ວັນເສົາ, 18/11/2017
ເຂດທົ່ງພຽງແມ່ນ້ຳຂອງ ແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກ ສິ່ງຄົງຄ້າງຕ່າງໆ ບົນເສັ້ນທາງແຫ່ງການພັດທະນາ
13/2/2013 8:14' ສົ່ງ ພິມ
ເກັບກ່ຽວເຂົ້າໃນທົ່ງນາຜືນໃຫຍ່ແຫ່ງໜຶ່ງ ຢູ່ແຂວງ ອານຢາງ, ເຂດທົ່ງພຽງແມ່ນ້ຳຂອງ

     ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ​ແຫຼ່ງຊັບພະຍາກອນ​ອັນ​ລ້ຳ​ຄ່າ

     ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ເປັນ​ເຂດ​ຜະລິດ​ກະສິກຳ​ທີ່ມີ​ຄວາມ​ສາມາດ​ຂະຫຍາຍຕົວ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ດິນ​ນາ 65%ໃນເນື້ອ​ທີ່ກວ່າ 4 ລ້ານ​ເຮັກຕາຂອງ​ທົ່ວ​ເຂດ ​ອາດ​ຈະ​ພັດທະນາ​ການ​ກະສິກຳ ລ້ຽງ​ປາ​ປູກ​ພືດ​ນ້ຳ ​ແລະ ຕົ້ນ​​ໄມ້​ກິນ​ໝາກ​ໄດ້​ເປັນ​ຢ່າງ​ດີ; ​ເນື້ອ​ທີ່ 500 ພັນ​ເຮັກຕາ​ ເຂດ​ດິນ​ນ້ຳ​ຖ້ວມຊາຍ​ຝັ່ງ​ທະ​ເລ, ​ເຂດ​ດິນສັນ​ດອນ​ອຸດົມສົມບູນ; ຢູ່​​ເຂດສີ່ຫຼ່ຽມ ລອງ​ຊວຽນ ດົ່ງ​ທັບ​ເມື່ອຍ ​ເຂດຕາ​ເວັນ​ຕົກ​ສຽງ​​ໃຕ້​ແມ່​ນ້ຳ ​ເຮົ້າ ​ແລະ ​ແຫຼມ​ກ່າເມົາ ມີ​ເນື້ອ​ທີ່​ດິນ​ປ່າ​ໄມ້ ​ແລະ ປ່າ​ຊາຍ​ເລນນ້ຳ​ເຄັມ ​ເປັນ​ແສນ​ເປັນ​ລ້ານ​ເຮັກຕາ... ພ້ອມ​ກັນ​ນັ້ນ ​ໃນ​ແຕ່ລະ​ປີ ​ແມ່​ນ້ຳຂອງຍັງ​ໄດ້​ນຳ​ເອົາດິນຊາຍ​ເປັນ​ລ້ານ​​ໂຕນ ​ແລະ ນ້ຳກວ່າ 40 ພັນ​ຕື້​ແມັດ​ກ້ອນ ມາ​ໃຫ້​ເຂດ​ທົ່ງພຽງ​ແຫ່ງ​ນີ້. ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຂອງ​ທຳ​ມະ​ຊາດ ​ເປັນ​ເງື່ອນ​ໄຂ​ດີ​ທີ່​ສຸດ ​ເພື່ອ​ພັດທະນາ​ການ​ກະສິກຳ​ຢ່າງຮອບດ້ານ. ຄຽງ​ຂ້າງ​ບັນດາ​ທ່າ​ແຮງ​ພັດທະນາ​ການ​ກະສິກຳ, ​ເຂດ​ນີ້​ຍັງ​ເປັນ​ຈຸດ​ໃຈ​ກາງ ຂອງ​ສາຍ​ທາງ​ເດີນ​ທະ​ເລ ​ແລະ ທາງ​ອາກາດ​ສາກົນ; ​ເຊື່ອ​ມ​ຕໍ່​ບັນດາ​ຕົວ​ເມືອງ​ໃນ​ເຂດນີ້ ກັບ​ທົ່ວ​ປະ​ເທດ ​ແລະ ພາກ​ພື້ນ​ອາຊີ​ອາຄະ​ເນ. ​ແຫຼ່ງຊັບພະຍາກອນ​ແຮ່​ທາດ​ອັນອຸດົມສົມບູນ​ ​ເປັນ​ທ່າ​ດີ​ທີ່​ອຳນວຍ​ໃຫ້ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ມີ​ເງື່ອນ​ໄຂ​ພຽງພໍ​ ເພື່ອ​ພັດທະນາ​ຂະ​ແໜງ​ການ​ຂຸດ​ຄົ້ນ​ແຮ່​ທາດ, ​ເຄມີ​ນ້ຳມັນ, ວັດຖຸ​ອຸປະກອນ​ກໍ່ສ້າງ​ຂະໜາດ​ໃຫຍ່​ຂອງ​ພາກ​ພື້ນ. ນີ້​ແມ່ນ​ແຫຼ່ງພະລັງ​ພາຍ​ໃນໃຫ້​ແກ່​ການ​ຂະຫຍາຍຕົວ​ ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳ.

