ວັນເສົາ, 24/8/2019
ປັບປຸງບູລະນະລະບຽບກົດໝາຍວັດທະນະທຳ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ
6/7/2019 11:32' ສົ່ງ ພິມ
ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດມະຕິເລກທີ 33/NQ-TW ກ່ຽວກັບການກໍ່ສ້າງ, ພັດທະນາວັດທະນະທຳແລະຜູ້ຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ. (ພາບ: VOV.VN)

1- ​ໂດຍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວັດທະນະທຳ, ​ແຕ່ລະ​ປະ​ເທດ​ມີ​ວິທີ​ທີ່​ເໝາະ​ສົມ​ເພື່ອ​ພັດທະນາ​ວັດທະນະທຳ​ຂອງ​ຕົນ. ຢູ່​ຫວຽດນາມ, ນັບ​ຕັ້ງ​ແຕ່ ​ໂຄງ​ຮ່າງ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ປີ 1943 ນັ້ນ, ກອງ​ປະຊຸມຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ VIII ​ໄດ້​ອອກ​ມະຕິ​ເລກທີ 03-NQ/TW, ວັນ​ທີ 16 ກໍລະກົດ 1998, ວ່າ​ດ້ວຍ “ການ​ກໍ່ສ້າງ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ” ​ເຊິ່ງ​ໄດ້​ຂີດ​ໝາຍ​ຄວາມກ້າວໜ້າ​ທີ່​ສຳຄັນ​ໃນ​ພາລະກິດ​ການ​ພັດທະນາ​ວັດທະນະທຳ​ຂອງ​ປະ​ເທດ​. ມະຕິ​ໄດ້​ກຳນົດ​ແນວທາງການ​ພັດ​ທະນາວັດທະນະທຳ​​ໃນຫວຽດນາມ, ນັ້ນ​ແມ່ນ ການ​ກໍ່ສ້າງ​ວັດທະນະທຳ​ທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ. ຕໍ່​ຈາກ​ຈິດ​ໃຈ​ນັ້ນ, ມະຕິ​ເລກທີ 33-NQ/TW, ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມຄັ້ງ​ທີ 4 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍ “ການ​ກໍ່ສ້າງ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ” ​ແມ່ນ​ຂັ້ນ​ຕອນ​ຕໍ່​ໄປ​ທີ່​ເນັ້ນ​ພະລັງ​ຂອງ​ວັດທະນະທຳ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII ຂອງ​ພັກ (ປີ 2016) ​ໄດ້​ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ດ້ານ​ໜຶ່ງ, ຖື​ເອົາ​ການ​ພັດທະນາ​ເສດຖະກິດ​ເປັນ​ໜ້າ​ທີ່​ທີ່ສຳຄັນ; ດ້ານ​ອື່ນ, ຕ້ອງ​ຖື​ເອົາ​ການ​ກໍ່ສ້າງ​ພັກ​ເປັນ​ໜ້າ​ທີ່​ຫຼັກ, ພ້ອມ​ກັນ​ນັ້ນ ຕ້ອງ​ກໍ່ສ້າງ​ວັດທະນະທຳ​ເປັນ​ພື້ນຖານ​ທາງ​ຈິດ​ໃຈ​ຂອງສັງຄົມ, ຕິດ​ການ​ເຕີບ​ໂຕ​ເສດຖະກິດ​ ກັບການ​ພັດທະນາ​ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ແບບ​ຍືນ​ຍົງ. ບັນດາ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ​​ເຫຼົ່ານີ້​ຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ ມີ​ແລະ​ຈະ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ເນື້ອ​ໃນ​ແລະ​ຮູບ​ແບບ​ຂອງ​ການ​ຄຸ້ມ​ຄອງ​ວັດທະນະທຳ.

ປະຕິບັດ​ຕາມ​ມະຕິ​ຂອງ​ພັກ, ​ເຖິງດຽວ​ນີ້ ​ເອກະສານ​ຊີ້​ນຳ​ຂອງ​ພັກ​ແລະ​ເອກະສານ​ທາງ​ກົດໝາຍ​ຫຼາຍ​ສະບັບຂອງ​ລັດ, ຂອງກະຊວງ​ວັດທະນະທຳ ກິລາ​ແລະ​ການທ່ອງທ່ຽວ ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ​ເພື່ອປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ວັດທະນະທຳ. ​ໃນ​ຂົງ​ເຂດ​ວັດທະນະທຳ​ແລະຄອບຄົວ ມີ 5 ກົດໝາຍ, 1 ​ດຳລັດ, 42 ຄຳ​ສັ່ງ, 14 ຂໍ້​ຕັດສິນຕົກລົງ​​ຂອງ​ລັດຖະບານ ​ແລະ 98 ໜັງສື​ວຽນ, ໜັງສື​ວຽນ​ລວມ ​ເພື່ອດັດ​ປັບ​ວຽກ​ງານ​ໂດຍ​ກົງ. ບັນດາ​ສະ​ຖາ​ບັນ​ວັດທະນະທຳ (​ໂຮງ​ບະ​ຄອນ, ​ໂຮງ​ພາບພະຍົນ, ງານ​ສະ​ແດງ...) ​ໂດຍ​ສະ​ເພາະ​ແມ່ນ ບ້ານ​ວັດທະນະທຳ​ພື້ນຖານ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​​ໃນ​ທົ່ວ​ປະ​ເທດ ຈາກ​ຕົວ​ເມືອງ​​ໄປຍັງ​ຊົນນະບົດ. ປະຈຸ​ບັນ​ມີ 38 ທ້ອງ​ຖິ່ນ​ທີ່​ມີ​ແຜນ​ແມ່​ບົດ​ພັດທະນາ​ລະບົບ​ສະ​ຖາ​ບັນ​ວັດທະນະທຳ; ມີ 21 ທ້ອງ​ຖິ່ນ​ທີ່​ໄດ້​ວາງ​ແຜນ​ສະ​ຖາ​ບັນ​ໃນ​ເຂ​ດອຸດສາຫະກຳ, ​ເຂດອຸດສາຫະກຳ​ສົ່ງ​ອອກ. ກົນ​ໄກ​ແລະນະ​ໂຍບາຍ​ວັດທະນະທຳມີ​ຄວາມ​ຍືດຫຍຸ່ນ, ​ໄຫວ​ພິບ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ. ວັດທະນະທຳ​ແລະ​ສິນລະປະກຳ​ນັບ​ມື້​ນັບ​ໃກ້ຊິດ​ກັບ​ປະຊາຊົນ. ກິດຈະ​ກຳ​ວັດທະນະທຳ​ແລະ​ສິນລະປະພັດທະນາ​​ໄປ​ສູ່​ການຮັບ​ໃຊ້​ຊີວິດທາງ​ຈິດ​ໃຈ​ຂອງ​ປະຊາຊົນ. ​ແລະ​ໃນ​ພາກ​ຕົວ​ຈິງ, ວັດທະນະທຳ​ແລະ​ສິນລະປະກຳ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງຊີວິ​ດທາງ​ຈິດ​​ໃຈ, ​ແນວ​ຄິດ, ຄຸນສົມບັດ ​ແລະ ​ວິຖີ​ຊີວິດ​ຂອງ​ປະຊາຊົນ.

