ວັນຈັນ, 15/10/2018
ເພື່ອພັດທະນາອຸດສາຫະກຳວັດທະນະທຳ ໄປຄຽງຄູ່ກັບການກໍ່ສ້າງ, ປັບປຸງບູລະນະຕະຫຼາດບໍລິການ ແລະ ຜະລິດຕະພັນວັດທະນະທຳ ຢູ່ຫວຽດນາມໃນປະຈຸບັນ
11/10/2018 15:34' ສົ່ງ ພິມ
ລາຍການສະແດງສິລະປະ “ສຽງກ້ອງກັງວານຈາກແມ່ນ້ຳເຮືອງ” ດ້ວຍການກະທົບຂອງສຽງແລະແສງສະຫວ່າງທີ່ປະທັບໃຈຕໍ່ນັກທ່ອງທ່ຽວ. (ພາບ: TTXVN)

ຂະ​ບວນ​ວິ­ວັດການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ​ທາງ​ດ້ານ​ວັດ­ທະ­ນະ­ທຳ ​ຕິດ​ກັບ​ການ​ພັດ­ທະ­ນາ​ອຸດສາ­ຫະ­ກຳວັດ­ທະ­ນະ­ທຳ​ ຢູ່ຫວຽດ­ນາມ

1- ຮັບ­ຮອງ​ເອົາ​ຕະ­ຫຼາດ​ວັດ­ທະ­ນະ­ທຳ, ປ່ຽນ­ແປງ​ໃໝ່​ກົນ​ໄກ ແລະ ປະ­ຕິ­ບັດ​ການ​ຫັນ​ການ​ເຄື່ອນ​ໄຫວ​ຜະ­ລິດແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳເປັນສັງຄົມ.

ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ­ໄໝ​ທີ VIII “ກ່ຽວ​ກັບ​ການ​ກໍ່­ສ້າງ ແລະພັດ­ທະ­ນາ​ພື້​ນ​ຖານ​ວັດ­ທະ­ນະ­ທຳຫວຽດ­ນາມທີ່​ກ້າວ­ໜ້າ ແລະເຕັມ​ໄປ​ດ້ວຍ​ເອ­ກະ­ລັກ​ປະ­ຈຳ​ຊາດ” ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດ­ຖະ­ກິດ​ໃນ​ການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ, ພ້ອມ​ທັງ​ຕົກ­ລົງ​ວ່າ, ຢາກ​​ກໍ່­ສ້າງ ແລະພັດທະ­ນາ​ພື້ນ­ຖານ​ວັດ­ທະ­ນະ­ທຳຫວຽດ­ນາມ​ທີ່​ກ້າວ­ໜ້າ ແລະເຕັມ​ໄປ​ດ້ວຍ​ເອ­ກະ­ລັກ​ປະ­ຈຳ​ຊາດ, ຮຽກ­ຮ້ອງ​ຕ້ອງ​ປັບ­ປຸງ, ກໍ່­ສ້າງ, ​ບູ­ລະ­ນະ​ລະ­ບຽບ​ກົດ­ໝາຍ​ທາງ​ດ້ານ​ວັດ­ທະ­ນະ­ທຳ. ຈາກ​ນັ້ນ​ເຖິງ​ປີ 2000, ການ​ປ່ຽນ­ແປງຕ່າງໆ​ທາງ​ດ້ານ​ລະ­ບຽບ​ກົດ­ໝາຍ​ໄດ້​ກາຍ­ເປັນ “ປັດ­ໃຈ​ຮັບ­ປະ­ກັນ” ໃຫ້​ແກ່​ການ​ພັດ­ທະ­ນາ​ຂອງ​ບັນດາຂະແໜງ​ການອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ ເຖິງ​ວ່າຍັງຢູ່​​ໃນຮູບ​ການ​ເຄິ່ງ​ອຸດ­ສາ­ຫະ­ກຳ, ເຊິ່ງ​ເປັນ “ໄມ້ຫຼາວັດແທກ​ລະ­ດັບ​” ການ­ຈັດ­ຕັ້ງ, ການ​ຄຸ້ມ​ຄອງ​ລັດ​ ກ່ຽວ​ກັບ​ການ​ພັດ­ທະ­ນາ​ກຳ­ລັງ​ແຮງ​ຜະ­ລິດ​ວັດທະນະທຳ ແລະ ສ້າງບັນ­ດາ​ປະ­ຖົມ​ປັດ­ໃຈ​ອັນ​ພື້ນ­ຖານ​ ເພື່ອ​ໃຫ້ຫວຽດ­ນາມເຂົ້າ​ຮ່ວມ​ອົງ­ການ​ການ​ຄ້າ​ໂລກ (WTO). ຂໍ້​ສະຫຼຸບ​ຂອງ​ກອງ​ປະ­ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 10 ສະ­ໄໝ​ທີ IX (ປີ 2004) ໄດ້​ກຳ­ນົດ​ການ​​ພັດ­ທະ­ນາ​ເສດ­ຖະ­ກິດ ຕິດ​ກັບການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ, ຫັນ​​ການເຄື່ອນ­ໄຫວ​​​ວັດ­ທະ­ນະ­ທຳແລະຜະລິດເປັນ​ສັງ­ຄົມ, ທຸ­ລະ​ກິດ​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ ໃນ​ສະພາບ​ການ​ຫັນ­ປ່ຽນ​ລັກ­ສະ­ນະ​ແລະໂຄງ​ປະ­ກອບ​ຂອງ​ພື້ນ­ຖານ​ເສດຖະ­ກິດ, ວັດ­ທະ­ນະ­ທຳ, ສັງ­ຄົມ. ໃນ​ເດືອນ 6-2008, ກົມ​ການ​ເມືອງ​ໄດ້​ອອກ​ມະ­ຕິ​ເລກ​ທີ 23-NQ/TW ກ່ຽວ​ກັບ “ພັດ­ທະ­ນາ​ວັນ­ນະ­ຄະ­ດີ, ສິ­ລະ​ປະ​ໃນ​ສະ­ໄໝ​ໃໝ່”, ໃນ​ນັ້ນ​ໄດ້​ຢືນ­ຢັນ, ການ​ພັດ­ທະ­ນາ​ຂອງ​ບັນ­ດາ​ພາຫະ­ນະ, ​​ວິທີ​ການ​ຜະ­ລິດ, ການສະແດງ, ການ​ນຳ​ໃຊ້, ໂຄ­ສະ­ນາ​ຜະ­ລິດ​ຕະ​ພັນ​ວັນ­ນະ­ຄະ­ດີ, ສິ­ລະ​ປະ ​ໄດ້​ນຳ​ເອົາ​​ວັນນະກຳທີ່ດີມີປະໂຫຍດ​ຕ່າງໆ ມາ​ໃຫ້ມະຫາ­ຊົນ, ເພື່ອ​ປະ­ກອບ­ສ່ວນ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ນັບ​ມື້​ນັບ​ຫຼາກ​ຫຼາຍ​ຂອງ​ປະ­ຊາ­ຊົນ. ​ມະ­ຕິ​ສະບັບ​ນີ້ມີ​ຄວາມ​ໝາຍ​ຊຸກ­ຍູ້​ຂະ​ບວນ​ການ​ສ້າງ­ຕັ້ງ​ຕະ­ຫຼາດ​ພາຍ​ໃນ​ປະ­ເທດ, ພ້ອມ​ທັງ​ນຳ​ເອົາ​ຜະ­ລິດ​ຕະ​ພັນ​ສິ­ລະ​ປະ ວັນ­ນະ­ຄະ­ດີ​ທີ່​ມີ​ຄຸນ​ນະ​ພາບ​ໄປຕ່າງ­ປະ­ເທດ.

ພ້ອມ​ກັບ​ບັນ­ດາ​ຄຳ​ສັ່ງ ມະ­ຕິ​ວິ­​ສະ­ເພາະ ສຳລັບການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ, ​ຍັງ​ມີ​​ແຜນນະ​ໂຍ​ບາຍ​ອື່ນ​ຂອງ​ພັກ​ທີ່​ກ່ຽວ­ຂ້ອງ​ເຖິງ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ, ຄື​ຂໍ້​ສະຫຼຸບຂອງ​ກົມ​ການ­ເມືອງສູນກອງພັກສະ­ໄໝ​ທີ  XI ກ່ຽວ​ກັບ ”ການ​ປ່ຽນ­ແປງ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ບັນ­ດາ​ອົງ­ການ​ພາ­ລະ­ກິດ​ການ​ບໍ­ລິ­ການ​ຂອງ​ລັດ, ຍູ້​ແຮງ​ການ​ຫັນ​​ບາງຮູບ​ການ​ບໍ­ລິ­ການ​ຂອງ​ລັດເປັນ​ສັງ­ຄົມ” (ປີ 2011)... ສິ່ງ​ເຫຼົ່າ​ນີ້​ໃດ້​ໃຫ້​ຮູ້​ວ່າ ການ​ເຄື່ອນ​ໄຫວ​ວັດທະນະທຳບໍ່​ພຽງ​ແຕ່​ມີ​ລັກ­ສະ­ນະ​ພາ­ລະ­ກິດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ລັກ­ສະ­ນະ “ທຸ­ລະ​ກິດ”, ຕັ້ງ​ການ​ເຄື່ອນ​ໄຫວວັດ­ທະ­ນະ­ທຳ, ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ ຢູ່ໃນ​ການ​ດຳ​ເນີນ​ງານຂອງ​ກົນ​ໄກ​ຕະ­ຫຼາດ. ປີ 2014, ​ໃນ​ທີ່ກອງ​ປະ­ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ­ໄໝ​ທີ XI, ພັກ​ກອມ​ມູ​ນິດຫວຽດ­ນາມໄດ້​ປະ­ກາດ​ໃຊ້​ມະ­ຕິ​ເລກ​ທີ 33-NQ/TW ກ່ຽວ​ກັບ “ການ​ກໍ່­ສ້າງ​ວັດ­ທະ­ນະ­ທຳແລະຄົນຫວຽດ­ນາມ ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງການພັດທະ­ນາ​ປະ­ເທດ​ແບບ​ຍືນ​ຍົງ”, ໃນ​ນັ້ນ​ໄດ້​ກຳ­ນົດ “ການ​ປ່ຽນ­ແປງ​ໃໝ່, ປັບປຸງ​ບູ­ລະ­ນະ​ລະ­ບຽບ​ກົດ­ໝາຍ, ສ້າງ​ສິ່ງ­ແວ­ດລ້ອມ​ນິຕິ​ທຳ​ອັນ​ສະ­ດວກ​ ເພື່ອ​ກໍ່­ສ້າງ, ພັດ­ທະ­ນາ​ຕະ­ຫຼາດ​ວັດ­ທະ­ນະ­ທຳ ແລະອຸດ­ສາ­ຫະ­ກຳ​​ວັດທະນະ­ທຳ”(1).

2- ກໍ່­ສ້າງ​ລະ­ບຽບ​ກົດ­ໝາຍ​ ​ນະ­ໂຍ­ບາຍ ສຳລັບ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳວັດທະ­ນະ­ທຳ.

