ວັນສຸກ, 17/8/2018
ຍູ້ແຮງການປະຕິບັດນະໂຍບາຍຄວາມປອດໄພສັງຄົມ ຮັບປະກັນຄວາມກ້າວໜ້າ ແລະຍຸຕິທຳ ຢູ່ປະເທດຫວຽດນາມໃນປະຈຸບັນ
6/4/2018 7:16' ສົ່ງ ພິມ
ພວກເຮົາຮ່ວມມືຮ່ວມແຮງກັນ ເພື່ອເບິ່ງແຍງດູແລຄວາມປອດໄພສັງຄົມ (ພາບ: baoangiang.com.vn)

ຄວາມ​ປອດ​ໄພ​ສັງຄົມ​ເປັນ​ໜຶ່ງ​ໃນ​ບັນດາ​ບັນທັດຖານ​ພື້ນຖານ​ເພື່ອ​ປະ​ເມີນ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ໜຶ່ງ, ຊຸມ​ຊົນ​ໜຶ່ງ, ປະ​ເທດ​ໜຶ່ງ. ​ໄດ້​ຮັບ​ຄວາມ​ປອ​ດ​ໄພ​ສັງຄົມ​ແມ່ນ​ສິດ​ແລະ​ຄວາມ​ຕ້ອງການ​ທີ່​ຖືກຕ້ອງ​ຂອງ​ມະນຸດ. ອົງການ​ແຮງ​ງານ​ສາກົນ (ILO) ​​ໄດ້ເນັ້ນ​ໜັກວ່າ: “ຄວາມ​ປອດ​ໄພ​ສັງຄົມ (Social securiry) ​ແມ່ນ​ການ​ປົກປ້ອງ​​ທີ່​ສັງຄົມ​ສະໜອງ​ໃຫ້​ບັນດາ​ສະມາຊິກ​ຂອງ​ຕົນ​ຜ່ານ​ບັນດາ​ມາດ​ຕະການ​ສາ​ທາ​ລະນະ​ເປັນ​ລວາດ, ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ເນື່ອງ​ຈາກ​ການ​ຢຸດ​ ຫຼື​ຫຼຸດຜ່ອນ​ລາຍ​ໄດ້, ຍ້ອນ​ການ​ເຈັບ​ເປັນ, ​ເກີດ​ລຸກ, ອຸບັດ​ຕິ​ເຫດ​ທາງ​ແຮງ​ງານ, ວ່າງ​ງານ, ຖືກ​ພິການ, ​ເຖົ້າ​​ແກ່ ຫຼື​​ເສຍ​ຊີວິດ; ພ້ອມ​ກັນ​ນັ້ນ, ຮັບປະກັນ​ການ​ເບິ່ງ​ແຍງ​ສຸຂະພາບ ​ແລະ​ອຸດ​ໜູນ​ໃຫ້​ຄອບຄົວ​ທີ່​ມີ​ລູດຫຼາຍຄົນ”(1). ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ສືບ​ຕໍ່​ຢືນຢັນ​ອີກ​ເທື່ອ​ວ່າ: “ສືບ​ຕໍ່ປັບປຸງ​ບູລະນະ​ນະ​ໂຍບາຍຄວາມ​ປອດ​ໄພສັງຄົມ​ສອດຄ່ອງກັບຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ເປີດ​ກວ້າງ​ເປົ້າ​ໝາຍ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລະບົບຄວາມ​ປອດ​ໄພ​ສັງຄົມ​ເຖິງ​ປະຊາຊົນ​ທຸກ​ຄົນ; ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້ຊັ້ນ​ຄົນ​ທີ່​ດ້ອຍ​ໂອກາດ, ຄົນ​ທີ່​ຖືກ​ເຄາະ​ຮ້າຍ ຫຼື​ມີ​ຄວາມ​ສ່ຽງ​ໃນຊີວິດ. ພັດທະນາ ​ແລະ​ປະຕິບັດ​ເປັນ​ຢ່າງ​ດີ​ບັນດາ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ, ປະ​ກັນ​ໄພ​ວ່າງ​ງານ, ປະກັນ​ໄພ​ອຸບັດ​ຕິ​ເຫດ​ແຮງ​ງານ... ຫັນປ່ຽນ​ຈາກ​ການ​ຊ່ວຍ​ເຫຼືອ​ມະນຸດ​ສະ​ມຳມາ​ເປັນ​ການ​ຮັບປະກັນ​ສິດຄວາມ​ປອດ​ໄພ​ສັງຄົມຂອງ​ພົນລະ​ເມືອງ(2). ທັດສະນະ, ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ຂອງ​ພັກ ​ໄດ້​ຮັບ​ການ​ປະຕິບັດ​ໂດຍລັດ ​ແລະ​ບັນດາ​ກຳລັງ​ສັງຄົມ ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ​ແລະ​ໂຄງການ​ລະອຽດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ປະຊາຊົນ​ທຸກ​ຄົນຢ່າງ​ໜ້ອຍ​ກໍ​ມີ​ລາຍ​ໄດ້​ຂັ້ນ​ຕ່ຳ ​ແລະ​ມີ​ໂອກາດ​ເຂົ້າ​ເຖິງ​ຂັ້ນ​ຕ່ຳ​​ໃນບັນດາ​ການ​ບໍລິການ​ສັງຄົມທີ່​ພື້ນຖານ ຈຳ​ເປັນ​ຄື ກາ​ນສຶກ​ສາ, ສາທາລະນະ​ສຸກ, ທີ່ຢູ່​ອາ​ໄສ, ນ້ຳ​ສະອາດ, ຂໍ້​ມູນ​ຂ່າວສານ,... ຜ່ານ​ການ​ຍົກ​ສູງ​ຄວາມ​ສາມາດ​ຮັກສາ​ຄວາມ​ປອດ​ໄພ​ສັງຄົມ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ ​ແລະການ​ຊ່ວຍ​ເຫຼືອ​ຂອງ​ລັດ. ຕາມ​ນັ້ນ, ລະບົບຄວາມ​ປອດ​ໄພ​ສັງຄົມຢູ່​ປະ​ເທດ​ຫວຽດນາມ​ໄດ້​ກຳນົດ​ໃຫ້​ສຸມ​ໃສ່ 4 ​ເນື້ອ​ໃນ​ຕົ້ນຕໍ ​ແລະ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ແນ່ນອນ​ຈຳນວນ​ໜຶ່ງ, ​ເຊິ່ງມີ​ຜົນ​ກະທົບ​ທາງບວກ​ປະກອບສ່ວນ “ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ” (3).

ທີ​ໜຶ່ງ, ​ເພີ່ມ​ໂອກາດ​ມີ​ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ລາຍ​ໄດ້ຂັ້ນ​ຕ່ຳ ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານທີ່ດ້ອຍ​ໂອກາດ ​ໂດຍ​ຜ່ານ​ການຊ່ວຍ​ເຫຼືອ​ໃຫ້​ບຸກຄົນ​ແລະ​ຄອບຄົວພັດທະນາ​ການ​ຜະລິດ, ຊ່ວຍ​ເຫຼືອ​ສິນ​ເຊື່ອ, ​ແກ້​ໄຂ​ວຽກ​​ເຮັ​ດງານ​ທຳ ​ແລະ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານກ່ຽວ​ກັບຕະຫຼາດ​ແຮງ​ງານ.

