ພາບປະກອບ (ພາບ: Savvycom)
ວກ. - ໃນຍຸກສະໄໝທີ່ວິທະຍາສາດແລະເຕັກໂນໂລຊີຂະຫຍາຍຕົວຢ່າງໄວວາ, ກຳມະສິດຊັບສິນທາງປັນຍານັບມື້ນັບກາຍເປັນໜຶ່ງໃນບັນດາເຄື່ອງມືທີ່ໄດ້ໃຊ້ເພື່ອຍົກສູງກຳລັງແຮງແຂ່ງຂັນຂອງວິສາຫະກິດ ແລະ ຂອງທັງພື້ນຖານເສດຖະກິດແຫ່ງຊາດ, ໃນນັ້ນມີປະເທດຫວຽດນາມ. ດັ່ງນັ້ນ, ຕ້ອງການຍົກສູງປະສິດທິຜົນການເຄື່ອນໄຫວຊັບສິນທາງປັນຍາຢູ່ປະເທດເຮົາໃນປະຈຸບັນ ເພື່ອຍາດແຍ່ງເອົາໂອກາດກໍ່ຄືແກ້ໄຂສິ່ງທ້າທາຍຕ່າງໆ ໃນຂະບວນວິວັດແຫ່ງການພັດທະນາແລະການເຊື່ອມໂຍງສາກົນ.
ສະຖານະປະຈຸບັນຂອງລະບົບຊັບສິນທາງປັນຍາ ແລະ ການເຄື່ອນໄຫວຊັບສິນທາງປັນຍາຂອງຫວຽດນາມ
ກົດໝາຍສາກົນ ແລະ ກົດໝາຍຂອງເກືອບທຸກປະເທດໃນປະຈຸບັນລ້ວນແຕ່ຮັບຮູ້ແລະປົກປ້ອງສິດທິຊັບສິນທາງປັນຍາຂອງອົງກອນ, ບຸກຄົນ ເພື່ອຈຸດປະສົງສົ່ງເສີມການເຄື່ອນໄຫວປະດິດສ້າງ, ເຜີຍແຜ່ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ສິລະປະ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງຄຸນນະພາບຊີວິດ. ກຳມະສິດຊັບສິນທາງປັນຍາຖືບົດບາດເປັນກຳລັງໜູນຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່-ປະດິດສ້າງ ເພື່ອພັດທະນາຊັບສິນທາງປັນຍາຂອງຊາດ ທັງທາງດ້ານປະລິມານແລະຄຸນຄ່າ, ປະກອບສ່ວນຍົກສູງຄວາມສາມາດປະດິດສ້າງ ແລະ ສ້າງສະພາບແວດລ້ອມແຫ່ງການແຂ່ງຂັນທີ່ໂປ່ງໃສ.
ຢູ່ປະເທດຫວຽດນາມ, ລະບົບຊັບສິນທາງປັນຍາໃນລະດັບສູນກາງປະກອບດ້ວຍສາມຂົງເຂດພິເສດສະເພາະພາຍໃຕ້ການຄຸ້ມຄອງຂອງສານກະຊວງ: ກະຊວງວິທະຍາສາດແລະເຕັກໂນໂລຊີ (ການຄຸ້ມຄອງລັດກ່ຽວກັບຊັບສິນອຸດສາຫະກຳ ແລະ ເປັນອົງການຄຸ້ມຄອງລວມກ່ຽວກັບຊັບສິນທາງປັນຍາ, ອົງການທີ່ເປັນຫົວເງື່ອນຄືກົມຊັບສິນທາງປັນຍາຂອງກະຊວງ); ກະຊວງວັດທະນະທຳ, ກິລາແລະການທ່ອງທ່ຽວ (ການຄຸ້ມຄອງລັດກ່ຽວກັບລິຂະສິດແລະສິດທິທີ່ກ່ຽວຂ້ອງ, ອົງການທີ່ເປັນຫົວເງື່ອນຄືກົມລິຂະສິດ); ກະຊວງກະສິກຳແລະພັດທະນາຊົນນະບົດ (ການຄຸ້ມຄອງລັດກ່ຽວກັບສິດທິໃນພັນພືດ, ອົງການທີ່ເປັນຫົວເງື່ອນຄືສຳນັກງານປົດປ້ອງແນວພັນພືດສັງກັດກົມການປູກຝັງ). ຢູ່ທ້ອງຖິ່ນ, ຄະນະກຳມະການປະຊາຊົນແຂວງ/ກຳແພງນະຄອນຂຶ້ນກັບສູນກາງ (ໂດຍຜ່ານບັນດາອົງການຊ່ວຍວຽກວິຊາສະເພາະທີ່ກ່ຽວຂ້ອງຄື ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ, ພະແນກວັດທະນະທຳ, ກິລາແລະການທ່ອງທ່ຽວແຂວງ; ພະແນກກະສິກຳແລະພັດທະນາຊົນນະບົດແຂວງ) ດຳເນີນການຄຸ້ມຄອງລັດກ່ຽວກັບຊັບສິນທາງປັນຍາພາຍໃນທ້ອງຖິ່ນຕາມອຳນາດ.
