ວັນອັງຄານ, 22/10/2019
ວັດທະນະທຳ ກັບການພັດທະນາແບບຍືນຍົງຂອງປະເທດ
29/8/2019 15:6' ສົ່ງ ພິມ
ການພັດທະນາແບບຍືນຍົງ ຮຽກຮ້ອງຕ້ອງແກ້ໄຂຢ່າງກົມກຽວ ເປົ້າໝາຍສະເພາະໜ້າແລະຍາວນານ ເພື່ອຊີວິດຂອງຄົນປະຈຸບັນແລະຄົນຮຸ່ນຫຼັງ. (ພາບ: tuyengiao.vn)

1- ສຳ​ລັບ​ປະ​ເທດ​ໜຶ່ງ, ເພື່ອ​ບັນ​ລຸ​​ເປົ້າ​ໝາຍ​ການ​ພັດ​ທະ​ນາ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ວັດ​ຖຸ​ຂອງ​ສັງ​ຄົມ ​ແມ່ນ​ຈຳ​ເປັນ​ຕ້ອງມີ​ຄວາມ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ, ທາງ​ດ້ານ​ພື້ນ​ຖານ​ວັດ​ຖຸ, ເຕັກ​ນິກແລະເຕັກ​ໂນ​ໂລ​ຊີ, ກໍ່​ສ້າງກຳ​ລັງ​ບົ່ມ​ຊ້ອນແລະກຳ​ລັງ​ແຮງ​ໃຫ້​ປະ​ເທດ​ຊາດ. ນັ້ນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ອັນ​ໜຶ່ງ ​ພ້ອມ​ທັງ​ເປັນ​ກົດ​ເກນ​ພາວະ​ວິ​ໄສ​ອັນ​ໜຶ່ງ. ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ຄວ​າມ​ເຕີບ​ໂຕ​ເສດ​ຖະ​ກິດ​ແມ່ນ​​ຈຳ​ເປັນແລະຖຶກ​ຕ້ອງ, ແຕ່​ສິ່ງ​ທີ່​ຕ້ອງ​ການ​ເອົາ​ໃຈ​ໃສ່​ແມ່ນ​ ໃນ​ເວ​ລາ​ທີ່​ຜ່ານ​ມາກໍ່​ຍັງ​ມີ​ທັດ​ສະ​ນະ​ຄະ​ຕິທີ່​​ພຽງແຕ່​ສຸມ​ໃສ່​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ດຽວ, ບໍ່​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຄວາມ​ເຕີບ​ໂຕແລະການ​ພັດ​ທະ​ນາ, ຖື​ເອົາ​ເສດ​ຖະ​ກິດ​ເປັນ​ປັດ​​ໄຈ​ທີ່​ຕັດ​ສິນ​ທັງ​ໝົດ​ການ​ພັດ​ທະ​ນາ, ສ່ວນ​ບັນ​ດາ​ປັດ​ໄຈ​ອື່ນ​ບໍ່​ມີ​ສ່ວນປະ​ກອບ​ໂດຍ​ກົງ​ໃນ​ກາ​ນ​ພັດ​ທະ​ນາ. ຄວາມ​ຜິດ​​ພາດໃນ​ທັດ​ສະ​ນະ​ຄະ​ຕິ​ດັ່ງ​ກ່າວນີ້​ ແມ່ນ​ຢູ່​ໃນ​ຄວາມ​ເອົາ​ໃຈ​ໃສ່​ພຽງ​ແຕ່​ຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ຖື​​ວ່າຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ​​ຈະ​ສ້າງ​​ກຳ​ລັງ​ບົ່ມ​ຊ້ອນ, ກຳ​ລັງ​ແຮງ​ແຫ່ງ​ຊາດ​ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ອື່ນຄື​ ສັງ​ຄົມ, ວັດ​ທະ​ນະ​ທຳ… ດ້ວຍ​ຕົນ​ເອງ​ໄດ້.

ຢູ່ນີ້​ຕ້ອງ​ທຳ​ຄວາມ​ກະຈ່າງ​ແຈ້ງກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງຄວາມ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ. ການ​ພັດ​ທະ​ນາ​ແມ່ນຄວາມ​ສຳ​ນຶກ​ທີ່ກວ້າງກວ່າ, ເລິກກວ່າ, ຮອບ​ດ້​ານກວ່າ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ຄວາມ​ເຕີບ​ໂຕ. ເນື້ອ​ໃນ​ບັນ​ຈຸ​ຂ້າງ​ໃນ​ຂອງ​ການ​ພັດ​ທະ​ນາ​ກວມ​ລວມ ແລະ ຊີ້​ແຈ້ງ​ການ​ດຳ​ເນີນ​ໄປ, ກ້າວ​ໜ້າ​ທາງ​ດ້ານ​ຄຸນ​ນະ​ພາບ​ຂອງ​ສັງ​ຄົມ​ໃນ​ທຸກໆ​ແງ່​ມຸມ​ແລະຂົງ​ເຂດ​ຂອງ​ມັນ, ຂອງ​ຄວາມ​​ກົມ​ກຽວ​ລະ​ຫວ່າງ ລະ​ດັບ​ການ​ດຳ​ລົງ​ຊີ​ວິດ ແລະ ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ຂອງ​ກຽດ​ສັກ​ສີ​ແລະຄຸນ​ຄ່າ​ຂອງ​ມະ​ນຸດ, ໃນ​ນັ້ນ​ລວມ​ທັງ​ຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ທັງ​ຄວາມ​ຮຽກ​ຮ້ອງ​ຍົກ​ສູງ​ລະ​ດັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ທົ່ວ​ປວງ​ຊົນ, ຕິດ​ກັບ​ລະ​ດັບ​ກາ​ນ​ພັດ​ທະ​ນາ​ແບບກົມ​ກຽວ, ​ສົມ​ບຸນ​ຂອງ​ມະ​ນຸດ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ. ສິ່ງ​ເຫຼົ່າ​ນັ້ນ​ໝາຍ​ຄວາມ​ວ່າ, ສັງ​ເກດ​ຈາກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ, ອາດຈະ​ມີ​ສະພາບ​ການ ​ມີ​ການ​ເຕີບ​ໂຕແຕ່ບໍ່​ມີ​ການ​ພັດ​ທະ​ນາ​ ເພື່ອ​ຄຸນ​ນະ​ພາບ​ສັງ​ຄົມ​ເວົ້າ​ລວມ ແລະ ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ​ເວົ້າ​ສະ​ເພາະຈະບໍ່​​ໄດ້ຮັບ​ປະ​ກັນ​, ການ​ເມືອ​ງ​​ອາດ​ຈະບໍ່​ມີ​ຄວາມ​ເປັນ​ປົກ​ກະ​ຕິ, ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດຈະ​ມີ​ປະ​ກົດ​ການ​ເສື່ອມ​​ໂຊມ... ຄື​ແນວນັ້ນ, ເຖິງວ່າ​ຊີ​ວິດ​ດ້ານວັດ​ຖຸ​​ໄດ້​ເພີ່ມ​ຂຶ້ນ​​ໂດຍ​ຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ​ນຳ​ມາ​ໃຫ້ ​ແຕ່ກໍ່​ຍັງ​ບໍ່​ແມ່ນ​ບັນ​ລຸ​ໄດ້​ຈຸດ​ໝາຍ​ອັນ​ສູງ​ສຸດ​ຂອງ​ການ​ພັ​ດທ​ະ​ນາ, ນັ້ນ​ແມ່ນ​ການຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ທັງດ້ານ​ວັດ​ຖຸ​ແລະ​​ດ້ານຈິດ​ໃຈ. ຖ້າ​​ມີ​ແຕ່​ຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ​ພຽງ​ຢ່າງ​ດຽວ, ເຕີບ​ໂຕດ້ວຍ​ທຸກ​ວິ​ທີ, ຊ້ຳ​ບໍ່​ໜຳ​ຕ້ອງ​ເສຍ​ສະຫຼະ​ດ້ານ​ອື່ນໆ, ຄື​ວັດ​ທະ​ນະ​ທຳ, ສັງ​ຄົມ, ການກໍ່​ສ້າງ​ມະ​ນຸດ ກໍ່​ຈະ​ພາ​ໃຫ້​​ເກີດໄພ​ອັນ​ຕະ​ລາຍ​ໂດຍ​ກົງທີ່​ທັບ​ມ້າງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ແລະສ້າງຄວາມ​ວຸ່​ນວາຍ​ສັງ​ຄົມ. ໃນ​ກໍ​ລະ​ນີນັ້ນ, ມີ​ຄວາມ​ເຕີບ​ໂຕ​ແຕ່ບໍ່​ມີ​ການ​ພັດ​ທະ​ນາ, ນັ້ນ​ແມ່ນຝືນ​ການ​ພັດ​ທະ​ນາ. ມີນັກວິ​ທະ​ຍາ​ສາດ​ຄົນ​ໜຶ່ງ ​​ເມື່ອ​ຄົ້ນ​ຄວ້າ​ສະ​ພາບ​ການ​ພັດ​ທະ​ນາ​ໃນ​ບາງ​ປະ​ເທດ​ ໄດ້​ເອີ້ນ​ວ່ານັ້​ນ​ແມ່ນ​ຄວາມ​ເຕີບ​ໂຕແບບ “ຫຍາບ​ຊ້າ”, ເຕີບ​ໂຕ “ເສຍຫຼັກ” ຫຼື​ເຕີບ​ໂຕ​ທີ່ “ບໍ່​ມີມະ​ໂນ​ທຳ” ແລະ “ບໍ່​ຫົວຊາ​ຕໍ່ອະ​ນາ​ຄົດ”. ຜົນ​ຮ້າຍ​ແມ່ນ ​ຢູ່​​ປະ​ເທດ​ເຫຼົ່ານັ້ນ​ອ​າດ​ຈະ​ມີ​ໄພ​ອັນ​ຕະ​ລາຍ ​ເກີດ​ການ​ປະ​ທະ​ສັງ​ຄົມ, ຄວາມ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງທາງ​ດ້ານ​ແບບ​ແຜນ​ດຳ​ລົງ​ຊີ​ວິດ, ກິດ​ຕິ​ຄຸນ​ມະ​ນຸດ, ຄວາມ​ຮັກ​ແລະຄຸນ​ສົມ​ບັດ, ສ້າງ​ໃຫ້​ມີ “​ພວກ​ຜູ້​ທຸກ​ຍາກ​ທີ່ບໍ່​ມີ​ກົກ​ເຄົ້າ, ພວກ​ຜູ້​ຮັ່ງ​ມີ​ທີ່ບໍ່​ມີ​ອຸ​ດົມ​ຄະ​ຕິ”, ຈາກນັ້​ນ​ອາດ​ຈະກໍ່​ຄວາມບໍ່​ສະ​ຫງົບ​ທາງ​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ… ຄຳພິ​ນິດ​ໄສ​ດັ່ງ​ກ່າ​ວບໍ່ພຽງ​ແຕ່ແມ່ນ​ບັນຫາ​ທາງທິດ​ສະ​ດີເທົ່າ​ນັ້ນ ຫາກ​ໄດ້​ກາຍ​ເປັນ​ບົດ​ຮຽນ​ທີ່ຂົມ​ຂື່ນ, “ເຫັນ​ກັບ​ຕາ” ​ໃນ​ບາງ​ປະ​ເທດ​ໃນ​ປະ​ຈຸ​ບັນ.

