ວັນອາທິດ, 31/5/2020
ຈາກສິດທິມະນຸດໃນຖະແຫຼງການເອກະລາດ ຈົນເຖິງຜົນສຳເລັດໃນສະໄໝແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ
17/5/2020 10:8' ສົ່ງ ພິມ
ປະທານໂຮ່ຈີມິນອ່ານຖະແຫຼງການເອກະລາດ ໃຫ້ກຳເນີດປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ (2-9-1945) (ພາບ: tuyengiao.vn)

ຖະ​ແຫຼ​ງການ​​ເອກະລາດ - ການ​ສັງ​ເຂ​ບກ່ຽວ​ກັບ​ແນວ​ຄິດສິດທິ​ມະນຸດ​ຂອງ​ປະທານ​ໂຮ່ຈີ​ມິນ

ເກີ​ດ​ແລະ​ເຕີບ​ໃຫຍ່​ໃນສະພາບ​ການ​ທີ່​​ປະ​ເທດ​ທີ່​ຖືກ​ຕົກ​ເປັນ​ເມືອງ​ຂຶ້ນ, ​ເຮືອນ​ຊານ​ຖືກ​ທຳລາຍ; ດຳລົງ​ຊີວິດ​ຢູ່​ໃນ​ຄອບຄົວ, ​ໃນບ້ານ​ເມືອງປະ​ເທດ​ທີ່​ມີມູນ​ເຊື້ອຮັກ​ຊາດ ປະທານ​ໂຮ່ຈີ​ມິນ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຕໍ່ສູ້​ຕ້ານ​​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ຜູ້​ຮຸກ​ຮານແຕ່​ຄາວ​ຍັງ​ໜຸ່​ມ, ທ່ານ​ຍາມ​ໃດ​ກໍ່​ເປັນ​ຫ່ວງ​ຄິດ​ເຖິງ​ບັນຫາ​ສິດທິ​ມະນຸດ​ຂອງ​ຊາວ​ຫວຽດນາມ​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ. ​ໃນ 30 ປີ​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ, ປະທານ​ໂຮ່ຈີ​ມິນ​ໄດ້​ຕັ້ງ​ຮາກ​ຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ສາກົນ, ຊອກ​ຮູ້​ກ່ຽວ​ກັບ​​ເນື້ອ​ແທ້​ຂອງ​ສິດທິ​ມະນຸດຢູ່​ບັນດາ​ປະ​ເທດ​ທີ່​ໃຫ້​ກຳ​ເນີ​ດ​ແນວ​ຄິດ​ນັ້ນ. ຢູ່​ຝຣັ່ງ, ທ່ານຮັບ​ຮູ້​ວ່າ, ຄົນ​ຝຣັ່ງຢູ່​ໃນ​ປະ​ເທດ​ດີ​ມີ​ມາລະຍາດ​ກວ່າ​ຄົນ​ຝຣັ່ງຢູ່​ອິນດູຈີນ. ຢູ່​ອາ​ເມ​ລິ​ການ, ທ່ານ​ໄດ້​ຮຽນ​ຮູ້​ຄຸນຄ່າ​ຂອງ​ແນວ​ຄິດ​ສິດທິ​ມະນຸດ​ໃນ​ຖະ​ແຫຼ​ງການ​ເອກະລາດ​ອາ​ເມ​ລິ​ກາປີ 1776 ດ້ວຍ​ເນື້ອ​ໃນ​ສິດ​ເສລີພາບສ່ວນ​ບຸກຄົນ​ອັນ​ສັກສິດ. ​ແຕ່​ຍິ່ງ​ກວ່າ​ນັ້ນ, ປະທານ​ໂຮ່ຈີ​ມິນ​ກໍ່​ຮູ້​ເຫັນ​ວ່າ ຢູ່​ເບື້ອງ​ຫຼັງ​ຂອງ​ສິດ​ເສລີພາບ​ສ່ວນ​ບຸກຄົນ​ອັນ​ສັກສິດ​ນັ້ນ ​ແມ່ນ​ການຈຳ​ແນ​ກການ​ປະພຶດ​ລະຫວ່າງ​ຜູ້​ຄົນ ​ແລະ​ ລະຫວ່າງ​ຊົນ​ຊັ້ນ ທີ່​ມີ​ຄວາມ​ແຕກ​ຕ່າງ​ທາງ​ສັງຄົມລະຫວ່າງ​ຄົນ​ຮັ່ງມີ​ແລະຄົນ​ທຸກ​ຍາກ, ລະຫວ່າງ​ຜູ້​ປົກຄອງ​ແລະ​ຜູ້​ຖືກ​ປົກຄອງ, ລະຫວ່າງ​ຄົນຜິວ​ຂາວ​ແລະ​ຄົນ​ຜິວ​ດຳ. ນັ້ນ​ແມ່ນ​ການຈຳ​ແນ​ກທາງ​ຊົນ​ຊັ້ນ​ໃນ​ສັງຄົມ​ທຶນ​ນິຍົມ​ແລະ​ຈັກກະ​ພັດນິຍົມ.