​ແຕ່​ວ່າ, ພາຍ​ໃຕ້​ຜົນ​ກະທົບຂອງ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ ລວມທັງ​ການປ່ຽນ​ແປງ​ຢ່າງ​ໄວວາ, ຫຼາຍ​ຮູບ​ຫຼາຍ​ແບບ​ແລະ​ສັບສົນ ​ຂອງ​ຊີວິ​ໃນພື້ນຖານ​ເສດຖະກິດ​ຕະຫຼາດ, ດັ່ງ​ນັ້ນ​ການ​ຄຸ້ມ​ຄອງ​ວັດທະນະທຳ​ກໍ່​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍ​ຫຼາບ​ຢ່າງ ​ແລະ ​ເຜີຍ​ໃຫ້​ເຫັນ​ຂໍ້​ຈຳກັດ, ຄວາມ​ບົກພ່ອງ​ບໍ່​ໜ້ອຍ; ​ແບບ​ວິທີ​ການນຳພາ​ແລະ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ວັດທະນະທຳ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ. ດັ່ງ​ນັ້ນ, ຄວາມ​ຊັກ​ຊ້າ​ຂອງ​ນະ​ໂຍບາຍ​ວັດທະນະທຳຈຶ່ງ​​ກະທົບຢ່າງ​ແຮງ​ເຖິງ​ການ​ພັດທະນາ​ຂອງ​​ສັງຄົມທັງ​ໝົດ.

2- ​ເພື່ອພັດທະນາ​ວັດທະນະທຳ, ສິ່ງ​ທີ່ສຳຄັນ​ທີ່​ສຸດ​ແມ່ນ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ວັດທະນະທຳ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​​ໃນ​ແນວ​ຄິດ​ແລະ​ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ​ໃໝ່; ຫຼັງ​ຈາກ​ນັ້ນ ​ແມ່ນ​ການ​ປະສານ​ສົມທົບ​ລະຫວ່າງການ​ພັດທະນາ​ພາລະກິດ​ວັດທະນະທຳ​ສາທາລະນະ ກັບການ​ພັດທະນາທຸລະ​ກິດ​ວັດທະນະທຳ, ລະຫວ່າງ​ການປ່ຽນ​ແປງ​ໃໝ່ລະບຽບ​ກົດໝາຍ​ວັດທະນະທຳ ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງວັດທະນະທຳ​ເອງ.

ບົນ​ພື້ນຖານ​ກຳ​ແໜ້ນທ່າ​ອຽງ​ຂອງ​ການ​ພັດທະນາ​ວັດທະນະທຳ​ໂລກ​​ໃນປະຈຸ​ບັນ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ກົດ​ເກນ​ຂອງ​ການ​ກໍ່ສ້າງ​ວັດທະນະທຳ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ, ການ​ປະຕິຮູບ​ລະບຽບ​ກົດໝາຍວັດທະນະທຳ​ແມ່ນ​ການ​ສືບ​ຕໍ່​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ເສດຖະກິດ, ການ​ເມືອງ, ການ​ສຶກສາ, ວິທະຍາສາດ​ເຕັກນິກ, ສາທາລະນະ​ສຸກ, ກິລາ... ການ​ພັດທະນາ​ວັດທະນະທຳ-ສັງຄົມສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ແຈ້ງ​ທີ່​ສຸກ​ເຖິງ​ລັກສະນະ​ດີ​ເດັ່ນ​ຂອງ​ລະບອບ​ປະຊາທິປະ​ໄຕ. ສິ່ງ​ດັ່ງ​ກ່າວ​ໄດ້​ກຳນົດ​ຄວາມ​ຕ້ອງການ​ໃໝ່​ຕ່າງໆ​ສຳລັບ​ການກໍ່ສ້າງ​ວັດທະນະທຳ​ແລະ​ການ​ປະຕິ​ຮູບລະບຽບ​ກົດໝາຍ​ວັດທະນະທຳ.

ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ ຮຽກຮ້ອງ​ໃຫ້​ຫວຽດນາມ ​ໃນ​ເວລາ​ດຽວ​ກັນ ຕ້ອງ​ເອົາ​ການ​ກໍ່ສ້າງ​ວັດທະນະທຳ ​ແລະ ການ​ກໍ່ສ້າງ​ເສດຖະກິດ ການ​ເມືອງ ສັງຄົມ ​ເຂົ້າ​ສູ່​ການ​ພັດທະນາ​ທັງ​ໝົດ. ຫຼັກການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ທີ່​ກົມກຽວ​ກັນ ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທັງ​ໝົດ, ສ້າງ​ຈິດ​ໃຈ​ແຫ່ງ​ຊາດ​ໃໝ່, ​ເອົາ​ລັດທິ​ຮັກ​ຊາກ​ເປັນ​ຫຼັກ​ຂອງຈິດ​ໃຈ​ຍຸກ​ສະ​ໄໝ​ໃໝ່, ​ເອົາ​ທັດສະນະ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ແລະ​ເຖິງ​ຖອງ ​ເປັນ​ແກ່ນສານ​ແນວ​ຄິດ ​ເພື່ອສ້າງ​ຄວາມ​ສາມັກຄີອັນກວ້າງຂວາງ ​ແລະ​ເສີມ​ຂະຫຍາຍຢ່າງ​ສຸດ​ຂີດ ​ສະຕິ​ປັນຍາ​ຂອງ​ທົ່ວ​ພັກ​ແລະ​ທົ່ວ​ປວງ​ຊົນ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງປະຕິ​ຮູບລະບຽບ​ກົດໝາຍ​ວັດທະນະທຳ​ຢ່າງ​ແຂງ​ແຮງ​ແລະ​ມີວິທະຍາສາດ, ດຳ​ເນີນ​ການ​ປົກ​ປ່ອຍ​ການ​ຜະລິດ​ວັດທະນະທຳ ​ເພື່ອສ້າງ​ແຮງ​ຜັດ​ດັນທີ່​ດີ​ສຳລັບການ​ພັດທະນາ​ວັດທະນະທຳສັງຄົມ​ນິຍົມທີ່​ກ້າວໜ້າ, ປະຕິບັດ​ການ​ພັດທະນາ​ທີ່​ປະສົມ​ກົມກຽວ​ລະຫວ່າງ​ການ​ກໍ່ສ້າງ​ວັດທະນະທຳ ​ແລະ​ການ​ກໍ່ສ້າງ​ເສດຖະກິດ ການ​ເມືອງ ສັງຄົມ.

