ວັນເສົາ, 14/12/2019
ຫວຽດນາມໃນສະຕະວັດທີ XX: ຈາກຄວາມທ້າທາຍປະຫວັດສາດ ເຖິງໂອກາດແຫ່ງການຮ່ວມມື
15/11/2019 9:22' ສົ່ງ ພິມ
ຄະນະປະຈຳສູນກາງພັກຕັດສິນເປີດບັ້ນຮົບ ດ້ຽນບຽນຝູ. ນີ້ແມ່ນການສູ້ຮົບທີ່ໃຫຍ່ທີ່ສຸດໃນເຂດເມື່ອງແທັງ, ດ້ຽນບຽນ, ແຂວງລາຍເຈົາ, ແຕ່ວັນທີ 13 ມີນາເຖິງວັນທີ 7 ພຶດສະພາ 1954 ແລະ ກໍ່ແມ່ນໄຊຊະນະການທະຫານທີ່ຍິ່ງໃຫຍ່ ໃນການຕໍ່ສູ້ຕ້ານຝະລັ່ງ (1945–1954) ຂອງກອງທັບ ແລະ ປະຊາຊົນຫວຽດນາມ. (ພາບ: Reuters)

1- ນັກ​ຄົ້ນຄວ້າ​ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ, ປະຫວັດສາດ​ຫວຽດນາມ​ແມ່ນ​ປະຫວັດສາດ​ແຫ່ງ​ສົງຄາມ. ​ເໝືອນ​ດັ່ງ​ຄວາມ​ທ້າ​ທາຍ​ຂອງ​ປະຫວັດສາດ, ​ໃນ​ຂະ​ບວນການ​ພັດທະນາ​ຍາວ​ນານ​ຂອງ​ຊາດ, ຫວຽດນາມ​ຕ້ອງ​ປະ​ເຊີນ​​ກັບ​ສົງຄາມ​ຮຸກ​ຮານ​ຫຼາຍ​ຄັ້ງ​ ໂດຍ​ປະ​ເທດ​ມະຫາ​ອຳນາດ​ພາກ​ພື້ນ​ແລະ​ໂລກ​ກໍ່​ຂຶ້ນ.

ສິ່ງ​ທີ່ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ, ​ໃນ​ໄລຍະ​ເວລາ​ຖືກ​ບັນດາ​ອິດ​ທະ​ກຳລັງ​ຕ່າງປະ​ເທດ​ມາ​ປົກຄອງ, ​ເຖິງ​ວ່າ​ຖືກ​ກົດ​ຂີ່ ຂູດ​ຮີດ, ຖືກ​ເສຍ​ຫາຍ​ຫຼາຍ​ຢ່າງ ​ແລະ ຕ້ອງ​ເສຍສະຫຼະ ​ແຕ່​ປະຊາຊົນ​ຫວຽດນາມ​ໄດ້​ທົນ​ທານ​ໝັ້ນ​ໜຽວ​ໃນ​ການ​ຕໍ່ສູ້ ​ເພື່ອຍາດ​ເອົາ​ເອກະລາດ​ເສລີພາບ​ຄືນ​ມາ​ໃຫ້​ປະ​ເທດ​ຊາດ. ປະຊາຊົນ​ຫວຽດນາມ​ໄດ້​ດຳ​ເນີນ​ການ​ລຸກ​ຮື​ຂຶ້ນ​ແລະ​​ສົງຄາມ​ປົດ​ປ່ອຍ​ຊາດ 200 ກວ່າຄັ້ງ. ​​ເວລາ​ຕໍ່ສູ້ຕ້ານ​ການ​ຮຸກ​ຮານ​ຈາກຕ່າງປະ​ເທດ​ນານ​ເຖິງ 12 ສະຕະວັດ, ກວມ​ເອົາ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ເວລາ​ໃນ​ປະຫວັດສາດຂອງ​ຊາດ. ອາດ​ຈະ​ເວົ້າ​ວ່າ, ​ໃນ​ປະຫວັດສາດຂອງ​ປະຊາ​ຊາດ​ໃນ​ອາຊີ, ບໍ່​ຄ່ອຍ​ມີ​ປະ​ເທດ​ທີ່​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ທາງ​ການ​ເມືອງ​ທີ່​ຮຸນ​ແຮງ, ສົ່ງ​ຜົນກະທົບ​ໂດຍ​ກົງ​ເຖິງ​ການ​ດຳລົງຄົງ​ໂ​ຕ​ຂອງ​ຊາດ​ ຄືຫວຽດນາມ. ​ເພື່ອ​ດຳລົງ​ຄົງ​ໂຕ​, ຂະຫຍາຍຕົວ ແລະ ​ເພື່ອ​ມີ​ກຳລັງ​ແຮງ​ພຽງພໍ​ເພື່ອ​ຕ້ານ​ການ​ຮຸກ​ຮານ​ຈາກ​ຕ່າງປະ​ເທດ, ປະຊາຊົນ​ຫວຽດນາມ​ໄດ້​ເຕົ້າ​ໂຮມ​ກັນ​ເຂົ້າ​ເປັນ​ກຸ່ມ​ເອກະ​ພາບ, ​ເຊີດ​ຊູ​ລັດ​ທິ​ຮັກ​ຊາດ ​ແລະ ​ເຈດ​ຈຳນົງປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ ​ແລະ ຄວາມ​ເປັນ​ເອກະ​ພາບໃນ​ຜືນ​ແຜ່ນດິນ ພ້ອມທັງ​ເອກະລັກ​ວັດທະນະທຳ​ຂອງ​ຕົນ(1).

​ແນ່ນອນ, ປະຫວັດ​ສາດ​ຫວຽດນາມ​ບໍ່​ພຽງ​ແຕ່​ແມ່ນ​ປະຫວັດສາດຂອງ​ສົງຄາມ​ເທົ່າ​ນັ້ນ. ປະຫວັດ​ສາດຫວຽດນາມຍັງ​ແມ່ນ​ປະຫວັດສາດ​ຂອງ​ຊາດ​ໜຶ່ງທີ່​ມີ​ການ​ປະດິດ​ສ້າງ​ວັດທະນະທຳ​ຫຼາຍ​ຢ່າງ, ຂອງ​ບັນດາ​ການ​ພົວພັນ​ແລະ​ການ​ເຄື່ອນ​ໄຫວ​ເສດຖະກິດ, ​ແມ່ນ​ປະຫວັດສາດ​ແຫ່ງ​ການກໍ່​ຕົວ​ແລະ​ການ​ປ່ຽນ​ແປງຂ​ອງຊົນ​ຊັ້ນ​ຕ່າງໆ​ໃນ​ສັງຄົມ,... ສິ່ງທັງ​ໝົດ​ເຫຼົ່ານນັ້ນ​ໄດ້​ປະກອບສ່ວນ​ຂຽນ​ໜ້າ​ປະຫວັດສາດ​ອັນ​ພິລະ​ອາດ​ຫານຂອງ​ຊາດ​ໃນ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ປະຫວັດ​ສາດ​ຫວຽດນາມຍັງ​ແມ່ນ​ປະຫວັດສາດ​ຂອງບັນດາ​ສະ​ຖາ​ບັນ​ການ​ເມືອງ​ແລະ​ກົດໝາຍ, ຂອງ​ບັນດາ​ທ່າ​ອຽງ​ແລະ​ຂະ​ບວນການ​ອຸດົມ​ການ, ບັນດາ​ການ​ພົວພັນ​ສາກົນ​ແລະ​ພາກ​ພື້ນ(2)... ​ແຕ່, ສົງຄາມ​ໄດ້​ກາຍ​ເປັນຄວາມ​ສ່ຽງ​ເປັນ​ປະຈຳ, ຊ້ຳ​ຍັງ​ອາດ​ຈະ​ຖື​ວ່າ​ເປັນ “ລັກສະນະ​ພິ​ເສດ” ຂອງປະຫວັດ​ສາດ​ຫວຽດນາມ. ລັກສະນະ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຊີວິດຈິດ​ໃຈ, ຄວາມ​ປະພຶດ​ທາງ​ວັດທະນະທຳ, ນະ​ໂຍບາຍ​ການ​ພັດທະນາ​ຂອງ​ຫວຽດນາມ ບໍ່​ສະ​ເພາະ​ແຕ່​ໃນ​ເວລາ​ກ່ອນ​ແລະ​ໃນ​ເວລາ​ເກີດ​ສົງຄາມ​ເທົ່າ​ນັ້ນ ​ແຕ່​ຍັງມີ​ຜົນ​ສະທ້ອນ​ຍາວ​ນາມ​ໃນຄວາມ​ຄິດ​ຂອງ​ຊາດ​ໃນ​ສະ​ໄໝ​ຫຼັງ​ສົງຄາມອີກ.

2- ຜ່ານ​ການ​ຂຶ້ນໆ​ລົງໆ​ຂອງ​ປະຫວັດສາດ, ອາດ​ຈະ​ເຫັນ​ວ່າ​ສະຕະວັດ​ທີ XX ​ແມ່ນ​ສະຕະວັດ​ທີ່​ຊາດ​ຫວຽດນາມ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ດ້ານ​ການ​ເມືອງທີ່​ຮຸນ​ແຮງ, ດຸ​ເດືອດ​ທີ່​ສຸດ. ເກືອບ​ເຄິ່ງຕົ້ນ​ຂອງ​ສະຕະວັດ​ນີ້, ຫວຽດນາມ​ຕ້ອງ​​ເຕົ້າ​ໂຮມ​ກຳລັງ​ແຮງ​ທັງ​ໝົດ​​ ເພື່ອຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ແລະ​​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ(3). ຫວຽດນາມ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ໃນ​ສະພາບ​ທີ່​ສົງຄາມ​ໂລກ​ຄັ້ງ​ທີ່​ສອງກຳລັງ​ຈະ​ສິ້ນ​ສຸດ​ລົງ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະ​ຕິ​ວັດ​ຫວຽດນາມ.

​ໃນ​ພາລະກິດການ​ປະຕິວັດ​ອັນ​ສັກສິດ​ແລະ​ສູງ​ສົ່ງ​ນັ້ນ ມີ​ບົດ​ບາດ​ຂອງ​ຜູ້ນຳ​ທີ່​​ເຄົາລົບ​ຮັກຄື​ປະທານ​ໂຮ່ຈີ​ມິນ. “ພາຍ​ໃຕ້ຄັນທຸງຂອງ​ປະທານ​ໂຮ່ຈີ​ມິນ, ປະຊາຊົນ​ຫວຽດນາມ​ໄດ້​ດຳ​ເນີນ​ການ​ປະຕິວັດ​ເດືອນ​ສິງ​ຫາປີ 1945 ຢ່າງ​ສຳ​ເລັດ​ມີ​ໄຊ, ​ໄດ້​ໂມ່ງ​ບາດ​ຄ້ອນ​ອັນ​ນອງ​ຕາຍ​ ໃສ່​ລະບົບອານາ​ນິຄົມ​ຂອງ​ລັດທິ​ຈັກກະພັດ​ຢູ່​ທະວີບອາຊີ. ພາຍ​ໃຕ້ຄັນທຸງຂອງ​ປະທານ​ໂຮ່ຈີ​ມິນ, ປະຊາຊົນ​ຫວຽດນາມ​ໄດ້​ຈັດ​ຕັ້ງລັດ​ກຳມະກອນ​ຊາວນາ​ທຳ​ອິດ ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ແລະ ​ໄດ້​ປົກ​ປັກ​ຮັກສາ​ລັດ​ດັ່ງກ່າວ​​ໄວ້ ໃນ​ການ​ຕໍ່ສູ້ 9 ປີ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ”(4).

