ວັນພຸດ, 29/3/2017
ຮັບຮູ້ເປັນເອກະພາບກ່ຽວກັບ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ
8/12/2016 10:0' ສົ່ງ ພິມ
ກໍ່ສ້າງ ແລະ ພັດທະນາເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ. (ພາບ: nhandan.com.vn)

ກໍ່ສ້າງ ​ແລະ ພັດທະນາ ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ຢູ່​ຫວຽດນາມ ​ແມ່ນ​ຄວາມ​ຈຳ​ເປັນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ

1- ການ​ພັດທະນາ​ເສດຖະກິດ​ຕະຫຼາດ ​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ

ການ​ມີໜ້າ (ຫຼື​ໄດ້​ຮັບ​ຮູ້) ຂອງ​ເສດຖະກິດ​ຕະຫຼາດຢູ່​ບັນດາ​ປະ​ເທດ​ໃນໂລກ​ ໄດ້​ໃຫ້​ເຫັນ​ວ່າ ຮູບ​ຖານນີ້ມີ​ກຳລັງ​ຊີວິດ​ທີ່​ແຮງ​ກ້າ ​ແລະ ​ເປັນ​ບາດກ້າວ​ຂະຫຍາຍຕົວຕາມ​ທຳ​ມະ​ຊາດທີ່​ມີ​ລັກສະນະ​ກົດ​ເກນ ຂອງ​ປະຫວັດສາດ​​ແຫ່ງມະນຸດຊາດ.

ຈົນ​ເຖິງ​ກ່ອນ​ໄລຍະ​ແຫ່ງ​ການ​ປະຕິ​ຮູບ ​ເປີດ​ປະຕູ​ຢູ່​ປະ​ເທດ​ຈີນ ​ແລະ ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ, ການ​ຂະຫຍາຍຕົວ​ຂອງເສດຖະກິດ​ຕະຫຼາດ​ໄດ້ຕິດ​ແໜ້ນ​ກັບ​ການ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດທຶນ​ນິຍົມ, ດັ່ງ​ນັ້ນ, ບາງ​ຄົນ​ໃຫ້​ທັດສະນະ​ວ່າ ເສດຖະກິດ​ຕະຫຼາດ​ເປັນ​ຜະລິດ​ຕະພັນ​ສະ​ເພາະ ຂອງ​ລັດທິ​ທຶນ​ນິຍົມ ​ແລະ ເສດຖະກິດ​ຕະຫຼາດ​ເປັ​ນອັນ​ໜຶ່ງ​ອັນ​ດຽວ​ກັນກັບ​ເສດຖະກິດ​ທຶນ​ນິຍົມ. ​ໃນ​ພາກ​ຕົວ​ຈິງ, ການ​ຂະຫຍາຍຕົວ​ຂອງເສດຖະກິດ​ຕະຫຼາດ ​ເປັນ​ຜະລິດ​ຕະພັນ​ຂອງ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ​ມະນຸດ, ​ເປັນ​ຜົນສຳ​​ເລັດຂອງ​ຄວາມ​ອະລິຍະ​ທຳ​​ແຫ່ງ​ມະນຸດ. ທ່ານ​ກາກ​ມາກ ​ໄດ້​ຢັ້ງຢືນ​ວ່າ ເສດຖະກິດ​ຕະຫຼາດ​ແມ່ນ​ໄລຍະ​ໜຶ່ງ​ແຫ່ງ​ການ​ຂະຫຍາຍຕົວ​ທີ່​ຈຳ​ເປັນ ​ຂອງ​ປະຫວັດສາດ ຊຶ່ງ​ບໍ່​ວ່າ​ພື້ນຖານ​ເສດຖະກິດ​ໃດໆ​ກໍ່​ຕ້ອງຜ່ານ ​ເພື່ອ​ບັນລຸ​ເຖິງ​ການ​ຂະຫຍາຍຕົວ​ທີ່​ສູງ​ກວ່າ ​ແລະ ສັງຄົມ​ນິຍົມ, ສັງຄົມ​ກອມ​ມູນິດ ​ແມ່ນ​ໄລຍະ​ຂະຫຍາຍຕົວ​ທີ່​ສູງ​ກວ່າ​ທຽບ​ກັບ​ລັດທິ​ທຶນ​ນິຍົມ ​ໂດຍ​ຕາມ​ວິວັດທະນາ​ການ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ສັງຄົມມະນຸດ. ສັງຄົມ​ສັງຄົມ​ນິຍົມ, ສັງຄົມ​ກອມ​ມູນິດ ພຽງ​ແຕ່​ປະກົດ​ຕົວ​ເມື່ອ​ການ​ຜະລິດ​ໄດ້​ຂະຫຍາຍຕົວ​ເຖິງ​ລະດັບ​ສູງ, ​ແລະ ​ເພື່ອ​ຫັນ​ຂຶ້ນ​ສູ່​ລະດັບ​ການ​ຂະຫຍາຍຕົວ​ນີ້ ພື້ນຖານເສດຖະກິດ​ຕະຫຼາດຕ້ອງ​ຂະຫຍາຍຕົວ​ສຸດຂີດ, ກາຍເປັນ​ສິ່ງ​ແຜ່​ຫຼາຍ​ທົ່ວ​ໄປ​ໃນ​ຊີວິດ​ເສດຖະກິດ - ສັງຄົມ, ມີ​ແຕ່​ພັດທະນາເສດຖະກິດ​ຕະຫຼາດຈຶ່ງ​ສ້າງ​ປະຖົມ​ປັດ​ໃຈ, ​ເງື່ອນ​ໄຂ ​ເພື່ອ​ບັນລຸ​​ເປົ້າ​ໝາຍ​ຂອງ​ລັດທິ​ສັງຄົມ​ນິຍົມ​ໄດ້.

ຄວນ​ເອົາ​ໃຈ​ໃສ່​ວ່າ, ​ໃນ​ໂລກ​ມີ​ຫຼາຍ​ຕົວ​ແບບເສດຖະກິດ​ຕະຫຼາດຄື ຕົວ​ແບບ “ເສດຖະກິດຕະຫຼາດສັງຄົມ” ຢູ່ສາທາລະນະ​ລັດ ສະຫະພາບ​ ເຢຍລະ​ມັນ; “ເສດຖະກິດ​ຕະຫຼາດຮ່ວມ​ສົມທົບ” ຢູ່​ຍີ່ປຸ່ນ; “ເສດຖະກິດ​ຕະຫຼາດ​ແຫ່ງ​ລັດ​ສະຫວັດດີ​ການ” ຢູ່​ບັນດາ​ປະ​ເທດ​ເອີຣົບ​ເໜືອ; ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ ຢູ່​ປະ​ເທດ​ຈີນ... ຄວາມ​ຈິງ​ເຫຼົ່າ​ນັ້ນ​ໃຫ້​ເຫັນ​ວ່າ, ເສດຖະກິດ​ຕະຫຼາດອາດ​ຈະ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ລະບອບ​ການ​ເມືອງ - ສັງຄົມ​ແຕກ​ຕ່າງ​ກັນ, ດ້ວຍ​ຕົວ​ແບບ​ສະ​​ເພາະ ສອດຄ່ອງ​ກັບ​ບັນດາ​ເງື່ອນ​ໄຂ ​ແລະ ​ເປົ້າ​ໝາຍລະອຽດ ​ຂອງ​ແຕ່ລະ​ປະ​ເທດ. ​ແຕ່​ຫາກ, ບັນດາ​ຕົວ​ແບບ​ນັ້ນ ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ​ເຄື່ອນ​ໄຫວຕາມ​ບັນດາ​ກົດ​ເກນ​ອັນ​ພື້ນຖານ​ ຂອງເສດຖະກິດ​ຕະຫຼາດທີ່​ທັນສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ, ມີ​ຄຸນ​ລັກສະນະ​ຂອງເສດຖະກິດ​ຕະຫຼາດ (ຮັບ​ຮູ້​ລະບອບ​ກຳມະສິດ​ເອກະ​ຊົນ, ທຸລະ​ກິດ​ເສລີ ​ແລະ ​ແຂ່ງຂັນ​ເສລີ; ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຂອງ​ຕະຫຼາດ ​ແລະ ກົນ​ໄກ​ຕະຫຼາດ; ລັດ​ກຳກັບຂັບ​ເຄື່ອນ​ເສດຖະກິດ​ມະຫາ​ພາກ...).

