ວັນສຸກ, 25/5/2018
ງານບຸນປະເພນີ ແລະ ການພັດທະນາການທ່ອງທ່ຽວ*
12/3/2018 15:31' ສົ່ງ ພິມ
ງານບຸນຢູ່ ບ້ານເຢົາ, ເມືອງບິ່ງລູກ, ແຂວງຮ່ານາມ. (ພາບ: nhandan.com.vn)

ງານ​ບຸມ​ປະ­ເພ­ນີ - ແຫຼ່ງ​ພະ­ລັງ​ທີ່​ສຳ­ຄັນ​​ເພື່ອ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ

ຕາມ​ການ​ສະ​ຖີ​ຕິ​ຢ່າງ​ເປັນ​ທາງ​ການ​ຂອງ​ກະ­ຊວງ​ວັດທະນະ­ທຳ, ກິ­ລາ ແລະ ການ­ທ່ອງ­ທ່ຽວ, ຮອດ​ປີ 2008 ຫວຽດນາມ​ມີງານ​ບຸນ​ປະ­ເພ­ນີທັງ​ໝົດ 7.039 ງານ ທີ່​ແຜ່​ລາມ​ຢ່າງ​ທົ່ວ​ເຖິງ​ໃນ​ທຸກ​ໝູ່​ບ້ານ ເຂດພາກ​​ໃນ​ທົ່ວ​ປະ­ເທດ; ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ ຫວຽດ­ນາມ​ມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງເພື່ອພັດທະນາ​ການທ່ອງທ່ຽວ. ຍິ່ງ​ກວ່ານັ້ນ, ບັນ­ດາ​ງານ​ບຸນ​ປະ­ເພ­ນີ​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ການ, ແຕ່​ລະ​ງານ​ບຸນ​ມີ​​ຄຸນຄ່າທີ່​ເປັນ​ເອ­ກະ­ລັກ ​​ຕິດ​ພັນ​ກັບ​ເຂດພາກ ທ້ອງ​ຖິ່ນ, ຄື ບຸນ​ກະ­ໂພກ ດົ່ງ​ກີ້ (ແຂວງ​ບັກ​ນິງ), ບຸນ​ຊົນ​ຄວາຍ ໂດ່​ເຊີນ (ນະຄອນຫາຍ​ຝ່ອງ), ບຸນ ຈໍ່​ຈ໋າມ (ແຂວງ​ຝູທໍ້), ບຸນ ງິງ​ອົງ ຢູ່​ຫຼາຍ​ທ້ອງ​ຖິ່ນ​​ເຂດ​ຊາຍ​ຝັ່ງ​ທະ­ເລ​ພາກ​ກາງແລະພາກ​ໃຕ້,...

ງານ​ບຸນ​ປະ­ເພ­ນີແລະການ­ທ່ອງ­ທ່ຽວ​ ​ມີ​ຄວາມ​ພົວພັນ​ສະ­ໜິດ​ຕິດ​ພັນກັນ. ​ໃນງານ​ບຸນປະ​ເພນີທີ່​ຟົດຟື້ນ​ໃນ​ສະ​ໄໝ​ໂ​ບຮານ, ເຖິງ​ວ່າຍັງ​ບໍ່​ມີ​ຄຳ​ສັບວ່າ­ທ່ອງ­ທ່ຽວກໍ່ຕາມ, ​ແຕ່ກໍ່​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງປະຊາຊົນ​ຈາກ​ບ້ານ​ອື່ນ​ເຂດ​ອື່ນ, ຫຼື​ຢ່າງໜ້ອຍ​ກໍ່​ມີການ​ແຮກ­ສ່ຽວລະຫວ່າງ​ບ້ານ​ຕ່າງໆ ມີ​ການ​ພົວ­ພັນ​ຢ່າງ​ສະ­ໜິດ​ແໜ້ນ​ກັບ​ບ້ານ​ທີ່​ມີ​ງານ​ບຸນ. ອາດ​ຈະ​ເວົ້າ​ໄດ້​ວ່າ ບໍ່​ມີ (ຫຼື​​ຫາ​ຍາກທີ່​ສຸດ) ງານ​ບຸນ​ປະ­ເພ­ນີ​ໃດ​ທີ່ມີ​ແຕ່​ຊຸມ​ຊົນ​ແຫ່ງໜຶ່ງ​ເຂົ້າ​ຮ່ວມ ​ໂດຍ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄົນທີ່​ມາຈາກ​ຊຸມ​ຊົນ​ອື່ນໆ. ປັດ­​ໄຈ​ໄປ​ສະ​ແຫວ​ງບຸນ, ປັດ­ໃຈ​ທ່ອງ​ທ່ຽວ​​ເລີ່ມ​ເກີດ​ຂຶ້ນ​ແຕ່​ເວ­ລາ​ນັ້ນ. ໃນ​ປະ­ຈຸ​ບັນ, ໃນ​ທ່າ​ອຽງ​ແຫ່ງ​ການ​ພັດ­ທະ­ນາ​​ແຜ່​ລາມ​ທົ່ວ​ເຖິງຂອງ​ງານ​ບຸນ​ປະ­ເພ­ນີ, ໃນ​ສະ­ພາບ​ການຂອງ​ໂລກ​ເຊື່ອມ​ໂຍງ​ແລະສັງ­ຄົມ​ທັນ​ສະ­ໄໝ​, ບັນ­ດາ​ງານ​ບຸນ​ປະ­ເພ­ນີ​ໄດ້​ກາຍ­ເປັນ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ດຶງ​ດູດນັກ​ທ່ອງ​ທ່ຽວ​ແລະ​ຜູ້​ສະ​ແຫວ​ງບຸນ​ເປັນ​ຈຳນວນ​ຫຼວງ­ຫຼາຍ. ​ແມ່ນການ​ແຜ່​ຂະຫຍາຍ​ຂອງ​ບຸນປະ​ເພນີແລະການ​ພັດ­ທະ­ນາ​ຢ່າງ​ໄວ­ວາ​ຂອງ​ການ­ທ່ອງ­ທ່ຽວນັ້ນ​ເອງ ທີ່​​ໄດ້​ເຮັດ​​ໃຫ້​ສອງ​ຮູບ​ການ​ນີ້​ຕິດ​ພັນ​ນຳ​ກັນ ​ແລະ​ ພາ​ໃຫ້­​ເກີດ​ມີການກໍ່​ຕົວແລະການ​ເຜີຍ​ແຜ່​ຄຳ​ວ່າ “ການທ່ອງທ່ຽວວັດທະນະທຳ”, “ການທ່ອງທ່ຽວຊຸມຊົນ”, “ການທ່ອງທ່ຽວຊອກຮູ້”, “ການທ່ອງທ່ຽວເພື່ອປະສົບການ​”, “ການທ່ອງທ່ຽວກັບຄືນແຫຼ່ງກຳເນີດ”,... ໃນ​ນັ້ນ​ງານ​ບຸນ​ຍາມ​ໃດ​ກໍ່​ເປັນ​ເປົ້າ​ໝາຍ​ທີ່​ສຳ­ຄັນ, ແລະພິ­ເສດ​ແມ່ນ ໄດ້​ມີ​ຄຳ​ສັບ​ທີ່​ເວົ້າ​ເຖິງ​ການ​ພົວ­ພັນ​ນີ້ “ການທ່ອງ​ທ່ຽວ​ງານ​ບຸນ”.