​ໃນ​ໄລຍະ​ປີ 1946-1954, ຄຽງ​ຄູ່​ກັບ​ການ​ຕໍ່ສູ້​ດ້ວຍ​ອາວຸດ, ລັດ​ຖະບານ​ຫວຽນາມ​ທີ່​ໜຸ່ມ​ນ້ອຍ​ຍັງ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ສະຫຼາດ​ຄ່ອງ​ແຄ່​ວ ​ແນ​ໃສ່​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ​ແລະ​ການ​ຮັບ​ຮູ້​ຂອງ​ສາກົນ. ຫຼັງ​ຈາກ 9 ປີ​ແຫ່ງ​ການ​ສູ້​ຮົບ​ທີ່​ຍາວ​ນານ​ແລະ​ລຳບາກ, ດ້ວຍ​ໄຊຊະນະ​ດ້ຽນບຽນ​ຝູ​ປີ 1954, ຫວຽດນາມ​ໄດ້​ຟື້ນ​ຟູ​ເອກະລາດ​ໃນ​ເຄິ່ງໜຶ່ງ​ຂອງ​ດິນ​ແດນ​ປະ​ເທດ​ຕົນ​ເອງ(5).

ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມ​ໄດ້​ແກ່ຍາວ​ເປັນ​ເວລາ 21 ປີ (1954-1975) ຈຶ່ງ​ຍາດ​ໄດ້​ໄຊຊະນະ​ສຸດ​ທ້າຍ. ​ແຕ່​ວ່າ, ​ໃນ​ປະມານ 10 ປີ​ຕໍ່​ມາ, ຫວຽດນາມ​​ຕ້ອງດຳ​ເນີນບັນດາ​ການ​ສົງ​ຄາມ​ປົກ​ປ້ອງ​ຊາຍ​ແດນທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລະ​ທາງ​ທິດ​ເໜືອ, ຕ້ອງ​ຜ່ານ​ວັນ​ເວລາ​ທີ່​ຫຍຸ້ງຍາກ​ທີ່​ສຸດທາງ​ດ້ານ​ການ​ເມືອງ, ​ເສດຖະກິດ​ແລະການ​ທູດ, ທາງ​ດ້ານການ​ພັດທະນາວັດທະນະທຳແລະການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມ.

​ເປັນ​ອັນວ່າ, ສະຕະວັດ​ທີ XX ​ແມ່ນ​ສະຕະວັດ​ທີ່​ຊາດ​ຫວຽດນາມ​ຕ້ອງ​ປະ​ເຊີນ​ກັບຄວາມ​ທ້າ​ທາຍ​ທາງ​ການ​ເມືອງ​ທີ່​ຮຸນ​ແຮງ​ຫຼາຍ​ຢ່າງ. ການ​ດຳລົງ​ຄົງ​ຕົວ​ຂອງ​ປະ​ເທດ​ຊາດ​​ໄດ້ຖືກຂົ່ມຂູ່​ຢ່າງ​ໜັກ. ບໍ່​ເຄີຍ​ມີ​ສະຕະວັດ​ໃດ​ທີ່​ໃນດິນ​ແດນ​ຫວຽດນາມ​​ໄດ້ປະກົດ​ຕົວ​ຜູ້​ຮຸກ​ຮານ​ຈາກ​ຕ່າງປະ​ເທດ​ຫຼາຍຄື​​ແນວ​ນັ້ນ. ​ແລະ​ກໍ່​ບໍ່​ເຄີຍ​ມີ​ສະຕະວັດ​ໃດ​ທີ່​ປະ​ເທດ​ຫວຽດນາມ​ໄດ້​ປະ​ເຊີນ​ກັບ​ຄວາມ​ເສຍ​ສະລະ​ ແລະ ​ການ​ສູນ​ເສຍ​ຫຼາຍ​ຄື​ແນວ​ນັ້ນ! ​ແຕ່, ຫວຽດນາມ​ໄດ້​ຢືນ​ຢູ່​ຢ່າງ​ໝັ້ນຄົງ, ​ໄດ້​ຄ່ອຍໆ​ຟື້ນ​ຟູ​ແລະ​ພັດທະນາ​ພາຍຫຼັງສົງ​ຄາມ. ນັ້ນ​ແມ່ນການ​ຟື້ນ​ຟູ​ອັນ​ຍິ່ງ​ໃຫຍ່​ຂອງຊາດ​ໜຶ່ງ​ທີ່​ມີພະລັງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ທີ່​ເຂັ້ມ​ແຂງ. ຄວາມ​ທ້າ​ທາຍ​ອັນ​ຮ້າຍ​ແຮງ​ຂອງ​ປະຫວັດສາດ​ໄດ້ຊຸບ​ຫຼໍ່ຄຸນ​ນະ​ທາດ​ກ້າ​ແກ່ນ, ຫຼໍ່ລ້ຽງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ປາຖະໜາ​ຢາກ​ມີ​ສັນຕິພາບ ​ແລະ ຄວາມ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ໃນ​ພົນລະ​ເມືອງ​ທຸກ​ຄົນ​ແລະ​ໃນ​ຊາດ​ຫວຽດນາມ​ທັງ​ໝົດ.

ສົງຄາມ​ແມ່ນ​ຄວາມ​ທ້າ​ທາຍ​ທີ່​ຮຸນ​ແຮງ​ແລະຮອບດ້ານ​ທີ່​ສຸດ ​ຕໍ່​ພະລັງ​​ຂອງ​ປະຊາ​ຊາດ​ໜຶ່ງ. ​ເພື່ອ​ສູ້​ຮົບ​ ແລະ ​​ເອົາ​ຊະນະ​ສັດຕູ​ທີ່​ຮ້າຍ​ກາດ​ແລະ​ມີ​ກຳລັງ​ທະຫານ​​ເຂັ້ມ​ແຂງ​ກວ່າ​ຫຼາຍ​ເທົ່ານັ້ນ, ຊາດ​ຫວຽດນາມ​ຕ້ອງລະດົມບັນດາ​ແຫຼ່ງກຳລັງ​ທັງ​ໝົດ​ໃນ​ລະດັບ​ສູງ​ສຸດ ​ໃຫ້​ແກ່​ການ​ປົດ​ປ່ອຍ​ພາກ​ໃຕ້​ແລະ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະລາດ, ຕ້ອງ​ດຳ​ເນີນ “ສົງຄາມ​ປະຊາຊົນ”(6), “ສົງຄາມ​ທີ່ສັກສິດ” ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ຄຸນຄ່າ​ອັນ​ສັກກາລະ​ບູຊາທີ່​ສຸດ​ຂອງ​ຊາດ. ​ໃນ​ການ​ຕໍ່ຕ້ານ​ຢ່າງ​ກ້າຫານ​ນັ້ນ, ລັດທິຮັກຊາດ, ຈິດ​ໃຈ​ເອກະລາດ​ແຫ່ງ​ຊາດ​ ໄດ້​ສະ​ແດງ​ອອກ​ໃນ​ລະດັບ​ສູງ ​ໃນ​ທຸກໆ​ດ້ານ​ຂອງ​ຊີວິດ​ສັງຄົມ. ຊາດ​ຫວຽດນາມ​ທັງ​ໝົດ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ ແລະ ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ບັນດາ​ຄຸນຄ່າວັດທະນະທຳ​ດັ້ງ​ເດີມ​ຂອງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ຂອງ​ຊາດ. ຫວຽດນາມ​ຍາດ​ແຍ່ງ​ໄດ້​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຂອງ​ປະຊາຊົນ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ(7). ​ໃນ​ເສັ້ນທາງ 21 ປີທີ່​ເຕັມ​ໄປ​ດ້ວຍຄວາມ​ຍາກ​ລຳບາກ​ນັ້ນ, ກຳລັງ​ແຮງ​ຂອງ​ຊາດ​ແລະ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ໄດ້​ໂຮມ​ເຂົ້າກັນ, ສ້າງ​ກຳລັງ​ແຮງ​ອັນຍິ່ງໃຫຍ່​ ນຳ​ໄປ​ສູ່​ໄຊຊະນະ​ໃນ​ລະດູບານ​ໃໝ່​ປີ 1975.

3- ຫຼັງ​ຈາກ​ຄວາມ​ທ້າ​ທາຍ​ທີ່​ດຸ​ເດືອດ​ຂອງ​ສົງຄາມ, ​ເຖິງ​ຊຸມ​ປີ​ທີ 80 ຂອງ​ສະຕະວັດ​ທີ XX, ສະພາບ​ການ​ພາຍ​ໃນ​ປະ​ເທດ​ແລະ​ສາກົນ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ. ພາຍ​​ໃຕ້ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ໄດ້​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ນັບ​ແຕ່​ປີ 1986 ​ເຊິ່ງ​ມີແນວ​ນະ​ໂຍບາຍ​ບຸກທະລຸ​​ໃນ​ການ​ລົບ​ລ້າງກົນ​ໄກ​ອາດຍາ​ສິດ ​ເກື້ອກູນອຸດ​ໜູນ, ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເປັນ​ປະ​ເທດ​ທີ່​ອີງ​ໃສ່ການກະສິກຳ​ເປັນ​ຕົ້ນຕໍ, ຫວຽດນາມ​ໄດ້​ປະຕິບັດຫຼາຍ​ນະ​ໂຍບາຍ​​ເປີດ​ກວ້າງການຜະລິດ​ກະສິກຳ, ພ້ອມ​ກັນ​ນັ້ນ​ກໍ່​ວາງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ພັດທະນາຂອງ​ພາກສ່ວນ​ເສດຖະກິດ​ຕ່າງໆ, ຂອງ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ແລະ​ວັດທະນະທຳ(8). ຜົນ​ທີ່​ໄດ້​ຮັບ​ຄື, ຫຼັງ​ຈາກ​ນັ້ນ​ບໍ່​ນານ, ຈາກ​ການ​ຂາດ​ແຄນ​ອາຫານ​ແລະ​ປະ​ເຊີນ​ກັບ​ຄວາມ​ອຶດ​ຫິວ, ຫວຽດນາມສາມາດ​ແກ້​ໄຂ​ບັນຫາ​ອາຫານ​ໄດ້​ເປັນ​ຢ່າງ​ດີ ​ແລະ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ທາງ​ດ້ານ​ສະບຽງ​ອາຫານ, ມີ​ຄວາມ​ສາມາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ເປັນ​ຈຳນວນ​ຫຼວງ​ຫຼາຍອອກ​ສູ່​ຕະຫຼາດ​ໂລກ. ພ້ອມ​ກັນ​ກັບ​ນ້ຳມັນ​ດິບ​ແລະ​ບັນດາ​ຜະ​ລິດ​ຕະພັນ​ກະສິກຳນັ້ນ, ​ເຂົ້າ​ສານໄດ້​ກາຍ​ເປັນ​ສິນຄ້າ​ສົ່ງ​ອອກ​ທີ່​ສຳຄັນ, ນຳ​ເງິນຕາ​ຕ່າງປະ​ເທດ​ເຂົ້າ​ມາ​ຮັບ​ໃຊ້​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ຊີວິດ​ຂອງ​ປະຊາຊົນ​ຫຼາຍ​ກວ່າ 80% ຂອງ​ປະຊາກອນ​ຊົນ​ໃນນະບົດ, ພ້ອມ​ກັນ​ນັ້ນ​ກໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຂະ​ແໜງ​ການ​ອຸດສາຫະກຳ​ ແລະ ​ເສດຖະກິດ​ໃໝ່​ຈຳນວນ​ໜຶ່ງ​ ຂອງ​ຫວຽດນາມ(9).

