ວັນຈັນ, 18/11/2019
ກໍ່ສ້າງວັດທະນະທຳໃນເສດຖະກິດ ເພື່ອການພັດທະນາແບບຍືນຍົງຂອງປະເທດຫວຽດນາມ
14/10/2019 16:0' ສົ່ງ ພິມ
ກໍ່ສ້າງວັດທະນະທຳໃນເສດຖະກິດ ເພື່ອການພັດທະນາແບບຍືນຍົງຂອງປະເທດຫວຽດນາມ (ພາບ: vnmedia.vn)

ສາຍ​ພົວພັນ​ສັດຈະ​ວິພາກ​ລະຫວ່າງ​ວັດທະນະທຳ​ແລະ​ເສດຖະກິດ

1- ​ທັດສຳນຶກກ່ຽວ​ກັບ​ວັດທະນະທຳ​ແລະ​ເສດຖະກິດ 

- ທັດສຳນຶກກ່ຽວ​ກັບ​ວັດທະນະທຳ

ວັດທະນະທຳ​ແມ່ນ​ແນວ​ຄວາມ​ຄິດ​ທີ່​ມີ​ເນື້ອ​ໃນ​ກວ້າງຂວາງ ພ້ອມ​ດ້ວຍ​ການ​ຕີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນຫຼາຍ, ມັນມີ​ຄວາມ​ກ່ຽວຂ້ອງ​ກັບ​ທຸກ​ດ້ານ​ຂອງ​ຊີວິດ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ມະນຸດ.

ນັກ​ຄົ້ນຄວ້າ​ສ່ວນ​ຫຼາຍຍອມຮັບ​ວ່າ: ວັດທະນະທຳ​​ແມ່ນ​ຄຸນຄ່າ​ວັດຖຸ​ແລະ​ຈິດ​ໃຈ​ທັງ​ໝົດ ​ໂດຍ​ມະນຸດ​ໃນ​ຖານະ​ເປັນ​ຄົນ-ມະນຸດ​ມີ​ວັດທະນະທຳ ສ້າງ​ຂຶ້ນ​ມາ​ໃນ​ຂະ​ບວນວິວັດ​​ແຫ່ງການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ສັງຄົມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຕ້ອງການ​ດຳລົງ​ຄົງ​ຕົວ​ແລະ​ຂະຫຍາຍຕົວຂອງ​ຕົນ. ຕາມ​ປະທານ​ໂຮ່ຈີ​ມິນ, “​ເພື່ອ​ຄວາມ​ດຳລົງ​ຄົງ​ຕົວ ກໍ່​ຄື​ຈຸດປະສົງ​ຂອງ​ຊີວິດ​, ມະນຸດຊາດ​ໄດ້ປະດິດ​ຄິດ​​ແຕ່ງ​ແລະ​ສ້າງ​ພາສາ, ຕົວໜັງສື, ຄຸນສົມບັດ, ກົດໝາຍ, ວິທະຍາສາດ, ສາສະໜາ, ສິນລະ​ປະ​ວັນນະຄະດີ, ບັນດາ​ເຄື່ອງມືສຳລັບການ​ດຳລົງ​ຊີວິດ​ປະຈຳ​ວັນ​ຄື​ ການ​ກິນ, ນຸ່ງຖື, ພັກຜ່ອນ ​ແລະ ບັນດາ​ພາຫະ​ນາ​ທີ່​ນຳ​ໃຊ້​ສິ່ງ​ປະດິດ​ແລະ​ຂໍ້​ຄິດ​ແຕ່ງ​ທັງ​ໝົດ​ເຫຼົ່າ​ນີ້, ​ນັ້ນ​ແມ່ນ​ວັດທະນະທຳ. ວັດທະນະທຳ​​ແມ່ນ​ການ​ສັງ​ລວມ​ທຸກ​ຮູບ​ແບບ​ການ​ດຳລົງ​ຊີວິດ​ພ້ອມ​ກັບ​ປະກົດ​ການ​ຂອງ​ມັນ ​ເຊິ່ງມະນຸດຊາດ​ໄດ້​ສ້າງ​ຂຶ້ນ​ມາ​ເພື່ອປັບ​ຕົວ​ເຂົ້າ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ຄົນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ດຳລົງ​ຄົງ​​ຕົວ”(1).

​ເວົ້າ​ໂດຍ​ສັງ​ເຂ​ບ, ວັດທະນະທຳ​​ແມ່ນ​ແນວ​ຄວາມ​ຄິດທີ່​ບົ່ງບອກ​ເຖິງ​ຄຸນ​ລັກສະນະ​ຂອງ​ມະນຸດ ຄື​ການ​ປະດິດ​ສ້າງ​ແລະ​ປັບປຸງ​ຄວາມ​ເປັນ​ຈິງ​ເພື່ອ​ບັນລຸ​ຄຸນຄ່າ​ຂອງ​ມະນຸດ, ຊຸກຍູ້​ຄວາມ​ກ້າວໜ້າ​​ສັງຄົມ, ​ແມ່ນສັນຍາ​ລັກ​ເພື່ອ​ຈຳ​ແນ​ກມະນຸດ​ກັບ​ສັດ​ເດ​ຍລະ​ສານ, ບຸກຄົນ​ນີ້​ກັບ​ຄົນ​ອື່ນ, ຊຸມ​ຊົນ​ນີ້​ກັບ​ຊຸມ​ຊົນ​ອື່ນ. ພ້ອມ​ນັ້ນ, ນີ້​ກໍ່​ແມ່ນ​​ແນວ​ຄວາມ​ຄິດ​ເພື່ອ​ບົ່ງ​ຊີ້​ລະດັບ​ແລະ​ຄຸນ​ນະພາ​ບຊີວິດ​ຂອງ​ມະນຸດ.

ວັດທະນະທຳ​​ແມ່ນ​ຄຸນຄ່າ​ທັງ​ໝົດ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ​ໃນປະຫວັດ​ສາດ​ແຫ່ງ​ການ​ອອກ​ແຮງ​ງານ​ຂອງ​ຕົນ ​ໃນ​ສອງ​ຂົງ​ເຂດ​ ການ​ຜະລິດ​ວັດຖຸ​ແລະ​ການ​ຜະລິດຈິດ​ວິນ​ຍານ. ດັ່ງ​ນັ້ນ, ຕາມ​ມູນ​ເຊື້ອ, ວັດທະນະທຳມີ​​ໂຄງ​ສ້າງສອງ​ພາກສ່ວນ​ທີ່​ງ່າຍດາຍ: ວັດທະນະທຳ​ວັດຖຸ (ປະກອບ​ດ້ວຍຜະລິດ​ຕະພັນ​ທັງ​ໝົດທີ່​ມະນຸດ​ສ້າງ​ຂຶ້ນ​ມາ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ​ວັດຖຸ: ​ເຄື່ອງກິນ, ​ເຄື່ອງນຸ່ງ​ຖື, ​ເຮືອນ​ຊານ, ​ເຄື່ອງ​ໃຊ້​ປະຈຳ​ວັນ, ​ເຄື່ອງມື​ການ​ຜະລິດ, ຍານພາຫະນະ...) ​ແລະ ວັດທະນະທຳ​ທາງຈິດ​ໃຈ (ປະກອບ​ດ້ວຍຜະລິດ​ຕະພັນ​ທັງ​ໝົດທີ່​ມະນຸດ​ສ້າງ​ຂຶ້ນ​ມາ​ໃນ​ການ​ເຄື່ອນ​ໄຫວ​ຜະລິດທາງ​ຈິດ​ວິນ​ຍານ: ​ແນວ​ຄິດ, ຄວາມ​ເຊື່ອ​-ສາ​ສະໝາ, ສິນລະ​ປະ, ພິທີກຳ, ​ເທດສະການ, ຮີດຄອງ, ປະ​ເພນີ, ຄຸນສົມບັດ, ພາສາ, ວັນນະຄະດີ).

