ວັນອາທິດ, 19/2/2017
ກ່ຽວກັບການປ່ຽນແປງໃໝ່ການຄຸ້ມຄອງ ແລະ ຂະຫຍາຍ ບໍລິການພາລະກິດສາທາລະນະ*
16/8/2016 22:0' ສົ່ງ ພິມ
ພາບປະກອບ (ພາບຂອງ TTXVN)

ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການ​ພາລະກິດສາທາລະນະ ຜ່ານ 30 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

​ບໍລິການພາລະກິດ​ສາທາລະນະ ​ເປັນ​ປະ​ເພດ​ໜຶ່ງຂອງ​ບໍລິການ​ສາທາລະນະ (ພ້ອມ​ກັບ​ບໍລິການ​ບໍລິຫານຈັດການ​ພາກ​ລັດ ​ແລະ ບໍລິການ​ສາທາ​ລະ​ນະປະ​ໂຫຍ​ດ) ຊຶ່ງ​ໄດ້​ຈັດ​ແບ່ງ​ຕາມ​ລັກສະນະ ​ແລະ​ ຄຸນ​ປະ​ໂຫຍ​ດຂອງ​ບໍລິການ. ​ບໍລິການພາລະກິດ​ສາທາລະນະປະກອບ​ດ້ວຍບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ບໍລິ​ການທີ່​ມີ​ລັກສະນະ​ສະຫວັດດີ​ການ​ສັງຄົມທີ່​ຈຳ​ເປັນ, ພື້ນຖານ​ໃຫ້​ປະຊາຊົນ​ເຊັ່ນ ​ສຶກສາ, ວັດທະນະທຳ, ວິທະຍາສາດ, ສາທາລະນະ​ສຸກ, ກິລາກາ​ຍະກຳ, ປະກັນ​ໄພ, ປະກັນ​ສັງຄົມ...

ຫັນ​ການ​ສະໜອງ​ບໍລິການພາລະກິດ​ສາທາລະນະ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ ແມ່ນ​ທ່າ​ອຽງ​ໃຫຍ່​ໃນ​ການປ່ຽນ​ແປງ​ໃໝ່​ການ​ກຳກັບ​ຄຸ້ມ​ຄອງ​ສາທາ​ລະນະ​ໃນ​ໂລກ ​​ໃນສອງສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​. ​ໃນ​ຕົວ​ແບບສັງຄົມ​ ສັງຄົມ​ນິຍົມ​ໂຊ​ວຽດ, ລັດ​ເປັນ​ເຈົ້າພາບ​ແຕ່​ຜູ້​ດຽວ​ທີ່​ລົງທຶນ ຈ່າຍ​ເງິນ, ຈັດ​ຕັ້ງ​ການ​ສະໜອງ​ບໍລິການ​ສາທາລະນະ​ເວົ້າ​ລວມ ​ແລະ ບໍລິການ​ພາລະກິດ​ສາທາລະນະ​ເວົ້າ​ໂດຍ​ສະ​ເພາະ, ຕິດ​ກັບ​ລະບົບ​ເສດຖະກິດ​ຫັນ​ເປັນ​ແຜນການ ລວມສູນ ​ເກື້ອກູນ. ​ໃນ​ສັງຄົມ​ທຶນິຍົມ, ​ໂດຍ​ແລ້ວ​ແຕ່​ທິດ​ສະ​ດີ​ພັດທະນາ​ສັງຄົມ​ຂອງ​ພັກ​ກຳ​ອຳນາດ ຊຶ່ງ​ຈະ​ສ້າງ​ນະ​ໂຍບາຍ​ຄຸ້ມ​ຄອງ ​ແລະ ພັດທະນາ​ການ​ບໍລິ​ການ​ພາລະກິດ​ສາທາລະນະ​ທີ່​ຕ່າງ​ກັນ. ​ເມື່ອ​ພັກ​ຝ່າຍ​ຂວາ​ກຳ​ອຳນາດ, ທ່າ​ອຽງ​ແຜ່​ຫຼາຍ​ແມ່ນ​ເປີດ​ເສລີ​ເສດຖະກິດ, ​ເຊີດ​ຊູ​ບົດບາດ​ຂອງ​ຕະຫຼາດ​ໃນ​ການຈັດ​ແບ່ງ​ແຫຼ່ງພະລັງ​ຕ່າງໆ, ຊ້ຳບໍ່​ໜຳ​ຍັງ​ຫັນ​ເປັນ​ເອກະ​ຊົນຕໍ່​ຫຼາຍ​ຮູບ​ແບບ​ບໍລິການ​ສາທາລະນະ. ​ເມື່ອ​ພັກ​ຝ່າຍ​ຊ້າຍ​ກຳ​ອຳນາດ ພັດ​ມີ​ທີ່າອຽງ​ຟື້ນຟູ ​ແລະ ​ເປີດ​ກວ້າງ​​ບໍລິການ​ສາທາລະນະ, ຖື​ວ່າ​ນີ້​ແມ່ນ​ວິທີ​ຮັບປະກັນ​ສະຫວັດດີ​ການ​ສັງຄົມ​ໃຫ້​ແກ່​ປະຊາຊົນ. ກ່ອນ​ເມື່ອ​ເກີດວິ​ກິດການ​ເສດຖະກິດ - ການ​ເງິນ​ໂລກ (ປີ 2008), ລັດ​ທິເສລີ​ໃໝ່ (neo-liberalism) ທີ່​​ເຄີຍ​ໄດ້​ຮັບໄຊຊະນະ​ຢູ່​ຫຼາຍ​ປະ​ເທດ​ທຶນ​ນິຍົມ​ຕາ​ເວັນ​ຕົກ​ ໃນ​ຕົ້ນ​ທົດ​ສະ​ວັດ​ທີ 7 ຂອງ​ສະຕະວັດ​ທີ XX ນັ້ນ ​ໄດ້​ເປີດ​ກວ້າງ​ອິດ​ທິພົນ​ໄປ​ຍັງ​ບັນດາ​ປະ​ເທດທີ່​ຖື​ທິດ​ສະ​ດີ​ສັງຄົມ​ປະຊາທິປະ​ໄຕເທື່ອ​ລະ​ກ້າວ, ​ແລ້ວ​ໄປ​ຍັງ​ຫຼາຍ​ປະ​ເທດ​ທີ່​ຫັນປ່ຽນ​ຈາກ​ເສດຖະກິດ​ແຜນການ​ລວມສູນ​ເກື້ອກູນ ​ມາ​ເປັນ​ເສດຖະກິດ​ຕະຫຼາດ. ນັບ​ແຕ່​ເມື່ອ​ເກີດ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ໂລກ, ​ເຂົາ​ເຈົ້າ​ມັກ​ປຶກສາ​ສົນທະນາ​ກັນ​ກ່ຽວ​ກັບ ວິ​ກິດ​ການ​ໂຄງ​ປະກອບ ຂອງລັດທິ​ເສລີ​ໃໝ່ (ໝາຍ​ຄວາມ​ວ່າ ​ມັນ​ບໍ່​ແມ່ນວິ​ກິດ​ການ​ຮອບ​ວຽນ ອີກ); ຖື​ວ່າ​ສິ່ງ​ດັ່ງກ່າວ​ສ່ອງ​ແສງ​ເຖິງ​ຄວາມ​ປະລາ​ໄຊ​ຂອງ​ຕະຫຼາດ​ເສລີ ​ແລະ ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ບົດບາດ​ແຊກ​ຄຸມ​ຂອງ​ລັດ. ​ໃນ​ເວລາ​ທີ່​ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ຍັງ​ບໍ່​ທັນ​ແລ້ວ ​ໂລກ​ພັດ​ປະ​ເຊີນ​ໜ້າ​ກັບວິ​ກິດ​ການໜີ້​ສິນ​ຫຼວງ ທີ່​ເຄັ່ງຮ້ອນ ຊຶ່ງ​ບັງຄັບ​ໃຫ້​ລັດຖະບານ​ຫຼາຍ​ປະ​ເທດ​ຕ້ອງ​ມີ​ຄວາມລະມັດລະວັງ​ໃນ​ການນຳ​ໃຊ້​ມາດ​ຕະການ​ແຊກ​ຄຸມ​ຂອງ​ລັດຕາມ​ແບບ​ດັ້ງ​ເດີມ ​ເພື່ອຮັບ​ມື​ກັບ​ວິ​ກິດ​ການ. ຄວາມ​ເປັນ​ຈິງ​ດັ່ງ​ກ່າວ​ໄດ້​ວາງຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ ຕໍ່​ກັບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການ​ສາທາລະນະ, ພິ​ເສດ​ແມ່ນ​ໝູນ​ໃຊ້​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ ​ເຂົ້າ​ໃນ​ການຈັດ​ຕັ້ງ​ການ​ລຳລຽງ​ສະໜອງ ​ແລະ ກຳນົດ​ບົດບາດ ຄວາມ​ຮັບຜິດຊອບລັດ ກໍ​ຄືຂີດ​ຂັ້ນ​ການ​ແຊກ​ແຊງ​ຂອງ​ລັດ.

ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ຫັນປ່ຽນ​ຕົວ​ແບບ​ຄຸ້ມ​ຄອງ ​ແລະ ພັດທະນາ​​ບໍລິການ​ພາລະກິດ​ສາທາລະນະ​ເທື່ອ​ລະ​ກ້າວ, ຈາກ​ການ​ຜູກຂາດ​ຂອງ​ລັດ ມາໝູນ​ໃຊ້​ຫຼາຍ​ຮູບ​ແບບ ​ເຈົ້າພາບ​ລົງທຶນ, ຈ່າຍ​ເງິນ, ຈັດ​ຕັ້ງ​ການລຳລຽງສະໜອງ ​ແລະ ຄຸ້ມ​ຄອງ. ​ໃນ​ຂະ​ບວນການ​ຫັນປ່ຽນ​ຈາກເສດຖະກິດ​ແຜນການ​ລວມສູນ​ ເກື້ອກູນ​ ມາ​ເປັນ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, “ລາຄາ​ຂອງ​ສິນຄ້າ, ​ບໍລິການ​ເກືອບ​ທຸກ​ປະ​ເພດ ​ໄດ້​ເຄື່ອນ​ໄຫວ​ຕາມ​ລາຄາ​ຕະຫຼາດ, ​ໄດ້ກຳນົດຕາມການ​ສະໜອງ​ຄວາມ​ຕ້ອງການ​ໃນ​ຕະຫຼາດ”(1), ຍົກ​ເວັ້ນລາຄາ​ຂອງ​ບໍລິການ​ສາທາລະນະ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ​ແລະ IX ຂອງ​ພັກ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມ​ຕໍ່​​ບໍລິການ​ສຶກສາ, ວັດທະນາ​ທຳ, ສາທາລະນະ​ສຸກ, ກິລາກາ​ຍະ​ກຳ,... ​ແຕ່​ໃນ​ພາກ​ຕົວ​ຈິງ ການ​ຫັນ​ເປັນສັງຄົມ​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດຢ່າງ​ຈຳກັດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ (​ເດືອນ​ເມສາ 2006) ມີ​ແຜນ​ນະ​ໂຍບາຍ “​ແຍກ​ລະບົບ​ອົງການ​ບໍລິຫານສາທາລະນະ ອອກ​ຈາກ​ລະບົບ​ອົງການ​ພາລະກິດ; ພັດທະນາ​ບັນດາ​​ບໍລິການ​ສາທາລະນະ​ຢ່າງ​ແຂງ​ແຮງ (ສຶກສາ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ສາທາລະນະ​ສຸກ, ວັດທະນະທຳ, ກິລາກາ​ຍະ​ກຳ)”(2) ​ແລະ “ປ່ຽນ​ແປງ​ໃໝ່​ໂດຍພື້ນຖານ ກົນ​ໄກ​ຄຸ້ມ​ຄອງ ​ແລະ ​ແບບ​ວິທີ​ລຳລຽງ​ສະໜອງ​​ບໍລິການ​ສາທາລະນະ ​ເປັນ​ຂອດ​ບຸກທະລຸ​ທີ່​ສຳຄັນ​ ເພື່ອ​ພັດທະນາບັນດາ​ຂົງ​ເຂດ​ວັດທະນະທຳ - ສັງຄົມ ​ຢ່າງ​ໄວ ​ແລະ ມີ​ປະສິດທິ​ຜົນ”(3). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (ເດືອນ​ມັງກອນ 2011) ​ໄດ້​ບັນລຸ​ບາດກ້າວ​ໃໝ່​ໃນ​ການ​ຮັບ​ຮູ້​ກ່ຽວກັບ​ການ​ລົງທຶນ ​ແລະ ພັດທະນາ​ບໍລິການ​ສາທາລະນະ ຊຶ່ງ​ໄດ້​ມີ​ແຜນ​ນະ​ໂຍບາຍ: “ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ, ກົນ​ໄກ​ເຄື່ອນ​ໄຫວ​ຂອງບັນດາ​ຫົວໜ່ວຍ​ບໍລິການ​ສາທາລະນະ ​ໃຫ້​ສອດຄ່ອງ​ກັບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ບັນດາ​ຫົວໜ່ວຍ​ເຫຼົ່າ​ນີ້​ມີ​ສິດ​ເປັນ​ເຈົ້າ​ການ ​ແລະ ​ໄດ້​ຮັບ​ການ​ສົ່ງ​ເສີມ, ອຳນວຍ​ເງື່ອນ​ໄຂ​ອັນ​ສະດວກ ​​ໃຫ້​ເຂົ້າ​ຮ່ວມ​ໃນ​ຕະຫຼາດ, ​ສະໜອງ​ບໍລິການ​ສາທາ​ລະນະ​ທີ່ນັບ​ມື້​ນັບ​ຫຼາຍ​ແລະ​ດີ​ໃຫ້​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ບໍລິການ​ສາທາລະນະ​ສຸກ, ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ...”(4). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ (​ເດືອນ​ມັງກອນ 2016) ຕັ້ງ​ແຜນ​ນະ​ໂຍບາຍ “ຫັນ​ຂົງ​ເຂດ​ບໍລິການ​ສາທາລະນະ​ເປັນ​ສັງຄົມ, ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ໃຫ້​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ນີ້”(5) ​ແລະ ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ​ໃນ​ການ “ປະຕິບັດ​ກົນ​ໄກ​ຕະຫຼາດ ​ແລະ ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມຕໍ່​ການ​ສະໜອງ​​ບໍລິການ​ສາທາລະນະ​ຕ່າງໆ”(6). ພ້ອມ​ກັນ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມກໍ​ໄດ້​ກຳນົດ​ບັນດາ​ຄວາມ​ຕ້ອງການ, ​ເນື້ອ​ໃນ​ອັນ​ລະອຽດ ​​ເພື່ອແນ​ໃສ່​ຮັບປະກັນຮັກສາ​ທິດ​ທາງ​ສັງຄົມ​ນິຍົມ ​ໂດຍ​ຜ່ານການ​ບູລະນະ​ພາລະ​ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ; ​ເພີ່ມ​ທະວີ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ບັນດາ​ຫົວໜ່ວຍ​ພາລະກິດ​ສາທາລະນະ ບົນ​ພື້ນຖານກຳນົດ​ບົດບາດເຈົ້າພາບຢູ່​ໃນ​ຕະຫຼາດ​ບໍລິການ​ສັງຄົມ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຈັດ​ຕັ້ງ​ຄຸ້ມ​ຄອງ; ປະຕິບັດ​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​ໃຫ້​ຜູ້ທຸກຍາກ, ຄົນ​ຊົນ​ເຜົ່າ​ສ່ວນ້ອຍ, ຄົນ​ທີ່​ຕົກ​ໃນ​ສະພາບ​ຫຍຸ້ງຍາກ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ສັງຄົມທີ່​ຕະຫຼາດພາ​ໃຫ້​ເກີດຂຶ້ນ; ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ຕາມ​ຂັ້ນ​ຕອນ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ; ຮັກສາ​ລັກສະນະມະນຸດ​ອະລິຍະ​ທຳ, ​ເພື່ອ​ມະ​ນຸດ ​ແລະ ​ໃຫ້​ບໍລິການ​ມີ​ຜົນ​ປະ​ໂຫຍ​ດລວມຫຼາຍ​ສຸດ.

ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ການຄຸ້ມ​ຄອງ ​ແລະ ພັດ​ທະ​ນາ​​ບໍລິການ​ພາລະກິດ​ສາທາລະນະ​ໄດ້​ຖືກຫັນ​ເປັນ​ນິຕິ​ກຳ​ໃນ​ກົດໝາຍ, ກົດດຳລັດ  ຫຼາຍສະບັບ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ​ໃນດຳລັດຂອງ​ລັດຖະບານ (7) ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຈຳນວນ​ໜຶ່ງ​ທີ່​ແນ່ນອນ. ​ໃນ​ຂັ້ນ​ຕົ້ນ ​ໄດ້​ເພີ່ມ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ ກ່ຽວ​ກັບ​ການຈັດ​ຕັ້ງກົງຈັກ, ບັນຈຸ​ບຸກ​ຄະລາ​ກອນ, ​ເງິນ​ເດືອນ ​ໃຫ້​ບັນດາ​ຫົວໜ່ວຍ​ພາລະກິດ​ພາກ​ລັດ. ຍົກຍ້າຍ​ບາງ​ຫົວໜ່ວຍ​ພາລະກິດ​ສະ​ທາ​ລະນະ​ໃນ​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ ​ມາ​ເປັນ​ຂອງ​ກຸ່ມ​ບໍລິສັດ, ສະຫະ​ບໍລິສັດ ​ເພື່ອປະກອບສ່ວນ​ຊຸກຍູ້​ການ​ເປັນ​ຮູບ​ເປັນ​ຮ່າງ​ຂອງ​ຕະຫຼາດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ຜະລິດ ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ. ສົ່ງ​ເສີມ​ຍິ່ງ​ກວ່າ​ອີກໃຫ້​ເອກະ​ຊົນ​​ລົງທຶນ​ເຂົ້າ​ໃນ​ການພັດທະ​ນາ​​ບໍລິການ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ສິລະ​ປະ - ວັດທະນະທຳ, ກິລາກາ​ຍະ​ກຳ... ບາງ​ຮູບ​ການ​ຮ່ວມ​ມື​ລັດ-​ເອກະ​ຊົນ (PPP) ​ໃນ​ການຈັດ​ຕັ້ງ​ການ​ສະໜອງ​ບໍລິການ​ພາລະກິດ​ສາທາລະນະ ​ໄດ້​ຖືກ​ໝູນ​ໃຊ້​ແລ້ວ, ຕົ້ນຕໍ​ແມ່ນ​ການ​ກໍ່ສ້າງ, ມອບ​ໂອນ ​ແລະ ນຳ​ໃຊ້​ໂຄງ​ສ້າງ​ພື້ນຖານ​ເຕັກນິກ​ຂອງ​ຫົວໜ່ວຍ​ພາລະກິດ​ສາທາລະນະ.​ ແຕ່, ການ​ຍົກຍ້າຍ​ຫັນປ່ຽນ​ເທິງ​ນີ້ກໍ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້ກັບຄວາມ​ຮຽກຮ້ອງຕ້ອງການ​ປ່ຽນ​ແປງ​ໃໝ່ຂອງພັກ, ​ບໍລິການ​ພາລະກິດ​ສາທາລະນະ​ຍັງ​ເປັນຂົງທີ່​ລັດ​ຕ້ອງ “​ເກື້ອກູນ” ຫຼາຍ​ທີ່​ສຸດ. ນີ້​ກໍ​ເປັນ​ຂົງ​ເຂດ​ທີ່​ຖືກກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ຕີ​ລາ​ຕາ​ວ່າ “... ການ​ຄຸ້ມຄອງ, ຈັດການ​ບໍລິຫານ​ຍັງ​ບໍ່​ທັນ​ປະຕິບັດ​ຕາມ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ, ​ເປັນ​ຕົ້ນ​ແມ່ນ ​ໃນ​ການຈັດ​ແບ່ງ​ແຫຼ່ງພະລັງ, ຄຸ້ມ​ຄອງ​ສິນຄ້າ, ບໍລິການ​ສາທາລະນະ​ທີ່​ຈຳ​ເປັນ​ຕ້ອງການ ​ແລະ ຍັງ​ບໍ່​ທັນ​ຮັບປະກັນ​ການ​ແຂ່ງຂັນ​ແບບສະ​ເໝີ​ພາບ”(8).

ຂໍ້​ຈຳກັດ​ຕ່າງໆ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ການ​ຄຸ້ມຄອງ ​ແລະ ພັດທະນາ​​ບໍລິການ​ພາລະ​ກິດ​ສາທາລະນະ ​ຢູ່​ຫວຽດນາມ

ທີ​ໜຶ່ງ, ​ຈຳແນ​ກລັກສະນະ​ຂອງ​ບັນດາ​ປະ​ເພດ​ບໍລິການຍັງ​ບໍ່​ທັນ​ຈະ​ແຈ້ງ ລະຫວ່າງບໍລິການ​ສາທາລະນະ​ດຽວລ້ວຍ ​ແລະ ບໍລິການທີ່​ບໍ່​ແມ່ນ​ສາທາລະນະ​ດຽວ​ລ້ວນ ​ເພື່ອ​ກຳນົດ​ລະດັບ​ຮັບຜິດຊອບຂອງ​ລັດ​ຕໍ່ທັງ​ໝົດທຸກ​ຂອດບໍລິການ ຫຼື​ຕໍ່​ບັນດາຂອດທີ່ຈຳ​ເປັນ, ຫຼື​ມອບ​ສິດ​ໃຫ້​ບັນດາ​ເຈົ້າພາບນອກ​ພາກ​ລັດ. ​ບໍລິການ​ສາທາລະນະ​ດຽວ​ລ້ວນ ​ແມ່ນ​ປະ​ເພດ​ບໍລິການ​ທີ່​ມີ​ຄົບ​ທັງ​ສອງ​ລັກສະນະ​ຄື: ບໍ່​ປັດ​ເຂ່ຍ​ກັນ (ໝາຍຄວາມ​ວ່າ ຜູ້​ນີ້​ຊົມ​ໃຊ້​ຈະ​ບໍ່ປະຕິ​ເສດການ​ຊົມ​ໃຊ້​ຂອງ​ຜູ້​ອື່ນ) ​ແລະ ບໍ່​ແກ່ງ​ແຍ້​ງກັນ (ໝາຍ​ຄວາມ​ວ່າ ຜູ້​ນີ້​ຊົມ​ໃຊ້​ຈະ​ບໍ່​ຫລຸດຜ່ອນ​ປະລິມານການ​ຊົມ​ໃຊ້​ຂອງ​ຜູ້​ອື່ນ). ບັນດາ​ປະ​ເພດ​ບໍລິການ​ທີ່​ບໍ່​ມີ​ຄົບ​ທັງ​ສອງລັກສະນະ​ເທິງ​ນີ້ ​ແມ່ນ​​ບໍລິການທີ່​ບໍ່​ແມ່ນ​ສາທາລະນະ​ດຽວ​ລ້ວນ​ໃນ​ລະດັບ​ທີ່​ຕ່າງ​ກັນ. ບໍລິການ​ສາທາລະນະ​ດຽວ​ລ້ວນ​ແມ່ນ​​ບໍລິການຮັບ​ໃຊ້​ຄວາມ​ຕ້ອງ​ການພື້ນຖານ, ຈຳ​ເປັນຂອງ​ປະຊາຊົນ, ຮັບປະກັນພື້ນຖານ​ການ​ພັດທະນາ​ສັງຄົມ ​ແຕ່​ເອກະ​ຊົນ​ບໍ່​ຢາກ​ເຂົ້າ​ຮ່ວມ, ລັດ​ມີ​ຄວາມ​ຮັບຜິດຊອບ​ທັງ​ໝົດ ນັບ​ແຕ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ວັດຖຸ, ຈ່າຍ​ເງິນ, ຈັດ​ຕັ້ງສະໜອງ​ບໍລິການ ​ແລະ​ ຄຸ້ມ​ຄອງ, ​ເຖິງວ່າ​ອາດ​ຈະ​ມອບ​ສິດ​ໃຫ້​ບັນດາ​ເຈົ້າພາບ​ນອກ​ພາກ​ລັດ​ເຂົ້າ​ຮ່ວມ​ໃນ​ຂອດ​ໃດ​ໜຶ່ງ​ທີ່​ບໍ່​ສຳຄັນ​ກໍ​ຕາມ. ​ບໍລິການ​ທີ່ບໍ່​ແມ່ນ​ສາທາລະນະ​ດຽວ​ລ້ວນ ກໍ​ອາດ​ຈະ​ມອບ​ສິດ​ໃຫ້​ຂົງ​ເຂດ​ນອກ​ພາກ​ລັດ ​ທີ່​ໄດ້​ຫັນ​ເປັນ​ສັງຄົມດ້ວຍ​ລະດັບ​ທີ່​ຕ່າງ​ກັນ ​ເປັນ​ຜູ້​ປະຕິບັດ, ສ່ວນ​ລັດຖະບານ​ພຽງ​ແຕ່​ຄຸ້ມ​ຄອງ, ​ແຊກ​ຄຸມ, ກວດກາ ​ແລະ ດັດສົມ​ໂດຍ​ຜ່ານການ​ນຳ​ໃຊ້​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ບູລະນະ​ລະບຽບ​ກົດໝາຍ ​ແລະ ບັນດາ​ເຄື່ອງມື​ຄຸ້ມ​ຄອງ ກໍ​ຄື​ຊ່ວຍ​ເຫຼືອ​ການ​ເງິນ​ໂດຍ​ກົງ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່​ຖືກ​ເສຍປຽບ ບໍ່​ມີ​ໂອກາດ​ເຈົ້າ​ເຖິງ​​ບໍລິການ. ຖ້າ​ຫາກ​ບໍ່ຈຳແນ​ກຢ່າງຈະ​ແຈ້ງບັນດາ​ປະ​ເພດ​ບໍລິການ​ສາທາລະນະທີ່​ຕິດ​ກັບ​ແຕ່ລະ​ລັກສະນະດັ່ງກ່າວ​ເທິງ​ນີ້ ​ໃນ​ວິວັດ​ການ​ຫັນ​ເປັນ​ສັງຄົມມັກ​ຈະຫຼົງ​ປົນ​ເປພາລະ​ບົດບາດ​ ​ໂດຍ​ງ່າຍ, ໝາຍ​ຄວາມ​ວ່າ ລັດ​ຫາ​ເຫດ​ຜົນເພື່ອ​ຖອນ​ຖອຍ​ບໍ່​ຮັບ​ບົດບາດ, ໜ້າ​ທີ່ຮັບຜິດ​ຊອບ​ຂອງ​ຕົນ​ຕໍ່​ກັບ​ບັນດາ​​ບໍລິການ​ສາທາລະນະ​ທີ່​ເອກະ​ຊົນບໍ່​ຢາກ​ເຮັດ, ຫຼື​ເອກະ​ຊົນ​​ເຮັດ​ແຕ່​ບໍ່​ມີ​ປະສິດທິ​ຜົນທໍ່ກັນ​ກັບ​ລັດ​ເຮັດ, ດ້ານ​ອື່ນ ​ລັດ​ພັດກຳ​ເອົາ​ບັນດາ​​ບໍລິການ​ສາທາລະນະ​ທີ່​ເອກະ​ຊົນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ ​ແລະ ​ເຮັດດີກ​ວ່າ​ລັດ.