ບຸນ​ປະ­ເພ­ນີ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ດ້ານ​ຄວາມ​ເຊື່ອ​ຖື​ຂອງ​ປະ­ຊາ­ຊົນ​ທີ່ນັບ​ມື້​ນັບ​ສູງ​ຂຶ້ນ. ຜູ້​ມາ​ໃນ​ງານ​ບຸນ​ອາດ​ຈະ​ບໍ່​ແມ່ນ​ໄປ​ຫຼິ້ນ ​ໄປ​​ຢ້ຽມ​ຊົມ ແຕ່​ການພາວະນາ​ອະທິດຖານ​​ເພື່ອ​ຕົນ​ເອງ​ແມ່ນ​ບໍ່​ອາດ​ຈະ​ຂາດ​ໄດ້. ​ພາກ​ຕົວ​ຈິງ​​ໃຫ້​ເຫັນ​ວ່າ ການ​​ພາ​ວະນາ​ອະທິ​ດຖານແມ່ນ​ຄວາມ​ຮຽກ­ຮ້ອງ​ຕ້ອງການ​ທີ່​ໃຫຍ່​ທີ່​ສຸດ ສຳ­ຄັນ​ທີ່​ສຸດ ແລະ ສັກ­ສິດ​ທີ່​ສຸດ ​ສຳລັບ​ຜູ້​ມາ​ຮ່ວມງານ​ບຸນ​ເກືອບທຸກ​ຄົນ. ນີ້​​​ເປັນ​ເລື່ອງ​ປົກກະຕິ​ສຳລັບ​ຜູ້​ສະ​ແຫວ​ງບຸນ​ແຕ່​ໂບຮານ​ຈົນ​ເຖິງ​ປະຈຸ­ບັນ. ​ງານ​ບຸນ​ຂອງ​ໝູ່​ບ້ານຕ່າງໆ​ເກືອບ​ທັງ​ໝົດ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ­ໃໝ່ ແລະ ດຶງດູດ​ປະຊາຊົນ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ມາດຳ​ເນີນ​ປະຕິບັດ​ຄວາມສັດທາ. ພວກ​ເຮົາ​ມີ​ບັນ­ດາ​ງານ​ບຸນ​ທີ່​ໄດ້​ຈັດ​ຕັ້ງ​ເປັນ​ເວລາ​ຫຼາຍ​ມື້, ຄື​ງານ​ບຸນ​ວັດ​ເຮືອງ, ງານ​ບຸນ​ວິຫານ ​ຮູ່ງ​ເວື​ອງ, ງານ​ບຸນ ອຽນ​ຕື໋,... ​ເຊິ່ງໄດ້​ດຶງ​ດູດ​ປະຊາຊົນ​ມາຮ່ວມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ. ສິ່ງ​ເຫຼົ່າ​ນີ້​ໃຫ້​​ເຫັນ​ວ່າ ​ການ­ທ່ອງ­ທ່ຽວງານ​ບຸນ​​​ເປັນ­ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ທີ່ສຳຄັນ​ຂອງ​ປະ­ຊາ­ຊົນ​ຈຳນວນ​ຫຼາຍ.

ງານ​ບຸນ​ປະ­ເພ­ນີ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​​ບັນ​ເທິງ​ແລະ​ຢ້ຽມຊົມ​ຂອງ​ນັກ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຊອກ​ຫາ​ໄປ​ຮ່ວມ​ງານ​ບຸນ​ປະ­ເພ­ນີ​ຫຼາຍ​ກວ່າ ຍ້ອນ​ທາດ​ແທ້​ຂອງ​ການ­ທ່ອງ­ທ່ຽວ​ແມ່ນ​ໄປ​ຫາສິ່ງ​ໃໝ່​ແລະ​ແປກ​ເພື່ອ​ຈະ​ໄດ້​ເພີດ​ເພີນ​ກັບ​ທິວ​ທັດ​ທີ່​ສວຍ​ງາມ, ເພື່ອ​ໄດ້​ຄົ້ນ​​ເຜີຍ​ຊີ­ວິດຫຼື​ຜະລິດຕະພັນພິ​ເສດ​ຂອງ​ທ້ອງ​ຖິ່ນ ແລະ ເພື່ອ​ລ່າ​ເລີງບັນ​ເທິງ​ໃຈ. ງານ​ບຸນ​ປະ­ເພ­ນີ​ສາມາດຕອບ​ສະ­ໜອງ​ຄວາມ​​ຕ້ອງ­ການ​​ເຫຼົ່າ​ນີ້​ໄດ້​ຢ່າງ​ຄົບ​ຖ້ວນ. ດັ່ງ­ນັ້ນ, ງານ​ບຸນ​ປະ­ເພ­ນີທີ່​​ເຄີຍ​​ສະ­ໜິດ​ຕິດ​ພັນ​ກັບ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ແຕ່​ດົນ​ນານ​ແລ້ວ ມາ​ໃນ​ປະຈຸບັນ​ມັນໄດ້​ມີ​ໂອ­ກາດ​​ເພື່ອເປີດ​ກວ້າງແລະຂະຫຍາຍຕົວ​ຢູ່​ບັນ­ດາ​ເຂດ​ຊົນ­ນະ­ບົດ, ແຕ່​ທົ່ງ​ພຽງ​​ຮອດ​ເຂດ​ພູ​ດອຍ​, ​ໂດຍ​ສະ​ເພາະຢ່າງ​ຍິ່ງ ງານ​ບ​ບຸນ​ຢູ່​​ເຂດຫ່າງ​ໄກ​ ເຂດ​ພູດ​ອຍ​ສອກ­ຫຼີກ ຍິ່ງ​ມີ​ແຮງ​ດຶງ​ດູດນັກ​ທ່ອງ​ທ່ຽວ. ຍິ່ງ​ກວ່າ​ອີກ, ​ງານ​ບຸນ​ປະ­ເພ­ນີ​ໄດ້ຮັບ​ການ​ຈັດ​ຕັ້ງ​ເປັນ​ປະຈຳ​ຢູ່​ສະ​ຖາ​ທີ່​ສັກ­ສິດ, ​ສະ­ຖານ­ທີ່​ປະ­ຕິ­ບັດ​ຄວາມ​ເຊື່ອ​ຖື​ທີ່​ມີ​ສະຖາ​ປັດຕະຍະ​ກຳ​ແລະການ​ປະ­ດັບ​ປະ­ດາ​ທີ່​ສວຍ​ງາມ, ບູຮານສະຖານ​ທີ່​ເປັນ​ມູນ­ເຊື້ອ, ​ສະ­ຖານ­ທີ່​ມີ​ທັດສະ­ນີຍະ​ພາບ​ສວຍ​ງາມ, ​ທິວ​ທັດ​ຂອງ​ໝູ່ບ້ານ​​ແບບ​ດັ້ງ​ເດີມ... ໄດ້​​ເປັນ​​ແຮງດຶງ​ດູດ​ແລະ​ປະ​ທັບ​ໃຈຕໍ່​​ນັກທ່ອງ​ທ່ຽວຫຼາຍ.

ຕິດ​ກັບ​ການ­ທ່ອງ­ທ່ຽວ, ​ບົດ­ບາດ​ການ​ລ່າ​ເລີງບັັນ​ເທິງ​ໃຈ​ຂອງ​ງານ​ບຸນ​ປະ­ເພ­ນີ​ກໍ່​ໄດ້​ຍົກ​ສູງ, ທັງ​ດ້ານ​ຈິດໃຈແລະ​ດ້ານ​ວັດ­ຖຸ, ແຕ່​ສູງ​ກວ່າ​ນັ້ນ​ແມ່ນ ​ການ​ບັນ​ເທົາ​ຈິດ​ວິນ​ຍານ​ຂອງ​ມະນຸດ. ຄວາມສົມດຸນ​ທາງ​ດ້ານ​ຈິດຕະສາດ, ລົດ​ຄວາມ​ເຄັ່ງ​ຕຶງ​ໃນ​ຊີ­ວິດ​ ເພື່ອ​ສ້າງ​ຄວາມ​ສະຫງົບໃຈ​ໃຫ້ມະນຸດ​ທຸກ​ຄົນ ເປັນ​ປັດ­ໃຈ​​ໃນ​ທາງ​ບວກ​ຂອງງານ​ບຸນ​ປະ­ເພ­ນີ.

