ວັນພຸດ, 20/9/2017
ດັດສົມການສະໜອງ-ຄວາມຕ້ອງການ ແນໃສ່ເຮັດໃຫ້ຕະຫຼາດສິນຄ້າທີ່ຈຳເປັນ ຂອງປະເທດເຮົາມີຄວາມໝັ້ນຄົງ
10/1/2013 13:59' ສົ່ງ ພິມ
ຮູບພາບສະແດງເຖິງເນື່ອໃນຂອງບົດ- ຮູບຂອງ: baohatinh.vn

     ດັດສົມການສະໜອງ - ຄວາມຕ້ອງການ ໃນພື້ນຖານເສດຖະກິດສິນຄ້າ ຕາມທິດສັງຄົມນິຍົມ

     ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI (1986) ຂອງພັກກອມມູນິດຫວຽດນາມມາເຖິງປັດຈຸບັນ, ຈິນຕະນາການທິດສະດີ ຂອງພັກກ່ຽວກັບການປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາເສດຖິກິດໄດ້ມີບາດກ້າວຂະຫຍາຍຕົວຈະແຈ້ງທີ່ສຸດ. ກອງປະຊຸມໃຫຍ່ຄັ້ງທີ XI, ພັກກອມມູນິດຫວຽດນາມໄດ້ກຳນົດຢ່າງຈະແຈ້ງທີ່ສຸດນະໂຍບາຍກ່ຽວກັບການພັດທະນາ ເສດຖະກິດສິນຄ້າຕາມທິດສັງຄົມນິຍົມ ແລະ ບົດບາດຂອງລັດໃນການສ້າງສາ ແລະ ພັດທະນາ ເສດຖະກິດຕະຫຼາດ, ໃນນັ້ນບັນຫາການດັດສົມການສະໜອງ-ຄວາມຕ້ອງການແມ່ນຄວາມຈຳເປັນພາວະວິໄສ.

     ດັດສົມການສະໜອງ - ຄວາມຕ້ອງການ ໃນສະພາບແວດລ້ອມແຫ່ງການເຊື່ອມໂຍງເຂົ້າກັບສາກົນ - ບັນດາເຫດຜົນ

     ໜຶ່ງ, ຫວຽດນາມໄດ້ເຂົ້າຮ່ວມໃນ WTO ແລະ ເຊື່ອມໂຍງນັບມືນັບກວ້າງຂວາງເລິກເຊິ່ງເຂົ້າໃນເສດຖະກິດ ໂລກ ສະນັ້ນຫວຽດນາມຕ້ອງປະຕິບັດຕາມບັນດາຂໍ້ຕົກລົງພະຫຸພາຄີແລະທະວິພາຄີ. ແຕ່ວ່າ, ຕາມຫຼັກການຂອງ WTO ຕໍ່ກັບບັນດາສະມາຊິກທີ່ດ້ອຍພັດທະນາ ແລະ ກຳລັງພັດທະນາໃນລະດັບຕ່ຳ, ຫວຽດນາມກໍ່ສາມາດໝູນໃຊ້ບັນດາຂໍ້ກຳນົດ ວ່າດ້ວຍການຊ່ວຍເຫຼືອບັນດາເຂດທີ່ພົບຄວາມຫຍຸ້ງຍາກໃຫ້ຫັນປ່ຽນໂຄງປະກອບເສດຖະກິດ, ຊ່ວຍເຫຼືອໃຫ້ບັນດາເປົ້າໝາຍ ທີ່ມັກຖືກເສຍຫາຍ. ພ້ອມກັນນັ້ນ, ຫວຽດນາມກໍ່ອາດຈະໝູນໃຊ້ບັນດາຂໍ້ກຳນົດວ່າດ້ວຍຄວາມປອດໄພ ທາງດ້ານສະບຽງອາຫານ ແລະ ພະລັງງານ ເພື່ອວາງບັນດາມາດຕະການດັດສົມການສະໜອງ-ຄວາມຕ້ອງການ, ເຮັດໃຫ້ຕະຫຼາດເປັນປົກກະຕິ ຕໍ່ກັບສິນຄ້າທີ່ຈຳເປັນຕ້ອງການ.