ຜ່ານ​ໂຄງການ​ສ້າງ​ວຽກ​ເຮັດ​ງານ​ທຳ​ແຫ່ງ​ຊາດ; ກອງ​ທຶນ​ແຫ່ງ​ຊາດ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ການ​ບຸລິມະສິດ​ທາງ​ດ້ານ​ສິນ​ເຊື່ອ ສົມທົບກັບ​ການ​ຝຶກ​ອົບຮົມວິຊາ​ຊີບ​​ແລະ​ແນະນຳ​ວຽກ​ເຮັດ​ງານ​ທຳ ​ແລະ ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ ​ໄດ້​ປະກອບສ່ວນ​ປະຕິບັດ​ພາລະ​ບົດບາດຄວາມ​ປອດ​ໄພ​ສັງຄົມ​ເປັນ​ຢ່າງ​ດີ, ຊຸກຍູ້​ຄວາມ​ກ້າວໜ້າ​​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ. ຄິດ​ໄລ່​ຮອດ​ທ້າຍ​ເດືອນ​ມີນາ 2016, ລວມຍອດ​ທຶນ​ທີ່​ຈ່າຍ​ໃຫ້​ໂຄງການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ແມ່ນ 6.858 ຕື້​ດົ່ງ (​ໃນ​ນັ້ນ​ທຶນ​ງົບປະມານ​ສູນ​ກາງ​ແມ່ນ 4.261 ຕື້​ດົ່ງ, ກອງ​ທຶນ​ວຽກ​ເຮັດ​ງານ​ທຳ​ຂອງ​ທ້ອງ​ຖິ່ນ​ແມ່ນ: 2.597 ຕື້​ດົ່ງ), ​ໄດ້​ດຶງ​ດູດ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ 3 ລ້ານ​ກວ່າ​ຄົນ. ​ເມື່ອ​ຜັນ​ຂະຫຍາຍ​ປະຕິບັດ​ການ​ໃຫ້​ກູ້​ຢືມ​ຕາມ​ດຳລັດສະບັບ​ທີ 61/2015/NĐ-CP, ວັນ​ທີ 9 ກໍລະກົດ 2015, ຂອງ​ລັດຖະບານ “ກຳ​ນົດ​ກ່ຽວ​ກັບ​ນະ​ໂຍບາຍຊ່ວຍ​ເຫຼືອ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ​ກອງ​ທຶນ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ”, ຄິດ​ໄລ່​ເຖິງ​ວັນ​ທີ 30 ​ເມສາ 2016, ຜ່ານ​ທະນາຄານ​ນະ​ໂຍບາຍ​ສັງຄົມ, ລັດ​ໄດ້​ຈ່າຍ​ເງິນ​ອຸດ​ໜູນ​ອັດຕາດອກ​ເບ້ຍ​ເງິນ​ກູ້​ການ​ປ່ອຍ​ສິນ​ເຊື່ອພິ​ເສດປະມານ 1.925 ຕື້​ດົ່ງ, ​ໃຫ້​ລູກຄ້າ 76.801 ຄົນ ​ເຊິ່ງ​ໄດ້​ຊຸກຍູ້​ການ​ຜະລິດ, ທຸລະ​ກິດ, ສ້າງ​ວຽກ​ເຮັດງານ​ທຳ, ປັບປຸງ​ຊີວິດ, ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ຮ່ຳຮຽນ​ຍົກ​ສູງ​ລະດັບ​ຄວາມ​ຮູ້ (4).

ລັດຖະບານ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ສິນ​ເຊື່ອ​ພິ​ເສດ 20 ກວ່າ​ສະບັບ; ນຳ​ໃຊ້​ກົນ​ໄກສິນ​ເຊື່ອ​ໄຫ້​ກູ້​ຢືມ ​ໂດຍ​ຜ່ານ​ບັນດາ​ໂຄງການ, ອົງການ​ຈັດ​ຕັ້ງ, ອົງຄະ​ນະມະ​ຫາ​ຊົນ ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຜູ້​ອອກ​ແຮງ​ງານ​​ເສຍ​ງານ, ຜູ້​ອອກ​ແຮງ​ງານ​ມີ​ທີ່​ດິນ​ທີ່​ຕ້ອງ​ປ່ຽນ​ຈຸດປະສົງ​ນຳ​​ໃຊ້, ນັກຮຽນ ນັກ​ສຶກສາ​ທີ່​ພົບ​ຄວາມ​ຫຍຸ້ງຍາກ, ຜູ້​ມີ​ລາຍ​ໄດ້​ຕ່ຳ​ ເພື່ອ​ພັດທະນາ​ການ​ຜະລິດ, ສິນ​ເຊື່ອ​ໃຫ້​ນັກຮຽນ​ນັກ​ສຶກສາ. ພິ​ເສດ​ແມ່ນ, ​ໂຄງການຊ່ວຍ​ເຫຼືອ​ຄົນ​ພິການ​ໄລຍະ 2012 - 2020 ​ທີ່ໄດ້ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ ​ແລະນຳ​ໄປ​ໃຊ້ຢ່າງ​ກວ້າງຂວາງ. ​ເດືອນ​ຕຸລາ 2015, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄົນ​ພິການ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ ​ເຊິ່ງຖືກ​ຖື​ວ່າ​ເປັນ “ການ​ກະຕຸ​ກຊຸກຍູ້” ທີ່​ແຂງ​ແຮງ​ເພື່ອ​ໃຫ້​ວຽກ​ງານ​ກ່ຽວ​ກັບ​ຄົນ​ພິການ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ​ແລະ​ປະຕິບັດ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ. ທົ່ວ​ປະ​ເທດ​ມີ​ຄົນພິການ​ຫຼາຍ​ກວ່າ 6 ລ້ານ​ຄົນ, ມີ​ສະ​ຖາ​ບັນ​ຝຶກ​ອົບຮົມ​ວິຊາ​ຊີບ​ຫຼາຍ​ກວ່າ 1.130 ​ແຫ່ງ​ທີ່​ໄດ້​ຈັດ​ຕັ້ງ​ການ​ຝຶກ​ວິຊາ​ຊີບ​ໃຫ້​ຄົນ​ພິການ, ​ໃນ​ນັ້ນ 744 ສະຖານ​ທີ່​ຂອງ​ລັດ ​ແລະ 386 ສະຖານ​ທີ່​ຂອງ​ເອກະ​ຊົນ (5).

​ໃນ​ເວລາ 5 ປີ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະມານ 7,8 ລ້ານ​ຄົນ, ​ໃນ​ນັ້ນ ​​​ໄປ​​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ປະມານ 469 ພັນ​ຄົນ. ອັດຕາ​ສ່ວນວ່າ​ງງານ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ໄວ​ອາຍຸ​ໃນ​ປີ 2016 ​ແມ່ນ 2,3%, ​ໃນ​ນັ້ນ ຢູ່​ເຂດ​ຕົວ​ເມືອງ​ແມ່ນ 3,18%; ຢູ່​ເຂດ​ຊົນນະບົດ​ແມ່ນ 1,86%. ອັດຕາ​ສ່ວນ​ຂາດ​ວຽກ​ເຮັດ​ງານ​ທຳ​ຂອງ​ແຮງ​ງານ​ໃນ​ໄວ​ອາຍຸ​ໃນ​ປີ 2016 ​ແມ່ນ 1,64%, ຕ່ຳ​ກວ່າ​ລະດັບ 1,89% ຂອງ​ປີ 2015 ​ແລະ 2,4% ຂອງ​ປີ 2014 (6). ຄິດ​ໄລ່​ເຖິງ​ວັນ​ທີ 1 ເມສາ 2017, ອັດຕາ​ສ່ວນ​ຂາດ​ວຽກ​ເຮັດ​ງານ​ທຳ​ຂອງ​ແຮງ​ງານ​ໃນ​ໄວ​ອາຍຸ​ໃນ​​ໄຕ​ມາດ​ທີ I ປີ 2017 ປະມານ 1,74%, ​ໃນ​ນັ້ນ ອັດຕາ​ສ່ວນ​ຂາດ​ວຽກ​ເຮັດ​ງານ​ທຳ​ໃນ​ເຂດ​ຕົວ​ເມືອງ​ແມ່ນ 0,8%; ອັດຕາ​ສ່ວນ​ຂາດ​ວຽກ​ເຮັດ​ງານ​ທຳ​ໃນ​ເຂດ​ຊົນນະບົດ​ແມ່ນ 2,25% (ຫຼຸດ​ລົງ​ທຽບ​ກັບ​ໄຕ​ມາດ​ທີ I ປີ 2016 ​ແມ່ນ 1,76%; 0,7% ​ແລະ 2,29%) (7).

