ວັນພຸດ, 14/11/2018
ພັດທະນາບຸກຄະລາກອນວິທະຍາສາດ-ເຕັກໂນໂລຊີ ຕອບສະໜອງຄວາມຕ້ອງການຂອງ ການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະການເຊື່ອມໂຍງສາກົນທີ່ນັບມື້ກວ້າງຂວາງເລິກເຊິ່ງ
8/11/2018 11:4' ສົ່ງ ພິມ
ຕະຫຼາດເຕັກໂນໂລຊີແລະເຄື່ອງອຸປະກອນ ຮ່າໂນ້ຍ (ພາບ: TTXVN)

1- ຕາມ​ສະຖິຕິ​ຂອງ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຮອດ​ທ້າຍ​ປີ 2015 ທົ່ວ​ປະ​ເທດ​ມີ 164.746 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຄົ້ນ​ຄວ້າ​ວິທະຍາສາດ​ແລະ​ພັດທະນາເຕັກ​ໂນ​ໂລ​ຊີ. ​ໃນ​ເວລາ 5 ປີທີ່​ຜ່ານ​ມາ​ມໍ່​ໆນີ້ (2011 - 2015), ຈຳນວນ​ຄົນ​ເຮັດ​ວຽກ​ງານ​ຄົ້ນຄວ້າ​ແລະ​ພັດທະນາ​ໄດ້​ເພີ່ມ​ຂຶ້ນ ຈາກ 134.780 ຄົນ​ ຂຶ້ນ​ເປັນ 167.746 ຄົນ, ບັນລຸ​ອັດຕາ​ສ່ວນ 24,45%; ພະນັກງານ​ຄົ້ນຄວ້າ​ເພີ່ມ​ຂຶ້ນ ຈາກ 105.230 ຄົນ​ ຂຶ້ນ​ເປັນ 128.997 ຄົນ, ບັນລຸ​ອັດຕາ​ສ່ວນ 22,6%. ຄິດ​ສະ​ເລ່ຍ​ໃນ​ປະຈຸ​ບັນ ປະຊາກອນ​ແຕ່ລະໜຶ່ງ​ໝື່ນ​ຄົນ​ໃດ ມີ​ພະນັກງານ​ຄົ້ນຄວ້າ​ເຕັມ​ເວລາ​ເກືອບ 7 ຄົນ. ພ້ອມກັນ​ກັບ​ການ​ເພີ່ມ​ຂຶ້ນ​ທາງ​ດ້ານ​ປະລິມານ, ສ່ວນ​ປະກອບ​ຂອງບຸກຄະລາ​ກອນ​ວິທະຍາສາດ​-ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ກໍ່​ສະ​ແດງ​ອອກ​ນັບ​ມື້​ນັບ​ຈະ​ແຈ້ງ​ ໃນ​ທຸກ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ແລະ​ເຕັກ​ໂນ​ໂລ​ຊີ, ວິທະຍາສາດ​ທຳ​ມະ​ສາດ, ວິທະຍາສາດສັງຄົມແລະມະນຸດສະ​ຍະສາດ.

