ວັນເສົາ, 24/8/2019
ແນວຄິດໂຮ່ຈີມິນກ່ຽວກັບຄວາມເຊື່ອຖືນຳໃຊ້ປັນຍາຊົນ ແລະ ຂໍ້ສະເໜີແນະສຳລັບມື້ນີ້
22/6/2019 8:30' ສົ່ງ ພິມ
ປະທານໂຮ່ຈີມິນ ກັບຜູ້ແທນປັນຍາຊົນ ທີ່ມາຮ່ວມກອງປະຊຸມການເມືອງພິເສດ ເດືອນມີນາ 1964. (ພາບ: TTXVN)

ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽກັບ​ປັນຍາ​ຊົນ ​ແລະ ການ​ນັບຖື​ນຳ​ໃຊ້​ປັນຍາ​ຊົນ

ປະທານ​ໂຮ່ຈີ​ມິນ​ເກີດ​ໃນ​ຄອບຄົວ​ປັນຍາ​ຊົນ. ພໍ່​ຂອງ​ເພິ່ນ​​ແມ່ນ​ທ່ານ ຫງວຽນ​ຊິງ​ຊັກ, ​​ໄດ້ຮັບ​ປະກາດ​ສະ​ນິຍະ​ບັດ​ປິນຍາ​ໂທ​ (ທຽບ​​ເທົ່າ) ໃນ​ປີ​ ຊິນ​ສະຫຼູ ສະ​ໄໝ​ເຈົ້າ​ຊີວິດ ຖັ່ນຖາ​ຍ ທີ 13 (ປີ 1901). ປະທານ​ໂຮ່ຈີ​ມິນ​ເອງ​ກໍ່​ເປັນ​ປັນຍາ​ຊົນ​ຄົນ​ໜຶ່ງ ​ເພາະ​ວ່າ​ເພິ່ນ​ໄດ້​ຮຽນ​ຢູ່​ໂຮງຮຽນ​ແຫ່ງ​ຊາດ​ເຫວ້; ​ໃນ​ເວລາ​ທີ່​ອອກ​ໄປ​ຊອກ​ຫາ​ເສັ້ນທາງ​ເພື່ອ​ກູ້​ຊາດ, ຢູ່​ຝຣັ່ງ, ​ເພິ່ນ​ຂຽນ​ຈົດໝາຍ​ຂໍ​ເຂົ້າ​ຮຽນ​ໃນ​ໂຮງຮຽນ​ອານາ​ນິຄົມ​ຂອງຝຣັ່ງ. ຕໍ່​ມາ, ​ເພິ່ນຍັງ​​ເປັນ​ນັກ​ສຶກສາ​ປິນຍາ​ເອກທີ່​ມະຫາວິທະຍາ​ໄລ​ບົວລະພາ​ ຂອງ​​ກອມ​ມູນິດສາກົນ. ​ເຖິງ​ແມ່ນ​ວ່າ​ເສັ້ນທາງ​ການ​ຮຽນ​ຮູ້​ຍັງ​ບໍ່​ສຳ​ເລັດ​ເນື່ອງ​ຈາກ​ຄວາມ​ຕ້ອງການ​ຂອງ​ກິດຈະກຳ​ການ​ປະຕິວັດ, ​ແຕ່​ພິຈາລະນາ​ໃນ​ທຸກ​ແງ່​ມູມ ​ແລະ ຕາມຄວາມຄິດ​ປະຈຸ​ບັນກ່ຽວ​ກັບ​ປັນຍາ​ຊົນ​ແລ້ວ, ປະທານ​ໂຮ່ຈີ​ມິນ​ແມ່ນ​ປັນຍາ​ຊົນ​ທີ່​ແທ້​ຈິງ ​ຖືກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ຄຳ​ສັບ​ນີ້. ອາດ​ຈະ​ເປັນ​ຍ້ອນ​ແນວນັ້ນ, ​ໃນ​ເວລາ​ທີ່​ຍັງ​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດຈົນ​ເຖິງ​ເວລາ​ກັບ​ມາ​ໃນ​ປະ​ເທດ ​ເພື່ອ​ນຳພາ​ການ​ປະຕິວັດ​ຫວຽດນາມ, ​ເພິ່ນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ບັນຫາ​ປັນຍາ​ຊົນ ​ແລະ​ເຊື່ອ​ຖື​ນຳ​ໃຊ້​ປັນຍາ​ຊົນ.

ທັນທີ​ທີ່​ປະ​ເທດ​ຫາ​ກໍໄດ້​ຮັບ​ເອກະລາດ, ​ເພື່ອ​ຊອກ​ຫາ​ຜູ້​ທີ່​ມີ​ຄວາມ​ສາມາດ​ທີ່​ຈະ​ຮັບຜິດຊອບ​ວຽກງານກໍ່ສ້າງ​ປະ​ເທດ, ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນ​ບົດຄົນ​ເກັ່ງກ້າ​ສາມາດແລະ​ການ​ສ້າງສາ​ປະ​ເທດ​ຊາດ ລົງ​ພິມ​ວັນ​ທີ 14-11-1945 ໃນ​ໜັງສື​ພິມກູ້​ຊາດ, ດ້ວຍ​ທັດສະນະ: “ການ​ສ້າງສາ​ປະ​ເທດ​ຊາດຈຳ​ເປັນ​ຕ້ອງ​ມີ​ຄົນ​ທີ່​ມີ​ຄວາມ​ສາມາດ. ຄົນ​ເກັ່ງ​ກ້າ​ສາມາດ​ຂອງ​ປະ​ເທດ​ເຮົາ​ແມ່ນ​ບໍ່​ຫຼາຍ ​ແຕ່​ຖ້າ​ພວກ​ເຮົາ​ຊ່າງ​ຄັດ​ເລືອກ, ຊ່າງ​ຈັດ​ວາງ​ສັບ​ຊ້ອນ, ຊ່າງ​ນຳ​ໃຊ້ ຈະ​​ເຮັດ​ໃຫ້​ຄົນ​ເກັ່ງຂະຫຍາຍຕົວ​ຂຶ້ນ​ແລະຈຳນ​ວນຄົນ​ເກັ່ງ​ຈະ​ເພີ່ມ​ຂຶ້ນ​ຫຼາຍ”(1). ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ​ເຖິງ​​ແມ່ນວ່າ​ປະ​ເທດ​​ຕ້ອງ​ປະ​ເຊີນກັບຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍຫຼວງ​ຫຼາຍ ຈາກ​ວຽກ​ງານ​ຕ່າງໆ​ທີ່​ຕ້ອງ​ແກ້​ໄຂ​ຫຼັງ​ຈາກ​ວັນ​ເອກະລາດກໍ​ຕາມ, ປະທານ​ໂຮ່ຈີ​ມິນກໍ​ໄດ້​ຄິດ​ເຖິງ​ການ​ເຊີນ​ຜູ້​ຊ່ຽວຊານ, ນັກວິທະຍາສາດ​ຊາວ​ຫວຽດນາມ​ແລະ​ຕ່າງປະ​ເທດ​ມາ​ເຮັດ​ວຽກ​ຢູ່​ຫວຽດນາມ​. ປະທານ​ໂຮ່ຈີ​ມິນ​ໄດ້​ວາງ​ມູນ​ຫຼັກທີ່​ຈຳ​ເປັນ​ສຳລັບ​ການ​ພັດທະນາ​ຂອງ​ປະ​ເທດພາຍຫຼັງ​ຍາດ​ໄດ້​ເອກະລາດ, ​ໃນ​ການສຳພາດ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ: “ພວກ​ຂ້າພະ​ເຈົ້າ​ຕ້ອງການ​ມີນາ​ຍທຶນ, ປັນຍາ​ຊົນ ​ແລະ ​ແຮງງານ... ພວກ​ຂ້າພະ​ເຈົ້າຍິນ​ດີ​ຕ້ອນຮັບນາຍທຶນ​ຝຣັ່ງ​ແລະ​ນາຍ​ທຶນຕ່າງປະ​ເທດ​ມາ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ກັບ​ພວກ​ເຮົາ”(2). ນອກຈາກນັ້ນ ​ໃນ​ການ​ສຳ​ພາບ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ນີ້, ປະທານ​ໂຮ່ຈີ​ມິນຢືນຢັນ: “ປັນຍາ​ຊົນ​ແມ່ນ​ທຶນຮອນ​ທີ່​ມີຄ່າ​ຂອງ​ຊາດ. ຢູ່​ປະ​ເທດ​ອື່ນ​ແມ່ນ​ແນວ​ນັ້ນ, ຢູ່​ຫວຽດນາມ​ກໍ​ຍິ່ງ​ເປັນ​ແນວ​ນັ້ນ. ການ​ຢັ້ງຢືນ​ແມ່ນ​ຢູ່​ໃນ​ການ​ຕໍ່ສູ້​ກູ້​ຊາດ​ນີ້, ປັນຍາ​ຊົນ​ຊາວ​ຫວຽດນາມ​ໄດ້​ມີ​ສ່ວນ​ຮ່ວມ​ທີ່​ສຳຄັນ. ປັນຍາ​ຊົນ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ຕໍ່ຕ້ານ, ​ໄດ້​ທົນ​ທຸ​ກເສຍ​ສະລະ, ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ທະຫານ​ປະຊາຊົນ. ຈຳນວນ​ໜຶ່ງ​ໄດ້​ຫ້າວຫັນ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ຈາກ​ພາຍ​ນອກ”(3).