2- ການພັດ​ທະ​ນາບໍ່​ຍອມ​ຮັບ​ຄວາມ​ເຕີບ​ໂຕ​ດ້ວຍ​ທຸກ​ວິ​ທີ. ການພັດ​ທະ​ນາ​ແບບ​ຍື​ນ​ຍົງ​ບໍ່​​ຈຳ​ກັດຄວາມ​ໄວ​ແລະບໍ່​ຄວບ​ຄຸມອັດ​ຕາ​ເລັ່ງຂອງ​ການ​ເຄື່ອນ​ໄຫວ​ຕາມ​ທິດທີ່​ຕັ້ງ​ໜ້າ, ແຕ່​ຕ້ອງ​ບັນ​ລຸ​ຄວາມ​ຮຽກ​ຮ້ອງ “ການພັດ​ທະ​ນາຢ່າງ​ໄວ​ຕິດ​ແໜ້ນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ​ໃນພາກ​ຕົວ​ຈິງ​, ໃນ​ນັ້​ນ, “ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ທີ່​ສອດຫ້ອຍ​ຕະຫຼອດ”, “ແມ່ນ​ພື້ນ​ຖານ​ເພື່ອ​ພັດ​ທະນາ​ຢ່າງໄວ” ແລະ “ການພັດ​ທະ​ນາ​ຢ່າງ​ໄວແລະຍືນ​ຍົງ​ຕ້ອງ​​​ຕິດ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ນຳ​ກັນ​ໃນ​ການ​ວາງ​ແຜນກຳນົດ, ແຜນ​ການແລະ​ນະ​ໂຍ​ບາຍ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ”. ນັ້ນແມ່ນຈິນ​ຕະ​ນາ​ການ​ວິ​ທະ​ຍາ​ສາດ​ທີ່​ມີ​ລະ​ດັບ​ທິດ​ສະ​ດີ​ທີ່​ເລິກ​ເຊິ່ງ, ສັດ​ຈະ​ວິ​ພາກ​ ເຊິ່ງ​ໄດ້​ສະຫຼຸບ​ສັງ​ລວມ ແລະ ພິ​ເສດ​ແມ່ນ​​ໄດ້ເນັ້ນ​ໜັກ​ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ.

ແຕ່​ວ່າ, ເພື່ອ​ປະ​ຕິ​ບັດ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງນັ້ນ ​ກ່ອນ​ອື່ນ​ໝົດແລະສຳ​ຄັນ​ທີ່​ສຸດ​ແມ່ນ ​ຕ້ອງພັດ​ທະ​ນາບັນດາປັດ​ໄຈ​ຂອງການ​ພັດ​ທະ​ນາ ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ຂອງ​ຊີ​ວິດ​ສັງ​ຄົມຢ່າງ​ຄົບ​ຊຸດ ແລະ ຮູ້​ຈັດການ​ແກ້​ໄຂ​ຢ່າງສັດ​ຈະ​ວິ​ພາ​ກ ​ກາ​ນ​ພົວ​ພັນ​ລະ​ຫ​ວ່າງ​ບັນ​ດາປັດ​ໄຈ ບັນ​ດາຂົງ​ເຂດນັ້ນ​. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້, ເຂົາ​ເຈົ້າ​ໄດ້​ປຶກ​ສາ​ຫາ​ລືຫຼາຍ​ກ່ຽວ​ກັບ​ບັນ​ດາ​ເສົາ​ຄ້ຳ​ຂອ​ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສັງ​ຄົມ​​ສະ​ໄໝ​ໃໝ່, ໝາຍ​ຄວາມ​ວ່າ, ຕ້ອງ​ຮັບ​ປະ​ກັນ​​ການ​ພັດ​ທະ​ນາ​ແບບ​​ກົມ​ກຽວ, ​ໃຫ້​ຄວາມ​ສຳ​ຄັນ​ເທົ່າ​ກັນ ແລະ ເຮັດ​ໃຫ້​​ເສົາ​ຄ້ຳ​​ເຫຼົ່ານັ້ນຊຶມ​ເຂົ້າ​ກັນ ​ເພື່ອ​ຮັບ​ປະ​ກັນ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ໃນ​ເວ​ລາ​ຜ່ານ​ມາ, ວົງ​ການ​ຄົ້ນ​ຄວ້າ​ ໂດຍ​ຜ່ານ​ການ​ສຳ​ມະ​ນາ​ຢູ່ສະ​ຫະ​ປະ​ຊາ​ຊາດແລະ​ອີງ​ໃສ່​ຄວາມ​ເປັນ​ຈິງທາງ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຕ່າງໆ, ​ໄດ້​ຊີ້​ໃຫ້​ເຫັນ 4 ເສົາ​ຄ້ຳ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ນັ້ນ​ແມ່ນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສິ່ງ​ແວດ​ລ້ອມ (ກ່ອນນີ້, ຫຼາຍ​ຄົນ​ໄດ້​ເວົ້າ​ເຖິງ​ປັດ​ໄຈ​ສັງ​ຄົມ, ແຕ່​ບໍ່​ດົນ​ມາ​ນີ້, ບັນ​ຫາ​ສິ່ງ​ແວດ​ລ້ອມ​ໄດ້​ເກີດ​ຂຶ້ນກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ ດັ່ງ​ນັ້ນຈຶ່ງ​ໄດ້​ເນັ້ນ​ໜັກ​ເສົາ​ຄ້ຳ​ນີ້ ​ເຊິ່ງມີ​ເນື້ອ​ໃນ​ກວ້າງ​ຂວາງກວ່າ​ສັງ​ຄົມ, ສັງ​ຄົມ​ຖື​ວ່າເປັນ​ພາກ​ສ່ວນໜຶ່ງ​ທີ່​ສຳ​ຄັນຂອງ​ສິ່ງ​ແວດ​ລ້ອມ​ເວົ້າ​ລວມ). ກ່ອນ​ໜ້ານີ້ 70 ກວ່າ​ປີ, ປະ​ທານ​ໂຮ່​ຈິ​ມິນໄດ້​ຊີ້​ໃຫ້​ເຫັນ​ວ່າ: “ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ, ມີ​ສີ່ບັນ​ຫາ​ທີ່ຕ້ອງ​ເອົາ​ໃຈ​ໃສ່ ​ແລະ​ຕ້ອງ​ຖື​ເປັນ​ສຳ​ຄັນ​ເທົ່າ​ທຽມ​ກັນ ​ແມ່ນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ” (ໜັງ​ສື​ພິມ ກູ້ຊາດ ສະ​ບັບ​ລົງ​ວັນ​ທີ 8 ຕຸ​ລາ 1945).

ແນວ​ຄິດ​ກ່ຽວກັບ 4 ເສົາ​ຄ້ຳ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ​ມີ​​ວັນ​ທະ​ນະ​ທຳ​ ແມ່ນຄວາມ​ຄືບໜ້າ​ທາງ​ດ້ານ​ດ້ານ​ຈິນ​ຕະ​ນາ​ການ​ທິດ​ສະ​ດີ. ປະ​ຕິ​ບັດ​ໄດ້​ການ​ພັດ​ທະ​ນາ​ແບບ​ຄົບ​ຊຸດ, ກົມ​ກຽວ, ​ແຊກ​ຊຶມຊຶ່ວ​ກັນລະຫວ່າງ 4 ເສົາ​ຄ້ຳ​ນັ້ນ​ ຈະ​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກົງ​ກັນ​ຂ້າມ ​ຖ້າ​ເບິ່ງ​ເບົາ ບໍ່​ເອົາ​ໃຈ​ໃສ່​ເຖິງໜຶ່ງ​ໃນ 4 ເສົາ​ຄ້ຳ​ນັ້ນ​ ຈະມີ​ການແຕກ​ແຫງແລະນຳ​ໄປ​ສູ່​ການ​ແຍກ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

​ຄວາມຮຽກ​ຮ້ອງ​ຕ້ອງ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ຍັງ​ຕິດ​ກັບ​ການ​ຮູ້​ວິ​ທີ​ປະສານ​ສົມທົບ​ການພັດ​ທະ​ນາ​ທາງກວ້າງ ກັບ​ການ​ພັດ​ທະ​ນາ​ທາງເລິກ ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​​ການ​ພັດ​ທະ​ນາ​ຕາມທາງ​ເລິກ. ປັດ​​ໄຈໂດຍ​ກົງ​ທີ່​ສ້າງ​ເປັນ​ການ​ພັດ​ທະ​ນາ​ທາງ​ເລິກ​ແມ່ນ​ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ຂອງ​ງານ, ການ​ໝູນ​ໃຊ້​ຄວາມ​ກ້າວ​ໜ້າທາງວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ການປ່ຽນ​ແປງ​ໃໝ່ແລະ​ປະ​ດິດ​ສ້າງ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຊັບພະຍາກອນ​ມະນຸດ… ບັນ​ດາ​ປັດ​​ໄຈ​ດັ່ງ​ກ່າວ​ລ້ວນ​ແຕ່​ຂຶ້​ນກັບ​ວັດ​ທະ​ນະ​ທຳ, ໂດຍ​ວັດ​ທະ​ນະ​ທຳ​ສ້າງຂຶ້ນ​ມາ.

