ພາບປະກອບ (ພາບ: ໜັງສືພິມກອງທັບປະຊາຊົນ)
ວກ.ອອນໄລ - ໃນສະໄໝໃໝ່, ວັດທະນະທຳຊຸກຍູ້ໃຫ້ມະນຸດຮັບຮູ້ຄວາມຮັບຜິດຊອບຂອງຕົນດ້ວຍຕົນເອງໄດ້ ແລະ ປະຕິບັດຄວາມຮັບຜິດຊອບນັ້ນຢ່າງດີທີ່ສຸດໃນທຸກຂົງເຂດການເຄື່ອນໄຫວ. ຕ້ອງເຮັດໃຫ້ວັດທະນະທຳຊຶມເຂົ້າໃນທຸກດ້ານຂອງຊີວິດສັງຄົມ ແລະ ເຂົ້າໃນມະນຸດແຕ່ລະຄົນ; ເຂົ້າໃນເສດຖະກິດດ້ວຍຖານະວັດທະນະທຳທຸລະກິດ, ວັດທະນະທຳວິສາຫະກິດ ແລະ ການບໍລິຫານວິສາຫະກິດ; ເຂົ້າໃນການຈັດຕັ້ງ ບໍລິຫານ ແລະປົກຄອງປະເທດ; ເຂົ້າໃນຂົງເຂດການເມືອງດ້ວຍຖານະວັດທະນະທຳການເມືອງ,... ເພາະສະນັ້ນ, ຄຽງຂ້າງສາມເສົາຄ້ຳແຫ່ງການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຄື ເສດຖະກິດ ສັງຄົມ ແລະສິ່ງແວດລ້ອມນັ້ນ ການພັດທະນາແບບຍືນຍົງຂອງທຸກປະເທດໃນຍຸກປະຈຸບັນ ກໍ່ລ້ວນແຕ່ຕ້ອງການມີການພັດທະນາແບບຍືນຍົງທາງດ້ານວັດທະນະທຳ.
1- ພວກເຮົາກຳລັງມີຊີວິດຢູ່ໃນໂລກທີ່ເຕັມໄປດ້ວຍການຜັນປ່ຽນໃຫຍ່ ທີ່ເກີດຂຶ້ນຢ່າງໄວວາແລະບັງເອີນ ທັງດ້ານບວກແລະດ້ານລົບ, ທັງດີແລະບໍ່ດີ. ຄຽງຂ້າງຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງຂອງປະຊາຄົມໂລກກ່ຽວກັບຫຼາຍບັນຫານັ້ນ ແມ່ນມີທັງຄວາມຂັດແຍ່ງແລະປະທະກັນໃນຫຼາຍດ້ານທີ່ຕ່າງກັນທີ່ຄາດເດົາຍາກ ນັບແຕ່ເສດຖະກິດເຖິງການເມືອງ ກໍ່ຄືການພົວພັນລະຫວ່າງບັນດາປະເທດໃຫຍ່ນຳກັນ ແລະລະຫວ່າງປະເທດໃຫຍ່ກັບປະເທດນ້ອຍ; ຊ້ຳຍັງມີທັງຄວາມຂັດແຍ່ງລະຫວ່າງບັນດາຊົນເຜົ່າ, ລະຫວ່າງບັນດາສາສະໜາຢູ່ໃນປະຊາຊາດໜຶ່ງ. ບັນດາການຜັນຜວນລະດັບໂລກ ແລະບັນດາຄວາມຂັດແຍ່ງທັງໃຫຍ່ແລະນ້ອຍດັ່ງກ່າວນັ້ນ ເຮັດໃຫ້ທຸກປະເທດຕ້ອງນອນຢູ່ໃນວົງວົນວຽນຂອງມັນ, ເປັນຕົ້ນແມ່ນບັນດາປະເທດທີ່ກຳລັງພັດທະນາຄືປະເທດຫວຽດນາມ ຊຶ່ງແຕ່ລະປະເທດຕ້ອງມີວິທີປະພຶດທີ່ໄຫວພິບ ອ່ອນນວນທີ່ສຸດ ເພື່ອຄ່ອງຕົວແລະເຊື່ອມໂຍງໄດ້ດີ ພ້ອມທັງຄວາມກ້າຫານ ມີຫຼັກການທີ່ສຸດ ເພື່ອບໍ່ຖືກສູນເສຍຕົວຕົນເອງ, ແລະບໍ່ຖືກຫຼົງທາງດ່ຽວດາຍ, ບໍ່ຖືກຜິດພາດ, ເປັນຕົ້ນແມ່ນບໍ່ຖືກຫຼ້າຫຼັງ, ບໍ່ຖອຍຫຼັງໄກກວ່າອີກທຽບກັບບັນດາປະເທດໃນປະຊາຄົມໂລກ.
