ວັນອາທິດ, 31/5/2020
ປ່ຽນແປງໃໝ່, ຍົກສູງປະສິດທິພາບແລະປະສິດທິຜົນ ການຄຸ້ມຄອງລັດທາງດ້ານວັດທະນະທຳ ເພື່ອຕອບສະໜອງການພັດທະນາແບບຍືນຍົງ
10/4/2020 11:41' ສົ່ງ ພິມ
ເສີມຂະຫຍາຍມໍບະດົກໂລກຂອງປະເທດທີ່ໄດ້ຮັບການຮັບຮອງຈາກ UNESCO ເພື່ອປະກອບສ່ວນເຜີຍແຜ່ຮູບພາບຫວຽດນາມໃນທົ່ວໂລກ (ພາບປະກອບ)

ສະພາບ​ຕົວ​ຈິງ​ຂອງ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບວັດທະນະທຳ​ໃນ​ປະຈຸ​ບັນ

ພັກ​ແລະ​ລັດ​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ໄດ້້​ໃຫ້​ຄວາມ​ສຳຄັນ​ເປັນ​ປະຈຳ​ຕໍ່ໜ້າ​ທີ່​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ພັດທະນາຜູ້​ຄົນ​ຫວຽດນາມ, ​ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ທາງ​ດ້ານ​ວັດທະນະທຳ. ​ໃນ​ເວລາ​ທີ່​ຜ່ານ​ມາ, ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ.

ກ່ອນ​ອື່ນ​ໝົດ, ການ​ຫັນ​ທັດສະນະ​ແລະ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ວັດທະນະທຳ​ເປັນ​ນິຕິ​ກຳ, ​ເປັນອັນ​ລະອຽດ​ສະ​ເພາະນັ້ນ ​ໄດ້​ເຮັດ​ໃຫ້ລະບົບ​ເອກະສານ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ວັດທະນະທຳ​ຢູ່​ຫວຽດນາມ​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ໃຫ້​ສອດຄ່ອງ​ກັບ​​ຄວາມ​ເປັນ​ຈິງ. ສະພາ​​ແຫ່ງ​ຊາດ​ໄດ້ປະກາດ​ໃຊ້​ເອກະສານ​ກົດໝາຍ​ທີ່​ສຳຄັນ​ຫຼາຍ​ສະບັບ​ເຊັ່ນ ກົດໝາຍ​ວ່າ​ດ້ວຍ​ຮູບ​ເງົາ, ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ, ກົດ​ດຳລັດ​ວ່າ​ດ້ວຍ​ຫໍສະໝຸດ...; ​ໄດ້​ສະ​ເໜີ​ໃຫ້​ປັບປຸງ​ເພີ່ມ​ເຕີມ​ຢ່າງ​ທັນ​ການ​ຕໍ່​ເອກະສານ​ກົດໝາຍບາງ​ສະບັບ​ທີ່​ໄດ້​ປະກາດ​ໃຊ້​ ເພື່ອ​ໃຫ້​ມັນ​ສອດຄ່ອງ​ກັບສະພາບ​ການ​ໃໝ່​ເຊັ່ນ ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຮູບ​ເງົາ, ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ມໍ​ລະດົດວັດທະນະທຳ... ຄຽງ​ຄູ່​ກັນ​ນັ້ນ ​ໄດ້​ສ້າງ​ແລະ​ປະກາດ​ໃຊ້​ຂໍ້​ບັງຄັບ​ຕ່າງໆ​ຫຼາຍສະບັບ. ອາ​ໄສ​ສິ່ງ​ດັ່ງກ່າວ, ລະບົບ​ເອກະສານ​ກົດໝາຍ​ແລະ​ນະ​ໂຍບາຍ​ກ່ຽວ​ກັບ​ວັດທະນະທຳຈຶ່ງ​ໄດ້​ຮັບ​ການປັບປຸງ​ບູລະນະ​ເທື່ອ​ລະ​ກ້າວ, ສ້າງ​ເງື່ອນ​ໄຂ​ໃຫ້ການ​ຍົກ​ສູງ​ປະສິທິຜົນການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ​, ປົກ​ປ້ອງ​ສິດທິ​ແລະ​ພັນທະ​ຂອງ​ພົນລະ​ເມືອງ, ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ​ເຖິງ​ຊີ​ວິວັດ​ທະນະ​ທຳ​ຂອງ​ປະ​ເທດ.

ລັດຖະບານ​ໄດ້​ປະກາດ​ໃຊ້​ລະບອບ, ນະ​ໂຍບາຍ​ສະ​ເພາະ​ຫຼາຍ​ຢ່າງ​ເຊັ່ນ ນະ​ໂຍບາຍ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ແລະຮັບ​ຊົມ​ວັດທະນະທຳ, ​ໂດຍ​ສະ​ເພາະ​ສຳລັບ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ; ນະ​ໂຍບາຍ​ກ່ຽວ​ກັບ​ການອະນຸລັກມໍລະດົກ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ; ນະ​ໂຍບາຍ​ສົ່ງ​ເສີມ​ແລະ​ໃຫ້​ກຽດ​ການ​ເຄື່ອນ​ໄຫວ​ວັດທະນະທຳ (ລາງວັນ​ໂຮ່ຈີ​ມິນ, ລາງວັນ​ແຫ່ງ​ລັດ, ນາມມະຍົດ​ສິລະ​ປິນປະຊາຊົນ, ສິລະ​ປິນດີ​ເລີດ, ຊ່າງ​ຝີ​ມືປະຊາ​ຊົນ, ຊ່າງ​ຝີ​ມື​ດີ​ເລີດ); ລະບອບ​ບຸລິມະສິດ​ພິ​ເສດ​ສຳລັບ​ນັກ​ສິລະປິນ, ນັກ​ຮຽນ​​ໃນໂຮງຮຽນ​ສິລະ​ປະ-ວັດ​ທະນະ​ທຳ...; ລະບຽບ​ການ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຫໍພິພິດ​ຕະພັນ, ສ້າງ​ຕັ້ງ​ອະນຸສາ​ວາລີ...; ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ບັນດາ​ຂໍ້​ກຳນົດ, ບົດ​ແນະນຳ​ການຈັດ​ງານ​ແຕ່ງດອງ, ການຈັດ​ງານ​ສົບ ​ແລະ ການຈັດ​ງານ​ບຸນ; ການ​ນະມັດສະການ​ທີ່​ວິຫານ​ແລະ​ວັດວາອາ​ຮາມຕ່າງ​ໆ, ການ​ຈູດ​ທູບ​ທຽນ​ແລະ​ເຄື່ອງ​ບູຊາ, ການ​ຮັກສາ​ລະບຽບຄວາມ​ສະຫງົບ​ແລະ​ສຸຂະ​ອານາ​ໄມ​ໃນ​ທີ່​ສາທາລະນະ...; ການ​ສົ່ງ​​ເສີມ​​ປະຊາຊົນ​ໃນ​ບັນດາ​ຕາ​ແສງ, ຄຸ້ມ​ຖະໜົນ, ໝູ່​ບ້ານ, ບ້ານ, ​ເຂດ​ຊຸມ​ຊົນ, ​ໂຮງ​ຈັກ​ໂຮງງານ, ສຳນັກງານ​ອົງການ ໃຫ້ກໍ່ສ້າງບັນດາ​ຂໍ້​ກຳນົດ​ກົດ​ລະບຽບ​ກ່ຽວ​ກັບວິຖີ​ຊີ​ວິດ​ວັດທະນະ​ທຳ, ຮັກສາລະບຽບ​ຄວາມ​ສະຫງົບ​ແລະ​ສຸຂະ​ອານາ​ໄມ​ໃນ​ທີ່​ສາທາລະນະ, ຮັກສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ຮັກສາພູມິ​ທັດ​ທີ່​ສະອາດ​ສວຍ​ງາມ.

ບັນດາ​ຍຸດ​ທະ​ສາດ, ​ແຜນ​ກຳນົດ​ການ​ພັດທະ​ນາຂົງ​ເຂດ​ຕ່າງໆກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ແລະ​ສະ​ເໜີ​ໃຫ້​ນາຍົກລັດ​ຖະມົນຕີ​ປະກາດ​ໃຊ້ ​ເຊິ່ງປະກອບ​ດ້ວຍ​ຍຸດ​ທະ​ສາດການພັດ​ທະນາວັດທະນະທຳ​ຫວຽດນາມ​ຮອດ​ປີ 2020; ຍຸດ​ທະ​ສາດການພັດ​ທະນາຄອບຄົວ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ຍຸດ​ທະ​ສາດການພັດ​ທະນາບັນດາ​ຂະ​ແໜງວັດ​ທະນະ​ທຳ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ຍຸດ​ທະ​ສາດການພັດ​ທະນາວັດທະນະທຳ​ການ​ຕ່າງປະ​ເທດ​ຫວຽດນາມ​ຮອດ​ປີ 2020, ວີ​ໄສທັດຮອດ​ປີ 2030...; ​ແຜນ​ກຳນົດ​ການ​ພັດທະນາ​ຂະ​ແໜງ​ສິລະ​ປະການ​ສະ​ແດງ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ແຜນ​ກຳນົດ​ການ​ພັດທະນາ​ຂະ​ແໜງຮູບ​ເງົາ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030...

