ວັນພຸດ, 29/3/2017
ພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່*
11/1/2017 16:18' ສົ່ງ ພິມ
ຕົວແບບພັດທະນາເສດຖະກິດ ກໍ່ສ້າງຊົນນະບົດໃໝ່ທີ່ເມືອງ ກູ໋ຈີ. (ພາບ: ຂ່າວພາບຫວຽດນາມ)

ຜົນ­ງານ​ຈຳ­ນວນ​ໜຶ່ງ​ໃນ​​ກະ­ສິ­ກຳ, ຊົນ­ນະ­ບົດ ແລະ ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່ ​ໃນ​ເວ­ລາ​ທີ່​ຜ່ານ​ມາ

1- ການ​ກະ­ສິ­ກຳ​ຂອງຫວຽດ­ນາມ ໄດ້ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ທາງ​ດ້ານ​ຂະ­ໜາດ, ເຊິ່ງ​ຮັກ­ສາ​ໄດ້​ລະ­ດັບ​ການ​ເຕີບ​ໂຕ​ສູງ​ພໍ​ສົມ­ຄວນ​ ໃນ​ໄລ­ຍະ​ເວ­ລາ​ຍາວ, ດ້ວຍ​ຄຸນ​ນະ​ພາບ ແລະ ປະ​ສິດ­ທິ​ຜົນ​ທີ່​ນັບ​ມື້​ນັບໄດ້​ຮັບ​ການ​ປົວແປງ​.

ນັບ​ແຕ່​ປີ 2005 ຮອດ​ປີ 2015, ລວມ​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ທັງ​ໝົດ ​ຂອງ​ຂະ­ແໜງ­ການ​ກະສິກຳໄດ້​ເພີ່ມ​ຂຶ້ນ​ 4,5 ເທື່ອ, ແຕ່ 256,336 ພັນ​ຕື້​ດົ່ງ ຂຶ້ນ​ເປັນ 1,16 ລ້ານ​ຕື້​ດົ່ງ, ບັນ­ລຸ​ໄດ້​ລະ­ດັບ​ການ​ເຕີບ​ໂຕ​​ສະ­ເລ່ຍ​ 4,5% ຕໍ່​ປີ; ມູນ​ຄ່າ​ ​ຈີ​ດີ​ພີ (GDP) ເພີ່ມ​ຂຶ້ນສະ​ເລ່ຍ 3,3% ຕໍ່​ປີ; ຄຸນ​ນະ​ພາບ​ການ​ເຕີບໂຕ​​ໄດ້​ຮັບ​ການ​ປົວ­ແປງຢ່າງ​ລຽນຕິດ, ອັດ­ຕາ​ສ່ວນ​ມູນ​ຄ່າ​ເພີ່ມ​ໃນ​ມູນ​ຄ່າ​ການ​ຜະ­ລິດ​ທັງ​ໝົດ​ ຂອງ​ຂະ­ແໜງ­ການ​ໄດ້​ເພີ່ມ​ຂຶ້ນ​ແຕ່ 57% (ປີ 2010) ຂຶ້ນ​ເປັນ 63,9% (ປີ 2012), 64,7% (ປີ 2013) ແລະ​ປະ­ມານ 67,8% (ປີ 2014).

​ການກະ­ສິ­ກຳ​​ພະ​ລິດ​ສິນ­ຄ້າ​ໄດ້ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ, ດ້ວຍ​ປະ­ສິດທິ​ພາບ ແລະ ຄຸນ​ນະ​ພາບ​ນັບ​ມື້​ນັບ​ສູງ; ຕອບ​ສະ­ໜອງ​​ເປັນຢ່າງດີ​ໃຫ້​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ພາຍ​ໃນ​ປະ­ເທດ ແລະ ການ​ສົ່ງ​ນອກ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ­ໄວ. ໂຄງ​ປະ­ກອບ​​ການ​ຜະ­ລິດ​ຂອງ​ຂະ­ແໜງ­ການ ແລະ ​ໂຄງ​ປະກອບພາຍ​ໃນ​ແຕ່ລະ​ຂົງເຂດ ​ກໍ່​ໄດ້​ຫັນ­ປ່ຽນ​ຕາມ​ທິດ​ຕັ້ງ­ໜ້າ, ບັນ­ດາ​ຂົງ­ເຂດ ຂະ­ແໜງ­ການ​ສິນ­ຄ້າ​ທີ່​ມີ​ທ່າ​ໄດ້​ປຽບ ແລະ ມີມູນ​ຄ່າ​ເພີ່ມ​ສູງ (ຄື ສິນ​ໃນ​ນ້ຳ ແລະ ການ​ລ້ຽງ­ສັດ) ກໍ່​ໄດ້​ເພີ່ມ​ຂຶ້ນ​ເປັນ​ກ້າວໆ.

- ໃນ​ຂົງ­ເຂດ​ການ​ປູກ­ຝັງ, ເນື້ອ­ທີ່​ດິນ​ປູກ​ເຂົ້າໄດ້​ຫຼຸດ­​ລົງ, ເນື້ອ­ທີ່​ດິນ​ປູກ​ຕົ້ນ­ໄມ້​ອຸດ­ສາ­ຫະ­ກຳ​ໄລຍະ​ຍາວ ແລະ ຕົ້ນໄມ້​ກິນ​ໝາກ​ທີ່​ມີ​ມູນ​ຄ່າ​ດ້ານ​ສິນ­ຄ້າ​ສູງ ແລະ ມີ​ຕະ­ຫຼາດ​ຈຳໜ່າຍ ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ­ວາ. ລະ­ດັບ​ຄວາມ​ຮູ້​ກ່ຽວ​ກັບ​ການ​ກະ­ເສດ​ສຸມ​ຕົ້ນ­ໄມ້ປະ­ເພດຕ່າງໆ​ ໄດ້ຮັບ​ການ​ຍົກ​ສູງ, ຄວາມ​ກ້າວ­ໜ້າ​ທາງ​ດ້ານ​ເຕັກ­ນິກ, ວິທະ­ຍາ­ສາດ - ເຕັກ​ໂນ​ໂລ​ຊີ​ ນະ​ວັດຕະ​ກຳຫຼາຍ​ຢ່າງ ​ກໍ່​ໄດ້​ຮັບ​ການ​ມອບ​​ໂອນ ແລະ ໝູນ​ໃຊ້​ໃນ​ການ​ດັດ­ແປງ​ແນວ​ພັນ, ລຳ­ດັບດຳ­ເນີນ​ເຕັກ­ນິກ​ການ​ປູກ­ຝັງ ດັ່ງ­ນັ້ນ ຜະ­ລິດ​ຕະ​ພາບ ແລະ ຜົນ​ຜະ­ລິດ ຂອງ​ຕົ້ນ­ໄມ້​ຫຼາຍ​ປະເພດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຄຸນ​ນະ​ພາບ​ຂອງ​ຜະ​ລິ​ຕະ​ພັນ​ກະ­ສິ­ກຳ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ­ແປງ. ຜະ­ລິດ​ຕະ​ພາບ​ເຂົ້າ​ຕາມ​ສະ­ເລ່ຍ​ໄດ້​ເພີ່ມ​ຂຶ້ນ ແຕ່ 5,32 ໂຕນ​ຕໍ່ໜຶ່ງ​ເຮັກຕາ (ປີ 2010) ຂຶ້ນ​ເປັນ 5,77 ໂຕນ​ຕໍ່ເຮັກຕາ (ປີ 2015); ປະລິມານ​ຜະ­ລິດ​ຕະ​ພັນເຂົ້າ​ກໍ່​ໄດ້​ເພີ່ມ​ຂຶ້ນ​ແຕ່ 40 ລ້ານ​ໂຕນ ຂຶ້ນ​ເປັນ 45,2 ລ້ານ​ໂຕນ. ຜະ­ລິດ​ຕະ​ພາບ​ຂອງ​ສາ­ລີ​ກໍ່​​ເພີ່ມ​ຂຶ້ນ ແຕ່ 4,09 ໂຕນຕໍ່​ໜຶ່ງ​ເຮັກຕາ (ປີ 2010) ຂຶ້ນ​ເປັນ 4,48 ໂຕນຕໍ່​ເຮັກຕາ (ປີ 2015); ປະລິມານ​ຜະ­ລິດ​ຕະ​ພັນ​ສາລີໃນ​ເວລາ​ດຽວກັນ​ໄດ້​ເພີ່ມ​ຂຶ້ນ​​ແຕ່ 4,61 ລ້ານ​ໂຕນ ຂຶ້ນ​ເປັນ 5,28 ລ້ານ​ໂຕນ... ບັນ­ດາ​ເຂດ​ຜະ­ລິດ​ສິນ­ຄ້າ​ລວມ​ສູນ​ຂະ­ໜາດ​ໃຫຍ່​ ທີ່​ສະ­ໜອງ​ວັດ­ຖຸ​ດິບ​ໃຫ້​ແກ່​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ກ່ຽວ​ກັບ­ເຂົ້າ, ຢາງພາ­ລາ, ກາ­ເຟ, ພິກ​ໄທ, ອ້ອຍ, ມັນ­ຕົ້ນ ສືບ​ຕໍ່​ໄດ້​ຮັບ​ການ​ປັບ­ປຸງ ແລະ ພັດ­ທະ­ນາ. ສະ­ຖານ­ທີ່​ປູກ​ຜັກ, ດອກ​ໄມ້​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ກໍ່​ໄດ້​ຮັບ​ການ​ສ້າງ­ຕັ້ງ, ຂະ­ຫຍາຍ­ຕົວ​ເປັນ​ຈຳ­ນວນ​ຫຼາຍ ແລະ ພວມ​ກາຍ­ເປັນ​ຂົງ­ເຂດ​ທີ່​ມີ​ປະ​ສິດ­ທິ​ຜົນ ແລະ ລາຍ​ໄດ້​ສູງ​ໃນ​ປະ­ຈຸ​ປັນ.

ມູນ​ຄ່າ​ການ​ຜະ­ລິດ​ທີ່​ບັນ­ລຸ​ໄດ້​ໃນ​ແຕ່​ລະ​ເຮັກຕາ­ດິນ​ປູກ­ຝັງ​ ກໍ່​ໄດ້​ເພີ່ມ​ຂຶ້ນ​ແຕ່ 54,6 ລ້ານ​ດົ່ງຕໍ່​ໜຶ່ງ​ເຮັກຕາ (ປີ 2010) ຂຶ້ນ​ເປັນ 82 ລ້ານ​ດົ່ງ​ຕໍ່ເຮັກຕາ (ປີ 2015), ໄດ້​ເພີ່ມ​ຂຶ້ນ​ເປັນ 1,5 ເທື່ອ, ມູນ​ຄ່າການ​ສົ່ງ​ນອກ​ຜະ­ລິດ​ຕະ​ພັນ​ການ​ປູກ­ຝັງ ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຂງ­ແຮງ​ ແຕ່ 10,3 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2010) ຂຶ້ນ​ເປັນ 16,7 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2015) ແລະ ຄາດ​ວ່າ​ຈະ​ບັນ­ລຸ​ໄດ້​ 17,5 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2016).