ງານ​ບຸນ​ປະ­ເພ­ນີ​ຕອບ​ສະ­ໜອງ​ຄວາມຕ້ອງ­ການປະ­ກອບ­ສ່ວນ​ລົງ­ທຶນ​ເຂົ້າ​ໃນ​​ການ­ເຄື່ອນ​ໄຫວທາງ​ດ້ານ​ຈິດ​ວິນ​ຍານ ກໍ່​ຄື​ບັນ­ດາ​ສະ­ຖານ­ທີ່​ບູຊາ​ໃນ​ປະຈຸ­ບັນ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ຫຼາຍ​ແຫ່ງ​ຫົນ, ​ບັນດາງານ​ບຸນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ເພີ່ມ​ເຕີມແຫຼ່ງ​ພະ­ລັງ​ໃໝ່​ ​ເຊິ່ງລວມ​ມີ​ທັງ​ວັດ­ຖຸ (​ເງິນ​ບໍລິຈາກ​​ແລະຄ່າ​ໃຊ້​ຈ່າຍ​ຂອງຜູ້​ມາຮ່ວມ​ງານ​ບຸນ) ແລະຈິດ­ໃຈ (ຄົນ​ມາ​ຮ່ວມງານ​ບຸນ​ເປັນ​ຈຳ­ນວນ​ຫຼາຍ​ຈະ​ເຮັດ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນມີ​ລາຍ​ໄດ້ ​ແລະ​ເຫັນ​ວ່າງານ​ບຸນ​ຢູ່​ທ້ອງ​ຖິ່ນຂອງ​ຕົນ​ໄດ້ຮັບ​ຄວາມ​ນັບ​ຖື​ເປັນ​ສຳ­ຄັນ); ຈາກ​ນັ້ນ​ຍິ່ງ​ສົ່ງ­ເສີມ​ປະ­ຊາ­ຊົນ​ຟື້ນ​ຟູ ​ແລະຮັກ­ສາ​ຄຸນ­ຄ່າ​ວັ​ດ​ທະ­ນະ​ທຳ​ຂອງ​ງານ​ບຸນ​​ໃນ​ທ້ອງ​ຖິ່ນ ​ເພື່ອ​​ດຶງ​ດູດ​ນັກທ່ອງ​ທ່ຽວ.

ດັ່ງ​ນັ້ນ​ການທ່ອງທ່ຽວ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ງານ​ບຸນ​ປະ​ເພນີ​ຢ່າງ​ຕັ້ງໜ້າ. ອາ​ໄສ​ການ​ພັດທະນາ​ຂອງການທ່ອງທ່ຽວ, ​ງານ​ບຸນ​ປະ​ເພນີຈຶ່ງ​ໄດ້​ຮັກສາ ເສີມ​ຂະ­ຫຍາຍ ແລະ​ອຸ­ດົມ​ສົມ​ບຸນຂຶ້ນ​ຕື່ມ, ບັນ­ດາ​ຮີດ­ຄອງ​ປະ­ເພ­ນີ ບັນ­ດາ​ຄຸນ­ຄ່າ​ວັດ­ທະ­ນະ­ທຳ​ຂອງ​ງານ​ບຸນ​ປະ­ເພ­ນີ​ໄດ້​ຮັບ​ກາ​ນຟື້ນ​ຟູ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ບັນດາ​ເອກະລັກທາງ​ວັດທະນະທຳ​ຂອງ​ແຕ່​ລະ​ງານ​ບຸນ ​ໃນແຕ່​ລະ​​ເຂດພາກ ​ໄດ້​ຮັບ​ການຢືນ­ຢັນ ດ້ວຍຄວາມ​ເອກອ້າງທະ​ນົງ​ໃຈ ແລະ ສະຕິ​ຮູ້ສຶກ​​ໃນ​ການ​ຮັກ­ສາ ເສີມ​ຂະ­ຫຍາຍ​ບັນ­ດາ​ຄຸນ­ຄ່າເອ­ກະ­ລັກ​ຂອງ​ງານ​ບຸນ​ ຂອງ​ປະ­ຊາ­ຊົນ​ໃນ​ເຂດ​ນັ້ນ. ​ໃນ​ທິດທາງ​ປະ­ຕິ​ສຳ­ພັນ​ກົງ­ກັນ­ຂ້າມ, ງານ​ບຸນ​ປະ­ເພ­ນີ​ໄດ້​ຊ່ວຍໜູນ​ຢ່າງ​ໄດ້​ການ​ໄດ້ງານ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຂະ­ແໜງ​ການ­ທ່ອງ­ທ່ຽວ, ປະກອບສ່ວນ​ເຮັດ​ໃຫ້​ແຜ່ນ​ພາບ​ການ­ທ່ອງ­ທ່ຽວ​ຂອງຫວຽດນາມມີ​ຄວາມ​ອຸ­ດົມ​ສົມ​ບຸນ​ຕື່ມ​ອີກ ດ້ວຍ​ທາງ​ເລືອກ​ທີ່​ຫຼາກ​ຫຼາຍສຳລັບ​ນັກ​ທ່ອງ​ທ່ຽວ, ດ້ວຍ​ເອ­ກະ­ລັກ​ວັດ­ທະ­ນະທຳ​ຫວຽດນາມ​ທີ່​ດຶງ​ດູດ​ ຈັບ​ໃຈ​ນັກທ່ອງ​ທ່ຽວ​ຕ່າງ­ປະ­ເທດ. ຂະ­ແໜງ​ການ­ທ່ອງ­ທ່ຽວ​ທີ່ອີງ­ໃສ່​ແຫຼ່ງ​ພະລັງ​ວັນ​ທະ­ນະ​ທຳ​ທີ່​ອຸ­ດົມ​ສົມ​ບຸນແລະ​​ເປັນເອ­ກະ­ລັກ​​ນີ້​ ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນແລະຕ່າງ­ປະ­ເທດ​ມາ​ທ່ຽວ​ເປັນ​ຈຳ­ນວນ​ຫຼາຍ.

ບັນ­ດາ​ທ່າ​ອຽງ​​ໃນ​ການຈັດ​ຕັ້ງງານ​ບຸນ​ປະ­ເພ­ນີ​ໃນ​ປະຈຸ­ບັນ ແລະ ບັນ­ຫາ​ທີ່​ວາງ​ອອກ​ໃຫ້​ແກ່​ກາ​ນະ​ພັດທະ­ນາ​ການ­ທ່ອງ­ທ່ຽວ

​ໃນ​ບັນ­ຍາ­ກາດ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່​ຂອງ​ປະ​ະ​ເທດ, ງານ​ບຸນ​ປະ­ເພ­ນີ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ແຂງ­ແຮງ​ເທື່ອ​ລະ​ກ້າວ ແລະ ນັ້ນ​ແມ່ນ​ພື້ນ​ຖານ​ທີ່​ສຳ­ຄັນ​ເຮັດ​ໃຫ້​ທ່າ​ອຽງ​ຟື້ນ​ຟູ​ງານ​ບຸນ​ປະ­ເພ­ນີ​ໃນ​ຊີ­ວິດ​ສັງຄົມປະຈຸ​ບັນສະ​ແດງ​ອອກຢ່າງ​ຈະ­ແຈ້ງ. ໝູ່ບ້ານໃດ​ກໍ່​ຊອກຫາປັດ​ໄຈ​ງານ​ບຸນຢູ່​ໃນ​ວັນ​ທະ­ນະ​ທຳ​ພື້ນ​ເມືອງດັ້ງ​ເດີມ​ຂອງ​ຕົນ ເພື່ອ​ຟື້ນ​ຟູ​​ແລະ​ສະ­ແດງເອ­ກະ­ລັກ​ວັດ­ທະ­ນະ­ທຳ​ຂອງ​ທ້ອງ​ຖິ່ນ​ຕົນ​ເອງ. ຢູ່​ບ່ອນ​ໃດ​ທີ່ງານ​ບຸນ​ຍັງ​ບໍ່​ຖືກ​ຍຸບ​ເລີກ​ ເສື່ອ​ມ​ເສຍ​ໄປ ​ເຂົາ­ເຈົ້າກໍ່​ຈະ​ສືບ­ຕໍ່​ເສີມ​ຂະ­ຫຍາຍ, ບ່ອນ​ໃດ​ງານ​ບຸນໄດ້​ຖືກ​ເສື່ອມ​ເສຍ​​ແລ້ວ ​ເຂົາ​ຈະ​ຟື້ນ​ຟູ​ຄືນ­ໃໝ່. ມີ​ບາງ​ທ້ອງ​ຖິ່ນ ​ງານບຸນໄດ້ຖອຍເຂົ້າໄປໃນອະດີດແລ້ວ, ​ແຕ່ປະຊາຊົນກໍ່​ຍັງພະຍາຍາມຟື້ນຟູຄືນໃໝ່ ຈາກ​ແຫຼ່ງຂໍ້​ມູນ​ບູຮານ, ຈາກຄວາມຊົງຈຳຂອງຜູ້ເຖົ້າຜູ້ແກ່, ຊ້ຳບໍ່ໜຳ ມີ​ຫຼາຍ​ປັດ​ໄຈ​ໄດ້ຮັບ​ການ​ປະດິດ​ໃໝ່ ຫຼື​ນຳ​ເຂົ້າ​ມາ​ຈາກ​ເຂດ​ອື່ນ. ມີ​ຫຼາຍ​ສາ­ເຫດ​ທີ່​ພາ­ໃຫ້​​ເກີດທ່າ​ອຽງ​ນີ້ ​ໃນ​ນັ້ນ​ສາເຫດ​ທີ່​ສຳ­ຄັນ​ແມ່ນ​ການ​ຟື້ນ​ຟູ​ງານ​ບຸນ​ເພື່ອ​ຢືນ­ຢັນ​ເອ­ກະ­ລັກ​ຂອງທ້ອງ​ຖິ່ນ ແລະດຶງ​ດູດ​ນັກ​ທ່ອງ​ທ່ຽວ. ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຟື້ນ​ຟູ​ງານ​ບຸນ​ປະ­ເພ­ນີ​ ກໍ່​ຄື​ເປົ້າ​ໝາຍ​ຂອງ​ການ​ຟື້ນ​ຟູ​ນີ້​​ແມ່ນ​ຊອບ​ທຳ​ທີ່​ສຸດ, ແຕ່​ກໍ່​ມີ​ຫຼາຍ​ບັນ­ຫາທີ່​ຈະ​ຕ້ອງ​ປຶກ­ສາ​ຫາ­ລື, ຄື​ ງານ​ບຸນ​ໄດ້​ຟື້ນ​ຟູ​ຄືນໃໝ່​ພຽງເພື່ອ​ຮັບ​ໃຊ້​ການດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ​ຫຼາຍ​ປັດ­​ໄຈ​​ຂອງ​ງານ​ບຸນ​ໄດ້​ເຮັດ​ໃໝ່ ​ແປກ​ຕ່າງ​ກັບປະ​ເພນີ​ຂອງທ້ອງ​ຖິ່ນ, ວີ​ທີ​ການຈັດຕັ້ງງານບຸນປະເພນີຢູ່ຫຼາຍແຫ່ງບໍ່​ດີ, ​ບໍ່ເປັນລະບຽບ, ກໍ່ຄວາມຂັດຂ້ອງ ​ບໍ່ພໍໃຈໃຫ້ນັກທ່ອງທ່ຽວແລະສັງ­ຄົມ.