ທີ​ສອງ, ລະບົບ​ການຈັດ​ຕັ້ງ​ກົງ​ຈັກການ​ຄຸ້ມ​ຄອງ​ວັດທະນະທຳ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ບູລະນະ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ແລະ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຄຸ້ມ​ຄອງ​ເທື່ອ​ລະ​ກ້າວ, ຊຸກຍູ້​ການ​ພັດທະນາ​ແລະ ຈຳກັດຄວາມ​ຫຍໍ້​ທໍ້​ຕ່າງໆ​ໃນຊີວິດ​ວັດທະນະທຳ, ສິລະ​ປະກຳ. ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ສຶກສາ​ອົບຮົມ, ວິຖີ​ຊີວິດ​ຄອບຄົວ ຕິດ​ກັບ​ຫົວ​ຂໍ້ “ສ້າງ​ບຸກຄະ​ລິກຂອງ​ຄົນ​ຫວຽດນາມ​ຈາກ​ການ​ສຶກສາ​ຄຸນສົມບັດ, ​ແບບ​ດຳ​ເນີນ​ຊີວິດ​ໃນ​ຄອບຄົວ” ​ໄດ້​ຮັບ​ການ​ຍູ້​ແຮງ, ພິ​ເສດ​ແມ່ນ​ໃນ​ໂອກາດຕ່າງໆ​ເຊັ່ນ ວັນ​ຄອບຄົວ​ຫວຽດນາມ, ສຸກ​ສັນ​ວັນ​ສາກົນ, ວັນ​ໂລກ​ເພື່ອ​ປ້ອງ​ກັນຄວບ​ຄຸມ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ແລະ​ເດັກ​ຍິງ, ​ເດືອນ​ປະຕິບັດ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ທຄວາມ​ຮຸນ​ແຮງ​ໃນ​ຄອບຄົວ.

ທີ​ສາມ, ກະຊວງ​ວັດທະນະທຳ, ກິລາ​ແລະ​ການທ່ອງທ່ຽວ​ໄດ້ປະສານ​ງານ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງແລະບັນດາ​ທ້ອງ​ຖິ່ນ​ ​ໃນ​ການຍູ້​ແຮງ​ວຽກ​ງານ​ການ​ຄົ້ນຄວ້າ, ກວດຄືນ​ແລະ​ກະ​ກຽມເອກະສານ​ ເພື່ອສະ​​ເໜີ​ໃຫ້​ຈັດ​ອັນ​ດັບ, ຈົດ​ລາຍ​ຊື່​ມໍລະດົກ​ວັດທະນະທຳຢູ່​ໃນ​ປະ​ເທດ​ແລະ​ສາກົນ. ປະຈຸ​ບັນ​ ໃນ​ທົ່ວ​ປະ​ເທດ​ມີ​ມໍລະດົກ​ທີ່​ໄດ້​ກວດກາ​ຈົດ​ບັນຊີຫຼາຍ​ກວ່າ 4 ​ແສນ​ແຫ່ງ, ​ໃນ​ນັ້ນ​ມໍລະດົກ​ລະດັບ​ແຂວງ, ນະຄອນ​ເກືອບ 1 ໝື່ນ​ແຫ່ງ, ມໍລະດົກ​ລະດັບ​ຊາດ​ມີ 3.486 ​ແຫ່ງ, ມໍລະດົກ​ລະດັບ​ຊາດ​ພິ​ເສດ 105 ​ແຫ່ງ, ມໍລະດົກ​ໂລກ 8 ​ແຫ່ງ (ມໍລະດົກທຳ​ມະ​ຊາດ 2 ​ແຫ່ງ, ມໍລະດົກວັດທະນະທຳ 5 ​ແຫ່ງ, ມໍລະດົກປະສົມ 1 ​ແຫ່ງ), ມໍລະດົກວັດທະນະທຳ​ທີ່​ບໍ່​ມີຕົວ​ຕົນ 12 ຢ່າງ. ນອກຈາກ​ນັ້ນ, ຕາມ​ໂຄງການຄວາມ​ຈຳ​ໂລກ​ຂອງ UNESCO, ມາ​ເຖິງ​ປະຈຸ​ບັນ​ຫວຽດນາມ​ມີມໍລະດົກ​ເອກະສານ 7 ຢ່າງ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາ​ກ UNESCO (ປະກອບ​ດ້ວຍມໍລະດົກ​ເອກະສານ​ໂລກ 3 ຢ່າງ ​ແລະມໍລະດົກ​ເອກະສານ​ພາກ​ພື້ນ​ອາຊີ-ປາຊີ​ຟິກ 4 ຢ່າງ).

ທີ​ສີ່, ວຽກ​ງານ​ພິພິທະ​ພັນ​ກໍ່​ມີ​ບາດກ້າວ​ຂະຫຍາຍຕົວ​ດີ. ຫວຽດນາມ​ມີ​ພິພິທະ​ພັນ 166 ​ແຫ່ງ (127 ພິພິທະພັນ​ຂອງ​ລັດ​ ແລະ 39 ພິພິທະ​ພັນ​ນອກ​ພາກ​ລັດ) ​ເຊິ່ງ​ເປັນ​ບ່ອນ​ເກັບ​ຮັກສາ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງສິ່ງ​ປະດິດ​ຫຼາຍ​ກວ່າ 3 ລ້ານ​ອັນ ທີ່​ສະທ້ອນ​ໃຫ້​ເຫັນ​ຢ່າງຮອບດ້ານ​ເຖິງປະ​ເທດ​ແລະ​ຜູ້​ຄົນ​ຫວຽດນາມ​ໃນ​ປະຫວັດສາດ​ອັນ​ຍາວ​ນານ, ​ໄດ້​ແລະ​ພວມ​ເສີມ​ຂະຫຍາຍ​ຄຸນຄ່າ,​ ປະກອບສ່ວນບໍ່​ໜ້ອຍ​ເຂົ້າ​ໃນການ​ສຶກສາ​ອົບຮົມ​ຊາວ​ໜຸ່ມ ກ່ຽວ​ກັບນູນ​ເຊື້ອ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກ່ຽວ​ກັບ​ເອກະລັກ​ວັດທະນະທຳ​ຂອງ​ຊາດ; ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ແລະ​ສາຍ​ທາງ​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ, ມີ​ຄຸນ​ປະ​ໂຫຍ​ດຊຸກຍູ້​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງທ່ຽວ. ພິພິທະ​ພັນ​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​​ເລີ່ມມີ​ການ​ປ່ຽນ​ແປງ​ໃໝ່ການວາງສະ​ແດງ​ຕາມ​ທິດ​ເພີ່ມ​ທະວີສິ່ງ​ປະດິດ​ດັ້ງ​ເດີມ, ​ໃຊ້​ວິທີ​ການ​ທາງ​ວິທະຍາສາດ-​ເຕັກນິກ ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ວາງສະ​ແດງ​ມີ​ຄວາມ​ອຸດົມສົມບູນ​ແລະ​ດູດ​ດຶງ​ໃຈ​ກວ່າ​ອີກ, ປ່ຽນ​ແປງ​ໃໝ່​ຮູບ​ການ​ຮັບ​​ໃຊ້ປະຊາຊົນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້​ນັບ​ຫຼາຍ. ລະ​ບົບພິພິທະ​ພັນ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບຂະ​ແໜງ​ການ​ສຶກສາ​ ເພື່ອ​ຈັດ​ຕັ້ງ​ໃຫ້​ພວກ​ນ້ອງ​ນັກຮຽນມາ​ຢ້ຽມ​ຊົມ​ຮຽນ​ຮູ້, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ແລະກິລາ​ໃຫ້​ນັກຮຽນ​ໃນ​ວັນ​ຄົບຮອບ​ປະຈຳ​ປີ​ເຊັ່ນ ວັນ​ພິພິທະ​ພັນ​ສາກົນ (18 ພຶດສະພາ), ວັນ​ເດັກນ້ອຍ​ສາກົນ (1 ມິຖຸນາ), ວັນ​ເປີດ​ສົກຮຽນ​ໃໝ່ (5 ກັນຍາ), ວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມ (23 ພະຈິກ) ​ເພື່ອສ້າງ​ໃຫ້​ຊາວ​ໜຸ່ມ​ມີ​ຄວາມ​ທະ​ນົງ​ໃຈ, ຄວາມ​ຫ້າວຫັນ​ໃນ​ການ​ຊອກຮຽນ​ຮູ້​ວັດທະນະທຳ​ແລະ​ປະຫວັດສາດ​ຂອງ​ຊາດ ​ເພື່ອ​ຍົກ​ສູງ​ປັນຍາ​ຄວາມ​ຮູ້. ທຸກ​ປີ, ພິພິທະ​ພັນ​ໂຮ່ຈີ​ມິນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມຫຼາຍ​ກວ່າ 1 ລ້ານຄົນ; ພິພິທະ​ພັນປະຫວັດສາດ​ແຫ່ງ​ຊາດ, ພິພິທະພັນ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ພິພິທະ​ພັນປະຫວັດສາດ​ການ​ທະຫານ​ຫວຽດນາມ, ພິພິທະ​ພັນປະຕິມາ​ກຳ​ຈາມດາ​ນັ້ງ, ພິພິທະ​ພັນດັກ​ລັກ... ພ້ອມ​ກັບ​ບັນດາ​ພິພິທະ​ພັນ​ສະ​ເພາະ​ຂະ​ແໜງ, ພິພິທະ​ພັນ​ຊັ້ນ​ແຊວ​ງອື່ນໆ ​ໄດ້​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ ​ເພື່ອ​ກາຍ​ເປັນຈຸດ​ທີ່​ມາ​ເປັນ​ປະຈຳ​ຂອງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ປະ​ເພດ. ປີ 2017 ​ແລະ​ປີ 2018, ຈຳນວນ​​ຜູ້​ເຂົ້າ​ຢ້ຽມ​ຊົມ​ພິພິທະ​ພັນ​ມີເຖິງ​ປະມານ 16,5 ລ້ານ​ຄົນ.