ວັນ​ທີ 20-11-1946, ​ໃນ​ສະຖານະ​ການ “ຄັບຂັນ” ຂອງ​ປະ​ເທດ​ເມື່ອ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງກັບ​ມາ​ຮຸກ​ຮານ​ຫວຽດນາມ​ອີກ​ຄັ້ງ, ​ໃນ​ໜັງສືພິມກູ້​ຊາດ ສະບັບ​ທີ 411 ​ໄດ້​ລົງ​ພິມຄຳ​ສັ່ງ​ຄົ້ນ​ຫາ​ຄົນ​ທີ່​ມີ​ຄວາມ​ສາມາດ ຂອງປະທານ​ໂຮ່ຈີ​ມິນ: “ປະ​ເທດ​ຕ້ອງການ​ກໍ່ສ້າງ. ການ​ກໍ່ສ້າງ​ຕ້ອງການ​ຜູ້​ທີ່​ມີ​ຄວາມ​ສາມາດ. ​ໃນ​ປະຊາຊົນ​ຫວຽດນາມ 20 ລ້ານ​ຄົນ ​ແນ່ນອນ​ວ່າ​ຈະ​ບໍ່​ຂາດ​ແຄນ​ຄົນ​ເກັ່ງທີ່​ມີ​ຄຸນ​ນະ​ທຳ. ອາດ​​ຈະແມ່ນ​ຍ້ອນ​ລັດຖະບານ​ບໍ່​ໄດ້​ຍິນ, ​ເບິ່ງ​ບໍ່​ເຫັນ​ທົ່ວ​ເຖິງ, ​ດັ່ງ​ນັ້ນ ​ຄົນ​ເກັ່ງ​ທີ່​ມີ​ຄຸນ​ນະ​ທຳ ຈຶ່ງບໍ່​ສາມາດ​ປະກົດ​ຕົວ​ໄດ້. ຂໍ້ບົກພ່ອງນັ້ນ​ຂ້າພະ​ເຈົ້າ​ຂໍ​ຍອມຮັບ. ຕອນ​ນີ້​ຕ້ອງການ​ແກ້​ໄຂ​ຂໍ້​ບົກພ່ອງດັ່ງກ່າວ ​ແລະຕ້ອງ​ເຊື່ອ​ຖື​ນຳ​ໃຊ້ຜູ້ດີ​ມີ​ຄວາມ​ສາມາດ, ດັ່ງ​ນັ້ນ ​ບັນດາ​ທ້ອງ​ຖິ່ນ​ຕ້ອງສືບສວນ​ທັນທີ​ ເບິ່ງບ່ອນ​ໃດ​ມີ​ຜູ້​ເກັ່ງ​ທີ່​ມີຄຸນ​ນະ​ທຳ, ສາມາດ​ເຮັດວຽກ​ງານ​ຕ່າງໆ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດຊາດ​ແລະ​ປະຊາຊົນ, ​ແມ່ນຕ້ອງ​ລາຍ​ງານຕໍ່​ລັດຖະບານທັນທີ. ບົດ​ລາຍ​ງານ​​ຕ້ອງ​ຂຽນຊັດ​ເຈນ: ຊື່​ແລະ​ນາມສະກຸນ, ອາຍຸ, ອາຊີບ, ຄວາມ​ສາມາດ​ພິ​ເສດ, ຄວາມ​ປາຖະໜາ ​ແລະ ທີ່ຢູ່​ອາ​ໄສຂອງ​ຜູ້​ນັ້ນ. ​ໃນ​ກຳນົດ​ເວລາ​ໜຶ່ງ​ເດືອນ, ບັນດາໜ່ວຍ​ງານ​ທ້ອງ​ຖິ່ນ​ຕ້ອງ​ລາຍ​ງານ​ໃຫ້​ພຽງພໍ”(4). ກ່າວ​ປາ​ໄສ​ໃນ​ການ​ໄຂ​ຊຸດຝຶກ​ອົບຮົມ​ພະນັກງານພັກ, ພະນັກງານ​ມະຫາຊົນ ແລະພະນັກງານ​ບໍລິການ ຢູ່​ອົງການ​ສູນ​ກາງ ວັນ​ທີ 6 ກຸ​ທພາ 1953, ​ເມື່ອ​ມີ​ຄວາມ​ຄິດ​ເຫັນ​ວ່າລັດຖະບານ​ບໍ່​ເຊື່ອ​ຖື​ນຳ​ໃຊ້​ປັນຍາ​ຊົນ, ປະທານ​ໂຮ່ຈີ​ມິນ​ໄດ້​ອະທິບາຍ​ຢ່າງ​ຈະ​ແຈ້ງວ່າ ນັ້ນ​ແມ່ນ​ແນວ​ຄິດ​ອະຄະຕິ​ທີ່​ບໍ່​ຖືກຕ້ອງ ​ແລະ ​ເພິ່ນ​ໃຫ້​ຮູ້​ວ່າ ມີ​ອ້າຍ​ນ້ອງ​ປັນຍາ​ຊົນ​ບາງ​ຄົນ​ກໍ່​ເຂົ້າ​ໃຈ​ຄື​ແນວ​ນັ້ນ. ຕາມ​ເພິ່ນ​ແລ້ວ, ຄວາມ​ຄິດ​ນັ້ນ​ບໍ່​ຖືກຕ້ອງ, ບັນດາ​ພັກ​ປະຕິວັດ​ຕ້ອງການ​ປັນຍາ​ຊົນ​ທີ່​ສຸດ ​ເພາະວ່າ: “ຢາກ​ພັດທະນາ​ວັດທະນະທຳ​ແມ່ນ​ຕ້ອງ​ມີ​ຄູ​ອາຈານ, ຢາກ​ພັດທະນາ​ສຸຂະພາບ​ຂອງ​ປະຊາຊົນ​ແມ່ນ​ຕ້ອງ​ມີນາ​ຍໝໍ, ຢາກ​ພັດທະນາ​ອຸດສາຫະກຳ​ແມ່ນ​ຕ້ອງ​ມີ​ວິ​ສາວະ​ກອນ,...”(5). ​ແຕ່, ປະທານ​ໂຮ່ຈີ​ມິນ​ກໍ​ຢືນຢັນ​ວ່າ ປັນຍາ​ຊົນທີ່​ໜ້າ​ເຄົາລົບນັບຖື ຕ້ອງ​ແມ່ນ​ປັນຍາ​ຊົນ​ທີ່ “ຮັບ​ໃຊ້​ການ​ປະຕິວັດ​ແລະ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ”(6).

​ເຖິງ​​ວ່ານັບຖື​ປັນຍາ​ຊົນ​ທີ່​ສຸດ ແລະ ​ຕີ​ລາຄາ​ສູງ​ບົດບາດ​ຊອງ​ປັນຍາ​ຊົນ, ​ແຕ່ປະທານ​ໂຮ່ຈີ​ມິນ​​ແມ່ນ​ຜູ້​ປະຕິບັດ​ການ​ແລະ​ໃຊ້​ປະສິດທິ​ຜົນ​ການ​ເຮັດ​ວຽກ​ຕົວ​ຈິງ​ເປັນມາດຕະຖານ, ດັ່ງ​ນັ້ນ ​ເພິ່ນຈຶ່ງ​​ເຊີດ​ຊູ​ແລະ​ປະ​ເມີນສູງ​ຕໍ່​ປັນຍາ​ຊົນທີ່​ມີ​ການ​ຮຽນ​ຮູ້​ແທ້, ປະຕິບັດວິຊາ​ອາຊີບ​ແທ້, ໝາຍ​ເຖິງ​ຜູ້​ທີ່​ປະກອບ​ສ່ວນ​ລະອຽດ​ຕົວ​ຈິງ​ໃຫ້​ປະ​ເທດຊາດ, ປະຊາຊົນ ​ແລະ​ ສັງຄົມ ​ໂດຍຄວາມ​ຄິດ​ລິ​ເລີ່​ມ​ແລະ​ກິດຈະການ​ຜົນງານ. ​ໃນ​ນິພົນ “ດັດ​ແປງ​ວິທີ​ເຮັດ​ວຽກ”, ​ເພິ່ນ​ຢືນຢັນ: “ປັນຍາ​ຊົນ​ແມ່ນ​ມີ​ຄວາມ​ຮູ້... ຜູ້​ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ, ສາມາດ​ເອີ້ນວ່າ​ປັນຍາ​ຊົນ. ​ແຕ່​​ເຂົາ​ບໍ່​ຮູ້ຈັກ​ໄຖ​ນາ, ບໍ່​ຮູ້ວິທີ​ເຮັດ​ວຽກ, ບໍ່​ຮູ້​ວ່າ​ຈະ​ຕໍ່ສູ້​ກັບ​ສັດຕູ​ຄື​ແນວ​ໃດ, ບໍ່​ຮູ້ວິທີ​ການ​ເຮັດ​ວຽກ​ອື່ນໆຫຼາຍ​ຢ່າງ. ​ເວົ້າ​ລວມ​ແລ້ວ: ລາວ​ບໍ່​ຮູ້​ເຮັດ​ວຽກ​ງານ​ຕົວ​ຈິງ​ໃດ​ໆເລີຍ. ດັ່ງ​ນັ້ນ ລາວ​ມີ​ປັນຍາພຽງ​ເຄິ່ງໜຶ່ງ. ປັນຍາ​ຄວາມ​ຮູ້​ຂອງ​ລາວ​​ແມ່ນ​ປັນຍາ​ທີ່ຮຽນ​ຮູ້​ໜັງສື, ບໍ່​ແມ່ນ​ປັນຍາ​ທີ່​ສົມບູນ. ລາວ​ຢາກ​ເປັນ​ປັນຍາ​ຊົນ​ທີ່​ສົມບູນ, ​ແມ່ນ​ຕ້ອງ​ຮູ້​ນຳ​ເອົາ​ປັນຍາ​ຄວາມ​ຮູ້​ນັ້ນ​ໝູນ​ໃຊ້​ເຂົ້າ​ໃນການ​ປະຕິບັດ(7).

ປະທານ​ໂຮ່ຈີ​ມິນກໍ​ຢືນຢັນວ່າ ​ການນຳໃຊ້​ຄົນ​ເກັ່ງນັ້ນ​ບໍ່​ຄວນ​ເຄັ່ງ​ຄັດ​ໂພດ, ທະ​ແນມ​ແຕ່​ເຂົາ​ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ບໍ່​ຝືນ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແມ່ນ​ສາມາດ​ໃຊ້​ການ​ໄດ້. ​ເພິ່ນ​ໃຫ້​ທັດສະນະ​ວ່າ “​ຄວາມ​ສາມາດ​ໃຫຍ່​ເຮົາ​ຈະ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສຳຄັນ, ​ຄວາມ​ສາມາດ​ນ້ອຍ​ເຮົາ​ຈະ​ມອບ​ວຽກ​ງານນ້ອຍ​ໃຫ້, ຜູ້​ໃດ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ງານ​ໃດ ​ເຮົາ​ຈະ​ມອບ​ໃຫ້​ເຮັດ​ວຽກ​ງານ​ນັ້ນ​”(8). ​ເພິ່ມຍັງ​ເຕືອນ​ວ່າ ຢູ່​ນອກ​ພັກ​ມີ​ຜູ້​ເກັ່ງ​ກ້າ​ສາມາດ​ເປັນ​ຈຳນວນ​ຫຼາຍ ​ແລະ ພວກ​ເຮົາ​ບໍ່​ຄວາມ​ປະຖິ້ມພວກ​ເຂົາ, ຫ່າງ​ເຫີ​ນຈາກພວກ​ເຂົາ. ພວກ​ເຮົາ​ຕ້ອງ​ສາມັກຄີ​ກັບ​ພວກ​ເຂົາ​ຢ່າງ​ຈິງ​ໃຈ, ຊ່ວຍ​ເຫຼືອ​ພວກ​ເຂົາ. ຕ້ອງ​ໃກ້ຊິດ​ສະໜິດສະໜົມ​ກັບ​ພວກ​ເຂົາ, ນຳ​ໃຊ້​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ພວກ​ເຂົາ ​ເພື່ອ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ຕໍ່ສູ້ຕ້ານສັດຕູ​ເພື່ອ​ກູ້​ຊາດ.

