ວັນພຸດ, 29/3/2017
ເສີມຂະຫຍາຍບົດບາດຂອງຊົນຊັ້ນຊາວນາຫວຽດນາມ - ເຈົ້າພາບຂອງຂະບວນວິວັດການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່
9/2/2017 11:37' ສົ່ງ ພິມ
ພາບປະກອບ. (ແຫຼ່ງ: Internet)

ປະ​ເທດ​ຫວຽດນາມ​ ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ມີ​ພ້ອມ​ຂອງ​ຕົນ ​ໄດ້​ກໍ່​ຮ່າງ​ສ້າງ​ຮູບພື້ນຖານ​ອາລະຍະ​ທຳ​ການ​ກະ​ເສດ​ປູກ​ເຂົ້ານາ ມາ​ແຕ່​ບູຮານ​ນະ​ການ. ຜ່ານ​ຫຼາຍ​ພັນ​ປີ, ຊົນ​ຊັ້ນ​ຊາວນາ​ຫວຽດນາມ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂ​ງ ​ແລະ ຍາມ​ໃດ​ກໍ່​ເປັນ​ກຳລັງ​ສັງຄົມ​ທີ່​ໜາ​ແໜ້ນ​ກວ່າ​ໝູ່ (1), ທີ່​ມີ​ສ່ວນ​ປະກອບ​ອັນ​ໃຫຍ່​ຫຼວງ​ໃນ​ບັນດາ​ຂະ​ບວນການ​ຕໍ່ສູ້ປົກ​ປັກ​ຮັກສາ ກໍ່​ຄື​ສ້າງສາ​ປະ​ເທດ, ປົກ​ປັກ​ຮັກສາ ​ອະນຸ​ຮັກ​ອາລະຍະທຳ​ແລະ​ວັດທະນະທຳ​ຂອງ​ປະ​ເທດ.

ນັບ​​ແຕ່​ເມື່ອ​ກຳ​ເນີ​ດເກີດ​ຂຶ້ນມາ ​ແລະ ​ໃນ​ຕະຫຼອດ​ວິວັດ​ການ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຊາວນາ ​ແລະ ຖື​ວ່າ ສຳພັນ​ທະ​ພາບ​ກຳມະກອນ​ແລະ​ຊາວນາ, ຫຼັງ​ຈາກ​ນັ້ນ​ສຳພັນ​ທະ​ພາບ​ລະຫວ່າງ​ກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ, ​ເປັນ​ພື້ນຖານ, ​ເປັນປະຖົມ​ປັດ​ໄຈ​ໃຫ້​ແກ່​ໄຊຊະນະ​ທຸກ​ຢ່າງ​ ຂອງ​ພາລະກິດ​ການ​ປະຕິວັດ, ​ໃນ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ໂຮ່ຈີ​ມິນ​ ໄດ້​ສະຫລຸບ​ສັງ​ລວມ: ​ໃນ​ເງື່ອນ​ໄຂ​ຂອງ​ປະ​ເທດ​ກະສິກຳ​ຫຼ້າ​ຫຼັງ​ຄື​ປະ​ເທດ​ຫວຽດນາມ​ນີ້ ບັນຫາ​ຊາດ​ເນື້ອ​ແທ້​ແມ່ນ​ບັນຫາ​ຊາວນາ, ການ​ປະຕິວັດ​ຊາດ​ເນື້ອ​ແທ້​ແມ່ນ​ການ​ປະຕິວັດ​ຂອງ​ຊາວນາ​ໂດຍ​ຊົນ​ຊັ້ນ​ກຳມະກອນ​ນຳພາ. ບົດຮຽນ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ໃນ​ຂະ​ບວນວິວັດ​ການ​ປະຕິວັດ​ໄດ້​ຊີ້​​ແຈ້ງວ່າ, ບ່ອນ​ໃດ, ​ເວລາ​ໃດ​ທີ່​ພະນັກງານ​ແກ້​ໄຂ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ຂອງ​ຊາວນາ​ໄດ້​ເປັນ​ຢ່າງ​ດີ, ກຳ​ແໜ້ນ​ຫຼັກການສຳ​ພັນທະ​ພາບ​ຊົນ​ຊັ້ນ ​ແມ່ນ​ບ່ອນ​ນັ້ນ, ​ເວລາ​ນັ້ນ​ການ​ປະຕິວັດ​ຈະ​ດຳ​ເນີນ​ໄປ​ຢ່າງ​ແຂງ​ແຮງ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ.