ວັນ​ທີ 28 ​ເດືອນ​ມັງກອນ​ປີ 1941, ປະທານ​ໂຮ່ຈີ​ມິ​ນກັບ​ເມືອ​ປະ​ເທດ​ຊາດ​ພາຍຫຼັງ 30 ປີ​ແຫ່ງ​ການ​ໄປ​ຊອກ​ຫາ​ເສັ້ນທາງ​ເພື່ອ​ກອບ​ກູ້​ປະ​ເທດ, ທ່ານ​ໄດ້​ນຳພາ​ການ​ປະຕິວັດ​ຫວຽດນາມ​ໂດຍ​ກົງ ​ແລະ​​ເປັນ​ຈິດ​ວິນ​ຍານ​ແຫ່ງ​ໄຊຊະນະ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງຫາ​ປີ 1945. ວັນ​ທີ 2 ​ເດືອນ​ກັນຍາ​ປີ 1945, ຢູ່​ທີ່​ສະໜາມ​ຫຼວງ​ບາ​ດິ່ງ ຮ່າ​ໂນ້ຍ, ຕາງ​ໜ້າ​ລັດຖະບານ​ຊົ່ວຄາວ, ປະທານ​ໂຮ່ຈີ​ມິນ​ໄດ້​ອ່ານ​ຖະ​ແຫຼ​ງການ​ເອກະລາດ​ທີ່​ເພີ່ນ​ເອງ​ເປັນ​ຜູ້​ຂຽນ, ​ເພື່ອ​ປະກາດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ​ແລະ​ປະຊາຊົນ​ໂລກ ກ່ຽວ​ກັບ​ການລົບ​ລ້າງ​ລະບອບລ່າ​ເມືອງ​ຂຶ້ນ​ສັກດິນາ ​ແລະ ການ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ. ​ໃນ​ຖະ​ແຫຼ​ງການ​ເອກະລາດ​ນັ້ນ, ສິດທິ​ມະນຸດ​ຂອງ​ປະຊາຊົນ​ຫວຽດນາມ​ໄດ້​ຮັບ​ການ​ປະກາດ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ໂດຍປະທານ​ໂຮ່ຈີ​ມິນວ່າ: “ທຸກ​ຄົນ​ເກີດ​ມາ​ລ້ວນ​ແຕ່​ມີ​ສິດ​ເທົ່າ​ທຽມ​ກັນ. ​ໂລກ​ສ້າງ​ໃຫ້​​ເຂົາ​ເຈົ້າ​ມີ​ສິດ​ທີ່​ບໍ່​ມີ​ໃຜ​ສາມາດ​ລ່ວງລະ​ເມີດ​ໄດ້, ​ໃນ​ບັນດາ​ສິດ​ເຫຼົ່າ​ນັ້ນມີ​ສິດ​ໃນ​ການ​ດຳລົງ​ຊີວິດ, ສິດ​ເສລີພາບ​ແລະ​ສິດ​ໃນ​ການ​ຊອກ​ສະ​ແຫວ​ງຫາ​ຄວາມ​ຜາ​ສຸກ”. ພາຍຫຼັງ​ທີ່​ໄດ້​ກ່າວ​ປະນາມ​ໂທດ​ກຳ​ອັນ​ລົ້ນ​ຟ້າ​ເໜືອ​ແຜ່ນດິນ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​​ແລະສັກດິນາທີ່​ເປັນ​ລູກ​ແຫຼ້ງຕີນ​ມື​ຂອງ​ຝຣັ່ງ​ໃນ​ເກືອບ​ສະຕະວັດ, ປະທານ​ໂຮ່ຈີ​ມິນ​ໄດ້​ຢືນຢັນ​ບັນດາ​ສິດທິ​ແຫ່ງ​ຊາດ​ອັນ​ພື້ນຖານ​ຈຳ​ເປັນ​ຂອງ​ຊາດ​ຫວຽດນາມ. ທ່ານ​ໄດ້​ປະກາດ​ຕໍ່​ປະຊາຊົນ​ຫວຽດນາມ​ແລະ​ປະຊາຊົນ​ໂລກ​ວ່າ: ປະ​ເທດ​ຫວຽດນາມ​ມີ​ສິດ​ໄດ້​ຮັບ​ອິດສະຫຼະພາບ​ແລະ​ເອກະລາດ, ​ແລະກໍ່​ໄດ້​ກາຍ​ເປັນປະ​ເທດ​ມີ​ອິດສະຫຼະພາບ​ແລະ​ເອກະລາດ​ຢ່າງ​ແທ້​ຈິງ. ປະຊາຊົນ​ຫວຽດນາມ​ທົ່ວ​ທັງ​ຊາດ​ເດັດດ່ຽວ​ຕັດ​ສິນ​ໃຈ​ອຸທິດ​ທັງ​ຈິດ​ໃຈ, ​ເຫື່ອ​ແຮງ, ຊີວິດ​ແລະຊັບ​ສິນ​ ເພື່ອ​ປົກ​ປັກ​ຮັກສາ​ສິດ​ເສລີພາບ​ແລະ​ເອກະລາດ​ໄວ້​ໃຫ້​ໝັ້ນຄົງ​ຖາວອນ.

ການ​ປະຕິບັດ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ພາຍຫຼັງຖະ​ແຫຼ​ງການ​ເອກະລາດ