ໃນເວລາຫວຽດນາມມອບໃບສະໝັກເຂົ້າຮ່ວມອົງການການຄ້າໂລກ (WTO), ລະບົບການປົກປ້ອງຊັບສິນທາງປັນຍາຂອງຫວຽດນາມໄດ້ເຄື່ອນໄຫວບົນພື້ນຖານບັນດາເອກະສານກົດລະບຽບພາຍໃຕ້ກົດໝາຍ, ປະກອບດ້ວຍ ກົດດຳລັດວ່າດ້ວຍການປົກປ້ອງຊັບສິນອຸດສາຫະກຳ (ປີ 1989) ແລະ ກົດດຳລັດວ່າດ້ວຍການປົກປ້ອງລິຂະສິດ (ປີ 1994) ທີ່ໄດ້ກໍ່ສ້າງຂຶ້ນມາຈາກລະບົບເອກະສານທາງກົດໝາຍ (ບັນດາດຳລັດຂອງລັດຖະບານ ແລະ ບັນດາໜັງສືວຽນແນະນຳຂອງກະຊວງ). ເພື່ອຕອບສະໜອງຄວາມຕ້ອງການກ່ຽວກັບ “ລັກສະນະຄົບຖ້ວນ” ແລະ “ລັກສະນະປະສິດທິຜົນ” ຂອງສັນຍາວ່າດ້ວຍດ້ານຕ່າງໆທີ່ກ່ຽວຂ້ອງກັບການຄ້າຂອງສິດທິຊັບສິນທາງປັນຍາ (ສັນຍາ TRIPS ຂອງ WTO) ແລະ ບັນດາສົນທິສັນຍາສອງຝ່າຍແລະຫຼາຍຝ່າຍອື່ນໆກ່ຽວກັບຊັບສິນທາງປັນຍາ, ປີ 2005 ຫວຽດນາມໄດ້ປະກາດໃຊ້ກົດໝາຍຊັບສິນທາງປັນຍາ, ປ່ຽນແທນໃຫ້ລະບົບບັນດາເອກະສານທາງກົດໝາຍກ່ຽວກັບຊັບສິນທາງປັນຍາແຕ່ກ່ອນຂອງຫວຽດນາມ, ຫັນປ່ຽນຈາກລະບົບບັນດາເອກະສານທາງກົດໝາຍດຽວດາຍ ດ້ວຍຂໍ້ກຳນົກກົດລະບຽບຫຼາຍຂໍ້ທີ່ບໍ່ຄົບຊຸດ, ບໍ່ເປັນເອກະພາບກັນ ໄປເປັນກົດໝາຍພິເສດສະເພາະໜຶ່ງ. ກົດໝາຍຊັບສິນທາງປັນຍາ (ໄດ້ຮັບການປັບປຸງປີ 2009) ພ້ອມກັບ 17 ດຳລັດທີ່ກຳນົດຢ່າງລະອຽດ, 19 ໜັງສືວຽນແລະໜັງສືວຽນຮ່ວມແນະນຳການປະຕິບັດກົດໝາຍ ໄດ້ປະກອບສ່ວນເຮັດໃຫ້ຂໍ້ກຳນົດກ່ຽວກັບຊັບສິນທາງປັນຍາຂອງຫວຽດນາມ ບໍ່ພຽງແຕ່ຕອບສະໜອງມາດຕະຖານຂອງສົນທິສັນຍາສາກົດໄດ້ເທົ່ານັ້ນ ຫາກຍັງກ້າວເຂົ້າໃກ້ກັບລະບົບຊັບສິນທາງປັນຍາຂອງຫຼາຍປະເທດທີ່ກ້າວໜ້າໃນໂລກ.
ປະຈຸບັນ, ຫວຽດນາມໄດ້ເປັນສະມາຊິກຂອງບັນດາສົນທິສັນຍາທີ່ສຳຄັນຂອງລະບົບຊັບສິນທາງປັນຍາໂລກ, ເຊັ່ນ ອະນຸສັນຍາປາຣີ (Paris) ວ່າດ້ວຍການປົກປ້ອງຊັບສິນອຸດສາຫະກຳ; ອະນຸສັນຍາເບີນ (Berne) ວ່າດ້ວຍການປົກປ້ອງວັນນະກຳແລະງານສິລະປະ; ອະນຸສັນຍາໂຣມ (Rome) ວ່າດ້ວຍການປົກປ້ອງ ນັກສະແດງ, ຜູ້ຜະລິດໜ່ວຍສຽງແລະອົງການກະຈາຍສຽງ; ອະນຸສັນຍາສາກົນວ່າດ້ວຍການປົກປ້ອງແນວພັນພືດໃໝ່ (ອະນຸສັນຍາ UPOV); ອະນຸສັນຍາສະຕົກໂຄມ (Stockholm) ວ່າດ້ວຍການຈັດຕັ້ງອົງການຊັບສິນທາງປັນຍາໂລກ (WIPO)...; ບັນດາສົນທິສັນຍາສາກົນວ່າດ້ວຍການອຳນວຍຄວາມສະດວກໃນການລົງ ທະບຽນສິດທິຊັບສິນທາງປັບຍາລະຫວ່າງປະເທດ, ເຊັ່ນ ສົນທິສັນຍາວ່າດ້ວຍການຮ່ວມມືສິດທິບັດ (ສັນຍາ PCT); ຂໍ້ຕົກລົງແລະອະນຸສັນຍາມາດຣິດ (Madrid) ວ່າດ້ວຍການລົງທະບຽນເຄື່ອງໝາຍການຄ້າສາກົນ ແລະ ພວມກະກຽມເຂົ້າຮ່ວມລະບົບລາເຮ (La Haye) ກ່ຽວກັບການລົງທະບຽນສາກົນຂອງການອອກແບບ ອຸດສາຫະກໍາ.
ຂີດໝາຍທຳອິດຂອງການເຄື່ອນໄຫວຮ່ວມມືສາກົນໃນຂົງເຂດຊັບສິນທາງປັນຍາຂອງຫວຽດນາມແມ່ນ ການລົງນາມໃນຂອບສັນຍາວ່າດ້ວຍການຮ່ວມມືດ້ານຊັບສິນທາງປັນຍາລະຫວ່າງບັນດາປະເທດໃນກຸ່ມອາຊຽນ ປີ 1995. ຫຼັງຈາກນັ້ນ, ຄຽງຄູ່ກັບຂະບວນວິວັດການເຂົ້າຮ່ວມ WTO, ຫວຽດນາມເລີ່ມເຈລະຈາແລະເຊັນສັນຍາການຮ່ວມມືກັບ ສະວິດ (ປີ 1999); ກັບສະຫະລັດອາເມລິກາ (ປີ 2000); ກັບຍີ່ປຸ່ນ, ສະຫະພັນທະລັດລັດເຊຍ (ປີ 2008) ແລະສັນຍາການຮ່ວມມືທາງດ້ານວິທະຍາສາດເຕັກນິກຫຼາຍສະບັບ, ໃນນັ້ນມີບັນດາຂໍ້ກຳນົດກ່ຽວກັບຊັບສິນທາງປັນຍາ. ພາຍຫຼັງການເຂົ້າຮ່ວມ WTO, ພ້ອມກັນກັບທ່າອຽງເຊື່ອມໂຍງເສດຖະກິດໂລກ, ການກຳມະສິດຊັບສິນທາງປັນຍາກໍ່ກາຍເປັນບັນຫາທີ່ນັບມື້ນັບສຳຄັນ ແລະ ພວມເປັນພາກສ່ວນໜຶ່ງທີ່ບໍ່ອາດຈະຂາດໄດ້ໃນສັນຍາການຄ້າເສລີຮຸ່ນໃໝ່. ຕາມນັ້ນ, ໃນໄລຍະນີ້, ຫວຽດນາມໄດ້ເປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມໃນການເຈລະຈາສັນຍາການຄ້າເສລີ 6 ສະບັບ, ໃນນັ້ນສັນຍາການຄ້າເສລີ 2 ສະບັບມີຜົນບັງຄັບໃຊ້ແລ້ວ (ສັນຍາລະຫວ່າງຫວຽດນາມແລະສະຫະພັນເສດຖະກິດອາຊີ-ເອີຣົບ ແລະ ສັນຍາລະຫວ່າງຫວຽດນາມແລະ ສ.ເກົາຫຼີ); ສັນຍາການຄ້າເສລີ 2 ສະບັບໄດ້ສຳເລັດການເຈລະຈາແລະພວມຢູ່ໃນຂະບວນການໃຫ້ສັດຕະຍາບັນ; ສັນຍາການຄ້າເສລີ 2 ສະບັບພວມສືບຕໍ່ການເຈລະຈາ.