­ຫຼັງຈາກມະ­ຕິ​ຕົກລົງ​ຂອງສູນ​ກາງ​ພັກ​ຄັ້ງ​ທີ 5 ສະ­ໄໝ​ທີ VIII, ຫວຽດ­ນາມ​ໄດ້​ມີ​ການ​ປະ­ກາດ​ໃຊ້, ປັບປຸງ ​ເພີ່ມ​ເຕີມ ​ກົດ­ໝາຍ​ຫຼາຍ​ສະບັບ ​ແນ­ໃສ່​ສ້າງ​ສິ່ງ­ແວ­ດລ້ອມ​ນິຕິ​ທຳ​ທີ່​ສະ­ດວກດີແລະມີ​ປະ​ສິດ­ທິ​ຜົນ ​ໃຫ້​ແກ່​ການ​ພັດ­ທະ­ນາ​ຂອງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ. ນະ­ໂຍ­ບາຍ​ຫັນ​ການເຄື່ອນ​ໄຫວ​ວັດ­ທະ­ນະ­ທຳ ສິ­ລະ​ປະ​ເປັນ​ສັງ­ຄົມ ທີ່ໄດ້​ຮັບ​ການກໍ່­ສ້າງ​ແລະປະ­ກາດ​ໃຊ້​ນັ້ນ ​ແມ່ນແນ­ໃສ່​ດຶງ​ດູດ​ທຸກ​ແຫຼ່ງ​ພະ­ລັງ­ງານ, ທຸກ​ພາກສ່ວນ​ເສດຖະກິດ ​ແລະ​ປະຊາຊົນ​ທຸກ​ຊັ້ນ​ຄົນ ​ໃຫ້ເຂົ້າ​ຮ່ວມ​ການເຄື່ອນ​ໄຫວ​ຜະ­ລິດ ແລະບໍລິການ​ວັດທະນະທຳ. ຄຽງ​ຄູ່​ກັນ​ກັບ​ກົດ­ໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນ­ຍາ, ນະ­ໂຍ­ບາຍ​ເອື້ອ​ອຳນວຍ​ດ້ານ​ພາ­ສີ​ອາກອນ,... ກໍ່​ຍັງ​ມີ​ບັນ­ດາ​ກົດ­ໝາຍ ແລະຂໍ້​ກຳ­ນົດ​ດ້ານ​ລະ­ບຽບ​ກົດ­ໝາຍອືີ່ນ ທີ່ສອດຄ່ອງ​ເໝາະ​ສົມ​ກັບການ​ພັດ­ທະ­ນາ ​ຂອງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ. ບັນ­ດາ​ເອ­ກະ­ສານ​ກົດ­ໝາຍ​​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ປັບ­ປຸງ, ​ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​​ຕົວ​ຈິງ, ຄື ກົດ­ໝາຍ​ວ່າ​ດ້ວຍຟິມ​ຮູບ­ເງົາ, ກົດ­ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ, ກົດ­ໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳ­ໜ່າຍ, ກົດ­ໝາຍ​ວ່າ​ດ້ວຍ​ການ​ໂຄ­ສະ­ນາ, ກົດ­ໝາຍ​ມໍ­ລະ­ດົກວັດທະນະທຳ... ນອກ­ຈາກ​ນີ້ຍັງ​ມີ​​ລັດ​ຖະ​ກຳ​ລັດ, ກົດ​ລະ­ບຽບ​ທີ່​ກ່ຽງ​ຂ້ອງ​ເຖິງການ​ເຄື່ອນ​ໄຫວ​ວັດ­ທະ­ນະ­ທຳ ແລະທຸລະ​ກິດ ບໍລິການວັດ­ທະ­ນະ­ທຳ​ສາ­ທາ­ລະ­ນະ... ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​​ນະ­ໂຍ­ບາຍ​ຂອງ​ພັກ, ກົດ­ໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ​ ກໍ່​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຈາກ​ບັນ­ດາ​ທ້ອງ​ຖິ່ນ, ໂດຍ​ຜ່ານ​ການ​ປະ­ກາດ​ໃຊ້​ເອກະສານ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ເຖິງ​ບັນ­ດາ​ຂົງ­ເຂດ​ອຸກ​ສາ​ຫະ​ກຳ​​ວັດທະ­ນະ­ທຳ.

3- ກໍ່­ສ້າງແລະປະ­ກາດ​ໃຊ້ “ຍຸດ​ທະ​ສາດການ​ພັດ­ທະ­ນາ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດທະນະທຳຫວຽດ­ນາມ ເຖິງ​ປີ 2020, ວິ­ໄສ​ທັດ​ເຖິງ​ປີ 2030”.

ອີງ​ຕາມ​ມະ­ຕິ​ເລກ​ທີ 31/NQ-CP, ລົງ​ວັນ​ທີ 13 ພຶດ­ສະ­ພາ 2014, ວ່າ​ດ້ວຍ ການ​ປະ­ກາດ​ໃຊ້​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດ­ຖະ­ບານ ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ມະ­ຕິ​ເລກ​ທີ 22-NQ/TW, ​ລົງ​ວັນ​ທີ 10 ເມສາ 2013, ຂອງກົມ​ການ­ເມືອງຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ­ນາມ ກ່ຽວ​ກັບ “ການ​ເຊື່ອມ​ໂຍງ​ສາ­ກົນ”, ຫວຽດ­ນາມໄດ້​ດຳ­ເນີນ​ການ​ກໍ່­ສ້າງ “ຍຸດ​ທະ​ສາດການ​ພັດ­ທະ­ນາ​ບັນ­ດາ​ຂະ­ແໜງ­ການ​ອຸດສາຫະກຳ​​ວັດທະນະ­ທຳຫວຽດນາມ ເຖິງປີ 2020, ວິ­ໄສ​ທັດ​ເຖິງ​ປີ 2030”. ໃນ​ວັນ​ທີ 8 ກັນ­ຍາ 2016, ​ແຜນຍຸດ​ທະ​ສາດ​ສະ­ບັບ​ນີ້ ​ໄດ້​ຖືກນາ­ຍົກ­ລັດ­ຖະ­ມົນ­ຕີ​ອະ­ນຸ­ມັດ​ຜ່ານ ​ດ້ວຍ​ຂໍ້​ຕົກ­ລົງ​ເລກ​ທີ  1755/QĐ-TTg. ​ແຜນຍຸດ​ທະ​ສາດ​ໄດ້​ກຳ­ນົດ​ວ່າ, ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ແມ່ນ​ບັນ­ດາ​ຂະ­ແໜງ­ການ​ທີ່​ມີ​ການ​​ປະ­ດິດ​ສ້າງ​ ອີງ­ໃສ່​​ແຫຼ່ງ​ພະລັງງານ​ດ້ານ​ວັດ­ທະ­ນະ­ທຳ, ການ​ໝູນ​ໃຊ້​ບັນ­ດາ​ຄວາມ​ກ້າວ­ໜ້າ​ຂອງ​ວິ­ທະ­ຍາ­ສາດ, ເຕັກ­ນິກ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ຜະ­ລິດ​ເປັນ​ຜະ­ລິດ​ຕະ​ພັນ ແລະບໍ­ລິ­ການ​ວັດ­ທະ­ນະ­ທຳ ​ດ້ວຍ​ວິ­ທີ​ການ​ຜະ­ລິດ​ອຸດສາ­ຫະ­ກຳ, ​ໄດ້​ແຈກ​ຈ່າຍ ແລກ­ປ່ຽນ ບໍ­ລິ­ໂພກ​ໃນ​ຕະ­ຫຼາດ. ໃນ​ປະ­ຈຸ​ບັນ​ ບັນ­ດາ​ຂະ­ແໜງ­ການອຸດສາຫະກຳ​ວັດທະ­ນະ­ທຳ​ ຢູ່ຫວຽດນາມ ພຽງ​ແຕ່​​ເປັນບັນ­ດາ​ພື້ນ­ຖານ​ການ​ຜະ­ລິດ ທຸ­ລະ​ກິດຂະ­ໜາດ​ນ້ອຍ ຫຼືເປັນ​ແບບ​ເລີ່ມ​ຕົ້ນ ເຄິ່ງ​ອຸດ­ສາ­ຫະ­ກຳ. ຂະ​ບວນການປະ­ດິດ​ສ້າງ, ​ຜະ­ລິດ, ​ແຈກ​ຈ່າຍ, ​ເຜີຍແຜ່​ ​​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ ສ່ວຍ​ຫຼາຍ​ໂດຍ​ແມ່ນ​ບັນ­ດາໜ່ວຍ​ງານ​ພາກ​ລັດ​ຮັບ­ຜິດ­ຊອບ. ​ເອ­ກະ​ຊົນ​ແລະໜ່ວຍ​ງານນອກ​ພາກ​ລັດ​ ​ເຂົ້າ​ຮ່ວມ​ຂອດຈໍລະ​ຈອນ​​ໃນ​ຕະ­ຫຼາດ​ເປັນຕົ້ນຕໍ. ການ​ເຂົ້າ​ຮ່ວມ​ນີ້​ກໍ່​ຍັງ​ມີ​ລັກ­ສະ­ນະ​ກະ​ແຈກ​ກະ­ຈາຍ, ເກີດ​ຂຶ້ນ​ເອງ, ບໍ່​ເປັນ​ແບບ​ມື​ອາ­ຊີບ. ອີງ​ຕາມ​ຜົນງານ​ແຫ່ງ​ການ​ຄົ້ນ­ຄວ້າ ແລະ ອີງ​ຕາມ​ພາ­ລະ​ບົດ­ບາດ​ການ​ຄຸ້ມ​ຄອງ​​ລັດ ​ຂອງ​ບັນ­ດາ​ກະ­ຊວງ, ຂະແໜງການ, ​ແຜນຍຸດ​ທະ​ສາດ​ໄດ້​ກຳ­ນົດ​ໂຄງ​ປະ­ກອບ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຫວຽດ­ນາມ ລວມ​ມີ 12 ຂະ­ແໜງ­ການ​ຄື: ການ​ໂຄ­ສະ­ນາ, ສະຖາປັດຕະຍະກຳ, ຊອບ​ແວແລະ​ເກມ​ບັນ​ເທິງ, ​ຫັດ­ຖະ­ກຳ, ສິລະ​ປະກຳ, ການ​ອອກ​ແບບ, ຟິມຮູບ­ເງົາ, ພິມ​ຈຳ­ໜ່າຍ, ການ​​ເຮັດເຄື່ອງ​ນຸ່ງ​ຫົ່ມ​ຕາມ​ສະ​ໄໝ​ນິຍົມ (Fashion - ​ແຟຊັ່ນ), ສິລະ​ປະ​ການ­ສະ­ແດງ, ວິຈິດ​ສິນ, ການ​ຖ່າຍ­ຮູບແລະການວາງ­ສະ­ແດງ, ​ໂທລະພາບ​ແລະ​ກະຈາຍສຽງ, ການ­ທ່ອງ­ທ່ຽວ​​ວັດ­ທະ­ນະ­ທຳ. ​ແຜນຍຸດ​ທະ​ສາດ​ກໍ່​ວາງ​ເປົ້າ​ໝາຍສູ້​ຊົນ​ເຖິງ​ປີ 2020, ຊຶ່ງ​ລາຍ​ໄດ້​ຂອງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ ​ຈະ​ປະ­ກອບ­ສ່ວນປະມານ 3% ຂອງ​ ຈີ​ດີ​ພີ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ເປັນ​ຈຳ­ນວນ​ຫຼາຍ; ເຖິງ​ປີ 2030, ລາຍ​​ໄດ້​ຂອງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດທະນະທຳ​ ຈະປະ­ກອບ­ສ່ວນ​ປະມານ 7% ຂອງ​ ຈີ​ດີ​ພີ.