ທີ​ສອງ, ຈຳ​ແນ​ກຍັງ​ບໍ່​ທັນ​ຈະ​ແຈ້ງ​ລະຫວ່າງ​ການ​ຄຸ້ມ​ຄອງບໍລິຫານຂອງ​ລັດ ​ແລະ ການ​ຄຸ້ມ​ຄອງ​ຂອງໜ່ວຍ​ພາລະກິດ​ສາທາລະນະ; ລະຫວ່າງ​ການ​ລົງທຶນ, ຈ່າຍ​ເງິນ​ເສຍ​ຄ່າ​ທຳນຽມ (ຈ່າຍ​ທັງ​ໝົດ ຫຼື​ຈ່າຍສ່ວນ​ໜຶ່ງ) ຂອງ​ລັດ ​ແລະ​ ການ​ເຄື່ອນ​ໄຫວ​ສະໜອງບໍລິການ​ສາທາລະນະ ​​ໂດ​ຍການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ເຈົ້າພາບ. ​ເພາະສະ​ນັ້ນ ຈຶ່ງ​ບໍ່​ມີ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ແລະ ກໍ່​ໃຫ້​ເກີດ​ສະພາບ​ຫັນ​ເປັນ​ແບບ​ບໍລິຫານ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຫົວໜ່ວຍ​ສະໜອງ​ບໍລິການ​ພາລະກິດສາທາລະນະ, ບໍ່​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ​ໂຮງຮຽນ, ​ໂຮງໝໍ, ສູນວັດທະນະທຳ... ຕາມ​ທິດ​ທັນ​ສະ​ໄໝ ​ແລະ ມື​ອາຊີບ. ມັນ​ກໍ​ເຮັດ​ໃຫ້​ລັດ​ທັງ​ກາຍ​ເປັນ​ຜູ້​ລົງທຶນ ທັງ​ເປັນ​ຜູ້​ຈັດ​ຕັ້ງ​ໃຫ້​ບໍລິການ, ການຈັດ​ຕັ້ງ​ກົງຈັກ ​ແລະ ການ​ບັນຈຸ​ພະນັກງານ​ນັບ​ມື້​ນັບ​ເບັ່ງ​ຂຶ້ນ. ຂົງ​ເຂດ​ພາລະກິດ​ສາທາລະນະ​ເປັນ​ບ່ອນ​ທີ່​ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍກວ່າ​ໝູ່​ໃນ​ບັນດາ​ເປົ້າ​ໝາຍ​ທີ່​ກິນ​ເງິນ​ເດືອນ ​ແລະ ​ເບ້ຍລ້ຽງ​ຈາກ​ງົບປະມານ​ແຫ່ງ​ລັດ, ສ້າງ​ແບກ​ຫາບ​ອັນ​ໜັກໜ່ວງ​ໃຫ້​ແກ່​ລາຍ​ຈ່າຍ​ປະຈຳ, ຈຳກັດ​ຄວາມ​ສາມາດ​ຂອງ​ລັດ​ໃນ​ການ​ລົງທຶນ​ພັດທະນາ. ​ໃນ​ເວລາ​ນັ້ນ, ຢູ່​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ, ການ​ຫັນ​ເປັນ​ຫຼາຍ​ເຈົ້າພາບ​ສະໜອງ​ບໍລິການພາລະກິດ​ສາທາລະນະ ​ແມ່ນ​ຮູບ​ການ​ແຜ່​ຫຼາຍ​ທົ່ວ​ໄປ, ​ເຖິງ​ວ່າ​ລັດ​ຍັງ​ຖື​ບົດບາດ​ເປັນນັກ​ລົງທຶນກໍ​ຕາມ. ວິທີ​ເຮັດ​ແບບ​ນີ້​ ບໍ່​ພຽງ​ແຕ່​ຫລຸດຜ່ອນ​ແຮງ​ກົດ​ດັນ​ການ​ຈ່າຍ​ເງິນ​ເດືອນ​ຂອງລັດລົງ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ເຈົ້າພາບ​ທີ່​ສະໜອງ​​ບໍລິການ​ກ່ອມ​ເມື່ອ​ຜະລິດ​ຕະພັນ​ໄດ້​ຜະລິດ​ອອກ​ມາ, ດຶງ​ດູດ​ຂົງ​ເຂດ​ນອກ​ພາກ​ລັດ​ໃຫ້​ລົງທຶນ​ພັດທະນາ​​ບໍລິການ ​ແລະ ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ. ການ​ຮ່ວມ​ມື​ລັດ-​ເອກະ​ຊົນ​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ກໍລະນີ​ນີ້, ​ເຊັ່ນ ລັດ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ ​ແລ້ວ​ມອບ​ສິດ​ໃຫ້​ເອກະ​ຊົນ​ເຊົ່າ ​ແລະ​ນຳ​ໃຊ້, ດຳ​ເນີນ​ການ​ຕາມ​ສັນຍາ​ໄລຍະ​ຍາວ; ຫຼື​ວ່າ ລັດ​ຈ່າຍ​ເງິນ​ໃຫ້​ແກ່ບໍລິການພາລະກິດ​ສາທາລະນະ​ບາງ​ປະ​ເພດ ທີ່​ຂົງ​ເຂດ​ເອກະ​ຊົນຫຼືອົງການ​ຈັດ​ຕັ້ງສັງຄົມ​ສະໜອງ​ ຕາມ​ມາດຕະຖານກວດ​ກຳນົດ​ຂອງ​ລັດ...

ທີ​ສາມ, ຍັງ​ບໍ່​ທັນ​ກຳນົດ​ຢ່າຈະ​ແຈ້ງ ຄວາມ​ແຕກ​ຕ່າງ​ກັບ​ລະຫວ່າງ​ການ​ລົງທຶນພັດ​ທະນະບໍລິການ​ພາລະກິດສາທາລະນະ ​ແລະ ການ​ລົງທຶນ​ໃຫ້​ແກ່​ບໍລິການ​ບໍ​ລິ​ຫານ​ສາທາລະນະ. ກົນ​ໄກ​ຄຸ້ມ​ຄອງ​ເງິນ​ເດືອນ​ຂອງ​ຂົງ​ເຂດ​ພາລະກິດສາທາລະນະ ຍັງ​ຕິດ​ກັບ​ກົນ​ໄກ​ຄຸ້ມ​ຄອງ​ບໍລິຫານ​ລັດ, ຍັງ​ບໍ່​ທັນ​ຕິດ​ການ​ລົງທຶນ​ຂອງ​ລັດ​ກັບ​ປະສິດທິ​ຜົນ​ທີ່​ໄດ້​ຮັບ. ງົບປະ​ມານ​ທີ່ລັດສະໜອງ​ໃຫ້ ຫຼື​ຊ່ວຍ​ໜູນ​ໃຫ້​ ບັນດາຫົວໜ່ວຍ​ພາລະກິດ​ສາທາລະນະ ​ໄດ້​ອີງ​ໃສ່​ການ​ບັນຈຸ​ພະນັກງານ ​ແລະ ຕາມ​ຄາດໝາຍ​ແຜນການ ດັ່ງ​ນັ້ນ ຈຶ່ງ​ບໍ່​ສົ່ງ​ເສີມ​ການ​ຫລຸດຜ່ອນ​ການ​ບັນຈຸ​ພະນັກງານ ​ແລະ ຍົກ​ສູງ​ຄຸນະພາ​ບ​ບໍລິການ. ຕົວຢ່າງ​ເຊັ່ນ, ຍ້ອນ​ງົບປະມານ​ແຫ່ງ​ລັດ​ສະໜອງ​ໃຫ້​​ໂຮງຮຽນມະຫາວິທະຍາ​ໄລ​ແຫ່ງ​ລັດ ອີງ​ຕາມ​ຈຳນວນ​ພະນັກງານລັດຖະກອນ​ໃນ​ບັນຈຸ ​ແລະ ຈຳນວນ​ນັກຮຽນ​ນັກ​ສຶກສາ​ຈະ​ເຂົ້າ​ຮຽນ​ຕາມ​ແຜນການ​ປະຈຳ​ປີ, ດັ່ງ​ນັ້ນ ​ໂຮງຮຽນ​ຈຶ່ງ​ມີ​ທ່າ​ອຽງ​ເປີດ​ຂະ​ແໜງ​ການ​ຮຽນ​ທີ່​ຕະຫຼາດ​ມີ​ຄວາມ​ຕ້ອງການ ​ເພື່ອ​ຈະ​ເກັບ​ຄ່າ​ຮຽນ​ສູງ​ສຸດ, ​ແຕ່​ພັດ​ເບິ່ງ​ເບົາ​ບັນດາ​ຂະ​ແໜງ​ການ​ຮຽນ​ທີ່​ລັດ​ຕ້ອງການ ​ແລະ ບໍ່​ໃຫ້ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຢ່າງ​ພຽງພໍ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່ບໍ່​ມີ​ຄວາມ​ສາມາດ​ຈ່າຍ​ຄ່າ​ຮຽນ. ​ເພາະສະ​ນັ້ນ, ຕໍ່​ກັບ​ບັນດາ​ຂະ​ແໜງ​ການ​ບຳລຸງ​ສ້າງ​ທີ່​ເອກະ​ຊົນບໍ່​ຢາກ​ລົງທຶນ ຫຼື​ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ​ລົງທຶນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຂະ​ແໜງ​ວິທະຍາສາດ​ພື້ນຖານ ຫຼື​ບັນດາ​ຂະ​ແໜງ​ທີ່​ມີ​ລັກສະນະ​ນຳພາ​ການ​ພັດທະນານັ້ນ ​ລັດ​ພັດ​ບໍ່​ສາມາດ​ລະດົມ​ແຫຼ່ງພະ​ລັງ​ທີ່​ຈຳ​ເປັນ​ໄດ້​ຢ່າງ​ພຽງ​ພໍ; ນັກຮຽນ​ນັກ​ສຶກສາ​ຫຼາຍ​ຄົນ​ມີ​ຄວາມ​ສາມາດຮ່ຳຮຽນ ​ແຕ່​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຈ່າຍ​ຄ່າ​ຮຽນ, ພັດ​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີນ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ.