ທີ​ສອງ, ​ເປີດ​ກວ້າງ​ໂອກາດ​ໃຫ້​ຜູ້​ອອກ​ແຮງ​ງານ​ເຂົ້າ​ຮ່ວມ​ໃນ​ລະບົບ​ນະ​ໂຍບາຍປະກັນ​ໄພ​ສັງຄົມ, ປະກັນ​ໄພ​ວ່າງ​ງານ ​ເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ກໍລະນີ​ລາຍ​ໄດ້​ຕົກ​ຕ່ຳ​ ຫຼື​ເສຍ​ລາຍ​ໄດ້ ຍ້ອນຄວາມ​ສ່ຽງ​ຕ່າງໆ, ຖືກ​ເຈັບ​ປ່ວຍ, ຖືກ​ອຸບັດ​ຕິ​ເຫດ​ທາງ​ແຮງ​ງານ, ​ເຖິງ​ໄວ​ຊະລາ,...

ລະບົບຄວາມ​ປອດ​ໄພ​ສັງຄົມ​ໄດ້​ມີ​ຜົນ​ກະທົບ​ທີ່ຕັ້ງໜ້າ, ປະກອບສ່ວນ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່ຊີ​ວິ​ມະນຸດ, ​ເມື່ອ​ຕົນເອງ​ບໍ່​ສາມາດ​ແກ້​ໄຂ​ຜ່ານ​ຜ່າ​ໄດ້​ເຊັ່ນ ວ່າງ​ງານ, ຜູ້​ຂາດວຽກ​ເຮັດ​ງານ​ທຳ, ຜູ້​ມີ​ລາຍ​ໄດ້​ຕ່ຳ, ຜູ້​ເຖົ້າ​ຜູ້​ແກ່, ຄົນ​ພິການ, ​ເດັກ​ກຳພ້າ, ຜູ້​ທຸກ​ຍາກ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ກ້າວໜ້າ​ທາງ​ສັງຄົມ. ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ທີ່​ໄດ້​ປະຕິບັດ​​ໂດຍ​ຜ່ານຮູບ​ການ​ຕ່າງໆ​ເຊັ່ນ ປະກັນໄພ​ສັງຄົມ, ປະກັນ​ສຸກຂະພາບ, ປະກັນ​ໄພ​ວ່າງ​ງານ, ການບັນ​ເທົາ​ທຸກ ​ແລະ​ການ​ສົງ​ເຄາະ​ທາງ​ສັງຄົມ, ສະ​ວັດ​ດີກາ​ນສັງຄົມ...

ຂອບ​ເຂດ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ​ໄດ້​ຮັບການ​ເປີດ​ກວ້າງ ​ແລະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ກ່ອນ​ໜ້າ​ນີ້, ​ເປົ້າ​ໝາຍ​ປະກັນ​ໄພ​ສັງຄົມ​ຂອງ​ປະ​ເທດ​ເຮົາພຽງ​ແຕ່​ຢູ່​ໃນ​ຂອບ​ເຂດ​ກຳມະກອນ, ລັດຖະກອນ​ຂອງ​ລັດ ​ແລະ​ກຳລັງ​ປະກອບ​ອາວຸດ​ເທົ່າ​ນັ້ນ ​ແຕ່​ປະຈຸ​ບັນ, ການ​ປະກັນ​ໄພ​ສັງຄົມ​ໄດ້​ເປີດ​ກວ້າງອອກ​ໃຫ້​ທຸກ​ເປົ້າ​ໝາຍ​ໃນ​ທົ່ວ​ສັງຄົມ. ຮອດ​ທ້າຍ​ປີ 2016, ອັດຕາ​ສ່ວນປະຊາຊົນ​ທີ່​ເຂົ້າ​ຮ່ວມ​​ໃນການ​ປະກັນ​ສຸຂະພາບ​​​ໄດ້ເຖິງ 81,7% ຂອງ​ປະຊາກອນ​ໃນ​ທົ່ວ​ປະ​ເທດ, ທຽບ​ເທົ່າປະມານ 76,1 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 5,6 ລ້ານ​ຄົນ​ທຽບ​ກັບ​ປີ 2015..

ການ​ປະກັນ​ໄພ​ສັງຄົມ​ສົມທົບລະບອບ​ອຸດ​ໜູນ​ຊົ່ວຄາວ​ກັບ​ລະບອບ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ວ່າງ​ງານ. ​ເລື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ສັງຄົມ​ທີ່​ເລິກ​ເຊິ່ງທີ່​ສຸດ, ສອດຄ່ອງ​ກັບ​ແນວທາງ​ພັດທະນາ​ເສດຖະກິດທີ່​ສົມທົບ​ຢ່າງ​ກົມກຽວ​ກັບ​ນະ​ໂຍບາຍກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ. ຄຽງ​ຂ້າງ​ນັ້ນ, ການ​ປະກັນ​ໄພ​ວ່າງ​ງານທັງ​ຊົດ​ເຊີຍ​ລາຍ​ໄດ້ ທັງ​ສ້າງກຳລັງ​ໜູນ​ທີ່​ດີ​ໃຫ້​ຜູ້​ວ່າງ​ງານ​ເປັນ​ເຈົ້າ​ການ​ຊອກ​ຫາ​ໂອກາດກັບ​ມາ​ເຮັດ​ວຽກ. ຢູ່​ຫວຽດນາມ, ການປະກັນ​​ໄພ​ວ່າງ​ງານ​ເລີ່​ມ​ໄດ້​ຜັນ​ຂະຫຍາຍປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍປະກັນ​ໄພ​ສັງຄົມ ​ແຕ່​ວັນ​ທີ 01 ມັງກອນ 2009 ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ 5.993.000 ຄົນ. ຮອດ​ປີ 2014 ມີຜູ້ເຂົ້າ​ຮ່ວມ 9.213.302 ຄົນ​. ຮອດ​ທ້າ​ຍ​ເດືອນ​ກັນຍາ 2016, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ວ່າງ​ງານ​ແມ່ນ 10,64 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 6,7% ທຽບ​ກັບ​​ໄລຍະ​ດຽວ​ກັນ​ຂອງ​ປີ 2015.

ທີ​ສານ, ​ໃຫ້ຄວາມຊ່ວຍ​ເຫຼືອ​ເປັນປະຈຳ​​ແກ່ຜູ້​ທີ່​ມີ​ສະຖານະ​ການສະ​ເພາະ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອ​ກະທັນຫັນ​ແກ່​ຜູ້​​ປະສົບ​​ໄພພິບັດ​ທີ່​ບໍ່​ຄາດ​ຫວັງ ຫຼື​ປະສົບ​ຄວາມ​ສ່ຽງ​ທີ່ຢູ່​ນອກ​ເໜືອ​ການ​ຄວບ​ຄຸມ (ຄວາມ​ເສຍ​ຫາຍ​ຂອງ​ພືດ​ຜົນ, ​ໄພ​ທຳ​ມະ​ຊາດ, ຄວາມທຸກ​ຍາກ,...) ​ໂດຍຜ່ານ​ວົງ​ເງິນ​ສົດ ຫຼື​ວັດຖຸ​ຈາກ​ງົບປະມານ.

