“ບົດກະວີຢູ່ໃນສະຖາປັດຕະຍະກຳ ຂອງລາຊະວັງ ເຫວ້” ຊຶ່ງຄະນະກຳມະການ ໂຄງການຄວາມຈຳຂອງໂລກ ໃນພາກພື້ນອາຊີ-ປາຊີຟິກ ໄດ້ຮັບຮອງວ່າ ເປັນມໍລະດົກຂໍ້ມູນຂອງໂລກ
ວກ.ອອນໄລ - ພັກແລະລັດຫວຽດນາມໄດ້ກຳນົດວ່າ ວັດທະນະທຳເປັນພື້ນຖານທາງຈິດໃຈທີ່ໝັ້ນຄົງຂອງສັງຄົມ, ແມ່ນກຳລັງແຮງພາຍໃນສຳຄັນ ທີ່ຮັບປະກັນການພັດທະນາຢ່າງຍືນຍົງ. ໃນສະພາບການໂລກາພິວັດປະຈຸບັນ, ເພື່ອປະຕິບັດຈຸດໝາຍດັ່ງກ່າວນັ້ນ, ຮຽກຮ້ອງໃຫ້ຕ້ອງເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນທາງດ້າວັດທະນະທຳ, ຮັບເອົາສິ່ງຍອດຢ້ຽມໃນວັດທະນະທຳຂອງມະນຸດ, ເສີມສ້າງວັດທະນະທຳແຫ່ງຊາດ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປະກອບສ່ວນຍົດສູງຖານະທີ່ຕັ້ງ ແລະອິດທິພົນຂອງຫວຽດນາມໃນເວທີສາກົນ.
ການໂລກາພິວັດ ແລະ ທັດສະນະເຊື່ອມໂຍງສາກົນ ຂອງຫວຽດນາມ
ການໂລກາພິວັດ (ຕາມຄວາມເຂົ້າໃຈທົ່ວໄປ) ແມ່ນສະຖານະພາບສັງຄົມໜຶ່ງທີ່ມີບັນດາສາຍເຊື່ອມໂຍງໃນຂອບເຂດທົ່ວໂລກທາງດ້ານເສດຖະກິດ ວັດທະນະທຳ ການເມືອງ ສັງຄົມ ສິ່ງແວດລ້ອມ ແລະ ບັນດາສາຍການຕິດຕໍ່ທີ່ຮັດແຄບຊ່ອງວ່າງ ແລະ ເຮັດໃຫ້ບັນດາເສັ້ນຊາຍແດນແຫ່ງຊາດຈືດຈາງໄປ. ໃນດ້ານອື່ນ, ການໂລກາພິວັດແມ່ນການປ່ຽນແປງສັງຄົມ, ການເຊື່ອມຕໍ່ກັນລະຫວ່າງບັນດາສັງຄົມ ແລະ ບັນດາປັດໃຈຂອງມັນນັບມື້ນັບເພີ່ມຂຶ້ນ ຍ້ອນຂະບວນການແຊກຊ້ອນກັນທາງດ້ານວັດທະນະທຳ ສົມທົບກັບການເພີ່ມທະວີການຄົມມະນະຄົມ ແລະ ເຕັກໂນໂລຊີສື່ສານ ປະກອບສ່ວນຊຸກຍູ້ເສດຖະກິດລະຫວ່າງປະເທດແລະການແລກປ່ຽນວັດທະນະທຳ. ປະຈຸບັນນີ້, ການໂລກາພິວັດໄດ້ກາຍເປັນທ່າອຽງພາວະວິໄສ, ເປັນຄວາມຈິງທີ່ມີຊີວິດຊີວາຂອງໂລກ, ພາໃຫ້ແຕ່ລະປະເທດ ຢືນຢູ່ຕໍ່ໜ້າໂອກາດທີ່ດີ ພ້ອມທັງສິ່ງທ້າທາຍທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນບັນດາປະເທດກຳລັງພັດທະນາ, ໃນນັ້ນມີຫວຽດນາມ.
ກໍ່ຄືກັນກັບຄວາມສຳນຶກ “ການໂລກາພິວັດ”, ໃນພາກຕົວຈິງປະຈຸບັນ ກໍ່ຍັງມີຄວາມເຂົ້າໃຈທີ່ແຕກຕ່າງກັນກ່ຽວກັບ “ການເຊື່ອມໂຍງສາກົນ”. ອາດຈະແມ່ນ, ການເຂົ້າເຖິງທີ່ສອດຄ່ອງທີ່ສຸດແມ່ນ ພິຈາລະນາການເຊື່ອມໂຍງເປັນຂະບວນການເປີດປະຕູປະເທດ ແລະ ເຂົ້າຮ່ວມໃນທຸກດ້ານຂອງຊີວິດສາກົນ ຊຶ່ງກົງກັນຂ້າມກັບສະຖານະປິດປະຕູປະເທດ, ຢູ່ໂດດດ່ຽວ ຫຼືມີການພົວພັນແລກປ່ຽນສາກົນໜ້ອຍລົງ. ຕາມນັ້ນ, ການເຊື່ອມໂຍງສາກົນ ໄດ້ເຂົ້າໃຈວ່າເປັນຂະບວນວິວັດການເຄື່ອນໄຫວພົວພັນຕິດຕໍ່ລະຫວ່າງບັນດາປະເທດນຳກັນ ອີງໃສ່ການແບ່ງປັນຜົນປະໂຫຍດ, ເປົ້າໝາຍ, ຄຸນຄ່າ, ແຫຼ່ງພະລັງ, ອຳນາດ (ອຳນາດຕັດສີນນະໂຍບາຍ) ແລະ ປະຕິບັດຕາມບັນດາ “ກົດລະບຽບ” ທົ່ວໄປໃນຂອບເຂດບັນດາການຈັດຕັ້ງຫຼືອົງການສາກົນ.