2- ການ​ຄັດ​ເລືອກ​ຕົວ​ແບບເສດຖະກິດ​ຕະຫຼາດ ຢູ່​ຫວຽດນາມ ​ໄດ້​ສະ​ແດງ​ອອກ​ພາຍ​ໃຕ້​ແຮງ​ກົດ​ດັນ​ອັນ​ຮຸນ​ແຮງ​ຂອງພຶດຕິ​ກຳ​ໃນ​ໂລກ ​ແລະ ​ໃນ​ປະ​ເທດ

​ໃນ​ໂລກ, ການ​ປະຕິວັດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ພວມສະ​ແດງ​ອອກ​ດ້ວຍ​ຂະໜາດ​ໃຫຍ່​ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ສ້າງ​ບັນດາ​ນະ​ວັດຕະ​ກຳ​ອັນ​ໃຫຍ່​ໂຕ​ທີ່​ສຸດ ​ໃຫ້​ແກ່​ມະນຸດຊາດ. ພາຍ​ໃຕ້​ຜົນ​ກະທົບ​ຂອງການ​ປະຕິວັດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ດຳ​ເນີນ​ການຈັດ​ວາງ​​ເສດຖະກິດຄືນ​ໃໝ່, ​ເປີດ​ປະຕູ​ເສດຖະກິດ ​ແລະ ພັດທະນາເສດຖະກິດ​ຕະຫຼາດ ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ. ຍິ່ງ​ກວ່າ​ນັ້ນ, ຄວາມ​ປະລາ​ໄຊ​ຂອງ​ລະບົບ​ເສດຖະກິດ​ສັງຄົມ​ນິຍົມຢູ່ ສະຫະພາບ​ໂຊ​ວຽດ ​ແລະ ​ເອີຣົບຕາ​ເວັນ​ອອກ ກໍ່​ຄື​ບັນດາ​ການ​ປະຕິ​ຮູບ​ຕາມ​ທິດ​ຕະຫຼາດ​ຢູ່​ປະ​ເທດ​ຈີນ... ​ໄດ້​ເປັນ​ຂີດ​ໝາຍ​ສິ້ນ​ສຸດ​ສຳລັບ​ຕົວ​ແບບ​ເສດຖະກິດ​ແຜນການ​ລວມສູນ​ອາດຍາ​ສິດ ​ເກື້ອກູນ, “ສີສັນເສດຖະກິດ​ຕະຫຼາດ” ​ໄດ້​ປົກ​ຫູ້ມ​ໄປ​ທົ່ວ​ແຜນ​ທີ່​ເສດຖະກິດ​ໂລກ ​ແລະ ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ລະດັບ​ການ​ພັດທະນາ ພຽງ​ແຕ່​ສະ​ແດງ​ອອກ​ໃນ​ສີ​ເຂັ້ມ​ຫຼື​ອ່ອນ ​ເທົ່າ​ນັ້ນ. ສີ​ເຂັ້ມ​ທີ່​ສູດ​ແມ່ນເສດຖະກິດ​ຕະຫຼາດ ຢູ່​ບັນດາ​ປະ​ເທດ​ໃນ​ອົງການ​ເພື່ອ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ການ​ພັດທະນາ (OECD - ​ໂອ​ອີ​ຊີ​ດີ).

ຢູ່​ໃນ​ປະ​ເທດ, ຕົວ​ແບບເສດຖະກິດ​ຕະຫຼາດ ​ແລະ ພາກສ່ວນ​ເສດຖະກິດ​ໜຶ່ງ​ດຽວ ສະ​ແດງ​ໃຫ້​ເຫັນ​ວ່າ​ບໍ່​ມີ​ປະສິດທິ​ຜົນອີກ​ແລ້ວ. ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ເວລາ​ກ່ອນ​ການ​ປ່ຽນ​ແປງ​ໃໝ່ (ຢູ່​ພາກ​ເໜືອ​ແມ່ນ​ແຕ່​ປີ 1958, ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແມ່ນ​​ແຕ່​ປີ 1976) ​ແມ່ນ​ພື້ນຖານ​ເສດຖະກິດ​ສັງຄົມ​ນິຍົມ ຕາມ​ຕົວ​ແບບ​ສະຫະພາບ​ໂຊ​ວຽດ, ດ້ວຍ​ຄຸນ​ລັກສະນະຄື ການ​ຄອບ​ງຳ​ຂອງ​ລະບອບ​ກຳມະສິດ​ສ່ວນ​ລວມສັງຄົມ​ນິຍົມ ກ່ຽວ​ກັບອຸປະກອນ​ການ​ຜະລິດ, ສະ​ແດງ​ອອກ​ພາຍ​ໃຕ້​ສອງ​ຮູບ​ການ - ກຳມະສິດ​ທົ່ວ​ປວງ​ຊົນ ​ແລະ ກຳມະສິດ​ລວມໝູ່. ສົມ​ຄູ່​ກັບ​ສອງ​ຮູບ​ການ​ກຳມະສິດ​ນັ້ນ​ແມ່ນ ​ເສດຖະກິດ​​ລັດວິ​ສາ​ຫະກິດ ​ແລະ ​ເສດຖະກິດ​ລວມໝູ່, ​ແລະ ການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດ​ທັງ​ໝົດ ຂອງ​ບັນດາ​ຫົວໜ່ວຍ​ເສດຖະກິດ (ລັດ, ລວມໝູ່) ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ​ການ​ຊີ້​ນຳ​​ເປັນ​ເອກະ​ພາບຂອງສູນ​ກາງ. ໝາຍ​ຄວາມ​ວ່າ, ບັນດາ​ຫົວໜ່ວຍ​ເສດຖະກິດ​ຢາກ​ຜະລິດ​ອີຫຍັງ, ຜະລິດ​ເທົ່າ​ໃດ, ຜະລິດ​ດ້ວຍ​ວິທີ​ໃດ, ຈຳໜ່າຍ​ຜະລິດ​ຕະພັນ​ຢູ່​ບ່ອນ​ໃດ, ດ້ວຍ​ລາຄາ​ທໍ່​ໃດ..., ທັງ​ໝົດ​ລ້ວນ​ແຕ່​ຕ້ອງປະຕິບັດຕາມ​ແຜນການ​ໜຶ່ງ​ທີ່​ເປັນ​ເອກະ​ພາບ​ຈາກ​ສູນ​ກາງ ​ໂດຍ​ຜ່ານ​ເລກ​ຄາດໝາຍທີ່​ບັງຄັບ​ດ້ວຍ​ກົດໝາຍ.