ທີ​ຫ້າ, ວຽກ​ງານ​ການ​ຄຸ້ມ​ຄອງ​ແລະ​ຈັດ​ຕັ້ງ​ງານ​ບຸນ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ, ຄ່ອຍໆ​ເຂົ້າ​ສູ່​ລະບຽບ​ແບບ​ແຜນ. ບັນດາ​ກິດຈະກຳ​ງານ​ບຸນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຄຶກຄຶ້ນ, ປອດ​ໄພ, ປະຢັດ, ພ້ອມ​ກັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​, ກິລາ ແລະ ​ເກ​ມພື້ນ​ເມືອງ​ທີ່​ຟົດ​ຟື້ນ ​ໄດ້​ດຶງ​ດູດ​ປະຊາຊົນ​ແລະ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ. ບັນດາ​ງານ​ບຸນ​ທີ່​ມີ​ປັດ​ໄຈ​ຄວາມ​ຮຸນ​ແຮງ​ບໍ່​ສອດຄ່ອງ​ກັບທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ ​ໄດ້​ຫັນປ່ຽນຮູບ​ແບບ​ການ​ປະຕິບັດ​ພິທີກຳ. ຫຼາຍ​ມໍລະ​ດົກ​ວັດທະນະທຳທີ່​ບໍ່​ມີ​ຕົວ​ຕົນ​ໄດ້​ກາຍ​ເປັນ​ຈຸດ​ທີ່​ມາທີ່​​ດຶງດູດ​ນັກ​ທ່ອງ​ທ່ຽວ​ໃນ​ແລະ​ຕ່າງປະ​ເທດ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ແລະ​ສິ່ງ​ປະ​ທັບ​ຈັບ​ໃຈ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ​ທີ່​ມີ​ມໍລະດົກ​ເຊັ່ນ ງານ​ບຸນ​ວິຫານ​ສອັກ, ວັດ​ຈົ່ວເຮືອງ ​ຢູ່​ນະ​ຄອນຮ່າ​ໂນ້ຍ, ງານ​ບຸນ​ວິຫານ​ຮຸ່ງ ຢູ່​ແຂວງ​ຝູທໍ້, ງານ​ບຸນ​ໂກນ​ເຊີນ-ກ້ຽບບາກ ຢູ່​ແຂວງ​ຫາຍ​ເຢືອງ, ງານ​ບຸນ​ອຽນ​ຕື໋ ຢູ່​ແຂວງ​ກວ໋າງນິງ, ຂັບ​ເຫວ້, ງານ​ບຸນ​ພະນາ​ງ​ແຄວ້ນ ຢູ່​ແຂ​ວງອານ​ຢາງ, ງານ​ບຸນ​ອ້ອກອອມ​ບ໋ອກ ຢູ່​ແຂວງ​ຈ່າ​ວິ​ງ, ງານ​ບຸນ​ກາ​ເຕ ຫຼື​ເຄື່ອງດິນ​ເຜົາ​ຈາມ ​ຢູ່​ເບົ່າ​ຈຸກ ​ແຂວງ​ນິງຖ້ວນ..., ປະກອບສ່ວນ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ທ້ອງ​ຖິ່ນ, ຍົກ​ສູງ​ຊີ​ວິ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທີ​ຫົກ, ການ​ເຄົາລົບ​ແລະ​ຮັບປະກັນ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາ​ຢູ່​ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ, ລື່ນ​ລະດັບ​ທຽບ​ກັບ​ໄລຍະ​ກ່ອນ. ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​​ແລະສາສະໜາ - ຜົນສຳ​ເລັດ​ທີ່​ສຳຄັນ​ໜຶ່ງ, ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈຸດປະສົງຫັນ​ເປັນ​ນິຕິ​ກຳຢ່າງ​ຄົບ​ຖ້ວນ​ທີ່​ສຸດ ຕໍ່​ທັດສະນະ, ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ເຄົາລົບ​ແລະ​ຮັບປະກັນສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາ​ ຂອງ​ປະຊາຊົນ. ການ​ກໍ່ສ້າງ​ແລະ​ປະກາດ​ໃຊ້​ກົດໝາຍ​ນີ້​​ເພື່ອແນ​ໃສ່ຮັບປະກັນ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາຂອງ​ປະຊາຊົນ​ທຸກ​ຄົນ​ຢ່າງ​ດີ​ທີ່​ສຸດ.

ຄຽງຄູ່​ກັນ​ກັບ​ການ​ຫັນ​ທັດສະນະ, ນະ​ໂຍບາຍ​ກ່ຽວ​ກັບ​ສາສະໜາ​ເປັນ​ນິຕິ​ກຳ, ລະບົບການ​ເມື​ອງທັງ​ໝົດ​ໄດ້​ເອົາ​ໃຈ​ໃສ່, ​ໃຫ້​ຄວາມ​ສຳຄັນ​ເຖິງ​ການ​ເຄົາລົບ​ແລະ​ຮັບ​ປະກັນສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາ​ຂອງ​ທຸກ​ຄົນ. ດ້ວຍ​ນະ​ໂຍບາຍເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາທີ່​ຖືກຕ້ອງ​ຂອງ​ພັກ​ແລະ​ລັດ​ແຫ່ງ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ, ບັນດາ​ຜູ້ນຳ​ທາງ​ສາສະໜາ​ແລະ​ສາສະ​ນິກະ​ຊົນຂອງ​ບັນດາ​ສາສະໜາ​ ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີກັນ ​ແລະ ຮ່ວມທາງ​ກັນ​ກັບປະ​ເທດ​ຊາດ; ພີ່ນ້ອງ​ຮ່ວມ​ຊາດທີ່​ຖື​ສາສະໜາ​ແລະ​ບໍ່​ຖື​ສາສະໜາ ​ໄດ້​ສາມັກຄີ​ກັນ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ແລະ​ປັບປຸງ​ການ​ປ້ອງ​ກັນຊາ​ດ, ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ... ປະກອບສ່ວນ​ສ້າງ​ຜົນ​ສຳ​ເລັດອັນ​ຍິ່ງ​ໃຫຍ່​ໃນພາລະກິດ​ການ​ປ່ຽນ​ແປງ​ໃໝ່.

