ວັນພຸດ, 14/11/2018
ຫັນການເຄື່ອນໄຫວອະນຸລັກມໍລະດົກວັດທະນະທຳເປັນສັງຄົມ ຢູ່ຫວຽດນາມໃນປະຈຸບັນ
3/7/2018 11:27' ສົ່ງ ພິມ
ຍູ້ແຮງວຽກງານອະນຸລັດ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມໃນແຂວງເທື່ອທຽນເຫວ້. (ພາບ: svhtt.thuathienhue.gov.vn)

ຫັນ​ການ­ເຄື່ອນ­ໄຫວ​ຕ່າງໆເປັນ​ສັງ­ຄົມ​ ​ແມ່ນ​ຄວາມ​ຮຽກ­ຮ້ອງຕ້ອງການ​ດ້ວຍ​ຕົນ​ເອງ, ພ້ອມ​ທັງ​ເປັນ​ເປົ້າ​ໝາຍ​ອັນ​ດັບ​ໜຶ່ງ​ແຫ່ງ​ພາ­ລະ­ກິດ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ

ຫັນ​​ການ­ເຄື່ອນ­ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳເປັນ​ສັງ­ຄົມ​ ໄດ້​ເຂົ້າ­ໃຈ​ວ່າ ແມ່ນ​ການສ້າງ​ຄວາມ​ຮັບຜິດ­ຊອບ​ຂອງຊຸມ​ຊົນຊົນ​ຊັ້ນ​ຕ່າງໆ​ໃນ​ສັງ­ຄົມ, ທີ່​ສະ­ໝັກ​ໃຈ​ເຂົ້າ​ຮ່ວມ​ໃນ​ການ​ກໍ່­ສ້າງ ແລະປົວ­ແປງ​ສະ­ພາບ​ແວດ​ລ້ອມ​ດ້ານ​ເສດ­ຖະ­ກິດ, ສັງ­ຄົມ​ທີ່​ປອດ​ໄສ ແລະມີ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ​ກໍ່​ຄື​ການເຄື່ອນ­ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​. ດ້ວຍ​ເຫດ​ນັ້ນ, ພວກ​ເຮົາ​ອາດ​ສາ­ມາດ​ຈະ​ດຶງ​ດູດ​ໄດ້​ບັນ­ດາ​ແຫຼ່ງ​ພະ­ລັງ, ພາກ­ສ່ວນ​ເສດ­ຖະ­ກິດ​ຕ່າງໆ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ​ຢູ່​ພາຍ​ໃນ ແລະຕ່າງ­ປະ­ເທດ​ ​ໃຫ້ເຂົ້າ​ຮ່ວມ​ໃນ​ການ​ອະ­ນຸ­ລັກ​​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຢ່າງ​ໝັ້ນ­ຄົງ, ພ້ອມ​ທັງ​​ປະ​ດິດສ້າງ, ສະ­ໜອງແລະເຜີຍ­ແຜ່​​ໂດຍ​ກົງ ບັນດາ​ຜະ­ລິດ​ຕະ​ພັນ (ສິນ­ຄ້າ​ປະ­ເພດ​ພິ­ເສດ) ທີ່​ມີ​ຄຸນ​ນະ​ພາບ​ສູງ​ ​ເພື່ອ​ຕອບ​ສະ­ໜອງ​ຄວາມ​​ຕ້ອງ­ການ​ຊົມ­ໃຊ້​ວັດທະ­ນະ­ທຳ​ທີ່​ຫຼາກ​ຫຼາຍ​ຂອງ​ປະຊາ​ຊົນ.

ປະ­ຈຸ​ບັນ, ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ດຳ­ເນີນ​ພາ­ລະ­ກິດ​ປ່ຽນ­ແປງ​ໃໝ່, ເຊື່ອມ​ໂຍງ​ສາ­ກົນ ແລະ ພັດທະນາ​ຂອງ​ປະ­ເທດ, ບັນ­ຫາ​ເຄົາ­ລົບ​ນັບ­ຖື​ຄວາມຫຼາກ​ຫຼາຍທາງ​ດ້ານ​ວັດ­ທະ­ນະ­ທຳ, ຮັກ­ສາ​ເອ­ກະ­ລັກ​ວັດທະນະທຳ​ຂອງ​ຊາດ, ໃນ​ນັ້ນ ໜ້າທີິ່ສຳ­ຄັນ​ອັນ​ດັບ​ໜຶ່ງ​ແມ່ນ​ຮັກ­ສາ ແລະເສີມ​ຂະ­ຫຍາຍ​ຄຸນ­ຄ່າ​​ມໍລະ­ດົກ​ວັດທະນະ­ທຳ​ຂອງ​ປະ­ເທດ, ນັບ​ມື້​ນັບ​ກາຍ­ເປັນ​ບັນ­ຫາ​ທີ່​ຕ້ອງ­ການ​ຍິ່ງ, ຕ້ອງ​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ແກ້​ໄຂ​​ເປັນ​ພິເສດ. ຖ້າ​ຢາກ “ເຊື່ອມ​ໂຍງ​ໂດຍ​ບໍ່​ຖືກ​ລະ­ລາຍ”, ​​ແມ່ນ​ເອກະລັກ​ວັດ­ທະ­ນະ­ທຳຂອງ​ຊາດຕ້ອງ​ໄດ້​ຮັບການ​ຮັບ​ຮູ້​ ແລະ​ໄດ້​ຮັບ​ຄວາມເຄົາ­ລົບ ເພື່ອ​ໃຫ້​ພວກ​ເຮົາ​ອາດຈະ​ຮັບ​ເອົາ​ໂດຍ​ມີ​ການ​ເລືອກ­ເຟັ້ນ​ບັນດາສິ່ງ​ຍອດ​ຍິ່ງ​ທາງ​ວັດທະນະ­ທຳ​​ຂອງ​ມະ­ນຸດ​ ​ແຕ່​ກໍ່​ຍັງ​ຮັກ­ສາ​ໄດ້​ບັນ­ດາ​ຄຸນ­ຄ່າ​​ວັດ­ທະ­ນະ­ທຳ​​ມູນ­ເຊື້ອ​ຂອງ​ຫວຽດ­ນາມ, ທັງ​ສືບ­ຕໍ່​ມີ​ການ​ປະ­ດິດ​ສ້າງ​ຄຸນ­ຄ່າ​ວັດ­ທະ­ນະ­ທຳ​​ໃໝ່ ແລະ ​ເພີ່ມ​ເຕີມ​ເຂົ້າ​ໃນຄັງ​ສາງ​ມໍລະດົກ​ວັດ­ທະ­ນະ­ທຳ​ຂອງ​​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ເຮັດ​ໃຫ້​​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ກາຍ­ເປັນ​ແຫຼ່ງ​ພະ­ລັງ​ທີ່​ສຳ­ຄັນ​ສຳລັບການ​ພັດທະນາ​ເສດ­ຖະ­ກິດ-ສັງ­ຄົມ.

ເພືີ່ອ​ອະ­ນຸ​ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ, ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ, ຕ້ອງ​ແກ້​ໄຂ​ບັນດາ​ໜ້າ­ທີ່ແລະວິ­ທີ​ການ​ໃນ­ຕໍ່­ໜ້າ​ກໍ່​ຄື​ຍາວ​ນານ ຢ່າງ​ຄົບ​ຊຸດ, ທັນ​ເວ­ລາ, ມີ​ຄຸນ​ນະ​ພາບ ​ແລະປະ​ສິດ­ທິ​ຜົນ; ພິ­ເສດ ​ຕ້ອງ​ມີ​ການ​ປະ­ສານ​ສົມ­ທົບ​ຢ່າງ​ເປັນປະຈຳ, ແໜ້ນ​ແຟ້ນ ລະ­ຫວ່າງ​ບັນ­ດາ​ກະ­ຊວງ, ຂະແໜງ­ການ, ອຳນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ແລະ​ອົງຄະ​ນະມະ​ຫາ​ຊົນ ເພື່ອ​ລະ­ດົມ​ກຳ­ລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ສັງ­ຄົມ​ໃຫ້​ແກ່​ການ​ອະ­ນຸ­ລັກ​​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ, ເຮັດ​ໃຫ້​ພາ­ລະ­ກິດ​ນີ້​​ປະ­ກອບ­ສ່ວນ​​ແທດ​ຈິງເຂົ້າ​ໃນ​ການ​ກໍ່­ສ້າງແລະພັດ­ທະ­ນາ​ພື້ນ­ຖານ​ວັດ­ທະ­ນະ­ທຳຫວຽດ­ນາມ​ທີ່​ກ້າວ­ໜ້າ ​ແລະ​ເຕັມ​ໄປ​ດ້ວຍເອ­ກະ­ລັກ​ປະຈຳ​ຊາດ.

