ວັນຈັນ, 6/4/2020
ຂະຫຍາຍການປົກຫຸ້ມຂອງນະໂຍບາຍປະກັນສັງຄົມ ສຳລັບຂົງເຂດເສດຖະກິດທີ່ບໍ່ເປັນທາງການ
10/1/2020 8:51' ສົ່ງ ພິມ
ຂະຫຍາຍນະໂຍບາຍສະໜັບສະໜູນຂອງລັດ ຕໍ່ຜູ້ທີ່ເຂົ້າຮ່ວມການປະກັນສັງຄົມ ແລະການປະກັນສຸຂະພາບ, ໂດຍສະເພາະແມ່ນ ການປະກັນສັງຄົມແບບສະໝັກໃຈ ສຳລັບຊາວກະສິກອນ ແລະຜູ້ອອກແຮງງານໃນຂົງເຂດທີ່ບໍ່ເປັນທາງການ (ແຫຼ່ງ: baogialai.com.vn)

ທິດ​ທາງ​ຂອງ​ພັກ​ແລະ​ລັດ

ລັດຖະທຳ​ມະນູນ​ປີ 2013 (ມາດຕາ 34), ກົດໝາຍ​ປະກັນ​ສັງຄົມ​ປີ 2014 ​ໄດ້​ເປີດ​ກວ້າງ​ເທື່ອ​ລະ​ກ້າວ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ສັງຄົມສຳລັບ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ (ການປະກັນ​ສັງຄົມ​ແບບ​ສະໝັກ​ໃຈ). ພິ​ເສດ, ມະຕິ​ເລກທີ 15/NQ-TW, ວັນ​ທີ 1-6-2012, ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI, ວ່າ​ດ້ວຍບາງ​ບັນ​ຫາ​ກ່ຽວ​ກັບນະ​ໂຍບາຍ​ສັງຄົມ​ໃນ​ໄລຍະ 2012 - 2020, ​ແລະມະຕິ​ເລກທີ 21/NQ-TW, ວັນ​ທີ 22-11-2012, ຂອງ​ກົມ​ການ​ເມືອງ, ວ່າ​ດ້ວຍການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກກ່ຽວ​ກັບນະ​ໂຍບາຍ​ປະກັນ​ສັງຄົມ ​ແລະ​ປະກັນ​ສຸຂະພາບ​ໃນ​ໄລຍະ 2012 – 2020, ​ໄດ້​ຢືນຢັນ​ທັດສະນະ: “ຂະຫຍາຍ​ແລະ​ປັບປຸງ​ລະບອບ, ນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ ຢ່າງ​ມີ​ຂັ້ນ​ຕອນ​ແລະ​ບາດກ້າວ​ທີ່​ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຊາດ. ພັດທະນາ​ລະບົບ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບຄວບ​ຄູ່​ກັບ​ການ​ພັດທະນາການ​ບໍລິການ​ສັງຄົມ, ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ປະຊາຊົນ​​ດີກວ່າ​ອີກ; ສ້າງ​ເງື່ອນໄຂອຳນວຍຄວາມສາດວກ ໃຫ້ທຸກຄົນເຂົ້າຮ່ວມ ແລະຊົມ​ໃຊ້​ລະບອບ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ”. ບັນດາ​ມະຕິ​ກໍ່​ໄດ້​ວາງ​ເປົ້າ​ໝາຍ: ປະຕິບັດ​ບັນດາ​ນະ​ໂຍບາຍ, ລະບອບ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ຈຳນວນ​ຄົນ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ຢ່າງ​ໄວ, ​​ໂດຍ​ສະ​ເພາະ​ແມ່ນ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ; ປະຕິບັດ​ເປົ້າ​ໝາຍ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ. ສູ້​ຊົນ​ຮອດ​ປີ 2020, ມີ​ປະມານ 50% ຂອງ​ກຳລັງ​ແຮງ​ງານ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ, 35% ຂອງ​ກຳລັງ​ແຮງ​ງານ​ເຂົ້າ​ຮ່ວມ​ການ​ປະກັນ​ໄພຫວ່າງ​ງານ; ຫຼາຍ​ກວ່າ 80% ຂອງ​ປະຊາກອນ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ, ພ້ອມ​ກັນ​ນັ້ນກໍ່​ໄດ້​ກຳ​ນົດ​ແຈ້ງ​ທິດ​ທາງ​ການ​ແກ້​ໄຂ​ປັບປຸງ​ນະ​ໂຍບາຍ: ຂະຫຍາ​ຍນະ​ໂຍບາຍ​ການ​ສະໜັບສະ​ໜູນ​ຂອງ​ລັດຕໍ່​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ, ​ໂດຍ​ສະ​ເພາະ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈສຳລັບຊາວ​ກະສິກອນ, ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ; ປະກັນ​ສຸຂະພາບ​ໃຫ້​ບັນດາ​ຜູ້​ຢູ່​ໃນ​ເປົ້າ​ໝາຍນະ​ໂຍບາຍ, ຜູ້​ຢູ່​ໃນ​ຄອບຄົວ​​ໃກ້ທຸກ​ຍາກ, ຊາວ​ກະສິກອນ, ນັກຮຽນ​ນັກ​ສຶກສາ, ປະຊາຊົນ​ຢູ່​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ພິ​ເສດ, ​ເຂດ​ພູຜາ.

ທີ່​ຜ່າ​ມມາ​ມໍ່​ນີ້, ມະຕິ​ເລກທີ 28/NQ-TW, ວັນ​ທີ 23-5-2018, ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XII, ວ່າ​ດ້ວຍ ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ສັງຄົມ, ​ໄດ້​ວາງ​ແຜນ​ສ້າງລະບົບ​ການ​ປະກັນ​ສັງຄົມ​ແບບ​ຫຼາຍ​ຊັ້ນ - ຖືກ​ຖື​ວ່າ​ເປັນໜຶ່ງ​ໃນ​ບັນດາ​ການ​ປະຕິ​ຮູບ​ສຳ​ຄັນ​ທີ່​ສຸດ, ​ຕາມ​ນັ້ນ ການ​ປະກັນ​ສັງຄົມ​ໂດຍ​ພື້ນຖານ​ປະກອບ​ດ້ວຍ​ປະກັນ​ສັງຄົມ​ແບບ​ບັງຄັບ​ ແລະ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ. ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ​ ພ້ອມ​ກັນ​ກັບລະ​ບອບບຳນານ​ແລະ​ເງິນ​ອຸດ​ໜູນ​ຜູ້​ເສຍ​ຊີວິດ​ໃນ​ປະຈຸ​ບັນ ຄ່ອຍໆ​ຂະຫຍາຍ​ໄປ​ສູ່​ລະບອບ​ອື່ນໆທີ່​ອີງ​ໃສ່​ການ​ປະກອບ​ສ່ວນຂອງຜູ້​ອອກ​ແຮງ​ງານ​ທີ່​ບໍ່​ມີ​ການ​ພົວພັນ​ແຮງ​ງານ; ມີ​ການ​ສະໜັບສະ​ໜູນ​ທີ່​ເໝາະ​ສົມ​ຈາກ​ງົບປະມານ​ຂອງ​ລັດ ​ໃຫ້​ຊາວ​ກະສິກອນ, ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ໄດ້​ຕ່ຳ, ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ​ເປັນ​ທາງ​ການ ​ເພື່ອ​ຂະຫຍາຍ​ການ​ປົກ​ຫຸ້ມ​ຂອງ​ລະບອບ​ປະກັນ​ສັງຄົມ; ຍົກ​ສູງ​ຄວານ​ຮັບ​ຮູ້​ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ອອກ​ແຮງ​ງານ ກ່ຽວ​ກັບ​ການຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ.