ພ້ອມກັນ​ກັບ​ການ​ຍົກ​ສູງ​ລະດັບ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ການ​ພັດທະນາ​ທີ່​ສົມບູນ​ແບບ​ຂອງເສດຖະກິດ ສັງຄົມຫວຽດນາມ, ຄວາມ​ຕ້ອງການ​ທາງ​ວັດທະນະທຳ​ແລະ​ຈິດ​ວິນ​ຍານ​ຂອງ​ມະຫາຊົນກໍ່​ເພີ່ມ​ຂຶ້ນ​ເລື້ອຍໆ, ມັນ​ສ້າງ​ແຮງ​ຜັດ​ດັນ​ໃໝ່​ສຳລັບ​ການ​ພັດທະນາ​ວັດທະນະທຳ, ພ້ອມ​ກັນ​ນັ້ນ​ກໍ່​ກຳນົດ​ຄວາມ​ຕ້ອງການ​​ໃໝ່​ທີ່​ສູງ​ກວ່າສຳລັບ​ພາລະກິດ​ການ​ກໍ່ສ້າງ​ວັດທະນະທຳ. ທີ​ໜຶ່ງ, ປະຊາຊົນ​ຮຽກຮ້ອງ​ໃຫ້​ພັດທະນາ​ກິດຈະກຳ​ວັດທະນະທຳ​ສາທາລະນະຢ່າງ​ແຂງ​ແຮງ, ​ເຊັ່ນ: ຍູ້​ແຮງ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ທາງ​ວັດທະນະທຳ​ສາທາລະນະ, ບໍລິການ​ວັດທະນະທຳ​ສາທາລະນະ, ຮັບປະກັນ​ສິດທິ​ຊົມ​ໃຊ້​ວັດທະນະທຳ​ຂັ້ນ​ພື້ນຖານ, ພັດທະນາ​ຂະ​ແໜງ​ອາຊີບ​ວັດທະນະທຳ ເຮັດ​ໃຫ້ຕະຫຼາດ​ວັດທະນະທຳ​ຈະ​ເລີ​ນຮຸ່ງ​ເຮືອງ, ສະໜອງ​ຜະລິດ​ຕະພັນ​ວັດທະນະທຳໃໝ່, ຫຼາກຫຼາຍຊະນິດ​ຕ່າງໆ​ທີ່​ເໝາະ​ສົມກັບລົດຊາດ​ຂອງຜູ້​ຊົມ​ໃຊ້. ດ້ານ​ອື່ນ, ການ​ພັດທະນາ​ຂອງກະ​ໂຕ​ວັດທະນະທຳ​ໃນ​ສະພາບ​ການ​ໃໝ່ ກໍ່​ຮຽກຮ້ອງ​ໃຫ້​ທຳລາຍ​ການ​ຜູກ​ມັດ​ຂອງ​ລະບຽບ​ການ​ຄຸ້ມ​ຄອງ​ແບບ​ດັ້ງ​ເດີມ ​ເພື່ອ​ໃຫ້ຊັບພະຍາກອນ​ວັດທະນະທຳ​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ; ຄວາມ​ມານະ​ພະຍາຍາມ ຈິດ​ໃຈ​ເປັນ​ເຈົ້າ​ການ​ແລະ​ຄວາມປະດິດ​ສ້າງ​ຂອງ​ຖັນ​ແຖວ​ພະນັກງານ​ທີ່​ເຮັກ​ວຽກ​ງານ​ວັດທະນະທຳ​ໄດ້​ຮັບ​ການ​ເສີມ​ຂະຫຍາຍຢ່າງ​ເຕັມ​ສ່ວນ. ປະຈຸ​ບັນ ຢູ່​ບາງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນຢູ່​ທ້ອງ​ຖິ່ນ​ທີ່​ໂຄງ​ສ້າງ​ພື້ນຖານ​ທາງ​ວັດທະນະທຳ​ສາທາລະນະ ຖືກ​ຂາດ​ເຂີນຢ່າງ​ຮ້າຍ​ແຮງ, ອຸປະກອນ​ເກົ່າ, ສະຖານ​ທີ່​ຜະລິດ​ວັດທະນະທຳ​ຖືກຊຸດ​ໂຊມ, ຜະລິດ​ຕະພັນ​ວັດທະນະທຳ​ຕ່າງປະ​ເທດ​ຫຼັ່ງ​ໄຫຼ​ເຂົ້າ​ມາຄອງ​ຕະຫຼາດ, ​ເຮັດ​ໃຫ້​ຊີວິດ​ວັດທະນະທຳສັບສົນ​ວຸ່ວາຍ, ລະດັບ​ການ​ຊົມ​ໃຊ້​ວັດທະນະທຳ​ຂອງ​ປະຊາຊົນ​ຖືກ​ຈຳກັດ, ຜະລິດ​ຕະພັນ​ວັດທະນະທຳ​ທີ່​ເປັນ​ອັນຕະລາຍ​ປະກົດ​ຂຶ້ນ​ຫຼາຍ ​ໄດ້​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງ​ຊິວິດ​ການ​ເປັນ​ຢູ່​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ. ​ເປັນອັນ​ຈະ​ແຈ້ງວ່າ, ຕ້ອງການ​ປົດ​ປ່ອຍກຳລັງ​ການ​ຜະລິດ​ວັດທະນະທຳ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ​ກວ່າ​ອີກ. ຢາກປົດ​ປ່ອຍກຳລັງ​ການ​ຜະລິດ​ວັດທະນະທຳ​ແມ່ນ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໃໝ່ລະບຽບ​ກົດໝາຍ​ວັດທະນະທຳ, ສ້າງລະບຽບ​ກົດໝາຍ​ໃໝ່ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການຮັບ​ໃຊ້​ມະຫາຊົນ​ແລະ​ຫັນ​ໄປ​ສູ່​ຕະຫຼາດ. ຕາມ​ນັ້ນ, ພະນັກ​ງານ​ວັດທະນະທຳຈະ​ນຳ​ເອົາ​ຄວາມ​ສາມາດ​ທັງ​ໝົດ​ຂອງ​ຕົນ​ມາ​ອຸທິດ ​ແລະ​ໄດ້​ຮັບ​ຄ່າ​ຕອບ​ແທນ​ທີ່​ເໝາະ​ສົມ, ປະຊາຊົນ​ຈະ​ໄດ້​ຊົມ​ໃຊ້​ຜະລິດ​ຕະພັນວັດທະນະທຳ​ທີ່​ດີ​ເລີດ, ຫຼາກ​ຫຼາຍ, ​ເໝາະ​ສົມກັບ​ຄວາມ​ຕ້ອງການ​ຂອງ​ບຸກຄົນ​ແລະ​ຊຸມ​ຊົນ.

3- ​ໃນ​ຂົງ​ເຂດ​ວັດທະນະທຳ, ຂະ​ບວນການ​ຜັນ​ຂະຫຍາຍ​ປະຕິບັດ​ແນວທາງ, ນະ​ໂຍບາຍ​ວັດທະນະທຳ​ຂອງ​ພັກ​ແລະ​ລັດ​ ໄດ້​ດຳ​ເນີນ​ຢ່າງ​ເຂັ້ມ​ງວດ​ໃນ​ທຸກ​ລະດັບ​ແລະທຸກຂະ​ແໜງ​ການ.

ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິນລະປະ, ຂໍ້​ມູນ​ຂ່າວສານ, ກິລາກາ​ຍະ​ບໍລິຫານ ​ມີການ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຕອບ​ສະໜອງ​ເທື່ອ​ລະ​ກ້າວ​ຄວາມ​ຕ້ອງການ​ຊົມ​ໃຊ້ວັດທະນະທຳ​ຂອງ​ປະຊາຊົນ. ຂະບວນການ “ປວງ​ຊົນ​ສາມັກຄີ​ກັນ​ເພື່ອ​ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ​ເທື່ອ​ລະ​ກ້າວ. ດັດຊະນີ​ການ​ພັດທະນາ​ມະນຸດ​​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ: ຫວຽດນາມ​ໄດ້​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແຫ່ງ​ສະຫັດ​ສະ​ວັດ​ເປັນ​ສ່ວນ​ຫຼາຍ. ການ​ປະຕິບັດ 5 ທັດສະນະ​ການ​ຊີ້​ນຳ, 10 ໜ້າ​ທີ່ ​ແລະ 4 ວິທີ​ແກ້​ທີ່​ສຳຄັນ ​ໃນ​ມະຕິ​ເລກທີ 03-NQ/TW, ວັນ​ທີ 16 ກໍລະກົດ 1998, ຂອງ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ VIII ວ່າ​ດ້ວຍ ”ການ​ກໍ່ສ້າງ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ ກໍ່​ຄື 5 ທັດສະນະ​ການ​ຊີ້​ນຳ, 6 ໜ້າ​ທີ່​ ແລະ 4 ວິທີ​ແກ້​ທີ່​ສຳຄັນ​ ໃນ​ມະຕິ​ເລກທີ 33-NQ/TW, ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ຄັ້ງ​ທີ 9 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍ “ການ​ກໍ່ສ້າງ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ​ເພື່ອ​ຕອບ​ສະໜອງ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ” ນັ້ນ ​ໄດ້​ສ້າງ​ໃຫ້​ມີ​ຂະ​ບວນການ​ທີ່​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ພັກ, ​ໃນ​ສຳນັກງານ​ອົງການ​ລັດ ​ແລະ ອົງຄະ​ນະ​ການ​ເມືອງ-ສັງຄົມ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ກ້ອນ​ກຳລັງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ເສີມ​ຂະຫຍາຍ​ລັດທິ​ຮັກ​ຊາດ​ຫວຽດນາມ ​ເພື່ອ​ສ້າງສາ​ແລະ​ພັດທະນາ​ປະ​ເທດ. ຄວາມ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ ແລະ​ປະດິດ​ສ້າງ​ຂອງ​ປະຊາຊົນ​ ໄດ້​ຮັບ​ການ​ສົ່ງ​ເສີມ, ປະຊາທິປະ​ໄຕ​ສັງຄົມ​ໄດ້​ຮັບ​ການ​ເປີດ​ກວ້າງ. ລະບົບ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ​ໄດ້​ຮັບ​ການ​ລົງທຶນ​ສ້ອມ​ແປ​ງ, ປະດັບ​ປະດາ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ມັນ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ຍົກ​ສູງ​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ. ວັດຖຸບູຮານ​ວັດທະນະທຳ​ຈຳນວນຫຼາຍ​ຂອງ​ຫວຽດນາມໄດ້​ຮັບ​ການ​ຍອມຮັບ​ຈາກ​ປະຊາ​ຄົມ​ສາກົນ​ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ. ​ເຖິງ​ເດືອນ​ພະຈິກ​ປີ 2018, ທົ່ວ​ປະ​ເທດ​ມີ 26 ມໍລະດົກ​ວັດທະນະທຳ​ທີ່​ຂຶ້ນ​ທະບຽນ​ໂດຍ UNESCO (ລວມ 8 ມໍລະດົກ​ວັດທະນະທຳ​ທາງ​ວັດຖຸ, 12 ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນ ​ແລະ 6 ມໍລະດົກ​ເອກະສານ); 95 ມໍລະດົກ​ແຫ່ງ​ຊາດ​ພິ​ເສດ; 3.447 ມໍລະດົກ​ແຫ່ງ​ຊາດ; 249 ມໍລະດົກ​ທີ່​ຖືກ​ບັນທຶກ​ໄວ້​​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ທາງ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນ​ຂອງ​ຊາດ; 617 ຄົນ​ໄດ້​ຮັບ​ການ​ປະດັບ​ນາມມະຍົດ​ສິລະ​ປິນທີ່​ດີ​ເດັ່ນ​ໃນ​ດ້ານ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນ; ພິພິທະພັນ 160 ​ແຫ່ງ, ​ໄດ້​ຈັດ​ເກັບ​ແລະ​ວາງສະ​ແດງວັດຖຸ​ແລະ​ສິ່ງ​ປະດິດປະມານ 3 ລ້ານອັນ, ​ໃນ​ນັ້ນ​ມີ 142 ວັດຖຸ​ແລະ​ສິ່ງ​ປະດິດທີ່​ໄດ້​ຮັບ​ການ​ຍອມຮັບ​ວ່າ​ເປັນສົມ​ບັດ​ຂອງ​ຊາດ. ບັນດາ​ຄຸນຄ່າ​ທາງ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ​ໃນ​ປະ​ເທດ​ຫວຽດນາມ ​ໄດ້​ຮັບ​ການ​ຮັກສາ, ສືບ​ທອດ​ແລະ​ເສີມ​ຂະຫຍາຍ ​ເຮັດ​ໃຫ້​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ​ອຸດົມສົມບູນຍິ່ງ​ຂຶ້ນ.

