ວັນພຸດ, 18/1/2017
ຄວາມປອດໄພທາງສັງຄົມ ແລະ ຄວາມຍຸຕິທຳທາງສັງຄົມ ໃນພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ ປະຈຸບັນ
28/9/2016 14:45' ສົ່ງ ພິມ
ຮັບປະກັນຄວາມປອດໄພທາງສັງຄົມ ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍ ໃນແຜນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ. (ພາບ: vbsp.org.vn)

1- ຕາມ​ຄວາມ​ໝາຍ​ກວ້າງ, ຄວາມ​ປອດ​ໄພ​ທາງ​ສັງຄົມ (Social Security, Sécurité sociale) - ພາກສ່ວນ​ປະກອບ​ທີ່​ສຳຄັນ​ຂອງຄວາມ​ຍຸຕິ​ທຳ​ທາງ​ສັງຄົມ - ​ແມ່ນ​ການ​ຮັບປະກັນ​ການ​ປະຕິບັດ​ສິດ​ຕ່າງໆ​ຂອງ​ມະນຸດ ​ໃຫ້​ເຂົາ​​ມີ​ຊີວິດຢູ່​ໃນ​ສັນຕິພາບ; ມີ​ເສລີພາບ​ໃນ​ການ​ທຳ​ມາ​ຫາ​ກິນ, ການຢູ່​ອາ​​ໄສ, ການຍ້າຍ​ທີ່ຢູ່; ​ໄດ້​ຮັບ​ການ​ປົກ​ປ້ອງ, ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ; ​ໄດ້​ຮ່ຳຮຽນ, ມີ​ວຽກ​ເຮັດ​ງານ​ທຳ, ມີ​ເຮືອນ​ຢູ່; ​ໄດ້​ຮັບປະກັນ​ທາງ​ດ້ານ​ລາຍ​ໄດ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ ​ເມື່ອ​ຖືກ​ອຸບັດ​ເຫດ, ​ເຈັບ​ໄຂ້​ໄດ້​ພະຍາດ, ​ເຖົ້າ​ແກ່​ອ່ອນ​ໂຊ,... ສ່ວນ​ຕາມ​ຄວາມ​ໝາຍ​ແຄບ, ຄວາມ​ປອດ​ໄພ​ທາງ​ສັງຄົມ​ ແມ່ນ​ການ​ທີ່​ສັງຄົມ​ປົກ​ປັກ​ຮັກສາ​ສະມາຊິກ​ຂອງ​ຕົນ ​ໂດຍ​ຜ່ານບັນດາ​ມາດ​ຕະການ​ສາທາລະນະ​ເປັນ​ລວາດ ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ຍ້ອນຖືກ​ໄພ​ທຳ​ມະ​ຊາດ, ​ເຈັບ​ເປັນ, ຖືພາ​ເກີດ​ລູກ, ອຸບັດ​ເຫດ​ແຮງ​ງານ, ວ່າງ​ງານ, ພິການ, ​ເຖົ້າ​ແກ່​ອ່ອນ​ໂຊ, ພ້ອມ​ກັນ​ນັ້ນ​ກໍ​ຮັບປະກັນ​ການ​​ດູ​ແລ​ສຸກຂະ​ພາບ ​ແລະ ຊ່ວຍ​ເຫຼືອ​ທາງ​ການ​ແພດ​ໃຫ້​ແກ້ຄອບ​ຄົວ​ທີ່​ມີ​ລູກ​ນ້ອຍ, ຜູ້​ເຖົ້າ​ຜູ້​ແກ່​ໂດດດ່ຽວ, ​ເດັກ​ກຳພ້າທີ່​ຖືກ​ທອດ​ຖິ້ມ,...

ພິຈາລະນາ​ທາງ​ດ້ານຕົ້ນ​ກຳ​ເນີ​ດປະຫວັດສາດ, ການ​ເຄື່ອນ​ໄຫວສັງຄົມ​ສົງ​ເຄາະ​ບາງ​ຢ່າງ​ໃນ​ປະຫວັດສາດ​ຖືກ​ຖື​ວ່າ​ເປັນ​ໜໍ່​ແໜງ​ຂອງຄວາມ​ປອດ​ໄພ​ທາງ​ສັງຄົມ​ໃນປະຈຸ​ບັນ ຊຶ່ງກ່ອນ​ໜ້າ​ນີ້​​ເປັນ​ພັນ​ປີ ບັນດາ​ການຈັດ​ຕັ້ງ​ສາສະໜາ ​ແລະ ​ກຸ່ມ​ການ​ກຸສົນ​ໃນ​ຊຸມ​ຊົນຢູ່​ບັນດາ​ປະ​ເທດ ທັງ​ຢູ່​ພາກ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ ​ໄດ້​ປະຕິ​ບັດ​ການ​ສົງ​ເຄາະ​ນັ້ນ. ​ແຕ່ ການ​ກຳນົດ​ເບິ່ງ​ວ່າ ​ນັກ​ແນວ​ຄິດ​ໃດ​ແລະ​ນັກ​ເຄື່ອນ​ໄຫວ​ການ​ເມືອງ-ສັງຄົມ​ໃດ ທີ່​ມີ​ຄຸນງາມຄວາມດີ​ໃນ​ການສະ​ເໜີ​ທິດ​ສະ​ດີ ​ແລະ ​ວິທີ​ການ​ກໍ່ສ້າງນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ​ທຳ​ອິດ​ໃນ​ໂລກນັ້ນ ​ແມ່ນ​ຍັງ​ເປັນ​ບັນຫາ​ທີ່​ຈະ​ຕ້ອງ​ມີ​ການ​ຊີ້​ແຈງ​ຕໍ່​ໄປ.

ມາ​ເຖິງ​ປະຈຸ​ບັນ, ນັກສັງຄົມ​ວິທະຍາຕາ​ເວັນ​ຕົກ​ສ່ວນ​ຫຼາຍ​ລ້ວນ​ແຕ່​ຖື​ວ່າ​ທ່ານ ອົດ​ໂຕ ຟອນ ບີ​ສະ​ມາກ (Otto Von Bismarck) ​ເປັນ​ຜູ້​ທຳ​ອິດ​ໃນ​ໂລກ ​ທີ່​ໄດ້​ອອກ​ກົດໝາຍ​ຫຼາຍ​ສະບັບ ​ກ່ຽວ​ກັບ​ການ​ປະກັນ​ອຸບັດ​ເຫດ, ປະກັນ​ຜູ້​ສູງ​ອາຍຸ ຢູ່​ປະ​ເທດ​ເຢຍລະ​ມັນ ​ໃນລະຫວ່າງ​ກາງ​ທົດ​ສະ​ວັດ​ທີ 8 ຂອງ​ສະຕະວັດ​ທີ XIX; ສ່ວນ​ນັກ​ປະຕິ​ຮູບ​ເສດຖະກິດ​ອັງກິດ ທ່ານ ວິນ​ລຽມ ​ແຮນຣີ ບີ​ເວີຣິດ (William Henry Beveridge) ​ແມ່ນຜູ້​ທີ່​ສອງ ທີ່​ໄດ້​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດອັງກິດ ​ຮັບຮອງ​ຜ່ານ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມບາງ​ສະບັບ​ໃນ​ປີ 1942. ​ແຕ່, ກ່ອນ​ການສະ​ເໜີ​ຂອງ ວ.ຮ. ບີ​ເວີຣິດ 67 ປີ ​ແລະ ກອ່ນກົດໝາຍ​​ກ່ຽວ​ກັບ​ການ​ປະກັນ​ອຸບັດ​ເຫດ, ປະກັນ​ຜູ້​ສູງ​ອາຍຸ ຂອງ ອ.ຟ. ບີ​ສະ​ມາກ ປະມານ 10 ປີ, ກະ​ໂນ​ທ່ານ ກາກ​ມາກ ​ໄດ້​ຍົກ​ທັດສະນະ​ຕ່າງໆ​ອອກ​ມາ​ ເພື່ອ​ເປັນ​ຫຼັກ​ຖານ​ທິດ​ສະ​ດີ ໃຫ້​ແກ່ການ​ກໍ່ສ້າງ​ລະບົບ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ພາຍ​ໃຕ້​ສັງຄົມ​ນິຍົມ ຊຶ່ງ​ເພິ່ນ​ຖື​ວ່າ​ນັ້ນ​ແມ່ນ​ລະບອບ​ສັງຄົມ​ທີ່​ກ້າວໜ້າ ​ແລະ ຍຸຕິ​ທຳ, ຕາມ​ກົດ​ເກນ​ວິວັດທະນາ​ການ​ທາງ​ປະຫວັດສາດ, ທີ່​ຈະ​ແທນ​ທີ່​ໃຫ້​ແກ່​ລະບົບ​ທຶນ​ນິຍົມ​​ໃນ​ສະ​ໄໝ​ນັ້ນ, ​ເຖິງ​ວ່າ​ວິວັດ​ການ​ປ່ຽນ​ແທນນັ້ນ​ຈະ​ຕ້ອງ​ໄປ​ຜ່ານ​ເສັ້ນທາງ​ຄົດ​ລ້ຽວ ລະ​ອິດ​ລະ​ອ້ຽວ ​ແລະ ຍາວ​ນານກໍ​ຕາມ.

​ແທ້​ຈິງ​, ​ໃນ​ນິພົນ​ຕຳ​ໜິວິພາກ​ໂຄງການ​ການ​ເມືອງໂກ​ຕາ ທີ່​ທ່ານ​ກາ​ກມາກຂຽນ​ປີ 1875, ພາຍຫຼັງ​ປະຕິ​ເສດຄວາມ​ຄິດ​ທີ່ບໍ່​ຖືກກັບຄວາມ​ເປັນ​ຈິງ​ຂອງ​ຝ່າຍ ລາດ​ຊານ - ຝ່າຍ​ໜຶ່ງ​ໃນ​ພັກ​ກຳມະກອນປະ​ຊາ​ທິປະ​ໄຕ-ສັງຄົມ​ເຢຍລະ​ມັນ​ໃນ​ເວລາ​ນັ້ນ - ທີ່​ຖື​ວ່າ ​ໃນ​ສັງ​ຄົງ​ສັງຄົມ​ນິຍົມ ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ​ຕ້ອງ​ໄດ້​ຮັບ “ລາຍ​ໄດ້​ທີ່​ບໍ່​ຖືກ​ຕັດ​ແບ່ງ​ຂອງ​ແຮງ​ງານ”, ກາກ​ມາກ​ໄດ້​ນຳ​ສະ​ເໜີ​ບັນດາ​ຂໍ້​ຄິດ​ເຫັນ​ທີ່​ມີ​ຄວາມ​ກວມ​ລວມ​ກວ້າງ ກ່ຽວ​ກັບ​ການ​ແຈກ​ຢາຍ ​ແລະ ​ແຈກ​ຢາຍ​ຄືນ​ໃໝ່​ ຍອດ​ຜະລິດ​ຕະພັນ​ສັງຄົມ ​ເພື່ອ​ແນ​ໃສ່​ປະຕິບັດຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ.