     ລະດັບ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສະ​ເຫຼ່ຍ ຂອງເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ໄລຍະ 2005 - 2010 ບັນລຸ 13,1%; ​​ແຕ່ລະ​ປີ ​ເຂດ​ນີ້​ໄດ້​ປະກອບສ່ວນ 27% GDP, ຜະລິດ 50% ຍອດປະລິມານ​ການ​ຜະລິດ​ເຂົ້າ, 90% ຍອດ​ປະລິມານເຂົ້າສານ​ຂາຍ​ສົ່ງ​ນອກ, 70% ຍອດປະລິມານ​ການ​ຜົນ​ລະ​ໄມ້, 60% ລວມຍອດ​ມູນ​ຄ່າ​ຂາ​ອອກ​ສິນ​ໃນ​ນ້ຳ ຂອງ​ທົ່ວ​ປະ​ເທດ, ສະໜອງ​ຊີ້ນ​ສັດລ້ຽງ ສັດ​ປີກ ​ເປັນ​ແສນ​ໂຕນ​ໃຫ້​ທົ່ວ​ປະ​ເທດ.

     ບັນດາ​ສິ່ງ​ທ້າ​ທາຍ ຂອງ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ

       ເຖິງ​ວ່າຈະ​ມີ​ທ່າ​ດີ ​ແລະ ຄວາມ​ສາມາດ​ຊ້ອນ​ແຝງ​ຫຼາຍ​ກໍ່ຕາມ ​ແຕ່​ວ່າການ​ພັດທະນາ​ ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກໍ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຄື:

     ໜຶ່ງ, ​ເສດຖະກິດ​ຂອງເຂດ​ນີ້​ເຕີບ​ໂຕ​ໄວ ​ແຕ່​ຂະຫຍາຍຕົວ​ຕາມ​ລວງ​ກວ້າງ, ຕົ້ນຕໍ​ແມ່ນ​ອີງ​ໃສ່​ການ​ຂຸດ​ຄົ້ນ​ທ່າ​ດີ​ຕ່າງໆ​ຂອງ​ທຳ​ມະ​ຊາດ, ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ ພັດທະນາ​ຕາມ​ລວງ​ເລິກ, ອັນ​ໄດ້​ພ​າໄປ​ເຖິງ​ຄວາມ​ຈຳກັດ​ທາງ​ດ້ານຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຜະລິດ ທຸລະ​ກິດ​ຕ່ຳ, ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາຜະລິດ​ຕະພັນ​ສິນຄ້າ​ໃນ​ຕະຫຼາດ​ຖືກ​ຈຳກັດ. ລາຍ​ຮັບ​ງົບປະມານ​ຂອງ​ທົ່ວ​​ເຂດ​ໄລຍະ 2005 - 2010 ພຽງ​ແຕ່​ສາມາດ​ຕອບ​ສະໜອງ​ໄດ້ 78,86% ຄວາມ​ຕ້ອງການ​ໄຊ້ຈ່າຍ​ຂອງ​ທ້ອງ​ຖິ່ນ​ຕ່າງໆ ​ໃນ​ເຂດ.