ການ​ກຳ­ເນີດ​ຂອງ​​ແຜນຍຸດ​ທະ​ສາດ​ແມ່ນ​ຜົນ­ງານ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ​ໃນ​ຂົງ­ເຂດ​ພັດທະນາ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ, ພ້ອມ​ນັ້ນ​ກໍ່​​ຂີດ​ໝາຍ​​ຄວາມ​ພະ­ຍາ­ຍາມ​ຂອງ​ບັນ­ດາ​ນັກ​ວາງ​ແຜນ​ນະໂຍບາຍ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳວັດ­ທະ­ນະ­ທຳຫວຽດ­ນາມ ຕາມ​ທິດ​ທັນ​ສະ­ໄໝ, ເຊື່ອມ​ໂຍງ​ສາກົນ, ມີ​ການ​ລົງ­ທຶນຢ່າງ​ລວມສູນ ​ແນ­ໃສ່​ສ້າງປະ​ສິດ­ທິ​ຜົນທີ່ແທ້​ຈິງ ແລະ ມີ​ການ​ປະ­ກອບ­ສ່ວນ​ໃຫ້​ແກ່​ສັງ­ຄົມ.

ຜົນ​ກະທົບ​ຂອງ​ການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ​ ຕໍ່​ກັບການ​ພັດ­ທະ­ນາ​ບັນ­ດາ​ຂະ­ແໜງ­ການ​ອຸດສາຫະກຳ​​ວັດ­ທະ­ນະ­ທຳ ແລະ ຕະ­ຫຼາດ​ບໍ­ລິ­ການ, ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ

1- ຫັນ​ຮູບ​ການ​ກຳ­ມະ­ສິດເປັນ​ຫຼາກ​ຫຼາຍ​, ເປີດ​ກ້ວ​າງ​ຕະ­ຫຼາດ ແລະສົ່ງ­ເສີມ​ການ​ພັດ­ທະ­ນາ​ບັນ­ດາ​ຂະແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​.

ຕະ­ຫຼາດ​ພາຍ​ໃນ​ປະ­ເທດທີ່​ມີພົນ­ລະ­ເມືອງ​ 90 ລ້ານ​ກວ່າ​ຄົນ ແມ່ນ​ຄວາມ​ສະ­ດວກ​ໜຶ່ງ ເຊິ່ງ​ຂະແໜງການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳຫວຽດ­ນາມ ໄດ້​ຮັບ​ໃນເມື່ອ​ດຳ­ເນີນ​ການ​ຫັນ​ການ​ເຄື່ອນ​ໄຫວ​ຜະ­ລິດ ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳເປັນ​ສັງຄົມ; ຕະ­ຫຼາດ​ນີ້​ຮັບ­ປະ­ກັນ​ຄວາມ​ຕ້ອງການ​ຈຳໜ່າຍ​ຜະລິດ​ຕະພັນ​ຂອງ​​ບັນດາ​ຂະ­ແໜງ­ຍ່ອຍ​ໃນ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ. ນອກຈາກ​ນັ້ນ, ຕະ­ຫຼາດ​ອາ­ຊີ​ກຳ­ລັງ​ຂະຫຍາຍຕົວ​ກໍ່​​ເປັນໂອ­ກາດ​ດີ​ສຳລັບບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ຂອງຫວຽດ­ນາມ. ດ້ວຍ​ເຫດ​ນັ້ນ, ຂະ​ບວນການ​ຫັນຮູບ​ການ​ກຳ­ມະ­ສິດ​ເປັນ​ຫຼາກ​ຫຼາຍ​, ຫັນການ​​ເຄື່ອນ​ໄຫວ​ຜະ­ລິດແລະ​ບໍ­ລິ­ການວັດ­ທະ­ນະ­ທຳ​ເປັນ​ສັງຄົມຢູ່ຫວຽດ­ນາມ ໄດ້​ສ້າງ​ຂອບ​​ລະ­ບຽບ​ກົດ­ໝາຍ​ອັນ​ສະ­ດວກ ເພື່ອ​​ໃຫ້ບັນ­ດາ​ພາກ­ສ່ວນ​ກຳ­ມະ­ສິດ​ເຂົ້າ​ຮ່ວມການເຄື່ອນ​ໄຫວ​ຜະລິດແລະ​ບໍ­ລິ­ການວັດ­ທະ­ນະ­ທຳ​ ໃນ​ຕະ­ຫຼາດ​ດົນ­ຕີ, ຟິມຮູບ­ເງົາ, ສິລະ​ປະ​ການ­ສະ­ແດງ, ​ແຟຊັ່ນ, ເກມ​ອອນ​ໄລ...(2).

ຄຽງ​ຄູ່​ກັນ​ກັບ​ການ​ຫັນ­ປ່ຽນ​ໂຄງ​ປະ­ກອບ​ການ​ກຳ­ມະ­ສິດ, ໃນ​ແຕ່​ລະ​ປີ, ແຫຼ່ງ​ທຶນ​ທີ່ຫວຽດ­ນາມ​ໃຊ້ຈ່າຍ​ໃນການເຄື່ອນ​ໄຫວ​ວັດ­ທະ­ນະ­ທຳ​ ກວມ​ເອົາປະມານ 1,8% ຂອງງົບ­ປະ­ມານ​ທັງ​ໝົດ. ໃນ​ປີ 2015, ຈຳນວນທຶນ​ທີ່ລົງ​ໃຫ້­​ແກ່ການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ​ ບັນ­ລຸ​ 26,7 ລ້ານໂດ​ລາ​ສະ­ຫະ­ລັດ ແລະ ໃຫ້​ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ວັດ­ທະ­ນະ­ທຳ​ ບັນ­ລຸ​ 12,7 ລ້ານ​ໂດ​ລາ​ສະ­ຫະ­ລັດ. ການ​ທີ່ລັດ­ຖະ­ບານ​​ອະ​ນຸ​ຍາດ​ໃຫ້​ເອກະ​ຊົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ ສ້າງ­ຕັ້ງ​ບໍ­ລິ­ສັດ​ຟິມຮູບ­ເງົາ​ເອ­ກະ​ຊົນ, ສາຍ­ຮູບ­ເງົາ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ­ແດງ, ຮ່ວມ​ມື​ກັບ​​ໂຮງ​ພິມ​ນັບ​ສິບໆ​ແຫ່ງ ໄດ້​ສ້າງ​ສິ່ງ­ແວ­ດລ້ອມ​ດ້ານ​ນິຕິ​ທຳ​ທີ່​ສະ­ດວກ​ດີ ໃຫ້​ແກ່​​ບຸກ­ຄົນ, ວິ​ສາ​ຫະ​ກິດ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ​ພາຍ​ໃນ ແລະຕ່າງ­ປະ­ເທດ... ລົງ­ທຶນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະ­ທຳ ແລະສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ບໍ­ລິ­ການ ແລະຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ. ດ້ວຍ​ຄວາມ​ຊ່ວຍເຫຼືອ​ທາງ​ດ້ານ​ກົນ​ໄກ, ນະ­ໂຍ­ບາຍ​ຄື​ແນວ​ນັ້ນ, ເຖິງ​ປີ 2015, ໂດຍ​ພື້ນ­ຖານ ຫວຽດ­ນາມໄດ້​ສ້າງ­ຕັ້ງ​​ຕະຫຼາດ​ວັດ­ທະ­ນະ­ທຳ ແລະບັນດາໂຄງສ້າງ​ພື້ນ­ຖານ​​ ທີ່​ມີ​ຄວາມ​ສາ­ມາດ​ຊຸກ­ຍູ້​ໃຫ້ 12 ຂະ­ແໜງ­ການ​ອຸດສາຫະ­ກຳ​ວັດ­ທະ­ນະ­ທຳ​ຂະຫຍາຍຕົວ. ​ຄວາມ​ມາ­ນະ​ພະ­ຍາ­ຍາມ​ໃນ​ການປ່ຽນ­ແປງ​ທາງ​ດ້ານ​ລະບຽບ​ກົດ­ໝາຍ​ ໄດ້​ຊ່ວຍ​ໃຫ້ຫວຽດ­ນາມສຳ­ເລັດ​​ເທື່ອ​ລະ​ກ້າວ ການ​ຫັນ­ປ່ຽນ​ກົນ​ໄກ​ຢູ່​ບັນ­ດາ​ຫົວໜ່ວຍ​ວັດ­ທະ­ນະ­ທຳ​ພາ­ລະ­ກິດ ​ມາ​ເປັນ​ຫົວໜ່ວຍ​ວັດ­ທະ­ນະ­ທຳ​ທຸ­ລະ​ກິດ​ແຫ່ງ​ລັດ, ຄື​ການ​ຜະ­ລິດ ການ­ຈຳ­ໜ່າຍຟິມ​ຮູບ­ເງົາ, ບັນດາ​ຄະ­ນະ​ສິ­ລະ​ປະ​ການ­ສະ­ແດງ, ພ້ອມກັນ​ນັ້ນ, ອາ​ນຸ​ຍາດ​ໃຫ້­ລົງ​ທະ­ບຽນ​ໃໝ່​ ສຳລັບໜ່ວຍ​ງານວັດ­ທະ­ນະ­ທຳ​ທີ່​ມີ​ລັກ­ສະ­ນະ​ທຸ­ລະ​ກິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ພາກ­ສ່ວນ​ກຳ­ມະ­ສິດ​ທີ່​ແຕກ​ຕ່າງ​ກັນ. ນີ້​ແມ່ນ​ການ​ປ່ຽນແປງ​ແບບ​ບຸກ​ທະ­ລຸ​ເຊິ່ງຫວຽດ­ນາມໄດ້​ເຮັດ​ເມື່ອ​ທຳ­ລາຍ​ລະ­ບຽບ​ການ​ກຳ­ມະ­ສິດ​ໜຶ່ງ​ດຽວ, “ແກ້​ເຊືອກ” ​ເທື່ອ​ລະ​ກ້າວໃຫ້​ແກ່​ກຳລັງ​ການ​ພະ​ລິດ, ສົ່ງ­ເສີມ​ການ​ຫັນ​ເປັນ​ສັງ­ຄົມ ແລະ ຜັນ​ຂະ­ຫຍາຍ​ບັນ­ດາ​ນະ­ໂຍ­ບາຍ​ເອື້ອອຳນວຍ​ຊ່ວຍ­ເຫຼືອ​ການຜະ­ລິດ ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ​ ເພື່ອ​ມຸ່ງ​​ໄປສູ່​​ໂຄງ​ປະ­ກອບ​ກຳ­ມະ­ສິດ​ຫຼາຍ​ຮູບ​ຫຼາຍ​ແບບ (ກຳ­ມະ­ສິດ​ສ່ວນ​ລວມ, ກຳ­ມະ­ສິດ​ເອ­ກະ​ຊົນ ແລະ ກຳ­ມະ­ສິດ​ປະສົມ), ສ້າງ­ຕັ້ງ​ບັນ­ດາຂະ​ແໜງ​ອາ­ຊີບ​ອຸດ­ສາ­ຫະ­ກຳ​ວັດທະ­ນະ­ທຳ​ໃໝ່, ເປີດ​ກວ້າງ​ຕະ­ຫຼາດ ແລະເພີ່ມ​ທະ­ວີ​ຄວາມ​ສາ­ມາດ​ເຊື່ອມ​ໂຍງ​ສາ­ກົນ​ ຂອງ​ບັນ­ດາ​ຂະແໜງການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ.

2- ການ​ປ່ຽນ­ແປງ​ໃໝ່​ນະ­ໂຍ­ບາຍ ແລະກົນ​ໄກ​ການເຄື່ອນ​ໄຫວ​ ໄດ້​ສ້າງ​ກຳລັງ​ໜູນ​ໃຫ້​ຂະແໜງການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ຈຳນວນ​ໜຶ່ງ ​ເປີດ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ບໍ­ລິ­ການ ແລະຜະ­ລິດ​ຕະ​ພັນ.

