ວັນພະຫັດ, 20/6/2019
ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາສາທາລະນະສຸກນອກພາກລັດ ຕາມຮູບແບບການຮ່ວມມືພາກລັດ - ເອກະຊົນ
18/1/2019 21:44' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

ທັດສະນະ, ​ແຜນ​ນະ​ໂຍບາຍ ​ແລະ ນະ​ໂຍບາຍ​ພັດທະນາສາທາລະນະ​ສຸກ

ມະນຸດ​ທັງ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ. ສຸຂະພາບ​ແມ່ນ​ທຶນ​ທີ່​ມີຄ່າ​ທີ່​ສຸດ​ຂອງມະນຸດ​ທຸກຄົນ​ແລະ​ຂອງ​ທົ່ວ​ສັງຄົມ. ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານຮັກສາ, ​ເບິ່ງ​ແຍງ​ດູ​ແລ​ແລະ​ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ. ​ແຕ່​ປີ 1993, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ VII ​ໄດ້​ອອກ​ມະຕິ​ສະບັບ​ທີ 04-NQ/TW, ວັນ​ທີ 14-1-1993, ວ່າ​ດ້ວຍ​ບັນດາ​ບັນຫາ​ຮີບ​ດ່ວນ​ຂອງ​ພາລະກິດ​ການ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ທີ່​ມີ 5 ທັດສະນະ(1), 3 ​ເປົ້າ​ໝາຍ, 7 ນະ​ໂຍບາຍ ​ແລະ​ວິທີ​ແກ້​ໄຂ​ທີ່​ສຳຄັນ (ຕໍ່​ໄປ​ນີ້​ເອີ້ນ​ຫຍໍ້​ວ່າ ມະຕິ​ສະບັບ​ທີ 04, ​ໃນ​ນັ້ນ​ມີ​ບັນຫາສາທາລະນະ​ສຸກ​ເອກະ​ຊົນ​ ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ເວົ້າ​ເຖິງ, ຈາກ​ນັ້ນ ຄລີນິກ​ເອກະ​ຊົນ ​ໄດ້​ພັດທະນາ​ຢ່າງ​ໄວ).

ຫຼັງ​ຈາກ​ການປະກາດ​ໃຊ້ມະຕິ​ສະບັບ​ທີ 04, ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາ​ຊົນສືບ​ຕໍ່​ໄດ້​ຈັດ​ເປັນ​ພາກ​​ພິ​ເສດໜຶ່ງ​ໃນ​ບັນດາ​ເອກະສານ​ຂອງ​ພັກ ນັບ​ແຕ່​ກອງປະຊຸມ​ໃຫຍ່ຄັ້ງ​ທີ VIII ຮອດ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ກົມ​ການ​ເມືອງ, ຄະນະ​ເລຂາທິການ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ທີ 46-NQ/TW, ວັນ​ທີ 23-2-2005, ວ່າງ​ດ້ວຍ​ວຽກ​ງານ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາ​ຊົນ ​ໃນ​ສະພາບ​ການ​ໃໝ່ ​ແລະ ຄຳ​ສັ່ງ 8 ສະບັບ, ບົດ​ສະຫຼຸບ 3 ສະບັບ, ​ແຈ້ງ​ການ 4 ສະບັບ (ຕໍ່​ໄປ​ນີ້​ເອີ້ນ​ລວມວ່າ ບັນດາ​ມະຕິ​ຂອງ​ພັກ) ກ່ຽວ​ກັບ​ວຽກ​ງານເບິ່ງ​ແຍງ​ດູ​ແລສຸຂະພາບຂອງ​ປະຊາຊົນ ​ແລະ ບາງ​ຂົງ​ເຂດສາທາລະນະ​ສຸກສະ​ເພາະ. ນອກຈາກ​ນັ້ນ, ບາງ​ມະຕິ​ຂອງ​ພັກກ່ຽວ​ກັບ​​ຂົງ​ເຂດ​ອື່ນ​ແຕ່​ມີ​ຜົນ​ກະທົບ​ໂດຍ​ກົງ, ​ແຂງ​ແຮງ​ເຖິງ​ຂະ​ແໜງ​ການສາທາລະນະ​ສຸກ, ​ເຊັ່ນ ນະ​ໂຍບາຍ​ຄວາມ​ປອດ​ໄພທາງ​ສັງຄົມ; ການ​ຫັນ​ການ​ບໍລິການຂອງ​ລັດ​ເປັນ​ສັງຄົມ; ປ່ຽນ​ແປງ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວ​ແລະກົນ​ໄກ​ການ​ເງິນສຳລັບ​ໜ່ວຍ​ບໍລິການ​ຂອງ​ລັດ.

ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນ​ຕີ ​ແລະ​ ບັນດາ​ກະຊວງ, ຂະ​ແໜງ​ການກໍ່​ໄດ້​ປະກາດ​ໃຊ້​ຢ່າງ​ຄົບ​ຊຸດ​ພໍ​ຄວນບັນດາ​ດຳລັດ, ມະຕິ​ຕົກລົງ, ຄຳ​ສັ່ງ, ຈົດໝາຍ​ລັດຖະການ, ໜັງສື​ວຽນ​ແນະນຳ​ການ​ປະຕິບັດບັນດາ​ກົດໝາຍ, ຄຳ​ສັ່ງ​ທາງ​ກົດໝາຍ​ກ່ຽວ​ກັບສາທາລະນະ​ສຸກ - ປະຊາກອນ. ​ເຖິງດຽວ​ນີ້​ມີ​ເອກະສານ​ທາງ​ກົດໝາຍ​ຫຼາຍ​ກວ່າ 1.500 ສະບັບ ທີ່​ຄວ​ບຄຸມ​ກິດຈະກຳ​ໂດຍ​ກົງ​ແລະ​ໂດຍ​ທາງ​ອ້ອມ​ໃນ​ດ້ານສາທາລະນະ​ສຸກ-ປະຊາກອນ ທີ່​ກຳລັງມີ​ຜົນ​ບັງຄັບ​ໃຊ້​. ອາດ​ຈະ​ເວົ້າ​ວ່າ, ຫວຽດນາມ​ມີ​ລະບົບ​ກົດໝາຍ​ທີ່​ສົມບູນ​ພໍ​ຄວນ ​ເພື່ອ​ຄວບ​ຄຸມ​ການ​ພົວພັນ​ທາງ​ສັງຄົມ​ໃນ​ຂົງ​ເຂດສາທາລະນະ​ສຸກ - ປະຊາກອນ, ​ໃນ​ນັ້ນ​ມີ​ເນື້ອ​ໃນທີ່​ກ່ຽວຂ້ອງ​ກັບ​ການ​ຫັນ​ວຽກ​ງານສາທາລະນະ​ສຸກ​ເປັນ​ສັງຄົມ, ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ​ແລະ ການ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ພື້ນຖານສາທາລະນະ​ສຸກນອກ​ພາກ​ລັດ​ຂະຫຍາຍຕົວ.