​ວິທະຍາສາດ​​ເຕັກນິກແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ແຮງ​ງານ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນປະ​ເທດ​ນຳ​ໜ້າ​ໂລກ​ໃນ​ການສົ່ງ​ອອກ​ເຂົ້າສານ​, ສິນຄ້າ​ກະສິກຳ​ບາງ​ປະ​ເພດ​ແລະຜະລິດ​ຕະພັນ​ສັດ​ນ້ຳ​ທີ່​ສຳຄັນ. ​ໃນ​ອຸດສາຫະກຳ​ແລະ​ບໍລິການ, ກຳລັງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ​ມີ​ຄວາມ​ສາມາດ​ອອກ​ແບ​ບ, ປະດິດ​ສ້າງເຕັກ​ໂນ​ໂລ​ຊີ​ແລະ​ອຸປະກອນ​ພາຍ​ໃນ​ປະ​ເທດ​ໄດ້​ຫຼາຍ​ປະ​ເພດທີ່​ບັນລຸ​ມາດຕະຖານ​ສາກົນ; ມີ​ຄວາມ​ສາມາດ​ຮັບ​ເອົາ​ແລະ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ບາງ​ຂະ​ແໜງ​ການ​ທີ່​ຈຳ​ເປັນ, ​ເຊັ່ນ ​ໄຟຟ້າ, ​ເອ​ເລັກ​ໂຕຣນິກ, ນ້ຳມັນ​ອາຍ​ແກ໊ສ, ຕໍ່​ກຳ​ປັ່ນ​ທະ​ເລ, ກໍ່ສ້າງ, ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານແລະສື່ສານ. ຜົນສຳ​ເລັດທີ່​ໂດດ​ເດັ່ນ​ຈຳນວນ​ໜຶ່ງ​ຄື ​ໄດ້​ອອກ​ແບບ​ແລະ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນ້ຳຕົກ​ຂະໜາດ​ໃຫຍ່; ຜະລິດ​ອຸປະກອນ​ກົນ​ຈັກ​ອຸ​ທົກ ​ແລະ​ເຄື່ອງ​ຍົກ​ຂະໜາດ​ຍັກ​ໃຫຍ່; ຜະລິດຮ້ານ​ຂຸກ​ເຈາະ​ນ້ຳມັນ​ຍົກ​ຕົວ​ຂຶ້ນ​ເອງ​ໃນ​ທະ​ເລ​ເລິກ 90 ​ແມດແລະ 120​ແມດ; ຖືກ​ຈັດ​​ອັນ​ດັບ​ທີ 3 ​ໃນ​ອາຊີ​ແລະ​ໃນ​ຈຳນວນ 10 ປະ​ເທດ​ນຳ​ໜ້າ​ໂລກ ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສະກັດ​ນ້ຳມັນ​ໃນຫິນ​ຮາກ​ຖານ; ສ້າງ​​ແນວ​ພັນທີ່​ມີ​ຜົນ​ຜະລິດ​ສູງ​ໄດ້​ຫຼາຍ​ແນວ; ນຳ​ໃຊ້​ດາວ​ທຽມ​ສື່ສານ​ໂທລະຄົມມະນາຄົມ​ ແລະ​ດາວ​ທຽມກວດ​ສອບ​ໄລຍະ​ໄກ; ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ຕໍ່​ກຳ​ປັ່ນ​ທະ​ເລ, ກໍ່ສ້າງ​ກິດຈະການ​ໃຕ້​ດິນ, ອາຄານ​ສູງ, ສະພານ​ແຂວນຂະໜາດ​ໃຫຍ່, ​ເສັ້ນທາງ​ຄວາມ​ໄວ​ສູງ​ບັນລຸ​ມາດຕະຖານ​ສາກົນ; ​ປະສົບ​ຄວາມສຳ​ເລັດ​ໃນ​ການປູກ​ຖ່າຍ​ອະ​ໄວ​ຍະ​ວະ​ ​ແລະ​ຜະລິດ​ວັກ​ຊີ​ນ;... ການ​ເພີ່ມ​ທະວີ​ການ​ນຳ​ໃຊ້​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກໍ່​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ພັດທະນາ​ບັນດາ​ເຂດ​ເສດຖະກິດ-ສັງຄົມ, ​ເຂດ​ເສດຖະກິດ​ຈຸດ​ໜັກ, ​ເສີມຂະຫຍາຍ​ທ່າ​ໄດ້​ປຽບ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນດາ​ທ້ອງ​ຖິ່ນ, ປົວ​ແປງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ໃຫ້​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ໄດ້​ມີ​ບາດກ້າວ​ພັດທະນາ​ໃນການ​ຄົ້ນຄວ້າ​ພື້ນຖານ, ສ້າງ​ປະ​ຖົມປັດ​ໄຈ​ເພື່ອ​ກໍ່​ຕັ້ງບາງ​ຂົງ​ເຂດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີພະຫຸ​ຂະ​ແໜງ​ໃໝ່, ​ເຊັ່ນ ຈັກກະວານ​, ຊີວະ​ການ​ແພດ, ນາ​ໂນ, ນິວ​ເກຼຍ; ບາງ​ຂົງ​ເຂດ​ວິທະຍາສາດ​ທຳ​ມະ​ຊາດ​ເຊັ່ນ ຄະ​ນິດ​ສາດ, ​ຟີ​ຊິກ​ທິດ​ສະ​ດີ ​ໄດ້​ບັນລຸ​ອັນ​ດັບ​ສູງ​ໃນ​ພາກ​ພື້ນ​ອາ​ຊຽນ. ວິທະຍາສາດ​ສັງຄົມ​ແລະ​ມະນຸດ​ສະຍະ​ສາດ ​ໄດ້​ສະໜອງ​ຫຼັກ​ຖານຄຳ​ປຶກສາ​ໃຫ້​ແກ່​ການວາງ​ແນວທາງ, ​ແຜນນະ​ໂຍບາຍ​ພັດທະນາ​ປະ​ເທດ, ປັບປຸງບູລະນະ​ກົດໝາຍ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການປ່ຽນແປງ​ໃໝ່​ຈິນຕະນາການ​ເສດຖະກິດ, ຢືນຢັນ​ປະຫວັດສາດ​ແຫ່ງ​ການ​ເປັນ​ຮູບ​ເປັນ​ຮ່າງ​ແລະ​ຂະຫຍາຍຕົວ​ຊອງ​ຊາດ, ປົກ​ປັກ​ຮັກສາ​ບັນດາ​ລະບົບ​ຄຸນຄ່າ​ແລະ​ເອກະລັກ​ວັດທະນະທຳ​ຫວຽດນາມ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ເງື່ອນ​ໄຂ​ທີ່​ຂະໜາດ​ແລະ​ກຳລັງ​ຊ້ອນ​ແຝງຂອງ​ພື້ນຖານ​ເສດຖະກິດ​ຍັງຕ່ຳ, ຫວຽດນາມ​ໄດ້​ມີ​ຄວາມ​ກ້າວໜ້າ​ທີ່ໜ້າ​ສົ່ງ​ເສີມ ທຽບ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ, ພິຈາລະນາ​ທາງ​ດ້ານ​ລະດັບ​ແລະ​ຄວາມ​ສາມາດທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ຊ່ອງ​ວ່າງ​ລະຫວ່າງ​ຫວຽດນາມ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ ໄດ້​ຫຍໍ້​ລົງ​ຫຼາຍ ​ໃນ​ການຈັດ​ອັນ​ດັບ​ຄວາມ​ສາມາດ​ແຂ່ງຂັນ, ຄວາ​ມສາມາດ​ປ່ຽນ​ແປງ​ໃໝ່​ປະດິດສ້າງ​ທົ່ວໂລກ ​ແລະ ​ໃນ​ບາງ​ຂົງ​ເຂດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ມີ​ທ່າ​ແຮງ.

​ແຕ່​ວ່າ, ຄຽງ​ຂ້າງ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ, ບຸກຄະລາ​ກອນ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີຂອງ​ປະ​ເທດຫວຽດນາມ​ຍັງ​ຖືກ​ຈຳກັດ​ຫຼາຍ:

​ເຖິງ​ວ່າຖັນ​ແຖວບຸກຄະລນກອນ​ວິທະຍາສາດ​-ເຕັກ​ໂນ​ໂລ​ຊີ​ໄດ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ປະລິມານ ແລະລະດັບ​ການ​ຝຶກ​ອົບຮົມ​ກໍ່ຕາມ ​ແຕ່​ຄຸນ​ນະພາ​ບຕົວ​ຈິງ​​ບໍ່​ດີ​ເທົ່າ​ທີ່​ຕ້ອງການ, ພັດ​ຍັງ​ຕ່ຳ​ອີກ​ຊ້ຳ, ພິ​ເສດ​ແມ່ນ ຂາດ​ຜູ້​ຊ່ຽວຊານ​ຊັ້ນ​ນຳ​ໃນ​ຫຼາຍ​ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ສຳຄັນ; ຂາດ​ວິສະ​ວະ​ກອນ​ໃຫຍ່, ຂາດກຸ່ມ​ນັກວິທະຍາສາດ​ທີ່​ເຂັ້ມ​ແຂງ ຫຼື​ການຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີລະດັບ​ສາກົນ ທີ່​ມີ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ເປັນ​ປະທານ​ໂຄງການ ໜ້າ​ທີ່​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ມີ​ຄວາມ​ສຳຄັນ​ລະດັບ​ຊາດ, ສາກົນ ຫຼື​ມີ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ແກ້​ໄຂບັນດາ​ບັນ​ຫາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ສຳຄັນ​ຂອງ​ປະ​ເທດ.