​ແນວ​ຄິດ​ເຊື່ອ​ຖື​ນຳ​ໃຊ້​ຜູ້​ເກັ່ງ​ກ້າ​ສາມາດ, ​ເຊື່ອ​ຖື​ນຳ​ໃຊ້​ປັນຍາ​ຊົນ​ຂອງປະທານ​ໂຮ່ຈີ​ມິນ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ໂຄງການ​ຂອງ​ແນວ​ໂຮມ​ຫວຽດນມິ​ງ. ​ໃນ​ນັ້ນ, ​ແນວ​ໂຮມຫວຽດນາມ​ເອກະລາດ​ສຳພັນ​ທະ​ມິດ: “ມີ​ແຜນ​ນະ​ໂຍບາຍ​ຮ່ວມ​ສຳພັນ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ບໍ່​ຈຳ​ແນ​ກສາສະໜາ, ພັກ​ຝ່າຍ, ທ່າ​ອຽງ​ການ​ເມືອງ​ໃດໆ, ຊົນ​ຊັ້ນ​ໃດໆ, ສາມັກຄີ​ກັນ​ສູ້​ຮົບ​ເພື່ອ​ຂັບ​ໄລ່​ຝຣັ່ງ​ແລະ​ຍີ່ປຸ່ນ ຍາດ​​ເອົາເອກະລາດມາ​ໃຫ້​ປະ​ເທດ... ພາຍຫຼັງ​ຂັບ​ໄລ່​ຈັກກະ​ພັກ​ຝຣັ່ງ, ຍີ່ປຸ່ນ​ໄດ້​ແລ້ວ ຈະ​ສ້າງ​ຕັ້ງ​ລັດຖະບານ​ປະຊາຊົນ​ຂອງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ”(9). ມີ​ເລື່ອງ​ລາວ​ທີ່​ລື​ຊື່​​ຫຼາຍ​ເລື່ອງ​ ກ່ຽວ​ກັບການ​ຂົນຂວາຍ​ດຶງ​ດູດປັນຍາ​ຊົນ​ຂອງປະທານ​ໂຮ່ຈີ​ມິນ ທີ່​ໄດ້​ກາຍ​ເປັນ​ບົດຮຽນ​ສຳລັບ​ອະນາຄົດ. ຫຼັງ​ຈາກ​ທີ່​ເຈົ້າ​ຊີວິດ ບ໋າ​ວດ້າຍ ສະລະ​ລາຊະ​ບັນ​ລັງ, ​ເພິ່ນ​ໄດ້​ຮັບ​ເຊີນ​ຈາກປະທານ​ໂຮ່ຈີ​ມິນ​ໃຫ້​ເປັນ​ທີ່​ປຶກສາ​ສູງ​ສຸດ​ຂອງ​ລັດຖະບານ, ​ໄດ້​ຮັບ​ການສະ​ເໜີ​ຊື່​ເຂົ້າ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ໜ່ວຍ​ການ​ເລືອກ​ຕັ້ງ​ຂອງ​ແຂວງ​ແທງ​ຮວາ ​ແລະ ​ໄດ້​ຮັບ​ການແຕ່ງ​ຕັ້ງ​ເປັນ​ສະມາຊິກຂອງ​ຄະນະ​ກຳມະການຮ່າງ​ລັດຖະທຳ​ມະນູນ​ຊຸດ​ທີ I. ພວກ​ເຮົາ​ຮູ້​ດີ​ວ່າ, ບ໋າ​ວດ້າຍ​ໄດ້​ຮຽນ​ຢູ່​ຫຼາຍ​ໂຮງຮຽນ​ຂອງ​ຝຣັ່ງ, ​ໃນ​ນັ້ນ​ມີ​ໂຮງຮຽນວິທະຍາສາດ​ທາງ​ການ​ເມືອງ (ລັດຖະສາດ). ປະທານ​ໂຮ່ຈີ​ມິນ​ໄດ້​ເຊີນ​ທ່ານ ຮວິ່​ງຖຸກ​ຂາງ ມາ​ເຮັດ​ວຽກ​ໃຫ້​ກັບ​ລັດຖະບານ - ​ເພິ່ນ​ເປັນ​ປັນຍາ​ທີ່​ມີ​ຊື່ສຽງ, ​ໄດ້​ມີ​ອາຍຸ 70 ປີ​ແລ້ວ, ​ເຄີຍ​ໄດ້​ຮັບ​ສັນ​ນິຍະ​ບັດ​ປິນຍາ​ເອກ​ໃນ​ປີ ​ເກິ​ງຊວດ (1900) ​ແລະ ຖືກ​ຍົກຍ້ອງ​ວ່າ​ເປັນ​ໜຶ່ງ​​ໃນ ສີ່​ບຸລຸດ​ທີ່​ຍິ່ງ​ໃຫຍ່ ແຫ່ງ​ດິນ​ແດນກວ໋າງນາມ​ໃນ​ອະ​ດີດ, ​ເພິ່ນ​ເປັນ​ຜູ້​ທີ່​ຍົດ​ສັກ​ບໍ່​ສາມາດ​ສັ່ນ​ຄອນ​ໄດ້, ອຳນາດ​ບໍ່​ສາມາດ​ເຮັດ​ໃຫ້​ອ່ອນ​ຍອມ, ​ເງິນ​ຄຳ​ບໍ່​ສາມາດ​ຊື້​ຈ້າງຈອບ​ອອຍ​ໄດ້. ພາຍຫຼັງ​ການ​ເຊື້ອ​ເຊີນ​ສອງ​ຄັ້ງ, ທ່ານ​ຮວິ່ງຕອບ​ຮັບ​ຄຳ​ເຊີນ​ໄປ​ຍັງ​ຮ່າ​ໂນ້ຍ ​ແຕ່​ໄປ​ຮ່າ​ໂນ້ຍ “​ເພື່ອ​ເບິ່ງ​ວ່າ​ໂຮ່ຈີ​ມິ​ເຮັດ​ວຽກ​ຄື​ແນວ​ໃດ​ ຈາກ​ນັ້ນ​ຈະ​ກັບ​ມາ”. ​ເມື່ອ​ມາ​ຮອດ​ຮ່​າໂນ້ຍ, ຕໍ່ໜ້າ​ແຮງ​ດຶງ​ດູດ​ຂອງປະທານ​ໂຮ່ຈີ​ມິນ, ທ່ານ​ຮວິ່ງຕົກລົງຢູ່​ຮ່າ​ໂນ້ຍ​ແລະ​ຮັບ​ຄຳ​ເຊີນ​ເປັ​ນລັດຖະມົນຕີ​ກະຊວງ​ພາຍ​ໃນ. ​ໃນ​ການ​ນຳ​ສະ​ເໜີ​ສະມາຊິກ​ລັດຖະບານ​ຕໍ່​ສະພາ​ແຫ່ງ​ຊາດ ວັນ​ທີ 2 ມີນາ 1946, ທ່ານປະທານ​ລັດຖະບານ​ ໂຮ່ຈີ​ມິນ ​ໄດ້​ໃຊ້​ຄຳ​ສັບ​​ຈົບງາມ​ທີ່​ສຸດ​ ເພື່ອ​ແນະນຳ​ທ່ານ​ຮວິ່ງ​ຕໍ່​ສະພາ​ແຫ່ງ​ຊາດ. ​ເມື່ອ​ເດີນ​ທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຝຣັ່ງປີ 1946, ​ເຖິງ​ວ່າ​ມີ​ຫຼາຍ​ຄົນ​ທີ່​ໄວ້​ວາງ​ໃຈ​ໄດ້, ​ແຕ່ປະທານ​ໂຮ່ຈີ​ມິນ ​ໄດ້​ຕົກລົງ​​ໃຫ້​ທ່ານ​ຮວິ່ງ ​​ຮັກສາ​ການ​ປະທານ​ປະ​ເທດ​. ​ເມື່ອ​ມອບ​ໃຫ້​ທ່ານ​ຮວິ່ງ​ ​ຮັກສາ​ການ​ປະທານ​ປະ​ເທດ, ປະທານ​ໂຮ່ຈີ​ມິນ ບໍ່​ໄດ້​ແນະນຳ​ຕັກ​ເຕືອນ​ຫຍັງ​ເລີຍ, ດັ່ງ​ນັ້ນ, ​ເມື່ອ​ສົ່ງ​ປະທານ​ໂຮ່ຈີ​ມິນ​ທີ່​ສະໜາມ​ບິນ ຢາ​ເລິ​ມ ​ໄປ​ປະ​ເທດ​ຝຣັ່ງ, ທ່ານ​ຮວິ່ງ​ໄດ້​ຖາມປະທານ​ໂຮ່ຈີ​ມິນວ່າ: ທ່ານ​ໄປ​​ໃນ​ເວລາ​ຍາວ​ຄື​ແນວ​ນັ້ນ, ວຽກ​ງານ​ການ​ເມືອງ​ມອບ​ໃຫ້​ຂ້ອຍໜັກໜ່ວງ​ຫຼວງ​ຫຼາຍ ​ແຕ່​ທ່ານ​ບໍ່​ຕັກ​ເຕືອ​ນ​ຫຍັງ​ເລີຍ ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ກັງວົນ​ແທ້. ປະທານ​ໂຮ່ຈີ​ມິນຕອບ​ວ່າ: ຢູ່​ບ້ານ​ຂໍ​ໃຫ້​ທ່ານ​ຈົ່ງ “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ”. ​ໃນ​ສະຖານະ​ການ “ສັບສົນ​ຄັບ​ຂັນ” ​ແລະຕ້ອງ ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ ​ໃນ​ເວລາ​ຫຼາຍ​ວັນ​ຄື​ແນວ​ນັ້ນ, ຜູ້ຮັກສາ​ການ​ປະທານ​ປະ​ເທດ ຮວິ່ງ​ຖຸກຂາງ ​ໄດ້​ສຳ​ເລັດ​ຢ່າງ​ດີ​ເດັ່ນ ຄວາມ​ຮັບຜິດຊອບທີ່ປະທານ​ໂຮ່ຈີ​ມິນ​​ໄວ້​ວາງ​ໃຈ​ແລະ​ມອບ​ໝາຍ​ໃຫ້. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​​ເຖິງຄວາມ​ນັບຖື​ແລະ​ໄວ້​ວາງ​ໃຈ​ຂອງ​ໂຮ່ຈີ​ມິນຕໍ່​ປັນຍາ​ຊົນ​ອະ​ວຸ​ໂສ ທີ່​ສຸດ​ອົກ​ສຸດ​ໃຈ​ເພື່ອ​ປະ​ເທດ, ​ເພື່ອ​ຊາດ​ແລະ​ປະຊາຊົນ​ ເທົ່າ​ນັ້ນ, ​ແຕ່​ຍັງສະ​ແດງ​ໃຫ້​ເຫັນ​ຢ່າ​ງຊັດ​ເຈນ​ທີ່​ສຸດ​ເຖິງ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ການ​ນຳ​ໃຊ້​ປັນຍາ​ຊົນ: ​ໃຊ້​ຕ້ອງ​ເຊື່ອ, ​ຕ້ອງໄວ້​ວາງ​ໃຈ​ຈຶ່ງ​ໃຊ້.

