ວັນອາທິດ, 31/5/2020
ປະຕິບັດຄຳໝັ້ນສັນຢາກ່ຽວກັບແຮງງານແລະກຳມະບານ ເມື່ອສັນຍາກ່ຽວກັບການຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ ມີຜົນບັງຄັບໃຊ້: ຄວາມທ້າທາຍແລະວິທີແກ້ໄຂຈຳນວນໜຶ່ງ
23/12/2019 11:40' ສົ່ງ ພິມ
ຜູ້ຕາງໜ້າ 11 ປະເທດທີ່ລົງນາມໃນ ສັນຍາກ່ຽວກັບການຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ ວັນທີ 8-3-2017 ຢູ່ນະຄອນ ຊານຕີອາໂກ ເດ ຈີເລ ປະເທດ ຊີເລ (ລວມມີ ຍີ່ປຸ່ນ, ການາດາ, ຫວຽດນາມ, ບຣູໄນ ດາຣູຊາລາມ, ຊີເລ, ມາເລເຊຍ, ເມັກຊິກ, ນູແວນເຊລັງ, ເປຣູ, ສິງກະໂປ ແລະ ໂອສະຕຣາລີ). ພາບ: Reuters.

1- ​ໂດຍ​ເນື້ອ​ແທ້​ແລ້ວ, ສິດ​ເສລີ​ພາບໃນ​ການ​ເຊື່ອມ​ຕໍ່ຖື​ກຖື​ວ່າ​ຜົນສຳ​ເລັດຂອງ​ອາລະຍະ​ທຳ​ຂອງ​ມະນຸດຊາດ. ການ​ທີ່​ຜູ້​ອອກ​ແຮງ​ງານ​ເຊື່ອ​ມຕໍ່ກັນ​​ເພື່ອສ້າງ​ກຳລັງ​ແຮງ​ລວມໝູ່ ​ແນ​ໃສ່​ຈຸດປະສົງດັດ​ປັບ​ການ​ພົວພັນ​ທີ່​ບໍ່​ສົມ​ດຸນ​ລະຫວ່າງນາຍ​ຈ້າງ​ແລະ​ຜູ້​ອອກ​ແຮງ​ງານນັ້ນ ​ແມ່ນ​ກົດ​ເກນ​ທຳ​ມະ​ຊາດ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ. ດັ່ງ​ນັ້ນ, ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​​ແມ່ນ​ເນື້ອ​ໃນ​ສຳຄັນທີ່​ກ່າວ​ເຖິງ​ສະ​ເໝີ​ ໃນສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່. ອາດ​ຈະ​ເວົ້າ​ໄດ້​ວ່າ, ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ແມ່ນ​ທ່າ​ອຽງ​ທີ່​ບໍ່​ອາດ​ຈະ​ຕ່າວ​ປິ້ນ​ໄດ້ ຂອງ​ຂະ​ບວນການ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ.

​ເຊັ່ນ​ດຽວ​ກັນ​ກັບ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ອື່ນໆ, ສັນຍາກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (Comprehensive and Progressive Agreement for Trans-Pacific Partnership - CPTPP) ບໍ່​ໄດ້​ກຳນົດມາດຕະຖານ​ສະ​ເພາະ​ກ່ຽວ​ກັບ​ແຮງ​ງານ, ຫາກ​ພຽງ​ແຕ່​ຢັ້ງຢືນບັນດາ​ມາດຕະຖານ​ແຮງ​ງານ​ທີ່​ລະບຸ​ໄວ້​ໃນປະກາດ​ຖະ​ແຫຼ​ງປີ 1998 ຂອງອົງການແຮງງ່ນສາກົນ (ILO)“ກ່ຽວ​ກັບ​ບັນດາ​ຫຼັກການ​ແລະ​ສິດທິ​ພື້ນຖານ​ໃນ​ການ​ອອກ​ແຮງ​ງານ” ​ເຊິ່ງປະ​ເທດ​ສະມາຊິກ​ທັງ​ໝົດ​ມີ​ພັນທະ​ເຄົາລົບ​ນັບຖື, ຊຸກຍູ້​ແລະ​ປະຕິບັດ​ໃນ​ຖານະ​ສະມາຊິກຂອງ​ອົງການ​ແຮງ​ງານ​ສາກົນ. ຫຼັກການ​ເຫຼົ່າ​ນັ້ນ​ປະກອບ​ມີ: 1- ສິດ​ເສລີ​ພາບໃນ​ການ​ເຊື່ອມ​ຕໍ່ ​ແລະ ການ​ເຈລະຈາ​ລວມໝູ່​ລະຫວ່າງ​ຜູ້​ອອກ​ແຮງ​ງານ​ແລະຜູ້​ນຳ​ໃຊ້​ແຮງ​ງານ (ນາຍ​ຈ້າງ); 2- ລົບ​ລ້າງ​ການ​ອອກ​ແຮງ​ງານ​ແບບ​ບັງຄັບ ​ແລະການ​ບັງ​ຄັບ​ຜູ້​ອອກ​ແຮງ​ງານ; 3- ຫ້າມ​ການ​ນຳ​ໃຊ້​ແຮງ​ງານ​ເດັກ, ລົບ​ລ້າງ​​ຮູບ​ແບບ​ການ​ໃຊ້​ງານ​ເດັກ​ທີ່​ຮ້າຍ​ແຮງ​ທີ່​ສຸດ; 4- ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກການ​ປະພຶດກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແລະ​ອາຊີບ.