ຂະຫຍາຍ​ການ​ປົກ​ຫຸ້ມ​ຂອງ​ລະບອບ​ປະກັນ​ສັງຄົມ ຕາມ​ແຜນ​ງານ​ປັບ​ການ​ເພີ່ມ​ອາຍຸ​ບຳນານ​ທີ່​ເໝາະ​ສົມ​ສຳລັບ​ແຕ່ລະ​ໄລຍະ. ມະຕິ​ກໍ່​ໄດ້​ວາງ​ເປົ້າ​ໝາຍ​ອັນ​ລະອຽດ​ສຳລັບ​ໄລຍະ​ຮອດ​ປີ 2021: ສູ້​ຊົນ​​ໃຫ້ບັນລຸ​ປະມານ 35% ຂອງ​ກຳລັງ​ແຮງ​ງານ​ໃນກຸ່ມອາຍຸ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ສັງຄົມ, ​ໃນ​ນັ້ນ ຊາວ​ກະສິກອນ​ແລະ​ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ ​ເຂົ້າ​ຮ່ວມ​ການ​ປະ​ກັບ​ສັງຄົມ​ແບບ​ສະໝັກ​ໃຈ ກວມ​ເອົາ​ປະມານ 1% ຂອງ​ກຳລັງແຮງ​ງານ​ໃນ​ກຸ່ມ​ອາຍຸ; ປະມານ 28% ຂອງ​ກຳລັງ​ແຮງ​ງານ​ໃນ​ກຸ່ມ​ອາ​ຍຸ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ໄພ​ຫວ່າງ​ງານ; ປະມານ 45% ຂ​ອງຈຳນວນ​ຄົນ​ຫຼັງ​ໄວ​ກະສຽນ​ມີ​ສິດ​ໄດ້​ຮັບ​ເງິນ​ບຳນາມ, ​ເງິນປະກັນ​ສັງຄົມ​ລາຍ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ບຳນານ​ສັງຄົມ. ​ໄລຍະ​ຮອດ​ປີ 2025: ສູ້​ຊົນ​​ໃຫ້​ບັນລຸ​ປະມານ 45% ຂອງກຳລັງ​ແຮງ​ງານ​ໃນ​ກຸ່ມອາຍຸ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ສັງຄົມ, ​ໃນ​ນັ້ນ ຊາວ​ກະສິກອນ​ແລະຜູ້ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ ກວມ​ເອົາ​ປະມານ 2,5% ຂອງ​ກຳລັງ​ແຮງ​ງານ​ໃນ​ກຸ່ມ​ອາຍຸ; ປະມານ 35% ຂອງ​ກຳລັງ​ແຮງ​ງານ​ໃນ​ກຸ່ມ​ອາ​ຍຸ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ໄພ​ຫວ່າງ​ງານ; ປະ​ມານ 55% ຂອງ​ຈຳນວນ​ຄົນ​ຫຼັງ​ໄວກະສຽນມີ​ສິດ​ໄດ້​ຮັບ​ເງິນ​ບຳນານ, ​ເງິນ​ປະກັນ​ສັງຄົມ​ລາຍ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ບຳນານ​ສັງຄົມ; ດັດຊະນີ​ຄວາມ​ເພິ​ງພໍ​ໃຈ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ສູງ​ເຖິງ 85%. ​ໄລຍະ​ຮອດ​ປີ 2030: ສູ້​ຊົນ​ໃຫ້​ບັນລຸປະມານ 60% ຂອງກຳລັງ​ແຮງ​ງານ​ໃນ​ກຸ່ມອາຍຸ​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ສັງຄົມ, ​ໃນ​ນັ້ນ ຊາວ​ກະສິກອນ​ແລະ​ຜູ້​ອອກແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ ກວມ​ເອົາ​ປະມານ 5% ຂອງ​ກຳລັງ​ແຮງ​ງານ​ໃນ​ກຸ່ມ​ອາຍຸ; ປະມານ 60% ຂອງ​ຈຳນວນ​ຄົນ​ຫຼັງ​ໄວກະສຽນ​ມີ​ສິດໄດ້​ຮັບ​ເງິນ​ບຳນານ, ​ເງິນ​ປະກັນ​ສັງຄົມ​ລາຍ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ບຳນານ​ສັງຄົມ; ດັດຊະນີ​ຄວາມ​ເພິ​ງພໍ​ໃຈ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ສູງ​ເຖິງ 90%.

ການ​ຂະຫຍາຍ​ນະ​ໂຍບາຍ​ປະກັນ​ສັງຄົມ​ສຳລັບ​ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ ພວ​ມ​ເປັນບັນຫາ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ, ບໍ່​ພຽງ​ແຕ່​ແມ່ນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແນວທາງ ທັດສະນະ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບ​ຂົງ​ເຂດ​ນີ້​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ປະກອບສ່ວນ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃຫ້​ກັບ​ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການອີກ.