ທີ​ເຈັດ, ກິດຈະກຳ​ແລກ​ປ່ຽນ​ວັດທະນະທຳກັບ​ຕ່າງປະ​ເທດ​ໄດ້​ຮັບ​ການ​ເປີດ​ກວ້າງ​ແຕ່​ລະ​ກ້າວພ້ອມ​ກັນ​ກັບ​ການ​ພົວພັນ​ສາກົນ​ທີ່​ມີ​ຫຼາຍຮູບ​ຫຼາຍ​ແບບ, ຫຼາຍກ້ຳ​ຫຼາຍ​ຝ່າຍ, ການ​ແລກປ່ຽນ​ຄະນະ​ຜູ້​ແທນສິລະ​ປະການ​ສະ​ແດງ ​ແລະ ການ​ແລກປ່ຽນ​ປຶ້ມ​ໜັງສືພິມ, ຮູບ​ເງົາ, ການວາງສະ​ແດງ, ການ​ຄົ້ນຄວ້າ, ການ​ຝຶກ​ອົບຮົມ...ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ກໍ່ໄດ້​ຮັບ​ການ​ຍູ້​ແຮງ. ຫຼາຍຂໍ້​ຕົກລົງ​ດ້ານ​ວັດທະນະທຳກັບ​ຫຼາຍປະ​ເທດ​ແລະ​ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ, ສົນ​ທີ​ສັນຍາ​ສາກົນ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ມໍລະ​ດົກ​ວັດທະນະທຳ, ກ່ຽວ​ກັບ​ລິກຂະ​ສິກ​ແລະ​ສິດທິ​ທີ່​ກ່ຽວຂ້ອງ, ​ໄດ້​ຮັບ​ການ​ລົງ​ນາມ; ຫຼາຍ​ໂຄງການ​ກ່ຽວກັບ​ການ​ຮ່ວມ​ມືດ້ານວັດທະນະທຳ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ພວກ​ເຮົາ​ມີ​​ໂອກາດຫຼາຍ​ທີ່​ຈະ​ພົວພັນ​ກັບ​ວັດທະນະທຳ​ໂລກ​ຢ່າງ​ກວ້າງຂວາງ ​ເພື່ອ​ຈະ​ຄັດເລືອກ, ຮັບ​ເອົາສິ່ງ​ຍອດ​ຍ້ຽມ​ໃນ​ວັດທະນະທຳ​ຂອງ​ມະນຸດຊາດ, ພ້ອມ​ກັນ​ນັ້ນ ​ແນະນຳ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດຮູ້​ເຖິງ​ຄຸນຄ່າ​ອັນ​ດີງາມ​ແລະ​​ເອກະລັກ​ສະ​ເພາະ ຂອງ​ວັດທະນະທຳ​ຫວຽດນາມ. ການ​ເຄື່ອນ​ໄຫວ​ຮ່ວມ​ມື​ແລະ​ແລກປ່ຽນ​ວັດທະນະທຳສາກົນຂະໜາດ​ໃຫຍ່​​ທີ່ຈັດ​ຂຶ້ນ​ຢູ່​ໃນ​ຫວຽດນາມ​ແລະ​ຢູ່​ຕ່າງປະ​ເທດ ​ໄດ້​ມີ​ຊື່ສຽງ​ແລະ​ສ້າງຄວາມ​ປະ​ທັບ​ໃຈ​ໃນ​ຫົວ​ໃຈ​ຂອງ​ເພື່ອ​ນມິດ ກ່ຽວ​ກັບ​ມູນ​ເຊື່ອສິລະ​ປະ-​ວັດທະນະທຳຫວຽດນາມ. ການ​ມີໜ້າ, ​ການເຂົ້າ​ຮ່ວມ​ແລະອິດ​ທິພົນ​ຂອງ​ຫວຽ​ດນາມ​ແມ່ນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນບັນດາ​ເຫດການ​ວັດທະນະທຳທີ່​ສຳຄັນ​ຂອງ​ໂລກ​ເຊັ່ນ ງານນິທັດ​ສະການ​ໂລກ World EXPO (ງານນິທັດ​ສະການ​ໂລກທີ່​ຊຽງ​ໄຮ້ 2010, ງານນິທັດ​ສະການ​ໂລກທີ່​ສາທາລະນະ​ລັດ​ເກົາຫຼີ 2012, ງານນິທັດ​ສະການ​ໂລກທີ່ ມາລານ 2015, ງານນິທັດ​ສະການ​ໂລກທີ່​ອາ​ສະ​ຕານາ 2017). ບັນດາ​ງານ​ວາງສະ​ແດງ​ສິລະ​ປະ, ການ​ຖ່າຍຮູບ​ສາກົນ​ທີ່​ຈັດ​ຂຶ້ນ​ໃນ​ຫວຽດນາມ ​ແລະ ບັນດາ​ການວາງສະ​ແດງ​ຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນ​ເວລາ​ທີ່​ຜ່ານ​ມາກໍ່​ໄດ້​ເຮັດ​ເປັນ​ຢ່າງ​ດີກາ​ນ​ແນະນຳວັດທະນະທຳ, ດິ​ນ​ແດນ​ປະ​ເທດ, ຜູ້​ຄົນ​ເພື່ອນ​ມິດສາ​ກົນ​ແລະ​ຜູ້​ຄົນ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ​ລະຫວ່າງ​ຫວຽດນາມ​ແລະ​ບັນດາ​ປະ​ເທດ​ໃນ​ໂລກ.

ທີ​ແປ​ດ, ການພັດທະນາ​ອຸດສາຫະກຳ​ວັດທະນະທຳກໍ່​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ແນ່ນອນ. ລາຍ​ໄດ້​ຂອງຂົງ​ເຂດ​ວິ​ສາ​ຫະກິດ​ຮູບ​ເງົາ​ໃນ​ປີ 2018 ບັນລຸ 3.353 ຕື້​ດົ່ງ (ທຽບ​ເທົ່າ​ປະມານ 145 ລ້ານ​ໂດ​ລາ​ສະຫະລັດ), ຄາດ​ຄະ​ເນ​ປີ 2020 ຂະ​ແໜງ​ການ​ຮູບ​ເງົາ​ຈະ​ມີ​ລາຍ​ໄດ້ 150 ລ້ານ​ໂດ​ລາ​ສະຫະລັດ. ທາງ​ດ້ານ​ການທ່ອງທ່ຽວ, ປີ 2018, ຫວຽດນາມ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 15,5 ລ້ານ​ຄົນ ​ແລະ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດຫຼາຍ​ກວ່າ 80 ລ້ານ​ຄົນ, ມີ​ລາຍ​ໄດ້​ລວມຍອດຫຼາຍ​ກວ່າ 620.000 ຕື້​ດົ່ງ. ທາງ​ດ້ານ​ສິລະ​ປະກຳ, ການ​ຖ່າຍຮູບ ​ແລະ ການວາງສະ​ແດງ, ປີ 2017 ​ໄດ້​ຈັດ​ງານ​ວາງສະ​ແດງ​ສິລະ​ປະ​ໃນ​ທົ່ວ​ປະ​ເທດ 380 ຄັ້ງ ​ເຊິ່ງ​ໄດ້​ວາງສະ​ແດງຜົນ​ການ​ປະດິດ​ແຕ່ງ 70.160 ຢ່າງ​ ຂອງຜູ້​ຂຽນນັກ​ແຕ່ງ 10.958 ຄົນ ​ແລະ​ ມີ​ຜູ້​ເຂົ້າ​ຢ້ຽມ​ຊົມ 1.131.252 ຄົນ; ຄ່າ​ໃຊ້ຈ່າຍ​ທັງ​ໝົດ​ສຳລັບ​ກິດຈະກຳ​ສິລະ​ປະ, ການຖ່າຍຮູບ ​ແລະ​ການວາງສະ​ແດງ​ແມ່ນ 74.949.283 ດົ່ງ, ​ໃນ​ນັ້ນ​ການ​ຈ່າຍ​ເງິນຈາກ​ງົບປະມານ​ຂອງ​ລັດ​ແມ່ນ 43.301.638 ດົ່ງ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ຈາກ​ແຫຼ່ງທຶນ​ສັງຄົມ. ກ່ຽວ​ກັບສິລະປະການ​ສະ​ແດງ, ​ໃນ​ປີ 2018, ​ໄດ້​ຈັດການ​ສະ​ແດງ 2.118 ຄັ້ງ, ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ແມ່ນ 104.165.240.400 ດົ່ງ. ກ່ຽວ​ກັບ​ການ​ໂຄສະນາ, ປີ 2017 ​ແລະ 6 ​ເດືອນ​ຕົ້ນ​ປີ 2018, ລາຍ​ໄດ້​ການ​ໂຄສາ​ນາ​ທາງ​ໂທລະ​ພາບ​ແມ່ນ 64.104.908.921 ດົ່ງ; ​ໃນ​ໜັງສື​ພິມ: 1.067.129.234 ດົ່ງ; ​ໃນ​ວາລະສານ: 762.907.174 ດົ່ງ; ​ໃນ​ສະຖານີ​ວິທະຍຸ​ກະຈາຍສຽງ: 1.462.066.374 ດົ່ງ. ຈຳນວນ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ໂຄສະນາ​ເຖິງ​ປີ 2017 ​ແມ່ນ 2.963.