​ໃນ​ຈຳນວນ 11 ປະ​ເທດ​ສະມາຊິກ​ຂອງ CPTPP, ການ​ໃຫ້​ສັດຕະຍາບັນ​​ອະນຸ​ສັນຍາ​ພື້ນຖານ​ຂອງ​ອົງການ​ແຮງ​ງານ​ສາກົນຂອງ​ບັນດາ​ປະ​ເທດ​ບໍ່​ຄື​ກັນ, ​ໃນ​ນັ້ນ​ອະນຸ​ສັນຍາ​ເລດ​ທີ 87 ກ່ຽວຂ້ອງ​ເຖິງ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ແລະສິດທິ​ໃນ​ການຈັດ​ຕັ້ງ ​ແມ່ນ​ອະນຸ​ສັນຍາທີ່​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ໜ້ອຍ​ສຸດ, ມີ​ພຽງ 6​ ໃນ 11 ປະ​ເທດ​ສະມາຊິກ​ໃຫ້​ສັດຕະຍາບັນ. ສິ່ງ​ນີ້​ສະ​ແດງ​ເຖິງ​ຄວາມ​ກັງວົນ​ຂອງ​ຫຼາຍ​ປະ​ເທດ ກ່ຽວ​ກັບ​ບັນຫາ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ໃນ​ການ​ພົວພັນ​ແຮງ​ງານ.

ອະນຸ​ສັນຍາ​ເລກທີ 87 ກຳນົດ​ຫຼັກການຕອບ​ແທນ​ຊຶ່ງ​ກັນ​ແລະ​ກັນ: ດ້ານ​ໜຶ່ງ, ຜູ້​ອອກ​ແຮງ​ງານ, ນາຍ​ຈ້າງ ​ແລະ ອົງການ​ຈັດ​ຕັ້ງຂອງ​ພວກ​ເຂົາ ຕ້ອງ​ເຄົາລົບກົດ​ໝານຂອງປະ​ເທດ​ເຈົ້າພາບ; ດ້ານ​ອື່ນ, ກົດໝາຍທ້ອງ​ຖິ່ນ​ບໍ່​ໄດ້​ກີດ​ກັ້ນ​ການ​ປະຕິບັດ​ສິດທິ​ຕ່າງໆ​ທີ່​ລະບຸ​ໄວ້​ໃນ​ອະນຸ​ສັນຍາ. ​ອົງການຈັດ​ຕັ້ງ​ຖືກ​ສ້າງຂຶ້ນ​ໂດຍ​ມີ​ຈຸດປະສົງພຽງ​ຢ່າງ​ດຽວ​ຄື​ ເປັນ​ຕົວ​ແທນ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ການ​ພົວພັນ​ແຮງ​ງານ, ບໍ່​ມີ​ສິດ​ເຄື່ອນ​ໄຫວ​ທາງການ​ເມືອງ​ ຫຼື​ເຄື່ອນ​ໄຫວ​ທຳ​ມະ​ຊາດ​ອື່ນ​ໆ.

ໝວດ​ແຮງ​ງານຮຽກຮ້ອງ​ໃຫ້​ລັດ​ຕ້ອງ​ມີ​ພັນທະ​ສອງ​ຢ່າງ: ບັນທຶກ, ຮັກສາ​ໄວ້​ໃນ​ກົດໝາຍ ​ແລະ ພັນທະບັງຄັບ​ໃຊ້​ລະບຽບ​ການ​ກ່ຽວ​ກັບ​ສິດທິ​ແຮງ​ງານ​ຂັ້ນ​ພື້ນຖານ, ​ໃນ​ນັ້ນ​ມີ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່ຂອງ​ຜູ້​ອອກ​ແຮງ​ງານ. ມາດຕາ 19.5, ໝວດ​ແຮງ​ງານ ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາ​ຊິກ​ຂອງ CPTPP ບໍ່​ໄດ້​ປະ​ຕິ​ເສດການ​ບັງຄັບ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ກົດໝາຍ​ແຮງ​ງານ ທີ່​ສົ່ງ​ຜົນ​ກະທົບ​ເຖິງການ​ຄ້າ​ຫຼື​ການ​ລົງທຶນ​ລະຫວ່າງ​ຝ່າຍ​ກ່ຽວຂ້ອງ ນັບ​ແຕ່​ເມື່ອ CPTPP ມີ​ຜົນ​ບັງຄັບ​ໃຊ້ (ວັນ​ທີ 30-12-2018). ຂໍ້ນີ້​ສາມາດ​ຖື​ວ່າ​ເປັນ​ການ​ກົດ​ດັນ​ຂ້ອນ​ຂ້າງ​ໃຫຍ່ສຳລັບບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ຫວຽດນາມ.