​ຫຼັງ​ຈາກ​ນັ້ນ ແນວ​ຄິດ​ນີ້ຂອງປະທານ​ໂຮ່ຈີ​ມິນ ​ໄດ້​ສະ​ແດງ​ອອກ​ມາ​ໃນ​ກໍລະນີ​ຂອງ​ພົນ​ເອກ ຫວໍ ງວຽນ​ຢາ​ບ. ຫວໍ ງວຽນ​ຢາ​ບ ກ່ອນ​ອື່ນ​ໝົດ​ແມ່ນ​ປັນຍາ​ຊົນ​ຄົນ​ໜຶ່ງ ​ເພາະວ່າ​ໄດ້​ເປັນ​ນັກ​ຂ່າວໜັງສືພິມ​ສຽງ​ປະຊາຊົນ ຢູ່​ເມືອ​ງ​ເຫວ້​ພ້ອມ​ກັບ​ທ່ານ ຮວິ່ງ, ​ເພິ່ມ​ເປັນ​ອາຈານສອນ​ປະຫວັດສາດ​ຂອງ​ໂຮງຮຽນ ທັງ​ລອງ. ​ເມື່ອ​ຮັບ​ໜ້າ​ທີ່​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ແລະ​ໄປ​ທີ່​ບັ້ນ​ຮົບ ດ້ຽນບຽນ​ຟູ, ພົນ​ເອກ ຫວໍ ງວຽນ​ຢາ​ບ ​ໄດ້​ຖາມປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ວິທີ​ການປະພຶ​ດ​ເມື່​ອປະ​ເຊີນ​ກັບບັນຫາ​ຫຍຸ້ງຍາກ ​ແລະ ​ໄດ້​ຮັບ​ຄຳ​ຕອບ: ​ເຈົ້າ​ເປັນ​ນາຍ​ພົນ​ທີ່​ສະໜາມ​ຮົບ, “ນາຍ​ພົນ​ຢູ່​ແນວ​ໜ້າ”, ໝາຍ​ເຖິງ​​ໄດ້​ຮັບ​ອຳນາດ​ເດັດຂາດ. ​ເນື່ອງ​ຈາກ​ຄວາມ​ໄວ້​ວາງ​ໃຈ​ເດັດຂາດ​ຈາກປະທານ​ໂຮ່ຈີ​ມິນ ດັ່ງ​ນັ້ນ ພົນ​ເອກ​ ຫວໍ ງວຽນ​ຢາ​ບ ຈຶ່ງ​ມີ​ການ​ຕັດສິນ​ໃຈ​ປະຫວັດສາດ ​ເຊິ່ງຕໍ່​ມາ ​ເພິ່ນ​ເອີ້ນ​ວ່າການ​ຕັດສິນ​ໃຈ​ທີ່​ຍາກ​ທີ່​ສຸດ​ໃນຊີວິດ​ບັນຊາ​ທະຫານ​ຂອງ​ຕົນ: ລາກປືນ​ໃຫຍ່​ອອກ​ເພື່ອ​ກະກຽມ​ໃຫ້​ແລ້ວໆຈຶ່ງ​ລາກ​ເຂົ້າ, ຕິດ​ກັບ​ການ​ຫັນປ່ຽນ ຈາກ​ທິດ​ນຳ ຕີ​ໄວ​​ ​ເອົາຊະນະ​ໄວ ​ໄປ​ເປັນ ຕີ​ຢ່າງ​ໜັກ​ແໜ້ນ​ ບຸກຢ່າງ​ໜັກ​ແໜ້ນ, ດັ່ງ​ນັ້ນ ​​ຈຶ່ງຊ່ວຍ​ປະຢັດ​ເລືອ​ດຂອງ​ທະຫານ ​ແລະ ຮັບປະກັນ​ໄຊຊະນະ​ຄັ້ງສຸດ​ທ້າຍ.

ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ອາດຍາ​ເຈົ້າ​ນາຍ ປັນຍາ​ຊົນ​ຈຳນວນ​ຫຼາຍ​ຂອງລາຊະ​ວັງ​ສັດ​ດິນາ​ໄດ້​ໄປ​ຕາມ​ການ​ປະຕິວັດ​ເຊັ່ນ ທ່ານບຸ່ຍ​ບັ່ງດວ່າ​ນ (ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ລາຊະວົງ​ຫງວຽນ); ຟານ​ເກ໋ຕວ້າຍ (ຜູ້​ບັນຊາ​ການ​ຈັກກະວັດພາກ​ເໜືອ​ ຂອງ​ລັດຖະບານ​ເຈິ່ນຈ້ອງ​ກິມ); ຟ້າ​ມຂັກ​ແຮ​ວ່ (ລັດຖະມົນຕີ​ຫົວໜ້າ​ຫ້ອງການ​ຂອງ​ເຈົ້າ​ຊີວິດ​ບ໋າ​ວດ້າຍ); ດັ້ງ​ວັນ​ເຮື້ອງ (ທີ່​ປຶກສາ​ລັດຖະມົນຕີ); ວີ​ວັນ​ດິ້ງ (ອະດີດ​ຜູ້​ວ່າ​ລາຊະການ​ແຂວງ​ຖາ​ຍບິ່ງ); ​ໂຮ່ດັກ​ດ່ຽນ (ອະດີດ​ຜູ້​ວ່າ​ລາຊະການ​ແຂວງຮ່າ​ດົງ); ທ່ານ​ອຶງ​ອຸ້ຍ (ສະມາຊິກ​ວົງ​ກະສັດ​ຫງວຽນ, ຊັ້ນ​ລຸງ​ອາວ​ຂອງ​ເຈົ້າ​ຊີວິດ ຂາຍ​ດິ້ງ); ທ່ານ​ບຸ່ຍ​ກີ່ (ນັກ​ພາສາ​ຮັ່ນທີ່​ມີ​ຊື່​ສຽງ); ​ຟານ​ແອ​ງ (ລັດຖະມົນຕີ​ວ່າການ​ຊາວ​ໜຸ່ມ​ຂອງ​ລັດຖະບານ​ເຈິ່ນຈ້ອງ​ກິມ)... ​ເມື່ອ​ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ການ​ປົດ​ປ່ອຍ ປະຕິ​ຮູບ​ຕົນ​ເອງ​ເປັນ​ລັດຖະບານ​ຊົ່ວຄາວ, ນອກ​ເໜືອ​ຈາກ​ສະມາຊິກ​ຂອງ​ຫວຽດນມິ​ງ​ແລ້ວ, ຍັງ​ມີ​ບັນດາ​ລັດຖະມົນຕີ​ທີ່​ບໍ່​ແມ່ນ​ສະມາຊິກ​ຂອງ​ພັກ​ກອມ​ມູນິດ​ອິນ​ໂດ​ຈີນ​ເຊັ່ນ: ລັດຖະມົນຕີ​ວ່າການ​ຊາວ​ໜຸ່ມ ​ເຢືອງດຶກ​ຫ່ຽນ (ພັກ​ປະຊາທິປັດ), ລັດຖະມົນຕີ​ກະຊວງ​ເສດຖະກິດ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຮ່າ (ເປັນ​ຊາວ​ກາ​ໂຕ​ລິກທີ່​ບໍ່​ຢູ່​ໃນ​ພັກ​ຝ່າຍ​ໃດ), ລັດຖະມົນຕີ​ກະຊວງຄົມມະນາຄົມ ດ່າວຈ້ອງ​ກິດ (ບໍ່​ພັກ​ຝ່າຍ), ລັດຖະມົນຕີ​ກະຊວງ​ການ​ສົງ​ເຄາະ ຫງວຽນ​ວັນ​ໂຕ໋ (ບໍ່​ພັກ​ຝ່າຍ)...

​ໃນ​ລັດຖະບານ​ປະສົມ​ການ​ຕໍ່ຕ້ານ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 2 ມີນາ 1946, ບັນດາ​ສະມາຊິກ​ອະ​ວຸ​ໂສ​ຊອງ​ພັກ​ກອມ​ມູນິດ​ອິນ​ໂດ​ຈີນ ​ໄດ້​ຖອນ​ຕົວ​ເອງ ຍົກ​ເກົ້າ​ອີ້​ລັດຖະມົນຕີ​ໃຫ້​ສະມາ​ຊິດ​ພັກ​ການ​ເມືອງ​ອື່ນໆ, ​ໃຫ້​ປັນຍາ​ຊົນ​ແລະ​ຜູ້​ຊົງ​ຄຸນ​ວຸດ​ທິທີ່​ມີ​ຊື່​ສຽງ ​ເພື່ອ​ພາລະກິດ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ຫວຽດ​ມິ​ງຖືພຽງ 4 ຕຳ​ແໜ່ງ​​ເທົ່າ​ນັ້ນຄື ປະທານ​ລັດຖະບານ ​ໂຮ່ຈີ​ມິນ, ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ດັ້ງ​ທາຍ​ມາຍ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ເລ​ວັນ​ຫຽນ ​ແລະ ປະທານ​ສະມາຄົມ​ບັນຊາ​ການ​ຕໍ່ຕ້ານ ຫວໍ​ ງວຽນ​ຢາ​ບ. ຕຳ​ແໜ່​ງອື່ນໆ​ທັງ​ໝົດ​ຖືກ​ມອບ​ໃຫ້​ປັນຍາ​ຊົນ​ຫຼື​ພັກ​ການ​ເມືອງ​ອື່ນ​ເປັນ​ຜູ້​ກຳ​ເຊັ່ນ: ຮອງ​ປະທານ​ລັດຖະບານ ຫງວຽນ​ຫາຍ​ເຖິ່ນ (ສະມາຄົມ​ພັນທະ​ມິດ​ປະຕິວັດຫວຽດນາມ), ທ່ານ ຮວິ່ງ​ຖຸກຂາງ, ລັດຖະມົນຕີ​ກະຊວງ​ພາຍ​ໃນ (ຜູ້​ຊົງ​ຄຸນ​ວຸດ​ທິບໍ່​ຢູ່​ໃນ​ພັກ​ຝ່າຍ​ໃດ); ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ເຕື່ອງຕາມ (ນັກ​ວັນນະຄະດີ, ພັກ​ຊາດ​ນິຍົມ​ຫວຽດນາມ)... ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ຈັດ​ຕັ້ງ ຄະນະ​ທີ່​ປຶກສາ ​ນຳໂດຍ​ທີ່​ປຶກສາ​ອະ​ວຸ​ໂສ ຫວິ​ງຖູ້ຍ (ອະດີດ​ເຈົ້າ​ຊີວິດ​ບ໋າ​ວດ້າຍ) ​ແລະ ຄຸນ​ພໍ່​ເລ​ຫຶ​ວຕື່​ ເປັນ​ສະມາຊິກ.

ທັນທີ​ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ຕາມ​ຂໍ້​ສະ​ເໜີ​ຂອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ພາຍຫຼັງ​ທາ​ບທາມ​ຄວາມ​ເຫັນ​ຂອງ​ປັນຍາ​ຊົນ, ຜູ້​ຊົງ​ຄຸນ​ວຸດ​ທິຫຼາຍ​ທ່ານ, ປະທານ​ໂຮ່ຈີ​ມິນ​ໄດ້​ຈັດ​ຕັ້ງ​ຄະນະ​ກຳມະການ​ຄົ້ນຄວ້າ​ແຜນການ​ກໍ່ສ້າງ (ມີ​ສະມາຊິກ 50 ຄົນ​ເຊິ່ງ​ເປັນ​ປັນຍາ​ຊົນ, ຜູ້​ຊົງ​ຄຸນ​ວຸດ​ທິ​ທີ່​ມີ​ຊື່ສຽງ, ລັດຖະມົນຕີ ​ແລະ ຮອງ​ລັດຖະມົນຕີ) ​ເພື່ອ​ຄົ້ນຄວ້າ​ວາງ​ແຜນການ​ກໍ່ສ້າງ​ປະ​ເທດ ​ແລະ ຮ່າງ​ບັນດາ​ແຜນ​ງານ​ການ​ກໍ່ສ້າງ​ ເພື່ອ​ນຳ​ສະ​ເໜີ​ຕໍ່​ລັດຖະບານ. ປັນຍາ​ຊົນ​ທີ່​ຮຽນ​ມາ​ຈາກ​ຕາ​ເວັນ​ຕົກ​ທີ່​ລື​ຊື່​ຫຼາຍ​ຄົນ​ໄດ້​ປະລະ​ຊີວິດທີ່​ຮັ່ງມີ​ແລະ​ອຸດົມສົມ​ບຸນ​ໃນ​ຕາ​ເວັນ​ຕົກ ຫຼືສະພາບ​ຄວາມ​ສະໜຸກ​ສະບາຍ​ໃນ​ປະ​ເທດ ​ເພື່ອ​ເຂົ້າ​ຮ່ວມ​ການຕໍ່ຕ້ານ ​ແລະ ການສ້າງສາ​ປະ​ເທດ​ເຊັ່ນ: ​ເຈິ່ນດ້າຍ​ເຫງຍ, ຫວໍ​ດິ່ງ​ກວິ່ງ, ຫວໍ​ກຸ໋ຍຮວັນ, ​ເຈິ່ນຫຶ​ວ​ເຕືອກ, ​ເຈິ່ນດຶດຖາວ, ຫງວຽນ​ແມ້ງ​ເຕື່ອງ, ​ໂຮ່ດັກ​ຢີ, ​ໂຕນ​ເຖິດ​ຕຸ່ງ, ຫງວຽນ​ວັນ​ຮວຽນ, ຄຸນ​ພໍ່​ຟ້າ​ມບ໋າ​ຈຶກ, ທ່ານ​ກາວ​ຈ່ຽວຟາດ...