ນອກ­ຈາກ​ນັ້ນ, ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຍາມ​ໃດ​ກໍ່​​ຕິດ​ແໜ້ນ​ກັບ​ມະ­ນຸດແລະຊຸມ​ຊົນ​ພົນລະເມືອງ​ທ້ອງ​ຖິ່ນ​ ຊຶ່ງ​ເປັນບ່ອນ​ທີ່​ມັນ​ກຳ­ເນີດ​ເກີດ​ຂຶ້ນ​ມາ ແລະ ພວມ​ໄດ້​ຮັບ​ການ​ປະ­ຕິ­ບັດ, ຖ່າຍ​ທອດ. ເປົ້າ​ໝາຍ​ແຫ່ງ​ການ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຍາມ​ໃດ​ກໍ່​ຕ້ອງ​ຫັນ​ເຂົ້າ​ສູ່​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ດຳ­ເນີນ​ວັດ­ທະ­ນະ­ທຳ​ທີ່​ປອດ​ໄສ​ຂອງ​ປະຊາ​ຊົນ​ໃນ​ສັງ­ຄົມ. ເຖິງ​ວ່າ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແຕ່​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເຂົ້າ​ໃນ​ຂະ​ບວນ​ວິວັດ​​ການ​ອະ­ນຸ­ລັກ​ກໍ່​ຍັງ​ເປັນ​ເງື່ອນ­ໄຂ​ຕັດ­ສິນ​ຊີ້​ຂາດ ​ເພື່ອ​​ໃຫ້​ລໍ​ລະ​ດົກ​ວັດ­ທະ­ນະ­ທຳ​ຍັງ​ຄົງຕົວ​ຢູ່​ຈົນ​ເຖິງ​ປະ­ຈຸ​ບັນນີ້.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອລັດ​ຖະ​ດຳ­ລັດ​ເລກ​ທີ 69/2008/NĐ-CP, ​ລົງ​ວັນ​ທີ 30 ພຶດສະ­ພາ 2008, ຂອງ​ລັດ­ຖະ­ບານ “ວ່າ​ດ້ວຍ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ຫັນ​ເປັນສັງ­ຄົມ​ຕໍ່​ບັນ­ດາ​ການເຄື່ອນ​ໄຫວ​ໃນ​ຂົງເຂດການ​ສຶກ​ສາ, ການ​ຝຶກ​ອົບຮົມ​ວິຊາ­ຊີບ, ສາ­ທາ­ລະ­ນະ​ສຸກ, ວັດ­ທະ­ນະ­ທຳ, ​ກິ­ລາ, ສິ່ງ­ແວ­ດລ້ອມ” ​ມີ​ຜົນ​ບັງຄັບ​ໃຊ້, ວຽກ​ງານ​ຫັນ​ການ​ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​​ເປັນ​ສັງຄົມ ​ໄດ້​ຮັບ​ການ​ຍູ້​ແຮງ​ທັງ​ທາງ​ກວ້າງແລະລວງ​ເລິກ. ຄຽງ​ຄູ່​ກັນ​ນັ້ນ, ການ​ໂຄ­ສະ­ນາ ເຜີຍ­ແຜ່​ກົດ­ໝາຍ​ໄດ້​ຮັບ​ການ​ເພີ່ມ​ທະ­ວີ​ ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງ­ຄົມ​ ກ່ຽວ​ກັບ​ຄວາມ​ສຳ­ຄັນແລະຜົນ​ປະ­ໂຫຍດ​ຂອງ​ຂົງ­ເຂດ​ນີ້. ດ້ວຍ​ເຫດ​ນັ້ນ, ການເຄື່ອນໄຫວ​​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໂດຍ​ຜ່ານ​ຮູບ​ການ​ຫັນ​ເປັນ​ສັງ­ຄົມ ​ໄດ້​ຜັນ​ຂະຫຍາຍເປັນ​ຈຳ­ນວນ​ຫຼາຍ​​, ລະ­ດົມ​ໄດ້​​ການ​ສະ­ໜັບ­ສະ­ໜູນ​ຢ່າງ​ຕັ້ງ­ໜ້າ​ທັງດ້ານ​ບຸກ​ຄະ­ລາ​ກອນ ​ກໍ່​ຄື​ດ້ານ​ວັດ­ຖຸ ແລະ​ການ​ເງິນ​ຂອງ​ສັງ­ຄົມ.

​ຜົນ­ງານບາງ​ຢ່າງ​ທີ່​ບັນ­ລຸ​ໄດ້​ ໃນ​ວຽກ​ງານ​ຫັນ​ການ­ເຄື່ອນ­ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ເປັນ​ສັງ­ຄົມ

ໃນ​ການເຄື່ອນ​ໄຫວ​ພິ​ພິ​ທະ​ພັນ:

​ແຜນນະ­ໂຍ­ບາຍ​ຫັນການເຄື່ອນ​ໄຫວພິ​ພິ​ທະ​ພັນ​ເປັນ​ສັງຄົມ​ ໄດ້​ຮັບ​ການຜັນ​ຂະ­ຫຍາຍ​ຢ່າງ​ທົ່ວ​ເຖິງແລະມີ​ປະ​ສິດ​ທິ​ຜົນ. ບັນ­ດາ​ຫໍ​ພິ​ພິ​ທະ​ພັນ​ໃນ​ທົ່ວ​ຂະ­ແໜງ­ການ​ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປ່ຽນ­ແປງ​ໃໝ່​ດ້ານ​ເນື້ອ​ໃນ ແລະຮູບ​ການເຄື່ອນໄຫວ​ ແນ­ໃສ່​ຍົກ​ສູງ​ປະ​ສິດ­ທິ​ຜົນ ແລະເສີມ​ຂະ­ຫຍາຍ​ເປັນ​ຢ່າງ​ດີ​ ພາ­ລະ​ບົດ­ບາດແລະພາ­ລະ​ໜ້າ­ທີ່​ຂອງ​ຫໍ​ພິ​ພິ​ທະ​ພັນ​ໃນ​ຊີ­ວິດ​ສັງ­ຄົມ, ຮັບ​ໃຊ້​ຢ່າງ​ແທດຈິງ ທັນ​ການ​ໃຫ້​ແກ່​ການ​ປະຕິບັດ​ໜ້າ­ທີ່​ການ­ເມືອງ​ທີ່​ໄດ້​ຮັບມອບ​ໝາຍ.

ການ​ສະ­ແດງອອກ​ທີ່​ຈະ​ແຈ້ງ​ທີ່​ສຸດຄື ​ການ​ພັດ­ທະ­ນາ, ສ້າງ­ຕັ້ງ ແລະດຳ­ເນີນການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ຫໍ​ພິ​ພິ​ທະ​ພັນ​ນອກ​ພາກ​ລັດ, ກໍ່​ຄື​ການ​​ສົມ­ທົບ​ຈັດ​ຕັ້ງ​ກາ­ນວາງ­ສະ­ແດງ ເຄື່ອນ​ໄຫວ​ຂອງຫໍ​ພິ​ພິ​ທະ​ພັນ​ຂອງ​ລັດ ແລະ ບັນ­ດາ​​ພິ​ພິ​ທະ​ພັນ, ການ​ເກັບ​ກຳ​ຂອງ​ເອ­ກະ​ຊົນ. ປະ­ຈຸ​ບັນ ​ໃນ​ທົ່ວ​ປະ­ເທດ​​ມີ​ຫໍ​ພິ​ພິ​ທະ​ພັນ​ນອກ​ພາກ​ລັດ​ ທີ່ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ແຂວງ/ນະ­ຄອນຂຶ້ນ​ກັບ​ສູນ​ກາງ ​ມອບ​ໃບ​ອາ​ນຸ​ຍາດ​ການ­ເຄື່ອນ­ໄຫວ​ ເປັນ​ຈຳນວນ 36 ແຫ່ງ; ມີ​ສະ­ໂມ­ສອນແລະສະ­ມາ­ຄົມ​ຄົ້ນຄວ້າ​ເກັບ​ກຳ​ວັດ­ຖຸ­ບູ­ຮານ​ຫຼາຍ​ແຫ່ງ ​ທີ່​ໄດ້​ສ້າງ­ຕັ້ງ​ຢູ່ຮ່າ​ໂນ້ຍ, ບັກ​ນິງ, ນາມ​ດີ້ງ, ແທັງ​ຮວາ, ດາ​ໜັງ, ນະ­ຄອນ​ໂຮ່​ຈີ​ມີນ...