- ທັດສຳນຶກກ່ຽວ​ກັບ​ເສດຖະກິດ

 ​ເສດຖະກິດ​ແມ່ນ​ການ​ເຄື່ອນ​ໄຫວ​ຜະລິດ​ວັດຖຸ​ຊັບສິນສິ່ງ​ຂອງ, ​ແມ່ນ​ແບບ​ວິທີ​ການ​ຜະລິດ​ແລະ​ແລກປ່ຽນ​ທັງ​ໝົດຂອງ​ລະບອບ​ສັງຄົມ​ໜຶ່ງ; ​ແມ່ນ​ສັງ​ລວມບັນດາ​ສາຍ​ພົວພັນ​ການ​ຜະລິດ (ການ​ພົວພັນ​ກຳມະສິດ, ການ​ພົວພັນຈັດ​ຕັ້ງ, ຄຸ້ມ​ຄອງ ​ແລະ ​ການ​ພົວພັນ​ແຈກຢາຍ, ຈໍລະ​ຈອນ​ຜະລິດ​ຕະພັນ​ສັງຄົມ), ອີງ​ໃສ່​ລະດັບ​ທີ່​ແນ່ນອນ​ຂອງ​ກຳລັງ​ການ​ຜະລິດ, ສ້າງ​ເປັນ​ໂຄງ​ສ້າງ​ເສດຖະກິດ​ຂອງ​ລະບອບ​ສັງຄົມ ຫຼື​ວ່າ​ພື້ນຖານໂຄງ​ລ່າງທາງ​ເສດຖະກິດ​ຂອງ​ສັງຄົມ.

ກ.ມາກ ​ແລະ ຟ.ອັງ​ແກນ ​ໃຫ້​ທັດສະນະ​ວ່າ, ການ​ຜະລິດ​ວັດຖຸ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ. ການ​ຫັນປ່ຽນ​ຈາກ​ຂັ້ນ​ໄດ​ການ​ພັດທະນາສັງຄົມ​ນີ້ ​ໄປ​ສູ່ຂັ້ນ​​ໄດ​ການພັດທະນາ​ສັງຄົມອື່ນ, ກ່ອນ​ອື່ນ​ໝົດ​ມັນ​ຕິດ​ແໜ້ນ​ກັບ​ການ​ພັດທະນາ​ຂອງ​ແບບ​ວິທີ​ການ​ຜະລິດ​ວັດຖຸ; ​ແລະ ກ.ມາກ ​ໄດ້​ຂຽນ: ​ແບບ​ວິທີ​ການ​ຜະລິດ​ຊີວິດ​ວັດຖຸກຳນົດ​ບັນດາ​ຂະ​ບວນການ​ຂອງ​ຊີວິດທາງສັງຄົມ, ການ​ເມືອງ, ຈິດ​ໃຈ​ເວົ້າ​ລວມ. ​ເວົ້າ​ເຖິງ​ເສດຖະກິດ​ແມ່ນ​ເວົ້າ​ເຖິງ​ຜົນ​ປະ​ໂຫຍ​ດ​ເສດຖະກິດ, ປະສິດທິ​ຜົນ​ເສດຖະກິດ ​ແລະ ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ ຕິດ​ແໜ້ນ​ກັບ​ສະມາຊິກ​ແຕ່ລະຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ຜະລິດ ​ແລະ ການ​ຜະລິດຊ້ຳ, ກໍ່​ຄື​ຜົນ​ປະ​ໂຫຍ​ດຂອງ​ແຕ່​ລະບໍລິສັດ, ຊົນ​ຊັ້ນ, ກຸ່ມ​ສັງຄົມ.

2- ສາຍ​ພົວພັນ​ລະຫວ່າງ​ວັດທະນະທຳ​ແລະ​ເສດ​ຖະກິດ

ວັດທະນະທຳ​ ຫຼື ວັດທະນະທຳ​​ໃນ​ເສດຖະກິດບໍ່​ຢູ່​ຂ້າງ​ນອກ, ​ແຕ່​ເປັນ​ປັດ​ໄຈ​ຂ້າງ​ໃນ, ​ແມ່ນ​ແຫຼ່ງພະລັງ​ພາຍ​ໃນ​ຂອງ​ຂະ​ບວນການ​ພັດທະນາ​ເສດຖະກິດ-ສັງຄົມ. ຄົ້ນຄວ້າວັດທະນະທຳ​​ໃນ​ເສດຖະກິດ ​ແມ່ນ​ຄົ້ນ​ຄວ້າ​ບົດບາດຂອງວັດທະນະທຳ​​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ແມ່ນ​ຄົ້ນຄວ້າ​ການ​ກະທົບ​ຊຶ່ງ​ກັນ​ແລະ​ກັນ​ ລະຫວ່າງວັດທະນະທຳ​ ​ແລະ ​ເສດຖະກິດ. ວັດທະນະທຳ​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ເມື່ອ​ມັນ​ແຊກ​ຊຶມ ກະທົບ​ໃສ່​ເສດຖະກິດ, ພ້ອມ​ກັນ​ນັ້ນ ​ເສດຖະກິດ​ກໍ່​ກຳນົດ​ແລະ​ແຊກ​ຄຸມວັດທະນະທຳ​, ​ເປັນ​ເງື່ອນ​ໄຂ​ແລະ​ແຫຼ່ງພະລັງ​ໃຫ້ວັດທະນະທຳ​​ເຄື່ອນ​ໄຫວ; ດ້ວຍ​ຄວາມ​ໝາຍ​ເປັນ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ການ​ພັດທະນາ, ວັດທະນະທຳ​ຕ້ອງ​ອີງ​ໃສ່​ເສດຖະກິດ.

ສາຍ​ພົວພັນ​ລະຫວ່າງວັດທະນະທຳ​ແລະ​ເສດຖະກິດ ​ແມ່ນ​ສາຍ​ພົວພັນ​ພື້ນຖານ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​​ແຕ່ລະ​ປະ​ເທດ. ນີ້​ແມ່ນ​ສາຍ​ພົວພັນ​ສັດຈະ​ວິພາກ ​ແລະ ມີ​ບົດບາດ​ສຳ​ຄັນ​ໃນ​ການ​ຮັກສາສະຖຽນ​ລະ​ພາບ​ທາງ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​, ສັງຄົມ...ຂອງ​ແຕ່ລະ​ປະ​ເທດ. ສາຍ​ພົວພັນ​ນີ້​ສະ​ແດງ​ອອກ​ດັ່ງ​ນີ້:

ທີ​ໜຶ່ງ, ວັດທະນະທຳ​ພັດທະນາ​ບົນ​ພື້ນຖານ​ເສດຖະກິດ.

ຕາມ​ທິດ​ສະ​ດີ ມາກ-​ເລ​ນິນ ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ໂຄງ​ລ່າງ ​ແລະ ​ໂຄງ​ບົນ, ບັນດາ​ປັດ​ໄຈ​ເສດຖະກິດ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ໂຄງ​ລ່າງ ມັນ​ຕັດສິນສະຖານະ​ຂອງ​ໂຄງ​ບົນ, ​ເຊັ່ນ​ການ​ເມືອງ, ກົດໝາຍ, ​ແນວ​ຄິດ, ວັດທະນະທຳ​, ຄຸນສົມບັດ... ກ.ມາກ ຂຽນ, ​ແບບ​ວິທີ​ການ​ຜະລິດ​ຊີວິດ​ວັດຖຸ​ກຳນົດ​ບັນດາ​ຂະ​ບວນຊີ​ວິ​ສັງຄົມ, ການ​ເມືອງ, ຈິດ​ໃຈ​ເວົ້າ​ລວມ. ຫຼື​ວ່າ ​ໃນ​ຊີວິ​ດສັງ​ຄົມ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຕ່າງ​ກັນຄື: ​ການເຄື່ອນ​ໄຫວ​ເສດຖະກິດ, ການ​ເມືອງ, ​ແນວ​ຄິດ, ວັດທະນະທຳ​, ສັງຄົມ... ​ໃນ​ນັ້ນ, ການ​ເຄື່ອນ​ໄຫວ​ເສດຖະກິດ​ເປັນ​ຮາກ​ຖານ, ມີ​ບົດບາດ​ຕັດສິນ, ​ແຊກ​ຄຸມ​ດ້ານ​ການ​ເຄື່ອນ​ໄຫວ​ອື່ນໆ.

ທີ​ສອງ, ວັດທະນະທຳທັງ​ແມ່ນ​ຈຸດ​ໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ.