ປະເທດໃດບັນລຸເປົ້າໝາຍທັງໝົດເທິງນີ້ກໍ່ຈະເປັນປະເທດທີ່ພັດທະນາຢ່າງໄວ, ເຂັ້ມແຂງກວ່າແລະຍືນຍົງກວ່າ. ໃນການພັດທະນານີ້, ວັດທະນະທຳມີບົດບາດສຳຄັນທີ່ສຸດ, ຍ້ອນວ່າ ທັງການເມືອງແລະເສດຖະກິດກໍ່ບໍ່ອາດຈະຂາດວັດທະນະທຳໄດ້ ແລະ ລ້ວນແຕ່ຮຽກຮ້ອງຕ້ອງການມີວັດທະນະທຳ. ເວົ້າຢ່າງອື່ນ, ໃນເງື່ອນໄຂໂລກປະຈຸບັນ ແລະ ໃນຍຸກສະໄໝໃໝ່ຂອງຫວຽດນາມ, ວັດທະນະທຳຕ້ອງຊຶມເລິກເຂົ້າໃນການເມືອງແລະເສດຖະກິດ. ຕ້ອງເຊື່ອມໂຍງວັດທະນະທຳກັບການເມືອງແລະກັບເສດຖະກິດຢ່າງແໜ້ນແຟ້ນ ແນໃສ່ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະສີວິໄລ. ຍິ່ງກວ່າເວລາໃດໝົດ, ໃນສະໄໝນີ້ບໍ່ອາດຈະເຮັດການເມືອງຢ່າງສະຫຼາດເພື່ອຫວັງມີປະສິດທິຜົນແລະຄວາມສຳເລັດໄດ້, ກໍ່ຄືບໍ່ອາດພັດທະນາເສດຖະກິດຢ່າງໄວແລະໝັ້ນຄົງຍືນຍົງໄດ້ ຖ້າຫາກຂາດວັດທະນະທຳທີ່ສ່ອງແສງສະຫວ່າງແລະແນະນຳພາທາງ, ໝາຍຄວາມວ່າ “ວັດທະນະທຳ... ບໍ່ອາດຢືນຢູ່ນອກ, ມັນຕ້ອງຢູ່ໃນເສດຖະກິດແລະການເມືອງ”(1).
ວັດທະນະທຳບໍ່ແມ່ນສິ່ງທີ່ຄົງຕົວຢູ່ນອກສັງຄົມມະນຸດ, ຍິ່ງກວ່ານັ້ນ ມັນບໍ່ແມ່ນສິ່ງທີ່ມີພ້ອມຢູ່ໃນທຳມະຊາດຕັ້ງແຕ່ການສ້າງໂລກ. ພ້ອມນັ້ນ, ວັດທະນະທຳກໍ່ບໍ່ແມ່ນສິ່ງທີ່ບໍ່ປ່ຽນແປງໃນກາລະ; ກົງຂ້າມ, ວັດທະນະທຳໄດ້ຮັບການພັດທະນາ ເພີ່ມເຕີມຢ່າງບໍ່ຢຸດຢັ້ງໃຫ້ມີຄວາມຮັ່ງມີອຸດົມສົມບູນຂຶ້ນຕື່ມ, ແລະພ້ອມກັນກັບກາລະ, ມັນໄດ້ຮັບການສືບທອດຢ່າງມີການເລືອກເຟັ້ນໂດຍບັນດາຮຸ່ນຄົນລຸນຫຼັງ, ຊ້ຳບໍ່ໜຳ ດ້ານໃດໜຶ່ງຂອງມັນອາດຈະຖືກປະຂ້າມ.
ວັດທະນະທຳກໍ່ບໍ່ແມ່ນສິ່ງທີ່ມີພ້ອມຢູ່ໃນເດັກທີ່ຫາກໍ່ເກີດໃໝ່. ຕາມຄວາມໝາຍກວ້າງ “ວັດທະນະທຳແມ່ນການສັງລວມຂອງທຸກແບບວິທີການດຳລົງຊີວິດດ້ວຍການສະແດງອອກຂອງມັນ ຊຶ່ງມະນຸດຊາດໄດ້ໃຫ້ກຳເນີດມັນອອກມາເພື່ອປັບຕົວໃຫ້ເຂົ້າກັບຄວາມຕ້ອງການຂອງຊີວິດ ແລະຕອບສະໜອງຄວາມຮຽກຮ້ອງຂອງການດຳລົງຄົງໂຕ” (2). ດັ່ງນັ້ນ, ວັດທະນະທຳແມ່ນໜຶ່ງໃນບັນດາເອກະລັກທີ່ພົ້ນເດັ່ນ, ຫຼືວ່າ ເປັນລັກສະນະປະຈຳຕົວພິເສດພື້ນຖານທີ່ສຸດຂອງມະນຸດຊາດ ແລະມັນພຽງແຕ່ມີຢູ່ໃນມະນຸດເທົ່ານັ້ນ.
ສັງຄົມຍິ່ງພັດທະນາຂຶ້ນສູ່ລະດັບສູງ ແມ່ນລະດັບວັດທະນະທຳຂອງສັງຄົມກໍ່ຍິ່ງສູງ, ຫຼືອາດຈະເວົ້າວ່າ, ລະດັບວັດທະນະທຳສູງແມ່ນເງື່ອນໄຂ ທັງເປັນກຳລັງຜັດດັນ, ທັງເປັນໝາກຜົນແຫ່ງການພັດທະນາຂອງສັງຄົມ. ຖ້າຫາກຖືວ່າ “ການປະດິດສ້າງແລະນຶກຄິດປະດິດແຕ່ງພາສາ, ໂຕໜັງສື, ຄຸນສົມບັດ, ກົດໝາຍ, ວິທະຍາສາດ, ສາສະໜາ, ວັນນະຄະດີ, ສິລະປະ, ບັນດາເຄື່ອງມືເຄື່ອງໃຊ້ປະຈຳວັນດ້ານການນຸ່ງຖື ກິນດື່ມ ການຢູ່ອາໄສ ແລະ ບັນດາແບບວິທີການນຳໃຊ້ອື່ນ”(3) ທັງໝົດແມ່ນວັດທະນະທຳແລ້ວ ວັດທະນະທຳບໍ່ພຽງແຕ່ບໍ່ແຍກອອກຈາກຊີວິດປະຈຳວັນຂອງມະນຸດເທົ່ານັ້ນ ແຕ່ມັນຍັງຊຶມເລິກເຂົ້າໄປໃນທຸກຂົງເຂດຂອງໂຄງບົນ.