     ສອງ, ພັດທະນາ​ການ​ກະສິກຳ​ເປັນ​ຂົງ​ເຂດ​ທີ່​ມີ​ທ່າ​ດີ​ຫຼາຍ​ຢ່າງ ​ແຕ່​ວ່າ​ລະດັບ​ການ​ນຳໃຊ້​ເຄື່ອງ​ກົນ​ຈັກ​ຍັງ​ບໍ່​ທັນ​ສູງ. ບັນດາ​ຂ​ະ​ແໜງ​ກົນ​ຈັກ ທີ່​ຮັບ​ໃຊ້​ການ​ກະສິກຳ ​ຍັງ​ບໍ່​ທັນ​ຂະຫຍາຍຕົວ​ສົມ​ຄູ່​ກັບຄວາມ​ຕ້ອງການ, ​ແຫຼ່ງທຶນ​ຊ່ວຍ​ໜູນ​ໃຫ້​ຊາວນາ​ຊື້​ເຄື່ອງ​ຈັກ ​ເຄື່ອງ​ປະກອບ​ຮັບ​ໃຊ້​ການ​ຜະລິດ ຈະ​ກູ້​ຢືມ​ໄດ້​ກໍ່​ເປັນ​ການ​ຍາກ. ພື້ນຖານ​ໂຄງ​ລ່າງ​ການ​ຄົມມະນາຄົມ​ທາງ​ນ້ຳ ທາງ​ບົກ​ຍັງ​ຫຼ້າ​ຫຼັງ. ຄວາມ​ຜິດ​ໂຕນ​ກັນ​ທາງ​ດ້ານ​ຄວາມ​ຮັ່ງມີ - ຄວາມທຸກ​ຈົນ​ໃນ​ຊົນນະ​ບົດ ​ແລະ ລະຫວ່າງ​ຊົນນະບົດ ກັບ​ຕົວ​ເມືອງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ... ພວມ​ເປັນສາ​ເຫດ​ເຮັດ​ໃຫ້​ເຂດນີ້ ຖອຍຫຼັງ​ເປັນ​ແຕ່​ລະ​ກ້າວ ​ທຽບ​ກັບທ່າ​ອຽງ​ພັດທະນາ.

     ສາມ, ຄວາມ​ຈຳ​ກັບ​ຂອງ​ການ​ສຶກສາ ​ເປັນ​ໜຶ່ງ​ໃນ​ບັນດາ​ສາ​ເຫດພາ​ໄປ​ເຖິງ​ຄວາມ​ຈຳກັດ​ທາງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະ​ສິດທິ​ຜົນ​ ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ແຫຼ່ງບຸກຄະລາ​ກອນ​ທີ່​ຕ້ອງການ​ຢ່າງ​ແທ້​ຈິງ ​ເພື່ອປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ກໍ່ສ້າງ​ຊົນນະບົດ​ໃໝ່ ທັງ​ຂາດ​ເຂີນ ທັງ​ອ່ອນ​ຄວາມ​ສາມາດ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ອັນ​ໜຶ່ງ ທີ່​ຍັງ​ບໍ່​ສາມາດ​ຜ່ານ​ຜ່າແກ້​ໄຂ​ໃຫ້​ໄວ​ໃນ​ໄລຍະ​ສັ້ນ​ໄດ້.