- ວັດທະນະທຳ​​ແມ່ນຈຸດ​ໝາຍ​ຂອງການ​ພັດທະນາ​ເສດຖະກິດ-ສັງຄົມ. ຈຸດໝາຍ​ຂອງ​ການພັດທະນາ​ເສດຖະກິດ-ສັງຄົມ​ໃນ​ທ້າຍ​ທີ່​ສຸດ​ຄື​ເພື່ອ​ປະຊາຊົນ, ​ແຕ່​ນັ້ນ​ແມ່ນ​ປະຊາຊົນ​ທີ່​ມີ​ວັດທະນະທຳ​, ການ​ກໍ່ສ້າງ​ແລະ​ພັດທະນາ​ເສດຖະກິດ​ຕ້ອງ​ແນ​ໃສ່​ກໍ່ສ້າງ​ສັງຄົມ​ໜຶ່ງ​ທີ່​ປະຊາຊົນ​ຮັ່ງມີ, ປະ​ເທດຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ​ ສີວິ​ໄລ, ປະຊາຊົນ​ໄດ້​ກິນ​ອິ່ມນຸ່ງ​ອຸ່ນ ມີ​ຄວາມສຸກ ​ແລະ​ໄດ້​ພັດທະນາ​ຮອບດ້ານ. ​ເພາະສະ​ນັ້ນ, ວັດທະນະທຳ​ມີ​ບົດບາດ​ເປັນ​ຈຸດໝາຍ​ສະ​ເພາະ​ໜ້າ​ແລະ​ຍາວ​ນານ​ຂອງການ​ພັດທະນາ​ເສດຖະກິດ.

- ວັດທະນະທຳ​​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ. ວັດທະນະທຳ​ບໍ່​ພຽງ​ແຕ່​ແມ່ນ​ຈຸດໝາຍ​ເທົ່າ​ນັ້ນ ​ແຕ່​ຍັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ. ຍ້ອນ​ມີວັດທະນະທຳ​ ມະນຸດຈຶ່ງ​ກາຍ​ເປັນ​ປັດ​ໄຈຫຼັກ​​ໃນຂະ​ບວນການຜະລິດ ​ແລະ ປະດິດ​ສ້າງຄຸນຄ່າ​ຕ່າງໆ​ຂອງ​ມະນຸດຊາດ. ພິ​ເສດ, ອາ​ໄສ​ບັນດາ​ຄຸນຄ່າ​ອັນ​ໃຫຍ່​ຫຼວງຂອງວັດທະນະທຳຈິດ​ໃຈ (ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ຄວາມ​ຮູ້​ດ້ານ​ການ​ຄຸ້ມ​ຄອງ​ບໍລິຫານ...) ຈຶ່ງ​ສ້າງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງຂຶ້ນ​ມາ​ໄດ້ - ພາກສ່ວນ​ທີ່​ເປັນ​ຍອດ​ແຍ​ຂອງ​ກຳລັງ​ການ​ຜະລິດ. ກໍ່​ແມ່ນ​ຍ້ອນ​ມີວັດທະນະທຳ ​ມະນຸດ​ຈຶ່ງໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ຄວາມ​ມືດມົນ ໂງ່​ຈ້າ ​ເພື່ອ​ເສີມ​ຂະຫຍາຍ​ສຸດ​ຂີດ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ​ການ​ພັດທະນາ​ຂອງ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ.

​ໃນ​ຍຸກ​ປະຈຸ​ບັນ, ບໍ່​ເກີດ​ແຫ່ງ​ຄວາມ​ຮັ່ງມີ​ຂອງ​ປະ​ເທດໜຶ່ງບໍ່ພຽງ​ແຕ່​ມີຊັບພະຍາກອນ​ທຳ​ມະ​ຊາດ, ທຶນ, ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ ​ແຕ່​ປັດ​ໄຈ​ທີ່​ນັບ​ມື້​ສຳຄັນ​ແລະຕັດສິນ​ແມ່ນຊັບພະຍາກອນ​ມະນຸດ, ​ແມ່ນທ່າ​ແຮງ​ສ້າງສັນ​ຂອງ​ມະນຸດ. ທ່າ​ແຮງ​ນີ້​ນອນ​ຢູ່​ໃນວັດທະນະທຳ​, ​ໃນ​ສະຕິ​ປັນຍາ, ຄຸນສົມບັດ, ຈິດ​ວິນ​ຍານ, ບຸກຄະ​ລິກກະພາບ, ວິຖີ​ຊີວິດ, ​ເຈດ​ຈຳນົງ, ມານະ​ຈິດ, ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ຄວາມ​ຊຳນິ​ຊຳ​ນາມ​ໃນ​ການ​ງານ​ ຂອງ​ແຕ່ລະຄົນ​ແລະຂອງຊຸມ​ຊົນ. ລວມຄວາມ​ແລ້ວ, ຊັບພະຍາກອນ​ທີ່​ລ້ຳ​ຄ່າ​ທີ່​ສຸດ, ທຶນ​ທີ່​ມີຄ່າ​ທີ່​ສຸດ​ແມ່ນຄົນ, ​ແມ່ນວັດທະນະທຳ​, ​ແມ່ນຊັບພະຍາກອນ​ມະ​ນຸດ​ຄຸນ​ນະພາ​ບສູງ, ​ແມ່ນ​ຄວາມ​ຮູ້, ສະຕິ​ປັນຍາ​ໃນ​ພື້ນຖານ​ເສດຖະກິດ​ພູມ​ປັນຍາ.

ຄວາມ​ເປັນ​ຈິງ​ໃນ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ບາງ​ປະ​ເທດ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ຫຼວງ​ຫຼາຍ​ແຕ່ທຸກ​ຍາກ​ຫຼາຍ; ກົງ​ຂ້າມ, ບາງ​ປະ​ເທດ​ຂາດ​ແຄນ​ທາງ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ​ ແຕ່ຮັ່ງມີ​ທາງ​ດ້ານ​ເສດຖະກິດ, ​ເນື່ອງ​ຈາກ​ໄດ້​ເອົາ​​ໃຈ​ໃສ່​ເຖິງ​ການຍົກ​ສູງ​ປັນຍາ​ຄວາມ​ຮູ້​ຂອງ​ປະຊາຊົນ, ພັດທະນາ​ການ​ສຶກສາ​ແລະ​ກໍ່​ສ້າງ, ຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ບຳລຸງ​ສ້າງຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າສາມາດ…​ໝາຍ​ຄວາມ​ວ່າ​ ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວັດທະນະທຳ. ພິຈາລະນາ​ຈົນ​ສຸດ​ແລ້ວ, ຊັບພະຍາກອນ​ທີ່​ລ້ຳ​ຄ່າ​ທີ່​ສຸດ, ທຶນ​ທີ່​ມີຄ່າ​ທີ່​ສຸດ​ແມ່ນ​ຄົນ.

ທີ​ສາມ, ວັດທະນະທຳ​ແລະ​ການ​ພັດທະນາ​​ແບບ​ຍືນ​ຍົງ.

ການ​ພັດ​ທະນະ​​ແບບ​ຍືນ​ຍົງ​ແລະ​ປອດ​ໄພ​ແມ່ນ​ເປົ້າ​ໝາຍ​ນິລັນດອນ​ຂອງທຸກ​ໆລະບົບ​ສັງຄົມ. ການ​ພັດທະນາ​ບໍ່​ພຽງ​ແຕ່​ໄດ້​ພິຈາລະ​ນະ​ທາງ​ດ້ານ​ວັດຖຸ​ງ່າຍດາຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ກວມ​ທັງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມທີ່​ມະນຸດ​ສ້າງ​ຂຶ້ນ​ມາອີກ​ນຳ, ໝາຍ​ຄວາມ​ວ່າ​ ຕ້ອງ​ຄິດ​ໄລ່​ເຖິງ​ບັນຫາວັດທະນະທຳ ​ແລະ ການ​ພັດທະນາ. ການ​ພັດທະນາ​ແລະວັດທະນະທຳ​, ວັດທະນະທຳ​​ແລະ​ການ​ພັດທະນາ ​ແມ່ນ​ສອງ​ດ້ານ​ຂອງ​ເປົ້າ​ໝາຍ​ດຽວ​ກັນ​​ແຫ່ງການ​ດຳລົງ​ຄົງ​ຕົວ​ແລະ​ບືນ​ຕົວ​ຂຶ້ນຂອງທຸກ​ຊຸມ​ຊົນ​ແລະ​ມະນຸດຊາດ. ວັດທະນະທຳ​​ແມ່ນ​ປັດ​ໄຈ​ທີ່​ໃຊ້​ເພື່ອກຽມ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ປອດ​ໄພ, ມຸ່ງ​ໄປ​ສູ່​ຄວາ​ມຖືກຕ້ອງ, ຄວາມ​ງາມ, ຄວາມ​ດີ, ຄວາມ​ສົມ​ເຫດ​ສົມ​ຜົນ.