ທຽບ​ກັບ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ມາ, ສ່ວນ​ຮ່ວມ​ຂອງ​ຖັນ​ແຖວບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ໃນ​ເວລາ​ທີ່​ຜ່ານ​ມາ​ ແມ່ນ​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ກຳລັງ​ຊ້ອນ​ແຝງ, ​ບໍ່​ທັນ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ ​ແລະ​ກຳລັງ​ແຮງ​ແຂ່ງຂັນ​ຂອງພື້ນຖານ​ເສດຖະກິດ. ຈຳນວນ​ນັກວິທະຍາສາດ​ທີ່​ມີ​ລະດັບ​ສູງ​ແລະ​ມີ​ບົດຮຽນ​ຫຼາຍ ນັບ​ມື້​ນັບ​ຫຼຸ​​ດລົງຍ້ອນ​ຮອດ​​ໄວອອກ​ກິນ​ເບ້ຍ​ບຳນານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ໄດ້​ຮັບ​ບຸລິມະສິດ, ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ. ຖັນ​ແຖວ​ຜູ້​ສືບ​ທອດ​ໃຫ້​ນັກວິທະຍາສາດ​ທີ່​ເກັ່ງ, ຜູ້​ຊຽວຊານຊັ້ນ​ນຳ​ໃນ​ບັນດາ​ສະ​ຖາ​ບັນ​ວິທະຍາສາດ, ມະຫາວິທະຍາ​ໄລ ນັບ​ມື້​ນັບ​ຫຼຸດ​ລົງຢ່າງຮຸນ​ແຮງ.

ຈິດ​ໃຈ​ຮ່ວມ​ມື​ຄົ້ນຄວ້າ ​ແລະ​ທັກ​ສະ​ການເຮັດ​ວຽກ​ຮ່ວມ​ໝູ່ ຂອງ​ຖັນ​ແຖວບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ແມ່ນ​ຍັງ​ອ່ອນ. ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ຈັດ​ວາງສັບ​ຊ້ອນຕາມ​ເຂດ, ພາກ ​ແລະ​ຂົງເຂດ​ການ​ເຄື່ອນ​ໄຫວ ຢ່າງ​ບໍ່​ສະ​ໝ່ຳສະ​ເໝີ, ​ໂຄງສ້າງ​ແລະລະດັບກໍ່​ບໍ່​ສົມ​ເຫດ​ສົມ​ຜົນ. ປະຈຸ​ບັນ ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີສ່ວນ​ຫຼາຍກຳລັງ​ເຮັດ​ວຽກ​ໃນ​ພາກ​ລັດ, ສ່ວນ​ທີ່​ເຮັດ​ວຽກ​ໃນພາກ​ເອກະ​ຊົນ​ແລະ​ວິ​ສາ​ຫະກິດ​ແມ່ນ​ຕ່ຳ​ຫຼາຍ. ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີລະດັບ​ສູງ​ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ພິ​ເສດ​ແມ່ນ​ຄູອາຈານ​ໃນ​ມະຫາວິທະຍາ​ໄລ, ບໍ່​ເຮັດວຽກງານ​ຄົ້ນ​ຄວ້າ​ແລະ​ພັດທະນາ​ໂດຍ​ກົງ. ຈຳນວນ​ນັກວິທະຍາສາດ​ນຳ​ໜ້າ​ຂະ​ແໜງ​ການ, ມີ​ລະດັບວິຊາ​ສະ​ເພາະ​ສູງທີ່​ພວມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຄົ້ນຄວ້າ​ວິທະຍາສາດ​ວິຊາ​ສະ​ເພາະ​ນັ້ນ ນັບ​ນື້ນັບ​ຫຼຸດ​ລົງ. ​ໃນ​ຂະນະ​ນັ້ນ, ພະນັກງານ​ວິທະຍາສາດ​ໜຸ່ມ​ພັດ​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ຊຸກຍູ້​ໃຫ້​ສູ້​ຊົນ​ຕິດຕາມ​ແລະ​ຢຶດໝັ້ນ​ໃນ​ພາລະກິດ​ວິທະຍາສາດ​ທີ່​ຍາວ​ນາມ. ຍ້ອນ​ກົນ​ໄກ​ແຕ່ງຕັ້ງ​ພະນັກງານ​ນຳພາ​ຄຸ້ມ​ຄອງ​ປະຈຸ​ບັນຍັງ​ຄົງອີງ​ໃສ່ລະດັບ​ວິຊາ​ສະ​ເພາະ​ສູງ (ຕຳ​ແໜ່​ງທາງ​ວິຊາ​ການ, ລະດັບ​ການ​ສຶກສາ) ດັ່ງ​ນັ້ນ​ຈຶ່ງ​ມີ​ສະພາບ​ການ ພະນັກງານ​ການ​ນຳ​ຈຳນວນ​ໜຶ່ງທີ່​ເປັນ​ສາ​ດສະ​ດາ​ຈານ, ຮອງ​ສາ​ດສະ​ດາ​ຈານ, ປະລິນຍາ​ເອກ ​ໄດ້​ໃຊ້​ເວລາ​ສຸມ​ໃສ່​ໃນ​ວຽກ​ງານ​ຄຸ້ມ​ຄອງ ບໍ​ລະຫານ​ຈັດການ, ບໍ່​ຄ່ອຍ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ເຄື່ອນ​ໄຫວຄົ້ນຄວ້າ​ວິທະຍາສາດ.

