຮັບ​ຮອງ ​ຈຶ່ງ​ບໍ່​ຖືກ​ກົດໝາຍ (ໃບ​ປະກາດ​ສະ​ນິຍະ​ບັດ ​ໃບຮັບ​ຮອງປອມ; ໃບ​ປະກາດ​ສະ​ນິຍະ​ບັດ ​ໃບຮັບ​ຮອງ​ແທ້​ ແຕ່​​ເນື້ອ​ໃນ​ພັດຖືກລຶບ​ໄປ; ໃບ​ປະກາດ​ສະ​ນິຍະ​ບັດ ​ໃບຮັບ​ຮອງ​ແທ້​ ແຕ່​ມອບ​ໃຫ້​ຜູ້​ຮຽນ​ບໍ່​ຖືກ​ຕາມ​ຂັ້ນ​ຕອນ​ການ​ຝຶກ​ອົບຮົມ, ບໍ່​ຖືກ​ຕາມ​ສິດອຳນາດ...). ສິ່ງ​ທີ່​ໜ້າ​ກັງວົນ​ໃຈ​ກວ່າ​ນັ້ນ​ແມ່ນ ປະກົດ​ການ “ການ​ສຶກສາ​ປອມ, ​ໃບ​ປະກາດສະ​ນິຍະ​ບັດ​ແທ້”, ໝາຍ​ຄວາມ​ວ່າ ບໍ່​ປະຕິບັດ​ຕາມ​ຂໍ້​ກຳນົດ​ກົດ​ລະບຽບ​ການ​ສຶກສາ​ຢ່າງ​ເຂັ້ມ​ງວດ (ນັບ​ແຕ່​ການຄັດ​ເລືອກ​ຮັບ​ເອົາ​ນັກຮຽນ ​ເຖິງ​ລະບຽບ​ການ​ສຶກສາ, ຂະ​ບວນການ​ສອບ​ເສັງປະ​ເມີນ​ຜົນ ​ແລະ ການຈົບ​ການ​ສຶກສາ...) ພາ​ໃຫ້​ຜູ້​ຮຽນ​ໄດ້​ຮັບ​ໃບ​ປະກາດ​ສະ​ນິຍະ​ບັດ ​ໃນ​ຮັບຮອງ ທີ່ບໍ່ຖືກ​ກັບ​ລະດັບ ຄຸນ​ນະພາ​ບການ​ສຶກສາ-ຝຶກອົບ​ຮົມ ​ແຕ່​ກໍ່ບໍ່ສາມາດ​ແກ້​ໄຂ​ປະຕິບັດ​ວິ​ໄນ​ໄດ້. ປະກົດ​ການ​ນີ້​ມີ​ຢູ່​ໃນ​ຫຼາຍ​ລະບົບ​ການ​ຝຶກ​ອົບຮົມ ​ແລະ ​ແຜ່​ຫຼາຍ​ກວ່າ​ໝູ່ແມ່ນ​ຢູ່​ລະບົບທີ່​ບໍ່​ເປັນ​ທາງ​ການ, ບັນດາ​ຮູບ​ແບບ​ການ​ສຶກສາ​ສຳລັບ​ພະນັກງານ​ປະຈຳການ, ການ​ສຶກສາ​ທາງ​ໄກ. ດັ່ງ​ນັ້ນ ການ​ເພີ່ມ​ທະວີ​ບົດບາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ແລະ​ການ​ຕິດຕາມ​ກວດກາຢ່າງຮອບດ້ານ​ຂອງ​ປະຊາ​ຄົມ ຕໍ່​ການ​ສຶກສາ-ຝຶກ​ອົບຮົມ​ເວົ້າ​ລວມ ​ແລະ ຕໍ່​ວຽກ​ງານ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ​ເວົ້າ​ສະ​ເພາະ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ ​ຂອງ​ການ​ສຶກສາ​ຫວຽດນາມ​ ໃນ​ໄລຍະ​ປະຈຸ​ບັນ.

ສະ​ເໜີ​ແນະ​ວິທີ​ແກ້​ໄຂຈຳນວນ​ໜຶ່ງ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ຂອງການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຢູ່​ຫວຽດນາມ

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້ ​ແລະ ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ.

ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ​ເປັນ​ແຜນ​ຍຸດ​ທະ​ສາດ​ທີ່​ຍາວ​ນານ, ຖືກຕ້ອງ​ຂອງ​ພັກ ​ແລະ ລັດ ​ໃນ​ພາລະກິດ​ການ​ພັດທະນາ​ການ​ສຶກສາ​ຢູ່​ປະ​ເທດ​ຫວຽດນາມ. ​ດັ່ງນັ້ນ, ຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ. ນີ້​ເປັນ​ພື້ນຖານ​ເພື່ອ​ປຸກລະດົມ​ບັນດາ​ແຫຼ່ງພະລັງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງຄົມ​ ເຂົ້າ​ໃນ​ຂະ​ບວນວິວັດ​ນັ້ນ​ ຢ່າງ​ມີ​ປະສິດທິ​ຜົນ.

ຕ້ອງ​ຮັບ​ຮູ້​ວ່າ ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ​ແມ່ນ​ຂະ​ບວນວິວັດ​ການ​​ໂອນ​​ເນື້ອ​ໃນ​ແລະໜ້າ​ທີ່ການ​ສຶກສາທີ່ລັດ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ ຕ້ອ​ງປະຕິບັດ ​ໃຫ້​ປະຊາຊົນ ຊຶ່ງ​ບັນດາ​ອົງການຈັດ​ຕັ້ງ​ນອກ​ພາກລັດ ​ເປັນ​ຜູ້​ປະຕິບັດບົນ​ພື້ນຖານ​ບັນດາມາດຕະຖານ​ແລະ​ຂໍ້​ກຳນົດ​ຂອງ​ລັດ ​​ແນ​ໃສ່​ເຕົ້າ​ໂຮມ​ແຫຼ່ງພະລັງ​ສັງຄົມ​ ເພື່ອພ້ອມ​ກັນ​ປະຕິບັດ​ເປົ້າ​ໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ຮັບປະກັນ​ສິດທິ​ໄດ້​ຮັບ​ການ​ສຶກສາ ​ແລະ ການ​ສຶກສາ​ຂອງ​ປະຊາຊົນ, ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ​ສັງຄົມ​ຮຽນ​ຮູ້.

ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມບໍ່​ໝາຍ​ຄວາມ​ວ່າ ​ເປັນ​ການ​ໂອນ​ເຈົ້າພາບ​ສະໜອງ​ການ​ສຶກສາ​ຈາກ​ລັດ​ໃຫ້​ແກ່ອົງ​ກອນ​ຫຼື​ບຸກຄົນ ຫາກ​ແມ່ນ​ການ​ເປີດ​ກວ້າງພາກສ່ວນ​ເຈົ້າພາບ​ທີ່​ເຂົ້າ​ຮ່ວມ​ການ​ສະໜອງ​ການ​ສຶກສາ ​ແລະ ​ເປົ້າ​ໝາຍຜູ້​ຊົມ​ໃຊ້ການ​ສຶກສາ. ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ບໍ່​ເຮັດ​ໃຫ້​ລັດ​ເສຍ​ບົດບາດ​ເປັນ​ເຈົ້າພາ​ທາງ​ໃນ​ພາລະກິດ​ການ​ສຶກສາ, ​ເຖິງ​ວ່າ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ພາກສ່ວນ​ຕ່າງ​ກັນ​ກໍ່ຕາມ ​ແຕ່​ລັດ​ຍັງ​ຄົງ​ມີ​ຄວາມ​ຮັບຜິດຊອບ​ທາງ​ການ​ເມືອງ ​ແລະ​ທາງ​ດ້ານ​ກົດໝາຍ​ຂັ້ນ​ສຸດ​ທ້າຍ ​ໃນ​ການ​ສະໜອງບໍລິການ​ສຶກສາ ​ໃຫ້​ປະຊາຊົນ​ແລະ​ສັງຄົມ.

ດັ່ງ​ນັ້ນ, ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມກວມ​ດ້ວຍ​ບັນດາ​ເນື້ອ​ໃນ​ພື້ນຖານ​ດັ່ງ​ນີ້: ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກສາ ຕາມ​ຈິດ​ໃຈ​ເປີດ​ກວ້າງ​ປະຊາທິປະ​ໄຕ; ປະຕິບັດ​ຄວາມ​ຫຼາກ​ຫຼາຍທາງ​ດ້ານບັນດາ​ແຫຼ່ງພະລັງ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ ຈາກ​ງົບປະມານຂອງ​ລັດ, ​ເງິນ​ທຶນຂອງ​ນັກ​ລົງທຶນ ຂອງ​ວິ​ສາ​ຫະກິດ ຂອງອົງການ​ຈັດ​ຕັ້ງ​ສັງຄົມ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ; ຫັນ​ເປັນ​ຫຼາກ​ຫຼາຍ​ບັນດາ​ປະ​ເພດ​ໂຮງຮຽນ ບັນດາ​ຮູບ​ການ​ສຶກສາ​ອົບຮົມ; ລະດົມ​ບັນດາ​ກຳ​ລັງສັງຄົມ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ທຸກ​ຢ່າງ​ຂອງ​ການ​ສຶກສາ; ວາງ​ເປັນ​ນິຕິ​ກຳ ຂໍ້​ກຳນົດ ກົດ​ລະບຽບກ່ຽວ​ກັບສິດ​ຜົນ​ປະ​ໂຫຍ​ດ, ພັນທະ, ຄວາມ​ຮັບຜິດຊອບ ຂອງ​ບັນດາ​ກຳ​ລັງ​ສັງຄົມ​ ທີ່​ເຂົ້າ​ຮ່ວມ​ໃນ​ພາລະກິດ​ການ​ສຶກສາ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ.

ທີ​ສອງ, ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຕ້ອງ​ໄດ້​ປະຕິບັດ​ທັງ​ດ້ານ​ລວງ​ກວ້າງ​ແລະ​ລວງ​ເລິກ ​ແນ​ໃສ່​ຍົກ​ສູນ​ຄຸນ​ນະພາ​ບຂອງຊັບພະຍາ​ກອນມະນຸດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ແລະ​ສາກົນ.

