ວັນເສົາ, 15/12/2018
ປະຕິຮູບນະໂຍບາຍປະກັນໄພສັງຄົມ ແນໃສ່ຮັບປະກັນສິດຄວາມປອດໄພຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິດທຳທາງສັງຄົມ
25/7/2018 17:30' ສົ່ງ ພິມ
ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໃຫ້ຂອງຂວັນແກ່ຜູ້ປ່ວຍ. (ພາບ: TTXVN)

ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ກຳ​ເນີ​ດ​ເກີດ​ຂຶ້ນ​ມາ​ແຕ່​ຊຸມ​ປີ​ທ້າຍ​ສະຕະວັດ​ທີ XIX, ຊຶ່ງ​ໃນຂັ້ນ​ຕົ້ນ​ແມ່ນ​ບັນດາ​ນະ​ໂຍບາຍ​ປະກັນ​ໄພ​​ຫວ່າງ​ງານ, ນະ​ໂຍບາຍ​ເງິນ​ບຳນານ​ຊະລາ​ພາບ, ປະກັນ​ໄພ​ອຸບັດ​ຕິ​ເຫດ​ແຮງ​ງານ, ພະຍາດ​ອາຊີບ, ​ເງິນ​ອຸດ​ໜູນ​ການ​​ເກີດ​ລູກ​ໂດຍ​ງົບປະ​ມານ​ຂອງ​ລັດ​ຈ່າຍ​ໃຫ້​ໃນ​ຂອບ​ເຂດ​ຄັບ​ແຄບ​ສຳລັບຜູ້​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ປີ 1952, ກອງ​ປະຊຸມ​ສະມາຊິກ​ຂອງອົງການ​ແຮງ​ງານ​ສາ​ກົນ (ILO) ​ໄດ້​ຮັບຮອງ​ຜ່ານອະນຸ​ສັນຍາ​ສະບັບ​ທີ 102 ກຳນົດ​ກ່ຽວ​ກັບ​ບັນດາມາດຕະຖານຕ່ຳ​ສຸດຂອງລະບົບ​ຄວາມ​ປອດ​ໄພ​ສັງຄົມ ທີ່​ກວມ​ດ້ວຍ 9 ລະບອບ​ອຸດ​ໜູນ, ລະອຽດ​ຄື: ການ​ດູ​​ແລ​ສຸຂະພາບ, ​ເງິນ​ອຸດ​ໜູນຜູ້​ປ່ວຍ, ​ເງິນ​ອຸດ​ໜູນ​ຜູ້​ຫວ່າງ​ງານ, ​ເງິນ​ບຳນານ​ຊະລາ​ພາບ, ການ​ອຸດ​ໜູນ​ອຸບັດ​ຕິ​ເຫດ​ແຮງ​ງານ - ພະຍາດ​ອາຊີບ, ເງິນ​ອຸດ​ໜູນ​ການ​​ເກີດ​ລູກ, ​ເງິນ​ອຸດ​ໜູນຜູ້​ພິການ, ​ເງິນ​ອຸດ​ໜູນ​ຜູ້​ເສຍ​ຊີວິດ, ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ. ມາ​ເຖິງ​ປະຈຸ​ບັນ, ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ໄດ້​ຂະຫຍາຍຕົວ​ເປັນ​ລະບົບ, ຊຶ່ງ​ມີ​ຂອບ​ເຂດ​ແລະ​ເປົ້າ​ໝາຍ​ປົກ​ຫຸ້ມ​ຢ່າງ​ກວ້າງ​ຂວາງ​ ຕາມ​ເງື່ອນ​ໄຂ​ແລະ​ສະພາບ​ການ​ທີ່​ຕ່າງ​ກັນຂອງ​ແຕ່ລະ​ປະ​ເທດ. ນະ​ໂຍບາຍ​ປະກັນ​ໄພ​ສັງຄົມກາຍ​ເປັນ​ເສົາ​ຄ້ຳ​ທີ່​ສຳຄັນ​ທີ່​ສຸດ​ຂອງລະບົບ​ຄວາມ​ປອດ​ໄພ​ສັງຄົມ​ຂອງ​ໂລກ, ນັບ​ມື້​ນັບ​ໄດ້​ແບ່ງປັນ​ຫຼາຍ​ກວ່າ​ຈາກຊຸມ​ຊົນ​ໃນ​ສັງຄົມ, ສົ່ງ​ເສີມ​ປະຊາຊົນ​ເຂົ້າ​ຮ່ວມ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຕົນ​ເອງ ​ແນ​ໃສ່ຮັບ​ມື​ກັບ​ຄວາມ​ສ່ຽງ​ຕ່າງໆ​ໃນ​ຊີວິດ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ, ຄວາມ​ສ່ຽງ​ເຫຼົ່າ​ນັ້ນ​ອາດ​ຈະ​ແມ່ນ​ຍ້ອນ​ເຈັບ​ປ່ວຍ, ຕິດພະຍາດ, ຫວ່າງ​ງານ, ອຸບັດ​ຕິ​ເຫດ​ແຮງ​ງານ, ພະຍາດ​ອາຊີບ, ຄວາມ​ສ່ຽງ​​ໃນ​ເມື່ອ​ເຖິງ​​ໄວຊະລາ​ບໍ່​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ, ບໍ່​ມີ​ລາຍ​ໄດ້...