ກ່ຽວກັບການສ້າງສິດທິຊັບສິນອຸດສາຫະກຳ, ໃນໄລຍະເວລາ 10 ປີນັບແຕ່ວັນທີ່ກົດໝາຍວ່າດ້ວບຊັບສິນທາງປັນຍາມີຜົນບັງຄັບໃຊ້ (2006 - 2016), ຈຳນວນໃບຮ້ອງຂໍລົງທະບຽນຊັບສິນອຸດສາຫະກໍາປະເພດຕ່າງໆທີ່ກົມຊັບສິນທາງປັນຍາ (ກະຊວງວິທະຍາສາດແລະເຕັກໂນໂລຊີ) ໄດ້ຮັບນັ້ນເພີ່ມຂຶ້ນສະເລ່ຍ 10% - 15% ຕໍ່ປີ. ກ່ຽວກັບການສ້າງສິດທິຕໍ່ແນວພັນພືດ, ພາຍຫຼັງທີ່ກົດໝາຍວ່າດ້ວຍຊັບສິນທາງປັນຍາໄດ້ຮັບການປະກາດໃຊ້, ກົມການປູກຝັງ (ກະຊວງກະສິກຳແລະພັດທະນາຊົນນະບົດ) ໄດ້ຮັບ 927 ໃບຮ້ອງຂໍລົງທະບຽນປົກປ້ອງສິດທິຕໍ່ແນວພັນພືດ ແລະ ໄດ້ໃຫ້ໃບຢັ້ງຢືນການຈົດທະບຽນແນວພັນພືດ 432 ໃບ. ໃນຈຳນວນນັ້ນ, ໃບຮ້ອງຂໍການສ້າງສິດທິທີ່ມີຕົ້ນກຳເນີດມາຈາກຫວຽດນາມກວມອັດຕາສ່ວນສູງກວ່າຕັ້ງຫຼາຍທຽບກັບໃບຮ້ອງຂໍທີ່ມີຕົ້ນກຳເນີດມາຈາກຕ່າງປະເທດ (ນັບແຕ່ປີ 2004 ເຖິງປີ 2016 ຈຳນວນໃບຮ້ອງຂໍທັງໝົດທີ່ມາຈາກຫວຽດນາມແມ່ນປະມານ 2,5 ເທົ່າທຽບກັບຈຳນວນໃບຮ້ອງຂໍທີ່ມາຈາກຕ່ງປະເທດ).
ກ່ຽວກັບການສ້າງລິຂະສິດແລະສິດທິທີ່ກ່ຽວຂ້ອງ, ຕາມກົດໝາຍ, ການລົງທະບຽນສິດທິເຫຼົ່ານີ້ບໍ່ແມ່ນຂັ້ນຕອນບັງຄັບ ເພື່ອໄດ້ຮັບລິຂະສິດແລະສິດທິທີ່ກ່ຽວຂ້ອງ. ແຕ່, ຍ້ອນຮັບຮູ້ໄດ້ເຖິງຜົນປະໂຫຍດຂອງການລົງທະບຽນລິຂະສິດແລະສິດທິທີ່ກ່ຽວຂ້ອງ, ດັ່ງນັ້ນ ນັກຂຽນ, ເຈົ້າຂອງລິຂະສິດແລະສິດທິທີ່ກ່ຽວຂ້ອງຫຼາຍຄົນຈຶ່ງໄດ້ສົ່ງໃບຮ້ອງຂໍ ເພື່ອຈະໄດ້ຮັບໃບຢັ້ງຢືນການຈົດທະບຽນລິຂະສິດ, ໃບຢັ້ງຢືນການຈົດທະບຽນສິດທິທີ່ກ່ຽວຂ້ອງ. ຕາມນັ້ນ, ໃນໄລຍະເວລາ 10 ປີນັບແຕ່ເມື່ອປະກາດໃຊ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ຂໍ້ມູນເຖິງທ້າຍປີ 2015), ກົມລິຂະສິດໄດ້ພິຈາລະນາແລະໃຫ້ໃບຢັ້ງຢືນການຈົດທະບຽນ 43.450 ໃບ, ໃນນັ້ນມີ 43.321 ໃບຢັ້ງຢືນການຈົດທະບຽນລິຂະສິດ; 129 ໃບຢັ້ງຢືນການຈົດທະບຽນສິດທິທີ່ກ່ຽວຂ້ອງ. ຈຳນວນໃບຢັ້ງຢືນການຈົດທະບຽນລິຂະສິດ, ໃບຢັ້ງຢືນການຈົດທະບຽນສິດທິທີ່ກ່ຽວຂ້ອງເພີ່ມຂຶ້ນໃນແຕ່ລະປີປະມານ 6%.