2- ຢູ່​ປະ​ເທດ​ຫວຽດນາມ, ​ເສລີພາບ​ໃນ​ການ​ສ້າງ​ຕັ້ງ​ສະມາຄົມ​ ແມ່ນ​ສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ ທີ່​ຖືກ​ຮັບ​ຮູ້​ໃນມາດ​ຕາ 25 ຂອງ​ລັດຖະທຳ​ມະນູນ​ປີ 2013. ​ໃນ​ປະຈຸ​ບັນ, ຜູ້​ອອກ​ແຮງ​ງານ​ຫວຽດນາມຍັງ​ບໍ່​ມີ​ສິດ​ເສລີ​ພາບໃນ​ການ​ເລືອກ​ເອົາ​ອົງການ​ຕົວ​ແທນ​ຢ່າງ​ເປັນ​ເອກະລາດ ທຽບ​ກັບ​ລະບົບສະຫະພັນ​ໃຫຍ່​ແຮງ​ງານ​ທົ່ວ​ປະ​ເທດ​ຫວຽດນາມ ​ແລະກຳມະບານ​ຫວຽດນາມ ​ແມ່ນ​ອົງການ​ຕົວ​ແທນ​ຕາມ​ທຳ​ມະ​ຊາດ​ຂອງ​ຜູ້​ອອກ​ແຮງ​ງານ, ບໍ່​ວ່າ​ບຸກຄົນ​ນັ້ນ​ຈະ​ເປັນ​ສະມາຊິກ​ກຳມະບານ​ຫຼື​ບໍ່​ກໍ່ຕາມ, ​ແລະ​ດັ່ງນັ້ນ, ບໍ່​ສອດຄ່ອງ​ກັບຈິດ​ໃຈ​ທົ່ວ​ໄປ​ທີ່​ໄດ້​ກຳນົດ​ໄວ້​ໃນປະກາດ​ຖະ​ແຫຼ​ງປີ 1998 ຂອງອົງການແຮງງານສາກົນ.

 ​ໃນ​ຂະນະ​ທີ່ການ​ພົວພັນ​ແຮງ​ງານ​ໄດ້​ຜັນ​ປ່ຽນ​ນັບ​ມື້​ນັບ​ສັບສົນ ​ແຕ່​ບົດບາດ​ຂອງ​ກຳມະບານ​ໃນ​ການ​ເຂົ້າ​ຮ່ວມ​ການ​ຈັດການ​ແກ້​ໄຂ​ການ​ພົວພັນ​ແຮງ​ງານ ​ແມ່ນ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ອີງ​ຕາມ​ການ​ຄົ້ນຄວ້າ​ສຳ​ຫຼວດຂອງສະ​ຖາ​ບັນກຳມະກອນ​ແລະ​ກຳມະບານ​​ເມື່ອ​ບໍ່​ດົນ​ມາ​ນີ້, ​ແຕ່​ປີ 1994 ​ເຖິງ​ເດືອນ​ຕຸລາ​ປີ 2018, ​ໃນ​ທົ່ວ​ປະ​ເທດ​ເກີດ​ມີ​ການ​ນັດ​ຢຸດ​ງານ​ແລະ​ຢຸດ​ງານ​ລວມໝູ່​ປະມານ 6.700 ຄັ້ງ ​ແຕ່​ບໍ່​ຄ່ອຍ​ມີ​ການຈັດ​ຕັ້ງ​​ໂດຍ​ກຳມະບານ​ຮາກ​ຖານ.

ຍິ່ງ​​ໄປກວ່າ​ນັ້ນ, ຄວາມ​ເປັນ​ຈິງ​ຂອງ​ການ​ເຄື່ອນ​ໄຫວ​ກຳມະບານ​ຢູ່​ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ ຍັງ​ມີ​ຊ່ອງ​ຫວ່າງຫຼາຍ, ​ໃນຫຼາຍ​ກວ່າ 85% ຂອງ​ວິ​ສາ​ຫະກິດ​ເອກະ​ຊົນ ​ແລະ​ໃນ 65% ຂອງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ຍັງ​ບໍ່​ທັນ​ມີ​ອົງການຈັດ​ຕັ້ງ​ກຳມະບານ​ຮາກ​ຖານ ​ເຖິງ​ວ່າ​ໃນ​ວິ​ສາ​ຫະກິດ​ເຫຼົ່າ​ນັ້ນ​ມີ​ເງື່ອນ​ໄຂທີ່​ຈຳ​ເປັນ​ທຸກ​ຢ່າງ​ເພື່ອ​ຈັດ​ຕັ້ງ​ກຳມະບານ. ຢູ່​ບາງ​ແຫ່ງ ກຳມະບານ​ມີ​ຄວາມ​ສ່ຽງ​ຈະ​ກາຍ​ເປັນອົງການ​ຈັດ​ຕັ້ງ​ທີ່​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ນາຍ​ຈ້າງ ບໍ່​ແມ່ນ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ.