ດ້ານ​ໜຶ່ງ, ​ເພີ່ມ​ທະວີ​ການ​ລະດົມ​ທຸກ​ແຫຼ່ງພະລັງ​ສັງຄົມ​ໃຫ້​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ການ​ສຶກສາ. ສະ​ເພາະ​ການ​ກໍ່ສ້າງ​ບັນດາ​ພື້ນຖານ​ການ​ສຶກສາ-ຝຶກ​ອົບຮົມ, ລັດ​ສືບ​ຕໍ່​ອຳນວຍ​ເງື່ອນ​ໄຂ​ ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ ​ເຂົ້າຮ່ວມ​ການ​ເປີດ​ກວ້າງຕື່ມ​ອີກ ຖ້າ​ຫາກ​ພື້ນຖານ​ເຫຼົ່າ​ນັ້ນ​ມີ​ຄົບ​ເງື່ອນ​ໄຂ ​ຕາມ​ມາດຕະຖານ​ທີ່ລັດ​ກຳນົດ​ໄວ້; ຕ້ອງ​ເຜີຍ​ແຜ່​ຂໍ້​ມູນ​ຕ່າງໆ​ຢ່າງ​ລະອຽດ​ ກ່ຽວ​ກັບບັນດາ​ສະ​ຖາ​ບັນ​ການ​ສຶກສາ-ຝຶກ​ອົບ​ຮົບ ທີ່​ກຳລັງ​ເຄື່ອນ​ໄຫວ​ແລະ​ຈະ​ເຄື່ອນ​ໄຫວ ​ເພື່ອ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາແລະການ​ວິຈາ​ນຂອງ​ສັງຄົມ ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານຄຸ້ມ​ຄອງ​ບໍລິຫານ​ແລະ​ຄຸນ​ນະພາ​ບຂອງ​ການ​ສຶກສາ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ແກ້​ໄຂ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່ສະ​ຖາ​ບັນ​ການ​ສຶກສາ​ທີ່​ລະ​ເມີດ​ກົດ​ລະບຽບ​ຂອງ​ລັດ ນັບ​ທັງ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ລັດ​ແລະ​ສະ​ຖາ​ບັນ​ການ​ສຶກສານ​ອກພາກ​ລັດ, ຈົນກະທັ່ງ​ປິດ​ສະ​ຖາ​ບັນ​ການ​ສຶກສາທີ່ບໍ່​ຮັບປະກັນ​ມາດຕະຖາ​ນການ​ຝຶກອົບຮົມ ​ແລະ ລະ​ເມີດຂໍ້​ກຳນົດ​ຂອງ​ລັດ.

ດ້ານ​ອື່ນ, ສືບ​ຕໍ່​ເພີ່ມ​ທະວີຄວາມ​ຫຼາກ​ຫຼາຍຂອງ​ປະ​ເພດ​ໂຮງຮຽນ ທັງ​ໂຮງຮຽນ​ຂອງ​ລັດ​ແລະ​ໂຮງຮຽນ​ນອກ​ພາກ​ລັດ, ​ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ພັດທະນາປະ​ເພດ​ເຫຼົ່າ​ນີ້​ຢູ່​ໃນ​ລະດັບ​ສາມັນ​ສຶກສາ ​ແລະ​ອາຊີວະ​ສຶກສາ, ສ່ວນ​ໃນ​ລະດັບ​ມະຫາວິທະຍາ​ໄລ ພຽງ​ແຕ່​ພັດ​ທະນາຢູ່​ແຂວງ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງການຝຶດອົບຮົມ​ແຫຼ່ງບຸກຄະລາ​ກອນ​ໂດຍ​ກົງ​ໃຫ້​ທ້ອງ​ຖິ່ນ, ຈຳກັດ​ການ​ເປີດ​ໂຮງຮຽນ​ມະຫາວິທະຍາ​ໄລ​ໃໝ່​ຕື່ມ​ອີກ​ຢູ່​ໃນ​ນະຄອນ​ໃຫຍ່ໆ. ​ໃນ​ການ​ເປີດ​ໂຮງຮຽນ​ໃໝ່​ຕື່ມ​ອີກນັ້ນ, ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ແລະ​ມາດຕະຖານ​ທີ່​ລັດ​ໄດ້​ກຳນົດ, ນອກ​ນັ້ນ ສຳລັບ​ແຕ່ລະລະດັບ​ຕ້ອງ​ປະຕິບັດ​ແລະ​ຜັນ​ຂະຫຍາຍຢ່າງ​ລະອຽດ​ ໃຫ້​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ຂອງ​ພື້ນຖານ​ການ​ສຶກສາ​ທັນ​ສະ​ໄໝ. ສຳລັບ​ລະບົບ​ສາມັນ​ສຶກສາ ຕ້ອງ​ຮັບປະກັນ​ການ​ສຶກສາພັດທະນາມະນຸດ​ຢ່າງຮອບດ້ານ ​ແລະ ປະຕິບັດ​ການ​ແບ່ງ​ສາຍ​ການ​ສຶກສາຢ່າງ​ຈະ​ແຈ້ງ. ສຳລັບອາຊີວະ​ສຶກສາ, ວິ​ທະຍາ​ໄລ, ມະຫາວິທະຍາ​ໄລນັ້ນ ຕ້ອງ​ກໍ່ສ້າງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ບັນດາ​ໂຮງຮຽນສະຫະ​ສາຂາ​ວິຊາ​ຊີບ, ຫຼາຍ​ຂົງ​ເຂດ ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ເພື່ອສ້າງ​ແຫຼ່ງບຸກຄະລາ​ກອນ​ກັບ​ທີ່ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ທ້ອງ​ຖິ່ນ​ນັ້ນ, ປະກອບສ່ວນ​ກໍ່ສ້າງ​ສັງຄົມ​ແຫ່ງ​ການ​ຮຽນ​ຮູ້. ຄຽງ​ຂ້າງ​ນັ້ນ, ຕ້ອງ​ກໍ່ສ້າງ​ບັນດາ​​ໂຮງຮຽນມະຫາວິທະຍາ​ໄລ​ທີ່​ເປັນ​ຈຸດ​ໜັກ, ປາຍ​ແຫຼ​ງຂອງ​ຊາດ ​ເພື່ອຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະ​ສູງ​ແລະ​ຜູ້ຄົນ​ເກັ່ງ​ກ້າ, ພິ​ເສດ​ແມ່ນ​ໃຫ້​ບັນດາ​ຂະ​ແໜງ​ປາຍ​ແຫຼ​ມ​ແຫ່ງ​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. ຕາມ​ນັ້ນ ຕ້ອງ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຄັດ​ເລືອກ​ເອົາ​ນັກຮຽນ​ແລະ​ວິທີ​ການ​ຝຶກ​ອົບຮົມ​ຄື​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ ຕ້ອງ​ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ອຸປະກອນ ​ເຄື່ອງ​ປະກອບ, ບັນດາ​ເງື່ອນ​ໄຂ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ການ​ສຶກສາ​ທີ່​ທັນ​ສະ​ໄໝ.