ປີ 2012, ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃຫ້​ແກ່ຄວາມ​ປອດ​ໄພ​ສັງຄົມ​ເທົ່າ​ກັບ 5,88% ຈີ​ດີ​ພີ, ຮອດ​ປີ 2015, ຕົວ​ເລກ​ນີ້​ເພີ່ມ​ຂຶ້ນ​ເປັນ​ປະມານ 6,6% ຈີ​ດີ​ພີ. ຕາມ​ລາຍ​ງານ, ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ສຳລັບການ​ເຄື່ອນ​ໄຫວຄວາມ​ປອດ​ໄພ​ສັງຄົມ ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ປີ 2016 ​ແມ່ນ 7.303 ຕື້​ດົ່ງ, ປະກອບ​ດ້ວຍ 3.786 ຕື້ດົ່ງ​ຂອງຂວັນ​ເພື່ອ​ຢ້ຽມຢາມ ​ແລະ​ເງິນ​ອຸດ​ໜູນ​ບັນດາ​ເປົ້າ​ໝາຍນະ​ໂຍບາຍ; 2.470 ຕື້​ດົ່ງຊ່ວຍ​ເຫຼືອ​ບັນດາຄອບຄົວ​ທຸກ​ຍາກ ​ແລະ 1.047 ຕື້​ດົ່ງບັນ​ເທົາ​ຄວາມທຸກ​ຍາກ ​ແລະ ສົງ​ເຄາະ​ສັງຄົມ​ອື່ນ. ຄຽງ​ຂ້າງ​ນັ້ນ, ​ໄດ້​ແຈກ​ຈ່າຍ​ບັດ​ປະກັນ​ສຸຂະພາບ, ກວດ​ແລະ​ປົວ​ພະຍາດບໍ່​ເສຍ​ຄ່າ​ໃຊ້​ຈ່າຍ 18,3 ລ້ານບັດ​ ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ທົ່ວ​ປະ​ເທດ (9). ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດວຽກ​ງານ​ຄວາມ​ປ​ອດ​ໄພ​ສັງຄົມ, ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ທີ່​ລະດົມ​ຈາກງົບ​ປະມານ​ສູນ​ກາງ, ຈາກ​ບັນດາ​ແຂວງ​ກຳ​ແພງ​ນະຄອນ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ, ບຸກຄົນ​ທີ່​ໃຊ້​ສຳລັບ​ການ​ເຄື່ອນ​ໄຫວ​ຄວາມ​ປອດ​ໄພ​ສັງຄົມ ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ 3 ​ເດືອນ​ຕົ້ນ​ປີ 2017 ​ແມ່ນ 3.775 ຕື້​ດົ່ງ.

ທີ​ສີ່, ​ເພີ່ມ​ຄວາມ​ສາມາດ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ເຖິງ​ບໍລິການສັງຄົມ​ທີ່​ສຳຄັນຄື: ການ​ສຶກສາ, ສາທາລະນະ​ສຸກ, ທີ່ຢູ່​ອາ​ໄສ, ນ້ຳ​ສະອາດ ​ແລະອະນາ​ໄມ​ສິ່ງ​ແວດ​ລ້ອມ, ຂໍ້​ມູນ​ຂ່າວສານ.

ຜູ້ອອກ​ແຮງ​ງານ​ສ່ວນ​ຫຼາຍ​ໄດ້​ເຂົ້າ​ເຖິງ​ສາທາລະນະ​ສຸກ​ພື້ນຖານ, ອັດຕາ​ສ່ວນ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ທຸກ​ປີ, ​ເຖິງທ້າຍ​ປີ 2016 ບັນລຸ 81,7% ຂອງ​ປະຊາກອນ​ໃນ​ທົ່ວ​ປະ​ເທດ. ມີ 62 ​​ແຂວງ, ກຳ​ແພງ​ນະຄອນ​ບັນ​ລຸ​ການ​ເຜີຍ​ແຜ່​ການ​ສຶກສາ​ທົ່ວ​ໄປ​ຂັ້ນອະນຸບານ​ໃຫ້​ເດັກນ້ອຍ​ອາຍຸ 5 ປີ; ມີ 63 ​ແຂ​ວງ, ກຳ​ແພງ​ນະຄອນ​ບັນ​ລຸກາ​ນ​ເຜີຍ​ແຜ່​ການ​ສຶກສາ​ທົ່ວ​ໄປ​ໃຫ້​ນັກຮຽນຂັ້ນ​ປະຖົມ​ສຶກສາ. ສະຖານະ​ພາບ​ທີ່ຢູ່​ອາ​ໄສ, ນ້ຳ​ສະອາດ ​ແລະ​ຂໍ້​ມູນ​ຂ່າວສານ ​ໄດ້​ຮັບ​ການ​ແກ້​ໄຂ​ດີ​ພໍ​ຄວນ: ​ເນື້ອ​ທີ່​ທີ່ຢູ່​ອາ​ໄສ​ສະ​ເລ​ຍ່ຕໍ່​ຄົນ​ເພີ່​ມຂຶ້ນ​ຈາກ 17,5 ມ2 ປີ 2010 ຂຶ້ນ​ເປັນ 22 ມ2 ປີ 2015.

​ໃນ​ເວລາ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ເສດຖະກິດມີ​ການ​ຜັນ​ຜວນ​ຫຼາຍ​​ ​ແລະ​ແຫຼ່ງພະລັງ​ຂອງ​ປະ​ເທດ​ຍັງ​ຖືກ​ຈຳກັດ​ກໍ​ຕາມ, ​ແຕ່​ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ໃຫ້​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ໃຫ້ບັນດາ​ເມືອງ, ຕາ​ແສງ, ບ້ານ​ທຸກ​ຍາກ... ຕາມ​ນັ້ນ, ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ປະກາດ​ໃຊ້, ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໃຫ້ປະຊາຊົນ​ເຂດ​ພູດອຍ, ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຂອງ​ຫວຽດນາມ​ ໄດ້​ຮັບ​ຜົນສຳ​ເລັດ​ທີ່​ໜ້າ​ພຶງ​ພໍ​ໃຈ, ​ໄດ້​ຮັບ​ການ​ຮັບ​ຮູ້​ແລະ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ. ຫວຽດນາມ​ໄດ້​ບັນລຸ​ແລະ​ລື່ນລະດັບ​ຄາດໝາຍ​ທາງ​ດ້ານ​ເວລາ​ສຳ​ເລັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ສະຫະ​ປະຊາ​ຊາດກ່ຽວກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ອັດຕາ​ສ່ວນຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ສະ​ເລ່ຍ 2% ຕໍ່​ປີ, ຈາກ 14,2% ​ໃນ​ທ້າຍ​ປີ 2010 ລົງ​ຕ່ຳ​ກວ່າ 4,5% ປີ 2015. ສະ​ເພາະ​ເມືອງ​ທຸກ​ຍາກ​ຫຼຸດ​ລົງ 6% ຕໍ່​ປີ, ຈາກ 58,3% ລົງ​ເປັນ 28%.