ໃນ​ເປົ້າ​ໝາຍການ​ພັດ­ທະ­ນາ​ງານ​ບຸນ​ປະ­ເພ­ນີ​ເພື່ອ​ຮັບ​ໃຊ້​ການ­ທ່ອງ­ທ່ຽວ, ໃນເວ­ລາ​ສິບ​ກວ່າ​ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ທ່າ​ອຽງ​ສ້າງ​ງານ​ບຸນ​ພື້ນ​ເມືອງ​​ໃໝ່ ​ເພື່ອ​ຮັບ​ໃຊ້​ການ​ໂຄ­ສະ​ນະ​ການ­ທ່ອງ­ທ່ຽວ​ຂອງ​ທ້ອງ​ຖິ່ນ​. ບົນ​ພື້ນຖານ​ແລະ​ຮູບ​ແບບ​ຂອງ​ງານ​ບຸນ​ປະ​ເພນີ, ບັນ­ດາ​ງານ​ບຸນ​ທ່ອງ​ທ່ຽວ​​ເຫຼົ່າ​ນີ້​ໄດ້​​ແຜ່ຜາຍ​ຂໍ້ຄວາມ​ໃໝ່ ຈຸດ­ປະ­ສົງ​ໃໝ່, ໄດ້​ຈັດ​ຕັ້ງ​ຢູ່​​ເຂດ​ຕົວ​ເມືອງ​ທີ່​ມີ​ຄົນ​ໜາ​ແໜ້ນ​ ດ້ວຍ​ຈຸ​ດປະ­ສົງ​ໂຄ­ສະ­ນາ​ສົ່ງ​ເສີມການທ່ອງ­ທ່ຽວ ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ຄຽງ​ຄູ່​ກັບ​ຄວາມ​ສຳ­ເລັດ​ຂອງ​ທ່າ​ອຽງ​ສ້າງ­ຕັ້ງ​ງານ​ບຸນ​ໃໝ່​ບົນ​ພື້ນ­ຖານ​ຂອງງານ​ບຸນ​ປະ­ເພ­ນີ​ຕິດ​ກັບ​ການ​ໂຄ­ສະ­ນາ​ການ­ທ່ອງ­ທ່ຽວນີ້ ​ກໍ່​ມີ​ຫຼາຍ​ບັນ­ຫາ​ທີ່​ວາງ​ອອກ​ເຮັດ​ໃຫ້​ງານ​ບຸນ​ແບບ​ນີ້​ບໍ່​ແມ່ນ​ເວ­ລາ​ໃດ​ກໍ່​ມີ​ຄວາມ​ດຶງ​ດູດນັກ​ທ່ອງ​ທ່ຽວ, ຕົວຢ່າງ​ເຊັ່ນ ການ​ປະສານ­ສົມທົບ​ປັດ​ໄຈ​ຂອງ​ງານ​ບຸນ​ປະ­ເພ­ນີຢູ່​ໃນ​​ງານ​ບຸນ​ທ່ອງທ່ຽວ​ບາງຄັ້ງມີ​ລັກ​ສາ​ນະຕາບ​ຈູ​ນ ບໍ່ເຂົ້າກັນ ​ຟ້າວ​ຟັ່ງ, ​ຫຼືການຈັດ​ເປັນ​ເວ­ທີ​ສະ­ແດງ​ຫຼາຍ​ຮູບ​ແບບ​ສິ­ລະ​ປະ​ພື້ນ­ເມືອງ​ ບໍ່​ໄດ້​ຮັບ​ການ​ຍອມຮັບ​ຂອງ​ນັກ​ທ່ອງ​ທ່ຽວ, ​ແລະອາ­ການ​ແລ່ນ​ຫາສິ່ງ “ທີ່​ສຸດ” (ຄື ເຂົ້າ­ຕົ້ມ ​ແບ໊​ງຈຶງ ​ແບ໊ງ​ໄຢ່ ໃຫຍ່​ທີ່​ສຸດ, ວົງ​ດົນ­ຕີ​ພື້ນ­ເມືອງ​ມີ​ນັກ​ດົນ­ຕີ​ຫຼາຍ​ທີ່​ສຸດ, ໝໍ້​ຕົ້ມ​ນ້ຳ​ເຝີ​ໃຫຍ່​ທີ່​ສຸດ, ໂຕ​ມັງ­ກອນ​ດິນ​ເຜົາ​ເຄືອບ​ຍາວ​ທີ່​ສຸດ, ເສື້ອ​ ອ໋າວຢ່າ​ຍ ​ຍາວ​ທີ່​ສຸດ...) ກໍ່​ສະ​ແດງ​ໃຫ້​ເຫັນແຈ້ງ​​ເຖິງ​ຄວາມ​ອວດ​ອ້າງ, ຕາມ​ລຳ­ພັງ​ໃຈ, ຄຸນ​ນະພາ​ບຕ່ຳ... ເຮັດ​ໃຫ້​ງານ​ບຸນ​​ເຫຼົ່ານີ້​ກາຍ­ເປັນສິ່ງ​ສັບສົນປົນ​ເປ ຊອດ​ກະ­ຈາ, ​ບໍ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງນັກ​ທ່ອງ​ທ່ຽວ​ໄດ້​.