ທີສີ່, ກຳ​ນົດຢ່າງ​ບໍ່​ຄົບ​ຖ້ວນ​ ກ່ຽວ​ກັບ​ບົດບາດ​ຂອງ​ລັດ​ໃນ​ຖານະ​ເປັນ​ເຈົ້າພາບ​ໜຶ່ງ​ໃນ​ຕະຫຼາດສະໜອງ​ບໍລິການ​ສັງຄົມ, ຍອມຮັບ​ການ​ແຂ່ງຂັນຢ່າງ​ສະ​ເໝີ​ພາບ​ກັບ​ຂົງ​ເຂດ​ເອກະ​ຊົນ, ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ​​ເພື່ອຫລຸດ​ລາຄາ​ຄ່າ​ບໍລິການ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ. ​ໃນ​ບັນດາ​ຕົວ​ແບບ​ຄຸ້ມ​ຄອງ​ບໍລິຫານ​ແບບ​ດັ້ງ​ເດີມ, ລັດ​ຢູ່​ເທິງ ຫຼື​ຢູ່​ຄຽງຂ້າງ​ຕະຫຼາດ. ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ, ລັດ​ບໍ່​ພຽງແຕ່ຢຸດ​ຢູ່​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າພາບ​ໜຶ່ງ​ໃນ​ຕະຫຼາດ. ດ້ວຍ​ຖານະ​ເປັນ​ນັກ​ລົງທຶນ, ລັດ​ນຳ​ໃຊ້​ແຫຼ່ງການ​ເງິນ​ຫຼວງ ​ເພື່ອ​ລົງທຶນ​ຢ່າງ​ສະຫຼາດ​ຄ່ອງ​ແຄ້​ວ, ນຳພາ​ຕະຫຼາດ​ຕາມ​ຍຸດ​ທະ​ສາດ​ຂອງ​ຕົນ ​ໂດຍ​ມີ​ການ​ຄິດ​ໄລ່​ປະສິດທິຜົນ​ລວມ ​ແລະ ລະອຽດ​ທີ່​ຈະ​ຕ້ອງ​ບັນລຸ​ໃຫ້​ຈົນ​ໄດ້. ​ໃນ​ຄວາມ​ໝາຍ​ນັ້ນ, ດ້ວຍ​ຖານະ​ເປັນ​ເຈົ້າພາບໜຶ່ງ​ທີ່​ສະໜອງບໍລິການ​ພາລະກິດສາທາລະນະ, ລັດ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມລະບຽບ​ກົດໝາຍ ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ເຈົ້າພາບ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ ​ໂປ່​ງ​​ໃສ, ມີ​ໂອກາດ​ເທົ່າ​ທຽມ​ກັນ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງພະລັງ​ສາທາລະນະ​ເຊັ່ນ ທີ່​ດິນ ຫຼື​ບັນດາ​ສັນຍາ, ​ໂຄງການ​ນຳ​ໃຊ້​ການ​ເງິນ​ຫຼວງ. ​ແຂ່ງຂັນ​ໃນ​ຂົງ​ເຂດພາກ​ລັດ ​ແລະ ​ແຂ່ງຂັນ​ລະຫວ່າງ​ພາກ​ລັດ​ກັບ​ພາກ​ເອກະ​ຊົນ​ ທີ່​ມີ​ຄວາມ​ໝາຍ​ຫລຸດຜ່ອນ​ລາຄາ​ສຳ​ເລັດ​ຮູບ ​ແລະ ຍົກ​ສູງ​ຄຸນະພາບ​ຂອງ​ບໍລິການ.

ທີ​ຫ້າ, ລັດ​ຍັງ​ຕ້ອງ​ປະຕິບັດ​ການ​ເກື້ອກູນ​ນັບ​ແຕ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ, ປົວ​ແປງ​ຮັກສາ​ພື້ນຖານ​ວັດຖຸ - ​ເຕັກນິກ, ຈົນ​ເຖິງ​ຈ່າຍ​ເງິນ​ເດືອນ​ໃຫ້​ພະນັກງານ​ລັດຖະກອນ, ຜູ້​ອອກ​ແຮງ​ງານ​ຂອງ​ບັນດາ​ຫົວໜ່ວຍພາລະກິດສາທາລະນະ​ແຫ່ງ​ລັດ ​ແລະ ຈ່າຍ​ຄ່າ​ບໍລິການ​ເຕັມ​ສ່ວນ ຫຼື​ສ່ວນ​ໜຶ່ງ​ໃຫ້​ແກ່​ຜູ້​ຊົມ​ໃຊ້​ບໍລິການ. ​ເວົ້າ​ຢ່າງ​ອື່ນ, ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ບັນດາ​ຫົວໜ່ວຍ​ພາລະກິດສາທາລະນະ​ແຫ່ງລັດ ຍັງ​ບໍ່​ທັນ​ປະຕິບັດ​ຕາມ​ກົນ​ໄກ​ຕະຫຼາດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຕີ​ລາຄາ​ວ່າ “ລາຄາ​ຂອງ​ສິນຄ້າ,​ບໍລິການ​ທີ່ຈຳ​ເປັນ​ຈຳນວນ​ໜຶ່ງ ຍັງ​ບໍ່​ທັນ​ປະຕິບັດ​ຕາມ​ຫຼັກການ​ຕະຫຼາດ​ແທ້​ເທື່ອ”(9). ລະອຽດ​ຄື, ບັນດາ​ປັດ​ໄຈ​ທີ່​ປະກອບ​ເປັນ​ລາຄາ​ຄ່າ​ບໍລິການຍັງ​ຖືກ​ປິດ​ບັງ​ດ້ວຍ​ການ​​ເກື້ອກູນຂອງ​ລັດ (​ເກື້ອກູນຈ່າຍ​ເງິນ​ເດືອນ, ​ເກື້ອກູນ​ໃນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ ​ແລະ ປົວ​ແປງ​ຮັກສາ​ພື້ນຖານ​ວັດຖຸ, ​ເກື້​ອກູນລາຍ​ຈ່າຍ​ປະຈຳ​​ຕ່າງໆ...); ລະດັບ​ຄ່າ​ບໍລິການ​ທີ່​ເກັບ​ຈາກ​ຜູ້​ຊົ​ມ​ໃຊ້​ການບໍລິ​ການ​ໄດ້​ຄິດ​ໄລ່​ພຽງສ່ວນ​ໜຶ່ງ​ ຊຶ່ງ​ບໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ຊົມ​ໃຊ້ຕໍ່​ບໍລິການ; ຍັງ​ບໍ່​ທັນ​ມີ​ແຮງ​ກົດ​ດັນ​ບັງຄັບ​ໃຫ້​ບັນດາ​ຫົວໜ່ວຍ​ສະໜອງ​​ບໍລິການ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ. ການ​ເກື້ອກູນ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ບັນດາ​ຫົວໜ່ວຍສະໜອງ​ບໍລິການ​ພາລະກິດສາທາລະນະ ​ເອື່ອຍ​ອີງ​ໃສ່​ລັດ​ໃນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ ​ແລະ ຈ່າຍເງິນ​ເດືອນ ຊຶ່ງພາ​ໃຫ້​ເກີດ​ສະພາບ​ການວາງ​ງົບປະມານ​ປີ​ຖັດ​ໄປ​ສູງ​ກວ່າ​ປີ​ທີ່​ແລ້ວ. ດ້ານ​ອື່ນ, ບັນດາ​ຫົວໜ່ວຍ​ພາລະກິດສາທາລະນະ​ແຫ່ງ​ລັດ ຍັງ​ຄົງ​ “​ເກັບ​ເພີ່ມ” ຄ່າ​ບໍລິການ ພາຍ​ໃຕ້​ຫຼາຍ​ຮູບ​ການ​ທີ່​ຕ່າງ​ກັນ ​ເພື່ອ​ເພີ່ມ​ຜົນ​ປະ​ໂຫຍ​ດພາກສ່ວນ​​ໃຫ້​ແກ່​ຫົວໜ່ວຍ​ຂອງ​ຕົນ, ຊຶ່ງ​ໃນ​ພາກ​ຕົວ​ຈິງ ຄ່າ (ຄ່າ​ບໍລິການ) ຫຼາຍ​ປະ​ເພດ​ໄດ້​ກາຍ​ເປັນ ລາຄາ ຢ່າງ​ບໍ່​ເປັນ​ທາງ​ການ (​ເປັນ​ຕົ້ນ​ແມ່ນ​ຄ່າ​ຮຽນ, ຄ່າ​ນອນ​ໂຮງໝໍ...). ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ໃຫ້​ມີ​ສະພາບ​ການ​ ການ​ໃຊ້​ຈ່າຍ​ປະຈຳ​ເຄີຍ​ກວມ​ເອົາອັດ​ຕາ​ສ່ວນສູງ​ໃນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ທັງ​ໝົດ, ​ເຮັດ​ໃຫ້ການ​ຂາດ​ດຸນ​ງົບປະມານ​ເພີ່ມ​ຂຶ້ນ, ສ່ວນ​ຜົນ​ປະ​ໂຫຍ​ດທີ່​ເກັບ​ມາ​ນັ້ນ​ພັດ​ຕົກ​ໃສ່​ຖົງ​ຂອງ​ຫົວໜ່ວຍ​ສະໜອງ​ບໍລິການ, ປະໃຫ້​ລັດ​ຕ້ອງ​ແບກ​ຫາບ​ພາລະ​ອັນ​ໜັກໜ່ວງ. ການ​ໜ່ວງ​ໜ່ຽວ​ລະບອບ​ເກື້ອກູນ​ຕໍ່ບັນດາ​ບໍລິການ​ພາລະກິດທີ່​ບໍ່​ແມ່ນ​ສາທາລະນະ​ດຽວ​ລ້ວນ ກໍ​ເປັນ​ການ​ກີດ​ກັ້ນ​ບໍ່​ໃຫ້​ເອກະ​ຊົນ​ເຂົ້າ​ຮ່ວມການ​ລົງທຶນ​ພັດ​ທະ​ນາ​​ບໍລິການ ​ໃນ​ວິວັດ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມ.

ທີ​ຫົກ, ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ​ໃນ​ວິວັດ​ການຫັນ​ເປັນ​ສັງຄົມ​ຕໍ່​ບໍລິການພາລະ​ກິດ​ສາທາລະນະ​ຍັງ​ຖືກ​ຈຳກັດ. ບາງ​ແຫ່ງ​ຍັງຖື​ວ່າ ການ​ຫັນ​ເປັນ​ສັງຄົມ​ແລະ​ການ​ຫັນ​ເປັນ​ເອກະ​ຊົນ​ ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ບໍ່​ເຫັນ​ໄດ້​ວ່າ ບໍລິການ​ສາທາລະນະ​ບໍ່​ປະຕິບັດ​ຕາມ​ການ​ພົວພັນ​ຕະຫຼາດ​ເຕັມ​ສ່ວນ, ບໍ່​ເຫັນ​​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ຕໍ່​ກັບ​ແຕ່ລະ​ຂອດ, ​ແຕ່ລະ​ແງ່​ມູມທີ່​ຕ່າງ​ກັນ​ ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການ​ພາລະກິດສາທາລະນະ. ການ​ເລືອກ​ເອົາ​ຂົງ​ເຂດ​ເພື່ອ​ຫັນ​ເປັນ​ສັງຄົມ​ ກໍ​ບໍ່​ແທດ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ, ພາ​ໃຫ້​ເກີດ​ສະພາບ​ການ ມີ​ບໍລິການບາງຢ່າງ​ທີ່​ຕ້ອງການ​ໃຫ້​ລັດ​ຈັດ​ຕັ້ງ​ການ​ສະໜອງ ​ແຕ່​ພັດ​ປະປ່ອຍ​ໃຫ້​ຕະຫຼາດ, ມີ​ຂົງ​ເຂດ​ຕ້ອງການ​ຫັນ​ເປັນ​ສັງຄົມ​ ​ແຕ່ພັດ​ຈັດ​ຕັ້ງ​ຫົວໜ່ວຍ​ພາລະກິດສາທາລະນະ​ແຫ່ງ​ລັດ​ເພື່ອ​ສະໜອງ​ບໍລິການ ພາ​ໃຫ້ການ​ຈັດ​ຕັ້ງ​ພະ​ລຸງ​ພະລັງ, ມີ​ປະສິດ​ຜົນ​ໜ້ອຍ. ​ໃນ​ການ​ຫັນ​ເປັນ​ສັງຄົມ ສ່ວນ​ຫຼາຍ​ແມ່ນ​ພຽງ​ແຕ່​ເອົາ​ໃຈ​ໃສ່​ດຶງ​ດູດ​ເອກະ​ຊົນ​ເຂົ້າ​ຮ່ວມ ຫາກຍັງ​ບໍ່​ທັນໃຫ້ຄວາມ​ສຳຄັນ​ເຖິງ​ການ​ມອບ​ສິດ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ອົງການ​ຈັດ​ຕັ້ງ​ຊຸມ​ຊົນ... ພາຍ​ໃຕ້​ບັນດາ​ຮູບ​ການ​ສັ່ງ​ສິນຄ້າ, ປະມູນ​ການ​ບໍລິການ​ທີ່​ໃຊ້​ການ​ເງິນ​ແຫ່ງລັດ. ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຢ່າງ​ພຽງພໍ​ ບົດບາດ​ດັດສົມ​ດ້ວຍ​ກົດໝາຍ​ຂອງ​ລັດ ​ເພື່ອ​ໃຫ້​ເອກະ​ຊົນ​ໃຊ້​ຜົນ​ກຳ​ໄລ ​ຫຼື​ຊັບ​ສິນ​ສືບ​ທອດ​ສ່ວນ​ໜຶ່ງ ​ເຂົ້າ​ໃນ​ການ​ລົງທຶນ​ພັດທະນາ​ບັນດາ​ການ​ບໍລິການສາທາລະນະ​ທີ່​ເອກະ​ຊົນ​ສະໜອງ​ພາຍ​ໃຕ້​ຮູບ​ການ ບໍ່​ເອົາ​ກຳ​ໄລ. ການ​ຫັນ​ເປັນ​ສັງຄົມ​ຕົ້ນຕໍ​ແມ່ນ​ສຸມ​ໃສ່ດ້ານ​ແຫຼ່ງພະລັງ​ການ​ເງິນ ​ແຕ່​ຍັງ​ບໍ່​ທັນ​ໃຫ້​ຄວາມ​ສຳຄັນ​ຢ່າງ​ພຽງພໍ​​ແກ່ດ້ານ​ນອກ​ການ​ເງິນ, ​ເປັນ​ຕົ້ນ​ແມ່ນ​ດຶງ​ດູດ​ເອົາ​ບັນດາ​ການຈັດ​ຕັ້ງ​ສັງຄົມ ​ແລະ​ປະຊາຊົນ​ເຂົ້າ​ໃນ​ການກວດ​ພິສູດ, ຕີ​ລາຄາ​ປະ​ເມີນ​ຄ່າ​ຄຸນ​ນະພາ​ບຂອງ​ບໍລິການ, ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ພັດ​ທະນະບໍລິການ​ສາທາລະນະ.