2- ເວົ້າເຖິງການເມືອງແມ່ນເວົ້າເຖິງບັນດາການເຄື່ອນໄຫວທີ່ກ່ຽວພັນເຖິງສາຍພົວພັນລະຫວ່າງບັນດາຊັ້ນຄົນ, ບັນດາຊົນຊັ້ນ ແລະບັນດາເຜົ່າໃນປະເທດໜຶ່ງ. ພິເສດ, ເມື່ອເວົ້າເຖິງການເມືອງແມ່ນຕ້ອງເນັ້ນໜັກບົດບາດຂອງການຍາດເອົາອຳນາດການປົກຄອງ, ຮັກສາອຳນາດການປົກຄອງ, ປັບປຸງແລະກໍ່ສ້າງອຳນາດການປົກຄອງ; ເຖິງການນຳໃຊ້ອຳນາດລັດ, ການລະດົມກຳລັງແຮງແລະການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໃຫ້ເຂົ້າຮ່ວມໃນວຽກງານຕ່າງໆຂອງປະເທດ; ກຳນົດບັນດາໜ້າທີ່ແລະເນື້ອໃນເຄື່ອນໄຫວລະອຽດຂອງລັດໃນແຕ່ລະໄລຍະລະອຽດ ກໍ່ຄືໃນຕະຫຼອດຫຼາຍປີ. ເພາະສະນັ້ນ, ເວົ້າເຖິງພື້ນຖານການເມືອງທີ່ສົດໄສ, ກ້າວໜ້າ ແມ່ນເວົ້າເຖິງພື້ນຖານການເມືອງເພື່ອປະຊາຊົນ, ເພື່ອປະເທດຊາດ, ເພື່ອການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຄວາມຍືນຍົງຂອງຊາດແລະຂອງປະເທດ.
ເວົ້າເຖິງການເມືອງທີ່ທັນສະໄໝແມ່ນບໍ່ອາດຈະບໍ່ເວົ້າເຖິງສອງເສົາຄ້ຳທີ່ສຳຄັນທີ່ສຸດຄື ການນຳພາ ການກຳອຳນາດຂອງພັກການເມືອງ ແລະ ຄວາມສັກສິດແຫ່ງການຄຸ້ມຄອງບໍລິຫານຂອງລັດ ເພື່ອປະຕິບັດແນວທາງຂອງພັກທີ່ກຳອຳນາດ. ສຳລັບລັດແຫ່ງອຳນາດກົດໝາຍທີ່ທັນສະໄໝ ເມື່ອອຳນາດທັງໝົດຂຶ້ນກັບປະຊາຊົນແລ້ວ ແມ່ນບົດບາດຂອງວັດທະນະທຳແລະລະດັບວັດທະນະທຳ, ໂດຍສະເພາະຢ່າງຍິ່ງ ວັດທະນະທຳກົດໝາຍ, ວັດທະນະທຳຄຸ້ມຄອງ, ວັດທະນະທຳຈັດຕັ້ງ ແລະວັດທະນະທຳປະພຶດຂອງອຳນາດການປົກຄອງຕໍ່ກັບປະຊາຊົນ ກໍ່ຍິ່ງມີບົດບາດສຳຄັນ.
ເມື່ອຮັບຮູ້ໄດ້ວ່າ ການເມືອງກ່ຽວພັນເຖິງສາຍພົວພັນລະຫວ່າງບັນດາຊັ້ນຄົນ, ບັນດາຊົນຊັ້ນ ແລະບັນດາເຜົ່າໃນປະເທດໜຶ່ງ ແມ່ນກ່ອນອື່ນໝົດຕ້ອງມີວິທີແກ້ໄຂສາຍພົວພັນພື້ນຖານຂອງສັງຄົມໃຫ້ໄດ້ຢ່າງກົມກຽວແລະຍຸຕິທຳທີ່ສຸດ, ນັ້ນແມ່ນບັນດາ ການພົວພັນດ້ານຜົນປະໂຫຍດ ລະຫວ່າງພວກເຂົານຳກັນ. ຫວນຄືນປະຫວັດສາດຂອງມະນຸດຊາດເຮົາເຫັນວ່າ, ຕັ້ງແຕ່ສະໄໝໂບຮານ, ເມື່ອເຫັນດີນຳແນວຄິດຂອງ ປຼາໂຕນ (ປີ 427-347 ກ່ອນ ຄສ) ໃນນິພົນສາທາລະນະລັດ ທີ່ວ່າ “ຄວາມຍຸຕິທຳຊື່ກົງມີຄ່າຫຼາຍກວ່າເງິນຄຳເປັນຫຼາຍເທົ່າ”(4), ນັກປັດຊະຍາສະໄໝໂບຮານ ມ.ຊີເຊໂຣນ (ປີ 106-43 ກ່ອນ ຄສ) ໄດ້ຂຽນໃນນິພົນກ່ຽວກັບອຳນາດການປົກຄອງ ໃນນັ້ນມີຕອນໜຶ່ງເນັ້ນວ່າ “ຄວາມຍຸຕິທຳເປັນສິ່ງທີ່ມີຄ່າຫຼາຍກວ່າເງິນຄຳທັງໝົດໃນໂລກນີ້ເປັນພັນໆເທົ່າ”, ດັ່ງນັ້ນ “ບໍ່ອາດບັນລຸໄດ້ຜົນປະໂຫຍດຫຼືລາງວັນໃດໆ ດ້ວຍຄວາມອະຍຸຕິທຳ”(5). ຄວາມອະຍຸຕິທຳ, ຄວາມສໍ້ກົງໃນຂັ້ນຜູ້ນຳຂອງປະເທດເຄີຍກໍ່ໃຫ້ເກີດຄວາມຂັດແຍ່ງ, ຄວາມແຕກແຍກ, ຍິ່ງກວ່ານັ້ນແມ່ນຄວາມແບ່ງແຍກຄວາມຄິດຈິດໃຈຂອງປະຊາຊົນ; ໃນເວລານັ້ນ, ກົງຂ້າມ, ຄວາມຊື່ກົງແລະຄວາມຍຸຕິທຳຈະນຳມາຊຶ່ງຄວາມກົມກຽວແລະຄວາມເຫັນດີເຫັນພ້ອມໃນສັງຄົມ ເໝືອນດັ່ງກຳລັງຜັດກັນການພັດທະນາ.