​ເພື່ອ​ປະຕິບັດ​ຈິດ​ໃຈ​ພື້ນຖານ​ຂອງ​ຖະ​ແຫຼ​ງການ​ເອກະລາດ, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ບັນດາ​ຂົງ​ເຂດ: ພົນລະ​ເມືອງ-ການ​ເມືອງ; ​ເສດຖະກິດ-ສັງຄົມ​ແລະ​ວັດທະນະທຳ. ວັນ​ທີ 3 ​ເດືອນ​ກັນ​ຍາ​ປີ 1945, ​ໃນ​ກອງ​ປະຊຸມ​ຄັ້ງ​ປະຖົມມ​ະ​ເລີກ​ຂອງ​ຄະນະລັດຖະບານ​ປະ​ເທດ​ສາທາລະນະ​ລັດ​ຫວຽດນາມ, ປະທານ​ໂຮ່ຈີ​ມິນຊີ້​ແຈງ​ວ່າ: “​ເມື່ອ​ກ່ອນ​ພວກ​ເຮົາ​ຖືກ​ລະບອບ​ລາຊາ​ຜະ​ເດັດ​ການ​ປົກຄອງ, ​ແລ້ວ​ຕໍ່​ມາ​ແມ່ນ​ລະບອບ​ລ່າ​ເມືອງ​ຂຶ້ນທີ່​ມີ​ລະບົບ​ຜະ​ເດັດ​ການ​ກໍ​ບໍ່​ໜ້ອຍ, ດັ່ງ​ນັ້ນ​ປະ​ເທດ​ຫວຽດນາມ​ຈຶ່ງ​ບໍ່​ມີ​ລັດຖະທຳ​ມະນູນ. ປະຊາຊົນ​ຫວຽດນາມຈຶ່ງ​ບໍ່​ໄດ້​ຊົມ​ໃຊ້​ສິດ​ເສລີພາບ​ປະຊາທິປະ​ໄຕ. ພວກ​ເຮົາ​ຕ້ອງ​ມີ​ລັດຖະທຳ​ມະນູນປະຊາທິປະ​ໄຕ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ຈັດ​ຕັ້ງ​ການ​ເລືອກຕັ້ງ​ທົ່ວ​ໄປຍິ່ງ​ໄວ​ຍິ່ງ​ດີ ດ້ວຍ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ”(1). ວັນ​ທີ 9 ​ເດືອນ​ພະຈິກ​ປີ 1946, ສະພາ​ແຫ່ງ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​​ເອົາລັດຖະທຳ​ມະນູນ​ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ. ລັດຖະທຳ​ມະນູນ​ສະບັບນີ້​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການປົກ​ປ້ອງ​ສິດທິ​ແລະ​ເສລີພາບ​ຂອງ​ພົນລະ​ເມືອງ, ​ໃນ​ນັ້ນ​ໄດ້​ຢືນຢັນ​ວ່າ ສິດ​ອຳນາດ​ລັດ​ທັງ​ໝົດ​​ເປັນ​ຂອງ​ປະຊາຊົນ ​ແລະ ພົນລະ​ເມືອງ​ຫວຽດນາມ​ທຸກ​ຄົນບໍ່​ຈຳ​ແນ​ກ​ເຊື້ອສາຍ, ຊົນ​ຊັ້ນ, ສາສະໜາ, ຮັ່ງມີ​ທຸກ​ຍາກ, ຍິງ​ຊາຍ... ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານສິດຜົນປະ​ໂຫຍ​ດ​ແລະ​ພັນທະຕໍ່ໜ້າ​ກົດໝາຍ, ຕໍ່​ສານ ກໍ່​ຄື​ໃນ​ທຸກໆ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ.

ຫຼັງ​ຈາກລັດຖະທຳ​ມະນູນປີ 1946 ​ເຖິງລັດຖະທຳ​ມະນູນປີ 1959, 1980, 1992, 2013, ບັນດາ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ​ເປີດ​ກວ້າງຢ່າງ​ບໍ່​ຢຸດ​ຢັ້ງ ​ແລະພັດທະນາ​​ໃນ​ພາກ​ຕົວ​ຈິງ, ສະ​ແດງ​ອອກ​ໂດຍ​ລະ​ອຽດຜ່ານ​ການ​ປັບ​ປຸງ​ລັດຖະທຳ​ມະນູນ​ສະບັບ​ຕ່າງໆ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່ລັດ​ທິສັງຄົມ​ນິຍົມ (ສະບັບ​ປັບປຸງ​ພັດທະນາ​ປີ 2011), ​ໄດ້​ຮັບ​ການ​ຮັບຮອງ​ຜ່ານ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ສືບ​ຕໍ່​ຢືນຢັນ: “ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ”(2). ​ເພື່ອຫັນ​ໂຄ​ງການ​ການ​ເມືອງສະບັບ​ປັບປຸງພັດທະນາ​ປີ 2011 ​ເປັນລະອຽດ​ນັ້ນ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI ​ໄດ້ຕົກລົງ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ອັນ​ພື້ນຖານທີ່​ຕ້ອງ​ດັດ​​ແປງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ​ໃຫ້​ສອດຄ່ອງ​ກັບ​ໄລຍະ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ. ມະຕິ​ໄດ້​ເນັ້ນ​ໜັກ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຫັນ​ມັນ​ເປັນ​ນິຕິ​ກຳທີ່​ລະອຽດ​ກວ່າ​ແລະ​ເລິກ​ເຊິ່ງກວ່າ, ຮັບປະກັນ​ໃຫ້​ສິດອຳນາດ​ລັດ​ທັງ​ໝົດ​​ເປັນ​ຂອງ​ປະຊາຊົນ ​ແລະ ຢືນຢັນ:

- ລະບອບ​ປະຊາທິປະ​ໄຕ​ຢູ່​ຫວຽດນາມ​ແມ່ນ​ປະຊາທິປະ​ໄຕສັງຄົມ​ນິຍົມ. ປະຊາທິປະ​ໄຕສັງຄົມ​ນິຍົມ​ແມ່ນ​ເປົ້າ​ໝາຍ​ທັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ປະ​ເທດ; ຮັບປະກັນ​ໃຫ້​ປະຊາທິປະ​ໄຕ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຊີວິດ​ຄວາມ​ເປັນ​ຈິງ; ປະຊາທິປະ​ໄຕ​ຕິດ​ແໜ້ນ​ກັບ​ລະບຽບ​ວິ​ໄນ...