​ແຕ່​ວ່າ, ຂົງ​ເຂດ​ສັງຄົມ​ຂອງ​ປະ​ເທດ​ເຮົາ​ຍັງ​ເຜີຍ​ໃຫ້​ເຫັນ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ບາງ​ຈຸດ​ອ່ອນ​ຍັງ​ແກ່ຍາວ, ​ໄດ້​ຮັບ​ການ​ແກ້​ໄຂ​ຊ້າ: “ອັດຕາ​ສ່ວນ​ການ​ປົກ​ຫຸ້ມ ​ແລະ​ຄຸນ​ນະພາ​ບຂອງ​ບໍລິການ​ປະກັນ​ໄພ​ສັງຄົມ, ປະກັນ​ໄພ​ວ່າງ​ງານ​ຍັງ​ຕ່ຳ. ກອງ​ທຶນ​ປະກັນ​ໄພ​ສັງຄົມ​ບໍ່​ມີ​ຄວາມຍືນ​ຍົງ. ການ​ເບິ່ງ​ແຍງດູ​ແລ​ສຸຂະ​ພາຍ ​ແລະ​ປົກປ້ອງ​ສຸຂະພາບ​ຂອງ​ປະຊາຊົນ​ຍັງ​ຖືກ​ຈຳກັດ​ໃນ​ຫຼາຍ​ດ້ານ” (10). ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ດັດຊະນີ​ກັບ​ລະດັບ​ສະ​ເລ່ຍທົ່ວ​ປະ​ເທດຍັງ​ແຕກ​ຕ່າງ​ກັນ​ຫຼາຍ. ບາງ​ນະ​ໂຍບາຍຄວາມ​ປອດ​ໄພ​ສັງຄົມ, ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກຍາກ​ຍັງ​ຊ້ຳ​ຊ້ອນ​ກັນ, ບໍ່​ຄົບ​ຊຸດ, ປະສິດທິ​ຜົນ​ບໍ່​ສູງ ​ແລະກໍບໍ່​ສົ່ງ​ເສີມ​ໃຫ້​ຄົນ​ທຸກ​ຍາກບືນ​ຕົວ​ຂຶ້ນ​ເພື່ອ​ອອກ​ຈາກ​ຄວາມທຸກ​ຍາກ.

ສາ​ເຫດ​ຂອງ​ຂໍ້​ຈຳກັດ​ຕ່າງໆເທິງ​ນີ້​ແມ່ນ: ກ່ອນ​ອື່ນ​ໝົດ ຍ້ອນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງ​ຄວາມ​ປອດ​ໄພ​ສັງຄົມ​ບໍ່​ສູງ, ບໍ່​ເປັນ​ເອກະ​ພາບ, ຊ້ຳ​ບໍ່​ໜຳ​ຍັງ​ຖື​ວ່າຄວາມ​ປອດ​ໄພ​ສັງຄົມ​ເປັນ​ການສົງ​ເຄາະ, ຊ່ວຍ​ເຫຼືອ, ສະໜັບສະໜູນ​ດ້ານ​ດຽວ ​ເຮັດ​ໃຫ້ການ​ລະດົມ​ແຫຼ່ງພະລັງ ກໍ​ຄື​ການກໍ່ສ້າງ​ແລະການ​ດຳ​ເນີນ​ໃຊ້​ລະບົບຄວາມ​ປອດ​ໄພ​ສັງຄົມ ບໍ່​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ​ຕ່ຳ. ລະດັບ​ປົກ​ຫຸ້ມ​ຍັງ​ຕ່ຳ, ​ເປົ້າ​ໝາຍ​ຍັງ​ແຄບ, ລະບົບຄວາມ​ປອດ​ໄພ​ສັງຄົມຍັງ​ມີ​ຄວາມ​ບໍ່​ຍຸຕິ​ທຳ. ​ແຫຼ່ງ​ເງິນ​ລົງທຶນ​ກໍ​ຄື​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ຂອງ​ລັດ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລະບົບຄວາມ​ປອດ​ໄພ​ສັງຄົມ ບໍ່​ສາມາດຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ໄດ້ ​ແລະ​ປະສິດທິ​ຜົນ​ກໍ​ບໍ່​ສູງ. ນອກຈາກ​ນັ້ນ, ຄວາມ​ຈຳກັດ​ໃນ​ການ​ປະຕິບັດ​ນະ​ໂຍບາຍ, ລະບອບ​ປະກັນ​ໄພ​ສັງຄົມ​ທີ່​ມີ​ປະສິດທິ​ຜົນ​ຕ່ຳ ກໍ​ເປັນ​ສິ່ງ​ກີດຂວາງ​ຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸຕິ​ທຳ​ທາງສັງຄົມ. ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ບໍ່​ມີ​ຄວາມ​ຍືນ​ຍົງ, ຄວາມ​ສ່ຽງ​ໃນ​ການຖືກທຸກ​ຍາກ​ຄືນ​ໃໝ່​ຍັງ​ມີຫຼາຍ​, ນະ​ໄຍບາຍຊ່ວນ​ເຫຼືອ​ທາງສັງຄົມ, ສະໜັບສະໜູນ​ທາງ​ສັງຄົມ ຍັງ​ມີຂໍ້ຈຳກັດ​ຫຼາຍ. ປະກົດ​ການ​ຂອງ​ຄວາມບໍ່​ສະ​ເໝີ​ພາບທາງດ້ານ​ລາຍ​ໄດ້ ​ແລະມາດຕະຖານ​ການ​ດຳລົງ​ຊີວິດ​ລະຫວ່າງ​ບັນດາ​ເຂດ, ບັນດາ​ຊັ້ນ​ຄົນ ຍັງ​ແຕກ​ຕ່າງ​ກັນ​ຫຼາຍ ​ແລະ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ...

​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ ​ແລະ​ຈຸດ​ອ່ອນ​ເທິງ​ນີ້, ຄຽງ​ຄູ່​ກັບ​ການ​ຍົກ​ສູງສະມັດ​ຕະພາບ, ປະສິດທິ​ຜົນ​ຂອງ​ງານ​ແນ​ໃສ່​ພັດທະນາ​ເສດຖະກິດ, ສ້າງ​ແຫຼ່ງພະລັງ​ໃຫ້​ລັດ​ມີ​ກຳລັງ​ວັດຖຸ​ເພື່ອ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມສຳລັບ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ​ແມ່ນ​ຕ້ອງ​​ເຊື່ອມ​ຊຶມ​ແລະປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ວິທີ​ແກ້​ໄຂ​ລຸ່ມ​ນີ້:

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ນະ​ໂຍບາຍຄວາມ​ປອດ​ໄພ​ສັງຄົມ.

ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ​ໄດ້​ຢືນຢັນ​ການ​ຫັນປ່ຽນ​ຈາກ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ ມາ​ເປັນ​ການຮັບປະກັນ​ສິດ​ຄວາມ​ປອດ​ໄພ​ສັງຄົມ​ຂອງ​ພົນລະ​ເມືອງ. ປ່ຽນ​ແປງ​ໃໝ່​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕາມ​ທິດ​ລວມສູນ, ມີ​ປະສິດທິ​ຜົນ ​ແລະ​ເຂົ້າ​ເຖິງ​ວິທີ​ວັດ​ແທກ​ຄວາມທຸກ​ຍາກ​ຫຼາຍ​ດ້ານ ​ແນ​ໃສ່​ຮັບປະກັນຄວາມ​ປອດ​ໄພ​ສັງຄົມພື້ນຖານ ​ແລະການ​ເຂົ້າ​ເຖິງ​ບໍລິການ​ທາງ​ສັງຄົມ​ທີ່​ຈຳ​ເປັນ. ການ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ສັງຄົມ​ຕ້ອງ​ສຸມ​ໃສ່:

ໜຶ່ງ, ຖື “ຍຸດ​ທະ​ສາດຄວາມ​ປອດ​ໄພ​ສັງຄົມຫວຽດນາ​ໄລຍະ 2011 - 2020” ​ເປັນ​ພາກສ່ວນ​ຂອງ “ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ 2011 - 2020”. ຕາມ​ນັ້ນ, ວຽກ​ງານ​ອົບຮົມ​ສຶກສາ, ​ໂຄສະນາຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ​ແຕ່​ຂັ້ນ​ການ​ນຳ​ເຖິງ​ປະຊາຊົນ​ທຸກ​ຄົນ ດ້ວຍ​ເນື້ອ​ໃນ​ແລະ​ຮູບ​ການທີ່ອຸດົມສົມບູນ ​ເພື່ອຍົກ​ສູງຄວາມ​ຮັບ​ຮູ້​ຂອງ​ຖັນ​ແຖວ​ພະນັກງານ, ອົງການ​ຈັດ​ຕັ້ງ ​ແລະ​ບຸກຄົນ​ກ່ຽວ​ກັບສິດຜົນປະ​ໂຫຍ​ດ ​ແລະ​ພັນທະ​ຂອງ​ຕົນ​ ໃນ​ການ​ກໍ່ສ້າງ​ແລະ​ປະຕິບັດຄວາມ​ປອດ​ໄພ​ສັງຄົມ ​ໃນ​ລະບົບ​ການ​ເມືອງ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ. ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ, ຍົກ​ສູງ​ຈິດ​ສຳນຶກ, ຄວາມ​ຮັບຜິດຊອບ​ສ່ວນ​ຕົວ, ສ້າງ​ຂະ​ບວນການ​ປະຕິບັດ​ຄວາມ​ປອດ​ໄພ​ສັງຄົມ...

ສອງ, ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ແລະ​ເພີ່ມ​ທະວີ​ຄວາມ​ສາມາດ​ນຳພາ​ຂອງ​ພັກ​ຕໍ່​ຂົງ​ເຂດຄວາມ​ປອດ​ໄພ​ສັງຄົມ, ​ເພື່ອ​ເປົ້າ​ໝາຍ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ. ຕາມ​ນັ້ນ, ​ແນວທາງ​ຂອງ​ພັກ​ຕ້ອງ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​ທັດສະນະ​ຂອງ​ລັດທິ ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ກ່ຽວ​ກັບຄວາມ​ປອດ​ໄພ​ສັງຄົມ ຕິດ​ກັບ​ຄວາມ​ກ້າວໜ້າ​ທາງ​ສັງຄົມ ດ້ວຍ​ຈຸດປະສົງ​ປົດປ່ອຍ​ມະນຸດ, ​ເອກະລາດ​ອິດ​ສະລະ​ພາບ​ຊອງ​ປະ​ເທດ​ຊາດ, ປະຊາຊົນ​ໄດ້​ຮັບ​ຄວາມ​ສົມ​ບູນ​ພູນ​ສຸກ, ທຸກ​ຄົນ​​ມີ​ອາຫານ​ແລະ​ເຄື່ອງນຸ່ງ​ຫົ່ມພຽງພໍ, ທຸກ​ຄົນ​ໄດ້​ຮັບການ​ສຶກສາ, ຜູ້​ທຸກ​ຍາກ ຜູ້​ດ້ອຍ​ໂອກາດ​ກໍ​ມີ​ອາຫານ​ພຽງພໍ ​ແລະ​ມີ​ກຳລັງ​ເພື່ອ​ບືນ​ຕົວ​ຂຶ້ນ, ຜູ້​ມີ​ອາຫານ​ການກິນ​ແລະ​ເຄື່ອງ​​ນຸ່ງຫົ່ມ​ພຽງພໍ​ແລ້ວ​ກໍ​ຈະ​ຮັ່ງມີຂຶ້ນ, ຜູ້​ຮັ່ງມີ​ແລ້ວ​ກໍ​ຈະ​ຮັ່ງມີ​ຍິ່ງ​ຂຶ້ນ. ດັ່ງ​ນັ້ນ, ພັກ​ຕ້ອງ​ກໍ່ສ້າງ​ລະບົບ​ຄວາມ​ປອດ​ໄພ​ສັງຄົມຕາມ​ທິດ​ເປີດ​ປະຊາທິປະ​ໄຕ, ຄົ້ນ​ເຜີຍ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທຸກ​ຢ່າງ​ຂອງບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ບຸກຄົນ, ປະຊາຊົນ​ທຸກ​ຊັ້ນ​ວັນນະ​ ເພື່ອ​ພັດທະນາ​ລະບົບຄວາມ​ປອດ​ໄພ​ສັງຄົມ. ຮັບປະກັນ​ຄວາມ​ຍຸຕິ​ທຳ, ສະ​ເໝີ​ພາບ​ໃນ​ການ​ປະກອບສ່ວນ ​ແລະຊົມ​ໃຊ້​ຄວາມ​ປອດ​ໄພ​ສັງຄົມ ​ເຊິ່ງສະ​ແດງ​ອອກ​ໃນ​ການກໍ່ສ້າງ​ລະບົບ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ, ​ໃນ​ການ​ບໍລິຫານ​ ຄຸ້ມຄອງພະນັກງານ ລັດຖະກອນ. ພ້ອມ​ກັນ​ນັ້ນ, ຮັບ​ຟັງຄວາມ​ຄິດ​ຄວາມ​ເຫັນ ​ແລະຍອມຮັບ​ການ​ຕິດ​ຕາມ​ກວດກາ​, ຕຳໜິວິຈານ​ຂອງ​ບັນດາ​ພື້ນຖານ​ບໍລິການ, ບັນດາ​ເປົ້າ​ໝາຍ​ຊົມ​ໃຊ້ນະ​ໂຍບາຍ ​ທີ່​ປະກອບສ່ວນ​ໃຫ້​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ຂົງ​ເຂດ​ຄວາມ​ປອດ​ໄພ​ສັງຄົມ...

ສາມ, ປັບປຸງ​ພາລະ​ບົດບາດ​ສັງຄົມ​ຂອງ​ລັດ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງລັດ​ໃນ​ການພັດທະນາຄວາມ​ປອດ​ໄພ​ສັງຄົມ, ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຄຸ້ມ​ຄອງ, ສະໜອງ ​ແລະ ລະດົມ​ແຫຼ່ງພະລັງ​ໃຫ້ຄວາມ​ປອດ​ໄພ​ສັງຄົມ. ວິທີ​ແກ້​ໄຂ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ກໍ່ສ້າງ, ປະຕິບັດ​ທິດ​ທາງ​ພັດທະນາ​ລະບົບ​ຄວາມ​ປອດ​ໄພ​ສັງຄົມ​ໃຫ້​ປະກົດ​ເປັນ​ຈິງ. ນັ້ນ​ແມ່ນ​ການ​ສືບ​ຕໍ່​ຫັນ​ແຜນ​ນະ​ໂຍບາຍ, ທັດສະນະ​ຂອງ​ພັກ​ກ່ຽວ​ກັບຄວາມ​ປອດ​ໄພ​ສັງຄົມ ​ເປັນ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ, ຂໍ້​ກຳນົດ​ການຈັດ​ສັນ​ງົບປະມານຂອງ​ລັດ ​ແນ​ໃສ່​ພັດທະນາຄວາມ​ປອດ​ໄພ​ສັງຄົມຢ່າງ​ໄຫວ​ພິບ​ແລະ​ຫຼາຍ​ຊັ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໄດ້ຊົມ​ໃຊ້​ລັກສະນະ​ດີ​ເດັ່ນ​ຂອງຄວາມ​ປອດ​ໄພ​ສັງຄົມ, ປະກອບສ່ວນ​ຊຸກຍູ້​ຄວາມ​ຍຸຕິ​ມຳທາງ​ສັງຄົມ.