     ສີ່, ມົນ​ພິດ​ສິ່ງ​ແວດ​ລ້ອມ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ ​ແລະ ການ​ກະທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ພວມ​ເປັນ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ ວິວັດການ​ພັດທະນາ​ຂອງ​ເຂດ​ນີ້. ​ເຫດການ​ເຫຼົ່ານີ້​ເປັນ​ໄພ​ອັນຕະລາຍ​ອັນແທ້​ຈິງ ທີ່​ພວມນາບ​ຂູ່​ໂດຍ​ກົງ​ຕໍ່​ສຸຂະພາບ​ຂອງ​ຊຸມຊົນ, ​ເຖິງສິ່ງ​ແວດ​ລ້ອມ​ນິ​ເວດ​ວິທະຍາ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​​ແບບຍືນ​ຍົງ​ຂອງ​ທົ່ວ​ເຂດ. ນອກຈາກ​ນັ້ນ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ກໍ່​ເປັນ​ບັນຫາ​ທີ່​ແກ້​ໄຂ​ຍາກ.

     ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ສົມ​ກຽດ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຫວັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ທົ່ວ​ປ​ະເທດ

​     ໂດຍກຳນົດ​ຢ່າງ​ຖືກຕ້ອງຄວາມ​ສຳຄັນ ​ແລະ ທ່າ​ດີ​ຂອງເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ແຜນ​ຍຸດ​ທະ​ສາດ​ລວມຂອງ​ທົ່ວ​ປະ​ເທດ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ ໄດ້​ອອກມະຕິ​ໝາຍ​ເລກ 21 ວ່າ​ດ້ວຍ​ທິດ​ທາງ ໜ້າ​ທີ່ ວິທີ​ການ​ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໄລຍະ 2001 – 2010; ​ແລະ ອອກ​ຂໍ້​ສະຫລຸບໝາຍ​ເລກ 28 ວ່າ​ດ້ວຍ​ທິດ​ທາງ ໜ້າ​ທີ່ ວິທີ​ການ​ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ ​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໄລຍະ 2011 – 2020. ພ້ອມ​ກັນ​ນັ້ນ ນາຍົກລັດຖະມົນຕີກໍ່ມີ ຂໍ້​ຕົກລົງ​ໝາຍ​ເລກ 939/QĐ-TTg ອອກ​ວັນ​ທີ 09-7-2012, ຜ່ານ​ອະນຸມັດ ​ແຜນການ​ສັງ​ລວມ​ພັດທະນາ​ເສດຖະກິດ - ສັງຄົມ ​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ເຖິງ​ປີ 2020. ​ເພື່ອ​ໃຫ້​ມະຕິ​ຂອງ​ພັກ ​ແລະ ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່ໂດຍ​ໄວ ຂໍ​ປະກອບ​ຄວາມ​ຄິດ​ເຫັນ​ຈຳນວນ​ໜຶ່ງ​ດັ່ງ​ນີ້.

     1- ຊຸກຍູ້​ວຽກ​ງານ​ໂຄສະນາ ສ້າງ​ບາດກ້າວ​ຫັນປ່ຽນ​ທາງ​ດ້ານ​ຄຸນ​ນະພາ​ບ ​ໃນ​ຄວາມ​ຮັບ​ຮູ້​ຂອງ​ຄະນະ​ພັກ ອຳນາດ​ການ​ປົກຄອງ​ ​ແລະ ອົງຄະ​ນະມະ​ຫາ​ຊົນຂັ້ນ​ຕ່າງໆ, ​ແລະ ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ແຜ​ນຍຸດ​ທະ​ສາດ ​ແລະ ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ເງື່ອນ​ໄຂ​ໃໝ່. ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບການ​ຕິດ​ພັນ​ສະໜິດ​​ແໜ້ນ ​ລະຫວ່າງ​ການ​ພັດທະນາເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກັບ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ລວມ ຂອງ​ທົ່ວ​ປະ​ເທດ. ບົນ​ພື້ນຖານ​ການ​ກຳນົດ​ທິດ ​ແລະ ປະກອບ​ຄວາມ​ເຫັນ​ຊີ້​ນຳໆ​ພາຂອງ​ສູນ​ກາງ, ສຸມ​ໃສ່​ເສີມ​ຂະຫຍາຍ​ທ່າ​ດີ, ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ, ລະດົມ​ບັນດາ​ແຫຼ່ງພະລັງ​ແຮງ, ພັດທະນາ​ຢ່າງ​ມີ​ການ​ກຳນົດ​ທິດ, ຢ່າງ​ມີ​ລວງ​ເລິກ ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ທີ່​ທ້ອງ​ຖິ່ນ​ມີ​ທ່າ​ແຮງ, ສ້າງກຳລັງ​ໝູນ​ ເພື່ອ​ພັດທະນາ​ບັນດາ​ຂົງ​ເຂດ​ອື່ນ.