- ໃນ​ຂົງ­ເຂດ​ລ້ຽງ­ສັດ, ຮູບ​ການ​ລ້ຽງ­ສັດ​ແບບ​ຟາມ, ແບບ​ຄອບ­ຄົວ ແລະ ລ້ຽງ­ສັດ​ແບບ​ເຊື່ອມ​ຕໍ່ ​ໄດ້​ແທນ​ທີ່​​ເທື່ອ​ລະ​ກ້າວໃຫ້​ແກ່​ຕົວ​ແບບ​ລ້ຽງ­ສັດ​ແບບ​ສວຍ​ໃຊ້​ຂະ­ໜາດ​ນ້ອຍ​ຢູ່​ຄອບ­ຄົວ​. ລ້ຽງ­ສັດ​ຕາມ​ແບບ​ວິ­ທີ​ເຄິ່ງ​ອຸດ­ສາ­ຫະ­ກຳ ​ແລະ ອຸດ­ສາ­ຫະ­ກຳ​ ກໍ່​ສືບ​ຕໍ່​ໄດ້​ຮັບ​ການ​ພັດ­ທະ­ນາ. ຝູງ​ແນວ​ພັນ​ໄດ້​ຮັບ​ການປົວ­ແປງ​ທັງ​ຜະ­ລິດ​ຕະ​ພາບ ແລະ ຄຸນ​ນະ​ພາບ ​ໂດຍ​ຜ່ານ​ການ​ເພີ່ມ​ທະ­ວີ​ການ​ນຳ​ເຂົ້າ​ບັນ­ດາ​ແນວ​ພັນ​ໃໝ່ ທີ່ກ້າວ­ໜ້າ ແລະ ມີ​ສູດ​ປະ­ສົມ​ພັນ​ແບບ​ໃໝ່ ​ເປັນ​ຈຳ­ນວນ​ຫຼາຍ​ ທີ່​ໄດ້​ນຳ​​ເຂົ້າ​ໃນ​ການ​ຜະ­ລິດ. ປະລິ​ມານ​ຜະ­ລິດ​ຕະ​ພັນ​​ຊີ້ນ​ດິບປະ­ເພດ ຕ່າງໆ​ ກໍ່​ໄດ້​ເພີ່ມ​ຂຶ້ນ​ແຕ່ 4 ລ້ານ​ໂຕນ (ປີ 2010) ຂຶ້ນ​ເປັນ 4,7 ລ້ານ​ໂຕນ (ປີ 2015); ​ຕອບ​ສະ­ໜອງ​​ໄດ້ຢ່າງດີ​ໃຫ້​ແກ່​ຄວາມ​ຕ້ອງ­ການ​ບໍລິ​ໂພ​ກ​ຢູ່​ພາຍ​ໃນ​ປະ­ເທດ ແລະ ຍັງ​​ເຫຼືອສ່ວນ​ໜຶ່ງ​ຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ນອກ.

ຕົວ​ແບບ​ລ້ຽງ­ສັດ​ແບບ​ອຸດ­ສາ­ຫະ­ກຳ, ຕາມ​ພວງ​ພະ­ນັງ​​ທີ່​ຕິດ​ພັນ​ກັບ​ການ​ຂ້າ​ສັດ, ປຸງ​ແຕ່ງ​ແບບ​ລວມ​ສູນ ແລະ ແຈກ​ຈ່າຍ​ຜະ­ລິດ​ຕະ​ພັນ​ເປັນ​ຈຳ­ນວນ​ຫຼາຍ​ ກໍ່​ໄດ້​ຮັບ​ການ​ລົງ­ທຶນ​ຈາກ​ບັນ­ດາ​ວິ​ສາ​ຫະ​ກິດ, ກຸ່ມ​ວິ​ສາ​ຫະ​ກິດ ພາຍ​ໃນ ແລະ ຕ່າງ­ປະ­ເທດ ​ເຊິ່ງ​ໄດ້​ສ້າງ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ດ້ານ​ເສດ­ຖະ­ກິດ​ສູງ. ບັນ­ດາ​ຕົວ​ແບບ​ເຊື່ອມ​ຕໍ່​ໃນ​ການ​ຜະ­ລິດ, ຄື​ຕົວ​ແບບ​ລ້ຽງ­ສັດ​ແບບ​ຮັບ​ເໝົາ​, ສະ­ຫະ­ກອນ ແລະ ບັນ­ດາ​ພວງ​ພະ­ນັງ​ການ​ຜະລິດຊີ້ນ​ຕາມ​ວົງ​ຈອນປິດ, ໄຂ່​ສະ­ອາດ ຢູ່ນະຄອນຮ່າ​ໂນ້ຍ, ​ນະ­ຄອນໂຮ່​ຈີ​ມີນ, ແຂວງຮ່າ​ນາມ, ບັກ​ຢາງ, ດົ່ງ​ນາຍ,... ທີ່​ນັບ​ມື້​ນັບ​ໄດ້​ປະ­ກົດ​ຕົວ​ຫຼາຍ​ຂຶ້ນ.

ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​​ອາ­ຫານ​ສັດ­​ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ​ ທັງ​ຄຸນ​ນະ​ພາບ ແລະ ປະລິມານ. ປີ 2015 ​ບັນ­ລຸ​ໄດ້​ປະມານ 15,6 ລ້ານ​ໂຕນ; ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​​ສະ­ເລ່ຍ​ຂອງການ​ແລກປ່ຽນ​ອາ­ຫານ​ສັດ­​ເປັນ 7,96% ຕໍ່​ປີ; ອັດ­ຕາ​ສ່ວນ​ຫົວອາ­ຫານ​ສັດ­​ອຸດ­ສາ­ຫະ­ກຳ​ໃນ​ຈຳນວນ​­ອາ­ຫານສັດ​ທັງ​ໝົດ​ໄດ້​ເພີ່ມ​ຂຶ້ນ​ແຕ່ 54% (ປີ 2010) ຂຶ້ນ​ເປັນ​ປະ­ມານ 61% (ປີ 2013) ແລະ ຄາດ​ວ່າ​ຈະ​ບັນ­ລຸ​ໄດ້​ 65% (ປີ 2016).

- ໃນ​ຂົງ­ເຂດ​ການ​ປ່າ­ໄມ້, ການ​ປູກ​ປ່າ​ຜະ­ລິດ​ໄດ້ຮັບ​ການ​ຍູ້​ແຮງ ​ດ້ວຍ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ມອບ​ເນື້ອ­ທີ່​ດິນ, ມອບ​ເນື້ອ­ທີ່​ປ່າ ແລະ ບັນ­ດາ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ໂດຍ​ຜ່ານໂຄງ­ການ 327, ໂຄງ­ການ​ປູກຕົ້ນ​ໄມ້​ໃໝ່​ເນື້ອ​ທີ່ 5 ລ້ານ​ເຮັກຕາ​,... ຜົນ​ຜະ­ລິດ ແລະ ປະ­ລິ­ມານ​ການ​ເກັບ​ກ່ຽວ​ແຕ່​ປ່າ­ໄມ້​ທີ່​ປູກ​ໃໝ່​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ­ໄວ, ເຊິ່ງ​ຍົກ​ສູງ​ຄວາມ​ສາ­ມາດ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ທາງ​ດ້ານ​ວັດ­ຖຸ​ດິບ ​ໃຫ້​ແກ່​ຂະແໜງ­ການ​ປຸງ​ແຕ່ງ​ໄມ້​ພາຍ​ໃນ​ປະ­ເທດ, ໄດ້​ເພີ່ມ​ຂຶ້ນ ຈາກ 30% (ປີ 2013) ຂຶ້ນ​ເປັນ 70% (ປີ 2015). ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ປ່າ­ໄມ້​ສົ່ງ​ນອກ​ ໄດ້ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້. ນະ­ໂຍ­ບາຍ​ຈ່າຍ​ເງິນ​ຄ່າບໍລິການ​ສິ່ງ­ແວ­ດລ້ອມ​ປ່າ­ໄມ້​ ໄດ້​​ເຂົ້າ​ສູ່​ຊີ­ວິດສັງຄົມໃນ​ເບື້ອງ​ຕົ້ນ​, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ເຕີມ​ແຫຼ່ງ​ພະ­ລັງ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປ່າ­ໄມ້, ເພື່ອ​ສົ່ງ­ເສີມ​ໃຫ້​ແກ່​ປະ­ຊາ­ຊົນ​ມີ​ຄວາມ​ຕິດ​ພັນ​ກັບ​ປ່າໄມ້​ຕື່ມ​ອີກ. ອັດ­ຕາ​ສ່ວນ​ການ​ປົກ​ຫຸ້ມ​ຂອງ​ປ່າ­ໄມ້​ ໄດ້​ເພີ່ມ​ຂຶ້ນ​ແຕ່ 39,5% (ປີ 2010) ຂຶ້ນ​ເປັນ 40,7% (ປີ 2015) ຄາດ​ວ່າຈະ​ບັນ­ລຸ​ໄດ້​ 41,17% (ໃນ​ທ້າຍ​ປີ 2016). ລວມ​ຍອດ​ມູນຄ່າການ​ສົ່ງ​ນອກ​​ເຄື່ອງ​ໄມ້ ແລະ ຜະລິດ​ຕະ​ພັນ​ປ່າ­ໄມ້ຊະນິດ​ອື່ນ ​​ໄດ້ເພີ່ມ​ຂຶ້ນ​ເປັນ 2 ເທື່ອ, ແຕ່ 3,66 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2010) ຂຶ້ນ​ເປັນ 7,1 ຕື້​ໂດ​ລາ​ຫະ​ຫະ​ລັດ (ປີ 2015) ແລະ ​ປະ­ມານ 7,2 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2016).

- ໃນ​ຂົງ­ເຂດ​ສິນ​ໃນ​ນ້ຳ, ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ­ທະ­ນາ​ຕາມ​ທິດ​ຍູ້​ແຮງ​ການ​ຫາ​ປາ​ຢູ່​ໄກ​ຝັ່ງ​ທະ­ເລ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ­ສາ​ອຳ­ນາດ​ອະ­ທິ­ປະ​ໄຕ​ແຫ່ງ​ຊາດ ແລະ ຮັກ­ສາ​ແຫຼ່ງ​ປະ­ໂຫຍດຈາກ​ຊັບ​ສິນ​ທາງ​ທະ­ເລ. ເຮືອ­ກຳ­ປັ່ນ​ໄດ້ຮັບ​ການ​ຈັດ​ວາງ​ໂຄງ​ປະ­ກອບ​ຄືນ­ໃໝ່, ຫຼຸດ­ຜ່ອນ​ຈຳນວນເຮືອ­ກຳ­ປັ່ນ​ຂະ​ໜາດ​ນ້້ອຍ​ ທີ່​ຫາ​ປາ​ຢູ່​ໃກ້​ຝັ່ງ​ທະ­ເລ, ເພີ່ມ​ຈຳນວນ​ເຮືອ­ກຳ­ປັ່ນ​​ໃຫຍ່​ເພື່ອ​ຮັບ​ໃຊ້​ການ​ຫາ​ປາ​ຢູ່​ໄກ​ຝັ່ງ​ທະ­ເລ. ຈຳ­ນວນ​ເຮືອ​ກຳປັນຫາປາ​ທັງ​ໝົດ​ຂອງ​ທົ່ວ​ປະ­ເທດ​ ​ແຕ່ 129 ພັນ​ລຳ (ປີ 2011) ໄດ້​ຫຼຸດ​ລົງ​ເປັນ 111.300 ລຳ (ປີ 2015), ໃນ​ຂະ­ນະ​ນັ້ນ ​ຈຳ­ນວນ​ເຮືອ​ທີ່​ມີ​ກຳລັງ​ແຮງສູງ​ກວ່າ 90 ​ແຮງ​ມ້າ ກໍ່ໄດ້​ເພີ່ມ​ຂຶ້ນ ​ແຕ່ 24.500 ລຳ (ປີ 2011) ຂຶ້ນ​ເປັນ 30.700 ລຳ (ປີ 2015), ກວມ​ເອົາ 27,6% ຂອງ​ຈຳນວນ​​ເຮືອທັງໝົດ​. ການ­ເຄື່ອນ­ໄຫວ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ໃນ​ທະ­ເລ​ໄດ້​ຈັດ​ຕັ້ງ​ຕາມໝູ່, ໜ່ວຍ​ຜະ­ລິດ. ນັບ​ເຖິງ​ທ້າຍ​ປີ 2015, ​​ມີເຮືອ​​ປະ­ມານ 19.000 ລຳ ​ແລະ​ຊາວ​ປະ­ມົງ 108.000 ຄົນ ໄດ້​ເຂົ້າ​ຮ່ວມ​​ໃນ​ບັນ­ດາ​ໝູ່/ໜ່ວຍ​ຜະ­ລິດ​ໃນ​ທະ­ເລ ເປັນ 3.050 ໝູ່/ໜ່ວຍ, ກວມ​ເອົາ 17% ຂອງ​ຈຳ­ນວນ​ເຮືອ​ຫາ​ປາ​ທັງ​ໝົດ​ຂອງ​ທົ່ວ​ປະ­ເທດ ແລະ ກວມ​ເອົາ 70% ຈຳ­ນວນ​ເຮືອທີ່ຫານ​ປາ​ຢູ່​ໄກ​ຝັ່ງ​ທະ­ເລ.