ຈັ່ງ​ຊັ້ນ, ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ CPTPP ມີ​ຜົນ​ບັງຄັບ​ໃຊ້, ​ເມື່ອ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ​ຫຼັກການ​ແຂ່ງຂັນ​ແບບ​ເສລີ​ສົດ​ໃສ​ໃນ​ການ​ເຄື່ອນ​ໄຫວ​ກຳມະບານ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ບັນທຶກ​ແລະການ​ປະຕິບັດຕົວ​ຈິງ?

3- ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ແລະ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ ເມື່ອ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່, ພັກ​ແລະ​ລັດ​ຫວຽດນາມຍາມ​ໃດ​ກໍ່​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ວິທີ​ການ​ປະຕິບັດ​ມາດຕະຖານ​ແຮງ​ງານ​ສາກົນຢ່າງ​ຖືກຕ້ອງ, ທັງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ​ແລະ​ສັງຄົມ. ມະຕິ​ກອງ​ປະຊຸມ​ຄັ້ງ​ທີ​ສີ່ ຂອງ​ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII, ວັນ​ທີ່ 5 ພະຈິກ 2016, “ກ່ຽວ​ກັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ຮັກສາສະຖຽນລະພາບທາງການເມືອງ ແລະ ສັງຄົມ ໃນສະພາບການປະເທດເຮົາເຂົ້າຮ່ວມໃນ ສັນຍາການຄ້າເສລີຮຸ່ນໃໝ່", ລະບຸ​ໄວ້ວ່າ: “ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ກວ້າງຂວາງ​​ເລິ​ກ​ເຊິ່ງ​ແລະ​ສູງ​ກວ່າ,... ຕອບ​ສະໜອງ​ຄວາມ​ຕ້ອງການຫັນ​ຄຳ​ໝັ້ນ​ສັນຍາ​ເປັນ​ກົດໝາຍ​ໃນ​ປະ​ເທດນັ້ນ ຖ້າ​ຫາກ​ບໍ່​ຄົ້ນຄວ້າ, ກະກຽ​ມຢ່າງຮອບ​ຄອບ, ມີ​ແຜນ​ງານ​ແລະ​ຂັ້ນ​ຕອນ​ທີ່​ເໝາະ​ສົມ ຈະ​​ເປັນ​ຜົນ​ກະທົບ​ທາງ​ລົບເຖິງຂະ​ບວນການ​ປ່ຽນ​ແປງ​ໃໝ່, ປັບປຸງ​ລະບຽບ​ສະ​ຖາ​ບັນ, ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນ ຫຍຸ້ງຍາກ. ການ​ປະຕິບັດ​ມາດຕະຖານ​ຕ່າງໆ​ຂອງ​ອົງການ​ແຮງ​ງານ​ສາກົນ ກໍ່​ພາ​ໃຫ້​ເກີດ​ສິ່ງ​ທ້າ​ທາຍ​ໃໝ່ ບໍ່​ພຽງ​ແຕ່​ສຳລັບ​ການ​ຄຸ້ມ​ຄອງ​ລັດ​ເທົ່າ​ນັ້ນ ​ແຕ່ຍັງ​ສົ່ງ​ຜົນ​ກະທົບ​​ເຖິງ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງຄົມ, ​ເຖິງ​ບົດບາດ​​ແລະ​ການ​ເຄື່ອນ​ໄຫວຂອງສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ອີກ​ນຳ”(1).