​ເພື່ອບັນລຸ​ເປົ້າໝາຍ​ດັ່ງກ່າວ, ຈຳ​ເປັນ​ຕ້ອງ​ມີ​ການ​ພັດທະນາ​ສູງ​ທາງ​ດ້ານ​ເສດຖະກິດ, ທາງ​ດ້ານ​ພື້ນຖານ​ວັດຖຸ-​ເຕັກນິກ, ວິ​ທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ... ​ແຕ່​ມີ​ພຽງ​ເທົ່າ​ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ພໍ ​ແລະ ຜິວ​ເຜີນ​ຫຼາຍ, ຖ້າ​ເຂົ້າ​ໃຈ​ວ່າ ການ​ກໍ່ສ້າງ ພັດທະນາ​ເສດຖະກິດ​ເປັນ​ພຽງ​ການ​ເຕີບ​ໂຕ​ດ້ານ​ດຽວ, ການ​ເຕີບ​ໂຕດ້ວຍ​ທຸກ​ລາຄາ, ​ເຖິງຈະ​ຕ້ອງ​ເສຍ​ສະລະ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ສັງຄົມ, ວັດທະນະທຳ​, ກຽດ​ສັກ​ສີ​ຂອງ​ມະນຸດ...

ຄວາມ​ເປັນ​ຈິງ​ໃຫ້​ຮູ້​ວ່າ, ມະນຸດ​ໄດ້​ແລະ​ພວມຈ່າຍ​ລາຄາ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຢ່າງ​ໄວ​ແລະ​ຜິວ​ເຜີນ, ການ​ເຕີບ​ໂຕ​ທີ່​ບໍ່​ຕິດ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ. ປີ 1996, ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP) ​ໄດ້​ກ່າວ​ເຕືອນການ​ເຕີບ​ໂຕ​ທີ່​ບໍ່​ດີ​ຫ້າ​ປະ​ເພດ, ປະກອບ​ດ້ວຍ: 1- ການ​ເຕີບ​ໂຕ​ທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ນັ້ນ​ແມ່ນ​ການ​ເຕີບ​ໂຕ​ທີ່​ບໍ່​ໄປ​ຄຽງ​ຄູ່​ກັບການ​ເປີດ​ກວ້າງ​ໂອກາດ​ສ້າງ​ວຽກ​ເຮັດ​ງານ​ທຳ... 2- ການ​ເຕີບ​ໂຕ​ຢ່າງໄຮ້​ມະ​ໂນ​ທຳ, ໝາຍ​​ວ່າ ຜົນ​ຂອງ​ການ​ເຕີບ​ໂຕ​ສ່ວນ​ຫຼາຍ​ແມ່ນ​ໃຫ້​ຄົນ​ຮັ່ງມີ, ສ່ວນ​ຄົນ​ທຸກ​ຍາກ​ໄດ້​ຮັບ​ພຽງ​ໜ້ອຍ​ໜຶ່ງ, ຊ່ອງ​ຫວ່າງລະຫວ່າງ​ຮັ່ງມີ​ແລະ​ທຸກ​ຍາກ​ນັບ​ມື້​ເພີ່ມ​ຂຶ້ນ; 3- ການ​ເຕີບ​​ໂຕ​ບໍ່​ມີ​ຄຳ​ເວົ້າ​ສຽງ​ປາກ, ໝາຍວ່າ ການ​ເຕີບ​ໂຕ​ເສດຖະກິດ​ບໍ່ຄວບ​ຄູ່​ກັບ​ການ​ເປີດ​ກວ້າງ​ປະຊາທິປະ​ໄຕ ຫຼື​ການ​ມອບ​ອຳນາດ​ໃຫ້​ປະຊາຊົນ, ຈຳກັດ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຂົ້າ​ຮ່ວມຊີ​ວິ​ສັງຄົມ​ຂອງປະຊາຊົນ; 4- ການ​ເຕີບ​ໂຕ​ບໍ່​ມີ​ຮາກ, ​ແມ່ນ​ການ​ເຕີບ​ໂຕ​ທີ່​ພາ​ໃຫ້​ຊີ​ວິວັດ​ທະນະ​ທຳ​ຂອງ​ຄົນກາຍ​ເປັນ​ຫ່ຽວ​ແຫ້ງ; 5- ການ​ເຕີບ​ໂຕ​ບໍ່​ມີ​ອະນາຄົດ, ໝາຍວ່າ ຄົນ​ຮຸ່ນ​ປະຈຸ​ບັນ​ໄດ້​ນຳ​ໃຊ້​ຟຸມ​ເຟືອຍ​ຊັບພະຍາກອນ ທີ່​ຄົນ​ຮຸ່ນ​ຕໍ່​ໄປ​ຕ້ອງການ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ສິ່ງແວດ​ລ້ອມ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດ.

ທຸກໆ​ການ​ພັດທະນາ​ທີ່​ບໍ່​ຕິດ​ກັບວັດທະນະທຳ​ລ້ວນ​ແຕ່​ແມ່ນ​ການ​ພັດທະນາທີ່​ພິການ, ໜັກ​ໄປ​ທາງດ້ານ​ວິຊາ​ການ ​ແລະ ນຳ​ໄປ​ສູ່​ຄວາມ​ບໍ່​ຍຸດຕິ​ທຳ​ທາງ​ສັງຄົມ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້, ນຳ​ໄປ​ສູ່ການ​ຜັນ​ແຍກ​ຮັ່ງມີ - ທຸກ​ຍາກ, ຜັນ​ແຍກ​ສັງຄົມ.

ກໍ່ສ້າງວັດທະນະທຳ​​ໃນ​ເສດຖະກິດ ​ເພື່ອ​ການ​ພັດທະນາ​​ແບບຍືນ​ຍົງ​ຂອງ​ປະ​ເທດ​ຫວຽດນາມ

1- ວັດທະນະທຳ​​ໃນ​ເສດຖະກິດ

ຕາມ​ໂຄງ​ສ້າງ​ກວ້າງ​ຂອງວັດທະນະທຳ​, ບັນດາ​ປັດ​ໄຈ​ການ​ເມືອງ, ວິທະຍາ​ສາດ, ຄຸນສົມບັດ,  ນັບ​ທັງ​ເສດຖະກິດ... ລ້ວມ​ແຕ່​ໂຮມ​ເຂົ້າ​ເປັນວັດທະນະທຳ​. ຕາມ​ນັ້ນ, ຈຳ​ເປັນ​ຕ້ອງ​ນຳ​ເອົາ​ຄຸນຄ່າວັດທະນະທຳ​, ມາດຕະຖານການ​ປະພຶດວັດທະນະທຳ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຂອງບັນດາ​ໜ່ວຍ​ງານ.

ການນຳ​ເອົາ​ເນື້ອ​ໃນວັດທະນະທຳ​, ບັນດາ​ຄຸນຄ່າວັດທະນະທຳ​​ ເຂົ້າ​ໃນ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນນັ້ນ ​ແມ່ນ​ການ​ກໍ່ສ້າງວັດທະນະທຳ​​ເສດຖະກິດ. ວັດທະນະທຳ​​ເສດຖະກິດ​ແມ່ນ​ຊຸດ​ລະບົບ​ໜຶ່ງ​ທີ່ປະກອບ​ດ້ວຍ​ບັນດາ​ພາກສ່ວນ​ຕົ້ນຕໍ​ດັ່ງ​ນີ້: 1- ວັດທະນະທຳ​​ແຮງ​ງານ; 2- ວັດທະນະທຳ​ຜະລິດ, ທຸລະ​ກິດ-ບໍລິການ; 3- ວັດທະນະທຳ​ຄຸ້ມ​ຄອງ​ເສດຖະກິດ; 4- ວັດທະນະທຳ​ວິ​ສາ​ຫະກິດ (ບໍລິສັດ); 5- ວັດທະນະທຳ​ນັກທຸລະກິດ... ຜົນກະທົບວັດທະນະທຳ​​ໃນ​ເສດຖະກິດ​ເຮັດ​ໃຫ້​ເສດຖະກິດ​ກາຍ​ເປັນວັດທະນະທຳ​​ໃນ​ເສດຖະກິດ. ເສດຖະກິດ​ໄດ້​ຮັບ​ການ​ຮັບປະກັນ​ໂດຍວັດທະນະທຳ​ ມັນຈະ​ມີ​ການ​ພັດທະນາ​ທັງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ ຕາມ​ຈິດ​ໃຈ​ມະນຸດ​ອະລິຍະ​ທຳ​ ເພື່ອ​ມະນຸດ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ມະນຸດ​ແລະ​ຊຸມ​ຊົນ.