ຄວາມ​ເຕີບ​ໂຕແລະການ​ພັດ​ທະ​ນາ​ເພື່ອ​ຊີ​ວິດ​ປະ​ຈຸ​ບັນ ແຕ່ບໍ່​ອາດຈະ​ໃຊ້​ສາຍຕາ​ຄັບ​ແຄບສາຍຕາ​ສັ້ນ ເພື່ອ​ສ້າງ​​ຄວາມ​ເຕີບ​ໂຕ​ ​ໂດຍບໍ່​ຫົວ​ຊາ​ເຖິງ​ອະ​ນາ​ຄົດ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຕ່າງໆ​ຈົນ​ໝົດ​ກ້ຽງ, ການ​ຊົມ​ໃຊ້​ຫຼາຍ​ເກີນ​ໄປ​ ແລະ​ການ​ປ່ອຍ​ອາຍ​ພິດ​ສິ່ງ​ແວດ​ລ້ອມ. ການພັດ​ທະ​ນາ​ແບບ​ຍືນ​ຍົງຮຽກຮ້ອງ​ຕ້ອງ​ແກ້​ໄຂ​ໃຫ້​ກົມ​ກຽວ​ລະ​ຫວ່າງ ​ເປົ້າ​ໝາຍສະ​ເພາະ​ໜ້າແລະຍາວນ​ານ ສຳລັບ​ຊີ​ວິດ​ຂອງ​ມະ​ນຸດ​ໃນ​ປະ​ຈຸ​ບັນ ແລະ​ເພື່ອຄົນຮຸ່ນ​ຫຼັງ.

3- ວັດ​ທະ​ນະ​ທຳ​ແມ່ນ​ໜຶ່ງ​ໃນ 4 ເສົາ​ຄ້ຳ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຈັ່ງ​ຊັ້​ນ, ພື້ນ​ຖານ​ທິດ​ສະ​ດີ​ໃດ​ທີ່​ຈະ​ມາ​ເຖິງ​ຈຸດ​ນີ້?

ບາງທີ, ມາ​ຮອດ​ປະ​ຈຸ​ບັນ, ມີ​ຄົນ (ຫຼື​ມີ​ຄົນ​ຈຳນວນ​ໜຶ່ງ​ທີ່ບໍ່​ໜ້ອຍ) ໃຫ້​ທັດ​ສະ​ນະ​ວ່າ, ວັດ​ທະ​ນະ​ທຳ​ແມ່ນ​ຂົງ​ເຂດ​ທີ່ບໍ່​ມີ​ການ​ຜະ​ລິດ, “ກິນ​ນຳ" ​ເສດ​ຖະ​ກິດ, ກິນ​ນຳ​ການຜະ​ລິດ​ວັດ​ຖຸ. ຄວາມ​ຮັບ​ຮູ້​ດັ່ງ​ກ່າວ​ໄດ້ "ແຂງ​ກະ​ດ້າງ" ໃນ​ຈິນ​ຕະ​ນາ​ການ ແລະ ​​ໃນການ​ຊີ້​ນຳ, ການຈັດ​ຕັ້ງ​ພຶດຕິ​ກຳ​ ຂອງ​ພະ​ນັກ​ງານ ​ແລະ​ຂອງການ​ນຳ​ພາກ​ສ່ວນ​ໜຶ່ງ​ໃນ​ຂົງ​ເຂດ​ຕ່າງໆ. ຂໍ​ແກ້​​ໄຂຄວາມ​ເຂົ້າ​ໃຈ​ຜິດນັ້ນ​​ໃນ​ທັນທີ ​ໂດຍ​ການນຳ​ສະ​ເໜີ​ຄວາມ​ຄິດ​ພື້ນ​ຖານ​ຂອງ ກ.ມາກ, ວ່າ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ມີ​ສອງ​ຂົງ​ເຂດການ​ຜະ​ລິດ​ຄື ການ​ຜະ​ລິດ​ວັດ​ຖຸແລະການຜະ​ລິດ​ຈິດ​ໃຈ ແລະ ທັງ​ສອງ​ປະ​ຕິ​ບັດ​ຕາມ​ກົດ​ເກນທົ່ວ​ໄປ​ຂອງ​ການ​ຜະ​ລິດ. ການຜະ​ລິດ​ວັດ​ຖຸ​ເພື່ອ​ສ້າງ​ເປັນ​ວັດ​​ຖຸ​ສິ່ງ​ຂອງ​ໃຫ້​ມະ​ນຸດ, ສ່ວນການ​ຜະ​ລິດ​ຈິດ​ໃຈ​ລວມ​ມີ​ ວັນ​ນະ​ຄະ​ດີ, ສີ​ລະ​ປະ, ລັດ, ຄຸນ​ສົມ​ບັດ, ວິ​ທະ​ຍາ​ສາດ, "ການ​ຜະ​ລິດ​​ແນວ​ຄິດ, ສັນ​ຍາ​ລັກແລະສະຕິ" ແລະ "ຄື​ເຄີຍ​ເຫັນ​ສະ​ແດງອອກ​ໃນ​ພາ​ສາການ​ເມືອງ, ກົດ​ໝາຍ, ສາດ​ສະ​ໜ​າ, ​ອະ​ພິ​ປັດ​ຊະ​ຍາ" ​ພຽງ​ແຕ່ວ່າ “ບັນ​ດາ​ຮູບ​​ແບບ​ສະ​ເພາະ​ຂອງ​ການ​ຜະ​ລິດ ແລະປະ​ຕິ​ບັດ​ຕາມ​ກົດ​ເກນ​ທົ່ວ​ໄປ​ຂອງ​ການ​ຜະ​ລິດ" (1). ຜົນ​​ຂອງ​ການ​ຜ​ະ​ລິດ​ຈິດ​ໃຈ​ແມ່ນ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ຈິດ​ໃຈ ທີ່​ເຮັດ​ໃຫ້​ຊີ​ວິດ​ຈິດ​ໃຈ​ຂອງ​ມະ​ນຸດສວຍ​ງາມ​ແລະ​ອຸດົມ​ສົມ​ບຸນຂຶ້ນ​ເລື້ອຍໆ​​, ໝາຍ​ຄວາມ​ວ່າ, ມະນຸດ​ຊາດ​ພຽງ​ແຕ່​ສາມາດ​ບັນລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​​ໄດ້ ໃນຂະນະ​ທີ່​ພັດ​ທະ​ນາທັງ​ສອງ​ຮູບ​ແບບ​ຂອງ​ການ​ຜະ​ລິດ: ວັດ​ຖຸ ແລະ ຈິດ​ໃຈ. ຖ້າ​ການ​ຜະ​ລິດ​ວັດ​ຖຸ​ເປັນ​ພື້ນ​ຖານ​ວັດ​ຖຸ​ຂອງ​ສັງ​ຄົມ​ ​ແມ່ນແນ່ນອນ​ ການ​ຜະ​ລິດ​ຈິດ​ໃຈ​ເປັນ​ພື້​ນ​ຖານ​ຈິດ​ໃຈ​ຂອງ​ສັງ​ຄົມ​ນັ້ນ. ດັ່ງນັ້ນ, ຖ້າ​ຢາກ​ບັນ​ລຸ​ໄດ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ແມ່ນຕ້ອງ​ສ້າງ​ໃຫ້​ໄດ້​ການ​ພັ​ດ​ທະ​ນາ​ແບບ​ຄົບ​ຊຸດ, ກົມ​ກຽວ​ທັງ​ສອງ​ຂົງ​ເຂດ​ດັ່ງ​ກ່າວ, ກໍ່​ສ້າງ​​ພື້ນ​ຖານ​ວັດ​ຖຸ ​ແລະພື້ນ​ຖານ​ຈິດ​ໃຈ​ພ້ອມ​ກັນ​ສຳລັບ​ສັງ​ຄົມ. ​ນີ້​ເປັນ​ຂໍ້ທິດ​ສະ​ດີ​ຫຼັກ​ເພື່ອ​ອະ​ທິ​ບາຍວັດ​ທະ​ນະ​ທຳ​ເປັນ​ເສົ້າ​ຄ້ຳ​ອັນ​ໜຶ່ງ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

​ຈຸດໝາຍຂອງ​ການ​ຜະ​ລິດ​ວັດ​ຖຸ​ແມ່ນ​ສ້າງ​​ວັດ​ຖຸ​ສິ່ງ​ຂອງອອກ​ມາ​ນັບ​ມື້​ນັບຫຼາຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ກຳ​ລັງ​ກາຍ​ແລະຊີ​ວິດ​ວັດ​ຖຸ​ຂອງ​ມະ​ນຸດ. ແຕ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບໍ່​ມີ​ຈຸ​ດປະ​ສົງຫຍັງ​ໃນຕົວ​ມັນ​ເອງ, ​ແຕ່​ເປົ້າ​ໝາຍທີ່​ຈະ​ບັນ​ລຸ​ຄື​ການ​ພັດ​ທະ​ນາ​ຄວາມສຸກ, ​ເສລີພາບ, ຄວາມສົມ​ບຸນ​ຂອງ​ມະ​ນຸດ. ​ແລະນັ້ນ​ແມ່ນ​ວັດ​ທະ​ນະ​ທຳ.