ຜ່ານ​ໄລຍະ​ທາງ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ພາລະກິດ​ການ​ປົກ​ປັກ​ຮັກ​ສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ​ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ, ລະບົບສາທາລະນະ​ສຸກຫວຽດນາມ​ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ບູລະນະ​ຕາມ​ທິດຍຸຕິ​ທຳ, ມີ​ປະສິດທິ​ຜົນ ​ແລະ​ເຊື່ອມ​ໂຍງ​ສາກົນ, ມາ​ເຖິງ​ປະຈຸ​ບັນ ລະບົບສາທາລະນະ​ສຸກຫວຽດນາມ​ໄດ້​ປະກອບ​ດ້ວຍ​ສາທາລະນະ​ສຸກ​ພາກ​ລັດ ​ແລະ ສາທາລະນະ​ສຸກ​ເອກະ​ຊົນ, ມີ​ຄວາມ​ສະ​ເໝີ​ພາບ​ໃນ​ການ​​ໃຫ້ບໍລິການສາທາລະນະ​ສຸກ​​ແກ່​ປະຊາຊົນ.

ວັນ​ທີ 25-10-2017, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງ 4 ສະບັບ (ສະບັບ​ເລກທີ 18, 19, 20 ​ແລະ 21-NQ/TW), ​ໃນ​ນັ້ນ​ມະຕິຕົກລົງ​ສະບັບ​ເລກທີ 19-NQ/TW ວ່າ​ດ້ວຍ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ລະບົບ​ການຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ, ຍົກສູງຄຸນນະພາບແລະປະສິດທິຜົນ ການເຄື່ອນໄຫວຂອງບັນດາໜ່ວຍພາລະກິດບໍລິການພາກລັດ ​ໄດ້ກຳນົດ​ທັດສະນະ: “ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ, ​​ໂດ​ຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ແລະ​ພື້ນ​ທີ່ ​ເຊິ່ງພາກສ່ວນທີ່ບໍ່​ແມ່ນ​ພາກລັດສາມາດ​ເຮັດ​ໄດ້​ແລະ​ເຮັດ​​ໄດ້ດີ; ລະດົມ​​ແລະນຳ​ໃຊ້​ທຸກ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ລົງ​ທຶນພັດທະນາ​ຕະຫຼາດ​ບໍລິການ​ພາລະກິດ​ສາທາລະນະ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ປະ​ຕິ​ບັດ​ການ​ເປີດ​ເຜີຍ, ​ໂປ່ງ​ໃສ, ບໍ່​ຫັນ​ເປັນ​ການ​ຄ້າ. ຮັບປະກັນຄວາມ​ຍຸຕິ​ທຳ, ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ໜ່ວຍບໍລິການ​ພາລະກິດ​ພາກ​ລັດ​ແລະ​ນອກ​ພາກ​ລັດ” ​ແລະ​ໜຶ່ງ​ໃນ​ບັນດາ​ວິທີ​ແກ້​ແມ່ນ “ສືບ​ຕໍ່​ປະຕິບັດ​ກົນ​ໄກ​ສົມທົບ​ລະຫວ່າງ​ພາກ​ລັດ-​ເອກະ​ຊົນ ກ່ຽວ​ກັບ​ບຸກຄະລາ​ກອນແລະ​ເຄື່ອງໝາຍ​ການ​ຄ້າ​ໃນ​ຂົງ​ເຂດສາທາລະນະ​ສຸກ; ກໍ່ສ້າງ​ກົນ​ໄກຮ່ວມ​ມື​ໃນ​ການ​ລົງທຶນລະຫວ່າງ​ໂຮງໝໍ​ຂອງ​ລັດ​ແລະ​ໂຮງໝໍ​ເອກະ​ຊົນ, ລະຫວ່າງ​ບັນດາ​ໂຮງໝໍ​ຂອງ​ລັດ. ​ເປີດ​ຄວາມ​ໂປ່​ງ​ໃສ​ໃນບັນດາ​ການ​ເຄື່ອນ​ໄຫວຮ່ວມ​ທຸລະ​ກິດ, ​ເຊື່ອມ​ຕໍ່, ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ຢູ່​ບັນດາໜ່ວຍ​ງານ​ໃນ​ຂົງ​ເຂດທີ່​ລັດ​ອະນຸຍາດ​ໃຫ້​ດຳ​ເນີນ​ງານ; ປົກ​ປັກຮັກສາ​ແລະ​ພັດທະນາ​​ເງິນທຶນ,​ຊັບ​ສິນ​ຂອງ​ລັດ”.

ມະຕິ​ສະບັບ​ທີ 20-NQ/TW ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ​ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່ ກໍ່​ໄດ້​ກຳນົດທັດສະນະ: “ການລົງທຶນ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ​ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ​ແມ່ນການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ. ລັດ​ໃຫ້​ບຸລິມະສິດ​ການ​ລົງທຶນ​ງົບປະມານ ​ແລະ​ ມີ​ກົນ​ໄກ, ນະ​ໂຍບາຍລະດົມ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ​ ​ເພື່ອ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ​ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ; ຈັດ​ຕັ້ງ​ການ​ໃຫ້​ບໍລິການ​ສາທາລະນະ, ຮັບປະກັນການ​ບໍລິການ​ພື້ນຖານ, ພ້ອມ​ກັນ​ນັ້ນ​ກໍ່​ສົ່ງ​ເສີມ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ການ​ລົງທຶນ​ຂອງ​ເອກະ​ຊົນ, ການ​ໃຫ້​ບໍລິການ​ຕາມ​ຄວາມ​ຕ້ອງການ”. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່​ສຳຄັນ​ແມ່ນ “ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ, ລະດົມ​ບັນດາ​ແຫຼ່ງພະລັງ​ເພື່ອ​ພັດທະນາ​ລະບົບສາທາລະນະ​ສຸກ. ສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ຮູບ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ຮັບປະກັນ​ຄວາມ​ໂປ່​ງ​ໃສ, ຄວາມ​ເປີດ​ເຜີຍ, ການ​ແຂ່ງຂັນ​ສະ​ເໝີ​ພາບ, ບໍ່​ຈຳ​ແນ​ກພາກ​ລັດ - ​ເອກະ​ຊົນ​ໃນ​ການ​ໃຫ້​ບໍລິການສາທາລະນະ​ສຸກ. ສົ່ງ​ເສີມ​ບັນດາ​ອົງການ​ຈັດ​ຕັ້ງ, ບຸກຄົນ​ລົງທຶນ​ກໍ່ສ້າງ​ພື້ນຖານສາທາລະນະ​ສຸກ (ນັບ​ທັງ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂັ້ນຕົ້ນ), ສຸມ​ໃສ່​ການ​ໃຫ້​ບໍລິການ​ຊັ້ນ​ສູງ, ຕາມ​ຄວາມ​ຕ້ອງການ. ບັນດາ​ພື້ນຖານສາທາລະນະ​ສຸກ, ພື້ນຖານ​ເບິ່ງ​ແຍງ​ດູ​ແລ​ຄົນ​ສູງ​ອາຍຸທີ່​ເຄື່ອນ​ໄຫວ​ໂດຍ​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ​ ຈະ​ໄດ້​ຍົກ​ເວັ້ນຫຼື​ຫຼຸດຜ່ອນພາສີ​ຕາມ​ກົດໝາຍ”.