ຕາມ​ກາກ​ມາກ, ກ່ອນ​ເມື່ອທີ່​ຈະ​ແຈກ​ຢາຍ​ໃຫ້​ຜູ້​ອອກ​ແຮງ​ງານ, “​ໃນ​ຍອດ​ຜະ​ລິດ​ຕະພັນ​ນັ້ນ, ຕ້ອງຫັກ​ອອກ:

ໜຶ່ງ​ແມ່ນ, ສ່ວນ​ໜຶ່ງ​ເພື່ອ​ປ່ຽນ​ແທນ​ພາຫະນະ​ການ​ຜະລິດ​ທີ່​ໄດ້​ໃຊ້​ໄປ​ແລ້ວ.

​ສອງ​ແມ່ນ, ສ່ວນ​​ເພີ່ມ​ເຕີມໜຶ່ງ​ເພື່ອ​ເປີດ​ກວ້າງ​ການ​ຜະລິດ.

ສາມ​ແມ່ນ, ສ່ວນ​ໜຶ່ງ​ເປັນກອງ​ທຶນ​ສຳຮອງ ຫຼື​ກອງ​ທຶນ​ປະກັນ​​ອຸບັ​ດ​ເຫດ, ຄວາມ​ວຸ່ນວາຍ​ຍ້ອນ​ໄພ​ທຳ​ມະ​ຊາດ, v.v..

​ການ​ຫັກ​ເອົາບ້ວງ​ເງິນ​ເຫຼົ່າ​ນັ້ນ​ຈາກ “ລາຍ​ໄດ້​ທີ່​ບໍ່​ຖືກ​ຕັດ​ແບ່ງ​ຂອງ​ແຮງ​ງານ” ​ແມ່ນ​ຄວາມ​ຈຳ​ເປັນ​ເສດຖະກິດ, ​ແລະ​ຈະ​ຫັກ​ຫຼາຍ​ຫຼື​ໜ້ອຍ​ນັ້ນ​ ແມ່ນ​ແລ້ວ​ແຕ່​ບັນດາ​ອຸປະກອນ​ແລະ​ກຳລັງ​ທີ່​ມີ​ຢູ່​ໃນ​ເວລາ​ນັ້ນ...

ສ່ວນ​ທີ່​ຍັງ​ເຫຼືອ​ຂອງ​ຍອດ​ປະລິດຕະ​ພັນ ຈະ​ໄດ້​ໃຊ້​ເປັນ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ. ກ່ອນ​ເມື່​ອ​ແຈກ​ຈ່າຍ​ໃຫ້ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ​ນັ້ນ, ຍັງ​ຕ້ອງ​ຫັກ​ອອກ​ເພື່ອ:

ໜຶ່ງ​ແມ່ນ, ​ເປັນ​ຄ່າ​ໃຊ້​ຈ່າຍ​ການ​ຄຸ້ນ​ຄອງ​ລວມ ທີ່​ບໍ່​ຂຶ້ນ​ໂດຍ​ກົງ​ກັບ​ການ​ຜະລິດ...

ສອງ​ແມ່ນ, ​ເປັນ​ຄ່າ​ໃຊ້​ຈ່າຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ລວມ, ​ເຊັ່ນ​ໂຮງຮຽນ, ອົງການ​ສາທາລະນະ​ສຸກ, v.v..

ສາມ​ແມ່ນ, ກອງ​ທຶນ​ທີ່​ຈຳ​ເປັນ​ເພື່ອ​ລ້ຽງ​ເກືອ​ບັນດາ​ຜູ້​ທີ່​ບໍ່​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ, v.v.., ລວມຄວາມ​ວ່າ ​ເປັນ​ສິ່ງ​ທີ່​ປະຈຸ​ບັນ​ນີ້​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ສົງ​ເຄາະ​ສັງຄົມ​ຂອງ​ລັດ”(1).

ຈາກ​ບັນດາ​ຂໍ້​ຄິດ​ທິດ​ສະ​ດີ​​ເທິງ​ນີ້​ຂອງ​ກາກ​ມາກ, ພວກ​ເຮົາ​ອາດ​ຈະ​ທອດ​ຖອນ​ຄວາມ​ຮັບ​ຮູ້​ຈຳ​ນວນ​ໜຶ່ງທີ່​ກ່ຽວ​ພັນ​ເຖິງ​ບັນຫາ ​ເຊິ່ງປະຈຸ​ບັນ​ນີ້ສັງຄົມ​ວິທະຍາ​ທີ່​ທັນ​ສະ​ໄໝ ຖື​ວ່າ​ເປັນ​ສາມ​ພາລະ​ບົດບາດ​ຂອງ​ລະບົບ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ທຸກ​ປະ​ເທດ​ໃນ​ໂລກ. ນັ້ນ​ແມ່ນ ປ້ອງ​ກັນ​ຄວາມ​ສ່ຽງ, ລົດ​ຜ່ອນ​ຄວາມ​ສ່ຽງ ​ແລະ ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ສ່ຽງ ​ໃຫ້​ພົນລະ​ເມືອງ​ຂອງ​ແຕ່ລະ​ປະ​ເທດ.

ທີ​ໜຶ່ງ, ຄວາມ​ເປັນ​ເຈົ້າ​ການ “ປ້​ອງ​ກັນ​ຄວາມ​ສ່ຽງ” ​ໃຫ້​ປະຊາຊົນ​ສ່ວນ​ຫຼວງ​ຫຼາຍ​ໃນ​ສັງຄົມ ຈຳ​ເປັນ​ຕ້ອງ​ໄດ້​ວາງ​ອອກ​ມາ​ໃນ​ຄວາມ​ພົວພັນ​ຊຶ່ງ​ກັນ​ແລະ​ກັນ ກັບ​ວິວັດ​ການ​ຜະລິດ​ຊ້ຳ​ງ່າຍດາຍ ​ແລະ ຜະລິດ​ຊ້ຳ​ເປີດ​ກວ້າງຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ​ຢູ່​ແຕ່​ລະ​ປະ​ເທດ.

ທີ​ສອງ, ການ “ລົດ​ຜ່ອນ​ຄວາມ​ສ່ຽງ” ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່​ກ່ຽວ​ຂ້ອງ ຕ້ອງ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ລະອຽດ​ແລະ​ແກ້​ໄຂ​ຢ່າງຮອບ​ຄອບ ທັງ​ສອງ​ດ້ານສັງຄົມ​ແລະ​ທຳ​ມະ​ຊາດ, ບໍ່​ອາດ​​ເບິ່ງ​ເບົາດ້ານ​ໜຶ່ງ​ດ້ານ​ໃດ​ໄດ້.

ທີ​ສາມ, ນອກຈາກ​ການ​ສ້າງ​ບັນດາ​ກອງ​ທຶນ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ, ລົດ​ຜ່ອນ​ຄວາມ​ສ່ຽງ​ຄື​ກ່າວ​ມາ​ເທິງ​ນີ້​ແລ້ວ, ຍັງ​ຕ້ອງ​ຫັກ​ສ່ວນ​ໜຶ່ງ​ໃນ​ຍອດ​ຜະລິດ​ຕະພັນ​ສັງຄົມ​ ເພື່ອ​ສ້າງ​ກອງ​ທຶນ​ທີ່​ຈຳ​ເປັນ​ໜຶ່ງ​ອີກ​ ເພື່ອ​ລ້ຽງ​ເກືອ ຊຶ່ງ​ເນື້ອ​ແທ້​ແມ່ນ​​ເພື່ອ “ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ສ່ຽງ” ​ໃຫ້​ແກ່​ຜູ້​ທີ່​ບໍ່​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ.

​ເປັນ​ທຳ​ມະ​ດາ​ວ່າ, ຍ້ອນ​ຄວາມ​ຈຳກັດ​ຂອງ​ເງື່ອນ​ໄຂ​ປະຫວັດສາດ​ກ່ອນ​ໜ້າ​ນີ້​ເກືອບ 150 ປີ, ກາກມາກ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້​ຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ການ​ຂະຫຍາຍຕົວຢ່າງ​ອຸ​ດົມສົມບູນ​ ແລະ ​ຫຼາຍຮູບ​ຫຼາຍ​ແບບ ຂອງລະບົບ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ຄື​ໃນ​ປະ​ຈະ​ບັນ ຊຶ່ງຫຼາຍ​ປະ​ເທດ - ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດທີ່​ໄປ​ຕາມ​ກະ​ແສ​ຟອງ​ປະຊາທິປະ​ໄຕ-ສັງຄົມ ​ຢູ່​ເອີຣົບ​ເໜືອ - ພວມ​ປະຕິບັດ. ນອກຈາກ​ນັ້ນ, ຍ້ອນ​ທັດສະນະ​ຄະຕິ​ຂອງ​ກາກ​ມາກ ​ແລະ ຟ.ອັງ​ແກນ ​ໃນ​ເວລາ​ນັ້ນຍັງ​ອຽງ​ໄປ​ທາງ​ການ​ກໍ່ສ້າງ​ຕົວ​ແບບ​ລັດທິ​ສັງຄົມ​ນິຍົມ​ແຫ່ງ​ລັດ, ດັ່ງ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ມີ​ຄວາມ​ຄິດ “ຕ້ອງ​ເຮັດ​​ໃຫ້ການ​ປະກັນ​ສຳລັບ​ຄົນ​ງານ ​ກາຍ​ເປັນ​ວຽກ​ງານ​ຂອງ​ລັດ​ໂດຍ​ສົມບູນ”(2) ​ແຕ່​ບໍ່​​ໄດ້ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ໃຫ້​ສັງຄົມ​ສ້າງ​ເປັນ​ແຫຼ່ງທຶນ​ຂອງ​ກອງ​ທຶນ​ປະກັນ​ສັງຄົມ.