     2- ລວມສູນ​ການ​ລົງທຶນ​ເພື່ອ​ພັດທະນາ​ເຂດ​ຜະລິດພິ​ເສດ​ສະ​ເພາະພືດ​ທັນ​ຍາ​ຫານ, ລ້ຽງ​ປາ​ປູກ​ພືດ​​ນ້ຳ. ​ເດັດດ່ຽວ​ໜ່ວງ​ໜ່ຽວ ຮັກສາ​​ເນື້ອ​ທີ່ດິນ​ປູກ​ເຂົ້າ​ໄວ້​ໃຫ້​ຈົນ​ໄດ້ 1,85 ລ້ານ​ເຮັກຕາ - ນີ້​ແມ່ນ​ເງື່ອນ​ໄຂ​ອັນ​ເປັນຕາ​ຍ ສຳລັບ​​ແຜນຍຸດ​ທະ​ສາດ​ຮັກສາ​ຄວາມ​ປອດ​ໄພ​ ທາງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. ບົນ​ພື້ນ​ຖານ​ແຜນ​ກຳນົດ​ດິນ​ປູກ​ເຂົ້າ ​ແລະ ລ້ຽງ​ປາ​ປູກ​ພືດ​ນ້ຳ ຈະ​ເລືອກ​ເຝັ້ນ ​ແລະ ​ເຕົ້າ​ໂຮມ​ການ​ລົງທຶນ ພັດທະນາ​ບັນດາ​ຜະລິດ​ຕະພັນ​ສິນຄ້າ​ຄຸນ​ນະພາ​ບສູງ, ຜະລິດ​ຕະພັນ​ພິ​ເສດ​ຂອງ​ສະ​ເພາະ​ແຕ່​ລະ​ເຂດ. ສ້າງ​ໃຫ້​ມີ​ບັນດາເຄື່ອງໝາຍ​ສິນຄ້າ​ໂດຍ​ໄວ​ ໃຫ້​ແກ່​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ. ສ້າງ​ໃຫ້​ມີ​ເປັນ​ແຕ່​ລະ​ກ້າວ​ບັນດາ​ເຄື່ອງໝາຍສິນຄ້າ ດ້ວຍ​ຖານະ​ນາມ​ເປັນ​ຜະລິດ​ຕະພັນ​ພິ​ເສດ​ ຂອງ​ການ​ກະສິກຳ​ຫວຽດນາມ ​ໃນ​ຕະຫຼາດ​ໂລກ. ​ເຊື່ອນ​ຕິດ​ແຜນ​ກຳນົດດິນ​ກະສິກຳ, ລ້ຽງປາ​ປູກ​ພືດ​ນ້ຳ ກັບ​ແຜນກຳນົດ​ພັດທະນາ​ການ​ຊົນລະປະທານ. ຮັບປະກັນ​ໃຫ້​ແຜນ​ກຳນົດ​ພັດທະນາ​ການ​ຊົນລະປະທານ ມີ​ຄວາມ​ສາມາດ​ຮອງ​ຮັບ​ຕໍ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຍຶ່ງຂຶ້ນ, ທັງ​ສຸມ​ໃສ່​ຮັບ​ໃຊ້​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ ໃຫ້​ແກ່​ເຂດຜະລິດ​ພິ​ເສດສະ​ເພາະ​ເຂົ້າ ​ແລະ ລ້ຽງ​ປາ​ປູກ​ພືດ​ນ້ຳ. ກີດ​ກັນ​ນ້ຳ​ຖ້ວມ, ​ແຫ້ງ​ແລ້ງ ​ແລະ ສະໜອງ​ນ້ຳ​ຢ່າງ​ພຽງພໍ​ ເພື່ອ​ພັດທະນາ​ແບບ​ຍືນ​ຍົງ​ຂົງ​ເຂດ​ຫຼັກ​ແຫຼ່ງນີ້.