ຕ້ອງ​ມີຄວາມ​ຕັດ​ສິນ​ໃຈ​ການ​ເມືອງ​ສູງ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ ​ແລະ ພັດທະນາບໍລິການ​ພາລະກິດ​ສາທາ​ລະນະ

​ເພື່ອ​ຜ່ານ​ຜ່າຂໍ້​ຈຳກັດ ສິ່ງ​ຄົງ​ຄ້າງ​ເທິ​ງນີ້, ຕ້ອງ​​ເຊື່ອມ​ຊືມ ​ແລະ ປະຕິບັດ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ກ່ຽວ​ກັບ​ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການ​ພາລະກິດສາທາລະນະ ດ້ວຍ​ຄວາມ​ຕັດ​ສີນ​ໃຈ​ການ​ເມືອງສູງ ​ແລະ ວິທີ​ການ​ແກ້​ໄຂ​ທີ່​ຄົບ​ຊຸດ, ​ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ບາງ​ເນື້ອ​ໃນ​ອັນ​ລະອຽດ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, “ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ບັນດາ​ຫົວໜ່ວຍພາລະກິດ​ສາທາລະນະ ​ຕາມ​ທິດ​ຍົກ​ສູງ​ລະບອບ​ເປັນ​ເຈົ້າຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ການ​ບັນຈຸ​ພະນັກງານ, ບຸກຄະລາ​ກອນ ​ແລະ ການ​ເງິນ; ຫັນ​ເປັນ​ສັງຄົມ​ຕໍ່​ຂົງ​ເຂດ​ບໍລິການ​ສາທາລະນະ, ດຶງ​ດູດ​ເອົາ​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ນີ້”(10) . ການ​ປ່ຽນ​ແປງ​ນີ້​ເນື້ອ​ແທ້​ແມ່ນ​ມອບ​ສິດ​ເປັນ​ເຈົ້າຕົນ​ເອງ, ຄວາມ​ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ໃຫ້​ບັນດາຫົວໜ່ວຍ​ພາລະກິດ​ສາທາລະ​ນະ​ແຫ່ງ​ລັດ ດ້ວຍ​ຖານະ​ເປັນ​ເຈົ້າພາບ​ໜຶ່ງ​ໃນ​ຕະຫຼາດ​ບໍລິການ, ຍອມຮັບ​ການ​ແຂ່ງ​ຂັນ​ກັບ​ບັນດາ​ເຈົ້າພາບ​ອື່ນ ​ໂດຍ​ເອົາ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ເປັນ​ໄມ້​ຫຼາ​ບັດ​ແທກ, ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ ​ເພື່ອ​ປົວ​ແປງ​ຄຸນ​ນະພາ​ບຂອງ​ບໍລິການ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້​ບໍລິ​ໂພ​ກ. ມັນ​ກໍອະນຸຍາດ​ໃຫ້​ຫົວໜ່ວຍພາລະກິດ​ສາທາລະນະ​ແຫ່ງ​ລັດທີ່​ມີ​ສິດ​ເປັນ​ເຈົ້າ​ຕົນ​ເອງ ​ໄດ້​ດຳ​ເນີນ​ການຈັດ​ຕັ້ງ​ຄືນ​ໃໝ່​ ກົງຈັກ, ບັນຈຸ​ພະນັກງານ, ​ແຮງ​ງານ, ​ແຜນການ​ການ​ເງິນ, ​ແຜນການ​ຮ່ວມ​ມື​ກັບ​ຂົງ​ເຂດ​ນອກ​ພາກ​ລັດ... ຕາມ​ທິດທີ່​ມີ​ປະ​ໂຫຍ​ດທີ່​ສຸດ​ໂດຍ​ບໍ່​ຖືກກີດຂວາງ​ຍ້ອນການ​ຕັດສິນ​ຕົກລົງ​ດ້ານ​ບໍລິຫານ.

ທີ​ສອງ, ຫັນ​ໃຫ້​ມີ​ຫຼາຍ​ເຈົ້າພາບ​ສະໜອງ​ບໍລິການ​ພາລະກິດສາທາລະນະ. ກວດຄືນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເພດ​ບໍລິການ​ພາລະກິດສາທາລະນະ (ສຶກສາ, ສາທາລະນະ, ວັດທະນະທຳ, ສິນລະປະ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ກິລາ-ກາຍະ​ກຳ...) ​ເພື່ອ​ກຳນົດ​ແຈ້ງ ລັດ​ຕ້ອງ​ກຳເອົາການ​ບໍລິການ​ໃດ ຫຼື​ຂອດ​ໃດ​ຂອງ​ບໍລິການ, ສ່ວນ​ການ​ບໍ​ລິການ​ໃດ ຫຼື​ຂອດ​ໃດ​ຂອງ​ບໍລິການ ​ອາດ​ຈະ​ມອບ​ສິດ​ໃຫ້​ຂົງ​ເຂດນອກພາກ​ລັດ​​ເປັນ​ຜູ້ເຮັດ ຕາມ​ຈິດ​ໃຈ​ຫັນ​ເປັນ​ສັງຄົມ ຫຼື​ຊຸກຍູ້​ການ​ຮ່ວມ​ມື​ລັດ-​ເອກະ​ຊົນ. ລັດ​ໃນ​ຖານະ​​ເປັນເຈົ້າພາບ​ໜຶ່ງ​ຢູ່​ໃນ​ຕະຫຼາດ ມີບົດບາດນຳ​ພາການ​ສະໜອງ​ບໍລິການ​ສັງ​ຄົມ ​ໃນ​ເມື່ອ​ບັນດາ​ຫົວໜ່ວຍ​ພາລະກິດສາທາລະນະ​ແຫ່ງ​ລັດ​ທີ່ໄດ້​ຮັບ​ມອບ​ໝາຍ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ​ໄດ້​ຍົກ​ສູງ​ກຳລັງ​ແຮງ​ແຂ່ງຂັນ ​ແລະ​ຄຸນ​ນະພາບຜະລິດ​ຕະພັນ​ບໍລິການ​ ຢ່າງ​ບໍ່​ຢຸດ​ຢັ້ງ. ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດຢ່າງ​ເຕັມ​ສ່ວນ, ຄົບ​ຊຸດ, ທັນ​ສະ​ໄໝ ​ແລະ ສອດຄ່ອງ​ກັບຄຳ​ໝັ້ນ​ສັນຍາ​ສາກົນ, ຮັບປະກັນ​ລັກສະນະ​ກຳນົດ​ທິດສັງຄົມ​ນິຍົມ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ກຳນົດ​ກ່ຽວ​ກັບ​ລາຄາ, ຄ່າ, ຄ່າ​ທຳນຽມ, ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແຫຼ່ງການ​ເງິນ​ຫຼວງ, ກ່ຽວ​ກັບ​ການ​ຮ່ວມ​ມື​ລັດ-​ເອກະ​ຊົນ, ກ່ຽວ​ກັບ​ບໍລິຫານ​ຈັດການ​ພາຍ​ໃນ ​ແລະ​ນຳ​ໃຊ້​ບຸກຄະລາ​ກອນ,... ​ແນ​ໃສ່​ສ້າງ​ສິ່ງ​ແວດ​ລ້ອມ, ​ເງື່ອນ​ໄຂ​ອັນ​ສະດວກ​ດີ ​ໃຫ້​ເອກະ​ຊົນ​ລົງທຶນ​ພັດ​ທະນາ​ບໍລິການ​ພາລະກິດສາທາລະນະ, ປະກອບ​ທັງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເງິນ​ວິ​ສາ​ຫະກິດ ​ເພື່ອ​ສົ່ງ​ເສີມ​ໃຫ້ບັນດາ​ການຈັດ​ຕັ້ງ​ວິ​ສາ​ຫະກິດ ​ໃຊ້​ກຳ​ໄລ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ລົງທຶນ​ພັດທະນາ​ບັນດາ​ຂົງ​ເຂດ​ບໍລິການທີ່​ບໍ່​ເກັບ​ກຳ​ໄລ(11). ​ແກ້​ໄຂ, ປັບປຸງ​ເພີ່ມ​ເຕີມ​ຂໍ້​ມາດຕາ​ຕ່າງໆ​ກ່ຽວ​ກັບການ​ສືບ​ມໍລະດົກ​ໃນ​ກົດໝາຍ​​ແພ່ງ ​ເພື່ອ​ສົ່ງ​ເສີມ​ໃຫ້​ເອກະ​ຊົນ​ໃຊ້ມໍລະດົກ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ສ້າງຕັ້ງກອງ​ທຶນ, ​ໂຮງໝໍ, ​ໂຮງຮຽນ,... ທີ່​ເຄື່ອນ​ໄຫວ​ຕາມຫຼັກການບໍ່​ເກັບ​ກຳ​ໄລ. ນຳ​ໃຊ້​ຢ່າງ​ກວ້າງຂວາງ​ຮູບ​ການ​ສັ່ງ​ສິນຄ້າ, ປະມູນການ​ສະໜອງ​ບໍລິການ​ພາລະກິດ​ສາທາລະນະ ​ໃຫ້​ບັນດາ​ການຈັດ​ຕັ້ງ​ສັງຄົມ, ການຈັດ​ຕັ້ງ​ຊຸມ​ຊົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກຍັງ​ວາງ​ແຜນ​ນະ​ໂຍບາຍ: ​ເຮັດ​ທົດ​ລອງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ຫົວໜ່ວຍ​ພາລະກິດສາທາລະນະ; ມອບ​ໃຫ້​ຊຸມ​ຊົນ​ຄຸ້ມ​ຄອງ, ​ໃຫ້​ເຊົ່າ​ພື້ນຖານ​ວັດຖຸ, ຊັບ​ສິນ​ຂອງ​ລັດ​ ເພື່ອທຳ​ການ​ທຸລະ​ກິດ​ສະໜອງ​ພາລະກິດສາທາລະນະ ​ແລະ ປະຕິບັດ​ກົນ​ໄກ​ຫົວໜ່ວຍ​ພາລະກິດສາທາລະນະ​ເຄື່ອນ​ໄຫວຕາມ​ແບບ​ວິ​ສາ​ຫະກິດ​ສາທາລະນະ(12).