2- ​ໃນ​​ໄລຍະ​ເຄິ່ງຕົ້ນຂອງ​ສະຕະວັດ​ທີ XX, ​ໃນ​ເວລາ​ໄປ​ຫາ​ເສັ້ນທາງ​ກູ້​ຊາດ​ກູ້​ປະຊາຊົນ, ທ່ານ​ປະທານ​ໂຮ່ຈີ​ມິນ, ​ເວລາ​ນັ້ນ​ໃສ່​ຊື່​ຫວຽດນອ໋າຍ​ກວັກ, ​ໄດ້​ເລີ່​ມຈາກຄວາມຮັກ​ຊາດ​ ໄປ​ພົບ​ກັບ​ລັດທິ​ມາກ - ​ເລ​ນິນ. ຈາກ​ນັ້ນ, ​ເພິ່ນ​ໄດ້​​ຄົ້ນຄວ້າຂະຫຍາຍທັດສະນະ​ຂອງ​ບັນດາ​ຜູ້​ກໍ່​ຕັ້ງລັດທິ​ສັງຄົມ​ນິຍົມວິທະຍາສາດ​ ແລະ ໝູນ​ໃຊ້​ເຂົ້າ​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ຫວຽດນາມຢ່າງ​ປະດິດ​ສ້າງ ​ເພື່ອ​ດຳ​ເນີນ​ການ​ປະຕິວັດ​ຊາດ-ປະຊາທິປະ​ໄຕ, ​ໂຄ່ນ​ລົ້ມ​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ-ສັກດິນາ, ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ, ກໍ່ສ້າງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ. ຈຸດໝາຍ​ຕົ້ນຕໍ​ແມ່ນ​ແນ​ໃສ່​ປະຕິບັດ​ຄວາມ​ກ້າວໜ້າ​ແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ, ​ເຮັດ​ໃຫ້​ທຸກ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ, ມີ​ຄວາມສຸກ, ​ໄດ້ຮ່ຳຮຽນ​ໜັງສື, ​ເມື່​ອ​ເຈັບ​ເປັນກໍ່​​ໄດ້​ຮັບ​ການ​ປິ່ນປົວ, ຜູ້​ເຖົ້າ​ຜູ້​ແກ່​ບໍ່​ອອກ​ແຮງງານ​ໄດ້​ກໍ່​ໄດ້​ພັກຜ່ອນ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ຮີດຄອງ​ທີ່​ບໍ່​ດີ​ກໍ່​ຈະ​ໄດ້​ລົບ​ລ້າງ​ເປັນ​ແກ່​ລະ​ກ້າວ. ທ່ານ​ປະທານ​ໂຮ່ຈີ​ມິນ​ບໍ່​ພຽງ​ແຕ່​ໄດ້​ຊີ້​ໃຫ້​​ເຫັນ​ເສັ້ນທາງ​ອັນ​ຖືກຕ້ອງ​ແລະຈຸດໝາຍ​ອັນ​ສູງ​ສົ່ງ​ຂອງ​ການ​ປະຕິວັດ​ຫວຽດນາມ, ​ເພິ່ນ​ຍັງ​ເປັນ​ຜູ້​ລິ​ເລີ່​ມ​ແລະ​ຕັ້ງ​ຮາກ​ຖານ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ສັງຄົມ​ເວົ້າ​ລວມ, ກວມ​ທັງ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ​ເວົ້າ​ໂດຍ​ສະ​ເພາະ ​ໃນ​ແຕ່ລະ​ໄລຍະ​ອັນ​ລະ​ອຽດ​ຂອງ​ວິວັດ​ການ​ປະຕິວັດ​ຢູ່​ຫວຽດນາມ.

ການ​ປະຕິວັດ​ເດືອນ​ສິງຫາປີ 1945 ​ໄດ້​ຮັບ​ຜົນສຳ​ເລັດ, ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊົ່ວຄາວ​ ແລະ ​ປວງ​ຊົນ​ຕ້ອງ​ປະຕິບັດ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ໃນ​ທັນທີ​ທັນ​ໃດ​ຄື ຍູ້​ຖອຍ​ໄພ​ອຶດ​ຫີ​ວດ້ວຍ​ວິທີ​ປຸກ​ລະດົມບັ້ນ​ແຂ່ງຂັນ​ເພີ່ມ​ພູນ​ຜະລິດຜົນ, ພ້ອມ​ກັນ​ນັ້ນ​ກໍ່​ຈັດ​ຕັ້ງ​ການ​ບໍລິຈາກ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ຂາດ​ເຂີນ​ອາຫານ​ການ​ກິນ. ​ໃນ​ໂອກາດ​ດຽວ​ກັນ​ນັ້ນ, ທ່ານ​ປະທານ​ໂຮ່ຈີ​ມິນຍັງ​ມີ​ແຜນ​ນະ​ໂຍບາຍ​ເປີດ​ບັ້ນ​ຂົນຂວາຍ​ຂະໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ ​ເພື່ອລົບ​ລ້າງ​ໄພ​ກືກ​ໜັງສື​ໃຫ້​ປະຊາຊົນ​ທີ່​ກວມ​ເຖິງ 95% ຂອງ​ຈຳນວນ​ພົນລະ​ເມືອງ - ຊຶ່ງ​ເປັນ​ຜົນ​ຕາມ​ມາ​ຂອງ “ນະ​ໂຍບາຍ​ເຮັດ​ໃຫ້​ປະຊາຊົນ​ໂງ່​ຈ້າ” ທີ່​ລະບ​ອບລ່າ​ເມືອງ​ຂຶ້ນ​ປະ​ໄວ້ -, ພ້ອມ​ນັ້ນ​ກໍ່​ປະຕິບັດ​ການ​ສຶກສາ​ທົ່ວ​ໄປ​ແຕ່​ລະດັບ​ຕ່ຳ​ຂຶ້ນ​ສູງ​ເທື່ອ​ລະ​ກ້າວ ​ເພື່ອ​ຍົກ​ສູງ​ລະດັບ​ປັນຍາ​ຄວາມ​ຮູ້​ໃຫ້​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ກໍ່ສ້າງ​ປະ​ເທດ​ໃນ​ທຸກ​ດ້ານ.

ມາ​ຮອດ​ການ​ຕໍ່ສູ້​ອັນ​ລຳບາກຍາວ​ນາມ ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຮຽກຮ້ອງ​ອຳນາດ​ການ​ປົກຄອງ​ປະຊາຊົນ​ແຂວງ​ຕ່າງໆ ຕ້ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມ​ທຸກ​ຍາກ, ​ເພີ່​ມຄ​ວາ​ມຮັ່ງມີ, ພັດທະນາວັດທະນະທຳ - ການ​ສຶກສາ ​ເພື່ອ​ແນ​ໃສ່: “​ເຮັດ​ໃຫ້​ຄົນ​ຍາກຈົນ​ກໍ​ພໍ​ຢູ່​ພໍ​ກິນ. ຄົນທີ່​ມີ​ຄວາມ​ພໍ​ຢູ່​ພໍ​ກິນກໍ່​ກາຍ​ເປັນຮັ່ງມີ. ຄົນ​ຮັ່ງມີ​ກໍ​ຮັ່ງມີ​ຍິ່ງ​ຂຶ້ນ. ປະຊາຊົນ​ທຸກ​ຄົນ​ຮູ້​ໜັງສື. ຜູ້​ໃດກໍ​ຮູ້​ສາມັກຄີ, ຮັກ​ຊາດ”(3).

ການ​ຕໍ່ສູ້​ຕ້ານ​ຝຣັ່ງ​ໄດ້​ຮັບ​ໄຊຊະນະ, ພາກ​ເໜືອ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ ​ແລ​ະ​ໄດ້​ກ້າວ​ເຂົ້າ​ສູ່​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ເທື່ອລະ​ກ້າວ. ​ໂດຍ​ໝູນ​ໃຊ້​ລັດ​ທິ​ມາກ - ເລ​ນິນຢ່າງ​ປະດິດ​ສ້າງ​ເຂົ້າ​ສູ່​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ປະ​ເທດ, ທ່ານ​ປະທານ​ໂຮ່ຈີ​ມິນ ບໍ່​ໄດ້​ນຳ​ສະ​ເໜີ​ທິດ​ສະ​ດີ​ກ່ຽວ​ກັບລັດທິ​​ສັງຄົມ​ນິຍົມ ດ້ວຍ​ບັນດາ​ລັກສະ​ນະ​ແລະ​ເກນ​ກຳນົດ​ຂອງ​ຕົວ​ແບບສັງຄົມ​ໃນອຸດົມ​ຄະຕິ, ທີ່​ໄດ້​ສ້າງ​ຂຶ້ນ​ໃນ​ຫົວ​ສະໝອງ ​ເພື່ອ​ຈາກ​ນັ້ນ​ບັງຄັບ​ໃຫ້ “ພາກ​ຕົວ​ຈິງ​ຕ້ອງຕາ​ມ​ແບບ”, ຄື​ທີ່ ກ.ມາກ ​ແລະ ຟ.ອັງ​ແກນ ​ເຄີ​ນກ່າວ​ເຕື່ອນ(4). ກົງ​ຂ້າມ, ​ເພິ່ນ​ໄດ້​ອະທິບາຍ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ຢ່າງ​ເໝາະ​ກັບ​ຄວາມ​ເປັນ​ຈິ​ງ, ທຳ​ມະ​ດາ​ສາມັນ, ​ເຂົ້າ​ໃຈງ່າຍ​ສຳລັບ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ປະ​ເທດ: “ລັດທິ​ສັງຄົມ​ນິຍົມ​ແມ່ນ​ຍຸຕິ​ທຳ ​ສົມ​ເຫດ​ສົມ​ຜົນ: ​ເຮັດ​ຫຼາຍ​ໄດ້​ຊົມ​ໃຊ້​ຫຼາຍ, ​ເຮັດ​ໜ້ອຍ​ຊົມ​ໃຊ້​ໜ້ອຍ, ບໍ່​ເຮັດ​ຈະ​ບໍ່​ໄດ້​ຊົມ​ໃຊ້. ບັນດາ​ຜູ້​ເຖົ້າ​ແກ່​ອ່ອນ​ໂຊຫຼື​ພິການ​ ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ຈາກ​ລັດ”(5), “ລັດທິ​ສັງຄົມ​ນິຍົມກ່ອນ​ອື່ນ​ໝົດ​ແມ່ນ​ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ, ​ເຮັດ​ໃຫ້​ທຸກ​ຄົນມີ​ວຽກ​ເຮັດ​ງານ​ທຳ, ​ໄດ້​ກິນ​ອິ່ມ​ນຸ່ງອຸ່ນ ​ແລະ ມີ​ຊີວິດ​ສົມບູນ​ພູມ​ສຸກ”(6),...

ດ້ວຍ​ທັດ​ສະ​ນະ​ຄະຕິ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມດັ່ງກ່າວ​ເທິງ​ນີ້ ​ແລະ ດ້ວຍ​ຖານະ​ເປັນ​ຫົວໜ້າ​ຄະນະ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ປີ 1959 ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ໃນ​ໄລຍະ​ຕົ້ນ​ຂອງ​ສະ​ໄໝ​ຂ້າມ​ຜ່ານຂຶ້ນ​ສູ່​ສັງຄົມ​ນິຍົມ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຊີ້​ນຳ​ການ​ຂຽນ​​ເນື້ອ​ໃນ​ທີ່​ສຳຄັນຕ່າງໆ​ເຂົ້າ​ໃນ​ລັດຖະທຳ​ມະນູນ​ສະບັບ​ນີ້ຄື ບັນດາ​ມາດຕາ​ທີ່​ສຳຄັນ​ກ່ຽວ​ກັບ​ບັນດາ​ສິດ​ໄດ້​ຮັບຄວາມ​ປອດ​ໄພ​ທາງ​ສັງຄົມອັນ​ພື້ນຖານ ​ຂອງ​ພົນລະ​ເມືອງ​ເຊັ່ນ “ສິດ​ເຮັດ​ວຽກ”, “ສິດ​ພັກຜ່ອນ”, “ສິດ​ຮ່ຳຮຽນ”, “ສິດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດຖຸ​ເມື່ອ​ເຖົ້າ​ແກ່​ອ່ອນ​ໂຊ, ​ເຈັບ​ເປັນ ຫຼື​ບໍ່​ສາມາດອອກ​ແຮງ​ງານ​ອີກ”,...