ເພື່ອຫັນປ່ຽນ​ພື້ນຖານ​ການ​ຜະລິດ​ນ້ອຍ, ຫຼ້າ​ຫຼັງ, ສະມັດ​ຕະພາບ​ແຮງ​ງານ​ຕ່ຳ ຂຶ້ນ​ເປັນ​ການ​ຜະລິດ​ໃຫຍ່ ດ້ວຍ​ອຸປະກອນ​ການ​ຜະລິດ​ທັນ​ສະ​​ໄໝ, ສະມັດ​ຕະພາບ​ແຮງ​ງານ​ສູງ ​ແມ່ນ​ຈຳ​ເປັນ​ຕ້ອງ​ຜ່ານ​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ​ໃນ​ປະ​ເທດ​ກະສິກຳ​ຫຼ້າ​ຫຼັງ, ຈຸດ​ເລີ່​ມຕົ້ນ​ຕ່ຳ ​ຄື​ປະ​ເທດ​ເຮົາ​ນີ້ ​ແມ່ນ​ຈຳ​ເປັນ​ຕ້ອງ​ເລີ່​ມຈາກ​ກະສິກຳ, ຊາວນາ, ຊົນນະບົດ, ນັ້ນ​ແມ່ນ​ເສັ້ນທາງ​ທີ່​ມີ​ລັກສະນະ​ແຜ່​ຫຼາຍ​ທົ່ວ​ໄປ, ​ແມ່ນ​ກົດ​ເກນ​ແຫ່ງ​ການ​ພັດທະນາ​ຂອງ​ຫຼາຍ​ປະ​ເທດ.

​ໃນ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII, ພັກ​ກອມ​ມູນິດ​ຫວຽດນາມ ຢືນຢັນ: ​ໃຫ້​ຄວາມສຳຄັນ​ເປັນ​ພິ​ເສດ​ແກ່​ການ​ຫັນກະສິກຳ, ຊົນນະບົດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ X ​ເນັ້ນ​ໜັກ​ວ່າ: ກະສິກຳ, ຊາວນາ, ຊົນນະບົດມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ພາລະກິດ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປັນ​ພື້ນຖານ ​ແລະ ກຳລັງ​ທີ່​ສຳຄັນ​ ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມຢ່າງ​ຍືນ​ຍົງ​ໝັ້ນຄົງ, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ສະຫງົບ​ແລະ​ການ​ປ້ອງ​ກັນຊາ​ດ; ຮັກສາ​ ເສີມ​ຂະຫຍາຍ​ເອກະລັກ​ຂອງ​ຊາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ລະບົບ​ນິ​ເວດ​ຂອງ​ປະ​ເທດ...