ພັກ​ແລະ​ລັດຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊີ້ນຳການ​ກໍ່ສ້າງ​ແລະ​ພັດ​ທະນາ​ລະບົບ​ສະ​ຖາ​ບັນ​​ວັດທະນະທຳ​ຂັ້ນ​ພື້ນ​ຖານ. ດ້ວຍ​ຄວາມມານະ​ພະຍາຍາມ​ຂອງ​ທຸກທ້ອງ​ຖິ່ນ, ມາ​ເຖິງ​ປະຈຸ​ບັນ ລະບົບ​ສະ​ຖາ​ບັນ​​ວັດທະນະທຳ​ຂັ້ນ​ພື້ນ​ຖານ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ໃຫຍ່​ຫຼວງ: 100% ຈຳນວນ​ແຂວງ​ມີ​ສູນວັດທະນະທຳ; ປະມານ 91% ຈຳນວນ​ເມືອງ​ມີ​ສູນວັດທະນະທຳ-ກິລາ ຫຼື​​ເຮືອນວັດທະນະທຳ; 73,2% ຈຳນວນ​ຕາ​ແສງ​ມີ​ສູນວັດທະນະທຳ-ກິລາ; 74,7% ຈຳນວນ​ຕາ​ແສງ​ມີ​ເຮືອນ​ວັດທະນະທຳ​ກິລາ. ​ໃນຄວາມ​ເປັນ​ຈິງ ​ໄດ້​ປະກົດ​ມີ​ຫຼາຍ​ແບບຢ່າງ, ຫຼາຍ​ບົດຮຽນ​ປະສົບ​ການ​ກ່ຽວ​ກັບ​ການຈັດ​ຕັ້ງ​ກໍ່ສ້າງລະບົບ​ສະ​ຖາ​ບັນ​ວັດທະນະທຳ​ຂັ້ນ​ພື້ນ​ຖານ ​ໂດຍ​ຜ່ານ​ການ​ລະດົມ​ບັນດາ​ແຫຼ່ງທຶນ​ສັງຄົມ, ລະດົມຄວາມ​ພະຍາຍາມ​ແລະ​ສະຕິ​ປັນຍາ​ຂອງ​ປະຊາຊົນ ​ໃນ​ການ​ກໍ່ສ້າງ​ບັນດາ​ສະ​ຖາ​ບັນ​ວັດທະນະທຳ​ຂັ້ນ​ພື້ນຖານ. ​ເພື່ອ​ໃຫ້ການ​ກໍ່ສ້າງ​ແລະ​ພັດ​ທະນາລະບົບ​ສະ​ຖາ​ບັນ​ວັດທະນະທຳ​ຂັ້ນ​ພື້ນ​ຖານ​ໄດ້​ຮັບ​ຜົນ​ດີ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ຂອງ​ການ​ນຳ​ທຸກ​ຂັ້ນ​ຢູ່​ທ້ອງ​ຖິ່ນ. ອາດ​ຈະ​ຖື​ວ່າ​ນີ້​ເປັນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ. ຄວາມ​ເອົາ​ໃຈ​ໃສ່​ນັ້ນ​ຕ້ອງ​ໄດ້​ສະ​ແດງ​ອອກ​ເປັນ​ໂຄງການ​ປະຕິບັດງານສະ​ເພາະ​ເຊັ່ນ: ການ​ວາງແຜນ​ທີ່​ດິນ, ​ແຜນການລົງ​ທຶນ...​ເພື່ອ​ກໍ່ສ້າງ​ສະ​ຖາ​ບັນ​ວັດທະນະທຳ​.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຂະ​ບວນວິວັດ​ການ​ປັບປຸງ​ບູລະນະລະບຽບ​ກົດໝາຍ​ວັດທະນະທຳ​ ຍັງ​ມີ​ຈຸດ​ອ່ອນຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ​ໃໝ່ ຫາ​ກໍ່​ໄດ້​ດຳ​ເນີນສ່ວນ​ຫຼາຍ​ໃນ​ຂົງ​ເຂດ​ວັດທະນະທຳ​ເທົ່ານັ້ນ, ຍັງ​ບໍ່​ທັນມີ​ຜົນ​ກະທົບ​ຢ່າງ​​ເລິກ​ເຊິ່ງ​ແລະ​ໃກ້ຊິດ​ກັບ​ເສດຖະກິດ ​ແລະ ການ​ເມືອງ. ການ​ເຄື່ອນ​ໄຫວ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​​ເສດຖະກິດ​ນອກ​ພາກ​ລັດ​ແລະ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດນັ້ນ ມັກ​ຈະມີ​​ຄວາມ​ສົນ​ໃຈ​ພຽງ​ເລັກ​ນ້ອຍຫຼື​ເອົາ​ໃຈ​ໃສ່​ບໍ່​ພຽງພໍ ຕໍ່​ບົດບາດ​ຂອງ​ວັດທະນະທຳ​ໃນ​ການ​ພັດທະນາ. ​ໂຄງການ​ແລະ​ແຜນ​ງານ​ການ​ພັດທະນາ​ເສດຖະກິດ​ຈຳນວນ​ຫຼາຍ ​ຍັງ​ສຸມ​ໃສ່​​ຜົນ​ປະ​ໂຫຍດ​ເສດຖະກິດ, ບໍ່​ເອົາ​ໃຈ​ໃສ່​ຕໍ່​ປັດ​ໄຈ​ວັດທະນະທຳ​ແລະ​ສິ່ງ​ແວດ​ລ້ອມ.