ທີ​ສາມ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ລັດ-​ເອກະ​ຊົນ​ໃນ​ການ​ພັດທະນາບໍລິການພາລະກິດສາທາລະນະ ພາຍ​ໃຕ້​ຫຼາຍ​ຮູບ​ການ​ທີ່​ຫຼາກ​ຫຼາຍ, ​ເຊັ່ນ “ລັດ​ລົງທຶນ, ​ເອກະ​ຊົນ​ນຳ​ໃຊ້” (ລັດ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ, ຫຼັງ​ຈາກ​ນັ້ນ​ກໍໃຫ້​ເອກະ​ຊົນ​ເຊົ່າ​ ເພື່ອ​ນຳ​ໃຊ້​ຮັບ​ໃຊ້​ໃຫ້​ແກ່​ການ​ສະໜອງ​ບໍລິການ​ສາທາລະນະ, ​ໂດຍ​ຜ່ານ​ສັນຍາ​ໃຊ້​ການ​ໄລຍະ​ຍາວ​ນານ); “​ເອກະ​ຊົນ​ລົງທຶນ, ລັດ​ນຳ​ໃຊ້” (​ເອກະ​ຊົນ​ລົງທຶນ​ກໍ່​ສ້າງ​ໂຄງສ້າງ​ພື້ນຖານ​ເຕັກນິກ, ຫຼັງ​ຈາກ​ນັ້ນ​ໃຫ້​ລັດ​ເຊົ່າ ​ໂດຍ​ຜ່າ​ນສັນຍາ​ໃຫ້​ເຊົ່າ​ໄລຍະ​ຍາວ​ນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສະໜອງບໍລິການ​ສາທາລະນະ); “ຄ່າ​ໃຊ້​ຈ່າຍ​ຂອງ​ລັດ, ​ເອກະ​ຊົນ​ທຳ​ການ​ສະໜອງ, ລັດ​ກວດກາ” (ລັດຈ່າຍ​ເງິນ​ເສຍ​ຄ່າ, ​ເອກະ​ຊົນ​ຈັດ​ຕັ້ງ​ການ​ສະໜອງ​ບໍລິການ ​ເຊິ່ງ​ໄດ້ຕັ້ງ​ຢູ່​ໃນລະບົບ​ກວດກາ​ຄຸນ​ນະພາ​ບຂອງ​ລັດ); “ນຳພາ​ໂດຍ​ລັດ, ​ເອກະ​ຊົນ​ເປັນ​ຜູ້​ບໍລິຫານ​ຈັດການ”, (ຮູບ​ການ​ໝູນ​ໃຊ້​ບັນດາ​ຫຼັກການ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ​ໃນ​ການຈັດ​ຕັ້ງ ​ແລະ ​ພັດທະນາໜ່ວຍ​ງານ​ພາກ​ລັດ, ​ແນ​ໃສ່​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ​ບໍລິຫານ​ຈັດການ​ມີ​ຄວາມ​ຂະຫຍັນຂັນ​ເຄື່ອນ, ​ແກ້​ໄຂ​ຜ່ານ​ຜ່າຄວາມ​ຫຼ້າ​ຊ້າ​ທີ່​ມີ​ມາ​ແຕ່​ເດີມ ​​ໃນ​ຂົງ​ໜ່ວຍ​ງານ​ພາກ​ລັດ). ​ເພື່ອ​ປັບປຸງ​ຂອບ​ກົດໝາຍ​ໃຫ້ບໍລິບູນ, ຕ້ອງ​ສ້າງກົດໝາຍ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລັດ​ເອກະ​ຊົນ ​ແລະ​ປະກາດ​ໃຊ້ມັນ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ດັດສົມ​ບັນດາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ.

ທີ​ສີ່, ຄິດ​ໄລ່​ບັນດາ​ປັດ​ໄຈ​ປະກອບ​ເປັນລາຄາ​ສຳ​ເລັດ​ຮູບ​ຄ່າ​ບໍລິການ ​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ, ​ເປີດ​ເຜີຍ, ​ໂປ່​ງ​ໃສ ຕາມ​ລຳດັບ​ດຳ​ເນີນ​ທີ່​ສົມ​ເຫດ​ສົມ​ຜົນ ກ່ຽວ​ກັບບັນດາ​ການ​ບໍລິການ​ສາທາລະນະທີ່​ຈຳ​ເປັນ, ​ເຊັ່ນ​ສຶກສາ, ສາທາລະນະ​ສຸກ ຊຶ່ງ​ລັດ​ເປັນ​ຜູ້​ກວດກາ​ລາຄາ. ຫັນປ່ຽນ​ຈາກ​ຄ່າ ມາ​ເປັນ​ລາຄາ ຕໍ່​ກັບ​ບັນດາ​ການ​ບໍລິການ​ສາທາລະນະທີ່​ຈຳ​ເປັນ, ພື້ນຖານ ​ເປັນ​ບັນຫາ​ຮີບ​ດ່ວນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ບັນດາ​ຫົວໜ່ວຍ​ພາລະກິດ​ແຫ່ງ​ລັດ ສ້າງ​ຕັ້ງ​ສິດ​ເປັນ​ເຈົ້າ​​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ແລະ ຊຸກຍູ້ການ​ຫັນ​ເປັນ​ສັງຄົມ​ໃຫ້​ເຂົ້າ​ສູ່​ລວງ​ເລິກ. ຕ້ອງ​ຄິດ​ໄລ່​ຂອບ​ລາຄາ​ໃຫ້ຖືກຕ້ອງ, ຄົບ​ຖ້ວນ​ຕາມ 3 ລະດັບ: ລະດັບ​ລາຄາ​ທີ່​ໄດ້​ຄິດ​ໄລ່​ເງິນ​ເດືອນ​ຢ່າງ​ເຕັມ​ສ່ວນ; ລະດັບ​ລາຄາ​ທີ່​ໄດ້​ຄິດ​ໄລ່​ເງິນ​ເດືອນ​ແລະ​ຄ່າ​ໃຊ້​ຈ່າຍ​ຄຸ້ມ​ຄອງ​ຢ່າງ​ເຕັມ​ສ່ວນ; ລະດັບ​ລາຄາ​ທີ່​ໄດ້​ຄິດ​ໄລ່​ເງິນ​ເດືອນ, ​ຄ່າ​ໃຊ້​ຈ່າຍ​ຄຸ້ມ​ຄອງ ​ແລະ ຄ່າ​ຫຼຸ້ຍຫ້ຽນຊັບ​ຄົງ​ທີ່​ຢ່າງ​ເຕັມ​ສ່ວນ. ລະດັບ​ລາຄາ​ທີ່ເປີດ​ເຜີຍ, ​ໂປ່​ງ​ໃສ ​ເປັນ​ເງື່ອນ​ໄຂ​ເພື່ອ​​ໃຫ້ບັນດາ​ຫົວໜ່ວຍ​ພາລະກິດ​ສາທາລະນະ ປະຕິບັດ​ສິດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ, ​ເກັບ​ລາຍ​ຮັບ​ພໍ​ເພື່ອ​ໃຊ້​ຈ່າຍ, ຮັບປະກັນ​ຊຳລະ​ຄ່າ​ໃຊ້​ຈ່າຍ​ບັນດາ​ປັດ​ໄຈ​ “ສົ້ນ​ເຂົ້າ” ທີ່​ຈຳ​ເປັນ​ຕ່າງໆ. ລາຄາ​ເປັນ​ແກ່ນ​ເພົາ​ຂອງ​ການ​ພົວພັນ​ການ​ສະໜອງ - ຄວາມ​ຕ້ອງການ​ໃນ​ຕະຫຼາດ, ຖ້າ​ຫາກ​ຄິດ​ໄລ່​ບັນດາ​ປັດ​ໄຈ​ທີ່​ປະກອບ​ເປັນ​ຄ່າ​ບໍລິການ ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ ກໍ​ຈະ​ສົ່ງ​ສັນຍານ​ໃຫ້​ຕະຫຼາດ ​ແລະ ສົ່ງ​ເສີມ​ໃຫ້​ເອກະ​ຊົນ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາ​ບໍລິການ​ສັງຄົມ, ​ເມື່ອ​ເຂົາ​ເຈົ້າ​ເຫັນ​ມີ​ປະ​ໂຫຍ​ດ. ​ແຕ່, ການ​ລົບ​ລ້າງ​ການ​ເກື້ອກູນ​ດ້ວຍ​ລາຄາ​ບໍລິການ​ສາທາລະນະ​ນັ້ນ ຕ້ອງ​ໄດ້​ປະຕິບັດ​ຢ່າງ​ມີ​ລຳດັບ​ດຳ​ເນີນ, ສອດຄ່ອງ​ກັບ​ແຕ່ລະ​ປະ​ເພດ​ບໍລິການ​ສາທາລະນະ, ຮັບປະກັນ​ລັກສະນະ​ເໝາະ​ສົມ​ກັບ​ລະດັບ​ພັດທະນາ​ເສດຖະກິດ​ຕະຫຼາດ, ລະດັບ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ ​ແລະ ລະດັບ​ການ​ເຊື່ອມ​ໂຍງ​ສາກົນ, ຊັ່ງຊາ​ຢ່າງຮອບ​ຄອບ​ຖີ່​ຖ້ວນ​ເຖິງລັກສະນະ​ພິ​ເສດ​ແຫ່ງ​ການ​ແລກປ່ຽນ​ທີ່​ບໍ່​ປະຕິບັດ​ຕາມ​ການ​ພົວພັນ​ຕະຫຼາດຄົບ​ຖ້ວນ ​ຂອງ​ບໍລິການ​ສາທາລະນະ​ ​ໂດຍ​ລັດ​ເປັນ​ຜູ້​ສະໜອງ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ນຳ​ໃຊ້​ການ​ເງິນ​ຫຼວງ, ​ໂດຍ​ພື້ນຖານ​ແມ່ນ​ຫັນປ່ຽນ​ຈາກ​ການຈັດ​ສັນ​ແຈກ​ຢາຍ​ການ​ເງິນຕາ​ມ​ແຜນການ​ງົບປະມານ​ປະຈຳ​ປີ ​ໃຫ້​ບັນດາ​ຫົວໜ່ວຍພາລະກິດ​ແຫ່ງ​ລັດ ມາ​ເປັນ​ການ​ລົງທຶນ​ໂດຍ​ອີງ​ໃສ່ປະສິດທິຜົນ​ທີ່​ເກັບມາ​ໄດ້, ນຳ​ໃຊ້​ຮູບ​ການ​ສັ່ງ​ສິນຄ້າ, ​ໃຫ້​ປະມູນ​ບັນດາ​ການ​ບໍລິການ​ສັງຄົມ​ທີ່​ນຳ​ໃຊ້​ງົບປະມານ. ຕົວຢ່າງ​ເຊັ່ນ, ​ໃນ​ການ​ສຶກສາ​ມະຫາວິທະຍາ​ໄລ, ຫັນປ່ຽນ​ຈາກ​ການ​ແຈກ​ຈ່າຍ​ງົບປະມານຕາມ​ຄາດໝາຍ​ບັນຈຸ​ພະນັກງານ ລັດຖະກອນ ​ແລະ ຄາດໝາຍ​ແຜນການຮັບ​ນັກຮຽນ​ນັກ​ສຶກສາ​ເຂົ້າ​ຮຽນ​ໃນ​ແຕ່ລະ​ປີ ​ໃຫ້​ບັນດາ​ຫົວ​ໜ່ວຍ​ພາລະກິດ​ສາທາລະນະ ມາ​ເປັນ​ການ​ລົງທຶນ​​ໂດຍ​ອີງ​ໃສ່​ປະສິດທິ​ຜົນ​ການ​ກໍ່ສ້າງ ທີ່​ໄດ້​ຄິດ​ໄລ່​ອີງ​ໃສ່ບັນດາ​ຂໍ້​ມູນ​ກວດ​ພິສູດ​ໂດຍ​ກົງ​ແລະ​ໂດຍ​ທາງ​ອ້ອມ (ຕົວຢ່າງ: ອັດຕາ​ສ່ວນ​ບັນລຸ​ມາດຕະຖານ​ຄຸ້ມ​ຄອງ​ໂຮງຮຽນ​ແບບ​ທັນ​ສະ​ໄໝ ​ແລະ ມື​ອາຊີບ, ອັດຕາ​ສ່ວນຄູ​ອາຈານ​ບັນລຸ​ມາດຕະຖານ, ຈຳນວນ​ບົດ​ໜັງສືພິມ​ສາກົນ​ທີ່​ໄດ້​ລົງ​ພິມ​ຢູ່​ຕ່າງປະ​ເທດ​​ໃນ​ແຕ່ລະ​ປີ, ຈຳນວນ​ໂຄງການ​ວິ​ໄຈທີ່​ໄດ້​ຮັບ​ສິດທິ​ບັດ, ຈຳນວນ​ນັກຮຽນທີ່​ໄດ້​ປະດັບ​ນາມມະຍົດ​ນັກຮຽນ​ເກັ່ງ​ໃນ​ແຕ່ລະ​ປີ, ຈຳນວນ​ນັກຮຽນ​ທີ່​ຫາ​ວຽກ​ເຮັດ​ງານ​ທຳ​ໄດ້​ພາຍຫຼັງ​ຮຽນ​ຈົບ...). ສິ່ງ​ເຫຼົ່າ​ນີ້​ກໍ​ສົ່ງ​ເສີມ​ເພີ່ມ​ທະວີ​ການ​ລົງທຶນຂ​ອງລັດ​ໃຫ້​ແກ່​ບັນດາ​ຫົວໜ່ວຍພາລະກິດ​ສາທລະນະທີ່​ສະໜອງ​ບໍລິການ​ຢ່າງ​ມີ​ຄຸນ​ນະພາ​ບ ມີອິດ​ທິພົນ ​ແລະ ກຳລັງ​ແຮງ​ແຂ່ງຂັນ, ​ແກ້​ໄຂ​ຜ່ານ​ຜ່າ​ລັດທິ​ສະ​ເຫຼ່ຍ​ໃນ​ເມື່ອ​ແຈກ​ຈ່າຍ​ງົບປະ​ມາຍ.