ກ່ຽວກັບການເຄື່ອນໄຫວປົກປ້ອງສິດທິຊັບສິນທາງປັນຍາ, ເຖິງວ່າ ສິດທິຊັບສິນທາງປັນຍາ ໂດຍເນື້ອແທ້ແມ່ນສິດທິພົນລະເມືອງ ແຕ່ໃນເວລາທີ່ຜ່ານມາ, ການເຄື່ອນໄຫວປົກປັກຮັກສາສິດທິຊັບສິນທາງປັນຍາ ດ້ວຍມາດຕະການທາງແພ່ງໃນປະເທດຂອງພວກເຮົາຍັງຖືກຈຳກັດ. ຕາມສະຖິຕິຂອງສານປະຊາຊົນສູງສຸດ, ແຕ່ວັນທີ 1-7-2006 ເຖິງວັນທີ 30-9-2016, ສານໄດ້ຮັບການພິຈາລະນາຄະດີແພ່ງຕາມລະບຽບການຂັ້ນທຳອິດຈຳນວນ 182 ຄະດີທີ່ກ່ຽວຂ້ອງກັບຄວາມຂັດແຍ່ງກ່ຽວກັບຊັບສິນທາງປັນຍາ (ໃນນັ້ນມີ 158 ຄະດີກ່ຽວກັບລິຂະສິດ, 10 ຄະດີກ່ຽວກັບສິດທິຊັບສິນອຸດສາຫະກຳ), ແກ້ໄຂໄດ້ແລ້ວ 174 ຄະດີ; ແກ້ໄຂ 200 ຄະດີໃນຈຳນວນ 235 ຄະດີຂັດແຍ່ງໃນການທຸລະກິດການຄ້າທີ່ມີຄວາມກ່ຽວພັນກັບຊັບສິນທາງປັນຍາ.
ການປົກປ້ອງສິດທິຊັບສິນທາງປັນຍາດ້ວຍມາດຕະການບໍລິຫານມີທ່າດີທາງດ້ານເວລາ, ຂັ້ນຕອນແລະຄ່າໃຊ້ຈ່າຍ ດັ່ງນັ້ນ ໃນປະຈຸບັນມັນມີບົດບາດສຳຄັນຕົ້ນຕໍໃນການເຄື່ອນໄຫວປົກປ້ອງສິດທິຊັບສິນທາງປັນຍາ. ໃນໄລຍະ 2012 - 2015, ຜູ້ກວດການທາງວັດທະນະທຳ, ກິລາແລະການທ່ອງທ່ຽວ ໄດ້ກວດກາແລະຈັດການການລະເມີດທາງບໍລິຫານຕໍ່ 386 ອົງການແລະບຸກຄົນ ທີ່ລະເມີດລິຂະສິດແລະສິດທິທີ່ກ່ຽວຂ້ອງ, ໄດ້ປັບໄໝເປັນເງິນຕໍ່ 384 ກໍລະນີ ດ້ວຍຄ່າປັບລວມທັງໝົດຫຼາຍກວ່າ 9 ຕື້ດົ່ງ. ຜູ້ກວດການທາງວິທະທະຍາສາດແລະເຕັກໂນໂລຊີ ໄດ້ຈັດການ 473 ຄະດີ, ກໍລະນີທີ່ລະເມີດສິດທິຊັບສິນອຸດສາຫະກຳ, ໃນນັ້ນລົງໂທດດ້ວຍການບອກເຕືອນຕໍ່ 66 ຄະດີ ກໍລະນີ, ປັບໄໝເປັນເງິນຕໍ່ 264 ຄະດີກໍລະນີ ດ້ວຍຄ່າປັບລວມທັງໝົດເກືອບ 6 ຕື້ດົ່ງ. ກຳລັງຄຸ້ມຄອງຕະຫຼາດ (ກະຊວງອຸດສາຫະກຳການຄ້າ) ໄດ້ກວດກາແລະຈັດການຕໍ່ 22.441 ຄະດີກໍລະນີການຄ້າຂາຍສິນຄ້າປອມແລະສິນຄ້າລະເມີດສິດທິຊັບສິນທາງປັນຍາ, ໄດ້ລົງໂທດຕໍ່ການລະເມີດທາງບໍລິຫານດ້ວຍຈຳນວນເງິນເກືອບ 53 ຕື້ດົ່ງ ຕໍ່ບັນດາອົງການແລະບຸກຄົນທີ່ມີຄວາມຜິດ. ມາດຕະການທາງອາຍາໄດ້ນຳໃຊ້ຕໍ່ການກະທຳຕັ້ງໃຈປອມແປງເຄື່ອງໝາຍການຄ້າ, ການຊີ້ບອກທາງພູມສາດ ແລະ ການລະເມີດລິຂະສິດແລະສິດທິທີ່ກ່ຽວຂ້ອງໃນລະດັບການຄ້າ, ຫຼືເຖິງເກນທາງອາຍາກ່ຽວກັບມູນຄ່າສິນຄ້າປອມແປງ, ສິນຄ້າລະເມີດລິຂະສິດ, ຜົນກຳໄລຜິດກົດໝາຍຫຼືຄວາມເສຍຫາຍ.
ສະຖາບັນວິທະຍາສາດຊັບສິນທາງປັນຍາສັງກັດກະຊວງວິທະຍາສາດແລະເຕັກໂນໂລຊີ (ປະຈຸບັນເປັນອົງການປະເມີນຊັບສິນທາງປັນຍາແຫ່ງດຽວ) ສະໜອງຄວາມຄິດເຫັນການປະເມີນເປັນປະຈຳໃຫ້ແກ່ບັນດາອົງການປົກປ້ອງສິດທິຊັບສິນທາງປັນຍາ ກໍຄືໃຫ້ວິສາຫະກິດແລະບຸກຄົນ. ແຕ່ເດືອນກັນຍາ 2009 ເຖິງປີ 2016, ໄດ້ດຳເນີນການປະເມີນຕໍ່ 3.829 ກໍລະນີ, ໃນນັ້ນມີ 416 ກໍລະນີຕາມການຮຽກຮ້ອງຂອງອົງການທີ່ມີອຳນາດ ຊຶ່ງຕົ້ນຕໍແມ່ນອົງການປົກປ້ອງສິດທິຊັບສິນທາງປັນຍາ (383 ກໍລະນີ, ໃນນັ້ນ 57,7% ແມ່ນຈາກອົງການຄຸ້ມຄອງຕະຫຼາດ, 29% ຈາກພະແນກຕຳຫຼວດ, ຈຳນວນທີ່ຍັງເຫຼືອແມ່ນຈາກອົງການອື່ນ ເຊັ່ນອົງການກວດການວິທະຍາສາດແລະເຕັກໂນໂລຊີ, ສຸນລະກາກອນ, ສານປະຊາຊົນ).