​ແຕ່​ວ່າ, ວຽກ​ງານ​ຄຸ້ມຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ​ກໍ່​ມີ​ຄວາມ​ຫຍຸ້ງຍາກ, ຂໍ້​ຈຳກັດ​ຈຳນວນ​ໜຶ່ງ. ດ້ານ​ລົບ​ຂອງ​​ເສດຖະກິດ​ຕະຫຼາດ​ແລະ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ພາ​ໃຫ້​ເກີດ​ຈິດຕະສາດ​ນິຍົມ​ຕ່າງປະ​ເທດ, ອັດຖະ​ປະ​ໂຫຍ​ດ ​ແລະ ​ເອກະ​ຊົນ​ນິຍົມ​ສຸດ​ຂົ້ວ, ​ເຫັນ​ແກ່​ຕົວ, ລືມ​ເລືອນ​ບັນດາ​ຄຸນຄ່າ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ. ພະນັກງານ, ສະມາຊິກ​ພັກ​ພາກສ່ວນ​ໜຶ່ງຖືກ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ; ​ເຮັດ​ໃຫ້ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ຫຼຸດ​ລົງ. ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງບາງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​, ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາ​ຊົນ ກ່ຽວ​ກັບ​ໜ້າ​ທີ່​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ ​ແມ່ນ​ຍັງ​ບໍ່​ທັນ​ຄົບ​ຖ້ວນ; ວັດທະນະທຳຍັງ​ບໍ່​ທັນ​ໄດ້​ຈັດ​ໃຫ້​ເທົ່າ​ທຽມ​ກັບ​ເສ​ດຖະກິດ, ການ​ເມືອງ, ສັງຄົມ; ການ​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມຢູ່​ບາງ​ແຫ່ງ​ ບໍ່​ມີ​ການ​ລົງມື​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ; ​ແຫຼ່ງ​ເງິນ​ລົງທຶນ​ໃນ​ຂົງ​ເຂດ​ວັດທະນະທຳ​ຍັງ​ຕ່ຳ​ທຽບ​ກັບ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່. ລະບົບ​ສະ​ຖາ​ບັນ​ວັດທະນະທຳ​ທີ່​ມີ​ຢູ່​ໃນ​ບາງ​ທ້ອງ​ຖິ່ນ, ຢູ່​ຂັ້ນ​ແຂ​ວງ​ແລະ​ຮາກ​ຖານ, ຍັງ​ຂາດ​ເຂີນ​ເງິນ​ທຶນ​ໃນ​ການ​ດຳ​ເນີນ​ງານ​ ແລະ ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ບໍ່​ສູງ. ລະ​ບົບ​ເອກະສານ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍບໍ່​ມີ​ການ​ບຸລິມະສິດ, ບຸກທະລຸ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ​ໃນ​ການ​ກໍ່ສ້າງ​ແລະພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມນັ້ນ ​ແມ່ນ​ຕ້ອງ​ມີ​ການ​ບຸລິມະສິດ, ບຸກທະລຸ​ກ່ຽວ​ກັບຂະ​ບວນການ, ຂັ້ນ​ຕອນ​ການ​ກໍ່ສ້າງ, ປັບປຸງ​ເພີ່ມ​ເຕີມ, ປະກາດ​ໃຊ້​ເອກະສານ​ກົດໝາຍ. ສິລະ​ປະ​ວັນນະ​ຕະດີ, ​ໂດຍ​ສະ​ເພາະ​ແມ່ນສິລະ​ປະ​ດັ້ງເດີມ ພວມ​ຕົກ​ຢູ່​ໃນ​ພະວະ​ວິ​ກິດ​ທາງ​ດ້ານ​ກຳລັງ​ນັກ​ແຕ່ງ. ການ​ເຄື່ອນ​ໄຫວ​ທິດ​ສະ​ດີ ການ​ວິຈານ​ສິລະ​ປະການສະ​ແດງ​ຍັງ​ອ່ອນ​ແອ, ຂາດ​ນະ​ໂຍບາຍ​ໃນ​ການ​ດຶງ​ດູດ​ຄວາມ​ສາມາດ​ດ້ານ​ວັດທະນະທຳ. ວຽກ​ງານ​ການ​ຝຶກ​ອົບ​ຮົມ, ບຳລຸງ​ພັດທະນາ​ກຳລັງ​ຄົນ​ໃຫ້​ແກ່​ວັດທະນະທຳນັ້ນ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍ. ບັນດາ​ຂະ​ແໜງ​ອຸດສາຫະກຳ​ວັດທະນະທຳບໍ່​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ເໝາະ​ສົມ; ຍັງ​ບໍ່​ມີ​ກົນ​ໄກ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂະໜາດ​ໃຫຍ່; ດັ່ງ​ນັ້ນຈຶ່ງ​ບໍ່​ມີ​ການ​ບຸກທະລຸ.

ວິທີ​ແກ້​ໄຂ​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄວາມ​ສາມາດ​ແລະ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງວັດທະນະທຳ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງ

​ເພື່ອຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ​ເລັ່ງ​ໃສ່​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງນັ້ນ, ​ໃນ​ເວລາ​ຕໍ່​ໜ້າຕ້ອງ​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ​ລຸ່ມ​ນີ້​ຢ່າງ​ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດທີ່​ຕັ້ງຂອງ​ວັດທະນະທຳ​ໃນ​ການ​ປ່ຽນ​ແປງ​ໃໝ່​ແລະ​ພັດ​ທະນະ​ແບບ​ຍືນ​ຍົງ. ປ່ຽນ​ແປງ​ໃໝ່​ຈິນຕະນະ​ການ​ການນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ​ແລະກໍ່ສ້າງ​ຜູ້​ຄົນ. ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ແລະ​ທົ່ວ​ສັງຄົມ ​ກ່ຽວ​ກັບ​ບົດບາດ​ທີ່​ຕັ້ງ, ພາລະ​ໜ້າ​ທີ່​ຂອງ​ວັດທະນະທຳ​ ໃນ​ການ​ປ່ຽນ​ແປງ​ໃໝ່​ແລະພັດທະນາ​ແບບ​ຍືນ​ຍົງ, ​ໃຫ້​ວັດທະນະທຳ​ມີ​ບົດບາດ​ເທົ່າ​ທຽມ​ກັບ​ເສດຖະກິດ, ການ​ເມືອງ, ສັງຄົມ. ການ​ພັດທະນາ​ວັດທະນະທຳ, ກໍ່ສ້າງຜູ້​ຄົນ​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ, ກົມກຽວກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ວັດທະນະທຳ​ຕ້ອງ​ຖື​ບົດບາດ​ດັດສົມ, ກຳນົດ​ທິດ​ທາງ​ການ​ພັດທະນາປະ​ເທດ​ໃນ​ສະພາບ​ການ​ຍູ້​ແຮງ​ການ​ກໍ່ສ້າງ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ແລະ​ເຊື່ອມ​ໂຍງ​ສາກົນ ດ້ວຍ​ເປົ້າ​ໝາຍ​ມະນຸດສະ​ທຳ, ລະບົບ​ຄຸນຄ່າ, ມາດຕະຖານ​ວັດທະນະທຳ. ປ່ຽນ​ແປງ​ໃໝ່ການ​ອົບຮົມ​ສຶກສາທິດ​ສະ​ດີກາ​ນ​ເມືອງ, ​ແນວ​ຄິດ​ໃນ​ສັງຄົມ; ​ເພີ່ມ​ທະວີ​ການ​ໂຄສະນາ​ອົບຮົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຕາມ​ທິດ​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເຄົາ​ລົບ​ການສົນທະນາ​ແລະການ​ວິຈານ​ສັງຄົມ.

ຍົກ​ລະດັບ​ການ​ນຳພາ​ຂອງ​ພັກ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ. ປ່ຽນ​ແປງ​ໃໝ່​ຈິນຕະນາການ​ນຳພາ​ສິລະ​ປະວັດທະນະ​ທຳ​ແລະ​ການ​ກໍ່ສ້າງ​ຜູ້​ຄົນ​ຂອງ​ພັກ ຕາມ​ທິດ​ປະຊາທິປະ​ໄຕ, ​ເປີດ​​ອົກ​ເປີດ​ໃຈ, ​ເສີມ​ຂະຫຍາຍ​ຄວາມ​ປະດິດ​ສ້າງ​ແລະ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ເຈົ້າພາບ​ວັດທະນະທຳ. ກໍ່ສ້າງ​ແຜນ​ນະ​ໂຍບາຍ, ​ແນວທາງ, ມະຕິທີ່​ຕິດ​ແທດ​ກັບ​ຄວາມ​ເປັນ​ຈິງ​ຂອງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ; ມີ​ການຈຳ​ແນ​ກຢ່າງ​ຈະ​ແຈ້ງ​ ລະ​ຫວ່າງ​ພັກ​ແລະ​ອຳນາດ​ການ​ປົກຄອງ​ ໃນ​ການຜັນ​ຂະຫຍາຍ​ການ​ປະຕິບັດ. ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ, ສະຫຼຸບ​ສັງ​ລວມ, ປະ​ເມີນ​ຜົນ​ໃນ​ຂະ​ບວນການ​ປະຕິບັດ.

ທີ​ສອງ, ປັບປຸງ​ບູລະນະສະ​ຖາ​ບັນ​ ລະບຽບ​ກົດໝາຍ, ປ່ຽນ​ແປງ​ໃໝ່​ຈິນຕະນາການ​ຄຸ້ມ​ຄອງ​ວັດທະນະ​ທຳ, ປະຕິ​ຮູບ​ລະບົບ​ຈັກ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ​ຕາມ​ທິດກະທັດ​ລັດ​ຮັດກຸມ, ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ, ຮັບປະກັນ​ບົດບາດ​ສ້າງສັນ​ການ​ພັດທະນາ​ວັດທະນະທຳ​ແລະ​ກໍ່ສ້າງ​ຜູ້​ຄົນ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ລະບົບ​ສະ​ຖາ​ບັນ​ວັດທະນະທຳ.

ຍົກ​ສູງຄວາມ​ສາມາດ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ວັດທະນະທຳ​ໃຫ້​ອົງການ​ຄຸ້ມຄອງ​ລັດ​ຂັ້ນ​ຕ່າງໆ, ​ໂດຍ​ສະ​ເພາະ​ ຄວາມ​ສາມາດ​ກໍ່ສ້າງ​ສະ​ຖາ​ບັນ, ນະ​ໂຍບາຍ, ​ໂຄງການ​ແລະ​ແຜນການ​ໄລຍະ​ຍາວ. ຄ່ອຍໆ​ຍົກ​ສູງ​ຄວາມ​ເປັນ​ມື​ອາຊີບ​ຂອງ​ຖັນ​ແຖວ​ພະນັກງານ​ວັດທະນະທຳ ​ໂດຍ​ຜ່ານ​ຂະ​ບວນການ​ຫັນ​ເປັນ​ມາດຕະຖານ, ການ​ຄັດ​ເລືອກ​ແລະ​ຝຶກ​ອົບຮົມ​ພະນັກງານ.