ກ່ຽວ​ກັບ​ຂະ​ແໜງ​ການພາບພະຍົນ: ພາຍ­ຫຼັງ​ປີ 1986, ຂະ​ແໜງ​ການ​ພາບພະຍົນຫວຽດ­ນາມ ໄດ້​ຫັນປ່ຽນ​ຈາກກົນ​ໄກ​ເກື້ອ​ກຸນ​ ມາ​ເປັນ​ກົນ​ໄກ​ໄລ່​ລຽງ​ດ້ວຍ​ຕົນ​ເອງ​ ​ໂດຍ​ມີ​ການ​ຊ່ວຍ­ເຫຼືອ​ສ່ວນ​ໜຶ່ງ​ຂອງ​ລັດ. ໃນ​ໄລ­ຍະ​ນີ້, ຈຳ­ນວນຟີມ​ຮູບ­ເງົາ​ທີ່​ໄດ້​ຜະລິດ​ດ້ວຍ​ງົບ­ປະ­ມານ​ແຫ່ງ​ລັດ​ຖືກ​ຫຼຸດ​ລົງ​ຢ່າງ​ໄວ, ຮູບ­ເງົາວີ​ດີ​ໂອ (ຮູບ­ເງົາ “ໝີ່​ໄວ​ໄວ”) ປະກົດ​ແລະຄອບ​ຄອງ​ຕະ­ຫຼາດ​ໄດ້​ຢ່າງ​ໄວວາ. ຮູບ­ເງົາ​ແບບ​ນີ້ແລະບັນ­ດາ​ບໍ­ລິ­ສັດ​ຮູບ­ເງົາ​ວີ​ດີ​ໂອ ຖືກຖື​ວ່າເປັນ​ເຈົ້າ­ພາບ​ທຳ​ອິດ​ຂອງ​ຂະ­ແໜງການ​ອຸດ­ສາ­ຫະ­ກຳ​ພາບພະຍົນຫວຽດ­ນາມ. ການປະກົດ​ຕົວ​ຂອງ​ຮູບເງົາ “ໝີ່​ໄວ​ໄວ” ແລະລາຍ​​ໄດ້​ລະ­ດັບ​ສູງຂອງ​ມັນ ​ໄດ້​ວາງ​ຄວາມ​ຮຽກ­ຮ້ອງ​ຕົວ​ຈິງ​ອອກ​ມາ ພາ​ໃຫ້​ລັດຖະບານ​ຫວຽດນາມ​ຕ້ອງ​ດັດ​ແປງນະ­ໂຍບາຍ​ພັດ­ທະ­ນາ​ພາບພະຍົນ. ​ດຳ­ລັດ​ເລກ​ທີ 48/CP ຂອງ​ລັດ­ຖະບານ​, ອອກ​ໃນ​ເດືອນ​ກໍ­ລະ­ກົດ 1995, ໄດ້​​ເປີດຂະ​ບວນການຟື້ນ​ຟູ​ພັດທະນ​ພາບພະຍົນ ໂດຍ​ຜ່ານ​ບັນ­ດາ​ໂຄງການ​ປັບ­ປຸງ ແລະພັດ­ທະ­ນາ​ພາບພະຍົນ. ປີ 2002, ຂະ­ແໜງ­ອຸດສາຫະກຳ​ພາບພະຍົນ​ໄດ້​ມີ​ບາດ­ກ້າວ​ຫັນ­ປ່ຽນ​ຢ່າງ​ຈະແຈ້ງ​ກວ່າອີກ ​​ເມື່ອມີຂໍ້​ຕົກ­ລົງ​ເລກ​ທີ 38/2002/QĐ-BVHTT ຂອງ​ກະ­ຊວງວັດ­ທະ­ນະ­ທຳ-ຖະ​ແຫຼ​ງຂ່າວ ວ່າ​ດ້ວຍ “ຂໍ້ກຳ­ນົດ​ກ່ຽວ​ກັບ​ເງື່ອນ­ໄຂ​ສ້າງ­ຕັ້ງ​ພື້ນ­ຖານ​ຜະ­ລິດ​ຟິມຮູບ­ເງົາ ແລະສິດ​ອຳ­ນາດ, ລະ­ບຽບ​ການ​ອະ­ນຸ­ມັດ​ຜ່ານ​ຟິມຮູບ­ເງົາ”, ຊຶ່ງ​ໄດ້ຍອມຮັບ­ສະ​ຖາ­ນະທາງ​ກົດໝາຍ​ເຕັມ​ສ່ວນ​ຂອງ​ບໍ­ລິ­ສັດ​ຟີມຮູບ­ເງົາ​ເອ­ກະ​ຊົນ. ຂໍ້​ຕົກ­ລົງ​ດັ່ງກ່າວ​ໄດ້​ສ້າງ​ສິ່ງແວ­ດລ້ອມ​ດ້ານລະ­ບຽບ​ກົດ­ໝາຍ​ອັນ​ສະ­ດວກ​ ໃຫ້​​ບັນ­ດາ​ບໍ­ລິ­ສັດ​ຟີມຮູບ​ເງົາເອກະ​ຊົນ​ເຂົ້າ​ຮ່ວມ​ຕະ­ຫຼາດ. ບັນດາ​ບໍ­ລິ­ສັດ​ຟີມຮູບ­ເງົາ​ເອ­ກະ​ຊົນ ​ໄດ້​ຮັບ​ການ​ສ້າງ­ຕັ້ງຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຄຽງ​ຄູ່​ກັນ​ກັບ 5 ບໍ­ລິ­ສັດຟີມ​ຮູບ​ເວົາ​ໃຫຍ່​ຂອງ​ລັດ, ມີ 25 ບໍ­ລິ­ສັດ​ຟີມຮູບ­ເງົາ​ທີ່​ຂຶ້ນ​ກັບ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ, ​ທ້ອງ​ຖິ່ນ ແລະ 30 ບໍລິສັດ​ຟີມຮູບເງົາ​ເອ­ກະ​ຊົນ. ປີ 2009, ຜະລິດ​ຟິມຮູບ­ເງົາ​​ໄດ້ 8 ເລື່ອງ, ໃນ​ນັ້ນ​ບໍ­ລິ­ສັດ​ຟິມຮູບ​ເລົາເອ­ກະ​ຊົນ​ຜະລິດ 4 ເລື່ອງ. ​ໃນ​ເວລາ​ທີ່​ຜ່ານ​ມາ​ມໍ່​ນີ້, ການ​ສັ່ງ​ການ​ຜະ­ລິດຟິມ​ຮູບ­ເງົາ​ດ້ວຍ​ງົບ­ປະ­ມານ​ແຫ່ງ​ລັດ​ ໂດຍ​ຜ່ານ​ຮູບ​ແບບ​ລັດ​ລົງ­ທຶນ ເອ­ກະ​ຊົນ​ເປັນ​ຜູ້​ຜະ­ລິດ ​ໄດ້​ສ້າງ​ບາດກ້າວ​ບຸກ​ທະ­ລຸ​​ໃໝ່​​ໃນການ​ພັດ­ທະ­ນາ​ຂອງ​ອຸດ​ສະຫະ​ກຳ​ພາບພະຍົນ. ຕາມ​ການສະ­ຖິ­ຕິ​ໃນ​ປີ 2015, ຟິມຮູບ­ເງົາ​ທີ່​​ລັດສັ່ງ​ການ​ຜະ­ລິດ ​ແລະ​ສາຍ​ຢູ່​ໂຮງ​ສາຍ­ຮູບ­ເງົາ​ມີ 8 ເລື່ອງ, ໃນ​ຂະ­ນະນັ້ນຟິມ​ຮູບ­ເງົາ​ທີ່​​ເອກະ​ຊົນຜະ­ລິດມີ 32 ເລື່ອງ​ໄດ້​ສາຍ​ຢູ່​ໂຮງ​ສາຍ­ຮູບ­ເງົາ. ປີ 2015, ລາຍ​ໄດ້​ຈາກ​ການ​ສາຍ­ຮູບ­ເງົາ​ຢູ່​ໂຮງ​ສາຍ­ຮູບ­ເງົາ​ບັນ­ລຸ​ 102 ລ້ານ​ໂດ​ລາ​ສະ­ຫະ­ລັດ, ໃນ​ນັ້ນລາຍ​ໄດ້​ຈາກ​ການສາຍຮູບເງົາຫວຽດ­ນາມກວມ​ເອົາ 30%. “ຄວາມ​ຮ້ອນ” ຂອງຮູບ­ເງົາຫວຽດ­ນາມ ໃນຊຸມ​ເດືອນ​ທ້າຍ​ປີ 2015 ຫາກາງ​ປີ 2016 ແລະ ໃນ​ເວ­ລາ​ມໍ່ໆ​ນີ້​ ດ້ວຍ​ການ​ປະ­ກົດ​ຂອງຟິມ​ຮູບ­ເງົາ​ເລື່ອ​ງ “ຂ້ອຍ​ເຫັນ​ດອກ​ໄມ້​ສີເຫຼືອງ​ເທິງ​ຫຍ້າ​ຂຽວ” (ປີ 2015), “ນ້ອງ​ເປັນ​ແມ່​ຍ່າ​ຂອງ​ອ້າຍ” (ປີ 2016), “ເດືອນ​ປີທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ” (ປີ 2018) ໄດ້​ໃຫ້​​ເຫັນ​ເຖິງ​ຜົນ​ກະ­ທົບ​ອັນ​ຕັ້ງ­ໜ້າ​ຂອງ​ການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ ​ຕໍ່​ການ​ພັດທະ­ນາ​ຕະ­ຫຼາດ​ຟິມຮູບ­ເງົາ​ຫວຽດ­ນາມໃນ​ເວ­ລາ​ທີ່​ຜ່ານ​ມາ.