ຮອດ​ທ້າຍຊຸມ​ປີ 1970, ປະ​ເທດ​ຖືກ​ຕົກ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ - ສັງຄົມຢ່າງ​ຮ້າຍ​ແຮງ, ການ​ຜະລິດ​ຕົກ​ຕ່ຳ, ການ​ຈໍລະ​ຈອນ​ສິນຄ້າ​ຖືກ​ປຶກ​ຕັນ, ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ​ໃນ​ໄລຍະ 1976 - 1980, ຄວາມ​ໄວ​ໃນ​ການ​ເພີ່ມ ຈີ​ດີ​ພີ ສະ​ເລ່ຍ​ໃນ​ແຕ່ລະ​ປີ​ໄດ້​ພຽງ 1,4%; ການ​ຜະລິດ​ອຸດ​ສະຫະ​ກຳ - ກະສິກຳ ຖືກຢຸດ​ສະ​ງັກຊັກ​ຊ້າ, ປະລິ​ມາ​ນການ​ຜະລິດ​ເຂົ້າ​ເປືອກ​ປີ 1980 ​ໄດ້​ພຽງ 11,647 ລ້ານ​ໂຕນ (​ເລກ​ຄາດໝາຍ​ແມ່ນ 21 ລ້ານ​ໂຕນ), ຕ່ຳ​ກວ່າ​ປີ 1976, ຕ້ອງ​ນຳ​ເຂົ້າ​ສະບຽງ​ອາຫານ 1,57 ລ້ານ​ໂຕນ...

​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ​ເພື່ອ​ໃຫ້​ປະ​ເທດ​ຫຼຸດ​ຜົ້ນຈາກ​ສະພາບ​ວິ​ກິດ​ການ​ເສດຖະກິດ - ສັງຄົມ, ຫວຽດນາມ​​ໄດ້​ຜ່ານ​ວິວັດ​ການ​ຊອກ​ພາ, ທົດ​ລອງ​ຫຼາຍ​ຄັ້ງ​ຫຼາຍ​ຫົນ, ດ້ວຍ​ການ​ກະທົບ​ໄປມາ​ຢ່າງ​ລຽນຕິດ ລະຫວ່າງ​ບັນດາ​ປັດ​​ໄຈ ພຶດຕິ​ກຳ - ຈິນຕະນາການ - ນະ​ໂຍບາຍ.

ບາດກ້າວ​ບຸກທະລຸ​ທີ​ໜຶ່ງ ​ໄດ້​ຂີດ​ໝາຍ​ດ້ວຍ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 6 ສະ​ໄໝ​ທີ IV (​ເດືອນ​ສິງຫາ 1979) ດ້ວຍ​ທັດສະນ “​ເຮັດ​ໃຫ້ການ​ຜະລິດ​ແຜ່​ຂະຫຍາຍ​ອອກ”. ອາດ​ຈະ​ຖື​ວ່າ​ ນີ້​ເປັນ​ການ “ບຸກທະລຸ​ທຳ​ອິດ” ​ໃນ​ການ​ປ່ຽນ​ແປງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃນ​ຂົງ​ເຂດ​ເສດຖະກິດ, ທີ່​ມີ​ຄວາມ​ໝາຍວ່າ​ເປັນ​ການຄອບ​ງຳ​ຈຳກັດ​ຂໍ້​ຂາດ​ຕົກ​ບົກພ່ອງ, ຄວາມ​ຜິດພາດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ, ດັດ​ສ້າງສັງຄົມ​ນິຍົມ, ດັດປັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເສດຖະກິດ, ລົບ​ລ້າງ​ສິ່ງ​ກີດຂວາງ​ຕ່າງໆ ​ເພື່ອ​ໃຫ້​ກຳລັງ​ການ​ຜະລິດ​ຂະຫຍາຍຕົວ, ສ້າງ​ແຮງ​ຊຸກ​ດັນການ​ຜະລິດ, ​ເອົາ​ໃຈ​ໃສ່​ສົມທົບ​ບັນດາ​ຜົນ​ປະ​ໂຫຍ​ດ, ​ເອົາ​​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ຂອງ​ຜູ້​ອອກ​ແ​ຮງງານ...

ບາດກ້າວ​ບຸກທະລຸ​ທີສອງ ໄດ້​ຂີດ​ໝາຍ​ດ້ວຍກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 8 ສະ​ໄໝ​ທີ V (​ເດືອນ​ມິຖຸນາ 1985), ດ້ວຍ​ແຜນ​ນະ​ໂຍບາຍ “​ເດັດຂາດ​ລົບ​ລ້າງ​ກົນ​ໄກລວມສູນ​ອາຍາ​ສິດ ​ເກື້ອກູນ, ປະຕິບັດ​ກົນ​ໄກ​ລາຄາ​ໜຶ່ງ, ລົບ​ລ້າງ​ລະບອບ​ສະໜອງ​ວັດຖຸ​ສິ່ງ​ຂອງ​ຕາມ​ລາຄາ​ຕ່ຳ, ຫັນ​ການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດ​ທັງ​ໝົດມາ​ເປັນການ​ໄລ່​ລຽງ​ທຸລະ​ກິດສັງຄົມ​ນິຍົມ, ຫັນ​ທະນາຄາ​ນມາ​ປະຕິບັດ​ຫຼັກການ​ທຸລະ​ກິດ. ຈຸດ​ສຳ​ຄັນ​ຂອງກອງກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ ຍອມຮັບ​ການ​ຜະລິດ​ສິນຄ້າ ​ແລະ ບັນດາ​ກົດ​ເກນ​ຂອງ​ການ​ຜະລິດ​ສິນຄ້າ.

ບາດກ້າວ​ບຸກທະລຸ​ທີສາມ ໄດ້​ຂີດ​ໝາຍ​ດ້ວຍຮ່າງ​ລາຍ​ງານ​ການ​ເມືອງ​ທີ່​ຈະ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (​ເດືອນ​ສິງຫາ 1986) ​ແລະ ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 11 ສະ​ໄໝ​ທີ V (​ເດືອນ​ພະຈິກ 1986) ​ໄດ້​ເປັນ​ຮູບ​ເປັນ​ຮ່າງ ​ແລະ ຢືນຢັນ​ສາມ​ທັດສະນະ​ເສດຖະກິດ​ອັນ​ພື້ນຖານ: ໜຶ່ງ, ​ໃນ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ, ຕ້ອງ​ເອົາ​ກະສິກຳ​ເປັນ​ແນວ​ຮົບ​ແຖວ​ໜ້າ; ສອງ, ​ໃນ​ການ​ດັດ​ສ້າງສັງຄົມ​ນິຍົມ, ຕ້ອງ​ກຳນົດວ່າ ​ໂຄງ​ປະກອບ​ເສດຖະກິດ​ຫຼາຍ​ພາກສ່ວນ​ເປັນ​ຄຸນ​ລັກສະນະ​ໜຶ່ງ​ຂ​ອງສະ​ໄໝ​ຂ້າມ​ຜ່ານ; ສາມ, ​ໃນ​ເມື່ອ​ເອົາ​ແຜນການ​ເປັນ​ໃຈກາງ, ຕ້ອງ​ພ້ອມ​ກັນ​ນັ້ນ​ນຳ​ໃຊ້​ຢ່າງ​ຖືກຕ້ອງ​ບັນດາ​ການ​ພົວພັນ​ສິນຄ້າ​ເງິນຕາ, ​ເດັດຂາດ​ລົບ​ລ້າງ​ກົນ​ໄກ​ລວມສູນ​ອາດຍາ​ສິດ, ​ເກື້ອກູນ; ນະ​ໂຍບາຍ​ລາຄາ​ຕ້ອງໝູນ​ໃຊ້ກົດ​ເກນ​ຄຸນຄ່າ, ກ້າວ​ເຖິງ​ປະຕິບັດ​ກົນ​ໄກ​ລາຄາ​ໜຶ່ງ.