ການ​ລ້ຽງ­ສັດ​ນ້ຳ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ­ໄວ, ສຸມ​ໃສ່​​ບັນ­ດາ​ເປົ້າ​ໝາຍ​ສັດລ້ຽງ​ຕົ້ນ​ຕໍ່, ທີ່ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ສູງ (ຄື ກຸ້ງ, ປາ­ສະຫວາຍ, ສັດນ້ຳ​ທີ່​ບໍ່​ມີ​ກະ­ດູກ​ສັນ­ຫຼັງ). ພ້ອມກັບ​ການ​ເປີດ​ກວ້າງ​ເນື້ອ­ທີ່, ການ​ລ້ຽງສັດ​ໃນ​ນ້ຳ​ກໍ່​ໄດ້​ຫັນ­ປ່ຽນ​ຢ່າງ​ແຂງແຮງຕາມ​ທິດ​ກະ­ເສດ​ສຸມ, ມີ​ຄວາມ​ປອດ​ໄພ​ດ້ານ​ໂລ­ຄາ​ພະ­ຍາດ. ເນື້ອ­ທີ່​ລ້ຽງ​ແບບ​ກະ­ເສດ​ສຸມ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ, ເປັນ­ຕົ້ນ​ແມ່ນ​ລ້ຽງ​ກຸ້ງ​ຕີນ​ຂ່າວ. ອັດ­ຕາ​ສ່ວນ​ການ​ລ້ຽງ​ແບບ​ກະເສດ​ສຸມ​ຄາດ​ກະຈະ​ບັນ­ລຸ​ໄດ້ 20% - 22%, ໃນ​ນັ້ນ ​ສ່ວນ​ໃຫຍ່​ແມ່ນ​ກຸ້ງ​ຕີນ​ຂາວ ​ແລະ ກຸ້ງກຸລາ​ດຳ ກວມ​ເອົາ 7% - 8%. ສ້າງ­ຕັ້ງ ແລະ ຫັນ​ເປັນ​ທັນ​ສະ­ໄໝ​ເທື່ອ​ລະ​ກ້າວ ລະ­ບົບ​ການ​ຜະ­ລິດ ແລະ ສະ­ໜອງ​ແນວ​ພັນ​ສິນ­ຄ້າ​, ກໍ່­ສ້າງ​ບັນ­ດາ​ເຂດ​ຜະ­ລິດ​ແນວ​ພັນ​ອຸດ­ສາ­ຫະ­ກຳ​ລວມ​ສູນ, ເພື່ອ​ຕອບ​ສະ­ໜອງ​ໃຫ້​ຄົບກັບ​ຄວາມ​ຮຽກຮ້ອງ​ຕ້ອງ­ການ​ທາງ​ດ້ານ​ແນວ​ພັນ ​ໃຫ້​ແກ່​ການ​ລ້ຽງ​ບັນ­ດາ​ເປົ້າ​ໝາຍ​ສັດ​ລ້ຽງ​ຕົ້ນ​ຕໍ່ (ຄື ກຸ້ງ​ກຸລາ​ດຳ, ກຸ້ງ​ຕີນ​ຂາວ, ປາສະຫວາຍ, ກຸ້ງ​ກ້ານ​ຂຽວ, ປາ​ນິນ, ສັດ​ນ້ຳທີ່​ບໍ່​ມີ​ກະ­ດູກ​ສັນ­ຫຼັງ) ສ່ວນ​ໃຫຍ່​ແມ່ນ​ແນວ​ພັນ​ທີ່​ປອດ​ພະຍາດ (ໄດ້​ຜ່ານ​ການ​ກັກ​ກັນ). ການ​ໝູນ​ໃຊ້​ປະ­ຕິ­ບັດ​ການ​ປູກ, ລ້ຽງ​ສິນ​ໃນ​ນ້ຳ​ດີ ຫວຽດ​ກາບ (VietGAP) ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ.

ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ຜະ­ລິດ, ການບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ກໍ່​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຊີ້​ນຳ​ຢ່າງ​ແທດ­ເໝາະ​ຈາກ​ລັດ­ຖະ­ບານ; ລັດຖະບານ​ໄດ້ມີ​ນະ­ໂຍ­ບາຍຫຼາຍ​ສະບັບ​ກ່ຽວ​ກັບ​ການ​ຊ່ວຍ­ເຫຼືອ, ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກຂອງ​ຂະ​ແໜງ​ການ​ກະສິກຳ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​​ເວ­ລາ​ທີ່​ຕະ­ຫຼາດ​ໂລກ ແລະ ຕະຫຼາດພາຍ​ໃນ​ປະ­ເທດ ​​ຜັນ​ປ່ຽງຢ່າງສັບສົນ ບໍ່​ສະດວກ​ດີ, ການ​ຈຳໜ່າຍ​ພົບ​ຄວາມ​ຫຍຸ້ງ­ຍາກ, ສິນ­ຄ້າ​ຄ້າງສາງຈຳນວນ​ຫຼາຍ. ຂໍ້​ຫຍຸ້ງ­ຍາກ, ສິ່ງຄົງ­ຄ້າງຫຼາຍ​ຢ່າງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ເວ­ລາ, ຮັບ­ປະ­ກັນການຈຳໜ່າຍ​ຂາຍ​​ຜະລິດ​ຕະ​ພັນ​ກະ­ສິ­ກຳຂອງ​ຊາວ​ກະ­ສິ­ກອນ.

2- ເສດ­ຖະ­ກິດ​ຊົນ­ນະ­ບົດ​ໄດ້​ຂະ­ຫຍາຍ­ຕົວ​ຢ່າງໄວວາ, ໂຄງ​ສ້າງ​​ເສດຖະກິດ​ຊົນນະບົດຄ່ອຍໆ​ເຄື່ອນ​ຍ້າຍ​ຈາກ​ການອິງ​ໃສ່​ກະ­ສິ­ກຳ​​ເປັນ​ຕົ້ນຕໍ ມາ​ເປັນ​ການ​ຂະ­ຫຍາຍ​ອຸດ­ສາ­ຫະ­ກຳ, ການ​ບໍ­ລິ­ການ ແລະ ຂະ​ແໜງອາຊີບ​.

ເສດ­ຖະ­ກິດ​ຄອບ­ຄົວ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ­ທະ­ນາ, ແຕ່​ພວມ​ມີ​ການ​ເຄື່ອນ​ຍ້າຍ​ມາ​ເປັນ​ແບບ​ຟາມ​ຄອບຄົວ, ຟາມ ຫຼື ສະ­ຫະ­ກອນ, ເຊື່ອມ​ຕໍ່​ຕາມ​ໝູ່, ໜ່ວຍ, ສະ­ຫະ­ກອນ ຫຼື ​ເຊື່ອນ​ຕໍ່ກັບ​ວິ​ສາ​ຫະ​ກິດ ​ເພື່ອ​ຜະລິດ​ຕາມ​ຂະ­ໜາດ​ໃຫຍ່. ໂຄງ​ສ້າງ​ລາຍ​ໄດ້​ຂອງ​ບັນ­ດາ​ຄອບ­ຄົວ​ຢູ່​ຊົນ­ນະ­ບົດ​ກໍ່​ໄດ້​ມີ​ການ​ປ່ຽນ­ແປງ, ອັດ­ຕາ​ສ່ວນ​ລາຍ​ໄດ້​ມາ​ຈາກ​ການ​ຜະ­ລິດ​ກະ­ສິ­ກຳ, ປ່າ­ໄມ້, ການ​ປະ­ມົງ​ ກໍ່​ໄດ້​​ຫຼຸດ​ລົງ​ ແຕ່ລະ­ດັບ 39,4% (ປີ 2008) ລົງ​ເປັນ 31,9% (ປີ 2012) ແລະ ຍັງ​ຍັງ​ເຫຼືອ 28,8% (ປີ 2014)(1).

ສະ­ຫະ­ກອນ​ແບບ​ໃໝ່​ໄດ້​ຮັບ​ການ​ສ້າງ­ຕັ້ງ ແລະ ພັດທະນາ​ຢ່າງ​ແຂງ​ແຮງ, ຊ່ວຍ­ໃຫ້­ເສດ­ຖະ­ກິດ​ຄອບຄົວ​ສະ­ມາ­ຊິກ​ສະ­ຫະ­ກອນ ຂະຫຍາຍຕົວ​ກວ່າ​ອີກ. ມາ​ຮອດ​ປັດ​ຈຸ​ປັນ​ນີ້, ໃນ​ທົ່ວ​ປະ­ເທດ​ມີ​ສະ­ຫະ­ກອນ​ 6.302 ແຫ່ງ, ທຽບ​ກັບ​ປີ 2008 ໄດ້​ຫຼຸດ​ລົງ 11%​, ໃນ​ນັ້ນ 74% ຂອງ​ຈຳ­ນວນ​ສະຫະ­ກອນ​ໄດ້​ເຄື່ອນ​ໄຫວ​ເປັນ​ປົກກະຕິແລະມີ​​ລາຍ​ໄດ້. ໃນ​ປັດ​ຈຸ​ປັນ, ຫວຽດ­ນາມມີ​ຈຳ­ນວນ​ໝູ່​ຮ່ວມ​ມື​ໃນ​ຂົງ­ເຂດ​ກະ­ສິ­ກຳ​ເປັນ 114.000 ໝູ່, ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2008 7,8%, ມີ​ຈຳ­ນວນ​ໝູ່​ຮ່ວມ​ມື​ຜະ­ລິດ​ໃນ​ທະ­ເລ​ຂອງ​ຊາວ​ປະ­ມົງ​ເປັນ 3.700 ໝູ່. ບັນ­ດາ​ໝູ່​ຮ່ວມ​ມື​ກໍ່​ໄດ້​ເສີມ​ຂະ­ຫຍາຍ​ຄຸນ​ປະ­ໂຫຍດ​ຢ່າງ​ຕັ້ງ­ໜ້າ​ ເພື່ອ​ໃຫ້​ຊາວ​ກະ­ສິ­ກອນ, ຊາວ​ປະ­ມົງ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ ແລະ ການ​ທຳ​ມາ​ຫານ​ກິນ​ໄດ້​ຮັບ​ຜົນ​ດີ​ກວ່າ​ແຕ່​ກ່ອນ.