20 ກວ່າ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ກໍ່ສ້າງ​ແລະ​ພັດທະນາ, ​ແນວທາງ ທັດສະນະ​ຂອງ​ພັກ​ຕໍ່​ກັບ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ໄດ້​ສະ​ແດງ​ອອກ​ໂດຍ​ກົງ​ຢູ່​ໃນ​ບັນດາ​ເອກະສານທີ່​ສຳຄັນ: ຄຳ​ສັ່ງ​ເລກທີ 15-CT/TW, ລົງ​ວັນ​ທີ 26 ພຶດສະພາ 1997, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ VIII ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ປະຕິບັດ​ບັນດາລະບອບ​ປະກັນ​ໄພ​ສັງຄົມ, ບົດ​ສະຫຼຸບ​ເລກທີ 23-KL/TW, ລົງ​ວັນ​ທີ 29 ພຶດສະພາ 2012, ຂອ​ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍ​ບາງ​ບັນຫາ​ເງິນ​ເດືອນ, ປະກັນໄພສັງຄົມ, ອຸດໜູນພິເສດໃຫ້ຜູ້ມີຄຸນງາມຄວາມດີ ແລະກຳນົດທິດປະຕິຮູບຮອດປີ 2020, ມະຕິ​ເລກທີ 15-NQ/TW, ລົງ​ວັນ​ທີ 22 ພະຈິກ 2012, ຂອ​ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ວຽກ​ງານປະກັນ​ໄພ​ສັງຄົມ, ປະກັນສຸຂະພາບ ໄລຍະປີ 2012-2020, ມະຕິ​ເລກທີ 21-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XI... ​ແນວທາງ, ທັດສະນະ​ຂອງ​ພັກ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃນ​ບັນດາ​ກົດໝາຍ​ທີ່​ສຳຄັນ, ນັ້ນ​ແມ່ນ ກົດໝາຍ​ວ່າ​ດ້ວຍ​ການປະກັນ​ສັງຄົມ (ປີ 2006), ປັບປຸງ​ເພີ່ມ​ເຕີມປີ 2014; ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ (ປີ 2008), ປັບປຸງ​ເພີ່ມ​ເຕີມປີ 2014; ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັກ​ງານ​ທຳ ກັບ​ນະ​ໂຍບາຍ​ປະກັນ​ໄພ​ຫວ່າງ​ງານ (ປີ 2013); ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ແລະ​ອາຊີວະ​ອະນາ​ໄມ (ປີ 2015). ພິ​ເສດ, ລັດຖະທຳ​ມະນູນ​ປີ 2013 ມາດຕາ 34 ​ໄດ້​ກຳນົດ “ພົນລະ​ເມືອງ​ມີ​ສິດ​ໄດ້​ຮັບ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ມາດຕາ 59 ກຳນົດ: "ລັດສ້າງຄວາມສະເໝີພາບທາງດ້ານໂອກາດ ເພື່ອໃຫ້ພົນລະເມືອງໄດ້ຊົມໃຊ້ສະວັດດີການສັງຄົມ, ພັດທະນາລະບົບປ້ອງກັນຄວາມປອດໄພທາງສັງຄົມ, ມີນະໂຍບາຍຊ່ວຍເຫຼືອຜູ້ສູງອາຍຸ, ຄົນພິການ, ຜູ້ທຸກຍາກ ແລະຄົນດ້ອຍໂອກາດອື່ນໆ" (1). ບົນ​ພື້ນຖານ​ນັ້ນ, ​ແຕ່​ປີ 1995 ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ໄດ້​ມີ​ການ​ປ່ຽນ​ແປງ​ຕາມ​ທາງ​ບວກ​ທີ່​ກ້າວໜ້າ, ດ້ວຍ​ບັນດາ​ໄລຍະ​ແຫ່ງ​ການ​ພັດທະນາ​ຕ່າງໆ​ເຊັ່ນ, ​ແຕ່​ປີ 1995 ຮອດ​ປີ 2006, ​ແຕ່​ປີ 2007 ຮອດ​ປີ 2015 ​ແລະ​ແຕ່​ປີ 2016 ຮອດ​ປະຈຸ​ບັນ ຢ່າງ​ສອດຄ່ອງ​ກັບ​ຂະ​ບວນການ​ປ່ຽນ​ແປງກົດໝາຍ​ທີ່​ກ່ຽວຂ້ອງ. ປີ 2017 ປະຊາຊົນ 13,9 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ(2); ກວ່າ 11,7 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ຫວ່າງງານ. ພິ​ເສດ, ການ​ປະກັນ​ສຸຂະພາບ - ​ເສົາ​ຄ້ຳ​ທີ​ສອງ​ຂອງຄວາມ​ປອດ​ໄພ​ທາງ​ສັງຄົມ ​ໄດ້​ບັນລຸ​ເປົ້າ​ໝາຍ​ກ່ອນ​ກຳນົດ​ທີ່​ວາງ​ໄວ້, ມີ​ຜູ້​ເຂົ້າ​ຮ່ວມ​ເຖິງ 86,4% ຂອງ​ປະຊາກອນ (ປີ 2017), ຄາດ​ຄະ​ເນ​ ຮອດ​ປີ 2020 ຫຼາຍ​ກວ່າ 90% ຂອງ​ປະຊາກອນຈະ​ເຂົ້າ​ຮ່ວມການ​ປະກັນ​ສຸຂະພາບ. ນີ້​ແມ່ນ​ບັນດາ​ຮາກ​ຖານ​ທີ່​ສຳຄັນ​ເພື່ອ​ພັດທະນາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​​ສັງຄົມ ​ໃນ​ເງື່ອນ​ໄຂ​ງົບປະມານ​ຂອງ​ຊາດ​ຍັງ​ຖືກ​ຈຳກັດ ​ແລະລາຍ​ໄດ້​ຂອງ​ປະຊາຊົນ​ຍັງ​ຢູ່​ໃນ​ລະດັບ​ປານ​ກາງ​ຕ່ຳ​ຄື​ປະ​ເທດ​ຫວຽດນາມ.