​ຂະ​ບວນ​ການ​ບໍ­ລິ­ຈາກ​ເອ­ກະ­ສານ, ວັດ­ຖຸ​ສິ່ງ​ຂອງ​ໃຫ້​​ຫໍ​ພິ​ພິ​ທະ​ພັນ​ ໄດ້​ເກີດ​ຂຶ້ນ​ຢ່າງ​​ຟົດ­ຟື້ນ, ນຳ​ເອົາ​ເອກະ­ສານ, ວັດ­ຖຸ​ສິ່ງ​ຂອງ​ທີ່​ມີ​ຄຸນ­ຄ່າເປັນ​ຈຳ­ນວນ​ຫຼວງຫຼາຍ​ ມາ​ມອບ​ໃຫ້​​ຫໍ​ພິ​ພິ​ທະ​ພັນ​, ພິ­ເສດ​ແມ່ນ​ບັນ­ດາ​ວັດ­ຖຸ​ທີ່​ລະ­ນຶກ​ກ່ຽວ​ກັບ​ການ​ປະ­ຕິ­ວັດ, ການ​ຕໍ່­ຕ້ານ. ບັນ­ດາອົງການຈັດຕັ້ງວັດທະນະທຳ​ໄດ້ສົມທົບກັບບັນ­ດາ​ອົງ​ການຈັດຕັ້ງ​ສັງ­ຄົມ, ​ໂຮງ­ຮຽນ ແລະ​ສື່​ມວນ​ຊົນ​ ເພື່ອເພີ່ມ​ທະ­ວີ​ການ​​ເຄື່ອນ​ໄຫວແລະໂຄ­ສະ­ນາ​ກ່ຽວ​ກັບພິ​ພິ​ທະ​ພັນ​​, ພ້ອມ​ທັງ​ຍູ້​ແຮງ​ການ­ຈັດ­ຕັ້ງ​ວາງ­ສະ­ແດງ​ເຄື່ອນ​ທີ່​ ແນ­ໃສ່​ສົ່ງ​ຜະ­ລິດ​ທະ​ພັນ​ຂອງ​ຫໍ​ພິ​ພິ​ທະ​ພັນ - ມໍ­ລະ­ດົກ​ວັດທະນະ­ທຳ - ເຖິງ​ປະ­ຊາ­ຊົນ​ທຸກ​ຄົນ​ໃນ​ທົ່ວ​ປະ­ເທດ.

ໃນ​ການ­ເຄື່ອນ­ໄຫວ​ອະ­ນຸ­ລັກ​ບູ­ຮານ​ສະ­ຖານ:

ຄຽງ​ຄູ່​ກັບໂຄງ­ການ​­ຕ້ານ​ການຊຸດໂຊມ ແລະ ປະຕິສັງຂອງ​ບູ­ຮານ​ສະ­ຖານ​ປະ­ຫວັດ­ສາດ​ວັດທະນະທຳ (ທີ່​ຂຶ້ນ​ກັບ​ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ວັດ­ທະ­ນະ­ທຳ​ໄລ­ຍະ 2011 - 2015) ນັ້ນ, ວຽກ​ງານ​ຫັນ​ການເຄື່ອນໄຫວ​ອະ­ນຸ­ລັກ​ບູ­ຮານ​ສະ­ຖານເປັນ​ສັງ­ຄົມ​​ ໄດ້​​ລະ­ດົມ​ແຫຼ່ງ​ພະ­ລັງ​ສັງ­ຄົມ​ເປັນ​ຈຳ­ນວນ​ຫຼາຍ​ ເທົ່າ​ກັບ​ແຫຼ່ງ­ທຶນ​ງົບປະມານ​ລັດສຳລັບ​ວຽກ​ງານປົກປັກ​ຮັກ­ສາ ແລະບູ­ລະ­ນະ​ບູ­ຮານ​ສະ­ຖານ. ບັນ­ດາ​ບູ­ຮານ​ສະ­ຖານ­ທີ່​ໄດ້​ຮັບການຈັດອັນ­ດັບ​ທັງໃນລະດັບປະເທດແລະລະດັບ​ແຂວງ​ ລ້ວນແຕ່ໄດ້​ເສີມ​ຂະ­ຫຍາຍ​ຄຸນ­ຄ່າ​ທີ່​ຕັ້ງ­ໜ້າ​ໃນ​ຫຼາຍ​ລະ­ດັບ​ທີ່​ຕ່າງ​ກັນ.

​ບູ­ຮານ​ສະ­ຖານ​ຫຼາຍ​ແຫ່ງ​ໄດ້​ກາຍ­ເປັນ​​ຜະ­ລິດ​ຕະ​ພັນ​ການ​ທ່ອງ​ຖ່ຽວ-ວັດ­ທະ­ນະ­ທຳ​​ພິ­ເສດ​ສະ­ເພາະ ຕິດກັບສາຍທາງ​ທ່ອງ​ທ່ຽວ​ທີ່​ປະທັບໃຈ ແລະ​ມີ​ຄຸນ​ປະ­ໂຫຍດ​ຊຸກ­ຍູ້​ການ​ພັດ­ທະ­ນາ​ຂອງ​ໜຶ່ງ​ໃນ​ບັນດາ​ຂະ­ແໜງ­ການ​ເສດ­ຖະ­ກິດ​ປາຍ​ແຫຼມ​ ຄື​ການ­ທ່ອງ­ທ່ຽວ, ເຮັດ​ໃຫ້​ມີການປ່ຽນແປງເທື່ອລະກ້າວໃນໂຄງ​ປະກອບ​ເສດຖະກິດ​ຂອງ​ຊຸມ​ຊົນທ້ອງຖິ່ນ​ທີ່​​ມີ​ບູ­ຮານ​ສະ­ຖານແລະມີງານ​ບຸນປະເທດນີ, ​ນຳ​ເອົາ​​ຜົນ​ປະ­ໂຫຍດ​​ວັດ­ຖຸ​ຕົວຈິງມາ​ໃຫ້​ປະຊາຊົນ. ບັນດາ​ບູ­ຮານ​ສະ­ຖານ​ພາຍ­ຫຼັງ​ທີ່ໄດ້​ຮັບຮອງວ່າເປັນມໍລະດົກທາງວັດທະນະທຳແລະທຳມະຊາດຂອງໂລກແລ້ວ ກໍ່ລ້ວນ​ແຕ່​ກາຍ­ເປັນ​​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ປະ​ທັບ​ໃຈ, ມີ​ແຮງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະຕ່າງ­ປະ­ເທດ​ເປັນ​ຈຳ­ນວນ​ຫຼາຍ.

ໃນ​ການ­ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ທີ່​ບໍ່​ມີ​ຕົວ​ຕົນ:

ບັນ­ດາ​ຊຸມ​ຊົນ, ທ້ອງ​ຖິ່ນມີ​​ມໍ­ລະ­ດົກວັດທະນະທຳທີ່​ໄດ້​ຮັບ​ການ​ຍອມຮັບແລ້ວນັ້ນ ​ໄດ້ແລະພວມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ຈັດ​ຕັ້ງ​​ການ­ເຄື່ອນ­ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ຂອງ​ທ້ອງ​ຖິ່ນ​ຕົນ​ເອງ. ມີສູນແລະສະ­ໂມ­ສອນ ຄ້ອງ, ຂັບ​ຈູ່, ຂັບ​ກວານ​ຮໍ້, ຂັບລຳ​ຊວານ, ດົນຕີຂັບລຳສະໝັກຫຼິ້ນ...ຢູ່ຫຼາຍແຫ່ງໄດ້​ຮັບ​ການ​ຟື້ນ​ຟູແລະເຄື່ອນ​ໄຫວ​ຄືນ­ໃໝ່, ແລະມີ​ສະ­ໂມ­ສອນ​​ໃໝ່ນັບເປັນຮ້ອຍແຫ່ງ, ທີ່­ເຄື່ອນ­ໄຫວ​​ຢ່າງເປັນເອກະລາດ ດ້ວຍຊັບພະຍາກອນແລະຄວາມ​ສາ­ມາດ​ຂອງ​ຜູ້ຮັບຜິດຊອບສະແດງທາງ​ວັດ­ທະ­ນະ­ທຳ ແລະ​ຜູ້​​ສະໜັບສະໜູນ ໂດຍ​ບໍ່​ອີງ​ໃສ່​​ການ​ຊ່ວຍ­ເຫຼືອ​ຈາກງົບປະມານຂອງ​ລັດ. ​ບາງ​ສະ­ໂມ­ສອນ​​ເຄື່ອນ​ໄຫວ​ດີມີຊື່ສຽງ, ​ໄດ້​ຮັບການເຊີນຈາກຕ່າງປະເທດໃຫ້​ເຂົ້າ​ຮ່ວມ​ງານ​ສະ­ແດງ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ທີ່​ບໍ່​ມີ​ຕົວ​ຕົນ​ສາ­ກົນ. ນີ້​ແມ່ນ​ໂອ­ກາດ​ທີ່​ດີ​ເພື່ອໃຫ້​ເຈົ້າ­ພາບ​ວັດ­ທະ­ນະ­ທຳ​ໄດ້ແລກປ່ຽນຮຽນຮູ້ນຳເພື່ອນຮ່ວມອາຊີບໃນໂລກ ແລະແນະ­ນຳ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຂອງ​ຕົນຕໍ່ໂລກ. ບັນ­ດາ​ງານ​ບຸນ​ປະ­ເພ­ນີ​ໂດຍ​ປະ­ຊາ­ຊົນ​ເປັນ​ຜູ້​ຈັດ​ຕັ້ງ​ ​ກໍ່​ໄດ້​ຮັບ​ການ​ຟື້ນ​ຟູ​​ເທື່ອ​ລະ​ກ້າວ ແລະມີ​ການ­ເຄື່ອນ­ໄຫວ​ນັບ​ມື້​ນັບ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ. ບາງ​ບ້ານ​ອາ­ຊີບ​ຫັດ­ຖະ­ກຳທີ່ເປັນມູນເຊື້ອ​ກໍ່ໄດ້​ຊອກ​ຫາ​ທິດ​ທາງການພັດທະນາ​ໃຫ້​ຕົນ​ເອງ...