ບັນ­ດານິ­ຄົມ​ກະ­ເສດ, ນິ­ຄົມ​ປ່າ­ໄມ້​ແຫ່ງ​ລັດ​ ກໍ່​ໄດ້​ຮັບ​ການ​ຈັດ​ວາງ ຈັດ​ຕັ້ງ​ຄືນ­ໃໝ່​ໃຫ້​ເໝາະ​ສົມ​ກວ່າ​ເກົ່າ. ບັນ­ດາ​ວິ​ສາ​ຫະ​ກິດ​ແຫ່ງ​ລັດ​ໃນ​ຂົງ­ເຂດ​ກະ­ສິ­ກຳ, ປ່າ­ໄມ້, ການ​ປະ­ມົງ​ທັງ​ໝົດ ​ກໍ່​ໄດ້​ຫັນ​ເປັນ​ແບບ​ຫຸ້ມ​ສ່ວນ ປະ​ສິດ­ທິ​ຜົນ​ແຫ່ງ​ການ­ເຄື່ອນ­ໄຫວ ​​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ກວ່າ​ເກົ່າ. ບັນ­ດາ​ວິ​ສາ​ຫະ​ກິດ​​ເອກະ​ຊົນ (ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ) ມີ​ທ່າ​ອຽງ​ຊອກ​ຫາ ແລະ ລົງ­ທຶນ​ເຂົ້າ​ໃນ​ການ​ກະ­ສິ­ກຳ, ຊົນ­ນະ­ບົດ​ ໄດ້​ເພີ່ມ​ຂື້ນ​ຢ່າງ​ແຂງແຮງ, ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດທີ່​ໄປ​ຕາມ​ທິດ​ພັດ­ທະ­ນາ​ກະ­ສິ­ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ຄວາມ​ປອດ​ໄພ​ດ້ານ​ສະ­ບຽງ​ອາ­ຫານ​ເປັນ​ຈຳ­ນວນ​ຫຼາຍ; ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ຮັບ​ລາຍໄດ້​ໃຫ້​ແກ່​ປະ­ຊາ­ຊົນ​ຢູ່​ຊົນ­ນະ­ບົດ ແລະ ດັດ​ສ້າງ​ໂຄງ​ສ້າງ​​ແຮງ​ງານ​ກະ­ສິ­ກຳ ແລະ ເສດ­ຖະ­ກິດ​ຊົນ­ນະ­ບົດ​ຄືນ­ໃໝ່.

ມາ​ຮອດ​ປະ​ຈຸ​ປັນ​ນີ້, ອຸດ­ສາ­ຫະ­ກຳ ແລະ ການ​ບໍ­ລິ­ການ ​ໄດ້​ກວມ​ເອົາ​ເຖິງ 61% ຂອງ​ໂຄງ​ສ້າງ​ເສດຖະ­ກິດ​ຊົນ­ນະ­ບົດ, ຈຳ­ນວນ​​ພື້ນ­ຖານ​ອຸດ­ສາ­ຫະ­ກຳ​ຊົນ­ນະ­ບົດ​ ໄດ້​ເພີ່ມ​ຂຶ້ນ​ຕາມ​ສະ­ເລ່ຍ​ເປັນ 8,64% ຕໍ່​ປີ. ມີ​ເຂດ, ກຸ່ມ​ອຸດ­ສາ­ຫະ­ກຳ​ ໄດ້​ກາຍ­ເປັນ​ແກ່ນ​ກາງ​ເພື່ອ​ສ້າງ­ຕັ້ງ​ບັນ­ດາ​ເຂດ​ຜະ­ລິດ​ວັດ­ຖຸ​ດິບ, ເພື່ອ​ພັດ­ທະ­ນາ​ເສດຖະ­ກິດ - ສັງ­ຄົມ​ຢູ່​ທ້ອງ​ຖິ່ນ.

ໄປ​ຄຽງ​ຄູ່​ກັບ​ການ​ພັດ­ທະ­ນາ​ອຸ­ສາ​ຫະ​ກຳ ແລະ ການ​ບໍ­ລິ­ການ, ທ້ອງ​ຖິ່ນ​ຕ່າງໆ​ ໄດ້​ມີ​ການ​ເອົາ­ໃຈ­ໃສ່​ເຂົ້າ​ໃນ​ການ​ຮັກ­ສາ ແລະ ພັດ­ທະ­ນາ​ບັນ­ດາ​ບ້ານ​ອາ­ຊີບ, ວິ­ຊາ​ອາ­ຊີບເພື່ອ​ທັງ​ພັດ­ທະ­ນາ​ເສດ­ຖະ­ກິດ, ທັງ​ອະນຸລັກ ຮັກ­ສາ​ສີ­ສັນ​ວັດ­ທະ­ນະ­ທຳ​ເອ­ກະ­ລັກ​ຂອງ​ເຂດ ພາກ​, ວັດ­ທະ­ນະ­ທຳຫວຽດ­ນາມ. ຮອດ​ເດືອນ​ກັນ­ຍາ 2016, ໃນ​ທົ່ວ​ປະ­ເທດ​ໄດ້​ມີ​ຈຳ­ນວນບ້ານ​ອາ­ຊີບ ແລະ ບ້ານ​ທີ່​ມີ​ອາ­ຊີບ​ເປັນ 5.409 ບ້ານ, ເຊິ່ງ​ດຶງ​ດູດ​ຄົນ​ງານທີ່​ມີ​ວິ­ຊາ​ສະ­ເພາະ​ເປັນ 12 ລ້ານ​ຄົນ, ສ້າງ​ວຽກ​ເຮັດ​ງານ​ທຳ, ລາຍ​ໄດ້​ໃຫ້​ແກ່​ແຮງ​ງານ​ຢູ່​ຊົນ­ນະ­ບົດ; ການ​ສົ່ງ​ນອກ​ບັນ­ລຸ​ໄດ້ຫຼາຍກວ່າ 1 ຕື້​ໂດ​ລາ​ສະ­ຫະ­ລັດຕໍ່​ປີ. ມີ​ສິນ­ຄ້າ​ຫຼາຍ​ປະ­ເພດ​ທີ່​ມີ​ການ​ເຕີບ​ໂຕ​ຫຼາຍ​ພໍ​ສົມ­ຄວນ​ຄື: ເຄື່ອງ​ປັ້ນ­ດິນ­ເຜົາ, ເຄື່ອງ​ໄມ້, ສິນ­ຄ້າ​ຫັດ­ຖະ­ກຳ,...

​ທ້ອງ​ຖິ່ນ​ຫຼາຍ​ແຫ່ງ​ໄດ້​ມີ​ການ​ເອົາ­ໃຈ­ໃສ່​ຊີ້​ນຳ​ປົວ­ແປງ​ບູ­ລະ­ນະ​ການ­ຈັດ­ຕັ້ງ​ການ​ຜະ­ລິດ, ພ້ອມ​ກັບ​ການ​ເພີ່ມ​ທະ­ວີ​ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາສະ­ຫະ­ກອນ​ກະ­ສິ­ກຳ, ຕົວ​ແບບ “ທົ່ງ​ນາຜືນ​ໃຫຍ່” ໄດ້​ຮັບ​ການ​​​ເຜີຍ​ແຜ່​ຂະຫຍາຍ​ໃນ​ທົ່ວ​ປະ­ເທດ ແລະ ທຸກ​ຂົງ­ເຂດ. ຕົວ​ແບບ​ເຊື່ອມ​ຕໍ່​ການ​ຜະ­ລິດ​ຕາມ​ພວງ​ພະ­ນັງ​ໃນ​ການ​ລ້ຽງ­ສັດ, ປູກ - ລ້ຽງ​ສິນ​ໃນ​ນ້ຳ ແລະ ປ່າ­ໄມ້, ຕົວ​ແບບ​ໝູ່, ໜ່ວຍ​ຜະ­ລິດ​ໃນ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ... ກໍ່​ໄດ້ຮັບ​ການ​ສ້າງຕັ້ງຂຶ້ນ​ຢູ່​ຫຼາຍ​ແຫ່ງ ແລະ ເຄື່ອນ​ໄຫວຢ່າງ​ມີ​ປະ​ສິດ­ທິ​ຜົນ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ການ​ປະ­ຕິ­ບັດ​ການ “ທ້ອນໂຮມລວມສູນ​ດິນ​ນາ, ​ແລກປ່ຽນດິນນາ”, ອອກ​ແບບ​ຄືນ­ໃໝ່ລະ​ບົບ​ຊົນ­ລະ­ປະ­ທານ, ຄົມ­ມະ­ນາ­ຄົມ​ພາຍ​ໃນ​ທົ່ງ​ນາ... ກະ­ກຽມ​ເງື່ອນ­ໄຂ​ທີ່​ສະ­ດວກ​ດີ​ໃຫ້​ແກ່​ການ​ນຳ​ໃຊ້​ກົນ​ຈັກເຂົ້າ​ໃນ​ທົ່ງ​ນາ, ພົ້ນ​ເດັ່ນ​ແມ່ນ​ບັນ­ດາ​ແຂວງ, ນະ­ຄອນຄື ຖາຍ​ບິ່ງ, ຮ່າ​ນາມ, ນາມ​ດິ້ງ, ຮ່າ​ໂນ້ຍ, ນິງບິ່ງ, ແທງ​ຮວາ,... ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຊ່ວຍເຫຼືອ​ປະ­ຊາ­ຊົນ​ຊື້​ຈັກ​ໄຖ​ນາ, ຈັກ​ກ່ຽວ​ເຂົ້າ, ລະບົບຂາງ​ເຂົ້າ​ເປືອກ... ​ໄດ້ຜັນ​ຂະຫຍາຍ​ປະຕິບັດ​ຢູ່​ຫຼາຍ​ແຂວງຄື ຖາຍ​ບິ່ງ, ຮ່າ​ຕິ້ງ, ອານ​ຢາງ, ເຮົ້າ​ຢາງ, ດົ່ງ​ທາບ,... ​ໄດ້​ຍົກ​ອັດ­ຕາ​ສ່ວນ​ກ່ຽວ​ກັບ​ການນຳ​ໃຊ້​ກົນ​ຈັກ​​ໃນ​ຂອດການ​ກະສິກຳເພີ່ມ​ຂຶ້ນ​ແຕ່ 40% - 50% ຂຶ້ນ​ເປັນ 80% - 90%.

ວຽກ​ງານບຳລຸງ­ສ້າງ​ວິ­ຊາ​ອາ­ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ຊົນ­ນະ­ບົດ​ ພວມ​ເສີມ​ຂະ­ຫຍາຍ​​ປະ​ສິດ­ທິ​ຜົນ. ນັບ​ເຖິງ​ເດືອນມິຖຸ​ນາ 2016 ຈຳ­ນວນ​ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໃນ​ການ​ບຳລຸງສ້າງ​ວິ­ຊາ​ອາ­ຊີບ​ເປັນ​ປະມານ 2,53 ລ້ານ​ຄົນ, ໃນ​ນັ້ນ​ຈຳ­ນວນ​ຄົນ​ທີ່​ຮຽນ​ອາ­ຊີບ​ກະ­ສິ­ກຳມີ 1,13 ລ້ານ​ຄົນ ແລະ ຈຳ­ນວນ​ຄົນຮຽນ​ອາ­ຊີບ​ທີ່ບໍ່​ແມ່ນ​ກະ­ສິ­ກຳ​ເປັນ 1,4 ລ້ານ​ຄົນ.