ການກໍ່​ສ້າງວັດທະນະທຳ​​ເສດຖະກິດ, ​ໃນ​ນັ້ນ​ສຳຄັນ​ທີ່​ສຸດ​ແມ່ນວັດທະນະທຳ​ວິ​ສາ​ຫະກິດ (ວັດທະນະທຳ​ບໍລິສັດ), ວັດທະນະທຳ​ທຸລະ​ກິດ ​ແລະ ວັດທະນະທຳ​ນັກທຸລະກິດ:

ທີ່​ໜຶ່ງ, ວັດທະນະທຳ​ວິ​ສາ​ຫະກິດ.

​ເພື່ອ​ໃຫ້​ວິ​ສາ​ຫະກິດ​ກາຍ​​ເປັນບ່ອນ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍຊັບພະຍາກອນ​ມະນຸດ​ທັງ​ໝົດ, ​ເຮັດ​ໃຫ້​ຄຸນຄ່າ​ຂອງ​ແຕ່​ລະ​ພາກສ່ວນ​ຊັບພະຍາ​ກອມະນຸດ​ເພີ່ມ​ຂຶ້ນ​ຫຼາຍ​ທົບ​ເທົ່າ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ວິ​ສາ​ຫະກິດ, ຮຽກຮ້ອງ​ໃຫ້​ວິສາຫະກິດຕ້ອງ​ກໍ່ສ້າງ​ແລະ​ຮັກສາວັດທະນະທຳ​ວິ​ສາ​ຫະກິດ. ວັດທະນະທຳ​ວິ​ສາ​ຫະກິດ​ແມ່ນວັດທະນະທຳຂອງ​ອົງ​ກອນ​ໜຶ່ງ, ​ດັ່ງ​ນັ້ນ ມັນຈຶ່ງບໍ່ພຽງ​ແຕ່​ແມ່ນ​ວັດທະນະທຳ​ພົວພັນ​ຕິດ​ຕໍ່ ຫຼື ວັດທະນະທຳ​ທຸລະ​ກິດທີ່​ທຸກ​ຄົນ​ເຄີຍ​ຄິດ, ​ແຕ່​ມັນ​ແມ່ນ​ຄຸນຄ່າ​ວັດທະນະທຳ​ທັງ​ໝົດ ທີ່​ໄດ້​ກໍ່ສ້າງ​ໃນ​ຕະຫຼອດ​ຂະ​ບວນການ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ຂອງ​ບໍລິສັດ, ທີ່​ແຊກ​ຄຸມ​ອາລົມ​ຈິດ, ຄວາມ​ນຶກ​ຄິດ ​ແລະ ພຶດຕິ​ກຳ​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ບໍລິສັດ, ສ້າງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ບັນດາບໍລິສັດ.

​ແກ່ນສານ​ຂອງວັດທະນະທຳ​ວິ​ສາ​ຫະກິດ​ແມ່ນ​ຈິດ​ໃຈ​ແລະ​ທັດສະນະ​ຄຸນຄ່າ​ຂອງ​ວິ​ສາ​ຫະກິດ. ອີງຕາມ​ນັກ​ຄົ້ນຄວ້າ, ວັດທະນະທຳ​ວິ​ສາ​ຫະກິດ​ມີອົງ​ປະກອບ 5 ປັດ​ໄຈ, ນັ້ນ​ແມ່ນ: ປັດ​ຊະ​ຍາ​ການ​ຄຸ້ມ​ຄອງ ​ແລະ ການທຸລະ​ກິດ; ກຳລັງ​ໜູນ​ຂອງ​ບຸກຄົນ​ແລະ​ອົງການຈັດ​ຕັ້ງ; ຂັ້ນ​ຕອນຂະ​ບວນ​ການ​ກຳນົດ; ລະບົບ​ແລກປ່ຽນ​ຂໍ້​ມູນ; ຂະ​ບວນການ, ພິທີການ, ພິທີກຳ.

ທີ​ສອງ, ວັດທະນະທຳ​ການທຸລະ​ກິດ.

ຕາມ​ຄວາມ​ໝາຍກວ້າງ, ວັດທະນະທຳທຸລະ​ກິດ​ແມ່ນ​ດ້ານ​ໜຶ່ງ​ຂອງວັດທະນະທຳ​​ໃນ​ສັງຄົມ, ​ແມ່ນວັດທະນະທຳ​​ໃນການ​ເຄື່ອນ​ໄຫວ​ປະກອບ​ການ​ທຸລະ​ກິດ, ປະກອບ​ດ້ວຍ​ບັນດາ​ຄຸນຄ່າ​ວັດຖຸ​ແລະ​ຈິດ​ໃຈ​ທັງໝົດ, ບັນດາ​ແບບ​ວິທີ​ແລະ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄົນ ​ເຊິ່ງ​ໄດ້​ສ້າງ​ອອກ​ມາ​ແລະ​ນຳ​ໃຊ້​ໃນຂະ​ບວນການ​ປະກອບ​ການ​ທຸລະ​ກິດ.

ວັດທະນະທຳທຸລະ​ກິດສະ​ແດງ​ອອກ​ຜ່ານ​ທຸກ​ແງ່​ມູມ, ທຸກ​ການ​ພົວພັນຂອງ​ການ​ເຄື່ອນ​ໄຫວ​ທຸລະ​ກິດ, ​ໃນ​ການຈັດ​ຕັ້ງ, ຄຸ້ມຄອງ​ການປະກອບ​ການ​ທຸລະ​ກິດ; ຢູ່​ໃນ​ການ​ແລກປ່ຽນ, ຕິດ​ຕໍ່​ພົວພັນ​ທຸລະ​ກິດ. ລະອຽດ​ແມ່ນ ​ການ​ປະຕິບັດ​ຄວາມ​ຮັບຜິດຊອບທາງ​ສັງຄົມ​ຂອງ​ວິ​ສາ​ຫະກິດ, ​ເຊັ່ນ ປະຕິບັດ​ການ​ປະກອບ​ສ່ວນ​ຢ່າງ​ເຕັມ​ສ່ວນ​ເຂົ້າ​​ງົບປະມານ​ແຫ່ງ​ລັດ, ຮັກສາສິ່ງ​ແວດ​ລ້ອມ, ​ເຄົາລົບບັນດາ​ມາດຕະຖານ​ດ້ານ​ສິນ​ທຳ​ໃນ​ການ​ພົວພັນ​ສັງຄົມ, ການ​ພົວພັນ​ທຸລະ​ກິດ...; ​ໃນ​ຄຸນ​ນະພາ​ບສິນ​ທຳ, ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ​ແບບ​ແຜນ​ຂອງ​ນັກທຸລະກິດ.

ນອກ​ນັ້ນ, ວັດທະນະທຳທຸລະ​ກິດຍັງ​ສະ​ແດງ​ອອກ​ໃນ​ການ​ເຄື່ອນ​ໄຫວວັດທະນະທຳ​, ຈິດ​ໃຈ​ຂອງ​ວິ​ສາ​ຫະກິດ. ວັດທະນະທຳ​ທຸລະ​ກິດ​ຖືກ​ຜົນ​ກະທົບ​ຈາກ​ຫຼາຍ​ປັດ​ໄຈ, ​ເຊັ່ນ ພື້ນ​ຖານວັດທະນະທຳສັງຄົມ, ລະບຽບ​ກົດໝາຍ​ຂອງ​ລະບອບສັງຄົມ, ຄວາມ​ແຕກ​ຕ່າງ​ແລະ​ການ​ແລກປ່ຽນວັດທະນະທຳ​, ກໍ່​ຄື​ຂະ​ບວນວິວັດ​ໂລກາ​ພິວັດ.

