ວັນພຸດ, 20/9/2017
ຍົກສູງປະສິດທິຜົນການລົງທຶນນຳໃຊ້ ແຫຼ່ງທຶນຂອງລັດ
20/5/2013 7:18' ສົ່ງ ພິມ
ສະຫາຍບູ່ຍກວາງວິງ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ

     ປະສິດທິ​ຜົນ​ການ​ລົງທຶນນຳ​ໃຊ້​ແຫຼ່ງທຶນຂອງ​ລັດ

     ຕ້ອງ​ມີ​ວິທີ​ເຂົ້າ​ເຖິງ​ບັນຫາ​ຢ່າງຮອບດ້ານ ​ແລະ ກວມ​ລວມ​ເພື່ອ​ພິຈາລະນາ ຕີ​ລາຄາ​ກ່ຽວ​ກັບ​ປະສິດທິ​ຜົນ​​ເສດຖະກິດ-ສັງຄົມ ຂອງ​ການ​ລົງທຶນ​ນຳ​ໃຊ້​ແຫຼ່ງທຶນ​ຂອງ​ລັດ.

     ໜຶ່ງ, ລົງທຶນ​ນຳ​ໃຊ້​ແຫຼ່ງທຶນ​ທີ່​ລັດສະໜອງ​ໃຫ້​ແກ່​ການລົງທຶນ​ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ ​ແລະ ສັງ​ຄົນ, ​ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານກ່ຽວກັບ​ກຳລັງ​ຄວາມ​ສາມາດ​ຂອງບັນດາ​ລະບົບ​ນີ້​ໃນ​ລະດັບ​ຊາດ ພູມພາກ ​ແລະ ​ເຂດ​ແດນ; ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ໃຫ້​ມີ​ການ​ເຕີບ​ໂຕ​ໄວ ​ແລະ ສະຖຽນໝັ້ນ ທາງ​ດ້ານ​ເສດຖະກິດ​ໃນ​ຫຼາຍ​ປີຜ່ານມາ. ພິ​ເສດ​ແມ່ນ, ລົງທຶນ​ນຳ​ໃຊ້​ທຶນ​ຂອງ​ລັດ​ເປັນ​ປັດ​ໃຈ​ຫຼັກ​ແຫຼ່ງທີ່​ກໍ່ສ້າງ​ໃຫ້​ມີ​ບັນດາ​ຮາກ​ຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ຊາດ​ເຊັ່ນ:

     - ລະບົບ​ຄົມມະນາຄົມ​ທາງບົກ​ແຫ່ງ​ຊາດ; ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ, ທ່າ​ອາກາດ​ສະຍານ​ແຫ່ງ​ຊາດ; ລະບົບ​ຄົມມະນາຄົມ ​ແລະ ​ໂທລະ​ຄົມ​ຊົນນະບົດ (​ໄດ້​ມີ​ເສັ້ນທາງ​ລົດ​ໂອ​ໂຕ ​​ແລະ ສື່​ຂ່າວ​ດ້ວຍ​ໂທລະສັບ​ໄປ​​ເຖິງ​ທຸກໆ​ໃຈ​ກາງ​ຕາ​ແສງ​ໃນ​ທົ່ວ​ປະ​ເທດ);

     - ລະບົບ​ພື້ນຖານ​ການ​ສຶກສາ, ຄົ້ນຄວ້າ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ; ​ປະຕິບັດ​ການກໍ່ສ້າງ​ໂຮງຮຽນ​ຖາວອນ​ໄດ້​ເປັນ​ສ່ວນ​ຫຼາຍຕໍ່​ບັນດາ​ຊັ້ນ​ຮຽນສາມັນ​ສຶກສາ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ;

     - ລະບົບ​ບັນດາ​ພື້ນຖານ​ກວດ​ພະຍາດ​ແລະ​ປິ່ນປົວ​ພະຍາດ ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ​ຕ່າງ​ໆ, ລະບົບຂະ​ນົບ​ທຳ​ນຽມ​ວັດທະນະທຳ​ຮາກ​ຖານ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຕອບ​ສະໜອງ​ໄດ້​ໃນ​ຂັ້ນ​ຕົ້ນ ຄວາມຕ້ອງການອັນພື້ນຖານສ່ວນ​ໜຶ່ງຂອງ​ສັງຄົມ;

     - ​ໃນ​ໄລຍະ 2001 - 2005, ​​ສຳ​ເລັດ​ລະດັບຄາດໝາຍ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຈົນ ​ໄດ້​ກ່ອນກຳນົດ​ເວລາ 2 ປີ​ຕາມ​ບັນທັດຖານ​ເກົ່າ; ​ໄລຍະ 2006 - 2010, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຈົນ​ຫລຸດ​ລົງ​ຢ່າງ​ໄວວາ​ ຈາກ 15,5% (ປີ 2006) ລົງ​ເປັນ 9,45% (ປີ 2010).