​ໃນນະ​ໂຍບາຍ​ປະກັນ​ໄພ​ສັງຄົມຂອງຫວຽດນາມ​ ມີຄວາມ​ກ້າວໜ້າໜຶ່ງ​ທີ່​ຄວນ​ໄດ້​ຮັບ​ຄວາມ​ຮັບ​ຮູ້, ນັ້ນ​ຄືລະບົບ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ໄດ້​ຮັບ​ການ​ອອກ​ແບບຢ່າງ​ຮອບດ້ານ​ພໍ​ຄວນ ຢູ່​ໃນ​ຫຼາຍ​ລະດັບ​ການ​ແກ້​ໄຂ​ຄວາມ​ສ່ຽງ​ທີ່​ຕ່າງ​ກັນ, ກວມ​ດ້ວຍ​ບັນດາ​ກຸ່ມ​ນະ​ໂຍບາຍ: ປ້ອງ​ກັນ, ຫຼຸດຜ່ອນ ​ແລະ​ແກ້​ໄຂ​ຄວາມ​ສ່ຽງ ທີ່ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ ​ແລະ​ທ່າ​ອຽງ​ກ້າວໜ້າ​ຂອງ​ໂລກ. ລະບົບ​ນະ​ໂຍບາຍ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ນີ້​ແມ່ນ: ປະກັນ​ໄພ​ບຳນານ - ການ​ເສຍ​ຊີວິດ, ປະກັນ​ໄພ​​ເຈັບ​ປ່ວຍ, ​ເກີດ​ລູກ; ປະກັນ​ໄພ​ຫວ່າງ​ງານ; ປະກັນ​ໄພ​ອຸບັດ​ຕິ​ເຫດ​ແຮງ​ງານ, ພະຍາດ​ອາຊີບ. ພ້ອມ​ກັນ​ນັ້ນ, ​ເຄືອ​ຂ່າຍ​ອົງການ​ຈັດ​ຕັ້ງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດຮອດ​ຮາກ​ຖານ ​ແນ​ໃສ່​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ​ນະ​ໂຍບາຍ. ບັນດານະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ໄດ້​ຫັນປ່ຽນ​ເທື່ອ​ລະ​ກ້າວ​ ຈາກ​ລັກສະນະ​ສະໝັກ​ໃຈ ​ໄປ​ເປັນ​ນະ​ໂຍບາຍ​ບັງຄັບ ​ແລະພວມ​ຢູ່​ໃນ​ເສັ້ນທາງ​ກ້າວ​ໄປ​ເຖິງ​ການ​ປະ​ກັນ​ໄພສັງຄົມທົ່ວປວງ​ຊົນ ​ໂດຍ​ລັດ​ເປັນ​ຜູ້​ຮັບຜິດຊອບ​ການຈັດ​ຕັ້ງ​ແລະ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ. ລະບົບ​ນະ​ໂຍບາຍ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ເພື່ອ​ໃຫ້ບັນດາ​ເປົ້າ​ໝາຍຜູ້​ເຂົ້າ​ຮ່ວມ​ທີ່​ຕ່າງ​ກັນ ​ແລະ ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ການ​ແບ່ງປັນ​ລະຫວ່າງລັດ, ຜູ້ນຳ​ໃຊ້​ແຮງ​ງານ ​ແລະຜູ້​ອອກ​ແຮງ​ງານ ຢູ່​ໃນ​ບັນດາ​ລະດັບ​ທີ່​ຕ່າງ​ກັນ, ລັກສະນະ​ແບ່ງປັນ​ນີ້ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່ຄວາມ​ຮັບຮູ້ຂອງ​ປະຊາຊົນ, ຫຼຸດຜ່ອນ​ການ​ເອື່​ອເອີ​ງ​ໃສ່ລັດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ໃຊ້​ແຮງ​ງານ ​ແລະຜູ້​ອອກ​ແຮງ​ງານ, ​ເພີ່ມ​ຄວາມ​ຍືນ​ຍົງ​ໃຫ້​ກັບ​ນະ​ໂຍບາຍ. ກອງ​ທຶນ​ປະກັນ​ສັງຄົມ​ພວມກາຍ​ເປັນ​ກອງ​ທຶນ​ການ​ເງິນ​ນອກ​ງົບປະມານ​ແຫ່ງ​ລັດ​ທີ່​ໃຫຍ່​ທີ່​ສຸດ, ​ໄດ້​ຮັບ​ການ​ປົກ​ປ້ອງ​ຂອງ​ລັດ​ແລະ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ສິບ​ລ້ານ​ຄົນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ໃນ​ປະຈຸ​ບັນ​ ກໍ່​ຄື​ໃນ​ອະນາຄົດ​ເມື່​ອ​ເຖິງ​​ໄວຊະລາ.

ຄຽງ​ຂ້າງ​ນັ້ນ, ຄວາມ​ຍຸດຕິ​ທຳ​ໃນ​ລະບົບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ໄດ້ສະ​ແດງ​ອອກ​ໂດຍ​ຜ່ານ​ຫຼັກການ​ເສຍ​ຄ່າ​ປະກັນ-ຮັບ​ການ​ປະກັນ, ຍຸດຕິ​ທຳ, ​ແບ່ງປັນ. ລັດ​ຈະ​ບໍ່​ເຂົ້າ​ຮ່ວມ​ແບບ​ກະ​ແຈກ​ກະຈາຍ ຫາກ​ພຽງ​ແຕ່​ຊ່ວຍ​ເຫຼືອ​ຜູ້​ປະສົບ​ຄວາມ​ຫຍຸ້ງ​ຍາກ, ດ້ອຍ​ຄວາມ​ສາມາດ, ຖືກ​ເສຍ​ຫາຍ​ງ່າຍ, ​ໃຫ້​ຜູ້​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ໃຫ້​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິບັດ, ກຳລັງ​ປະກອບ​ອາວຸດ,... ​ເພື່ອ​ໃຫ້​ເຂົາ​ມີ​ເງື່ອນ​ໄຂ​ການ​ເງິນທີ່​ຈະ​ເຂົ້າ​ຮ່ວມ​ ຄື​ກັນ​ກັບ​ບັນດາ​ເປົ້າ​ໝາຍ​ອື່ນ, ຖ້າຫາກ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ນີ້​ຜູ້​ທຸກ​ຍາກ​ນັບ​ເປັນ​ລ້ານ​ຄົນ​ອາດຈະຕົກ​ໃສ່​ສະພາບ​ອັດຕະຄັດ, ອຶດ​ຫີວທຸກ​ຍາກ​ເມື່ອ​ເຈັບ​ປ່ວຍ, ​ເຈັບ​ປ່ວຍ​ສາຫັດ ​ເປັນ​ເວລາຫຼາຍ​ວັນຫຼາຍເດືອນ... ກອງ​ທຶນ​ປະ​ກັນ​​ໄພບຳນານ-ການ​ເສຍ​ຊີວິດ​ຕາມ​ຮູບ​ແບບ​ສະ​ສົມ​ ພວມ​ເປັນ​ກອງ​ທຶນ​ກຳນົດ​ເວລາ​ຍາວ​ນານທີ່​ມີ​ລັກ​ສະ​ນະ​ແບ່ງປັນ​ລະຫວ່າງ​ບັນດາ​ຮຸ່ນ​ຄົນ​ຜູ້​ອອກ​ແຮງ​ງານ, ບັນດາ​ກອງ​ທຶນ​ປະກັນ​ໄພ​ກຳ​ນົດ​ເວລາ​ສັ້ນ (​ເຈັບປ່ວຍ, ອຸບັດ​ຕິ​ເຫດ​ແຮງ​ງານ-ພະຍາດ​ອາຊີບ, ຫວ່າງ​ງານ) ທີ່​ມີ​ລັກສະນະ​ແບ່ງປັນ​ລະຫວ່າງ​ຜູ້​ອອກ​ແຮງ​ງານ​ໃນ​ຮຸ່ນ​ດຽວ​ກັນ.