ຂໍ້​ຈຳກັດ​ຕ່າງໆ​ເທິງ​ນີ້​ມາ​ຈາກ​ຫຼາຍ​ສາ​ເຫດ​ອັດຕະວິ​ໄສ​ແລະ​ພາວະ​ວິ​ໄສ. ມາ​ເຖິງ​ປະຈຸ​ບັນ, ຫວຽດນາມ​ຍັງ​ບໍ່​ມີ​ແຜນ​ແມ່​ບົດການ​ຝຶກ​ອົບຮົມ​ພະນັກ​ງານ​ວິທະຍາສາດລະດັບ​ສູງສຳລັບ​ບັນດາ​ຂົງ​ເຂດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີບຸລິມະສິດ; ບໍ່​ທັນ​ມີ​ການ​ຕິດ​ແໜ້ນ​ລະຫວ່າງ​ການ​ຝຶກ​ອົບຮົມ ກັບ​ການວາງ​ແຜນ​ກ່ຽວ​ກັບ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ. ລະບົບ​ການ​ສຶກສາ​ແລະ​ຝຶກ​ອົບຮົມບໍ່ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການກໍ່ສ້າງບຸກຄະລາ​ກອນຄຸນ​ນະພາ​ບສູງ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີບຸລິມະສິດ; ບໍ່​ທັນ​ຜັນ​ຂະຫຍາຍ​ປະຕິບັດ​ການ​ບຳລຸງ​ສ້າງ, ຝຶກ​ອົບຮົມຊ່ຽວຊານ​ສະ​ເພາະ​ຂະ​ແໜງ ສຳລັບ​ຖັນ​ແຖວ​ພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ​ເຖິງ​ວ່າ​ລັດ​ໄດ້​ກຳນົດທິດ​ທາງ, ຂົງ​ເຂດ​ເຕັກ​ໂນ​ໂລຊີ​ບຸລິມະສິດຈຳນວນ​ໜຶ່ງກໍ່ຕາມ ​ແຕ່ການ​ລົງທຶນ​ບຳລຸງ​ສ້າງ, ຝຶກ​ອົບຮົມຖັນ​ແຖວ​ພະນັກງານ​ໃຫ້​ບັນດາ​ຂົງ​ເຂດ​ເຫຼົ່ານັ້ນ ກໍ່​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ເໝາະ​ສົມ; ບໍ່​ທັນ​ມີ​ໂຄງການ​ບຳລຸງ​ສ້າງ, ຝຶກ​ອົບຮົມສະ​ເພາະ​ສຳລັບ​ຜູ້​ທີ່​ພວມ​ເຮັດ​ວຽກ​ງານ​ຄົ້ນຄວ້າວິທະຍາສາດ​, ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ພ້ອມ​ກັນ​ນັ້ນ, ​ເງື່ອນ​ໄຂ​ເຮັດ​ວຽກ, ລະບອບອຸດ​ໜູນ​ເກື້ອກູນ ​ແລະ ​ເຄື່ອງ​ປະກອບ​ອຸປະກອນ​ການ​ຄົ້ນຄວ້າຂອງ​ຫຼາຍ​ອົງການ​ຈັດ​ຕັ້ງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກໍ່​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​​ໃນ​ລະດັບ​ສາກົນ. ສະພາບ​​ແວດ​ລ້ອມ​ປະຊາທິປະ​ໄຕ​ໃນ​ການ​ປະດິດ​ສ້າງ​ແລະຊີວິດ​ວິຊາ​ການ ​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍປະສິທິຜົນ; ຄວາມ​ສາມາດ​ສົ່ງ​ເສີມ, ນຳພາ​ແລະ​ຊຸກຍູ້ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ປະດິດ​ສ້າງຂອງ​ລັດ​ ຕໍ່​ປະຊາ​ຄົມວິທະຍາສາດຍັງ​ອ່ອນ​ແອ; ​ເທສະ​ແຫ່ງ​ການ​ປະດິດ​ສ້າງ, ຄວາມ​ຕ້ອງການໄດ້ຂະຫຍາຍຕົວ​ແລະສືບ​ຕາມ​ອາຊີບ​ຄົ້ນຄວ້າ​ ແມ່ນ​ຍັງ​ຖືກ​ຈຳກັດ.

ອາດ​ຈະ​ເຫັນ​ໄດ້​ວ່າ ​ໃນ​ເວລາ​ທີ່​ຜ່ານ​ມາ ກົນ​ໄກ​ຄຸ້ມ​ຄອງ​ສຳລັບບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ບໍ່​ທັນ​ເໝາະ​ສົ​ມ ​ແລະ​ຍັງ​ມີ​ຈຸດ​ອ່ອນ​ຫຼາຍ. ອົງການ​ຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີສ່ວນ​ຫຼາຍ​ແມ່ນໜ່ວຍ​ພາລະກິດ ​ແຕ່​ໂດຍ​ພື້ນຖານ​​ແລ້ວ ພວກ​ເຮົາ​ພວມ​ນຳ​ໃຊ້​ກົນ​ໄກຄຸ້ມ​ຄອງຄື​ກັບ​ອົງການ​​ບໍລິຫານການ​ປົກຄອງ ​ໂດຍ​ບໍ່​ຄຳນຶງ​​ເຖິງລັກສະນະ​ສະ​ເພາະ​ຂອງ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ນະ​ໂຍບາຍ​ດຶງ​ດູດ, ອຸດ​ໜູນເກື້ອກູນ, ນຳ​ໃຊ້ພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫາ​ກໍ່​ໄດ້​ປະກາດ​ໃຊ້ ​ແລະ​ຍັງ​ຄ່ຽມຄົມ​ຫຼາຍ, ບໍ່​ມີລັກສະນະ​ບຸກທະລຸ​ຢ່າງ​ແຂ​ງ​ແຮງ ດັ່ງ​ນັ້ນ​ຈຶ່ງ​ບໍ່ທັນ​ສ້າງ​ໃຫ້​ມີ​ກຳລັງ​ໜູນ, ບໍ່​ທັນ​ເສີນ​ຂະຫຍາຍ​ປະສິດທິ​ຜົນຂອງ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ​ສ່ວນ​ຮ່ວມ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາ​ະຜູ້​ທີ່ມີ​ຄຸນສົມບັດ​ສູງ, ພອນ​ສະຫວັນ​ໜຸ່ມ. ປະຈຸ​ບັນ ຫວຽດນາມ​ຍັງ​ບໍ່​ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ ເພື່ອ​ດຶງ​ດູດ​ແລະ​ນຳ​ໃຊ້ປັນຍາ​ຊົນ​ເກັ່ງ​ທີ່​ເປັນ​ຊາວ​ຫວຽດນາມ​ທີ່​ພວມ​ອາ​ໄສ​ແລະ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ໃຫ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າວິທະຍາສາດ​ແລະ​ພັດທະນເຕັກ​ໂນ​ໂລ​ຊີ ຢູ່​ຫວຽດນາມ. ການ​ຜັນ​ຂະຫຍາຍ​ປະຕິບັດບາງ​ນະ​ໂຍບາຍ​ທີ່​ຫາ​ກໍ່​ໄດ້​ປະກາດ​ໃຊ້​ ​ແມ່ນຍັງ​ຖືກ​ຈຳກັດ. ມາ​ເຖິງ​ປະຈຸ​ບັນ, ບໍ່​ທັນ​ມີນະ​ໂຍບາຍ​ແລະ​ກົນ​ໄກ​ລະດົມ, ສົ່ງ​ເສີມ​ແຫຼ່ງບຸກຄະລາ​ກອນ ແລະ ​ການ​ລົງທຶນຈາກ​ສັງຄົມ​ແລະ​ວິ​ສາ​ຫະກິດ ​ໃຫ້​ແກ່​ການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີຍັງ​.