ກ່ຽວ​ກັບສິລະ​ປະ​ການ­ສະ­ແດງ: ບັນ­ດາ​ການ​ປ່ຽນ­ແປງ​ທາງ​ດ້ານ​ລະບຽບ​ກົດໝາຍໄດ້​ສ້າງ​ເງື່ອນ­ໄຂ​ອຳນວຍ​ຄວາມ​ສະ­ດວກ ​ໃຫ້​ບັນດາ​ຮູບ​ການ​ສິ­ລະ​ປະ​ການ­ສະ­ແດງ​ໃໝ່​ທີ່​ມີ​ລັກ­ສະ­ນະ​ບັນ​ເທິງ ​ເກີດຂຶ້ນ​ຢູ່​ຫວຽດນາມ, ໃນ​ນັ້ນ​ການ​ປະກົດ​ຕົວ​ຂອງ​ຫຼາຍໂຄງ­ການ​ສິ­ລະ​ປະ​ໃໝ່​ ​ໄດ້​ໃຫ້​ເຫັນ​ວ່າ​ຮູບ​ແບບ​ສິລະ​ປະການ​ສະ​ແດງ, ການບັນ​ເທິງ ມີ​ຄວາມ​ສາມາດ​ພັດ­ທະ­ນາ​ຢ່າງ​ແຂງ­ແຮງ. ​ຜະ­ລິດ​ຕະ​ພັນ​ແລະ​ບໍ­ລິ­ການ​ທີ່​​ໂດດເດັ່ນບາງ​ຢ່າງ​ຖືກສ້າງ­ຕັ້ງຂຶ້ນ, ສ້າງ​​ໃຫ້​ມີເຄື່ອງ­ໝາຍ​​ສາ­ກົນ, ຄື​ລາຍການກາ​ຍະ​ສິນ “ບ້ານຂອງ​ຂ້ອຍ”, ລາຍ­ການ​ສະ​ແດງ​ຫຸ່ນ “ຈັງ​ຫວະ​ຂອງບ້ານ​ເກີດ​ເມືອງ​ນອນ”... ໃນ​ເວ­ລາ​ມໍ່ໆ​ນີ້, ລາຍການ​ສະ​ແດງ “Ionah” ແມ່ນ​ໂຄງ­ການ​ສິ­ລະ​ປະ​ການບັນ​ເທິງ​ສັງ​ລວມ​ ທີ່​ມີ​ການ​ປະ­ສົມ​ລະ­ຫວ່າງ​ສິ­ລະ​ປະ​ຫຼາຍ​ຮູບ​ແບບ​ທີ່​ຕ່າງ​ກັນ, ຄື​ຟ້ອນ, ລະ­ຄອນ, ກາຍະ​ສິນ​ແບບ​ໃໝ່, ຮິບ​ຮອບ, ທັດສະນະ​ສິນ, ດົນ­ຕີ, ສິລະ​ທັກ​ສະ, ແສງ​ສະ­ຫວ່າງ...ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຂງ­ແຮງ ແລະດຶງ​ດູດ​ຜູ້​ຊົມຈາກ​ຫຼາຍ​ລຸ້ນຢູ່ຮ່າ​ໂນ້ຍ ກໍ່​ຄື​ແຂກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ. ຄຽງ​ຄູ່​ກັນ​ນັ້ນ, ການເຄື່ອນ​ໄຫວ​ຜະ­ລິດ, ຈຳ­ໜ່າຍ, ທຸ­ລະ​ກິດບັນ​ທຶກ​ສຽງ, ດົນຕີ​ແລະ​ການ​ເຕັ້ນ​ລຳ, ເວ­ທີ​ສະ­ແດງ​ ໃນ​ແຕ່​ລະ​ປີ​ກໍ່ມີ​ບາດ­ກ້າວ​ພັດ­ທະ­ນາ​ຢ່າງ​ໝັ້ນຄົງ​ພໍ​ຄວນ. ຕາມ​ການ​ສະ­ຖິ­ຕິ​ຂອງ​ກົມ​ສິ­ລະ​ປະ​ການ­ສະ­ແດງ, ລາຍ​ຮັບ​ໃນ​ປີ 2015 ຂອງ​ຂະ­ແໜງ­ການ​ບັນ­ລຸ​ໄດ້​ປະ­ມານ 5,2 ລ້ານ​ໂດ​ລາ​ສະ­ຫະ­ລັດ, ຄວາມ​ເຕີບ​ໂຕ​ລາຍ​ຮັບ​ໄດ້​ປະ­ມານ 5% ຕໍ່​ປີ(3). ບັນ­ດາ​ຂໍ້​ມູນ​ສະ­ຖິ­ຕິ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຂະ­ແໜງ­ການ​ອຸ­ສາ​ຫະ​ກຳ​ທີ່​ມີ​ການ​ຫັນ­ປ່ຽນ​ຢ່າງ​ຕັ້ງ­ໜ້າ​ຫຼາຍ​ຢ່າງ ​ໂດຍ​ຜົນ​ກະ­ທົບ​ຂອງ​ການ​ປ່ຽນ­ແປງ​ລະ­ບຽບ​ກົດ­ໝາຍ​ດ້ານ​ວັດ­ທະ­ນະ­ທຳ​ໃນ​ຊຸມ​ປີ­ຜ່ານ­ມາ​ມໍ່​ນີ້.

ຂະ​ບວນ​ການ​ເຊື່ອມ​ໂຍງ​ສາ­ກົນ​ນັບ​ມື້​ນັບ​ເລິກ­ເຊິ່ງ​ກວ້າງ­ຂວາງ ​ໄດ້​ສ້າງ​ໂອກາດທີ່​ສະ­ດວກ​ດີ ເພື່ອການ​ເຂົ້າ​ເຖິງ, ມອບ​ຮັບ, ໝູນ​ໃຊ້​ບັນ­ດາ​ຜົນ­ງານວິ­ທະ­ຍາ­ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ເຂົ້າ​ໃນ​ຂະ​ບວນການ​ປະດິດສ້າງ​ແລະ​ຜະ­ລິດ​ຜະ­ລິດ​ຕະ​ພັນອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ; ໃນ​ນັ້ນ​ ບາງ​ຂະ­ແໜງ­ການ​ໄດ້​ມີ​ບາດ­ກ້າວ​ກ້າວໜ້າທີ່​ແນ່­ນອນ​ ໃນ​ຕະ­ຫຼາດ​ພາຍ​ໃນ​ປະ­ເທດ. ປີ 2014, ຂະ­ແໜງ­ການ​ຊອບ​ແວແລະເກັມບັນ​ເທິງ​ ມີ​​ລາຍ​ຮັບ​ລວມຍອດບັນ­ລຸ​ 1.407 ລ້ານກວ່າໂດ​ລາ​ສະຫະ­ລັດ, ດຶງ​ດູດ​ຜູ້​ແຮງ​ງານ​ 6 ໝື່ນກວ່າ​ຄົນ, ບັນ­ລຸ​ລາຍ​ຮັບ​ສະ​ເລ່ຍ 19.000 ໂດ​ລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່​ປີ; ລາຍ​ຮັບຂອງ​ອຸດສາຫະກຳ​ການ​ໂຄສະ​ນາ​ໃນ​ສື່​ມວນ​ຊົນ​ໃນ​ ປີ 2015 ບັນ­ລຸ​ 1 ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ; ຂະ­ແໜງ​ການ­ທ່ອງ­ທ່ຽວ, ໃນ​ປີ 2015 ບັນ­ລຸ​​ລາຍ​ຮັບ​ທັງ​ໝົດ 337,83 ພັນ​ຕື້​ດົ່ງ​ຫວຽດ­ນາມ, ໃນ​ນັ້ນ ການ­ທ່ອງ­ທ່ຽວ​ວັດ­ທະ­ນະ­ທຳ​ກວມ​ເອົາ​ປະ­ມານ 10% ຂອງ​ລາຍ​ຮັບ​ທັງ​ໝົດ.... ຕາມ​ການ​ສະ­ຖິ­ຕິ​ທີ່​ຍັງ​ບໍ່​ທັນ​ຄົບ​ຖ້ວນ ​ໃນ​ປີ 2015, ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ຂອງຫວຽດນາມ ໄດ້​ປະ­ກອບ­ສ່ວນປະ­ມານ 8.039 ລ້ານ​ໂດ​ລາ​ສະ­ຫະ­ລັດ, ກວມ​ເອົາ​ເກືອບ 2,68% ຂອງ ຈີ​ດີ​ພີ. ຄື​ແນວ​ນັ້ນ, ດ້ວຍ​ການ​ປ່ຽນ­ແປງ​ອັນ​ຕັ້ງ­ໜ້າ​ທາງ​ດ້ານລະ­ບຽບ​ກົດ­ໝາຍ ​ນະ­ໂຍ­ບາຍ, ພິ­ເສດ​ແມ່ນ​ບັນ­ດາ​ນະ­ໂຍ­ບາຍ​ເສດ­ຖະ­ກິດ​ໃນ​ດ້ານ​ວັດ­ທະ­ນະ­ທຳ ແລະ ການ​ສົ່ງ­ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ພາກ­ສ່ວນ​ກຳ­ມະ­ສິດ, ການ​ລົງ­ທຶນ​ຂອງ​ພາຍ​ໃນແລະຕ່າງ­ປະ­ເທດ ​ເຂົ້າ​ໃນ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ ໄດ້​ຊຸກ­ຍູ້​ຕະ­ຫຼາດ​ອຸດ­ສາ­ຫະ­ກຳ​​ວັດທະນະທຳຫວຽດ­ນາມພັດທະນາ ບັນ­ລຸ​​ບາດ­ກ້າວ​ໃໝ່ ແລະມີ­ສ່ວນຮ່ວມ​ທີ່​ແນ່ນອນ​ໃນ​ການ​ເຕີບ​ໂຕຂອງ ຈີ​ດີ​ພີ.

ແຕ່​ວ່າ, ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ຢູ່ຫວຽດ­ນາມໃນ​ປະ­ຈຸ​ບັນ ກໍ່​ຍັງ​ບໍ່​ທັນບັນລຸ​ເຖິງ​ບາດກ້າວຂະຫຍາຍຕົວ​ທີ່​​ເໝາະສົມ​ກັບ​ທ່າ​ແຮງ ​ແລະຄວາມ​ສາ­ມາດ​ບົ່ມ​ຊ້ອນຂອງປະເທດ, ເຖິງ​ວ່າ​ໄດ້​ມີ​ການ​ຜັນ​ຂະ­ຫຍາຍ​ການ​ປ່ຽນ­ແປງ​ໃໝ່ລະ­ບຽບ​ກົດ­ໝາຍໃນ​ຂົງ­ເຂດ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ ເປັນ​ຫຼາຍ​ບາດ­ກ້າວ. ຈຳ­ນວນ​ໂຄງການ​ທີ່​ກ່ຽວ­ຂ້ອງ​ເຖິງ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ ​ກໍ່​ຍັງ​ມີ​ໜ້ອຍ. ບັນ­ດາ​ຂະ­ແໜງ­ການ​ຜະ­ລິດ, ທຸ­ລະ​ກິດ​ຜະລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ຢູ່ຫວຽດ­ນາມໃນ​ປະ­ຈຸ​ບັນ ຫາ­ກໍ່​ແມ່ນ​​ພື້ນ­ຖານ​ຜະ­ລິດ ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ​ເປັນຕົ້ນຕໍ, ຍັງ​ບໍ່​ທັນ​ມີ​​ກຸ່ມ​ບໍ­ລິ­ສັດ​ໃຫຍ່ ​ກຸ່ມການຈັດ​ຕັ້ງ​ລວມຫຼາຍ​ພາລະ​ບົດ­ບາດ. ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ຍັງສະ​ຫງັກ​ຊັກ​ຊ້າ, ຂາດ​ຄວາມ​ຂະ­ຫຍັນ​ຂັນ​ເຄື່ອນ. ກຸ່ມ​​ວິ​ສາ​ຫະ​ກິດ​ນອກ​ພາກ​ລັດ​ ​ຂາດ​ກົນ​ໄກ​ແລະ​ຊັບພະຍາກອນ​ເພື່ອການ​ພັດ­ທະ­ນາ. ​ໂດຍພື້ນ­ຖານ​ແລ້ວ, ໃນ​ປະ­ຈຸ​ບັນ ​ຂະ​ບວນ​ການ​ຜະ­ລິດ, ການ​ແຈກຢາຍ​ ແລະ​ເຜີ​ຍ​ແຜ່​​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ ສ່ວນ​ໃຫຍ່​ໂດຍ​ແມ່ນໜ່ວຍ​ງານ​ຂອງ​ລັດ​ເປັນ​ຜູ້​ຮັບຜິດຊອບ​, ໜ່ວຍ​ງານ​ເອ­ກະ​ຊົນ​ສ່ວນ​ໃຫຍ່​ເຂົ້າ​ຮ່ວມ​ການ​ຈໍລະ​ຈອນ​ໃນ​ຕະ­ຫຼາດ​, ທັງ​ໝົດ​​ຍັງ​​ກະ​ແຈກ​ກະ­ຈາຍ, ເກີດ​ຂຶ້ນ​ເອງ, ຍັງ​ບໍ່​ເປັນ​ແບບ​ມື​ອາ­ຊີບ.