ຜ່ານ​ການ​ຄົ້ນຄວ້າ​ໃຫ້​ເຫັນ​ວ່າ, ການ​ປະຕິບັດ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່ ​ໃນ​ການ​ພົວພັນ​ແຮງ​ງານ ຈະ​ມີ​ຜົນ​ກະທົບ​ບາງ​ຢ່າງ​ຕໍ່ສະພາບ​ຄວາມ​ປອດ​ໄພ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດັ່ງ​ຕໍ່​ໄປ​ນີ້: 1- ບັນດາ​ອິດິກຳລັງ​ສັດຕູ​ແລະປະຕິ​ການ ຈະ​ສວຍ​ໃຊ້​ສຸດ​ຂີດ ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່ ​ເພື່ອ​ປະຕິບັດ​ກົນອຸບາຍສ້າງ​ຕັ້ງອົງການ​ຕົວ​ແທນ​ໃໝ່, ກະ​ທົບ​ໃຫ້​ມີ​ການ​ຫັນປ່ຽນ​ອົງການ​ຕົວ​ແທນ​ຂອງ​ຜູ້​ອອກ​ແຮງ​ງານ ​ແນ​ໃສ່ຕໍ່ສູ້​ຕ້ານ​ກັບ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ, ລັດ ​ແລະ​ປະຊາຊົນ​ເຮົາ, ພ້ອມ​ກັນນັ້ນກໍ່​ເປີດ​ເຜີຍ​ອົງການ​ການ​ເມືອງ​ຝ່າຍ​ຄ້ານ. 2- ບົດບາດການ​ນຳພາຂອງ​ພັກຕໍ່​ຊົນ​ຊັ້ນ​ກຳມະກອນຈະປະ​ເຊີນ​ໜ້າ​ກັບ​ສິ່ງທ້າ​ທາຍ​ໃໝ່​ຫຼາຍຢ່າງ. ນັ້ນ​ແມ່ນ ບັນດາ​ອົງການທີ່​ເປັນ​ຕົວ​ແທນ​ຂອງ​ຜູ້​ອອກ​ແຮງ​ງານ​ໂດຍ​ທົ່ວ​ໄປ, ຊົນ​ຊັ້ນ​ກຳມະກອນ​ໂດຍ​ສະ​ເພາະ ມີ​ຄວາມ​ສ່ຽງ​ທີ່​ຈະ​ຄ່ອຍໆ​ຫ່າງ​ເຫີ​ນຈາກ​ການ​ນຳພາ​ຂອງ​ພັກ, ​ເຕົ້າ​ໂຮມ​ກຳລັງ​ເພື່ອ​ແກ່ງ​ແຍ້​ງກັບ​ອົງການ​ຈັດ​ຕັ້ງ​ກຳມະບານ, ດຶງ​ດູດ​ສະມາຊິກ, ຖື​ເອົາ​ຜູ້​ອອກ​ແຮງ​ງານ​ເປັນ​ໃຈ​ກາງ​ຂອງ​ການ​ຮັບ​ໃຊ້, ​ເປັນ​ຕົວ​ແທນ ​ແລະ ປົກ​ປ້ອງ. 3- ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ການ​ນັດ​ຢຸດ​ງານ, ການ​ຢຸດ​ງານ​ຫຼາຍ​ຄັ້ງ ນຳ​ໄປ​ສູ່​ການ​​ເດີນ​ຂະ​ບວນປະ​ທ້ວງ​ແລະ​ການ​ຈະລາຈົນ. ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ ຖ້າ​ຫາກ​ບໍ່​​ໄດ້​ກຳນົດ​ຢ່າງ​ແໜ້ນ​ແຟ້ນ​ແລະ​ຄຸ້ມ​ຄອງຢ່າງ​ດີ ​ແມ່ນ​ໃນ​ຄວາມ​ເປັນ​ຈິງ ​ອາດ​ຈະ​ພາ​ໃຫ້​ເກີດ​ການ​ຢຸດ​ງານ​ລວມໝູ່​ຫຼາຍ​ຄັ້ງ​ທີ່​ເປັນ​ຜົນ​ກະທົບ​ຕໍ່​ການ​ພົວພັນ​ແຮງ​ງານ, ຕໍ່​ປະສິດທິ​ຜົນ​ໃນ​ການ​ຜະລິດ​ຂອງ​ວິ​ສາ​ຫະກິດ ​ແລະ​ ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ຍິ່ງ​ໄປ​ກວ່າ​ນັ້ນ, ບັນດາ​ການ​​ຢຸດ​ງານ​ອາດ​ຈະ​ປະກົດ​ມີ​ການ​ເຊື່ອມ​ຕໍ່​ຂະ​ໝາດ​ໃຫຍ່, ຖ້າ​​ບໍ່​ມີ​ການ​ຄວບ​ຄຸມ ຈະ​ນຳ​ໄປ​ສູ່​ການ​​ເດີນ​ຂະ​ບວນປະ​ທ້ວງ​ແລະ​ການ​ຈະລາຈົນ ຊຶ່ງບໍ່​ສາມາດ​ຄາດ​ເດົາ​ຜົນ​ຮ້າຍ​ຂອງ​ມັນ​ໄດ້.

4- ​ເພື່ອ​ມີ​ແຜນ​ນະ​ໂຍບາຍ, ບາດກ້າວ​ທີ່​ເໝາະ​ສົມ, ທັງ​ປະຕິບັດ​ຖືກຕ້ອງ​ຕາມ​ຄຳ​ໝັ້ນ​ສັນຍາກ່ຽວ​ກັບ​ມາດຕະຖານ​ແຮງ​ງານ​ສາກົນ​ຂອງ ILO, ທັງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງຄົມ ​ເມື່ອ CPTPP ມີ​ຜົນ​ບັງຄັບ​ໃຊ້, ພວກ​ເຮົາ​ຕ້ອງ​ປະຕິບັດ​ບາງວິທີ​ແກ້​ໄຂຕໍ່​ໄປ​ນີ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ກຳນົດ​ທິດທາງ​ຊີ້​ນຳລະອຽດສະ​ເພາະ ​ເພື່ອ​ຫັນ​ແຜນ​ນະ​ໂຍບາຍ​ແລະນະ​ໂຍບາຍ​ເປັນ​ການ​ກະ​ທຳຕົວ​ຈິງ ຂອງ​ລະບົບ​ການ​ເມືອງ, ບັນດາ​ອົງການທີ່​ກ່ຽວ​ຂ້ອງ​ໃນ​ການສ້າງ​ສະ​ຖາ​ບັນ​ລະບຽບ​ການບັງຄັບ​ໃຊ້​ສິດ​ເສ​ລີພາບໃນ​ການ​ເຊື່ອມ​ຕໍ່. ຍົກ​ສູງ​ຄວາມ​ຮັບ​ຮູ້​ແລະຄວາມ​ສາມາດ​ດ້ານ​ກົດໝາຍ, ພິ​ເສດ​ແມ່ນ​ກົດໝາຍສາກົນ​ກ່ຽວ​ກັບ​ແຮງ​ງານ, ກ່ອນ​ອື່ນ​ໝົດ​ແມ່ນ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງຂອງ​ຂະ​ແໜງ​ການ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ພະນັກງານ​ວິ​ສາ​ຫະກິດ, ພະນັກງານ​ດຳ​ເນີ​ຄະ​ດິຕາມ​ກົດໝາຍ, ນັກ​ກົດໝາຍ ​ແລະ ຜູ້​ເຮັດ​ວຽກ​ງານ​ເຊື່ອມ​ໂຍງ​ເສດ​ຖະກິດ​ສາກົນ.