ນອກຈາກ​ນັ້ນ, ການ​ສຶກສາ-ຝຶກ​ອົບຮົມ​ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ການ​ພັດທະນາ​ຂອງ​ສັງຄົມ, ພິ​ເສດ​ແມ່ນ​ຄວາ​ມຕ້ອງການ​ກ່ຽວ​ກັບກຳລັງ​ຄົນ. ລັດ​ຕ້ອງ​ມີ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນມະນຸດ​, ຄາດ​ໝາຍ​ຢ່າງ​ຊັດ​ເຈນ​ຄວາມ​ຕ້ອງການ​ກ່ຽວ​ກັບກຳລັງ​ຄົນ​ທີ່​ລະອຽດ​ໃນ​ແຕ່ລະ​ໄລຍະ, ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ເຂດ​ແລະ​​ແຕ່ລະ​ທ້ອງ​ຖິ່ນ. ຈາກ​ນັ້ນ ບັນດາ​ໂຮງຮຽນ​ຈະ​ກໍ່ສ້າງ​ແລະ​ຜັນ​ຂະຫຍາຍ​ແຜນການສຶກສາ​ອົບຮົມ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ໃນ​ປະ​ເທດ​ແລະ​ສາກົນ. ຫຼື​ລະອຽດ​ກວ່າ​ນັ້ນ, ບັນດາ​ໂຮງຮຽນ​ຈະ​ດຳ​ເນີນ​ການ​ສຶກສາ​ອົບຮົມ​ຕາມ​ໃບ​ສັ່ງ​ການ​ຂອງ​ລັດ ​ຫຼື​ຂອງ​ທ້ອງ​ຖິ່ນ ​ແນ​ໃສ່​ກໍ່ສ້າງ​ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ​ໃຫ້​ບັນດາ​ຂະ​ແໜງ​, ອາຊີບ​ທີ່​ພວມ​ໄດ້​ຮັບ​ການ​ພັດທະນາ.

​ໂຮງຮຽນ​ແລະ​ວິ​ສາ​ຫະກິດ​ສ້າງສາ​ຍພົວພັນ​ກັນແໜ້ນ​ແຟ້ນ, ກໍ່ສ້າງ​ກົນ​ໄກການ​ເຊື່ອມ​ໂຍງ ​ເພື່ອ​ໃຫ້​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ລະຫວ່າງ​ໂຮງຮຽນ​ແລະ​ວິ​ສາ​ຫະກິດ​ອາດ​ຈະ​ເຊື່ອມ​ຕໍ່​ກັນ​ໃນ​ການ​ຝຶກ​ອົບຮົມ ດ້ວຍ​ວິທີ​ ແຕ່ລະ​ປີ​ສົ່ງ​ພະນັກງານ ຄູ​ອາ​ຈາມ​ໄປ​ເຮັດ​ວຽກ​ຢູ່​ທີ່​ວິ​ສາ​ຫະກິດ ​ແລະ ກົງ​ກັນຂ້າມ ຜູ້​ທີ່​ມີຄວາມ​ຊຳນິ​ຊຳນານ, ມີ​ຄຸນສົມບັດ​ປະສົບ​ການຍາວ​ນານ​ຂອງ​ວິ​ສາ​ຫະກິດ ສາມາດ​ໄປ​ໂຮງຮຽນ​ເພື່ອ​ແນະນຳ​ການ​ປະຕິບັດ ການ​ຝຶກ​ງານຂອງ​ນັກ​ສຶກສາ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ​ເຂົ້າ​ເຖິງ​ໂຮງຮຽນ​ຕ່າງໆ​ເພື່ອຫາ​ແຫຼ່ງບຸກຄະລາ​ກອນ​ໃຫ້​ແກ່​ປະຈຸ​ບັນ​ແລະ​ອະນາຄົດ, ຖ້າ​ຫາດ​ມີ​ຄວາມ​ຕ້ອງການ ວິ​ສາ​ຫະກິດ​ກໍ່​ອາດ​ຈະ​ລົງທຶນ​ກ່ອນ​ສອງ​ສານ​ປີ ​ເພື່ອ​ພ້ອມ​ກັນ​ກັບ​ໂຮງຮຽນ​ເປີດ​ຂະ​ແໜງ​ວິຊາ​ໃໝ່ ​ແລະ ​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຝຶກ​ອົບຮົມ​ທີ່​ສູງ​ຂຶ້ນ ​ເພື່ອ​ຈະ​ໄດ້​ຮັບ​ແຫຼ່ງບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງຕາມ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ເອງ.

ດັ່ງ​ນັ້ນ, ການ​ເພີ່ມ​ທະວີ​ສາຍ​ພົວພັນ​ແໜ້​ນແຟ້ນລະຫວ່າງ​ລັດ-ທ້ອງ​ຖິ່ນ-ວິ​ສາ​ຫະກິດ-​ໂຮງຮຽນ ຈຶ່ງສາມາດ​ແກ້​ໄດ້​ເປັນ​ຢ່າງ​ດີ ສະພາບ​ການທັງຂາດ​ທັງ​ເຫຼືອບຸກຄະລາ​ກອນ ​ແລະ ​​ຄຸນ​ນະພາ​ບຂ​ອງ​ບຸກຄະລາ​ກອນບໍ່​ສູງ, ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ​​ໃນປະຈຸ​ບັນ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ວິທີ​ສຶກສາ​ອົບຮົມ ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້, ຄຸນສົມບັດ, ຄວາມ​ສາມາດ​ຂອງ​ຖັນ​ແຖວ​ຄູ​ອາຈານ​ແລະ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ.

ການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຕິດ​ແໜ້ນ​ກັບການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ-ຝຶກ​ອົບຮົມ​ຢ່າງພື້ນຖານ ຮອບດ້ານ. ຄຽງ​ຂ້າງກັບ​ການ​ດຶງ​ດູດການ​ລົງທຶນຈາກ​ແຫຼ່ງຕ່າງໆ, ການເພີ່ມ​ທະວີຄວາມ​ຫຼາກ​ຫຼາຍຂອງ​ປະ​ເພດ​ໂຮງຮຽນ​ແລະ​ຮູບ​ການ​ສຶກສາ​ອົບຮົມ,... ຕ້ອງ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ໂຄງການ​ຫຼັກສູດ, ວິທີ​ການ​ສຶກສາ ​ໃຫ້​ມີ​ຄວາມ​ສອດຄ່ອງ. ​ແຕ່​ວ່າ, ການປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ໂຄງການ​ຫຼັກສູດ, ວິທີ​ການ​ສຶກສາອົບຮົມ ຈະ​ມີ​ປະສິດທິ​ຜົນ​ຫຼື​ບໍ່​ນັ້ນ ​ແມ່ນ​ຂຶ້ນ​ກັບ​ຄຸນ​ນະພາ​ບ ຄວາມ​ສາມາດ​ຂອງຖັນ​ແຖວ​ຄູ​ອາຈານ ​ແລະ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ.

ການປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ໂຄງການ​ຫຼັກສູດ, ວິທີ​ການ​ສຶກສາ ຕ້ອງ​ໄດ້​ຕິດ​ແໜ້ນ​ກັບ​ການ​ຝຶກ​ອົບຮົມ​ແລະ​ຝຶກ​ອົບຮົມ​ຄືນ​ໃໝ່ ​ຖັນ​ແຖວ​ຄູ​ອາຈານ​ແລະພະນັກງານ​ຄຸ້ມ​ຄອງການ​ສຶກສາ. ພຽງ​ແຕ່​ຫຼັງ​ຈາກ​ນັ້ນ ບັນດາ​ຜູ້​ປະຕິບັດ​ງານ​ຈຶ່ງກຳ​ໄດ້​ແລະ​ຮູ້​ໄດ້​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ຄວາມ​ຕ້ອງການ, ຈຸດປະສົງ, ​ເນື້ອ​ໃນ​ຂອງ​ແຕ່ລະຊັ້ນ​ສຶກສາ, ​ແຕ່ລະສາຂາ​ວິຊາ ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ລະບຸ: “ພັດທະນາ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ຝຶກ​ອົບຮົມ. ດຳ​ເນີນ​ການ​ສ້າງ​ຖັນ​ແຖວ​ຄູ​ອາຈານ​ໃຫ້​ມີ​ມາດຕະຖານ​ຕາມ​ແຕ່​ລະ​ຊັ້ນ​ການ​ຮຽນ​ແລະ​ລະດັບ​ການອົບຮົມ​ສຶກສາ”(3). ສຳລັບຄູ​ອາຈານ, ຕ້ອງ​ກໍ່ສ້າງ​ຂອບ​ມາດຕະຖານ​ໃໝ່​ທີ່​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງການ​ອົບຮົມ​ສຶກສາ​ມະນຸດ​ຢ່າງຮອບດ້ານ ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ທ່າ​ອຽງ​ໂລກາ​ພິວັດ. ສຳ​ລັດ​ພະນັກງານ​ຄຸ້ມ​ຄອງການ​ສຶກສາ, ນອກຈາກ​ວິຊາ​ສະ​ເພາະ​ແລ້ວ ຍັງ​ຕ້ອງ​ມີ​ຄວາມ​ຮູ້​ເລິກ​ເຊິ່ງກ່ຽວ​ກັບ​ຄຸນຄ່າ​ມະນຸດ, ຄຸນຄ່າ​ສັງຄົມ, ຄຸນຄ່າ​ວັດທະນະທຳ​ຂອງ​ຍຸກ​ສະ​ໄໝ​ໃໝ່; ຕ້ອງ​ຈຳ​ແນ​ກຢ່າງ​ຈະ​ແຈ້ງ​ການ​ອົບຮົມ​ສຶກສາ​ພະນັກງານຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ສຶກສາ ​ແລະ ພະນັກງານ​ຄຸ້ມ​ຄອງ​ກ່ຽວ​ກັບ​ວິຊາ​ອາຊີບ ວິຊາ​ສະ​ເພາະ.