ສີ່, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ໃນ​ການ​ປະຕິບັດຄວາມ​ປອດ​ໄພ​ສັງຄົມ. ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາຂອງ​ລະບົບຄວາມ​ປອດ​ໄພ​ສັງຄົມ​ເວົ້າ​ສະ​ເພາະ ​ແລະ​ການ​ພັດທະນາ​ປະ​ເທດ​ເວົ້າ​ລວມ. ​ເພາະສະ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ເຫຼົ່າ​ນີ້​ໃນ​ການ​ຕິດ​ຕາມ​ກວດກາ ​ແລະຕິ​ຊົມ​ສັງຄົມ​ຕໍ່​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ກ່ຽວ​ກັບຄວາມ​ປອດ​ໄພ​ສັງຄົມ. ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມຈະ​ສະທ້ອນ​ໃຫ້​ເຫັນ​ຄວາມ​ຮຽກຮ້ອງ​ຕ້ອງ​ການທຸກ​ຢ່າງກ່ຽວ​ກັບຄວາມ​ປອດ​ໄພ​ສັງຄົມຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຊ່ວຍ​ໃຫ້​ອົງການ​ຄຸ້ມຄອງ​ເກັບ​ກຳ​ຄວາມ​ຕ້ອງການ​ສັງຄົມຢ່າງ​ຄົບ​ຖ້ວນ, ພາວະ​ວິ​ໄສ, ​ເພື່ອ​ຈະ​ດັດ​ປັບ​​ແຜນນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຄວາມ​ປອດ​ໄພ​ສັງຄົມ​ຢ່າງ​ທັນ​ການ​ໃຫ້​ມັນສອດຄ່ອງ​ເໝາະ​ສົມ.

ທີ​ສອງ, ປ່ຽນ​ແປງ​ໃໝ່​ການ​ປະຕິບັດ​ນະ​ໂຍບາຍຄວາມ​ປອດ​ໄພ​ສັງຄົມ.

ໜຶ່ງ, ພັດທະນາ​ເສດຖະກິດ​ຕິດ​ກັບການ​ປະຕິບັດ​ບັນດາ​ຈຸດໝາຍ​ຄວາມ​ປອດ​ໄພ​ສັງຄົມ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຊີ້​ແຈ້ງ: “ລັດ​ນຳ​ໃຊ້ລະບຽບ​ກົດໝາຍ, ຊັບພະຍາກອນ, ​ເຄື່ອງມືດັດສົມ, ນະ​ໂຍບາຍ​ແຈກ​ຢາຍ ​ແລະ​ນະ​ໂຍບາຍ​ແຈກ​ຢາຍ​ຄືນ​ໃໝ່ ​ເພື່ອ​ພັດທະນາ​ວັດທະນະທຳ, ປະຕິບັດ​ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ; ຮັບປະກັນຄວາມ​ປອດ​ໄພ​ສັງຄົມ, ຍົກ​ສູງ​ສະ​ວັດ​ດີກາ​ນສັງຄົມ​ເທື່ອ​ລະ​ກ້າວ, ​ເບິ່ງ​ແບ​ດູ​ແລ​ປົວ​ແປງຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານ​ຂອງ​ປະຊາຊົນ, ຫຼຸດຜ່ອນ​ຊ່ອງ​ວ່າງ​ຮັ່ງມີ - ທຸກ​ຍາກ” (11). ພັດທະນາ​ເສດຖະກິດ​ຕ້ອງ​ເອົາ​ສະ​ວັດ​ດີກາ​ນສັງ​ຄັມ ​ແລະ​ສະ​ວັດ​ດີກາ​ນສ່ວນບຸກຄົນ​ເປັນ​ຈຸດໝາຍ, ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ພັດທະນາ​ເສດຖະກິດ, ວັດທະນະທທຳ ​ແລະສັງຄົມ ​ເພື່ອ​ໃຫ້​ສະມາຊິກ​ທຸກ​ຄົນ​ໃນ​ສັງ​ຄົມ​ໄດ້​ຊົມ​ໃຊ້​ໂອກາດ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ຕ້ອງການ.

ສອງ, ປະຕິບັດ​ນະ​ໂຍບາຍຄວາມ​ປອດ​ໄພ​ສັງຄົມທົ່ວ​ໄປ ​ແລະ​ຄົບ​ຖ້ວນ. ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ຫວຽດນາມ​ປະຕິບັດ ​ແລະ​ປັບປຸງ​ບູລະນະຄວາມ​ປອດ​ໄພ​ສັງຄົມທີ່​ສົດ​ໃສ ຍືນ​ຍົງ, ຊຸກຍູ້​ຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ​ໃນ​ຊຸມ​ປີ​ຕໍ່ໜ້າ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເສົາ​ຄ້ຳ​ຂອງ​ມັນ, ກ່ອນ​ອື່ນ​ແມ່ນ​ການ​ປະກັນ​ໄພ​ສັງຄົມ. ກໍ່ສ້າງ ​ແລະ​ພັດທະນາ​ລະບົບ​ການ​ປະກັນ​ໄພ​ສັງຄົມທີ່​ປອດ​ໄພ ຍືນ​ຍົງ​ເປັນ​ພື້ນຖານ​ຊຸກຍູ້​ຄວາມ​ກ້າວ​ໝ້າ​ທາງ​ສັງຄົມ.

ກໍ່ສ້າງ​ລະບົບຄວາມ​ປອດ​ໄພ​ສັງຄົມທີ່​ມີຫຼາຍ​ຊັ້ນ ​ໄຫວ​ພິບ ​ແລະ​ສາມາດ​ຊ່ວຍ​ໜູນ​ໃຫ້​ແກ່​ກັນ (ກວມ​ດ້ວຍ​ລະບົບ​ປະກັນ​ໄພ: ປະກັນ​ໄພ​ສັງຄົມ, ປະກັນ​ສຸຂະພາບ, ປະກັນ​ໄພ​ວ່າງ​ງານ, ປະກັນ​ໄພ​ບຳນານ...); ສັງຄົມ​ສົງ​ເຄາະ, ຊ່ວຍ​ເຫຼືອ​ສັງຄົມ, ສະໜັບສະໜູນ​ພິ​ເສດ​ທາງ​ສັງຄົມ; ​ໂຄງການ​ຫຼຸດຜ່ອນ​ຄວາມທຸກ​ຍາກ... ລະບົບຄວາມ​ປອດ​ໄພ​ສັງຄົມທີ່​ມີ​ຫຼາຍ​ຊັ້ນ​ແຕ່​ຕ້ອງ​ມີ​ຈຸດ​ສຸມ, ​ເອົາ​ໃຈ​ໃສ່​ກໍ່ສ້າງ​ແລະ​ບູລະນະບັນດາ​ເສົາ​ຄ້ຳ​ຕົ້ນຕໍ​ຂອງ​ມັນຄື ປະກັນ​ໄພ​ສັງຄົມ, ປະກັນ​ສຸຂະພາບ, ອຸດ​ໜູນ​ສັງຄົມ, ສະໜັບສະໜູນ​ພິ​ເສດ​ທາງ​ສັງຄົມ, ​ເພື່ອ​ຮັບປະກັນ​ລັກສະນະ​ໝັ້ນຄົງ​ຍືນ​ຍົງ​ຂອງ​ລະບົບຄວາມ​ປອດ​ໄພ​ສັງຄົມທັງ​ໝົດ. ຕ້ອງ​ກໍ່ສ້າງ​ລະບົບ​ປະກັນ​ໄພ​ສັງຄົມ​ທີ່​ສົມບູນ​ຕາມ​ຫຼັກການ ປະກອບສ່ວນ - ຊົມ​ໃຊ້ (ປະກັນ​ໄພ​ສັງຄົມ​ບັງຄັບ ​ແລະ​ສະໝັກ​ໃຈ, ປະກັນ​ສຸຂະພາບ, ປະກັນ​ໄພ​ວ່າງ​ງານ). ​ແຍກ​ການ​ປະກັນ​ໄພ​ສັງຄົມສຳລັບ​ຂົງ​ເຂດ​ບໍລິຫານ​ພາລະກິດ ​ແລະ​ຂົງ​ເຂດ​ວິ​ສາ​ຫະກິດ, ​ເອົາ​ໃຈ​ໃສ່​ເຖິງ​ກຸ່ມ​ຄົນ​ດ້ອຍ​ໂອກາດ​ໃນ​ສັງຄົມ​ເຊັ່ນ ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອນ, ພາກສ່ວນ​ເສຍ​ວຽກ​ເຮັດ​ງານ​ທຳ, ບັນດາ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ສົງ​ເຄາະ, ອຸປະຖຳທາງ​ສັງຄົມ... ນຳ​ໃຊ້​ຫຼາຍ​ຮູບ​ການ​ສົງ​ເຄາະ​ສັງຄົມ, ຫັນປ່ຽນ​ໄປ​ສູ່​ການ​ໃຫ້​ບໍລິການສົງ​ເຄາະ​ທາງ​ສັງຄົມ​ທີ່​ບໍ່​ມີ​ຈຸດປະສົງ​ກຳ​ໄລ, ສ້າງ​ໂອກາດ​ແລະ​ບຸລິມະສິດ​ໃຫ້​ບັນດາ​ເປົ້າ​ໝາຍຮັບ​ເບ້ຍ​ອຸດ​ໜູນ​ໄດ້​ເຂົ້າ​ເຖິງບັນດາ​ແຫຼ່ງພະລັງ​ເສດຖະກິດ, ບໍລິການ​ສາທາລະນະ​ທີ່​ຈຳ​ເປັນ, ສະ​ເໜີ​ພາບ​ກ່ຽວ​ກັບ​ການ​ອົບຮົມສຶກສາ, ຝຶກ​ອົບຮົມ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ທີ່ຢູ່​ອາ​ໄສ, ວັດທະນະທຳ - ຂໍ້​ມູນ​ຂ່າວສານ,...