ຫວຽດນາມມີແນວຄິດເຊື່ອມໂຍງມາແຕ່ດົນນາມແລ້ວ, ນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ (ປີ 1995), ຫວຽດນາມໄດ້ດຳເນີນເປັນແຕ່ລະກ້າວຢ່າງໜັກແໜ້ນ ນັບທັງໃນການວາງແຜນນະໂຍບາຍແລະໃນການເຄື່ອນໄຫວຕົວຈິງ, ໄປແຕ່ການຮ່ວມມືເຖິງການເຊື່ອມຕໍ່ ເຊື່ອມໂຍງ; ແຕ່ການເຊື່ອມໂຍງພາກພື້ນ, ຫຼາຍພາກພື້ນ ເຖິງການເຊື່ອມໂຍງເສດຖະກິດທົ່ວໂລກ. ພິເສດ, ກ້າວເຂົ້າສູ່ສະຕະວັດທີ XXI, ດ້ວຍແຜນນະໂຍບາຍ “ເສີມຂະຫຍາຍແຫຼ່ງພະລັງພາຍໃນປະເທດ, ພ້ອມກັນນັ້ນກໍ່ຍາດແຍ່ງເອົາແຫຼ່ງພະລັງພາຍນອກ”, ວັນທີ 27 ພະຈິກ 2001, ກົມການເມືອງສູນກາງພັກໄດ້ອອກມະຕິສະບັບທີ 07-NQ/TW “ກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ” ດ້ວຍເປົ້າໝາຍເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນ ແນໃສ່ເປີດກວ້າງຕະຫຼາດ, ຍາດແຍ່ງເອົາທຶນ ເຕັກໂນໂລຊີ ຄວາມຮູ້ກ່ຽວກັບການຄຸ້ມຄອງບໍລິຫານ ເພື່ອຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝຕາມທິດສັງຄົມນິຍົມ, ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມຍຸຕິທຳ ປະຊາທິປະໄຕ ສີວິໄລ.
ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ປີ 2011) ໄດ້ຂີດໝາຍບາດກ້າວພັດທະນາໃໝ່ ໃນຂະບວນວິວັດການເຊື່ອມໂຍງສາກົນຂອງຫວຽດນາມ ດ້ວຍການວາງແນວທາງການຕ່າງປະເທດດ້ານວັດທະນະທຳໃນໄລຍະການພັດທະນາໃໝ່ ຄື “ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ”. ຈາກ “ການເຊື່ອມໂຍງເສດຖະກິດສາກົນ” ຫັນໄປສູ່ “ເຊື່ອມໂຍງສາກົນຢ່າງຮອບດ້ານ” ແມ່ນບາດກ້າວພັດທະນາທີ່ສຳຄັນກ່ຽວກັບຈິນຕະນາການການຕ່າງປະເທດຂອງພັກເຮົາ. ນີ້ບໍ່ພຽງແຕ່ແມ່ນຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສະເພາະຂົງເຂດເສດຖະກິດ ຫຼືຂົງເຂດລະອຽດໜຶ່ງເທົ່ານັ້ນ ຫາກແມ່ນຄວາມຕັ້ງໜ້າເປີດກວ້າງການເຊື່ອມໂຍງສາກົນ ດ້ວຍຂະໜາດໃຫຍ່ຮອບດ້ານ ໃນບັນດາຂົງເຂດເສດຖະກິດ ການເມືອງ ວັດທະນະທຳ ສັງຄົມ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ,...
ຮອດປີ 2013, ໂດຍພື້ນຖານ ຫວຽດນາມໄດ້ເຊື່ອມໂຍງເສດຖະກິດໃນລະດັບທົ່ວໂລກ ແລະ ບັນລຸຜົນສຳເລັດທີ່ແນ່ນອນ. ຈາກພຶດຕິກຳນັ້ນ, ກົມການເມືອງໄດ້ອອກມະຕິສະບັບທີ 22-NQ/TW, ວັນທີ 10ເມສາ 2013, ກ່ຽວກັບການເຊື່ອມໂຍງສາກົນ, ເພື່ອເພີ່ມທະວີຄວາມເປັນເຈົ້າການ ຕັ້ງໜ້າເຊື່ອມໂຍງສາກົນ, ພາການເຊື່ອມໂຍງຂອງຫວຽດນາມໄປສູ່ໄລຍະການພັດທະນາໃໝ່ - ເຊື່ອມໂຍງຮອບດ້ານ, ເຊື່ອມໂຍງໃນທຸກຂົງເຂດ, ໃນນັ້ນເຊື່ອມໂຍງເສດຖະກິດເປັນຈຸດໜັກໃຈກາງ, ເຊື່ອມໂຍງໃນບັນດາຂົງເຂດອື່ນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການເຊື່ອມໂຍງເສດຖະກິດເລິກເຊິ່ງກວ່າ ມີປະສິດທິຜົນກວ່າ, ປະກອບສ່ວນທີ່ຕັ້ງໜ້າແລະມີປະສິດທິຜົນ ເຂົ້າໃນການພັດທະນາເສດຖະກິດ, ກໍ່ສ້າງແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ເລື່ອງນີ້ສືບຕໍ່ໄດ້ຊາບຊຶມຢູ່ໃນມະຕິສະບັບທີ 33-NQ/TW, ວັນທີ 9 ມິຖຸນາ 2014, ກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ, ຜູ້ຄົນຫວຽດນາມ ຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ ແລະ ໃນລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ: “ເປັນເຈົ້າການເຊື່ອມໂຍງສາກົນທາງດ້ານວັດທະນະທຳ, ຮັບເອົາສິ່ງຍອດຢ້ຽມໃນວັດທະນະທຳຂອງມະນຸດຊາດ. ເປັນເຈົ້າການເປີດກວ້າງການຮ່ວມມືດ້ານວັດທະນະທຳກັບຕ່າງປະເທດ, ປະຕິບັດຮູບການພົວພັນວັດທະນາທຳຕ່າງປະເທດທີ່ຫຼາກຫຼາຍ, ພັດທະນາການພົວພັນສາກົນທາງດ້ານວັດທະນະທຳໃຫ້ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນແທ້ຈິງ; ຮັບເອົາສິ່ງຍອດຢ້ຽມຂອງວັດທະນະທໂລກຢ່າງມີການເລືອກເຟັ້ນ, ເຮັດໃຫ້ວັດທະນະທຳຂອງຊາດອຸດົມສົມບູນຍິ່ງຂຶ້ນ”(1).