ຜົນ​ການຈັດ​ຕັ້ງ​ປະຕິບັດ

ດ້ວຍ 18 ລ້ານ​ວຽກ​ໃນ​ປີ 2016 ​ແລະ​ເພີ່ມ​ຂຶ້ນ​ໃນ​ຊຸມປີ​ຕໍ່​ມາ, ຂະໜາດ​ຂອງ​ວຽກ​ເຮັດ​ງານ​ທຳ​ທີ່​ບໍ່​ເປັນ​ທາງ​ການ​ໃນ​ປະ​ເທດຫວຽດນາມ​ແມ່ນ​ຍັງ​ໃຫຍ່​ຫຼວງຢູ່ ​ແລະ ຍັງ​ບໍ່​ມີ​ທ່າ​ອຽງ​ຫຼຸດ​ລົງ​ເທື່ອ. ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການມັກ​ຈະ​ບໍ່​ມີ​ສັນຍາ​ແຮງ​ງານ, ບໍ່​ມີ​ການ​ປະກັນ​ສັງຄົມ, ບໍ່​​ໄດ້ເຂົ້າ​ຮ່ວມອົງການ​ກຳມະ​ບານ, ບໍ່​ໄດ້​ມີ​ການ​ພົວພັນ​ຫຼາຍ​ກັບ​ຂົງ​ເຂດ​ອື່ນ​ຂອງ​ພື້ນຖານ​ເສດຖະກິດ ​ແລະ​ ດັ່ງ​ນັ້ນ ຈຶ່ງ​ບໍ່​ຄ່ອຍ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ​ແຮງ​ງານ​ແລະ​ການ​ປະກັນ​ສັງຄົມ. ດ້ວຍ​ເຫດ​ນັ້ນ, ການ​ປະຕິບັດ​ການ​ປະກັນ​ສັງຄົມ​ສຳລັບ​ຜູ້​ອອກ​ແຮງ​ງານທຸກ​ຄົນ​ໂດຍທົ່ວ​ ​ແລະ ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ​ໂດຍ​ສະ​ເພາະ ຖືກ​ຖື​ວ່າ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ວິທີ​​ແກ້​ທີ່​ສຳຄັນ ​ເພື່ອ​ປະກອບສ່ວນ​ປະຕິບັດຄວາມຍຸດ​ຕິ​ທຳ​ທາງ​ສັງຄົມ ​ໃນ​ລະບົບ​ບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຮັບປະກັນ​ໃຫ້ປະຊາຊົນ​ທຸກ​ຄົນ​ໄດ້​ເຂົ້າ​ຮ່ວມ​ແລະຊົມ​ໃຊ້ລະບອບ​ປະກັນ​ສັງຄົມ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.

ມາດ​ຕາ 34, ລັດຖະທຳ​ມະນູນ​ປີ 2013 ​ໄດ້​ກຳນົດ​ກ່ຽວ​ກັບ​ສິດທິ​ຄວາມ​ປອດ​ໄພ​ສັງຄົມ​ຂອງ​ພົນລະ​ເມືອງ, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ​ສຳລັບ​ພົນລະ​ເມືອງ​ທຸກ​ຄົນ, ​ແຕ່​ມາ​ເຖິງ​ປະຈຸ​ບັນ ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ​ຍັງ​ຖືກ​ຈຳກັດ​ໃນ​ການ​ເຂົ້າ​ເຖິງ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ນະ​ໂຍບາຍ​ປະກັນ​ສັງຄົມ.

ຕ້ອງ​ຢືນຢັນ​ວ່າ, ການປະກັນ​ສັງຄົມ​ແມ່ນ​ການ​ຮັບປະກັນ​ການ​ປ່ຽນ​ແທນ ຫຼື​ຊົດ​ເຊີຍ​ລາຍ​ໄດ້​ສ່ວນ​ໜຶ່ງຂອງ​ຜູ້​ອອກ​ແຮງ​ງານ ​ເມື່ອ​ລາຍ​ໄດ້​ຂອງ​ເຂົາ​ຖືກ​ຫຼຸດລົງ​ຫຼື​ສູນ​ເສຍ​​ໄປຍ້ອນການ​ເຈັບ​ເປັນ, ​ເກີດ​ລູກ, ອຸປະຕິ​ເຫດ​ແຮງ​ງານ, ພະຍາດ​ອາຊີບ, ຫວ່າງ​ງານ, ສິ້ນ​ສຸດ​ອາຍຸ​ການ​ເຮັດ​ວຽກຫຼື​ຕາຍ, ບົນ​ພື້ນຖານ​ການ​ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນ​ປະກັນ​ສັງຄົມ. ຂະ​ບວນການ​ຜັນ​ຂະຫຍາຍ​ການ​ປະຕິບັດກົດໝາຍ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈຢູ່​ຫວຽດນາມ​ກໍ່​ໄດ້​ບັນລຸ​ຜົນສຳ​ເລັດ​ຈຳນວນ​ໜຶ່ງ, ​ເຊັ່ນ​ ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ, ຈາກ​ກວ່າ 6 ພັນ​ຄົນ​ໃນ​ປີ 2008 ມາ​ເຖິງ​ດຽວ​ນີ້​ໄດ້ມີ​ຫຼາຍ​ກວ່າ 231 ພັນ​ຄົນ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ, ລາຍ​ຮັບ​ທັງ​ໝົດ​ຈາກ​ການ​ປະກອບສ່ວນ​ໃນ 10 ປີທີ​ຜ່ານ​ມາ​ແມ່ນຫຼາຍ​ກວ່າ 6.416 ຕື້​ດົ່ງ. ລະດັບ​ປະກອບສ່ວນ​ສະ​ເລ່ຍ​ໃນ​ປີ 2013 ​ແມ່ນ 2,7 ລ້ານ​ດົ່ງ​ຕໍ່​ຄົນ​ຕໍ່​ປີ, ມາ​ເຖິງ​ປີ​ນີ້​ໄດ້​ຂຶ້ນ​ເປັນ 5,7 ລ້ານ​ດົ່ງ, ສະ​ແດງ​ໃຫ້​ເຫັນ​ວ່າ ມູນ​ຄ່າ​ການ​ປະກອບສ່ວນ​ແລະການ​ຕອບ​ສະໜອງ​ຂອງ​ປະຊາຊົນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍພໍ​ຄວນ. ຈຳນວນ​ຄົນ​ທີ່​ອອກ​ກິນ​ເບ້ຍ​ບຳນາມ​ໃນ​ແຕ່ລະ​ປີ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຄິດ​ໄລ່​ຮອດ​ປີ 2017 ມີ​ຫຼາຍກວ່າ 35 ພັນ​ຄົນ​ໄດ້​ຮັບ​ເງິນ​ບຳນານ​ຈາກການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ, ລະດັບ​ສະ​ເລ່ຍ​ເກືອບ 1,9 ລ້ານ​ດົ່ງ​ຕໍ່​ຄົນ​ຕໍ່​ເດືອນ, ​ເທົ່າ​ກັບ 138% ຂອງ​ເງິນ​ເດືອນ​ພື້ນຖານ, ສູງ​ກວ່າ 3 ​ເທົ່າ​ເງິນ​ອຸດ​ໜູນ​ຫຼຸດຜ່ອນ​ຄວາມທຸກ​ບາກ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ. ນອກຈາກ​ນັ້ນ, ຜູ້​ຮັບ​ເງິນ​ບຳນານ​ຍັງ​ໄດ້ຮັບ​ບັດ​ປະກັນ​ສຸຂະພາບ ຈ່າຍຄ່າ​ກວດ​ແລະ​ປົວ​ພະຍາດ ຊຶ່ງ​ໄດ້​ຊ່ວຍ​ໃຫ້​ເຂົາ​ແກ້​ໄຂ​ຜ່ານ​ຜ່າ​ຄວາຍ​ຫຍຸ້ງຍາກ, ຄວາມ​ສ່ຽງ ​ແລະ​ເຈັບ​ເປັນ​ເມື່ອ​ເຖົ້າ​ແກ່​ສຸຂະພາບ​ອ່ອນ​ເພຍ.