ດັ່ງ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ຮີບ​ດ່ວນ​ຂອງ​ພຶດຕິ​ກຳ ​ແລະ ບັນດາ​ບາດກ້າວ​ບຸກທະລຸ​ພາກສ່ວນ ກ່ຽວ​ກັບ​ຈິ​ຕະນາ​ການ ​ໄດ້​ຊຸກຍູ້​ໃຫ້​ເກີດຄວາມ​ຮັບ​ຮູ້​ໃໝ່ ກ່ຽວ​ກັບ​ກົດ​ເກນ​ແຫ່ງ​ການ​ພັດທະນາ​ໃນ​ສະ​ໄໝ​ຂ້າມ​ຜ່ານຂຶ້ນ​ສູ່ສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ. ​ເຖິງ​ວ່າ ວິວັດ​ການ​ຊອກ​ຫາ ທົດ​ລອງ ​ແຕ່​ຊຸມ​ປີ 1970 ​ໄດ້​ຜ່ານ​ບາດກ້າວ​ຂຶ້ນ​ລົງ​ຄົດ​ລ້ຽວຕ່າງໆກໍ່ຕາມ, ​ແຕ່​ກໍ່​ໄດ້​ສ້າງຮາກຖານ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ຊຶ່ງ​ເລີ່ມຕົ້ນ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ - ກອງ​ປະຊຸມ​ໃຫຍ່​ທີ່​ຂີດ​ໝາຍ ບາດ​ລ້ຽວໜຶ່ງ ​ໃນ​ພາລະກິດ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ສ້າງ ບາດກ້າວ​ບຸກທະລຸ​ໃຫຍ່ ​ແລະ ຮອບດ້ານ, ພາ​ປະ​ເທດ​ຊາດ​ເຂົ້າ​ສູ່​ໄລຍະ​​ໃໝ່ແຫ່ງ​ການ​ພັດທະນາ, ຫັນປ່ຽນ​ພື້ນຖານ​ເສດຖະກິດ​ແຜນການ​ລວມສູນ​ອາດຍາ​ສິດ ​ເກື້ອກູນ ມາ​ເປັນພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ.

ສະຫລຸບ​ຄວາມ, ການ​ຮັບ​ຮູ້ ​ແລະ ຄັດ​ເລືອກເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມຢູ່​ຫວຽດນາມນັ້ນ ມັນ​ບໍ່​ແມ່ນ​ການຕິດ​ແປະ​ແບບ​ອັດຕະວິ​ໄສ ​ລະຫວ່າງເສດຖະກິດ​ຕະຫຼາດ ​ແລະ ລັດ​ທິສັງຄົມ​ນິຍົມ​ແຕ່​ຢ່າງ​ໃດ, ຫາກ​ແມ່ນ​ການ​ກຳ​ແໜ້ນ​ ແລະ ​ໝູນ​ໃຊ້​ທ່າ​ອຽງ​ພາວະ​ວິ​ໄສ​ ຂອງ​ການ​ພັດທະນາເສດຖະກິດ​ຕະຫຼາດ, ບົນ​ພື້ນຖານ​ຮັບ​ຮູ້​ລັກສະນະ​ກົດ​ເກນ​ການ​ພັດທະນາ​ ຂອງຍຸກ​ສະ​ໄໝ ​ແລະ ການ​ສັງ​ເຂ​ບ, ພັກ​ເຮົາ​ໄດ້​ຖອດ​ຖອນ​ບົດຮຽນ​ແຫ່ງ​ການ​ພັດທະນາເສດຖະກິດ​ຕະຫຼາດ​ໃນ​ໂລກ, ພິ​ເສດ​ແມ່ນ ຈາກ​ພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ແລະ ບົດຮຽນ​ຂອງ​ຈີນ, ​ເພື່ອ​ວາງ​ແນວທາງ​ພັດທະນາເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ. ​ແນວທາງ​ນີ້​ສະ​ແດງ​ອອກ​ເຖິງ​ຈິນຕະນາການ, ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ຄວາມ​ສອດຄ່ອງ​ຂອງ​ການ​ພົວພັນ​ການ​ຜະລິດ ກັບລະດັບ​ຂອງກຳລັງ​ການ​ຜະລິດ​ ໃນ​ສະ​ໄໝຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມຢູ່​ຫວຽດນາມ.

ຮັບ​ຮູ້​ກ່ຽວ​ກັບ​ລັກສະນະ​ເປັນ​ເອກະ​ພາບ ​ລະຫວ່າງເສດຖະກິດ​ຕະຫຼາດ ​ແລະ ກຳນົດ​ທິດສັງຄົມ​ນິຍົມ

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ (​ປີ 2001) ​ໄດ້​ກຳນົດ​ເປັນ​ທາງ​ການ ​ຕົວ​ແບບ​ເສດຖະກິດ​ສັງ​ລວມຂອງ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ ຢູ່​ປະ​ເທດ​ຫວຽດນາມ ນັ້ນ​ຄື “ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ”, ພ້ອມ​ກັນ​ນັ້ນ ​ກໍ່​ຢືນຢັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຮັບ​ຮູ້​ວ່າ ​ຕ້ອງ​ຫັນປ່ຽນ​ໄປ​ສູ່ເສດຖະກິດ​ຕະຫຼາດ. ການ​ຄັດ​ເລືອກ​ຕົວ​ແບບເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ຢູ່​ຫວຽດນາມ ​ແມ່ນ​ຈຳ​ເປັນ​ແນ່ນອນ, ບໍ່​ມີ​ວິທີ​ຄັດ​ເລືອກ​ອື່ນ​ໃດ​ໃນ​ສະພາບທີ່ເສດຖະກິດ​ຕະຫຼາດ​ໄດ້ “ປົກ​ຫຸ້ມ” ​ໄປ​ທົ່ວ​ແຜນ​ທີ່​ເສດຖະກິດ​ໂລກ ​ແລະ ກໍ່​ບໍ່​ອາດ​ຫັນ​ຄືນສູ່​ຕົວ​ແບບ​ເສດຖະກິດ​ແຜນ​ການ​ລວມສູນ ອາດຍາ​ສິດ ​ເກື້ອກູນ ຄື​ແຕ່​ກ່ອນ​ໄດ້.

ການ​ຢືນຢັນຕົວ​ແບບ​ເສດຖະກິດ​ສັງ​ລວມຂອງ​ຫວຽດນາມ​ວ່າ ເປັນພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມນັ້ນ ​ເຮັດ​ໃຫ້ການ​ກຳນົດ​ສາຍ​ພົວພັນ​ລະຫວ່າງ 2 ມາດຕະ​ເກນ “ເສດຖະກິດ​ຕະຫຼາດ” ​ແລະ “ກຳນົດ​ທິດ​ສັງຄົມ​ນິຍົມ” ກາຍເປັນ​ເນື້ອ​ໃນ​ແກ່ນສານຂອງ​ການ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ຢູ່​ປະ​ເທດ​ເຮົາ ​ໃນ 30 ປີ​ທີ່​ຜ່ານ​ມາ ​ແລະ ​ໃນ​ຊຸມ​ປີ​ຕໍ່​​ໄປ. ​ແຕ່, ຍັງ​ມີ​ຄວາມ​ເຫັນ​ວ່າ ເສດຖະກິດ​ຕະຫຼາດບໍ່​ໄປ​ນຳ​ກັນກັບສັງຄົມ​ນິຍົມ, ບັນດາ​ມູນ​ຫຼັກ​ພື້ນຖານ​ຂອງ​ສັງຄົມ​ນິຍົມວິທະຍາສາດ ​ໂດຍ​ ກ.ມາກ ​ແລະ ຟ.ອັງ​ແກນ ​​ກໍ່ສ້າງ​ຂຶ້ນ ບໍ່ “ຍອມຮັບ” ເສດຖະກິດ​ຕະຫຼາດ. ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ຕ້ອງທຳ​ຄວາມ​ກະຈ່າງ​ແຈ້ງ.

ຕາມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ: “ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ ​ແມ່ນ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ, ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​; ທັງ​ເຄື່ອນ​ໄຫວ​ຕາມ​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ, ທັງ​ໄດ້​ຮັບ​ການນຳພາ, ​ແຊກ​ຄຸມ​ດ້ວຍ​ບັນດາ​ຫຼັກການ ​ແລະ ທາດ​ແທ້​ຂອງ​ລັດທິ​ສັງຄົມ​ນິຍົມ”(1). ວິທີ​ອະທິບາຍ​ຄື​ແນວ​ນັ້ນ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ເຂົ້າ​ໃຈ​ວ່າ, ຕົວ​ແບບເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມປະຈຸ​ບັນ​ ແມ່ນ​ການ “ສົມທົບ​ແບບ​ກົນ​ຈັກ” ລະຫວ່າງເສດຖະກິດ​ຕະຫຼາດ ​ແລະ ການກຳນົດ​ທິດສັງຄົມ​ນິຍົມ, ຫຼື “ກຳນົດ​ທິດ​ສັງຄົມ​ນິຍົມ” ​ເປັນ​ພຽງ “​ເສື້ອ​ຄຸມຕົວ” ຂອງເສດຖະກິດ​ຕະຫຼາດ. ຍິ່ງ​ກວ່າ​ນັ້ນ, ພື້ນຖານ​ເສດຖະກິດທີ່​ຖືກ​ຜົນ​ກະທົບ​ພ້ອມ​ບາດ​ຂອງ​ສອງ​ປະ​ເພດ​ກົດ​ເກນທີ່​ສວນ​ທາງ​ກັນ ຈະ​ບໍ່​ສາມາດ​ສ້າງ​ກຳລັງ​ຊຸກ​ດັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໄດ້, ຊ້ຳ​ບໍ່ໜຳຍັງ​ເປັນ​ການ​ກີດຂວາງ​ຕໍ່​ການ​ພັດທະນາ​ອີກ​ດ້ວຍ.

​ແຕ່​ຕ້ອງ​ຮັບ​ຮູ້​ວ່າ, ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ບໍ່​ແມ່ນ​ການ​​ເອົາ​ສອງ​ພາກສ່ວນ​ທີ່​ຕ່າງ​ກັນມາຕິດ​ເຂົ້າ​ກັນເປັນ​ໜຶ່ງ. “ກຳນົດ​ທິດ​ສັງຄົມ​ນິຍົມບໍ່​ແມ່ນ “​ເສື້ອ​ຄຸມ​ຕົວ” ຂອງເສດຖະກິດ​ຕະຫຼາດ ຫາກ​ມັນນອນ​ຢູ່​ໃນ​ເປົ້າ​ໝາຍ​ ແລະ ​ເນື້ອ​ໃນຂອງເສດຖະກິດ​ຕະຫຼາດ. ນີ້​ແມ່ນ​ຕົວ​ແບບເສດຖະກິດ​ຕະຫຼາດ​ແບບ​ໃໝ່ ​ແນ​ໃສ່​ແກ້​ໄຂ​ຜ່ານ​ຜ່າ​ບັນດາ​ຂໍ້​ຈຳກັດ ​ແລະ ຄວາມ​ຫຍໍ້​ທໍ້ ​ຂອງເສດຖະກິດ​ຕະຫຼາດທຶນ​ນິຍົມ, ​ແຕ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍບັນດາ​ປັດ​ໄຈ​ທີ່ຕັ້ງໜ້າ ​ແລະ ສົມ​ເຫດ​ສົມ​ຜົນ​ຂອງ​ມັນ​ໄດ້. ບັນດາ​ປັດ​ໄຈ​ກຳນົດ​ທິດສັງຄົມ​ນິຍົມມີ​ລັກສະນະ “​ໂດຍ​ກຳ​ເນີດ​ພາຍ​ໃນ” ຢູ່​ໃນ​ວິວັດ​ການພັດທະນາເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ, ສະ​ແດງ​ອອກ​ໃນ​ບັນດາ​ຈຸດ​ຕົ້ນຕໍ​ດັ່ງ​ນີ້: 1- ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ ຕ້ອງ​ມີ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ, ສອດ​ຄ່ອງ​ກັບ​ລະດັບ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ; ພື້ນຖານ​ເສດຖະກິດ​ມີ​ຫຼາຍ​ຮູບ​ແບບ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ເສດຖະກິດ​ແຫ່ງ​ລັດ​ຖື​ບົດບາດ​ເປັນ​ເຈົ້າ​ນຳພາ; 2- ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນການ​ພັດທະນາ​ເສດຖະກິດ - ສັງຄົມ; 3- ຮັບປະກັນ​ຄວາມ​ກ້າວໜ້າ ​ແລະ ສະ​ເໝີ​ພາບ​ທາງ​ສັງຄົມ; ປະຕິບັດ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ ພັດທະນາ​ເສດຖະກິດ ​ແລະ ຄວາມ​ກ້າວໜ້າ, ສະ​ເໝີ​ພາບ​ທາງ​ສັງຄົມ ​ໃນ​ແຕ່​ລະ​ບາດກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ; 4- ມີ​ການ​ຄຸ້ມ​ຄອງຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມຫວຽດນາມ; 5- ພັກ​ກອມ​ມູນິດ​ຫວຽດນາມນຳພາ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ ​ເພື່ອ​ຈຸດປະສົງ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ”(2), ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນ​ເພື່ອ​ປະຕິບັດການກຳນົດ​ທິດ​ສັງຄົມ​ນິຍົມ​ໃນ​ພື້ນຖານເສດຖະກິດ​ຕະຫຼາດ.

ຈາກ​ນີ້, ອາດ​ຈະ​ເວົ້າ​ວ່າ: ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​​ໃນ​ການກຳນົດ​ທິດ​ສັງຄົມ​ນິຍົມ ຂອງ​ພື້ນຖານເສດຖະກິດ​ຕະຫຼາດ ຢູ່​ປະ​ເທດ​ເຮົາ​ແມ່ນ ການ​ພັດທະນາ​ແບບ​ຍືນ​ຍົງ. ​ເປັນອັນ​ຈະ​ແຈ້ງວ່າ, ​ໃນ​ເສັ້ນທາງ​ການພັດທະນາ​ຂອງ​ຫວຽດນາມ, ຄວາມ​ສຳນຶກກຳນົດ​ທິດ​ສັງຄົມ​ນິຍົມ ພຽງ​ແຕ່​ມີ​ຄວາມ​ໝາຍ​ພຶດຕິ​ກຳ​ເມື່ອມີ “​ເນື້ອ​ໃນ” ພັດທະນາ​ແບບ​ຍືນ​ຍົງ​ ເພື່ອ​ຄວາມ​ກ້າວໜ້າ​ທາງ​ສັງຄົມ, ການ​ຂະຫຍາຍຕົວ​ໂດຍ​ເສລີ ​ແລະ ຮອບດ້ານ​ຂອງ​ບຸກຄົນ​ແຕ່ລະຄົນ. ດັ່ງ​ນັ້ນ, ເສດຖະກິດ​ຕະຫຼາດ ​ແລະ ກຳນົດ​ທິດ​ສັງຄົມ​ນິຍົມ ບໍ່​ຂັດ​ແຍ້​ງກັນ, ຫາກ​ເປັນ​ເອກະ​ພາບ​ກັນ.