ດ້ວຍທັດສະນະກຳນົດທິດນີ້, “ຍຸດທະສາດວັດທະນະທຳການຕ່າງປະເທດຂອງຫວຽດນາມຮອດປີ 2020 ແລະວິໄສທັດຮອດປີ 2030” ໄດ້ວາງເປົ້າໝາຍ ເປັນເຈົ້າການເຊື່ອມໂຍງສາກົນທາງດ້ານວັດທະນະທຳ ເພື່ອໂຄສະນາເຜີຍແຜ່ຄຸນຄ່າວັດທະນະທຳຂອງຫວຽດນາມອອກສູ່ທົ່ວໂລກ, ຮັບເອົາສິ່ງຍອດຢ້ຽມໃນວັດທະນະທຳຂອງມະນຸດຊາດ ແນໃສ່ກໍ່ສ້າງພື້ນຖານວັດທະນະທຳແລະຜູ້ຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ, ຍົກສູງຖານະທີ່ຕັ້ງ ອິດທິພົນສາກົນຂອງປະເທດຊາດ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
ນີ້ແມ່ນແຜນນະໂຍບາຍ, ແນວຄິດທີ່ຖືກຕ້ອງ, ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດຮອບດ້ານຂອງພັກເຮົາກ່ຽວກັບບັນຫານີ້, ຍ້ອນວ່າ ຮັກສາເອກະລັກວັດທະນະທຳຂອງຊາດໄວ້ໄດ້ ແມ່ນຮັກສາຫຼັກໝັ້ນເອກະລັກຂອງຊາດ ເພື່ອ “ເຊື່ອມໂຍງແຕ່ບໍ່ຖືກເສື່ອນລະລາຍ”. ຄືແນວນັ້ນ, ອາດຈະເຫັນຂະບວນວິວັດການເຊື່ອມໂຍງສາກົນ ແລະ ເຂົ້າຮ່ວມການໂລກາພິວັດຂອງຫວຽດນາມ ສະແດງໃຫ້ເຫັນເຖິງຈິດໃຈທັງປະດິດສ້າງ ເປັນເຈົ້າການ, ທັງຊັ່ງຊາ ຮອບຄອບ, ປະຕິບັດເປັນແຕ່ລະກ້າວ ການສະເໜີແຜນນະໂຍບາຍ ກໍ່ຄືການກະທຳຕົວຈິງທີ່ໜັກແໜ້ນຂອງພັກ ແລະ ລັດເຮົາ.
ຄວາມເປັນເຈົ້າການແລະຕັ້ງໜ້າຂອງຫວຽດນາມ ໃນການເຊື່ອມໂຍງສາກົນ ທາງດ້ານວັດທະນະທຳ ໃນເວລາທີ່ຜ່ານມາ
ການເຊື່ອມໂຍງສາກົນທາງດ້ານວັດທະນະທຳໄດ້ສະແດງອອກແຕ່ດົນແລ້ວ ແລະ ນັບມື້ນັບມີລັກສະນະເປັນເຈົ້າການ, ຕັ້ງໜ້າ ເມື່ອຜັນຂະຫຍາຍບັນດາແຜນນະໂຍບາຍ, ແນວທາງຂອງພັກແລະລັດ. ໃນເວລາທີ່ຜ່ານມາ, ໂດຍຮັບຮູ້ໄດ້ຄວາມສຳຄັນຂອງຂະບວນວິວັດໂລກາພິວັດ ແລະ ການເຂົ້າຮ່ວມສະໜາມເກມທົ່ວໂລກ, ຫວຽດນາມໄດ້ມີນະໂຍບາຍເຂົ້າຮ່ວມຂະບວນວິວັດນີ້ຢ່າງເປັນເຈົ້າການ. ອາດຈະເຫັນວ່າ, ສິ່ງທີ່ສອດຮ້ອຍຕະຫຼອດໃນແນວທາງ, ນະໂຍບາຍ ກໍ່ຄືພຶດຕິກຳແຫ່ງການເຄື່ອນໄຫວເຊື່ອມໂຍງສາກົນທາງດ້ານວັດທະນະທຳຂອງຫວຽດນາມ ປະກອບດ້ວຍສອງຂະບວນວີວັດທີ່ຂະໜານກັນ: ທີໜຶ່ງ, ແນະນຳວັດທະນະທຳຫວຽດນາມໃນຕ່າງປະເທດ, ກວມດ້ວຍແນະນຳຄວາມມ່ວນ ຄວາມງານ ຄວາມພິເສດຂອງພື້ນຖານວັດທະນະທຳຫວຽດນາມ, ຢືນຢັນກັບເພື່ອນມິດໃນຫ້າທະວີບກ່ຽວກັບ “ຊາດຫວຽດນາມທີ່ຮັກຫອມສັນຕິພາບ ວັດທະນະທຳ, ປະເທດຫວຽດນາມທີ່ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ”. ທີສອງ, ຮັບເອົາຢ່າງມີການເລືອກເຟັ້ນ ສິ່ງຍອດຢ້ຽມຕ່າງໆໃນວັດທະນະທຳຂອງມະນຸດ, ກວມທັງບັນດາຄວາມຮູ້ກ່ຽວກັບວິທະຍາສາດ, ຄວາມຄິດກ່ຽວກັບວັດທະນະທຳແລະສຶກສາ, ບັນດາບົດຮຽນໃນການແກ້ໄຂບັນດາບັນຫາສັງຄົມທີ່ເກີດຂຶ້ນໃນຂະບວນວິວັດການພັດທະນາ, ຈາກນັ້ນ ປະກອບສ່ວນພັດທະນາປະເທດ ຕາມທິດຍືນຍົງ, ກໍ່ສ້າງສັງຄົມສີວິໄລ ທັນສະໄໝ ແລະ ມະນຸດອະລິຍະທຳ.
ໃນຊຸມປີທີ່ຜ່ານມາ, ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໄດ້ມີຄວາມຕັ້ງໜ້າ ເປັນເຈົ້າການຢູ່ສະເໝີ ໃນການຊຸກຍູ້ຂະບວນການເຊື່ອມໂຍງສາກົນທາງດ້ານວັດທະນະທຳ ຕາມບັນດາທິດທາງຂອງພັກ ລັດ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ.