     3-ລວມສູນ​ການ​ລົງທຶນ​ພັດທະນາ ​ແລະ ຍູ້​ແຮງ​ການ​ປະ​ຢຸກ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ​ແລະ​ ຖື​ວ່າ ອັນນີ້​ເປັນ​ໜ້າ​ທີ່​ ທີ່​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ. ຜັນ​ຂະຫຍາຍ​ໂດຍ​ໄວ ການຄົ້ນຄວ້າ​ ແລະ ​ປະ​ຢຸກ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີທັນ​ສະ​ໄໝ ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ​ແລະ ລ້ຽງ​ປາ​ປູກ​ພືດ​ນ້ຳທະ​ເລ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເລືອກ​ເຝັ້ນ ສ້າງພັນ​ໄມ້ ພັນ​ສັດລ້ຽງ​ທີ່​ແທດ​ເໝາະ ​ແລະ ມີ​ປະສິດທິ​ຜົນ​​ເສດຖະກິດສູງ; ປຸງ​ແຕ່ງ ​ເກັບ​ຮັກສາ ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບປະກັນ​ອານາ​ໄມ​ຄວາມ​ປອດ​ໄພ ​ຂອງ​ຜະລິດ​ຕະພັນ​ສິນຄ້າ​ກະສິກຳ. ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ການ​ຄຸ້ມ​ຄອງ ​ແລະ ປ້ອງ​ກັນ​ຕ້ານ​ສັດຕູ​ພືດ​ທີ່​ຮ້າຍ​ແຮງ. ດັດ​ແປງ ​ແລະ ນຳ​ໃຊ້​ດິນ​ນາ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ, ຍົກ​ສູງ​ຄຸນຄ່າ​ການ​ຜະລິດ ​ໃນ​ເນື້ອ​ທີ່​ລ້ຽງ​ປາ​ປູກ​ພືດ​ນ້ຳ ​ແລະ ​ເພາະ​ປູກ​ຕົ້ນ​ໄມ້​ກະສິກຳ ຂຶ້ນທົບ 1,2 – 1,5 ​ເທົ່າ​ທຽບ​ກັບ​ປີ 2010. ​ເອົາ​ໃຈ​ໃສ່​ລົງທຶນ​ຕາມ​ລວງ​ເລິກ, ປະ​ຢຸກ​ໃຊ້​ໂດຍ​ໄວ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ ​ແລະ ນຳ​ໃຊ້ແຫຼ່ງຂໍ້​ມູນ​ຂ່າວສານ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ບັນດາ​ຂະ​ແໜງ​ກະສິກຳ. ປະ​ຢຸກ​ໃຊ້​ຢ່າງ​ໄວວາ ​ແລະ ທັນການບັນດາ​ຜົນສຳ​ເລັດດ້ານ​ວິທະຍາສາດ​ທັນ​ສະ​ໄໝ ​ເຂົ້າ​ບັນດາ​ຂະ​ບວນວິວັດ​ການ​ຜະລິດ ​ແລະ ​ເຄື່ອນ​ໄຫວ​ເສດຖະກິດ, ​ແນ​ໃສ່​ສ້າງ​ໃຫ້​ມີກຳລັງ​ບຸກທະລຸ​ໃໝ່ ຍູ້​ແຮງວິວັດທະນາ​ການ​ຫັນ​ເປັນ​ອຸດສາຫະກຳ​ຕໍ່​ການ​ກະສິກຳ ​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ເອົາ​ການ​ປະ​ຢຸກ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ ເປັນ​ຂອດ​ບຸກທະ​ລຸ, ​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຕາມລວງ​ເລິກ ເປັນ​ແຕ່​ລະ​ກ້າວ, ສ້າງ​ທ່າ​ດີ​ຕ່າງໆໃນ​ການ​ຜະລິດ ທຸລະ​ກິດ, ຍົກ​ສູງ​ຄຸນ​ນະພາ​ບ ຜະລິດ​ຕະພັນ, ມີ​ກຳລັງ​ແກ່ງ​ແຍ້​ງພຽງພໍ ​ໃນ​ທ່າ​ອຽງ​ເຊື່ອມ​ໂຍງ​ສາກົນ​ໃນ​ປັດຈຸບັນ.