- ສິດອຳນາດ​ລັດ​ທັງ​ໝົດ​​ເປັນ​ຂອງ​ປະຊາຊົນ; ປະຊາຊົນ​ປະຕິບັດ​ສິດ​ອຳນາດ​ລັດຜ່ານ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ​ແລະ​ປະຊາ​ທິປະ​ໄຕ​ໂດຍ​ຜູ້ຕາງໜ້າ. ຕ້ອງ​ສືບ​ຕໍ່​ປັບປຸງ​ບູລະນະ​ປະຊາທິປະ​ໄຕ​ໂດຍ​ຜູ້ຕາງໜ້າ, ຮັບປະກັນ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຜ່ານ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ບັນດາ​ອົງການ​ອື່ນ​ຂອງລັດ​ແລະ​ທົ່ວ​ທັງ​ລະບົບ​ການ​ເມືອງ.

ລັດຖະທຳ​ມະນູນ​ຂອງ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ (ປີ 2013) ​ໄດ້​ຢືນຢັນ, ລັດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ແມ່ນ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ໂດຍ​ປະຊາຊົນ​ເປັນ​ເຈົ້າ​ຂອງ; ສິດ​ອຳນາດ​ລັດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ ​ເຊິ່ງພື້ນຖານ​ຂອງ​ມັນ​ແມ່ນ​ສຳພັນທະ​ພາບ​ລະຫວ່າງ​ຊົນ​ຊັ້ນ​ກຳມະກອນ ກັບຊົນ​ຊັ້ນ​ຊາວ​ນາ​ແລະ​ຖັນ​ແຖວ​ປັນຍາ​ຊົນ. ​ເພື່ອ​ສືບ​ຕໍ່​ກໍ່ສ້າງ​ພັກ​ແລະປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມນັ້ນ ກ່ອນ​ອື່ນ​ໝົດ​ລັດຖະທຳ​ມະນູນ​ຈະ​ຕ້ອງສ້າງ​ຕັ້ງ​ແລະ​ຫັນ​ເປັນ​ນິຕິ​ກຳ​ບັນດາ​ຫຼັກການ​ຂອງລັດ​ແຫ່ງ​ອຳນາດ​ກົດໝາຍ ​ໃນ​ຂໍ້​ກຳນົດ​ຕ່າງໆກ່ຽວ​ກັບ​ການຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ຂອງກົງຈັກ​​ແຫ່ງ​ລັດ ກໍ່​ຄື​ໃນ​ເນື້ອ​ໃນ​ທັງ​ໝົດ​ຂອງ​ລັດຖະທຳ​ມະນູນ, ດັ່ງ​ນັ້ນ​ອາດ​ຈະ​ເວົ້າ​ວ່າ ​ເນື້ອ​ໃນ​ລັດຖະທຳ​ມະນູນ​ແມ່ນ​ພື້ນຖານ​ກົດໝາຍ​ສູງ​ສຸດສຳລັບ​ການຈັດ​ຕັ້ັງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ, ຮັປະກັນ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ສິດ​ທິມະນຸດ, ສິທິພົນລະ​ເມືອງ.

ລັດຖະທຳ​ມະນູນປີ 2013 ຢືນຢັນ​ວ່າ ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ ​ໄດ້​ຮັບ​ການຈັດ​ຕັ້ງ​ບົນ​ພື້ນຖານ “ສິດ​ອຳນາດ​ລັດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ​ເຊິ່ງພື້ນຖານ​ແມ່ນ​ສຳພັນ​ທະ​ພາບ​ລະຫວ່າງ​ຊົນ​ຊັ້ນ​ກຳມະກອນ​ ກັບ​ຊົນ​ຊັ້ນ​ຊາວນາ​ແລະຖັນ​ແຖວ​ປັນຍາ​ຊົນ” (ຂໍ້ 2, ມາດຕາ 2). ຫຼັກການ​ນີ້​ແມ່ນ​ສອດ​ຮ້ອຍ​ຕະຫຼອດ​ເນື້ອ​ໃນ​ທັງ​ໝົດ​ຂອງລັດຖະທຳ​ມະນູນ. ລັດຖະທຳ​ມະນູນ​ໄດ້​ເພີ່ມ​ເຕີມ​ຫຼັກການ “ສິດ​ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ສົມທົບ, ກວດກາ​ລະຫວ່າງບັນດາ​ອົງການ​ລັດ​ໃນ​ການ​ປະຕິບັດ​ບັນດາ​ອຳນາດນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ” (ຂໍ້ 3, ​ມາດຕາ 2). ການ​ຮັບ​ຮູ້​ຫຼັກການ​ນີ້​ແມ່ນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ເພື່ອມີ​ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ ​ແລະ​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ, ອົງການ​ບໍລິຫານ, ອົງການ​ຕຸລາການ, ຮັບປະກັນ​ໃຫ້​ອົງການ​​ເຫຼົ່າ​ນີ້​ເສີມ​ຂະຫຍາຍ​ບົດບາດ​ແລະຄວາມ​ຮັບຜິດຊອບ, ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່ ສິດຂອບ​ເຂດ​ທີ່​ໄດ້​ຮັບ​ມອບ​ໝາຍ​ຂອງ​ແຕ່​ລະ​ອຳນາດ​ນັ້ນ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ພື້ນຖານ​ກົດໝາຍ​ເພື່ອ​ສ້າງ​ກົນ​ໄກ​ກວດກາການ​ປະຕິບັດ​ສິດ​ອຳນາດ​ລັດ, ກີດ​ກັ້ນ​ສະພາບ​ການ​ໃຊ້​ອຳນາດ​ລັດ​ໃນ​ທາງ​ທີ່​ຜິດ, ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຮັບປະກັນ​ໃຫ້​ສິດ​ອຳນາດ​ລັດ​ເປັນ​ຂອງ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ.