ທາງດ້ານລະບຽບກົດໝາຍ, ກະຊວງໄດ້ພະຍາຍາມຊີ້ນຳການກວດຄືນ, ແກ້ໄຂດັດແປງ, ເພີ່ມເຕີມບັນດາເອກະສານພາຍໃນປະເທດ ແລະ ບັນດາຂໍ້ຕົກລົງຮ່ວມມືສາກົນທາງດ້ານວັດທະນະທຳ; ວາງກຳນົດທິດທາງການຮ່ວມມືໃນການເຄື່ອນໄຫວແລກປ່ຽນວັດທະນະທຳສາກົນ ໃນແຕ່ລະໄລຍະ ສະໄໝ ແລະ ແຕ່ລະປີ, ກໍ່ຄືກຳນົດ ແລະ ອອກມະຕິຕົກລົງກ່ຽວກັບບັນດາຂົງເຂດ, ພື້ນທີບຸລິມະສິດໃນການຮ່ວມມືສາກົນ, ຈາກນັ້ນ ຊີ້ນຳບັນດາອົງການເສນາທິການທີ່ກ່ຽວຂ້ອງ ໃຫ້ຜັນຂະຫຍາຍປະຕິບັດ.
ບົນພື້ນຖານນັ້ນ, ປະເທດເຮົານັບມື້ນັບຍູ້ແຮງການຮ່ວມມືພະຫຸພາຄີແລະທະວິພາຄີ, ກາຍເປັນສະມາຊິກເປັນທາງການຂອງຫຼາຍອົງການຈັດຕັ້ງສາກົນ ສະມາຄົມ ແລະ ເວທີປາໄສສາກົນທີ່ສຳຄັນເຊັ່ນ ອາຊຽນ, ເອເປກ, ອາເຊມ, ອົງການການຄ້າໂລກ, ອົງການການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ...; ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຂອງບັນດາອົງການຈັດຕັ້ງສາກົນ ເຊັ່ນ ອົງການສາກົນ ຟຣານໂກໂຟນ (OIF), ສະມາຄົມສາກົນບັນດາສະພາສິລະປະແລະອົງການວັດທະນະທຳ (IFACCA); ເຂົ້າຮ່ວມບັນດາອະນຸສັນຍາຂອງອົງການການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ເຊັ່ນ ອະນຸສັນຍາປີ 1972, ອະນຸສັນຍາປີ 2003, ອະນຸສັນຍາປີ 2005... ແຕ່ປີ 2016 ຮອດເດືອນ ມິຖຸນາ 2017, ກະຊວງໄດ້ຈັດຕັ້ງການຮຽບຮຽງ, ເຈລະຈາ, ກວດຮັບແລະ ລົງນາມໃນ 21 ເອກະສານໝັ້ນໝາຍຮ່ວມມືສະເພາະຂະແໜງກັບຕ່າງປະເທດ. ຫວຽດນາມໄດ້ປັບປຸງເຄືອຂ່າຍສາກົນ ກ່ຽວກັບການຮ່ວມມືດ້ານວັດທະນະທຳທີ່ກວ້າງຂວາງແລະເລິກເຊິ່ງ ໃນຫຼາຍຮູບແບບ ແລະ ແບບວີທີການຮ່ວມມືທີ່ຫຼາກຫຼາຍ ດ້ວຍການສ້າງຕັ້ງການພົວພັນທາງດ້ານວັດທະນະທຳກັບປະມານ 60 ປະເທດໃນໂລກ.
ວຽກງານສົ່ງເສີມ ແນະນຳວັດທະນາທຳຫວຽດນາມໃນຕ່າງປະເທດ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ ໃຫ້ຄວາມສຳຄັນ. ໃນແຕ່ລະປີ, ຫວຽດນາມໄດ້ສົ່ງຄະນະຜູ້ແທນປະມານ 350 ຄະນະ ດ້ວຍພະນັກງານ ຫຼາຍພັນຄົນ ໄປຕ່າງປະເທດ ເພື່ອປະຕິບັດການແລກປ່ຽນວັດທະນະທຳກັບຕ່າງປະເທດ ແນໃສ່ແນະນຳເຜີຍແຜ່ ຮູບພາບປະເທດຫວຽດນາມທີ່ສວຍງາມ, ຮັກຫອມສັນຕິພາບ, ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ວັດທະນະທຳຫວຽດນາມທີ່ເປັນເອກະລັກ, ມີຄວາມຫຼາກຫຼາຍ, ເຕັມໄປດ້ວຍສີສັນ ໄປໃຫ້ປະຊາຄົມໂລກຢ່າງກວ້າງຂວາງ. ຂະແໜງການວັດທະນະທຳ ກິລາແລະທ່ອງທ່ຽວ ໄດ້ຕັ້ງໜ້າຂຸດຄົ້ນບັນດາຄຸນຄ່າ, ຄວາມຮູ້, ບັນດາມໍລະດົກວັດທະນະທຳທີ່ມີຕົວຕົນແລະບໍ່ມີຕົວຕົນ ຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນແລະໃນໂລກ, ເຮັດໃຫ້ສາງວັດທະນຳຂອງມະນຸດຮັ່ງມີ ອຸດົມສົມບູນຂຶ້ນຕື່ມ. ໃນເວລາທີ່ຜ່ານມາມໍ່ນີ້, ພວກເຮົາໄດ້ຈັດຕັ້ງພິທີມອບໃບຮັບຮອງຂອງ ອົງການຢູເນສະໂກ ທີ່ຮັບຮອງພິມີບູຊາພະແມ່ໄຕຫໍຂອງຊາວຫວຽດນາມ ເປັນມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນທີ່ເປັນຕົວແທນຂອງມະນຸດ, ເພີ່ມຈຳນວນມໍລະດົກວັດທະນະທຳຂອງຫວຽດນາມທີ່ລົງທະບຽນໂດຍອົງການ ຢູເນສະໂກ ຂຶ້ນເປັນ 25. ກອງປະຊຸມຄົບຄະນະຂອງ ຄະນະກຳມະການໂຄງການຄວາມຈຳຂອງໂລກໃນພາກພື້ນອາຊີ-ປາຊີຟິກ ໄດ້ຮັບຮອງ “ບົດກະວີຢູ່ໃນສະຖາປັດຕະຍະກຳຂອງລາຊະວັງ ເຫວ້” ແລະ “ແຜ່ນໄມ້ພິມໜັງສືຂອງໂຮງຮຽນ ຝຸກຢາງ” (ແຂວງຮ່າຕິ໊ງ) ເປັນມໍລະດົກຂໍ້ມູນ ຂຶ້ນກັບໂຄງການຄວາມຈຳຂອງໂລກໃນພາກພື້ນອາຊີ-ປາຊີຟິກ.