     4-ເຊື່ອມ​ຕໍ່​ລະຫວ່າງ​ແຜນ​ກຳນົດ​ການ​ພັດທະນາ​ເຂດ ກັບ​ຂະ​ບວນວິວັດ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ.ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ກະສິກຳ ກັບຂະບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ຕໍ່​ການ​ກະສິກຳ ຊົນນະບົດ, ​ໃຫ້​ບຸລິມະສິດ ​ແລະ ມີ​ນະ​ໂຍບາຍ​ເໝາະ​ສົມ​ ເພື່ອ​ພັດທະນາ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດຜະລິດ ​ແລະ ສ້ອມ​ແປງ​ກົນ​ຈັກ. ຂະຫຍາຍ​ບັນດາ​ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງບົກ ທາງ​ນ້ຳ, ຜະລິດ​ວັດ​ຖຸອຸປະກອນ​ກໍ່ສ້າງ, ຝຸ່ນ​ເຄມີ, ທາດ​ເຄມີ ຮັບ​ໃຊ້​ໃຫ້​ແກ່​ການ​ກະສິກຳ, ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ເຄື່ອງ​ໃຊ້​ໄມ້​ສອຍ ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົນ​ໃຊ້​ກັບ​ທີ່ ​ແລະ ຂາ​ອອກ… ຮັບປະກັນ​ໄດ້​ໃນ​ຍາວ​ນານ ​ເພື່ອ​ໃຫ້ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ພັດທະນາ​ຢ່າງ​ແຂງ​ແຮງ​ບັນດາ​ຂະ​ແໜງອຸດສາຫະກຳ​ທີ່​ມີ​ທ່າ​ດີ, ການ​ກະສິກຳ ​ແລະ ບັນດາ​ຂະ​ແໜງ​ບໍລິການ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ​ເພີ່ມ​ລາຍ​ຮັບ​ລາຍ​ໄດ້, ປະກອບສ່ວນ​ເຂົ້າ​ໃນ​ງົບປະມານ​ແຫ່ງ​ລັດ. ຫັນ​ເປັນ​ອຸສາ​ຫະກຳ ​ເຊື່ອມ​ຕໍ່​ກັບ​ພັດທະນາ​ການ​ກະສິກຳ, ການ​ບໍລິການ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ເສັ້ນທາ​ງຖືກຕ້ອງ​ອັນ​ໜຶ່ງ​ອັນ​ດຽວ ​ແນ​ໃສ່​ເສີມ​ຂະຫຍາຍ​ທ່າ​ດີ​ຂອງ​ທົ່ວ​ທັງ​ເຂດ.