ທີ​ສອງ, ​ເສີນ​ຂະຫຍາຍ, ພັດທະນາ​ຈິນຕະນາການ​ຄວາມ​ປອດ​ໄພ​ຢ່າງ​ເປັນ​ເຈົ້າ​ການ; ສ້າງ​ຈິນຕະນາການ​ຄວາມ​ປອດ​ໄພ​ສ້າງສັນ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ. ກ່ອນ​ໜ້າ​ນີ້, ພວກ​ເຮົາ​ເປັນ​ເຈົ້າ​ການ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ແລະຄວາມ​ເປັນ​ລະບຽບຮຽບຮ້ອຍ ​ເພື່ອ​ປະກອບສ່ວນ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ, ​ແລະ​ໃນ​ຄວາມ​ເປັນ​ຈິງ, ປະ​ເທດ​ທີ່​ມີ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ແລະ​ສັງຄົມ​ທີ່ໝັ້ນຄົງ ຈຶ່ງ​ສາມາດ​ພັດທະນາ​ເສດຖະກິດ-ສັງຄົມ​ໄດ້. ປະຈຸ​ບັນ​ນີ້, ພວກ​ເຮົາ​ກໍ່​ຕ້ອງການ​ກຳນົດ ​ຖື​ເອົາ​ເປົ້າ​ໝາຍການພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ໄວວາ, ຍືນ​ຍົງ ​ເປັນ​ພື້ນຖານ ​ເພື່ອ​ສ້າງ​ຄວາມໝັ້ນ​ຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ປອດ​ໄພ​ທາງ​ສັງຄົມ. ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ການ​ປະຕິບັດ​ບັນດາ​ມາດຕະຖານ​ສາກົນ​ກ່ຽວ​ກັບ​ແຮງ​ງານ​ເວົ້າ​ລວມ, ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ເວົ້າ​ສະ​ເພາະ ​ແມ່ນ​ໄດ້​ເຊີດ​ຊູ​ສິດທິ​ພື້ນຖານ​ຂອງ​ມະນຸດ ​ແລະ ​ຊ່ວຍ​ໃຫ້ມະນຸດ​ໄດ້​ຊົມ​ໃຊ້ “ສິດ​ເສລີພາບ, ສິດທິ​ສະ​ແຫວ​ງຫາ​ຄວາມສຸກ”, ພ້ອມ​ກັນ​ນັ້ນ ນີ້​ກໍ່​ແມ່ນ​ກຳລັງ​ໝູນ​ເພື່ອ​ພັດທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມຂອງ​ປະ​ເທດ ​ໃນ​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິດ​ເຊິ່ງ​ໃນ​ທຸກ​ຂົງ​ເຂດ.

ທີ​ສາມ, ປັບປຸງ​ບູລະນະ​ກົດໝາຍ​ກ່ຽວ​ກັບ​ແຮງ​ງານ-ກຳມະບານ: ປະຈຸ​ບັນ, ກົດໝາຍ​ປະຈຸ​ບັນ​ຂອງ​ຫວຽດນາມບໍ່​ມີຂໍ້​ກຳນົດ​ກ່ຽວ​ກັບອົງ​ການຈັດ​ຕັ້ງຂອງ​ຜູ້​ອອກ​ແຮງ​ງານ, ​ເຊັ່ນ​ບັນ​ຫາ: 1- ການ​ສ້າງ​ຕັ້ງ​ແລະ​ເຂົ້າ​ຮ່ວມອົງການ​ຈັດ​ຕັ້ງ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ລະດັບ​ວິ​ສາ​ຫະກິດ, ລວມທັງຂັ້ນ​ຕອນ​ການ​ລົງທະບຽນກັບ​ອົງການ​ລັດ, ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ, ການອະນຸມັດ​ຜ່ານ​ຂໍ້​ກຳນົດ​ແລະ​ກົດ​ລະບຽບ... ​ແລະຕໍ່​ມາ​ແມ່ນ​ໃນ​ລະດັບ​ນອກ​ວິ​ສາ​ຫະກິດ; 2- ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວສຳລັບ​ອົງການຈັດ​ຕັ້ງ​ຂອງ​ຜູ້​ອອກ​ແຮງ​ງານ; 3- ການ​ເຂົ້າ​ຮ່ວມ​ຂອງ​ອົງການ​ຈັດ​ຕັ້ງ​ຂອງ​ຜູ້​ອອກ​ແຮງ​ງານ ​ເຂົ້າ​ໃນ​ບັນດາ​ກົນ​ໄກ​ສົນທະນາ,​ເຈລະຈາ, ຢຸດ​ງານຢູ່​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ຄື​ແນວ​ໃດ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບ່ອນ​ທີ່​ອາດ​ຈະ​ມີ​ຫຼາຍ​ກວ່າ​ໜຶ່ງ​ອົງການ​ກຳມະບານ - ອົງການ​ຈັດ​ຕັ້ງ​ຂອງ​ຜູ້​ອອກ​ແຮງ​ງານ. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຕ້ອງ​ຄົ້ນຄວ້າ, ​ເພີ່ມ​ເຕີມ​ເຂົ້າ​ໃນ​ລະບົບ​ກົດໝາຍ.