ການປະກັນສັງຄົມ​ແບບ​ສະໝັກ​ໃຈ​ໄດ້​ຕອບ​ສະໜອງ​ໃນ​ຂັ້ນ​ຕົ້ນ​ ຄວາມ​ຕ້ອງການຮັບປະກັນ​ລະບອບຍາວ​ນານຕ່າງໆ​ເຊັ່ນ ການ​ບຳນານ​ແລະ​ເງິນ​ອຸດ​ໜູນ​ຜູ້​ເສຍ​ຊີວິດ ສຳລັບ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ; ວຽກ​ງານ​ຄຸ້ມ​ຄອງ​ແລະ​ການຈັດ​ຕັ້ງ​ປະຕິບັດ​ກໍ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເພີ່​ມະ​ວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່ອຮັບປະກັນ​ປະສິດທິ​ຜົນ​ການ​ນຳ​ໃຊ້ຂອງຮູບ​ແບບ​ການ​ປະກັນ​ສັງ​ຄົມ​ນີ້.

​ແຕ່, ທັງ​ສອງ​ດ້ານ ຂໍ້​ກຳນົດ​ກົດໝາຍ ​ແລະ ຄວາມ​ເປັນ​ຈິງ​ແຫ່ງ​ການ​ນຳ​ໃຊ້ການປະກັນສັງຄົມ​ແບບ​ສະໝັກ​ໃຈຢູ່​ຫວຽດນາມ​ໃນ​ປະຈຸ​ບັນ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ຈຳກັດ​ຫຼາຍ​ຢ່າງ. ຈຳນວນ​ຜູ້​ເຂົ້າຮ່ວມ​ການປະກັນສັງຄົມ​ແບບ​ສະໝັກ​ໃຈ​ເປັນ​ພຽງ 1,7% ​ເມື່ອ​ທຽບ​ກັບການປະກັນສັງຄົມ​ແບບ​ບັງ​ຄັບ ​ແລະ 2% ​ເມື່ອ​ທຽບ​ກັບ​ການ​ປະ​ກັນ​ໄພ​ຫວ່າງ​ງານ ​ແລະ ບໍ່​ເຖິງ 0,6% ​ເມື່ອ​ທຽບ​ກັບ​ກຳລັງ​ແຮງ​ງານ​ທີ່​ເຂົ້າ​ຮ່ວມ, ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ ລະດັບ​ການ​ປົກ​ຫຸ້ມ​ຂອງການປະກັນສັງຄົມ​ແບບ​ສະໝັກ​ໃຈ​ແມ່ນ​ຕ່ຳ​ທີ່​ສຸດ ​ແລະ​ຍັງ​ມີຫຼາຍ​ກວ່າ 99% ຂອງ​ກຳລັງ​ແຮງ​ງານ​ທີ່​ຍັງບໍ່​ທັນ​ເຂົ້າ​ຮ່ວມ​ການ​ປະກັນ​ໄພ, ນັ້ນ​ແມ່ນ​ທ່າ​ແຮງ​​ໃນ​ການ​ຂຸດ​ຄົ້ນ. ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ແຕ່ລະ​ປີຫຼາຍ​ກວ່າ 642 ຕື້​ດົ່ງ, ຖ້າ​ແບ່ງ​ເທົ່າ​ທຽມ​ກັນ​ໃຫ້​ທຸກ​ແຂວງ​ໃນ​ທົ່ວ​ປະ​ເທດ​ແລ້ວ ​ແຂວງ​ໜຶ່ງ​ໄດ້​ຮັບ​ພຽງ 10,2 ຕຶ້ດົ່ງຕໍ່​ປີ​ເທົ່າ​ນັ້ນ, ຈຳນວນ​ນີ້​ແມ່ນ​ບໍ່ພໍ​ເທົ່າ​ໃດ​ເມື່ອ​ທຽບ​ກັບ​ແຫຼ່ງລາຍ​ຮັບ​ການ​ປະກັນ​ໄພ​ອື່ນ. ອັດຕາການ​ເຕີບ​ໂຕ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ຂອງການປະກັນສັງຄົມ​ແບບ​ສະໝັກ​ໃຈ​ແມ່ນ​ຍັງ​ບໍ່​ທັນ​ໝັ້ນຄົງ, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ໃນ​ປີ 2012 ​ແລະ 2013 ​ໂດຍ 38% ​ແລະ 26% ຕາມ​ລຳດັບ, ​ແຕ່ຕັ້ງ​ແຕ່​ປີ 2014 ​ເປັນ​ຕົ້ນ​ມາ​ໄດ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ.

ຕາມ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ຫຼາຍ​ຄົນ, ສາ​ເຫດ​ຂອງ​ຄວາມ​ຫຍຸ້ງຍາກ​ແລະ​ຂໍ້​ຈຳກັດ​ນັ້ນ​ແມ່ນ, ທີ​ໜຶ່ງ, ​ເນື່ອງ​ຈາກຄວາມ​ຮັບ​ຮູ້​ຂອງ​ຜູ້​ອອກ​ແຮງ​ງານ​ກ່ຽວ​ກັບການ​ປະກັນ​ສັງຄົມ​ຍັງ​ຈຳກັດ; ດ້ານ​ອື່ນ, ບັນດາ​ລະບອບປະກັນສັງຄົມ​ແບບ​ສະໝັກ​ໃຈ​ໃນ​ປະຈຸ​ບັນບໍ່​ດຶງ​ດູດ​ຜູ້​ອອກ​ແຮງ​ງານ ​ແລະ ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ກໍ່​ບໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຄົບຊຸດ, ມີ​ປະສິດທິ​ຜົນ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃນ​ການ​ປະຕິບັດ​ເລກ​ຄາດໝາຍ​ແຜນການຂອງ​ລັດ ​ແລະ ​ໂອກາດສຳລັບ​ຜູ້​ຮັບ​ເງິນ​ບຳນານ, ຮັບ​ການ​ດູ​ແລຮັກສາ​ທາງ​ການ​ແພດ​ໃນ​ເວລາ​ເຖົ້າ​ແກ່​ທີ່ກຳລັງພົບ​ຄວາມ​ຫຍຸ້ງ​ຍາກ.