ຈຸດ​ໝາຍ​ສຸດ​ທ້າຍ​ແລະສູງ​ສຸດ​ຂອງ​ການ​ຜະ​ລິດ​ຈິດ​ໃຈ​ແມ່ນ ​ບໍ່​ພຽງ​ແຕ່​​ເປັນ​ຜະ​ລິດ​ຕະ​ພັນ​ຈິດ​ໃຈ​ເທົ່າ​ນັ້ນ ​​​ແລະ​ຜ່ານນັ້ນ​​ເພື່ອ​ບັນ​ລຸ​​​ເປົ້າ​ໝາຍ​ໃນ​ການ​ບຳລຸງລ້ຽງແລະເສີມ​ສ້າງ​ຄົນ, ​ເຮັດ​ໃຫ້​ຄົນ​ກາຍ​ເປັນ “ຄົນ” ທີ່​ແທ້​ຈິງ​ທີ່​ສຸດ ຄື ກ.ມາກ ​ໄດ້ຢືນ​ຢັນ. ດັ່ງນັ້ນ, ຂະ​ແໜງ​ການ​ຜະ​ລິດທັງ​ສອງ​ພົບ​ກັນ​ທີ່​ປາຍທາງ​ສຸດ​ທ້າຍ​ ​ແມ່ນ​ເພື່ອ​ມະ​ນຸດ, ໃຫ້​ມະ​ນຸດ ດ້ວຍ​ຄວາມ​ໝາຍທີ່​ຈົບ​ງາມ​ລ້ຳ​ເລີກ ແລະ ມະ​ນຸດ​ສະ​ທຳ​ທີ່​ສຸດ​ຂອງ​ມັນ. ດ້ວຍ​ຄວາມ​ໝາຍນັ້ນ, ການ​ພັດ​ທະ​ນາ​ທີ່​ຄົບ​ຊຸດຂອງ​ການ​ຜະ​ລິດ​ວັດ​ຖຸແລະການຜະ​ລິດ​ຈິດ​ໃຈ ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ເບື້ອງ​ຕົ້ນ​ສຳລັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ເພື່ອຊີ້​ແຈງ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຈຳ​ເປັນຕ້ອງວິ​ເຄາະ​ລັກສະນະ​ໂຄງ​ສ້າງ​ຂອງວັດ​ທະ​ນະ​ທຳ. ນັ້ນ​ແມ່ນ​ສອງ​ຊັ້ນ​ຂອງ​ວັດ​ທະ​ນະ​ທຳ. ຊັ້ນ​ທີ່​ໜຶ່ງ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນສະ​ເພາະ​ຂອງວັດ​ທະ​ນະ​ທ​ທຳ. ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ນີ້​ມີ​ຄວາມ​ອຸ​ດົມ​ສົມ​ບຸນ​ທີ່​ສຸດ, ມີ​ການ​ປ່ຽນ​ແປງ​ຢ່າງບໍ່​ຢຸດ​ຢັ້ງ ແລະພັດ​ທະ​ນາ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທາງ​ດ້ານ​ຈິດ​ໃຈ​ ຂອງ​ມະ​ນຸດ ແລະ ນັ້ນແມ່ນ​ຊີ​ວິດ​ວັດ​ທະ​ນະ​ທຳ​ອັນ​ລະ​ອຽດ​ຂອງ​ສັງ​ຄົມ, ຂອງ​ແຕ່​ລະ​ຄົນ ແລະ ຂອງ​ແຕ່​ລະ​ຊຸມ​ຊົນ​ສັງຄົມ​ທີ່​ແນ່ນອນ. ພວກເຮົາ​ເອີ້ນວ່າ ນີ້​ແມ່ນປັດ​ໄຈ​ເຄື່ອນ​​ເໜັງ​ຂອງວັດ​ທະ​ນ​ຂະ​ທຳ ແລະ ມັນ​ແມ່ນ​ໂຄງ​ສ້າງພື້ນ​ຜີວ​ຂອງວັດ​ທະ​ນະ​ທຳ. ຊັ້ນ​ທີ​ສອງ​ຂອງວັດ​ທະ​ນະ​ທຳ ​ແມ່ນ​ພາກ​ສ່ວນ​ຊ້ອນ​ລັບ​ທີ່ເຫັນ​ໄດ້​ຍາກ ​ເຊິ່ງ​ເກີດ​ຂຶ້ນ​ຈາກ​ຊັ້ນ​ທີ​ໜຶ່ງ​ແຕ່ນອນ​ໃນ​ຄວາມ​ຮັບ​ຮູ້​ແລະການຮັບ​​ເອົາ​ຂອງ​ມະ​ນຸດ. ນັ້ນ​ແມ່ນ​ລະ​ບົບ​ຄຸນ​ຄ່າ​ໂດຍ​​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ສ້າງຂຶ້ນ​ມາ ແລະ ໄດ້​ມະ​ນຸດ​ຮັບ​ເອົາ. ນັ້ນ​ແມ່ນ​ປັດ​ໄຈ​ນິ້ງ​ຂອງວັດ​ທະ​ນະ​ທຳ, ແມ່ນ​ໂຄງ​ສ້າງ​ລວງ​ເລິກ​ຂອງວັດ​ທະ​ນະ​ທຳ. ໂຄງ​ສ້າງ​ລວງ​ເລິກ (ລະ​ບົບ​ຄຸນ​ຄ່າ) ແມ່ນ​ອັນ​ທີ່​​ເປັນ​ຜະລຶກ​ແລະນອນຊ້ອນ​ລັບຢູ່​ໃຕ້ຊັ້ນ​ທີ​ໜຶ່ງ​ ຂອງວັດ​ທະ​ນະ​ທຳ, ມີ​ບົດ​ບາດ​ກຳ​ນົດ​ທິດ, ດັດ​ປັບ​​ການ​ປ່ຽນ​ແປງ​ທຸກ​ຢ່າງ ໃນ​ໂຄງ​ສ້າງພື້ນ​ຜິວ, ກໍ່​ຮ່າງ​ສ້າງຮູບ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ​ຊາດ ​ໃນ​ກາ​ລະແລະເທ​ສະ. ລະບຸ​ໂຄງ​ສ້າງ​ຂອງວັດ​ທະ​ນະ​ທຳ​ທີ່​ມີ​ສອງ​ຊັ້ນ​ພື້ນຜິວແລະລວງ​ເລິກ ແລະ ການ​ພົວ​ພັນ​ສັດ​ຈະ​ວິ​ພາກ​ລະ​ຫວ່າງ​ສອງ​ຊັ້ນ​ນັ້ນ ​ແມ່ນ​ພື້ນ​ຖານ​ວິ​ທະ​ຍາ​ສາດ​​ພາ​ວະ​ວິ​ໄສ ເພື່ອ​ໃຫ້​ພວກ​ເຮົາ​ກຳ​ນົດ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ ທີ່​ເປັນທັງ​ຜະ​ລິດ​ຕະ​ພັນ​ທີ່​ອຸ​ດົມ​ສົມ​ບຸນ, ຫຼາຍ​ຮູບຫຼາຍ​ແບບຂອງ​ມັນທີ່​ຮັບ​ໃຊ້​ໃຫ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຈິດ​ໃຈ​ຂອງ​ມະ​ນຸດ, ທັງ​ເປັນ​ຄຸນ​ຄ່າ, ລະ​ບົບ​ຄຸນ​ຄ່າ​ທີ່​ໄດ້​ຮັບ​ການຢືນ​ຢັ​ນແລະຖ່າຍ​ທອດ, ປະ​ກອບ​ສ່ວນ​ສ້າງ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ແຕ່​ລະ​ຊຸມ​ຊົນ, ແຕ່​ລະຊາດ, ແຕ່​ລະ​ປະ​ເທດ.