ອັດ­ຕາ​ສ່ວນ​ຄອບ­ຄົວ​ທີ່​ທຸກ​ຍາກ​ຢູ່​ເຂດ​ຊົນ­ນະ­ບົດ​ກໍ່​ໄດ້​ຫຼຸດ​ລົງ ແຕ່ 17,4% (ປີ 2010) ລົງ​ເປັນ​ປະມານ 8,2%(2) (ປີ 2015), ​ຫຼຸດລົງ​ສະ­ເລ່ຍ​ 1,84% ຕໍ່​ປີ. ອັດ­ຕາ​ສ່ວນ​ຄອບ­ຄົວ​ທຸກ​ຍາກ​ຢູ່​ບັນ­ດາ​ເມືອງ​ທີ່​ທຸກ​ຍາກ​ໄດ້​ຫຼຸດ­​ລົງ ແຕ່ 50,07% (ທ້າຍ​ປີ 2011) ລົງ​ເປັນ 32,59% (ທ້າຍ​ປີ 2014), ​ຫຼຸດລົງ​ສະ­ເລ່ຍ​ 5% ຕໍ່​ປີ.

ໂຄງ​ສ້າງ​ພື້ນ­ຖານດ້ານ​ກະ­ສິ­ກຳ, ຊົນ­ນະ­ບົດ​ກໍ່​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່​ລົງ­ທຶນ​ຍົກ​ລະ­ດັບ ແລະ ຫັນ​ເປັນ​ທັນ​ສະ​ໄໝເທື່ອ​ລະ​ກ້າວ, ຄວາມ​ສາ­ມາດ​ຮັບ​ມື​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ແລະ ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ​ ໄດ້​ຮັບ​ການ​ເພີ່ມ​ທະ­ວີ. ໂຄງ​ສ້າງ​ພື້ນ­ຖານ​ຊົນ­ລະ­ປະ­ທານ​ກໍ່​ສືບ​ຕໍ່​ໄດ້​ຮັບ​ດານ​ເອົາ­ໃຈ­ໃສ່​ລົງ­ທຶນ​ຍົກ​ລະ­ດັບ​ຄວາມ​ສາ­ມາດ​ໃນ​ການຫົດ​ນ້ຳ ລະ­ບາຍນ້ຳ ສະ­ໜອງ​ນ້ຳ ແລະ ຮັບ​ມື​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ. ໂຄງ­ການ​ກ່ຽວ​ກັບ​ການ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ­ດາອ່າງ­ເກັບ­ນ້ຳ; ໂຄງ­ການ​ປັບ­ປຸງ​ຄັນ​ຄູ​ແມ່­ນ້ຳ, ຄັນ​ຄູ​ທະ­ເລ ໄດ້ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ບັນ­ດາ​ຄັນ​ຄູ​ທີ່​ສຳຄັນ​ໃນ​ທົ່ວ​ປະ­ເທດ​ໄດ້​ຮັບ​ການປັບປຸງ ແລະ ກໍ່­ສ້າງ​ເປັນ​ແບບ​ຖາ­ວອນ​, ເຊິ່ງ​ຕອບ​ສະ­ໜອງ​ໄດ້​ໂດຍ​ພື້ນ­ຖານ ຄວາມ​ຮຽກ­ຮ້ອງ​ຕ້ອງການ​ຂອງ​ການ​ຜະ­ລິດ ກໍ່​ຄື​ຂອງ​ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ; ໂຄງ​ສ້າງ​ພື້ນຖານ​ທີ່​ຮັບ​ໃຊ້​ການ​ຫາ​ປາ ແລະ ຮັກ­ສາ ພັດ­ທະ­ນາ​ປ່າ­ໄມ້, ຄວາມ​ສາ­ມາດ​​ໃນ​ການ​ຄາດ​ຄະ​ເນ ​ແລະ​ຄວບ​ຄຸມ​ໂລ­ຄາ​ພະ­ຍາດ​ໃຫ້​ຕົ້ນ­ໄມ້ ສັດ­ລ້ຽງ, ການຄົ້ນ­ຄວ້າ​ປະສົມ​ພັນ ແລະ ຜະ­ລິດ​ແນວ​ພັນ​ໃໝ່,... ນັບ​ມື້​ນັບ​ໄດ້​ຮັບ​ການ​ລົງ­ທຶນ, ຫັນ​ເປັນ​ທັນ​ສະ­ໄໝ.

3. ການກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ໄດ້​ກາຍ­ເປັນ​ຂະ​ບວນ​ການ​ທີ່​ແຂງ­ແຮງ, ທົ່ວ​ເຖິງ​ໃນ​ທົ່ວ​ປະ­ເທດ, ໂດຍ​ຜ່ານ​ເວ­ລາ​ 6 ປີ​ແຫ່ງ​ການ​ປະ­ຕິ­ບັດ​ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ປ່ຽນ­ແປງ​​ໃບ​ໜ້າຊົນນະບົດ, ປົວ­ແປງ​ເງື່ອນ­ໄຂ​ການ​ດຳ­ລົງ​ຊີ­ວິດ​ຂອງ​ພົນ­ລະ­ເມືອງ​ຢູ່​ເຂດ​ຊົນ­ນະ­ບົດ​​ຫຼາຍ​ແຫ່ງ.

ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ ​ໄດ້​ຕອບ​ສະ­ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ­ຊາ­ຊົນ ແລະ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ­ໜ້າ ​ຂອງ​ທົ່ວສັງ­ຄົມ. ໂດຍ​ຜ່ານ 6 ປີ​ແຫ່ງ​ການ​ປະ­ຕິ­ບັດ ໂຄງ­ການ​ນີ້​ໄດ້​ເຮັດ​​ໃຫ້ຄວາມ​ຮັບ​ຮູ້​ຂອງ​ປະ­ຊາ­ຊົນ​ສ່ວນ​ຫຼາຍ​ປ່ຽນ­ແປງ​ເປັນ​ຢ່າງ​ດີ​, ຈາກ​ແນວ​ຄິດ​ເອື່ອຍ​ອິງ ຄອງ​ຖ້າ​ການ​ລົງ­ທຶນ​ຂອງ​ລັດ​ ມາ​ເປັນຄວາມ​ໝັ້ນ​ໃຈ ​ເປັນ​ເຈົ້າ​ການ ແລະ ເຂົ້າ​ຮ່ວມ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ຢ່າງ​ຕັ້ງ­ໜ້າ. ກົງຈັກ​ຊີ້​ນຳ​ຄຸ້ມ​ຄອງ​ໄດ້​ຮັບ​ການສ້າງ​ຕັ້ງຂຶ້ນ​ຢູ່​​ສູນ​ກາງ, ຈົນ​ຮອດ​ຂັ້ນ​ແຂວງ, ເມືອງ, ຕາ​ແສງ ແລະ ບ້ານ. ນາຍົກ­ລັດ­ຖະ­ມົນ­ຕີ​ໄດ້​ປຸກລະດົມ​ຂະ​ບວນ​ການ “ທົ່ວ​ປະ­ເທດ​ຮ່ວມ​ແຮງ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່”. ແນວ​ໂ​ຮມ​ປະ­ເທດ​ຊາດ​ຫວຽດ­ນາມ​ ໄດ້​ເປີດ​ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ສາ­ມັກ­ຄີ​ກໍ່­ສ້າງ​ຊີ­ວິດ​ວັດ­ທະ­ນະ­ທຳ​ຢູ່​ເຂດ​ຊຸມ​ຊົນ” ຕິດ​ກັບ​ການ​ກໍ່­ສ້າງ​ຊົນ​ນະ​ບົດ​ໃໝ່.

ຊົນ­ນະ­ບົດ​ໃໝ່​ໄດ້​ປະກົດ​ເປັນ​ຈິງ​ແລ້ວ: ລະ­ບົບ​ໂຄງ​ສ້າງ​ພື້ນ­ຖານ​​ຊົນ­ນະ­ບົດ​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ແຂງ­ແຮງ, ໄດ້​ເຮັດ​ໃຫ້​​​ໃບໜ້າ​​ຊົນ­ນະ­ບົດ​ໃນ​ຫຼາຍ​​ເຂດມີ​ການ​ປ່ຽນ​ແປ​ງສົດ​ໃສ. ເງື່ອນ­ໄຂ​ການ​ດຳ­ລົງ​ຊີ­ວິດ​ທາງ​ດ້ານ​ວັດ­ຖຸ ແລະ ຈິດ­ໃຈ​ຂອງ​ພົນ­ລະ­ເມືອງ​ຊົນ­ນະ­ບົດ​ສ່ວນ​ໃຫຍ່​ ໄດ້​ຍົກ​ສູງ​ຢ່າງ​ຈະ­ແຈ້ງ. ການ​ຜະ­ລິດກະສິ­ກຳ​ແບບ​ສິນ­ຄ້າ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ສຳ­ຄັນ ແລະ ມີ​ການ​ຫັນ­ປ່ຽນ​ຫຼາຍ​ຢ່າງ, ເຊິ່ງ​ປະ­ກອບ­ສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ຍົກ​ສູງ​ລາຍ​ໄດ້​ຂອງ​ພົນ­ລະ­ເມືອງ​ຢູ່​ເຂດ​ຊົນ­ນະ­ບົດ.

ພາ­ລະ​ບົດ­ບາດ​ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ຂອງ​ພັກ, ອຳ­ນາດ​ການ​ປົກ­ຄອງ, ອົງ​ຄະນະ​ມະຫານ​ຊົນ​ຢູ່​ຫຼາຍ​​ແຫ່ງ ​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ; ຄວາມ​ເປັນ​ປະ­ຊາ­ທິ­ປະ­ໄຕ​​ຢູ່​ເຂດ​ຊົນ­ນະ­ບົດ​ກໍ່​ໄດ້ຮັບ​ການ​ຍົກ​ສູງ. ຢູ່​ບັນດາເຂດທີ່ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ໄດ້​ຮັບ​ຜົນ­ສຳ­ເລັດ​ແລ້ວ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ­ຊາ­ຊົນ​ຕໍ່​ບັນ­ດາ​ນະໂຍບາຍ, ແຜນ​ນະ­ໂຍ­ບາຍ, ການ​ນຳ­ພາ​ຂອງ​ຄະ­ນະ​ພັກ, ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ​ ກໍ່​ໄດ້​ຮັບ​ການ​ຍົກ​ສູງຕື່ມ​ອີກ.

ໃນ​ປີ 2015, ລາຍ​ໄດ້​ຕາມ​ສະ­ເລ່ຍ​ຂອງ​ປະ­ຊາ­ຊົນ​ຢູ່​ເຂດ​ຊົນ­ນະ­ບົດ​ ໄດ້​ບັນລຸ 24,4 ລ້ານ​ດົ່ງຕໍ່​ຄົນ​ຕໍ່​ປີ (ເພີ່ມ​ປະ­ມານ 1,9 ເທື່ອ​ທຽບ​ກັບ​ປີ 2010). ສະ­ເພາະ​ບັນ­ດາ​ຕາແສງ​ທີ່​ໄດ້​ບັນ­ລຸ​ມາດ­ຕະ­ຖານການ​ກໍ່­ສ້າງ​ຊົນນະ­ບົດ​ໃໝ່, ເມື່ອ​ເລີ່ມ​ຕົ້ນ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​, ລາຍ​ໄດ້​ຕາມ​ສະ­ເລ່ຍ​ຂອງ​ປະ­ຊາ­ຊົນ​ເປັນ 16 ລ້ານ​ດົ່ງ​ຕໍ່​ຄົນ​ຕໍ່​ປີ, ອັດ­ຕາ​ສ່ວນ​ຂອງ​ຄອບ­ຄົວ​ທີ່​ທຸກ​ຍາກ​ກວມ​ເອົາ 11,6%, ແຕ່​ມາ​ຮອດ​ປັດ​ຈຸ​ປັນ, ລາຍ​ໄດ້​ຕາມ​ສະ­ເລ່ຍ​ໄດ້​ບັນ­ລຸ 28,4 ລ້ານ​ດົ່ງ​ຕໍ່​ຄົນ​ຕໍ່​ປີ, ອັດ­ຕາ​ສ່ວນ​ຄອບ­ຄົວ​ທີ່​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ເປັນ 3,6%.