ຄຽງຄູ່ກັນນັ້ນ, ປະເທດຫວຽດນາມກໍ່ມີຫຼາຍນະໂຍບາຍຊ່ວຍໜູນ, ຊຸກຍູ້ການປະດິດສ້າງ, ມອບໂອນແລະເຜີຍແຜ່ຊັບສິນທາງປັນຍາ, ໃນນັ້ນ ຫຼາຍນະໂຍບາຍໄດ້ຫັນເປັນກົດໝາຍພ້ອມດ້ວຍບັນດາໂຄງການຊ່ວຍໜູນທີ່ໄດ້ຮັບການຜັນຂະຫຍາຍ, ປະກອບດ້ວຍນະໂຍບາຍກ່ຽວກັບການມອບສິດ (ມອບສິດເປັນເຈົ້າຕົນເອງໃຫ້ບັນດາອົງການຄົ້ນຄວ້າວິທະຍາສາດແລະວິສາຫະກິດວິທະຍາສາດເຕັກໂນໂລຊີ; ມອບສິດການຈົດທະບຽນສິດທິບັດ, ການຄຸ້ມຄອງ, ການນຳໃຊ້ສິດທິບັດໃຫ້ແກ່ອົງການທີ່ເປັນເຈົ້າພາບໂຄງການຄົ້ນຄວ້າ); ນະໂຍບາຍ, ກົນໄກການແບ່ງປັນສິດທິ, ຜົນປະໂຫຍດໃນການຮ່ວມມືຄົ້ນຄວ້າລະຫວ່າງພາກລັດ-ເອກະຊົນ; ນະໂຍບາຍສົ່ງເສີມການນຳໃຊ້ສິດທິບັດທີ່ສ້າງຂຶ້ນມາຈາກກອງທຶນຂອງລັດ; ນະໂຍບາຍຊ່ວຍໜູນການພັດທະນາຊັບສິນທາງປັນຍາຢູ່ວິສາຫະກິດໂດຍຜ່ານໂຄງການຊ່ວຍໜູນການພັດທະນາຊັບສິນທາງປັນຍາ... ຄິດໄລ່ສະເພາະໂຄງການຊ່ວຍໜູນການພັດທະນາຊັບສິນທາງປັນຍາໃນໄລຍະ 2011 - 2015 ໄດ້ຊ່ວຍເຫຼືອປະຕິບັດ 213 ໂຄງການ, ໄລຍະ 2016 - 2020 ໄດ້ແລະພວມຜັນຂະຫຍາຍການຊ່ວຍເຫຼືອ 23 ໂຄງການ.
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ການເຄື່ອນໄຫວຊັບສິນທາງປັນຍາຢູ່ປະເທດເຮົາກໍ່ຍັງມີຂໍ້ຈຳກັດບໍ່ໜ້ອຍ. ກ່ຽວກັບໂຄງປະກອບການຈັດຕັ້ງລວມຂອງລະບົບຊັບສິນທາງປັນຍາ, ຮູບແບບສາມອົງການທີ່ຮັບຜິດຊອບສານມຂົງເຂດທີ່ຕ່າງກັນກ່ຽວກັບຊັບສິນທາງປັນຍານັ້ນ ໄດ້ເຄື່ອນໄຫວຄຸ້ມຄອງບໍ່ລວມສູນ, ເຊື່ອມຕໍ່ກັນບໍ່ແໜ້ນ, ບໍ່ເປັນລະບົບ, ກົນໄກສົມທົບລະຫວ່າງຂະແໜງຍັງອ່ອນແລະບໍ່ແໜ້ນແຟ້ນ. ມາເຖິງປະຈຸບັນ, ລະບົບເອກະສານກົດໝາຍຍັງພະລຸງພະລັງແລະສັບສົນພໍຄວນ, ມີຫຼາຍຊັ້ນຫຼາຍຂັ້ນ ດ້ວຍບັນດາເອກະສານແນະນຳການປະຕິບັດທີ່ແຕກຕ່າງກັນ; ລັກສະນະຄົບຊຸດແລະເປັນເອກະພາບໃນຂໍ້ກຳນົດຂອງບັນດາກົດໝາຍບໍ່ສູງປານໃດ; ຂໍ້ກຳນົດຈຳນວນໜຶ່ງບໍ່ລະອຽດ, ບໍ່ຈະແຈ້ງ ເຮັດໃຫ້ມີຫຼາຍວິທີເຂົ້າໃຈແລະປະຕິບັດທີ່ຕ່າງກັນ; ຂໍ້ກຳນົດຈຳນວນໜຶ່ງບໍ່ສາມາດເປັນໄປໄດ້, ບໍ່ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກ່ຽວກັບການສ້າງສິດທິຊັບສິນອຸດສາຫະກຳ, ເວລາພິຈາລະນາໃບຮ້ອງຂໍຖືກແກ່ຍາວ, ບໍ່ຖືກຕາມເວລາທີ່ກົດໝາຍໄດ້ກຳນົດໄວ້. ຂະບວນການພິຈາລະນາໃບຮ້ອງຂໍບໍ່ເປີດເຜີຍ, ໂປ່ງໃສແທ້ເທື່ອ ເຮັດໃຫ້ຜູ້ຮ້ອງຂໍແລະບຸກຄົນທົ່ວໄປພົບຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນ. ກ່ຽວກັບການປົກປ້ອງສິດທິຊັບສິນທາງປັນຍາ, ປະຈຸບັນມີຫຼາຍອົງການທີ່ມີອຳນາດລົງໂທດທາງບໍລິຫານ, ບໍ່ມີອົງການໃດທີ່ເປັນຫົວເງື່ອນຫຼັກ, ແຕ່ລະອົງການຮັບຜິດຊອບຂົງເຂດໜຶ່ງ (ສະເພາະຂະແນງ) ຫຼືຂອບເຂດໜຶ່ງ (ໃນຕະຫຼາດ, ໃນບ່ອນຜະລິດ), ຂອບເຂດອຳນາດໜ້າທີ່ແລະຄວາມຮັບຜິດຊອບຂອງບັນດາອົງການຍັງມີການທັບຊ້ອນກັນ, ບໍ່ມີການສົມທົບຢ່າງແໜ້ນແຟ້ນ; ການເຄື່ອນໄຫວເອົາຂໍ້ມູນລາຍວັນ, ແລກປ່ຽນຂໍ້ມູນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍັງບໍ່ທັນທັນການ ພາໃຫ້ການສົມທົບລະຫວ່າງບັນດາອົງການທີ່ກ່ຽວຂ້ອງບໍ່ດີ, ເສີມຂະຫຍາຍປະສິດທິຜົນບໍ່ໄດ້. ໃນເວລານັ້ນ, ລະບົບສານມີບຸກຄະລາກອນທີ່ຜ່ານການຝຶກອົບຮົມແລະມີປະສົບການບໍ່ພຽງພໍ ເພື່ອແກ້ໄຂກໍລະນີທີ່ສັບສົນກ່ຽວກັບຊັບສິນທາງປັນຍາຢ່າງໄວວາແລະມີປະສິດທິຜົນ. ກົນໄກການແກ້ໄຂຂໍ້ຂັດແຍ່ງຜ່ານການໄກ່ເກ່ຍແລະອະນຸຍາໂຕຕຸບາການຍັງ ບໍ່ໄດ້ຮັບການເສີມຂະຫຍາຍ.