ຄຸ​ນລັກ​ສະ​ນະທີ່​ໂດດ​ເດັ່ນ​ຂອງວັດ​ທະ​ນະ​ທຳ​ແມ່ນ ມັກ​ຈະ​ຊຶມ​ເຂົ້າ​ໄປ​ໃນຂົງ​ເຂດອື່ນ​ຂອງ​ສັງ​ຄົມ, ​ປະ​ກອບ​ສ່ວນ​ໂດຍ​ກົງ​​ເຂົ້າ​ໃນ​ການສ້າງ​ລະ​ດັບການ​ພັດ​ທະ​ນາຂອງ​ເສດ​ຖະ​ກິດ, ການ​ເມືອງ, ​ກົດ​ໝາຍ, ຄຸນ​ສົມ​ບັດ…

ດັ່ງ​ນັ້ນ, ຖ້າ​​ເພີ່ມ​ຄຳ​ສັບ​ວັດ​ທະ​ນະ​ທຳ​ ​​ເຂົ້າໃສ່​ໜ້າ​ຂົງ​ເຂດຕ່າງໆ​ເທິງນີ້​ ເຂົາ​ເຈົ້າ​ຮັບ​ຮູ້​ໄດ້​ທັນທີ​ເຖິງຄວາມ​ຮຽກ​ຮ້ອງ​ກ່ຽວ​ກັບ​​ຄຸນ​ນະ​ພາບແລະລະ​ດັບ​ການ​ພັດ​ທະ​ນາ​ ຂອງ​ຂົງ​ເຂດ​ເຫຼົ່ານັ້ນ. ຈາກນັ້ນ, ຈຶ່ງ​ເກີດ​ມີ​ວະລີ​ໃໝ່​ເຊັ່ນ ​ວັດ​ທະ​ນະ​ທຳ​ການ​ເມືອງ, ວັດ​ທ​ະ​ນະ​ທຳ​ໃນ​ພັກ, ວັດ​ທະ​ນະ​ທຳ​​ການຈະລາຈອນ, ວັດ​ທະ​ນະ​ທຳ​ການ​ປະ​ພຶດ, ວັດ​ທ​ະ​ນ​ະ​ທຳ​ຄອບ​ຄົວ, ວັດ​ທະ​ນະ​ທຳ​ການ​ອ່ານ, ວັ​ດ​ທ​ະ​ນະ​ທຳ​ສຳນັກງານ, ວັດ​ທະ​ນະ​ທຳ​ໂຮງ​ຮຽນ, ວັດ​ທ​ະ​ນະ​ທຳ​ການ​ກິນ​… ການ​ຊຶມ​ເລິກ​ນີ້​​ເກີດ​ຈາກໂຄງ​ສ້າງ​​ລວງ​ເລິກ​ຂອງວັດ​ທະ​ນະ​ທຳ, ໝາຍ​ຄວາມ​ວ່າ​ ການ​ຊຶມ​​ເລິກຂອງ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​​ເຂົ້າໃນ​ບັນ​ດາ​ຂົງ​ເຂດ​ຊີ​ວິດສັງ​ຄົມ. ຈາກ​ລັກ​ສະ​ນະພິ​ເສດສະ​ເພາະ​ນີ້ ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ມີ​ຄວາມ​ໝາຍ​ສຳ​ຄັນພິ​ເສດຕໍ່​ການ​ພັດ​ທະ​ນາ ແລະ ນັ້ນ​ແມ່ນ​ພື້ນ​ຖານ​ວິ​ທະ​ຍາ​ສາດ​ເພື່ອ​​ໃຫ້ພວດ​ເຮົາ​ອະ​ທິ​ບາຍ​ການ​ພົວ​ພັນ​​ສະ​ເພາະ​ຂອງວັດ​ທະ​ນະ​ທຳ ​ກັບ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ.

4- ແກ້​ໄຂ​ຢ່າງ​ຖືກ​ຕ້ອງ​ການ​ພົວ​ພັນ​ລະ​ຫວ່າງວັດ​ທະ​ນະ​ທຳກັບເສດ​ຖະ​ກິດ, ເສດ​ຖະ​ກິດ​ກັບ​ວັດ​ທະ​ນະ​ທຳ​ ຈະ​ເປັນ​ພະລັງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ທີ່​ສຸດ​ສຳລັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ວັດ​ທະ​ນະ​ທຳ​ຂຶ້​ນ​ກັບ​ໂຄງ​ບົນ, ​ຕິດ​ພັນ​​ແບບ​ອິນ​ຊີກັບ​​ໂຄງ​ລ່າງ, ດັ່ງ​ນັ້ນ, ຈາກ​ໃນ​ທາດ​ແທ້ ແລະ ປະ​ຕິ​ບັດ​ຕາມ​ກົດ​ເກນ​ທົ່ວ​ໄປ, ວັດ​ທະ​ນະ​ທຳ​ຢູ່​ໃນ​​ເສ​ດ​ຖະ​ກິດ, ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ. ເສດ​ຖະ​ກິດ​ພັດ​ທະ​ນາ​ແມ່ນ​ພື້ນ​ຖານ​ທີ່​ສຳ​ຄັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວັດ​ທະ​ນະ​ທຳ, ເຖິ​ງ​ແມ່ນ​ວ່າ​ການ​ພັດ​ທະ​ນາ​ຂອງ​ບາງ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ທີ່​ມີລັກສະ​ນະ​ສະ​ເພາະ​ເຊັ່ນ ວັນ​ນະ​ຄະ​ດີ, ສິລະ​ປະ. ຫຼັກ​ມູນ​ແຜ່ຫຼາຍ​ທົ່ວ​ໄປ​ນີ້​ບໍ່​ແມ່ນ​​ການບັງຄັບ​ຕໍ່​ວັດ​​ທະ​ນະ​ທຳ​ ​ແຕ່​​ແມ່ນ​ທາດ​ແທ້​ສັງ​ຄົມ​ຂອງວັດ​ທະ​ນະ​ທຳ, ເປັນ​ກົດ​ເກນ​ພາ​ວະ​ວິ​ໄສ​​ຂອງ​ການ​ພົວ​ພັນ​​ສັດ​ຈະ​ວິ​ພາກ ​ລະ​ຫວ່າງ​ເສ​ດ​ຖະ​ກິດແລະວັດ​ທະ​ນະ​ທຳ. ໜ້າ​ເສຍ​ດາຍທີ່ ​ຈາກຫຼັກ​ມູນນີ້, ​ໃນຫຼາຍປີ​ທີ່​ຜ່ານ​ມາ, ໄດ້​ປະກົດ​ແນວ​ຄິດຄຳ​ພີຕາຍ​ຕົວ, ແຂງ​ກະ​ດ້າງ​ ທີ່ໃຫ້​ທັດ​ສະ​ນະ​ວ່າ, ວັດ​ທະ​ນະ​ທຳ​​ຂຶ້ນ​ກັບ​ເສດ​ທະ​ກິດ, ​ເປັນພຽງ​ອົງ​ປະກອບ​ທີ່​ບໍ່​ສະ​ແຫວ​ງຫາຜົນ​ກຳ​ໄລ, “ກິນ​ນຳ”. ​ໃນ​ຊຸມ​ປີ​ຜ່ານ​ມາມໍ່​ນີ້, ຄວາມ​ເປັນ​ຈິງ​ໄດ້​ປະ​ຕິ​ເສດ​ທັດ​ສະ​ນະ​ທີ່​ຜິດ​ພາດນັ້​ນ ແລະ ຫັນມາ​ສູ່​​ຄວາມ​​ເຂົ້າ​ໃຈ​ໃໝ່ ເມື່ອ​ຮັບ​ຮູ້ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ພັດ​ທະ​ນາ, ຊອກ​ຫາ​ທຸກວິ​ທີ​ທາງ​ທີ່​ເປັນ​ໄປ​ໄດ້ສຳລັບຄວາມ​ເໝາະສົມ​ລະ​ຫວ່າງ​ການ​ຜະ​ລິດແລະຄວາມ​ຄິດ​ປະ​ດິດ​ສ້າງ, ເພື່ອ​ໃຫ້​ເສດ​ຖະ​ກິດ​ຕ້ອງ “ຕັ້ງ​ຮາກ” ໃນ​ວັດ​ທະ​ນະ​ທຳ. ບໍ່​ສຸ້​ຊົນ​ເພື່ອ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ພຽງດ້ານດຽວ ​ແບບງົມ​ງວາຍ, ເດັດ​ຂາດບໍ່​ເສຍ​ສະຫຼະ​ວັດ​ທະ​ນະ​ທຳ​ ເພື່ອແລ​ກ​ເອົາການ​ເຕີບ​ໂຕ​ເສດ​ຖະ​ກິດ.

​​ໃນ​ຖະ​ແຫຼ​ງການ​ເປີດ​ “ທົດ​ສະ​ວັດ​​ແຫ່ງວັດ​ທະ​ນະ​ທຳ​ເພື່ອ​ການ​ພັດ​ທະ​ນາ”, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ​ແຫ່ງສະ​ຫະ​ປະ​ຊາ​ຊາດ (UNESCO) ໄດ້​ຢືນ​ຢັນ​ຢ່າງ​ແຂງ​ແຮງ​ທັດ​ສະ​ນະ​ຄະ​ຕິ​ໃໝ່​ທີ່ເລິກ​ເຊິ່ງ, ມີ​ຄຸນ​ຄ່າ​ແຜ່​ຫຼາຍ​ທົ່ວ​ໂລກ​ໃນ​ຍຸກປະ​ຈຸ​ບັນ​ແມ່ນ​ ປະສົບ​ການ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ທຸກ​ສັງ​ຄົມ​ປະ​ຈຸ​ບັນ, ບໍ່​ວ່າ​ຢູ່​ລະ​ດັບ​ເສດ​ຖະ​ກິດຫຼືທ່າ​ອຽງ​ການ​ເມືອງແລະເສດ​ຖະ​ກິດ​ໃດ, ວັດ​ທະ​ນະ​ທຳແລະການ​ພັດ​ທະ​ນະ​ນາ​ແມ່ນ​ສອງ​ດ້ານທີ່​ຕິດ​ແໜ້ນ​ນຳ​ກັນ; ປະ​ເທດ​ໃດກໍ່ຕາມ​ທີ່​ກຳນົດ​ເປົ້າ​ໝາຍການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ຕົນ​ໂດຍ​ແຍກ​ອອກຈາກ​ສະພາບ​ແວດ​ລ້ອມ​ທາງ​ວັດ​ທະ​ນະ​ທຳ ກໍ່​ຈະ​ພາ​ໃຫ້​ເກີດ​ຄວາມບໍ່​ສົມ​ດຸນ​​ຢ່າງ​ຮ້າຍ​ແຮງ ທັງ​ດ້ານ​ເສດ​ຖະ​ກິດ​ແລະວັດ​ທະ​ນະ​ທຳ, ແລະຄວາມ​ສາ​ມາດ​​ປະ​ດິດ​ສ້າງ​ຂອງ​ປະ​ເທດນັ້ນ​ຈະ​ອ່​ອນ​ເພຍ​ລົງ… ການພັດ​ທະ​ນາຈຳ​ເປັນ​ຕ້ອງຮັບ​ຮູ້​ວ່າ​ວັດ​ທະ​ນະ​ທຳມີ​ຖາ​ນະ​ໃຈ​ກາງ ແລະ ​ມີ​ບົດ​ບາດ​ດັດ​ສົມ​ສັງ​ຄົມ.