     - ປະກອບສ່ວນ​ກໍ່ສ້າງ​ລະບົບ​ຕົວ​ເມືອງ​ຕາມ​ທິດ​ທັນ​ສະ​ໄໝ. ລະບົບ​ຕົວ​ເມືອງ​ແຫ່ງ​ຊາດ​ໄດ້​ຮັບ​ການ​ເປີດ​ກວ້າງ, ພັດທະນາ​ໄວ​ທັງດ້ານ​ຂະໜາດ ຈຳນວນ ​ແລະ ຄຸນ​ນະພາ​ບ. ອັດຕາ​ສ່ວນ​ການຫັນ​ເປັນ​ຕົວ​ເມືອງ​ແຕ່ 25% (ປີ 2005) ​ເພີ່ມ​ຂຶ້ນ​ເປັນ​ປະມານ 29% (ປີ 2010). ລະບົບ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ ​ໂຄງ​ສ້າງ​ພື້ນຖານ​ສັງຄົມ​ຢູ່​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້ດີ​ພໍ​ສົມຄວນ.

     ສອງ, ຄຽງ​ຂ້າງບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ, ປະ​ສິດທິ​ຜົນການ​ລົງທຶນ​ນຳ​ໃຊ້​ແຫຼ່ງທຶນ​ຂອງ​ລັດ​ໃນ​ເວລາ​ຜ່ານ​ມາ​ກໍ່​ຍັງ​ບໍ່​ທັນ​ສູງ.

     ພິຈາລະນາ​ກວມ​ລວມ, ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ທັງ​ໝົດ​ໃນຊຸມປີຜ່ານມາ​ຍັງ​ບໍ່​ທັນ​ເໝາະ​ສົມ​ທຽບ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ດັດຊະນີ ICOR ຂອງ​ເສດຖະກິດ​ຫວຽດນາມ​ແຕ່​ລະດັບ 3,3 ​ໄລຍະ 1991 - 1995 ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ 7,04 ​ໄລຍະ 2001 - 2005 ​ແລະ​ລະດັບ 6,18 ​ໄລຍະ 2006 - 2010. ​ໂດຍ​ອາ​ໄສ​ບັນດາ​ມາດ​ຕະການ​ຈັດ​ວາງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່, ສຸມ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ​ດັ່ງ​ນັ້ນ ດັດຊະນີ ICOR ​ໃນ​ສອງ​ປີ 2011 - 2012 ​ໄດ້​ຫລຸດ​ລົງ​ພໍ​ຄວນ, ບັນລຸ​ລະດັບ​ປະມານ 4,6.

     ພິຈາລະນາ​ຕາມ​ແຕ່ລະ​ໂຄງການ​ເຫັນ​ວ່າ ​ຍັງ​ມີຫຼາຍ​ໂຄງການ​ລົງທຶນທີ່​ມີ​ປະສິດທິ​ຜົນ​ຕ່ຳ ຫຼື​ບໍ່​ມີ​ປະສິດທິ​ຜົນ, ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ, ​ໂດຍ​ສະ​ເພາະ ມີ​ບາງ​ໂຄງການ​ເນື້ອ​ໃນລົງ​ທຶນ​ສັບ​ໄຂວ່​ ຢຽບ​ໃສ່​ກັນ ຫຼື​​ກີດຂວາງ​ກັນ ຫຼື​ເຮັດ​ໃຫ້​ໂຄງການ​ລົງທຶນ​ກ່ອນ​ໜ້ານັ້ນຖືກ​ເສຍ​ປະສິດທິ​ຜົນ​ໄປ​ໝົດ.