ໃນ​ປະ­ຈຸ​ບັນ, ບັນ­ດາ​ພື້ນ­ຖານທີ່​ປະ­ຕິ­ບັດ​ການ​ຫັນ​ເປັນ​ສັງ­ຄົມ​ໃນ​ຂົງ­ເຂດ​ມໍ­ລະ­ດົກວັທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນນັ້ນ ​ລວມ​ມີ: ພື້ນ­ຖານ​ຄົ້ນ­ຄວ້າ, ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ ທີ່​ເຄື່ອນ​ໄຫວ​ພາຍ​ໃຕ້​ຮູບ​ການ​ສູນ​ຄົ້ນ­ຄວ້າ ແລະພື້ນຖານ​ສະ­ແດງ​ຂັບລຳພື້ນເມືອງ ​​ຈັດ​ຕັ້ງ​​ຕາມແບບ​ສະ­ໂມ­ສອນ, ຄະນະດົນຕີຂັບລຳ, ໜ່ວຍຫຼືຄອບ­ຄົວສິລະ​ປິນພື້ນ​ເມືອ​ງ​ ເຊິ່ງ​ຕອບ​ສະ­ໜອງ​ໄດ້​ຄວາມ​ຕ້ອງ­ການດ້ານພື້ນ­ຖານ​ວັດຖຸ, ຂະ­ໜາດ, ມາດ­ຕະ­ຖານ​ຕາມ​ທີ່ກຳນົດໄວ້ໃນຂໍ້​ຕົກ­ລົງ​ເລກ​ທີ 1466/QĐ-TTg, ລົງ​ວັນ​ທີ 10 ຕຸ­ລາ 2008, ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ ວ່າ​ດ້ວຍ “ລາຍ​ລະ­ອຽດກ່ຽວກັບ​ຮູບ​ການ, ຂະ­ໜາດ, ມາດ­ຕະ­ຖານ​ຂອງ​ບັນ­ດາ​ພື້ນ­ຖານ​ທີ່ປະ­ຕິ­ບັດ​ການ​ຫັນ​ເປັນ​ສັງ­ຄົມ​ໃນ​ຂົງ­ເຂດ​ການ​ສຶກ​ສາ-ຝຶກອົບຮົມ, ອາຊີວະສຶກສາ, ສາ­ທາ­ລະ­ນະ​ສຸກ, ວັດ­ທະ­ນະ­ທຳ, ​ກິ­ລາ, ສິ່ງ­ແວ­ດລ້ອມ”. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນດາ​ພື້ນ­ຖານ​ເຫຼົ່ານີ້ໄດ້​​ປະ­ກອນ​ສ່ວນ​ຫຼາຍພໍຄວນ​ ເຂົ້າ​ໃນ​ການເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ທີ່​ບໍ່​ມີ​ຕົວຕົນ, ພິ­ເສດ​ແມ່ນ​ກ່ຽວກັບ​ການຮັກສາປະ­ຕິ­ບັດ, ການສອນ ແລະສະ­ແດງໃຫ້ເຫັນໃນ​ຊຸມ​ຊົນ.