ກໍ່ສ້າງ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ, ລະດົມ​ບັນດາ​ກຳລັງ​ສັງຄົມ​ບົນ​ຫຼັກການ​ສົ່ງ​ເສີມ​ແລະ​ແບ່ງປັນ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມການ​ປະດິດ​ສ້າງ​ແລະ​ແຈກ​ຢາຍ​ຜະລິດ​ຕະພັນ​ວັດທະນະທຳ. ປັບປຸງ​ກົດໝາຍ​ຕ່າງໆ​ໃນ​ຂົງ​ເຂດສິລະ​ປະ​ວັດທະນະທຳ, ບັນດາ​ນະ​ໂຍບາຍ​ສະ​ເພາະ​ທີ່​ກ່ຽວຂ້ອງ​ເຖິງ​ຂະ​ບວນການ​ຜະລິດ, ​ແຈກ​ຢາຍ​ ແລະ​ຊົມ​ໃຊ້​ ຜະລິດ​ຕະພັນ​ວັດທະນະທຳ.

ປ່ຽນ​ແປງ​ໃໝ່​ຈິນຕະນະ​ການ​ຄຸ້ມ​ຄອງ​ວັດທະນະທຳອີງ​ໃສ່​ແນວ​ຄວາມ​ຄິດ​ກ່ຽວກັບ​ສິດທິ​ວັດທະນະທຳ​ ແລະ ຈິດ​ໃຈ​ກໍ່ສ້າງ​ລະບົບ​ການ​ບໍລິຫານ​ສາທາລະນະ​ທີ່​ທັນ​ສະ​ໄໝ; ກໍ່ສ້າງ​ເທື່ອ​ລະ​ກ້າວ​ກົນ​ໄກ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃໝ່ ຕາມ​ຫຼັກການ​ບັນດາ​ອົງການ​ລັດ​ສຸມ​ໃສ່​ການ​ພັດທະນາລະບົບ​ສະ​ຖາ​ບັນ, ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ຫຼັກ, ພັດທະນາຊັບພະຍາກອນ​ມະນຸດ​ລະດັບ​ສູງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລະ​ເຫດການ​ສິນລະປະ​ວັດທະນະທຳ​ລະດັບ​ຊາດ​ຈຳນວນໜຶ່ງ. ພ້ອມ​ກັນ​ນັ້ນ, ຄ່ອຍໆ​ກໍ່ສ້າງ​ກົນ​ໄກຄວາມ​ຮັບຜິດຊອບດ້ວຍ​ຕົນ​ເອງ​ຂອງອົງກາ​ນຈັດ​ຕັ້ງສິລະ​ປະ​ວັດທະນະທຳ ​ໃນ​ການ​ປະດິດສ້າງ​ແລະ​ຜະລິດ​ຜະລິດ​ຕະພັນ​ວັດທະນະທຳ. ຄົ້ນຄວ້າ​ເພື່ອ​ໃຫ້​ມີ​ແຜນ​ງານ​ຍົກ​ເລີກ​ກົນ​ໄກ​ປະ​ເມີນ​ຜົນງານ​ສິລະ​ປະ. ຫັນ​ປ່ຽນ​ສ່ວນ​ໜຶ່ງ​ຂອງ​ອົງການ​ຈັດ​ຕັ້ງ​ສິລະ​ປະວັດ​ທະນທຳ​ເປັນ​ຮູບ​ແບບ​ຫຸ້ນ​ສ່ວນ.

ປັບປຸງ​ບູລະນະ​ລະບົບ​ສະ​ຖາ​ບັນ​ວັດທະນະທຳ​ໃໝ່​ຕາມ​ທິດ​ເພີ່ມ​ທະວີ​ລັກສະນະ​ປະສິດທິ​ຜົນ, ບໍ່ມີ​ການ​ພັດທະນາ​ສະ​ຖາ​ບັນ​ຕາມຮູບ​ແບບ​ໜຶ່ງ​ທີ່​ເປັນ​ເອກະ​ພາບ ​ແຕ່​ຕ້ອງ​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ເຂດ, ພາກ, ກັບ​ຄວາມ​ຕ້ອງການ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ; ​ເສີມ​ຂະຫຍາຍ​ບົດບາດ​ແລະ​ຄວາມ​ຕັ້ງໜ້າຂອງ​ລະບົບ​ສະ​ຖາ​ບັນ​ວັດທະນະທຳດັ້ງ​ເດີມ, ຂອງ​ບັນດາ​ສາສະໜາ​ແລະ​ຄວາມ​ເຊື່ອ​; ສ້າງ​​ສະ​ຖາ​ບັນ​ວັດທະນະທຳຈຳນວນ​ໜຶ່ງ​ທີ່​ເປັນ​ຕົວ​ແທນ​ຂອງ​ຍຸກ​ສະ​ໄໝ, ມີ​ອຸປະກອນ​ທີ່​ທັນ​ສະ​ໄໝ​ແລະ​​ເປັນມື​ອາຊີບ ຢູ່​ບາງ​ແຂວງ, ນະຄອນ​ທີ່​ເປັນ​ຈຸດ​ໜັກ.

ທີ​ສາມ, ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ວັດທະນະທຳ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຮັບ​ເອົາ​ແລະ​ຊົມ​​ໃຊ້​ຂອງຜູ້​ບໍລິ​ໂພ​ກ​ແລະຕະຫຼາດ​ຕ່າງປະ​ເທດ.

ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ວັດທະນະທຳຕາມ​ທິດ​ມື​ອາຊີບ, ມີ​ລັກສະນະ​ວິຊາ​ສະ​ເພາະ​ສູງ​ແລະ​ຄົບ​ຊຸດ, ຖືກຕ້ອງ​ຕາມ​ກົດ​ເກນ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ວັດທະນະທຳ​ໂລກ, ອີງ​ໃສ່​ສະພາບ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ໃນ​​ແຕ່ລະ​ເຂດ, ພາກ, ທ້ອງ​ຖິ່ນ​ທີ່​ຕ່າງ​ກັນ.​ບັນດາ​ຂະ​ແໜງ​ອຸດສາຫະກຳ​ວັດທະນະທຳພາຍ​ໃນ​ປະ​ເທດ​ໄດ້​ຮັບ​ການ​ສົ່ງ​ເສີມ​ການ​ສົ່ງ​ອອກຜະລິດ​ຕະພັນ​ວັດທະນະທຳ​ ໄປ​ຍັງ​ຕະຫຼາດ​ຕ່າງປະ​ເທດ​ ເພື່ອປະກອບສ່ວນ​​ໂຄສະນາເຜີ​ຍ​ແຜ່ວັດທະນະທຳ​​ແຫ່ງ​ຊາດ, ນຳ​ຂໍ້ຄວາມທາງ​ວັດທະນະທຳຂອງ​ຫວຽດນາມ, ​ເຄື່ອງໝາຍ​ວັດທະນະທຳ​ຫວຽດນາມ​ ໄປ​​ໃນທົ່ວ​ໂລກ. ສ້າງ​ອົງການຈັດ​ຕັ້ງ​ແລະວິສາ​ຫະກິດ​ວັດທະນະທຳມີ​ຄຸນ​ນະພາ​ບລະດັບ​ສາກົນ, ຮັບ​ໃຊ້​ສາທາລະນະຊົນ​ແລະສອດຄ່ອງ​ກັບສັງຄົມຍຸກ​ປະຈຸ​ບັນ. ກໍ່ສ້າງ​ຕົວ​ເມືອງປະດິດ​ສ້າງ​ແລະ​ຂົງເຂດ​ປະດິດ​ສ້າງ ​ເພື່ອ​ໃຫ້​ຫວຽດນາມກຳນົດ​ວັດທະນະທຳ​ແລະ​ການ​ປະດິດ​ສ້າງ​ ເປັນຈຸດ​ສຳ​ຄັນຂອງ​ບັນດາ​ນະຄອນ​ໃຫຍ່.