ໃນການແລກປ່ຽນ, ຮ່ວມມືສາກົນທາງດ້ານວັດທະນະທຳ, ຫວຽດນາມໄດ້ເອົາໃຈໃສ່ເປັນສຳຄັນເຖິງການແນະນຳບັນດາຜະລິດຕະພັນທາງວັດທະນະທຳທີ່ເປັນຕົວແທນ, ບັນດາຮູບພາບທີ່ມີລັກສະນະຊາດ, ກໍ່ສ້າງບັນດາຕົວແບບ ແບບວິທີການເຄື່ອນໄຫວວັດທະນະທຳການຕ່າງປະເທດທີ່ຫຼາກຫຼາຍ ເພື່ອແນະນຳບັນດາຄຸນຄ່າວັດທະນະທຳຫວຽດນາມ ຕໍ່ໂລກ ໂດຍຜ່ານ “ວັນວັດທະນະທຳ”, “ສັບປະດາວັດທະນະທຳ” ຫວຽດນາມ, ງານເທດສະການວັດທະນະທຳ-ການທ່ອງທ່ຽວ, ບັນດາການເຄື່ອນໄຫວໂຄສະນາ ສົ່ງເສີມວັດທະນະທຳ-ການທ່ອງທ່ຽວຢູ່ຕ່າງປະເທດ, ເພີ່ມທະວີການສະແດງຕົນຂອງຫວຽດນາມຢູ່ບັນດາເຫດການສິລະປະວັດທະນະທຳທີ່ສຳຄັນຂອງໂລກ ເຊັ່ນ EXPO, Biennale, ແຟດສະຕິວານ ຟີມຮູບເງົາທີ່ມີຊື່ສຽງ...
ຄຽງຂ້າງນັ້ນ, ຫວຽດນາມກໍ່ໄດ້ສ້າງຍຸດທະສາດການໂຄສະນາສື່ສານທີ່ຕັ້ງໜ້າ ຄວບຄູ່ກັບການເຄື່ອນໄຫມວັດທະນະທຳ, ຍາດແຍ່ງການຮ່ວມມືຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສ້າງຜົນກະທົບສູງຕໍ່ກິດຈຳກຳສົ່ງເສີມວັດທະນະທຳຫວຽດນາມຢູ່ຕ່າງປະເທດ.
ຫວຽດນາມໄດ້ສ້າງຕັ້ງສູນວັດທະນະທຳ ແລະ ພື້ນຖານວັດທະນະທຳຈຳນວນໜຶ່ງ ຢູ່ບາງເຂດທີ່ສຳຄັນໃນໂລກ ເພື່ອເປີດກວ້າງການແລກປ່ຽນ ຮ່ວມມືດ້ານສິລະປະ ວັດທະນະທຳ, ເຊັ່ນ ສູນວັດທະນະທຳຫວຽດນາມຢູ່ລາວ, ສູນວັດທະນະທຳຫວຽດນາມຢູ່ຝຣັ່ງ. ປະຈຸບັນ, ຫວຽດນາມພວມກໍ່ສ້າງສູນວັດທະນະທຳຫວຽດນາມຢູ່ກຳປູເຈຍ, ຍີ່ປຸ່ນ, ລັດເຊຍ ແລະ ສະຫະລັດອາເມຣິກາ, ສ້າງຕັ້ງລະບົບຜູ້ຊ່ວຍທູດດ້ານວັດທະນະທຳທີ່ສະຖານທູດຫວຽດນາມຢູ່ຕ່າງປະເທດ...
ທາງດ້ານການຮັບເອົາສິ່ງຍອດຢ້ຽມໃນວັດທະນະທຳຂອງມະນຸດ, ຫວຽດນາມມີບັນດານະໂຍບາຍ, ແຜນການຮັບເອົາວັດທະນະທຳຕ່າງປະເທດແລະແນະນຳວັດທະນະທຳຕ່າງປະເທດຢູ່ໃນປະເທດຫວຽດນາມ ຢ່າງກວມລວມ ເປັນລະບົບ ຍາວນາມ ເພື່ອແນໃສ່ແນະນຳບັນດາຜົນສຳເລັດດ້ານວັດທະນະທຂອງມະນຸດ ໂດຍຜ່ານວັນວັດທະນະທຳ ສັບປະດາວັດທະນະທຳ ເຫດການວັດທະນະທຳ,... ປະຈຸບັນ, ມີ 9 ປະເທດທີ່ໄດ້ກໍ່ສ້າງແລະນຳໃຊ້ສູນວັດທະນະທຳຂອງເຂົາຢູ່ຫວຽດນາມຄື ລັດເຊຍ, ເຢຍລະມັນ, ອັງກິດ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ຈີນ.
ຫວຽດນາມກໍ່ຍາດແຍ່ງໄດ້ການຊ່ວຍເຫຼືອດ້ານການເງິນຂອງບັນດາປະເທດ, ບັນດາການຈັດຕັ້ງລັດຖະບານ ລະຫວ່າງລັດຖະບານ ແລະນອກພາກລັດ ຄື ຍີ່ປຸ່ນ, ສ.ເກົາຫຼີ, ຊູແອດ, ດານມາກ, ນອກແວ, ແຟງລັງ, ຝຣັ່ງ, ກອງທຶນຟອດ, ອົງການຟຣານໂກໂຟນ, ອີຢູ, ອາຊຽນ..., ກໍ່ຄືການຊ່ວຍເຫຼືອຂອງຂົງເຂດເອກະຊົນ ແນໃສ່ພັດທະນາໂຄງສ້າງພື້ນຖານວັດທະນະທຳຂອງຫວຽດນາມ; ພ້ອມກັນນັ້ນກໍ່ດຶງດູດໄດ້ ຫຼາຍໂຄງການແລະການຊ່ວຍເຫຼືອຂອງຕ່າງປະເທດ ໃຫ້ແກ່ການຍົກສູງຄວາມສາມາດແລະທັກສະວິຊາສະເພາະ ຂອງຖັນແຖວພະນັກງານຄຸ້ມຄອງແລະດຳເນີນປະຕິບັດວັດທະນະທຳ...