ສືບ​ຕໍ່​ຮັບ​ຮູ້​ເປັນ​ເອກະ​ພາບກ່ຽວ​ກັບ ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ໃນ​ສະພາບ​ການ​ໃໝ່

ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ຖືກ​ກຳນົດ​ຢູ່​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ນັ້ນ​ແມ່ນ “ພື້ນຖານ​ເສດຖະກິດ​ທີ່​ເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ​ຕາມບັນດາ​ກົດ​​ເກນ​ຂອງເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ​ ກໍ່​ຮັບປະກັນ​ການກຳນົດ​ທິດ​ສັງຄົມ​ນິຍົມ ທີ່​ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນ ພື້ນຖານເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ; ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ​ໂດຍພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຜູ້ນຳ​ພາ, ​ແນ​ໃສ່​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ”(3). ດັ່ງ​ນັ້ນ, ຕ້ອງ​ໝູນ​ໃຊ້​ໃຫ້​ສອດຄ່ອງ​ກັບ​ສະພາບ​​ແວດ​ລ້ອມ ​ແລະ ລະດັບ​ການ​ພັດທະນາ​ຂອງພື້ນຖານ​ເສດຖະກິດ​ຫວຽດນາມ, ​ແຕ່​ຕ້ອງ​ເຂົ້າ​ເຖິງ​ໄດ້​ກັບ​ ບັນດາ​ມາດຕະຖານ​ອັນ​ພື້ນ​ຖານ ຂອງເສດຖະກິດ​ຕະຫຼາດທີ່ທັນ​ສະ​ໄໝ ​ແລະ ການ​ເຊື່ອມ​ໂຍງ​ສາກົນ.

ຈາກ​ພຶດຕິ​ກຳຂອງ​ບັນດາ​ປະ​ເທດ​ທີ່​ມີເສດຖະກິດ​ຕະຫຼາດຂະຫຍາຍຕົວ, ອາດ​ຈະ​ຮູ້​ໄດ້​ຄຸນ​ລັກສະນະ, ​ເກນ​ກຳນົດ​ຂັ້ນ​ພື້ນຖານ​ຈຳນວນ​ໜຶ່ງ​ ຂອງພື້ນຖານເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ ​ດັ່ງຕໍ່​ໄປ​ນີ້:

ທີ​ໜຶ່ງ, ນັ້ນ​ແມ່ນພື້ນຖານເສດຖະກິດທີ່​ມີ​ກຳມະສິດ​ປະສົມ, ​ໃນ​ນັ້ນ​ກຳມະສິດ​ຫຸ້ນ​ສ່ວນ​ມີ​ທ່າ​ດີກວ່າ​ໝູ່. ບໍລິສັດ​ຫຸ້ນ​ສ່ວນ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ມີ​ທ່າ​ດີ​ຂາດ​ຂັ້ນ ທຽບ​ກັບບັນດາຮູບ​ແບບ​ວິ​ສາ​ຫະກິດ ​ແລະ ບໍລິສັດ​ອື່ນ ຍ້ອນ​ຜົນ​ປະ​ໂຫຍ​ດ ​ແລະ ຈຸດ​ພິ​ເສດ​ນິຕິ​ທຳ​ທີ່​ກົດໝາຍ​ໄດ້​ກຳນົດ, ມັນ​ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ຢູ່​ໃນ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ, ບໍລິສັດ​ທັງ​ໝົດ.

ທີ​ສອງ, ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ​ແມ່ນ ພື້ນຖານເສດຖະກິດທີ່​ໄດ້​ “ຫັນ​ເປັນ​ຕະຫຼາດ” ​ໃນ​ລະດັບ​ສູງ. ການ “​ຫັນ​ເປັນ​ຕະຫຼາດ” ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍວ່າ ກົນ​ໄກ​ຕະຫຼາດມີ​ປະສິດທິ​ຜົນ​ກວ່າ ທຽບ​ກັບ​ບັນດາ​ກົນ​ໄກ​ເສດຖະກິດ​ອື່ນທີ່​ເຄີຍ​ຄົງ​ຕົວ​ຢູ່, ຫາກ​ແມ່ນ​ພື້ນຖານເສດຖະກິດ​ຕະຫຼາດທີ່​ສົມບູນ​ແບບ​ ເພື່ອ​ສ້າງ​ໃຫ້​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນທີ່​ສົດ​ໄສ ສະ​ເໝີ​ພາບ ປອດ​ໂປ່​ງລຸ​ລົ່ງ ສະດວກ​ດີ ​ໃຫ້​ວິ​ສາ​ຫະກິດ​ທຸກ​ປະ​ເພດ; ​ເພີ່ມ​ທະວີ​ຄວາມ​ສະດວກ​ດີ, ຫຼຸດຜ່ອນ​ການ​ບຸລິມະສິດ ການ​ເອື້​ອເຟື້ອພິ​ເສດ... ​ເພື່ອ​ໃຫ້​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ທີ່​ສະ​ເໝີ​ພາບ. ຍິ່ງ​ກວ່າ​ນັ້ນ, ​ເພື່ອ​ເສີມ​ຂະຫຍາຍ​ລັກສະນະ​ປະສິດທິ​ຜົນ​ຂອງກົນ​ໄກ​ຕະຫຼາດ​, ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ພື້ນຖານເສດຖະກິດ​ຕະຫຼາດ ຕ້ອງ​ປະຕິບັດ​ຕາມ​ຫຼັກການ​ຕະຫຼາດ, ນັບຖື​ກົດ​ເກນ​ຕະຫຼາດ.

ທີ​ສາມ, ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ​ຂະຫຍາຍຕົວ​ອີງ​ໃສ່​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ພັດທະນາ​ເສດ​ຖະກິດ​ພູມ​ປັນຍາ, ​ແລະ ມີ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ. ຕາມ​ນັ້ນ:

- ​ໃນພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ, ຜະລິດ​ຕະພັນທີ່ມີ​ເນື້ອ​ໃນ​ເຕັກ​ໂນ​ໂລ​ຊີ​ສູງ​ ​ໄດ້​ກວມອັດຕາ​ສ່ວຫຼາຍ. ຍົກ​ຕົວຢ່າງ​, ຢູ່ ​ເຢຍລະ​ມັນ, ຍີ່ປຸ່ນ, ອັງກິດ, ຝຣັ່ງ... ອັດຕາ​ສ່ວນ​ຂອງ​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ​ກວມ​ເອົາ​ຫຼາຍ​ກວ່າ 30% ​ໃນ ຈີ​ດີ​ພີ. ​ໃນ​ພື້ນຖານເສດຖະກິດ​ຕະຫຼາດທີ່​ຂະຫຍາຍຕົວຢູ່ ສະຫະລັດ​ອາ​ເມຣິກາ, ອັດຕະສ່ວນ​ຂອງ​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ​ກວມ​ເອົາ​ເຖິງ 50% ​ໃນ ຈີ​ດີ​ພີ, ​ໃນ​ນັ້ນ, ຂະ​ແໜ​ງຂໍ້​ມູນ​ຂ່າວສານ​ກວມ​ເອົາ​ຫຼາຍກວ່າ 30%.