ຕະ­ຫຼາດ​ຜະ­ລິດ​ຕະ​ພັນ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ ຍັງ​ຕົກ​ໃນ​ສະພາບ​ການ​ລະ­ເມີດ​ລິ​ຂະ​ສິດ ຢ່າງກວ້າງຂວາງ ​ໃນທຸກຂົງ­ເຂດ​ທີ່​ຂຶ້ນ​ກັບ​ອຸດ­ສາ­ຫະ­ກຳທະນະ­ທຳ, ຄື​ດົນ­ຕີ, ຟິມຮູບ­ເງົາ, ເກມ​ອອນ​ໄລ, ​ແຟຊັ່ນ, ການ​ອອກ​ແບບ... ການ​ລະ­ເມີດ​ລິ​ຂະ​ສິດ​ໄດ້​ເຮັດ​ໃຫ້​ຜູ້​ປະ​ດິກ​ສ້າງ, ຜູ້​ຜະ­ລິດ​ຜະ­ລິດ​ຕະ​ພັນແລະບໍລິການ​ ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເກັບຜົນກຳ​ໄລ​ຈາກ​ການ​ຜະ­ລິດແລະແຈກ​ຈ່າຍ​ຜະ­ລິດ​ຕະ​ພັນ, ມັນທຳ­ລາຍ​​ບັນດາຮູບ​ແບບ​ທຸ­ລະ​ກິດ ແລະກໍ່​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ການ​ພັດ­ທະ­ນາ​ຂອງ​ວິ​ສາ​ຫະ​ກິດ. ການ​ຂາດ​ຄວາມ​ເຂົ້າ​ໃຈ​ໃນ​​ຂໍ້​ກຳ­ນົດ​ກົດໝາຍ​ນັ້ນ ໄດ້​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ການ​ພັດ­ທະ­ນາ​ບັນ­ດາ​ຮູບ​ແບບ​ວິ​ສາ​ຫະ​ກິດ. ການ​ລະ­ເມີດ​ລິ​ຂະ​ສິດ​ຖືກ​ຖື​ວ່າເປັນ​​ໄພ​ອັນ­ຕະ­ລາຍ​ທີ່​​ເຫັນ​ໄດ້​ຊັດ ກ່ຽວ​ກັບ​ຄວາມ​ປະ​ລາ​ໄຊ​ຂອງ​ຕະ­ຫຼາດ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ຢູ່ຫວຽດ­ນາມ ຖ້າ​ຫາກບໍ່​ມີ​​ມາດ​ຕະ­ການ​ແກ້​ໄຂ​ຢ່າງ​ທັນການ.

ຄຽງຄູ່ກັນນັ້ນ, ກົນ​ໄກ​ລົງ­ທຶນ​ການ​ເງິນ​ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ​ທີ່​ມີ​ແຕ່​ເອົາ­ໃຈ­ໃສ່​ເຖິງ​ການ​ລົງ­ທຶນ​ຂອງ​ລັດ­ຖະ­ບານ ​ແຕ່​ຍັງ​ຖື​ເບົາ​ບັນ­ຫາ​ດຶງ​ດູດ​ແຫຼ່ງ​ທຶນ. ດັ່ງ­ນັ້ນ, ຢາກ​​ປ່ຽນ­ແປງ​ໃໝ່​ກົນ​ໄກ​ລົງ­ທຶນ​ດ້ານ​ວັດທະນະທຳ, ກໍ່­ສ້າງ​ກົນ​ໄກ​ລົງ­ທຶນທີ່​ສົມ​ຄູ່ກັບ​ພື້ນ­ຖານ​ເສດ­ຖະ­ກິດ​ຕະ­ຫຼາດ​ກຳ­ນົດ​ທິດ​ສັງ­ຄົມ​ນິ­ຍົມ, ຫວຽດ­ນາມ ຕ້ອງ​ແກ້​ໄຂ​ປະກົດ­ການ “​ຄໍ​ຂວດ” ​ໃນ​ການ​ທຶນ​ລົງ­ທຶນ. ນອກ­ຈາກ​ນີ້, ການ​ປ່ຽນ­ແປງ​ໃໝ່​ກົນ​ໄກ​ການ​ລົງ­ທຶນ​ຍັງ​ມີ​ຜົນ​ປະ­ໂຫຍດ​ອັນ​ໃຫຍ່​ຫຼວງ ​ໃນ​ການ​ຊຸກ­ຍູ້​ການ​ດັດ​ແປງໂຄງ​ປະ­ກອບ​ໃນ​ລະ­ບອບ​ກຳ­ມະ­ສິດ ແລະ ໂຄງ​ສ້າງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ ໂດຍ​ຜ່ານ​ການ “ເພີ່ມ​ປະ­ລິ­ມານ” ດຶງ​ດູດ​ທຶນ​ໃນ​ການ​ລົງ­ທຶນ. ວຽກ​ນີ້ຍັງ​ອາດ​ສາ­ມາດ​ປຸກ​ກະ​ຕຸ້ນ​ແຫຼ່ງ​ທຶນ​ທີ່​ຄົງ​ຄ້າງ​ຂອງ​ລັດ, ປັບ​ໂຄງ​ສ້າງ​ທຶນ​​ໃນວິ​ສາ​ຫະ​ກິດ​ວັດ­ທະ­ນະ­ທຳ​ຂອງ​ລັດ​ໃຫ້​ດີ ມີ​ຜົນ​ປະ­ໂຫຍດ​​ແກ່​ການ​ຈັດ​ວາງສັບ​ຊ້ອນ​ບຸກ​ຄະ­ລາ​ກອນ​ ໂດຍ​ຜ່ານ​ແຫຼ່ງ​ທຶນ​ວັດ­ທະ­ນະ­ທຳ, ແກ້​ໄຂ​ບັນ­ຫາ​ສາຍ​ພົວ­ພັນ​ແບບ​ກາຍ​ອິນ​ຊີ​ລະ­ຫວ່າງ​ສອງ​ປັດ­ໃຈ​ຂອງ​ການ​ຜະ­ລິດ​ຄື ​ແຫຼ່ງ​ທຶນແລະບຸກ​ຄະ­ລາ​ກອນ​ ໃນ​ຂະ​ບວນ​​ການ​ພັດ­ທະ­ນາ​ພາ­ລະ­ກິດ​ວັດທະນະ­ທຳ, ມີ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ການ​ບຳ­ລຸງ​ສ້າງ​ເຈົ້າ­ພາບ​ທີ່​ຄຸ້ມ​ຄອງ​ເງິນ​ລົງ​ທຶນ, ຊຸກ­ຍູ້​ການ​ຂຸດ​ຄົ້ນ​ບັນ­ດາ​ຂະ­ແໜງ­ການ​ວັດ­ທະ­ນະ­ທຳ​ໃນຂົງ​ເຂດ, ຈັດ​ວາງໂຄງສ້າງ​ແລະດັດ­ແປງ​ແຫຼ່ງ​ທຶນ​ຄືນ­ໃໝ່, ຊ່ວຍ​ໃຫ້​ບັນ­ດາ​ກຸ່ມ​ບໍລິ­ສັດ, ໜ່ວຍ​ງານ​ວັດທະນະທຳ​ເຕີບ​ໃຫຍ່​ເຂັ້ມ­ແຂງ.

ມຸ່ງ​​ໄປສູ່​​ການ​ພັດ­ທະ­ນາ​ຂອງ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ ແລະ ຕະ­ຫຼາດ​ວັດທະ­ນະ­ທຳ​ ທີ່ປອດ​ໄສ, ໝັ້ນ­ຄົງ.

ພາຍ­ຫຼັງ 30 ກວ່າ​ປີແຫ່ງການ​ປ່ຽນ­ແປງ​ໃໝ່, ທຽບ​ກັບ​ການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບ​ເສດ­ຖະ­ກິດ​ແລ້ວ ​​ການ​ປ່ຽນ­ແປງ​ໃໝ່​ລະ­ບຽບ​ກົດ­ໝາຍ​ກ່ຽວກັບ​ວັດ­ທະ­ນະ­ທຳ​ຢູ່ຫວຽດ­ນາມ ​ເກີດ​ຂຶ້ນ​ຊ້າແລະມີບາດ­ກ້າວ​ທີ່​​ລະ­ມັດ­ລະ­ວັງ​ກວ່າ. ເຖິງ​ຢ່າງ​ໃດກໍ່​ຕາມ, ​ການ​ປ່ຽນ­ແປງ​ໃນ​ກອບ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວັດ­ທະ­ນະ­ທຳ​ ໄດ້​ມີ​ຜົນ​ກະ­ທົບ​ຢ່ງຫຼວງ​ຫຼາຍ​ຕໍ່​ການ​ພັດ­ທະ­ນາ​ຂອງ​ວັດທະນະ­ທຳ​ເວົ້າ​ລວມ ແລະ ອຸດສາຫະ­ກຳ​​ວັດ­ທະ­ນະ­ທຳ​ເວົ້າ​ສະ­ເພາະ. ຈາກ​ວັດ­ທະ­ນະ­ທຳ​ທີ່​ໄດ້​ຮັບການ​ອຸດ​ໜູນ​ເກື້ອ​ກູນ​ຢ່າງ​ໜັກ, ​ໃນ​ປະຈຸ​ບັນ ມັນ​ພວມ​ຫັນປ່ຽນ ພັດທະນາ​ຕາມ​ທິດ​ອຸດສາຫພກຳ​ວັດທະນະທຳ, ເຖິງ​ວ່າ​ຍັງ​​ກະ​ແຈກ​ກະ­ຈາຍ​ ແຕ່ມັນ​ໄດ້​ຮັບ​ເອົາ​ກຳລັງ​ຊີ­ວິດ​​ໃໝ່​ ​ເພື່ອ​​ຟື້ນ​ຟູ​ແລະພັດ­ທະ­ນາ​ບັນ­ດາ​ຄຸນ­ຄ່າ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ​ ໂດຍ​ຜ່ານ​ການ​ປະ­ດິດ​ສ້າງແລະໂຄ­ສະ­ນາ​ນັບ​ມື້​ນັບກວ້າງ­ຂວາງ ​ພາຍ​ໃຕ້​ຮູບ​ການ​​ບໍ­ລິ­ການແລະຜະ­ລິດ​ຕະ​ພັນ​ອຸດ­ສາ­ຫະ­ກຳ​​ວັດທະນະ­ທຳ. ການ​ພັດ­ທະ­ນາ​ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳຫວຽດນາມ ກຳ­ລັງ​ຢືນ​ຕໍ່­ໜ້າ​ໄລ­ຍະ​ໃໝ່​ທີ່​ມີ​ເງື່ອນ­ໄຂ​ອັນ​ສະ­ດວກດີ ພ້ອມ​ທັງຄວາມ​ຫຍຸ້ງ­ຍາກ ສິ່ງ​ທ້າ​ທາຍຕ່າງໆ. ການ​ເຊື່ອມ​ໂຍງ​ສາ­ກົນ​ນັບ​ມື້ນ​ນັບ​ເລິກ­ເຊິ່ງ​ກວ້າງ­ຂວາງ​ ກຳ­ລັງ​ນຳ​ເອົາ​ໂອ­ກາດ​ອັນ​ຍິ່ງ​ໃຫຍ່​​ມາ​ໃຫ້ການ​ປະ­ດິດ​ສ້າງແລະໂຄ­ສະ­ນາ​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ, ແຕ່​ກໍ່​ພາ​ໃຫ້​ເກີດ​ຄວາມ​ກົດ​ດັນໃນ​ການ​ແຂ່ງ­ຂັນ​ທີ່​​ໃຫຍ່​ຫຼວງ. ໃນ​ສະ­ພາບ​ການ​ດັ່ງ­ກ່າວ, ການ​ພັດ­ທະ­ນາ​ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດສາ­ຫະ­ກຳ​ວັດ­ທະ­ນະ­ທຳຫວຽດ­ນາມໃນ​ອະ­ນາ­ຄົດ​ ສ່ວນ​ໜຶ່ງ​ຈະ​ຖືກ​ຜົນ​ກະ­ທົບ​ບໍ່​ໜ້ອຍ​ ຈາກ​ຄວາມ​ຄືບ​ໜ້າ​​ໃນ​ພາ­ລະ­ກິດ​ປະ­ຕິ​ຮູບ​ລະ­ບຽບ​ກົດ­ໝາຍ​ດ້ານ​ວັດ­ທະ­ນະ­ທຳ​ຂອງ​ລັດ­ຖະ­ບານ. ດ້ວຍ​ເຫດ​ນັ້ນ, ຫວຽດນາມ​ຕ້ອງ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ໄປ​ຄຽງ​ຄູ່​ກັນ​ການ​ກໍ່­ສ້າງ, ປັບປຸງ​ບູ­ລະ­ນະ​ຕະ­ຫຼາດ​​ບໍ­ລິ­ການແລະຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ​ ໂດຍ​ຜ່ານ​ບັນ­ດາ​ມາດ​ຕະ­ການ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສົ່ງ​ເສີມການ​ສື່​ສານ, ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະຄວາມ​ຮັບ­ຜິດ­ຊອບ​ຂອງ​ບັນ­ດາ​ຂັ້ນ, ຂະແໜງການ, ທ້ອງ​ຖິ່ນ ແລະທົ່ວ​ສັງ­ຄົມ​ ກ່ຽວ​ກັບ​ທີ່​ຕັ້ງ, ຖາ­ນະ​ບົດ­ບາດ​ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດສາຫະກຳ​​ວັດ­ທະ­ນະ­ທຳ​ ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ; ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ​ໃນ​ການ​ລົງ­ທຶນ​ໃຫ້​ແກ່​ວັດ­ທະ­ນະ­ທຳ​ຄື​ກັບ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ທຸ­ລະ​ກິດ ແລະສະ­ແດງ​ຄວາມ​ຮັບ­ຜິດ­ຊອບຕໍ່​ສັງ­ຄົມ, ປະ­ຊາ​ຄົມ; ​ລະ­ດົມ​ການມີ​ສ່ວນ​ຮ່ວມ​ຢ່າງ​ກວ້າງ­ຂວາງ, ມີ​ປະ​ສິດ­ທິ​ຜົນ​ ຂອງ​ບັນ­ດາ​ພາຫະ­ນະ​ສື່​ມວນ​ຊົນ​ໃນ​ການ​ໂຄ­ສະ­ນາ ເຜີຍ­ແຜ່​​ແຜນ​ນະ­ໂຍ­ບາຍ​ຂອງ​ພັກ, ນະ­ໂຍ­ບາຍ ກົດ­ໝາຍ​ຂອງ​ລັດ ກ່ຽວ​ກັບ​ການ​ພັດ­ທະ­ນາ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ.