​ຈາກ​ທັດ​ສ​ະ​ນະຄະຕິ​ທີ່​ເລິກ​ເຊິ່ງ​ແລະ​ໜ້າ​ເຊື່ອຖືເທິງນີ້, ພວກ​ເຮົາ​ອາດ​ສາ​ມາດ​ຢືນ​ຢັນ​​ວ່າ, ລັດ​ທິ​ອັດ​ຖະ​ປະ​ໂຫຍດ​ເສດ​​ຖະ​ກິດ​ທີ່​​ມີ​ທ່າ​ອ່ຽງ​ພັດ​ທະ​ນານັ້ນ ​ແມ່ນຄວາມ​ສ່ຽງ​ທີ່​ແທ້​ຈິງຂອງການ​ພັດ​ທະ​ນາ​ທີ່ບໍ່​​ຍືນ​ຍົງ, ພາ​ໃຫ້​ມີຄວາມຊຸດ​ໂຊມ ຕົກ​ຕ່ຳ​ໃນ​ບັນ​ດາ​ຂົງ​ເຂດ​ຈິດ​ໃຈ, ຄຸນ​ສົມ​ບັດ, ການ​ປະ​ດິດ​ສ້າງວັດ​ທະ​ນະ​ທຳ… ​ແລະຈາກ​ທັດ​ສ​ະ​ນະຄະຕິ​ເທິງນີ້ ຈະ​ມີ​ຜົນ​ທີ່​ຕາມ​ມາ​ຄື, ​ວັດ​ທະ​ນະ​ທຳ​ບໍ່​ພຽງ​ແຕ່​ເປັນ​ຜົນ​ງານ​ຂອງ​ການ​ພັດ​ທະ​ນ​າ​ເທົ່າ​ນັ້ນ ມັນ​ຍັງ​ເປັນ​ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງນັ້ນ​ເອງ, ຫຼື​ເວົ້າ​ຢ່າງ​ອື່ນ​ແມ່ນ, ເສດ​ຖະ​ກິດບໍ່​​ພັດ​ທະ​ນາ​ດ້ວຍ​ຕົນເອງ​​ໂດຍ​ບໍ່​ມີ​ພື້ນ​ຖານແລະກຳ​ລັງ​ໜູນດ້ານ​ວັດ​ທະ​ນະ​ທຳ. ໃນ​ຍຸກ​ສະ​ໄໝ​ປະ​ຈຸ​ບັນ, ໃນ​​ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ ອັດຕາ​ສ່ວນ​ຂອງສານ​ສີ​ຂີ້​ເທົ່າ​ (ມັນສະໝອງ) ເພີ່ມ​ຂຶ້ນ ​ແລະ ​ຖື​ຕຳ​ແໜ່​ງ​ປົກ​ຄຸມ​ໃນ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ. ສິ່ງດັ່ງກ່າວ​ມີ​ຄວາມ​ໝາຍວ່າ ອັດຕາ​ສ່ວນ​ຂອງ​ປັດ​ໄຈ​ວັດ​ທະ​ນະ​ທຳ​ນັບ​ມື້​ນັບມີບົດ​ບາດ​ຕັດ​ສິນ. ຕໍ່ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການທີ່​ນັບ​ມື້​ນັບ​ສູງ ຫຼາກ​ຫຼາຍ ​ແລະ ມີ​ລັກ​ສະ​ນະ​​ເອ​ກະ​ເທດ​ຂອງຜູ້ບໍ​ລິ​ໂພກ, ສຳ​ລັບ​ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ ບໍ​ລິ​ການ​ຈຳ​ນວນຫຼາຍ, ອາດ​ຈະ​ເວົ້​າ​ໄດ້​ວ່າ, ຖ້າ​ຫາກຂາ​ດ​ເອກະລັກ​ວັດ​ທະ​ນະ​ທຳ​ໃນ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນັ້ນ ​ແມ່ນ​ຄວາມ​ສາ​ມາດ​​ໃນການ​ແຂ່ງ​ຂັນ​ຂອງ​ມັນ​ຈະຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ. ເພາະ​ສະ​ນັ້ນ, ໃນ​ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ປະ​ດິດ​ສ້າງສິລະ​ປະ ວັດ​ທະ​ນະ​ທຳ​ເຊັ່ນ ພາບພະ​ຍົນ, ຈິດ​ຕະ​ກຳ, ສິລະ​ປະ​​ອຸດ​ສາ​ຫະ​ກຳ, ສະຖາປັດຕະຍະກຳ, ອາ​ພອນ​​ແຟຊັ່ນ, ສິລະ​ປະ​ພຶື້ນ​ເມືອງ, ​ເທດສະການ,… ພວມ​ເຂົ້າ​ຮ່ວມ​ໂດຍ​ກົງແລະເລິກ​ເຊິ່ງ​​ໃນ​ຂະ​ບວນ​ວິ​ວັດ​ເສດ​ຖະ​ກິດ​ ແລະ ຜົນທາງ​ເສດຖະ​ກິດ, ເຮັດ​ໃຫ້​​ປັດ​ໄຈແລະຄຸນ​ຄ່າ​ວັດ​ທະ​ນະ​ທຳ​ໃນ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນັ້​ນ​ເລິກ​ເຊິ່ງຍິ່ງ​ຂຶ້ນ. ມາ​ຮອດ​ປະ​ຈຸ​ບັນ, ຢູ່ຫຼາຍ​ປະ​ເທດ, ​ການ​ຕິດ​​ແໜ້ນ​ວັດ​ທະ​ນະທຳກັບ​ເສດ​ຖະ​ກິດ, ເສດ​ຖະ​ກິດ​ໃນ​ວັດ​ທະ​ນະ​ທຳ ແລະ ວັດ​ທະ​ນະ​ທຳໃນ​ເສດ​ຖະ​ກິດ​ ​ໄດ້ກາຍ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໃນ​ຊຸມ​ປີ​ຜ່ານ​ມາມໍ່​ນີ້, ເຂົາ​ເຈົ້າ​ເວົ້າຫຼາຍ​ເຖິງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ໃນ​ຮູບ​ແບບ​ໃໝ່​ຂອງ​ຂະ​ແໜງ​ການ​ເສດ​ຖະ​ກິດ, ຫຼື​ເວົ້າ​ອີກ​ແບບ​ໜຶ່ງ, ນັ້ນ​ແໝ່ນ​ຜົນ​​ຂອງ​ຂະ​ບວນ​ວິ​ວັດ​ການ​ຕິດ​ພັນ​ວັດ​ທະ​ນະ​ທຳ​ໃນ​ເສດ​ຖະ​ກິດ, ເສດ​ຖະ​ກິດ​ໃນ​ວັດ​ທະ​ນະ​ທຳ. ອຸດ​ສາ​ຫະ​ກຳພາບພະ​ຍົນ, ອຸ​ສາ​ຫະ​ກຳພາບແລະສຽງ, ອຸດ​ສາ​ຫະກຳ​ການ​ພິມ, ອຸດ​ສາ​ຫະ​ກຳ​ບັນ​ເທິງ, ການບັນ​ເທີງ…ພວມ​ພັດ​ທະ​ນາ​ເປັນ​ຂະ​ແໜງ​ການ​ເສດ​ຖະ​ກິດສະ​ເພາະ, ຕິດ​ແໜ້ນ​ວັດ​ທະ​ນະ​ທຳ​ກັບ​ເສດ​ຖະ​ກິດ, ບໍ່​ພຽງ​ແຕ່​ສ້າງ​​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳທີ່​ທັນ​ສະ​ໄໝ​ເທົ່​ານັ້​ນ ຫາກ​ຍັງ​ສ້າງ​​ຄຸນ​ຄ່າ​ເສດ​ຖະ​ກິດ​ທີ່​ໃຫຍ່ຫຼວງອີກ​ດ້ວຍ. ​ເປັນ​ທີ່ຈະ​ແຈ້ງວ່າ​ ທ່າ​ອຽງ​ການ​ຜະ​ລິດ​ແລະ​ການ​ບໍລິໂພກວັດ​ທະ​ນະ​ທຳ​ ຕາມ​ແບບ​ວິ​ທີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ ແມ່ນ​ທ່າ​ອຽງພາ​ວະ​ວິ​ໄສ​ຂອງ​ສັງ​ຄົມຮ່ວມ​ສະ​ໄໝ ແລະ ​ນັ້ນ​ແມ່ນ​ຈຸດ​ພິ​ເສດ​ໃໝ່​​ຂອງຂະ​ບວນວິ​ວັດ​ແຫ່ງ​ການ​ແຊກ​ຊຶມ​ເຊິ່ງ​ກັນແລະກັນ​ລະຫວ່າງ​ເສດ​​ຖະ​ກິດແລະວັດ​ທະ​ນະ​ທຳ​ໃນຍຸກ​ປະຈຸ​ບັນ.