ເພາະສະນັ້ນ, ຢາກສ້າງຄວາມກົມກຽວທາງດ້ານຜົນປະໂຫຍດໃນທົ່ວສັງຄົມແມ່ນຕ້ອງມີນະໂຍບາຍທີ່ສະຫຼາດຄ່ອງແຄ່ວໃຫ້ທຸກຄົນໃນສັງຄົມໄດ້ຮັບຜົນປະໂຫຍດ, ເພື່ອບໍ່ມີຜູ້ໃດຕ້ອງເສຍຫາຍ, ບໍ່ມີໃຜຮູ້ສຶກວ່າຕົນຖືກປະພຶດແບບອະຍຸຕິທຳ. ລະບອບສັງຄົມໜຶ່ງຖ້າຫາກບໍ່ມີຄວາມສະເໝີພາບແລະຄວາມຍຸຕິທຳຢ່າງແທ້ຈິງໃນທຸກດ້ານ, ໂດຍສະເພາະແມ່ນ ຖ້າຫາກປະໃຫ້ເກີດສະພາບການແບ່ງຂົ້ວຮັ່ງມີທຸກຍາກເກີນລະດັບ ແລະຄວບຄຸມບໍ່ໄດ້ ກໍ່ຈະເປັນອັນຕະລາຍ, ຄວາມວຸ່ນວາຍສັງຄົມຈະເກີດຂຶ້ນໂດຍງ່າຍ. ນະໂຍບາຍທີ່ກົມກຽວເໝາະສົມທາງດ້ານຜົນປະໂຫຍດຄືແນວນັ້ນ ມັນຮຽກຮ້ອງໃຫ້ມີລັກສະນະວິທະຍາສາດສູງ ພ້ອມທັງລັກສະນະມະນຸອະລິຍະທຳ ແລະລັກສະນະວັດທະນະທຳ ສູງທີ່ສຸດ. ໝາຍຄວາມວ່າ, ທຸກນະໂຍບາຍຂອງລະບອບການເມືອງທີ່ກ້າວໜ້າໃນຍຸກປະຈຸບັນລ້ວນແຕ່ຕ້ອງແນໃສ່ເປົ້າໝາຍສູງສຸດຄື ຮັບໃຊ້ມະນຸດທີ່ທັງເປັນອັດຕະພາບ ທັງເປັນພາວະພາບ ທີ່ສຳຄັນແລະແທ້ຈິງຂອງສັງຄົມ.
ຢາກສ້າງຄວາມຍຸຕິທຳທາງສັງຄົມຢ່າງແທ້ຈິງ ແລະຫຼີກລ່ຽງການແບ່ງຂົ້ວຮັ່ງມີທຸກຈົນເກີນຄວນ ເພື່ອບໍ່ໃຫ້ເກີດຄວາມວຸ່ນວາຍທາງສັງຄົມນັ້ນ ວັດທະນະທຳສູງສຸດໃນການເມືອງປະຈຸບັນແມ່ນຕ້ອງຖືມະນຸດທຸກຊັ້ນຄົນແລະທຸກຊົນຊັ້ນໃນສັງຄົມເປັນອັດຕະພາບ, ທັງເປັນພາວະພາບຂອງລະບອບການເມືອງ ເພື່ອປຸກຕື່ນ ກຳລັງແຮງຊ້ອນແຝງຂອງເຂົາ, ທັງຮັບໃຊ້ ເຂົາຢ່າງດີທີ່ສຸດ. ນັ້ນແມ່ນພື້ນຖານການເມືອງ ແລະລະບອບການເມືອງທີສະຫຼາດ, ທຸກສິ່ງທຸກຢ່າງລ້ວນແຕ່ແມ່ນຍ້ອນມະນຸດແລະເພື່ອມະນຸດ. ນັ້ນກໍ່ແມ່ນບ່ອນອີງທີ່ສຳຄົນອັນດັບໜຶ່ງ ເພື່ອແນໃສ່ສ້າງຄວາມໝັ້ນຄົງຍືນຍົງຍາວນານຂອງລະບອບສັງຄົມ. ເມື່ອແຕ່ລະຄົນຮູ້ສຶກວ່າຕົນເປັນພາກສ່ວນອິນຊີໜຶ່ງຂອງຊາດ, ຂອງຊຸມຊົນ, ໄດ້ຮັບຄວາມເຄົາລົບ, ມີອິດສະລະເສດລີ, ມີຄວາມຍຸຕິທຳແລະສະເໝີພາບ ແມ່ນພວກເຂົາທັງໝົດຈະເປັນຜູ້ຈົງຮັກພັກດີ ປົກປັກຮັກສາລະບອບ, ອອກແຮງກໍ່ສ້າງປະເທດຊາດ ແລະ ນັ້ນແມ່ນປະເທດ, “ແມ່ນສັງຄົມໜຶ່ງດຽວ [ເຊິ່ງ] ຜູ້ມີຈິດໃຈອິດສະລະພາບຢາກຈະຢູ່” ແລະ ອຸທິດ ຄືທີ່ ປຼາໂຕນ ເຄີຍເວົ້າມາ (6).