     ສອງ, ຫວຽດນາມພວມຢູ່ໃນຂະບວນວິວັດແຫ່ງການກໍ່ສ້າງ ແລະ ບູລະນະສະຖາບັນເສດຖະກິດຕະຫຼາດ; ບັນດາປັດໃຈ ຂອງສະຖາບັນເສດຖະກິດຕະຫຼາດ ເພື່ອຈະໄດ້ຮັບຮອງວ່າເປັນປະເທດທີ່ມີເສດຖະກິດຕະຫຼາດນັ້ນ  ກໍ່ຍັງບໍ່ທັນຄົບຖ້ວນເທື່ອ; ບັນດາປະເພດສິນຄ້າເຊັ່ນ ນ້ຳມັນ, ໄຟຟ້າ, ນ້ຳປະປາ, ການບໍລິການຈຳນວນໜຶ່ງ,… ກໍ່ຍັງພວມຢູ່ໃນຂະບວນວິວັດ ການດັດສົມຕາມກົນໄກ “ລາຄາຕະຫຼາດ”. ພ້ອມກັນນັ້ນ, ຫວຽດນາມຍັງມີປະຊາຊົນຈຳນວນບໍ່ໜ້ອຍທີ່ມີລາຍຮັບລາຍໄດ້ສະເຫຼ່ຍຕ່ຳທີ່ສຸດ (ຢູ່ບັນດາເຂດອຸດສາຫະກຳ, ຢູ່ບໍລິເວນຊົນນະບົດ ແລະ ພິເສດແມ່ນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ຢູ່ບໍລິເວນທີ່ມີເສດຖະກິດກຸ້ມຕົນເອງເປັນຕົ້ນຕໍ), ດັ່ງນັ້ນຈຶ່ງຕ້ອງມີເວລາຍາວນານພໍເພື່ອປັບປຸງ ແລະ ພັດທະນາເສຖະກິດຢູ່ບັນດາບໍລິເວນ, ເຂດ ແລະ ເປົ້າໝາຍເຫຼົ່ານັ້ນ.

     ສາມ, ຕາມມາດຕາຕ່າງໆ ກ່ຽວກັບດຸນການຊຳລະຂອງຄວາມຕົກລົງທົ່ວໄປວ່າດ້ວຍພາສີສຸນລະກາກອນ ແລະ ການຄ້າ (GATT) 1994 ທີ່ພວມມີຜົນສັກສິດໃນ WTO, ບັນດາປະເທດພາຄີອາດຈະນຳໃຊ້ມາດຕະການຕ່າງໆ ທີ່ມີຄວາມພົວພັນກັບດຸນການຊຳລະເຊັ່ນ ມາດຕະການອີງໃສ່ລາຄາ (ເກັບຄ່າທຳນຽມເພີ່ມເຕີມ, ກະທົບໃສ່ລາຄາສິນຄ້ານຳເຂົ້າ) ແລະ ຖ້າຫາກມາດຕະການເຫຼົ່ານີ້ ໄດ້ລື່ນກາຍເພດານພາສີຢ່າງຈະແຈ້ງ, ເປັນຕ່າງຫາກ ຕາມຂັ້ນຕອນການແຈ້ງຂ່າວ ກໍ່ອາດຈະນຳໃຊ້ບັນດາຂໍ້ຈຳກັດປະລິມານ ຕໍ່ກັບບັນດາຜະລິດຕະພັນຈຳເປັນ. ຄຳສັບ “ບັນດາຜະລິດຕະພັນຈຳເປັນ” ໄດ້ກຳນົດວ່າ ເປັນບັນດາຜະລິດຕະພັນທີ່ຕອບສະໜອງໄດ້ ກັບຄວາມຕ້ອງການຊົມໃຊ້ອັນພື້ນຖານ ຫຼືປະກອບສ່ວນ ເຂົ້າໃນຄວາມພະຍາຍາມ ຂອງປະເທດພາຄີ ເພື່ອປົວແປງສະພາບການດຸນການຊຳລະຂອງເຂົາ.