ສາມ, ກໍ່ສ້າງ​ຕະຫຼາດ​ແຮງ​ງານ​ທີ່​ເປັນ​ເຈົ້າ​ການ. ​ແນ​ໃສ່​ຮັບປະກັນ​ປະຕິບັດ​ການ​ພົວພັນ​ທາງ​ສັງຄົມ​ລະຫວ່າງຜູ້​ອອກ​ແຮງ​ງານ​ມີ​ຄວາມ​ຕ້ອງການ​ເຮັດ​ວຽກ ກັບ​ຜູ້ນຳ​ໃຊ້​ແຮງ​ງານ, ຜ່ານ​ບັນດາ​ຮູບ​ການຕົກລົງ​ກັນ​ກ່ຽວ​ກັບລາຄາ​ຄ່າ​ແຮງ​ງານ ​ແລະ ບັນດາ​ເງື່ອນ​ໄຂ​ເຮັດ​ວຽກ​ອື່ນບົນ​ພື້ນຖານຂອງ​ສັນຍາ​ທີ່​ເປັນ​ລາຍ​ລັກ​ອັກສອນ ຫຼື​ສັນຍາ​ພາຍ​ໃຕ້​ຮູບ​ການ​ອື່ນ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ​ໃນ​ການ​ພົວພັນ​ແລ​ກປ່ຽນຫຼື​ການ​ເຈລະຈາຕໍ່​ລອງ​ໃນ​ຕະຫຼາດ​ແຮງ​ງານ, ຄັນ​ຊັ່ງ​ເຄີຍ​ອຽງ​ໄປ​ທາງ​ຜູ້ນຳ​ໃຊ້​ແຮງ​ງານ, ຍ້ອນ​ຈຳນວນ​ຜູ້​ຊອກ​ຫາ​ວຽກ​ງານ​ຫຼາຍ​ກວ່າຈຳນວນ​ວຽກ​ເຮັດ​ງານ​ທຳ, ຜູ້​ໄປ​ຊອກ​ຫາ​ວຽກ​ງານ​ກໍ​ຖືກ​ຈຳກັດ​ຫຼາຍ​ຢ່າງ... ດັ່ງ​ນັ້ນ, ຕ້ອງ​ກໍ່ສ້າງ​ນະ​ໂຍບາຍ​ຕະຫຼາດ​ແຮງ​ງານ​ທີ່​ເປັນ​ເຈົ້າ​ການ, ນີ້​ແມ່ນ​ມາດ​ຕະການ​ແນ​ໃສ່​ກີດ​ກັ້ນ​ໄພ​ວ່າງ​ງານ ​ແລ​ະການຂາດ​ວຽກ​ເຮັດ​ງານ​ທຳ ດ້ວຍ​ຈຸດໝາຍ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ​ເພີ່ມ​ລາຍ​ໄດ້, ດັດສົມ​ຄວາມ​ຕ້ອງການ​ກ່ຽວ​ກັບ​ແຮງ​ງານ, ຍົກ​ສູງ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ (ຊ່ວຍ​ເຫຼືອ​ກຸ່ມ​ຄົນ​ງານ​ທີ່​ດ້ອຍ​ໂອກາດ)... ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ, ຍາດ​ແຍ່ງ​​ເອົາ​ແຫຼ່ງພະລັງ ​ແລະ​ບົດຮຽນ​ຂອງ​ຕ່າງ​ປະ​ເທດ​ໃນ​ການ​ກໍ່ສ້າງ ​ແລະ​ປະຕິບັດບັນດາ​ນະ​ໂຍບາຍຄວາມ​ປອດ​ໄພ​ສັງຄົມ./.

​ໂດຍ ປອ. ​ເຈືອງ​ທິ​ແທັງກວີ໊

ມະຫາວິທະຍາ​ໄລການ​ແພດ​ນະຄອນ​ຮ່າ​ໂນ້ຍ

-------------------------

(1) Beyond HEPR: A framework for intergrated national systempf Social security in Vietnam UNDP - DFID 2005.

(2), (3) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 137, 26.

(4) ​ແຮງ​ງານ 3 ລ້ານ​ກວ່າ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ຈາກ​ກອງ​ທຶນ​ແຫ່ງ​ຊາດກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ທີ່​ເວັບ​ໄຊ www.baodansinh.vn, ວັນ​ທີ 17-5-2016.

(5) ກະຊວງ​ແຮງ​ງານ - ນັກຮົບເສຍ​ອົງຄະ ​ແລະ​ສັງຄົມ: ວຽກ​ເຮັດງານ​ທຳ​ໃຫ້​ຄົນ​ພິການ, ທີ່​ເວັບ​ໄຊ www.molisa.gov.vn, ວັນ​ທີ 29-12-2015.

(6), (9) ສະຫະ​ກົມ​ສະຖິຕິ (2016), ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ-ສັງຄົມ​ປີ 2016, ທີ່​ເວັບ​ໄຊ www.gso.gov.vn.

(7) ສະຫະ​ກົມ​ສະຖິຕິ (2017): ສະພາບ​ການ​ເສດຖະກິດ-ສັງຄົມ​ໄຕ​ມາດ​ທີ I ປີ 2017, ທີ່​ເວັບ​ໄຊ www.gso.gov.vn.

(8) ປະກັນ​ໄພ​ສັງຄົມ​ຫວຽດນາມ (2015): ຜົນສຳ​ເລັດ​ຂອງ​ວຽກ​ງານ​ປີ 2014 ແລະທິດທາງໜ້າທີ່ປີ 2015, ບົດ​ລາຍ​ງານ​ສະບັບ​ທີ 389/BC-BHXH, ວັນ​ທີ 4-2-2015, ຮ່າ​ໂນ້ຍ, ໜ້າ 1.

(10), (11)  ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 256, 269.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 904 (​ເດືອນກຸມພາ 2018).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