ນະ​ໂຍບາຍປະກັນສັງຄົມ​ແບບ​ສະໝັກ​ໃຈ​ໄດ້​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຢ່າງ​ຈະ​ແຈ້ງ, ຈຳນວນ​ຜູ້ຄົນ​ໃນ​ບຳນານ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ໃນ​ໄລຍະປີ 2014 - 2017 ​ເພີ່ມ​ຂຶ້ນ​ສະ​ເລ່ຍ 51%. ດ້ວຍ​ເງິນ​ບຳນານ​ທີ່​ຜູ້​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ​ໄດ້​ຮັບ​ນັ້ນ ມັນມີຜົນ​ກະທົບ​ໂດຍ​ກົງ​ເຖິງຊີວິດ​ຂອງ​ຜູ້​ອອກ​ແຮງ​ງານ, ຊ່ວຍ​ໃຫ້​ເຂົາປັບປຸງ​ຊີວິດ​ເມື່ອ​ສິ້ນ​ສຸດ​ອາຍຸ​ການ​ເຮັດ​ວຽກ. ​ເມື່ອ​ທຽບ​ກັບ​ຊີ​ວິການ​ເປັນ​ຢູ່​ສະເລ່ຍ​ໃນ​ທົ່ວ​ປະ​ເທດ​ແລ້ວ ​ເງິນ​ບຳນານ​ສະ​ເລ່ຍ​ໄດ້​ກະທົບ​ເຖິງ​ຊີວິດ​ຂອງ​ຜູ້​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ​ໃນ​ປີ 2016 ​ແລະ​ປີ 2017 ​ເທົ່າ​ກັບ 107% ​ແລະ 111% ຕາມ​ລຳດັບ.

​ແຕ່​ວ່າ, ​ໃນ​ຈຳນວນ 35 ພັນ​ຄົນ​ທີ່​ໄດ້​ຮັບປະ​ໂຫຍ​ດຈາກ​ລະບອບ​ບຳນາມ​ໃນ​ປະຈຸ​ບັນ ສ່ວນ​ຫຼາຍ​ແມ່ນ​ຜູ້​ທີ່​ໄດ້​ຈ່າ​ຍຄ່າ​ປະກັນ​ສັງຄົມ​ຕື່ມ​ອີກ​ສອງ​ສານ​ປີ ​ເພື່ອ​ໃຫ້​ມີ​ເງື່ອນ​ໄຂ​ໄດ້​ຮັບ​ເງິນ​ບຳນານ. ດັ່ງ​ນັ້ນ, ຖ້າ​ນັບ​ຈຳນວນຜູ້​ເຂົ້າ​ຮ່ວມ​ຕັ້ງ​ແຕ່​ເລີ່​ມຕົ້ນ​ເພື່ອ​ໄດ້​ຮັບ​ເງິນ​ບຳນານ ຈະ​ບໍ່​ມີ​ຜູ້​ໃດມີ​ສິດ​ໄດ້​ຮັບ, ຍ້ອນ​ຂາດ​ປີຂອງ​ການ​ເຂົ້າ​ຮ່ວມ ຫຼື​ຂາດ​ເງື່ອນ​ໄຂ​ອາຍຸ. ​ໃນ​ເວລາ​ນັ້ນ, ຈຳນວນ​ຜູ້​ໄດ້​ຮັບ​ເງິນ​ປະກັນ​ສັງຄົມ​ຄັ້ງ​ດຽວ (ລວມທັງ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ ​ແລະ ການປະກັນສັງຄົມ​ແບບ​ບັງຄັບ) ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ, ​ແຕ່ລະ​ປີ​ມີ​ຫຼາຍ​ກວ່າ 600 ພັນ​ຄົນ​ໄດ້​ຮັບ​ການຊຳ​ລະ​ເງິນ​ປະກັນ​ສັງຄົມ​ຄັ້ງ​ດຽວ. ສິ່ງ​ດັ່ງກ່າວ​ໃຫ້​ຮູ້​ວ່າ, ຈຳນວນ​ຜູ້​ອອກ​ແຮງ​ງານ​ທີ່​ບໍ່​ຢາກ​ສືບ​ຕໍ່ປະກອບສ່ວນ​ເຂົ້າ​ການ​ປະກັນ​ສັງຄົມ​ອີກ ​ແຕ່​ຕ້ອງການ​ໄດ້​ຮັບ​ເງິນ​ປະກັນ​ສັງຄົມ​ຄັ້ງ​ດຽວ ​ແມ່ນ​ມີ​ຈຳນວນ​ຫຼາຍ​ທີ່​ສຸດ.

ສາ​ເຫດ​ແລະວິທີ​ແກ້​ໄຂ

ບົນ​ພື້ນຖານ​ປະ​ເມີ​ນສະຖານະ​ການຂອງ​ການ​ປະກັນ​ສັງຄົມ​ຢູ່​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ, ບັນດາ​ສາ​ເຫດ​ທີ່​ນຳ​ໄປ​ສູ່​ການ​ຂະຫຍາຍ​ການ​ປົກ​ຫຸ້ມ​ຂອງການ​ປະກັນ​ສັງຄົມທີ່​ຊັກ​ຊ້າ​ນັ້ນ ສາມາດ​ແບ່ງ​ອອກ​ເປັນ​ກຸ່ມ​ສາ​ເຫດກ່ຽວ​ກັບການ​ອອກ​ແບບ​ນະ​ໂຍບາຍ ​ແລະ ກຸ່ມສາ​ເຫດກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ.