ສິ່ງສຳຄັນໜຶ່ງໃນວັດທະນະທຳການເມືອງປະຈຸບັນ, ຄືທີ່ໄດ້ເວົ້າມາຂ້າງເທິງ, ສະແດງອອກຢູ່ທີ່ສິດນຳພາ, ສິດກຳອຳນາດຂອງພັກການເມືອງ ແລະ ຄວາມສັກສິດໃນການຄຸ້ມຄອງບໍລິຫານຂອງພັກ.
ໃນເງື່ອນໄຂໂລກປະຈຸບັນ, ສຳລັບທຸກລະບອບສັງຄົມທີ່ຂຶ້ນກັບສະຖາບັນຍັດການເມືອງໃດໜຶ່ງ, ເຖິງວ່າລະບອບນັ້ນແມ່ນຍ້ອນພັກໜຶ່ງດຽວກຳອຳນາດ ຫຼືຍ້ອນຫຼາຍພັກແຂ່ງຂັນກັນເພື່ອຍາດເອົາສິດນຳພາ, ເພື່ອກຳອຳນາດໄດ້ຢ່າງໜັກແໜ້ນ, ເມື່ອຍາດໄດ້ສິດນຳພາແລ້ວເຖິງວ່າຈະຕາມວິທີເລືອກຕັ້ງເສລີໃດກໍ່ດີ ກໍ່ບໍ່ອາດຈະຂາດອົງການຄຸ້ມຄອງລັດທີ່ສະອາດປອດໃສ ແລະ ມີປະສິດທິຜົນໃນການປະຕິບັດແນວທາງຂອງພັກທີ່ກຳອຳນາດ. ອົງການຄຸ້ມຄອງແລະບໍລິຫານວຽກງານລັດນັ້ນແນ່ນອນຕ້ອງໄດ້ສ້າງຕັ້ງຂຶ້ນໂດຍບັນດາຜູ້ດີເດັ່ນທີ່ເປັນຕົວແທນໃຫ້ແກ່ພັກກຳອຳນາດແລະສັງຄົມທັງໝົດ. ພວກເຂົາແມ່ນຜູ້ທີ່ມີພ້ອມ ຄວາມສາມາດທີ່ແທ້ຈິງໃນດ້ານຕ່າງໆເຊັ່ນ ວັດທະນະທຳຄຸ້ມຄອງບໍລິການ, ລະດັບວັດທະນະທຳກົດໝາຍທີ່ໜັກແໜ້ນ, ລະດັບວັດທະນະທຳຈັດຕັ້ງສູງ ເພື່ອສຳເລັດພັນທະແລະຄວາມຮັບຜິດຊອບທີ່ໜັກໜ່ວງຕໍ່ພັກຂອງເຂົາ ແລະຕໍ່ປະເທດຊາດ ຊຶ່ງບໍ່ແມ່ນພາຍຫຼັງໄດ້ຮັບມອບໝາຍໜ້າທີ່ ແລະດຳລົງຕຳແໜ່ງໃດໜຶ່ງແລ້ວ ຈຶ່ງໄດ້ຝາກໄປຝຶກອົບຮົມຢູ່ໃນພື້ນຖານຝຶກອົບຮົມສະເພາະຂະແໜງ. ນີ້ເປັນສິ່ງທີ່ພວກເຮົາຕ້ອງຮ່ຳຮຽນ, ທອດຖອນບົດຮຽນແລະປະຕິບັດ ເພື່ອບໍ່ເສຍເວລາ, ບໍ່ເປືອງຊັບສິນເງິນທອງ ແລະ ເສຍຄວາມໄວ້ວາງໃຈຂອງປະຊາຊົນ.
ຢູ່ບັນດາປະເທດທີ່ມີຄວາມສີວິໄລ ແລະມີລະດັບປະຊາທິປະໄຕສູງ ຖ້າຜູ້ໃດພາຍຫຼັງໄດ້ຮັບການເລືອກຕັ້ງ ຫຼືໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງທີ່ແນ່ນອນແລ້ວ ຫາກບໍ່ຕອບສະໜອງຄວາມຕ້ອງການວຽກງານໄດ້ ກໍ່ຈະສະໝັກໃຈຂໍລາອອກ ຫຼືຈະຖືກບັງຄັບໃຫ້ລາອອກຈາກຕຳແໜ່ງ ຫຼືຈະຖືກປົດຕຳແໜ່ງ. ອາດຈະເວົ້າໄດ້ວ່າ, ວັດທະນະທຳລາອອກຈາກຕຳແໜ່ງ ກໍ່ເປັນຈຸດວັດທະນະທຳທີ່ພົ້ນເດັ່ນ ແລະແຜ່ຫຼາຍພໍຄວນໃນພື້ນຖານການເມືອງປະຈຸບັນຂອງໂລກ. ບັນດາຜູ້ເຮັດການເມືອງທີ່ມີວັດທະນະທຳຄວນເຂົ້າໃຈວ່າ, ການທີ່ເຂົາໄດ້ຮັບມອບໝາຍໃຫ້ດຳລົງຕຳແໜ່ງໃດໜຶ່ງນັ້ນ ແມ່ນເພື່ອແບກຫາບວຽກງານລວມຂອງປະເທດ, ໂດຍບໍ່ແມ່ນເພື່ອເກັບເອົາຜົນປະໂຫຍດ ເພື່ອສ້າງຮັ່ງຄູນມີຢ່າງບໍ່ຊອບທຳ, ດັ່ງນັ້ນ ເມື່ອຮູ້ວ່າຕົນເອງບໍ່ມີຄວາມສາມາດປະຕິບັດໜ້າທີ່ ຫຼືມີຄວາມຜິດພາດ ບໍ່ໄດ້ຮັບຄວາມເຊື່ອຖືຂອງປະຊາຊົນອີກ,...ເຂົາກໍ່ຈະລາອອກຈາກຕຳແໜ່ງ, ການລາອອກນັ້ນເປັນເລື່ອງທຳມະນາ ແລະໜ້າໄດ້ຮັບຄວາມເຄົາລົບ. ກົງຂ້າມ, ເມື່ອມີຜູ້ໃດຖືກປົດຕຳແໜ່ງ, ຖືກຍົກເວັ້ນຕຳແໜ່ງ ຍ້ອນຄວາມສາມາດຕ່ຳ, ຍ້ອນລະເມີດກົດໝາຍ ຫຼືຍ້ອນສູນເສຍຄວາມເຊື່ອຖື, ຍ້ອນບໍ່ໄດ້ຮັບຄວາມໄວ້ວາງໃຈຂອງປະຊາຊົນອີກ ມັນແມ່ນຄວາມເຂັ້ມງວດຂອງຂອງກົດໝາຍ, ຄວາມສະອາດປອດໃສແລະກຳລັງແຮງທີ່ແທ້ຈິງຂອງກົງຈັກລັດ.