ວັດທະນະທຳທຸລະ​ກິດມີ​ບົດບາດ, ຄຸນ​ປະ​ໂຫຍ​ດ​ໃຫຍ່​ຫຼວງ ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ, ທຸລະ​ກິດ. ​ເມື່ອ​ວັດທະນະທຳ​ຕົກ​ຜະລຶກ​ຢູ່​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ, ຈະ​ສ້າງ​ແບບ​ວິທີ​ການ​ທຸລະ​ກິດ​ທີ່​ມີວັດທະນະທຳ, ນັ້ນ​ແມ່ນ​ວິທີ​ທຸລະ​ກິດທີ່​ມີ​ຄວາມ​ຊື່ສັດ​ແລະ​ທ່ຽງ​ທຳ, ກະ​ຕູ້ນການ​ແຂ່ງຂັນ​ທີ່​ສົດ​ໄສ​ທ່ຽງ​ທຳ, ບໍ່​ເປັນ​ອັນຕະລາຍ​ຕໍ່​ປະ​ເພນີ​ແລະ​ຂະ​ໜົບ​ທຳນຽມ​ອັນ​ດີ​ງານ​ຂອງ​ຊາດ, ສ້າງສາ​ຍພົວພັນ​ສະໜິດ​ແໜ້ນລະຫວ່າງ​ຜູ້​ຜະລິດ, ນັກທຸລະກິດ ແລະ ຜູ້​ບໍລິ​ໂພ​ກ ຕາມ​ຫຼັກການຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ພຽງ​ແຕ່ເມື່ອ​ດຳ​ເນີນ​ການ​ທຸລະ​ກິດ​ຢ່າງ​ມີວັດທະນະທຳ​​ເທົ່າ​ນັ້ນ ຈຶ່ງ​ປະສານສົມທົບ​ໄດ້​ລະຫວ່າງ​ລັກສະນະ​ປະສິດທິ​ຜົນ​ສູງ​ ແລະ ການ​ພັດທະນາ​ຢ່າງຍືນ​ຍົງ​ຂອງໜ່ວຍງານ.

ທີ​ສານ, ວັດທະນະທຳ​ນັກທຸລະ​ກິດ.

​ໃນ​ພື້ນຖານວັດທະນະທຳ​ນັກທຸລະ​ກິດປະຈຸ​ບັນ, ​ເຮົາ​ເຫັນ​ວ່າ ວັດທະນະທຳ​ນັກທຸລະ​ກິດ​ແມ່ນ​ຮູບ​ຖານ​ສ່ວນ​ບຸກຄົນ, ສ່ວນວັດທະນະທຳ​ວິ​ສາ​ຫະກິດ​ແມ່ນ​ຂຶ້ນ​ກັບ​ຮູບ​ຖານ​ຊຸມ​ຊົນ.

ອາດ​ຈະ​ເຂົ້າ​ໃຈ​ວ່າ ວັດທະນະທຳ​ນັກທຸລະ​ກິດ​ແມ່ນ​ສາຍວັດທະນະທຳ​ສ່ວນ​ບຸກຄົນ​ທີ່​ເປັນ​ຮູບ​ເປັນ​ຮ່າງຢູ່​ໃນສະພາບ​ແວດ​ລ້ອມ​ຂອງ​ພື້ນຖານວັດທະນະທຳ​ວິ​ສາ​ຫະກິດທີ່​ປະສົບ​ຄວາມ​ສຳ​ເລັດ. ນັ້ນ​ແມ່ນ​ທຶນ​ປັນຍາ​ຄວາມ​ຮູ້​ແລະ​ບົດຮຽນ​ປະສົບ​ການ​ທັງໝົດ ​ເຊິ່ງ​ສະ​ແດງ​ງອອກ​ເປັນ​​ຄຸນຄ່າ​ແລະ​ການປະພຶດທີ່ສະ​ສົມ​ໃນ​ບຸກຄົນ ສ້າງ​ເປັນ​ວັດທະນະທຳ​ນັກທຸລະກິດ - ຄົນທີ່​ມີ​ຄວາມປາດ​ຖະໜາ​ຢາກ​ຮັ່ງມີ, ປີ​ຄວາມ​ຮູ້​ສ້າງ​ຮັ່ງ​ຄູນ​ມີ, ກ້າ​ສ່ຽງ​ເພື່ອ​ຫາ​ຄວາມ​ຮັ່ງມີ​ດ້ວຍ​ວິທີຈັດ​ຕັ້ງ​ການ​ປະກອບ​ການ​ທຸລະ​ກິດ, ສ້າງ​ຄຸນຄ່າ​ເພີ່ມ​ສູງ​ຢ່າງ​ລຽນຕິດ, ​ເພີ່ມ​ຊັບ​ສິນ​ສ່ວນ​ຕົວ​ກໍ່​ຄື​ຊັບ​ສິນ​ຂອງບໍລິສັດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສ້າງວັດທະນະທຳ​ວິ​ສາຫະ​ກິດ ​ແລະ ວັດທະນະທຳນັກທຸລະກິດ​ດ້ວຍສະຕິ​ເຄົາລົບ​ກົດໝາຍ, ຮັກສາຄວາມ​ໜ້າ​ເຊື່ອ​ຖື, ​ແຂ່ງຂັນ​ຢ່າງ​ທ່ຽງ​ທຳ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ.

2- ບັນດາ​ວິທີ​ແກ້​ໄຂ​ການ​ກໍ່ສ້າງວັດທະນະທຳ​​ໃນ​ເສດຖະກິດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ

- ​ເຊື່ອມ​ຕໍ່ເສດຖະກິດກັບວັດທະນະທຳ​ - ກຸນ​ແຈ​ສຳ​ລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ.

ປະຈຸ​ບັນ​ນີ້, ການ​ພັດທະນາ​ຂອງ​ປະ​ເທດ​ໜຶ່ງບໍ່​ພຽງ​ແຕ່​ຂຶ້ນ​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ການ​ພັດທະ​ນາວິທະຍາສາດ-​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ, ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ... ​ແຕ່​ສ່ວນ​ໃຫຍ່​ຍັງ​ຂຶ້ນ​ກັບ​ຊັບພະຍາກອນ​ມະ​ນຸດ, ຄຸນ​ນະພາ​ບຊີວິດ ​ແລະ​ ຄວາມ​ຮັ່ງມີທາງ​ດ້ານ​ຊີວິດ​ວັດຖຸ​ແລະ​ຈິດ​ໃຈ. ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ລາຍ​ງານ​ຂອງ​ທະນາຄານ​ໂລກ (WB) ປີ 1992 ​ໄດ້​ຢືນຢັນ​ວ່າ, ການ​ເຕີບ​ໂຕ​ເສດຖະກິດ​ເປັນ​ພຽງ​ພາຫະນະ​ອັນ​ພື້ນຖານ​ເພື່ອ​ມີ​ການ​ພັດທະນາ, ​ແຕ່​ຕົວ​ມັນ​ເອງ​ເປັນ​ຕົວ​ແທນ​ທີ່​ບໍ່​ສົມບູນ​ແບບ​ຂອງ​ຄວາມ​ກ້າວໜ້າ. ມັນ​ເປັນ​ແນວ​ນັ້ນ​ແທ້, ພິຈາລະນາ​ຈົນ​ສຸດ​ແລ້ວ, ​ເສດຖະກິດ​ແມ່ນ​ປັດ​ໄຈ​ຕັດສິນ​ຄວາມ​ກ້າວໜ້າ​ສັງຄົມ, ​ແຕ່​ມາດຕະຖານ​ເພື່ອ​ຕີ​ລາຄາ​ການ​ພັດທະນາ​ສັງຄົມພັດ​ບໍ່​​ອີງ​ໃສ່​ປັດ​ໄຈ​ເສດຖະກິດໜຶ່ງ​ດຽວ​ເທົ່າ​ນັ້ນ.