ຄຽງ​ຂ້າງ​ນັ້ນ, ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ນະ​ໂຍບາຍ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ຮັບ​ຮູ້​ຂອງ​ຫຽດນາມກ່ຽວ​ກັບສະພາບ​ການ​ການ​ເມືອງ​ແລະກຳລັງ​ໃນໂລກ​ ກໍ່​ມີ​ການ​ປ່ຽນ​ແປງ​ພື້ນຖານ. ​ໃນ​ປະມານ 10 ປີ (1986 - 1995), ຫວຽດນາມ​ໄດ້​ມານະ​ພະຍາຍາມຢ່າງ​ໃຫຍ່​ຫຼວງ​ ເພື່ອ​ແກ້​ໄຂຂໍ້​ຄົງຄ້າງ, ຄວາມ​ຕິດ​ຂັດ​ຕ່າງໆ​ໃນ​ການ​ພົວພັນ​ສາກົນ. ຈາກ​ແຜນ​ນະ​ໂຍບາຍ “ຢາກ​ເປັນ​ເພື່ອນ​ກັບ​ທຸກ​ປະ​ເທດ” ຈົນ​ເຖິງ​ທິດ​ນຳ “ຫວຽດນາມ​ຍິນ​ດີ​ທີ່​ຈະ​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ມືທີ່​ເຊື່ອ​ຖື​ໄດ້​ໃນ​ປະຊາ​ຄົມ​ສາກົນ, ສູ້​ຊົນ​ເພື່ອ​ສັນຕິພາບ, ​ເອກະລາດ​ແລະ​ການ​ພັດທະນາ”(10), ຫວຽດນາມ​ໄດ້​ສົ່ງ​ຂໍ້ຄວາມ​ສັນຕິພາບ, ສະ​ແດງ​ຄວາມ​ປາຖະໜາ​ດີ​ທີ່​ຈະ​ກໍ່ສ້າງ, ປັບປຸງ​ ແລະ ພັດທະນາສາຍ​ພົວພັນ​ຮ່ວມ​ມື, ມິດຕະພາບ​ກັບ​ບັນດາ​ປະຊາ​ຊາດ​ໃນ​ໂລກ ​ແລະ ​ໃນ​ຄວາມ​ເປັນ​ຈິງ ​ໄດ້ຂຽນ​ໜ້າ​ໃໝ່​ໃນ​ການ​ພົວພັນ​ສາກົນ. ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ, ຫັນ​ການ​ພົວພັນກັບ​ສາກົນ​ເປັນ​ຫຼາຍກ້ຳ​ຫຼາຍ​​ຝ່າຍ ຫຼາຍຮູບ​ແບບ, ​ການ​ຕັ້ງໜ້າແລະ​​​ເປັນ​ເຈົ້າ​ການໃນ​ການ​ສົນທະນາ​ນັ້ນ ​ໄດ້​ເຮັດ​ໃຫ້​ຖານະ​ບົດບາດ​ຂອງ​ຫວຽດນາມ​ນັບ​ມື້​ໄດ້​ຍົກ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ. ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກກໍ່​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ, ​ເຂົ້າ​ໃຈ​ຖືກຕ້ອງ​ກວ່າ​ອີກ​ ກ່ຽວ​ກັບ​ຫວຽດນາມ. ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX, ພ້ອມ​ກັນ​ກັບ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ສາກົນ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ແກ້​ໄຂ “ບັນຫາ​ກຳປູ​ເຈຍ” ຢ່າງ​ສຳ​ເລັດ​ຜົນ, ປັບປຸງ​ການ​ພົວພັນ​ກັບ​ກຸ່ມ​ປະ​ເທດ​ອາ​ຊຽນ​ເທື່ອ​ລະ​ກ້າວ ​ແລະ ສິ່ງ​ສຳຄັນແມ່ນ​ ໄດ້ບັນລຸ​ຄວາມ​ກ້າວໜ້າ​ທີ່​ສຳຄັນ​ຫຼາຍ​ຢ່າງ ​ໃນ​ການ​ເຮັດ​ໃຫ້​ຄວາມ​ພົວພັນ​ກັບ​ຈີນ​ເປັນ​ປົກກະຕິ ​ແລະ ປັບປຸງ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ(11). ສຳລັບ​ບັນດາ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ຫວຽດນາມ​ສືບ​ຕໍ່​ປັບປຸງ​ສາຍ​ພົວພັນ​ພິ​ເສດ​ກັບ​ຍີ່ປຸ່ນ ​ແລະ ປີ 1992 ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ລະດັບ​ລັດ​ ກັບ​ສາທາລະນະ​ລັດ​ເກົາຫຼີ.

​ໃນ​ການ​ເດີນທາງ​ປະຫວັດສາດນັບ​ແຕ່​ເມື່ອ​ປະຕິບັດ​ນະ​ໂຍບາຍ​ການ​ປ່ຽນ​ແປງ​ໃໝ່​ເປັນ​ຕົ້ນ​ມາ, ມີ​ສອງຫຼັກ​ໝາຍ​ທີ່​ສຳຄັນ​ຄື​ປີ 1995 ​ແລະ​ປີ 2006. ນັກ​ວິຈານ​ບາງ​ຄົນ​ເວົ້າ​ວ່າ, ປີ 1995 ​ແມ່ນ​ປີ​ແຫ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ​ໃນ​ດ້ານ​ການ​ຕ່າງປະ​ເທດ. ວັນ​ທີ 28-7-1995, ຫວຽດນາມ​ກາຍ​ເປັນ​ສະມາ​ຊິກ​ທີ​ເຈັດຢ່າງ​ເປັນ​ທາງ​ການ​ຂອງ ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ). ​ເຊັ່ນ​ດຽວ​ກັນ​ໃນ​ປີ 1995, ຫຼັງ​ຈາກ​ທີ່​ມີ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ນະ​ໂຍບາຍ​ການຄວ້ຳ​ບາດ​ຕໍ່​ຫວຽດນາມ​ໃນ​ວັນ​ທີ 3-2-1994 ນັ້ນ, ວັນ​ທີ 11-7-1995, ປະທານາທິບໍດີ​ອາ​ເມ​ລິ​ກາ ບິນ ຄຼິນ​ເຕີນ ​ໄດ້​ປະກາດຢ່າງ​ເປັນ​ທາງ​ການກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ພົວພັນ​ເປັນ​ປົກກະຕິ​ກັບ​ຫວຽດນາມ. ດ້ວຍ​ໄຊຊະນະ​ທາງ​ການ​ທູດ​ທີ່​ສຳຄັນ​ເຫຼົ່າ​ນັ້ນ, ​ໄລຍະ​ແຫ່ງ​ການ​ແຍກ​ໃຫ້​​ໂດດດ່ຽວ​ແລະ​ປິດ​ລ້ອມ​ຫວຽດນາມ​ໃນ​ການ​ພົວພັນ​ສາກົນ​ ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ​ໃນ​ພາກ​ຕົວ​ຈິງ, ຫວຽດນາ​ມີ​ບັນດາ​ໂອກາດ​ທີ່​ສະດວກ​ດີ​ຕື່ມ​ອີກ ​ເພື່ອ​ເຊື່ອມ​ໂຍງ​​ກັບ​ການ​ພັດທະນາ​ຮ່ວມ​ກັນຂອງ​ພາກ​ພື້ນ​ແລະ​ໂລກ.

ທົດ​ສະ​ວັດ​ຕໍ່​ມາ, ປີ 2006, ຫວຽດນາມ​ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​ທີ່​ສຳຄັນ​ທາງ​ດ້ານ​ການ​ທູດ, ນັ້ນ​ແມ່ນ​ການ​ກາຍ​ເປັນ​ສະມາຊິກ​ເປັນ​ທາງ​ການ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC) ຢູ່​ຮ່າ​ໂນ້ຍຢ່າງສຳ​ເລັດ​ຜົນ. ​ໃນ​ປີ​ນີ້, ການ​ພົວພັນ​ຫວຽດນາມ-ຍີ່ປຸ່ນ​ໄດ້​ກຳນົດ​ທິດ​ໄປ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ພົວພັນ​ກັບ​ຈີນ​ແລະ​ອາ​ເມ​ລິ​ກາ​ກໍ່​​ໄດ້​ຮັບ​ການ​ປັບປຸງ​ທີ່​ສຳຄັນ. ​ໃນ​ການ​ພົວພັນ​ກັບ​ຈີນ, ສອງ​ປະ​ເທດ​ໄດ້​ແກ້​ໄຂ​ສອງ​ໃນ​ສາມ​ບັນຫາພື້ນຖານທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ສອງ​ຝ່າຍ(12). ກະ​ແສ​ການ​ລົງທຶນ​ໃໝ່​ໄດ້​ສຸມ​ໃສ່​ຫວຽດນາມ - ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອຍ​ຫຼາຍ​ຢ່າງ​ທາງ​ດ້ານ​ຊັບພະຍາກອນ​ແລະ​ກຳລັງ​ແຮງ​ງານ. ຫວຽດນາມ​ກາຍ​ເປັນສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ໜ້າ​ດຶງ​ດູດ​ໃຈສຳລັບ​ກຸ່ມ​ເສດຖະກິດ, ທະນາຄານ​ ແລະ ​ກຸ່ມ​ການ​ເງິນ​ຂະໜາດ​ໃຫຍ່​ໃນ​ໂລກ.