ນະ​ໂຍບາຍ​ທີ່​ມີ​ຢູ່​ສຳລັບ​ພະນັກງານວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຍັງ​ມີ​ລັກສະນະ​ສະ​ເລ່ຍ, ບໍ່​ຮອບດ້ານ, ບໍ່​ສ້າງ​ກຳລັງ​ໜູນຕໍ່​ການ​ອຸທິດ​ແລະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ຜູ້​ມີ​ຄຸນສົມບັດ​ສູງ, ພອນ​ສະຫວັນ​ໜຸ່ມ ​ແລະ​ຊາວ​ຫວຽດນາມ​ທີ່​ພວມ​ອາ​ໄສ​ແລະ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ​ໃນ​ເວລາ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ມີ​ບາງ​ນະ​ໂຍບາຍ​ໃໝ່​ທີ່​ຫາ​ກໍ່​ໄດ້​ປະກາດ​ໃຊ້, ​ໃນ​ນັ້ນ​ມີ​ນະ​ໂຍບາຍນຳ​ໃຊ້ນັກວິທະຍາສາດທີ່​ມີ​ຄຸນສົມບັດ​ສູງ, ມີ​ເວລາ​ເຮັດ​ວຽກ​ຫຼາຍ​ປີ​ ຫຼື​ມີ​ພອນ​ສະຫວັນ, ​ແຕ່​ລັກສະນະ​ບຸກທະລຸ​ຍັງ​ຖືກ​ຈຳກັດ, ຍັງ​ໜັກ​ໄປ​ທາງ​ຂັ້ນ​ຕອນ​ລະບຽບ​ການ​ບໍ​ລະຫານ, ຍັງ​ຖືກ​ຜູກ​ມັດ​ໃນ​ຂໍ້​ກຳນົດ​ລວມກ່ຽວ​ກັບ​ກົນ​ໄກ​ການ​ເງິນ​ແລະ​ຂອບ​ນະ​ໂຍບາຍ ​ສຳລັບຂ້າ​ລັດຖະການ​ເວົ້າ​ລວມ. ການ​ເຄື່ອນ​ໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີມີ​ລັກສະນະ​ພິ​ເສດສະ​ເພາະ ​ແຕ່​ລະບອບ​ການນຳ​ໃຊ້​ບຸກຄະລາ​ກອນ​ໃນ​ຂົງ​ເຂດ​ນີ້ ມາ​ເຖິງ​ປະຈຸ​ບັນ​ ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ ກັບ​ບຸ​ກຄະລາກ​ອນ​ໃນ​ບັນດາ​ຂົງ​ເຂດ​ອື່ນ.

2- ປະຈຸ​ບັນ​ນີ້, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ ​ໄດ້​ແລະ​ພວມຕັ້ງ​ຫຼາຍ​ບັນຫາ​ອອກ​ມາ ສຳລັບ​ການ​ພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ.  ປັນຍາສະ​ເໝືອນ​ຈິງ, ຍຸກ​ດິຈີ​ຕອນ ​ແລະ ການ​ພັດທະນາ​ແບບ​ລະ​ເບີດ ຂອງ​ບັນດາ​ເຕັກ​ໂນ​ໂລ​ຊີສະຫະວິທະຍາ​ການ ພະຫຸ​ວິທະຍາ​ການ ຂ້າມ​ວິທະຍາ​ການ​ ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ຈະ​ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ໂອກາດ​ດີ ​ແຕ່​ຍັງກໍ່​ໃຫ້​ເກີດຄວາມ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ ຕໍ່​ຄວາມ​ຕ້ອງການ​ກໍ່ສ້າງ​ແລະ​ພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ. ​ເຄື່ອງ​ຈັກ​ແລະ​ປັນຍາສະ​ເໝືອນ​ຈິງ​ປ່ຽນ​ແທນໃຫ້​ແກ່​ກຳລັງ​ຄົນ ຈະ​ພາ​ໃຫ້​ເກີດ​ຜົນ​ທີ່​ບໍ່​ອາດ​ຫຼີກ​ລ້ຽງ​ໄດ້​ຄື ຄວາມ​ຕ້ອງການ​ແຮງ​ງານ​ລາຄາ​ຖືກ ທັກ​ສະ​ຕ່ຳ ຈະ​ຫຼີກ​ທາງ​ໃຫ້​ຄວາມ​ຕ້ອງການ​ກ່ຽວ​ກັບ​ແຮງ​ງານລະດັບ​ສູງ; ກວ່າ​ເວລາ​ໃດ​ໝົດ, ຄວາມ​ຕ້ອງການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຍິ່ງ​ມີ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ.

ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ, ພິ​ເສດ​ແມ່ນ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ, ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮຽກຮ້ອງ​ຕ້ອງການ​ໃຫ້ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຕ້ອງ​ມີ​ບັນດາ​ທັກ​ສະ​ລະດັບ​ໂລກ, ອັບ​ເດດ​ແລະ​ໄປ​ທັນ​​ເທົ່າກັບ​ທ່າ​ອຽງ​ໃໝ່​ໃນ​ການ​ພັດທະນາຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ຄຽງ​ຂ້າງ​ນັ້ນ, ​ເມື່ອບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີຂອງ​ບັນດາ​ປະ​ເທດ​ເຄື່ອນ​ຍ້າຍ​ຢ່າງ​ເສລີ​ເຂົ້າຫວຽດນາມ ​ໄດ້​ຕັ້ງ​ບັນຫາອອກ​ມາ​ເປັນ​ຈຳນວນ​ຫຼຍ, ​ໃນ​ນັ້ນ​ມີ​ທັງ​ໂອກາດ, ຄວາມ​ສະດວກ​ກໍ່​ຄື​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ ສຳລັບບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ; ມັນ​ຮຽກຮ້ອງ​ໃຫ້​ມີ​ແຜນການ​ໃນ​ການ​ກຽມ​ຄວາມ​ຮູ້, ທັກ​ສະ​ແລະ​ທ່າທີ ກໍ່​ຄື​ຈິດຕະສາດ​ພ້ອມ​ແລ້ວ​ທີ່​ຈະ​ປັບ​ຕົວ​ໃຫ້ຄ່ອງກັບ​ຄວາມ​ຕ້ອງການ​ເຊື່ອມ​​ໂຍງ​ໃນ​ລະດັບ​ໂລກ. ​ເນື່ອງ​ຈາກ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ລາ​ຍ​ໄດ້, ​ເງື່ອນ​ໄຂ​ເຮັດ​ວຽກ​ລະ​ຫວ່າງ​ຫວຽດນາມ ​ກັບບັນດາປະ​ເທດ​ອື່ນ ດັ່ງ​ນັ້ນ ​ປະກົດ​ການ “ສະໝອງ​ໄຫຼ” ຂອງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ​ແມ່ນ​ແຜ່​ຫຼາຍ​ພໍ​ຄວນ​ໃນ​ສະພາບ​ການ​ເຊື່ອມ​ໂຍສາກົນ. ສິ່ງ​ດັ່ງກ່າວກຳນົດ​ຄວາມ​ຕ້ອງການ​ຍຸດ​ທະ​ສາດ​ໃນ​ການ​ກໍ່ສ້າງ, ພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ​ເພື່ອ​ບໍ່​ພຽງ​ແຕ່​ກີດ​ກັ້ນ​ປະກົດການ “ສະໝອງໄຫຼ” ​ເທົ່າ​ນັ້ນຫາກ​ຍັງ​ດຶງ​ດູດ, ຊັກ​ຊວນ​ແລະ​ເຊື່ອມ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ​ການ​ເຂົ້າ​ຮ່ວມ, ປະກອບ​ສ່ວນຂອງ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ທີ່​ເປັນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຢູ່​ໃນ​ປະ​ເທດ ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ການກໍ່ສ້າງ​ແລະ​ພັດທະນາ​ຖັນ​ແຖວພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີລະດັບ​ສູງ, ມີ​ນ້ຳ​ໃຈ​ຕັ້ງ​ຕໍ່​ບໍລິ​ສຸດ, ຊື່ສັດ, ສຸດ​ອົກ​ສຸດ​ໃຈ ຕ້ອງ​ໄດ້​ຖື​ເປັນ​ຂອດ “ບຸກທະລຸ” ​ເພື່ອ​ພັດທະນາ​ປະ​ເທດ​ໃນ​ເງື່ອນ​ໄຂ​ມີ​ຄວາມ​ກະທົບ​ຢ່າງ​ແຂງ​ແຮງ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງລະຫວ່າງ​ປະ​ເທດ​ທີ່​ມີ​ລັກສະນະ​ທົ່ວ​ໂລກ.

3- ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຕອບສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ໃນ​ສະພາບ​ການ​ໃໝ່, ຮຽກຮ້ອງ​ໃຫ້​ປະຕິບັດ​ລະບົບວິທີ​ການ​ມາດ​ຕະການ​ຢ່າງ​ຄົບ​ຊຸດຮອບດ້ານ, ນັບ​ແຕ່​ການ​ສ້າງ​ແຫຼ່ງ, ວາງ​ແຜນ​ການ, ຝຶກ​ອົບຮົມ, ບຳລຸງ, ນຳ​ໃຊ້​ແລະ​ມີ​ລະບອບ​ອຸດ​ໜູນເກື້ອກູນ​ຕໍ່ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ລະອຽດ​ຄື:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້, ປ່ຽນ​ແປງ​ໃໝ່​ຈິນຕະນະ​ການ​ໃຫ້​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ຄຸ້ຄອງ​ລັດ​ກ່ຽວ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຕ້ອງ​ຖື​ແຮງ​ງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​​ເປັນ​ປະ​ເພດ​ແຮງ​ງານ​ພິ​ເສດ ​ແລະ​ ດ້ວຍ​ເຫດ​ນັ້ນ​ ຕ້ອງ​ມີ​ຈິນຕະນະ​ການທີ່​ສອດຄ່ອງ​ເມື່ອ​ກໍ່ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ຕໍ່​ກັບບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ.

ທີ​ສອງ, ມີ​ຍຸດ​ທະ​ສາດ​ແລະ​ວິ​ໄສທັດຍາວ​ນານ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ແຫຼ່ງພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ກໍ່ສ້າງ​ແລະ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ​ແຜນ​ແມ່​ບົດ, ​ແຜນການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ຂາດ​ເຂີນ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີຄຸນ​ນະພາ​ບສູງ; ກຳນົດ​ທິດພິຈາລະນາ​ສ້າງ​ແຫຼ່ງບຸກຄະລາ​ກອນ ນັບ​ແຕ່​ລະດັບ​ສາມັນ​ສຶກສາ, ມະ​ຫາ​ວິທະຍາ​ໄລ ​ເຖິງ​ເໜືອ​ມະຫາວິທະຍາ​ໄລ ຕາມ​ຂະ​ແໜງ​ການ, ຂົງ​ເຂດທີ່​ໄດ້​ກຳນົດ​ໄວ້ ​​ໂດຍ​ຕິດ​ກັບ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ. ການ​ກຳນົດ​ແຜນ​ຍຸດ​ທະ​ສາດ​ການ​ຝຶກ​ອົບຮົມ, ສ້າງ​ແຫຼ່ງພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຕ້ອງ​ຕິດ​ແໜ້ນ​ກັບ​ຄວາມ​ຕ້ອງການ​ຍູ້​ແຮງ​ການ​​ເຄື່ອນ​ໄຫວປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຄວາມ​ຕ້ອງການ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ​ໃນ​ນັ້ນ ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດທີ່​ມີ​ລັກສະນະຂ້າມຂະ​ແໜງການ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ​ເຕັກ​ໂນ​ໂລ​ຊີ​ເຕັດ​ນິກດິຈິ​ຕອນ, ​ເຕັກ​ໂນ​ໂລ​ຊີ​ອັດຕະ​ໂນ​ມັດ ​ແລະ​ຝຶກ​ອົບຮົມ​ທັກ​ສະ​ລະດັບ​ໂລກ.