ລັດຖະທຳ​ມະນູນປີ 2013 ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ແລະລະອຽດ​ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດຂອງ​ແຕ່​ລະ​ອົງການ​ໃນ​ກົງຈັກ​ແຫ່ງ​ລັດ. ​ໂດຍ​ຊາບ​ຊຶມ​ສິດທິ​ມະນຸດ​ຕາມລັດຖະທຳ​ມະນູນຂອງ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ (ປີ 2013), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຢືນຢັນ: “ປັບປຸງ​ບູລະນະ, ​ເສີມ​ຂະ​ຫາ​ຍາ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ”(3). ກອງ​ປະຊຸມ​ໃຫຍ່​ໄດ້​ຖອດ​ຖອນ​ບົດຮຽນ​ທີ່​ສຳຄັນ​ອອກ​ມາ​ຄື: “...ຍາມ​ໃດ​ກໍ​ຕ້ອງ​ຊາບ​ຊຶມທັດສະນະ “ຖື​ເອົາ​ປະຊາຊົນ​ເປັນ​ກົກ​ຮາກ”, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ອີງ​ໃສ່​ປະຊາຊົນ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ, ຈິດ​ໃຈ​ຮັບຜິດຊອບ, ຄວາມ​ປະດິດ​ສ້າງ​ແລະ​ແຫຼ່ງພະລັງ​ທຸກ​ຢ່າງ​ຂອງ​ປະຊາຊົນ”(4). ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ຮັບປະກັນ​ສິດ​ອຳນາດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ. ທຸກໆ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ຕ້ອງ​ເລີ່​ມຈາກ​ຄວາມ​ປາຖະໜາ, ສິດທິ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງປະຊາຊົນ, ​ໄດ້​ຮັບ​ການ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ປະຊາຊົນ. ປະຊາທິປະ​ໄຕ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຕັມ​ສ່ວນ​ແລະ​ເຂັ້ມ​ງວດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງຄົມ. ຮັບປະກັນ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນທຸກ​ຂອດຂ​ອງຂະ​ບວນການ​ອອກ​ມະຕິ​ຕົກລົງ​ທີ່​ກ່ຽວຂ້ອງ​ກັບຜົນ​ປະ​ໂຫຍ​ດ​ແລະ​ຊີວິດ​ຂອງ​ປະຊາຊົນ, ນັບ​ແຕ່​ການສະ​ເໜີ​ຂໍ້​ຄິດ​ປະດິ​ດສ້າງ, ​ເຂົ້າ​ຮ່ວມ​ການ​ປຶກສາ​ສົນທະນາ​ໂຕ້ວາທີ ຈົນ​ເຖິງການ​ຕິດຕາມ​ກວດກາ​ການ​ປະຕິບັດ.