ຈາກ​ການພັນ​ລະ​ນາ​ຮູບ​ລັກສະນະ ​ແລະ​ ຄວາມ​ຄືບ​ໜ້າ​ທາງ​ປະຫວັດສາດ​ຂັ້ນ​ພື້ນຖານ​ໃນ​ສະຕະວັດ​ທີ XX, ສາມາດ​ຖອດ​ຖອນ​ຄຳ​ອະທິບາຍ​ແລະ​ຂໍ້​ສັງ​ເກດ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ.

​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ, ທີ່​ຕັ້ງ​ພູມ​ສາດ-ຍຸດ​ທະ​ສາດ​ຂອງ​ຫວຽດນາມມີ​ບັນດາ​ປັດ​ໄຈ​ຄົງ​ທີ ​ແຕ່​ກໍ່​ມີປັດ​ໄຈ​ປ່ຽນ​ແປງ, ໝາຍ​ຄວາມ​ວ່າ ​ມີ​ການຜັນປ່ຽນໃນ​ເວລາ​ໂດຍ​ຍ້ອນ​ບັນດາ​ສິ່ງ​ກະທົບ​ຈາກພາຍ​ໃນ​ປະ​ເທດ, ຈາກ​ພາກ​ພື້ນ​ ແລະ​ ຈາກ​ໂລກ. ພ້ອມ​ກັນ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ຊັບພະຍາກອນ​ທີ່​ອຸດົມສົມບູນຂອງ​ລະບົບ​ນິ​ເວດ​ສະ​ລັບ​ສັບ​ຊ້ອນ​ເຂດ​ຮ້ອນ, ​ແຫຼ່ງ​ແຮງ​ງານ​ທີ່​ອຸດົມສົມບູນ, ບັນດາ​ເຂ​​ດທົ່ງພຽງ​ລຸ່ມ​​ແມ່ນ້ຳ​ຂ້ອນ​ຂ້າງ​ໃຫຍ່, ​ທ່າ​ກຳ​ປັ່ນ​ການ​ຄ້າ​ຫຼາຍ​ແຫ່ງທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການປະຕິບັດ​ແຜນການ​ປ້ອງ​ກັນ​ທາງ​ດ້ານ​ການ​ທະຫານ​ ແລະ ສົ່ງ​ເສີມການ​ພັດທະນາການ​ຄ້າ​ລະຫວ່າງ​ປະ​ເທດ... ​ເຊິ່ງທີ່​ຕັ້ງ​ການ​ຕິດ​ຕໍ່​ແລະ​ສົ່ງ​ຕໍ່​ລະຫວ່າງບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ແລະອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລະຫວ່າງ​ທະວີບ​ແລະ​ມະຫາ​ສະໝຸດ ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ຫວຽດນາມ​ໃນ​ແຜນ​ທີ່​ການ​ເມືອງພາກ​ພື້ນ(13). ​ໃນ​ບົດ​ຄວາມ “ພູມ​ສາດ-ການ​ເມືອງ​ຫວຽດນາມຈາກ​ອາຊີ: ບົດຮຽນ​ອັນ​ໃດ​ສຳລັບ​ສົງຄາມ​ອິນດູຈີນຄັ້ງ​ທີ​ສາມ​ສຳລັບ​ມື້​ນີ້ ?”, ນັກ​ຄົ້ນຄວ້າ ກ.​ໂກ​ສະ​ຈາ (C. Goscha) ​ໃຫ້​ທັດສະນະ​ວ່າ, “ຫວຽດນາມ​ໄດ້​ແລະ​ຈະ​ເປັນ​ປະ​ເທດ​ທີ່​ມີ່​ທີ່​ຕັ້ງ​ພູມ​ສາດ-ການ​ເມືອງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ໂລດ ​ເນື່ອງ​ຈາກ​ທີ່​ຕັ້ງ​ພູມ​ສາດ​ຂອງ​ຫວຽດນາມຢູ່​ໃນ​ທະວີບອາຊີ-​ເອີຣົບ ​ແລະ ຍ້ອນ​ຫວຽດນາມ​ຕິດ​ກັບ​ເຂດ​ທະ​ເລ​ຕາ​ເວັນ​ອອກ”. ​ເມື່ອຕັ້ງ​ຫວຽດນາມ​ຢູ່​ໃນ​ການ​ພົວພັນ​ແລະ​ການ​ແຂ່ງຂັນທາງ​ດ້ານ​ອິດ​ທິພົນ ​ລະຫວ່າງບັນດາ​ປະ​ເທດ​ອາຊີ​ແລະ​​ໂລກ ​ແມ່ນ​ອາດ​ຈະ​ເຫັນ​ວ່າ, ​ເຖິງວ່າ​ທາງ​ດ້ານດິນ​ແດນ​ຂອງ​ຫວຽດນາມ​ພຽງ​ແຕ່​ແມ່ນ​ປະ​ເທດ​ນ້ອຍໆ​ເທົ່າ​ນັ້ນ ​ແຕ່ຈາກ​ປະຫວັດສາດ​ຈົນ​ເຖິງ​ປະຈຸ​ບັນ, ຫວຽດນາມ​ “​ມີ​ຕຳ​ແໜ່​ງທີ່​ສຳຄັນ​ຢູ່​ສະ​ເໝີບໍ່​ພຽງ​ແຕ່​ສຳລັບ​ຊາວ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ ​ແຕ່​ສຳ​ລັບຊາວ​ລັດ​ເຊຍ, ຈີນ, ຍີ່ປຸ່ນ ​ແລະ ນັບ​ທັງ​ຊາວ​ອິນ​ເດ​ຍອີກ”(14).  

​ໂດຍນອນ​ລຽບ​ຕາມ​ທິດຕາ​ເວັນ​ອອກ​ຂອງ​ແຫຼມ​ສຸວັນນະ​ພູມ, ຫວຽດນາມມີ​ບົດບາດ​ທີ່​ຕັ້ງຕິ​ດຕໍ່​ລະຫວ່າງ​​ແຫຼມສຸວັນນະ​ພູມ ​ແລະ ​ເຂ​ດທະ​ເລ​ໝູ່​ເກາະ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລະຫວ່າງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ ກັບ​ອາຊີ​ຕາ​ເວັນ​ຕົກ​ສຽງ​ໃຕ້... ຫວຽດນາມ​ແມ່ນ​ຈຸດໝາຍ​ປາຍທາງ​ຂອງຫຼາຍ​ກະ​ແສ​ການ​ອົບ​ພະຍົບຍົກຍ້າຍ​ໃຫຍ່, ​ແມ່ນ​​ເຂດໄຂວ່​ກັນຂອງ​ຫຼາຍ​ວັດທະນະທຳ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ກໍ່​ຄື​ລະຫວ່າງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ກັບ​ຈີນ​ແລະ​ອິນ​ເດຍ.

​ແມ່ນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງຕິ​ດຕໍ່​ລະ​ຫວ່າງ​ສອງ​ພາ​ກພື້ນອາຊີ​ຕາ​ເວັນ​ອອກສຽງ​ເໜືອ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເບິ່ງຄື​ວ່າ ຫວຽດນາມ​ຍາມ​ໃດ​ກໍ່​ເປັນປະ​ເທດ​ທຳ​ອິດ​ທີ່​ຕ້ອງທົນ​ຕໍ່​ຄວາມ​ກົດ​ດັນ​ທີ່​ແຂງ​ແຮງຈາກປະ​ເທດ​ມະຫາ​ອຳນາດ. ​ໃນ​ຍຸກ​ໃກ້​ສະ​ໄໝ​​ໃໝ່, ບັນດາ​ອິດ​ທິກຳລັງ​ຝ່າຍ​ຕາ​ເວັນ​ຕົກ​ຈາກ​ເຂດ​ທະ​ເລ​ທາງ​ທິດ​​ໃຕ້, ຢາກ​ແຊກ​ຊຶມ​ເຂົ້າ​ແຫຼມ​ສຸວັນນະ​ພູມ ​ແລະ ​ເຂດ​ຕະຫຼາດ​ກວ້າງ​ໃຫຍ່​ທາງພາກ​ໃຕ້ຂອງ​ຈີນ, ລ້ວນ​ແຕ່​ຖື​ຫວຽດນາມ​ເປັນ​ເປົ້າ​ໝາຍ​ສຳຄັນ​ທີ່​ຕ້ອງ​ພິຊິດ. ດ້ວຍ​ຄວາມ​ເຂົ້າ​ໃຈ​ຢ່າງ​ພາວະ​ວິ​ໄສ, ທີ່​ຕັ້ງ​ພູມ​ສາດ-ຍຸດ​ທະ​ສາດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ບັນຈຸ​ ແລະ ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ​ຫຼາຍ​ຢ່າງ​ໃຫ້​ປະ​ເທດ​ຫວຽດນາມ​ພັດທະນາ​ເສດຖະກິດ, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ການ​ແລກປ່ຽນ​ວັດທະນະທຳ... ​ແຕ່​ກໍ່​ເປັນ​ເຫດຜົນ​ທີ່​ພາ​ໃຫ້​ຫວຽດນາມ​ກາຍ​ເປັນ​ເປົ້າ​ໝາຍ, ພື້ນ​ທີ່​​ແກ່ງ​ແຍ້​ງ, ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ອິດ​ທິກຳລັງ​ພາກ​ພື້ນ​ແລະ​ສາກົນ(15).

ທີ​ສອງ, ກົກ​ເຄົ້າ, ກຳລັງ​ຊີວິດ​ອັນ​ແຮງ​ກ້າ​ຂອງ​ຊາດ​ຫວຽດນາມ.     