ທີ​ຫົກ, ປ່ຽນ​ແປງ​ໃໝ່​ຮູບ​ການ​ຊ່ວຍ​ໜູນ​ຂອງ​ລັດ ຊຶ່ງ​ປ່ຽນ​ຈາກ​ການ​ເອົາ​ນະ​ໂຍບາຍ​ສັງຄົມ​ຊ້ອນ​ເຂົ້າ​ໃນ​ລາຄາ ມາ​ເປັນ​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​ຂອງ​ລັດ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ຄົນ​ທຸກ​ຍາກ, ຄົນ​ຊົນ​ເຜົ່າ​ສ່ວນນ້ອຍ, ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ບັນດາ​ຜູ້​ທີ່​ອ່ອນ​ຄວາມ​ສາມາດ ​ແລະ ຖືກ​ເຄາະ​ຮ້າຍ​ໃນ​ຊີວິດ. ການ​ທີ່ບໍ່ເອົາ​ນະ​ໂຍບາຍ​ສັງຄົມ​ຊ້ອນ​ເຂົ້າ​ໃນ​ລາຄາ ຈະ​ຊ່ວຍ​ໃຫ້​ບັນດາ​ຫົວໜ່ວຍ​ສະໜອງ​ບໍລິການພາລະກິດ​ສາທາລະນະ ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ຢ່າງ​ຖືກຕ້ອງ ຄົບ​ຖ້ວຍ ​ແລະ ມີ​ເງື່ອນ​ໄຂ​ລົງທຶນ​ຄືນ​ໃໝ່​ເພື່ອ​ເປີດ​ກວ້າງຂະໜາດ​ການ​ບໍລິການ​ແລະຫັນ​ມັນ​ເປັນ​ທັນສະ​ໄໝ. ຊ່ວຍ​ໜູນ​ໂດຍ​ກົງ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍທີ່​ບໍ່​ມີ​ໂອກາດ​ເຂົ້າ​ເຖິງ​ບໍລິການ​ສາທາລະນະ, ຊ່ວຍ​ໃຫ້​ເຂົາ​​ເຈົ້າໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ, ​ແກ້​ໄຂ​ຄວາມ​ບໍ່​ສະ​ເໝີ​ພາບ​ຕ່າງໆ​ທີ່​ຕະຫຼາດ​ກໍ່​ໃຫ້​ເກີດ​ຂຶ້ນ​ໃນ​ເວລາຈັດ​ແບ່ງ​ແຫຼ່ງພະລັງ. ການ​ປ່ຽນ​ແປງ​ໃໝ່​ນີ້​ ຍັງ​ແກ້​ໄຂ​ສະພາບ​ການເອົາ​ນະ​ໂຍບາຍ​ສັງຄົມ​ຊ້ອນ​ເຂົ້າ​ໃນການ​ສະຫລຸບ​ບັນຊີ​ເງິນ​ຂອງ​ຫົວໜ່ວຍ​ພາລະກິດ​ແຫ່ງ​ລັດ ​ເພື່ອ​ຍາດ​ເອົາ​ຜົນ​ປະ​ໂຫຍ​ດພາກສ່ວນ ​ແລະ ຖິ້ມ​ພາລະ​ອັນ​ໜັກໜ່ວງ​ໃຫ້​ລັດ. ​ເນື້ອ​ແທ້, ນີ້​ແມ່ນ​ການຈຳ​ແນ​ກລະຫວ່າງ​ພາລະ​ບົດບາດ​ແຈກ​ຢາຍ​ຂັ້ນ​ຕົ້ນ​ຂອງ​ຕະຫຼາດ ​ແລະ ພາລະ​ບົດບາດ​ແຈກ​ຢາຍ​ຄືນ​ໃໝ່​ຂອງ​ລັດ, ​ໃນ​ນັ້ນ​ມີ​ການ​ແຈກ​ຢາຍ​ຄືນ​ໃໝ່​ໂດຍ​ຜ່ານ​ບໍລິການ​ພາລະກິດສາທາລະນະ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​ແກ່​ເປົ້າ​ໝາຍ​ຜູ້​ຊົມ​ໃຊ້.​

ທີ​ເຈັດ, ກວດ​ພິສູດ​ຄຸນະພາບ​ຂອງ​ບໍລິການ​ພາລະກິດສາທາລະນະ ດ້ວຍ​ການ​ຍອມຮັບ​ການ​ແຂ່ງຂັນ​ໃນ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ບໍລິ​ໂພ​ກ​ຄັດເລືອກ ​ແລະ ​ເລືອກເອົາຜະລິດ​ຕະພັນ; ດ້ວຍ​ການ​ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ ຂອງ​ຫົວໜ່ວຍພາລະກິດ​ສາທາລະນະ; ດ້ວຍ​ການ​ສ້າງຈັນ​ຍາ​ບັນ​ຂອງ​ຜູ້​ສະໜອງ​ບໍລິການ. ດ້ວຍ​ການ​ຍອມຮັບ​ການ​ແຂ່ງຂັນ​ຈຶ່ງ​ພາ​ໃຫ້​ຫລຸດຜ່ອນ​ຄ່າ​ບໍລິການ, ຍ້ອນ​ບັນດາ​ເຈົ້າພາບ​​ສະໜອງ​ບໍລິການ ຈະ​ຫາ​ທຸກ​ວິທີ​ເພື່ອ​ປົວແປງ​ຄຸນະພາບ​ຜະລິດ​ຕະພັນທີ່​ສະໜອງ​ໃຫ້​ຜູ້​ບໍລິ​ໂພ​ກ, ກຳ​ນົດ​ທ່າທີ່ ຄວາມ​ຮັບຜິດຊອບ​ຮັບ​ໃຊ້​ປະຊາຊົນ. ການຫັນ​ເປັນ​ທັນ​ສະ​ໄໝ ​ແລະ ຍົກ​ສູງ​ຄວາມ​ສາມາດ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ບັນດາ​ຫົວໜ່ວຍ​ພາລະກິດສາທາລະນະ ມີ​ບົດບາດ​​ຮັບປະກັນໂດຍ​ທາງ​ອ້ອມ ​ໃຫ້​ຄຸນ​ນາ​ພາບຂອງ​ການ​ບໍລິການ ​ໄດ້​ກວດ​ພິສູດ​ມາດຕະຖານ​ນັບຕັ້ງ​ແຕ່​​ “ສົ້ນ​ເຂົ້າ”, ຍ້ອນ​ມັນ​ຕ່າງ​ກັບ​ສິນ​ຄ້າ​ທຳ​ມະ​ດາຊຶ່ງ​ລາຄາ​ສະ​ແດງ​ອອກ​ເຖິງ​ຄຸນຄ່າ​ຂອງ​ສິນຄ້າ, ສ່ວນ​ຄຸນຄ່າ​ຂອງ​ບໍລິກາ​ນພັດບໍ່ສະ​ແດ​ງອອກຢ່າງ​ສົມບູນ​ທີ່​ລາຄາ ຫາກ​ຍັງ​ສະ​ແດງ​ອອກ​ໃນ​ບັນດາ​ຕົວ​ຊີ້​ວັດ​ທາງ​ອ້ອມ​ອີກຄື ລະດັບ​ແລະທັກ​ສະ​ຂອງຖັນ​ແຖວ​ພະນັກງານ​ທີ່​ເຄື່ອນ​ໄຫວ​​ໂດຍ​ກົງໃນວິວັດ​ການ​ບໍລິການ; ວິວັດ​ການຈັດ​ຕັ້ງ​ແລະສະ​ໜອງ​ບໍລິການ; ​ເງື່ອນ​​ໄຂ​ພື້ນຖານ​ວັດຖຸ​ແລະ​ເຕັກນິກ; ຄຸນ​ສົມບັດ​ແລະ​ແບບ​ແຜນ​ຂອງ​ຜູ້​ບໍລິການ​ຮັບ​ໃຊ້; ລະດັບ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ເປົ້າ​ໝາຍ​ຜູ້ບໍລິ​ໂພ​ກ; ​ເຄື່ອງໝາຍ​ການ​ຄ້າ​ບໍລິການ... ພຽງ​ແຕ່​ສາມາດ​ຕີ​ລາຄາ ກວດ​ພິສູດ​ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ໂດຍ​ຜ່ານລະບົບ​ການ​ຄຸ້ມ​ຄອງ​ບໍລິຫານ​ທັນ​ສະ​ໄໝ, ມື​ອາຊີບ, ​ເປີດ​ເຜີຍ, ​ໂປ່​ງ​ໃສ. ລະບົບ​ການ​ຄຸ້ມ​ຄອງ​ບໍລິຫານ​ທັນ​ສະ​ໄໝແລະມື​ອາຊີບນັ້ນ ຈະ​ສ້າງ “​ເຄື່ອງ​ກັ່ນ​ຕອງ” ​ເອົາ​ເອງ ​ເພື່ອຄັດ​ເລືອກ​ເອົາແລະນຳໃຊ້ພະນັກງານ​ທີ່​ມີ​ຄວາມ​ສາມາດ​ແລະຄຸນສົມບັດດີ, ກຳຈັດ​ຄັດ​ເຂ່ຍ​ຜູ້​ທີ່​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ອອກ​ຈາກ​ໂຮງການ; ກໍ່ສ້າງ​ໄດ້​ມາດຕະຖານ, ລຳດັບ​ດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ມີ​ວິທະຍາສາດ ທີ່​ສາມາດບັງຄັບ​ໃຫ້​ພະນັກງານ​ທຸກ​ຄົນ​ຕ້ອງ​ປະຕິບັດ​ຕາມ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ; ກຳນົດ​​ຄຸນສົມບັດ​ຈັນ​ຍາ​ບັນ​ຂອງ​ພະນັກ​ງານ ຊຶ່ງໄດ້​ສ່ອງ​ແສງ​ເຂົ້າ​ໃນ​ການ​ພົວພັນ​ກັບຜະລິດ​ຕະພັນ ກໍ​ຄື​ກັບ​ຜູ້​ບໍລິ​ໂພ​ກ. ການ​ເຄື່ອນ​ໄຫວ​ຂອງ​ບໍ່​ວ່າຂົງ​ເຂດ​ໃດ​ກໍຕ້ອງການມີ​ການ​ດັດສົມ​ຂອງ​ຄຸນສົມບັດ​ຈັນ​ຍາ​ບັນ, ການ​ເຄື່ອນ​ໄຫວ​ສະໜອງບໍລິການພາລະກິດ​ສາທາລະນະ​ກໍ​ບໍ່​ນອກ​ເໜືອ​ຈາກ​ຄວາມ​ຕ້ອງການ​ນັ້ນ. ຍິ່ງ​ກວ່າ​ນັ້ນ, ຖ້າ​ຫາກ​ຂາດ​ຈັນ​ຍາ​ບັນ​ໃນ​ການ​ສະໜອງບໍລິການ​ພາລະກິດສາທາລະນະ ກໍ​ຈະ​ກະທົບ​ໂດຍ​ກົງ​ເຖິງ​ຊີວິດ​ອິນ​ຊີຂອງ​ຄົນ (ອາຊີບ​ການ​ແພດ), ທຳຮ້າຍ​ຮ່າງກາຍ​ຫຼື​ຈິດ​ໃຈ (ຄື ສຶກສາ, ວັດທະນະທຳ, ວິທະຍາສາດ, ກິລາ), ສ້າງ​ຜົນ​ກະທົບ​ໃນ​ທັນທີ​ທັນ​ໃດ ຫຼື​​ໃນຍາວ​ນານ​ ໃຫ້​ແກ່​ສັງຄົມ, ຍ້ອມ​ວ່າການ​ບໍລິການ​ສັງຄົມ​ຕ່າງ​ກັນ​ກັບ​ບັນດາ​ສິນຄ້າ​ທຳ​ມະ​ດາ​ຢູ່​ທີ່ ການ​ຜະລິດ​ແລະ​ການ​ບໍລິ​ໂພ​ກ​ເກີດ​ຂຶ້ນ​ພ້ອມໆ​ກັນ.