ໃນລັດແຫ່ງອຳນາດກົດໝາຍແລະມີມູນເຊື້ອປະຊາທິປະໄຕ, ການປ່ຽນຜູ້ຂາດຄວາມສາມາດຫຼືມີຄວາມຜິດພາດໃດໜຶ່ງນັ້ນ ລ້ວນແຕ່ຖືກຖືວ່າເປັນເລື່ອງທຳມະດາທີ່ສຸດ ແນໃສ່ຈຸດປະສົງຍົກສູງຄວາມສາມາດ, ປະສິດທິຜົນ, ອິດທິພົນຂອງອົງການຄຸ້ມຄອງບໍລິຫານລັດ ແລະຂອງພັກທີ່ກຳອຳນາດ, ພິເສດແມ່ນເພື່ອໃຫ້ປະຊາຊົນພໍໃຈແລະສ້າງຄວາມເຫັນດີເຫັນພ້ອມສູງໃນສັງຄົມ. ນັ້ນແມ່ນເຫດຜົນຂອງຄຳຖາມທີ່ວ່າ ຍ້ອນຫຍັງຢູ່ບັນດາລັດແຫ່ງອຳນາດກົດໝາຍທີ່ກ້າວໜ້າ ຄວາມຫຼ້າຊ້າບໍ່ຄ່ອຍຈະເກີດຂຶ້ນ ແລະ ເຄີຍປ່ຽນແທນສິດນຳພາ, ສິດກຳອຳນາດ. ອາດຈະເວົ້າໄດ້ວ່າ, ຢູ່ບັນດາປະເທດນັ້ນ ວັດທະນະທຳລາອອກຈາກຕຳແໜ່ງ ກໍ່ເປັນໜຶ່ງໃນບັນດາກຳລັງຜັດດັນທີ່ປະກອບສ່ວນຊຸກຍູ້ການພັດທະນາຂອງສັງຄົມ. ຄິດວ່າ, ໄດ້ຮອດເວລາແລ້ວທີ່ຫວຽດນາມກໍ່ຕ້ອງຍົກສູງລະດັບນີ້ໃນທົ່ວສັງຄົມ, ກ່ອນອື່ນໝົດແມ່ນໃນຖັນແຖວພະນັກງານນຳພາຄຸ້ມຄອງຂັ້ນຕ່າງໆທຸກຂັ້ນ.
3- ເພື່ອພັດທະນາປະເທດຫວຽດນາມນັ້ນ ຄຽງຂ້າງພື້ນຖານການເມືອງທີ່ສົດໃສເຂັ້ມແຂງ ແລະ ສັງຄົມທີ່ໝັ້ນຄົງ ກ້າວໜ້າ, ຍັງຕ້ອງລວມສູນການລົງທຶນພັດທະນາເສດຖະກິດ, ຍູ້ແຮງການຫັນເປັນອຸດສາຫະກຳຕາມທິດທັນສະໄໝ. ແຕ່ວ່າ, ປະຈຸບັນນີ້ ບໍ່ອາດຈະພັດທະນາເສດຖະກິດດ້ວຍຄ່າໃຊ້ຈ່າງທັງໝົດ, ໂດຍສະເພາະແມ່ນ ບໍ່ອາດຈະປະຕິບັດຕົວຊີ້ວັດການເຕີບໂຕເສດຖະກິດ ດ້ວຍການທຳລາຍສະພາບແວດລ້ອມແຫ່ງການດຳລົງຊີວິດ. ເວົ້າຢ່າງອື່ນ, ກ່ອນອື່ນໝົດຕ້ອງເຊື່ອມໂຍງການພັດທະນາເສດຖະກິດກັບວັດທະນະທຳນິເວດວິທະຍາ. ຄວນຈື່ຈຳຄຳຊີ້ແນະຂອງ ກາກມາກ ກ່ອນໜ້ານີ້ຮ້ອຍກວ່າປີທີ່ວ່າ “ຖ້າຫາກການເພາະປູກດຳເນີນໄປແບບເກີດເອງ ໂດຍບໍ່ໄດ້ຮັບການແນະນຳຢ່າງມີສະຕິ... ແມ່ນຫຼັງຈາກການເພາະປູກ ຈະເຫຼືອພຽງແຕ່ດິນເປົ່າວ່າງເທົ່ານັ້ນ” (7).