     ສີ່, ໂດຍປະຕິບັດລະບຽບວາລະການດຳເນີນງານຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ, ພັກກອມມູນິດຫວຽດນາມໄດ້ກຳນົດວ່າຕ້ອງພັດທະນາເສດຖະກິດແບບຍືນຍົງ, ຮັກສາຄວາມໝັ້ນຄົງ ຂອງເສດຖະກິດມະຫາພາກ, ຮັບປະກັນຄວາມປອດໄພທາງດ້ານເສດຖະກິດ ແລະ ຄວາມປອດໄພທາງສັງຄົມ. ພັດທະນາເສດຖະກິດ - ສັງຄົມ ຕ້ອງເອົາໃຈໃສ່ຢ່າງເປັນປະຈຳ ເຖິງການປົດປັກຮັກສາ ແລະ ປົວແປງສິ່ງແວດລ້ອມ, ເປັນເຈົ້າການ ໃນການປະເຊີນໜ້າກັບການປ່ຽນແປງສະພາບພູມອາກາດ.

     ບັນດາບັນຫາທີ່ວາງອອກ ຕໍ່ກັບການປັບປຸງບູລະນະນະໂຍບາຍ ແລະ ເຄື່ອງມື ດັດສົມການສະໜອງ - ຄວາມຕ້ອງການຂອງຕະຫຼາດ

     ຄືດັ່ງທີ່ໄດ້ອະທິບາຍຢູ່ຂ້າງເທິງ, ພື້ນຖານວິທະຍາສາດ ແລະ ຄວາມຈຳເປັນຕ້ອງດັດສົມການສະໜອງ -ຄວາມຕ້ອງການ ເພື່ອແນໃສ່ເຮັດໃຫ້ຕະຫຼາດສິນຄ້າມີຄວາມໝັ້ນຄົງ ແມ່ນຈະແຈ້ງພໍຄວນແລ້ວ. ບັນຫາທີ່ວາງອອກມາກໍ່ຄື ຕ້ອງກຳນົດບັນດານະໂຍບາຍ ມາດຕະການ ແລະ ເຄື່ອງມື ເພື່ອປະຕິບັດໃຫ້ໄດ້: ດ້ານໜຶ່ງ, ສືບຕໍ່ເສີມຂະຫຍາຍໄດ້ເປັນຢ່າງດີ ລັກສະນະຕັ້ງໜ້າ ແລະ ຄວາມສາມາດດັດສົມດ້ວຍຕົນເອງ ຂອງຕະຫຼາດ; ດ້ານອື່ນ, ບັນລຸໄດ້ບັນດາເປົ້າໝາຍແຫ່ງຄວາມຫວັງດີ ທີ່ໄດ້ວາງອອກມາ.

     ສະນັ້ນ, ໃນເມື່ອພິຈາລະນາບັນດາເນື້ອໃນ ແລະ ເງື່ອນໄຂທີ່ກ່ຽວພັນເຖິງນະໂຍບາຍ ແລະ ກົນໄກດັດສົມ  ການສະໜອງ-ຄວາມຕ້ອງການ ເພື່ອແນໃສ່ເຮັດໃຫ້ຕະຫຼາດໝັ້ນຄົງນັ້ນ ຕ້ອງເອົາໃຈໃສ່ບັນຫາຈຳນວນໜຶ່ງດັ່ງລຸ່ມນີ້:

     ທີໜຶ່ງ, ໃນເມື່ອພິຈາລະນານະໂຍບາຍ ແລະ ເຄື່ອງມືດັດສົມຕະຫຼາດ, ຕ້ອງເຂົ້າປະຊິດຕາມຄວາມໝາຍກວ້າງ  ຂອງເນື້ອໃນຄວາມສຳນຶກ. ຕາມຄວາມໝາຍກວ້າງ, ນະໂຍບາຍໄດ້ຮັບຮູ້ວ່າເປັນຂໍ້ກຳນົດຕ່າງໆ ຂອງກົດໝາຍ ຢູ່ໃນກົດໝາຍພາຍໃນປະເທດ ແລະ ຂໍ້ກຳນົດກົດໝາຍລະຫວ່າງປະເທດທີ່ຫວຽດນາມໄດ້ລົງນາມເຂົ້າຮ່ວມ.