ຕໍ່​ຈາກ​ນັ້ນ​ແມ່ນ​ຕ້ອງ​ມີ​ກົນ​ໄກ ນະ​ໂຍບາຍ​ ເພື່ອ​ຍົກ​ສູງ​ລະດັບວິຊາ​ສະ​ເພາະ​ຂອງ​ຖັນ​ແຖວ​ຄູ​ອາຈານ ຊຶ່ງ​ເປັນ​ປັ​ດ​ໄຈ​ທີ່​ມີ​ບົດບາດ​ຕັດສິນຄຸນ​ນະພາ​ບຂອງ​ການ​ສຶກສາ-ຝຶກ​ອົບຮົມ. ຢາກ​ກໍ່ສ້າງ​ຖັນ​ແຖວ​ຄູ​ອາຈານ​ທີ່​ມີ​ຄຸນສົມບັດ​ແລະ​ຄວາມ​ສາມາດ​ນັ້ນ ​ແມ່ນ​ຕ້ອງດຳ​ເນີນ​ການ​ບຳລຸງ​ອົບຮົມ​ຢ່າງ​ເປັນ​ປະຈຳ, ຕ້ອງ​ເຮັດ​ໃຫ້​ຖັນ​ແຖວ​ຄູ​ອາຈານ​ມີ​ມາດຕະຖານ​ຕາມ​ແຕ່​ລະ​ຊັ້ນ​ການ​ຮຽນ​ແລະ​ລະດັບ​ການອົບຮົມ​ສຶກສາ; ສົມທົບ​ເປັນ​ຢ່າງ​ດີ​ລະຫວ່າງ​ການ​ສິດສອນ ກັບ​ການ​ຄົ້ນຄວ້າ​ວິທະຍາສາດ ​ແນ​ໃສ່​ຍົກ​ສູງ​ລະດັບ​ວິຊາ​ອາຊີບ ວິຊາ​ສະ​ເພາະ​ໃຫ້​ຄູ​ອາຈານ; ມີ​ນະ​ໂຍບາຍ​ເງິນ​ເດືອນ​ທີ່​​ເໝາະ​ສົມ ​ເພື່ອ​ໃຫ້​ຄູ​ອາຈານ​ມີ​ຊີວິດ​ຢູ່​ດ້ວຍ​ເງິນ​ເດືອນ​ຂອງ​ຕົນ, ສຸດ​ອົກ​ສຸດ​ໃຈ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສິດສອນ; ມີ​ລະບອບ​ເອື້ອ​ເຟື້ອ​ເກື້ອກູນ​ທີ່​ດີ​ ​ແນ​ໃສ່​ດຶງ​ດູດນັກວິທະຍາສາດ, ຄູ​ອາຈານ​ເກັ່ງ​ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ມາ​ຮ່ວມການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ສິດສອນ ຢູ່​ໂຮງຮຽນ​ມະຫາວິທະຍາ​ໄລ​ຫວຽດນາມ, ພິ​ເສດ​ແມ່ນ​ຢູ່​​ໂຮງຮຽນມະຫາວິທະຍາ​ໄລ​ສ້າງ​ຄູ; ມີ​ນະ​ໂຍບາຍ​ພິ​ເສດ​ເພື່ອ​ດຶງ​ດູດ​ນັກຮຽນ​ທີ່​ມີ​ຄວາມ​ສາມາດ​ໃຫ້​ເຂົ້າຮຽນ​ໃນ​ວິຊາ​ສ້າງ​ຄູ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ແລະ​ເພີ່ມ​ທະວີ​ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ​ການ​ກວດກາ, ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມ.

​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ບັນດາ​ກົນ​ໄກ ນະ​ໂຍບາຍ​ທີ່​ລະອຽດ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນ​ໃສ່ອຳນວຍ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ປະຕິບັດ​ວຽກ​ງານຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ ຢ່າງ​ມີ​ປະສິດທິ​ຜົນ. ລັດ​ຕ້ອງ​ມີ​ຂໍ້​ກຳນົດ​ທີ່​ລະອຽດ ​ໂປ່​ງ​ໃສກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ມີ​ກົນ​ໄກ ນະ​ໂຍບາຍ​ປະພຶດ​ແບບ​ສະ​ເໝີ​ພາບ ລະຫວ່າງສະ​ຖາ​ບັນ​ການ​ສຶກສາ-ຝຶກ​ອົບຮົມ​ຂອງ​ລັດ ​ແລະ ສະ​ຖາ​ບັນ​ການ​ສຶກສາ-ຝຶກ​ອົບຮົມ​ນອກ​ພາກ​ລັດ; ປົກ​ປ້ອງ​ສິດທິ​ໃນ​ການ​ກຳມະສິດ​ຂອງ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ ​ເມື່ອ​ເຂົ້າ​ຮ່ວມ​ໃນ​ການ​ລົງທຶນ; ປົກ​ປ້ອງ​ເສລີພາບ​ໃນ​ການ​ຄັດ​ເລືອກ​ຮູບ​ການ​ລົງທຶນ ກໍ່​ຄືຄັດ​ເລືອກກົນ​ໄກ​ເຄື່ອນ​ໄຫວ (ກຳ​ໄລ, ບໍ່​ຫວັງ​ຜົນ​ກຳ​ໄລ...). ບູລະນະ​ບັນດາ​ກົນ​ໄກ ນະ​ໂຍບາຍ​ເປີດ​ກວ້າງບັນດາ​ຮູບ​ແບບ​​ສົ່ງ​ເສີມ​ການ​ສຶກສາ ສົ່ງ​ເສີມ​ຜູ້​ຄົນ​ເກັ່ງ​ກ້າ. ກໍ່ສ້າງ​ກົນ​ໄກ​ເງິນ​ເດືອນ, ປະກັນ​ໄພ​ສັງຄົມ... ທີ່​ເໝາະ​ສົມ​ກັບ​ຜູ້​ອອກ​ແຮງ​ງານ ​ແນ​ໃສ່​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງສະຖາບັນ​ການ​ສຶກສາ​ຂອງ​ລັດ ​ແລະ​ສະຖາບັນ​ການ​ສຶກສານ​ອກພາກ​ລັດ. ດ້ານ​ອື່ນ, ລັດ​ຕ້ອງ​ປະກາດ​ໃຊ້​ກົດ​ລະບຽບກ່ຽກັບ​ການຕິ​ຊົມ​ສັງຄົ​ມ ​ແນ​ໃສ່​ສ້າງ​​ເງື່ອນ​ໄຂ​ແລະ​ເສີມ​ຂະຫຍາຍບົດບາດ​ຕິດຕາມ​ກວດກາ, ​ໃຫ້​ຄຳ​ປຶກສາ, ປະ​ເມີນ​ຜົນ... ຂອງ​ສັງຄົມ​ໃຫ້​ແກ່​ຂົງ​ເຂດ​ການ​ສຶກສາ.