ກຸ່ມສາ​ເຫດ​ກ່ຽວ​ກັບການ​ອອກ​ແບບ​ນະ​ໂຍບາຍ:

ທີໜຶ່ງ, ກົດໝາຍປະກັນ​ສັງຄົມ​ຍັງ​ບໍ່​ທັນ​ກວມ​ລວມທຸກ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມການປະກັນສັງຄົມ​ແບບບັງຄັບ: 1- ​ເຈົ້າ​ຂອງ​ຄົວ​ເຮືອນ​ທຸລະ​ກິດບໍ່​ແມ່ນ​ເປົ້າໝາຍ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ບັງຄັບ. ​ໃນ​ພາກ​ຕົວ​ຈິງ ກຸ່ມ​ເປົ້າ​ໝາຍ​ນີ້​ມີປະມານ 5 ລ້ານ​ຄົວ​ເຮືອນ​ທຸລະ​ກິດ, ​ໃນ​ນັ້ນ ປະມານ 3,7 ລ້ານ​ຄົວ​ເຮືອນ​ໄດ້​ລົງທະບຽນ​ທຸລະ​ກິດ, ​ເຖິງ​ວັນ​ທີ 30-9-2016 ມີຫຼາຍ​ກວ່າ 4.240 ​ເຈົ້າ​ຂອງ​ຄົວ​ເຮືອນ​ທຸລະ​ກິດ​ໄດ້ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ ​ແລະ ​ໃນ​ພາກ​ຕົວ​ຈິງ​ອົງ​ການ​ປະກັນ​ສັນ​ຄົມ​ໄດ້ຈັດ​ຕັ້ງ​ການ​ເກັບຄ່າ​ປະກັນ​ແລະ​ແກ້​ໄຂ​ໃຫ້​ຊົມ​ໃຊ້ບັນດາ​ລະບອບ​ການ​ປະກັນ​ສັງຄົມ; 2- ຜູ້​ບໍລິຫານ​ວິ​ສາ​ຫະກິດ, ຜູ້​ບໍລິຫານ​ຈັດການ​ສະຫະກອນບໍ່​ໄດ້​ຮັບຄ່າ​ແຮງ​ງານ.

ທີ​ສອງ, ​ໃນ​ເວລາ​ຍາວ​ນານ, ພວກ​ເຮົາ​ບໍ່​ມີ​ນະ​ໂຍບາຍ​ສະໜັບ​ສະ​ໜູນ​ປະຊາຊົນ​ເຂົ້າຮ່ວມ​ການ​ປະກັນ​ສັງຄົມ. ຕາມ​ກົດໝາຍ​ປະກັນ​ສັງຄົມ, ນັບ​ແຕ່​ປີ 2018 ຈຶ່ງ​ມີ​ນະ​ໂຍບາຍ​ສະໜັບສະໜູນ​ປະຊາຊົນ​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ ຈາກ​ງົບປະມານ​ຂອງ​ລັດ, ນີ້​ກໍ່​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ​ເພີ່ມ​ຂຶ້ນ​ຊ້າ.

ທີ​ສາມ, ຂໍ້​ກຳນົດ​ກ່ຽວ​ກັບ​ເງື່ອນ​ໄຂ​ໄດ້​ຮັບ​ເງິນ​ບຳນານ​ແມ່ນ​ຂ້ອນ​ຂ້າງ​ເຄັ່ງ​ຄັດ: ກ່ຽວ​ກັບ​ເວລາ, ຕ້ອງ​ເຂົ້າ​ຮ່ວມການ​ປະກັນ 20 ປີ​ຈຶ່ງ​ໄດ້​ຮັບ​ເງິນ​ບຳນານ, ພາ​ໃຫ້​ເກີດ​ສະພາບ​ການ ຫຼາຍ​ຄົນ​ໄດ້ຈ່າຍ​ຄ່າ​ປະກັນ​ສັງຄົມ​ໃນ​ເວລາ​ດົນ​ນານ, ​ເຖິງ 18-19 ປີ ​ແຕ່​ຍັງ​ອອກ​ຈາກ​ລະບົບ, ຮັບ​ເງິນ​ປະກັນ​ສັງຄົມ​ຄັ້ງ​ດຽວ ​ແທນ​ເງິນ​ບຳນານ.

ທີ​ສີ່, ນະ​ໂຍບາຍ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ​ບໍ່​ແມ່ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຫຼາຍ ​ເພາະວ່າ​ມີ​ພຽງ​ສອງ​ລະບອບ: ບຳນານ​ແລະ​ເງິນ​ອຸດ​ໜູນຜູ້​ເສຍ​ຊີ​ວິດ, ​ໃນ​ຂະນະ​ນັ້ນ ​ປະຊາຊົນ​ມີ​ຄວາມ​ຕ້ອງການ​ເຂົ້າ​ຮ່ວມ​ໃນ​ຫຼາຍ​ລະບອບ​ການ​ປະກັນ​ກວ່າ ​ແຕ່​ບໍ່​ໄດ້​​ຕອບ​ສະໜອງ.

ທີ​ຫ້າ, ຂາດການ​ເຊື່ອມ​ຕໍ່​ແລະ​ການຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ ລະຫວ່າງບັນດາ​ລະບອບ​ປະກັນ​ສັງຄົມ. ຕົວຢ່າງ​ເຊັ່ນ, ຢູຫຼາຍ​ປະ​ເທດ, ນະ​ໂຍບາຍ​ປະກັນ​ໄພ​ຫວ່າງ​ງານ​ໄດ້​ສະໜັບສະໜູນຜູ້​ອອກ​ແຮງ​ງານຢ່າງ​ແທ້​ຈິງ​ ບໍ່​ໃຫ້​ອອກ​ຈາກລະບົບ​ປະກັນ​ສັງຄົມ ​ໂດຍ​ຜ່ານ​ການ​ສະໜັບສະໜູນ​ລະອຽດສະ​ເພາະ. ​ແຮງ​ງານ​ໃນ​ໄວ​ອາຍຸ​ກາງ​ແມ່ນ​ຜູ້​ທີ່ຖືກ​ໄລ່​ອອກ​ງ່າຍ, ກອງ​ທຶນ​ປະກັນ​ໄພ​ຫວ່າ​ງານອາດ​ຈະ​ສະໜັບສະໜູນ​ຄ່າ​ແຮງ​ງານ​ສ່ວນ​ໜຶ່ງ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຫຼຸດຜ່ອນ​ແຮງ​ກົດ​ດັນ​ທາງ​ການ​ເງິນ​ໃນ​ເມື່ອ​ນຳ​ໃຊ້​ແຮງ​ງານ​ທີ່​ມີ​ສະມັດ​ຕະພາບ​ບໍ່​ສູງ​ເທົ່າ​ກັບ​ແຮງ​ງານ​ໜຸ່ມ; ຫຼື​ຍົກ​ເວັ້ນ ຫຼື​ຫຼຸດຜ່ອນ​ຄ່າ​ປະກັນ​ສັງຄົມ​ບາງ​ສ່ວນ ​ໂດຍ​ການ​ຫັກ​ເງິນ​ຈາກ​ກອງ​ທຶນ​ປະກັນ​ໄພ​ຫວ່າງ​ງານ ​ເພື່ອຈ່າຍແທນ​ໃຫ້​ວິ​ສາ​ຫະກິດ; ອາ​ໃສ​ສິ່ງ​ດັ່ງກ່າວ, ວິ​ສາ​ຫະກິດ​ສືບ​ຕໍ່​ໃຊ້​ແຮງ​ງານ, ຜູ້​ອອກ​ແຮງ​ງານ​ສືບ​ຕໍ່​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ສືບ​ຕໍ່​ຢູ່​ໃນ​ລະບົບ​ປະກັນ​ສັງຄົມ, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ. ລະບົບນະ​ໂຍບາຍ​ປະກັນ​ສັງຄົມ​ຂອງ​ຫວຽດນາມຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດ​ດັ່ງກ່າວ. ​ໃນ​ສະພາບ​ການ​ທີ່​ຄົນ​ງານ​ມີ​ອາຍຸ 35 ປີ​ຂຶ້ນ​ໄປ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ໄລ່​ອອກ​ຈາກ​ງານ​​​ໃນຂະນະ​ນີ້, ນະ​ໂຍບາຍ​​ເຫຼົ່າ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຫຼາຍ.