ກ່ຽວ​ກັບ​ສະຖານະ​ຂອງ​ລະບົບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ

ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ສົ່ງ​ເສີນ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້ສາທາລະນະ​ສຸກນອກ​ພາກ​ລັດ​ພັດທະນາ, ​ຈາກ​ບ່ອນທີ່​ມີ​ພຽງ​​ແຕ່ລະບົບສາທາລະນະ​ສຸກຂອງ​ລັດ​ເທົ່າ​ນັ້ນ​ທີ່​ໃຫ້​ບໍລິການສາທາລະນະ​ສຸກ​ແກ່​ປະຊາຊົນ ​ໃນ​ຊຸມ​ປີ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX, ມາ​ເຖິງ​ດຽວ​ນີ້ ລະ​ບົບສາທາລະນະ​ສຸກຂອງ​ຫວຽດນາມ​ໄດ້​ປະກອບ​ດ້ວຍ: ສາທາລະນະ​ສຸກຂອງ​ລັດ​ແລະ​ສາທາລະນະ​ສຸກ​ນອກ​ພາກ​ລັດ, ​ໃນນັ້ນ ສາທາລະນະ​ສຸກຂອງ​ລັດ​ຖື​ບົດບາດ​ເປັນ​ເຈົ້າ​ນຳພາ, ມັນ​ຮັບປະກັນ​ບັນດາ​ໜ້າ​ທີ່, ບັນດາ​ຂົງ​ເຂດ​ທີ່​ເອກະ​ຊົນ​ເຮັດ​ບໍ່​ໄດ້ ຫຼືມີ​ເງື່ອນ​ໄຂ​ໜ້ອຍ​ທີ່​ຈະ​ເຂົ້າ​ຮ່ວມ, ​ເຊັ່ນ ສາທາລະນະ​ສຸກ​​ປ້ອງ​ກັນ, ສາທາລະນະ​ສຸກຊຸມ​ຊົນ, ການ​ປິ່ນປົວ​ພະຍາດ​ທາງ​ສັງຄົມ​ແລະ​ພະຍາດ​ອັນຕະລາຍ, ການ​ບໍລິການ​ທົ່ວ​ໄປ​ໃຫ້​ແກ່​ທຸກ​ເປົ້າ​ໝາຍ, ຢູ່​ເຂດ​ພູດ​ອຍ ​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ ລ້ວນ​ແຕ່​ມີ​ພື້ນຖານສາທາລະນະ​ສຸກ ​ເພື່ອ​ຮັບ​ໃຊ້​ປະຊາຊົນ; ສາທາລະນະ​ສຸກນອກ​ພາກ​ລັດ​ຖື​ບົດບາດ​ເພີ່ມ​ເຕີມ, ຮັບ​ໃຊ້​ບັນດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສາມາດ​ໃນ​ການຈ່າຍ​ເງິນ, ​ແລະ​ເຂົ້າ​ຮ່ວມ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​​ຂັ້ນຕົ້ນ.

- ບັນດາ​ພື້ນຖານສາທາລະນະ​ສຸກຂອງ​ລັດ​ນັບ​ມື້​ນັບ​ໄດ້​ຮັບ​ດານ​ປັບປຸງແລະ​ພັດທະນາທັງ​ທາງ​ດ້ານ​ປະລິມານ, ຄຸນ​ນະພາ​ບ ​ແລະ​ຂະໜາດ, ຮັບປະກັນ​ລັກສະນະ​ຄົບ​ຊຸດ​ຂອງ​ລະບົບ: ຈຳນວນ​ພື້ນຖານ​ໄດ້​ເພີ່​ມຂຶ້ນ​ຢ່າງ​ໄວ, ຈາກ 12.884 ​ແຫ່ງ​​ໃນປີ 1993 ຂຶ້ນ​ເປັນ 13.337 ​ແຫ່ງ​​ໃນປີ 2005 ​ແລະ​ຂຶ້ນ​ເປັນ 13.725 ​ແຫ່ງ​​ໃນປີ 2014. ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫຼຸດຜ່ອນ​ຫົວ​ຂອດ​ສາທາລະນະ​ສຸກ, ຫຼາຍ​ຫ້ອງ​ກວດ​ພະຍາດ​ຂັ້ນ​ຕາ​ແສງ​ຖື​ກໂຮມ​ເຂົ້າ​ໃນ​ໂຮງໝໍ​ເມືອງ, ດັ່ງ​ນັ້ນ​ມາ​ເຖິງ​ເວລາ​ນີ້, ທົ່ວ​ຂະ​ແໜງສາທາລະນະ​ສຸກມີ​ປະມານ 13.540 ພື້ນຖານ​ກວດ​ແລະ​ປົວ​ພະຍາດ​ຂອງ​ລັດ (​ໃນ​ນັ້ນ​ມີ​ຫຼາຍ​ກວ່າ 11.000 ສຸກສາລາຕາ​ແສງ) ​ແລະ ຫຼາຍ​ກວ່າ 2.400 ໜ່ວຍ​ງານ​ເຮັດ​ວຽກ​ງານສາທາລະນະ​ສຸກປ້ອງ​ກັນ, ​ໂຄສະນາ​ອົບຮົມ​ສຶກສາ ​ແລະ​ຝຶກ​ອົບຮົມ. ລະບົບ​ໜ່ວຍ​ງານສາທາລະນະ​ສຸກຂອງ​ລັດ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບທາງ​ດ້ານ​ວິຊາ​ອາຊີບ​ຕາມ​ຂະ​ແໜງ​ການ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