ຄຽງຄູ່ກັບຂະບວນວິວັດດັ່ງກ່າວນັ້ນ, ຫວຽດນາມກໍ່ເດັດດ່ຽວກີດກັ້ນການລຸກລ້ຳຂອງຜະລິດຕະພັນວັດທະນະທຳທີ່ເປັນພິດໄພ, ເລວຊາມລາມົກ, ປະຕິການ, ທີ່ບໍ່ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງຫວຽດນາມ, ຍົກສູງຄວາມຕ້ານທານ, ຕ້ານ “ການຮຸກຮານ” ທາງດ້ານວັດທະນະທຳ.
ການເຄື່ອນໄຫວດ້ານການສຶກສາ ຝຶກອົບຮົມແຫຼ່ງບຸກຄະລາກອນໃຫ້ແກ່ວຽກງານວັດທະນະທຳການຕ່າງປະເທດ ກໍ່ໄດ້ຮັບຄວາມເອົາໃຈໃສ່ ໂດຍຜ່ານການເພີ່ມທະວີການຮ່ວມມືກັບບັນດາປະເທດ ເພື່ອອົບຮົມສຶກສາ ຝຶກອົບຮົມດ້ານທັກສະ ສິນລະປະ ວັດທະນະທຳ ໃຫ້ພະນັກງານວິຊາສະເພາະຄຸນນະພາບສູງ.
ບັນດາຜົນສຳເລັດດັ່ງກ່າວເທິງນີ້ ສະແດງໃຫ້ເຫັນວ່າການເຊື່ອມໂຍງຢ່າງແທ້ຈິງທາງດ້ານວັດທະນະທຳຂອງຫວຽດນາມ ເຂົ້າກັບປະຊາຄົນໂລກ ແລະ ພວມເຂົ້າສູ່ວົງໂຄຈອນລວມຂອງຂະບວນການໂລກາພິວັດ. ແຕ່ວ່າ, ເຖິງວ່າໄດ້ບັນລຸບັນດາຜົນສຳເລັດທີ່ໜ້າພຶງພໍໃຈກໍ່ຕາມ, ແຕ່ທຽບກັບຄວາມຕ້ອງການຂອງການເຊື່ອມໂຍງສາກົນ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດແລ້ວ, ບັນດາການເຄື່ອນໄຫວແລກປ່ຽນແລະຮ່ວມມືສາກົນທາງດ້ານວັດທະນະທຳຂອງຫວຽດນາມ ກໍ່ຍັງມີຂໍ້ຂາດຕົກບົກພ່ອງບໍ່ໜ້ອຍທີ່ຕ້ອງກຳຈັດດັດແກ້.
ສືບຕໍ່ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ ທາງດ້ານວັດທະນະທຳ ໃນໄລຍະຕໍ່ໄປ
ໃນສະພາບການໂລກາພິວັດ ທີ່ມີການຜັນປ່ຽນຢ່າງສັບສົນ, ຄາດເດົາຍາກ ຊຶ່ງພວມຮຽກຮ້ອງໃຫ້ຂະແໜງການວັດທະນະທຳ ກໍ່ຄືທົ່ວທັງລະບົບການເມືອງ ຕ້ອງມີຄວາມມານະພະຍາຍາມຫຼາຍກວ່າອີກ, ສືບກໍ່ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນໃນໄລຍະເວລາຕໍ່ໄປ, ສຸມໃສ່ປະຕິບັດບັນດາວິທີແກ້ໄຂລຸ່ມນີ້ຢ່າງຄົບຊຸດ:
ທີໜຶ່ງ, ຜັນຂະຫຍາຍປະຕິບັດ “ຍຸດທະສາດວັດທະນະທຳການຕ່າງປະເທດຂອງຫວຽດນາມຮອດປີ 2020 ແລະວິໄສທັດຮອດປີ 2030” ເພື່ອໃຫ້ວັດທະນະທຳການຕ່າງປະເທດກາຍເປັນພາກສ່ວນໜຶ່ງທີ່ສຳຄັນພິເສດ ຂອງພື້ນຖານວັດທະນະທຳແຫ່ງຊາດ, ສະແດງໃຫ້ເຫັນເຖິງກຳລັງແຮງພາຍໃນຂອງຊາດ, ມີບົດບາດຕັ້ງໜ້າໃນການຍົກສູງຖານະທີ່ຕັ້ງຂອງປະເທດ ປະຊາຊົນ ແລະ ວັດທະນະທຳຫວຽດນາມໃນເວທີສາກົນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງສາກົນ ຂອງປະເທດ, ດ້ວຍບັນດາໂຄງການໄລຍະສັ້ນແລະໄລຍະຍາວ, ບັນດາແຜນການລະອຽດ ມີປະສິດທິຜົນ ແລະ ເປັນໄປໄດ້, ເຊັ່ນ ກໍ່ສ້າງກົດລະບຽບລະຫວ່າງຂະແໜງການ ເພື່ອຜັນຂະຫຍາຍວຽກງານວັດທະນະທຳການຕ່າງປະເທດ; ຈັດຕັ້ງຊຸກຝຶກອົບຮົມ, ໂຄສະນາແລະເຜີຍແຜ່ ກ່ຽວກັບບົດບາດແລະຖານະທີ່ຕັ້ງຂອງວັດທະນະທຳການຕ່າງປະເທດ ໃຫ້ບັນດາຂັ້ນ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາອົງການສູນກາງ, ບັນດາທ້ອງຖິ່ນ ວິສາຫະກິດ; ກໍ່ສ້າງແລະຜັນຂະຫຍາຍໂຄງການແນະນຳບຸກຄົນທີ່ມີຊື່ສຽງ, ວີລະບຸລຸດຂອງຊາດຫວຽດນາມ ຕໍ່ປະຊາຄົມໂລກ,...