​ແຕ່​ວ່າ, ນະ​ໂຍບາຍ​ປະກັນ​ໄພ​ສັງຄົມຂອງ​ຫວຽດນາມ​ກໍ່​ພວມ​ຢືນ​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ມ ສິ່ງ​ທ້າ​ທາຍ, ນັ້ນ​ແມ່ນ ລະດັບ​ປົກ​ຫຸ້ມ​ຍັງ​ຕ່ຳ, ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍ ​ແລະ ຄຸນ​ນະພາ​ບຂອງ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຍັງ​ຖືກ​ຈຳກັດ. ມາ​ເຖິງ​ດຽວ​ນີ້, ອັດຕາ​ສ່ວນ​ການ​ເຂົ້າ​ຮ່ວມ​ປະກັນ​ໄພ​ສັງຄົມ​ບັນລຸ​ພຽງ 29% ຂອງ​ກຳລັງ​ແຮງ​ງານ​ໃນ​ໄວ​ອາຍຸ​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ, ຍັງ​ອີກ​ປະມານ 69,6% ຂອງ​ກຳລັງ​ແຮງ​ງານ​ແມ່ນ​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມການປະກັນ​ໄພ​ສັງຄົມ; ອັດຕາ​ສ່ວນການ​ເຂົ້າ​ຮ່ວມ​ປະກັນ​ໄພ​ຫວ່າງ​ງານ​ບັນລຸ​ພຽງ​ເກືອບ 25% ຂອງ​ກຳລັງ​ແຮງ​ງານ. ພາກ​​ເປັນ​ທາງການ​ກໍ່​ບໍ່​ບັນລຸ​ລະດັບ​ປົກ​ຫຸ້ມ 100%, ພາກ​ບໍ່​ເປັນ​ທາງການ​ເຖິງ​ວ່າ​ມີ​ນະ​ໂຍບາຍ​ (ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ໄພ​ສັງຄົມ​ປີ 2014) ​ແລ້ວ​ກໍ່ຕາມ ​ແຕ່​ມາ​ເຖິງ​ດຽວ​ນີ້​ກໍ່​ຍັງ​ບໍ່​ສາມາດ​ຈັດ​ສັນ​ແຫຼ່ງ​ເງິນ​ຊ່ວຍ​ໜູນ​ຈາກ​ງົບປະ​ມານ​ແຫ່ງ​ລັດ​​ໄດ້, ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ທາງ​ດ້ານ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ. ພ້ອມ​ກັນ​ນັ້ນ, ຄຸນ​ນະພາ​ບຂອງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ກໍ່​ແມ່ນ​ບັນຫາ​ທີ່​ຕ້ອງ​ເອົາ​ໃຈ​ໃສ່, ​ເງິນ​ບຳນານ​ຕ່ຳ​ບໍ່​ສາມາດ​ສົ່ງ​ເສີມ​ຜູ້​ອອກ​ແຮງ​ງານປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຮັບປະກັນຄວາມ​ປອດ​ໄພ​ຂອງ​ຕົນ​ດ້ວຍ​ຕົນ​ເອງ​ ໃນ​ອະນາຄົດ​ເມື່ອ​ເຖິງ​ໄວ​ຊະລາ, ພ້ອມ​ກັນ​ນັ້ນ​ກໍ່​ພາ​ໄປ​ເຖິງ ການ​ທີ່​ເງິນ​ບຳນານບໍ່​ສາມາດ​ເປັນ​ອິດ​ສະລະ​ຈາກ​ຄ່າ​ແຮງ​ຂອງ​ຜູ້​ກຳລັງເຮັດ​ວຽກ ​ເຖິງ​ວ່າ​ສອງ​ລະບົບ​ນີ້​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊິງທາງ​ດ້ານລັກສະນະ. ຄຽງຂ້າງ​ນັ້ນ, ບັນດາ​ບັນຫາຄວາມ​ສະ​ເໝີ​ພາບ​ຕາມ​ຫຼັກການ​ເສຍ​ຄ່າ​ປະກັນ-ຮັບ​ການປະກັນ​ລະຫວ່າງ​ພາກ​ລັດ ​ແລະ​ພາກ​ເອກະ​ຊົນ, ພື້ນ​ບຳນານ​ຂັ້ນ​ຕ່ຳ, ກອງ​ທຶນ​ບຳ​ເນັດ​ບຳນານ​ພວມ​ຫຼຸດຜ່ອນ​ຄວາມ​ສາມາດ​ສະ​ສົມ ​ແລະປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຂອງ​ຄວາມ​ບໍ່​ສົມ​ດຸນ​ໃນ​ໄລຍະ​ຍາວ, ຈຳນວນ​ຜູ້​ຮັບ​​ບຳນານນັບ​ມື້​ນັບ​ເພີ່ມ​ຂຶ້ນພ້ອມ​ກັນ​ກັບປະຊາກອນ​ສູງ​ອາຍຸ... ສິ່ງ​ທ້າ​ທາຍ​ທັງ​ໝົດ​ນີ້​ຮຽກຮ້ອງ​ໃຫ້​ມີ​ການ​ບຸກທະລຸ ​ແລະປະຕິ​ຮູບຕໍ່ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ ​ເພື່ອ​ສືບ​ຕໍ່​ຊຸກຍູ້​​ໃຫ້ລະບົບ​ນະ​ໂຍບາຍຄວາມ​ປອດ​ໄພ​​ສັງຄົມ​ພັດທະນາ​ຕາມ​ທິດໝັ້ນຄົງ​ກວ່າ​ອີກ, ຮັບປະກັນ​ຄວາມ​ປອດ​ໄພ​ທີ່​ແທ້​ຈິງ​ໃຫ້​ຜູ້​ອອກ​ແຮງ​ງານ​ຫຼາຍ​ສິບ​ລ້ານ​ຄົນ​ໃນ​ປະຈຸ​ບັນກໍ່​ຄື​ໃນ​ອະນາຄົດ, ຫຼຸດຜ່ອນ​ແບກ​ຫາບ​ໜັກ​ໜາ​ຂອງ​ລັດ​ໃນ​ຍາວ​ນານ ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃຫ້​ປະຊາຊົນ.