​ຂໍ້​ຈຳ­ກັດ, ສິ່ງ​ຄົງ​ຂ້າງຈຳນວນໜຶ່ງ​ທີ່​ຕ້ອງ​ແກ້​ໄຂ

ຄຽງ​ຄູ່​ກັບ​ບັນ­ດາ​ຜົນ­ງານ​ທີ່​ດີ­ເດັ່ນ, ວຽດ​ງານ​ຫັນ​ເປັນ​ສັງ­ຄົມ​ກ່ຽວກັບການ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃນ​ເວ­ລາ​ທີ່​ຜ່ານ​ມາ​ກໍ່​ຍັງມີ​ຂໍ້​ຈຳ­ກັດ, ສິ່ງ​ຄົງ​ຄ້າງ​ຈຳ­ນວນ​ໜຶ່ງ. ຄວາມ​ຮັບ​ຮູ້​ຂອງ​ຂະ­ແໜງ­ການ, ຂັ້ນ​ຕ່າງໆ ແລະ ຂອງ​​ສັງ­ຄົມ​ກ່ຽວ​ກັບ​ພາ­ລະ​ບົດ​ລາດ, ຄວາມ​ໝາຍ​ຂອງ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ ໄດ້​ຍົກ​ສູງຂຶ້ນ ແຕ່​ຍັງ​ບໍ່​ທັນ​ເລິກ­ເຊິ່ງ ແລະຮອບ­ດ້ານ, ຍັງ​ບໍ່​ໄດ້​ຫັນ​ເປັນ​ລະ­ອຽດ​ດ້ວຍ​ບັນ­ດາ​ມາດ​ຕະ­ການ, ແຜນ­ການ ແລະ ໂຄງ­ການແທດຈິງ. ແຫຼ່ງ​ພະ­ລັງ​ຂອງ​ສັງ­ຄົມ​ໃຫ້​ແກ່​ການເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​​ຍັງມີຢູ່ຢ່າງ​ຫຼວງ­ຫຼາຍ ແຕ່​​ບໍ່​ໄດ້​ເຕົ້າໂຮມລວມສູນ ແລະກຳ­ນົດ​ທິດ​ນຳໃຊ້ເຂົ້າ​ໃນ​ວຽກ​ງານ​ທີ່​ສຳຄັນຮີບ​ດ່ວນ​. ໃນການ​ເຄື່ອນ​ໄຫວ​ອະ­ນຸ­ລັກ​ບູ­ຮານ​ສະ­ຖານນັ້ນ, ການ​ຮຽກ­ຮ້ອງເອົາການປະກອບສ່ວນ​​ກໍ່­ສ້າງ​ໃໝ່​ຢູ່​​ບູ­ຮານ​ສະ­ຖານ​ ແມ່ນການເຄື່ອນໄຫວ­ຕົ້ນຕໍ, ສ່ວນການ​ປະ­ກອນ​ສ່ວນເພື່ອ​ຮັກ­ສາ, ​ຕ້ານ​ການຊຸດໂຊມ, ປະຕິສັງຂອນ​ບູ­ຮານ​ສະ­ຖານ ແມ່ນຍັງ​ໜ້ອຍ; ການ​ຄຸ້ມ​ຄອງ​ແຫຼ່ງ​ທຶນ​ຫັນ​ເປັນ​ສັງ­ຄົມ​ບໍ່​ມີ​ຄວາມ​ແໜ້ນ​ແຟ້ນ ດັ່ງ­ນັ້ນ ​ບາງເທື່ອ​ການ​ປົວແປງ​ບູ­ລະ­ນະໄດ້​ເຮັດ​ບໍ່​ຖືກ­ຕ້ອງກັບ​ອົງ​ປະ­ກອບເດີມ​ຂອງ​ມໍ­ລະ­ດົກ; ຢູ່​ຫຼາຍ​ບູ­ຮານ​ສະ­ຖານ, ການ​ຄຸ້ມ​ຄອງແລະນຳ​ໃຊ້​ແຫຼ່ງ​​ລາຍ​ໄດ້​ກໍ່​ຍັງ​ມີ​ສິ່ງ​ຄົງ​ຄ້າງ​ຫຼາຍ​ຢ່າງ, ບໍ່​ໄດ້​ລົງ­ທຶນ​ຄືນ­ໃໝ່​ເພືີ່ອ​ປັບ­ປຸງ​ບູ­ລະ­ນະ​ບູ­ຮານ​ສະ­ຖານ​ ແຕ່​ຖືກນຳ​ໃຊ້​ເຂົ້າ​ໃນ​ຈຸດປະສົງ​ອື່ນ. ໃນການເຄື່ອນໄຫວອະນຸລັກມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ, ການຫັນເປັນສັງຄົມບາງທີ່ ບາງບ່ອນ​ບໍ່​ປະ­ຕິ­ບັດ​ຕາມ​ການ​ແນະນຳ ແລະຄຸ້ມ​ຄອງຂອງ​ລັດ ພາ­ໃຫ້​ມີປະ­ກົດ​ການ​ສວຍ​ໃຊ້​ມໍ­ລະ­ດົກ​ວັດທະນະ­ທຳ​ເພື່ອ​ປະ­ຕິ­ບັດ​ອາ­ຊີບ​ເຊື່ອ​ລາງ​ຖື​ຜີ, ຫັນ​ເປັນ​ການ​ຄ້າ​ຕໍ່ມໍ­ລະ­ດົກ​ວັດ­ທະ­ນະ­ທຳ ແລະ ເຮັດ​ໃຫ້​​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ປ່ຽນແປງ, ປ່ຽນຮູບໄປຕາມ​ທິດ​ຫຍໍ້­ທໍ້. ການ­ເຄື່ອນ­ໄຫວພິ​ພິ​ທະ​ພັນ​ຍັງ​ບໍ່​​ດຶງ​ດູດ​ໄດ້​ການ​ຮ່ວມ​ມືຊ່ວຍ­ເຫຼືອ​ ສະໜັບສະໜູນຈາກ​ບັນດາອົງ­ການ​ເສດຖະ­ກິດ​, ເປັນ­ຕົ້ນ​ແມ່ນ​ບັນ­ດາ​ວິ​ສາ​ຫະ​ກິດ; ຄ້າຍຄືວ່າ​ ຍັງ​ບໍ່​ມີ​ວິ​ສາ​ຫະ​ກິດ​ໃດທີ່​ຜ່ານ​ການ​ຊ່ວຍເຫຼືອ​ໃຫ້​ແກ່​ການ­ເຄື່ອນ­ໄຫວ​ພິ​ພິ​ທະ​ພັນ​ ເພື່ອ​ແນະ​ນຳ ໂຄ­ສະ­ນາ​ຮູບ​ພາບ​ຂອງ​ຕົນ​ເອງ, ສ່ວນ​​ຫໍ​ພິ​ພິ​ທະ​ພັນກໍ່ຈະມີ​ແຫຼ່ງ​ການ​ເງິນ​ຕື່ມ​ເພື່ອ​ຈັດ​ຕັ້ງ​ການ­ເຄື່ອນ­ໄຫວ. ບາງ​ອົງ­ການ​ເຈົ້າ​ຄຸ້ມ​ຄອງ​ຂອງ​ຫໍ​ພິ​ພິ​ທະ​ພັນ​​ຍັງບໍ່​ເອົາໃຈໃສ່ຢ່າງ​ເໝາະ​ສົມ, ຍັງບໍ່​ໃຫ້​ອາ​ນຸ​ຍາດ ​ຫຼື​ບໍ່​ມີ​ການ​ສົ່ງ­ເສີມ, ອຳ­ນວຍ​ຄວາມ​ສະ­ດວກ ​ໃຫ້​​ຫໍ​ພິ​ພິ​ທະ​ພັນ​ເປີດ​ກວ້າງ​ການ­ເຄື່ອນ­ໄຫວ​​ບໍ­ລິ­ການ​ດ້ານວັດ­ທະ­ນະ­ທຳ​ ແນ­ໃສ່​​ເພີ່ມ​ແຫຼ່ງ​​ລາຍ​ຮັບ​ເພື່ອ​ລົງ­ທຶນ​ຄືນ­ໃໝ່​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ສະ­ເພາະ. ປະຈຸ​ບັນ ຍັງ​ຂາດ​ຂອບ​ກົດ­ໝາຍ ​ນະ­ໂຍ­ບາຍຂອງ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ​ເປັນ​ຕົ້ນ​ແມ່ນ​ນະ​ໂຍບາຍ​ພາສີ (ຫຼຸດ​ພາສີ ຫຼືຍົກເວັ້ນພາສີ​ການ­ເຄື່ອນ­ໄຫວ) ແລະນະ­ໂຍ­ບາຍ​ເກື້ອ​ກຸນຍ້ອງ­ຍໍ​ຊົມ­ເຊີຍ ສຳລັບ​ບັນ­ດາ​ອົງ​ການຈັດຕັ້ງ, ບຸກ­ຄົນ​ທີ່​ໄດ້​ມີ​ການ​ປະ­ກອບ­ສ່ວນ​ອັນ​ໃຫຍ່​ຫຼວງ​ ໃນ​ການ​ອະນຸລັກ ແລະເສີມ​ຂະ­ຫຍາຍ​ມໍ­ລະ­ດົກ​ວັດທະ­ນະ­ທຳ. ດ້ານ​ອື່ນ, ຖັນ​ແຖວ​ພະ­ນັກ­ງານ​ວິ­ຊາ​ສະ­ເພາະ​ຢູ່​ພື້ນຖານຕ່າງໆ ​ໄດ້​ຮັບ​ການ​​ເພີ່ມ​ເຕີມ​ທາງ​ດ້ານ​ຈຳນວນ ແລະເພີ່ມ​ທະ­ວີ​ທາງ​ຄຸນ​ນະ​ພາບ​ ແຕ່​ກໍ່​ຍັງ​ບໍ່​ພຽງ­ພໍ, ພິເສດ​ຢູ່​ບັນ­ດາ​ທ້ອງ​ຖິ່ນ, ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກ­ຫຼີກ.

ເພື່ອ​ເພີ່ມ​ທະ­ວີ​ປະ​ສິດ­ທິ​ຜົນ ​ຂອງການ​ຫັນ​​ການເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳເປັນ​ສັງ­ຄົມ