ຜົນສຳ​ເລັດ​ຈຳນວນ​ໜຶ່ງ​ໃນ​ການຮັບປະກັນ​ສິດທິ​ມະນຸດ ​ແລະບັນຫານ​ທີ່​ວາງອອກ​ມາ

ບົນ​ພື້ນຖານ​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກກອມ​ມູນິດ​ຫວຽດນາມ, ດ້ວຍ​ຈິດ​ໃຈ “​ເບິ່ງ​ຄວາມ​ຈິງ​ໂດຍ​ກົງ”, “ປະ​ເມີນ​ຖືກຕ້ອງ​ຕາມ​ຄວາມ​ຈິງ” ​ແລະ “​ເວົ້າ​ແຈ້ງ​ຄວາມ​ຈິງ” ພັກ​ໄດ້​ລິ​ເລີ່​ມ​ແລະ​ນຳພາ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ປ່ຽນ​ແປງ​ໃໝ່​ຈິນຕະນາການກ່ຽວ​ກັບທິດ​ສະ​ດີ, ຖື​ເອົາ​ການ​ປ່ຽນ​ແປງ​ໃໝ່​ເສ​ຖະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ຄ່ອຍໆ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ. ການ​ເຄົາລົບ​ແລະ​ຮັບປະກັນ​ບັນດາ​ສິດທິ​ຂອງ​ພົນລະ​ເມືອງ​ໄດ້​ຮັບ​ຄວາມ​ຢືນຢັນ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ. ບັນດາ​ອົງການ​ຂອງ​ລັດ​ຕ້ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​​ແລຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພ້ອມ​ກັນ​ນັ້ນ​ຕ້ອງ​ເຄົາ​ລົບ​ແລະ​ຮັບປະກັນ​ບັນດາ​ສິດທິ​ຂອງ​ປະຊາຊົນ​ຄື​ທີ່​ໄດ້​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ. ທັດສະນະ​ນີ້​ໄດ້​ຫັນ​ເປັນ​ລະອຽດ​ໃນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂ​ອງພັກ​ແລະ​ລັດ, ດັ່ງ​ນັ້ນ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ປະ​ເທດ​ເຮົາ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ​ໃນໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່ລັດ​ທິສັງຄົມ​ນິຍົມ (2011), ​ເປັນ​ຄັ້ງ​ທຳ​ອິດ​ທີ່ ຄວາມ​ສຳນຶກ “ສິດທິ​ມະນຸດ” ​ໄດ້​ຖືກ​ກ່າວ​ເຖິງ, ລັດ​ກຳນົດ​ກົດໝາຍ​ຕ່າງໆ​ເພື່ອ​ກຳນົດສິດທິ​ພົນລະ​ເມືອງ​ແລະ​ສິດທິ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ສິດທິ​ໄປ​ຄຽງ​ຄູ່​ກັບ​ພັນທະ​ແລະ​ຄວາມ​ຮັບຜິດຊອບ. ​ໃນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII, VIII ຂອງ​ພັກ, ຈິນຕະນາການ​ແລະ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດທິ​ມະນຸດນັບ​ມື້​ນັບ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່, ພິ​ເສດ​ແມ່ນ ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ​ໄດ້​ຢືນຢັນ​ການ​ເບິ່ງ​ແຍງ​ດູ​ແລປະຊາຊົນ, ປົກ​ປ້ອງ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ທຸກ​ຄົນ; ​ເຄົາລົບ​ແລະ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດທີ່​ຫວຽດນາມ​ໄດ້​ລົງ​ນາມ ຫຼື​ເຂົ້າ​ຮ່ວມ. ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ກ້າວ​ຕື່ມ​ອີກ​ກ້າວ​ພື້ນຖານ​ໜຶ່ງ​ ໃນ​ການປົກ​ປ້ອງ​ສິດທິ​ມະນຸດດ້ວຍ​ການ​ຢືນຢັນ “ຕ້ອງ​ຮັບປະກັນ​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ ​ແລະ​ເງື່ອນ​ໄຂ​ຕ່າງໆ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ພັດທະນາ​ຢ່າງຮອບດ້ານ”(5). ອາດ​ຈະ​ຢືນຢັນ​ວ່າ, ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX, X, XI, XII ຂອງ​ພັກ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບາດກ້າວ​ທີ່​ສຳຄັນ​ໃນ​ຄວາມ​ຮັບ​ຮູ້ຄວາມ​ຄິດ, ​ໃນ​ການ​ປ່ຽນ​ແປງ​ຈິນຕະນາການ​ທິດ​ສະ​ດີ​ກ່ຽວ​ກັບ​ມະນຸດ​ເວົ້າ​ລວມ ​ແລະ​ສິດທິ​ມະນຸດ​ເວົ້າ​ສະ​ເພາະ, ສ້າງ​ປະຖົມ​ປັດ​ໄຈ​ທີ່​ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ໃນ​ຂະ​ບວນການສ້າງ​ນະ​ໂຍບາຍ, ກົດໝາຍ​ແລະ​ການຈັດ​ຕັ້ງ​ປະຕິບັດ​ ເພື່ອ​ຮັບປະກັນວ່າ​ ສິດທິ​ມະນຸດ​ນັບ​ມື້​ນັບ​ດີ​ຂຶ້ນ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນ.

ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ມີ​ບາດກ້າວ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ​ເຊິ່ງຜົນສຳ​ເລັດ​ທຳ​ອິດ​ແລະ​ສຳຄັນ​ທີ່​ສຸດ​ແມ່ນການ​ປັບປຸງ​ແລະ​ຮັບຮອງ​ຜ່ານ​ລັດຖະທຳ​ມະນູນ​ປີ 1992. ບົນ​ພື້ນຖານຢືນຢັນ​ຄືນ​ໃໝ່​ບັນດາ​ທັດສະນະ​ແລະ​ຫຼັກການທີ່​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 1980, ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຂີດ​ໝາຍ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ຢືນຢັນ, ຂະຫຍາຍ​ກວ້າງ​ແລະສະ​ແດງ​ເນື້ອ​ໃນຂອງ​ສິດທິ​ມະນຸດ​ແລະສິດທິ​ພົນລະ​ເມືອງຢ່າງ​ເລິກ​ເຊິ່ງກວ່າ​ອີກ. ລັດຖະທຳ​ມະນູນ​ປີ 1992 ໄດ້​ເພີ່ມ​ເຕີມສິດທິ​ໃໝ່​ເຂົ້າ​ໃນ​ປະ​​ມວນສິດທິພົນລະ​ເມືອງ​ເຊັ່ນ ສິດ​ເຂົ້າ​ຮ່ວມ​ໃນ​ການ​ຄຸ້ມ​ຄອງ​ລັດ​ແລະ​ສັງຄົມ,  ສິດທິ​ໃນ​ການ​ຮ້ອງທຸກ​ແລະ​ກ່າວ​ປະນາມ, ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ​ຕາມ​ຂໍ້​ກຳນົດ​ກົດໝາຍ, ສິດ​ກຳມະສິດ​ພາຫະນະ​ການ​ຜະລິດ​ແລະ​ຊັບ​ສິນ​ອື່ນໆ, ສິດ​ເຮັດ​ວຽກ, ສິດ​ພັກຜ່ອນ, ສິດທິ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ວິທະຍາສາດ, ການ​ປະດິດ​ແລະ​ຄວາມ​ຄິດ​ສ້າງສັນ, ສິດທິ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ... ​ແລະ​ສິ່ງ​ພິ​ເສດ​ແມ່ນ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກົດໝາຍ​ພື້ນຖານ​ຂອງ​ຫວຽດນາມ ທີ່​ຄວາມ​ສຳນຶກ “ສິດທິ​ມະນຸດ" ​ໄດ້​ຖືກ​ຍົກ​ຂຶ້ນ​ແລະ​ບັນທຶກ​ເປັນ​ຂໍ້​ກຳນົດ​ແຍກ​ຕ່າງ​ຫາກ.