ມະຕິ​ກອງ​ປະຊຸມ​ຄັ້ງ​ທີ​ເຈັດ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ (3) ​ໄດ້​ສືບ​ຕໍ່​ຂະຫຍາຍ​ທັດສະນະ​ຊີ້​ນຳຂອງ​ພັກຕໍ່​ກັບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ໃນ​ສະພາບ​ການ​ໃໝ່ ຊຶ່ງ​ໄດ້​ຖື​ການ​ປະກັນ​ໄພ​ສັງຄົມ​ເປັນ​ເສົາ​ຄ້ຳ​ຕົ້ນຕໍ​ຂອງ​ລະບົບ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ; ພັດທະນາ​ລະບົບນະ​ໂຍບາຍ​ປະກັນ​ໄພ​ສັງຄົມຢ່າງ​ໄຫວ​ພິບ, ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຊັ້ນຂັ້ນ, ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ ດ້ວຍ​ຫຼັກການ​ເສຍ​ຄ່າ​ປະກັນ-ຮັບ​ການ​ປະກັນ, ຍຸດຕິ​ທຳ, ສະ​ເໝີ​ພາບ, ​ແບ່ງປັນ ​ແລະ​ຍືນ​ຍົງ; ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ແມ່ນ​ບັນຫາ​ຮີບ​ດ່ວນ​ແລະ​ຍາວ​ນານ, ​ເຮັດ​ຄື​ແນວ​ໃດ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ກໍ່ສ້າງ​ລະບົບ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ທີ່​ກະທັດລັດ, ມື​ອາຊີບ, ມີ​ປະສິດທິ​ຜົນ, ທັນ​ສະ​ໄໝ; ປະຕິບັດ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ຄະນະ​ພັກ ​ແລະ​ຂອງ​ລະບົບ​ການ​ເມືອງ, ດ້ວຍ​ເປົ້າ​ໝາຍ​ສັງ​ລວມຄື: ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ເພື່ອ​ໃຫ້ການ​ປະກັນ​ໄພ​ສັງຄົມ​ເປັນ​ເສົາ​ຄ້ຳ​ຕົ້ນຕໍ​ທີ່​ແທ້​ຈິງ​ຂອງ​ລະ​ບົບຄວາມ​ປອດ​ໄພ​ສັງຄົມ, ​ເປີດ​ກວ້າງ​ເທື່ອ​ລະ​ກ້າວ​ການ​ປົກ​ຫູ້ມຂອງ​ການ​ປະກັນ​ໄພ​ສັງຄົມຢ່າງ​ໜັກ​ແໜ້ນ, ມຸ່ງ​ໄປສູ່​ເປົ້າໝາຍການ​ປະກັນ​ໄພ​ທົ່ວ​ປວງ​ຊົນ. ພັດທະນາ​ລະບົບນະ​ໂຍບາຍ​ປະກັນ​ໄພ​ສັງຄົມຢ່າງ​ໄຫວ​ພິບ, ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຊັ້ນຂັ້ນ, ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ ຕາມ​ຫຼັກການ​ເສຍ​ຄ່າ​ປະກັນ-ຮັບ​ການ​ປະກັນ, ຍຸຕິ​ທຳ, ສະ​ເໝີ​ພາບ, ​ແບ່ງ​ປັນ ​ແລະ​ຍືນ​ຍົງ. ຍົກ​ສູງ​ຄວາມ​ສາມາ​ດ, ປະສິດທິພາບ​ແລະ​ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ພັດທະນາ​ລະບົບ​ການ​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ປະກັນ​ໄພ​ສັງຄົມທີ່​ກະທັດ​ລັດ, ມື​ອາຊີບ, ທັນ​ສະ​ໄໝ, ​ເຊື່ອ​ຖື​ໄດ້ ​ແລະ​ໂປ່​ງ​​ໃສ.