ສະພາ​ແຫ່ງ​ຊາດ​ຊຸດ​ທີ​ໜຶ່ງ​ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 6 ມັງກອນ 1946 ມີ​ສະມາຊິກ​ສະພາ​ຫຼາຍ​ຄົນ​ທີ່​ເປັນ​ປັນຍາ​ຊົນ​ທີ່​ລື​ຊື່. ​ເວລາ​ນັ້ນ, ຮ່າ​ໂນ້ຍມີ ສສ 7 ຄົນ; ນອກຈາກ​ປະທານ​ໂຮ່ຈີ​ມິນ, ສສ 6 ຄົນ​ອື່ນ​ລ້ວນ​ແຕ່​ແມ່ນ​ປັນຍາ​ຊົນ​ທີ່​ລື​ຊື່​ຄື: ຫວ່າງ​ວັນ​ດຶກ, ຫວຸດິ່ງ​ແຮ​ວ່, ​ເຈິ່ນຢຸຍຮຶງ, ຫງວຽນ​ວັນ​ລ້ວຽນ, ຫງວຽນ​ທິທຸກ​ວຽນ, ຈູ​ບ໋າ​ເຟື້ອງ. ນະຄອນ​ໄຊ່ງ່ອນ-​ເຈີ້​ເຫຼິນ​ມີ ສສ 5 ຄົນ​ລ້ວນ​ແຕ່​ແມ່ນ​ປັນຍາ​ຊົນ, ຜູ້​ຊົງ​ຄຸນ​ວຸດ​ທິຄື: ຮວິ່ງ​ວັນ​ຕ໋ຽງ, ຫຼີຈິ້ງ​ຖັງ, ​ໂຕນ​ດຶດຖັງ, ຫງວຽນ​ວັນ​ເຈິ້ນ, ຫ່ວາງ​ໂດນ​ວັນ. ນອກຈາກ​ນັ້ນ, ຍັງ​ມີ​ປັນຍາ​ຊົນ​ທີ່​ມີ​ຊື່​ສຽງ​ອື່ນອີກ​ຫຼາຍ​ທ່ານ​ເຊັ່ນ: ​ເລຈຸ​ງດິ່ງ (ແຂວງ​ຖາ​ຍງວຽນ); ​ເຢືອງດຶກ​ຫ່ຽນ, ຫງວຽນ​ຮຸຍ​ເຕື໋ອງ (​ແຂວງ​ບັກ​ນິງ); ດ່າວ​ຈ້ອງ​ກິມ, ຂວັດ​ຢຸຍຕ໋ຽນ (​ແຂວງ​ເຊີນ​ໄຕ); ກູ່​ຮຸຍ​ເກີ້​ນ, ​ໂດ້​ດຶກ​ຢຸກ, ຫງວຽນ​ໂດ້​ກຸງ, ບຸ່ຍ​ບັ່ງດ່ວານ, ຫ່ວາງ​ມິ​ງຢ້າມ, ຫ່ວາງ​ຕິກ​ຈີ໋ (​ແຂວງ​ຮ່າດົງ); ​ໂງ​ຊວັນ​ຢ້ຽວ (ນັກ​ກະວີ ຊວັນ​ຢ້ຽວ - ​ແຂວງ​ຫາຍ​ເຢື​ອງ); ​ໂບ່ຊວັນ​ລວັດ, ຫງວຽນ​ແມ້ງ​ຮ່າ (ແຂວງຮຶງອຽນ); ອີ​ງົງ ​ເນຍ ກະດຳ (ແຂວງດັກ​ລັກ); ຮວິ່ງ​ເຕິ້​ນຟາດ (ແຂວງມິ​ທໍ); ຟ້າ​ມວັນ​ແບກ (ແຂວງ​ເບ໋ນ​ແຈ); ຫງວຽນ​ວັນ​ເຫືອງ (ແຂວງລອງ​ຊວຽນ); ​ເຈິ່ນກົງ​ເຕື໋ອງ (ແຂວງກໍ່​ໂກງ); ກາວ​ຈ່ຽວຟາດ (ແຂວງບາກ​ລຽວ)... ອາດ​ຈະ​ຢືນຢັນ​ໄດ້​ວ່າ, ​​ເຖິງ​ແມ່ນ​ວ່າໃນ​ເວລາທີ່​ຝຣັ່ງປົກຄອງ ​ປະຊາກອນ​ຫວຽດນາມ​ສ່ວນ​ຫຼາຍ​ກືກໜັງສື ​ແລະ ຫາ​ກໍ່​ຮູ້​ໜັງສື​ພາຍຫຼັງ​ຂະ​ບວນການ​ປະຊາ​ສຶກສາ​ຂອງ​ລັດຖະບານ​ໃໝ່, ​ແຕ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ I ສາມາດ​ເຕົ້າ​ໂຮມ​​ປັນຍາ​ຊົນ​​ໄດ້ເປັນ​ຈຳນວນ​ຫຼາຍ​ໃນ​ທົ່ວ​ປະ​ເທດ.

ຄວາມ​ຮັບ​ຮູ້ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເຮົາ​ກ່ຽວ​ກັບ​ປັນຍາ​ຊົນ

​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ປັນຍາ​ຊົນ ຖືກ​ພັກ​ກອມ​ມູນິດ​ຫວຽດນາມຫັນ​ເປັນ​ລະອຽດ​ອອກ​ເປັນ​ບັນດາ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ໃນ​ບັນດາ​ໄລຍະ​ທີ່​ຕ່າງ​ກັນ.

ປີ 1930, ​ເມື່ອ​ພັກ​ກອມ​ມູນິດ​ຫວຽດນາມ​​​​ໄດ້​ຮັບ​ການກໍ່​ຕັ້ງ​ຂຶ້ນ ພັກ​ໄດ້​ຮັບຮອງ​ເອົາ​ໂຄງການ​​​ການ​ເມືອງ​ໂດຍ​ຫຍໍ້ ​ແລະ ຍຸດ​ໂທ​ບາຍ​​ໂດຍຫຍໍ້ ຂອງ​ພັກ, ນີ້​ແມ່ນ​ໂຄງການ​ການ​ເມືອງ​ສະບັບ​ທຳ​ອິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ເຖິງ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະກ່ຽວ​ກັບ​ການ​ເຕົ້າ​ໂຮມ​ປັນຍາ​ຊົນ. ຍຸດ​ໂທ​ບາຍ​​ໂດຍຫຍໍ້ ຂອງ​ພັກ​ໄດ້​ລະບຸ: “ພັກ​ຕ້ອງ​ອອກ​ແຮງຕິດ​ຕໍ່​ກັບ​ນາຍທຶນ​ນ້ອຍ, ປັນຍາ​ຊົນ, ຊາວນາ​ກາງ, ຂາວ​ໜຸ່ມ, ພັກ​ປະຕິວັດ​ຫວຽດນາມ​ໃໝ່, ໆ​ລໆ ​ເພື່ອ​ດຶງດູດພວກ​ເຂົາ​ເຂົ້າ​ກັບ​ຝ່າຍ​ຊົນ​ຊັ້ນ​ກຳມາ​ຊີບ. ສ່ວນ​ສຳລັບ​ຊາວນາ​ຮັ່ງ,​ເຈົ້າທີ່​ດິນ​ຂະ​ໜາ​ກກາງ​ຂະໜາດ​ນ້ອຍ ​ແລະ ​ນາຍທຶນອານ​ນາມ ທີ່​ຍັງ​ບໍ່ທັນ​ຝືນ​ປະຕິວັດ​ຢ່າງ​ຊັດ​ເຈນ ​ແມ່ນ​ຕ້ອງ​ສວຍ​ໃຊ້​ພວກ​ເຂົາ, ບໍ່​ດົນ​ເຮັດໃຫ້​ພວກ​ເຂົາຢືນ​ເປັນກາງ”(10).