ທີ​ສີ່, ກໍ່ສ້າງ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ, ​ແຜນ​ງານຮັບປະກັນຄວາມ​ປອດ​ໄພ​ແລະ​ລະບຽບ​ຄວາມ​ສະຫງົບ ​ເມື່ອ​ປະຕິບັດ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່ ​ແນ​ໃສ່​ລະດົມ​ກຳລັງ​ແຮງ​ຂອງ​ລະບົບ​ການ​ເມືອງ, ຂອງ​ທົ່ວ​ປວງ​ຊົນ ​ແລະຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ໃນ​ວຽກ​ງານປ້ອງ​ກັນ​ການ​ເຄື່ອ​ນ​ໄຫວ​ຂອງກຳລັງ​ສັດຕູ​ແລະ​ປະຕິ​ການ ທີ່​ສວຍ​ໃຊ້​ການ​ນຳ​ໃຊ້​ມາດຕະຖານ​ສາກົນ​ກ່ຽວ​ກັບ​ແຮງ​ງາ-ກຳມະບານ ​ເພື່ອ​ທຳລາຍ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ແລະ​ສັງຄົມປະ​ເທດ​ເຮົາ. ຕຳຫຼວດ​ປະຊາຊົນ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ສຸມ​ໃສ່​ກຳ​ສະພາບ​ການ​ເພື່ອ​ຄົ້ນ​ເຜີຍ​ແລະ​ກີດ​ກັ້ນ​ຢ່າງ​ທັນ​ການ ຕໍ່ກົນອຸບາຍ, ​ເຈດ​ຕະນາ​ຂອງ​ພວກ​ສັດຕູ​ທີ່​ສວຍ​ໃຊ້​ການສ້າງ​ຕັ້ງອົງການ​ຈັດ​ຕັ້ງ​ອື່ນ​ເປັນ​ຕົວ​​ແທນ​ຂອງ​ຜູ້​ອອກ​ແຮງ​ງານ ​ເພື່ອລິ​ເລີ່ມກໍ່ສ້າງ​ກຳລັງ​ການ​ເມືອງ​ຝ່າຍ​ຄ້ານ, ດຳ​ເນີນ “ການ​ປະຕິວັດ​ປ່ຽນ​ສີ”, “ການ​ປະຕິວັດຖະໜົນ”. ຍູ້​ແຮງ​ການ​ໂຄສະນາ, ​ເຜີຍ​ແບ​ກົນອຸບາຍ, ​ເຈດ​ຕະນາ​ຮ້າຍ​ຂອງ​ອິດ​ທິກຳລັງ​ສັດຕູ ​ເພື່ອ​ໃຫ້​ກຳມະກອນ​ແລະ​ຜູ້​ອອກ​ແຮງ​ງານ​ເຫັນ​ແຈ້ງ, ຈາກ​ນັ້ນ ພວກ​ເຂົາ​ຈະ​ບໍ່​ຖືກສວຍ​ໃຊ້, ​ແກ່​ດຶງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ກໍ່​ຄວາມ​ວຸ້ນວາຍ ທຳລາຍ​ລະບຽບ​ຄວາມສະຫງົບ​ທາງ​ສັງຄົມ​. ປະສານ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານຜົນ​ກະທົບ​​ແລະ​ການ​ຜັນ​ປ່ຽນທາງ​ລົບ​ຈາກ​ຕ່າງປະ​ເທດ ​ເມື່ອພວກ​ເຮົາ​ປະຕິບັດ​ແຜນ​ງານສະໜັບສະໜູນ​ເຕັກນິກ​ແລະ​ກົດໝາຍ ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ກຳມະບານ​-​ແຮງ​ງານ​ຂອງ CPTPP. ​ເປັນ​ເຈົ້າ​ການ​ແລະ​ທັນ​ການ​ໃນ​ການ​ຕໍ່ສູ້, ຈັດການ​ແກ້​ໄຂ​ການລະ​ເມີດລະບຽບ​ກົດໝາຍ​ຂອງ​ອົງການ​ທີ່​ເປັນ​ຕົວ​ແທນ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ເມື່ອສ້າງ​ຕັ້ງ. ຜ່ານ​ນັ້ນ, ຈະ​ກ່າວ​ເຕືອນ​ຂູ່​ເຂັນ​ຢ່າງ​ເຄັ່ງ​ຄັດ​ຕໍ່​ເຈດ​ຕະນາ​ສວຍ​ໃຊ້ບັນ​ຫາ​ກຳມະບານ-​ແຮງ​ງານ​ເພື່ອ​ກໍ່​ຄວາມ​ວຸ້ນວາຍ​ທຳລາຍ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ-ສັງຄົມ​ຂອງ​ປະ​ເທດ.