ດ້ວຍ​ເປົ້າ​ໝາຍ​ຮອດ​ປີ 2021, 2025 ​ແລະ​ຄາດ​ຄະ​ເນ​ເຖິງ​ປີ 2030 ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ​ຈະກວມ​ເອົາ​ປະມານ 60% ຂອງ​ກຳລັງ​ແຮງ​ງານ, ​ໃນ​ນັ້ນ​ພາກສ່ວນ​ທີ່​ບໍ່​ເປັນ​ທາງ​ການກວມປະມານ 5%; ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ຫວ່າ​ງງານ​ກວມ​ປະມານ 45% ຂອງ​ກຳລັງ​ແຮງ​ງານ, ຜູ້​ຮັບ​ເງິນ​ບຳນາມ, ຮັບ​ເງິນ​ປະກັນ​ສັງຄົມປະຈຳ​ເດືອນ, ​ເງິນ​ບຳນານ​ທາງ​ສັງຄົມ​ກວມ​ປະມານ 60% ຂອງຈຳນວນ​ຜູ້​ສູງ​ອາຍຸ.

​ເນື້ອ​ໃນ​ການ​ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມຂອງ​ຫວຽດນາມ​ ລວມສູນ​ໃສ່​ບັນດາ​ບັນຫາ​ຫຼັກ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ກໍ່ສ້າງ​ລະບົບປະກັນ​ໄພ​ສັງຄົມຫຼາຍ​ຊັ້ນ; ຊັ້ນ 1 ​ໂດ​ຍລັດ​ຮັບຜິດຊອບ ​ແມ່ນ​ນະ​ໂຍບາຍຊ່ວຍ​ບຳນານ​ທາງ​ສັງຄົມ​ໃຫ້​ຜູ້​ສູງ​ອາຍຸ​ທີ່​ບໍ່​ມີ​ເງິນ​ບຳນາມ, ຫຼື​ຜູ້ບໍ່​ມີປະກັນ​ໄພ​ສັງຄົມປະຈຳ​ເດືອນ ທີ່​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ; ຊັ້ນ 2 ​ໂດ​ຍລັດ, ຜູ້ນຳ​ໃຊ້​ແຮງ​ງານ ​ແລະ​ຜູ້​ອອກ​ແຮງ​ງານ​ເຂົ້າຮ່ວມ ​ແມ່ນປະກັນ​ໄພ​ສັງຄົມພື້ນຖານ, ປະກອບ​ດ້ວຍປະກັນ​ໄພ​ສັງຄົມບັງຄັບ ​ແລະ ປະກັນ​ໄພ​ສັງຄົມສະໝັກ​ໃຈ ທີ່​ຄ່ອຍໆປ່ຽນ​ເປັນການປະກັນ​ໄພ​ສັງຄົມບັງຄັບ ຫັນ​ໄປ​ສູ່ການປະກັນ​ໄພ​ສັງຄົມທົ່ວ​ປວງ​ຊົນ; ຊັ້ນ 3 ​ໂດຍ​ຜູ້ນຳ​ໃຊ້​ແຮງ​ງານ​ແລະ​ຜູ້​ອອກ​ແຮງ​ງານ​ເຂົ້າ​ຮ່ວມ ​ແມ່ນ​ການ​ປະກັນ​ບຳນານ​ເພີ່ມ​ເຕີມ, ມີ​ລັກສະນະ​ສະໝັກ​ໃຈ, ອຳນວຍ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານມີ​ລາຍ​ໄດ້​ສູງ​ກວ່າ​ການ​ເຂົ້າ​ຮ່ວມ.

ທີ​ສອງ, ​ເງື່ອນ​ໄຂ​ເວລາ​ເຂົ້າ​ຮ່ວມ​ການປະກັນ​ໄພ​ສັງຄົມມີ​ຄວາມ​ໄຫວ​ພິບ​ກວ່າ, ​ເງິນ​ບຳນານ​ໄດ້​ຄິດ​ໄລ່​ຕາມ​ຫຼັກການ​ເສຍ​ຄ່າ​ປະກັນ-ຮັບ​ການ​ປະກັນ, ຍຸດຕິ​ທຳ, ​ແບ່ງປັນ​ ແລະ​ຍືນ​ຍົງ.

ທີ​ສາມ, ​ເຊື່ອມ​ໂຍງ, ຊ່ວຍ​ໜູນ​ລະຫວ່າງ​ບັນດານະ​ໂຍບາຍ​ປະກັນ​ໄພ​ສັງຄົມ, ​ເອົາ​ໃຈ​ໃສ່​ເຖິງ​ປັດ​ໄຈ​ຕະຫຼາດ​ໃນ​ນະ​ໂຍບາຍ​ປະກັນ​ໄພ​ຫວ່າງ​ງານ; ອອກ​ແບບ​ຊຸດ​ປະກັນ​​ສັງຄົມ​ສະໝັກ​ໃຈຫຼາຍ​ແບບ ​​ເພື່ອ​ໃຫ້​ຜູ້ອອກ​ແຮງ​ງານ​ມີ​ຫຼາຍ​ໂອກາດ​ຄັດ​ເລືອກ​ໃຫ້​ເໝາະ​ສົມ ​ແລະ ປ່ຽນ​ເປັນ​ການ​ປະກັນ​ສັງຄົມ​ແບບ​ບັງຄັບ​ເມື່ອ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ.

ທີ​ສີ່, ກໍ່ສ້າງ ​ແລະ​ຈັດ​ຕັ້ງປະຕິບັດນະ​ໂຍບາຍ​ປະກັນ​ໄພ​ສັງຄົມຕິດ​ກັບ​ການ​ປັບປຸງ​ຄວາມ​ເຊື່ອ​ຖື ​ແລະ​ເພີ່ມ​ລະດັບ​ຄວາມ​ພໍ​ໃຈ​ຂອງ​ຜູ້​ເຂົ້າ​ຮ່ວມ.