ກ່ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ພັກ​ປີ 1951, ​ເຖິງ​ວ່າຄວາມ​ສຳນຶກ​ກ່ຽວ​ກັບ​ປັນຍາ​ຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ, ​ໂດຍ​ສະ​ເພາະ​ແມ່ນ ​ແຕ່​ເມື່ອ​ຫງວຽນ​ອ໋າຍກວັກກັບ​ມາ​ປະ​ເທດ​ ແລະ​ສ້າງ​ຕັ້ງ​ແນວ​ໂຮມ​ຫວຽດມິ​ງ ດ້ວຍ​ແນວ​ຄິດ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ກວ້າງ​ຂວາງ ທີ່​ໄດ້​ລະບຸ​​ໄວ້ໃນ​ໂຄງການ​ຂອງ​ຫວຽດມິ​ງ; ​ແຕ່ວ່າ, ​ເພື່ອ​ປ່ຽນ​ແປງ​ແນວ​ຄິດທີ່​ໄດ້​ຝັງ​ຮາກ ຊຶມ​ເລິກ​ໃນ​ສະມາຊິກ​ພັກ​ຫຼາຍ​ຄົນ​ນັ້ນ ບໍ່​ແມ່ນ​ເລື່ອງ​ງ່າຍ. ອາດ​ຈະ​ແມ່ນ​ຍ້ອນ​ແນວ​ນັ້ນ ກ່ອນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II, ພັກ​ຂອງເຮົາຍັງ​ຄົງ​ຈັດ​ກຳມະກອນ​ແລະ​ຊາວນາ​ເປັນ​ສອງ​ກຳລັງຕົ້ນຕໍ​ຂອງ​ການ​ປະຕິວັດ​ອິນ​ໂດ​ຈີນ. ຄວາມ​ຂັດຂ້ອງ​ແລະ​​ຂັດ​ແຍ່ງລະຫວ່າງພະນັກງານ​ທີ່​ເປັນ​ປັນຍາ​ຊົນ​ແລະ​ນັກ​ປະຕິວັດ​ທີ່​ເກີດ​ມາຈາກຊົນຊັ້ນກຳມະກອນ ບາງ​ຄັ້ງ​ກໍ່​ຮຸນ​ແຮງ. ອາດ​ຈະ​ແມ່ນ​ຍ້ອນ​ແນວ​ນັ້ນ ​ໃນ​ປີ 1947, ​ເຖິງ​ວ່າການ​ຕໍ່ສູ້​ຕ້ານ​ຝຣັ່ງພວມ​ຢູ່​ໃນ​ໄລຍະ​ເວລາ​ທີ່​ຫຍຸ້ງຍາກ ດຸ​ເດືອດ ​ແຕ່ປະທານ​ໂຮ່ຈີ​ມິນກໍ່​ໄດ້​ຍາດ​ແຍ່ງ​ເວດ​ລາຂຽນ​ນິພົນ​ທີ່​ລື​ຊື່ ດັດ​ແປງ​ວິທີ​ເຮັດ​ວຽກ ​ເພື່ອ​ແກ້​ໄຂ​ຄວາມ​ຄິດ​ແລະ​ການ​ຮັບ​ຮູ້​ທີ່​ຜິດ​ເຂ​ວ, ​ໂດຍ​ສະ​ເພາະ​​ແມ່ນ​ກ່ຽວ​ກັບ​ບັນຫາ​ປັນຍາ​ຊົນ, ລວມ​ເຖິງ​ວັກ: “ຄົນ​ທີ່​ມີ​ຄວາມ​ສາມາດນອກ​ພັກ ​ແມ່ນຫຼາຍ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ສາມັກຄີ​, ຊ່ວຍ​ເຫຼືອ​ພວກເຂົາ​ຢ່າງ​ຈິງ​ໃຈ. ຕ້ອງ​ໃກ້ຊິດ ສະໜິດສະໜົມ​ກັບ​ພວກເຂົາ, ​ໃຊ້​ຄວາມ​ສາມາດ​ຂອງ​ພວກ​ເຂົາ​ເພື່ອ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ຕໍ່ສູ້ຕ້ານສັດຕູ​ເພື່ອກູ້​ຊາດ. ພວກ​ເຮົາ​ຕ້ອງກຳຈັດ​ພະຍາດ​ຈອງຫອງ, ພະຍາດ​​ໃຈ​ແຄ​ບ, ພະຍາດ​ຮວບ​ສິດ​ເຮັດຕາງ”. ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ພັກ, ບັນຫາ​ປັນຍາ​ຊົນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ, ​ເມື່ອ​ກຳນົດ​ວ່າ ປັນຍາ​ຊົນ​ແມ່ນ “ພັນທະ​ມິດ​ທີ່​ສາມາດ​ໄວ້​ໃຈ​ໄດ້”.

ຫຼັງ​ຈາກ​ນັ້ນ, ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ປັນຍາ​ຊົນ​ໄດ້​ປ່ຽນ​ແປງ​ເທື່ອ​ລະ​ກ້າວຕາມ​ທິດປະ​ເມີນ​ບົດບາດ​ທີ່​ຕັ້ງ​ຂອງ​ປັນຍາ​ຊົນ​ຢ່າງ​ເໝາະ​ສົມ ຜ່ານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III (ປີ 1960), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV (ປີ 1976) ​ແລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V (ປີ 1982). ສິ່ງ​ດັ່ງກ່າ​ວ​ກໍ່​ມີພື້ນຖານ​ຕົວ​ຈິງ​ຄື ​ເວລາ​ຜ່ານ​ໄປ, ຖັນ​ແຖວ​ປັນຍາ​ຊົນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ໄດ້​ເຕີບ​ໃຫຍ່​ເທື່ອ​ລະ​ກ້າວ​ທັງ​ໃນ​ດ້ານ​ຄຸນ​ນະພາ​ບ​ແລະ​ປະລິມານ, ທັງ​ດ້ານ​ແນວ​ຄິດ​ການ​ເມືອງ. ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງ​ພັກ (ປີ 1986) ​ໄດ້​ເປີດ​ໄລຍະ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ​ເພາະສະ​ນັ້ນ, ບັນຫາ​ປັນຍາ​ຊົນ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກວ່າ​ແຕ່​ກ່ອນ. ກອງ​ປະຊຸມ​ໃຫຍ່​ວາງ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ດັ່ງ​ນັ້ນ ​ບັນຫາ​ປັນຍາ​ຊົນ​ກໍ່ໄດ້​ເປີດ​ກວ້າງ​ອອກ​ດ້ວຍ​ຫຼາຍ​ຈຸດ​ສະຫວ່າງ​ໃໝ່. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ໄດ້​ກຳນົດ: “ລົບ​ລ້າງ​ບັນດາ​ທັດສະນະ​ທີ່​ຄັບ​ແຄບ, ບໍ່​ເຫັນ​ຊັ້ນຄົນ​ປັນຍາ​ຊົນ​ປະຈຸ​ບັນ​ແມ່ນ​ຜູ້​ອອກ​ແຮງ​ງານ​ສັງຄົມ​ນິຍົມ, ທີ່​ໄດ້​ຮັບ​ການ​ອົບຮົມ​ສຶກສາ​ແລະ​ນຳພາ​ຂອງ​ພັກ, ນັບ​ມື້​ນັບ​ຜູກ​ພັນ​ສະໜິ​ດ​ແໜ້ນ​ກັບ​ກຳມະກອນ​ແລະ​ຊາວນາ”(11). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຍັງ​ໝັ້ນ​ສັນຍາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ຮັບຮອງ​ເສລີພາບ​ທາງ​ປັນຍາ​ຂອງ​ປັນຍາ​ຊົນ: “ສິ່ງທີ່​ສຳຄັນ​ທີ່​ສຸດ​ແມ່ນ ຮັບປະກັນສິດ​ເສລີພາບ​ໃນ​ການນຶກ​ຄິດ​ປະດິດ​ສ້າງ. ປະ​ເມີນ​ຄວາ​ມສາມາດ​ຢ່າງ​ຖືກຕ້ອງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ຄວາມ​ສາມາດ​ໄດ້​​ນຳ​ໃຊ້ຢ່າງ​ເໝາະ​ສົມ​ແລະ​ພັດທະນາ”(12).

ຄວາມ​ຮັບ​ຮູ້​ຂອງ​ພັກ​​ໃນ​ຖານະ​ຜູ້ນຳ​ກ່ຽວ​ກັບ​ບັນຫາ​ປັນຍາ​ຊົນ​ຫວຽດນາມ ​ໄດ້​ສະ​ແດງ​ອອກ​ດ້ວຍ​ຈິນຕະນາການໃໝ່​ໃນ “​ໂຄ​ງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ໄລຍະ​ແຫ່ງ​ການ​ຂ້າ​ມຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ”  (ສະບັບ​​ປີ 1991): “ຝຶກ​ອົບຮົມ, ບຳລຸງ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທຸກ​ຢ່າງ​ຂອງ​ຖັນ​ແຖວປັນຍາ​ຊົນ ​ເພື່ອສ້າງ​ຊັບພະຍາກອນ​ທາງ​ປັນຍາ​ແລະຄົນ​ທີ່​ມີ​ຄວາມ​ສາມາດ ​ໃຫ້​ປະ​ເທດ”(13). ປີ 2008, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້ອອກ​ມະຕິ​ເລກທີ 27-NQ/TW, ວັນ​ທີ 6-8-2008, “ກ່ຽວ​ກັບ​ການ​ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ໃນ​ໄລຍະ​ເວລາ​ແຫ່ງ​ການຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ”, ​ໃນ​ນັ້ນ​ຢືນຢັນ: “ປັນຍາ​ຊົນ​ຫວຽດນາມ​ແມ່ນ​ກຳລັງ​ແຮງ​ງານ​ປະດິດ​ສ້າງ​ທີ່​ສຳຄັນພິ​ເສດ ​ໃນຂະ​ບວນວິວັດ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດ​ສະຫະ​ກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ, ກໍ່ສ້າງ​ເສດຖະກິດ​ພູມ​ປັນຍາ, ພັດທະນາ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ. ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ແມ່ນ​ໄດ້​ຍົກ​ສູງ​ລະດັບ​ປັນຍາ​ຄວາມ​ຮູ້​ຂອງ​ຊາດ​ແລະກຳລັງ​ແຮງ​ຂອງ​ປະ​ເທດ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງ​ພັກ ​ແລະ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ. ລົງທຶນ​ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ແມ່ນລົງທຶນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ”(14).

ພ້ອມ​ກັນ​ກັບ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຖັນ​ແຖວ​ປັນຍາ​ຊົນ​ໃນ​ປະ​ເທດ, ພັກ​ແລະ​ລັດ​ໄດ້​ປະກາດ​ໃຊ້​ແນວທາງ, ນະ​ໂຍບາຍ​ຫຼາຍ​ຢ່າງ​ເພື່ອດຶງ​ດູດ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ມະຕິ​ເລກທີ 36-NQ/TW, ວັນ​ທີ 26-3-2004, ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ” ​ໄດ້​ກຳນົດ "ມີ​ຮູບ​ແບບ​ທີ່​ເໝາະ​ສົມ​ເພື່ອຈັດ​ຕັ້ງ​ເກັບ​ກຳ​ຄວາມ​ເຫັນ​ຂອງພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ ກ່ອນ​ທີ່​ຈະ​ປະກາດ​ໃຊ້​ເອກະສານ​ກົດໝາຍ, ນະ​ໂຍບາຍທີ່​ກ່ຽວຂ້ອງ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ປັບປຸງ​ບູລະນະ ​ແລະ ກໍ່ສ້າງ​ໃໝ່​ລະບົບ​ນະ​ໂຍບາຍ​ດຶງດູດ, ​ເຊື່ອ​ຖື​ນຳ​ໃຊ້​ຄົນ​ທີ່​ມີ​ຄວາມ​ສາມາດ, ​ເສີມ​ຂະຫຍາຍ​ການ​ປະກອບສ່ວນ​ຂອງ​ປັນຍາ​ຊົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ໃນ​ການ​ສ້າງສາພັດທະນາ​ປະ​ເທດ. ກໍ່ສ້າງ​ລະບອບ​ຄ່າ​ຕອບ​ແທນ​ທີ່​ເໝາະສົມ ສຳລັບ​ຜູ້​ຊ່ຽວຊານ​ແລະປັນຍາ​ຊົນ​ຫວຽດນາມຢູ່​ຕ່າງປະ​ເທດ ທີ່ມີ​ຄຸນ​ວຸດ​ທິວິຊາ​ຊີບ​ສູງ, ມີ​ຄວາມ​ສາມາດ​ໃຫ້ຄຳ​ປຶກສາກ່ຽວ​ກັບ​ການ​ຄຸ້ມ​ຄອງ, ການ​ບໍລິຫານ​ຈັດການ, ການ​ໂອນ​ເຕັກ​ໂນ​ໂລ​ຊີ​ແລະ​ເຕັກນິກ​ສູງ​ໃຫ້​ປະ​ເທດ, ປະກອບສ່ວນ​ພັດທະນາ​ວັດທະນະທຳ​ແລະສິນລະປະ​ຂອງ​ປະ​ເທດບ້ານ​ເກີດ. ກໍ່ສ້າງ​ແລະ​ບູລະນະ​ບັນດາ​ນະ​ໂຍບາຍ​ອຳນວຍ​ຄວາມ​ສະດວກ ​ແລະສົ່ງ​ເສີມ​ບັນດາ​ຂະ​ແໜງ​ການ, ສູນ​ຄົ້ນຄວ້າ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສິນ​ລະ​ປະວັດ​ທະນະ​ທຳ, ການ​ສຶກສາ-ຝຶກ​ອົບຮົມ, ສາທາລະນະ​ສຸກ, ກິລາ​ກາ​ຍະ​ບໍລິຫານ, ບັນດາ​ພື້ນຖານ​ການ​ຜະລິດ, ບໍລິການ... ຢູ່​ໃນ​ປະ​ເທດ​ໃຫ້​ເປີດ​ກວ້າງ​ການ​ຮ່ວມ​ມື, ດຶງ​ດູດ​ແລະ​ນຳ​ໃຊ້ຜູ້​ຊ່ຽວຊານ​ແລະ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ໃນ​ປະ​ເທດ, ​ເຮັດ​ວຽກ​​ໃນ​ໂຄງການ​, ​ແຜນ​ງານການ​ຮ່ວມ​ມືພະຫຸ​ພາຄີ​ແລະ​ທະ​ວິພາຄີ​ຂອງ​ຫວຽດນາມກັບ​ຕ່າງປະ​ເທດ ຫຼື​ໃນອົງການຈັດ​ຕັ້ງ​ສາກົນ​ທີ່​ມີ​ເປົ້າ​ໝາຍ​ສຳລັບ​ຊາວ​ຫວຽດນາມ ​ແລະ ​​ເປັນ​ທີ່​ປຶກສາ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ແລະ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ”(15).