ທີ​ສອງ, ບັນດາ​ຜົນສຳ​ເລັດ​ແລະ​ຄວາມ​ກ້າວໜ້າ​ທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ວັດທະນະທຳ​, ສັງຄົມ ແລະການ​ກໍ່ສ້າງ​ຜູ້​ຄົນ​ນັ້ນ ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ໄວ​ໃນ​ການ​ພັດທະນາ​ເສດຖະກິດ​ ແລະ​​ບໍ່​ໝັ້ນຄົງ, ບໍ່​ມີ​ຜົນ​ກະທົບຢ່າງ​ມີ​ປະສິດທິ​ຜົນ​ຕໍ່​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ. ຄວາມ​ເສື່ອ​ມ​ໂຊມ​​ໃນ​ດ້ານຄຸນ​ທາດ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ຂອງ​ພະນັກງານ ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີ​​ຕຳ​ແໜ່​ງ, ມີ​ສິດ​ອຳນາດ​ນັ້ນ ສືບ​ຕໍ່​ສະ​ແດງ​ອອກ​ຢ່າງ​ສັບສົນ, ມີ​ບາງ​ດ້ານ​ທີ່ຮ້າຍ​ແຮງ​ກວ່າ​ເກົ່າ, ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍຕໍ່​ຊື່​ສຽງສັກ​ສີ​ຂອງ​ພັກ​ແລະ​ລັດ, ລົດຄວາມ​ເຊື່ອ​ຂອງ​ປະຊາຊົນ. ວຽກ​ງານ​ກໍ່ສ້າງ​ສະພາບ​ແວດ​ລ້ອມ​ວັດທະນະທຳ​ຢູ່​ໃນ​ພັກ, ​ໃນ​ສຳນັກງານ​ອົງການ​​ລັດ, ​ໃນ​ອົງຄະ​ນະ​ການ​ເມືອງ-ສັງຄົມ ຍັງ​ຖືກ​ຈຳກັດ. ໜ້າ​ທີ່​ກໍ່ສ້າງ​ຜູ້​ຄົນ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ບໍ່​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ. ສະພາບ​ແວດ​ລ້ອມ​ວັດທະນະທຳຍັງ​ຖືກມົນ​ລະ​ພິດ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ ​ແລະ ການ​ແຜ່​ກະຈາຍ​ຂອງ​ຜະລິດຕະ​ພັນ​ແລະ​ບໍລິການທາງ​ວັດທະນະທຳທີ່​ເຊື່ອ​ໂຊກ​ລາງ, ​ເຊື່ອ​ລາງຖື​ຜີ, ຕ່ຳ​ຕ້ອຍ, ຊອດ​ກະ​ຈາ, ​ເປັນ​ພິດຮ້າຍ, ​ໃນ​ຂະນະ​ທີ່​ຂາດ​ຜະລິ​ດຕະພັນ​ວັດທະນະທຳ, ຂາດງານ​ວັນນະກຳ​ແລະ​ສິນລະ​ປະ​ທີ່​ມີຄຸນຄ່າ​ສູງ​ທາງ​ຄວາມ​ຄິດ​ແລະ​ສິນລະປະ, ມີ​ຜົນ​ກະທົບ​ທາງ​ບວກ​ແລະ​ເລິດ​ເຊິ່ງຕໍ່​ການ​ສຶກສາ​ອົບຮົມ​ຜູ້​ຄົນ. ​ໃນ​ຂົງ​ເຂດ​ທິດ​ສະ​ດີ-ການ​ວິຈານ ​ແລະການ​ແຕ່ງ, ຍັງ​ມີ​ຄວາມງຸ່ມ​ງ່າ​ມ, ຍັງອ່ອນ​ຍອມ​ໃນ​ການ​ຕໍ່ສູ້​ລະຫວ່າງ​ບັນດາ​ທ່າ​ອຽງທາງ​ແນວ​ຄິດ ​ເມື່ອ​ປະ​ເຊີນ​ກັບ​ຜົນ​ກະທົບ​ທີ່​ສັບສົນ​ຂອງຂະ​ບວນການເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ແລະການ​ຂະຫຍາຍ​ການ​ແລກປ່ຽນ​ວັດທະນະທຳ. ທ່າ​ອຽງ “ຫັນ​ເປັນ​ການ​ຄ້າ” ​ແລ່ນຫຼັງ​ລົດຊາດທີ່​ບໍ່​ດີຂອງ​ສື່ສິ່ງພິມບາງ​ສະບັບ ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ແລະ​ສິນລະປະ​ນັ້ນ ບໍ່​ໄດ້​ປ້ອງ​ກັນ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ສາມ, ສະພາບ​ຄວາມ​ແຕກ​ຕ່າງ​ໃນ​ການ​ຊົມ​ໃຊ້​ວັດທະນະທຳ​ລະຫວ່າງ​ພາກ​ເຂດ, ລະຫວ່າງ​ຊົນ​ຊັ້ນ​ສັງຄົມ​ເພີ່ມ​ຂຶ້ນ. ສະພາບ​ຊີວິດ​ຈິດ​ໃຈ​ແລະ​ວັດທະນະທຳ​ທີ່​ຕ່ຳ​ຕ້ອຍ​ລ້າ​ຫຼັງ ​ໃນ​ເຂດ​ຊົນນະບົດ​ແລະ​ພູ​ເຂົາ​ຫຼາຍ​ແຫ່ງ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລ​ະ​ເຂດ​ພື້ນຖານ​ປະຕິວັດ​ກ່ອນ​ໜ້າ​ນີ້ ບໍ່​ໄດ້​ຮັບ​ການ​ແກ້​ໄຂ.

ທີ​ສີ່, ການ​ກໍ່ສ້າງ​ແລະລະບຽບ​ກົດໝາຍ​ວັດທະນະທຳ, ລະບົບ​ເອກະສານ​ທາງ​ກົດໝາຍ​ແລະນະ​ໂຍບາຍ​ກ່ຽວ​ກັບ​ວັດທະນະທຳ, ​ໂດຍ​ສະ​ເພາະ​ແມ່ນ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ, ລະຫວ່າງ​ວັດທະນະທຳ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ແລະປັບປຸງ​ລະບົບ​ການ​ເມືອງ ​ແມ່ນ​ຍັງ​ຊ້າ​ແລະ​ຂາດ​ຄວາມ​ຄົບ​ຊຸດ, ​ເປັນ​ການຈຳກັດ​ຜົນ​ກະທົບ​ຂອງ​ວັດທະນະທຳທີ່​ມີ​ຕໍ່​ການ​ພັດທະນາ​ປະ​ເທດ.

4- ຕໍ່ໜ້າ​ຄວາມ​ເປັນ​ຈິງ​ດັ່ງກ່າວ, ​ເພື່ອ​ບູລະນະລະບຽບ​ກົດໝາຍ​ວັດທະນະທຳຫວຽດນາມ​ໃນ​ປະຈຸ​ບັນ, ຈຳ​ເປັນ​ຕ້ອງ​ໄດ້​ສຸມ​ໃສ່​ປະຕິບັດ​ຢ່າງ​ຄົບ​ຊຸດ​ບາງ​ເນື້ອ​ໃນ​ພື້ນຖານ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່ຈິນຕະນາການຄຸ້ມ​ຄອງ​ວັດທະນະທຳ ອິງ​ໃສ່​ແນວ​ຄິດ​ກ່ຽວ​ກັບ​ສິດທິທາງ​ວັດທະນະທຳ ແລະ ​ຈິດ​ໃຈ​ໃນ​ການ​ກໍ່ສ້າງລະບົບ​ການ​ບໍລິຫານ​ສະທາລະ​ນະ​ທີ່​ທັນ​ສະ​ໄໝ; ກໍ່ສ້າງ​ເທື່ອ​ລະ​ກ້າວ​ກົນ​ໄກ​ໃໝ່​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ ຕາມ​ຫຼັກການ ອົງການ​ລັດ​ສຸມ​ໃສ່​ພັດທະນາລະບົບ​ລະບຽບ​ກົດໝາຍ, ລົງທຶນ​ພັດທະນາ​ໂຄງ​ສ້າງພື້ນຖານ​ທີ່​ສຳຄັນ, ພັດທະນາ​ແຫຼ່ງບຸກຄະລາ​ກອນ​ຊັ້ນ​ສູງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລະ​ກິດຈະກຳ​ທາງວັດທະນະທຳ​ແລະສິນລະ​ປະລະດັບ​ຊາດ​ຈຳນວນ​ໜຶ່ງ.