ທີສອງ, ບູລະນະກົນໄກ ນະໂຍບາຍກ່ຽວກັບການເງິນ, ການຊ່ວຍເຫຼືອໃຫ້ວຽກງານການແລກປ່ຽນ ຮ່ວມມືທາງດ້ານສິລະປະ ວັດທະນະທຳ, ໃນນັ້ນ ເນັ້ນເຖິງບັນດາການບຸລິມະສິດກ່ຽວກັບພາສີ, ກໍ່ສ້າງນະໂຍບາຍ ກົດໝາຍກ່ຽວກັບການບໍລິຈາກແລະອຸປະຖຳ ສ້າງເປັນຂອບກົດໝາຍໃຫ້ແກ່ບັນດາການເຄື່ອນໄຫວນີ້ ໃນຂົງເຂດວັດທະນະທຳການຕ່າງປະເທດ. ກໍ່ສ້າງນະໂຍບາຍຫັນເປັນສັງຄົມ ແລະ ນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາການເຄື່ອນໄຫວວັດທະນະທຳການຕ່າງປະເທດ, ສ້າງເງື່ອນໄຂແລະສົ່ງເສີມບັນດາການຈັດຕັ້ງຢູ່ໃນແລະຕ່າງປະເທດ, ລັດຖະບານແລະນອກພາກລັດ, ກໍ່ຄືພາກສ່ວນເສດຖະກິດເອກະຊົນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳການຕ່າງປະເທດ ແນໃສ່ເປີດກວ້າງການລະດົມບັນດາແຫຼ່ງພະລັງໃຫ້ແກ່ການເຄື່ອນໄຫວຮ່ວມມືສາກົນ.
ທີສາມ, ກໍ່ສ້າງບັນດາຜະລິດຕະພັນການຕ່າງປະເທດທີ່ມີຄຸນນະພາບສູງ, ແນະນຳບັນດາຜະລິດຕະພັນພາບພະຍົນທີ່ດີເດັ່ນ ເພື່ອເຂົ້າຮ່ວມງານເທດສະການຟີມຮູບເງົາສາກົນທີ່ສຳຄັນ, ນຳເອົາຟີມຮູບເງົາຫວຽດນາມເຂົ້າໃນເຄືອຂ່າຍການຈຳໜ່າຍແຈກຢາຍລະຫວ່າງປະເທດຢ່າງເປັນປະຈຳ. ຈັດຕັ້ງງານວາງສະແດງສິລະປະ, ຮູບພາບຕາມກຳນົດເວລາ 2 ປີ, 3 ປີ, 5 ປີ ລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ, ຈັດຕັ້ງໝູນວຽນໃນ 10 ປະເທດອາຊຽນ ແລະ ກໍ່ສ້າງແຜນການຈັດຕັ້ງງານວາງສະແດງ, ແລກປ່ຽນ ແນະນຳປະມວນຈິດຕະກຳ, ວິຈິດສິນທີ່ພິເສດ ຂອງຫວຽດນາມ, ບັນດາລາຍການສະແດງສິລະປະທີ່ຈັບໃຈ, ເຂັ້ມຂົ້ນໄປດ້ວຍເອກະລັກວັດທະນະທຳຫວຽດນາມ ໄປຍັງຕ່າງປະເທດ.
ທີສີ່, ປະດິດສ້າງ, ປ່ຽນແປງໃໝ່ໃນການຈັດຕັ້ງ “ວັນວັດທະນະທຳ”, “ສັບປະດາວັດທະນະທຳ”, ບັນດາງານເທດສະການວັດທະນະທຳ - ທ່ອງທ່ຽວຫວຽດນາມ, ບັນດາເຫດການ ໂຄງການເຄື່ອນໄຫວວັດທະນະທຳ ສິລະປະຢູ່ຕ່າງປະເທດ, ເຮັດໃຫ້ການເຄື່ອນໄຫວເຫຼົ່ານີ້ນັບມື້ນັບມີຄວາມເປັນເຈົ້າການ ແລະຈັບໃຈກວ່າອີກ, ສ້າງຄວາມປະທັບໃຈກ່ຽວກັບປະເທດຫວຽດນາມທີ່ປ່ຽນແປງໃໝ່ ຂະຫຍັນຂັນເຄື່ອນ ປະດິດສ້າງ ໃກ້ຊິດເປັນມິດ ແລະ ເຕັມໄປດ້ວຍເອກະລັກສວຍງາມ. ເພີ່ມທະວີການປະກົດຕົວຂອງຫວຽດນາມຢູ່ໃນບັນດາເຫດການວັດທະນະທຳ ສິລະປະທີ່ສຳຄັນຂອງໂລກ.
ທີຫ້າ, ຍົກສູງປະສິດທິຜົນຂອງວຽກງານສື່ຂ່າວວັດທະນະທຳ, ກໍ່ສ້າງນາມມະຍົດ “ທູດວັດທະນະທຳ”, “ທູດການທ່ອງທ່ຽວ” ຂອງຫວຽດນາມ ຢູ່ບັນດາພື້ນທີ່ທີ່ສຳຄັນໃນໂລກ ເພື່ອໂຄສະນາເຜີຍແຜ່ຮູບພາບປະເທດແລະປະຊາຊົນຫວຽດນາມ. ສ້າງຄວາມຫຼາກຫຼາຍທາງດ້ານຜະລິດຕະພັນ, ຮູບການສື່ສານໄປຍັງສາກົນດ້ວຍພາສາຕ່າງປະເທດ ເພື່ອໃຫ້ສອດຄ່ອງກັບຫຼາຍຕະຫຼາກແຂກສາກົນທີ່ຕ່າງກັນ. ຜະລິດສິ່ງພິມ ປຶ້ມ ໜັງສືພິມອອນໄລ ໜັງສືພິມສະເພາະເປັນພາສາຕ່າງປະເທດ, ລາຍການໂທລະພາບການຕ່າງປະເທດ, ນຳໃຊ້ບັນດາຮູບແບບສື່ສານໃໝ່ເຊັ່ນ ເຄືອຂ່າງສັງຄົມ,... ເພື່ອຮັບໃຊ້ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະເພື່ອນມິດໃນໂລກ.