ຄວາມຮັບຮູ້ຂອງປະຊາຊົນ, ຂອງອົງການຈັດຕັ້ງແລະວິສາຫະກິດກ່ຽວກັບການປົກປ້ອງແລະປົກປັກຮັກສາສິດທິຊັບສິນທາງປັນຍາຍັງບໍ່ສູງ, ບໍ່ມີສະຕິເປັນເຈົ້າການໃນການປົກປັກຮັກສາສິດຂອງຕົນ ກໍ່ຄືເຄົາລົບສິດທິຊັບສິນທາງປັນຍາຂອງຜູ້ອື່ນ; ເຈົ້າຂອງຊັບສິນທາງປັນຍາແລະອົງການຕົວແທນກຳມະສິດຊັບສິນທາງປັນຍາຍັງມີຈິດຕະສາດຢ້ານສຳຜັດກັບສານ ແລະ ຍັງມັກເລືອກມາດຕະການບໍລິຫານເພື່ອຮຽກຮ້ອງໃຫ້ແກ້ໄຂການລະເມີດສິດທິ...
ວິທີແກ້ໄຂຈຳນວນໜຶ່ງເພື່ອຍົກສູງປະສິດທິຜົນຂອງການເຄື່ອນໄຫວຊັບສິນທາງປັນຍາຢູ່ຫວຽດນາມ
ເພື່ອໃຫ້ການເຄື່ອນໄຫວຊັບສິນທາງປັນຍາຢູ່ຫວຽດນາມມີການຂະຫຍາຍຕົວຖືກຕ້ອງຕາມທິດທາງ, ປະກອບສ່ວນທີ່ດີເຂົ້າໃນພາລະກິດການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຕ້ອງກຳນົດແຈ້ງທັດສະນະ: ຊັບສິນທາງປັນຍາຂອງຫວຽດນາມກໍຄືຂອງມະນຸດຊາດຕ້ອງໄດ້ນຳໃຊ້ເປັນໄມ້ງັດຊຸກຍູ້ການປ່ຽນແປງໃໝ່ເຕັກໂນໂລຊີ, ຍົກສູງຄວາມສາມແຂ່ງຂັນ; ຍົກສູງທາງດ້ານຄຸນນະພາບແລະຮັບປະກັນປະສິດທິຜົນທີ່ໂດດເດັ່ນຂອງການເຄື່ອນໄຫວຊັບສິນທາງປັນຍາ ນັ້ນແມ່ນຄວາມຕ້ອງການທີ່ສອດຮ້ອຍຕະຫຼອດ ແລະ ເປັນບຸລິມະສິດຊັ້ນສູງສຳບັບເປົ້າໝາຍພັດທະນາລະບົບຊັບສິນທາງປັນຍາຫວຽດນາມ; ລະບົບຊັບສິນທາງປັນຍາຕ້ອງພັດທະນາບົນພື້ນຖານເຕັກໂນໂລຊີທີ່ທັນສະໄໝຂອງການປະຕິວັດຄັ້ງທີສີ່, ກ່ອນອື່ນໝົດແມ່ນອິນເຕີເນັດເຊື່ອມຕໍ່ທຸກຢ່າງ ແລະ ປັນຍາປະດິດ; ມີແຫຼ່ງບຸກຄະລາກອນຄຸນນະພາບສູງກ່ຽວກັບຊັບສິນທາງປັນຍາ ແມ່ນປັດໄຈຫຼັກ ເພື່ອຮັບປະກັນຄວາມສຳເລັດຂອງການເຄື່ອນໄຫວຊັບສິນທາງປັນຍາ; ລະບົບຊັບສິນທາງປັນຍາຂອງຫວຽດນາມມີລັກສະນເປີດແລະເຄື່ອນ, ສ້າງຄວາມຄ່ອງຕົວໃຫ້ລະບົບຕາມການເຄື່ອນເໜັງແລະພັດທະນາຂອງພື້ນຖານເສດຖະກິດທີ່ຕິດແໜ້ນກັບການເຊື່ອມໂຍງສາກົນທາງດ້ານຊັບສິນທາງປັນຍາຢ່າງຕັ້ງໜ້າແລະເປັນເຈົ້າການ.