ທີ​ສອງ, ການ​ປະຕິ​ຮູບລະບຽບ​ກົດໝາຍ​ວັດທະນະທຳ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ສັງ​ລວມ, ມີ​ລັກສະນະ​ລະບົບ​ສູງ, ສະ​ແດງ​ອອກ​ເຖິງ​ສາຍ​ພົວພັນ​ສະໜິດ​ແໜ້ນ​ຫຼາຍ​ດ້ານ​ເຊັ່ນ: ​ແຮງ​ງານ, ບຸກຄະລາ​ກອນ, ການ​ເງິນ, ພາສີ, ການ​ແຈກ​ຢາຍ, ການຮັບປະກັນ​ສັງຄົມ, ການຄຸ້ມ​ຄອງ​ບໍລິຫານ... ດັ່ງ​ນັ້ນ, ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຢ່າງ​ເຂັ້ມ​ງວດ, ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ສ້າງ​ນະ​ໂຍບາຍ​ທີ່​ເຂັ້ມ​ແຂງພໍ​ຄວນ​ສຳລັບ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ວັດທະນະທຳ. ກ່ອນ​ອື່ນ​ໝົດ, ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ວັດທະນະທຳ ​ຕ້ອງ​ໄດ້​ດຳ​ເນີນ​ໃນ​ເວລາ​ດຽວ​ກັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ວັດທະນະທຳ; ປ່ຽນ​ແປງ​ໃໝ່​ຈິນຕະນາການ​ຄຸ້ມ​ຄອງ​ວັດທະນະທຳ​ໂດຍ​ໄວ, ສ້າງທັດສະນະ​ວິທະຍາສາດ​ກ່ຽວ​ກັບ​ການພັດທະນາ​ວັດທະນະທຳ: ບໍ່​ຕິດ​ກັບ​ຄວາມ​ຈຳ​ເພາະ​ຂອງ​ວັດທະນະທຳ​ທີ່​ເປັນ​ຮູບ​ແບບ​ຂອງ​ສະຕິ ​ເພື່ອ​ປະຕິ​ເສດ​ລັກສະນະ​ວິ​ສາ​ຫະກິດ​ຂອງ​ມັນ, ​ໃນ​ເວລາ​ດຽວກັນ​ນັ້ນ ບໍ່​ແມ່ນ​ຍ້ອນ​ລັກສະນະວິ​ສາ​ຫະກິດ​ຂອງ​ວັດທະນະທຳ ​​ເພື່ອປະຕິ​ເສດຮູບ​ແບບ​ສະຕິ​ສັງຄົມ​ຂອງ​ມັນ. ​ເວົ້າ​ໂດຍ​ຫຍໍ້, ພວກ​ເຮົາ​ຕ້ອງ​ຈັດການ​ຄວາມ​ສຳພັນ​ນີ້​ຢ່າງ​ຖືກຕ້ອງ. ລັດ​ຕ້ອງ​ມີ​ນະ​ໂຍບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ວັດທະນະທຳ​ພັດທະນາ​ເຊັ່ນ: ການ​ພິຈາລະນາ​ອະນຸມັດ​ດ້ານ​ການ​ບໍລິຫານ, ການ​ໃຫ້​ນຳ​ໃຊ້​ທີ່​ດິນ, ການ​ເປີດ​ກວ້າງ​ແລະ​ຄຸ້ມ​ຄອງ​ຕະຫຼາດ, ການ​ລົງທຶນ​ແລະ​ການ​ໝູນວຽນ​ເງິນ​ທຶນ, ນະ​ໂຍບາຍ​ບຸລິມະສິດ​ແລະ​ສະໜັບສະໜູນ​ໃຫ້​ອຸດສາຫະກຳ​ວັດທະນະທຳ​ຂະຫຍາຍຕົວ, ການ​ປັບປຸງ​ກົດໝາຍ​ວັດທະນະທຳ, ສ້າງ​ສະພາບ​​ແວດ​ລ້ອມທາງ​ກົດໝາຍ​ທີ່​ດີສຳລັບ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ວັດທະນະທຳ.

ທີ​ສາມ, ລັດ​ຮັບປະກັນ​ບົດບາດ​ບໍລິຫານ​ຈັດການ​ແລະ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ຕົນ​ ຕໍ່​ວັດທະນະທຳ. ​ເມື່ອ​ສັງຄົມ​ປ່ຽນ​ແປງ, ພາລະ​ບົດບາດ​ແລະ​ໜ້າ​ທີ່​ຂອງ​ລັດ​ກໍ່​ມີ​ການ​ປ່ຽນ​ແປງທີ່​ສອດຄ່ອງ​ກັນ (ກ່ຽວ​ກັບ​ລັກສະນະ, ​ເນື້ອ​ໃນ, ທິດ​ທາງ ​ແລະມາດ​ຕະການ​ບັງຄັບ​ໃຊ້). ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ຫວຽດນາມ​ຕ້ອງ​ກໍ່ສ້າງ​ລະບຽບ​ການພັກ​ນຳພາ, ລັດ​ຄຸ້ມ​ຄອງ, ຂະ​ແໜງ​ອາຊີບ​ເປັນ​ເຈົ້າ​ຕົນ​ເອງ, ໜ່ວຍ​ງານ​ພາລະກິດ​ດຳ​ເນີນ​ງານ​ຕາມ​ກົດໝາຍ. ນີ້​ແມ່ນ​ທິດ​ທາງ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ວັດທະນະທຳ​ໃນ​ສະ​ໄໝ​ໃໝ່.

ທີ​ສີ່, ລັດ​ມອບ​ໝາຍ​ອຳນາດໃຫ້ຂັ້ນຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ວັດທະນະທຳ, ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້ກັບຂະ​ແໜງ​ການສະ​ເພາະ, ​ແບ່ງ​ງານ​ແລະ​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ສະ​ເພາະ, ມີ​ລະບອບ​ຕິດຕາມ​ກວດກາ​ການ​ນຳ​ໃຊ້​ຊັບ​ສິນ​ທາງ​ວັດທະນະທຳ​ຂອງ​ລັດ ​ແລະ ຮຽກຮ້ອງສັ່ງ​ໃຫ້ໜ່ວຍ​ວັດທະນະທຳ​ຕ່າງຕ້ອງ​ປະຕິບັດ​ຕາມ​ກົດໝາຍ, ປະຕິບັດ​ຕາມ​ກົດ​ເກນ​ເສດຖະກິດ​ຕະຫຼາດ. ລັດ​ບໍ່​ໄດ້​ກຳນົດ​ແຜນການ​ການ​ຜະລິດ​ຜະລິດ​ຕະພັນ​ທາງ​ວັດທະນະທຳ​ໂດຍ​ກົງ ​ແຕ່​ຮຽກຮ້ອງ​ໃຫ້​ໜ່ວຍ​ງານ​ວັດທະນະທຳ​ ຕ້ອງ​ອີງ​ໃສ່​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເພື່ອ​ໄລ່ລຽງ​ບັນຊີ ​ແລະ ສ້າງ​ສົມ​ດຸນ​ລະຫວ່າງ​ລາຍ​ຮັບ​ແລະ​ລາຍ​ຈ່າຍ. ລັດ​ຈະ​ສັ່ງ​ຊື້​ໂດຍ​ກົງ​ເມື່ອ​ຈຳ​ເປັນ​ສຳລັບ​ງານ​ວັດທະນະທຳ​ສາທາລະນະ ​ແລະ​ຜະລິດ​ຕະພັນ​ວັດທະນະທຳ​ເພື່ອ​ປະ​ໂຫຍ​ດຮ່ວມ​ກັນ​ເທົ່ານັ້ນ. ສ້າງ​ເທື່ອ​ລະ​ກ້າວ​ກົນ​ໄກ​ການ​ຮັບຜິດຊອບຕົນ​ເອງ​ຂອງ​ອົງການ​ວັດທະນະທຳ​ແລະ​ສິນລະປະ ​ໃນ​ການ​ສ້າງ​ແລະ​ຜະລິດ​ຜະຜິດ​ລິດ​ຕະພັນ​ທາງ​ວັດທະນະທຳ.