ການ​ກຳນົດ​ໃນ​ລັດຖະທຳ​ມະນູນ ​ແລະ ປະຕິບັດ​ເປັນ​ແຕ່​ລະ​ກ້າວ ບັນດາ​ສິດ​ພື້ນຖານ​ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃຫ້​ປະຊາຊົນ​ທຸ​ກຄົນ​ຢູ່​ພາກ​ເໜືອຕາມ​ແນວ​ຄິດ​ໂຮ່ຈີ​ມິນ ຊຶ່ງ​ໄດ້​ປະກອບສ່ວນ​ປຸກ​ລະດົມ​ໃຫ້ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ເຮົາ​ເສີມ​ຂະຫຍາຍ​ລັດ​ທິ​ຮັກ​ຊາດ ​ແລະ ລັດທິ​ວິລະ​ຊົນ​ປະຕິວັດ​ ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ພາກ​ເໜືອ, ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ.

3- ນັບ​ແຕ່​​ເມື່ອລິ​ເລີ່​ມແລະນຳພາ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ​ມາ​ເຖິງ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ໝູນ​ໃຊ້ ​ແລະ ຂະຫຍາຍ​ລັດ​ທະ​ມາກ - ​ເລ​ນິນ, ​ແນວ​ຄິດໂຮ່ຈີ​ມິນຢ່າງ​ປະດິດ​ສ້າງ ​ໃນ​ສະພາບ​ການ​ທີ່​ມີ​ການ​ຜັນ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ແລະ​ຂອງ​ຍຸກ​ສະ​ໄໝ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານ​ສະຫລຸບ​ສັງ​ລວມພຶດຕິ​ກຳ​ໃນ​ປະ​ເທດ​, ພ້ອມ​ກັນ​ນັ້ນ​ກໍ​ເປີດ​ກວ້າງ​ສາຍຕາ​ອອກ​ສູ່​ພາຍ​ນອກ, ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ທາ​ບທາມ ​ແລະ ຄັດ​ເລືອ​ກເອົາບົດຮຽນທີ່​ດີ​ຂອງຫຼາຍ​ປະ​ເທດ​ໃນ​ໂລກ. ຜ່ານ​ນັ້ນ, ພັກກໍ​ໄດ້ກຳນົດ​ນັບ​ມື້​ນັບຈະ​ແຈ້ງ​ກ່ຽວ​ກັບ​ລະບົບ​ບັນດາ​ແຜນ​ນະ​ໂຍບາຍ, ທັດສະນະ​ກຳນົດ​ທິດ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ອັນ​ພື້ນຖານ​ກ່ຽວ​ກັບ​ເສດຖະກິດ ການ​ເມືອງ ວັດທະນະທຳ ສັງຄົມ,... ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ ຢູ່​ຫວຽດນາມ.

ຖ້າ​ຫາກ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (ປີ 1986) ຫາ​ກໍ່​ພິຈາລະ​ນາ​ກ່ຽວ​ກັບຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII (ປີ 1991) ​ພິຈາລະນາກ່ຽວ​ກັບ​ຄວາມ​ກ້າວໜ້າ​ທາງ​ສັງຄົມ ​ແຕ່​ເຖິງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII (ປີ 1996) ພັກ​ກໍ່​ໄດ້​ກຳນົດ​ວ່າ ຄວາມ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ ​ແລະ ​ໃນ​ຕະຫຼອດຂະ​ບວນວິວັດ​ການ​ພັດທະນາ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ​ໄດ້​ນຳ​ສະ​ເໜີ​ຫຼາຍ​ທັດສະນະ​ໃໝ່ ກ່ຽວກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ​ໃນ​ນັ້ນ​ມີ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງຄົມ, ​ແຕ່​ຄຳ​ສັບ “ຄວາມ​ປອດ​ໄພ​ທາງ​ສັງຄົມ” ຍັງ​ບໍ່​ທັນ​ປະກົດ​ຢ່າງ​ເປັ​ນທາງ​ການ​ຢູ່​ໃນບັນດາ​ເອກະສານ​ຂອງກອງ​ປະຊຸມ​ໃຫຍ່​ຂອງ​ພັກ.

ຄຳ​ສັບ “ຄວາມ​ປອດ​ໄພ​ທາງ​ສັງຄົມ” ຖືກນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX (ປີ 2001) ​ດ້ວຍການ​ຢັ້ງຢືນ “ຕ້ອງ​ຮີບ​ເປີດ​ກວ້າງ​ລະບົບ​ປະກັນ​ໄພ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ. ກໍ່ສ້າງ​ແລະ​ປະຕິບັດ​ໂດຍ​ໄວ​ ນະ​ໂຍບາຍ​ປະກັນ​ໄພ​ວ່າງ​ງານ”. ຄຳ​ສັບ “ຄວາມ​ປອດ​ໄພ​ທາງ​ສັງຄົມ” ​ໄດ້​ຮັບ​ຮູ້​ວ່າ​ເປັນ “ທັດສະນະ​ຄະຕິ​ແນ​ໃສ່​ສ້າງ​ເຄືອ​ຂ່າຍ​ຄວາມ​ປອດ​ໄພ​ໜຶ່ງທີ່​ກວມ​ດ້ວຍ​ຫຼາຍ​ຊັ້ນ​ ໃຫ້​ສະມາຊິກ​ທຸກ​ຄົນ​ໃນ​ປະຊາ​ຄົມ ​ໃນ​ກໍ​ລະ​ນີລາຍ​ໄດ້​ຫລຸດ​ລົງ​ຫຼື​ຖືກ​ເສຍ, ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ​​ໂດ​ຍບັງ​ເອີນ​ຍ້ອນ “ຄວາມ​ສ່ຽງ” ທາງ​ສັງຄົມ ​ແລະ ​ໄພ​ທຳ​ມະ​ຊາດ, ​ໃນ​ນັ້ນ ບັນຫາ​ປະກັນ​ໄພ​ສັງຄົມແລະການສັງຄົມ​ສົງ​ເຄາະ ​ແມ່ນບັນດາ​ນະ​ໂຍບາຍ​ຕົ້ນຕໍ​ເພື່ອ​ປະຕິບັດ​ຄວາມ​ປອດ​ໄພ​ທາງ​ສັງຄົມ ຢູ່​ຫວຽດນາມ”. ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ຈາລຶກ​ຫຼັກ​ໝາຍ​ທີ່​ສຳຄັນ​ກ່ຽວ​ກັບ​ທັດສະນະ, ​ແນວທາງ​ຂອງ​ພັກ ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງຄົມ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຄວາມ​ປອດ​ໄພ​ທາງ​ສັງຄົມ ຍາມ​ໃດ​ກໍ​ເປັນ​ເນື້ອ​ໃນ​ສຳຄັນ​ໜຶ່ງ​ ທີ່​ມີ​ຢູ່​ໃນ​ເກືອບ​ທັງ​ໝົດ​ທຸກ​ເອກະສານ​ທີ່​ສຳຄັນ​ຂອງ​ພັກ ​ໃນ​ບັນດາ​ກອງ​ປະຊຸມ​ໃຫຍ່​ຕໍ່​ຈາກ​ນັ້ນ. “ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ນະ​ໂຍບາຍ​ສັງຄົມ ​ເປັນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ”.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X (ປີ 2006) ​ໄດ້​ວາງ​ທິດ​ທາງ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ຂະຫຍາຍ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ ຢູ່​ຫວຽດນາມ. ພ້ອມ​ກັນ​ກັບ​ບັນດາ​ແຜນ​ນະ​ໂຍບາຍ​ເພື່ອ​ຂະຫຍາຍ​ລະບົບ​ນະ​ໂຍບາຍທີ່​ຫັນ​ເຂົ້າ​ສູ່​ການ​ແກ້​ໄຂ​ບັນ​ດາບັນຫາ​ສັງຄົມ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຍັງ​ຢັ້ງຢືນວ່າ ຄວາມ​ປອດ​ໄພ​ທາງ​ສັງຄົມຕ້ອງ​ໄດ້​ຂະຫຍາຍຕົວ​ດ້ວຍ​ຫຼາຍຮູບຫຼາຍ​ແບບ ​ແລະ ຕິດ​ກັບ​ບັນດາ​ນະ​ໂຍບາຍ​ປະກັນ​ໄພ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (ປີ 2011) ກຳນົດ​ແຈ້ງ​ທິດ​ທາງ, ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ​ໃນ​ໄລຍະ​ໃໝ່. ຄຽງ​ຂ້າງ​ນັ້ນ, ​ໃນ​ແຜນ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ​ 2011 - 2020, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ເຖິງ​ບົດບາດ​ຂອງຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ຈຸດໝາຍ​ພັດທະນາ​ເສດຖະກິດ​ ແລະ ກຳນົດ​ທິດທາງພັດທະນາ​ເສດຖະກິດ - ສັງຄົມ. ​ໃນ​ພາກ ຈຸດໝາຍ​ຕົ້ນຕໍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ວັດທະນະທຳ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ໄດ້​ເນັ້ນ “ສະ​ວັດ​ດີການສັງຄົມ, ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ຊຸມ​ຊົນ​ໄດ້​ຮັບປະກັນ”. ​ໃນ​ພາກ ກຳນົດ​ທິດພັດທະນາ​ເສດຖະກິດ - ສັງຄົມ, ຄວາມ​ປອດ​ໄພ​ທາງ​ສັງຄົມ​ແລະ​ການ​ບໍລິການວຽກ​ເຮັດ​ງານ​ທຳໄດ້​ຮັບ​ການບຸລິ​ມະ​ສິດ​ໃຫ້​ພັດທະນາ ຄູ່ຄຽງກັນ​ກັບ​ບັນດາ​ການ​ບໍລິການ​ອື່ນ: “ຂະ​ຫຍາຍຢ່າງແຮງການ​ບໍລິການ​ວິທະຍາສາດ ​ແລະເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ແລະ​ກໍ່ສ້າງ, ວັດທະນະທຳ, ສື່ສານ, ກິລາ, ບໍລິການ​ວຽກ​ເຮັດ​ງານ​ທຳ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ”.