​ແຜນ​ແມ່​ບົດ, ​ແຜນການ​ພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຕ້ອງ​ເຊື່ອມ​ຕິດ​ຢ່າງ​ແໜ້ນ​ແຟ້ນກັບ​ແຜນ​ແມ່​ບົດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ; ກໍ່ສ້າງ​ແລະ​ປະຕິບັດ​ສາຍ​ພົວພັນ​ເປັນ​ປົກກະຕິ, ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ນັກວິທະຍາສາດ ​ເພື່ອ​ຍົກ​ສູງ​ລັກສະນະ​ປະ​ຢຸກ​ໃຊ້​ຂອງ​ບັນດາ​ຜະລິດ​ຕະພັນ​​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ.

ທີ​ສາມ, ຍູ້​ແຮງ​ການ​ພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີກວມ​ດ້ວຍ ການ​ຝຶກ​ອົບຮົມ, ການ​ຝຶກ​ອົບຮົມ​ຄືນ​ໃໝ່​ ຕິດ​ແໜ້ນ​ກັບ​ການ​ນຳ​ໃຊ້​ແລະ​ລະບອບ​ອຸດ​ໜູນເກື້ອກູນ​ຕໍ່ຜູ້​ທີ່​ເກັ່ງ​ກ້າ​ມາ​ມາດ​ໃນ​ຂົງ​ເຂດ​ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ; ມີ​ນະ​ໂຍບາຍ​ເພື່ອ​ບຳລຸງລ້ຽງພອນ​ສະຫວັນ​ສຳລັບ​ພະນັກງານ​ວິທະຍາສາດ​ໜຸ່ມ, ສ້າງ​ແຫຼ່ງ​ເພື່ອ​ກ້າ​ວ​ໄປ​ເຖິງ​ການ​ກໍ່​ຕັ້ງ​ນັກວິທະຍາສາດ​ຊັ້ນ​ນຳ, ວິສະ​ວະ​ກອນ​ໃຫຍ່ ​ທີ່​ຕັ້ງຕໍ່ສຸດ​ອົກ​ສຸດ​ໃຈ​ແລະຜູກ​ພັນ​ສະໜິ​ດ​ແໜ້ນ​ຍາວ​ນານ ​ກັບ​ພາລະກິດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ມີ​ຄວາມ​ສາມາດ​ພຽງພໍ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ.

​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​​ເຖິງ​ການ​ສົ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ໄປ​ຝຶກ​ງານ, ​ເຮັດ​ວຽກ​ຢູ່​ອົງການ​ຈັດ​ຕັ້ງ​ສາກົນ, ສະ​ຖາ​ບັນ​ວິທະຍາສາດ, ມະຫາວິທະຍາ​ໄລ​ຂອງ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົວພັນ, ​ແລກປ່ຽນທາງ​ວິທະຍາ​ການສາກົນ​ແບບ​ສອງຝ່າຍ​ແລະ​ຫຼາຍ​ຝ່າຍ; ພ້ອມ​ກັນ​ນັ້ນ​ກໍ່​ສ້າງຕັ້ງ​ເຄືອ​ຂ່າຍ​ການ​ຄົ້ນຄວ້າ​ຮຽນ​ຮູ້ ກັບນັກວິທະຍາສາດ​ຕ່າງປະ​ເທດ ​ແລະ ​ເປີດ​ກວ້າງບັນດາ​ໂຄງການຝຶກ​ອົບຮົມ​ຢູ່​ຕ່າງປະ​ເທດ ​ເພື່ອ​ໃຫ້​ພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ປະສົບ​ສຳຜັດ​ກັບ​ສະພາບ​ແວດ​ລ້ອມ​ທາງວິທະຍາ​ການສາກົນ ​ແລະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າແລະ​ພັດທະນາ​ສາກົນ. ປະກາດ​ໃຊ້​ກົນ​ໄກ​ທີ່​ມີ​ລັກສະນະ​ບັງຄັບ​ ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ຄືນ​ໃໝ່​ສຳລັບບຸກຄະລາ​ກອນ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ຕາມ​ແຕ່​ແຕ່​ລະ​ຂົງ​ເຂດ​ທີ່​ລະອຽດ.

ທີ​ສີ່, ປັບປຸງ​ບູລະນະ​ຕາມ​ທິດ​ຄົບ​ຊຸດ​ແລະ​ຮອບດ້ານ ບັນດາ​ນະ​ໂຍບາຍ​ສຳລັບບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີຄຸນ​ນະພາ​ບສູງ, ​ໃນ​ນັ້ນ​ປະກອບ​ດ້ວຍ​ນະ​ໂຍບາຍ​ເງິນ​ເດືອນ, ລາຍ​ໄດ້; ບັນດາ​ການ​ເຄື່ອນ​ໄຫວສະ​ແດງ​ຄວາມ​ນັບຖື, ຍ້ອງຍໍຊົມ​ເຊີຍ, ຮັບ​ຮູ້​ສ່ວນ​ຮ່ວມ, ຄຸນງາມຄວາມດີ​ຂອງປັນ​ຍາ​ຊົນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ກ່ຽວ​ກັບສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ແລະ​ເຮັດ​ວຽກ​ໃຫ້​ນັກວິທະຍາສາດ​ແລະ​ຄອບຄົວ​ຂອງ​ເຂົາ; ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານດ້ານການ​ຄົ້ນຄວ້າ​ທີ່ກ້າວໜ້າ, ວັດທະນະທຳວິທະຍາ​ການ​ທີ່​ສົດ​ໃສ. ປ່ຽນ​ແປງ​ໃໝ່​ກົນ​ໄກ, ​ວິທີ​ການ​ຈ່າຍ​ເງິນ​ເດືອນ, ຄ່າ​ຕອບ​ແທນ​ໃຫ້​ນັກວິທະຍາສາດ​ ຕາມ​ກົດທົ່ວໄປ​ໃນປະ​ເທດ​ຈະ​ເລີ​ນພັດທະນາ​ຢູ່ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