ທ່າ​ອຽງ​ຫັນ​ເປັນ​ການ​ຄ້າ​ອາດ​ຈະ​ແມ່ນ​ທ່າ​ອຽງ​ທີ່ແຜ່​ຫຼາຍ​ທົ່ວ​ໄປ​ຂອງ​ງານ​ບຸນ​ປະ­ເພ­ນີ​ໃນ​ປະ­ຈຸ​ບັນ ​ເຖິງ​ວ່າ​ສັງ­ຄົມ​ໄດ້​​ວິພາກ​ວິຈານ​ກ່ຽວ​ກັບ​ສະ­ພາບ​ການ​ນີ້​ກໍ່ຕາມ. ການດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຫຼາຍ​ວິທີ​ການ ຮູບ​ການ ຊັ້ນ​ເຊີງ​ຄື ຕັ້ງກ່ອງ​ເກັບ​ເງິນບໍລິຈາກ​ຢູ່​ຫຼາຍ​ແຫ່ງ​, ການ​ບໍ­ລິ­ການທາງ​ສາສະໜາ​ແຜ່​ຂະຫຍາຍ, ສະພາບ​ການ​ສວຍ​ໃຊ້​ງານ​ບຸນເພື່ອ​ບີບບັງຄັບ​ນັກ​ທ່ອງ​ທ່ຽວ, ​ແຍ່ງ​ຊີງຕໍ່​ລອງ ​ຫຼອກ​ລວງ​ເອົາ​ປຽບລູກ​ຄ້າ, ການບໍລິການບັງ​ບຽດຄອບຄຸມການ​ເຄື່ອນ​ໄຫວສະ​ແດງ​ມ່ວນ​ຊື່ນ, ລາຄາອາຫານ​ເຄື່ອງດື່ມ​ແລະ​ຄ່າທຳນຽມ ຍັງ​ບໍ່​ເໝາະ​ສົມ,... ກໍ່​ໄດ້​ເກີດ​ຂຶ້ນ​​ເປັນ​ປະຈຳໃນ​ງານ​ບຸນ​ປະ​ເພນີ. ສະ­ພາບ​ການ​ຂາຍ​ປີ້ ແລະເກັບ​ຄ່າ​ບໍລິການ​ຫຼາຍ​ປະ​ເພດ​ຢ່າງ​ເປີດ​ເຜີຍໄດ້​ເຮັດ​ໃຫ້​​ຄວາມ­ງາມ​ຂອງ​ງານ​ບຸນເສື່ອມ​ເສຍ​ໄປ, ລັກ­ສະ­ນະ​ການ​ຄ້າ​ກໍ່​ໄດ້​ເລັດ​ລອດ​ເຂົ້າ​​ໃນ​ສະ­ຖານ­ທີ່​ປະຕິ­ບັດ​ພິ­ທີ​ທີ່​ສັກ­ສິດ.

ເບິ່ງລວມ ​ຫວຽດ­ນາມມີງານ​ບຸນ​ປະ­ເພ­ນີທີ່​ຫຼາກ​ຫຼາຍ​ແລະອຸ­ດົມ​ສົມ​ບຸນ​ທີ່​ສຸດ, ແຕ່​ໃນ​ປະ­ຈຸ​ບັນ ​ທ່າ​ອຽງ​ຫັນ​ງານ​ບຸນ​ເປັນ​ຮູບ​ແບບ​ດຽວ​ກັນພວມ​ແຜ່​ຫຼາຍ​ທົ່ວ​ໄປ ແລະເຮັດ​ໃຫ້​ງານ​ບຸນ​ປະ­ເພ­ນີ​ຖືກຈືດ​ຈາງ​ໄປສ່ວນ​ໜຶ່ງ, ລັກສະ​ນະ​ພິ​ເສດສະ​ເພາະຂອງງານ​ບຸນ​ກໍ່ຖືກ​ເສື່ອມ​ເສຍ​ເທື່ອ​ລະ​ກ້າວ ແລະ​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ການທ່ອງ­ທ່ຽວ​ງານ​ບຸນ. ງານ​ບຸນ​ປະ­ເພ­ນີ​ມີ​ຄວາມ​ສະ­ໜິດ​ຕິດ​ພັນ​ກັບ​ແຕ່​ລະ​ບ້ານ ແຕ່​ລະ​​ເຂດ​ພາກ ແລະມີ​ລັກສະນະ​ເປັນ​ເອ­ກະ­ລັກ, ແຕ່​ໃນ​ປະ­ຈຸ​ບັນ​ຊ້ຳ­ພັດ​ໄດ້​ຈັດ​ຕັ້ງ​ຕາມຮູບ​ແບບໜຶ່ງ, ລຳ­ດັບ​ໜຶ່ງ, ບົດ​ລະ­ຄອນ​ໜຶ່ງທີ່​ຄ້າຍຄື​ກັນ, ສ້າງ​ເປັນ­ຄວາມ​ຊ້ຳ​ຊາກດ່ຽວ​ດາຍ, ດຶງ​ດູດ­ໃຈນ້ອຍ​ລົງ.

ຄຽງ​ຄູ່​ກັນ​ນັ້ນ, ທ່າ​ອຽງ​ຫັນ​ເປັນ​ຄະລາວາດ​ໄດ້​ເຮັດ​ໃຫ້​ງານ​ບຸນ​ປະ­ເພ­ນີ​ມີ​ສີ­ສັນ​ໃໝ່, ຊີ­ວິດ​ທຳ​ມະ​ດາ​ກວ່າ ແລະມີ​ຄວາມ​ສັກ­ສິດ​ນ້ອຍ​ລົງ. ທ່າ​ອຽງ​ຫັນ​ເປັນ​ຄະລາ​ວາດ​ໄດ້​ສ້າງ​­ຄວາມ​ຫຼາກ​ຫຼາຍ ແລະຄວາມໃກ້​ຊິດ​ໃຫ້​ແກ່​ງານ​ບຸນ​ປະ­ເພ­ນີ. ປະ­ຊາ­ຊົນ​ຫຼາຍ​ຄົນ​ໄປ​ຮ່ວມ​ງານບຸນ​ບໍ່​ແມ່ນ​ເພື່ອ​ນະມັດສະການ​​ເທບພະ​ເຈົ້າທີ່​ຕົນ​ບູຊາ, ຫຼາຍ​ຄົນ​ໄປຮ່ວມ​ງານ​ບຸນ​ແຕ່​ບໍ່​ຮູ້​ວ່າງານ​ບຸນ​​ບູ­ຊາ​ເທບພະ​ເຈົ້າ​ໃດ, ພວກເຂົາ​ໄປ​ແລະ​​ໄດ້ເຂົ້າ​ໄປ​ໃນ​ບັນ­ຍາ­ກາດ​ຈິດ​ວິນ​ຍານ, ຄື​ແນວ​ນັ້ນກໍ່​ຮູ້­ສຶກວ່າ​ພຽງ​ພໍ​ແລ້ວ. ນັ້ນ​ແມ່ນ​ຍັງ​ບໍ່​ນັບ​ເຖິງ​ຜູ້​ທີ່​ໄປ​ບຸນ​ບໍ່​ເພື່ອ​ຈຸດປະສົງນະມັດສະການ ​ແຕ່​ຈຸດປະສົງ​ຂອງ​ພວກ​ເຂົາມີ​ແຕ່ໄປຫຼີ້ນ, ເອົາ​ງານ​ບຸນ​ເປັນ​ສະຖານ​ທີ່​ເພື່ອ​ພົບ­ພໍ້ ເຕົ້າ­ໂຮມກັນ,... ຫຼາຍ​ຄົນ​ໄປ​ເພື່ອ​ຈຸດປະສົງ​ນະມັດສະການ​ ແຕ່​ບໍ່​ຮູ້ກ່ຽວ​ກັບ​ພິທີກຳ​ແລະອຸປະກອນ​ນະມັດສະການ,... ພວກເຂົາພາວະນາ​ອະທິ​ດຖານ​ໃນ​ຈິດຕະ­ສາດທົ່ວ​ໄປ​ແມ່ນ​​ດຶງ​ເທວະ​ດາ​ເຂົ້າ​ໃກ້​ກັບ​ຊີ­ວິດປະຈຳ​ວັນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຄວາມຕ້ອງການທີ່​ທຳມະດາທີ່​ສຸດ. ທ່າ​ອຽງ​ນີ້​ກໍ່​ໄດ້​ປະ­ກອບ­ສ່ວນ​ເຮັດ​ໃຫ້​ລັກ­ສະ­ນະ​ສັກ­ສິດ​ຂອງ​ງານ​ບຸນ​ຖືກ​ຫຼຸດ​ລົງ, ເຮັດ​ໃຫ້​ງານ​ບຸນ​ກາຍ​ເປັນ​ແບບ​ເສລີ, ຊ້ຳບໍ່­ໜຳ​ ມີ​ລັກສະນະ​ຕາມ​ລຳ­ພັງ​ໃຈ, ບໍ່​ເປັນ​ລະ­ບຽບ, ບໍ່​ສາມາດຕອບສະໜອງ​ຄວາມປາຖະໜາ​ຂອງ​ນັກ​ທ່ອງ​ທ່ຽວ.