     ທີສອງ, ຕະຫຼາດ ແລະ ການເຄື່ອນໄຫວການຄ້າ ແມ່ນສອງມາດຕະເກນທີ່ມີການພົວພັນແໜ້ນແຟ້ນນຳກັນ. ເພາະສະນັ້ນ, ການດັດສົມການສະໜອງ-ຄວາມຕ້ອງການສິນຄ້າ ບໍ່ພຽງແຕ່ກວມລວມການນຳໃຊ້ນະໂຍບາຍການຄ້າ ເທົ່ານັ້ນ, ຫາກຍັງຕ້ອງນຳໃຊ້ຢ່າງຄົບຊຸດ ບັນດານະໂຍບາຍທີ່ກ່ຽວຂ້ອງ ເຊັ່ນນະໂຍບາຍທີ່ດິນ, ການລົງທຶນ, ການເງິນ, ສິນເຊື່ອ, ພັດທະນາແຫຼ່ງຊັບພະຍາກອນມະນຸດ,… ວິວັດການປະຕິບັດການກະທຳຊື້ຂາຍສິນຄ້າ ໃນທ້ອງຕະຫຼາດ (ເຄີຍເອີ້ນວ່າເຄື່ອນໄຫວການຄ້າ) ຮຽກຮ້ອງຕ້ອງການເຖິງພາຫະນະວັດຖຸຕ່າງໆ ເຊັ່ນຮ້ານຄ້າ, ໂຂສາງ, ພາຫະນະຂົນສົ່ງ, ເຄື່ອງວັດຜອງ, ຖະໜົນຫົນທາງ, ພາຫະນະສື່ສານ, ການບໍລິການຊຳລະສະສາງ, ການໂຄສະນາ,… ບັນດາເງື່ອນໄຂ ແລະ ພາຫະນະເຫຼົ່ານີ້ ຮັບໃຊ້ໂດຍກົງໃຫ້ແກ່ການຈໍລະຈອນ ແລະ ຊື້ຂາຍສິນຄ້າ, ພ້ອມກັນນັ້ນ ກໍ່ມີຜົນສະທ້ອນໂດຍກົງ ເຖິງການພົວພັນລະຫວ່າງການສະໜອງ ແລະ ຄວາມຕ້ອງການສິນຄ້າໃນຕະຫຼາດ. 

     ທີສາມ, ປັບປຸງບູລະນະນະໂຍບາຍ ແລະ ກົນໄກດັດສົມການສະໜອງ-ຄວາມຕ້ອງການແນໃສ່ເຮັດໃຫ້ຕະຫຼາດ ມີຄວາມໝັ້ນຄົງ ຕ້ອງອີງໃສ່ແຜນກຳນົດການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ດ້ວຍຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການຈັດຕັ້ງການຜະລິດທຸລະກິດ ແລະ ແຈກຢາຍ. ໃນພາກຕົວຈິງ ບັນດາພາກສ່ວນເສດຖະກິດກໍ່ພວມແກ່ງແຍ້ງຢ່າງຂຸ້ນຂ້ຽວນຳກັນ ໃນການເປີດກວ້າງຕະຫຼາດ ເພື່ອແນໃສ່ເກັບເອົາກຳໄລ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ດ້ານອື່ນອີກ, ກໍ່ໄດ້ປະກົດມີ “ການສົມຮູ້ຮ່ວມຄິດ” ແລະ ການແກ່ງແຍ້ງ ທີ່ບໍ່ທ່ຽງທຳ, ພ້ອມດ້ວຍການເຄື່ອນໄຫວສວຍໂອກາດຫາກຳໄລ, ຫວ່ານຂ່າວຮ້າຍກໍ່ຄວາມປັ່ນປ່ວນ ເຮັດໃຫ້ລາຄາຕະຫຼາດ ຜັນປ່ຽນຢ່າງປອມແປງ ເພື່ອແນໃສ່ຫາຜົນກຳໄລຢ່າງບໍ່ທ່ຽງທຳ.