- ​ໃນພື້ນຖານເສດຖະກິດ​ທີ່​ຂະຫຍາຍຕົວ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ “​ເສດຖະກິດ​ພູມ​ປັນຍາ” - ​ເສດຖະກິດ​ທີ່​ຖື​ເອົາ​ພູມ​ປັນຍາ​ເປັນ​ພື້ນຖານ​ທີ່​ສຳຄັນອັນ​ດັບ​ໜຶ່ງ​ ໃນ​ການ​ຜະລິດ, ​ແຈກ​ຢາຍ, ​ແລກ​ປ່ຽນ ​ແລະ ບໍລິ​ໂພ​ກ. ຈຸດ​ພິ​ເສດ​ຕົ້ນຕໍ​ຂອງ​ເສດຖະກິດ​ພູມ​ປັນຍາ​ແມ່ນ ຂະ​ແໜງ​ຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ການ​ບໍລິການ​ທີ່​ກ່ຽວຂ້ອງ ຄອງ​ຕຳ​ແໜ່​ງບັນຊາ​ພາ​ທາງ. ປະຈຸ​ບັນ, ຢູ່​ບັນດາ​ປະ​ເທດ OECD, ກ່ວາ 50% ຂອງ​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ ​ແມ່ນ​ມາ​ຈາກ​ບັນດາ​ຂະ​ແໜງ​ການ​ທີ່​ພູມ​ປັນຍາ​ເປັນ​ພື້ນຖານ. ​

- ບັນດາ​ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ ຢູ່​ທະວີບ​ເອີຣົບ - ອາ​ເມຣິກາ ລ້ວນ​ແຕ່​ມີ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ - ບຸກຄະລາ​ກອນ​ໄດ້​ຮັບ​ການ​ອົບຮົມ​ສຶກສາ​ເປັນ​ຢ່າງ​ດີ ​ແລະ ມີຄວາມ​ສາມາດ​ເຄື່ອນ​ໄຫວ​ດີ, ​ເປັນ​ຕົ້ນ​ແມ່ນ​ຖັນ​ແຖວ “ກຳມະກອນມີ​ຄວາມ​ຮູ້”. ສະຫະລັດ​ອາ​ເມຣິກາ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ ​ເສດຖະກິດ​ຕະຫຼາດ​ທີ່​ຈະເລີ​ນພັດທະນາ​ໃນ​ລະດັບ​ສູງ, ປະຈຸ​ບັນ ກຳມະກອນ​ມີ​ຄວາມ​ຮູ້​ໄດ້​ກວມ​ເອົາ 70% ຂອງ​ຈຳນວນ​ກຳມະກອນທັງ​ໝົດ.

ທີ​ສີ່, ​ໂຄງ​ປະກອບ​ເສດຖະກິດ​ທີ່​ທັນ​ສະ​ໄໝ: ອັດຕາ​ສ່ວນ​ຂອງກະ​ສິກຳ ​ແລະ ອຸດ​ສະຫະ​ກຳ​ຫລຸດ​ລົງ, ອັດຕາ​ສ່ວນຂອງ​ບັນດາ​ຂະ​ແໜງ​ບໍລິການ​ເພີ່ມ​ຂຶ້ນ. ຢູ່​ບັນດາ​ປະ​ເທດ OECD ອັດຕາ​ສ່ວນ​ຂອງ​ຂະ​ແໜງ​ບໍລິການກວມ​ເຖິງ 70% ຈີ​ດີ​ພີ, ຢູ່​ສະຫະລັດ​ອາ​ເມຣິກາ​ແມ່ນ 80% ຈີ​ດີ​ພີ, ຍີ່​ປຸ່ນ ​ແມ່ນ 74% ຂີ​ດີ​ພີ.

ບັນດາ​ຂະ​ແໜງ​ການການ​ເງິນ - ທະນາຄານ (ນັບ​ທັງ​ປະກັນ​ໄພ) ​ແລະ ການ​ບໍລິການ​ທຸລະ​ກິດ ພວມ​ກາຍ​ເປັນສອງຂະ​ແໜງ​ການ​ທີ່​ສຳຄັນ, ສ້າງຄຸນຄ່າ​​ເພີ່ມ​ສ່ວຍ​ຫຼາຍ​ຂອງ​ຂະ​ແໜງ​ການ​ບໍລິການ ​ແລະ ​ເປັນກຳລັງ​ໜູນ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ທົ່ວຂະ​ແໜງ​ເສດຖະກິດ​ທັງ​ໝົດ.

ທີ​ຫ້າ, ພາລະ​ບົດບາດ​ຂອງ​ລັດ​ໃນ​ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ.

ປະຫວັດ​ສາດ​ໃຫ້​​ເຫັນ​ວ່າ, ລັດ​ແຫ່ງ​ອຳນາດ​ກົດໝາຍ​ໃນ​ພື້ນຖານເສດຖະກິດ​ຕະຫຼາດ ຄົງ​ຕົວ​ເພື່ອ​ແກ້​ໄຂຄວາມ​ປະລາ​ໄຊ​ໃນ​ຕະຫຼາດ ​ແລະ ປົວ​ແປງ​ຄວາມ​ຍຸດຕິ​ທຳ. ດັ່ງ​ນັ້ນ, ​ໃນ​ບັນດາ​ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ ລັດ​ກໍ່​ມີ​ບັນດາ​ພາລະ​ບົດບາດ​ອັນ​ພື້ນຖານ​ຄື ​ແກ້​ໄຂ​ຄວາມ​ປະລາ​ໄຊ​ຕ່າງໆ​ໃນ​ຕະຫຼາດ và ປົວ​ແປງ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ (​ເບິ່ງ​ຕາຕະລາງ 1).