ຍ້ອນງານ​ບຸນ​ປະ­ເພ­ນີ​ໄດ້​ແຜ່​ລາມ​ຢ່າງ​ທົ່ວ​ເຖິງ ດັ່ງ​ນັ້ນ ໜ້າ​ທີ່​ທີ່ຈຳ​ເປັນ​ຮີບ​ດ່ວນ​ແມ່ນ​ຕ້ອງ​ຄຸ້ມ​ຄອງ, ແຕ່​ການຄຸ້ມ​ຄອງ​ງານ​ບຸນ​ຕາມ​ທ່າ​ອຽງ​ຫັນ​ເປັນການ​ບໍລິຫານ​ລັດ​ຊ້ຳ­ພັດມີ​ສິ່ງ​ຄົງ​ຄ້າງຕ່າງໆ​ຫຼາຍຢ່າງ. ​ງານ​ບຸນ​ປະເພ­ນີ​ຢູ່​ຫຼາຍ​ແຫ່ງຖືກ​ຄຸ້ມ​ຄອງ​ຕາມ​ແບບ​ບໍລິຫານ​ລັດ ແລະເຮັດ​ໃຫ້​ຄຸນ­ຄ່າທີ່​ມີ​ມາ​ແຕ່​ດັ້ງ­ເດີມ​ຖືກ​ເສື່ອມ​ເສຍ​ໄປເທື່ອ​ລະ​ກ້າວ. ຕົວ­ຢ່າງ​ຄື​ ການ​ສວຍ​ໃຊ້​ບົດ​ລະ­ຄອນ​ໃນ​ງານ​ບຸນ, ການ​ແຂ່ງ​ກັນ​ສ້າງ​ສື່​ສຽງ, ການ​ແຊກ​ແຊງ​ເລິກ​ເກີນ​ຄວນຂອງ​ອຳ­ນາດ​ການ​ປົກ­ຄອງທ້ອງ​ຖິ່ນ ແລະ ​ການ​ກຳນົດ​ທິດ ​ຊີ້​ນຳ​ໃຫ້​​ງານ​ບຸນ​ຫັນໄປ​ສູ່​ຈຸດ­ປະ­ສົງ​ໂຄ­ສະ­ນາ,... ໄດ້​ເຮັດ​ໃຫ້​ງານ​ບຸນຢູ່​ຫຼາຍ​ແຫ່ງ​ເສຍ​ລັກສະນະ​ສີ­ສັນ​ພື້ນ­ເມືອງ ແລະ ຫຼຸດຜ່ອນ​ສິດ​ເປັນ​ເຈົ້າ​ການ​ຂອງ​ປະ­ຊາ­ຊົນ​ໃນ​ບົດ­ບາດ​ເປັນ​ເຈົ້າ­ພາບ​ຂອງ​ງານ​ບຸນ. ການ​ຄຸ້ມ​ຄອງງານ​ບຸນ​ແບບ​ບໍລິຫານ​ລັດ​ກໍ່​ສະ­ແດງອອກ​ໃນ​ການ​ແບ່ງ​ຂັ້ນ​ງານ​ບຸນ. ບໍ່​ພຽງ​ແຕ່​​ເທົ່າ​ນັ້ນ, “ສະພາບ​­ການ​ຂໍ​​ໃຫ້ຍົກ​ລະ­ດັບ​ງານ​ບຸນ” ກໍ່​ເຮັດ​ໃຫ້­ການ​ແຂ່ງຂັນ​ຊ່ວງ​ຊີງ​ກັນ​ເກີດ​ຂຶ້ນ, ພາ­ໃຫ້​ສິ້ນເປືອງ​ຟຸມ​ເຟຶອຍ ແລະ​ເສຍ​ຄວາມ​ສາ­ມັກ­ຄີ​ໃນ​ຊຸມ​ຊົນ. ສິ່ງ​ເຫຼົ່າ​ນີ້​ກຳ­ລັງເຮັດ​ໃຫ້​ງານ​ບຸນ​ຕົກ​ເຂົ້າ​ສູ່​ທ່າ​ອຽງ​ຮູບ​ການ, ບໍ່​ເປັນ​ວັນ​ບຸນ​ທີ່­ແທ້​ຈິງ​ຂອງ​ປະ­ຊາ­ຊົນອີກ,....

ງານ​ບຸນ​ປະ­ເພ­ນີ​ເຄີຍ​ມີ​ຄວາມ​ສະ­ໜິດ​ຕິດ​ພັນ​ກັບ​ບັນ­ດາ​ສະ­ຖານ­ທີ່​ນະມັດສະການ, ດັ່ງ­ນັ້ນ ​ພ້ອມ​ກັບ​ການ​ພັດ­ທະ­ນາ​ຂອງ​ງານ​ບຸນ​ປະ­ເພ­ນີ, ​ບັນ­ດາ​ສະ­ຖານ­ນະມັດສະການ​ກໍ່​​ໄດ້​ຮັບ​ການ​ເອົາໃຈໃສ່​ປົວແປງ ປະຕິສັງຂອນ ແລະກໍ່ສ້າງ​ໃໝ່, ສ້າງ​ພື້ນ​ທີ່​ທີ່​ກວ້າງ­ຂວາງ​ກວ່າ​ໃຫ້​ແກ່​ການ­ຈັດ­ຕັ້ງ​ງານ​ບຸນ. ໃນ​ປະ­ຈຸ​ບັນ, ການປົວ­ແປງ​ບູ­ລະ­ນະ ແລະກໍ່­ສ້າງ​ໃໝ່​ບັນ­ດາ​ບູຮານ​ສະຖານ ​ໄດ້​ກາຍ​ເປັນ​ການ­ເຄື່ອນ­ໄຫວທີ່​ເປັນ​ປົກ­ກະ­ຕິແລະຕໍ່​ເນື່ອງ ນັບ​ແຕ່​ວັດ​ວາ​ອາ​ຮານ, ວັດຖຸບູຮານ, ຫໍວັງ, ວິຫານ... ຢູ່​​ເຂດ​ຊົນ­ນະ­ບົດ​ທີ່​ຫ່າງ​ໄກ​ ຈົນເຖິງ​ບັນ­ດາ​ບູຮານ​ສະຖານຢູ່​ຕົວ​ເມືອງ​ຕ່າງໆ. ການ​ສ້ອມ​ແປງເປີດ​ກວ້າງ​ບູຮານ​ສະຖານ ​ໄດ້​ສ້າງ​ເງື່ອນ­ໄຂອຳນວຍ​ຄວາມ​ສະ­ດວກ​ໃຫ້​​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ແລະເຂົ້າ​ຮ່ວມ​ງານ​ບຸນ. ແຕ່​ວຽກ​ນີ້​ກໍ່​​ໄດ້ພາ​ໃຫ້​ເກີດ​ການ​ໂຕ້​ຖຽງແລະຂັດ​ແຍ້​ງກັນ, ຢູ່​ບາງບ່ອນ ​ການສ້ອມແປງ ປະຕິສັງ​ຂອນ​ບູຮານ​ສະຖານ ​ໄດ້​ປະ­ຕິ­ບັດ​ຢ່າງ​ຕາມ​ລຳ­ພັງ​ໃຈ, ເຮັດ​ໃຫ້​ຄຸນ­ຄ່າ​​ດັ້ງ­ເດີມຂອງ​ສະຖານ​ທີ່​ທີ່​ສັກ​ສິດ​ຖືກ​ເສື່ອມ​ຫາຍ​ໄປ, ​ໃນ​ບູຮານ​ສະຖານ​ຫຼາຍ​ແຫ່ງ ​ຮູບ​ປັ້ນ​ໄດ້​ທາສີ​ໃໝ່ເຫຼື້ອມ​ສູດ​ສາດ, ​ເສົາ​​ໄມ້​ຖືກ​ປ່ຽນ​ແທນດ້ວຍ​ເສົາ​ເບ​ຕົງ, ​ຮູບຄວັດລາຍບູຮານຖືກປ່ຽນດ້ວຍຮູບແກະສະຫຼັກໃໝ່,... ເຮັດ​ໃຫ້​ບູຮານ​ສະຖານ​ຕ່າງໆ​ກາຍ​ເປັນ​ຄ້າຍຄື​ກັນ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບໍ່​ມີ​ຄວາມ​ຕ້ອງ­ການ​ຊອກ​ຮູ້​ບູຮານ​ສະຖາ​ນຫຼາຍ​ແຫ່ງ​​ແລະງານ​ບຸນ​ທີ່ຕ່າງ​ກັນ​ອີກ​. ຕາມ​ນັ້ນ​ ງານ​ບຸນ​ແລະບູຮານ​ສະຖານ​ຄ່ອຍໆ​ຈືດຈາງ​ໄປ, ບໍ່ສາມາດດຶງດູດ​ນັກ​ທ່ອງ​ທ່ຽວ, ເປັນຕົ້ນແມ່ນນັກທ່ອງທ່ຽວຕ່າງປະເທດໄດ້ອີກ.