ທີ​ໜຶ່ງ, ເພີ່ມ​ທະ­ວີ​ການ​ໂຄ­ສະ­ນາ, ເຜີຍ­ແຜ່​ກົດ­ໝາຍ​ກ່ຽວ​ກັບ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ ໃນ​ປະ­ຊາ­ຊົນ​ທຸກ​​ຊັ້ນວັນນະ. ບັນ­ດາ​ເອ­ກະ­ສານ​ກົດ­ໝາຍ​ນິ­ຕິ​ກຳ​ທີ່​ປະ­ກາດ​ໃຊ້​ໃໝ່​ ຕ້ອງ​ໄດ້​ຮັບ​ການ​ເຜີຍ­ແຜ່​ໃນ​ບັນ­ດາ​ພາ­ຫະ­ນະ​ສື່​ມວນ​ຊົນ​ພາຍ​ໃນ ແລະຕ່າງ­ປະ­ເທດ​ ຢ່າງ​ທັນ​ເວ­ລາ ເພື່ອ​​ເຜີຍແຜ່­​ຂໍ້​ກຳ­ນົດ​ຂອງ​ກົດ­ໝາຍ​ກ່ຽວ​ກັບ​ມໍ­ລະ­ດົກ​ວັດທະນະທຳ​​ເຖິງ​ປະ­ຊາ­ຊົນສ່ວນ​ຫຼາຍ, ດ້ວຍ​ຈຸດປະສົງ​ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ­ໜ້າ​ຂອງ​ທົ່ວ​ສັງຄົມ, ພ້ອມ​ທັງ​ຍາດ​ແຍ່ງ​​ເອົາ​ການ​ສະ­ໜັບ­ສະ­ໜູນ​ທີ່​ມີ​ປະ​ສິດ­ທິ​ຜົນ​ຂອງ​ຫາງ​ສຽງ​ສັງ­ຄົມ ​ຕໍ່​ພາ­ລະ­ກິດ​ອະ­ນຸ­ລັກ​ມໍລະ­ດົກ​ວັດ­ທະ­ນະ­ທຳ​ຂອງ​ຊາດ. ຈັດ​ຕັ້ງ​ການ​ແນະນຳ​ໃຫ້​ທ້ອງ​ຖິ່ນ, ກົມ​ກອງ​ຕ່າງໆ ທີ່​ໄດ້​ຈັດ​ຕັ້ງ​​ການ​ແຂ່ງ­ຂັນ​ຊອກ​ຮູ້​ກ່ຽວ​ກັບ​ກົດ­ໝາຍ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ ແລະ ກົດ­ໝາຍ​ປັບ­ປຸງ​, ​ເພີ່ມ​ເຕີມບາງ​ມາດ­ຕາ​ຂອງ​ກົດໝາຍ​ມໍລະດົກ​ວັດທະນະທຳ; ບາງ​ການ​ແຂ່ງ­ຂັນ​ຊອກ​ຮູ້​ກົດ­ໝາຍ​​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ ​ຄວນ​ໄດ້​ອອກ​ອາກາດທາງ​ໂທລະ­ພາບ, ວິ­ທະ­ຍຸ​ກະ­ຈາຍ­ສຽງ​ ​ເພື່ອແນ­ໃສ່​ໂຄ­ສະ­ນາ​ຢ່າງ​ເລິກ­ເຊິ່ງ​ກວ້າງ­ຂວາງ​ກ່ຽວ​ກັບເນື້ອ​ໃນ​ຂອງ​ກົດ­ໝາຍ; ເພີ່ມ​ທະ­ວີ​ການ​ພິມ​ຈຳ­ຫນ່າຍ​ບັນ­ດາ​ສິ່ງ​ພິມ​ກ່ຽວ​ກັບ​ກົດ­ໝາຍ ແລະເອ­ກະ­ສານ​ແນະນຳ​ການ​ປະຕິບັດ ​ເພື່ອ​ສົ່ງ​ມາ​ໃຫ້​​ທ້ອງ​ຖິ່ນຕ່າງ,... ຕ້ອງ​ໃຫ້​ຄວາ​ມສຳ­ຄັນ​​ແກ່ວຽກ​ງານ​ກວດ­ກາ, ຕິດ­ຕາມ​ການ​ປະ­ຕິ­ບັດ​ກົດໝາຍ​ວ່າ​ດ້ວຍ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຢູ່​​ທ້ອງ​ຖີ່ນ; ຊີ້​ນຳ​ໃຫ້​ບັນ­ດາ​ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ​ໃນ​ການ​ຕໍ່­ຕ້ານ ສະ­ກັດ​ກັ້ນ​ການ​ລະ­ເມີດ​ກົດ­ໝາຍ​ກ່ຽວ​ກັບ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ.

ທີ​ສອງ, ​ລະ­ດົມ​ແຫຼ່ງພະລັງ, ຄຸ້ມ​ຄອງນຳ​ໃຊ້​​ແຫຼ່ງ​ພະ­ລັງ​ຕ່າງໆຢ່າງ​ມີ​ປະ­ສິດທິຜົນ​ ເພື່ອ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ.

ຕໍ່­ໜ້າ​ສະ­ພາບ​ຕົວ​ຈິງທີ່ ​ບູຮານ​ສະຖານ​ຫຼາຍ​ແຫ່ງ​ກຳລັງ​ເສື່ອ​ມ​ໂຊມ​ລົງ, ມໍລະດົກ​ວັດ­ທະ­ນະ­ທຳ​ທີ່​ບໍ່​ມີ​ຕົວຕົນອາດ​ຈະ​ຖືກ​ສູນ​ເສຍ​ໄປ, ການ­ເຄື່ອນ­ໄຫວ​ຂອງ​ຫໍ​ພິ​ພິ​ທະ​ພັນ​​ມີ​ປະ​ສິດ­ທິ​ຜົນ​ຕ່ຳ, ໃນ​ຂະ­ນະ​ນັ້ນ, ຄວາມ​ສາມາດ​ທາງ​ດ້ານແຫຼ່ງ​ທຶນ​ຂອງ​ລັດທີ່​ລົງ­ທຶນ​ໃຫ້​ແກ່​ການ­ເຄື່ອນ­ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຍັງ​ຖືກຈຳ­ກັດ, ດັ່ງນັ້ນ ​ການ​ເພີ່ມ​ທະ­ວີ​ການ​ລະ­ດົມ​ບັນ­ດາ​ແຫຼ່ງ​ພະ­ລັງ​ລົງ­ທຶນ​ໃຫ້​ແກ່​ພາລະ­ກິດ​ນີ້ ​ມີ​ຄວາມ​ໝາຍ​​ເປັນການ​ແກ້​ໄຂ​ເພື່ອ​ເປີດ​ທາງ, ເພື່ອ​ຈາກ​ນັ້ນ, ອາດ​ຈະ​ຜັນ​ຂະ­ຫຍາຍ​ບັນ­ດາ​ໂຄງ­ການ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ.

ການຫັນການເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ເປັນ​ສັງ­ຄົມ​ ບໍ່ພຽງ​ແຕ່ແນໃສ່​ລະ­ດົມ​​ເງິນບໍລິຈາກ​ຈາກ​ປະ­ຊາ­ຊົນ​​ເທົ່າ​ນັ້ນ ຫາກ​ຕົ້ນ​ຕໍ່​ແມ່ນ​ແນໃສ່​​ລະ­ດົມ​ບັນດາ​ອົງ​ການ­ຈັດ­ຕັ້ງ ​ແລະ​ບຸກ­ຄົນ​ໃນ​ສັງ­ຄົມ​​ໃຫ້​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ໂດຍ​ກົງ ທັງ​ຊົມ­ໃຊ້​ຜົນ­ງານ​ຂອງ​ການ­ເຄື່ອນ­ໄຫວ​ນັ້ນ​​ໂດຍ​ກົງ. ດ້ວຍ​ຄວາມ​ຮັບ​ຮູ້​ດັ່ງກ່າວ, ການຫັນການ​​ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳເປັນ​ສັງ­ຄົມ​ ກ່ອນ​ອື່ນ​ໝົດ​ຕ້ອງ​ຫັນ​ສູ່​ເປົ້າ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ຄື ປະຊາ­ຊົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ.

ລັດ​ຕ້ອງ​ມີ​​ກົນ​ໄກ, ນະ­ໂຍ­ບາຍ​ທີ່​ເໝາະ​ສົມ​ ເພື່ອ​ເພີ່ມ​ທະ­ວີ​ແຫຼ່ງ​ລາຍ​ຮັບ​ເພື່ອ​ລົງ­ທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ອະ­ນຸ​ລັດ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ, ຄື ຄຸ້ມ​ຄອງ​ແຫຼ່ງ​ລາຍ​ຮັບ​ຢູ່​ບູ­ຮານ​ສະ­ຖານ​ໃຫ້​ດີ, ສ້າງ​ເງື່ອນ­ໄຂ​ເພື່ອ​ເປີດການ­ເຄື່ອນ­ໄຫວ​ບໍ­ລິ­ການຢູ່​ທີ່​ຫໍ​ພິ​ພິ​ທະ​ພັນ ບູ­ຮານ​ສະ­ຖານ, ມີ​ນະ­ໂຍ­ບາຍ​ບຸ​ລິ​ມະ​ສິດ​ໃຫ້​​ວິ​ສາ​ຫະ​ກິດ​ທີ່ມີ​ຄວາມ​ພະຍາຍາມໃນ​ການ​ປະ­ກອບ­ສ່ວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ. ພິ­ເສດ, ຕ້ອງ​ປະ­ຕິ­ບັດ​ເປັນ​ຢ່າງ​ດີ​ການ​ໃຫ້​ກຳ­ລັງ​ໃຈ, ຍ້ອງ­ຍໍ, ຍ້ອງ­ຍໍ​ຊົມ­ເຊີຍຢ່າງທັນການ​ຕໍ່​ທຸກ​ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ​ທີ່​ໄດ້​ມີ​ຄວາມ​ຮັບ​ຜິດ​ສູງ​ໃນ​ການ​ປະ­ກອບ​ສະຕິ​ບັນ​ຍາ ​ແລະ​ເງິນທຶນ​ໃຫ້​ແກ່​ພາ­ລະ­ກິດ​ນີ້​.

ທີ​ສາມ, ກໍ່­ສ້າງ​ບັນ­ດາ​ໂຄງ­ການ​ສຶກ​ສາ​ກ່ຽວ​ກັບ​ການ​ຫັນ​ເປັນ​ສັງ­ຄົມ​ຕໍ່ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດທະນະ­ທຳ.