ທີ​ສີ່, ກໍ່ສ້າງ​ຄົນ​ຫວຽດນາມ​ໃຫ້​ພັດທະນາ​ຢ່າງຮອບດ້ານ, ​ແມ່ນ​ເຈົ້າ​ຂອງ​ວັດທະນະທຳ​ທີ່ມີ​ຄຸນສົມບັດ, ​ປະດິດ​ສ້າງ ​ແລະ ມີ​ຄວາມ​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ແລະ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ. ຫັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຂົ້າ​ໃສ່​ການ​ກໍ່ສ້າງ​ຄົນ​ຫວຽດນາມ​ໃຫ້ພັດທະນາ​ຢ່າງຮອບດ້ານ, ມີ​ຄຸນສົມບັດ, ມີສະຕິ​ປັນຍາ, ສຸຂະພາບ​ແຂງ​ແຮງ, ມີຈິດ​ໃຈ​ມະນຸດສະທຳ​ແລະມີ​ສະຕິ​ຮູ້ສຶກ​ໃນ​ການ​ອອກ​ແຮງ​ງານ. ​ເຊີດ​ຊູ​ຄວາມ​ຮັບຜິດຊອບຂອງ​ແຕ່ລະຄົນ​ຕໍ່​ຕົນ​ເອງ, ຕໍ່​ຄອບຄົວ​ແລະ​ສັງຄົມ. ຍົກ​ສູງ​ບົດບາດ​ຂອງ​ຄອບຄົວ, ​ໂຮງຮຽນ, ລວມໝູ່​ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມອື່ນ​ ໃນ​ການ​ຊຸກຍູ້​ໃຫ້​ຜູ້ຄົນ​ມີ​ບຸກ​ຄະ​ລິກກະພາບ​ດີແລະບູລະນະ​ບຸກຄະ​ລິກກະພາບ. ລະດົມ​ກຳລັງ​ແຮງ​ຂອງ​ທົ່ວ​ສັງຄົມ​ເພື່ອຮັກສາ​ແລະ​ເສີມ​ຂະຫຍາຍບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມຂອງ​ຊາດ, ສົ່ງ​ເສີມ​ການ​ປະດິດ​ສ້າງ​ບັນດາ​ຄຸນຄ່າ​ວັດທະນະທຳ​ໃໝ່. ຍູ້​ແຮງ​ບັນດາ​ໂຄງການ​ອົບຮົມ​ສຶກສາ​ສິລະ​ປະ​ດັ້ງ​ເດີມ​ ເພື່ອ​ເຮັດ​ໃຫ້​ວັດທະນະທຳ​ຫວຽດນາມຊຶມ​ເລິກ​ເຂົ້າ​ໄປ​ໃນຈິດ​ວິນ​ຍານ​ແລະ​ຄວາມ​ຮັກ​ແພງ​ຂອງ​ພົນລະ​ເມືອງ​ທຸກ​ຄົນ, ​ເສີມ​ຂະຫຍາຍ​ເອກະ​ລັກ​ວັດທະນະທຳ​ຫວຽດນາມ​ໃນ​ສະພາບ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນ.

ທີ​ຫ້າ, ປັບປຸງບັນດາ​ນະ​ໂຍບາຍ, ​ໂຄງການ​ກ່ຽວ​ກັບ​ວັດທະນະທຳ, ​ເຕົ້າ​ໂຮມ​ແຫຼ່ງພະລັງ​ຂອງ​ລັດ​ແລະ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ, ກໍ່ສ້າງ​ເຂດ​ພູດອຍ, ຊາຍ​ແດນ, ​ເກາະ​ທະ​ເລ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອນ, ​ໃຫ້​ຜູ້ຊົມ​ໃຊ້​ນະ​ໂຍບາຍ​ສັງຄົມ, ຜູ້​ດ້ອຍ​ໂອກາດ, ຮູບ​ແບບ​ສິລະ​ປະ​ດັ້ງ​ເດີມ​ແລະ​ສະ​ໄໝ​ໃໝ່ບາງ​ປະ​ເພດ​ທີ່​ຕ້ອງການ​ອະນຸ​ຮັກ, ພັດທະນາ...

ປ່ຽນ​ແປງ​ໃໝ່ຢ່າງ​ພື້ນຖານ​ແລະ​ຮອບດ້ານ ລະບົບ​ໂຮງ​ຮຽນຝຶກ​ອົບຮົມ​ວັດທະນະທຳ​ແລະ​ສິລະ​ປະ, ​ເອົາ​ໃຈ​ໃສ່​ເຖິງ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ. ສ້າງ​ຕັ້ງ​​ສະ​ຖາ​ບັນ​ສຶກສາ​ມະຫາວິທະຍາ​ໄລຈຸດ​ໜັກຈຳນວນ​ໜຶ່ງ​ ເພື່ອຮັບປະກັນ​ການສະໜອງພະນັກງານ​ວັດທະນະທຳ​ຄຸນ​ນະພາ​ບສູງ. ສູ້​ຊົນສ້າງມະຫາວິທະຍາ​ໄລ​ດ້ານ​ວັດທະນະທຳ​ແລະ​ສິລະ​ປະທີ່​ມີ​ລະດັບ​ສະກົນ.

ສ້າງ​ກົນ​ໄກຄັດ​ເລືອກ, ນຳ​ໃຊ້​ພະນັກງານ​ວັດທະນະທຳ-ສິລະ​ປະ. ​ໃຫ້​ຄວາມ​ສຳຄັນກັບ​ການ​ຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງ​ພະນັກງານຂັ້ນ​ຍຸດ​ທະ​ສາດ ​ແລະ​ຍົກ​ລະດັບ​ຂອງ​ພະນັກງານສ້າງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ; ພະນັກງານ​ທີ່​ເຮັດ​ວຽກ​ງານ​ວິທະຍາສາດ, ຜູ້​ຊ່ຽວຊານນຳ​ໜ້າ​ຂະ​ແໜງ​ການ, ພະນັກງານ​ຮາກ​ຖານ. ປະຕິບັດ​ກົນ​ໄກ​ຄັດ​ເລືອກ​ພະນັກງານ​ຢ່າງ​ເປີດ​ເຜີຍ​ໂປ່​ງ​ໃສ, ຕາມ​ຮູບ​ການ​ແຂ່ງຂັນ, ​ເຊື່ອ​ຖື​ນຳ​ໃຊ້​ຄົນ​ທີ່​ມີ​ຄຸນສົມບັດ​ຄວາມ​ສາມາດ.

ຈັດ​ຕັ້ງ​ບັນດາກອງ​ທຶນ​ເພື່ອ​ການ​ຝຶກ​ອົບຮົມ, ສົ່ງ​ເສີມ​ການ​ຮຽນ​ຮູ້, ພັດ​ທະ​ນາ​ພອນ​ສະຫວັນ, ​ເຜີຍ​ແຜ່​ສິລະ​ປະ​ວັນນະຄະດີ, ພັດທະນາ​ຮູບ​ເງົາ, ສະໜັບສະໜູນ​ການ​ພິມ​ຈຳໜ່າຍ... ສືບ​ຕໍ່​ປະຕິບັດ​ລະບອບອຸປະຖຳ, ສັ່ງ​ຊື້ ​ແລະ ລາງວັນສຳລັບ​ຜົນງານສິລະ​ປະ​ວັນນະຄະດີ, ບົດ​ລະຄອນ​ຟີມຮູບ​ເງົາ ​ແລະ​ການ​ຜະລິດ​ຟີ​ມຮູບ​ເງົາ, ອຸດ​ໜູນ​ການ​ພິມ​ຈຳໜ່າຍ. ປະຕິບັດ​ການ​ບຸລິມະສິດ​ກ່ຽວ​ກັບ​ທີ່​ດິນ, ພາສີ, ຄ່າ​ທຳນຽມ ​ໃຫ້​ກັບ​ບັນດາ​ພື້ນຖານ​ຝຶກ​ອົບຮົມ ​ແລະ ສະ​ຖາ​ບັນ​ວັດທະນະທຳ.

ທີ​ຫົກ, ສ້າງ “ອຳນາດ​ນຸ່ມ​ນວນ" ​ແຫ່ງ​ຊາດ​ດ້ວຍ​ວັດທະນະທຳ, ດ້ວຍ​ບັນດາ​ນະ​ໂຍບາຍ​ພັດທະນາທີ່​ສົມ​ເຫດ​ສົມ​ຜົນ ບົນ​ພື້ນຖານ​ບັນດາ​ຄຸນຄ່າ​ເອກະ​ລັກ​ແລະຂໍ້​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ​ຂອງ​ວັດທະນະທຳຫວຽດນາມ, ສ້າງ​ຄວາມ​ຕ້ານທານ​ຕໍ່​ການ​ເພີ່ມ “ອຳນາດ​ນຸ່ມ​ນວນ” ຂອງ​ບາງ​ປະ​ເທດ. ​​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ​ເອກະລັກ​ວັດທະນະທຳ​ປະຈຳ​ຊາດ​ ເພື່ອ​ໂຄສະນາ​ເຜີຍ​ແຜ່​ແນະນຳ​ໃຫ້​ເພື່ອນມິດ​ສາກົນ​ຮູ້​ເຖິງຊາດຫວຽດນາມທີ່​ເປັນ​ມິດ, ​ໄຫວ​ພິບ​ແລະ​ຮັກຫອມ​ສັນຕິພາບ. ຊຸກຍູ້​ການ​ເຄື່ອນ​ໄຫວ​ໂຄສະນາ, ອົບຮົມ​ສຶກສາ​ວັດທະນະທຳຢູ່​ໃນ​ປະ​ເທດ ສົມທົບ​ກັບການ​ເປີດ​ກວ້າງການ​ແລກປ່ຽນ​ແລະຮ່ວມ​ມື​ສາກົນທາງ​ດ້ານ​ວັດທະນະທຳ, ຂະຫຍາຍ​ຊ່ອງ​ສາຍ​ສື່​ຂ່າວ​ເຜີ​ຍ​ແຜ່ຮູບ​ພາບ​ຂອງ​ປະ​ເທດ, ​ເປີດ​ກວ້າງ​ການ​ເຊື່ອມ​ຕໍ່, ຖ່າຍທອດຄຸນຄ່າ​ວັດທະນະທຳຂອງ​ຊາວ​ຫວຽດນາມ​ໃນ​ທົ່ວ​ໂລກ. ສຸມ​ໃສ່​ການ​ສ້າງ​ຄຸນຄ່າ​ວັດທະນະທຳ​ໃໝ່, ​ໄປ​ຄຽງ​ຄູ່​ກັບ​ການ​ເປີດ​ກວ້າງ​ແລະ​ເປັນ​ເຈົ້າ​ການ​ໃນ​ການ​ແລກປ່ຽນ​ສາກົນ, ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ຂອງ​ວັດທະນະທຳ​ໂລກ, ​ເຮັດ​ໃຫ້​ວັດທະນະທຳ​ຂອງ​ຊາດ​ມີ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ ​ແລະ​ທ່ວງທັນ​ກັບກາ​ນພັດທະນາ​ຂອງ​ຍຸກ​ສະ​ໄໝ.