ທີ​ຫ້າ, ຍູ້​ແຮງ​ຂະ​ບວນການ​ເພີ່ມ​ຈຳນວນ​ຜູ້​ອອກແຮງ​ງານ​ເຂົ້າ​ຮ່ວມການປະກັນ​ໄພ​ສັງຄົມ​ໃນ​ພາກສ່ວນ​ເປັນ​ທາງ​ການ ສອດຄ່ອງ​ກັບ​ມະຕິ​ເລກທີ 10-NQ/TW (ປີ 2017) ຂອງ​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII ກ່ຽວ​ກັບ​ເສດຖະກິດ​ເອກະ​ຊົນ. ພ້ອມ​ກັນ​ນັ້ນ, ​ແກ້​ໄຂ​ຜ່ານ​ຜ່າ​ສິ່ງ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ໃນ​ລະບອບປະກັນ​ບຳນານ, ປະກັນ​ໄພ​ສັງຄົມຄັ້ງໜຶ່ງ, ​ເພີ່ມ​ອາຍຸ​ກະສຽນ​ສະ​ເລ່ຍຕາມ​ຈິງ​ຂອງ​ຜູ້​ອອກ​ແຮງ​ງານ; ປະຕິບັດ​ການ​ເພີ່ມອາຍຸ​ກະສຽນ​ຕາມ​ແຜນ​ງານ; ດັດ​ແປງ​ລະດັບ​ເສຍ​ຄ່າ​ປະກັນ ​ແລະ ຫຼັກ​ຖານ​ເສຍ​ຄ່າປະກັນ​ໄພ​ສັງຄົມ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ເປີດ​ກວ້າງ​ການ​ປົກ​ຫຸ້ມ​ຂອງ​ການປະກັນ​ໄພ​ສັງຄົມ; ດັດ​ແປງ​ອັດຕາ​ສ່ວນ​ສະ​ສົມ​ເພື່ອ​ອາດ​ຈະ​ບັນລຸ​ລະດັບ​ຮັບ​ເງິນ​ບຳນາ​ນສູງ​ສຸດ; ​ເປີດ​ຫຼາກ​ຫຼາຍ​ລາຍການ, ​ໂຄງການ​ລົງທຶນ​ຂອງ​ກອງ​ທຶນ​ປະກັນ​ໄພ​ສັງຄົມ ຕາມ​ຫຼັກການປອດ​ໄພ, ຍືນ​ຍົງ, ມີ​ປະສິດທິ​ຜົນ; ດັດສົມ​ເງິນ​ບຳນານ​ຢ່າງ​ເປັນ​ເອກະລາດ​ທຽບ​ຖານ ​ໃນ​ສາຍ​ພົວພັນ​ກັບ​ເງິນ​ເດືອນ​ຂອງ​ຜູ້​ທີ່​ກຳລັງ​ເຮັດ​ວຽກ, ດັດສົມ​ເງິນ​ບຳນານ​ຕາມ​ຫຼັກການ​ແບ່ງປັນ ​ເພື່ອຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ກັບກຸ່ມ​ທີ່​ໄດ້​ຮັບ​ເງິນ​ບຳນາມ​ຕ່ຳ​ເກີນ​ໄປ.

​ເພື່ອ​ຮັບປະກັນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເປົ້າ​ໝາຍ​ແລະ​ເນື້ອ​ໃນ​ຂອງ​ການ​ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ, ຄວນ​ສຸມ​ໃສ່​ຊີ້​ນຳ​ປະຕິບັດ​ບັນດາ​ໜ້າ​ທີ່, ມາດ​ຕະການດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຖະ​ແຫຼ​ງຂ່າວ, ຍົກ​ສູງ​ຄວາມ​ຮັບ​ຮູ້ກ່ຽວ​ກັບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ.

ທີ​ສອງ, ປັບປຸງ​ບູລະນະ​ລະບົບ​ກົດໝາຍ​ກ່ຽວ​ກັບ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ປະກັນ​ໄພ​ສັງຄົມ; ຍົກ​ສູງ​ສະມັດ​ຕະພາບ ​ແລະ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ລັດ; ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ ​ແລະ​ສະມັດ​ຕະພາບ​ການ​ປະຕິບັດນະ​ໂຍບາຍ​ປະກັນ​ໄພ​ສັງຄົມ, ປະກັນ​ໄພ​ຫວ່າງ​ງານ.

ທີ​ສາມ, ​ເພີ່ມ​ທະວີ​ບົດບາດນຳ​ພາ​ຂອງ​ພັກ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການຈັດ​ຕັ້ງ​ສັງຄົມ... ​ໃນ​ການ​ປະຕິບັດນະ​ໂຍບາຍ​ປະກັນ​ໄພ​ສັງຄົມ.

ບັນດາ​ໜ້າ​ທີ່, ມາດ​ຕະການ​​ເທິງ​ນີ້​ແມ່ນ​ໄດ້​ສືບ​ທອດ​ບົດຮຽນ​ຂອງ 20 ກວ່າ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍນະ​ໂຍບາຍ​ປະກັນ​ໄພ​ສັງຄົມຢູ່​ຫວຽດນາມ ກໍ່​ຄືຮັບ​ເອົາຄວາມ​ກ້າວໜ້າ​ຂອງ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ​ໃນ​ໂລກ​ໂດຍ​ມີ​ການ​ເລືອກ​ເຟັ້ນ. ນະ​ໂຍບາຍ​ປະກັນ​ໄພ​ສັງຄົມຂອງ​ຫວຽດນາມ​ຈະ​ຕິດ​ແໜ້ນ​ກັບ​ເປົ້າ​ໝາຍປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ຂະ​ບວນວິວັດ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ, ການ​ປ່ຽນ​ແປງ​ໂຄງ​ສ້າງ​ເສດຖະກິດ, ​ໂຄງ​ສ້າງ​ແຮງ​ງານ ​ແລະ​ການ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ​ຂອງ​ແຮງ​ງານ​ວຽກ​ເຮັດ​ງານ​ທຳ​ໃນ​ພາກ​ເປັນທາງ​ການ, ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ແລະ​ອົງການປະກັນ​ໄພ​ສັງຄົມຫວຽດນາມ, ຄວາມ​ຮັບ​ຮູ້​ແລະ​ລາຍ​ໄດ້​ຂອງ​ປະຊາຊົນ, ຖ້າ​ຫາກ​ປັດ​ໄຈ​ເຫຼົ່າ​ນີ້​ບັນລຸ​ຜົນສຳ​ເລັດ​ໄດ້​ດີ ກໍ່​ຈະ​ສ້າງ​ໂອກາດ​ເພື່ອ​ເພີ່ມ​ທະວີ​ຄວາມ​ປົກ​ຫຸ້ມ ​ກໍ່​ຄື​ຄຸນ​ນະພາ​ບຂອງນະ​ໂຍບາຍ​ປະກັນ​ໄພ​ສັງຄົມ.