ກ່ຽວ​ກັບ​ເນື້ອ​ໃນ​ການສຶກ​ສາ, ສຸມ​ໃສ່​​ການ​ສຶກ​ສາ​ດ້ານ​ກົດ­ໝາຍ​ວ່າ​ດ້ວຍ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ. ອີງ​ຕາມ​ເປົ້າ​ໝາຍ​​ເພື່ອ​ເລືອກ​ເອົາ​ເນື້ອ​ໃນ​ທີ່​ເໝາະ​ສົມ. ການ​ສຶກ​ສາ​ດ້ານ​ກົດ­ໝາຍ​ວ່າ​ດ້ວຍ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຕ້ອງ​ດຳເນີນ​ຢ່າງເປັນປະຈຳ, ດ້ວຍ​ຫຼາຍ​ຮູບ​ການ​ທີ່​ເໝາະ​ສົມ. ກະ­ຊວງ​ວັດ­ທະ­ນະ­ທຳ, ກິ­ລາ ແລະ ການທ່ອງທ່ຽວ ແລະ ກະ­ຊວງ​ການສຶກ​ສາ​ ແລະຝຶກ​ອົບຮົມ ​ໄດ້​ມີຂໍ້​ແນະ­ນຳ​ເລກ​ທີ 73/HD-BGDĐT-BVHTTDL, ​ລົງ​ວັນ​ທີ 16 ມັງ­ກອນ 2013, ກ່ຽວ​ກັບ​ການ​ນຳ​ໃຊ້​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃນ​ການ​ສອນ​ທີ່​ໂຮງ­ຮຽນສາມັນ​ສຶກສາ, ສູນ​ສຶກ​ສາ​ປົກ­ກະ­ຕິ, ແນ­ໃສ່​ສ້າງ­ຕັ້ງ ແລະຍົກ​ສູງ​ສະ­ຕິ​ເຄົາ­ລົບ​ນັບ­ຖື, ຮັກ­ສາ, ເສີມ​ຂະຫຍາຍ​ຄຸນ­ຄ່າ​ຕ່າງໆ​ຂອງ​ມໍ­ລະ­ດົກ; ຫຼໍ່​ຫຼອມ​ລັກ­ສະ­ນະ​ເປັນ​ເຈົ້າ​ການ, ຄວາມ​ຕັ້ງ­ໜ້າ, ປະ­ດິດ​ສ້າງ​ໃນ​ການ​ປ່ຽນແປງ​ໃໝ່​ວິ­ທີ​ການ​ຮ່ຳ­ຮຽນ ແລະ ຫຼໍ່​ຫຼອມ; ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸມ​ນະ​ພາບ ແລະປະ​ສິດ­ທິ​ຜົນ​ການ​ສຶກ​ສາ, ຄົ້ນ​ເຜີຍ, ບຳ​ລຸງ​ສ້າງ​ພອນ​ສະ­ຫວັນ ​ແລະຄວາມ​ເກັ່ງ​ກ້າ​ສາ­ມາດ​ຂອງ​ນັກ­ຮຽນ.

ບັນ­ຫາ​ໜຶ່ງ​ທີ່​ຕ້ອງ​ເອົາ­ໃຈ­ໃສ່​ແມ່ນ​ ບັນ­ດາ​ໂຄງ­ການ​ສຶກ​ສາ​ກ່ຽວ​ກັບ​ການ​ຫັນ​ເປັນ​ສັງ­ຄົມ​ຕ້ອງ​ໄດ້​ຄົ້ນ­ຄວ້າ​ກໍ່ສ້າງ​ດ້ວຍ​ເນື້ອ​ໃນ​ທີ່​ຫຼາກ​ຫຼາຍ, ມີ​ລວງ​ເລິກ, ຮູບ​ການ​ທີ່​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ຕ່າງໆ​ ເພື່ອ​ເຜີຍ­ແຜ່​ຈົນ​ເຖິງ​ປະຊາ­ຊົນ​ຢູ່​ທຸກ​ພື້ນ​ທີ່​ໃນ​ທົ່ວ​ປະ­ເທດ, ເປັນ­ຕົ້ນ​ແມ່ນ​ບັນ­ດາ​ບັນ­ຫາ​ທີ່ໄດ້ແລະພວມ​ດຶງດູດ​​ຄວາມ​ເອົາ­ໃຈ­ໃສ່​ຂອງ​ຫາງ​ສຽງ​ສັງ­ຄົມ, ຄື​ການ​ປັບ­ປຸງ​ບູ­ລະ­ນະ​ບູ­ຮານ​ສະ­ຖານ, ຕ້ານ​ການ​ລະ­ເມີດ​ບູ­ຮານ​ສະ­ຖານ, ອະ­ນຸ­ລັກ​ມໍ­ລະ­ດົກ​ວັດທະນະ­ທຳ​ທີ່​ບໍ່​ມີ​ຕົວ​ຕົນ, ສ້າງ​ຄວາມ​ຫຼາກ​ຫຼາຍ​ໃນ​ການ­ເຄື່ອນ­ໄຫວ​ແນະນຳ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ພາຍ​ໃນ​ແລະ ນອກ​ຫໍ​ພິ​ພິ​ທະ​ພັນ... ດ້ານ​ອື່ນ, ຕ້ອງຕັ້ງ­ໜ້າ​ໃນ​ການ​ເຜີຍ­ແຜ່​ບັນ­ດາ​ຮູບ​ການຫັນການ­ເຄື່ອນ­ໄຫວ​​ເປັນ​ສັງຄົມທີ່​ດີ ເພື່ອ​​ເປັນ​ພື້ນ­ຖານ​​ໃຫ້​ແກ່ໃນ​ການ​ຮ່ຳ­ຮຽນ ​ແລະແຜ່​ຂະ­ຫຍາຍອອກ. ຍ້ອງ­ຍໍ​ຊົມ­ເຊີຍ ແລະມີ​ຮູບ​ການ​ຍ້ອງ­ຍໍ​ຊົມເຊີຍທີ່​ເໝາະ​ສົມ ​ໃຫ່​ແກ່​ອົງ­ການ, ບຸກ­ຄົນ​ທີ່​ດີ​ເດັ່ນ​ ເປັນ​ແບບ­ຢ່າງ​ໃນ​ການ­ເຄື່ອນ­ໄຫວ​ຫັນ​ເປັນ​ສັງ­ຄົມ, ແນ­ໃສ່​ໃຫ້​ກຳລັງ​ໃຈ​ຢ່າງ​ແທ້​ຈິງ ແລະສ້າງ​ຂະ​ບວນ​ການ​ຢ່າງ​ທົ່ວ​ເຖິງ.

ທີ​ສີ່, ກໍ່­ສ້າງ​ກົນ​ໄກ​ສົ່ງ­ເສີມ​ການ​ຫັນການ​​ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳເປັນ​ສັງ­ຄົມ.