ກ່ຽວ​ກັບ​ຄວາມ​ພົວພັນ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າແລະ​ຍຸຕິ​ທຳ​ທາງ​ສັງຄົມ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງ​ບັນດາ​ແຜນ​ນະ​ໂຍບາຍ, ທັດສະ​ມະໃຫຍ່ ​ທີ່​ມີ​ຄວາມ​ໝາຍ​ຊີ້​ນຳ​ການ​ປະຕິບັດ​ໃນ​ພາກ​ຕົວ​ຈິງ​ທີ່​ເດັ່ນ​ຊັດ ​ດັ່ງ​ນີ້:

ທີ​ໜຶ່ງ, ຫັນປ່ຽນ​ຈາກ​ພື້ນຖາ​ເສດຖະກິດ​ແຜນການ​ລວມສູນ ​ເກື້ອກູນ ອາດຍາ​ສິດ ມາ​ເປັນ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ເພື່ອ​ແນ​ໃສ່​ປົດປ່ອຍ​ກຳລັງການ​ຜະລິດ, ຍູ້​ແຮງ​ຄວາມ​ເຕີ​ບ​ໂຕ​​ເສດຖະກິດ, ປົວ​ແປ​ງຊີວິດ​ຄວາມ​ເປັນ​ຢູ່​ຮອບດ້ານ​ຂອງ​ປະ​ຊະ​ຊົນ.

ທີ​ສອງ, ​ການແກ້​ໄຂ​ວຽກເຮັດ​ງານ​ທຳ​ມີ​ຄວາມ​ໝາຍ​ຕັດ​ສີນ ​ເພື່ອ​ເສີມ​ຂະຫຍາຍປັດ​ໄຈ​ມະນຸດ, ປັບປຸງ ​ແລະ ພັດທະນາ​ເສດຖະກິດ, ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສົດ​ໃສ, ຕ​ອບສະໜອງ​ຄວາມ​ປາຖະໜາ ​ແລະ ຄວາມ​ຕ້ອງການ​ອັນ​ຊອບ​ທຳ ​ຂອງ​ປະຊາຊົນ. ກໍ່ສ້າງ ​ແລະ ປະຕິບັດ​ໂດຍ​ໄວ ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມສຳລັບ​ຜູ້​ອອກ​ແຮງ​ງານ​ທີ່​ຖືກ​ວ່າງ​ງານ.

ທີ​ສາມ, ສົ່ງ​ເສີມ​ໃຫ້​ທຸກ​ຄົນທຳ​ມາ​ຫາ​ກິນ​ສ້າງ​ຄວາມ​ຮັ່ງມີ​ຖືກ​ກົດໝາຍ, ພ້ອມ​ກັນ​ນັ້ນ​ກໍ​ມີ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ໃຫ້​ຜູ້​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ເພື່ອ​ພໍ​ຢູ່​ພໍ​ກິນ ​ແລະ ສູ້​ຊົນ​ກາຍ​ເປັນ​ຄົນ​ຮັ່ງມີ.

ທີ​ສີ່, ຖື​ການ​ສຶກສາ​ແລະ​ກໍ່ສ້າງ​ເປັນ​ນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ຂອງ​ຊາດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະດັບ​ປັນຍາ​ຄວາມ​ຮູ້ຂ​​ອງ​ປະຊາຊົນ, ຝຶກ​ອົບຮົມ​ຊັບພະຍາກອນ​ມະ​ນຸດ, ບຳລຸງ​ສ້າງ​ຜູ້​ເກັ່ງ​ກ້າ​ສາມາດ ຊຶ່ງ​ເປັນ​ປັດ​​ໄຈພື້ນຖານ​ເພື່ອ​ພັດທະນາ​ສັງຄົມ, ​ເພີ່ມ​ຄວາມ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ທີ​ຫ້າ, ດຳ​ເນີນ​ຢ່າງ​ຄົບ​ຊຸດ ​ນະ​ໂຍບາຍ​ປ້ອງ​ກັນ​ແລະ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ. ປ່ຽນ​ແປງ​ໃໝ່​ກົນ​ໄກ ​ແລະ ນະ​ໂຍບາຍ​ເກັບ​ຄ່າ​ທຳ​ນຽມ​ໂຮງໝໍ, ມີ​ນະ​ໂຍບາຍ​ອຸດ​ໜູນ ​ແລະ ປະກັນ​​ສຸຂະພາບ​ໃຫ້​ຜູ້​ທຸກ​ຍາກ, ກ້າວ​ໄປ​ເຖິງ​ການ​ປະກັນ​ສຸຂະພາບ​ໃຫ້​ທົ່ວ​ປວງ​ຊົນ.

ປະຕິບັດ​ທັດສະນະ ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ ກັບ​ພັດ​ທະນະ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸ​ຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ ​ແລະ ​ແຕ່​ລະນະ​ໂຍບາຍ, ລາຍ​ງານ​ການ​ເມືອງ ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (​ເດືອນ​ມັງກອນ 2011) ຂອງ​ພັກ​ໄດ້​ເນັ້ນ: “ສືບ​ຕໍ່​ດັດ​ແປງ, ປັບປຸງ​ບູລະນະ​ລະບົບ​ປະກັນ​ໄພ​ສັງຄົມ, ການປະກັນ​​ສຸຂະພາບ, ການປະກັນ​ໄພ​ວ່າງ​ງານ, ການຊ່ວຍ​ໜູນ ​ແລະ​ການ​ສັງຄົມສົງ​ເຄາະທີ່​ຫຼາກ​ຫຼາຍ ​ໄຫວ​ພິບ, ມີ​ຄວາມ​ສາມາດ​ປົກ​ປ້ອງ ຊ່ວຍ​ເຫຼືອ​ໃຫ້​ສະມາຊິກ​ທຸກ​ຄົນ​ໃນ​ສັງຄົມ, ​ເປັນ​ຕົ້ນ​ແມ່ນກຸ່ມ​ຄົນ​ອ່ອນ​ແອ ຖືກ​ອັນຕະລາຍ, ​ໃຫ້​ເຂົາ​ຜ່ານ​ຜ່າ​ຄວາມ​ສ່ຽງ ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ. ​ເພີ່ມ​ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ ​ທີ່ເຂົ້າ​ຮ່ວມ​ໃນ​ບັນດາ​ຮູບ​ການ​ປະກັນ​ໄພ. ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ບໍລິການ​ປະກັນ​ໄພ​ສັງ​ຄົມ, ຫັນປ່ຽນ​ບັນດາ​ຮູບ​ແບບການ​ຊ່ວຍ​ເຫຼືອ ອຸດໜຸນ​ສັງຄົມ ມາ​ເປັນ​ການ​​ໃຫ້​ບໍລິການ​ສະຫວັດດີ​ການ​ສັງຄົມ​ບົນ​ຖື້ນຖານ​ຂອງ​ຊຸມ​ຊົນ. ຮັບປະກັນ​ໃຫ້​ບັນດາ​ເປົ້າ​ໝາຍ​ສັງຄົມສົງ​ເຄາະ​ໄດ້ມີ​ຊີວິດຄວາມ​ເປັນ​ຢູ່​ເປັນ​ປົກກະຕິ, ​ເຈືອ​ຈານ​ກົມກຽວ​ກັບ​ຊຸມ​ຊົນ, ມີ​ໂອ​ກາດ​ເຂົ້າ​ເຖິງ​ແຫຼ່ງພະລັງ​ເສດຖະກິດ, ​ເຂົ້າ​ເຖິງການ​ບໍລິການ​ສາທາລະນະ​ທີ່​ສຳຄັນ,... ລະດົມ​ທຸກ​ແຫຼ່ງພະລັງ​ສັງຄົມ ​ເພື່ອ​ພ້ອມ​ກັນ​ກັບ​ລັດ ​ເບິ່ງ​ແຍງ​ດູ​ແລ​ຊີວິດຄວາມ​ເ​ປັນ​ຢູ່ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ ຂອງ​ບຸກຄົນ​ແລະ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ​ ໃຫ້​ດີ​ຍິ່ງ​ຂຶ້ນ”(7).

ດ້ວຍ​ພາລະ​ບົດບາດ​ທີ່​ລັດຖະທຳ​ມະນູນ​ກຳນົດ​ໃຫ້, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽດນາມ ​ໄດ້ຫັນ​ເປັນ​ນິຕິ​ກຳຕາມ​ລຳດັບ​ ຕໍ່​ບັນດາ​ແຜນ​ນະ​ໂຍບາຍ ທັດສະນະ​ເທິງ​ນີ້​ຂອງ​ພັກ ​ໃຫ້​ກາຍ​ເປັນ​ລະບົບ​ກົດໝາຍ ​ແຜນ​ຍຸດ​ທະ​ສາດ ນະ​ໂຍບາຍ​ ​ແຜນການ ​ໂຄງການ ​ແຜນ​ງານ,... ອັນ​ລະອຽດ​ເພື່ອ​ນຳ​ເຂົ້າ​ສູ່​ຊີວິດ​ຄວາມ​ເປັນ​ຢູ່. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ, ພ້ອມໆ​ກັບ​ການ​ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ທາງ​ສັງຄົມ, ພາລະກິດ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຢູ່​ຫວຽດນາມ​ ໃນ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນງານ​ຫຼາຍ​ຢ່າງ​ທີ່​ໜ້າ​ຊົມ​ເຊີຍ:

- ຈຳນວນ​ຄົນ​ໄດ້​ຮັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​​ເພີ່ມ​ຂຶ້ນ​ຢ່າງ​ສະ​ໝ່ຳສະ​ເໝີ​ທຸກ​ປີ: ​ໃນ 10 ປີ (1991-2001) ຫວຽດນາມ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ປະມານ 12 ລ້ານ​ຄົນ; ​ໃນ​ຊຸມ​ປີຕໍ່ໄປ, ຈຳນວນ​ຄົນ​ທີ່​ໄດ້​ຮັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໄດ້​ເພີ່ມ​ຂຶ້ນ​ຕາມ​ລຳດັບ: ​ໄລຍະ 2001 - 2005 ​ໄດ້ 6,5 ລ້ານ​ຄົນ, ​ໄລຍະ 2006 - 2010 ​ໄດ້​ປະມານ 7,2 ລ້ານ​ຄົນ ​ແລະ ​ໄລຍະ 2011 - 2015 ​ໄດ້ 7,8 ລ້ານ​ຄົນ.

- ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ບັນລຸ​ຜົນງານ​ທີ່​ພົ້ນ​ເດັ່ນ: ຕາມ​ມາດຕະຖານ​ທີ່​ທະນາຄານ​ໂລກ​ສົມທົບ​ກັບກົມ​ໃຫຍ່​ສະຖິຕິ​ຫວຽດນາມ​ຄິດ​ໄລ່​, ອັດຕາ​ສ່ວນ​ຄວາມທຸກ​ຍາກ​ລວມຢູ່​ຫວຽດນາມ​ໄດ້​ຫລຸດ​ລົງ ​ແຕ່ 58% ປີ 1991 ລົງ​ເປັນ​ປະມານ 4,5% ປີ 2015. ​ໃນ​ຊຸມ​ປີຜ່ານມາ​ມໍ່​ນີ້, ​ເມື່ອ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ປະສົບ​ຄວາມ​ຫຍຸ້ງຍາກ ​ຍ້ອນຜົນ​ກະທົບ​ຂອງ​ການ​ວິ​ກິດ​ດ້ານ​ການ​ເງິນ ​ແລະ ຄວາມ​ຊຸດ​ໂຊມ​ຂອງ​ເສດຖະກິດ​ໂລກ, ລັດຖະບານ​ຫວຽດນາມ​ໄດ້​ວາງ​ແລະ​ປະຕິບັດ​ຢ່າງ​ທັນ​ການ ​ໂຄງການຊ່ວຍ​ເຫຼືອ​ເພື່ອຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຍືນ​ຍົງຢູ່ 60 ກ່ວາ​ເມືອງ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ ຊຶ່ງ​ຄອບຄົວ​ທຸກ​ຍາກ​ກວມ​ເອົາ​ກວ່າ 50% ຈຳນວນ​ຄອບຄົວ​ທັງ​ໝົດ. ຮອດ​ທ້າຍ​ປີ 2015, ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​​ເມືອງ​ເຫຼົ່າ​ນີ້​ໄດ້​ຫລຸດ​ລົງ​ເປັນ 28%.

- ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ​ມີ​ການ​ຜັນ​ປ່ຽນ​ຢ່າງ​ຈະ​ແຈ້ງ: ນັບ​ແຕ່​ເມື່ອ​ປ່ຽນ​ແປງ​ໃໝ່​ມາ​ເຖິງ​ປະຈຸ​ບັນ​ນີ້, ​ເປົ້າ​ໝາຍ​ນີ້​ໄດ້​ເປີດ​ກວ້າງ​ເທື່ອ​ລະ​ກ້າວ​ອອກ​ສູ່​ຫຼາຍ​ວິ​ສາ​ຫະກິດ​ສັງກັດ​ບັນດາ​ພາ​ສ່ວນ​ເສດຖະກິດ​ນອກ​ພາກ​ລັດ. ​ເພາະສະ​ນັ້ນ, ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​​ສັງຄົມໂດ​ຍບັງຄັບ​ ໄດ້​ເພີ່ມ​ຂຶ້ນຈາກ 4,8 ລ້ານ​ຄົນ​ໃນ​ປີ 2001 ຂຶ້ນ​ເປັນ 12 ລ້ານ​ຄົນ​​ໃນປີ 2015.

- ການ​ປົກ​ຫຸ້ມ​ຂອງ​ການ​ປະກັນ​​ສຸຂະພາບ​ເພີ່ມ​ຂຶ້ນ​ໄວ: ພາຍຫຼັງ​ທີ່​ລັດຖະບານ​ປະກາດໃຊ້ບັນດາ​ດຳລັດ​ກ່ຽວ​ກັບການ​ປະກັນ​ສຸຂະພາບ​ສາມ​ຄັ້ງ​ໃນ​ສາມປີ 1992, 1998 ​ແລະ 2005, ການ​ປົກ​ຫຸ້ມ​ຂອງ​ການ​ປະກັນ​ສຸຂະພາບ​ໃນ​ທົ່ວ​ປະ​ເທດ​ນັບ​ມື້​ນັບ​ເປີດ​ກວ້າງ. ຄຽງຄູ່​ກັບ​ການ​ເປີດ​ກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ​ໂດຍ​ບັງຄັບ, ການ​ປະກັນ​ສຸຂະພາບ​ໂດຍ​ສະໝັກ​ໃຈ ກໍ່​ຄ່ອຍໆ​ແຜ່​ລາມ​ເຖິງ​ບັນດາ​ເປົ້າ​ໝາຍຄື​ຊາວນາ ນັກຮຽນ ນັກ​ສຶກສາ,... ຄິດ​ລວມ, ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບປະ​ເພດ​ຕ່າງໆ ​ໃນ​ປີ 2001 ​ແມ່ນ 11,34 ລ້ານ​ຄົນ ​ໄດ້​ເພີ່ມ​ຂຶ້ນ​ເປັນ 69 ລ້ານ​ຄົນ​​ໃນປີ 2015, ​ກວມ​ປະມານ 75% ຂອງຈຳນວນ​ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ(8).

- ການ​ປະຕິບັດ​ນະ​ໂຍບາຍອຸປະຖຳ​ທາງ​ສັງຄົມ​ໄດ້​ຮັບ​ການ​ປົວ​ແປງ​ເທື່ອ​ລະ​ກ້າວ: ຜູ້​ທີ່​ໄດ້​ຮັບ​ການ​ອຸປະຖຳ​ທາງ​ສັງຄົມກວມ​ດ້ວຍ​ສອງ​ເປົ້າ​ໝາຍ​ຕົ້ນຕໍ: ບັນດາ​ຜູ້​ທີ່​ຖືກ​ເສຍ​ຫາຍ​ຍ້ອນ​ໄພ​ທຳ​ມະ​ຊາດ ​ແລະ ບັນດາ​ຜູ້​ຕົກທຸກ​ໄດ້​ຍາກ​ຍ້ອນ​ເຖົ້າ​ແກ່​ອ່ອນ​ໂຊ ພິການ ຕິດພະຍາດ​ອັນຕະລາຍ,... ​ສອງ​ເປົ້າ​ໝາຍ​ນີ້​ໄດ້​ຮັບການ​ອຸປະຖຳ​ໂດຍ​ຜ່ານ​ສາຍ​ເປັນ​ທາງ​ການ​ຂອງ​ລັດ ​ແລະ ສາຍ​ບໍ່​ເປັນ​ທາງ​ການ​​ໂດຍ​ອີງ​​ໃສ່​ການ​ບໍລິຈາກຂອງ​ຊຸມ​ຊົນ. ຍ້ອນ​ແນວ​ນັ້ນ, ງົບປະມານ​ຂອງ​ລັດທີ່​ໃຊ້​ເພື່ອ​ອຸດ​ໜູນສັງຄົມ​ໃນ​ປີ 2001 ​​ແມ່ນ 113 ຕື້​ດົ່ງ​ໃຫ້ 180.000 ຄົນ ​ໄດ້​ເພີ່ມ​ຂຶ້ນ​ເປັນ 4.500 ຕື້​ດົ່ງ​ໃຫ້ 1,6 ລ້ານ​ຄົນ​ໃນ​ປີ 2010. ນອກຈາກ​ນັ້ນ, ປະຈຸ​ບັນ​ ໃນ​ທົ່ວປະ​ເທດ​ມີ​ສູນ​ສັງຄົມ​ສົງ​ເຄາະ​ຢູ່ 580 ​ແຫ່ງທີ່​ເປັນພື້ນຖານລ້ຽງ​ເກືອ​ຜູ້​ສູງ​ອາຍຸ​ໂດດດ່ຽວ, ຄົນ​ພິການ​ໜັກ​, ເດັກ​ກຳພ້າ,… ທີ່​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໃສ​ໄດ້​ປະມານ 20.000 ຄົນ.

- ການປະຕິບັດ​ນະ​ໂຍບາຍ​ເກື້ອກູນ​ສັງຄົມ​ໃຫ້​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ຊາດ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ: ຕາມ​ຜົນ​ແຫ່ງ​ການກວ​ດກາ​ຂອງ​ກະຊວງ​ແຮງ​ງານ - ນັກຮົບ​ຜູ້​ເສຍ​ອົງຄະ ​ແລະ ສັງຄົມ (​ໃນ​ສອງ​ປີ 2014 - 2015), ຈຳນວນຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ຊາດ​ ໄດ້​ຮັບ​ການ​ປະຕິບັດ​ນະ​ໂຍບາຍ​ເກື້ອກູນ​ສັງຄົມຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ​ແມ່ນ 1,98 ລ້ານ​ຄົນ.

ພ້ອມໆ​ກັບ​ການ​ປ່ຽນ​ແປງ​ໃໝ່​ ໃນ 30 ປີ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ໄດ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການກໍ່ສ້າງ ປັບ​ປຸງ ​ແລະ ຜັນ​ຂະຫຍາຍປະຕິບັດລະບົບ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ມັນ​ໄດ້​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງ. ​ແຕ່​ໃນ​ຊຸມ​ປີທີ່​ຜ່ານ​ມາ​ມໍ່​ນີ້, ຍ້ອນ​ເສດຖະກິດມະຫາ​ພາກ​ບໍ່​ໝັ້ນ​ທ່ຽງ, ​ເງິນ​ເຟີ້​ເພີ່ມ​ຂຶ້ນ,... ດັ່ງ​ນັ້ນ ການ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຈຶ່ງມີ​ທ່າ​ອຽງ​ຊັກ​ຊ້າ, ຈຳນວນ​ຄອບຄົວຕົກ​ທຸກ​ໄດ້​ຍາກຄືນ​ໃໝ່​ຍັງ​ຫຼາຍ​ຢູ່. ກົນ​ໄກ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້າຍ ຫຼາຍ​ເປົ້າໝາຍ​ ຍັງ​ບໍ່​ທັນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ເທື່ອ. ​ເຖິງ​ວ່າອັດຕາ​ສ່ວນ​ຄົນ​ວ່າງ​ງານ​ຢູ່​ຕົວ​ເມືອ​ງ​ໄດ້​ຫລຸດ​ລົງ, ​ແຕ່​ຍັງ​ມີ​ປະມານ 4%. ພິ​ເສດ​ແມ່ນ​ ຢູ່​ຊົນນະບົດ​ໃນ​ສິບ​ກວ່າ​ປີ​ທີ່​ຜ່ານ​ມາ, ຍ້ອນ​ຄອບຄົວ​ຊາວນາ​ຫຼາຍ​ພັນ​ຄົວ​ມີ​ດິນ​ນາ​ຖືກ​ລັດ​ທ້ອນ​ໂຮມ ​ເພື່ອ​ກໍ່ສ້າງ​ເຂ​ດອຸດສາຫະກຳ, ຂະຫຍາຍຕົວ​ເມືອງ,... ​ແຕ່​ສ່ວນ​ຫຼາຍພັດ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ການ​ຝຶກ​ອົບຮົມ​ອາຊີບ​ໃໝ່​ເພື່ອ​ຫາ​ລ້ຽງ​ຊີບ, ດັ່ງ​ນັ້ນ​ຈຶ່ງ​ພາ​ໃຫ້​ເກີດ​ສະພາບ​ການ​ວ່າງ​ງານ​ຢ່າງ​ໜັກໜ່ວງ. ຊີວິດ​ຄວາມ​ເປັນ​ຢູ່​ຂອງປະຊາຊົນ​ພາກສ່ວນ​ໜຶ່ງ, ​ເປັນ​ຕົ້ນ​ຢູ່​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກ ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ.