ພາຍຫຼັງ​ສະຫຼຸບ​ສັງ​ລວມການ​ປະຕິບັດ​ມະຕິ​ສະບັບ​ນີ້, ວັນ​ທີ 19-5-2015, ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອອກຄຳ​ສັ່ງ​ເລກທີ 45-CT/TW “ກ່ຽວ​ກັບ​ສືບ​ຕໍ່​​ຍູ້​ແຮງການ​ປະຕິບັດ​ມະຕິ​​ເລກທີ 36-NQ/TW ຂອງກົມການເມືອງສູນກາພັກສະໄໝທີ X ກ່ຽວກັບວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດ ໃນສະພາບການໃໝ່" ​​ສືບຕໍ່ຢືນຢັນ​ທັດສະນະ​ເຕົ້າ​ໂຮ​ມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ສະຕິ​ປັນຍາເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ. ຄຳ​ສັ່ງ​ລະບຸ​ຢ່າງ​ຊັດ​ເຈນ: “ຈັດ​ຕັ້ງ​ຢ່າງ​ເປັນ​ປະຈຳ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ປະກອບ​ຄວາມ​ເຫັນ​ແລະ​ເຂົ້າ​ຮ່ວມ​ໃນ​ບັນດາ​ເຫດການທາງ​ການ​ເມືອງ​ແລະສັງຄົມ​ທີ່​ສຳຄັນ​ຂອງ​ປະ​ເທດ. ກວດຄືນ, ປັບປຸງ​ເພີ່ມ​ເຕີມ​ກົນ​ໄກ, ນະ​ໂຍບາຍ ​ແລະ ກົດໝາຍ ​ເພື່ອ​ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່​ເອື້ອ​ອຳນວຍ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກັບ​ມາ​ລົງທຶນ, ທຳ​ການ​ຜະລິດ​ທຸລະ​ກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ແລະ​ໂອນ​ເຕັກ​ໂນ​ໂລ​ຊີ​ຈາກ​ຕ່າງປະ​ເທດ​ເຂົ້າ​ໃນ​ຫວຽດນາມ ​ແລະ ​ສົ່ງ​ເສີມການ​ສົ່ງອອກ, ສະໜັບສະໜູນ​ການ​ລົງທຶນຂອງ​ຫວຽດນາມ​ໃນ​ຕ່າງປະ​ເທດ. ມີ​ນະ​ໂຍບາຍ​ດຶງດູດ, ນຳ​ໃຊ້​ຜູ້​ຊ່ຽວຊານ​ແລະ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ສຳຄັນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”(16).

ໝູນ​ໃຊ້​ແນວ​ຄິດ​ໂຮ່ຈີ​ມິນ​​ເຂົ້າ​ໃນ​ການ​ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ຫວຽດນາມ​ໃນ​ປະຈຸ​ບັນ

ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ຂອງ​ໂລກ​ໄດ້​ພິສູດ​ແລ້ວ​ວ່າ, ບໍ່​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ ​ແຕ່​ຄວາມ​ຮູ້​ແມ່ນ​ແຫຼ່ງຊັບ​ສິນ​ທີ່​ມີຄ່າ​ທີ່​ສຸດ ທີ່​ຊຸກຍູ້​ການ​ພັດທະນາ​ຂອງ​ສັງຄົມ. ​ໃນ​ສະຖານະ​ການ​ປະຈຸ​ບັນ, ​ເມື່ອ​ໂລກ​ພວມ​ກ້າວ​ເຂົ້າ​ສູ່​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ບົດ​ບາດ​ຂອງ​ປັນຍາ​ຄວາມ​ຮູ້ ​ແລະ ​ຖານະ​ຕຳ​ແໜ່ງຂອງ​ຖັນ​ແຖວ​ປັນຍາ​ຊົນ ຍັງ​ຈະ​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳຄັນ​ໃນ​ການ​ສົ່ງ​ເສີມ​ການ​ພັດທະນາ​ທຸກ​ດ້ານ​ຂອງ​ປະ​ເທດ. ​ເພື່ອ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຖັນ​ແຖວ​ປັນຍາ​ຊົນ ຕາມ​ແນວ​ຄິດ​ໂຮ່ຈີ​ມິນ ​ໃນ​ກິດຈະກຳ​ການ​ກໍ່ສ້າງ​ປະ​ເທ​ດ​ໃນ​ປະຈຸ​ບັນ, ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຂອງ​ພັກ, ລັດ ​ແລະ​ຂອງກະ​ໂຕ​ຊັ້ນ​ຄົນ​ປັນຍາ​ຊົນ​ເອງ. ຢູ່​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ວິທີ​ແກ້​ບັນຫາຈຳນວນ​ໜຶ່ງຈາກ​ຝ່າຍ​ອັດຕະພາບ, ໝາຍ​ເຖິງ​ຝ່າຍ​ພັກ​ແລະ​ລັດ:

ທີ​ໜຶ່ງ, ​ເຜີຍ​ແຜ່​ແນວ​ຄິດ​ໂຮ່ຈີ​ມິນ​ໃຫ້​ພະນັກງານ, ສະມາຊິກ​ພັກຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຖອງ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ນຳພາ, ຜູ້​ເປັນ​ຫົວໜ້າ, ຜູ້ທີ່​ມີໜ້າ​ທີ່​ຮັບຜິດຊອບ​ສູງ​ໃນ​ກົງຈັກ​ຂອງ​ພັກ​ແລະ​ລັດ, ​ເພື່ອ​ຊາບ​ຊຶມ​ທັດສະນະ​ກ່ຽວ​ກັບ​ການ​ນຳ​ໃຊ້​ຄົນ​ທີ່​ມີ​ຄວາມ​ສາມາດ, ທັດສະນະ​ກ່ຽວ​ກັບ​ການ​ນຳ​ໃຊ້​ປັນຍາ​ຊົນ​ຂ​ອງປະທານ​ໂຮ່ຈີ​ມິນ. ​ໃນການ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ ​ໃນ​ປະຈຸ​ບັນ, ຕ້ອງການ​ຄັດ​ເລືອກ, ຮຽບຮຽງ ​ແລະ ກຳນົດ​ໃຫ້​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ຫົວ​ຂໍ້​ກ່ຽວ​ກັບ​ເນື້ອ​ໃນ​ນີ້. ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ພັກ​ແລະ​ລັດ​ຕ້ອງ​ເອົາ​ໃຈ​ໃສ່​ຮັບ​ຟັງຄາວ​ຄິດ​ເຫັນ​ວິຈານຕິ​ຊົມ​ຊອງ​ປັນຍາ​ຊົນ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ຊາດ, ທະ​ແນມ​ແຕ່​ ບໍ່​ທໍລະ​ຍົດ​ຕໍ່​ຊາດ, ບໍ່​ຝືນຕໍ່ຜົນ​ປະ​ໂຫຍ​ດສູງ​ສຸດຂອງ​ປະ​ເທດ. ປັບປຸງ, ພັດທະນາ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ສະມາຊິກ​ຂອງ ສະມາຄົມ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ, ສະມາຄົມ​ວັນນະຄະດີ​ແລະ​ສິນລະປະ​ຫວຽດນາມ ຕັ້ງ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ, ສ້າງສະພາບ​ແວດ​ລ້ອມທີ່​ມີ​ປະຊາທິປະ​ໄຕ​ແລະ​ສົດ​ໃສ​ແທ້ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ຍົກ​ສູງຄຸນ​ນະທາດ ສິນ​ທຳ​ຂອງ​ຖັນ​ແຖວ​ປັນຍາ​ຊົນ.