ບົນພື້ນຖານທັດສະນະນັ້ນ, 5 ຫຍ່ອມໜ້າທີ່ພັດທະນາການເຄື່ອນໄຫວຊັບສິນທາງປັນຍາໃນໄລຍະ 2019 - 2030 ຕ້ອງໄດ້ປະຕິບັດ ເຊິ່ງປະກອບດ້ວຍ: ນະໂຍບານແລະກົດໝາຍກ່ຽວກັບຊັບສິນທາງປັນຍາ; ການຄຸ້ມຄອງລັດກ່ຽວກັບຊັບສິນທາງປັນຍາ; ປົກປັກຮັກສາສິດທິຊັບສິນທາງປັນຍາ; ຂຸດຄົ້ນສິດທິຊັບສິນທາງປັນຍາຮັບໃຊ້ການເຕີບໂຕເສດຖະກິດ ແລະ ຍົກສູງຄວາມສາມາດປ່ຽນແປງໃໝ່ປະດິດສ້າງ; ສະໜັບສະໜູນ, ຊ່ວຍເຫຼືອການເຄື່ອນໄຫວຊັບສິນທາງປັນຍາດ້ວຍບັນດາວິທີແກ້ໄຂດັ່ງຕໍ່ໄປນີ້:
ທີໜຶ່ງ, ປ່ຽນແປງໃໝ່ບັນດາການເຄື່ອນໄຫວຂໍ້ມູນຂ່າວສານແລະການສື່ສານ ແນໃສ່ຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບຊັບສິນທາງປັນຍາ - ເປັນການເຄື່ອນໄຫວທີ່ສຳຄັນໃນການສົ່ງເສີມການເຄື່ອນໄຫວປະດິດສ້າງ, ສ້າງໃຫ້ມີຊັບສິນທາງປັນຍາທີ່ມີຄຸນຄ່າ, ສົ່ງເສີມການຖ່າຍທອດເຕັກໂນໂລຊີ, ປະກອບສ່ວນຍົກສູງປະສິດທິພາບ, ຄຸນນະພາບ, ສ້າງໃຫ້ມີບັນດາຜະລິດຕະພັນທີ່ມີຄວາມສາມາດແຂ່ງຂັນສູງ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ຄຽງຂ້າງກັນນັ້ນ, ຕ້ອງນຳເອົາວິຊາຊັບສິນທາງປັນຍາແລະຂະແໜງຊັບສິນທາງປັນຍາ ເຂົ້າໃນໂຄງການຝຶກອົບຮົມຂອງມະຫາວິທະຍາໄລເທື່ອລະກ້າວ ແລະ ນຳເອົາຄວາມຮູ້ກ່ຽວກັບຊັບສິນທາງປັນຍາ ເຂົ້າໃນໂຄງການສຶກສາສາມັນ.
ທີສອງ, ປັບປຸງບູລະນະນະໂຍບາຍ ແລະ ຍູ້ແຮງການປະຕິບັດນະໂຍບາຍບຸລິມະສິດ, ສະໜັບສະໜູນຕໍ່ບັນດາວິສາຫະກິດທີ່ຂຸດຄົ້ນ, ມອບໂອນສິດນຳໃຊ້ຊັບສິນທາງປັນຍາ, ສ້າງໃຫ້ສຳເລັດກົດໝາຍວ່າດ້ວນການຕິດຕໍ່ຄ້າຂາຍຊັບສິນທາງປະຍາ, ກົນໄກແບ່ງປັນຜົນປະໂຫຍດລະຫວ່າງບັນດາອັດຕະພາບທີ່ກ່ຽວຂ້ອງເຖິງຜົນແຫ່ງການປະດິດສ້າງ; ບູລະນະນະໂຍບາຍເພື່ອຄວາມສົມດຸນຜົນປະໂຫຍດ ແນໃສ່ແກ້ໄຂຢ່າງສົມເຫດສົມຜົນແລະເໝາະສົມຕາມຄວນກ່ຽວກັບຄວາມພົວພັນລະຫວ່າງບັນດາອັດຕະພາບທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາ ເຊັ່ນເຈົ້າຂອງສິດທິບັດແລະຊຸມຊົນ, ລະຫວ່າງເຈົ້າຂອງກຳມະສິດແນວພັນພືດ, ຜູ້ຜະລິດ, ທຸລະກິດ ແລະ ຊາວນາ...
ທີສາມ, ເພີ່ມທະວີການລົງທຶນ ແລະ ຍົກສູງປະສິດທິຜົນການລົງທຶນ ໃຫ້ແກ່ການພັດທະນາການເຄື່ອນໄຫວຊັບສິນທາງປັນຍາ, ຊຸກຍູ້ການລົງທຶນແຫຼ່ງພະລັງເຕັກໂນໂລຊີທັນສະໄໝທີ່ຮັບໃຊ້ໃຫ້ແກ່ການສ້າງແລະປົກປັກຮັກສາສິດທິຊັບສິນທາງປັນຍາ; ສ້າງກອງທຶນສະໜັບສະໜູນການພັດທະນາຊັບສິນທາງປັນຍາແຫ່ງຊາດ ເພື່ອລົງທຶນໃຫ້ແກ່ການຊຸກຍູ້ການເຄື່ອນໄຫວປະດິດສ້າງ, ຊ່ວຍເຫຼືອການໝູນໃຊແລະການມອບໂອນຊັບສິນທາງປັນຍາ.
ທີສີ່, ຫຼຸດຜ່ອນຫົວຂອດ ແລະ ຍົກສູງລະດັບວິຊາສະເພາະຂອງລະບົບປົກປ້ອງຊັບສິນທາງປັນຍາ; ສືບຕໍ່ປັບປຸງບູລະນະຂໍ້ກຳນົດທາງກົດໝາຍກ່ຽວກັບຊັບສິນທາງປັນຍາ, ໂດຍສະເພາະແມ່ນບັນດາຂໍ້ກຳນົດກ່ຽວກັບການປະຕິບັດ; ປ່ຽນເທື່ອລະກ້າວການແກ້ໄຂຂໍ້ພິພາດຂັດແຍ່ງກ່ຽວກັບຊັບສິນທາງປັນຍາ ໄປເປັນມາດຕະການທາງພົນລະເຮືອນ; ປັບປຸງກົດລະບຽບການປະຕິບັດທັງໝົດຄືນໃໝ່ ຕາມທິດຖືເອົາຄວາມສະຫງົບລຽບລ້ອຍທາງພົນລະເຮືອນເປັນມາດຕະການຕົ້ນຕໍ (ສ່ວນມາດຕະການບໍລິຫານເປັນພຽງມາດຕະການເພີ່ມເຕີມໃນເມື່ອການລະເມີດສິດທິຊັບສິນທາງປັນຍາລື່ນກາຍລະດັບພົນລະເຮືອນ).
ທີຫ້າ, ຍົກສູງບົດບາດຄຸ້ມຄອງຂອງລັດ ກ່ຽວກັບການປົກປ້ອງສິທິຊັບສິນທາງປັນຍາ. ສົມທົບການເຄື່ອນໄຫວຢ່າງມີປະສິດທິຜົນລະຫວ່າງບັນດາອົງການຄຸ້ມຄອງຂອງລັດ ແລະ ບຸກຄົນ, ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງໃນການງານຕ່າງໆ ແນໃສ່ບູລະບະກົດໝາຍວ່າດ້ວຍຊັບສິນທາງປັນຍາ, ແມ່ນເປັນພື້ນຖານນິຕິກຳທີ່ໜັກແໜ້ນ ເພື່ອປົກປັກຮັກສາຜົນສຳເລັດແຫ່ງການປະດິດສ້າງ ແລະ ສົ່ງເສີມການປະດິດສ້າງ. ເພີ່ມທະວີການນຳໃຊ້ບັນດາເຄື່ອງມືຕິດຕາມ, ຄວບຄຸມຊັບສິນທາງປັນຍາ, ເພື່ມທະວີການນຳໃຊ້ເຕັກໂນໂລຊີໃໝ່, ພິເສດແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ, ໃນການເຄື່ອນໄຫວວິຊາສະເພາະກ່ຽວກັບຊັບສິນທາງປັນຍາ.