ເມື່​ອ​​ເວົ້າ​ເຖິງ​ແນວ​ຄິດ "ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ", ບາງ​ຄົນ​ເຄີຍ​ເຂົ້າ​ໃຈ​ແລະພຽງ​ແຕ່ຖືວ່າ ນັ້ນ​ແມ່ນ​ທິດ​ນຳ​ທາງ​ເສ​ຖະ​ກິດ​, ແຕ່​ທີ່ແທ້​​ແລ້ວ ​ການ​​ສົມທົບ​ສອງ​ປັດ​ໃຈ “ຕະຫຼາດ” ແລະ “ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ" ​ໄດ້​ເວົ້າ​ເຖິງ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ທີ່​ປົກ​ຄຸມ​: ຈະ​ສາມາດ​ປະຕິບັດ​ທິດ​ນຳ​ນັ້ນ​ໄດ້ກໍ່​ຕໍ່​ເມື່ອ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແຊກ​ຄຸມ​ເສດ​ຖະ​ກິດ​ຕະຫຼາດທັງ​ໝົດ​ຂອງ​ພວກ​ເຮົາ. ເວົ້າ​ອີກແບບ​ໜຶ່ງ, ຢູ່ນີ້​ປັດ​​ໄຈ​ເສດ​ຖະ​ກິດແລະປັດ​​ໄຈ​ວັດ​ທະ​ນະ​ທຳ​ຕິດ​ແໜ້ນນຳ​ກັນ​ ເພື່ອ​ຮັບ​ປະ​ກັນ​ໃຫ້​ສັງ​ຄົມ​ພັດ​ທະ​ນາ​ໃນຄວາມ​ປອດ​ໃສ​ແລະ​ຢືນ​ຂອງ​ມັນ. ດັ່ງ​ນັ້​ນຈຶ່ງ​ມີ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ກົດ​ເກນ​ຕະຫຼາດແລະກົດ​ເກນ​ວັດ​ທະ​ນະ​ທຳຢູ່​ສະ​ເໝີ. ໃນ​ປະ​ຈຸ​ບັນ, ເຖິງວ່າ​ຈະ​ມີ​ເງື່ອນ​ໄຂ​ໃໝ່ແລະ​ມີ​ການ​ປັບ​ປ່ຽນ​ທີ່​ສຳຄັນ, ​ແຕ່ເສດ​ຖະ​ກິດ​ຕະຫຼ​າດ​ຍັງ​ບໍ່​ສາ​ມາດ​ເອົາ​ຊະນະ​ຂໍ້​ຈຳ​ກັດ​ຂອງ​ມັນ​ໄດ້. ​ໂດຍ​ຮັບ​ຮູ້​​ເຫັນ​ແຈ້ງ​ສອງ​ດ້ານຂອງ​ເສດຖະກິດ​ຕະຫຼາດຄື ດ້ານ​ຕັ້ງ​ໜ້າ ​ເໝາະ​ສົມ​ກັບ​ກົດ​ເກນ​ການ​ພັດ​ທະ​ນາ ແລະ ດ້ານ​ຫຍໍ້​ທໍ້ ຂໍ້​ຈຳ​ກັດ​ຂອງ​ເສດ​ຖະ​ກິດ​ຕະຫຼາດ, ພວກ​ເຮົາ​ໄດ້ຍຶດ​ໝັ້ນ​​ໃນ​ການຢືນ​ຢັນ “ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ” ​ເພາະວ່າ ນັ້ນ​ແມ່ນ​ວິທີ​ທີ່​ຈະ​ເອົາ​ຊະນະ​ດ້ານມືດ​ຂອງ​ເສດ​ຖະ​ກິດ​ຕະຫຼ​າດ ແລະ ຄວາມ​ພະ​ຍາ​ຍາມ​ໃນ​ການ​ສ້າງ​ຄຸນ​ຄ່າ​ມະ​ນຸດ​ສະ​ທຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ວັດ​ທະ​ນະ​ທຳ​ຮັກ​ສາ​ບົດ​ບາດ​ກຳ​ນົດ​ທິດ​ຄຸນ​ຄ່າ​ໃຫ້​​ແກ່​ການ​ເຄື່ອນ​ໄຫວ​ຂອງ​ເສດ​ຖະ​ກິດ​ຕະຫຼາດ ໝາຍ​ຄວາມ​ວ່າການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຕ້ອງຢູ່​ໃນ​ເນື້ອ​ໃນການດຳ​ເນີນ​ງານ ແລະ ຜົນ​ກະທົບ​ຂອງ​ລະບົບ​ເສດ​ຖະ​ກິດ​ຕະຫຼາດ, ຫາກບໍ່​ແມ່ນ​ສອງ​ປັດ​​ໄຈ​ທີ່ຢືນຄຽງ​ຂ້າງ​ກັນຫຼື​ແຍກ​ຈາກ​ກັນ. ສິ່ງ​ດັ່ງກ່າວ​ຕ້ອງ​ໄດ້​ຢືນ​ຢັນ​ຢ່າງ​ຈະ​ແຈ້ງແລະມີວິ​ທະ​ຍາ​ສາດ​ໃນ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຫວຽດ​ນາມ.

5- ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ສາຍ​ພົວ​ພັນ​ລະ​ຫວ່າ​ງວັດ​ທະ​ນະ​ທຳແລະການ​ເມືອງ, ກໍ່​ສ້າ​ງ​ຄຸນ​ຄ່າ​ວັດ​ທະ​ນະ​ທຳການ​ເມືອງ.

ກ່ອນ​ອື່ນ​ໝົດ, ວັດ​ທະ​ນະ​ທຳ​ການ​ເມືອງ​ແມ່ນ​ຄຸນ​ຄ່​າວັດທະນະທຳ​ພິ​ເສດສະ​ເພາະ, ແມ່ນ​ປັດ​ໄຈ​ທີ່ປະ​ກອບ​ສ້າງ​ເປັນ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ລວມ ແລະ ກາຍ​ເປັນ​ປັດ​​ໄຈ​ໜຶ່ງ​ທີ່​ສຳຄັນ​ ໃນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງ​ສັງ​ຄົມ, ຂອງ​ປະ​ເທດ. ແມ່ນ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ໜຶ່ງ, ເມື່ອ​ເວົ້າ​ເຖິງວັດ​ທະ​ນະ​ທຳ​ການ​ເມືອງ​ແມ່ນ​ຢາກ​​ເນັ້ນ​ໜັກ​ເຖິງ​ລັກ​ສະ​ນະ​ຖືກ​ຕ້ອງ, ເໝາະ​ສົ​ມ​ກັບ​ກົດ​ເກນ, ຖືກ​ກັບ​​ຈິດ​ໃຈ​ຂອງປະ​ຊາ​ຊົມ, ຄວາມ​ແທ້​ຈິງຂອງ​ທັດ​ສະ​ນະ​ການ​ເມືອງ ແລະ ສິ່ງ​ດັ່ງກ່າວ​ສະ​ແດງອອກ​ກ່ອນ​ອື່ນ​ໝົດ​ຢູ່​ທີ່ລະ​ດັບ​ແນວ​ຄິດ​ແລະ​ສະຕິບັນ​ຍາ​ຂອງ​ອົງ​ການ​ຈັດ​ຕັ້ງແລະບຸກຄົນ​ການ​ເມືອງ ​ບົນ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈ​ກົດ​ເກນ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຫວັດ​ສາດ, ບັນ​ດາ​ການ​ພົວ​ພັນທາງ​ການ​ເມືອງກໍ່​ຄື​ສະ​ຖາ​ບັນ​ການ​ເມືອງ​ ​ເພື່ອແນໃສ່​ກຳ​ນົດ​ທິດແລ​ະຄຸ້ມ​ຄອງ​ການ​ພັດ​ທະ​ນາ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ​ຂອງ​ການເຄື່ອນ​ໄຫວ​ທາງການ​ເມືອງ, ວັດ​ທະ​ນະ​ທຳການ​ເມືອງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນລະບຽບ​ກົດໝາຍ, ການ​ຈັດ​ຕັ້ງ ແລະ ສະ​ຖາ​ບັນ​ການ​ເມືອງ.