ຖ້າ​ນັບ​ຈາກການ​ຮຸກ​ຮານ​ຂອງລາຊະ​ວົງ​ສິນ​ໃນ​ສະຕະວັດ​ທີ​ສາມ​ກ່ອນ ຄສ. ​ເຖິງ​ປີ 1975, ພາຍ​ໃນ 22 ສະຕະວັດ, ຫວຽດນາ​ມຕ້ອງ​ດຳ​ເນີນ​ສົງຄາມ​ປ້ອງ​ກັນ​ປະ​ເທດ 15 ຄັ້ງ ​ແລະ ​ເວລາ​ຕໍ່ສູ້ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ​ແກ່ຍາວ​ເຖິງ 12 ສະຕະວັດ (16). ​ໂດຍ​ເປັນປະ​ເທດ​ທີ່​ກໍ່​ຕັ້ງ​ຂຶ້ນ​ໃນ​ໄລຍະ​ຕົ້ນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ພົນລະ​ເມືອງ​ຂອງ​ລັດ ວັນລາງ, ​ເອົາ​ຫຼາກ (​ແມ່ນ​ປະ​ເທດ​ທຳ​ອິດ​ຕາມ​ຕຳ​ນານ​ໃນ​ປະຫວັດສາດຫວຽດນາມ, ສະຕະວັດ​ທີ 7 ກ່ອນ​ ຄສ. ​ເຖິງ​ປີ 208 ກ່ອນ​ ຄສ.) ​ໄດ້​ມີ​ສະຕິ​ຮູ້ສຶກ​ໂດຍ​ໄວ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ, ກ່ຽວ​ກັບ​ພື້ນ​ທີ່​ການ​ດຳລົງ​ຄົງ​ຕົວ ​ແລະ ພື້ນຖານ​ວັດທະນະທຳ​ຕ່າງຫາກ​ຂອງ​ຕົນ. ​ໃນ​ຕະຫຼອດ 1.000 ປີ​ພາຍ​ໃຕ້​ການຄອບຄອງ​ຂອງ​ສັກດິນາພາກ​ເໜືອ ແມ່ນ​ຂະ​ບວນການ​ປ້ອງ​ກັນຕົວ​ຕໍ່ຕ້ານ​ການ​ຫັນ​ເປັນ​ຮັ່ນ (ໝາຍ​ເຖິງ​ການ​ຮັບ​ແລະປ່ຽນວັດທະນະທຳ​ຂອງຊາດຫວຽດນາມ​ໃຫ້​ເປັນ​ວັດທະນະທຳ​ຮັ່ນ-​ຈີນ). ​ເພາະສະ​ນັ້ນ, ​ເຖິງ​ວ່າ​​ໄດ້​ຄອບ​ຄອງ​ຢູ່​ຫວຽດນາມ​ໃນ​​ເວລາດົນ​ນາ​ນກໍ່ຕາມ ​ແຕ່​ເບິ່ງ​ລວມ​ແລ້ວ ຜົນ​ກະທົບ​ຂອງວັດທະນະທຳທາງ​ເໜືອບໍ່​ສາມາດ​​ເຂົ້າໄປ​ໄກ​ກວ່າ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ບາງພື້ນ​ທີ່​ທີ່​ມີ​ພື້ນຖານ​ວັດທະນະທຳ​ພື້ນ​ເມືອງ, ​ເຄີຍ​ບັນຈຸ​ແລະ​ແບ່ງປັນ​ຄຸນຄ່າ​ຕ່າງໆຫຼາຍຢ່າງ​ຂອງ​ວັດທະນະທຳສຸວັນນະ​ພູມ. ​ແຕ່, ຜ່ານ​ກາລະ​ເວລາ, ດ້ວຍ​ຫຼາຍ​ເສັ້ນທາງ​ແລະ​ວິທີ​ການ​ທີ່​ຕ່າງ​ກັນ, ວັດທະນະທຳ​ນັ້ນ​ໄດ້ມີ​ການຊຶມ​ເຂົ້າບາງ​ຢ່າງໃນ​ຊີ​ວິວັດ​ທະນະ​ທຳ​ຂອງຫຼາຍ​ຊັ້ນ​ຄົນ​ສັງຄົມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳ​ຫວຽດນາມ. ຄຽງ​ຂ້າງ​ນັ້ນກໍ່​ຕ້ອງ​ເຫັນ​ວ່າ, ຢູ່​ໃນ​ບ້ານ​ຊົນນະບົດ​ແລະ​ເຂດ​ຫ່າງ​ໄກ​ສອກຫຼີກ, ບັນດາ​ອົງ​ປະກອບ​ຂອງ​ວັດທະນະທຳ​ຫວຽດນາມ​ບູຮານ ທີ່​ໃກ້ຊິດ​ແລະມີ​ພື້ນຖານ​ດຽວ​ກັນ​ກັບ​ວັດທະນະທຳ​ສຸວັນນະ​ພູມ, ຍັງ​ຄົງ​ໄດ້​ຮັກສາ​ເປັນ​ໂຄງ​ສ້າງ​ແກ່ນສານ​ທີ່​ຍືນ​ຍົງ. ຈຸດ​ສຳຄັນ​ຕົ້ນຕໍ​ແມ່ນ, ​ເຖິງ​ວ່າຄວາມ​ກົດ​ດັນ​ຂອງ​ວັດທະນະທຳ​ພາກ​ເໜືອ​ແມ່ນ​ແຮງ​ຫຼາຍ ​ແລະ ສົ່ງຜົນ​ກະທົບຢ່າງຕໍ່​ເນື່ອງກໍ່ຕາມ ​ແຕ່​ມັນ​ກໍ່ບໍ່​ສາມາດ​ເຮັດ​ໃຫ້​ເສື່ອ​ມສະພາບ​ຫຼື​ທຳລາຍ​ໂຄງ​ສ້າງ​ດັ້ງ​ເດີມ​ໄດ້. ຈິດ​ສຳນຶກ​ທີ່​ເລີກ​ເຊິ່ງກ່ຽວ​ກັບຕົ້ນ​ກຳ​ເນີ​ດ, ກ່ຽວ​ກັບອະທິປະ​ໄຕ​ໃນ​ດິນ​ແດນ ​ແລະ ປະ​ເພນີ​ວັດທະນະທຳ​ຕ່າງຫາກນັ້ນ ​ແມ່ນ​ກຳລັງ​ແຮງ​ພາຍ​ໃນ, ປັດ​​ໄຈ​ພື້ນຖານ​ ເພື່ອຫັນ​ປັດ​ໄຈ​ວັດທະນະທຳ​ພາຍ​ນອກ​ເປັນ​ພື້ນ​ເມືອງ ​ແລະ ​ທັງຮັກສາ​ໂຄງ​ສ້າງ​ດັ້ງ​ເດີມ​ນັ້ນ. ​ໂຄງ​ສ້າງ​ສັງຄົມ​ວັດທະນະທຳ​​ແບບດັ້ງ​ເດີມ ຍາມ​ໃດ​ກໍ່​ໄດ້​ຮັກສາ ​ໃນ​ສາຍ​ພົວພັນ​ສະໜິດ​ແໜ້ນລະຫວ່າງສະມາຊິກ​ບ້ານ​, ​ໃນ​ຄວາມ​ເຄີຍ​ຊິນ​ເຄື່ອນ​ໄຫວ ຊີວິດ​ວັດທະນະທຳ ​ແລະ ສາມັນ​ສຳນຶກ ຄວາມຮູ້ສຶກ​ເລິກ​ເຊິ່ງຂອງ​ຊຸມ​ຊົນ. ຈິດ​ສຳນຶກ​ທີ່​ສັກສິດ​ກ່ຽວ​ກັບຕົ້ນ​ກຳ​ເນີດ​ ແມ່ນສາຍ​ເສືອກ​ທີ່ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສະມາຊິກ​ສັງຄົມ ​ແລະ ​​ໃນຄວາມ​ເປັນ​ຈິງ ​​ມັນໄດ້​ກາຍ​ເປັນປັດ​ໄຈ​ລວມ, ກຳລັງ​ໜູນ​ ເພື່ອຫັນປ່ຽນ​ເປັນ​ລັດທິ​ຮັກ​ຊາດ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ນັ້ນ​ໄດ້​ທະວີຄູນ​ຢູ່​ສະ​ເໝີ ​ເມື່ອ​ຜົນ​ປະ​ໂຫຍ​ດ​ແລະ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ຖືກ​ນາບຂູ່.

ສິ່ງ​ທີ່​ສຳຄັນກວ່າ​ນັ້ນ​ແມ່ນ, ​ໃນ​ຂະນະ​ທີ່​ຕັດສິນ​ໃຈ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາເອກະລາດທາງ​ການ​ເມືອງນັ້ນ ​​ໃນ​ແງ່​ຂອງ​ວັດທະນະທຳ, ຫວຽດນາມ​ບໍ່​ໄດ້​ປະຕິ​ເສດ​ຄຸນຄ່າ​ວັດທະນະທຳຫຼາຍ​ຢ່າງ​ຈາກ​ພາຍ​ນອກ. ​ໃນ​ຄວາມ​ເປັນ​ຈິງ, ​ໃນ​ປະ​ເພນີ​ວັດທະນະທຳ​ຫວຽດນາມ ນັບ​ແຕ່​ສະ​ຖາ​ບັນ​ການ​ເມືອງ, ກົດໝາຍ, ໜັງສື ຈົນ​ເຖິງການ​ສຶກສາ... ລ້ວນ​ແຕ່​ມີຮອຍປະ​ທັບ​ຂອງ​ວັດທະນະທຳ​ພາກ​ພື້ນ. ​ໃນ​ບົດ​ຄວາມຄວາມ​ຄິດ​ບາງ​ຢ່າງ​ກ່ຽວ​ກັບປະຫວັດສາດ​ຫວຽດນາມ ​ແລະ ​ແນວ​ຄິດ​ຫວຽດນາມ, ນັກ​ປະຫວັດສາດ ຮ່າ​ວັນ​ເຕິ​ນ ​ເຄີຍ​ເວົ້າ​ວ່າ: “​ໃນ​ປະຫວັດສາດ​ແນວ​ຄິດ​ຫວຽດນາມ, ​ເຄີຍ​ພົບ​ເຫັນ​ການ​ຝຶກ​ຝົນ​ອາວຸດ​ແນວ​ຄິດ​ທີ່​ມີຢູ່ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ, ​ເຊິ່ງຄວາມ​ຕ້ອງການ​ທີ່​ໃຫຍ່​ທີ່​ສຸດ​ແລະ​ຮີບ​ດ່ວນ​ທີ່​ສຸດ​ແມ່ນ ປົກ​ປັກ​ຮັກສາ​ຄວາມດຳລົງ​ຄົງ​ຕົວ​ຂອງ​ປະ​ເທດ​ຊາດ”(17).