ທີ​ສອງ, ກໍ່­ສ້າງ, ປັບ­ປຸງ ແລະ ບູ­ລະ­ນະ​​ກົນ​ໄກ, ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ພັດ­ທະ­ນາອຸດ­ສາ­ຫະ­ກຳ​​ວັດທະ­ນະ­ທຳໃນ​ໄລ­ຍະ​ໃໝ່​ ແນໃສ່​ປົວ­ແປງ​ເງື່ອນ­ໄຂ​ທຸ­ລະ​ກິດ​ ​ບໍ­ລິ­ການ​ວັດທະນະທຳ, ຍົກ​ສູງ​ປະ​ສິດ­ທິ​ຜົນ​ໃນ​ການ​ປະ­ຕິ­ບັດ​ສິດ​ຊັບ​ສິນ​ທາງ​ບັນ​ຍາ ແລະບັນ­ດາ​ສິດ​ທີ່​ກ່ຽວ­ຂ້ອງ, ຊຸກ­ຍູ້​ການ​ແຂ່ງ­ຂັນ​ທີ່​ປອດ​ໄສ​ໃນ​ຕະ­ຫຼາດ; ບັນ­ດາ​ນະ­ໂຍ­ບາຍ​ເອື້ອອຳນວຍ​​ທາງ​ດ້ານ​ທຶນ, ພາ­ສີ​ອາ­ກອນ, ທີ່​ດິນ, ສົ່ງ­ເສີມ​ການປະ­ດິດ​ສ້າງ​ຂອງ​ສິລະປິນ ​ແລະ​ວິ​ສາ​ຫະ​ກິດ​ທີ່​ລິເລິ່ມ​ການ​ທຸ­ລະ​ກິດ. ກວດ­ຄືນ, ດັດ­ແປງ, ປັບ­ປຸງ​ກົນ​ໄກ​ປະ­ສານ​ສົມ­ທົບ​ທີ່​ມີ​ປະ​ສິດ­ທິ​ຜົນ​ລະ­ຫວ່າງ​ບັນດາ​ກະ­ຊວງ, ຂະ­ແໜງ­ການ, ຮັບ­ປະ­ກັນ​ຄວາມ​ຄົບ​ຊຸດ, ຫຼີກ­ເວັ້ນ​ການ​ຊ້ຳ​ຊ້ອນ​ກັນ; ເພີ່ມ​ທະ­ວີ​ການ​ແບ່ງ​ຂັ້ນ​ໃນ​ລະ­ບົບ​ການ​ບໍ­ລິ­ຫານ, ພ້ອມ​ທັງ​ຍູ້​ແຮງ​ການເຄື່ອນ​ໄຫວ​ຕິດ­ຕາມ, ຄວບ​ຄຸມ, ກວດ­ກາ, ຕິດຕາມກວດ­ກາ​ ການ​ເຄື່ອນ​ໄຫວ​ປະ­ຕິ­ບັດ​ໜ້າ­ທີ່; ປັບ­ປຸງ​ຮູບ​ແບບ​ການ­ຈັດ­ຕັ້ງ, ຍົກ​ສູງ​ຄວາມ​ສາ­ມາດ​ຂອງ​ບັນ­ດາ​ສູນປົກ​ປັກ​ຮັກສາ​ລິ​ຂະ​ສິດ ແລະ ​ອົງ­ການ​ບໍ­ລິ­ການລິ​ຂະ​ສິດ. ສືບ­ຕໍ່​ຜັນ​ຂະ­ຫຍາຍ​ການ​ປະ­ຕິ­ບັດ​​ແຜນ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ທີ່​ໄດ້​ຮັບອະ­ນຸ­ມັດ​​ໂດຍ​ເຈົ້າ​ໜ້າ​ທີ່​ຜູ້​ມີ​ອຳນາດ.

ທີ​ສາມ, ກໍ່­ສ້າງ​ແຜນ­ການ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ແຫຼ່ງ​ບຸກ​ຄະ­ລາ​ກອນ, ຊຸກ­ຍູ້​ການ​ແລກ­ປ່ຽນ​ຄວາມ​ຮູ້, ຍົກ​ສູງ​ຄວາມ​ສາ­ມາດ​ວິ­ຊາ​ສະ­ເພາະ, ກໍ່­ສ້າງ​ແຫຼ່ງ​ບຸກ​ຄະ­ລາ​ກອນ​ທີ່​ມີ​ມື​ອາ­ຊີບ​ ໃຫ້​ແກ່​​ຂະ­ແໜງ­ການ​ອຸດສາຫະ­ກຳ​ວັດ­ທະ­ນະ­ທຳ. ປ່ຽນ­ແປງ​ໃໝ່​ເນື້ອ​ໃນ, ໂຄງ­ການ​ກໍ່­ສ້າງ​ແນໃສ່​ຍົກ​ສູງ​ຄວາມ​ສາ­ມາດແລະ​ທັກ​ສະ­​ໃນການ​ຄຸ້ມ​ຄອງ, ທັກ​ສະ​ໃນ­ການ​ທຸ­ລະ​ກິດ ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດທະ­ນະ­ທຳ; ເພີ່ມ​ທະ­ວີ​ການ​ເຊື່ອມ​ຕໍ່, ຮ່ວມ​ມື​ ເພື່ອ​​ໃຫ້ບັນ­ດາ​ພື້ນ­ຖານ​ສຶກ​ສາ​ຂັ້ນ​ມະ­ຫາ­ວິ­ທະ­ຍາ­ໄລ, ​ສູນ​ຄົ້ນຄວ້າ​ ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ໃນ​ການ​ພັດ­ທະ­ນາ​ແຫຼ່ງ​ບຸກ​ຄະ­ລາ​ກອນ​ເວົ້າ​ສະ­ເພາະ ກໍ່​ຄື​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ເວົ້າ​ລວມ. ກໍ່­ສ້າງແລະຝຶກ​ອົບຮົມຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ, ຜູ້ປະ­ຕິ­ບັດການ​ກ່ຽວ​ກັບ​ລິ​ຂະ​ສິດ ​ແລະສິດທິ​ທີ່​ກ່ຽວຂ້ອງ; ດຳ​ເນີນການ​ຟຶກ​ອົບ­ຮົມ​ເປັນ​ປະຈຳ​ກ່ຽວ​ກັບ​ການຄຸ້ມ​ຄອງ​ລິ​ຂະ​ສິດ ແລະ ການເກັບ​ຄ່າ​ລິ​ຂະ​ສິດ; ສ້າງ­ຕັ້ງ​ຖັນ​ແຖວ​ຊ່ຽວ­ຊານ​ໃນ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ ແລະ ຂົງ­ເຂດ​ລິ​ຂະ​ສິດ. ມີ​ລະບອບ​ເກື້ອ​ກຸນ​ທີ່​ເໝາະ​ສົມ​ ເພື່ອ​ດຶງ​ດູດ​ແຫຼ່ງ​ບຸກ​ຄະ­ລາ​ກອນທີ່​ມີ​ຄຸນ​ນະ​ພາບ​ສູງ, ໄດ້​ຮັບ​ການ​ຝຶກ​ອົບ​ຮົມທີ່​ດີ, ມີ​ປະສົບ​ການ ຈາກບັນດາ​ປະ­ເທດ​ທີ່​ມີ​ລະ­ດັບ​ພັດ­ທະ­ນາ​ສູງ​ທາງກ້ານ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ ມາ​ເຮັດ​ວຽກ​ຢູ່ ຫວຽດ­ນາມ.

ທີ​ສີ່, ເພີ່ມ​ທະ­ວີ​ການ​ໝູນ​ໃຊ້​ວິ­ທະ­ຍາ­ສາດແລະເຕັກ​ໂນ​ໂລ​ຊີ ໃນ​ການ​ປະ­ດິດ​ສ້າງ, ການ​ຜະ­ລິດ, ການ​ເຜີຍ­ແຜ່, ຮັກ­ສາ​​ຜະ­ລິດ​ຕະ​ພັນ​ວັດ­ທະ­ນະ­ທຳ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ­ລິ­ການ​ວັດ­ທະ­ນະ­ທຳ; ປະ­ຕິ­ບັດ​ການ​ປ່ຽນ­ແປງ​ໃໝ່​ເນື້ອ​ໃນ, ວິ­ທີ​ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ວັດທະ­ນະ­ທຳ​ທີ່​ຕິດ​ກັບ​ການ​ໝູນ​ໃຊ້​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ; ຍົກ​ສູງ​​ເນື້ອ​ໃນ​ວິ­ທະ­ຍາ­ສາດ​​ແລະເຕັກ­ນິກ​ໃນຫ່ວງ​ໂຊ້​ການ​ຜະ­ລິດ ​ບໍ­ລິ­ການ ​ຂອງ​ບັນ­ດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ. ປ່ຽນ­ແປງ​ໃໝ່ແລະພັດ­ທະ­ນາ​ບັນດາ​ຂະ­ແໜງ­ການ​ຜະ­ລິດ​ຜະລິດ​ຕະພັນ​ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ​​ແບບ​ດັ້ງ​ເດີມ, ຄື: ການພິມຈຳ­ໜ່າຍ, ສະແດງ​ສິ­ລະ​ປະ, ຜະ­ລິດຟີມ​ຮູບ­ເງົາ, ການ​ບັນ​ເທິງ, ການ​ໂຄ­ສະ­ນາ, ກາ­ນວາງ­ສະ­ແດງ.