     ​ໃນ​ສະພາບ​ການ​ປະສິດທິ​ຜົນ​ເສດຖະກິດ​ຕ່ຳ​ ຂອງ​ການ​ເຄື່ອນ​ໄຫວ​ລົງທຶນ​ທົ່ວ​ສັງຄົມເວົ້າ​ລວມ, ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ນຳ​ໃຊ້ທຶນ​​ແຫ່ງ​ລັດ (ສະ​ແດງ​ອອກ​ໂດຍ​ຜ່ານດັດຊະນີ ICOR) ກໍ່ຕົກຢູ່​ໃນ​ລະດັບ​ຕ່ຳທີ່​ສຸດ. ​ໃນ​ໄລຍະ​ແຕ່​ປີ 2000 ​ເຖິງ​ປີ 2010, ດັດຊະນີ ICOR ຂອງການ​ລົງທຶນ​ນຳ​ໃຊ້ທຶນ​​ແຫ່ງ​ລັດ​ແມ່ນ 7,85, ສູງ​ກວ່າ​ດັດຊະນີ 3,54 ຂອງ​ຂົງ​ເຂດ​ເອກະ​ຊົນ ​ແລະ 7,56 ຂອງ​ຂົງ​ເຂດ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

     ພ້ອມ​ກັນ​ນັ້ນ, ອັດຕາ​ທຽບ​ຄຽງລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ການ​ລົງທຶນ ​ແລະ ການ​ເຕີບ​ໂຕດ້ານ​ຄຸນ​ຄ່າ​ເພີ່ມ​ເຕີມ​ຂອງການ​ລົງທຶນ​ນຳ​ໃຊ້ທຶນ​​ແຫ່ງ​ລັດ ​ໃນ​ໄລຍະ 2001 - 2010 ​ແມ່ນທົບ 1,6 ​ເທົ່າ, ​ໃນ​ນັ້ນ ​ໄລຍະ 2006 - 2010 ​ແມ່ນທົບ 1,9 ​ເທົ່າ, ສູງ​ກວ່າ​ທຽບກັບ​ໄລຍະ 2001 - 2005 (1,5 ​ເທົ່າ); ສິ່ງ​ດັ່ງ​ກ່າວໃຫ້​ເຫັນ​ວ່າ ລະດັບ​ເພີ່ມ​ການ​ລົງທຶນ​ເພື່ອ​ບັນລຸ​ໄດ້ 1% ການ​ເຕີບ​ໂຕ​ຄຸນຄ່າ​ເພີ່ມ​ເຕີມ​ຂອງ​ຂົງ​ເຂດ​ນີ້ ​ໃນ​ໄລຍະ​ຫຼັງ​ສູງ​ກວ່າ​​ໄລຍະ​ກ່ອນ, ຖ້າ​ຫາກ​ບໍ່​ພິຈາລະນາ​ເຖິງ​ປັດ​ໃຈ​ອື່ນ.

     ສາມ, ປະສິດທິ​ຜົນການ​ລົງທຶນ​ນຳ​ໃຊ້ທຶນ​​ແຫ່ງ​ລັດຍັງ​ບໍ່​ທັນ​ສູງນັ້ນ ມັນ​ມີ​ສາ​ເຫດ​ພາວະ​ວິ​ໄສ​ ຍ້ອນ​ຜົນ​ສະທ້ອນຂອງ​ການ​ຜັນ​ປ່ຽນ​ເສດຖະກິດ​​ໃນໂລກ ​ແລະ ພາຍ​ໃນ​ປະ​ເທດ, ​ເຊັ່ນ​ວິ​ກິດ​ການ​ການ​ເງິນ ​ແລະ ວິ​ກິດ​ການ​ເສດຖະກິດ​ໂລກ, ​ແຕ່​ ​ຕົ້ນຕໍ​ແມ່ນ​ຍ້ອນສາ​ເຫດອັດຕະວິ​ໄສ ທີ່​ກ່ຽວ​ພັນ​ເຖິງກົນ​ໄກ ນະ​ໂຍບາຍ​​ເສດຖະກິດ ​ແລະ ການ​ລົງທຶນພັດທະນາ ​ແລະ ຍ້ອນ​ບັນດາ​ຂໍ້​ຂາດ​ຕົກ​ບົກພ່ອງ​ໃນ​ການ​ຄຸ້ມ​ຄອງ ​ແລະ ກຳກັບ​ວຽກ​ງານ. ອາດ​ຈະ​ຍົກ​ບາງສາ​ເຫດ​ຕົ້ນຕໍ​ດັ່ງ​ນີ້:

     ທີ​ໜຶ່ງ, ລະບົບ​ກົດໝາຍ​ການ​ລົງທຶນ​ຍັງ​ບໍ່​ທັນ​ຄົບ​ຊຸດ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ສ່ວນ​ລວມ. ມາ​ເຖິງ​ປັດຈຸບັນ, ຍັງ​ບໍ່​ທັນ​ມີ​ກົດໝາຍ ຫຼື​ດຳລັດ​ຂອງ​ລັດຖະບານ​ ເພື່ອ​ວາງ​ກຳນົດບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ​ສ່ວນ​ລວມ. ບັນດາ​ຄຳ​ສັບ ຄວາມ​ສຳນຶກ ​ແລະ ​ເນື້ອ​ໃນ​ຂ​ອງການ​ລົງທຶນ​ສ່ວນ​ລວມ, ບັນດາ​ດັດຊະນີ​ກ່ຽວ​ກັບ​ປະສິດທິ​ຜົນ​ການ​ລົງທຶນ,... ຍັງ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ດ້ວຍ​ຫຼາຍ​ວິທີ​ທີ່​​ແຕກຕ່າງ​ກັນ ​ແລະ ຍັງ​ບໍ່​ທັນ​ມີ​ການ​ກຳນົດ​ເປັນ​ເອກະ​ພາບ.

     ທີ​ສອງ, ກົນ​ໄກ​ແບ່ງ​ຂັ້ນກ່ຽວ​ກັບ​ການ​ຕົກລົງ​ລົງທຶນ ​ແລະ ຈັດ​ແບ່ງທຶນ ​ຕາມ​ທິດ​ເພີ່ມ​ສິດ​ຕັດສິນ​ໃຫ້​ຂັ້ນຕ່າງ​ໆ ​ແມ່ນ​ສອດຄ່ອງ ​ແຕ່​ກໍ່​ໄດ້​ພາ​ໄປ​ເຖິງສະພາບ​ການ​ອະນຸມັດ​ຜ່ານຫຼາຍ​ໂຄງການ​ເກີນ​ຄວນ ພາ​ໃຫ້​ເງິນ​ລົງທຶນ​ຖືກ​ກະ​ແຈກ​ກະຈາຍ, ທຶນ​ບຸລິມະ​ສິດ​ຖືກ​ຈັດ​ແບ່ງ​ເຂົ້າ​ຫຼາຍ​ໂຄງການ​ເກີນ​ຄວນ; ບັນດາ​ໂຄງການ​ເຄີຍ​ຖືກ​ຂາດ​ແຄນ​ທຶນ ​ແລະ ການ​ປະຕິບັດຖືກ​ແກ່ຍາວ ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ລົງທຶນ​ເພີ່ມ​ຂຶ້ນ ​ແລະ ການ​ນຳ​ເອົາ​ໂຄງການ​ເຂົ້າ​ໃຊ້​ການ​ກໍ່​ຖືກ​ຊັກ​ຊ້າ.

     ທີ​ສາມ, ການ​ລົງທຶນ​ບໍ່​ຄົບ​ຊຸດ, ປະຕິບັດ​ແຜນ​ກຳນົດ​ບໍ່​ເຂັ້ມ​ງວດ. ຜົນ​ຕາມ​ມາຄື ມີ​ໂຄງການ​ສຳ​ເລັດ​ຮຽບຮ້ອຍ​ແລ້ວ​ແຕ່​ບໍ່​ນຳ​​ໃຊ້​ໄດ້ ຍ້ອນ​ຂາດ​ບັນດາ​ກິດຈະກຳ​ສະໜັບສະໜູນ, ພາ​ໃຫ້​ປະສິດທິ​ຜົນ​ການ​ລົງທຶນ​ບໍ່​ບັນລຸ​ໄດ້​ຕາມ​ຈຸດປະສົງ ​ແລະ ການ​ຄາດກະ​​ໃນຂັ້ນ​ຕົ້ນ.

     ທີ​ສີ່, ການ​ຄຸ້ມ​ຄອງ ​ແລະ ການ​ຕິດຕາມ​ກວດກາ​ການ​ລົງທຶນ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ ​ເຮັດ​ໃຫ້​ເງິນ​ທຶນ​ຖືກ​ຕົກ​ເຮ່​ຍ​ເສຍ​ຫາຍ ​ແລະ ບໍ່​ຮັບປະກັນ​ຄຸນ​ນະພາ​ບ ປະສິດທິ​ຜົນ​ຂອງ​ກິດຈະກຳ​ຄື​ດັ່ງ​ທີ່​ໄດ້​ຄາດກະ.