ຍັງ​ຕ້ອງ​ເວົ້າ​ຕື່ມ​ອີກ, ກຳລັງ​ແຮງວັດທະນະທຳ​ຫວຽດນາມຍັງ​ແມ່ນ​ການ​ສົມທົບ​ຫຼໍ່​ຫຼອມບັນດາ​ຜົນກະທົບ​ຂອງ​ອາລະຍະ​ທຳ​ອິນ​ເດຍ, ພິ​ເສດ​ແມ່ນ​ແນວ​ຄິດ​ແລະທັດສະນະ​ມະນຸດສະທຳ​ຂ​ອງສາສະໜາ​ພຸດ, ສາສະໜາ​ຮິນ​ດູ(18). ອີງ​ໃສ່​ວັດທະນະທຳ​ພື້ນ​ເມື​ອງ​ແລະ​ຈິດ​ສຳນຶກ​ທີ່​ເລິກ​ເຊິ່ງກ່ຽວ​ກັບອຳນາດ​ອະທິປະ​ໄຕ​ຂອງ​ຊາດ, ວັດທະນະທຳ​ຫວຽດນາມ​ເຄີຍ​ຮັບ​ເອົາ​ຫຼາຍ​ຄຸນຄ່າ​ແລະ​ປັດ​ໄຈ​ຂອງ​ອາລະຍະ​ທຳອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ອາຊີ​ຕາ​ເວັນ​ຕົກ​ສຽງ​ໃຕ້, ​ແລະ ​ນັບ​ແຕ່​ສະຕະວັດ​ທີ XVI - XVII ​ແມ່ນ​ຜົນ​ກະທົບ​ຂອງວັດທະນະທຳ​ຕາ​ເວັນ​ຕົກ ​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ​ຄຸນຄ່າ ​ແລະ ພະລັງ​ຊີວິດ​ປະດິດ​ສ້າງ​ວັດທະນະທຳຂອງຕົນ​ເອງ(19). ອາດ​ຈະ​ເວົ້າ​ໄດ້​ວ່າ, ວັດທະນະທຳ​ຫວຽດນ​ໄດ້​ຄົ້ນ​ພົບ​ຄວາມ​ສາມາດ​ພາຍ​ໃນ ​ແລະ ພະລັງ​ຊີວິດ​ທີ່​​ເຂັ້ມ​ແຮງ ​ໃນ​ຂະ​ບວນການ​ຕໍ່ສູ້​ເພື່ອ​ເອກະລາດ​​ແຫ່ງ​ຊາດ ​ແລະ​ເລີ່​ມຕົ້ນ​ຢ່າງ​ຈິງ​ຈັງ​ພາຍຫຼັງ 10 ສະຕະວັດພາຍ​ໃຕ້​ການປົກ​ຄອງ​ຂອງ​ສັກດິນາພາກ​ເໜືອ. ສິ່ງ​ດັ່ງກ່າວ​ອະທິບາຍ​ວ່າ​ເປັນ​ຫຍັງ, ຫຼັງ​ຈາກ​ໄດ້​ຮັບ​ເອກະລາດ​ໃນ​ໄລຍະ​ສັ້ນ​ເທົ່າ​ນັ້ນ, ດ້ວຍ​ສັດທາ​ໃນຊີວິດ​ອັນ​ຍືນ​ຍາວ​ຂອງ​ຊາດ, ດ້ວຍຖານະ​ຕຳ​ແໜ່​ງ, ວິ​ໄສ​ທັດ​ ແລະ ​ພະລັງ​ຊີວິດ​ໃໝ່, ປະ​ເທດ ດ້າຍ​ຫວຽດ (ຊື່ປະ​ເທດຫວຽດນາມໃນ 2 ໄລຍະ 1054-1400 ແລະ 1428-1850) ​ໄດ້​ກາຍ​​ເປັນປະ​ເທດ​ມະຫາ​ອຳນາດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.       

ທີ່​ສາມ, ຫວຽດນາມ - ປະ​ເທດ​ທີ່​ຂະຫຍັນ​ຂັນ​ເຄື່ອນ.

ນັກ​ຄົ້ນຄວ້າ​ບາງ​ຄົນ​ໃຫ້​ທັດສະນະ​ວ່າ, ຫວຽດນາມ​ແມ່ນ​ປະ​ເທດ​ກະສິກຳ, ວັດທະນະທຳ​ຫວຽດນາມ​ແມ່ນ​ວັດທະນະທຳ​ກະສິກຳ. ກະສິກຳ​ແມ່ນລັກສະນະ​ແລະ​ເອກະລັກ​ຂອງວັດທະນະທຳ​ຫວຽດນາມ ​ແລະ ຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ແຕ່, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ບໍ່​ແມ່ນ​​ພື້ນທີ່​ຫຼື​ສູນ​ທີ່​ມີ​ລະບົບນິ​ເວດ​ທຳ​ມະ​ຊາດ​ແລະ​ວັດທະນະທຳ​ທີ່​ເປັນ​ເນື້ອ​ດຽວ​ກັນ(20). ວັດທະນະທຳອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ອົງ​ປະກອບ​ສະ​ລັບ​ສັບ​ຊ້ອນ ​ແລະ ​ແຕ່​ລະ​ພື້ນຖານ​ວັດທະນະທຳ​ໃນ​ພາກ​ພື້ນ ລ້ວນ​ແຕ່​ໄດ້​ບັນຈຸ​ແລະ​ສະ​ລັບ​ກັບປະ​ເພນີ​ທີ່​ແຕກ​ຕ່າງ​ກັນ. ວັດທະນະທຳ​ຫວຽດນາມ​ ແມ່ນ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ. ຂະ​ບວນການ​ເຄື່ອນ​ຍ້າຍ​ເຂດ​ແດນ​ແລະ​ຍ້າຍ​ຖິ່ນ​ຂອງ​ຄົນ​ຫວຽດ ຄ່ອຍໆໄດ້ເຕົ້າໂຮມເຂົ້າເປັນ ປະເພນີວັດທະນະທຳທີ່ຫຼາກຫຼາຍ ຂອງເຂດ, ແຄວ້ນໃນຫວຽດນາມ ເຊິ່ງມີບັນດາພື້ນຖານທີ່ສຳຄັນຄື: ວັດທະນະທຳ ດົງ​ເຊີນ ຢູ່​ພາກ​ເໜືອ, ວັດທະນະທຳ​ ຊາ​ຮວິ່ງ-ຈຳປາ ​ໃນ​ພາກ​ກາງ ​ແລະ ວັດທະນະທຳ ອອກ​ແອວ-ຟູນັມ ​ໃນ​ພາກ​ໃຕ້, ຫວຽດນາມ. ສະພາບ​ທຳ​ມະ​ຊາດ​ຕັ້ງ​ຢູ່​ເທິງ​ແຫຼມ ​ແລະ ​ເປັນ​ປະ​ເທດ​ທີ່​ມີ​ດັດຊະນີ​ຊາຍ​ຝັ່ງ​ສູງ ກໍ່​​​ແມ່ນ​ໜຶ່ງ​ໃນ​ບັນດາ​ສາ​ເຫດຂອງ​ການ​ພັດທະນາ​ແບບ​ຂະຫຍັນ​ຂັນ​ເຄື່ອນ​ໃນ​ປະຫວັດສາດ​ຂອງ​ປະ​ເທດ(21).

ຖືກ​ການ​ແຊກ​ຄຸມ​ຂອງ​ລະບົບ​ນິ​ເວດສະ​ລັບ​ສາກົນ, ​ແມ່ນ​ປະ​ເທດ​ທີ່​ມີ​ຫຼາຍຊົນ​ເຜົ່າ, ຄົນ​ຫວຽດນາມ​ເຄົາລົບ​ບູຊາ​ຫຼາຍ​ເທບພະ​ເຈົ້າ. ນີ້​ແມ່ນ​ປັດ​ໄຈ​ຫຼັກ, ສ້າງ​ພຶກ​ຕິ​ກຳ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ສິ່ງ​ດັ່ງກ່າວ​ອະທິບາຍ​ວ່າ​ເປັນ​ຫຍັງ, ​ເມື່ອ​ບັນດາ​ປັດ​ໄຈ​ວັດທະນະທຳ ສາສະໜາ​ໃໝ່​ເຂົ້າ​ສູ່​ສັງຄົມ​ຫວຽດນາມ, ​ໂດຍ​ທຳ​ມະ​ຊາດວິ​ໄສ, ​ແມ່ນສາມາດ​ໄດ້​ຮັບ​ການຍອມຮັບ​ຈາກ​ວັດທະນະທຳ​ພື້ນ​ເມືອງ ​ແລະ ສ່ວນ​ຫຼາຍ​ບໍ່​ເກີດ​ການ​ຂັດ​ແຍ້ງທາງ​ວັດທະນະທຳ​ທີ່​ໃຫຍ່​ແລະ​ຮຸນ​ແຮງ. ຄວາມ​ອະນຸ​​ໂລມທາງ​ວັດທະນະທຳ ​ແລະ ຈິດ​ໃຈ​ປ່ຽນຄວາມ​ອະນຸ​ໂລມ​ເປັນຈິນຕະນາການ​ການ​ປະຕິບັດ​ໃນການ​ປະພຶດ​ທາງ​ວັດທະນະທຳ​ນັ້ນ ​ແມ່ນ​ໜຶ່ງ​ໃນບັນດາ​ຄຸນຄ່າພິ​ເສດສະ​ເພາະ​ຂອງວັດ​ທະ​ນະທຳ​ອາຊີຕາ​ເວັນ​ອອກສຽງ​ໃຕ້ ​ແລະ ວັດທະນະທຳ​ຫວຽດນາມ. 

ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາມໍ່​ນີ້, ຂະ​ເຈົ້າ​ນັບ​ມື້​ນັບ​ເວົ້າ​ຫຼາຍ​ເຖິງ​ບັນດາ​ຄຸນຄ່າ​ອາຊີ. ຄຸນຄ່າ​ນັ້ນ​ໄດ້​ສະ​ແດງ​ອອກ​ໃນ​ແນວ​ຄິດ​ແລະ​ປັດ​ຊະ​ຍາຂອງ​ພຸດທະ​ສາສະ​ໜາ, ສາສະໜາ​ຮິນ​ດູ, ລັດທິ​ຂົງຈື້, ສາສະໜາ​ອິດສະລາມ...; ​ໃນ​ຄວາມ​ສຳພັນ​ທີ່​ໃກ້ຊິດລະຫວ່າງຜູ້​ຄົນ​ ກັບ​ສະພາບ​ແວດ​ລ້ອມ​ສັງຄົມ, ວັດທະນະທຳ ແລະ ​ໂລກ​ທຳ​ມະ​ຊາດ; ​ໃນ​ລັກສະນະ​ຂອງ​ບັນດາ​ໂຄງ​ສ້າງ​ສັງຄົມ ​ແລະ ການຈັດ​ຕັ້ງ​ຊຸມ​ຊົນ​ອາຊີ; ​ໃນ​ລະບຽບ​ການ​ ແລະ ອາລົມ​ຈິດ​ທີ່​ຜູກ​ພັນ, ສືບ​ທອດ​ລະຫວ່າງ​ສະມາຊິກ​ໃນ​ຄອບຄົວ... ຄຸນຄ່າ​ເຫຼົ່າ​ນັ້ນ​ແມ່ນການ​ປະສົມ​ລວມບັນດາ​ສິ່ງ​ຍອດ​ແຍ​ແລະ​ຄຸນຄ່າ​ມະນຸ​ດສະ​ທຳທິີ່ສຸດ ​ຂອງ​ມະນຸດຊາດ, ມັນຜ່ານ​ກາລະ​ແລະ​ເທສະ, ​ມັນ​ມີ​ຢູ່​ໃນ​ແຜນ​ຍຸດ​ທະ​ສາດ​ຂອງ​ຫຼາຍ​ປະ​ເທດ​ໃນ​ຂະນະ​ນີ້​ກຳລັງ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍການ​ພັດທະນາ​ສີຂຽວ​ແລະ​ຍືນ​ຍົງ.