ກຸ່ມ​ສາ​ເຫດ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ:

ທີ​ໜຶ່ງ, ຮູບ​ແບບ​ການ​ມອບ​ຄາດໝາຍ​ແຜນການ​ເພື່ອພັດທະນາ​ຜູ້​ເຂົ້າ​ຮ່ວມປະກັນ​ສັງຄົມ​ແມ່ນ​ເໝາະ​ສົມ​ກັບ​ທ້ອງ​ຖິ່ນ​ທີ່​ຍັງ​ບໍ່​ທັນ​ໄດ້​ເຮັດ​ເທື່ອ. ນີ້​ບໍ່​ແມ່ນ​ບັນຫາ​ງ່າຍ ​ເພາະວ່າ ດ້ວຍ​ລັກສະນະ​ຂອງ​ຕະຫຼາດ​ແຮງ​ງານ​ທີ່​ຍືດຫຍຸ່ນ, ການ​ເຄື່ອນ​ຍ້າຍ​ແຮງ​ງານ​ລະຫວ່າງ​ທ້ອງ​ຖິ່ນ​ນັ້ນ​ແຕກ​ຕ່າງ​ກັນ​ຫຼາຍ; ​ແຮງ​ງານ​ທີ່​ມີ​ການ​ພົວພັນ​ແຮງ​ງານ​ຄວນ​ໄດ້​ຮັບ​ມອບ​ໝາຍຄາດໝາຍ​ແຜນການ​ຕາມ​ອັດຕາ​ສ່ວນ​ການ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ​ແບບ​ບັງ​ຄົບ; ​ແຮງ​ງານ​ທີ່​ບໍ່​ມີ​ການ​ພົວພັນ​ແຮງ​ງານ, ຂຶ້ນ​ຢູ່​ກັບ​ການ​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ ຄວນ​ໄດ້​ຮັບ​ມອບ​ໝາຍຕາມ​ອັດຕາ​ການ​ເຕີບ​ໂຕ. ວິທີ​ມອບ​ໝາຍ​ຄາດໝາຍ​ແຜນການ​ປະຈຸ​ບັນ​ນີ້​ແມ່ນ ມອບ​ໝາຍ​ຄາດໝາຍ​ລາຍ​ຮັບ​ທັງ​ໝົດ, ມອບ​ໝາຍ​ທາງ​ດ້ານ​ການ​ເງິນ ບໍ່​ແມ່ນ​ມອບ​ໝາຍ​ການ​ພັດທະນາ​ຈຳນວນ​ຄົນ​ເຂົ້າ​ຮ່ວມ.

ທີ​ສອງ, ການ​ປະຕິບັດ​ຕາມ​ກົດໝາຍ​ປະກັນ​ສັງຄົມ​ບໍ່​ສູງ: ຫຼາຍ​ໜ່ວຍ​ງານ, ວິ​ສາ​ຫະກິດຫຼາຍ​ແຫ່ງ​ຕັ້ງ​ໃຈຫຼົບ​ຫຼີກ​ການຈ່າຍຄ່າ​ປະກັນ ຫຼື ຈ່າຍ​ຄ່າ​ປະກັນ​ບໍ່​ຄົບ​ຕາມ​ຈຳນວນ​ຄົນ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ບັງຄັບ.

ທີ​ສາມ, ວຽກ​ງານ​ກວດກາ, ກວດ​ສອບ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແຕ່ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ.

ທີ​ສີ່, ​ເຖິງ​ແມ່ນ​ວ່າອົງການ​ປະກັນ​ໄພ​ສັງຄົມ​​ໄດ້​ມີ​ຄວາມ​ຕັ້ງໜ້າ​ພະຍາ​ຍາມສົ່ງ​ເສີມ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຄຸ້ມ​ຄອງກໍ່ຕາມ, ​ແຕ່​ຂະ​ບວນການ​ນີ້​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ປັບປຸງ​ບູລະນະ ດັ່ງ​ນັ້ນ​ມີ​ບາງ​ເນື້ອ​ໃນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຫວັງ ຄວາມ​ຕ້ອງການ​ຂອງ​ຜູ້​ອອກ​ແຮງ​ງານ.

​ເພື່ອ​ຂະຫຍາຍ​ການ​ປົກ​ຫູ້ມຂອງ​ການ​ປະກັນ​ສັງຄົມ, ​ໂດຍ​ສະ​ເພາະ​​ແມ່​ມສຳລັບຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ, ຈຳ​ເປັນ​ຕ້ອງ​ປະຕິບັດ ຫຼາຍ​ວິທີ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທັງ​ສອງ​ຄື: ພັດທະນາ​ຜູ້​ເຂົ້າ​ຮ່ວມ​ໃໝ່ ​ແລະ ຮັກສາ, ຈຳກັດ​ຜູ້​ເຂົ້າຮ່ວມ​ທີ່​ອອກ​ຈາກ​ລະບົບ. ລະອຽດຄື:

ທີ​ໜຶ່ງ, ວິທີ​ພັດທະນາ​ຜູ້​ເຂົ້າ​ຮ່ວມ​ໃໝ່ຈະ​ສຸມ​ໃສ່​ການ​ກວດຄືນ, ຂະຫຍາຍ​ເປົ້າໝາຍ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ບັງຄັບ ສຳລັບ​ກຸ່ມ​ເຈົ້າ​ຂອງ​ຄົວ​ເຮືອນ​ທຸລະ​ກິດ, ຜູ້​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ, ຜູ້​ບໍລິຫານ​ຈັດການ​ສະຫະກອນທີ່​ບໍ່​ຮັບ​ຄ່າ​ແຮງ​ງານ, ຜູ້​​ເຮັດ​ວຽກ​ຕາມ​ລະບອບ​ຍືດຫຍຸ່ນ. ຄົ້ນ​ຄ້ວາ​ການ​ປັບປຸງ​ເພີ່ມ​​ເຕີມຕາມ​ທິດ​ເພີ່ມ​ຄວາມ​ດຶງ​ດູດ, ຍືດຫຍຸ່ນຂອງ​ລະບອບ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ, ​ເຊັ່ນ ມີ​ການ​ສະໜັບສະໜູນ​ທີ່​ເໝາະ​ສົມຈາກ​ງົບປະມານຂອງ​ລັດ ​ໃຫ້​ແກ່​ຊາວ​ກະສິກອນ, ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ໄດ້​ຕ່ຳ, ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທີ່​ບໍ່​ເປັນ​ທາງ​ການ ​ເພື່ອ​ຂະຫຍາຍ​ການ​ປົກ​ຫຸ້ມ​ຂອງ​ການ​ປະກັນ​ສັງ​ຄົມ; ຄົ້ນຄວ້າ​ອອກ​ແບບຊຸດ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ​ໄລຍະ​ສັ້ນ​ທີ່​ຍືດຫຍຸ່ນ ​ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານ​ມີ​ທາງ​ເລືອກ​ຫຼາຍ​ກວ່າ​ທີ່​ຈະ​ເຂົ້າ​ຮ່ວມ​ແລະ​ຊົມ​ໃຊ້ການ​ປະກັນ​ສັງຄົມ.

ທີ​ສອງ, ຂະຫຍາຍ​ລະບອບປະກັນສັງຄົມ​ແບບ​ສະໝັກ​ໃຈ, ສ້າງ​ເງື່ອນ​ໄຂ​ໃຫ້ການຫັນ​ປ່ຽນ​ຢ່າງ​ສະດວກ​ລະຫວ່າງການປະກັນສັງຄົມ​ແບບ​ສະໝັກ​ໃຈ ​ແລະ ການປະກັນສັງຄົມ​ແບບບັງຄັບ. ປັບ​ປ່ຽນ​ເງື່ອນ​ໄຂ​ຕ່າງໆ​ເພື່ອ​ຈະ​ໄດ້​ຊົມ​ໃຊ້​ລະບອບບຳນານ​ຕາມ​ທິດ​ທາງ ຄ່ອຍໆ​ຫຼຸດຜ່ອນ​ຈຳນວນ​ປີຂອງ​ການ​ຈ່າຍ​ເງິນ​ປະກັນ​ສັງຄົມ​ຂັ້ນ​ຕ່ຳ​ເພື່ອ​ຈະ​ໄດ້​ຊົ​ມ​ໃຊ້​ລະບອບ​ບຳນານ ຈາກ 20 ປີ​ລົງ​ເປັນ 15 ປີ ​ແລະ​ຫັນ​ໄປ​ຂ້າງ​ໜ້າ​ແມ່ນ​ລົງ​ເປັນ 10 ປີ ດ້ວຍ​ລະດັບ​ເງິນ​ບຳນານ​ທີ່​ຖືກ​ຄິດ​ໄລ່ຕາມ​ຄວາມ​ເໝາະ​ສົມ ​ເພື່ອ​ແນ​ໃສ່ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານສູງ​ອາຍຸ ​ແຕ່​ມີ​ຈຳນວນ​ປີ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ນ້ອຍ ​ໄດ້​ເຂົ້າ​ເຖິງ​ແລະ​ຊົ​ມ​ໃຊ້​ສິດຜົນ​ປະ​ໂຫຍ​ດຈາກ​ການ​ປະກັນ​ສັງຄົມ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ວິທີ​ໂຄສະນາ​ໃຫ້​ສອດຄ່ອງ​ກັບ​ຈຸດພິ​ເສດ ​ແລະລັກສະນະ​ສະ​ເພາະຂອງ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ, ພາກ, ​ເຂດ; ​ໃຫ້​ຄວາມ​ສຳຄັນ ​ແລະ​ເສີ​ມຂະຫຍາຍບົດບາ​ດຂອງບັນດາ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນທີ່​ມີຊື່​ສຽງ​ໃນ​ຊຸມ​ຊົນ ​ເພື່ອ​ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ.

ທີ​ສີ່, ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເພີ່ມຄວາມງ່າຍດາຍ​ຂອງ​ຂະ​ບວນການ ຂັ້ນ​ຕອນ​ລົງທະບຽນ, ຈ່າຍ​ຄ່າ​ປະກັນສັງຄົມ ​ແລະ​ຊົມ​ໃຊ້​ການ​ປະກັນ​ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ໃຫ້​ບໍ​ລິ​ການ​ປະກັນ​ສັງຄົມ ຕາມ​ທິດ​ທາງ​ເປັນ​ມິດ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ແລະ​ວິສາ​ປະກິດ.

ທີ​ຫ້າ, ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ໃຫ້ຜູ້​ອອກ​ແຮງ​ງານ​ ໃນ​ການ​ເຂົ້າ​ເຖິງ​ການບໍລິການ​ປະກັນ​ສັງຄົມ, ພິ​ເສດ​ແມ່ນ​ສຳລັບການ​ເຂົ້າ​ຮ່ວມການປະກັນສັງຄົມ​ແບບ​ສະໝັກ​ໃຈ ດ້ວຍ​ການ​ນຳ​ໃຊ້​ຫຼາຍ​ຮູບ​ການ​ຈ່າຍຄ່າ​ປະກັນ​ສັງຄົມ​ແລະ​ຮັບ​ເງິນ​ປະກັນ​ສັງຄົມ ຜ່າ​ນລະບົບ​ໂທລະ​ຄົມມະນາຄົມ​ແລະ​ບໍລິການ​ທະນາຄານ...

ທີ​ກົກ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ແລະກວດ​ສອບການ​ປະກັນ​ສັງຄົມ, ​ໃນ​ນັ້ນ ສຸມ​ໃສ່​ການ​ກວດກາ, ກວດ​ສອບ ​ແລະ ຈັດການ​ຢ່າງ​ເຄັ່ງ​ຄັດຕໍ່​ຫົວໜ່ວຍ, ວິ​ສາ​ຫະກິດ​ທີ່​ຕັ້ງ​ໃຈຫຼົບ​ຫຼີກ​ການຈ່າຍຄ່າ​ປະກັນ, ຕິດ​ໜີ້​ຄ່າ​ປະກັນ​ສັງຄົມ./.

​ໂດຍ ຫງວຽນ​ທິມິງ

ຜູ້ອຳນວຍການ​ໃຫຍ່​ອົງການ​ປະກັນ​ສັງຄົມ​ຫວຽດນາມ

----------------------

ບົດ​ນີ້​ໄດ້​ລົງ​​ໃນວາລະສານ​ກອມ​ມູນິດອອນ​ໄລ (ພາສາ​ຫວຽດນາມ) ວັນ​ທີ 24 ຕຸລາ 2019​.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