ທີຫົກ, ເປີດກວ້າງການເຄື່ອນໄຫວສະໜັບສະໜູນ, ຊ່ວຍໜູນທີ່ກ່ຽວຂ້ອງກັບການຊຸກຍູ້ ແລະ ປົກປ້ອງສິດທິຊັບສິນທາງປັນຍາ, ເຊັ່ນການເຄື່ອນໄຫວຜະລິດ, ທຸລະກິດ; ກໍ່ສ້າງແລະພັດທະນາຮູບແບບການຮ່ວມສຳພັນລະຫວ່າງມະຫາວິທະຍາໄລ/ສະຖາບັນ ກັບວິສາຫະກິດ; ຂັບນຳດຳເນີນເຄືອຂ່າຍສູນຊັບສິນທາງປັນຍາ ແລະມອບໂອນເຕັກໂນໂລຊີຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າວິທະຍາສາດ, ເຊື່ອມຕໍ່ກັບບັນດາສູນສະໜັບສະໜູນຊັບສິນທາງປັນຍາ...; ສະໜັບສະໜູນການເຄື່ອນໄຫວຄຸ້ມຄອງແລະກົດໝາຍກ່ຽວກັບຊັບສິນທາງປັນຍາ, ກໍ່ຕັ້ງບັນດາອົງການຈັດຕັ້ງພາລະກິດນອກພາກລັດທີ່ໃຫ້ບໍລິການກ່ຽວກັບຊັບສິນທາງປັນຍາ, ເຊັ່ນຂໍ້ມູນຂ່າວສານກ່ຽວກັບຊັບສິນທາງປັນຍາ, ການກຳນົດລາຄາຊັບສິນທາງປັນຍາ...
ທີເຈັດ, ຍົກສູງລະດັບຄວາມສາມາດຂອງບຸກຄະລາກອນຊັບສິນທາງປັນຍາ ໂດຍຜ່ານການປ່ຽນແປງໃໝ່ແລະຍູ້ແຮງການກໍ່ສ້າງ ຝຶກອົບຮົມພະນັກງານວິຊາສະເພາະກ່ຽວກັບຊັບສິນທາງປັນຍາ, ປັບປຸງບູລະນະບັນດາມາດຕະຖານກ່ຽວກັບລະດັບວິຊາສະເພາະ ແລະ ເງື່ອນໄຂຮັບສະໝັກເຂົ້າໃນຕຳແໜ່ງວຽກງານໂດຍກົງຂອງອົງການຄຸ້ມຄອງຊັບສິນທາງປັນຍາ. ຕ້ອງມີໂຄງການຝຶກອົບຮົມພະນັກງານປະສານງານການປະຕິບັດສິດທິຊັບສິນທາງປັນຍາຢູ່ບັນດາອົງການປະຕິບັດງານລະດັບສູນກາງແລະທ້ອງຖິ່ນ; ກຳນົດບັນດາເນື້ອໃນລະອຽດຕົວຈິງໃນຂົງເຂດການຄຸ້ມຄອງຂອງລັດ ເພື່ອເພີ່ມທະວີການເຊື່ອມຕິດລະຫວ່າງບັນດາພະນັກງານປະສານງານ. ຈັດຕັ້ງປະຕິບັດຢ່າງເປັນໄລຍະໆໂຄງການຝຶກອົບຮົມຄວາມຮູ້ກ່ຽວກັບຊັບສິນທາງປັນຍາໃຫ້ພະນັດງານປະສານງານຕາມທິດລົງເລິກເທື່ອລະກ້າວ.
ທີແປດ, ເພີ່ມທະວີ, ເປັນເຈົ້າການເຊື່ອມໂຍງແລະຮ່ວມມືສາກົນໃນຂົງເຂດຊັບສິນທາງປັນຍາ, ເປີດກວ້າງແລະພັດທະນາຕາມລວງເລິກການພົວພັນຮ່ວມມື, ຊ່ວຍໜູນກັບບັນດາຄູ່ຮ່ວມມືໃຫຍ່ກ່ຽວກັບຊັບສິນທາງປັນຍາ, ທາງດ້ານສອງຝ່າຍແລະຫຼາຍຝ່າຍ ໃນການປະຕິບັດບັນດາໂຄງການກ່ຽວກັບການຍົກສູງຄວາມສາມາດປະຕິບັດສິດທິຊັບສິນທາງປັນຍາ ດ້ວຍຈຸດປະສົງຝຶກອົບຮົມແລະຍົກສູງຄວາມສາມາດຂອງແຫຼ່ງບຸກຄະລາກອນທີ່ປະຕິບັດສິດທິຊັບສິນທາງປັນຍາ, ເພີ່ມທະວີລະບົບເກັບກຳແລະສະໜອງຂໍ້ມູນຂ່າວສານລະຫວ່າງອົງການຄຸ້ມຄອງແລະອົງການປະຕິບັດສິດທິ, ແລະໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມເຄົາລົບສິດທິຊັບສິນທາງປັນຍາ. ແລກປ່ຽນບົດຮຽນແລະແບ່ງປັນຄວາມຮູ້ກັບບັນດາປະເທດໃນໂລກກ່ຽວກັບການຫັນຊັບສິນທາງປັນຍາເປັນການຄ້າ. ເຂົ້າຮ່ວມຢ່າງເປັນເຈົ້າການແລະຕັ້ງໜ້າໃນບັນດາເວທີປາໄສສາກົນ ເພື່ອເຈລະຈາກໍ່ສ້າງສະຖາບັນຊັບສິນທາງປັນຍາສາກົນ ແລະ ລົງນາມໃນສັນຍາສອງຝ່າຍທີ່ມີເນື້ອໃນກ່ຽວກັບຊັບສິນທາງປັນຍາ.../.
ໂດຍ ດິງຫຶວຟີ່,
ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດແລະເຕັກໂນໂລຊີ
-------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 914 (ເດືອນທັນວາ 2018)