ນັກ​ຄົ້ນຄວ້າ​ວັດທະນະທຳ​ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ, ​ໃນວັດທະນະທຳ​ຫວຽດນາມ​ແບບ​ດັ້ງ​ເດີມ, ຄົນ​ຫວຽດນາມ​​ນັບຖື​ຜູ້​ມີ​ມະ​ໂນ​ທຳ, ຊ້ຳ​ບໍ່​ໜຳຍັງນິຍົມ​ມະ​ໂນ​ທຳ​ທີ່​ສຸດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຄົນ​ຫວຽດນາມນັ້ນ​ອຸດົມ​ໄປ​ດ້ວນ​ຈິນຕະນາການ​ພຶກ​ຕິ​ກຳ, ຖື​ຄຸນຄ່າ​ພຶກ​ຕິ​ກຳ​ເປັນ​ສຳຄັນ ​ແລະ ມີ​ຄວາມ​ສາມາດປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ທາງ​ການ​ເມືອງ​ສະ​ເພາະ. ດ້ວຍ​ຈິນຕະນາການ​ແລະ​ຕັກ​ກະ​ຍານ​ຂອງ​ຕົນ, ຄົນ​ຫວຽດນາມ​ເຄີຍ​ຈັດ​ຕັ້ງ​ກຳລັງ​ສັງຄົມ​ເພື່ອກໍ່ສ້າງ​ບັນດາ​ລະບົບ​ຊົນລະປະທານ​ຂະໜາດ​ໃຫຍ່. ຄົນ​ຫວຽດນາມກໍ່​ໄດ້​ຈັດ​ຕັ້ງການ​ສູ້​ຮົບ​ຂະໜາດ​ໃຫຍ່​ຫຼາຍ​ຄັ້ງທີ່​ມີຄວາມ​ໝາຍ​ຕັດສິນ​ໃຈ​ຍຸດ​ທະ​ສາດ ດ້ວຍ​ສິນລະປະການ​ທະຫານ​ລະດັບ​ສູງ ​ແລະ​ຍາດ​ໄດ້​ໄຊຊະນະ​ທີ່​ສຳຄັນ​ເໜືອ​ສັດຕູ​ທີ່​ເຂັ້ມ​ແຂງ. ດ້ວນ​ຈິນຕະນາການ​ພຶດຕິ​ກຳ, ຄົນ​ຫວຽດນາມ​ກໍ່​ເຄີຍ​ໄດ້​ຕັດສິນ​ໃຈ​ປະຖິ້ມ​ສະ​ຖາ​ບັນ​ເສດຖະກິດ-ສັງຄົມ, ວິທີ​ການ​ແລະ​ນະ​ໂຍບາຍ​ຄຸ້ມ​ຄອງ​ທີ່​ຫຼ້າ​ສະ​ໄໝ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ​ທີ່​ກ້າວໜ້າ​ໃນ​ປະຫວັດສາດ ​ແລະ ການ​ປ່ຽນ​ແປງ​ໃໝ່​ໃນ​ປະຈຸ​ບັນ; ດຳ​ເນີນການ​ພົວພັນ​ສາກົນ​ທີ່​ມີ​ຫຼາຍ​ຮູບ​ແບບ, ຫຼາຍກ້ຳ​ຫຼາຍ​ຝ່າຍ ​ເພື່ອ​ພ້ອມ​ກັນ​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ແລະ ກົມກຽວ​ກັບ​​ຄວາມ​ກ້າວໜ້າ​ຂອງ​ມະນຸດຊາດ. ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ແກ້​ໄຂ​ບັນດາ​ການ​ພົວພັນ​ທີ່​ສັບ​ສົນ​ຫຼາຍ​ຢ່າງຢ່າງ​ສຳ​ເລັດ​ຜົນ, ​ໄດ້​ຫັນປ່ຽນ​ຈາກ​ການ​ປະ​ເຊີນ​ໜ້າ​ເປັນ​ການ​ສົນທະນາ ​ເພື່ອ​ຄວາມ​ຈະ​ເລີ​ນພັດທະນາ​ລວມຂອງ​ພາກ​ພື້ນ. ​ໃນ​ທ່າ​ອຽງ​ການ​ສົນທະນາ​ແລະ​ຮ່ວມ​ມື, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການປິດ​ອະດີດ​ເພື່ອ​ອະນາຄົດ, ຍາດ​ເອົາ​ໂອກາດ​ທີ່​ດີ​ເພື່ອພາລະກິດ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

​ໃນ​ຄວາມ​ເປັນ​ຈິງ, ກິດຈະການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ​ບໍ່​ແມ່ນ​ການດັດ​ແກ້​ຫຼື​ປ່ຽນ​ແປງ​ນະ​ໂຍບາຍ​ສະ​ເພາະ ​ແຕ່​ມັນ​ແມ່ນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຮອບດ້ານ ມີ​ຄວາມ​ໝາຍ​ຂອງ​ບາດ​ລ້ຽວທີ່​ສຳຄັນ ​ແນ​ໃສ່ກຳນົດ​ເສັ້ນທາງ​ໃໝ່​ໃຫ້​ກັບປະ​ເທດ​ຊາດ. ​ເສັ້ນທາງ​ດັ່ງກ່າວ​ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ບືນ​ຕົວ​ຂຶ້ນ​ຂອງ​ປະ​ເທດ, ສອດຄ່ອງກັບ​ຄວາມ​ຈິງ​ທາງ​ປະຫວັດສາດ​ ແລະ​ສະພາ​ບການ​ໃໝ່​ຂອງ​ສາກົນ. ຮູບ​ແບບ​ການ​ພັດທະນາ​ໃໝ່​ຕາມ​ທິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ຫວຽດນາມ.

ຫວຽດນາມ​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ ແລະ ປັບ​ຕົວ​ໄດ້​ໃນ​ວິວັດທະນາ​ການ​ຂອງ​ອາລະຍະ​ທຳ​ມະນຸດ​ຢ່າງ​ວ່ອງ​ໄວນັ້ນ ພວມ​ກາຍ​ເປັນ​ທ່າ​ອຽງ​ທົ່ວ​ໄປ, ຫຼີກ​ລ້ຽງບໍ່​ໄດ້. ຫວຽດນາມ​ພວມ​ສູ້​ຊົນ​ເພື່ອ​ຈະ​ກາຍ​ເປັນ​ປະ​ເທດທີ່​ມີ​ຄວາມ​ຄິດ​ປະດິດ​ສ້າງ, ການ​ເລີ່​ມຕົ້ນ​ທຸລະ​ກິດ ​ແລະ ​ເປັນ​ສະມາຊິກທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ໃນ​ການກຳ​ເອົາທ່າ​ອຽງການ​ເຄື່ອນ​ເໜັງ​ຂອງ​ໂລກ ​ແລະ ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່. ຫຼັງຈາກ​ກວ່າ 30 ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ຫວັງ​ທີ່​ສຸດ​ວ່າ​ຈະ​ກາຍ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບຂອງ​ປະຊາ​ຄົມ​ໂລກ, ​ໄດ້​ແລະ​ພວມ​ມີ​ການ​ປະກອບສ່ວນທີ່​ສຳຄັນ​ໃຫ້​ແກ່​ສັນຕິພາບ, ການ​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື, ມິດຕະພາບ, ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ ກໍ່​ຄື​ຂອງ​ບັນດາ​ປະ​ເທດ​ອາຊີແລະ​ໂລກ​ ໃນ​ສະຕະວັດ​ທີ XXI./.

ໂດຍ ສຈ.ປອ. ຫງວຽນ​ວັນ​ກີມ

  ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ​ແລະມະນຸດສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ

------------------

(1) ຟານ​ຮຸຍ​ເລ: ປະຫວັດ​ສາ​ດ​ແລະ​ວັດທະນະທຳຫວຽດນາມ - ການ​ເຂົ້າ​ເຖິງ​ຕາມ​ພາກສ່ວນ, ສພຈ. ​ໂລກ, ຮ່າ​ໂນ້ຍ, 2012; ຫວູມິ​ງຢາງ: ປະຫວັດສາດ​ຫວຽດນາມ ດັ້ງ​ເດີມ​ແລະ​ທັນສະ​ໄໝ, ສພຈ. ການ​ສຶກສາ, ຮ່າ​ໂນ້ຍ, 2009.

(2) ຫງວຽນວັນ​ກີ​ມ: ການ​ປ່ຽນ​ແປງ​ຕໍ່​ແລະ​ການ​ເຊື່ອມ​ໂຍງ​ຂອງວັດທະນະທຳ​ຢູ່ຫວຽດນາມ, ສພຈ. ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຮ່າ​ໂນ້ຍ, 2016, ໜ້າ 83-119.

(3) ດິງຊວັນ​ເລິ​ມ: ຂະ​ບວນການ​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ຢູ່​ຫວຽດນາມ, ສພຈ. ການ​ສຶກສາ, ຮ່າ​ໂນ້ຍ, 2015; ຫງວຽນ​ແມ້ງ​ຢຸ້ງ: ຂະ​ບວນວິວັດ​ການ​ບຸກລຸກ​ຂອງ​ຝຣັ່ງ​ເຂົ້າຫວຽດນາມ ​ແຕ່​ທ້າຍ​ສະຕະວັດ​ທີ XVII ​ເຖິງ​ກາງ​ສະຕະວັດ​ທີ XIX - ສາ​ເຫດ​ແລະ​ຜົນ​ທີ່​ຕາມ​ມາ, ສພຈ. ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຮ່າ​ໂນ້ຍ, 2016.

(4) ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ສາກົນ “ຫວຽດນາມ​ແລະ​ໂລກ” ສະ​ເຫຼີ​ມສະຫຼອງ​ຄັ້ງ​ທີ່ 90 ວັນ​ເກີດ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ໃນ​ປຶ້ມ ຫວຽດນາມ​ແລະ​ໂລກ, ສພຈ. ຊື້​ເທິ​ດ, ຮ່າ​ໂນ້ຍ, 1981, ໜ້າ 202-212.

(5) ຈ.ຊ. ​ໂຣ​ເມ: 1954 - ປີ​ແຫ່ງ​ການ​ປ່ຽນ​ແປງ​ສະຖານະ​ການ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ​ແລະ​ມະນຸດ​ສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຮ່າ​ໂນ້ຍ; ດ້ຽນບຽນ​ຝູຈາກ​ທັດສະນະ​ຂອງ​ນັກວິທະຍາສາດ​ຫວຽດນາມ - ຝຣັ່ງ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2005, ໜ້າ 20-26.