ຈາກ​ນັ້ນ ​ອາດ​ຈະ​ເຫັນ​ໄດ້​ວ່າ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ຮັບ​ຮູ້​ໄດ້ ​ແລະ ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ຊົນ​ຊັ້ນ​ຊາວນາ​ໃນ​ພາລະກິດ​ການ​ປະຕິວັດ ນັບ​ແຕ່​ວັນ​ເວລາ​ທຳ​ອິດ​ຂອງ​ການປະຕິວັດ​ຊາດ ປະຊາທິປະ​ໄຕ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ການ​ປະຕິວັດສັງຄົມ​ນິຍົມ. ພາລະກິດການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ລະດັບ​ໃດ​ໜຶ່ງ, ​ໄດ້​ເລີ່​ມຈາກ​ຄວາມ​ປະດິດ​ສ້າງ​ຂອງ​ມະຫາຊົນ​ຊາວນາ​ໃນ​ພາກ​ປະຕິບັດຕົວ​ຈິງ. ​ເມື່ອ​ປະ​ເທດ​ດຳ​ເນີນພາລະກິດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຫັນ​ກະສິກຳ ຊົນນະບົດ​ເປັນ​ທັນ​ສະ​ໄໝ, ​​ພັກ​ເຮົາ​ຮັບ​ຮູ້​ບົດບາດ​ຂອງ​ຊົນ​ຊັ້ນ​ຊາວນາ​ນັບ​ມື້​ນັບ​ເລິກ​ເຊິ່ງ. ບັນຫາ​ທີ່​ວາງ​ອອກ​ມາ​​ໃນ​ເວລາ​ນີ້​ແມ່ນ, ​ເຮັດ​ຄື​ແນວ​ໃດ​ໃຫ້​ຊົນ​ຊັ້ນ​ຊາວນາ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ກວ່າ​ອີກ. ກ່ອນ​ອື່ນ​ໝົດ, ຕ້ອງ​ຢືນຢັນ​ວ່າ, ຊົນ​ຊັ້ນ​ຊາວນາ​ເປັນ​ເຈົ້າພາບ​ຂອງ​ຂະ​ບວນວິວັດ​ການຫັນກະສິກຳ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ປະຈຸ​ບັນ​ຢູ່​ຫວຽດນາມ.

ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ​ໄລຍະ​ນີ້​ແມ່ນ ຍູ້​ແຮງ​ການຫັນກະສິກຳ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ​ຊົນນະບົດ​ໃໝ່. ກໍ່ສ້າງ​ໃຫ້​ຊົນນະບົດ​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ, ມີ​ຄວາມ​ຍຸຕິ​ທຳ ປະຊາທິປະ​ໄຕ ສີວິ​ໄລ, ມີ​ໂຄງປະກອບ​ເສດຖະກິດ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ຄວາມ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ ​ແລະ ສອດຄ່ອງ​ເໝາະ​ສົມ, ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ​ທີ່​ພັດທະນາ​ນັບ​ມື້​ນັບ​ທັນ​ສະ​ໄໝ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ນັ້ນ, ພວກ​ເຮົາ​ຕ້ອງ​ຮູ້​ເຫັນ​ໄດ້​ບົດບາດ​ຂອງ​ຊົນ​ຊັ້ນ​ຊາວນາດ້ວຍ​ຖານະ​ເປັນ​ເຈົ້າພາບ​ຂອງ​ຂະ​ບວນວິວັດ​ດັ່ງກ່າວ​ນັ້ນ ຊຶ່ງ​ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ຊາວນາ​ເປັນ​ແຫຼ່ງກຳລັງ​ຄົນ​ທີ່​ສຳຄັນ​ ໃນການພັດທະນາກະສິກຳ, ຊົນນະບົດ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່.

​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຊາວນາ​ຍາມ​ໃດ​ກໍ່​ຕິດ​ແໜ້ນ​ກັບ​ທົ່ງ​ນາ, ດິນ​ປູກຝັງ ລ້ຽງສັດ; ​ເປັນ​ແຫຼ່ງກຳລັງ​ຄົນ​ທີ່​ຫຼວງ​ຫຼາຍ, ສຳຄັນ, ຕັດສິນ​ຄວາມ​ສຳ​ເລັດ​ຜົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ອາ​ໃສ​ການ​ນຳ​ໃຊ້​ນະ​ວັດຕະ​ກຳວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ຊາວນາ​ໄດ້​ຜະລິດ​ກະ​ເສດ​ຕະພັນ​ນັບ​ມື້​ນັບ​ຫຼາຍ, ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​​ແລະ ຄວາມ​ຕ້ອງການ​ສົ່ງ​ນອກໄດ້​ດີກ​ວ່າ​ເກົ່າ. ຜ່ານ​ນັ້ນ, ຊາວນາ​ມີ​ເງື່ອນ​ໄຂ​ຍົກ​ສູງ​ລາຍ​ຮັບ​ລາຍ​ໄດ້, ສະ​ສົມ​ວັດຖຸ, ປົວ​ແປງ​ຊີວິດ​ຄວາມ​ເປັນ​ຢູ່ ​ແລະ ປະກອບສ່ວນ​ເຮັດ​ໃຫ້​ໃບ​ໜ້າ​ຊົນນະບົດ​ເບັ່ງ​ບານ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຫັນປ່ຽນ​ໂຄງ​ປະກອບ​ກະສິກຳ.