ທີ​ຫ້າ, ກໍ່­ສ້າງ​ບັນ­ດາ​ນະ­ໂຍ­ບາຍ​ເອື້ອ​ເພື້ອ, ຍູ້​ແຮງ​ການ​ໂຄ­ສະ­ນາ, ເລັ່ງ​ລັດ​ການ​ລົງ­ທຶນ​ພັດ­ທະ­ນາ​ບັນດາ​ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​​ວັດ­ທະ­ນະ­ທຳ​ທີ່​ມີ​ທ່າ­ແຮງ ມີຄວາມ​ສາ­ມາດ​ບົ່ມ​ຊ້ອນ, ຄື ຟີມຮູບ­ເງົາ, ສິລະ​ປະ​ການ­ສະ­ແດງ, ການ​ໂຄ­ສະ­ນາ, ຫັດ­ຖະ­ກຳ, ຊອບ​ແວແລະ​ເກັມ​ບັນ​ເທິງ, ໂທລະ­ພາບແລະກະ­ຈາຍ­ສຽງ, ​ແຟຊັ່ນ, ການ­ທ່ອງ­ທ່ຽວ​ວັດ­ທະ­ນະ­ທຳ. ສົ່ງ­ເສີມ​ບັນ­ດາ​ວິ​ສາ​ຫະ​ກິດ​ພາຍ​ໃນແລະຕ່າງປະເທດ​ ​ໃຫ້ເພີ່ມ​ທະ­ວີ​ການ​ລົງ­ທຶນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປະ­ດິດ​ສ້າງ​ວັດ­ທະ­ນະ­ທຳ, ຜະ­ລິດ​​ຜະ­ລິດ​ຕະ​ພັນແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ; ພັດ­ທະ­ນາ​ເຄືອ​ຂ່າຍ​ວິ​ສາ​ຫະ​ກິດ, ໃນ​ນັ້ນ​ສ້າງ­ຕັ້ງ​ກຸ່ມ​ບໍ­ລິ­ສັດ​ໃຫຍ່​ກ່ຽວ​ກັບ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ ​ໃນ​ບັນ­ດາ​ຂົງ­ເຂດ​ສື່​ມວນ​ຊົນ, ຟິມຮູບ­ເງົາ, ກະ­ຈາຍ­ສຽງແລະໂທລະ­ພາບ, ຊອບ​ແວແລະ​ເກມ​ອອນ​ໄລ. ລັດ​ສ້າງ​ສິ່ງແວດລ້ອມ​ນິ­ຕິ​ທຳ​ທີ່​ສະ­ດວກດີ, ຊ່ວຍ­ເຫຼືອ​ການ​ລົງ­ທຶນ​ພັດ­ທະ­ນາ​ແຫຼ່ງ​ບຸກ​ຄະ­ລາ​ກອນ, ໂຄ­ສະ­ນາ, ພັດ­ທະ­ນາ​ຕະ­ຫຼາດ​ວັດ­ທະ­ນະ­ທຳ, ສ້າງ​ການ​ເຊື່ອມ​ຕໍ່​ຕະ­ຫຼາດ​ກ່ຽວ​ກັບ​ຂະ­ແໜງ­ການ, ອາ­ຊີບ ແລະພາກ​ພື້ນ, ກໍ່­ສ້າງ​ເຄື່ອງໝາຍ​​ແຫ່ງ​ຊາດ​ໃຫ້​ແກ່​ບັນ­ດາ​ຂະແໜງ­ການ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ; ​ເປີດ​ຄວາມ​ຫຼາກ​ຫຼາຍ​ທາງ​ຮູບ​ແບບ​ການ​ລົງ­ທຶນ; ສົ່ງ­ເສີມ​ການ​ສ້າງ­ຕັ້ງແລະພັດ­ທະ­ນາ​ກອງ​ທຶນ​​ປະ­ເພດ​ຕ່າງໆ​ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ. ເພີ່ມ​ທະ­ວີ​ພາ­ລະ​ບົດບາດ​ຂອງ​ບັນ­ດາ​ສະ­ມາ­ຄົມວິຊາ­ຊີບ ໃນ​ການ​ລົງ­ທຶນ, ຊ່ວຍ­ເຫຼືອ​ພັດ­ທະ­ນາການ​ເຄື່ອນ​ໄຫວ​ປະດິດ​ສ້າງ, ການ​ຜະ­ລິດ, ການ​ແຈກ​ຈ່າຍ, ການ​ເຜີຍ­ແຜ່ ແລະ ການ​ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ.

ທີ​ຫົກ, ຄ່ອຍໆສ້າງ­ຕັ້ງ​ຊຸມຊົນຜູ້​ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ ​ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ​ພາຍ​ໃນ​ປະເທດ​ ໂດຍ​ຜ່ານ​ການເຄື່ອນ​ໄຫວ​ໂຄ­ສະ­ນາ, ຍົກ​ສູງ​ຄວາມ​ສາ­ມາດ​ເຂົ້າ​ເຖິງ, ນຳ​ໃຊ້​​ຜະ­ລິດ​ຕະ​ພັນ ບໍລິ­ການ​ວັດ­ທະ­ນະ­ທຳ​ຂອງ​ມະ­ຫາ­ຊົນ; ເສີມ​ຂະ­ຫຍາຍ​ພາ­ລະ​ບົດ­ບາດ​ໂຄ­ສະ­ນາ, ສຶກ​ສາ​ອົບ­ຮົມ​ຂອງ​ບັນ­ດາໜ່ວຍ​ງານ, ອົງ​ການ­ຈັດ­ຕັ້ງ​ວັດ­ທະ­ນະ­ທຳ​ ແນໃສ່​ພັດ­ທະ­ນາສາທາລະນະ​ຊົນ​ແລະຜູ້​ບໍ­ລິ­ໂພກ​ ກ່ຽວ​ກັບ​ຄວາມ​ສາ­ມາດ​ຮັບ​ຮູ້, ຄວາມ​ຮູ້­ສຶກຕໍ່​ຜະ­ລິດ​ຕະ​ພັນ ​ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ. ປ່ຽນ­ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ການ​ຜະ­ລິດ, ຍົກ​ສູງ​ຄວາມ​ສາ­ມາດ​ການ​ຜະ­ລິດແລະປະ­ດິດ​ສ້າງ​ ບັນ­ດາ​ຄຸນ­ຄ່າ​ວັດ­ທະ­ນະ­ທຳ, ສ້າງ​ຜະ­ລິດ​ຕະ​ພັນ​ແລະ​ບໍລິການ​ວັດທະນະທຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເປັນ​ຈຳ­ນວນ​ຫຼາຍ​ ເພື່ອ​ເຂົ້າ​ຮ່ວມ​ຕະ­ຫຼາດ​ວັດ­ທະ­ນະ­ທຳ​ພາຍ​ໃນ​ປະ­ເທດ ແລະຕ່າງປະ​ເທດ, ກໍ່­ສ້າງ​ເຄື່ອງ­ໝາຍ​​ຂອງວິ​ສາ​ຫະ​ກິດ, ຜະ­ລິດ​ຕະ​ພັນ ​ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ​ທີ່​ມີ​ຄຸນ​ນະ​ພາບ.

ທີ​ເຈັດ, ເປີດ​ກວ້າງ​ການ​ແລກ­ປ່ຽນ, ຮ່ວມ​ມື​ສາ­ກົນ, ຈັດ​ຕັ້ງ​ບັນ­ດາກິດຈະກຳ​ວັດ­ທະ­ນະ­ທຳ​ສິ­ລະ​ປະ​ສາກົນ ຢູ່ຫວຽດ­ນາມ ​ໃຫ້ກາຍ­ເປັນ​ບັນດາ​ເຫດ­ການ​ປະ­ຈຳ​ປີ ທີ່​ມີ​ຊື່​ສຽງ​ໃນ​ພາກ​ພື້ນແລະໃນ​ໂລກ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ສິ​ລະປິນ ແລະ ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ວັດ­ທະ­ນະ­ທຳ​ສິ­ລະ​ປະ​ທີ່​ມີ​ອິດ​ທິພົນຊື່​ສຽງ, ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຈາກ​ສາທາລະນະ​ຊົນ​ຢ່າງ​ຫຼວງ­ຫຼາຍ. ກໍ່­ສ້າງແລະພັດ­ທະ­ນາ​ບັນ­ດາ​ໂຄງ­ການ​ໂຄ­ສະ­ນາ​ເຄື່ອງໝາຍ​​ຜະ­ລິດ​ຕະ​ພັນ​ແລະ​ບໍ­ລິ­ການ​ວັດ­ທະ­ນະ­ທຳ, ເຄື່ອງ­ໝາຍ​ຂອງ​ວິ​ສາ​ຫະ​ກິດ​ວັດ­ທະ­ນະ­ທຳຫວຽດ­ນາມ ​ແລະ ​ແນະນຳຜູ້ມີ​ຄວາມ​ປີ​ຊາ​ສາ­ມາດ​ທາງ​ວັດ­ທະ­ນະ­ທຳ​ຂອງ​ປະ­ເທດ​ ຢູ່ທີ່​​ຕະ­ຫຼາດ​ວາງສະແດງ​ສາ­ກົນ, ​ແຟສະຕີ​ວານ​ສາ­ກົນ; ສັບ​ຊ້ອນ​ໂຄງ­ການ​ໂຄ­ສະ­ນາ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ວັດ­ທະ­ນະ­ທຳ​ ​ເຂົ້າ​ກັບ​ເຫດ­ການທາງ​ການ​ທູດ. ຍູ້​ແຮງ​ການ​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ ​ບໍ­ລິ­ການ​ວັດ­ທະ­ນະ­ທຳ, ເປີດ​ກວ້າງ​ການ​ແລກປ່ຽນວັດທະ­ນະ­ທຳ​ກັບ​ປະ­ເທດ​ຕ່າງໆໃນ​ພາກ​ພື້ນ ແລະ ໃນ​ໂລກ; ກໍ່­ສ້າງແລະພັດ­ທະ­ນາ​ຕະ­ຫຼາດ​ຜະ­ລິດ​ຕະ​ພັນ ​ບໍ­ລິ­ການ​ວັດ­ທະ­ນະ­ທຳ​ ຂອງຫວຽດ­ນາມ ຢູ່​ຕ່າງປະ­ເທດ; ມີ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ບັນ­ດາ​ວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ຮ່ວມແລະພັດ­ທະ­ນາ​ຕະ­ຫຼາດ​ສາກົນ./.

ປອ. ຫງຽນ​ງອກ​ທ້ຽນ

ກຳ­ມະ­ການ​ສູນ​ກາງ​ພັກ, ລັດ­ຖະ­ມົນ­ຕີກະ­ຊວງ​ວັດ­ທະ­ນະ­ທຳ, ກິ­ລາ ແລະ ການ­ທ່ອງ­ທ່ຽວ

---------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 910 (ເດືອນສິງ­ຫາ 2018)

(1) ເບິ່ງ http://www.tapchicongsan.org.vn/Home/Tieu-diem/2014/27706/Xay-dung-van-hoa-con-nguoi-Viet-Nam-dap-ung-yeu-cau.aspx

(2) ເບິ່ງ http://www.tapchicongsan.org.vn/Home/Nghiencuu-Traodoi/2018/49765/Phat-trien-cac-nganh-cong-nghiep-van-hoa-Viet-Nam-thuc.aspx

(3) ບົດ​ລາຍ​ງານ​ລະ​ຫຼຸບ​ຂອງ ກະ­ຊວງ​ວັດ­ທະ­ນະ­ທຳ, ກິ­ລາ ແລະ ການ­ທ່ອງ­ທ່ຽວ ປີ 2015.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