​ແບບ​ວິທີ​ການ​ແຊກ​ແຊງ​ຂອງ​ລັດ ຕ້ອງຕາມ​ຫຼັກການສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ, ລັດ​ດັດສົມ​ເສດຖະກິດ​ຕະຫຼາດ ຕ້ອງ​ນັບຖື​ບົດບາດ ​ແລະ ພາລະ​ບົດບາດ​ຂອງ​ຕະຫຼາດ. ຕະຫຼາດ​ແມ່ນ​ຕົນ​ຕົວ​ຈິງ​ພາວະ​ວິ​ໄສ, ​ເຄື່ອນ​ໄຫວ ​ແລະ ຂະຫຍາຍຕົວ​ຕາມ​ບັນດາ​ກົດ​ເກນທີ່​ມີ​ຢູ່​ຂອງ​ມັນ, ບໍ່​ຂຶ້ນ​ກັບ​ເຈດ​ຈຳນົງ​ຂອງສ່ວນ​ບຸກຄົນ ​ແລະ ຂອງການຈັດ​ຕັ້ງ​ສັງຄົມ​ໃດ​ເລີຍ, ນັບ​ທັງ​ເຈດ​ຈຳນົງ​ຂອງ​ລັດຖະບານ. ຢູ່​ບັນດາ​ພື້ນຖານເສດຖະກິດ​ຕະຫຼາດທີ່​ຂະຫຍາຍຕົວ​ໃນ​ປະຈຸ​ບັນ ລ້ວນ​ແຕ່​ມີ​ການ​ແຊກ​ແຊງ​ຂອງ​ລັດ ​ໃນ​ລະດັບ​ທີ່​ແນ່ນອນ ​ແລະ ພາຍ​ໃຕ້​ບັນດາ​ຮູບ​ການ​ທີ່​ຕ່າງ​ກັນ ​ໂດຍ​ແລ້ວ​ແຕ່​ທັດສະນະ​ໝູນ​ໃຊ້​ບັນດາ​ທິດ​ສະ​ດີ​ເສດຖະກິດ, ຕົວຢ່າງ​ເຊັ່ນ: “ລັດ​ຫຼາຍ​ສຸດ, ຕະຫຼາດ​ໜ້ອຍ​ສຸດ” ຕາມ​ທິດ​ສະ​ດີ​ເສດຖະກິດ​ຂອງ ຈອນ ​ເມ​ນາ ​ເກນ (J.M.Keynes); “ລັດ​ໜ້ອຍ​ກວ່າ, ຕະຫຼາດ​ຫຼາຍ​ກວ່າ” ຂອງ​ລັດທິ​ເສລີພາບ​ໃໝ່; ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ “ຝ່າມືທີ່​ບໍ່​ມີ​ຮູບ” (ກົນ​ໄກ​ຕະຫຼາດ) ​ແລະ “ຝ່າມື​ທີ່​ມີ​ຮູບ” (ລັດ) ​ເພື່ອ​ດັດສົມ​ພື້ນຖານ​ເສດຖະກິດ. ​ເຖິງ​ວ່າຈະ​ເຮັດ​ຕາມ​ທັດສະນະ​ໃດ ລັດ​ກໍ່​ຕ້ອງ​ໝູນ​ໃຊ້ ​ແລະ ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ.

ທີ​ຫົກ, ພື້ນຖານ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ​ແມ່ນພື້ນຖານ​ເສດຖະກິດ “​ເປີດ​ປະຕູ” ດ້ວຍ​ການ​ສອດ​ຮ້ອຍ​ຕະຫຼອດ​ ຂອງ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ຕາມ​ທິດ​ຫັນ​ເປັນ​ທົ່ວ​ໂລກ, ຫັນ​ເປັນ​ພາກ​ພື້ນ ​ແລະ ກໍ່​ຕັ້ງ​ບັນດາສັນຍາ​ການ​ຄ້າ​ເສດ​ລີ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ​ແນ​ໃສ່​ເພີ່ມ​ທະວີ​ບົດບາດ​ດັດສົມຂອງລັດຕໍ່​ພື້ນຖານ​ເສດຖະກິດ ຊຶ່ງ​ບໍ່​ຈຳກັດ​ຢູ່​ໃນ​ປະ​ເທດ​ໜຶ່ງ ຫາກ​ມີ​ການ​ດັດສົມ​ຂ້າມ​ຊາດ.

ການ​ເຂົ້າ​ໃກ້​ເຖິງ​ພື້ນຖານເສດຖະກິດ​ຕະຫຼາດທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ ຂອງຕົວ​ແບບເສດຖະກິດ​ຕະຫຼາດຫວຽດນາມ​ທີ່​ທັນ​ສະ​ໄໝນັ້ນ ​ຕ້ອງ​ມີ​ບັນດາ​ມາດຕະຖານ, ​ເນື້ອ​ໃນ​ຂອງ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດທັນ​ສະ​ໄໝ, ທັງ​ຕ້ອງ​ຮັບປະກັນ​ບັນດາ​ປັດ​ໄຈສະ​ເພາະສ່ວນ​ຕົວ - ປັດ​ໄຈ​ຫວຽດນາມ - ກຳນົດ​ທິດ​ສັງຄົມ​ນິຍົມ./.

ຕາຕະລາງ 1. ພາລະ​ບົດບາດ​ຂອງ​ລັດ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ

 

ແກ້​ໄຂ​ຄວາມ​ປະລາ​ໄຊ​ໃນ​ຕະຫຼາດ

ປົວ​ແປງ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ

ພາລະ ບົດບາດ​ໜ້ອຍ​ສຸດ

ສະໜອງ​ບັນດາ​ສິນຄ້າ​ສາທາລະນະ​ລ້ວນໆ​ໃນບັນດາ​ຂົງ​ເຂດ: ປ້ອງ​ກັນຊາ​ດ, ກົດໝາຍ, ຄວາມ​ເປັນ ລະບຽບ​ຮຽບຮ້ອຍ, ປົກ​ປັກຮັກສາ ກຳມະ​ສິດຊັບ​ສິນ,  ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ, ສາທາລະນະ​ສຸກ

ປົກ​ປ້ອງ​ຜູ້​ທຸກ​ຍາກ:

- ບັນດາ​ໂຄ​ງການ​ເພື່ອ​ຜູ້​ທຸກ​ຍາກ

- ​ໃຫ້ການ​ຊ່ວຍເຫຼືອ​​ແກ່ຜູ້ຖືກ​ໄພພິບັດ

ພາລະ ບົດບາດ​ປານ​ກາງ

​ແກ້​ໄຂ​ບັນດາ​ການ​ກະທົບ​ຈາກ​ພາຍ​ນອກ ຄື:

- ສຶກສາ​ພື້ນຖານ

- ປົກ​ປັກ​ຮັກສາສິ່ງ ແວດລ້ອມ

ດັດສົມ​ການຜູກຂາດ:

- ດັດສົມບັນດາ​ສາທາ ລະ​ນຸປະ​ໂພ​ກທີ່​ຈຳ​ເປັນ (ເຊັ່ນ​ໄຟຟ້າ, ນ້ຳ​)

- ນະ​ໂຍບາຍ​ຕ້ານ​ການ​ຜູກຂາດ

ການ​ຈັດການ​ຂໍ້​ມູນ​ທີ່​ບໍ່​ສົມບູນ:

- ປະກັນ​ໄພ (ປະ ກັນ​ສຸຂະພາບ, ປະ ກັນ​ຊີວິດ, ບຳນານ)

- ດັດສົມ​ການ​ເງິນ

- ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ

​ໃຫ້​ບໍລິການ​ປະກັນ​ສັງຄົມ

- ຈັດ​ສັນ​ເງິນ​ບຳນານ​ຄືນ​ໃໝ່

- ​ໃຫ້​ເງິນ​ອຸດ​ໜູນ​ຄອບ ຄົວ

- ປະກັນ​ການ​ວ່າງ​ງານ

ພາລະ ບົດບາດ​ຕັ້ງໜ້າ

ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ຂອງເອກະ​ຊົນ

- ຫຼໍ່ລ້ຽງ​ບັນດາ​ຕະຫຼາດ

- ບັນດາ​ການ​ລິ​ເລີ່​ມກ່ຽວ​ກັບ​ກຸ່ມ

​ແຈກ​ຢາຍ​ຄືນ​ໃໝ່

- ​ແຈກ​ຢາຍ​ຊັບ​ສິນ​ຄືນ​ໃໝ່

​ແຫຼ່ງຂໍ້​ມູນ: ລາຍ​ງານ​ກ່ຽວ​ກັບ​ການ​ພັດທະນາ​ໂລກ ປີ 1997: ລັດຢູ່ໃນໂລກທີ່ພວມຫັນປ່ຽນ (ທະນາຄານໂລກ)

ສຈ. ປອ. ຈູ​ວັນ​ເກິ​ບ

ອະດີດ​ຫົວໜ້າ​ສະ​ຖາ​ບັນ​ເສດຖະສາດ​ການ​ເມືອງ,

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ

---------------------

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 34.

(2), (3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 102.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