​ເຄືອ​ຂ່າຍສາທາລະນະ​ສຸກຮາກ​ຖານ(2) ​ໄດ້​ຮັບ​ການ​ປັບປຸງ​ແລະ​ເພີ່ມ​ທະວີ​ເທື່ອ​ລະ​ກ້າວ, ມີ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ. ​ມາ​ຮອດ​ດຽວ​ນີ້, 100% ຈຳນວນ​ຕາ​ແສງ​ມີພະນັກງານ​ສະ​ທາ​ລະນະ​ສຸກ​ເຄື່ອນ​ໄຫວ, ​ໃນ​ນັ້ນ 99,4% ມີ​ສຸກສາລາ(3) (0,6% ຂອງ​ຈຳນວນ​ສຸກສາລາ​ນີ້​ຍັງ​ບໍ່​ມີ​ພື້ນຖານວັດຖຸ​ຂອງ​ຕົນ​ເອງ, ຕ້ອງ​ອາ​ໃສ​ພື້ນຖານ​ຂອງ​ອົງການ​ອື່ນ); 78,5% ຂອງ​ຈຳນວນ​ສຸກສາລາມີນາ​ຍ​ແພດ​ (ດອກ​ເຕີ) ເຮັດ​ວຽກ; 98,2%: ມີນາງ​ພະ​ດຸ​ງຄັນ​ຫຼືໝໍ​ສູຕິ​ສາດ; 74,3% ຂອງ​ຈຳນວນ​ບ້ານມີ​ພາລະ​ກອນສາທາລະນະ​ສຸກ​ເຄື່ອນ​ໄຫວ, ​ໃນ​ນັ້ນ​ຢູ່​ຊົນນະບົດ​ມີ 98% ​ຈຳນວນ​ບ້ານ​ມີ​ພາລະ​ກອນສາທາລະນະ​ສຸກ, ປະມານ 80% ຂອງ​ຈຳນວນ​ສຸກສາລາຕາ​ແສງ​ໄດ້​ດຳ​ເນີນ​ການກວດ​ແລະ​ປົວ​ພະຍາດຕາມ​ບັດ​ປະກັນ​ສຸຂະພາບ, ​ໄດ້​ທົດ​ລອງດຳ​ເນີນ​ການ​ຄວບ​ຄຸມພະຍາດ​ຊ້ຳ​ເຮື້ອ​ບາງ​ຊະນິດ, ​ເຊັ່ນ ພະຍາດ​ຫືດ, ພະຍາດ​ເລືອດ​ດັນ​ສູງ, ​ພະຍາດເບົາຫວານ ຢູ່​ສຸກສາ, ປະກອບສ່ວນຫຼຸດ​ຜ່ອນ​ຄວາມ​ໜັກໜ່ວງ​ໃຫ້​ໂຮງໝໍ​ຂັ້ນ​ເທິງ ​ແລະ ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃຫ້​ປະຊາຊົນ. ຈຳນວນ​ພື້ນຖານສາທາລະນະ​ສຸກປ້ອງ​ກັນ​ເພີ່ມ​ຂຶ້ນ; ຄວາມ​ສາ​ມາ​ຄາດ​ຄະ​ເນ, ຕິດຕາມ​ກວດກາ ​ແລະ ປ້ອງ​ກັນ, ຕ້ານ​ໂລຄາ​ພະຍາດ​ຂອງ​ບັນດາ​ພື້ນຖານສາທາລະນະ​ສຸກປ້ອງ​ກັນ​ໄດ້​ຮັບ​ການປົວ​ແປງ​ໃຫ້​ດີ​ຂຶ້ນ​; ລະບົບ​ໂຮງໝໍ​ຂອງ​ລັດ​ໄດ້​ຮັບ​ການ​ລົງທຶນ​ຢ່າງລວມ​ສູນມີ​ລັກສະນະ​ບຸກທະລຸ, ມາ​ຮອດ​ດຽວ​ນີ້​ ໂຮງໝໍ​ສ່ວນ​ຫຼາຍ​ໄດ້​ແລະ​ພວມ​ໄດ້​ຮັບ​ການປັບປຸງ, ຍົກ​ລະດັບ​ດ້ວຍ​ງົບປະມານ​ຂອງ​ລັດ. ລັດຖະບານ​ໄດ້​ບຸລິມະສິດ​ໃຫ້​ໃຊ້ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ແລະ ເງິນ​ຈາກ​ພັນທະບັດ​ລັດຖະບານ, ​ໃຫ້​ປະ​ຕິ​ບັດຫຼາຍ​ກົນ​ໄກນະ​ໂຍບາຍໃໝ່ກ່ຽວ​ກັບ​ການ​ລົງທຶນ ​ເຊັ່ນ​ອະນຸຍາດ​ໃຫ້​ໂຮງໝໍ​ກູ້​ຢືມ​ເງິນ, ຮ່ວມ​ທຸລະ​ກິດ, ຮ່ວມ​ມື​ລົງທຶນ​ກໍ່ສ້າງ​ໃໝ່, ດັ່ງ​ນັ້ນ ຈຳນວນ​ຕຽງ​ພະຍາບານ​ຄິດ​ຕໍ່ປະຊາກອນ 10.000 ຄົນ​ໄດ້​ເພີ່ມ​ຂຶ້ນ, ຈາກ 17,9 ຕຽງ (ປີ 2005) ຂຶ້ນ​ເປັນ 25 ຕຽງ/10.000 ຄົນ (ປີ 2016), ຕອບ​ສະໜອງ​ໄດ້​ໂດຍ​ພື້ນຖານ​ຄວາມ​ຕ້ອງການກວດ​ແລະ​ປົວ​ພະຍາດທີ່​ນັບ​ມື້​ນັບ​ສູງ​ແລະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ປະຊາຊົນ(4).

ບັນດາ​ພື້ນຖານສາທາລະນະ​ສຸກນອກ​ພາກ​ລັດ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​ສຳຄັນ, ປະກອບສ່ວນອັນ​ໃຫຍ່​ໂຕ​ເຂົ້າ​ໃນ​ການ​ໃຫ້​ບໍລິການສາທາລະນະ​ສຸກ​ແກ່​ປະຊາຊົນ.

ຈຳນວນ​ໂຮງໝໍ​ແລະ​ຕຽງ​ພະຍາບານ​ນອກ​ພາກລັດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ: ປີ 2005 ມີ​​ໂຮງໝໍພຽງ 36 ​​​ແຫ່ງ​ຢູ່​ໃນ 9 ​ແຂວງ, ກຳ​ແພງ​ນະຄອນ ​ທີ່​ມີ​ຕຽງ​ພະຍາບານ 2.538 ອັນ, ຮອດ​ປີ 2014 ​ຈຳນວນໂຮງໝໍ​ເພີ່ມ​ຂຶ້ນ​ເປັນ 169 ​​ແຫ່ງ ດ້ວຍ​ຈຳນວນ​ຕຽງ​ພະຍາບານ 11.762 ອັນ (ຄິດ​ສະ​ເລ່ຍ 1,2 ຕຽງ​ຕໍ່ປະຊາກອນ 10.000 ຄົນ), ມີ​ຮ້ານ​ຂາຍ​ຢາ 30.000 ​ແຫ່ງ,  ມີ​ຫ້ອງ​ກວດ​ພະຍາດ​ທົ່ວ​ໄປ​ແລະ​ຫ້ອງ​ກວດ​ພະຍາດພິ​ເສດ​ສະ​ເພາະ 35.000 ​ແຫ່ງ, ​ໃຫ້​ບໍລິການ​ທາງ​ການ​ແພດ​ແກ່​ປະຊາຊົນ​ ​ເຊິ່ງກວມ​ເອົາ 43% ຈຳນວນ​ຜູ້​ປ່ວຍ​ທີ່​ນອນ​ຢູ່​ນອກ​ໂຮງໝໍ​ແລະ 2,1% ຈຳນວນ​ຜູ້​ປ່ວຍ​ທີ່​ນອນ​ຢູ່​​ໃນ​ໂຮງໝໍ​ (​ໂຮງໝໍ​ຈຳນວນ​ໜຶ່ງ​ທີ່​ມີ​ທຶນ​ຈາກ​ຕ່າງປະ​ເທດ 100% ທີ່ມີ​ເຄື່ອງ​ປະກອບ​ທັນ​ສະ​ໄໝ​ໄດ້​​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ແລ້ວ). ຮອດ​ເດືອນ​ມິຖຸນາ 2018, ທົ່ວ​ປະ​ເທດ​ມີ​ໂຮງໝໍ​ເອກະ​ຊົນ 222 ​ແຫ່ງດ້ວຍ​ຈຳນວນ​ຕຽງ​ພະຍາບານ 14.900 ອັນ, ກວມ​ເອົາ 16% ຂອງ​ຈຳນວນ​ຕຽງ​ພະຍາບານ​ທັງ​ໝົດ​ໃນ​ປະ​ເທດ. ຫຼາຍ​ວິ​ສາ​ຫະກິດ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພັດທະນາ​ໂຮງໝໍ​ເອກະ​ຊົນ, ຖື​ການ​ກໍ່ສ້າງ​ໂຮງໝໍ​ເພື່ອ​ຮັບ​ໃຊ້​ໃຫ້​ປະຊາ​ຊົນ ​ເປັນ​ວິທີ​ທີ່​ສຳຄັນ​ໃນ​ການ​ກໍ່ສ້າງ​​ເຄື່ອງໝາຍ​ການ​ຄ້າ​ຂອງກຸ່ມ​ເສດຖະກິດຂະໜາດ​ໃຫຍ່, ອາ​ໃສ​ສິ່ງ​ດັ່ງກ່າວ​ຈຶ່ງ​​ມີບາງ​ກຸ່ມ​ໂຮງໝໍ, ​​ໂດຍ​ສະ​ເພາະ​​​ແມ່ນ​ໄດ້ເລີ່​ມຕົ້ນປະຕິບັດ​ຮູບ​ແບບ "ໂຮງໝໍ​ບໍ່​ສະ​ແຫວ​ງຫາ​ຜົນກຳ​ໄລ”.