ຊົນ­ນະ­ບົດ​ໄດ້​ຮັບ​ການ​ປ່ຽນ­ແປງ​ໃໝ່ ສິ­ວິ­ໄລ ຮັ່ງ­ມີ​ສວຍ​ງາມ​ກ່ວ​າ​ແຕ່​ກ່ອນ​ເທື່ອ​ລະ​ກ້າວ, ປະກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ຫລຸດ­ຜ່ອນ​ຄວາມ​ອຶດ­ຫິວ​ ແລະ ​ຄວາມ­ທຸກ​ຍາກ, ຮັບ­ປະ­ກັນ​​ສະ­ຫວັດ­ດີ​ການ, ຮັກ­ສາ​ສະ​ຖຽມ​ລະ​ພາບ​ດ້ານ​ການ­ເມືອງ - ສັງ­ຄົມ​ໃຫ້​ໝັ້ນ­ຄົງ.

ກ່ຽວ​ກັບ​ການ​ລະ­ດົມ​ແຫຼ່ງ​ພະ­ລັງ​ ໃຫ້ແກ່ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່, ໃນ​ໄລ­ຍະ 2011 - 2015, ແຫຼ່ງ​ທຶນ​ທັງ​ໝົດ​ທີ່​ລະ­ດົມ​ເພື່ອ​ປະ­ຕິ­ບັດ​ໂຄງ­ການ​ ​ໄດ້ບັນ­ລຸ​ 851.380 ຕື້​ດົ່ງ, ໃນ​ນັ້ນ, ງົບ­ປະ­ມານ​ແຫ່ງ​ລັດ​ທີ່​​ໄດ້​ຈ່າຍ​ເງິນ​ເປັນ 98.664 ຕື້​ດົ່ງ, ກວມ​ເອົາ​ 11,6% (ລວມ​ທັງງົບ­ປະ­ມານ​​ສູນ​ກາງທີ່​ຈັດ​ແບ່ງ​ໂດຍ​ກົງໃຫ້​ໂຄງ­ການ: 16.400 ຕື້​ດົ່ງ, ງົບ­ປະ­ມານ​ຂອງ​ທ້ອງ​ຖິ່ນ 82.264 ຕື້​ດົ່ງ) ແລະ ທຶນ​ທີ່​ລະ­ດົມ​ໄດ້​ຈາກ​ຫຼາຍ​ແຫຼ່ງ​ພະ­ລັງ​ທີ່​ຕ່າງ​ກັນ 88,4%, ຄື​ທຶນ​ສິນ​ເຊື່ອ​: 434.950 ຕື້​ດົ່ງ, ທຶນ​ຂອງ​ວິ​ສາ​ຫະ​ກິດ​: 42.198 ຕື້​ດົ່ງ, ທຶນ​ຂອງ​ຊຸມ​ຊົນ ແລະ ທຶນ​ຂອງ​ແຫຼ່ງ​ຕ່າງໆ​: 107.447 ຕື້​ດົ່ງ, ທຶນ​ສັບ​ຊ້ອນ​ຈາກ​ບັນ­ດາ​ໂຄງການ​ອື່ນ​ທີ່​ປະ­ຕິ­ບັດ​ໃນ​ຂອບ​ເຂດ​ຊົນນະ­ບົດ​ມີ​ປະ­ມານ 168.121 ຕື້​ດົ່ງ. ສະ­ເພາະ​ໃນ​ປີ 2016, ທຶນ​ທີ່​ລະດົມ​ໄດ້​ໃນ​ທົ່ວ​ປະ­ເທດ 332.475 ຕື້​ດົ່ງ, ໃນ​ນັ້ນ​ ​ງົບ­ປະ­ມານ​ຈາກ​ສູນ​ກາງ​ມີ 7.374 ຕື້​ດົ່ງ (ກວມ​ເອົາ​ 2,2%), ງົບ­ປະ­ມານ​ທ້ອງ​ຖິ່ນ​: 23.193 ຕື້​ດົ່ງ (ກວມ​ເອົາ 7%) ແລະ ບັນ­ດາ​ແຫຼ່ງ​ທຶນ​ທີ່​ລະ­ດົມ​ໄດ້​ຈາກ​ແຫຼ່ງ​ຕ່າງໆ (ຄືທຶນ​ສັບ​ຊ້ອນຈາກ​ໂຄງ­ການ​ອື່ນ​ 4,7%, ທຶນ​​ສິນ​ເຊື່ອ 78,3%, ທຶນ​ຂອງ​ວິ​ສາ​ຫະ​ກິດ: 3,1%, ທຶນ​ທີ່ປະ­ຊາຊົນ​ປະ­ກອບ­ສ່ວນ: 4,7%).

ບັນ­ດາ​ບັນ­ຫາ​ທີ່​ວາງ​ອອກມາ ແລະ ມາດ​ຕະ­ການ​ປະ­ຕິ­ບັດ

ເຖິງ​ວ່າການ​ກະ­ສິ­ກຳ, ຊົນ­ນະ­ບົດ ​ໄດ້​ບັນ­ລຸ​ບັນ­ດາ​ຜົນ­ງານ​ທີ່​ໃຫຍ່​ຫຼວງ​ດັ່ງ­ກ່າວ​ເທິງ​ນີ້ກໍ່ຕາມ, ແຕ່​ການ​ກະສິກຳ, ຊົນ­ນະ­ບົດ​ຢູ່​ປະ­ເທດຫວຽດ­ນາມ ກໍ່​ໄດ້ແລະພວມ​ມີ​ບັນ­ດາ​ຂໍ້​ຈຳ­ກັດ, ຈຸດ​ອ່ອນ ພ້ອມ​ທັງ​ຄວາມ​ຫຍຸ້ງຍາກ, ສິ່ງທົດ​ສອບ​ຫຼາຍ​ຢ່າງ​​ຈາກ​ພາຍ​ນອກ, ນັ້ນ​ແມ່ນ:

ການ​ຜະ­ລິດ​ກະ­ສິ­ກຳ​ຫັນ​ປ່ຽນ​ຕາມ​ທິດ​ທັນ​ສະ­ໄໝ, ຂະ­ໜາດ​ໃຫຍ່​ ຢ່າງ​ຊັກ​ຊ້າ; ມູນ​ຄ່າ​ເພີ່ມ, ຄວາມ​ສາມາດ​ແຂ່ງ­ຂັນ​ຂອງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຫຼາຍ​ປະ­ເພດ ​ກໍ່​ຍັງ​ຕ່ຳ; ເສດ­ຖະ­ກິດ​ຄອບ­ຄົວ​ຍັງ​ກວມ​ເອົາ​ອັດ­ຕາ​ສ່ວນ​ໃຫຍ່, ດິນ​ຜະ­ລິດ​ຍັງ​ກະ​ແຈກ​ກະ​ຈາຍ ​ເຊິ່ງ​ກໍ່​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ການ​ໝູນ​ໃຊ້​ວິ­ທະຍາ­ສາດ - ເຕັກ​ໂນ​ໂລ​ຊີ, ລະ­ດັບ​ນຳ​ໃຊ້​ກົນ​ຈັກ​​ໄດ້​ເພີ່ນ​ຂຶ້ນ ​ແຕ່​ກໍ່​ຍັງ​ຕ່ຳ ແລະ ບໍ່​​ຄົບ​ຊຸດ; ອຸດສາຫະ­ກຳ​​ປຸງ​ແຕ່ງ ແລະ ອຸດ­ສາ­ຫະກຳສະໜັບສະໜູນ​ຂະຫຍາຍຕົວ​ຢ່າງ​ຊັກ​ຊ້າ; ໂຄງ​ປະກອບ​ແຮງ​ງານ​ຫັນ­ປ່ຽນ​ຢ່າງ​ຊັກ​ຊ້າ, ອັດ­ຕາ​ສ່ວນ​ແຮງ​ງານກະ­ສິ­ກຳ​ຍັງ​ສູງ ​ເມື່ອ​ທຽບ​ກັບ​ແຮງ​ງານທັງໝົດ​ໃນ​ສັງ­ຄົມ (46%); ຜະລິດ​ຕະ​ພາບ​ແຮງ​ງານ ແລະ ຄວາມ​ສາ­ມາດ​ແຂ່ງ­ຂັນ​ກໍ່​ຍັງ​ຕ່ຳ; ຕະ­ຫຼາດ​ຈຳໜ່າຍ​ຜະລິດ​ຕະ​ພັນ​ກະ­ສິ­ກຳ ​ຍັງ​ບໍ່​ມີ​ຄວາມ​ໝັ້ນ​ທ່ຽງ, ​ໂຄງ​ປະ­ກອບ​ຜະ­ລິດ​ຕະ​ພັນ​ສົ່ງ​ນອກ​ໄດ້​ຮັບການ​ປົວ­ແປງບໍ່​ຫຼາຍປານ​ໃດ (ຜະ­ລິດ​ຕະ​ພັນ​ຍັງ​​ເປັນແບບ​ວັດ­ຖຸ​ດິບ, ການ​ປຸງ​ແຕ່ງ​ທີ່​ມີ​ມູນ​ຄ່າ​ເພີ່ມ​ຕ່ຳ​ ຍັງ​ກວມ​ອັດ­ຕາ​ສ່ວນ​ສູງ), ຍັງ​ບໍ່​ມີ​ເຄື່ອງ­ໝາຍ​ການ​ຄ້າ​ຜະລິດ​ຕະ​ພັນ​ກະ­ສິ­ກຳ​ແຫ່ງ​ຊາດ​ທີ່​ແຂງ­ແຮງ; ອະ­ນາ­ໄມ​ຄວາມ​ປອດ​ໄພ​ດ້ານ​ສະ­ບຽງ ອາ­ຫານ​ ກໍ່​ຍັງ​ເປັນ​ບັນ­ຫາ​ທີ່​ເຮັດ​ໃຫ້​ປະຊາຊົນ​ກັງວົນ ​ເດືອດ­ຮ້ອນ; ການ​ດຶງ​ດູດ​ແຫຼ່ງ​ພະ­ລັງ​ສັງ­ຄົມ​ທີ່​ລົງ­ທຶນ​ໃຫ້​ແກ່​ການ​ກະ­ສິ­ກຳ, ຊົນນະບົດ​ ກໍ່​ຍັງຖືກ​ຈຳ­ກັດ; ໂຄງ​ສ້າງ​ພື້ນ­ຖານ​ກະສິກຳ, ຊົນ­ນະ­ບົດ ​ຍັງ​ບໍ່​ສາ­ມາດ​ຕອບ​ສະ­ໜອງ​ໄດ້ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ; ການ​ຈັດ​ວາງ​ໂຄງ​ປະ­ກອບ​ກະສິ­ກຳ​ຄືນ­ໃໝ່​ຢູ່​ຫຼາຍ​ທ້ອງ​ຖິ່ນ ​ຍັງ​ບໍ່​ໄດ້​ຮັບຄວາມ​ເອົາ­ໃຈ­ໃສ່​ທີ່​ເໝາະ​ສົມ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຍັງ​ຊັກ​ຊ້າ, ຜົນສຳ­ເລັດ​ຍັງ​ບໍ່​ໄດ້​ຈະ­ແຈ້ງ, ຄວາມ​ເຕີບ​ໂຕ​ຍັງ​ບໍ່​ມີ​ຄວາມ​ໝັ້ນ­ຄົງ.

ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ ​ບັນ­ລຸ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ​ ເມື່ອ​ທຽບ​ກັບ​ຄາດ­ໝາຍ​ທີ່​ໄດ້​ວາງ​ອອກ (ເຖິງ​ທ້າຍ​ປີ 2015 ​ຈຳ­ນວນ​ຕາ​ແສງ​ທີ່​ບັນ­ລຸ​​ມາດ­ຕະ­ຖານ​ຊົນ­ນະ­ບົດໃໝ່່​ໄດ້ 17,5% ທຽບ​ກັບ​ຄາດ­ໝາຍ​ຂອງ​ໂຄງ­ການ​ແມ່ນ 20%), ແຫຼ່ງ​ພະ­ລັງ​ຢູ່​ຫຼາຍ​ບ່ອນ​ຍັງ​ຂາດ​ເຂີນ, ການ​ລະດົມ​ແຫຼ່ງ​ພະ­ລັງກໍ່​ເກີນ​ຄວາມ​ສາ­ມາດ​ຂອງ​ປະ­ຊາ­ຊົນ ດັ່ງ​ນັ້ນ​ຈຶ່ງ​ມີ​ການ​ຄ້າງ​ຊຳ­ລະ; ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ເຂດ​ຊົນ­ນະ­ບົດ​ຢູ່​ຫຼາຍ​ແຫ່ງ, ພິ​ເສດ​ແມ່ນ​ຢູ່​ເຂດ​ພູ​ດອຍ, ເກາະ​ທະ­ເລ, ເຂດ​ຫ່າງ​ໄກ​ສອກ­ຫຼີກ ​ຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ​ຢ່າງ.

ການຂະຫຍາຍຕົວ​ຂອງ​ເສດ­ຖະ­ກິດ​ສະ­ຫະ­ກອນ​ກໍ່​ຍັງ​ຊັກ​ຊ້າ, ການ­ເຄື່ອນ­ໄຫວ​ຂອງ​ສະ­ຫະ­ກອນ​ກະ​ເ­ສດມີ​ປະ​ສິດ­ທິ​ຜົນ​ຕ່ຳ; ວິ​ສາ​ຫະ​ກິດ​ດ້ານ​ກະ­ສິ­ກຳ​ມີ​ຈຳ­ນວນ​ໜ້ອຍ​ທີ່​ສຸດ (ຫາ­ກໍ່​ກວມ​ພຽງ 1% ຂອງ​ຈຳ­ນວນ​ວິ​ສາ​ຫະ​ກິດ​ທັງ​ໝົດ​ໃນ​ທົ່​ປະ­ເທດ), ຄວາມ​ສາ­ມາດ​​ແຂ່ງ­ຂັນ​ຍັງ​ອ່ອນ; ການ­ຈັດ­ຕັ້ງ​ຜະ­ລິດ​ແບບ​ສະ­ຫະ­ກອນ, ການ​ເຊື່ອມ​ຕໍ່​ພວງ​ພະ­ນັງ​ກໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ.

ເພື່ອ​ປະ­ຕິ­ບັດ​ໃຫ້​ມີ​ປະ​ສິດ­ທິ​ຜົນ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ XII ຂອງ​ພັກ ແລະ ສືບ​ຕໍ່​ປະ­ຕິ­ບັດ​ເປົ້າ​ໝາຍ​ຂອງ​ມະ­ຕິ​ສະ­ບັບ​ເລກ​ທີ 26-NQ/TW, ລົງ​ບັນ​ທີ 5 ສິງ­ຫາ 2008, ຂອງ​ຄະ­ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ­ໄໝ​ທີ X “ກ່ຽວ​ກັບ​ກະ­ສິ­ກຳ, ຊາວ­ນາ, ຊົນ­ນະ­ບົດ”, ໃນ​ເວ­ລາ​ຕໍ່​ໄປ​ນີ້, ຂະແໜງການ​ກະ­ສິ­ກຳ​ຕ້ອງ​​ສຸມ​ໃສ່ວຽກ​ງານ​ຕ່າງໆ​ ດັ່ງ​ລຸ່ມ​ນີ້:

- ຍູ້​ແຮງ​ການ​ຈັດ​ວາງ​ໂຄງ​ປະ­ກອບ​ຄືນ­ໃໝ່, ຫັນ­ປ່ຽນ​ການ​ຜະ­ລິດ​ກະ­ສິ­ກຳຢ່າງ​ແຂງ­ແຮງ ຈາກ​ການ​ພັດ­ທະ­ນາ​ຕາມ​ລວງ​ກວ້າງ ທີ່​ຖືເອົາ​ຈຳ­ນວນ​ເປັນ​ເປົ້າ​ໝາຍ​​ສູ້​ຊົນ ​ມາ​ເປັນ​ການຍົກ​ສູງ​ຄຸນ​ນະ​ພາບ, ມູນ​ຄ່າ​ເພີ່ມ ແລະ ຄວາມ​ສາມາດ​ແຂ່ງ­ຂັນ​ສາ­ກົນ. ເພີ່ມ​ທະ­ວີ​ການ​ໝູນ​ໃຊ້​ວິ­ທະ­ຍາ­ສາດ - ເຕັກ​ໂນ​ໂລ​ຊີ, ມີ​ການ​ບຸລິ​ມະ​ສິດ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ແລະ ບັນ­ດາ​ລຳ­ດັບ​ການ​ດຳ­ເນີນ​​ການ​ຜະ­ລິດ​ທີ່​ກ້າວ­ໜ້າ​ ແນ­ໃສ່​ສ້າງ​ຄວາມ​ບຸກ​ທະ­ລຸທາງ​ດ້ານ​ຜະ­ລິດ​ຕະ​ພາບ, ຄຸນ​ນະ​ພາບ​ຂອງຕົ້ນປູກ ສັດ­ລ້ຽງ, ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ດ້ານ​ສະ­ບຽງ​ອາຫານ ແລະ ມີ​ຄວາມ​ປອດ​ໄພ​ຕໍ່​ສິ່ງ­ແວ­ດລ້ອມ.

- ສືບ​ຕໍ່​​ປ່ຽນ­ແປງ​ໃໝ່ ແລະ ພັດ­ທະ­ນາ​ ບັນ­ດາ​ຮູບ​ການ­ຈັດ­ຕັ້ງ​ການ​ຜະ­ລິດ​ທີ່​ເໝາະ​ສົມ, ມີ​ຈຸດ​ສຸມ​ໃຈກາງ ​ແມ່ນ​ການ​ປ່ຽນ­ແປງ​ໃໝ່ ແລະ ຍົກ​ສູງ​ປະ​ສິດ­ທິ​ຜົນ​ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ​ແຫ່ງ​ລັດ, ບໍລິ­ສັດ​ກະ­ສິ­ກຳ, ປ່າ­ໄມ້ ແລະ ສະ­ຫະ­ກອນ; ພັດ­ທະ­ນາ​ບັນ­ດາ​ຮູບ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ການ​ຜະ­ລິດ ການ​ແຈກ​ຢາຍ​ຈຳໜ່າຍຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ​ຕາມ​ພວງ​ພະ­ນັງມູນ​ຄ່າ​ປິດ, ເຊື່ອມ​ຕໍ່​ກັບ​ລະ­ບົບ​​ແຈກ​ຢາຍ​ຈຳໜ່າຍ​ທົ່ວ​ໂລກ; ມີ​ການ​ສົ່ງ­ເສີມ ແລະ ສ້າງ​ເງື່ອນ­ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ລົງ­ທຶນ​ເຂົ້າ​ໃນ​ການ​ກະ­ສິ­ກຳ, ຊົນ­ນະ­ບົດ.

- ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ, ປຸງແຕ່ງ​ຫົວ­ອາ­ຫານ​ສັດ­ລ້ຽງ, ກະ­ສິ­ກຳ, ປ່າ­ໄມ້, ສິນ​ໃນ​ນ້ຳ ຢ່າງ​ແຂງ­ແຮງ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ເສຍ​ຫາຍ ແລະ ຍົກ​ສູງ​ມູນ​ຄ່າ​ເພີ່ມ; ພັັດ​ທະ​ນາ​ອຸດ­ສາ­ຫະ­ກຳ ແລະ ການ​ບໍລິການ​ຢູ່​ຊົນ­ນະ­ບົດ ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຫັນ­ປ່ຽນ​​ແຮງ​ງານ​ກະ­ສິ­ກຳ.

- ຂຸດ​ຄົ້ນ​ຢ່າງ​​ສຸດຂີດ​ ກາ­ລະ​ໂອ­ກາດ​ໂດຍ​ການ​ເຊື່ອມ​​ໂຍງ​ສາ­ກົນ​ນຳ​ມາ​ໃຫ້​ ເພື່ອ​ພັດ­ທະ­ນາ​ຕະ­ຫຼາດ​ຈຳໜ່າຍ​ຢ່າງ​ແຂງ­ແຮງ, ຍູ້​ແຮງ​ການ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງ​ເຄື່ອງ­ໝາຍ​ການ​ຄ້າ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ຫວຽດ­ນາມ; ມີ​ນະ­ໂຍ­ບາຍ​ທີ່​ເໝາະ​ສົມ​ ເພື່ອ​ພັດ­ທະ­ນາ ແລະ ຈຳໜ່າຍ ​ສຳ­ລັບ​ແຕ່​ລະ​ໝວດ​ຜະ­ລິດ​ຕະ​ພັນ​ທີ່​ຕ່າງ​ກັນ: 1- ໝວດ​ຜະ­ລິດ​ຕະ​ພັນ​ທີ່​ມີ​ທ່າ​ໄດ້​ປຽບ​ແຫ່ງ​ຊາດ, 2- ໝວດ​ຜະ­ລິດ​ຕະ​ພັນ​ທີ່​ມີ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ, 3- ໝວດ​ຜະລິກຕະພັນ​ພິ­ເສດ​ຂອງ​​ເຂດ, ພາກ​ພື້ນ​ ທີ່​ຕິດ​ກັບກາ​ນຊີ້​ແນະ​ທາງ​ພູມ​ສາດ.

- ສືບ​ຕໍ່​ລົງ­ທຶນ​ພັດ­ທະ­ນາ ​ແລະ ຫັນ​​ໂຄງ​ສ້າງ​ພື້ນ­ຖານ​ກະ­ສິ­ກຳ, ຊົນ­ນະ­ບົດ ເປັນ​ທັນ​ສະ­ໄໝ; ​ຍົກ​ສູງ​ຄວາມ​ສາ­ມາດ​​ໃນ​ການ​ປ້ອງ​ກັນ ຕ້ານ ​ແລະ ຫຼຸດ­ຜ່ອນ​ໄພ­ພິ­ບັດ ແລະ ຮັບ​ມື​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ.

- ສືບ​ຕໍ່​ສຸມ​ໃສ່​​ການ​ຄົ້ນ­ຄວ້າ, ປົວ­ແປງ​ບູ­ລະ­ນະ​ກົນ​ໄກ, ນະ­ໂຍ­ບາຍ ເພື່ອ​ສ້າງ​ກຳ­ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ­ທະ­ນາ​ກະ­ສິ­ກຳ, ຊາວ­ນາ, ຊົນ­ນະ­ບົດ, ເຊິ່ງ​ກ່ອນ​ອື່ນ​ໝົດ ແລະ ສຳ­ຄັນ​ກວ່າ​ໝູ່​ ແມ່ນ​ນະ­ໂຍ­ບາຍ​ກ່ຽວ​ກັບ​ທີ່​ດິນ, ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ­​ສະ​ສົມ ເຕົ້າ​ໂ​ຮມ​ດິນ​ຜະ­ລິດ, ແກ້​ໄຂ​ຂໍ້­ຄົງ­ຄ້າງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ດິນ​ປູກ​ເຂົ້າ.