     ເພາະສະນັ້ນ ການປັບປຸງບູລະນະນະໂຍບາຍ ແລະ ກົນໄກດັດສົມການສະໜອງ-ຄວາມຕ້ອງການໃນຕະຫຼາດສິນຄ້າ ຕ້ອງຄິດໄລ່ເຖິງປັດໃຈເຫຼົ່ານີ້. ດ້ານໜຶ່ງ, ລັດສ້າງເງື່ອນໄຂໃຫ້ການຄ້າລັດວິສາຫາກິດ ຖືບົດບາດສຳຄັນ ແລະ ເປັນເຄື່ອງມືຂອງລັດ ເພື່ອດັດສົມຕະຫຼາດ ໃນບາງກໍລະນີທີ່ແນ່ນອນ ຕໍ່ກັບສິນຄ້າທີ່ຈຳເປັນ ແລະ ຢູ່ບາງຂົງເຂດ ທີ່ມີຄຸນປະໂຫຍດແຜ່ກວ້າງອອກ, ເຊັ່ນການຂາຍຍົກ ແລະ ການຂາອອກ, ຂາເຂົ້າ ຕໍ່ກັບບັນດາປະເພດສິນຄ້າ ທີ່ມີຄວາມຕ້ອງການພື້ນຖານ ແລະ ຈຳເປັນຍິ່ງ. ດ້ານອື່ນ, ຕ້ອງປັບປຸງບູລະນະລະບົບກົດໝາຍ ແລະ ສະຖາບັນເສດຖະກິດ ເພື່ອສ້າງຕັ້ງຢ່າງຄົບຖ້ວນ ແລະ ຄົບຊຸດບັນດາພາກສ່ວນຂອງຕະຫຼາດ, ເພີ່ມທະວີການເຄື່ອນໄຫວກວດການ ແລະ ກວດກາຕະຫຼາດ ແນໃສ່ຈຳກັດ ແລະ ລົບລ້າງຕະຫຼາດລັບ, ລົບລ້າງການກະທຳແກ່ງແຍ້ງທີ່ບໍ່ທ່ຽງທຳ ກໍ່ຄືການສໍ້ໂກງ ລັກໂລບການຄ້າ, ການສວຍໂອກາດຫາກຳໄລ… ເພື່ອສ້າງໃຫ້ມີລະບົບສະຖາບັນຕະຫຼາດທີ່ບໍລິບູນ ແລະ ຄົບຊຸດ.

     ທີສີ່, ໃນເງື່ອນໄຂປະຕິບັດແຜນນະໂຍບາຍຈັດວາງໂຄງປະກອບຄືນໃໝ່, ປ່ຽນໃໝ່ຕົວແບບເຕີບໂຕເສຖະກິດ, ແນ່ນອນຈະພາໄປເຖິງການປະໃຫ້ຕະຫຼາດມີຊ່ອງວ່າງ ຫຼືຄວາມຂາດແຄນດ້ານການສະໜອງ, ເຫຼືອເຟືອດ້ານຄວາມຕ້ອງການ ໄລຍະສັ້ນຢູ່ບໍລິເວນບາງແຫ່ງທີ່ແນ່ນອນ, ເປັນຕົ້ນແມ່ນຢູ່ຊົນນະບົດ ຢູ່ເຂດສອກຫຼີກຫ່າງໄກ. ຊ້ຳບໍ່ໜຳ, ກົງກັນຂ້າມ, ໃນໄລຍະສັ້ນ ກໍ່ອາດຈະເກີດມີສະພາບການ ເຫຼືອເຟືອແຫຼ່ງການສະໜອງ, ສິນຄ້າທ້ອນແຮໄວ້ ສິນຄ້າຄ້າງສາງຫຼາຍໂພດ ເຊິ່ງໃນເວລານັ້ນ ຄວາມຕ້ອງການພັດໜ້ອຍໂພດ. ໃນກໍລະນີນັ້ນ, ມັນຮຽກຮ້ອງຕ້ອງການເຖິງການແຊກແຊງ ແລະ ກະທົບຕອບທັນທີທັນໃດຂອງລັດ ເພື່ອດັດສົມການສະໜອງ - ຄວາມຕ້ອງການ, ເຮັດໃຫ້ຕະຫຼາດມີຄວາມໝັ້ນຄົງ.