ປະຈຸ​ບັນ​ນີ້, ລັດຖະບານ​ສືບ​ຕໍ່​ປະການ​ໃຊ້​ນະ​ໂຍບາຍ​ຫຼາຍ​ສະບັບ​ເພື່ອສົ່ງ​ເສີມ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ, ອະນຸຍາດ​ໃຫ້​ຈັດ​ຕັ້ງ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ​ເພື່ອດຶງ​ດູດ​ການ​ລົງ​ທຶນ​ພັດທະນາ​ລະບົບສາທາລະນະ​ສຸກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ນັບມື້​ນັບ​ສູງ​ຂອງ​ປະຊາ​ຊົນ. ​ແຕ່​ວ່າ, ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບ​ການ​ຫັນ​ເປັນ​ສັງຄົມ ພັດທະນາສາທາລະນະ​ສຸກ​ເອກະ​ຊົນ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ລະອຽດ​ຄື:

- ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫັນ​ເປັນ​ສັງຄົມ, ລະດົມ​ສົ່ງ​ເສີມ​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາສາທາລະນະ​ສຸກນັ້ນ ຍັງ​ບໍ່​ທັນ​ສົມ​ຄູ່​ກັບຄວາມ​ສາມາດ​ບົ່ມ​ຊ້ອນ, ດັ່ງ​ນັ້ນ ​ການ​ປະຕິບັດສາມ​ການ​ບຸກທະລຸ​ທາງ​ຍຸດ​ທະ​ສາດ​ຈຶ່ງ​ຖືກ​ຈຳກັດ (​ໃນ​ປະຈຸ​ບັນ, ຈຳນວນ​ຕຽງ​ພະຍາບານ​ມີ​ພຽງ 1,4 ອັນ​ຕໍ່​ປະຊາກອນ 10.000 ຄົນ, ​ໃນ​ຂະນະ​ທີ່​ເປົ້າ​ໝາຍ​ຮອດ​ປີ 2020 ​ແມ່ນ 5 ຕຽງ​ຕໍ່ 10.000 ຄົນ). ການ​ປະຕິບັດ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມ​ຢູ່​ໃນບັນດາ​ໂຮງໝໍ​ຂອງ​ລັດ, ຄຽງຂ້າງ​ດ້ານ​ຕັ້ງໜ້າກໍ່​ມີ​ຂໍ້​ບົກພ່ອງ, ຂາດ​ຄວາມ​ໂປ່​ງ​ໃສ, ພາ​ໃຫ້​ເກີດ​ຄວາມ​ຫຍໍ້​ທໍ້​ໂດຍ​ທາງ​ອ້ອມ, ຍັງ​ມີ​ສະພາບ​ການ​ສວຍ​ໃຊ້​ເຕັກນິກ​ສູງ​, ສວຍ​ໃຊ້​ການ​ທົດ​ສອບ​ທາງ​ການ​ແພດ​, ການ​ເກັບ​ຄ່າ​ທຳນຽມ​ບໍ່​ສອດ​ຄ່ອງ​ກັບ​ການ​ບໍລິການ,... ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໃນ​ການກວດ​ແລະ​ປົວ​ພະຍາດ​ຂອງ​ປະຊາຊົນ.

- ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຊ່ວຍ​ໜູນ​ທາງ​ດ້ານ​ທີ່​ດິນ, ​ເງິນ​ທຶນ, ກຳລັງ​ຄົນ​ໃຫ້​ແກ່ສາທາລະນະ​ສຸກ​ເອກະ​ຊົນຍັງ​ບໍ່​​ເໝາະ​ສົມ, ດັ່ງ​ນັ້ນ​ຈຶ່ງ​ຍັງ​ບໍ່​ທັນ​ສົ່ງ​ເສີມ​ໃຫ້​ເອກະ​ຊົນ​ລົງທຶນ​ກໍ່ສ້າງ​ພື້ນຖານສາທາລະນະ​ສຸກ, ສະຖານ​ພະຍາບານ​ຜູ້​ສູງ​ອາຍຸ​ທີ່​ທັນ​ສະ​ໄໝ.

- ກົນ​ໄກ​ຄຸ້ມ​ຄອງ​ຍັງ​ມີ​ລັກສະນະ​ເກື້ອກູນ, ​ບໍ່​ມີ​ລັກສະນະ​ສ້າງສັນ, ອົງການ​ຄຸ້ມ​ຄອງ​ຍັງ​ແຊກ​ແຊງ​ໂດຍ​ກົງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວຂອງ​ຫົວໜ່ວຍ​ພາລະກິດ​ຂອງ​ລັດ (ຍ້ອນ​ການ​ກຳນົດ​ຂອງ​ກົດໝາຍ​ປະຈຸ​ບັນ), ບັນດາ​ໜ່ວຍພາລະກິດ​ຂອງ​ລັດພຽງ​ແຕ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານການ​ເງິນ​ໃນ​ລະດັບ​ທີ່​ຕ່າງ​ກັນ (ເປັນ​ເຈົ້າ​ຕົນ​ເອງ​ທັງ​ໝົດ, ​ເປັນ​ເຈົ້າ​ຕົນ​ເອງ​ສ່ວນ​ໜຶ່ງ ​ແລະ ບໍ່​ໄດ້​ເປັນ​ເຈົ້າ​ຕົນ​ເອງ); ຍັງ​ບໍ່​ທັນ​ເປັນ​ເຈົ້າ​ຕົນ​ເອງ​ທັງ​ໝົດ​ທາງ​ດ້ານ​ການ​ເງິນ​ແລະ​ບຸກຄະລາ​ກອນ. ຮູບ​ແບບ​ການ​ຄຸ້ມ​ຄອງ, ບໍລິຫານ​ຈັດການ​ການ​ເຄື່ອນ​ໄຫວຂອງ​ຫົວໜ່ວຍ​ຕ່າງໆ, ພິ​ເສດ​ແມ່ນ​​ໂຮງໝໍ​ຂອງ​ລັດ​ ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ຢ່າງ​ຊັກ​ຊ້າ, ບໍ່​ທັນ​ກັບ​ລະດັບ​ການ​ພັດທະນຂອງ​ສັງຄົມ. ຄວາມ​ສາ​ມາ​ຄຸ້ມ​ຄອງ​ການ​ເງິນ, ບຸກຄະລາ​ກອນ, ການ​ບໍລິຫານ, ບໍລິການ​ຍັງ​ອ່ອນ, ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ໄດ້​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ທ່າ​ແຮງ​ຂອງ​ແຫຼ່ງບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ.