ທີ​ແປດ, ດຳ​ເນີນ​ການ​ຫັນ​ເປັນ​ສັງຄົມ​ຢ່າງຮອບດ້ານ, ບໍ່​ພຽງ​ແຕ່​ທາງ​ດ້ານ​ການ​ເງິນ​ເທົ່າ​ນັ້ນ ຫາກ​ທັງ​ທາງ​ດ້ານ​ທີ່​ບໍ່​ແມ່ນ​ການ​ເງິນ​ອີກ​ນຳ. ນັ້ນ​ແມ່ນ​ ເປີດ​ໃຫ້​ມີ​ຫຼາຍ​ເຈົ້າພາບສະໜອງ​​ບໍລິການພາລະກິດສາທາລະນະ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ລັດ, ພາກ​ເອກະ​ຊົນ ​ແລະ ບັນດາ​ການຈັດ​ຕັ້ງ​ສັງຄົມ, ບັນດາ​ການຈັດ​ຕັ້ງ​ຊຸມ​ຊົນ. ນັ້ນແມ່ນ ລະດົມ​ແຫຼ່ງພະລັງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ເພື່ອ​ພັດທະ​ນາ​​ບໍລິການ​ສັງຄົມ, ອາດ​ຈະ​ປະກອບ​ທຶນ​ການ​ເງິນ ຫຼື​ປະກອບ​ທຶນ​ພາຍ​ໃຕ້​ບັນດາ​ຮູບ​ການທີ່​ຕ່າງ​ກັນ ຄື ທີ່​ດິນ, ຊັບ​ສິນ​ທີ່​ມີ​ຮູບ ​ແລະ ອະ​ຮູບ. ນັ້ນແມ່ນ ຫັນ​ເປັນ​ສັງຄົມ​ຕໍ່​ກັບ​ບັນດາ​ເຈົ້າພາບ​ທີ່​ກວດ​ພິສູດຄຸນ​ນະພາ​ບຂອງ​ບໍລິການ, ຮັບປະກັນ​ໃຫ້​ບັນດາອົງການຈັດ​ຕັ້ງສັງຄົມ​ເຂົ້າ​ຮ່ວມການ​ຕີ​ລາຄາ​ຄຸນະພາບ​ໃນ​ກະ​ໂຕ​ວິວັດ​ການ​ສ້າງ​ຜະລິດ​ຕະພັນ​​ບໍລິການອອກ​ມາ. ນັ້ນແມ່ນ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ ໃນ​ການ​ຕິດ​ຕາມ​ກວດກາ, ກວດ​ພິສູດ, ວິຈານ​ ຕໍ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ພື້ນຖານທີ່ສະໜອງ​​ບໍລິການ; ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ສະມາຄົມທີ່ຕາງໜ້າສິດຜົນປະ​ໂຫຍ​ດຂອງຜູ້​ບໍລິ​ໂພ​ກ ​ເຂົ້າຮ່ວມ​ການ​ຕີ​ລາຄາ​ຄຸນ​ນະພາ​ບ​ບໍລິການ​ຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ.

​ເປັນ​ອັນວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ໄດ້​ມີ​ວິທີ​ເຂົ້າ​ເຖິງ​ໃໝ່​ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​​ບໍລິການພາລະກິດ​ສາ​ມາ​ລະນະ: ມີ​ເນື້ອ​ໃນ​ປະຕິບັດ​ຕາມ​ກົນ​ໄກ​ຕະຫຼາດ; ມີ​ເນື້ອ​ໃນ​ກຳ​ນົດ​ແຈ້ງ​ບັນດາລັກສະນະ​ພິ​ເສດ​ຂອງ​​ບໍລິການພາລະກິດ​ສາ​ມາ​ລະນະທີ່​ບໍ່​ແລກປ່ຽນ​ຕາມ​ການ​ພົວພັນຕະຫຼາດ​ແບບ​ສົມບູນ, ​ແຕ່​ກຳນົດ​ຂີດ​ຂັ້ນ​ຂອງ​ຕະຫຼາດ ​ແລະ ຄວາມ​ຮັບຜິດຊອບ​ລະອຽດ​ຂອງ​ລັດ ​ໃນ​ທັງ​ໝົດ ຫຼື​ໃນ​ແຕ່ລະ​ຂອດ ລົງທຶນ, ຈ່າຍ​ເງິນ, ຈັດ​ຕັ້ງ​ການລຳ​ລຽງ​ສະໜອງ ​ແລະ​ຄຸ້ມ​ຄອງ. ​ເນື້ອ​ແທ້​ແມ່ນ​ຮັບປະກັນ​ການ​ກຳນົດ​ທິດສັງຄົມ​ນິຍົມ​ໃນ​ວິວັດການກໍ່ສ້າງ​ລະບົບ​ເສດຖະກິດ​ຕະຫຼາດ​ທີ່​ຄົບ​ຖ້ວນ, ຄົບ​ຊຸດ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການພາລະກິດ​ສາ​ທາ​ລະນະ ຕ້ອງ​ມີ​ລຳດັບ​ດຳ​ເນີນ​ງານ​ທີ່​ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາຂອງ​ເສດຖະກິດ​ຕະຫຼາດ, ຂອງ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ ​ລະດັບການ​ເຊື່ອມ​ໂຍງສາກົນ​ໃນ​ແຕ່ລະ​ໄລຍະ. ລັກສະນະ​ພິ​ເສດ​ຂອງ​ບໍລິການພາລະກິດ​ສາ​ມາ​ລະນະກໍ​ຮຽກຮ້ອງ​ໃຫ້ການ​ຫັນ​ເປັນ​ສັງຄົມ​ຍິ່ງ​ກວ້າງຂວາງ​ເລິກ​ເຊິ່ງ ຍິ່ງ​ຕ້ອງ​ເພີ່ມ​ທະວີຄວາມ​ຮັບຜິດຊອບ ​ແລະ ຈັດ​ວາງ​ຄືນ​ໃໝ່​ພາລະ​ບົດບາດ ໜ້າ​ທີ່​ຂອງ​ລັດ​ໃຫ້​​ເໝາະສົມ. ລັກສະນະ​ຂອງ​ບໍລິການພາລະກິດ​ສາ​ມາ​ລະນະ​ແມ່ນ​ບໍ່​ແລກປ່ຽນ​ໂດຍ​ຜ່ານ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ, ດັ່ງນັ້ນ, ພ້ອມ​ກັນ​ກັບ​ການ​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ລັດ ​ແມ່ນ​ການ​ດັດສົມ​ດ້ວຍ​ຄຸນຄ່າ​ວັດທະນະທຳ, ຄຸນສົມບັດ, ດ້ວຍ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ຫົວໜ່ວຍ​ພາລະກິດ​ສາທາລະນະ ຕາມ​ທິດ​ທັນ​ສະ​ໄໝ, ມື​ອາຊີບ ​ແລະ ຮັບປະກັນ​ຄວາມ​ເປີດ​ເຜີຍ ​ໂປ່​ງ​​ໃສ. ບົນ​ພື້ນຖານ​ການ​ປ່ຽນ​ແປງ​ໃໝ່​ເຫຼົ່າ​ນີ້ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ; ຮັບປະກັນ​ລັກສະນະ​ມະນຸດ​ອະລິຍະ​ທຳ, ຮັບ​ໃຊ້​ມະນຸດ​ຂອງ​ບໍລິການ​ພາລະກິດ​ສາທາລະນະ; ສ້າງ​ຄ່າ​ນິຍົມ​ຂອງ​ລັດ​ທິສັງຄົມ​ນິຍົມ​ໃນ​ແຕ່​ລະບາດ​ກ້າວ​ເດີນ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່./.

ຮສ, ປອ, ດວ່າ​ນ ມິ​ງ ຫ໊ວນ,
ກຳມະການ​ສຳຮອງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ,
ຮອງ​ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ

-----------------------------

* ບົດ​ຂຽນ​ນີ້ແມ່ນ​ຜົນງານ​​ແຫ່ງ​ການວິ​ໄຈ​ຂອງ​ຫົວ​ຂໍ້​ວິທະຍາສາດທີ່​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຈາກ ກອງ​ທຶນ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ (NAFOSTED). ບົດ​ຂຽນ​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 884 (​ເດືອນ​ມິຖຸນາ 2016)

(1) ລາຍ​ງານ​ສະຫລຸບ​ສັງ​ລວມບາງ​ບັນຫາ​ທິດ​ສະ​ດີ -  ພຶດຕິ​ກຳ ​ໂດຍ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (1986 - 2016), ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຊື້​ເທິ​ດ, ຮ່າ​ໂນ້ຍ, 2015, ໜ້າ 70. 

(2), (3) ​ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ X, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​​ແຫ່ງຊາດ, ຮ່າ​ໂນ້ຍ, 2006, ໜ້າ 79, 202.

(4) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​​ແຫ່ງຊາດ - ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 208.

(5), (6) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 107, 276.

(7) ຕົວຢ່າງ​ຄື: ດຳລັດ​ສະບັບ​​ເລກທີ 05/2005/NĐ-CP, ລົງ​ວັນ​ທີ 18 ​ເມສາ 2005, ຂອງ​ລັດຖະບານ “ວ່າ​ດ້ວຍ​ຊຸກຍູ້​ການ​ຫັນ​ການ​ເຄື່ອນ​ໄຫວ​ສຶກສາ, ສາທາລະນະ​ສຸກ, ວັນ​ທະນະ​ທຳ ​ແລະ ກິລາກາ​ຍະ​ກຳ​ ເປັນ​ສັງຄົມ; ດຳລັດ​ສະບັບ​​ເລກທີ 3/2006/NQ-CP, ລົງ​ວັນ​ທີ 25 ພຶດສະພາ 2006, ຂອງ​ລັດຖະບານ, “ວ່າ​ດ້ວຍ​ນະ​ໂຍບາຍ​ສົ່ງ​ເສີມ​ພັດທະນາ​ບັນດາ​ຫົວໜ່ວຍ​ສະໜອງ​ບໍລິການ​ນອກ​ພາກ​ລັດ; ດຳລັດ​ສະບັບ​​ເລກທີ 43/NĐ-CP, ລົງ​ວັນ​ທີ 25 ​ເມສາ 2006, ຂອງ​ລັດຖະບານ, “ກຳນົດ​ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ໃນ​ການ​ປະຕິບັດ​ໜ້າ​ທີ່, ຈັດ​ຕັ້ງ​ກົງຈັກ, ​ບັນຈຸ​ພະນັກງານ ​ແລະ ການ​ເງິນ ສຳລັບ​ຫົວໜ່ວຍພາລະກິດ​ສາທາລະນະ”; ດຳລັດ​ສະບັບ​​ເລກທີ 16/2015/NĐ-CP, ລົງ​ວັນ​ທີ 14 ກຸມພາ 2015, ຂອງ​ລັດຖະບານ, “ກຳນົດ​ກ່ຽວ​ກັບ​ກົນ​ໄກ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ​ຂອງ​ຫົວໜ່ວຍພາລະກິດສາທາລະນະ...

(8) (9) (10) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 248, 99, 107.

(11) ບໍ່​ເອົາ​ກຳ​ໄລ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ບໍ່​ມີ​ກຳ​ໄລ, ຫາກ​ໝາຍ​ຄວາມ​ວ່າ ກຳ​ໄລ​ນັ້ນ​ຖືກ​ໃຊ້​ເພື່ອ​ລົງທຶນ​ເປີດ​ກວ້າງ​ຂະໜາດ ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ພັດທະນາ​​ບໍລິການ, ບໍ່​ແບ່ງ​ກຳ​ໄລ​ໃຫ້​​ເຈົ້າຂອງ ຫຼື​ໃຫ້ຜູ້​ຖື​ຫຸ້ນ.

(12) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 277.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