     ທີ​ຫ້າ, ກົນ​ໄກ​ສົ່ງ​ເສີນ ​ໃຫ້​ບຸລິມະສິດ​ການ​ລົງທຶນ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ​ຍັງບໍ່​ທັນ​ສົມ​ເຫດ​ສົມ​ຜົນ. ຜົນ​ຕາມ​ມາ​ຄື ກົນ​ໄກ​ສົ່ງ​ເສີນໃຫ້​ບຸລິມະສິດບໍ່​ເສິມ​ຂະຫຍາຍ​ໄດ້​ລັກສະ​ນະປຸກ​ກະ​ຕູ້ນຕໍ່​ກັບ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ສົ່ງ​ເສີມ ຍ້ອນ​ວ່າ​ແຫຼ່ງພະລັງ​ລົງທຶນ​ບໍ່​ໄດ້​ເຕົ້າ​ໂຮມ​ໃຫ້​ພໍ​ຕາມ​ລະດັບຄວາມ​ຕ້ອງການ.

     ທີ​ຫົກ, ການ​ລົງທຶນ​ຂອງ​ຫຼາຍ​ວິ​ສາ​ຫະກິດ​ແຫ່ງ​ລັດ ບໍ່​ມີ​ປະສິດທິ​ຜົນ​ຍ້ອນ​ຫຼາຍເຫດຜົນ, ​ໃນ​ນັ້ນ​ມີ​ສາ​ເຫດ​ຍ້ອນ​ການ​ຄຸ້ມ​ຄອງ​ຢູ່​ບັນດາ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ ​ແລະ ສິດ​ກຳມະສິດ​ແຫ່ງ​ລັດ​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຢ່າງ​ຄົບ​ຖ້ວນ ມີ​ປະສິດທິ​ຜົນ.

     ທີ​ເຈັດ, ພະນັກງານ​ພາກສ່ວນ​ໜຶ່ງ​ທີ່​ຮັບຜິດຊອບ​ການ​ເຄື່ອນ​ໄຫວ​ລົງທຶນ​ນຳ​ໃຊ້​ທຶນ​ຂອງ​ລັດຢູ່​ບັນດາ​ຂະ​ແໜງ​ການແລະທ້ອງ​ຖິ່ນ ຍັງ​ບໍ່​ທັນ​ເຮັດ​ຫຼ້ອນ​ໜ້າ​ທີ່​ຮັບຜິດຊອບຂອງ​ຕົນ, ຍັງ​ມີ​ແນວ​ຄິດ​ເນັ້ນ​ໜັກ​ຜົນ​ປະ​ໂຫຍ​ດຫຼືພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດພາກສ່ວນ, ຕິດພະຍາດ​ຜົນງານ​ຕາມ​ອາຍຸ​ປະຈຳການ,...

     ວິທີແກ້​ໄຂຍົກ​ສູງ​ປະສິດທິ​ຜົນການ​ລົງທຶນ​ນຳ​ໃຊ້ທຶນ​​ຂອງ​ລັດ

     1- ວັນ​ທີ 15 ຕຸລາ 2011, ນາຍົກລັດຖະມົນຕີ​ໄດ້​ອອກ​ຄຳ​ສັ່ງ​ໝາຍ​ເລກ 1792/CT-TTg ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ດ້ວຍ​ທຶນ​ງົບປະມານ​ແຫ່ງ​ລັດ ​ແລະ ທຶນ​ພັນທະບັດ​ລັດຖະບານ. ຈຸດປະສົງ​ຂອງ​ຄຳ​ສັ່ງ​ສະບັບ​ນີ້​ແມ່ນ​ແນ​ໃສ່​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ລົງທຶນ​ຢ່າງ​ກະ​ແຈກ​ກະ​ຈ່າຍ  ຟຸມ​ເຟືອຍ ບໍ່​ມີ​ປະສິດທິ​ຜົນ; ປະກອບສ່ວນ​ຈຳກັດ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກໃຫ້​ສະຖຽນ​ໝັ້ນ, ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ສົມ​ເຫດ​ສົມ​ຜົນ. ຕໍ່​ຈາກ​ນັ້ນ ວັນ​ທີ 28 ຕຸລາ 2011, ກະຊວງ​ແຜນການ ​ແລະ ການ​ລົງທຶນກໍ່​ໄດ້​ປະກາດ​ໃຊ້​ເອກະສານ​ໝາຍ​ເລກ 7356/BKHĐT-TH ກ່ຽວ​ກັບ​ການ​ແນະນຳ​ຜັນ​ຂະຫຍາຍ​ປະຕິບັດ​ຄຳ​ສັ່ງ​ໝາຍ​ເລກ 1792/CT-TTg.