ລັດ​​ສົ່ງ­ເສີມ/ລະ­ດົມທຸກ​ບຸກ­ຄົນ ​ແລະອົງ​ການ­ຈັດ­ຕັ້ງ ​ວິ​ສາ​ຫະ​ກິດ​ທີ່​ມີ​ການ​ປະ­ກອບ­​ເງິນ​ທຶນ​ເພື່ອ​ບູ­ລະ­ນະ​ບູຮານ​ສະ­ຖານ, ບໍ­ລິ­ຈາກ​ວັດ­ຖຸ​ສິ່ງ​ຂອງ​ໃຫ້​ຫໍ​ພິ​ພິ​ທະ​ພັນ​ຂອງ​ລັດ, ຈັດ​ຕັ້ງ​​ການ­ເຄື່ອນ­ໄຫວ​ຖ່າຍ​ທອດ​ດ້ານ​ມໍ­ລະ­ດົກ​ວັດທະນະທຳທີ່​ບໍ່​ມີ​ຕົວຕົນ... ດັ່ງ​ນັ້ນ, ຕ້ອງ​ປັບ­ປຸງ​ບັນ­ດາ​ຂໍ້​ກຳ­ນົດທີ່​ລະ­ອຽດ​ກ່ຽວ​ກັບ​ການ​ລົງ­ທຶນ, ສະໜັບສະໜູນ, ຫຼຸດຜ່ອນຫຼືຍົກ​ເວັ້ນພາ­ສີ​ອາ­ກອນ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທີ່ໄດ້​ປະ­ຕິ­ບັດ​ຈາກ​ແຫຼ່ງ​ທຶນ​ນອກ​ງົບ­ປະ­ມານຂອງ​ລັດ​ ຕາມ​ກຳ­ນົດ​ຂອງ​ກົດ­ໝາຍ​ກ່ຽວ​ກັບ​ພາ­ສີ​ອາ­ກອນ. ການ​ສົ່ງ­ເສີມ, ເປີດ​ກວ້າງ​ການ​ກໍ່­ສ້າງ​ຫໍ​ພິ​ພິ​ທະ​ພັນ ຫຼືການ​ຄົ້ນ​ຫາ​ເກັບ​ກຳ​ຂອງ​ເອກະ​ຊົນ, ເຄື່ອນ​ໄຫວ​ໃນ​ຂອບ​​ເຂດ​ຂອງ​ກົດ­ໝາຍ, ເໝາະ​ສົມ​ກັບ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ, ຮີດຄອງ​ປະ­ເພ­ນີ​ຂອງ​ບັນດາຊົນເຜົ່າ ເຊິ່ງ​ໄດ້​​ເປີດ​ທິດ​ທາງ​ການ​ເຂົ້າ​ເຖິງ​ໃໝ່​ໃຫ້​ແກ່​ພາ­ລະ­ກິດ​ອະ­ນຸ­ລັກ​ມໍລະດົກວັດທະ­ນະ­ທຳ, ທີ່ມີ​ຄວາມ​ສາມາດ​ເຕົ້າ­ໂຮມ​ລວມສູນແຫຼ່ງ​ພະ­ລັງ​ຕ່າງໆ​ໃນ​ປະ­ຊາ­ຊົນ​ ​ໂດຍ​ມີ​ຈຸດປະສົງ​ຫັນ​ເປັນຫຼາກ​ຫຼາຍ​ບັນ­ດາ​ຮູບ​ການ­ເຄື່ອນ­ໄຫວ, ເສີມ​ຂະ­ຫຍາຍ​ກຳ­ລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ສັງ­ຄົມ, ເພື່ອ​ບັນ­ລຸ​​ປະ​ສິດ­ທິ​ຜົນ​ສູງສຸດ. ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ຫັນ​ເປັນ​ສັງ­ຄົມ, ລັດ​ຕ້ອງ​ຮັກ­ສາ​ພາ­ລະ​ບົດ­ບາດ​ຕົ້ນ​ຕໍ່​ ໃນ​ການ​ກຳ­ນົດ​ທິດ​ໃຫ້​​ການເຄື່ອນ​ໄຫວ​ວັດ­ທະ­ນະ­ທຳ​ມີ​ການພັດ­ທະ­ນາຍິ່ງ​ຂຶ້ນ (ກຳ­ນົດ​ທິດ​ແຕ່​ບໍ່​​ເຮັດຕາງ, ເປັນ­ຕົ້ນ​ແມ່ນ​ບໍ່ "ມອບ​ເໝົາ​ທັງ​ໝົດ" ໃຫ້​ຊຸມ​ຊົນ), ພ້ອມ​ທັງ​ເພີ່ມ​ທະ­ວີ​ການ​ລົງ­ທຶນ ແລະສະໜອງ​ທຶນສຳລັບ​ກິດຈະກຳ​ວັດ­ທະ­ນະ­ທຳ​ ເພື່ອປະຕິ­ບັດຢ່າງ​ມີ​ປະ​ສິດ­ທິ​ຜົນ ​ນະໂຍບາຍ​ກ່ຽວ​ກັບ​ການ​ຫັນ​ການ​ເຄື່ອນ​ໄຫວ​ວັດ­ທະ­ນະ­ທຳ​ເປັນ​ສັງ­ຄົມເວົ້າ​ລວມ ແລະເວົ້າ​ສະ­ເພາະ​ແມ່ນ​ການ​ເຄື່ອນ​ໄຫວ​ອະນຸລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ.

ທີ​ຫ້າ, ຄົ້ນ­ຄວ້າ, ປະ­ກາດ​ໃຊ້​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະນຳ​ໃຊ້​ແຫຼ່ງ​ການ​ເງິນ​ຕ່າງໆ​ຈາກ​ການ​ຫັນ​ເປັນ​ສັງ­ຄົມ.

ປະ­ກາດ​ໃຊ້​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະນຳ​ໃຊ້​ແຫຼ່ງ​ການ​ເງິນ​ຕ່າງໆ​ຂອງ​ມໍ­ລະ­ດົກ (ເງິນ​ບໍລິຈາກ, ເງິນ​ຂາຍ​ປີ້, ເງິນ​ຊ່ວຍ­ເຫຼືອ, ເງິນທຸ​ລະ​ກິດ​​ບໍ­ລິ­ການ​ທີ່​ບູ­ຮານ​ສະ­ຖານ, ຫໍ​ພິ​ທະ​ພັນ...) ຕາມ​​ທິດ​ບຸລິ​ມະ​ສິດ​ການ​ນຳ​ໃຊ້​ແຫຼ່ງ​ລາຍ​ຮັບ​ຕ່າງໆ​ຈາກ​ການ​ຫັນ​ເປັນ​ສັງ­ຄົມ ​ເພື່ອ​ລົງ­ທຶນ​ຄືນ­ໃໝ່.

ສຳ­ລັບ​ແຫຼ່ງ​ລາຍ​ຮັບ​ຕ່າງໆ, ຕ້ອງ​ມີ​ການ​ຊີ້​ນຳ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ໂປ່​ງ​ໄສ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ການ​ເງິນ ແລະແບ່ງ​ວຽກ, ແບ່ງ​ງານ​ຢ່າງ​ຈະ­ແຈ້ງ​ ລະ­ຫວ່າງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ​ທີ່​ກ່ຽວ­ຂ້ອງ, ຫຼີກ​ລ່ຽງການ​ຊ້ຳ​ຊ້ອນ​ກັນ ຫຼືການ​ຖິ້ມວຽກ​ໃຫ້​ຜູ້​ອື່ນ​ຮັບ­ຜິດ­ຊອບ.

ທີ​ຫົກ, ລະ­ດົມ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ​ໃຫ້​ແກ່​ການເຄື່ອນ​ໄຫວ​ອະ­ນຸ­ລັກ​ມູນ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ.

ໃນ​ສະ­ພາບ​ການ​ປ່ຽນ­ແປງ​ໃໝ່, ພັດ­ທະ­ນາ ແລະເປີດ​ກວ້າງ​ການ​ຮ່ວມ​ມື​ສາ­ກົນ​ຂອງ​ປະ­ເທດ, ການຈັດຕັ້ງ ແລະຄຸ້ມ​ຄອງ​ການເຄື່ອນ​ໄຫວ​ຮ່ວມ​ມື​ສາ­ກົນ​ກ່ຽວ​ກັບການ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ ຕ້ອງ​ໄດ້​ຮັບ​ການ​ເອົາໃຈໃສ່​​ເໝືອນ​ດັ່ງໜຶ່ງ​ໃນ​ບັນ­ດາ​ແຫຼ່ງ​ພະ­ລັງ​ທີ່​ສຳ­ຄັນ. ໂດຍ​ຜ່ານ​ໂຄງ­ການ​ຮ່ວມ​ມື​ສາ­ກົນ​ຕ່າງໆ, ພວກ​ເຮົາ​ບໍ່​ພຽງ​ແຕ່​ມີ​ເງື່ອນ­ໄຂ​ເພື່ອ​ຍູ້​ແຮງ​ການ​ແນະ­ນຳ​ເຜີຍ​ແຜ່, ໂຄ­ສະ­ນາກ່ຽວ​ກັບ​ວັດ­ທະ­ນະ­ທຳ, ປະ­ເທດ ແລະຄົນ​ຫວຽດນາມ​ໃນ​ເວ­ທີ​ສາກົນ ຫາກ​ຍັງ​ຍາດ​ແຍ່ງ​​ເອົາການ​ຊ່ວຍ­ເຫຼືອ​ທາງດ້ານ​ວິ­ທະ­ຍາ­ສາດ, ເຕັກ­ນິກ, ການ​ເງິນ​ ກໍ່​ຄື​ບົດ­ຮຽນ ​ຈາກ​ຊ່ຽວຊານ​ສາ­ກົນ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ອະ­ນຸ­ລັກ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຢູ່​ພາຍ​ໃນ​ປະ­ເທດ, ພ້ອມ​ທັງ​ສ້າງ​ເງື່ອນໄຂ​ໃຫ້​ປະຊາຊົນ​ເຮົາ​ມີ​ໂອ­ກາດ​ພົບ​ປະ/ເປີດ​ກວ້າງ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ວັດທະນະທຳ/ມໍລະ­ດົກ​ວັດທະ­ນະ­ທຳ​ຂອງ​ປະ­ເທດ​ຕ່າງໆ​ຢູ່​ໃນ​ໂລກ./.

​ໂດຍ ປອ. ດັ້ງ​ທິ​ບິກ​ລຽນ
ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ວັດ­ທະ­ນະ­ທຳ, ກິ­ລາ ແລະ ທ່ອງ​ທ່ຽວ

------------------------------------------

*ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 907 (ເດືອນ​ພຶກ​ສະ­ພາ 2018)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