ເປີດກວ້າງຄຳຊີ້ແນະດັ່ງກ່າວຂອງ ກ.ມາກ ເຮົາຈະເຂົ້າໃຈໄດ້ວ່າ, ເຖິງຈະເປັນການພັດທະນາກະສິກຳ ຫຼືພັດທະນາອຸດສາຫະກຳ ກໍ່ລ້ວນແຕ່ຕ້ອງມີຄວາມຮູ້ເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງມະນຸດກັບໂລກທຳມະຊາດ; ຕ້ອງເຂົ້າໃຈເລິກເຊິ່ງວ່າ ມະນຸດແລະສັງຄົມມະນຸດບໍ່ອາດຈະຄົງຕົວຢູ່ໄດ້ຖ້າຫາກຂາດການຊ່ວຍເຫຼືອຂອງທຳມະຊາດ; ພິເສດ, ມະນຸດ “ບໍ່ປົກຄອງໂລກທຳມະຊາດໄດ້, ຄືຜູ້ຮຸກຮານປົກຄອງປະຊາຊາດອື່ນ, ຄືຄົນໜຶ່ງທີ່ມີຊີວິດຢູ່ນອກໂລກທຳມະຊາດ”(8). ສິ່ງດັ່ງກ່າວໝາຍຄວາມວ່າ, ຢາກພັດທະນາເສດຖະກິດຢ່າງມີປະສິດທິຜົນ ແລະບໍ່ຕ້ອງເສຍຄ່າໃຊ້ຈ່າຍດ້ານສິ່ງແວດລ້ອມ ແມ່ນຕ້ອງມີວັດທະນະທຳ, ເປັນຕົ້ນແມ່ນຄວາມຮູ້ວັດທະນະທຳນິເວດວິທະຍາ.
ຍ້ອນແນວນັ້ນ, ຮັບການລົງທຶນ, ດຳເນີນການຫັນເປັນອຸດສາຫະກຳ ຈຳເປັນຕ້ອງຕາມທິດທາງທັນສະໄໝ; ບໍ່ແຍກການຫັນເປັນອຸດສາຫະກຳອອກຈາກການຫັນເປັນທັນສະໄໝ. ເຖິງຈະຫັນເປັນອຸດສາຫະກຳຕໍ່ອຸດສາຫະກຳ ຫຼືຫັນເປັນອຸດສາຫະກຳຕໍ່ກະສິກຳກໍ່ຕາມ ກໍ່ຕ້ອງຕາມທິດທັນສະໄໝ, ບົນພື້ນຖານການນຳໃຊ້ເຕັກໂນໂລຊີທັນໄໝ, ບໍ່ຄວນອີງໃສ່ແຕ່ລາຄາຖືກ ຫຼືໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕ່ຳ. ຈົ່ງລະມັດລະວັງຕໍ່ສະພາບການ “ຢາກໄດ້ແຕ່ຖ້ວຍເຂົ້າ ປະພາເຂົ້າ” ຄືດັ່ງບັນດາໂຄງການລົງທຶນທີ່ແກ່ຍາວຫຼາຍປີ ແລະ ຈຳນວນເງິນລົງທຶນເພີ່ມຂຶ້ນຫຼາຍທີ່ສຸດທຽບກັບເມື່ອອະນຸມັດການປະມູນ ຊຶ່ງພວມປະກົດຢູ່ຕໍ່ໜ້າທຸກຄົນ.
ລະດັບວັດທະນະທຳນິເວດວິທະຍາຕ່ຳຍັງສະແດງອອກຢູ່ທີ່ການອະນຸຍາດໃຫ້ກໍ່ສ້າງໂຮງງານໄຟຟ້ານ້ຳຕົກຂະໜາດນ້ອຍຫຼາຍເກີນຄວນຢູ່ເຂດປ່າສະຫງວນ, ປ່າປ້ອງກັນໃນຫຼາຍແຂວງ. ພວກເຂົາໄດ້ສວຍໃຊ້ການກໍ່ສ້າງໂຮງງານໄຟຟ້ານ້ຳຕົກເພື່ອຂຸດຄົ້ນໄມ້ຢູ່ໃນປ່າສະຫງວນຢ່າງຖືກກົດໝາຍ. ພ້ອມກັນນັ້ນ, ແຜນນະໂຍບາຍຫັນປ່ຽນຈຸດປະສົງນຳໃຊ້ປ່າປ້ອງກັນ, ປ່າຮັກສານ້ຳ, ນັບທັງປ່າທີ່ມີຄຸນຄ່າປ້ອງກັນປະເທດ, ເພື່ອເຮັດເສດຖະກິດ,... ກໍ່ເປີດໂອກາດໃຫ້ແກ່ການທຳລາຍປ່າຢ່າງຖືກກົດໝາຍ. ມີຫຼາຍເລື່ອງອີກທີ່ສາມາດພິສູດໃຫ້ແກ່ລະດັບວັດທະນະທຳນິເວດວິທະຍາທີ່ຕ່ຳຕ້ອຍໃນການກຳນົດນະໂຍບາຍພັດທະນາເສດຖະກິດໃນໄລຍະທີ່ຜ່ານມາ.