- ຍູ້​ແຮງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຂອງຂະ​ບວນ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ໄລ­ຍະ 2016 – 2020 ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 1600/QĐ-TTg, ລົງ​ວັນ​ທີ 16 ສິງ­ຫາ 2016, ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ກ່ຽວ​ກັບ “ການ​ອະ­ນຸ­ມັດ​ຜ່ານ ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ ​ກ່ຽວ​ກັັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່ ໄລ­ຍະ 2016 – 2020”, ປະ­ຕິ­ບັດ​ບັນ­ດາ​ເນື້ອ​ໃນ​ກ່ຽວ​ກັບ​ເສດ­ຖະ­ກິດ ແລະ ສັງ­ຄົມ, ຮັບ­ປະ­ກັນ​ຄວາມ​ສະ­ຫງົບ​ ແລະ ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ, ຮັກ­ສາ​ສິ່ງ­ແວ­ດລ້ອມ, ກໍ່­ສ້າງ​ພັກ, ປັບ­ປຸງ​ລະ­ບົບ​ການ­ເມືອງ​ຢ່າງ​ຄົບ​ຊຸດ; ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ ​ບັນ­ດາ​ດັດ­ຊະ­ນີກ່ຽວ​ກັບ​ຊົນ­ນະ­ບົດ​ໃໝ່​ ສຳ­ລັບ​ບັນ­ດາ​ຕາ​ແສງ, ເມືອງ​ ທີ່​ໄດ້​ຮັບ​ການ​ຮັບ­ຮອງວ່າ​ໄດ້​ບັນ­ລຸມາດ­ຕະ­ຖານຊົນ​ນະ​ບົດ​ໃໝ່; ​ໃຫ້​ຄວາມ​ສຳ­ຄັນ​​ແກ່ບັນ­ດາ​ເນື້ອ​ໃນ​ກ່ຽວ​ກັບ​ການຈັດຕັ້ງ​ການ​ຜະ­ລິດ, ຈັດ​ວາງ​ໂຄງ​ສ້າງ​ພື້ນ­ຖານ​ຂະແໜງ­ການ​ກະ­ສິ­ກຳ​ຄືນ­ໃໝ່, ພັດ­ທະ­ນາ​ວິ­ຊາ​ອາ­ຊີບ, ຍົກ​ສູງ​ຄວາມ​ສາມາດ​ການ​ຜະ­ລິດ, ປົວ­ແປງ​ດ້ານ​ລາຍ​ໄດ້, ຫຼຸດ­ຜ່ອນ​ຄວາມ​ອຶດ​ຫິວ ແລະ ຄວາມທຸກ​ຍາກ, ກໍ່­ສ້າງ​ຊີ­ວິດ​ວັດທະ­ນະ­ທຳ, ກໍ່­ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ດຳ­ລົງ​ຊີ­ວິດທີ່ ຂຽວ-ສະ­ອາດ-ສວຍ​ງາມ, ຮັບ­ປະ­ກັນ​ຄວາມ​ສະຫງົບ​ ແລະ ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ​ໃຫ້ນັບ​ມື້​ນັບ​​ດີ​ຂຶ້ນ​ກວ່າ​ເກົ່າ​ ເພື່ອ​ຊົນ­ນະ­ບົດ​ໃໝ່​ພັດ­ທະ­ນາ​ຕາມ​ແບບ​ຍືນ​ຍົງ./.

ການ​ສົ່ງ​ນອກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ, ປ່າ­ໄມ້, ສິນ​ໃນ​ນ້ຳ ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຢ່າງ​­ໄວວາ ແຕ່ 19,5 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2010) ຂຶ້ນ​ເປັນ 30,45 ຕື້​ໂດ​ລາ​ສະ­ຫະ­ລັດ (ປີ 2015) ຄາດກະ​ຈະ​ບັນ­ລຸ​ປະມານ 31 ຕື້ - 31,5 ຕື້ ໂດ​ລາ​ສະ­ຫະ­ລັດ (ປີ 2016). ຫວຽດ­ນາມ ​ມີ​ສິນ­ຄ້າ​ທີ່​ບັນ­ລຸ​ລວມ​ຍອດ​ມຸນ​ຄ່າ​ສົ່ງ​ນອກ ແຕ່ 1 ຕື້ ໂດ​ລາ​ສະ­ຫະ­ລັດ ຂຶ້ນ​ໄປ ແລະ ມີ​​ອັນ​ດັບ​ສູງ​ໃນ​ຕະ­ຫຼາດ​ສາ­ກົນ​ເປັນ 10 ປະ­ເພດ ນັ້ນ​ແມ່ນ​ ໝາກມ່ວງ​ຫິ­ມະ­ພານ, ໝາກພິກ­ໄທ, ປາ... (ເປັນ​ອັນ​ດັບ​ທີ່ໜຶ່ງ); ເຂົ້າ­ສານ, ກາ­ເຟ (ເປັນ​ອັນ​ດັບ​ທີ່​ສອງ); ກຸ້ງ (ເປັນ​ອັນ​ດັບ​ທີ່ສາມ, ສະເພາະ​ກຸ້ງກຸລາ​ດຳເປັນ​ອັນ​ດັບ​ທີ່ໜຶ່ງ), ຢາງ­ພາ­ລາ (ເປັນ​ອັນ​ດັບ​ທີ່​ສີ່), ເຄື່ອງ​ໄມ້​ຕົກແຕ່ງ​ພາຍ​ໃນ ແລະ ພາຍ​ນອກ, ຜັກ, ດອກ​ໄມ້​, ມັນ­ຕົ້ນ. ຫວຽດ­ນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ 15 ປະເທດ​ ທີ່​ມີ​ການ​ສົ່ງ​ນອກ​ຜະ­ລິດ​ຕະ​ພັນ​ກະສິກຳ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ.

ນັບ​ເຖິງ​ວັນ​ທີ 15 ກັນ­ຍາ 2016, ທົ່ວ​ປະ­ເທດ​ໄດ້​ມີ​ຕາ​ແສງ​ທີ່​ໄດ້​ຮັບ​ການ​ຮັບ­ຮອງ​ບັນ­ລຸ​ໄດ້​ມາດ­ຕະຖານ​ກ່ຽວ​ກັບ​ຊົນ­ນະ­ບົດ​ໃໝ່​ເປັນ 2.045 ຕາແສງ (ກວມ​ເອົາ 23% ຈຳນວນຕາແສງໃນທົ່ວປະເທດ), ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ 515 ຕາ​ແສງ (​ເທົ່າ​ກັບ 5,9%) ​ທຽບ​ກັບ​ທ້າຍ​ປີ 2015. ຈຳ­ນວນ​ດັດ­ຊະ­ນີ​ທີ່​ບັນ­ລຸ​​ມາດ­ຕະ­ຖານ​ຕາມ​ສະ­ເລ່ຍ​ຂອງ​ທົ່ວ​ປະ­ເທດ ​ແມ່ນ 13,1 ດັດ­ຊະ­ນີຕໍ່​ໜຶ່ງ​ຕາ​ແສງ. ມີ​ຫຼາຍ​ດັດ­ຊະ­ນີ​ທີ່​ໄດ້​ເພີ່ມ​ຂຶ້ນຢ່າງ​ສູງ, ​ຈຳ­ນວນ​ຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ໄປ​ຊະ­ນີ​ ກວມ 90,9%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ແຮງ​ງານ​ ກວມ 85,48%; ຈຳນວນຕາ​ແສງ​ທີ່​ບັນ­ລຸ​​ດັດຊະນີ​ດ້ານ​ໄຟ­ຟ້າ​ຊົນ­ນະ­ບົດ​ ກວມ 82,38%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​ດັດ­ຊະ­ນີ​ດ້ານ​ສາທາ­ລະ­ນະ​ສຸກ​ ກວມ 67,1%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ຊົນ­ລະ­ປະ­ທານ​ ກວມ 61,37%; ຈຳນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ຕະ­ຫຼາດ​ຊົນ­ນະ­ບົດ ກວມ 57,95%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ລາຍ​ໄດ້ ກວມ 56,48%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ແກ້​ໄຂ​ຄອບ­ຄົວ​ທຸກ​ຍາກ​ ກວມ 53,36%; ຈຳນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ໂຮງ­ຮຽນ​ ກວມ 42,12%; ຈຳ­ນວນຕາ​ແສງ​ທີ່​ບັນ­ລຸ​​ດັດ­ຊະ­ນີ​ດ້ານ​ພື້ນ­ຖານ​ວັຖຸ ວັດ­ທະ­ນະ­ທຳ​ ກວມ 34,56%;...

ຈຳນວນ​ເມືອງ​ ທີ່​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຕົກ­ລົງ​ຮັບ­ຮອງ​ວ່າ​​ໄດ້​ບັນ­ລຸ​ມາດຕະ­ຖານ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ ເປັນ 24 ​ເມືອງ, ​ເພີ່ມ​ຂຶ້ນຕື່ມ​ອີກ 9 ​ເມືອງ ​ທຽບ​ກັບ​ທ້າຍ​ປີ 2015. ຄາດວ່າ ເຖິງທ້າຍປີ 2016 ໃນທົ່ວປະເທດຈະມີ 30 ເມືອງ ຈະໄດ້ຮັບຮອງວ່າບັນລຸມາດຕະຖານກ່ຽວກັບຊົນນະບົດໃໝ່.

ໂດຍ ປອ. ຫງວ​ຽນ​ຊວນ​ເກື່ອງ,

ກຳມະການ​ສູນ​ກາງ​ພັກ, ລັດຖະມົນ​ຕີ​ກະຊວງ​ກະສິກຳ ​ແລະ​ພັດທະນາ​ຊົນນະບົດ.

--------------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ເລກ​ທີ 890 (ເດືອນ​ທັນ­ວາ 2016)

(1) ແຫຼ່ງ: ປຶ້ມ​ສະ­ຖິ­ຕິ​ປະຈຳ​ປີ 2015.

(2) ຕາມ​ຂໍ້​ຕົກ­ລົງ​ເລກ​ທີ 1294/QĐ-BLĐTBXH, ສະ­ບັບ​ລົງ​ວັນ​ທີ 10 ທັນ­ວາ 2015 ຂອງ​ກະຊວງ​ແຮງ​ງານ, ທະ­ຫານ​ເສຍ​ອົງ­ຄະ ແລະ ​ສັງ­ຄົມ, ກ່ຽວ​ກັບ “ຂໍ້​ຕົກ­ລົງ​ກ່ຽວ​ກັບ​ການ​ອະ­ນຸ­ມັດ​ຜ່ານ​ຜົນ­ງານ​ແຫ່ງ​ການ​ສຳ​ຫຼວດ, ກວດ­ຄືນ​ຄອບ­ຄົວ​ທີ່​ທຸກ​ຍາກ, ຄອບ­ຄົວ​ທີ່­ຢູ່​ໃກ້​ຄວາມ­ທຸກ​ຍາກ​ ໃນ​ປີ 2014”, ຈຳ­ນວນ​ຄອບ­ຄົວ​ທີ່​ທຸກ​ຍາກ​ຢູ່​ເຂດ​ຊົນນະ­ບົດ​ຂອງ​ທົ່ວ​ປະ­ເທດ​ໃນ​ປີ 2014 ມີ 1.312.656 ຄອບ­ຄົວ, ກວມ​ເອົາ​ 92,29% ຂອງ​ຄອບ­ຄົວ​ທີ່​ທຸກ​ຍາກ​ທັງ​ໝົດ​ໃນ​ທົ່ວ​ປະ­ເທດ.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