​ເສີມ​ຂະຫຍາຍ​ຄວາມ​ເກັ່ງ​ກ້າ​ສາມາດ, ຄວາມ​ສຸດ​ອົກ​ສຸດ​ໃຈ​ຂອງປັນຍາ​ຊົນ​ແລະນັກ​ສິລະ​ປິນຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເຂົ້າ​ຮ່ວມ​ພັດທະນາ​ວັດທະນະທຳ, ສິລະ​ປະ​ວັນນະຄະ​ດິຂອງ​ປະ​ເທດ. ສ້າງ​ແລະ​ເສີມ​ຂະຫຍາຍ​ປະສິດທິຜົນຂອງບັນດາ​ສູນວັດທະນະທຳ ​ແລະພື້ນຖານວັດທະ​ນະ​ທຳຢູ່​ບາງ​ພາກ​ພື້ນ​ທີ່​ສຳຄັນ​ໃນ​ໂລກ ​ເພື່ອ​ເປີດ​ກວ້າງ​ການ​ແລກປ່ຽນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​ແລະ​ສິລະ​ປະກຳ, ປະກອບສ່ວນ​ຍົກ​ສູງກຳລັງ​ແຮງ​ຂອງ​ວັດທະນະທຳ.

ທີ​ເຈັດ, ພັດທະນາ​ສິລະ​ປະ​ແລະ​ວັນ​ນຳ​ຄະດີ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ແລະກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ ຕາມຈິດ​ໃຈ​ມະຕິ​ຂອງ​ກົມ​ການ​ເມືອງສະບັບ​ທີ 23-NQ/TW, ວັນ​ທີ 16 ​ເດືອນ​ມິຖຸນາ 2008, ກ່ຽວ​ກັບ “ການ​ສືບ​ຕໍ່ກໍ່ສ້າງ​ແລະ​ພັດທະນາ​ສິລະ​ປະ, ວັນນະຄະດີ​ໃນ​ໄລຍະ​ໃໝ່” ຊຶ່ງຈຸດ​ໜັກ​ແມ່ນ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາສິລະ​ປະ ວັນນະຄະດີ​ຢ່າງ​ແຂງ​ແຮງ, ຫຼາຍ​ຮູບ​ຫຼາຍ​ແບບ​ທາງ​ດ້ານຫົວ​ເລື່ອງ, ​ເນື້ອ​ໃນ, ປະ​ເພດ, ວິທີ​ການ​ຂຽນ​ແຕ່ງ, ການ​ຄົ້ນຄວ້າ​ຊອກ​ຫາ, ການສະ​ແດງ​ອອກ. ຍູ້​ແຮງ​ການ​ຄົ້າຄວ້າ​ແລະ​ການ​ເຄື່ອນ​ໄຫວ​ທິດ​ສະ​ດີ, ການວິຈານວັດທະນະທຳ, ສິລະ​ປະ ວັນນະຄະດີ, ຍົກ​ສູງ​ລັກສະນະ​ວິທະຍາສາດ​ແລະ​ຄວາມ​ຊວນ​ເຊື່ອ, ປະກອບສ່ວນ​ແນະນຳ​ໃຫ້ການ​ຂຽນ​ແຕ່ງ​ແລະ​ການ​ກໍ່ສ້າງລະບົບທິດ​ສະ​ດີ​ວັດທະນະທຳ​ແລະ​ສິລະ​ປະກຳ​ຫວຽດນາມ. ສົ່ງ​ເສີມ​ຈັນຍາ​ບັນ​ການ​ວິຈານ, ວັດທະນະທຳ​ການ​ໂຕ້​ວາທີ ​ແລະ ສະຕິ​ຮັບຜິດຊອບຂອງ​ຜູ້​ວິຈານ​ຕໍ່ໜ້າ​ສາທາລະນະ​ຊົນ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະມາຄົມ​ສິລະ​ປະ ວັນນະຄະ​ດີ.

​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ການ​ອະນຸລັກ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃຫ້​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ, ກົມກຽວ​ ແລະ​ໝັ້ນ​ຄົນ​ຍືນ​ຍົງ. ລົງທຶນ​ອະນຸລັກ, ປະຕິສັງຂອນ ​ແລະ​ ເສີມ​ສ້າງ​ບັນດາມໍລະດົກ​ປະຫວັດສາດ-​ວັດທະນະທຳທີ່​ເປັນ​ຕົວ​ແທນ ​ໃຫ້​ກາຍ​ເປັນ​ມໍລະດົກ​ທີ່​ມີ​ຄຸນຄ່າ​ສູງ​ກ່ຽວ​ກັບ​ວິທະຍາສາດ​ການ​ອະນຸລັກ ​ແລະ ສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ, ຮັບ​ໃຊ້​ໃຫ້​ແກ່​ການ​ອົບຮົມ​ສຶກສາ​ມູນ​ເຊື້ອ​ ແລະພັດທະນາ​ເສດຖະກິດ​ການທ່ອງທ່ຽວ. ​ສົ່ງເສີມ​ມໍລະດົກວັດທະນະ​ທຳ​ທີ່​ໄດ້​ຮັບການຮັບ​ຮູ້ຈາກ UNESCO ດ້ວຍ​ວິທີ​ການ​ແລະ​ລະບຽບ​ວິທີ​ທາງ​ວິທະຍາສາດ, ປະກອບສ່ວນ​ໂຄສະນາ​ເຜີນ​ແຜ່​ຮູບ​ພາບ​ຂອງ​ຊາດ. ປະຕິບັດ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ກຽດ​ແລະ​ປະພຶດ​​ດີ​ຕໍ່​ນັກ​ສິລະ​ປິນ​ແລະຊ່າງ​ຝີ​ມື​ທີ່​ດີ​ເດັ່ນ.

ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮູ້​ແລະ​ສະຕິ​ຮັບຜິດຊອບ​ໃນ​ການ​ປະຕິບັດຂໍ້​ກຳນົດ​ກົດໝາຍກ່ຽວ​ກັບ​ລິຂະ​ສິດ ​ແລະສິດທິ​ກ່ຽວຂ້ອງ​ໃນ​ຊຸມ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ອົງການ​ຈັດ​ຕັ້ງ, ບຸກຄົນ​ທີ່​ມີ​ສິດທິ​ແລະ​ພັນທະ​ທີ່​ກ່ຽວຂ້ອງ. ປັບປຸງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ແລະປະສິດທິ​ຜົນ​ການ​​ເຄື່ອ​ນໄຫວຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ແລະ​ອົງການ​ປະຕິບັດ​ລິ​ຂະ​ສິດ​ຕັ້ງ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ.

​ເປັນ​ເຈົ້າ​ການປັບ​ຕົວ​ໃຫ້​ສອດຄ່ອງ​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ພັດທະນາ​ວັດທະນະທຳ​ແລະ​ການກໍ່ສ້າງ​ຜູ້​ຄົນ. ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​​ໃນການ​ເຄື່ອນ​ໄຫວ​ແລະ​ການ​ຄຸ້ມ​ຄອງລະບົບສື່​ມວນ​ຊົນ ​ແລະ ບັນດາ​ພາຫະນະການ​ສື່ສານ​ໃໝ່ ​ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນທາງ​ຫຼັກການ, ທັງ​ມີ​ຄວາມ​ເປີດ​ເຜີຍ​ປອດ​ໂປ່​ງທາງ​ດ້ານ​ກົນ​ໄກ​ແລະ​ຮູບ​ການ, ຕອບ​ສະໜອງ​ຄວາມ​ຕ້ອງການ​ທາງ​ດ້ານ​ວັດທະ​ນະ​ທຳ​ແລະ​ສື່​ຂ່າວທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ./.

​ໂດຍ ປອ. ຫງວຽນ​ງ້ອກທ້ຽນ

ກຳມະ​ການ​ສູນ​ກາງ​ພັກ, ລັດຖະມົນ​ຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ​ການທ່ອງ​ທ່ຽວ

-------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານກອມ​ມູນິດ ສະບັບ​ທີ 928 (​ເດືອນ​ຕຸລາ 2020)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