​ໂດຍ​ເຂົ້າ​ໃຈ​ແຈ້ງ​ສິ່ງ​ດັ່ງກ່າວ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ສາຍ​ພົວພັນ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ພັດທະນາວັດທະນະທຳ​, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ. ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII ​ໄດ້​ຢືນຢັນ: “ວັດທະນະທຳ​ແມ່ນໝາກຜົນ​ຂອງ​ເສດຖະກິດພ້ອມ​ທັງ​ເປັນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ເສດຖະກິດ. ບັນດາ​ປັດ​ໄຈວັດທະນະທຳຕ້ອງ​ເຊື່ອມ​ຕໍ່​ແໜ້ນ​ແຟ້ນກັບຊີວິດ​ແລະ​ການ​ເຄື່ອນ​ໄຫວ​ສັງຄົມ, ກົດໝາຍ, ລະບຽບ​ວິ​ໄນ...ກາຍ​ເປັນ​ແຫຼ່ງພະລັງ​ພາຍ​​ໃນ​ສຳຄັນ​ທີ່​ສຸດ​ຂອງ​ການ​ພັດທະນາ”(2). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ເນັ້ນ​ໜັກ​ວ່າ: “ຈັດການ​ແກ້​ໄຂ​ເປັນ​ຢ່າງ​ດີ​ສາຍ​ພົວພັນລະ​ຫວ່າງ​ເສດຖະກິດ​ແລະວັດທະນະທຳ ​ເພື່ອ​ໃຫ້ວັດທະນະທຳ​ເປັນ​ຮາກ​ຖານ​ຈິດ​ໃຈ​ທີ່​ແທ້​ຈິງ​ຂອງ​ສັງຄົມ, ​ເປັນ​ກຳລັງ​ໜູນ​ໜຶ່ງ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ເຊື່ອມ​ໂຍງ​ສາກົນ”(3).

- ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ​ ກ່ຽວ​ກັບ​ບົດບາດ, ​ຈຸດໝາຍ ​ແລະ ກຳລັງ​ໜູນ​ຂອງ​ການພັດທະນາເສດຖະກິດ-ສັງຄົມ​ຂອງວັດທະນະທຳ​.

ທາດ​ແທ້​ຂອງວັດທະນະທຳ​​ແມ່ນ​ການ​ປະດິດ​ສ້າງ, ມຸ່ງ​ໄປ​ສູ່​ບັນດາ​ຄຸນຄ່າ​ມະນຸ​ອະລິຍະ​ທຳ, ​ໄປ​ທາງ​ຄວາມ​ຖືກຕ້ອງ, ຄວາມ​ງາມ, ຄວາມ​ດີ ​ເພື່ອ​ຊຸກຍູ້​ຄວາມ​ກ້າວໜ້າ​ທາງ​ສັງຄົມ, ​ແລະ​ ທາດ​ແທ້​ຂອງວັດທະນະທຳ​​ແມ່ນ​ເປັນ​ເອກະ​ພາບ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ພັກ​ແລະ​ລັດ​ຫວຽດນາມ​ໄດ້​ວາງ​​ຄວາມ​ຮຽກຮ້ອງ​ຕ້ອງການ​ຢູ່​ສະ​ເໝີ​ວ່າ: ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດທະນາວັດທະນະທຳ​, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ວັດທະນະທຳ​ບໍ່​ພຽງ​ແຕ່​ເປັນ​ຮາກ​ຖານ​ຈິດ​ໃຈ​ຂອງ​ສັງຄົມ, ບໍ່​ພຽງ​ແຕ່​ເປັນ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ກຳລັງ​ໜູນ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມ. ບົດບາດ​ກຳລັງ​ໜູນ​ຂອງວັດທະນະທຳ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ສະ​ແດງ​ອອກ​ໃນ​ບາງ​ເນື້ອ​ໃນ​ພື້ນຖານ​ດັ່ງ​ນີ້: 1- ການ​ເຄື່ອນ​ໄຫວວັດທະນະທຳ​ທັງ​ໝົດສຸດ​ທ້າຍ​ແມ່ນແນ​ໃສ່ພັດທະນາ​ມະນຸດ​ຢ່າງຮອບດ້ານ; ທາງ​ດ້ານ​ຄຸນ​ທຳ, ປັນຍາຄວາມຮູ້, ສຸກຂະພາບ, ຄວາມ​ງາມ; ອັດທະຍາ​ໄສ​ແລະ​ເຈດ​ຈຳນົງ, ຄວາມ​ສາມາດ​ເຄື່ອນ​ໄຫວພຶດຕິ​ກຳ​ທາງ​ເສດຖະກິດ-ສັງຄົມ; 2- ຜົນ​ກະທົບ​ຂອງສະພາບ​ແວດ​ລ້ອມ​ວັດທະນະທຳ ຕໍ່​ຂະ​ບວນວິວັດ​ການ​ພັດທະນາ; 3- ວັດທະນະທຳບໍ່​ພຽງ​ແຕ່​ມີ​ພາລະ​ໜ້າ​ທີ່​ການສຶກສາ​, ພາລະ​ໜ້າ​ທີ່​ການ​ຮັບ​ຮູ້​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ພາລະ​ໜ້າ​ທີ່​ເສດຖະກິດ - ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ-ສັງຄົມ. ດັ່ງ​ນັ້ນ ຕ້ອງ​ປ່ຽນ​ແປງ​ທັດສະນະ​ການ​ລົງທຶນ​ໃຫ້​ແກ່​ວັດທະນະທຳ ບໍ່​ແມ່ນ​ລົງທຶນ​ເພື່ອ “ຕ້ານ​ການ​ເຊື່ອມ​ໂຊມ’’ ຫຼື “ຮັບປະກັນ​ສະ​ວັດ​ດີກາ​ນສັງຄົມ”, ​ແຕ່​ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ, ລົງທຶນ​ເພື່ອ​ຮັບປະກັນ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ຂອງ​ປະ​ເທດ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງການ​ຕ້ານ​ການ​ຫຼຸດລົງ​ຂອງ​ວັດທະນະທຳ ຫຼືອາການ “ກ້າມ​ເລືອດ” ທາງວັດທະນະທຳ​, ​ເຊັ່ນ ການ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ດຳ​ເນີນ​ຊີວິດ, ສໍ້​ລາດ​ບັງ​ຫຼວງ, ຊົມ​ໃຊ້ຟຸມ​ເຟືອຍ... “ກ້າມ​ເລືອດ​” ທາງ​ວັດທະນະທຳ ​​ໄດ້​ຫຼຸດຜ່ອນ​ຄວາມ​ເຊື້ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ທ້າ​ທາຍ​ບົດບາດນຳ​ພາ​ຂອງ​ພັກ, ກ່ຽວຂ້ອງ​ກັບ​ຄວາມ​ຢູ່​ລອດ​ຂອງ​ພັກ, ຂອງ​ລະບອບການ​ປົກຄອງ. ຄວາມ​ຊຸດ​ໂຊມ​ທາງ​ເສດຖະກິດ ບາງທີພາຍ​ຫຼັງ 10 ປີ​ຫຼື 15 ປີຈະສາ​ມາດ​ຟື້ນ​ຟູ​ທ່ວງທ່າ​ການ​ເຕີບ​ໂຕ​ໄດ້, ​ແຕ່​ການ​ຕ້ານ​ຄວາມ​ຊຸດ​ໂຊມ​ທາງວັດທະນະທຳນັ້ນ ​ພັດ​ແມ່ນ​ການ​ຕໍ່ສູ້​ຍາວ​ນານ, ຫຍຸ້ງຍາກ​ລຳບາກ​ ແລະ​ດຸ​ເດືອດ. ມີ​ຄຳ​ພິນິດ​ໄສ​ທີ່​ສົມ​ເຫດ​ສົມ​ຜົນ​ແທ້​ວ່າ, ​ເສດຖະກິດທີ່​ສູນ​ເສຍ​ໄປ​ສາມາດ​ຟື້ນ​ຟູ​ຄືນ​ໃໝ່​ໄດ້, ສ່ວນ​ວັດທະນະທຳ​ທີ່​ສູນ​ເສຍ​ໄປ​ຈະ​ສູນຫາຍ​ໄປ​ຕະຫຼອດ​ການ.

- ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງ​ການ​ເຕີບ​ໂຕເສດຖະກິດ ກັບ​ຄວາມ​ກ້າວໜ້າ​ແລະ​ຄວາມຍຸດຕິ​ທຳ​ທາງ​ສັງຄົມ.