ການ​ປະຕິບັດ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມອື່ນ ກໍ່​ຖືກ​ຈຳກັດ​ບໍ່​ໜ້ອຍ. ບາງ​ນະ​ໂຍບາຍ​ໄດ້​ຮັບ​ການ​ປ່ຽນ​ແປ​ງຊ້າ, ຍັງ​ບໍ່​ແທດ​ເໝາະ​ກັບ​ຄວາມ​ຈິງ, ຂາດ​ກົນ​ໄກ​ທີ່​ມີ​ຄວາມ​ສັກສິດ ​ເພື່ອດັດສົມ​ຄວາມ​ພົວພັນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ​ແລະ ຄວບ​ຄຸມ​ຄວາມ​ສ່ຽງ. ປະຊາຊົນ​ພາກສ່ວນ​ໜຶ່ງ​ຍັງບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທຳ​ໃນ​ການ​ຊົມ​ໃຊ້​ບັນດາ​ຜົນສຳ​ເລັດ​ຂອງ​ການ​ປ່ຽນ​ແປງ​ໃໝ່.

4- ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້, ພ້ອມ​ກັນ​ນັ້ນ​ກໍ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ ຄວາມ​ບົດ​ພ່ອງ​ທີ່​ຍັງ​ຄົງ​ຄ້າງ​ຢູ່, ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ທີ່​ສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII (​ເດືອນ​ມັງກອນ 2016) ​ໄດ້​ວາງ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກວມ​ລວມດັ່ງ​ລຸ່ມນີ້:

“ພັດທະນາ​ວັດທະນະທຳ ສັງຄົມ​ຢ່າງ​ຍືນ​ຍົງ; ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ກົມກຽວ​ ລະຫວ່າງການ​ພັດທະນາ​ເສດຖະກິດ ກັບ​ການ​ພັດທະນາ​ວັດທະນະທຳ ​ແລະ ປະຕິບັດ​ຄວາມ​ກ້າວ​ໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ຍົກ​ສູງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ. ປະຕິບັດ​ວາລະ​ການ​ປະຊຸມ 2030 ຂອງ​ສະຫະ​ປະຊາ​ຊາດ, ສັບ​ຊ້ອນ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ເຂົ້າ​ໃນ​ແຜນການພັດທະນາ​ເສດຖະກິດ - ສັງຄົມ ຂອງ​ທົ່ວ​ປະ​ເທດ, ຂອງ​ແຕ່ລະ​ຂະ​ແໜງ​ການ ​ແຕ່ລະ​ທ້ອງ​ຖິ່ນ.

ສືບ​ຕໍ່​ປັບປຸງ​ບູລະນະ​ນະ​ໂຍບາຍ, ປົວ​ແປງຍົກ​ສູງຊີວິດ​ຄວາມ​ເປັນ​ຢູ່​ຂອງ​ຜູ້​ທີ່​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່ຊາດ. ກວດຄືນ, ປັບປຸງ​ບູລະນະ​ກົດໝາຍ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ຕໍ່​ຄວາມ​ປອດ​ໄພ​ທາງ​ສັງຄົມ. ຍູ້​ແຮງ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ ​ແລະ​ ມີນະ​ໂຍບາຍ​ພິ​ເສດ​​ ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ລົງ​ຢ່າງ​ໄວ​ກວ່າ​ອີກ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ປະ​ຕິ​ບັດ​ບັນດາ​ມາດ​ຕະການ​ສ້າງ​ເງື່ອນ​ໄຂ ​ແລະ ສົ່ງ​ເສີມ​ໃຫ້​ບັນດາ​ຄອບ​ຄົວ​ທຸກ​ຍາກ, ຄອບຄົວ​ໃກ້​ທຸກ​ຍາກ ສູ້​ຊົນ​ບືນ​ຕົວ​ຂຶ້ນ​ເພື່ອ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງຍືນ​ຍົງ. ສົ່ງ​ເສີມ​ຍົກ​ສູງ​ຄວາມ​ສາມາດ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ. ປະຕິບັດ​ເປັນ​ຢ່າງ​ດີ ​ນະ​ໂຍບາຍ​ວຽກ​ເຮັດ​ງານ​ທຳ​ສາທາ​ລະນະ, ນະ​ໂຍບາຍ​ປະກັນ​ໄພ​ວ່າງ​ງານ, ​ໃຫ້ການ​ອຸດ​ໜູນ​​ຕາມ​ກຳນົດ​ເວລາ​ແກ່​ຜູ້​ອອກ​ແຮງ​ງານ​ທີ່​ເສຍ​ວຽກ​ເຮັດ​ງານ​ທຳ ​ຢູ່​ໃນ​ຂົງ​ເຂດ​ສາທາລະນະ. ຊ່ວຍ​ໜູນ​ພັດ​ທະນະ​ການ​ຜະລິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ຝຶກ​ຫັດ​ງານ ​ແລະ ສົ່ງ​ຜູ້​ອອກ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ,... ຮັບປະກັນ​ການ​ຂະຫຍາຍ​ກ້ອນ​ທຶນ​ປະກັນ​ໄພ​ສັງ​ຄົມ​ຢ່າງ​ຍືນ​ຍົງ. ສືບ​ຕໍ່​ປັບປຸງ​ບູລະນະ​ນະ​ໂຍບາຍ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ​ໃນວຽກ​ງານ​ສັງຄົມ​ສົງ​ເຄາະ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ສັງຄົມ​ສົງ​ເຄາະ. ປະຕິບັດ​ມາດຕະຖານ​ທຸກ​ຍາກ​ຕາມ​ວິທີ​ເຂົ້າ​ເຖິງ​ຫຼາຍ​ດ້ານ, ຮັບປະກັນ​ຂັ້ນ​ຕໍ່​ສຸດ​ກ່ຽວ​ກັບ​ລາຍ​ໄດ້ ​ແລະ ບັນດາ​ການ​ບໍລິການ​ສັງຄົ​ມອັນ​ພື້ນຖານ ​ໃຫ້​ແກ່​ປະຊາຊົນ​ຄື ການ​ສຶກສາ ສາທາລະນະ​ສຸກ ​ເຮືອ​ຍຢູ່ ນ້ຳ​ສະອາດ ການ​ສື່​ຂ່າວ”(9). ລາຍ​ງານ​ການ​ເມືອງ ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ໄດ້​ວາງ​ກຳນົດ​ບັນດາ​ທິດ​ທາງ​ໃຫຍ່: ປັບປຸງ​ບູລະນະລະບົບ​ນະ​ໂຍບາຍ, ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ຈຸດໝາຍ​ຂອງນະ​ໂຍບາຍ​ເສດຖະກິດ ກັບ​ບັນດາ​ຈຸດໝາຍ​ຂອງ​ນະ​ໂຍບາຍ​ສັງຄົມ; ຍົກ​ສູງ​ລາຍ​ໄດ້ ​ແລະ​ຄຸນນະພາບ​ຊີວິດ​ຂອງ​ປະຊາຊົນ; ພັດທະນາ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ, ນັບ​ມື້​ນັບ​ເປີດ​ກວ້າງ ​ແລະ ມີ​ປະສິດທິ​ຜົນ.

​ເພື່ອ​ໃຫ້​ທິດ​ທາງ​ກວມ​ລວມ​ເທິງ​ນີ້ກາຍ​ເປັນຄວາມ​ຈິງ​ທີ່​ມີ​ຊີວິດ​ຊີວາ​ໃນ​ຊີວິດ​ຄວາມ​ເປັນ​ຢູ່, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ລະອຽດ​ຄື​ແຕ່​ນີ້​ຮອດ​ປີ 2020, ຕ້ອງ​ຊາບ​ຊຶມ ​ແລະ ໝູນ​ໃຊ້​ບາງ​ທັດສະນະ​ຕົ້ນຕໍ​ລຸ່ມ​ນີ້​ໃຫ້​ດີກ​ວ່າ​ອີກ:

ທີ່​ໜຶ່ງ, ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ, ປະຕິບັດ​ຄວາມ​ກ້າວໜ້າແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົງ ກັບ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ ​ແລະ​ແຕ່​ລະນະ​ໂຍບາຍ. ຕາມ​ທັດສະ​ນັ້ນ, ​ແຕ່​ລະນະ​ໂຍບາຍ​ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ, ປະຕິບັດ​ຄວາມ​ກ້າວໜ້າແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ຕ້ອງ​ສ້າງ​ໃຫ້​ມີ​ແຫຼ່ງພະລັງ​ວັດຖຸ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ເປີດ​ກວ້າງ ​ແລະ ບູລະນະ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມຢ່າງ​ບໍ່​ຢຸດ​ຢັ້ງ. ກົງກັນຂ້າມ, ​ແຕ່​ລະບາດ​ກ້າວ​ເປີດ​ກວ້າງ ​ແລະບູລະນະ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ ຕ້ອງ​ປະກອບສ່ວນ​ປ້ອງ​ກັນ, ຫລຸດຜ່ອນ, ​ແກ້​ໄຂ​ຄວາມ​ສ່ຽງ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່ບັນດາ​ເປົ້າ​ໝາຍ​ທີ່​ພົບ​ຄວາມ​ຫຍຸ້ງຍາກ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ອຸ່ນ​ອຽນ​ໃຈ, ​ເພີ່ມ​ທະວີ​ຄວາມ​ຜູກ​ພັນ​ຊຸມ​ຊົນ - ປັດ​ໄຈ​ສຳຄັນ​ເພື່ອ​ພັດທະນາ​ສັງຄົມ​ຕາມ​ທິດມະນຸດ​ອະລິຍະ​ທຳ, ທັງ​ຮັບປະກັນ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ, ທັງ​ຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ໄວ​ແລະ​ຍືນ​ຍົງ ​ເພື່ອ​ສິດ​ເສລີ ຄວາມອິ່ມໜຳສຳລານ ​ແລະ ຄວາມຜາ​ສຸກ​ຂອງ​ປະຊາຊົນ​ທຸກ​ຄົນ.