ນັບ​ແຕ່​ປີ 1986 ​ເຖິງ​ປະຈຸ​ບັນ, ລັດ​ແຫ່ງ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ໄດ້​ປະກາດ​ໃຊ້​ເອກະສານນິຕິ​ກຳ​ຫຼາຍ​ກວ່າ 1.300 ສະບັບ ​ໃນ​ນັ້ນ​ມີ​ກົດໝາຍ​ແລະ​ປະມວນ​ກົດໝາຍ​ທີ່​ສຳຄັນຫຼາຍ​ກວ່າ 40 ສະບັບ​ເຊັ່ນ ປະມວນ​ກົດໝາຍ​ແພ່ງ, ປະ​ມວນ​ກົດໝາຍ​ອາຍາ, ປະມວນ​ກົດໝາຍດຳ​ເນີນຄະດີ​ອາຍາ, ປະມວນ​ກົດໝາຍ​ແຮງ​ງານ, ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ການ​ແຕ່ງງານ​ແລະ​ຄອບຄົວ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ປະຊາຊົນ​ແລະ​ຄະນະ​ກຳມະການ​ປະຊາຊົນ, ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງຜູ້​ແທນ​ສະພາ​ແຫ່ງ​ຊາດ​ແລະ​ຜູ້​ແທນ​ສະພາ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ການ​ຮ້ອງທຸກ​ແລະ​ກ່າວ​ປະນາມ; ກົດໝາຍ​ວ່າ​ດ້ວຍສື່ມວນ​ຊົນ; ກົດໝາຍ​ປະກັນ​ໄພ​ສັງຄົມ; ກົດໝາຍວ່າ​ດ້ວຍຄວາມ​ສະ​ເໝີ​ພາບ​ທາງ​ເພດ; ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ຮຸນ​ແຮ​ງ​ໃນ​ຄອບຄົວ... ພ້ອມ​ກັນ​ກັບການ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ, ຫວຽດນາມ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ຕຸລາການ, ກຳນົດ​ແຈ້ງ​ແລະ​ຍົກ​ສູງ​ບົດບາດ​, ພາລະ​ໜ້າ​ທີ່​ຂອງບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍລິຫານ​ລັດ ​ແລະ ຖື​ວ່າ​ນີ້​​ແມ່ນ​ເນື້ອ​ໃນທີ່​ສຳຄັນ​ໃນຂະ​ບວນການ​ປະຕິ​ຮູບ​ກົງຈັກ​ແຫ່ງ​ລັດ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ​ເພື່ອ​ຮັບປະກັນ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ພັກ​ແລະ​ລັດ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ໄດ້ຕັ້ງປະຊາຊົນ​ເຂົ້າ​ໃນ​ຈຸດ​ໃຈກາງ​ຂອງ​ການ​ພັດທະນາ​ ເພື່ອ​ປຸ​ກຕື່ນຄວາມ​ສາມາດ​ບົ່ມ​ຊ້ອນຂອງບັນດາ​ບຸກຄົນ, ອົງການ​ຈັດ​ຕັ້ງ​ແລະ​ປະ​ເທດ​ຊາດ​ທັງ​ໝົດ. ທັດສະນະພື້ນຖານ​ຂອງ​ພັກ​ແລະ​ລັດ​ໃນ​ຂະ​ບວນການພັດທະນາ​ເສດຖະກິດ-ສັງຄົມ​ແມ່ນ​ການພັດທະນາ​ຢ່າງ​ໄວວາ, ມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ, ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບການ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ. ບົດບາດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ, ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ເສດຖະກິດ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ຈະ​ແຈ້ງ​ຂຶ້ນ​ຕື່ມ. ການ​ເປີດ​ກວ້າງ​ກົນ​ໄກ​ປະຊາທິປະ​ໄຕ, ການປັບປຸງ​ບູລະນະກົນ​ໄກ​ເພື່ອ​ໃຫ້​ປະຊາຊົນປະກອບ​ຄວາມ​ຄິດ​ຄວາມ​ເຫັນ, ການ​ວິຈານ​ສັງຄົມ​ແລະ​ການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ແລະ​ລັດ ​ໄດ້ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ລະບອບ​ສະໜອງຂໍ້​ມູນ​ຂ່າວສານ ​ແລະ​ຄວາມຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ ​ຂອງ​ອົງການ​ລັດ​ຕໍ່​ປະຊາຊົນ. ​ເຄົາລົບ​ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ​ຕາມ​ກົດໝາຍ​ຂອງພົນລະ​ເມືອງ​ທຸກ​ຄົນ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ຕົນ​ເອງ​ແລະ​ປະກອບສ່ວນ​ໃຫ້​ສັງຄົມ. ​ແຕ່, ຄຽງ​ຄູ່​ກັບຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ນັ້ນ, ພວກ​ເຮົາ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ທີ່​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ພະຍາຍາມ​ແກ້​ໄຂ​ຜ່ານ​ຜ່າ. ​ໃນ​ໄລຍະ​ເວລາ​ທີ່​ຍາວ​ພໍ​ຄວນ, ພວກ​ເຮົາ​ພຽງ​ແຕ່​ສຸມ​ໃສ່​ເນັ້ນ​ໜັກ​ເຖິງ “ລັດທິ​ລວມໝູ່”, “ຜູ້​ຄົນ​ລວມໝູ່”, ​ແຕ່​ໄດ້​ເບິ່ງ​ເບົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ຂອງ​ແຕ່ລະບຸກຄົນ. ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ການ​ຮັບປະກັນສິດທິ​ມະນຸດ​ຢູ່​ປະ​ເທດ​ຫວຽດນາມ​ແມ່ນ​ສິ່ງ​ທີ່​ໜ້າ​ພາກພູມ​ໃຈ​ທີ່​ສຸດ, ​ແຕ່​ຄວາມ​ຫຍຸ້ງຍາກ​ຂອງພວກ​ເຮົາທາງ​ດ້ານ​ອັດຕະວິ​ໄສ​ແລະ​ພາວະ​ວິ​ໄສກໍ່​ບໍ່​ແມ່ນ​ນ້ອຍ. ​ເພື່ອ​ຮັບປະກັນ​ສິດທິ​ພື້ນຖານ​ຂອງ​ມະນຸດ​ໃຫ້​ດີກ​ວ່າ​ນັ້ນ, ​ໃນ​ເວລາ​ຕໍ່ໜ້າ, ຕ້ອງ​ດຳ​ເນີນ​ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