ກຳນົດ​ທິດ​ແລະ​ບັນດາ​ວິທີ​ແກ້​​ໃນ​ການ​ພັດທະນາສາທາລະນະ​ສຸກນອກ​ພາກ​ລັດ

​ໃນ​ໄລຍະ​ປະຈຸ​ບັນ, ການ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ​ແມ່ນ​ທ່າ​ອຽງ​ທີ່​ຈຳ​ເປັນ​ແລະ​ສອດຄ່ອງ​ກັບ​ພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ. ​ເຖິງ​ຢ່າງ​ນັ້ນ​ກໍໍຕາມ, ສາທາລະນະ​ສຸກ​ເອກະ​ຊົນ​ຢູ່​ປະ​ເທດ​ເຮົາ​ກໍ່​ຍັງ​ບໍ່​ທັນ​ພັດທະນາ​ຖືກຕ້ອງ​ຕາມ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ​ຄວາມ​ຕ້ອງການ​ຂອງ​ສັງຄົມ, ການ​ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງສາທາລະນະ​ສຸກ​ເອກະ​ຊົນ​ມີ​ຄວາມ​ໝາຍ​ຕັດສິນ ​ເພື່ອ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ​ໃນ​ໄລຍະ​ຕໍ່​ໄປ. ​ເພື່ອ​ສືບ​ຕໍ່​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ ​ແນ​ໃສ່​ປະກອບສ່ວນ​ແບ່ງປັນ ຫຼຸດຜ່ອນ​ຄວາມ​ໜັກໜ່ວງ​ໃນ​ບັນດາ​ພື້ນຖານສາທາລະນະ​ສຸກຂອງ​ລັດ, ຫຼຸດຜ່ອນ​ພາລະ​ຄ່າ​ໃຊ້​ຈ່າຍ​ຈາກ​ງົບປະມານ​ຂອງ​ລັດ ​ແລະ ສ້າງ​ທາງ​ເລືອກ​ເພີ່ມ​ເຕີມ​ໃນ​ການກວດ​ແລະ​ປົວ​ພະຍາດ​ໃຫ້​ປະຊາຊົນ, ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ການ​ຄຸ້ມ​ຄອງ, ດັດ​ແກ້​ປະກົດ​ການ​ຜິດ​ເຂ​ວ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້ຄົງຄ້າງ​ຕ່າງໆ, ​ໃນ​ເວລາ​ສະ​ເພາະ​ໜ້າ ຂະ​ແໜງການສາທາລະນະ​ສຸກຕ້ອງ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ລຸ່ມ​ນີ້:

ກ່ອນ​ອື່ນ​ໝົດ, ​ເພີ່ມ​ທະວີ​ປະສິດທິພາບ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​​ແລ ​ແລະ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ, ​ໃນນັ້ນສາທາລະນະ​ສຸກ​ເອກະ​ຊົນ​ເປັນ​ສ່ວນ​ປະກອບ​ໜຶ່ງຂອງ​ລະບົບສາທາລະນະ​ສຸກ​ເວົ້າ​ລວມ ​ແລະ ຕ້ອງການ​ມີ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ ບົນ​ພື້ນຖານ​ສອດຄ່ອງ​ກັບ​ແຜນ​ແມ່​ບົດທີ່​ໄດ້​ຮັບ​ການ​ອະນຸມັດ​ແລະ​ຄວບ​ຄຸມ​ໂດຍ​ກົດໝາຍ. ຢາກ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ​ໄດ້​ນັ້ນ ນອກຈາກ​​ແຜນ​ນະ​ໂຍບາຍ​ແລ້ວ​ແມ່ນ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍສະ​ເພາະ​ເພື່ອ​ສົ່ງ​ເສີມ, ພິ​ເສດ​ແມ່ນບັນດາ​ຮູບ​ການ​ບໍລິການ​ທີ່​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ ​ແລະ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ທີ່​​ເກັບ​ຜົນ​ກຳ​ໄລ, ​ເພາະ​ວ່າ​ໃນ​ພາກ​ຕົວ​ຈິງ ການ​ເບິ່ງ​ແຍງ​ດູ​​ແລສຸຂະພາບບໍ່​ແມ່ນ​ຂົງ​ເຂດທີ່​ຈັບ​ໃຈ​ນັກ​ລົງທຶນ ຍ້ອນ​ຄວາມ​ສາມາດ​ມີ​ກຳ​ໄລ​ໜ້ອຍ​ແລະ​ມີ​ຄວາມ​ສ່ຽງ​ຫຼາຍ. ພ້ອມ​ກັນ​ກັນ​ນະ​ໂຍບາຍ​ສົ່ງ​ເສີມ, ລັດ​ຕ້ອງ​ມີ​ນະ​ໂຍບາຍ​ຊ່ວຍ​ເຫຼືອສາທາລະນະ​ສຸກ​ເອກະ​ຊົນ, ​ໂດ​ຍສະ​ເພາະສາທາລະນະ​ສຸກ​ເອກະ​ຊົນ​ຢູ່​ເຂດ​ທຸກ​ຍາກ, ​ເຂດ​ມີ​ຄວາມ​ຫຍຸ້ງຍາກ, ຢູ່ຕາມ​ສາຍ​ຮາກ​ຖານ. 

ທີ​ສອງ, ພັດ​ທະ​ນາ​ລະບົບການ​ກວດ​ແລະ​ປົວ​ພະຍາດ​ຢ່າງ​ຄົບ​ຊຸດ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະ​ເໝີ​ພາບທັງ​ໃນ​ການ​ສະໜັບສະໜູນ​ແລະ​ຖ່າຍ​ທອດ​ຄວາມ​ຊ່ຽວຊານ​ດ້ານ​ເຕັກນິກ ລະຫວ່າງ​ບັນດາ​ພື້ນຖານ​ການກວດ​ແລະປົວ​ພະຍາດ​ຂອງ​ລັດ​ແລະ​ເອກະ​ຊົນ. ຕ້ອງ​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ຢ່າງ​ແຂງ​ແຮງ​ຕໍ່​ຮູບ​ແບບສາທາລະນະ​ສຸກ​ເອກະ​ຊົນ​ທີ່​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ, ​ເຊັ່ນ​ນະ​ໂຍບາຍ​ພາສີ​ອາກອນ, ສະໜັບສະໜູນ​ເງິນ​ທຶນ, ທີ່​ດິນ...; ສ້າງ​ເງື່ອນ​ໄຂ​ໃຫ້​ພື້ນຖານ​ເຫຼົ່າ​ນີ້​ເຂົ້າ​ເຖິງຢ່າງ​ສົມບູນ​ໃນ​ບັນດາ​ໂຄງການສິນ​ເຊື່ອ​ກະ​ຕູ້ນຄວາມ​ຕ້ອງການ, ພິ​ເສດ​ແມ່ນບັນດາ​ພື້ນຖານ​​ທີ່​ມີ​ວິຊາ​ສະ​ເພາະ​ເລິກ, ປະກອບ​ເຄື່ອງ​ອຸປະກອນ​ເຕັກນິກ​ທີ່​ກ້າວໜ້າ ທັນ​ສະ​ໄໝ. ສຳລັບ​ບັນດາ​ພື້ນຖານສາທາລະນະ​ສຸກທີ່​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​​ໄລ ທີ່ຢູ່​​ເຂດ​ມີ​ຄວາມ​ຫຍຸ້ງຍາກ​ແລະ​ຊ້ອນ​ແຝງ​ໂລກລະບາດ​ຫຼາຍ ​ແມ່ນຈຳ​ເປັນ​ຕ້ອງ​ໄດ້​ຮັບ​ນະ​ໂຍບາຍ​ການ​ລົງທຶນ​ພິ​ເສດ​ຂອງ​ລັດ ກ່ຽວ​ກັບອຸປະກອນ, ທີ່​ດິນ, ພື້ນຖານ​ວັດຖຸ, ກຳລັງ​ຄົນ. ພຽງ​ແຕ່​ເຮັດ​ແນວ​ນັ້ນ​ ຈຶ່ງ​ຈຳກັດ​​ໄດ້ດ້ານຫຍໍ້​ທໍ້ຂອງສາທາລະນະ​ສຸກ​ເອກະ​ຊົນ ກໍ່​ຄື​ຈຳກັດ​ທ່າ​ອຽງ​ແລ່ນ​ຕາມ​ຜົນ​ກຳ​ໄລ ​ແລະ ສົ່ງ​ເສີມ​ເພີ່ມ​ທະວີ​ດ້ານ​ຕັ້ງໜ້າ​ຂອງສາທາລະນະ​ສຸກ​ເອກະ​ຊົນ​ໃນ​ພາລະກິດ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ.