ອີ​ກ​ດ້ານ​ໜຶ່ງ, ເວົ້າ​ເຖິງວັດ​ທະ​ນະ​ທຳ​ການ​ເມືອງ​ບໍ່​ອາດບໍ່​ເວົ້າ​ເຖິງ​ອັດ​ຕະ​ພາບ-ບຸກຄົນ​ການ​ເມືອງ ​ແລະ ການເຄື່ອນ​ໄຫວ​ທາງການ​ເມືອງ. ອັດ​ຕະ​ພາບນີ້​ມີ​ກິດ​ຕິ​ຄຸ​ນ​ມະ​ນຸດ, ກຽດ​ສັກ​ສີ ​ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່​ຈົບ​ງານ​ລ້ຳ​ເລິກຫຼືທຳ​ມະ​ດາ​ສາມັນ, ເພື່ອ​ທຸກ​​ຄົນ ຫຼື ​ເຫັນ​ແຕ່ຜົນ​ປະ​ໂຫຍດ, ເຫັນ​ແກ່​ຕົວ, ລັດ​ທິ​ອັດ​ຕະ​ບຸກ​ຄົນ. ​ຄວາມ​ທະ​ເຍີ​ທະຍານ​ ຢາກ​ມີ​ອຳ​ນາດ, ​ມີຖາ​ນະ​ຕ່ຳ​ແໜ່ງ, ມີເງິນ​ຄຳ​ຫຼາຍ ຈະ​ສົ່ງຜົນ​ກະ​ທົບເຖິງ​ການເຄື່ອນ​ໄຫວ​ທາງການ​ເມືອງ​ຕາມ​ທິດ​ທາງທີ່​ແຕກ​ຕ່າງ​ກັນ. ວັດ​ທະ​ນະ​ທຳ​ການ​ເມືອງ​ຍັງ​ສະ​ແດງອອກ​ຢູ່​​ໃນຄວາມ​ສາ​ມາດ ແລະ ສິລະ​ປະ​ການ​ຈັດ​ຕັ້ງ, ການສຶກ​ສາ, ຊວນ​ເຊື່ອລະດົມ​ມະ​ຫາ​ຊົນ​ເຂົ້າ​ຮ່ວມ​ໂດຍ​ສະ​ໝັກ​ໃຈ​ ​ໃນ​ການ​ເຄື່ອນ​ໄຫວ​ຕາມ​ແນວ​ທາງ, ທັດ​ສະ​ນະ, ນະ​ໂຍ​ບາຍ​ການ​ເມືອງທີ່​ຖືກ​ຕ້ອງ. ​ຈາກ​ຄວາມ​ຮັບ​ຮູ້​​ເທິງ​ນີ້, ສາ​ມາດ​ຢືນ​ຢັນ​ວ່າ, ລະບົບ​ການ​ເມືອງ​ທີ່​ຖື​ຕ້ອງ​, ​ແທ້​ຈິງ​ຕ້ອງ​​ເປັນລະບົບການ​ເມືອງ​ທີ່​ມີວັດ​ທະ​ນະ​ທຳ​ທີ່​ສຸດ. ດັ່ງ​ນັ້​ນ, ຖ້າຫາກ​ການ​ເມືອງ​ແມ່ນການກົງກັນຂ້າມກັບ​ປະ​ຊາ​ຊົນ, ການ​ເມືອງ​ອຳ​ນາດ​ບາດ​ໃຫຍ່, ສະ​ແຫວ​ງຫາ​ຜົນ​ປະ​ໂຫດ​ໃຫ້​ແກ່​​ອິດ​ທິ​ກຳ​ລັງກຳ​ອານາ​ດ ມັນ​ແມ່ນ​ການ​ເມືອງ​ຝືນ​ວັດ​ທະ​ນະ​ທຳ. ດ້ວຍ​ຄວາມ​ໝາຍດັ່ງກ່າວ, ວັດ​ທະ​ນະ​ທຳ​ແມ່ນ​ປັດ​ໄຈ​ສ້າງ​ເປັນ​ກຳ​ລັງ​ແຮງ, ກຳ​ລັງດຶງ​ດູດ​ຊວນ​ເຊື່ອ​ຂອງ​ການ​ເມືອງ ແລະ ການ​ເມືອງ​ທີ່​ແທ້​ຈິງ​ຍາມ​ໃດ​ກໍ່​ຖືເອົາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳເປັນ​ແກ່ນ​ສານ, ເປັນ​ພື້ນ​ຖານ​ຂອງ​ຕົນ​. ໃນ​ຂະ​ນະ​ນັ້ນ, ການ​ເມືອງແລະການ​ເຄື່ອ​ນ​ໄຫວທາງ​ການ​ເມືອງ​ ຍາມ​ໃດ​ກໍ່​ມີ​ບົດ​ບາດ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ສຳ​ລັບ​ລະ​ບອບ​ການ​ປົກຄອງໜຶ່ງ, ລັດ​ໜຶ່ງ. ສິ່​ງ​ເຫຼົ່າ​ນັ້ນ​ໝາຍ​ຄວາມ​ວ່າ, ​ລະ​ບອບການ​ປົກຄອງ ສະ​ຖາ​ບັນ​ການ​ເມືອງ​ທີ່ໝັ້ນຄົງ​ເຂັ້ມ​ແຂງ​ ຍາມໃດ​ກໍ່​ຕ້ອງ​ການ​ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ການ​ເມືອງແລະວັດ​ທະ​ນະ​ທຳ. ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ການ​ເມືອງ. ລະ​ບົບ​ຄຸນ​ຄ່ານັ້ນ​ຕ້​ອງ​ແມ່ນ​ການ​ພົວພັນ​ລະ​ຫວ່າງ​ພັກແລະປະ​ຊາ​ຊົນ, ໃນ​ນັ້ນ ພັກຕ້ອງ​ຮັບ​ຟັງ, ​ເກັບ​ກຳ​​ຄວາມ​ໄຝ່​ຝັນ​ອັ​ນ​ແຮງ​ກ້າ, ຄວາມ​ປາ​ຖະ​ໜາ​ອັນ​ຊອບ​ທຳ​ ແລະ ຖືກ​ກົດ​ໝາຍຂອງມະ​ຫາ​ຊົນ ເພື່ອ​ຖອດ​ຖອນ​ເປັນ​ຄຸນ​ຄ່​າ​ການ​ເມືອງ​ຂອງ​ພັກ, ພ້ອມ​ທັງ​ເຮັດ​ໃຫ້​ຄຸນ​ຄ່າ​ເຫຼົ່ານັ້ນ​ກາຍ​ເປັນ​ຄວາມ​ເຊື່ອ​ໝັ້ນ​ການ​ເມືອງ​ຂອງມວນ​ຊົນ​ທັງຫຼາຍ.

ຫຼັກ​ແຫຼ່ງ​ຂອງວັດ​ທະ​ນະ​ທຳ​ການ​ເມືອງ​ແມ່ນ​ວັດ​ທະ​ນະ​ທຳ​ການ​ນຳແລະການ​ຄຸ້ມ​ຄອງ, ວັ​ດ​ທະ​ນະ​ທຳ​ການ​ນຳ ການ​ຄຸ້ມ​ຄອງ​ແມ່ນ​ມວນລວມ​ຄຸນ​ຄ່າ​ທີ່​ໄດ້​ສ້າງຂຶ້ນ​ມາ​ຈາກ​ແນວ​ຄິດ, ບັນທັດ​ຖານ, ຫຼັກ​ການ, ວິ​ທີ​ການ​ສ້າງ​ເປັນ​ຖາ​ນະ​ຕ່ຳ​ແໜ່ງ, ຄວາມ​ສາ​ມາດ, ອິດ​ທິ​ພົ​ນ​ຂອງ​ອັດ​ຕະ​ພາບ​ການ​ນຳການຄຸ້ມ​ຄອງ ​ໃນ​ການ​ພົວ​ພັນຢ່າງກົມ​ກຽວ​ກັບ​ພາ​ວະ​ພາບ​ ເພື່ອ​ພາ​ລະ​ກິດ​ລວ​ມ​​ແລະຈຸດ​ໝາຍ​ລວມອັນ​ໜຶ່ງ. ດ້ວຍ​ຄວາມໝາຍ​ດັ່ງກ່າວ​, ວັດ​ທະ​ນະ​ທຳ​ການ​ນຳ​ແລະການ​ຄຸ້ມ​ຄອງ​ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເມືອງ ແລະ ການເຄື່ອນ​ໄຫວ​ທາງການ​ເມືອງ​ຂອງ​ພັກ​ທີ່​ກຳ​ອຳ​ນາດ. ໃນ​ເວ​ລາ​ຜ່ານ​ມາມໍ່​ນີ້, ເຂົາ​ເຈົ້າ​ເຄີຍ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ​ກຳ​ອຳ​ນາດ ​ເພາະວ່າ​ມັນ​ເປັນ​ປັດ​​ໄຈ​ຕັດ​ສິນ​ສຳ​ລັບ​ລັດ​ໜຶ່ງ, ສະ​ຖາ​ບັນ​ການ​ເມືອງ​ໜຶ່ງ. ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມັນຂຶ້ນ​ກັບຄວາມ​ເດັດດ່ຽວ, ຄວາມ​ສາ​ມາດ, ຄວາມ​ຮູ້, ລັກ​ສະ​ນະ​ຖືກ​ຕ້ອງ, ລັກ​ສະ​ນະ​ປອດ​ໃສ​ຂອງວັດ​ທະ​ນະ​ທຳ​ການ​ເມືອງ​ເວົ້າ​ລວມ, ວັດ​ທະ​ນະ​ທຳ​ກຳ​ອຳ​ນາດ​ເວົ້າ​ສະ​ເພາະ.

ດັ່ງນັ້​ນ, ການກໍ່​ສ້າງແລະພັດ​ທະ​ນາ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົ​ມ​ຕ້​ອງ​ແນ​ໃສ່​ຈຸດ​ໝາຍ​ທີ່​ສູງ​ສຸດ​ແມ່ນ​ວັດ​ທ​ະ​ນະ​ທຳ, ຫັນ​ໄປສູ້​​ບັນ​ດາ​ຄຸ​ນ​ຄ່າ​ວັດ​ທະ​ນະ​ທຳຄື​ ປະ​ຊາ​ທິ​ປະ​ໄຕ, ອິດ​ສະ​ລະ​ພາບ, ຍຸ​ຕິ​ທຳ, ສີ​ວິ​ໄລ, ມະ​ນຸດ​ຢູ່​ເຢັນ​ເປັນ​ສຸກແລ​ະພັດ​ທະ​ນາຢ່າງ​ສົມ​ບຸນ. ດ້ວຍ​ເຫ​ດນັ້​ນ, ວັດ​ທະ​ນະ​ທຳ​ຍາມ​ໃດ​ກໍ່​ມີ​ບົດ​ບາດ​ສຳ​ຄັນ, ທັງສະ​ເພາະ​ໜ້າແລະຍາວ​ນານ ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ./.

ສຈ, ປອ. ດິງຊວັນ​ຢູງ

ສະ​ພາ​ທິດ​ສະ​ດີ, ວິ​ຈານ​ວັນ​ນະ​ຄະ​ດີ, ສິລະ​ປະ​ສູນ​ກາງ

-------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 921 (​ເດືອນ​ກໍ​ລະ​ກົດ 2019)

(1)ກ.ມາກແລະຟ.ອັງ​ແກນ, ວ.ອີ.ເລ​ນິນ: ກ່ຽວ​ກັບ​ວັນ​ນະ​ຄະ​ດີ ແລະ ສິລະ​ປະ. ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 1977, ໜ້າ 43-392.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