ວັດທະນະທຳກໍ່ຍັງບໍ່ທັນຊຶມເລິກເຂົ້າໃນຂົງເຂດການຜະລິດ ທຸລະກິດ; ວັດທະນະທຳທຸລະກິດ ແລະວັດທະນະທຳວິສາຫະກິດຍັງບໍ່ໄດ້ຖືເປັນສຳຄັນ, ຍັງບໍ່ຖືກຖືວ່າເປັນເງື່ອນໄຂທີ່ມີຄວາມສຳຄັນເປັນຕາຍສຳລັບການພັດທະນາແບບຍືນຍົງຂອງປະເທດຊາດ. ສິ່ງທີ່ໜ້າເປັນຫ່ວງກວ່າອີກຄື ລະດັບວັດທະນະທຳວິສາຫະກິດ ແລະນັກທຸລະກິດຂອງພວກເຮົາຍັງບໍ່ຕອບສະໜອງໄດ້ຄວາມຕ້ອງການທຸລະກິດໃນເງື່ອນໄຂໂລກາພິວັດປະຈຸບັນ. ເສດຖະກິດຂອງປະເທດ ແລະ ເວົ້າລວມທັງບັນດາດ້ານອື່ນຂອງປະເທດ, ຈະບໍ່ສາມາດພັດທະນາແບບຍືນຍົງໄດ້ຖ້າຫາກລະດັບວັດທະນະທຳທຸລະກິດບໍ່ໄດ້ຮັບການຍົກສູງຂຶ້ນຢ່າງທັນການ, ຖ້າຫາກວັດທະນະທຳທຸລະກິດ ແລະວັດທະນະທຳວິສາຫະກິດບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງຈິງຈັງ.
ອາດຈະເຫັນໄດ້ຢ່າງງ່າຍດາຍວ່າ, ປະຈຸບັນນີ້ ຄຽງຂ້າງບັນດາຜູ້ຜະລິດແລະນັກທຸລະກິດທີ່ແທ້ຈິງ ມີຄຸນສົມບັດ ແລະມີວັດທະນະທຳ ກໍ່ຍັງມີສະພາບການຜະລິດ ທຸລະກິດແບບຍາດຊີງຄຸບແຍ່ງ, ຂາດຄຸນສົມບັດ, ຝືນວັດທະນະທຳ ທີ່ພວມແຜ່ລາມເກືອບທຸກຂົງເຂດ, ນັບທັງຂົງເຂດທີ່ພົວພັນເຖິງສຸຂະພາບແລະຊີວິດປະຊາຊົນ.
ຕ້ອງຍອມຮັບວ່າ, ສະພາບການຜະລິດແລະທຸລະກິດແບບບໍ່ມີວັດທະນະທຳນີ້ອາດຈະເກີດຂຶ້ນໃນເວລາຍາວນາມຄືແນວນັ້ນແມ່ນຍ້ອນຫຼາຍສາເຫດ, ນອກຈາກຄວາມຜິດຂອງນັກທຸລະກິດແລ້ວ ຍັງມີຂໍ້ຜິດພາດຂອງບັນດາອົງການອຳນາດການປົກຄອງ, ຂອງອົງການປະຕິບັດກົດໝາຍ ແລະ ຍ້ອນທັງຄວາມຂາດເຂີນກົດໝາຍ, ຍ້ອນກົດໝາຍຂອງພວກເຮົາບໍ່ໄປທັນກັບຊີວິດຈິງ. ກໍ່ອາດຈະເວົ້າວ່າ, ການຜະລິດ ທຸລະກິດແບບຝືນວັດທະນະທຳສາມາດຄົງຕົວໄດ້ຢ່າງເປີດເຜີຍຄືປະຈຸບັນແມ່ນຍ້ອນໄພສໍ້ລາດບັງຫຼວງຍັງທີ່ບໍ່ຖືກກີດກັ້ນ; ຍ້ອນຜົນປະໂຫຍດໝູ່ພວກທີ່ຊົ່ວຮ້າຍຂອງພວກຜູ້ເສື່ອມໂຊມ ປ່ຽນທາດ ຊຶ່ງກົດໝາຍແລະອົງການປະຕິບັດກົດໝາຍຍັງບໍ່ທັນກຳໄດ້. ນີ້ແມ່ນຫຼັກຖານທີ່ພົ້ນເດັ່ນກ່ຽວກັບຄວາມພົວພັນໃກ້ຊິດຕິດແທດລະຫວ່າງວຽກງານຄຸ້ມຄອງບໍລິຫານລັດຂັ້ນຕ່າງໆ ກັບການເຄື່ອນໄຫວເສດຖະກິດ, ລະຫວ່າງການເມືອງແລະເສດຖະກິດກັບວັດທະນະທຳ./.
ສຈ, ປອ. ຫງວຽນຈ້ອງຈ໋ວນ
ສະຖາບັນວິທະຍາສາດສັງຄົມແຫ່ງຊາດຫວຽດນາມ
--------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1995, ເຫຼັ້ມ 6, ໜ້າ 368-369.
(2), (3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 3, ໜ້າ 431.
(4) ປຼາໂຕນ: ສາທາລະນະລັດ. ສພຈ ໂລກ, ຮ່າໂນ້ຍ, 2013, ໜ້າ 93.
(5) ມ. ຊີເຊໂຣນ: ກ່ຽວກັບອຳນາດການປົກຄອງ, ແປໂດຍ ເລືອງດັງວິ໊ງດຶກ. ສພຈ ຮົ່ງດຶກ, ຮ່າໂນ້ຍ, 2017, ໜ້າ 338, 246.
(6) ປຼາໂຕນ: ສາທາລະນະລັດ. ປຶ້ມທີ່ໄດ້ແນະນຳ, ໜ້າ 589.
(7) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1997, ເຫຼັ້ມ 32, ໜ້າ 80.
(8) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 20, ໜ້າ 655.
(9) ເບິ່ງ: ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີເກົ້າ ສະໄໝທີ XI ກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ, ຜູ້ຄົນຫວຽດນາມ ເພື່ອຕອບສະໜອງການພັດທະນາປະເທດແບບຍືນຍົງ.