     5- ສຸມ​ໃສ່​ຍູ້​ແຮງ​ການ​ປະຕິບັດ​ແຜນ​ກຳນົດ​ລວມ, ສ້າງ​ບັນດາ​ໃຈກາງ​ອຸດສາຫະກຳ, ​ໃຈກາງ​ຕົວ​ເມືອງ, ກຸ່ມ​ຕົວ​ເມືອງ​ທັນ​ສະ​ໄໝ. ​ເຊື່ອມ​ຕໍ່​ລະຫວ່າງ ການ​ພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ແຂງ​ແຮງ​ ກັບບັນດາ​ຂະ​ແໜງ ຫາ​ປາທະ​ເລ, ລ້ຽງ​ປາ​ປູກ​ພືດ​ນ້ຳ​, ປຸງ​ແຕ່ງ​ສັດ​ແລະ​ພືດ​ທະ​ເລ; ​ເຂດ​​ເພາະປູກສະ​ເພາະ​ຕົ້ນເຂົ້າ ກັບ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ອຸດສາຫະກຳ​ຊ່ວຍ​ໜູນ​ໃຫ້​ແກ່​ການ​ກະສິກຳ. ສ້າງ​ຕັ້ງ​ບັນດາ​ໃຈກາງ​ອຸດສາຫະກຳ​ເຄມີ ຊີວະ​ສາດ, ອຸດສາ​ຫະກຳ​ຜະລິດ​ກົນ​ຈັກ ຮັບ​ໃຊ້​ໂດຍ​ກົງ​​ໃຫ້​ແກ່​ການ​ອຸດສາຫະກຳ. ວາງ​ແຜນ​ກຳນົດ​ສ້າງ​ລະບົບ​ຄັນ​ຄູ, ​ເຊື່ອມ​ຕໍ່​ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ ກັບ​ລະບົບຄັນ​ຄູ​ປ້ອງ​ກັນ​ທົ່ງ​ນາ, ລະບົບ​ລຳ​ຄອງ​ຮ່ອງ​ເໝືອງ​ລະຫວ່າງ​ເຂດ, ຮັບປະກັນ​ການ​ກີດ​ກັ້ນ​ນ້ຳ​ເຄັມ, ລະບາຍ​ນ້ຳ​ມາກ ກັບ​ການ​ພັດທະນາ​ຄົມມະນາຄົມ​ທາງບົກ​ ທາງ​ນ້ຳ. ກໍ່ສ້າງ​ບັນດາ​ທ່າ​ກ່ຳ​ປັ່ນ​ທະ​ເລ, ທ່າ​ເຮືອ ​ເຊື່ອມ​ຕໍ່​ເຂດ​ທົ່ງພຽງ ກັບ​ທົ່ວ​ປະ​ເທດ ​ແລະ ກັນ​ພາກ​ພື້ນ ອາ​ຊຽນ, ​ເຊື່ອມຕໍ່​ການ​ຂົນ​ສົ່ງ ລະຫວ່າງ​ທ່າ​ກຳ​ປັ່ນ​ທະ​ເລ ທ່າ​ເຮືອ ກັບ​ບັນດາ​ສາຍ​ທາງບົກ​ຕິດ​ຕໍ່​ລະຫວ່າງ​ເຂດ, ກັບ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ປຸງ​ແຕ່ງ​ສິນຄ້າ​ສົ່ງ​ນອກ, ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ. ລົງທຶນ​ປັບປຸງ​ຍົກ​ສູງ​ລະດັບ​ບັນດາ​ສູນ​ກໍ່ສ້າ​ງພະນັກງານ, ສູນ​ສາທາລະນະ​ສຸກ ​ໃຫ້​ເປັນ​ສູນ​ກາງຂອງ​ທົ່ວ​ທັງ​ເຂດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ລວມ, ​ເຊື່ອນ​ຕໍ່ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ​ໃຫ້​ເປັນ​ກຸ່ມ​ຜະລິດ​ຕະພັນ​ການທ່ອງ​ທ່ຽວຂອງ​ທົ່ວ​ເຂດ… ຫຼີກ​ລ່ຽງການ​ລົງທຶນ​ກະ​ແຈກ​ກະ​ຈ່າຍ ມະ​ຍິກ​ມະ​ຍ່ອຍ ​ແລະ ຂຸດ​ຄົ້ນ​ແບບ​ແຍກ​ເປັນ​ຕ່າງຫາກ​ຄື​ທີ່​ຜ່ານ​ມາ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