ທີຫົກ, ພັດທະນາລະບົບບັນດາສູນວັດທະນະທຳຫວຽດນາຢູ່ຕ່າງປະເທດ ທີ່ບັນດາພື້ນທີ່ທີ່ສຳຄັນໃນໂລກ. ຄຽງຂ້າງກັບ 2 ສູນວັດທະນະທຳທີ່ມີຢູ່ປະເທດລາວ ແລະ ຝຣັ່ງ, ໃນໄລຍະແຕ່ນີ້ຮອດປີ 2025, ພວກເຮົາຈະສຸມໃສ່ການກໍ່ສ້າງບັນດາສູນວັດທະນະທຳຢູ່ ກຳປູເຈຍ, ອາເມຣິກາ, ລັດເຊຍ ແລະ ຍີ່ປຸ່ນ. ແຕ່ປີ 2020 - 2030, ພວກເຮົາຈະສືບຕໍ່ພັດທະນາສູນວັດທະນະທຳຢູ່ບັນດາພື້ນທີ່ທີ່ສຳຄັນອື່ນໃນໂລກ ຕາມຄວາມຕ້ອງການຂອງວຽກງານການຕ່າງປະເທດຂອງພັກ ແລະລັດ ໃນສະພາບການໃໝ່. ບັນດາສູນວັດທະນະທຳຕ້ອງເປັນ “ຫຼັງຄາເຮືອນຮ່ວມກັນ” ເພື່ອໂຄສະນາເຜີຍແຜ່ວັດທະນະທຳ, ຮູບພາບປະເທດແລະປະຊາຊົນຫວຽດນາມ, ເຊື່ອຕໍ່ປະຊາຄົມສາກົນແລະຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.
ທີເຈັດ, ຍູ້ແຮງການສຶກສາ ຝຶກອົບຮົມແຫຼ່ງບຸກຄະລາກອນ ເພື່ອຕອບສະໜອງຄວາມຕ້ອງການເຊື່ອມໂຍງສາກົນທາງດ້ານວັດທະນະທຳ. ແຫຼ່ງບຸກຄະລາກອນເຄີຍເປັນ “ຈຸດປຶກຕັນ” ໃນການເຄື່ອນໄຫວຕ່າງໆຫຼຼາຍຢ່າງ, ພິເສດແມ່ນໃນການເຄື່ອນໄຫວການຕ່າງປະເທດ, ເພາະສະນັ້ນ ລວມສູນການອົບຮົມສຶກສາ ແຫຼ່ງບຸກຄະລາກອນເປັນວິທີແກ້ທີ່ສຳຄັນໜຶ່ງ ເພື່ອກໍ່ຮ່າງສ້າງຮູບເປັນຖັນແຖວພະນັກງານທີ່ສາມາດຮັບຜິດຊອບບັນດາໜ້າທີ່ໃນການແລກປ່ຽນ ແລະ ເຊື່ອມໂຍງສາກົນ.
ທີແປດ, ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາອົງນານນອກພາກລັດ, ບັນດາສະມາຄົມ ວິສາຫະກິດ ແລະ ສິລະປິນເສລີ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວຮ່ວມມືສາກົນທາງດ້ານວັດທະນະທຳ ແນໃສ່ສ້າງຄວາມຫຼາກຫຼາຍທາງດ້ານແຫຼ່ງພະລັງວັດຖຸ ໃຫ້ແກ່ການເຄື່ອນໄຫວ. ດ້ວຍການເຄື່ອນໄຫວເຫຼົ່ານີ້, ຫວຽດນາມຈະແກ້ໄຂໄດ້ຈຸດອ່ອນຍ້ອນຖືກຢູ່ໃນທ່າຮັບ ແລະ ຂາດເຂີນແຫຼ່ງພະລັງໃນການຜັນຂະຫຍາຍການເຄື່ອນໄຫວພົວພັນແລກປ່ຽນ ແລະຮ່ວມມືສາກົນ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາການເຄື່ອນໄຫວການຕ່າງປະເທດຍັງກາຍເປັນການເຄື່ອນໄຫວທີ່ມີຊີວິດຊີວາ ແລະມີປະສິດທິຜົນ ດ້ວຍວິທີການເຂົ້າເຖິງແບບຫຼາຍທິດຫຼາຍລວງ.
ທີເກົ້າ, ເຊື່ອມຕິດການເຄື່ອນໄຫວການຕ່າງປະເທດ ກັບຊຸມຊົນຊາວຫວຽດນາມ ແລະນັກຮຽນນັກສຶກສາຫວຽດນາມຢູ່ຕ່າງປະເທດ. ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ ໂດຍຜ່ານການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຊຸມຊົນຊາວຫວຽດນາມ ແລະນັກຮຽນນັກສຶກສາຫວຽດນາມຢູ່ຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານແລະຜະລິດຕະພັນວັດທະນະທຳທີ່ສົດໃສ ຈາກຫວຽດນາມ, ຜ່ານສິ່ງດັ່ງກ່າວນັ້ນ ຊ່ວຍໃຫ້ເຂົາປະກອບສ່ວນເຂົ້າໃນພະລາກິດການກໍ່ສ້າງປະເທດຊາດ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຫວຽດນາມ ຢູ່ໃນຄອບຄົວ, ໃນການດຳເນີນຊີວິດຊຸມຊົນຊາວຫວຽດນາມທີ່ຢູ່ຫ່າງໄກປະເທດຊາດ. ຜັນຂະຫຍາຍໂຄງການສອນພະສາຫວຽດນາມໃຫ້ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ຮັກສາຄວາມຜ່ອງໃສຂອງພາສາຫວຽດນາມ. ເສີມຂະຫຍາຍສະຕິປັນຍາ ຄວາມເກ່ງກ້າສາມາດ ຄວາມສຸດອົກສຸດໃຈ ຂອງກຳລັງປັນຍາຊົນ ສິລະປິນ ຄົນຫວຽດນາມຢູ່ຕ່າງປະເທດ, ສ້າງກຳລັງແຮງສັງລວມ, ປະກອບສ່ວນກໍ່ສ້າງ ພັດທະນາວັດທະນະທຳແລະຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາແບບຍືນຍົງ ໃນສະພາບການໂລກາພິວັດປະຈຸບັຍ./.
ໂດຍ ປອ. ຫງວຽນງອກທ້ຽນ
ກຳມະການສູນກາງພັກ,
ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ
-------------------------------------
(1) ພັກກອມມູນິດຫວຽດນາມ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 130.