ທີ​ຫ້າ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ນັດ​ຢຸດ​ງານ​ແລະ​ຢຸດ​ງານທີ່​ອາດ​ຈະ​ຫັນປ່ຽນ​ເປັນ​ການ​ເດີນ​ຂະ​ບວນປະ​ທ້ວງ, ການ​ຈະລາຈົນ​ທາງ​ການ​ເມືອງ. ການ​ປະຕິບັດ​ສິດ​ເສລີພາບ​ໃນ​ການ​ເຊື່ອມ​ຕໍ່​ ໝາຍ​ຄວາມ​ວ່າ​ສາມາດ​ມີຫຼາຍ​ອົງການ​ຕົວ​ແທນ ​ແລະ ຈະ​ເກີດ​ມີ​ຫຼາຍ​ທັດ​ສະ​ນະ​ທີ່​ຕ່າງ​ກັນກ່ຽວ​ກັບ​ບັນຫາ​ການ​ເມືອງ-​ເສດຖະກິດ-ສັງຄົມ​ໃດ​ໜຶ່ງ, ບັນດາ​ອົງການ​ຄຸ້ມ​ຄອງລັດຄວນ​ດັດປັບ​ຄື​ແນວ​ໃດ​ນັ້ນ ​ແມ່ນ​ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ. ຖ້າ​ຫາກ​ແກ້​ໄຂ​ບັນຫານີ້​ບໍ່​ດີ, ອາດ​ຈະ​ເກີດ​ການ​ປະ​ທະ​ສັງຄົມ​ແລະ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ທາງ​ລົບ​ອື່ນໆ, ​ເຊັ່ນ​ການ​ຢຸດ​ງານ, ການ​ເດີ​ນຂະ​ບວນປະ​ທ້ວງຂະໜາດ​ໃຫຍ່,... ​ເມື່ອ​ການ​ຢຸດ​ງານປະກົດ​ວ່າ​ບໍ່​ສາມາດ​ຄວບ​ຄຸມ​ໄດ້, ກຳ​ບັງ​ຕຳຫຼວດ​ຄວນ​ກຳ​ແລະເຂົ້າ​ໃຈ​ສະຖານະ​ການ​ທັນທີ ​ເພື່ອ​ໃຫ້​ຄຳ​ແນະນຳ​ກັບ​ຄະນະ​ພັກ​ແລະ​ອຳນາດ​ການ​ປົກຄອງບ່ອນ​ທີ່​ເກີດ​ການ​ຢຸດ​ງານ​ ​ແລະ​ບໍລິ​ເວນ​ອ້ອມ​ແອ້ມ; ຈາກ​ນັ້ນ ມີ​ແຜນການ​ແລະມາດ​ຕະການ​ແກ້​ໄຂ​ດ້ວຍ​ຫຼາຍ​ວິທີທີ່ຖືກຕ້ອງ​ຕາມ​ກົດໝາຍ, ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທຸກ​ກໍລະນີ, ບໍ່​ໃຫ້​ເຫດການ​ແຜ່​ຂະຫຍາຍ​ໄປ​ສູ່​ເຂດ​ອື່ນໆ. ​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ​ໄຫວ​ພິບ, ປະດິດ​ສ້າງ ​ແລະ ການ​ປະຕິບັດ​ທີ່​ມີ​ຄວາມ​ຮັບຜິດຊອບ. ​ເພີ່ມ​ທະວີ​ກຳລັງ​ໃຫ້​ຕຳຫຼວດ​ແຂ​ວງ, ຕຳຫຼວດ​ເມືອງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ, ລົງ​ຕິດ​ກັບ​ຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ​ພື້ນ​ທີ່​ທີ່​ມີ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ນອກ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍສັງຄົມ./.

​ໂດຍ ດວ່າ​ນຫວຽດ​ເກື່ອງ

ກະຊວງ​ຕຳຫຼວດ

---------------------------

(1) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ສີ່​ ຂອງ​ຄະນະ​ບໍ​ລິ​ງານ​ສຸນ​ກາງ​ພັກ ສະ​ໄໝ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 83.

- ບົດ​ນີ້​ໄດ້​ລົງ​ພິມ​​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 924 (​ເດືອນ​ສິງຫາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