ທີ່​ໜຶ່ງ, ສືບ​ຕໍ່​ປັບປຸງ​ການຈັດຕັ້ງ, ຍົກ​ສູງ​ບົດບາດ​ຂອງ​ບັນດາ​ອົງກາ​ນິຕິບັນຍັດ, ອົງການ​ບໍລິຫານ ​ແລະ ອົງການ​ຕຸລາການ ​ໃນ​ການ​ຮັບປະກັນ​ສິດທິມະນຸດ, ປັບປຸງບູລະນະ​ກົນ​ໄກ​ການ​ເລືອກ​ຕັ້ງ​ເພື່ອຮັບປະກັນສິດ​ເສລີພາບ​ໃນ​ການ​ເລືອກ​ຕັ້ງ​ແລະ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ປະຊາຊົນ, ທັງ​ຄັດ​ເລືອກ​ໄດ້​ຜູ້​ທີ່​ມີ​ຄຸນສົມບັດ​ດີ​ມີ​ຄວາມ​ສາມາດ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ​ແລະ​ປະຊາຊົນ.

ທີ​ສອງ, ກວດຄືນ​ລະບົບ​ກົດໝາຍ​ທີ່​ມີ​ຢູ່, ກຳນົດ​ແຈ້ງ​ບັນດາ​ບັນຫານ​ທີ່​ຕ້ອງ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຂອງ​​ກົດໝາຍ​ແລະ​ເອກະສານ​ທາງ​ກົດໝາຍ, ພ້ອມ​ກັນ​ນັ້ນ ສືບ​ຕໍ່​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ສິດທິ​ມະນຸດ​ສາກົນທີ່​ຫວຽດນາມ​ໄດ້​ລົງ​ນາມ ​ເປັນ​ຂໍ້​ກຳນົດ​ກົດໝາຍທີ່​ສອດຄ່ອງ​ກັບລະບົບ​ກົດໝາຍ​ຂອງ​ຊາດ, ສ້າງ​ພື້ນຖານ​ກົດໝາຍ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮັບປະກັນ​ເອກະລາດ​ແຫ່ງ​ຊາດ​ແລະ​ສິດທິ​ມະນຸດ. ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດບັນດາ​ກໍລະນີ​ການລະ​ເມີດ​ສິດທິ​ມະນຸດ​ໂດຍ​ເຈດ​ຕະນາ.

ທີ​ສາມ, ສົມທົບ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ແລະ​ນະ​ໂຍບາຍ​ສັງຄົມ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ເພື່ອ “​ເພີ່ມ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຕິດ​ແໜ້ນ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ”, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ດຶງ​ດູດ​ການ​ລົງທຶນ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະຈິດ​ໃຈ​ຂອງ​ປະຊາຊົນ, ມີ​ນະ​ໂຍບາຍ​ແລະ​ມາດຕະການບຸລິມະສິດ​ຫຼາຍ​ກວ່າ​ອີກ​ໃຫ້ກຸ່ມ​ເປົ້າ​ໝາຍ​ພິ​ເສດ, ຄ່ອຍໆຫຼຸດຜ່ອນ​ຊ່ອງ​ຫວ່າງລະຫວ່າງ​ຮັ່ງມີ​ແລະທຸກ​ຍາກ, ສ້າງ​ພື້ນຖານ​ເພື່ອ​ປະຕິບັດ​ເປັນ​ຢ່າງ​ດີ​ສິດສະ​ເໝີ​ພາບ ​ແລະ​ສິດ​ເສລີພາບ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ.

ທີ​ສີ່, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ແລະຂອງບັນດາ​ອົງການ​ລັດກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດຜ່ານ​ການ​ສຶກສາ​ໃນ​ລະບົບ​ໂຮງຮຽນ, ​ໃນ​ບັນດາ​ຊຸດ​ຝຶກ​ອົບຮົມ​ພະນັກງານ​ໄລຍະ​ສັ້ນ, ​ໄລຍະ​ກາງ​ແລະ​ໄລຍະ​ຍາວ./.

​ໂດຍ ຮສ. ປອ. ຫວຸ ກວາງ​ວິ​ງ

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 4, ໜ້າ 7.

(2) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ສື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 72.

(3), (4) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 79, 69.

(5) ​ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ​ປຶ້ມທີ່ໄດ້​ແນະນຳ, ໜ້າ 100.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 930 (​ເດືອນ​ພະ​ຈິດ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