(6) ​ເນື້ອ​ໃນ​​ແລະ​ຈິດ​ໃຈ​ພື້ນຖານ​ຂອງ​ແນວ​ຄວາມ​ຄິດ​ນີ້​ຖືກ​ປະ​ທານ ​ໂຮ່ຈີ​ມິນ ນຳ​ມະ​ເໜີ​ຄັ້ງ​ທຳ​ອິດ​​ໃນຄຳ​ຮຽກຮ້ອງ​ໃຫ້​ທົ່ວ​ປະ​ເທດດຳ​ເນີນ​ການ​ຕໍ່ຕ້ານ ​ເດືອນ​ທັນວາ 1946. ຫຼັງ​ຈາກ​ນັ້ນ, ທ່ານພົນ​ເອກ ຫວໍງວຽນ​ຢາ​ບ ​ໄດ້​ສືບ​ຕໍ່​ພັດທະນາ​​ແລະ​ບູລະນະ​ແນວ​ຄວາມ​ຄິດ​ນີ້​ທາງ​ດ້ານ​ທິດ​ສະ​ດີ.

(7) ຈິດ​ໃຈ​ຊາດ​ແລະຈິດ​ສຳນຶກ​ທີ່​ເລິກ​ເຊິ່ງກ່ຽວ​ກັບ​ເອກະລາດ​ແລະຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດ, ຕາມ​ນັກ​ປະຫວັດສາດ​ຫວຽດນາມ, ​ໄດ້​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ​ນິພົນຄຳ​ຮຽກຮ້ອງ​ນາຍ​ແລະ​ພົນທະຫານ ຂອງ​ເຈິ່ນຮຶງດ້າວ (1226-1300), ​ປະກາດ​​ໄຊຊະນະ​ໃນ​ສົງຄາມ​ຕໍ່ຕ້ານ​ລາຊະວົງໝິງ ບົດ​ຄວາມ​ທີ່​ຮ່າງ​ຂຶ້ນ​ໂດຍ​ຫງວຽນ​ຈ້າຍ - ຜູ້​ມີ​ຊື່​ສຽງ​ທາງ​ວັດທະນະທຳ​ໂລກ (1380-1442) ​ແລະ ປະກາດ​ເອກະລາດ ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ໄດ້​ສືບ​ທອດ​ຢ່າງ​ດີ​ເດັ່ນ ​ແນວ​ຄີ​ດບາງ​ຢ່າງ​ໃນຖະ​ແຫຼ​ງການ​ເອກະລາດ​ຂອງ​ອາ​ເມ​ລິ​ກາ​ໃນ​ປີ 1776 ​ແລະ ຖະ​ແຫຼ​ງການ​ສິດທິ​ມະນຸດ​ແລະ​ສິດ​ພົນລະ​ເມືອງ​ຂອງ​ການ​ປະຕິວັດ​ຝຣັ່ງ​ໃນ​ປີ 1791.

(8) ດັ້ງ​ຟອງ: “ການ​ມ້າງ​ຮົ້ວ” ​ໃນ​ເສດຖະກິດ​ ໃນ​ຄ່ຳ​ຄືນ​ກ່ອນ​ການ​ປ່ຽນ​ແປງ​ໃໝ່, ສພຈ. ຄວາມ​ຮູ້, ຮ່າ​ໂນ້ຍ, 2009; ດັ້ງ​ຟອງ: ຈິນຕະນາການ​ເສດຖະກິດ​ຫວຽດນາມ 1975-1989, ສພຈ. ຄວາມ​ຮູ້, ຮ່າ​ໂນ້ຍ, 2009; ຫວູ ກາວ​ດ່າ​ມ: ສິ່ງ​ທີ່​ຜິດ​ທຳ​ມະ​ດາ ​ແລະ ທາງ​ອອກ - ປຶກສາ​ຫາລື​ກ່ຽວ​ກັບ​ປັດ​ຊະ​ຍາ​ຂອງ​ການ​ພັດທະນາ​ວິທະຍາສາດ​ ແລະ ​ການ​ສຶກສາ​ຂອງຫວຽດນາມ, ສພຈ. ​ໂລກ, ຮ່າ​ໂນ້ຍ, 2014.

(9) ​ເບິ່ງ: ຟ້າ​ມຊວັນນາ​ມ: ການປ່ຽນ​ແປງ​ໃໝ່​ເສດຖະກິດ-ສັງຄົມ​ຢູ່​ຫວຽດນາມ (1986-2000) - ພາບ​ລວມ; ​ໃນ​ປຶ້ມ ຫວຽດນາມ​ໃນ​ສະຕະວັດ​ທີ XX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ​ເຫຼັ້ມ 1, ໜ້າ 237.

(10) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IX ຂອງ​ພັກ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 119.

(11) ​ເບິ່ງ: ຫງວຽນ​ດິ່ງ​ບີນ (ປະທານບັນດາ​ທິການ): ການ​ທູດ​ຫວຽດນາມ 1945-2000, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2005, ໜ້າ 334.

(12) ຄຽງ​ຄູ່​ກັນ​ກັບການ​ເຊັນ​ສັນຍາວ່າ​ດ້ວຍ​ເສັ້ນ​ຊາຍ​ແດນທາງບົກ ​​​​ວັນ​ທີ 30-12-1999, ​ໃນ​ວັນ​ທີ 25-12-2000, ລັດຖະບານ​ປະ​ເທດ​ຫວຽດນາມ​ ແລະ ​ລັດຖະບານປະ​ເທດ​ຈີນ ກໍ່​ໄດ້​ເຊັນ​ສັນຍາກ່ຽວ​ກັບ​ການກຳນົດ​ເຂດ​ອ່າວ​ພາກ​ເໜືອ ​ແລະ ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ປະມົງ.

(13) (14) ​ເຮ​ໂຣດອດ: ຄວາມ​ສຳຄັນ​ຂອງ​ພູມ​ສາກ-ການ​ເມືອງ​ຫວຽດນາມ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2018, ໜ້າ 48-53, 26.

(15) ​ໂຣ​ເບີດ ດ. ກາປຼານ: ການ​ພິສູດ​ທາງ​ພູມ​ສາດ (​ແປ​ໂດຍ ດ່າວດິ່ງ​ບັກ), ສພຈ. ສະມາຄົມ​ນັກ​ວັນນະຄະດີ, ຮ່າ​ໂນ້ຍ, 2017, ໜ້າ 72-74.

(16) ຟານ​ຮຸຍ​ເລ: ຂະ​ບວນວິວັດ​ແຫ່ງ​ການ​ກໍ່​ຕັ້ງ​ແລະ​ພັດທະນາ​ ຂອງ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ປຶ້ມ ຊອກ​ຫາ​ແຫຼ່ງກຳ​ເນີ​ດ, ສພຈ. ​ໂລກ, ຮ່າ​ໂນ້ຍ, 1998, ໜ້າ 465.

(17) ຮ່າ​ວັນ​ເຕິ​ນ: “ຄວາມ​ຄິດ​ບາງ​ຢ່າງ​ກ່ຽວ​ກັບ​ປະຫວັດສາດ​ຫວຽດນາມ ​ແລະ ​ແນວ​ຄິດ​ຫວຽດນາມ” ​ໃນ​ປຶ້ມ ມາ​ກັບ​ປະຫວັດ​ສາດ​ວັດທະນະທຳ​ຫວຽດນາມ, ສພຈ. ສະມາຄົມ​ນັກ​ວັນນະຄະດີ, ຮ່າ​ໂນ້ຍ, 2005, ໜ້າ 50.

(18) ​ເຈິ່ນວັນ​ເຢົ່າ: ຄຸນຄ່າ​ຈິດ​ໃຈ​ດັ້ງ​ເດີມຂອງ​ຊາດ​ຫວຽດນາມ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 121-125.

(19) ຟານ​ຮູ​ຍ​ເລ: ການ​ຕິດ​ຕໍ່​ທາງ​ວັດທະນະທຳ​ກັບ​ຝຣັ່ງ​ແລະ​ຝ່າຍ​ຕາ​ເວັນ​ຕົກ ​ໃນ​ຂະ​ບວນການ​ຫັນ​ເປັນ​ໃກ້​ທັນ​ສະ​ໄໝ​ຢູ່​ຫວຽດນາມ, ​ໃນ​ປຶ້ມປະຫວັດ​ສາ​ດ​ແລະ​ວັດທະນະທຳຫວຽດນາມ - ການ​ເຂົ້າ​ເຖິງ​ຕາມ​ພາກສ່ວນ, ສພຈ. ​ໂລກ, ຮ່າ​ໂນ້ຍ, 2012, ໜ້າ 1004-1016; ຈິ້ງ​ວັນ​ຖາວ: ປັນຍາ​ຊົນ​ຊາວ​ຫວຽດນາມ​ສາມ​ຮຸ້ນ (1862-1954), ສພຈ. ​ໂລກ, ຮ່າ​ໂນ້ຍ, 2013; ຫງວຽນ​ວັນ​ແຂງ (ປະທານ​ບັນນາທິການ): ຊັບພະຍາກອນ​ທາງ​ປັນຍາ​ຂອງ​ຫວຽດນາມ: ປະຫວັດສາດ, ສະພາບ​ທີ່​ເປັນ​ຢູ່​ ແລະ ​ໂອກາດ​ໃນ​ການ​ຂະຫຍາຍ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2012.

(20) ທາດາ​ວ ອຸມ​ແມດ​ຊາວ:ມຸມ​ມອງ​ດ້ານ​ນິ​ເວດ​ວິທະຍາ​ກ່ຽວ​ກັບປະຫວັດສາດ-ອາລະຍະ​ທຳ​ຍີ່ປຸ່ນ​ໃນ​ສະພາບ​ການ​ໂລກ, ສຳນັກ​ພິມ​ຂ້າມ​ປາຊີ​ຟິກ, ​​ເມນ​ເບີ​ນ, 2003; ອາ​ໂນນ ທອຍ​ບີ: ການ​ຄົ້ນຄວ້າ​ກ່ຽວ​ກັບ​ປະຫວັດສາດ - ສະບັບ​ໃໝ່​ແກ້​ໄຂ​ແລະ​ສະຫຼຸບ, 1972.

(21) ​ເບິ່ງ: ກີດ ​​ເວນ​ເລີ້ ​ເທ​ເລີ: ການ​ກຳ​ເນີ​ດຂອງ​ຫວຽດນາມ, ສຳນັກ​ພິມ​ມະຫາວິທະຍາ​ໄລ​ແຫ່ງ​ແຄ​ລີ​ຟອຣ໌​ເນຍ, 1983, ໜ້າ 7; ສຈ. ​ເຈິ່ນກວັກ​ເວື້ອງ: ຈຸດ​ເອກະລັກ​ໜຶ່ງ​ຂອງ​ວັດທະນະທຳ​ຫວຽດນາມ: ຄວາມ​ສາມາດ​ຮັບ​ມື​ກັບ​ສິ່ງ​ທີ່​ບໍ່​ຄາດ​ຄິດ, ​ໃນ​ປຶ້ມວັດທະນະທຳ​ຫວຽດນາມ ຄົ້ນ​ຫາ​ແລະ​ໄຕ່ຕອງ, ສພຈ. ວັດທະນະທຳ​ຊົນ​ເຜົ່າ, ຮ່າ​ໂນ້ຍ, 2000, ໜ້າ 41-49. 

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