ເພື່ອໃຫ້ງານບຸນປະເພນີກາຍເປັນແຫຼ່ງພະລັງທີ່ສຳຄັນສຳ​ລັບການພັດທະນະການທ່ອງທ່ຽວ

​ເຊັ່ນ​ດຽວ​ກັນ​ກັບ​ປະ­ກົດ​ການທາງ​ວັນ​ທະ­ນະ​ທຳ​ອື່ນໆ, ງານ​ບຸນ​ປະ­ເພ­ນີ​ໃນ​ສັງ­ຄົມ​ປະຈຸ­ບັນ​ໄດ້​ມີການປ່ຽນແປງ​ໃໝ່ ປະດິດ​ສ້າງ, ທັງ​​ໄດ້ຮັກ­ສາ ຟື້ນ​ຟູ​​​ຄຸນ­ຄ່າ​ອັນ​ເປັນ​ມູນ­ເຊື້ອ​ພາຍ­ຫຼັງ​ຫຼາຍ​ຮ້ອຍ​ປີ​ແຫ່ງ​ການ​ຜັນ​ປ່ຽນ​ຂອງ​ປະຫວັດສາດ. ມີ​ບາງ​ສິ່ງ​ທີ່​ໄດ້​ສູນ​ເສຍ​ໄປ​, ບາງ​ສິ່ງ​ທີ່​​ໄດ້ປ່ຽນ­ແປງ ແລະ ​ມີ​ທັງ​ສິ່ງ​ທີ່​ໄດ້ສ້າງ​ໃໝ່, ແຕ່​ສິ່ງ​ທີ່​ສຳ­ຄັນ​ແມ່ນ​ງານ​ບຸນ​ປະ­ເພ­ນີ​ຍັງ​ຕອບ​ສະ­ໜອງ​ໄດ້​ຄວາມ​ຕ້ອງ­ການ​ຂອງ​ປະ­ຊາ­ຊົນ​ເປັນ​ຈຳ­ນວນ​ຫຼາຍ ແລະ ຕອບສະໜອງໄດ້ສ່ວນໃດສ່ວນໜຶ່ງ ຄວາມ​ຕ້ອງການ​ຢາກ​ຮູ້​ຢາກ​ເຫັນ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​​ໃນຂະນະ​ທີ່​ການ­ທ່ອງ­ທ່ຽວ​ກຳ­ລັງ​ເປັນ​ຂະ­ແໜງ­ການ​ທີ່​ສຳ­ຄັນ​ຢູ່​ຫຼາຍ​ປະ­ເທດ.

ຢາກໃຫ້ງານ​ບຸນ​ປະ­ເພ­ນີເປັນ​ແຫຼ່ງ​ພະ­ລັງທີ່​ຍື​ນຍົງ​ໃຫ້​ແກ່​ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວນັ້ນ, ກ່ອນ​ອື່ນ​ໝົດ, ຕ້ອງ​ຮັກ­ສາ​ໃຫ້​ໄດ້​ລັກ­ສະ­ນະ​ອຸ­ດົມ​ສົມ​ບຸນ​ຂອງ​ງານ​ບຸນ​ປະ­ເພ­ນີ (ຫຼາກ​ຫຼາຍທາງ​ດ້ານ​ຮູບ​ແບບ, ຫຼາກ​ຫຼາຍທາງ​ດ້ານພິ­ທີກຳ, ຫຼາກ​ຫຼາຍ​ໃນ​ການ­ສະ­ແດງ​ວັດ­ທະ­ນະ­ທຳ​ ຕິດ​ກັບ​ຈຸ​ພິ­ເສດ​ຂອງ​ແຕ່​ລະ​ງານ​ບຸ​ນ, ແຕ່​ລະ​ຊຸມ​ຊົນ​ທ້ອງ​ຖິ່ນ), ​ເຮັດຄື​ແນວ​ນັ້ນ​ ນັກ​ທ່ອງ​ທ່ຽງ​ຈຶ່ງ​ມີ​ຄວາມ​ຕ້ອງ­ການ​ຊອກ​ຮູ້​ແລະ​ເຂົ້າ​ຮ່ວມ​ໃນ​ງານ​ບຸນທີ່​ຕ່າງ​ກັນ, ຢູ່​ຫຼາຍ​ເຂດພາກ, ທ້ອງ​ຖິ່ນທີ່​ຕ່າງ​ກັນ.

ທີ​ສອງ, ແກ້​ໄຂ​ສະ­ພາບ​ການ​ຟື້ນ​ຟູເຮັດ​ໃໝ່​ງານ​ບຸນ​​ຢ່າງ​ແຜ່​ຊ່ານ, ການນຳ​ເອົາ​ປັດ­​ໄຈ​ໃໝ່​ເຂົ້າ​ໃນ​ງານ​ບຸນ​ຢ່າງ​ຕາມ​ລຳ­ພັງ​ໃຈ ບໍ່​ເໝາະ​ສົມ ​ຕາມ​ແບບ​ຮູບ​ການ. ການ​ຟື້ນ​ຟູ ສ້າງສັນ ເຮັດ​ໃໝ່​ງານ​ບຸນນັ້ນ ຄວນໄດ້​ປະຕິບັດ​ໂດຍ​ເຈົ້າພາບ​ຂອງງານບຸນ​, ມີ​ການ​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ຂອງ​ອົງ­ການ​ວັດ​ທ​ມະ­ນະ​ທຳ ​ແລະນັກວິຊາການ ເພື່ອ​ໃຫ້​ຂະ​ບວນ​ວິ­ວັດນີ້​ຕອບສະ­ໜອງຖືກຕ້ອງ​​ຕາມຄວາມ​​ຕ້ອງ­ການ ແລະຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ­ຊາ­ຊົນ.

ທີ​ສາມ, ແກ້​ໄຂ​ສະພາບ​ການ​ຫັນ​ເປັນ​ການ​ຄ້າເກີນຄວນ​ຢູ່​ງານ​ບຸນ​ປະ­ເພ­ນີ, ຈັດວາງກ່ອງ​ເກັບ​ເງິນ​ບໍລິຈາກ​ຢ່າງເໝາະສົມ, ຄຸ້ມ​ຄອງ​ບັນດາ​ຮູບ​ການ​ບໍ­ລິ­ການ​ໃນ​ງານ​ບຸນ​ຢ່າງແໜ້ນ​ແຟ້ນ, ຫຼີກ­ເວັ້ນ​ການ​ຖື​ນັກ​ທ່ອງ​ທ່ຽວ ຜູ້​ມາ​ຮ່ວມ​ງານ​ບຸນ​ເປັນ​ລູກ​ຄ້າ​ເພື່ອ​ຫາ​ກຳ​ໄລ - ​ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ­ດາ​ສາ​ເຫດ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບໍ່​ຢາກ​ມາ​ທ່ຽວ​ໃນງານບຸນ​ນີ້​ອີກ.

ທີ​ສີ່, ຈຳ​ເປັນ​ຕ້ອງ​ປັບ­ປຸງ­ຄວາມ​ສັກ­ສິດ - ​ປັດ­​ໄຈ​ຫຼັກຂອງ​ງານ​ບຸນ​ປະ­ເພ­ນີ, ເພື່ອ​ໃຫ້​ງານ​ບຸນ​ປະ­ເພ­ນີ​ເປັນ​ສະ­ຖານ­ທີ່​ທີ່ມີ​ຄວາມ​ສັກ­ສິດ, ສະ­ຖານ­ທີ່ຂຶ້ນ​ໃຈຂອງ​ຊຸມ​ຊົນ​ທ້ອງ​ຖິ່ນແລະຂອງ​ນັກ​ທ່ອງ​ທ່ຽວ.