ທີ​ສາມ, ຄົ້ນຄວ້າ​ປັບປຸງ​ບູລະນະ​ລະບົບ​ເອກະ​ສາ​ກົດໝາຍທີ່​ດັດສົມ​ການ​ເຄື່ອນ​ໄຫວ​ຂອງສາທາລະນະ​ສຸກ​ເອກະ​ຊົນ. ບັນດາ​ຂໍ້​ກຳນົດ​ລະອຽດ​ເພື່ອ​ຄຸ້ມ​ຄອງສາທາລະນະ​ສຸກ​ເອກະ​ຊົນ​ກວມ​ດ້ວຍ: ກົດ​ລະບຽບ​ກ່ຽວ​ກັບ​ການ​ຈົດ​ທະບຽນ, ​ໃບ​ອະນຸຍາດ​ດຳ​ເນີນ​ງານ​ສຳລັບ​ພື້ນຖານ​ປະກອບ​ອາຊີບ, ກົດ​ລະບຽບ​ກ່ຽວ​ກັບການ​ກວດກາ​ດ້ວຍ​ຕົນ​ເອງ​ຕໍ່​ການ​ປະຕິບັດວິຊາ​ສະ​ເພາະ, ກົດ​ລະບຽບກ່ຽວ​ກັບ​ການກວດ​ພິສູດ​ສຳລັບ​ພື້ນຖານ​ກວດ​ແລະ​ປົວ​ພະຍາດ, ກົດ​ລະບຽບ​ກ່ຽວ​ກັບ​ການ​ປະກາດ​ຂໍ້​ມູນຂ່າວສານ, ກົດ​ລະບຽບ​ກ່ຽວ​ກັບ​ການ​ເງິນ... ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບ​ປຸງບູລະນະລະບົບ​ເອກະສານ​ຄຸ້ມ​ຄອງລາຄາ​ຄ່າ​ບໍລິການ​ກວດ​ແລະ​ປົວ​ພະຍາດ. ປະຈຸ​ບັນ, ບັນດາ​ພື້ນຖານສາທາລະນະ​ສຸກ​ເອກະ​ຊົນ​ໄດ້​ສ້າງ​ລາຄາ​ດ້ວຍ​ຕົນ​ເອງ ຕາມ​ທິດ​ທາງຄິດ​ໄລ່​ຖືກຕ້ອງ, ຄິດ​ໄລ່​ຢ່າງ​ຄົບ​ຖ້ວນ​ທັງ​ຄ່າ​ໃຊ້​ຈ່າຍ​ແລະ​ຜົນ​ກຳ​ໄລ, ​ໃນ​ນັ້ນ​ກວມ​ທັງ​ຄ່າ​ໃຊ້​ຈ່າຍ​ເງິນ​ເດືອນ​ແລະຄ່າ​ຫຼຸ້ຍ​ຫ້ຽນ​ລາຄາ​ສິນ​ຊັບ, ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ທາງ​ດ້ານ​ລາຄາຂອງ​ພື້ນຖານສາທາລະນະ​ສຸກ​ເອກະ​ຊົນ​ ທຽບກັບ​ລາຄາ​ຂອງ​ພື້ນຖານ​ກວດ​ແລະ​ປົວພະຍາດ​ຂອງ​ລັດ; ຄົນ​ເຈັບ​ໄປ​ກວດ​ພະຍາດ​ຢູ່​ພື້ນຖານສາທາລະນະ​ສຸກ​ເອກະ​ຊົນ​ຕ້ອງຈ່າຍ​ສ່ວນ​ເພີ່ມ​ຂຶ້ນ​ທຽບ​ກັບພື້ນຖານສາທາລະນະ​ສຸກຂອງ​ລັດ. ດັ່ງ​ນັ້ນ, ຕ້ອງການ​ປະກາດ​ໃຊ້​ເອກະສານ​ກົດໝາຍກ່ຽວ​ກັບ​ການກຳນົດ​ລາຄາ​ສຳລັບ​ແຕ່ລະ​ປະ​ເພດ​ບໍລິການ, ​ແຕ່​ລະ​ຫຍ່ອມ​ພະຍາດ, ມີ​ລະດັບ​ພື້ນ ລະດັບ​ເພດານ ​ແລະ ອິງ​ໃສ່​ການຈັດ​ອັນ​ດັບ​ປະ​ເພດ​ພື້ນຖານ​ກວດ​ແລະ​ປົວ​ພະຍາດ. ຄຽງ​ຂ້າງ​ນັ້ນ, ກໍ່​ຕ້ອງ​ປັບປຸງ​ບູລະນະ​ບັນດາ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາການ​ເຄື່ອນ​ໄຫວ​ທາງ​ດ້ານ​ວິຊາ​ຊີບ​ໃນ​ຂົງ​ເຂດສາທາລະນະ​ສຸກ​ເອກະ​ຊົນ; ກົດ​ລະບຽບ​ກ່ຽວ​ກັບ​ການຍຸບ​ເລີກ, ການ​ລົ້ມ​ລະລາຍ​ໃນ​ການ​ລົງທຶນ​ພັດທະນາສາທາລະນະ​ສຸກ​ເອກະ​ຊົນ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ໂຄງ​ປະກອບ​ການ​ລົງທຶນ ​ແລະ ​ແບບ​ວິທີ​ການ​ລົງທຶນ​ຈາກ​ງົບປະມານ​ຂອງ​ລັດ, ຍູ້​ແຮງ​ການ​ຫັນ​ເປັນ​ສົງ​ຄົມ, ການ​ລະດົມ​ບັນດາ​ແຫຼ່ງພະລັງ​ເພື່ອ​ພັດທະນາ​ລະບົບສາທາລະນະ​ສຸກ. ນຳ​ໃຊ້​ບັນດາ​ຮູບ​ການຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ຮັບປະກັນ​ຄວາມ​ໂປ່​ງ​ໃສ, ​ເປີດ​ເຜີຍ, ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ, ບໍ່​ຈຳ​ແນກພາກ​ລັດ-​ເອກະ​ຊົນ​ໃນ​ການ​ສະໜອງການ​ບໍລິການສາທາລະນະ​ສຸກ. ສົ່ງ​ເສີມ​ບັນດາ​ອົງການ​ຈັດ​ຕັ້ງ, ບຸກຄົນລົງທຶນ​ກໍ່​ສ້າງພື້ນຖານສາທາລະນະ​ສຸກ (ນັບ​ທັງ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂັ້ນ​ຕົ້ນ), ສຸມ​ໃສ່​ການ​ສະໜອງ​ການ​ບໍລິການ​ຊັ້ນສູງ, ​ເຕັກນິກ​ສູງ, ​ໃຫ້​ບໍລິການ​ຕາມ​ຄວາມ​ຕ້ອງການ.