ທີ​ສອງ, ​ອົງການ​ຂອງລັດ​ທຸກ​ລະດັບ ​ຕ້ອງການ​ຫັນ​ເປັນ​ລະອຽດ​ແລະ​ນຳ​ເອົາ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດກ່ຽວ​ກັບ​ປັນຍາ​ຊົນ ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຢ່າງ​ໄວວາ, ​ເຊັ່ນ ບົດ​ສະຫຼຸບ​ເລກທີ 86-KL/TW, ວັນ​ທີ 24-1-2014, ຂອງ​ກົມ​ການ​ເມືອງ, ກ່ຽວ​ກັບ​ນະ​ໂຍບາຍ​ດຶງ​ດູດ, ສ້າງ​ແຫຼ່ງພະນັກງານ ຈາກ​ນັກ​ສຶກສາທີ່ຈົບ​ມະຫາວິທະຍາ​ໄລ​ຢ່າງດີ​ເດັ່ນ, ຈາກພະນັກງານວິທະຍາສາດໜຸ່ມ; ມະຕິ​ຕົກລົງ​ເລກທີ 418/QĐ-TTg, ວັນ​ທີ 11-4-2012, ຂອງ​ນາຍົກລັດຖະມົນຕີ, ອະນຸມັດ​ຍຸດ​ທະ​ສາດ​ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄລຍະ​ປີ 2011-2020... ຄົ້ນຄວ້າ, ປະກາດ​ໃຊ້​ຂໍ້​ກຳນົດກ່ຽວ​ກັບ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ປະຊາທິປະ​ໂຕ ​ແລະ ​ເສລີພາບ​ທາງ​ວິຊາ​ການ. ດັດ​ແປງ, ກຳນົດ​ມາດຕະຖານ​ສະ​ເພາະ ​ເພື່ອ​ຄັດ​ເລືອກ, ປະ​ເມີນຜົນ ​ແລະ ນຳ​ໃຊ້ຖັນ​ແຖວປັນຍາ​ຊົນ; ຍົກຍ້ອງ​ໃຫ້​ກຽດ​ຢ່າງ​ເໝາະ​ສົມ​ສຳລັບ​ປັນຍາ​ຊົນ​ທີ່​ມີ​ສ່ວນ​ປະກອບຕົວ​ຈິງ​ຕໍ່​ຊຸມ​ຊົນ​ແລະ​ສັງຄົມ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ການ​ຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງຖັນ​ແຖວ​ປັນຍາ​ຊົນ. ມອບ​ສິດ​ເປັນ​ເຈົ້າຕົນ​ເອງ​ໃຫ້ສະ​ຖາ​ບັນ​ການ​ສຶກສາ​ແລະຝຶກ​ອົບຮົມ ​ໃນ​ວຽກ​ງານ​ການ​ຝຶກ​ອົບຮົມ ​ເພື່ອ​ໃຫ້​ພວກເຂົາ​ຮັບຜິດຊອບ​ຕໍ່​ອິດ​ທິພົນຊື່​ສຽງ​ແລະ​ຜະລິດ​ຕະພັນ​ຂອງຕົນ. ຮັດ​ແໜ້ນ​ວຽກ​ງານ​ການ​ຝຶກ​ອົບຮົມ​ລະດັບ​ປິນຍາ​ໂທ ​ແລະ ປິນຍາ​ເອກ; ຄົ້ນ​ຄ້ວາ​ເພື່ອ​ກ້າວ​​ໄປເຖິງ​ການ​ມອບໝາຍ​ໃຫ້​ສະ​ຖາ​ບັນ​ການ​ສຶກສາ​ແລະ​ຝຶກ​ອົບຮົມ ​ໃນ​ການ​ແຕ່ງ​ຕັ້ງສາດສະດາຈານ ​ແລະຮອງ​ສາດສະດາຈານ, ​ເພື່ອ​ໃຫ້​ສັງຄົມ​ປະ​ເມີນ​ຄຸນ​ນະພາ​ບຂອງ​ສາດສະດາຈານ, ຮອງ​ສາດສະດາຈານ​ຂອງ​​ໂຮງຮຽນ​ຕ່າງໆ; ກ້າວ​ເຖິງ​ການ​ລົບ​ລ້າງຄວາມ​ຄິດ​ຖື​ວ່າ​ຕຳ​ແໜ່​ງທາງ​ວິຊາ​ການ​ນີ້​ມີ​ຄຸນຄ່າ​ຕະຫຼອດ​ຊີວິດ. ລັດ​ຕ້ອງການ​ລົງທຶນງົບ​ປະມານ, ຈັດ​ຫາ​ນັກຮຽນ ນັກ​ສຶກສາ ​​ນັບ​ທັງ​ປິນຍາ​ໂທ​ແລະ​ປິນຍາ​ເອກ​ຫຼາຍ​ກວ່າ​ອີກ ​ເພື່ອ​ສົ່ງ​ໄປຝຶກ​ອົບຮົມ​ຢູ່​ຕ່າງປະ​ເທດ. ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ​ບູລະນະ​ກົນ​ໄກ​ແລະນະ​ໂຍບາຍ ​ເພື່ອ​ໃຫ້​ຖັນ​ແຖວ​ປັນຍາ​ຊົນ​ພັດທະນາກ້າວໜ້າ​ໂດຍ​ຄຸນ​ທາດ​ແລະ​ຄວາມ​ເກັ່ງ​ກ້າສາມາດ​ຂອງ​ຕົນ​ເອງ​; ດຳລົງ​ຊີວິດ​ໂດຍ​ການ​ປະກອບ​ອາຊີບ; ​ໄດ້​ຮັບ​ຄ່າ​ຕອບ​ແທນ​ເໝາະ​ສົມ​ກັບ​ການນຶກຄິດ​ປະດິດ​ສ້າງ​ແລະ​ການ​ປະກອບສ່ວນ​ຂອງ​ຕົນ.

ທີ​ສີ່, ດຶງ​ດູດ ​ແລະ ​ເຊື່ອ​ຖື​ນຳ​ໃຊ້​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ປະຈຸ​ບັນ, ຊາວ​ຫວຽດນາມ​ກຳລັງ​ມີ​ຊີວິດ​ຢູ່​ເກືອ​ນ 100 ປະ​ເທດ​ແລະ​ເຂດ​ແດນ​ໃນ​ໂລກ. ​ໃນ​ບັນດາ​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ນັ້ນ ມີ​ຫຼາຍ​ກວ່າ 400.000 ຄົນ​ທີ່​ມີ​ລະດັບ​ການ​ສຶກສາ​ສູງ, ​ໃນ​ນັ້ນ​ປິນຍາ​ເອກ 6.000 ກວ່າ​ຄົນ ​ແລະ ປັນຍາ​ຊົນ​ທີ່​ມີ​ຊື່​ສຽງ​ຫຼາຍ​ຮ້ອຍ​ຄົນທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ. ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ທີ່​ສຸດ​ທີ່ມີ​ຈິດ​ໃຈຮັກ​ຊາດ​ແລະມີ​ຄວາມ​ປາຖະໜາ​ປະກອບສ່ວນ​ກໍ່ສ້າງ​ປະ​ເທດ. ດັ່ງ​ນັ້ນ, ບັນດາ​ການອົງການ​ທີ່​ຮັບຜິດຊອບ​ຕ້ອງລະບຸ​ການ​ປັບປຸງ​ແກ້​ໄຂ​ນະ​ໂຍບາຍ​ຢ່າງ​ໄວ ​ເພື່ອສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ດຶງ​ດູດ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ເຊັ່ນ​ນະ​ໂຍບາຍ​ສັນຊາດ, ກ່ຽວ​ກັບ​ທີ່ຢູ່​ອາ​ໄສ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກ...

ທີ​ຫ້າ, ​ເປີດ​ເວທີ​ປາ​ໄສ​ເພື່ອ​ຮັບ​ຟັງຂໍ້​ສະ​ເໜີ​ແນະ​ຂອງ​ປັນຍາ​ຊົນ, ຫຼີກ​ລ່ຽງຄວາມ​ລຳອຽງ, ການສຸບໝວກ​ໃສ່​ຫົວ. ວັນ​ທີ 28-7-2017, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຈັດ​ຕັ້ງໜ່ວຍ​ງານ​ທີ່​ປຶກສາ​ເສດຖະກິດ ​ຂອງ​ນາຍົກລັດຖະມົນຕີ ປະກອບ​ດ້ວຍ​ສະມາຊິກ 15 ຄົນ ​ໂດຍ​ມີໜ້າ​ທີ່​ໃຫ້​ຄຳ​ປຶກສາ​ແກ່​ນາຍົກລັດຖະມົນຕີ ກ່ຽວ​ກັບ​ບັນດາ​ບັນຫາ​ການ​ພັດທະນາ​ເສດຖະກິດ. ສະມາຊິກ​ຂອງ​ໜ່ວຍ​ງານ​ທີ່​ປຶກສານີ້, ນອກຈາກ​ບັນດາ​ຜູ້​ຊ່ຽວຊາ​ນ​ເສດຖະກິດຊັ້ນ​ນຳ​ໃນ​ປະ​ເທດ​ແລ້ວ​ ຍັງ​ມີ​ສະມາຊິກ 5 ຄົນທີ່​ເປັນ​ຜູ້​ຊ່ຽວຊານ​ເສດຖະກິດ​ມາ​ຈາກ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ຝຣັ່ງ, ສິງກະ​ໂປ. ນີ້​ສາມາດ​ຖື​​ເປັນຮູບ​ແບບໜຶ່ງ​ຂອງ​ການ​ເຕົ້າ​ໂຮມ​ປັນຍາ​ຊົນ​ເພື່ອ​ຮັບ​ຟັງ​ຄຳ​ແນະນຳ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ​ສະມາຊິກ​ຂອງໜ່ວຍ​ງານ​ນີ້​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ເສດຖະກິດ​ເປັນ​ຕົ້ນຕໍ. ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ​ມີ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ ​ແຕ່​ກໍ່​ຕ້ອງ​ການຟື້ນ​ຟູ​ວັດທະນະທຳ-ສັງຄົມ ​ແລະ​ຂົງ​ເຂດ​ອື່ນໆ​ທັງ​ໝົດ. ດັ່ງ​ນັ້ນ, ພັກ​ແລະ​ລັດຈຳ​ເປັນ​ຕ້ອງ​ຈັດ​ຕັ້ງ​ສະພາ​ທີ່​ປຶກສາ​ແຫ່ງ​ຊາດ ​ເພື່ອ​ໃຫ້​ຄຳ​ແນະນຳ​ແກ່​ພັກ​ແລະ​ລັດ​ກ່ຽວ​ກັບ​ທຸກ​ຂົງ​ເຂດ. ​ແນ່ນອນ, ສະພາ​ນີ້​ບໍ່​ແມ່ນ​ອົງການ​ອຳນາດ ​ແຕ່​ແມ່ນ​ອົງການ​ທີ່​ປຶກສາ. ຕາມ​ພວກ​ຂ້າພະ​ເຈົ້າ, ສະພາ​ນີ້​ປະກອບ​ດ້ວຍສະມາຊິກ​ຢ່າງ​ນ້ອຍ 50 ຄົນ​​ແລະ​ຫຼາຍ​ສຸດ​ບໍ່​ເກີນ 100 ຄົນ. ສະມາຊິກ​ຂອງ​ສະພາ​ຕ້ອງ​ແມ່ນ​ປັນຍາ​ຊົນ​ຄົນ​ຫວຽດນາມ​ທີ່​ລື​ຊື່ຢູ່​ໃນປະ​ເທດ​ແລະ​ຕ່າງປະ​ເທດ ​ໂດຍ​ບໍ່​ຈຳ​ແນ​ກຊົນ​ເຜົ່າ, ສາສະໜາ, ​ໃນ​ພັກ​ຫຼື​ນອກ​ພັກ./.

​ໂດຍ ຫວູຈຸ​ງກຽນ

ສະ​ຖາ​ບັນ​ການ​ເມືອ​ງເຂດ II (ຕັ້ງ​ຢູ່​ນະຄອນ​ໂຮ່ຈີ​ມິນ)

---------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ (ສະບັບອອກ​ເດືອນ ພຶດສະພາ 2019)

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ 4, ໜ້າ 114.

(2), (3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 5, ໜ້າ 184.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 4, ໜ້າ 504.

(5), (6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 8, ໜ້າ 53.

(7) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 5, ໜ້າ 275.

(8) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 4, ໜ້າ 43.

(9) ​ເອກະສານ​ພັກ​ຄົບ​ຊຸດ: ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ເຫຼັ້ມ 7, ໜ້າ 149 – 150.

(10) ເອກະສານ​ພັກ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1998, ເຫຼັ້ມ 2, ໜ້າ 4.

(11), (12) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI, ສພຈ. ຊື້​ເທິ​ດ, ຮ່າ​ໂນ້ຍ, 1987, ໜ້າ 115.

(13) ​ໂຄງການ​ການ​ເມື​ອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານຂຶ້ນ​ສູ່​ສັງຄົມ​ນິຍົມ, ສພຈ. ຊື້​ເທິ​ດ, ຮ່າ​ໂນ້ຍ, 1991, ໜ້າ 15.

(14) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ເຈັດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ X, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2008, ໜ້າ 90 – 91.

(15) ບັນດາ​ມະຕິ​ຂອງ​ສູນ​ການ​ພັກ​ໃນ​ໄລຍະ 2001 - 2004 (ປຶ້ມ​ຮັບ​ໃຊ້​ການ​ການ​ສົນທະນາ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X), ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2004, ໜ້າ 358 - 359.

(16) ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ​ໃນ​ໄລຍະ 2011 - 2015, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2016, ໜ້າ 447 – 448.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