ທີ​ຫ້າ, ງານ​ບຸນ​ປະ­ເພ­ນີຈະ​ດຶງ​ດູດ​ນັກ​ທ່ອງ​​ທ່ຽວ​ໄດ້​ກໍ່​ຕໍ່​ເມື່ອ​ມັນ​ເປັນ​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ຂອງ​ປະຊາ­ຊົນ​ ໂດຍ​ປະ­ຊາ­ຊົນ​ເປັນ​ຜູ້​ສ້າງ­ສັນ ຮັກ­ສາ ປະ­ຕິ­ບັດແລະມອບ​ສິດ​. ການ​ຄຸ້ມ​ຄອງ​​ລັດ​ແມ່ນ​ຈຳ​ເປັນ, ແຕ່​ບໍ່​ໝາຍ​ຄວາມ​ວ່າ​ຈະຍາດ​ເອົາ​ສິດ​ຄຸ້ມ​ຄອງ​ທັງ​ໝົດ, “ປັດເຂ່ຍ” ປະຊາຊົນ​ອອກຈາກການ​ຄຸ້ມ​ຄອງງານບຸນຂອງ​ເຂົາເຈົ້າ​ເອງ.

ທີ່​ຫົກ, ຕ້ອງ​ມີ​ຄວາມ​ລະ­ມັດ­ລະ­ວັງ​ກັບ​ການ​ປົວ­ແປງ​ບູ­ລະ­ນະແລະກໍ່­ສ້າງ​ໃໝ່​ວັດຖຸບູຮານ - ສະຖານ​ທີ່​ທີ່​ສຳ­ຄັນ​ຂອງ​ງານ​ບຸນ, ນັກ​ທ່ອງ​ທ່ຽວ​ຍາມ​ໃດ​ກໍ່​ຢາກ​​ໄດ້​ຮູ້​ໄດ້ເຫັນ​ຄຸນ­ຄ່າ​ສິລະ​ປະ, ຄຸນ­ຄ່າ​ອັນ​ເປັນ​ມູນ­ເຊື້ອ​ຂອງວັດ​ຖຸບູຮານ, ​ເຂົາ​ບໍ່​ຢາກ​ເຫັນ​ກິດ​ຈະ​ກຳ​ທີ່​ຕາບ​ຈູ​ນ, ຊອດ​ກະ​ຈາ, ທັນ​ສະ​ໃໝ​ເກີນ​ໄປ ຫຼືໂອ້​ອວດ​ເກີນ​ໄປ.

ອາດ​ຈະ​ເຫັນ​ແຈ້ງ­ວ່າ, ງານ​ບຸນ​ປະ­ເພ­ນີ​ດ້ວຍ​ຄວາມ​ຫຼາກ​ຫຼາຍອຸ­ດົມ​ສົມ​ບຸນແລະຄວາມ​ໂດດ​ເດັ່ນຂອງ​ມັນ​​ໄດ້​ເປັນ​ແຫຼ່ງ​ພະ­ລັງ​ທີ່​ສຳ­ຄັນ​ສຳລັບການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ. ເມື່ອ​ສາຍ​ພົວ­ພັນ​ລະ­ຫວ່າງ​ງານ​ບຸນປະ​ເພນີ​ແລະການ­ທ່ອງ­ທ່ຽວ​ໄດ້​ຮັບ​ການ​ຍອມ­ຮັບ​ ແລະ​ຕິດ​ພັນ​ນຳກັນ​ຢ່າງ​ແໜ້ນ​ແຟ້ນ ​ຈະ​ສ້າງ​ເປັນ​ແຫຼ່ງ​ພະ­ລັງທີ່​ໃຫຍ່​ຫຼວງ ​ເຊິ່ງ​ຈະ​ໄດ້ໝູນ​ໃຊ້​ເປັນ​ຢ່າງ​ດີແລະມີ​ປະ​ສິດ­ທິ​ຜົນ​ທີ່​ແທ້​ຈິງ. ເມື່ອ​ມີ​ການ­ທ່ອງ­ທ່ຽວ, ງານ​ບຸນ​ປະ­ເພ­ນີ​ຈະ​ຟົດ­ຟື້ນ​ກວ່າ​ອີກ ແລະ ອາດ​ຈະ​ໄດ້​ພັດ­ທະ­ນາ​ເປີດ​ກວ້າງ, ມີ​ແຫຼ່ງ​ປະໂຫຍດ​ທາງ​ດ້ານ​ວັດ­ຖຸ​ຫຼາຍ​ກວ່າ; ເມື່ອອີງ​ໃສ່​ຄຸນ­ຄ່າ​ວັດ­ທະ­ນະ­ທຳ​ທີ່​​ໂດດ​ເດັ່ນ ຄື​ງານ​ບຸນ​ປະ­ເພ­ນີ, ​ການ­ທ່ອງ­ທ່ຽວ​ກໍ່​ຈະ​ຄຶກຄັກ​ກວ່າ ມີ​ຄວາມ​ເລິກເຊິ່ງ​ກວ່າ​ ແລະ ດຶງ​ດູດ­ໃຈ​ກວ່າ​ອີກ​. ແຕ່​ວ່າ, ງານ​ບຸນ​ປະ­ເພ­ນີ​ບໍ່​ສາ­ມາດ​ກາຍ​ເປັນ​ຜະ­ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຈັບ­ໃຈ​ໄດ້ ​ຖ້າຫາກ​ບໍ່​ມີ​ສີ­ມື​ຂອງ​ຄົນຜູ້​ທີ່​ເຮັດ​ການ­ທ່ອງ­ທ່ຽວ ແລະ ການ­ທ່ອງ­ທ່ຽວ​ກໍ່​ບໍ່​ສາ­ມາດ​ພັດທະນາ​ໄດ້​ ຖ້າ​ຂາດ​ບ່ອນ​ອີງ​​ແມ່ນ​ຄຸນ­ຄ່າ​ດ້ານ​ວັດ­ທະ­ນະ­ທຳ, ໃນ​ນັ້ນ​ມີ​ງານ​ບຸນ​ປະ­ເພ­ນີ. ສິ່ງ​ດັ່ງກ່າວ​ໝາຍຄວາມ​ວ່າ ​ບັນ­ດາ​ເຈົ້າ​ຂອງ​ຂອງ​ງານ​ບຸນ​ປະເພນີແລະບັນ­ດາ​ຜູ້​ທີ່​ເຮັດ​ການ­ທ່ອງ­ທ່ຽວ​ ຕ້ອງ​ເຊື່ອມ​ຕິດ​ກັນ​ຢ່າງແໜ້ນ​ແຟ້ນ​ ບົນ​ພື້ນຖານ​ຂອງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ແລະ ຮ່ວມ​ກັນ​ເພື່ອ​ຈຸດ­ປະ­ສົງ​​ອັນ​ຍາວ​ນານ, ມີ​​ແຕ່​ເຮັດ​ແນວ​ນັ້ນ ​ແຫຼ່ງ​ພະລັງ​ຂອງ​ງານ​ບຸນ​ປະ­ເພ­ນີ​ຈຶ່ງ​ໄດ້​​ເສີມ​ຂະຫຍາຍ​ເພື່ອ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ./.

ຮສ, ດຕ, ຫງວ​ຽນ​ທິ​ເຟືອງ​ຈຳ

ສະ​ຖາ​ບັນ​ຄົ້ນ­ຄວ້າ​ວັດ­ທະ­ນະ­ທຳ

-----------------------------

(*) ບົດ​ນີ້​ເປັນ​ພາກ­ສ່ວນ​ໜຶ່ງ​ຂອງ​ຜົນ­ງານ​ແຫ່ງ​ການ​ຄົ້ນ­ຄວ້າ​ໃນ​ຂອບ​​ໂຄງ­ການ “ງານ​ບຸນ​ພື້ນ­ເມືອງ​ຂອງ​ຄົນ​ຫວຽດໃນ​ຊີ­ວິດ​ສັງ­ຄົມຫວຽດ­ນາມ ໃນ​ປະຈຸ­ບັນ” (ລະ­ຫັດ VIII1.99-2013.04), ໄດ້​ຮັບ​​ການ​ອຸ­ປະ​ຖຳຈາກກອງ​ທຶນ​ພັດ­ທະ­ນາ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ (NAFOSTED).

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 903 (​ເດືອນມັງກອນ 2018)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