     2- ​ໃນ​ໄລຍະ​ສະ​ເພາະ​ໜ້າ ຕ້ອງ​ສຸມ​ໃສ່​ປະຕິບັດ​ວິທີ​ການ​ແກ້​ໄຂ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

     - ຊາບຊືມຈິດ​ໃຈ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 3 ສະ​ໄໝ​ທີ XI ຂອງ​ພັກ ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໃນ​ນັ້ນ​ມີ​ການຈັດ​ວາງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່, ພິ​ເສດ​ແມ່ນ​ຈັດ​ວາງ​ໂຄງ​ປະກອບ​ການລົງທຶນສ່ວນ​ລວມຄືນ​ໃໝ່.

     - ສືບ​ຕໍ່​ປະຕິບັດຄຳ​ສັ່ງ​ໝາຍ​ເລກ 1792/CT-TTg, ລົງວັນ​ທີ 15 ຕຸລາ 2011, ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ດ້ວຍ​ທຶນ​ງົບປະມານ​ແຫ່ງ​ລັດ ​ແລະ ທຶນ​ພັນທະບັດ​ລັດຖະບານ, ຄຳ​ສັ່ງ​ໝາຍ​ເລກ 27/CT-TTg, ລົງ​ວັນ​ທີ 10 ຕຸລາ 2012, ຂອງ​ນາຍົກລັດຖະມົນຕີ ກ່ຽວກັບ​ບັນດາ​ວິທີ​ແກ້​ໄຂ​ຕົ້ນຕໍ ​ເພື່ອກຳຈັດຜ່ານຜ່າ​ສະພາບ​ການ​ໜີ້​ສິນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ຢູ່​ທ້ອງ​ຖິ່ນ​ຕ່າງໆ.

     - ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ເຖິງ​ຖອງ ຄຳ​ສັ່ງ​ໝາຍ​ເລກ 32/CT-TTg, ລົງ​ວັນ​ທີ 7 ຕຸລາ 2012, ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ລົບ​ລ້າງ​ບັນດາ​ສິ່ງ​ກີດຂວາງ ​ແລະ ປັບປຸງ​ບູລະນະ​ກົນ​ໄກ ນະ​ໂຍບາຍ​​ໃຫ້ສົມບູນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ດ້ວຍ​ບັນດາ​ວິທີ​ແກ້​ໄຂ​ຈຸດ​ໜັກ​ທີ່​ໄດ້​ກຳນົດ​ໃນ​ຄຳ​ສັ່ງ, ​ເຊັ່ນ​ກໍ່ສ້າງ​ລະບົບ​ບັນທັດຖານ ​ເພື່ອ​ຕີ​ລາຄາ​ປະສິດທິ​ຜົນ​ການ​ລົງ​ທຶນ​ຂອງ​ລັດ; ນຳ​ໃຊ້ຢ່າງ​ເຂັ້ມ​ງວດບັນດາ​ຂໍ້​ກຳນົດ​ການ​ປັບ​ໄໝ​ລົງ​ໂທດ ​ໃນ​ການ​ຕິດຕາມ​ກວດກາ​ການ​ກໍ່ສ້າງ ການ​ພິຈາລະນາ​ກວດ​ຮັບ ການ​ຊຳລະ​ສະ​ສາງ​ກິດຈະກຳ ​ແນ​ໃສ່​ຄົ້ນ​ເຜີຍ ກີດ​ກັ້ນ​ຢ່າງ​ທັນ​ການ​ຕໍ່​ການກໍ່ສ້າງ​ທີ່​ບໍ່​ຖືກຕ້ອງ​ຕາມ​ການ​ອອກ​ແບບ, ບໍ່​ຮັບປະກັນ​ຄຸນ​ນະພາ​ບຂອງອຸປະກອນ​ກໍ່ສ້າງ​ຕາມ​ທີ່​ໄດ້​ກຳນົດ, ບໍ່​ຮັບປະກັນ​ບໍລິ​ມາດການ​ກໍ່ສ້າງ​ຕາມ​ການ​ອອກ​ແບບ​ທີ່​ໄດ້​ອະນຸມັດ; ກໍ່ສ້າງ​ລະບົບ​ການ​ສື່​ຂ່າວ​ແຫ່ງ​ຊາດ​ດ້ວຍ​ພື້ນຖານ​ຂໍ້​ມູນ​ຂ່າວ​ສາມ​ເອ​ເລັກ​ໂຕຣນິກ ​ແລະ ​ເຊື່ອມ​ຕໍ່​ກັບເຄືອ​ຂ່າຍສື່​ຂ່າວ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ.

     - ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ສ່ວນ​ລວມ (ຫຼື​ ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ທຶນ​ທີ່​ລົງທຶນ​ຂອງ​ລັດ) ​ເພື່ອ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ທຸກ​ປະ​ເພດ​ທຶນ​ທີ່​ລົງທຶນ​ຂອງ​ລັດ, ກວມ​ດ້ວຍ​ທຶນ​ຈາກ​ງົບປະມານ, ທຶນ​ພັນທະ​ບັດ​ລັດຖະບານ, ສິນ​ເຊື່ອ​ການ​ລົງ​ທຶນຂອງ​ລັດ ​ແລະ ທຶນ​ຂອງ​ລັດ​ທີ່​ລົງທຶນ​ໃນ​ວິ​ສາ​ຫະກິດຕ່າງໆ. ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແຜນ​ການ​ລົງທຶນ​ໄລຍະ​ກາງສົກ 2013 - 2015. ​ໃຊ້​ງົບປະມານ​ພາກສ່ວນ​ໜຶ່ງ​ທີ່​ເໝາະ​ສົມ​ເພື່ອ ​ເຂົ້າ​ຮ່ວມ​​ໃນບັນດາ​ໂຄງການຮ່ວມມືລະຫວ່າງ​ລັດ-​ເອກະ​ຊົນ, ​ເປັນ​ທຶນ​ປະກອບ​ກັບ ODA ​ແລະ ​ເປັນຄ່າ​ໃຊ້​ຈ່າຍ​ປົດ​ປ່ອຍ​ພື້ນ​ທີ່​ກໍ່ສ້າງ. ສຳ​ລັບ​ບັນດາ​ໂຄງການ​ສຳຄັນ​ລະດັບ​ຊາດ ​ແຕ່​ຊອກ​ຫາ​ທຶນ​ບໍ່​ໄດ້​ຢ່າງ​ພຽງພໍ ກໍ່​ພິຈາລະນາ​ໃຫ້​ຫັນປ່ຽນມາ​ປະຕິບັດ​ຕາມບັນດາ​ຮູບ​ການ​ທີ່​ສອດຄ່ອງ​ເຊັ່ນ PPP, BOT, BT, BO ຫຼື​ຈັດ​ຕັ້ງ​ການຈຳໜ່າຍ​ພັນທະບັດ​ກິດຈະກຳ ​ເພື່ອ​ລະດົມ​ແລະ​ຊອກ​ຫາ​ທຶນ​​ຢ່າງພຽງພໍ​ໃຫ້​ແກ່​ການ​ສຳ​ເລັດ​ໂຄງການ​ດັ່ງກ່າວ​ນັ້ນ.

     - ສ້າງ​ຕັ້ງຫຼັກ​ດຳ​ເນີນງານ​ກ່ຽວ​ກັບ​ການ​ກຳນົດ ປະ​ເມີນ​ຜົນ ຄັດ​ເລືອກ ຈັດ​ແບ່ງ​ທຶນ ​ແລະ ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ, ​ແລະ​ນຳ​ໃຊ້​ຫຼັກ​ດຳ​ເນີນ​ງານ​ນັ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແໜ້ນ​ແຟ້ນ ມີ​ປະສິດທິ​ຜົນ; ມີ​ແຕ່​ໂຄງການ​ໃດ​ທີ່​ຕອບ​ສະໜອງ​ໄດ້​ກັບ​ມາດຕະຖານ​ດ້ານ​ປະສິດທິ​ຜົນ​ເສດຖະກິດ - ສັງຄົມ ຈຶ່ງ​ໄດ້​ຮັບເລືອກ; ​ໃນ​ເງື່ອນ​ໄຂ​ແຫຼ່ງທຶນ​ຖືກ​ຈຳກັດ, ຕ້ອງພະຍາຍາມຈັດ​ວາງ​ທຶນ​​ໃຫ້ພຽງພໍ​ເພື່ອ​ລົງທຶນ​ປະຕິບັດ​ບັນດາ​ໂຄງການ​ທີ່​ສຳຄັນ​ທີ່​ສຸດ, ມີ​ປະສິດທິ​ຜົນ​ເສດຖະກິດ - ສັງຄົມ​ສູງ​ສຸດ ​ໃນ​ຈຳນວນ​ໂຄງການທີ່​ໄດ້​ຮັບ​ເລືອກ​ຕາມ​ຫຼັກ​ດຳ​ເນີນ​ງານ, ​ແກ້​ໄຂ​ຜ່ານ​ຜ່າ​ການ​ລົງທຶນ​ກະ​ແຈກ​ກະ​ຈ່າຍ, ບໍ່​ຄົບ​ຊຸດ ​ແລະ ປະສິດທິ​ຜົນ​ຕ່ຳ.