​ເພື່ອ​ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມສຳ​ເລັດ​ຜົນ, ບັນລຸ​ປະສິດທິ​ຜົນ​ທີ່​ຄາດ​ຫວັງ​ນັ້ນ ຮຽກຮ້ອງຕ້ອງມີຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງຈາກ​ວຽກ​ງານ​ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ ​ແລະ​ລະບົບ​ການ​ເມືອງ, ຄວາມ​ຮັບຜິດຊອບ​ໂດຍ​ກົງ​ຂອງ​ບັນດາ​ອົງການ​ບໍລິຫານ​ຄຸ້ມ​ຄອງ​ລັດ​ທີ່​ກ່ຽວຂ້ອງ, ຂອງ​ອົງການປະກັນ​ໄພ​ສັງຄົມຫວຽດນາມ ຈົນ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ​ໃຊ້​ແຮງ​ງານ​ແລະ​ຜູ້​ອອກ​ແຮງ​ງານ. ກິດຈະການ​ປະຕິ​ຮູບ​ການປະກັນ​ໄພ​ສັງຄົມຍັງ​ຮຽກຮ້ອງ​ໃຫ້​ຕ້ອງປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ​ໂດຍ​ໄວ, ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ເຂົ້າ​ເຖິງບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ, ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ຂອງນະ​ໂຍບາຍ​ປະກັນ​ໄພ​ສັງຄົມທີ່​ມີ​ຕໍ່​ຊີວິດ​ຂອງ​ຕົນ, ຂອງ​ຄອບຄົວ​ຕົນ​ເອງ ​ແລະ​ສະໝັກ​ໃຈ​ເຂົ້າ​ຮ່ວມ​ໃນ​ຂະ​ບວນວິວັດ​ການ​ປະຕິ​ຮູບ. ອັດຕາ​ສ່ວນ​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ລະບົບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ເປັນ​ຄຳ​ຕອບ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ຄວາມ​ສຳ​ເລັດ​ຂອງ​ກິດຈະການ​ປະຕິ​ຮູູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມຢູ່​ຫວຽດນາມ./.

ໂດຍ ທ່ານ​ນາງ ​ເຈືອງ​ທິມາຍ,
ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ,
ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ພັກ

--------------------------

(1) ​ໃນ​ຈຳນວນ​ຜູ້​ສູງ​ອາຍຸ 11 ລ້ານ​ກວ່າ​ຄົນ​ຂອງ​ທົ່ວ​ປະ​ເທດ (ອາຍຸ 60 ປີ​ຂຶ້ນ​ໄປ), ຜູ້ຮັບ​ເງິນ​ບຳນານ, ຮັບ​ເງິນ​ອຸດ​ໜູນ​ປະກັນໄພ​ສັງຄົມກວມ​ປະມານ 27%, ຜູ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ສັງຄົມ​ເປັນ​ປະຈຳ​ກວມ​ປະມານ 14,5% (1,6 ລ້ານ​ຄົນ). ​ເປັນ​ອັນວ່າ, ຖ້າ​ບໍ່​ຄິດ​ໄລ່​ທັງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ແລະ​ຍາດຕິ​ພີ່ນ້ອງ​ເກືອບ 1,4 ລ້ານ​ຄົນທີ່​ພວມ​ໄດ້​ຮັບ​ເງິນ​ອຸດ​ໜູນ​ປະຈຳ​ເດືອນ​ແລ້ວ ​ແມ່ນ​ຍັງ​ມີ 58,9% ຂອງ​ຈຳນວນ​ຜູ້​ສູງ​ອາຍຸ​ບໍ່​ມີ​ເງິນ​ບຳນາມ, ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ສັງຄົມ ​ແລະ​ຕ້ອງ​ເຮັດ​ວຽກ​ຫາ​ລາຍ​ໄດ້​ເພື່ອ​ຮັບປະກັນ​ຊີວິດຂອງ​ຕົນ ຫຼື​ດຳລົງ​ຊີວິດ​ອາ​ໄສ​ເຄືອ​ຂ່າຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ທີ່​ບໍ່​ເປັນ​ທາງ​ການ (ອາ​ໄສ​ລູກ​ຫຼານ, ຄອບຄົວ, ຍາດຕິ​ພີ່ນ້ອງ...)

(2) ການປະກັນ​ໄພ​ສັງຄົມບັງຄັບ​ກວມ​ດ້ວຍ 13,6 ລ້ານ​ຄົນ, ປະກັນ​ໄພ​ສະໝັກ​ໃຈ: 3 ​ແສນ​ຄົນ ​ແລະ​ປະກັນ​ໄພ​ອູ​ບັດ​ຕິ​ເຫດ​ແຮງ​ງານ, ພະຍາດ​ອາຊີບ: 13,6 ລ້ານ​ຄົນ.

(3) ມະຕິ​ເລກທີ 28-NQ/TW, ລົງ​ວັນ​ທີ່ 23 ພຶດສະພາ 2018, ຂອງ​ກອງ​ປະຊຸມ​ຄັ້ງ​ທີ​ເຈັດຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII, ວ່າ​ດ້ວຍ​ການ​ປະຕິ​ຮູບນະ​ໂຍບາຍ​ປະກັນ​ໄພ​ສັງຄົມ.

 - ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 908 (​ເດືອນ​ມິຖຸນາ 2018).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