     ລັດຕ້ອງມີນະໂຍບາຍສົ່ງເສີມເພື່ອໃຫ້ພໍ່ຄ້າຊາວຂາຍ ແລະ ບັນດາວິສາຫະກິດສັງກັດທຸກພາກສ່ວນເສຖະກິດ ລ້ວນແຕ່ເຂົ້າຮ່ວມເຄື່ອນໄຫວການຄ້າ, ພິເສດແມ່ທຸລະກິດສິນຄ້າທີ່ຈຳເປັນ ໄດ້ຮັບປະສິດທິຜົນ. ພ້ອມກັນນັ້ນ, ປະສານສົມທົບກັບມາດຕະການໂຄສະນາ ໃຫ້ຜູ້ຊົມໃຊ້ປະຕິບັດເປັນຢ່າງດີ ແຜນນະໂຍບາຍຂອງພັກ ວ່າດ້ວຍການຄົນຫວຽດນາມມິຍົມໃຊ້ສິນຄ້າຫວຽດນາມ. ໃນກໍລະນີການສະໜອງເຫຼືອເຟືອ, ຕ້ອງມີນະໂຍບາຍ ດັດສົມແຫຼ່ງສະໜອງ ແລະ ປຸກກະຕູ້ນຄວາມຕ້ອງການ, ປົດປ່ອຍສົ້ນອອກໃຫ້ແກ່ການຜະລິດ, ແນໃສ່ເຮັດໃຫ້ຄວາມເຕີບໂຕເປັນປົດກະຕິ ແລະ ພັດທະນາເສດຖະກິດ.

     ທີຫ້າ, ໃນເມື່ອເວົ້າເຖິງການດັດສົມການສະໜອງ-ຄວາມຕ້ອງການສິນຄ້າໃນທ້ອງຕະຫຼາດ ແມ່ນຕ້ອງກຳນົດ ແລະ ກະກຽມກຳລັງວັດຖຸ. ຍ້ອນວ່າ, ເມື່ອນະໂຍບາຍເຂົ້າສູ່ຕົວຈິງ ແລະ ເສີມຂະຫຍາຍຄຸນປະໂຫຍດນັ້ນ ຍາມໃດ ມັນກໍ່ມີລະດັບຊ້າ, ເພາະສະນັ້ນ ເພື່ອດັດສົມການສະໜອງ-ຄວາມຕ້ອງການສິນຄ້າທີ່ຈຳເປັນ ແນໃສ່ເຮັດໃຫ້ຕະຫຼາດມີ ຄວາມໝັ້ນຄົງ ແມ່ນຕ້ອງມີກຳລັງວັດຖຸຈຳນວນໜຶ່ງທີ່ແນ່ນອນ. ກຳລັງສິນຄ້ານີ້ອາດຈະໄດ້ລັດທ້ອນແຮໄວ້ໃນລະບົບ ສາງຂອງລັດ, ຫຼືວ່າຈາກການກຳນົດປະລິມານທ້ອນແຮໜ້ອຍສຸດ ທີ່ບັງຄັບໃຫ້ວິສາຫະກິດຕ່າງໆ ຕ້ອງປະຕິບັດ. ພ້ອມກັນນັ້ນ, ລັດອາດຈະຊ່ວຍໜູນທາງດ້ານສິນເຊື່ອ ເພື່ອໃຫ້ຜູ້ຜະລິດ ຫຼືວິສາຫະກິດ ທ້ອນແຮສິນຄ້າໃນໄລຍະເວລາທີ່ແນ່ນອນ ໂດຍຜ່ານໂຄງການດັດສົມຕະຫຼາດໃຫ້ໝັ້ນຄົງ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