ທີ​ຫ້າ, ຈັດ​ວາງ​ສັບ​ຊ້ອນ​ຄືນ​ໃໝ່ກົງຈັກ​ການ​ຈັດ​ຕັ້ງ​ແລະ​ເຄືອ​ຂ່າຍ​ພື້ນຖານສາທາລະນະ​ສຸກຕາມ​ທິດ​ກະທັດ​ລັດ, ມີ​ປະສິດທິ​ຜົນ, ​ເຊື່ອມ​ໂຍງ​ສາກົນ ​ແນ​ໃສ່​ພັດທະນາສາທາລະນະ​ສຸກພາກ​ລັດ-​ເອກະ​ຊົນ​ຢ່າງ​ກົມກຽວ.

ທີ​ຫົກ, ​ເພີ່ມ​ທະວີ​ຖັນ​ແຖວ​ພະນັກງານສາທາລະນະ​ສຸກທີ່​ເຮັດ​ວຽກ​ຢູ່​ພື້ນຖານສາທາລະນະ​ສຸກຂອງ​ລັດ ​ໄປ​ເຮັດ​ວຽກ​ຢູ່​ພື້ນຖານສາທາລະນະ​ສຸກ​ເອກະ​ຊົນ ​ເພື່ອ​ຖ່າຍ​ທອດ​ເຕັກນິກ​ທັນ​ສະ​ໄໝ, ພັດທະນາ​ຖັນ​ແຖວ​ພະນັກງານສາທາລະນະ​ສຸກທີ່​ມີ​ລະດັບ​ວິຊາ​ສະ​ເພາະ​ສູງຢູ່​ໃນ​ບັນດາ​ໂຮງໝໍ​ເອກະ​ຊົນ. ປະຕິບັດ​ວິ​ໄນ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່​ການລະ​ເມີດ​ກົດໝາຍ, ການ​ທຳຮ້າຍ​ຕໍ່​ສັກ​ສີ​ຄວາມ​ເປັນ​ມະນຸດ​ແລະ​ສຸຂະ​ພາບ​ຂອງ​ນາຍ​ໝໍ; ຮັບປະກັນ​ຄວມໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ຂອງ​ພື້ນຖານ​ສາທາລະນະ​ສຸກ​ຂອງ​ລັດ​ແລະ​ນອກ​ພາກ​ລັດ./.

​ໂດຍ ຮສ, ປອ, ຫງວຽນ​ທິກິມຕ໋ຽນ,

ລັດຖະມົນຕີ​ກະຊວງສາທາລະນະ​ສຸກ

----------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 13 (​ເດືອນ​ພະຈິກ 2018).

(1) ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັດ​ຄັ້ງ​ທີ 4 ສະ​ໄໝ​ທີ VII ​ໄດ້​ກຳນົດ 5 ທັດສະນະ​ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ: 1- ສຸຂະພາບ​ແມ່ນທຶນ​ທີ່​ມີຄ່າ​ທີ່​ສຸດ, ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ​ໃນ​ພາລະກິດ​ການ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; 2- ການ​ປ້ອງ​ກັນ​ຢ່າງ​ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ; 3- ປະສານ​ສົມທົບ​ລະຫວ່າງ​ການ​ແພດສະ​ໄໝ​ໃໝ່​ກັບ​ການ​ແພດ​ແຜນ​ບູຮານຂອງ​ຊາດ; 4- ພາລະກິດ​ການເບິ່ງ​ແຍງ​ດູ​ແລ​ສຸຂະພາບ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຊຸມ​ຊົມ​ແລະພົນລະ​ເມືອງ​ທຸກ​ຄົນ, ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຄະນະ​ພັກ​ແລະ​ອຳນາດ​ການ​ປົກຄອງ, ຂອງ​ບັນດາ​ອົງຄະ​ນະ​ມະຫາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ​ໃນ​ນັ້ນ​ຂະ​ແໜງການສາທາລະນະ​ສຸກມີ​ບົດບາດ​ສຳຄັນ; 5- “ລັດ​ແລະ​ປະຊາຊົນ​ພ້ອມ​ກັນ​ເຮັດ”, ນຳ​ໃຊ້​ຫຼາຍຮູບ​ການຈັດ​ຕັ້ງເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ​ໃນ​ນັ້ນສາທາລະນະ​ສຸກຂອງ​ລັດ​ເປັນ​ເຈົ້າ​ນຳພາ.

(2) ຕາມ​ຄຳ​ສັ່ງ​ສະບັບ​ທີ 06-CT/TW ຂອງ​ຄະນະ​ເລຂາທິການ, ເຄືອ​ຂ່າຍສາທາລະນະ​ສຸກຮາກ​ຖານປະກອບ​ດ້ວຍ ສຸກສາລາ​ບ້ານ, ຕາ​ແສງ, ຄຸ້ມ​ນະຄອນ, ​ເມືອງ, ຕົວ​ເມືອງ​ນ້ອຍ.

(3) ລາຍ​ງານ​ສະຖິຕິ​ປະຈຳ​ປີ​ຂອງ​ກະຊວງສາທາລະນະ​ສຸກ 2014.

(4) ລັດຖະບານ​ໄດ້​ຕົກລົງ​ລົງທຶນ 55.061 ຕື້​ດົ່ງ​ເງິນ​ພັນທະບັດ​ລັດຖະບານ ​ໃຫ້​ແກ່​ໂຮງໝໍ 766 ​ແຫ່ງຈາກ​ຂັ້ນ​ສູນ​ກາງ​ເຖິງ​ຂັ້ນ​ເມືອງ ​ແລະຫ້ອງ​ກວດ​ພະຍາດ​ທົ່ວໄປ​ໃນ​ພື້ນ​ທີ່​ຫຼາຍ​ຮ້ອຍ​ແຫ່ງ; ​ໄດ້​ກໍ່ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ໂຮງໝໍ 610 ​ແຫ່ງ, ປະກອບ​ດ້ວຍ​ໂຮງໝໍ​ແຂວງ​ແລະ​ສູນ​ກາງ 103 ​ແຫ່ງ, ​ເຊັ່ນ ​ໂຮງໝໍ ກ (ກັງ​ແຊ - ປົວ​ພະຍາດ​ມະ​ເລງ), ​ໂຮງໝໍ​ປົວ​ເດັກ, ​ໂຮງໝໍ​ປົວຕ່ອມ​ຮໍ​ໂມນ, ​ໂຮງໝໍ​ຜູ້​ສູງ​ອາຍຸ, ​ໂຮງໝໍ​ປົວ​ຜິວໜັງ,...; ​ໂຮງໝໍ​ຂັ້ນ​ເມືອງ 507 ​ແຫ່ງ, ຫ້ອງ​ກວດ​ພະຍາດ​ທົ່ວ​ໄປ​ໃນ​ພື້ນ​ທີ່ 103 ​ແຫ່ງ.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