ປ່ຽນ​ແປງ​ໃໝ່ວິທີ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ, ​ເຊັ່ນ: ກ່ຽວ​ກັບ​ວຽກ​ງານ​ການ​ຄຸ້ມ​ຄອງ, ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ ຕໍ່​ບັນດາ​ສະຖາບັນ​ການ​ສຶກສາ​ຂອງ​ລັດ, ສະຖາບັນ​ການ​ສຶກສານ​ອກພາກ​ລັດ; ​ກຳນົດ​ໜ້າ​ທີ່​ແລະ​ແບ່ງປັນ​ວຽກ​ງານຂອງ​ແຕ່ລະ​ຂັ້ນ, ສາຂາ​ຢ່າງ​ຊັດ​ເຈນ; ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມຢູ່​ຂັ້ນ​ຕ່າງໆ ​ເພື່ອລວມສູນ​ການ​ຊີ້​ນຳ, ຈັດ​ຕັ້ງ ​ແລະ ​ເພີ່ມ​ທະວີ​ການສົມທົບ​ຂະ​ແໜງ​ຕ່າງໆ​ໃນ​ການຈັດ​ຕັ້ງ​ປະຕິບັດ; ກຳນົດ​ແຈ້ງ​ໜ້າ​ທີ່ຮັບຜິດຊອບ, ​ເປົ້າ​ໝາຍ, ​ເນື້ອ​ໃນ, ຮູບ​ແບບ​ການ​ຄຸ້ມ​ຄອງຂອງ​ສະ​ຖາ​ບັນ​ການ​ສຶກສາ; ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮ​ມ​ແຫ່ງ​ຊາດ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ຂອງ​ບັນດາ​ອົງການ​ສັງຄົມ​ແລະ​ບຸ​ຄົນ ຕໍ່​ການ​ລົງທຶນ ກໍ່​ຄື​ຕໍ່​ໂຄງການ​ສຶກສາ. ກ່ຽວ​ກັບ​ວຽກ​ງານ​ການວາງ​ແຜນ​ກຳນົດ, ລັດ​ຕ້ອງ​ກວດຄືນ, ປັບປຸງ​ເພີ່ມ​ເຕີມ, ສຳ​ເລັດ​ການ​ວາງ​ແຜນ​ກຳນົດຂະ​ແໜງ​ການ, ​ແຜນ​ກຳນົດ​ເຄືອ​ຂ່າຍ​ສະ​ຖາ​ບັນ​ການ​ສຶກສາ ນັບ​ແຕ່​ຊັ້ນ​ອະນຸບານເຖິງຊັ້ນ​ເໜືອ​ມະຫາວິທະຍາ​ໄລ​ໃນ​ແຕ່​ລະ​ພື້ນ​ທີ່​ ຢ່າງ​ເໝາະ​ສົມ. ສືບ​ຕໍ່​ຍູ້​ແຮງການ​ຫັນ​ເປັນ​ສັງຄົມ​ຕໍ່​ບັນດາ​ສະຖາບັນ​ການ​ສຶກສາ​ຂອງ​ລັດ ທີ່​ມີ​ຄວາມ​ສາມາດ​ຮັບປະກັນ​ການ​ໃຊ້​ຈ່າຍ​ເຄື່ອນ​ໄຫວ​ທັງ​ໝົດ​ດ້ວຍ​ຕົນ​ເອງ ຕາມ​ທິດ​ມອບ​ໝາຍ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ ທາງ​ດ້ານ​ການ​ປະຕິບັດ​ໜ້າ​ທີ່, ການ​ເງິນ, ບຸກຄະລາ​ກອນ ​ແລະ ສົ່ງ​ເສີມ​ການ​ສ້າງ​ຕັ້ງບັນດາ​ອົງການ​ສະໜອງ​ໃຫ້​ບໍລິການ​ສາທາລະນະ ​ໃນ​ຂົງ​ເຂດ​ການ​ສຶກສາ-ຝຶກ​ອົບຮົ​ມ. ດ້ານ​ອື່ນ, ສຳລັບ​ບັນດາ​ໂຄງການ​ກ່ຽວ​ກັບ​ການ​ສຶກສາ, ລັດຄວນ​ປະກາດ​ເປີດ​ເຜີຍ​ກ່ຽວ​ກັບ​ແຜນ​ກຳນົດ​ຂະ​ແໜງ​ການ, ​ແຜນ​ກຳນົດ​ເຄືອ​ຂ່າຍ, ​ແຜນ​ກຳນົດ​ທີ່​ດິນ, ລາຍ​ຊື່​ໂຄງການທີ່​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ... ​ແນ​ໃສ່​ດຶງ​ດູດ​​ການ​ລົງທຶນ​ຈາກແຫຼ່ງພະລັງ​ຕ່າງໆ​ໃຫ້​ໄດ້ເປັນ​ຢ່າງ​ດີ. ກ່ຽວ​ກັບ​ວຽກ​ງານ​ການ​ກວດກາ ຕິດຕາມ​ກວດກາ, ລັດ​ສືບ​ຕໍ່​ປັບປຸງ​ບູລະນະລະບົບ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ​ເພີ່ມ​ທະວີ​ການກວດກາ, ຕິດຕາມ​ກວດກາ​ຕາມ​ກຳນົດ​ເວລາ ຕໍ່​ບັນດາ​ໂຄງການ​ສຶກສາ​ອົບຮົມ ​ແລະ ຄຸນນະພາບການ​ສຶກສາ​ ຂອງບັນດາ​ສະ​ຖາ​ບັນ​ການ​ສື​ກສາ; ​ເປີດ​ເຜີຍ​ຜົນ​ຂອງ​ການ​ກວດກາ. ກຳນົດ​ເງື່ອນ​ໄຂ​ການ​ປະກັນ​ຄຸນ​ນະພາ​ບ ​ແລະ ຄຸ້ມ​ຄອງ​ຂະ​ບວນວິວັດ​ການ​ສຶກສາ​ອົບຮົມ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ຄຸນ​ນະພາບສົ້ນ​ອອກ; ກໍ່ສ້າງ​ລະບົບ​ການກວດ​ສອບທີ່​ເປັນ​ເອກະລາດ. ປະຕິບັດ​ກົນ​ໄກ​ຜູ້​ຮຽນ​ເຂົ້າ​ຮ່ວ​ມໃນ​ການ​ປະ​ເມີນ​ຜົນຂະ​ບວນວິວັດ​ການ​ເຄື່ອນ​ໄຫວ​​ສຶກສາ​ອົບຮົມ; ຄູ​ອາຈານ​​ເຂົ້າ​ຮ່ວມ​​ໃນການປະ​ເມີນ​ຜົນຂອງ​ພະນັກງານ​ຄຸ້ມ​ຄອງ; ສະ​ຖາ​ບັນ​ການ​ສຶກສາ​ອົບຮົມ​ເຂົ້າ​ຮ່ວມ​ໃນ​ການປະ​ເມີນ​ຜົນ​ຂອງ​ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ສຶກສາ.