​ເປັນ​ອັນວ່າ, ການ​ຄຸ້ມ​ຄອງ​ຂອງ​ລັດ​ຕ້ອງ​ໄດ້​ຫັນ​ເປັນ​ນິຕິ​ກຳ, ຕ້ອງ​ຖືກ​ກົດໝາຍ. ວຽກ​ງານ​ໃດ​ທີ່​ກົນ​ໄກ​ຕະຫຼາດ​ສາມາດ​ແກ້​ໄຂ​ໄດ້​ເປັນ​ຢ່າງ​ດີ ​ແມ່ນ​ລັດ​ບໍ່​ຕ້ອງ​ຍື່ນ​ມື​ເຂົ້າ. ມີ​ແຕ່​ບັນຫາ​ທີ່​ກົນ​ໄກ​ຕະຫຼາດ​ແກ້​ໄຂ​ບໍ່​ໄດ້ ລັດ​ຈຶ່ງ​ເຂົ້າ​ຮ່ວ​ມ ​ແລະ​ການ​ເຂົ້າ​ຮ່ວມ​ນີ້​ຕ້ອງ​ໄດ້​ເປີດ​ເຜີຍ, ​ປະຊາທິປະ​ໄຕ, ຕ້ອງ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເສດຖະກິດ​ຕະຫຼາດ ​ແລະອາລະຍະ​ທຳ​ສະ​ໄໝ​ໃໝ່. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ, ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ຂອງ​ລັດຕ້ອງ​ໄດ້​ປ່ຽນ​ແປງກ່ຽວ​ກັບການ​ພິຈາລະນາ​ອະນຸມັດ​ດ້ານການ​ບໍລິ​ຫານ, ມີ​ພາລະ​ໜ້າ​ທີ່​ຕົ້ນຕໍ​ແມ່ນ​ຮັບ​ໃຊ້ພາລະກິດ​ວັດທະນະທຳ ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ປະດິດ​ສ້າງ​ວັດທະນະທຳ, ບໍ່​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳຈຸນລະພາກ​ຂອງ​ວິ​ສາ​ຫະກິດ. ຕ້ອງ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ສັງຄົມແລະການ​ຕິດຕາມ​ກວດ​ສອບ​ຕະຫຼາດ, ປະຕິບັດ​ເປັນ​ຢ່າງ​ດີກາ​ນຄຸ້ມ​ຄອງກຳນົດ​ທິດ​ທາງ, ຄຸ້ມ​ຄອງ​ຫຼັກການ, ​ແຜນ​ແມ່​ບົດ, ຄວາມ​ເປັນ​ລະບຽບ, ກົນ​ໄກ, ຄຸນ​ນະພາ​ບ...

ທີ​ຫ້າ, ຝຶກອົບຮົມ​ແລະ​ພັດທະນາສະມາຄົມ​ອາຊີບ​ວັດທະນະທຳ ​ແລະຈັດ​ຕັ້ງອົງການນາຍ​ໜ້າ​ວັດທະນະທຳ​ທີ່​ມີ​ຄວາມ​ເປັນ​ມື​ອາຊີບ​ສູງ. ນີ້​ເປັນ​ສິ່ງ​ທີ່​ພວກ​ເຮົາ​ຂາດ​ເຂີນ​ແລະ​ອ່ອນ​ທີ່​ສຸດ, ​ໂດຍ​ສະ​ເພາະ​ໃນ​ເມື່ອ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມບັນດາ​ສັນຍາ​ການ​ຄ້າ​ສາກົນ. ດ້ານ​ໜຶ່ງ, ​ເພີ່ມ​ທະວີ​ການ​ສ້າງ​ຕັ້ງສະມາຄົມຂະ​ແໜງ​ອາຊີບ, ມອບ​ໝາຍ​ພາລະ​ໜ້າ​ທີ່​ແລະ​ສິດ​ອຳນາດ​ສະ​ເພາະ ​ເພື່ອ​ໃຫ້​ສະມາຄົມ​ຂະ​ແໜງ​ອາຊີບມີ​ສະຖານະ​ທາງ​ກົດໝາຍ, ກາຍ​ເປັນ​ອົງການ​ຄຸ້ມ​ຄອງ​ຂະ​ແໜງ​ອາຊີບ​ທີ່​ຖືກ​ກົດໝາຍ, ມີ​ບົດບາດ​ເປັນ “ຂົວ​ຕໍ່” ລະຫວ່າງ​ລັດຖະບານ​ກັບ​ວິ​ສາ​ຫະກິດ; ອີກ​ດ້ານ​ໜຶ່ງ, ສົ່ງ​ເສີມ​ໃຫ້​ພັດທະນາ​ອົງການ​ນາຍ​ໜ້າ​ວັດທະນະທຳ​ປະ​ເພດ​ຕ່າງໆ, ຈັດ​ຕັ້ວອົງການ​ນາຍ​ໜ້າ​ວັດທະນະທຳ​ແລະ​ອົງການ​ຕົວ​ແທນຕ່າງ​ໆ​ເຊັ່ນ: ບໍລິສັດ​ນາຍ​ໜ້າ​ວັດທະນະທຳ​ທົ່ວ​ໄປ, ບໍລິສັດ​ນາຍ​ໜ້າການ​ສະ​ແດງ, ບໍລິສັດການ​ປະມູນ​ສິນລະປະ, ບໍລິສັດ​ແນະນຳ​ທັກສະ​ໜຸ່ມ​ນ້ອຍ, ສ້າງ​ກົນ​ໄກ​ໃໝ່​ໃນ​ນັ້ນ ລັດຖະບານ​ຄວບ​ຄຸມ​ທິດ​ທາງ, ສະທາ​ຄົມ​ຂະ​ແໜງອາຊີບຄວບ​ຄຸມ​ຄຸ້ມ​ຄອງ, ອົງການ​ນາຍ​ໜ້າສ້າງ​ລະບຽບ​ການ​ຄວບ​ຄຸມ​ຕົນ​ເອງ...ບັນຫາ​ເຫຼົ່າ​ນີ້​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ ​ເພື່ອ​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ພາລະ​ໜ້າ​ທີ່​ການ​ຄຸ້ມ​ຄອງ ​ແລະການວາງ​ແນວ​ທາງ​ວັດທະນະທຳ​ຂອງ​ລັດ​ໃນ​ຍຸກ​ສະ​ໄໝ​ນີ້./.

​ໂດຍ ຮສຈ. ປອ. ບຸ່ຍ​ຮ່ວາຍ​ເຊີນ

ຜູ້ອຳນວຍການ​ສະ​ຖາ​ບັນ​ວັດທະນະທຳ​ແລະ​ສິນລະປະ​ແຫ່ງ​ຊາດ​ຫວຽດນາມ

--------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 920 (​ເດືອນ​ມິຖຸນາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