ທີ່​ສອງ, ​ໃນ​ເງື່ອນ​ໄຂ​ສືບ​ຕໍ່​ປັບປຸງບູລະນະ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ສິຍົມ, ການ​ສົມທົບ​ລະຫວ່າງພັດທະນາ​ເສດຖະກິດ - ສັງຄົມ ກັບ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ຈະ​ຕ້ອງ​​ແກ້​ໄຂ​ຜ່ານ​ຜ່າ​ຢ່າງ​ເຖິງ​ຖອງ ​ບັນດາ​ຮ່ອງຮອຍ​ຂອງ​ລະບອບ​ແຈກ​ຢາຍ​ຕາມ​ແບບ​ເກື້ອກູນ, ຖົວ​ສ​ະ​ເຫຼ່ຍ, ກວາດ​ພຽງ. ບໍ່​ອາດ​ຈະ​ລວບລວມ​ເອົາ​ພາກ​ສ່ວນ​ຫຼາຍ​​ໃນ​ຊັບ​ສິນ​ທີ່​ຜະ​ລິດ​ອອກ​ມາ ​ເພື່ອປະຕິບັດຄວາມ​ປອດ​ໄພ​ທາງ​ສັງຄົມ ລື່ນ​ກາຍ​ຄວາມ​ສາມາດ ຊຶ່ງ​ບັນດາ​ແຫຼ່ງພະລັງ​ວັດຖຸ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດຂອງ​ປະ​ເທດອາດ​ຈະ​ສະໜອງ​ໃຫ້. ດັ່ງ​ນັ້ນ, ​ໃນ​ແຕ່​ລະບາດ​ກ້າວ​ເດີນ, ​ແຕ່ລະ​ເວລາ​ທີ່​ລະອຽດ ຂອງ​ວິວັດ​ການ​ກໍ່ສ້າງ​ປະ​ເທດ​ຊາດ, ຕ້ອງ​ຊອກ​ຫາ​​ໃຫ້ໄດ້​ຄວາມ​ສອດຄ່ອງ​ກັນ ​ລະຫວ່າງການ​ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ ກັບ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ​ເຮັດ​ຄື​ແນວ​ໃດ​​ໃຫ້ດ້ານ​ນີ້​ບໍ່​ຂັດຂວາງ​ດ້ານ​ອື່ນ, ​ແຕ່ຊ່ວຍ​ໜູນ​ຊຶ່ງ​ກັນ​ແລະ​ກັນ​ ພ້ອມ​ກັນ​ພັດທະນາ.

ທີ​ສາມ, ​ເພີ່ມ​ທະວີ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ, ພັດທະນາ​ສັງຄົມ​ ​ໂດ​ຍຕິດ​ແໜ້ນ​ກັບ​ການ​ເປີດ​ກວ້າງ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານມີ​ລາຍ​ໄດ້ ​ແລະ​ຮັກສາ​ລາຍ​ໄດ້​ຂັ້ນ​ຕ່ຳ​ທີ່​ມີ​ສະຖຽນ​ລະ​ພາບ, ຮັບປະກັນ​ສິດ​​ໄດ້​ຮັບ​ຄວາມ​ປອດ​ໄພ​​. ດັ່ງ​ນັ້ນ, ຕ້ອງ​ສືບ​ຕໍ່​ບູລະນະ​ລະບົບ​ກົດໝາຍ​ກ່ຽວກັບ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ; ສ້າງ​ເງື່ອນ​ໄຂ​ແລະສິ່ງ​ແວດ​ລ້ອມ​ທີ່​ປອດ​ໄພ ​ໃຫ້​ຜູ້​ອອກ​ແຮງ​ງານ; ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ ​ແລະ ມີບົດ​ລົງ​ໂທດທີ່​ເຂັ້ມ​ງວດ ​ເພື່ອ​ຮັບປະກັນການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ ນະ​ໂຍບາຍ​ປະກັນ​​ສັງຄົມຢູ່​ທຸກ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ມ່ນວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ​ເອກະ​ຊົນ.

ທີ່​ສີ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ໂຄງການ​ເປົ້າ​ໝາຍ​ແຫ່​ງຊາດກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ພ້ອມ​ກັບ​ການ​ບຸລິມະສິດ​ຈັດ​ແບ່ງ​ຄ່າ​ໃຊ້​ຈ່າຍ​ຈາກ​ງົບປະມານ​ລັດ, ສືບ​ຕໍ່​ລະດົມການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ຂອງ​ທົ່ວ​ສັງຄົມ, ສຳ​ເລັດ​ເປັນ​ຢ່າງ​ດີ ​ແຜນການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ​ແບບ​ຍືນ​ຍົງ​ໄລຍະ 2016 - 2020 ຢູ່​ບັນດາ​ເມືອງ​ທີ່​ມີ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ສູງ. ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ຊ່ວຍຫຼືອສ້າງ​ເຮືອນ​ຢູ່​ ໃຫ້​ຜູ້​ທຸກ​ຍາກ ​ແລະ​ກຳມະກອນ​ຢູ່​ເຂດ​ອຸດສາຫະກຳ​ລວມສູນ, ​ໂຄງການ​ເຮືອນ​ຢູ່​ໃຫ້​ປະຊາຊົນ​ຢູ່ເຂດນ້ຳ​ຖ້ວມ, ​ເຂດ​ພູ​ດິນ​ເຊາະ​ເຈືອ​ນ, ​ແຄມ​ເຊ, ຊາຍ​ຝັ່ງ​ທະ​ເລ; ​ໂຄງການ​ນ້ຳ​ສະອາດ​ຢູ່​ຊົນນະບົດ​ແລະ​ຕົວ​ເມືອງ; ຮັບປະກັນ​ສິດ​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ການ​ສື່ສານ​ພື້ນຖານ​ ໃຫ້​ປະຊາຊົນ. ດັດ​ແປງ​ແລະ​ຍູ້​ແຮງ​ການ​ປະຕິບັດ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພັດທະນາ​ຫັດຖະກຳ, ອຸດສາຫະກຳ​ນ້ອຍ, ການ​ບໍລິການ ​ແລະ ໝູ່​ບ້ານ​ອາຊີບ ​ໂດຍ​ຕິດ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ພັດທະນາ​ຊົນນະບົບຢ່າງ​ຍືນ​ຍົງ. ລວມຄວາມ​ວ່າ ຕ້ອງ​ຮັບປະກັນ​ການ​ບໍລິການ​ສັງຄົມ​ອັນ​ພື້ນຖານ​ໃຫ້​ປະຊາຊົນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເປົ້າໝາຍ​ທີ່​ເປັນ​ຄົນ​ທຸກ​ຍາກ, ​ໃກ້​ທຸກ​ຍາກ.

ທີ່​ຫ້າ, ​ເບິ່ງ​ກວມ​ລວມທີ່​ສຸດ, ການ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ຕິດ​ກັບຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ພື້ນຖານ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ, ປະສິດທິ​ຜົນ​ສູງ ​ແລະ ໝັ້ນຄົງ​ຍືນ​ຍົງ, ພ້ອມ​ດ້ວຍພື້ນຖານ​ວັດທະນະ​ທຳທີ່​ເຊື່ອມ​ຊືມຢ່າງ​ເລິກ​ເຊິ່ງຈິດ​ໃຈ​ມະນຸດ​ອະລິຍະ​ທຳ ປະຊາທິປະ​ໄຕ ກ້າວໜ້າ.

​ເນື່ອງ​ຈາກ​ວ່າ ມີ​​ແຕ່​ພື້ນຖານ​ເສດຖະກິດ​ແລະ​ພື້ນຖານ​ວັດທະນະທຳ​ຄື​ແນວ​ນັ້ນ ປະ​ເທດ​ຈຶ່ງ​ມີ​ຄວາມ​ສາມາດ​ລະດົມ​ບັນດາ​ແຫຼ່ງພະລັງ​ວັດຖຸ​ແລະ​ຈິດ​ໃຈ​ໄດ້​ຢ່າງ​ພຽງພໍ ​ເພື່ອ​ປະຕິບັດ​ບັນດາ​ນະ​ໂຍບາຍຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ ​ໃຫ້​ທຸກ​ເປົ້າໝາຍທີ່​ຈຳ​ເປັນ. ບໍ່​ອາດ​ມີ​ຄວາມ​ປອດ​ໄພ​ທາງ​ສັງຄົມຢ່າງ​ເຕັມທີ່ ບົນ​ພື້ນຖານ​ເສດຖະກິດ​ຂາດ​ແຄນ, ​ແລະ​ກໍ​ບໍ່​ອາດ​ມີ​ພື້ນຖານ​ເສດຖະກິດ​ເຕີບ​​ໂຕ​ໄວ ມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ ຢູ່​ໃນ​ສັງຄົມໜຶ່ງຊຶ່ງ​ປະຊາຊົນ​ສ່ວນ​ຫຼາຍດ້ອຍ​ປັນຍາ ຮ່າງກາຍອ່ອນ​ໂຊ ຊຸດ​ໂຊມ​ທາງ​ສິນ​ທຳ, ​ແລະ​ຜູ້​ອອກ​ແຮງ​ງານ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ຖືກ​ຕົກ​ໃສ່​ສະພາບ​ວ່າງ​ງານທຸກ​ຍາກ ຖືກ​ຍູ້​ອອກ​ສູ່​ຊາຍ​ຂອບ​ສັງຄົມ. ຖືກຕ້ອງ​ດັ່ງ​ທີ່ ກ.ມາກ ​ໄດ້​ຊີ້​ແຈ້ງ: “ສິກ [ຂອງ​ປະຊາຊົນ​ໄດ້​ຮັບຄວາມ​ປອດ​ໄພ​ທາງ​ສັງຄົມ ຕິດ​ກັບ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ] ບໍ່​ມີ​ເວລາ​ໃດ​ທີ່​ອາດ​ຈະ​ຢູ່​ໃນ​ລະດັບ​ທີ່ສູງ​ກວ່າ ລະບ​ອບ​ເສດຖະກິດ ​ແລະ ການ​ຂະຫຍາຍ​ວັດທະນະທຳ​ຂອງ​ສັງຄົມ​ໂດຍ​ແມ່ນ​ລະບອບ​ເສດຖະກິດ​ນັ້ນຕັດສິນ”(10)./.

ສຈ, ປອ. ​ຟ້າ​ມຊວນ​ນາມ

ສະ​ຖາ​ບັນ​ບັນດິດ​ວິທະຍາສາດ​ສັງຄົມ​ກວຽດນາມ

----------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ເລກທີ 886 (​ເດືອນ​ສິງຫາ 2016)

(1) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1995, ​ເຫຼັ້ມ 19, ໜ້າ 31 - 32.

(2) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 22, ໜ້າ 350.

(3) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1995, ​ເຫຼັ້ມ 5, ໜ້າ 65.

(4) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 3, ໜ້າ 51.

(5) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 9, ໜ້າ 175.

(6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 10, ໜ້າ 17.

(7) ​ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຊື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 228 - 229.

(8) ຕາມ​ຕົວ​ເລກ​ຂ​ອງກະຊວງ​ແຮງ​ງານ - ນັກຮົບ​ຜູ້​ເສຍ​ອົງຄະ ​ແລະ ສັງຄົມ.

(9) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 299 – 301.

(10) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 19, ໜ້າ 36.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