ຄວາມ​ກ້າວໜ້າ​ແລະ​ຄວາມຍຸດຕິ​ທຳ​ທາງ​ສັງຄົມ ​ແມ່ນ​ສອງ​ເປົ້າ​ໝາຍຂະໜານ​ຂອງ​ການ​ພັດທະນາ​ສັງຄົມ. ດ້ານ​ໜຶ່ງ, ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ການ​ພັດທະນາ​ເສດຖະກິດ​ແມ່ນ​ແນ​ໃສ່​ພັດທະນາຄົນ, ​ຈຸດ​ໝາຍ​ຂອງລັດທິ​ສັງຄົມ​ນິຍົມ ພິຈາລະ​ນາ​ຈົນ​ສຸດ​ກໍ່​ແມ່ນ​ປົດ​ປ່ອຍບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ຕັ້ງໜ້າ​ທີ່​ສຸດສຳລັບ​ມະ​ນຸດ​ຊາດ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ. ດ້ານ​ອື່ນ, ການ​ເຕີບ​ໂຕ​ເສດຖະກິດ​ພ້ອມ​ທັງ​ຊ່ວຍ​ໃຫ້​ມະນຸດມີ​ຫຼາຍ​ໂອກາດ​ແລະ​ຄວາ​ມສາມາດ​ເຂົ້າ​ເຖິງ​ບັນດາ​ຄຸນຄ່າ​ວັດທະນະທຳ, ພາ​ສັງຄົມ​ກ້າວ​ໄປຂ້າງ​ໜ້າ. ດັ່ງ​ນັ້ນ, ການ​ກໍ່ສ້າງ​ວັດທະນະທຳ​ໃນ​ເສດຖະກິດເພື່ອ​ການ​ພັດທະນາ​ແບບ​ຍືນຍົງ​ຂອງ​ປະ​ເທດນັ້ນ ຕ້ອງການ​ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ.

ຄວາມ​ກ້າວໜ້າ​ທາງ​ສັງຄົມ​ແມ່ນ​ການ​ເຄື່ອນ​ເໜັງ​ຂອງ​ສັງຄົມ​ຈາກລະດັບ​ຕ່ຳ​ຂຶ້ນ​ສູ່​ລະດັບ​ສູງ, ຈາກ​ຫຼ້າ​ຫຼັງ​ຂຶ້ນ​ສູ່​ສີວິ​ໄລ ທັນ​ສະ​ໄໝ. ພັກ​ກອມ​ມູນິດ​ຫວຽດນາມກຳນົດ, ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ສະ​ໄໝ​ຂ້າມ​ຜ່ານຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມຢູ່​ຫວຽດນາມປະກອບ​ດ້ວຍ​ບັນດາມາດຖານ​ດັ່ງ​ຕໍ່​ໄປນີ້: 1- ກຳລັງ​ການ​ຜະລິດພັດທະນາດ້ວຍ​ເນື້ອ​ຫາ​ວິທະຍາສາດ​ນັບ​ມື້​ສູງ​ຂຶ້ນ ພ້ອມ​ການພົວພັນ​ການ​ຜະລິດທີ່​ເໝາະ​ສົມຕາມ​ທິດ​ທາງ​ສັງຄົມ​ນິຍົມ; ​ເສດຖະກິດ​ເຕີບ​​ໂຕ​ໄວ, ມີ​ຄຸນ​ນະພາ​ບສູງ​ແລະ​ຍືນ​ຍົງ; 2- ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນຕໍ່​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ​ໄດ້​ຮັບປະກັນ; ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ເພື່ອປະຊາຊົນ ມີ​ຄວາມ​ສະອາດ​ປອດ​ໄສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ; ປະຊາທິປະ​ໄຕ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ; ລະບຽບ​ວິ​ໄນ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື; 3- ວັດທະນະທຳ, ການ​ສຶກສາ-ຝຶກ​ອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການ​ຂະຫຍາຍ​ເປີດ​ກວ້າງ, ລະດັບ​ປັນຍາ​ຄວາມ​ຮູ້​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ລະຫວ່າງ​ຄົນ​ກັບ​ຄົນມີ​ຄວາມ​ພົວພັນ​ສະໜິດສະໜົມສົດ​ໄສ​ດີ, ນິ​ໄສ​ທີ່​ບໍ່​ດີ​ແລະ​ຄວາມ​ຊົ່ວ​ຮ້າຍ​ໃນ​ສັງຄົມ​ຖືກ​ຍູ້​ຖອຍ; 4- ສະພາບ​ແວດ​ລ້ອມຂອງ​ລະບົບ​ນິ​ເວດ​ໄດ້​ຮັບ​ການ​ປົກ​ປ້ອງ​ແລະ​ປັບປຸງ; 5- ມະນຸດ​ມີ​ເງື່ອນ​ໄຂທີ່​ຈະ​ຄ່ອຍໆ​ພັດທະນາຮ່າງ​ການ, ສະຕິ​ປັນຍາ, ຄຸນສົມບັດ, ວິຊາ​ອາຊີບ; ມີ​ຊີ​ວີ​ດທີ່​ນັບ​ມື້​ອີ່ມ​ໜຳສຳລານ ​ເສລີ​ແລະ​ຜາ​ສຸກ; ​ທຸກ​ຄົນໄດ້​ອຸທິດ​ຕົນ​ແລະ​ໄດ້​ຊົມ​ໃຊ້ໝາກຜົນ​ຂອງ​ການ​ພັດທະນາ​ຢ່າງ​ຍຸດຕິ​ທຳ.

ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ແມ່ນການສະ​ແດງ​ອອກ​ເຖິງ​ຄວາມ​ກ້າວໜ້າ​ທາງ​ສັງຄົມ. ​ເນື້ອ​ໃນ​ຂອງ​ແນວ​ຄວາມ​ຄິດ​ຍຸດຕິ​ທຳ​ທາງ​ສັງຄົມ​ກວ້າງ​ທີ່​ສຸດ, ດັ່ງ​ນັ້ນ​ ເຖິງ​ວ່າ​​ແນວ​ຄວາມ​ຄິດ​​ນີ້​ຖືກ​ນຳ​ໃຊ້​ທົ່ວ​ໄປ​ແລະ​ເຂົາ​ເຈົ້ານິຍົມກັນ​ຫຼາຍ ​ແຕ່​ມັນສັບສົນ​ຫຼາຍ​ແລະ​ຍາກ​ທີ່​ຈະ​ເປັນ​ເອກະ​ພາບ​​ໃນ​ການ​ວັດ​ແທກ.

​ເບິ່ງ​ລວມ, ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ແມ່ນຄວາມ​ຍຸດຕິ​ທຳ​​ໃນ​ການ​ແຈກ​ຢາຍ​ລາຍ​ໄດ້, ​ໂອກາດ​ການພັດທະນາ​ ແລະ ​ເງື່ອນ​ໄຂ​ປະຕິບັດ​ໂອກາດ​ການ​ພັດທະນາ. ຄື​ແນວ​ນັ້ນ, ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ແມ່ນ​​ແນວຄວາມຄິດ​ກວ້າງ​ທີ່​ສຸດ​ ມັນກວມທັງ​ປັດ​ໄຈ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ. ​ເຄື່ອງ​ວັດ​ແທກ​ຕົ້ນຕໍກ່ຽວ​ກັບຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ແມ່ນ​ດັດຊະນີ​ການ​ພັດທະນາ​ມະນຸດ (HDI), ​ເສັ້ນ​ໂຄ້ງ ລໍ​ເຣນ (Lorenz), ຕົວ​ຄູນ ກິນິ (ຄ່າ​ສຳ​ປະສິດ GINI), ລະດັບ​ຄວາມທຸກ​ຍາກ, ລະດັບຄວາມ​ເພິ່ງ​ພໍ​ໃຈ​​ໃນ​ຄວາມ​ຕ້ອງການຂັ້ນ​ພື້ນຖານ​ຂອງ​ມະນຸດ./.

-----------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ​ເຫຼັ້ມ 3, ໜ້າ 431.

(2) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ຫ້າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ VIII, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ 55.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 126.

ຈູ​ວັນ​ເກິ໊ບ

ສຈ. ປອ. ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