     - ​ເພີ່ມ​ທະວີ​ລະບຽບວິ​ໄນ​ໃນ​ການ​ແບ່ງ​ຂັ້ນ​ລົງທຶນ​ສ່ວນ​ລວມ. ການ​ຕົກລົງ​ລົງທຶນ​ຕ້ອງ​ອີງ​ບົນ​ພື້ນຖານ​ດຸນ​ດ່ຽງ ​ແລະ ຈັດ​ວາງ​ແຫຼ່ງທຶນ​ໄດ້, ນຳ​ໃຊ້​​ຂໍ້​ກຳນົດ​ການ​ປັບ​ໄໝລົງ​ໂທດ ​ແນ​ໃສ່​ຍົກ​ສູງປະສິດທິ​ຜົນ​ຂອງ​ໂຄງການ​ລົງທຶນ, ຫຼີກ​ລ່ຽງຂໍ້​ຂາດ​ຕົກ​ບົກພ່ອງ ​ແລະ ຄວາມ​ສ່ຽງ ​ຕັ້ງ​ແຕ່​ຫົວທີ​​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ລົງທຶນ. ຍົກ​ສູງ​ຄວາມສັກສິດ ​ແລະ ປະສິທິຜົນວຽກ​ງານ​ຕິດຕາມ​ກວດກາ​ຕໍ່ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ ​ໂດຍ​ຜ່ານການ​ເພີ່ມທະວີ​ບົດ​ບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ວຽກ​ງານ​ກວດ​ສອບ​ບັນຊີ ຕໍ່​ກັບ​ບັນດາ​ໂຄງການ​ລົງທຶນ​ສ່ວນ​ລວມ ກໍ່​ຄື​ກົນ​ໄກ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ​ແລະ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ຕໍ່​ກັບ​ການ​ເຄື່ອນ​ໄຫວ​ລົງທຶນ​ສ່ວນ​ລວມ.

     - ​ເຕົ້າ​ໂຮມ​ລວມສູນ​ການ​ລົງທຶນ​ສ່ວນ​ລວມ​ເຂົ້າ​ໃນ​ບາງ​ໂຄງການ​ຈຸດ​ໜັດ​ໃຈກາງ, ມີ​ລັກສະນະ​ບຸກທະລຸ ​ແລະ ​ແຜ່​ລາມ​ກວ້າງ​ຕໍ່​ກັບ​ຂະ​ແໜງ​ການ​ຜະລິດ ​ເຂດ​ເສດຖະກິດ. ເຕົ້າ​ໂຮມ​ລວມສູນ​ການ​ລົງທຶນ​ສ່ວນ​ລວມ​ເຂົ້າ​ໃນ​ການ​ບໍລິການ​ສະຫວັດ​ດິການ​ສາທາລະນະ​, ຄ່ອຍໆຫລຸດ​ຜ່ອນການ​ລົງ​ທຶນ​ສ່ວນ​ລວມ​ເຂົ້າ​ໃນ​ການ​ພັດທະນາການ​ຜະ​ລິດ. ປະຕິ​ຮູບ​ງົບປະມານ​ແຫ່ງ​ລັດ​ຕາມ​ທິດຊຸກຍູ້​ການ​ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະສິດທິ​ຜົນ. ປ່ຽນ​ແປງ​ກົນ​ໄກ​ຄຸ້ມ​ຄອງ, ປັບປຸງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ, ​ແຍກ​ພາລະ​ບົດບາດ​ຄຸ້ມ​ຄອງ​ຂອງອົງການ​ລັດ ​ແລະ ພາລະ​ບົດບາດ​ຄຸ້ມ​ຄອງ​ໂຄງການຂອງ​ເຈົ້າ​ຂອງ​ໂຄງການລົງທຶນ, ຫຼີກ​ລ່ຽງສະພາບ​ການ​ພາລະ​ບົດບາດສັບ​ໄຂວ່ກັນຢູ່​ບາງ​ກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