ທີ​ຫ້າ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕ້ອນຮັບ​ລ່ວງໜ້າ, ຂຸກ​ຄົ້ນ ​ແລະ​ນຳ​ໃຊ້​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຈາກ​ຖັນ​ແຖວ​ນັກ​ສຶກສາ, ນັກ​ຄົ້ນຄວ້າ​ເກັ່ງ, ນັກວິທະຍາສາດ​ທີ່​ເປັນ​ຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ​ກໍ່​ລົງທຶນ​ຢ່າງ​ເໝາະ​ສົມ​ ເພື່ອ​ກໍ່ສ້າງ​ພື້ນຖານ​ຄົ້ນຄວ້າ​ຈຳນວນ​ໜຶ່ງ​ທີ່​ມີສະພາບ​ແວດ​ລ້ອມ, ​ເງື່ອ​ນໄຂ​ເຮັດ​ວຽກ​ແບບ​ມື​ອາຊີບ, ຕາມ​ກົດ​ທົ່ວ​ໄປ​ຂອງ​ສາກົນ, ສອດຄ່ອງ​ກັບລັກສະນະ​ສະ​ເພາະ​ຂອງ​ການ​ເຄື່ອນ​ໄຂ​ປະດິດ​ສ້າງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ດຶງ​ດູດ​ແລະຮັກສານັກວິທະຍາສາດ​ເກັ່ງ​ຢູ່​ໃນ​ປະ​ເທດ ​ແລະດຶງ​ດູດ​ນັກວິທະຍາສາດ​ຈາກ​ຕ່າງປະ​ເທດ​ ໃຫ້​ມາ​ເຮັດ​ວຽກ​ຢູ່​ຫວຽດນາມ. ພາກ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ສະພາບ​ແວດ​ລ້ອມ​ວິທະຍາ​ການ ​ແລະ​ເງື່ອນ​ໄຂ​ຄົ້ນຄວ້າສະ​ດວກ​ດີມີ​ອາຊີບ ​ແມ່ນ​ປັດ​ໄຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ໃນ​ການ​ດຶງ​ດູດ​ແລະ​ຮັກສາ​ນັກວິທະຍາສາດ​ເກັ່ງ. ດັ່ງ​ນັ້ນ, ຕ້ອງການ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ແລກປ່ຽນ​ວິທະຍາການ, ​ການແລກປ່ຽນທາງ​ວິທະຍາສາດ​ສາກົນ ​ເພື່ອ​ອັບ​ເດດ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຖັນ​ແຖວບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ.

ທີ​ຫົກ, ຍູ້​ແຮງ​ການ​ລົງທຶນ​ຂອງ​ສັງຄົມ, ລະດົມ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ແຫຼ່ງລົງທຶນ​ນອກ​ງົບປະມານ​ຂອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ, ​ໃຫ້​ແກ່​ການ​ເຄື່ອນ​ໄຫວບຳລຸງ​ສ້າງ, ຝຶກ​ອົບຮົມ, ພັດທະນາ​ແຫຼ່ງບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ. ​ເພີ່ມ​ທະວີ​ການດຶງ​ດູດ​ການ​ລົງທຶນນອກ​ງົບປະມານ ​ເພື່ອ​ພັດທະນາ​ກຳລັງ​ຊ້ອນ​ແຝງ, ພິ​ເສດ​ແມ່ນ​ພື້ນຖານ​ວັດຖຸ, ​ເຕັກ​ນິກຂອງ​ບັນດາ​ອົງການ​ຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​ປົວ​ແປງ​ເງື່ອນ​ໄຂ​ເຮັດ​ວຽກ​​ໃຫ້ບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ.

ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ​ດ້ວຍທ່າ​ອຽງ​ໂລກາ​ພິວັດ​ແລະການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງຂອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ ​ໄດ້​ແລະ​ພວມຍູ້​ປ​ະ​ເທດ​ເຮົາ​ເຂົ້າ​ໃນ​ຄວາມ​ສ່ຽງ​ແຫ່ງ​ການ​ຖອຍຫຼັງ​ນັບ​ມື້​ນັບ​ໄກ​ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ກວ່າ​ເວລາ​ໃດ​ໝົດ ຫວຽດນາມ​ຍິ່ງ​ຕ້ອງ​ປະຕິບັດ​ບັນດາ​ວິທີ​ການ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ ​ເພື່ອ​ພັດທະນາ​ບຸກຄະລາ​ກອນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຄື​ທີ່​ບັນດາ​ມະຕິ, ​ເອກະສານ​ຂອງ​ພັກ​ໄດ້ຢືນຢັນ: ລົງທຶນ​ໃຫ້​ແກ່​ກາ​ນພັດທະນາບຸກຄະລາ​ກອນ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ​ແມ່ນ​ລົງທຶນພັດທະນາ​ປະ​ເທດ​ຢ່າງ​ໝັ້ນຄົງ​ຍືນຍົງ; ພັກ​ແລະ​ລັດມີ​ຄວາມ​ຮັບຜິດຊອບ​ແລະ​ນະ​ໂຍບາຍ​ເພື່ອ​ພັດທະນາ, ນຳ​ໃຊ້​ເປັນ​ສຳຄັນ ​ແລະ​ພັດທະນາ​ຄວາມ​ສາມາ​ປະດິດ​ສ້າງ​ຂອງ​ຖັນ​ແຖວ​ພະນັກງານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. /.

​ໂດຍ ຈູງ​ອກ​ແອັງ,

ກຳມະການ​ສູນ​ກາງ​ພັກ,

ລັດຖະມົນຕີ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ

--------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ (​ເດືອນ​ກັນຍາ 2018)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