ທີ​ຫ້າ, ​ເພີ່ມ​ທະວີ​ການ​ລະດົມ​ບັນດາ​ແຫຼ່ງທຶນ​ໃຫ້​ແກ່​ການ​ສຶກສາ ແລະ ​ນຳ​ໃຊ້​ແຫຼ່ງທຶນ​ເຫຼົ່າ​ນັ້ນຢ່າງ​ມີ​ປະສິດທິ​ຜົນ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ພ້ອມ​ກັນ​ກັບ​ແຜນ​ນະ​ໂຍບາຍຫັນ​ການ​ສຶກສາ​ເປັນ​ແບບ​ສັງຄົມ, ງົບປະມານຂອງ​ລັດ​ທີ່​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍພໍຄວ​ນ, ​ແຕ່​​ເມື່ອທຽບ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ກໍ່​ເຫັນ​ວ່າ ລະດັບ​ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ອົບຮົມ ຄິດ​ໄລ່​ຕາມ​ຫົວ​ຄົນ​ຂອງ​ປະ​ເທດ​ເຮົາ ​ແມ່ນ​ຍັງ​ຕ່ຳ. ດັ່ງ​ນັ້ນ, ຄວນ​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ຫຼາຍ​ກວ່າ​ອີກ ​ເພື່ອສ້າງ​ໃຫ້​ມີ​ການປ່ຽນ​ແປງ​ໂດຍ​ພື້ນຖານ​ ກ່ຽວ​ກັບ​ຂະໜາດ​ແລະ​ຄຸນນະພາບການ​ສຶກສາ. ດ້ວຍ​ງົບປະມານ 20% ຂອງ​ລັດ​ທີ່​ລົງ​ໃຫ້​ແກ່​ການ​ສຶກສາ, ລັດ​ຄວນ​ລວມສູນ​ການ​ລົງທຶນ​ເຂົ້າ​ໃນບາງ​ຊັ້ນ​ສຶກສາ ​ແລະ ບັນດາ​ໂຮງຮຽນທີ່​ສຳຄັນ​ໃນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ. ຄວນ​ໃຫ້​ບຸລິມະສິດ​ແກ່​ການ​ສຶກສາ​ອະນຸບານ ​ແລະ ມັດທະຍົມ​ສຶກສາ ​ແນ​ໃສ່​ບັນລຸ​ເປົ້າ​ໝາຍສຳ​ເລັດ​ການ​ເຜີຍ​ແຜ່​ການ​ສຶກສາ​ອະນຸບານ​ທົ່ວ​ໄປ​ໃຫ້​ເດັກ​ອາຍຸ 5 ປີ, ຍົກ​ສູງ​ຄຸນ​ນະພາ​ບການ​ເຜີ​ຍ​ແຜ່​ການ​ສຶກສາ​ທົ່ວ​ໄປ ​ໃນ​ຊຸມ​ປີ​ຕໍ່​ໄປ ​ແລະ ຫລຸດ​ຜ່ອນຍົກ​ເວັ້ນຄ່າ​ທຳນຽມ​ການ​ສຶກສາສາມັນ​ກ່ອນ​ປີ 2020.

ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ລະດົມ​ການ​ປະກອບສ່ວນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ເສດຖະກິດ-ສັງຄົມ, ນຳ​ໃຊ້​ແຫຼ່ງບຸກຄະລາ​ກອນ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລ້ວ​ຢ່າງ​ມີ​ປະສິດ​ທີ​ຜົນ. ສົ່ງ​ເສີມ​ການ​ເຊື່ອມ​​ໂຍງ​ການ​ສຶກສາ​ກັບ​ບັນດາ​ສະຖາບັນ​ການ​ສຶກສາ​ເອກະ​ຊົນ​ທີ່​ມີ​ອິດທິພັນ ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ. ມີ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ແຂ່ງຂັນ​ທີ່​ເປັນ​ທຳ​ໃນ​ການ​ສຶກສາ-ຝຶກ​ອົບຮົມ./.

​ໂດນ ປອ. ຟ້າ​ມທີ້ທູ​ເຮືອງ
​ໂຮ​ງຮຽນມະຫາວິທະຍາ​ໄລ​ອຸດສາຫະກຳ ຮ່າ​ໂນ້ຍ

-------------------

(1) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 114.

(2) ຫງວຽນ​ມິ​ງ​ເຟືອງ: ຍູ້​ແຮງ​ການຫັນ​ການ​ສຶກສາມ ສາທາ​ລະນະ​ສຸກ ​ເປັນ​ແບບ​ສັງຄົມ ຢູ່​ຫວຽດນາມ, ສພຈ. ການ​ເມືອງ​​ແຫ່ງຊາດ-ຊື້​ເທິ້ດ, ຮ່າ​ໂນ້ຍ, 2012, ໜ້າ 258.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ​ເອກະສານ​ທີ່​ໄດ້​ແນະນຳ, ໜ້າ 117.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