ດ້ານ​ອື່ນ, ​ເພື່ອ​ພັດທະນາ​ກະສິກຳ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ຊາວນາ​ເປັນ​ກຳລັງ​ທີ່​ໃຫຍ່​ຫຼວງ​ໃນ​ການ​ປະຕິບັດ​ການ​ຫັນປ່ຽນ​ໂຄງປະກອບ​ເສດຖະກິດ​ກະສິກຳ, ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ​ໂຄງ​ປະກອບ​ເສດຖະກິດ​ທີ່​ສົມ​ເຫດ​ສົມ​ຜົນ​ຕາມ​ທິດ: ສືບ​ຕໍ່​ພັດທະນາ​ກະສິກຳ​ຢ່າງ​ແຂງ​ແຮງ​ຕາມ​ທິດ​​ເຕົ້າ​ໂຮມ​ດິນ​ນາ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ; ກໍ່ສ້າງ​ບັນດາ​ສະຫະກອນ​ແບບ​ໃໝ່, ບັນດາ​ທົ່ງ​ນາ​ຜືນ​ໃຫຍ່, ຟາ​ມກະ​ເສດ​ຂະໜາດ​ໃຫຍ່; ພັດທະນາ​ຜົນ​ປະ​ໂຫຍ​ດຢ່າງ​ກົມກຽວຂອງ “ສີ່​ພາກສ່ວນ”: ນັກທຸລະກິດ, ນັກວິທະຍາສາດ, ຊາວນາ ​ແລະ ບົດບາດ​ເປັນ​ນາງພະ​ດຸ​ງຄັນ​ຂອງ​ລັດ; ມີ​ນະ​ໂຍບາຍ​ສົ່ງ​ເສີມ​ຊາວ​ໜຸ່ມ​ຊົນນະບົດ​ປະກອບ​ອາຊີບ. ​ໃນ​ຂະ​ບວນວິວັດ​ການ​ຂຶ້ນ​ສູ່​ການ​ຜະລິດ​ສິນຄ້າ​ຂະໜາດ​ໃຫຍ່ ທັນ​ສະ​ໄໝ ຍັງ​ຄົງ​ຮັກສາ​ໄດ້​ສິດ​ນຳ​ໃຊ້​ດິນນາ​ຂອງ​ຊາວນາຢູ່​ໃນ​ທົ່ງ​ນາ​ຜືນ​ໃຫຍ່, ​ໃນສະຫະກອນ​ແບບ​ໃໝ່, ​ໃນບັນດາ​ຟາ​ມກະ​ເສດ​ລວມໝູ່, ​ໃນບັນດາ​ບໍລິສັດ​ຫຸ້ນ​ສ່ວນການ​ຜະລິດ, ທຸລະ​ກິດ​ສິນຄ້າ ການ​ບໍລິການ​ຢູ່​ຊົນນະບົດ, ພ້ອມ​ກັນ​ນັ້ນ​ກໍ່​ພັດທະນາ​ຢ່າງ​ແຂງ​ແຮງ​ອຸດສາຫະກຳ ​ແລະ ບັນດາ​ຮູບ​ການ​ບໍລິການ​ ຮັບ​​ໃຊ້​ໂດຍ​ກົງ​ໃຫ້​ແກ່​ການ​ຜະລິດ, ທຸລະ​ກິດ ​ແລະ ຄວາມ​ຕ້ອງການ​ຊີວິດ​ໃໝ່​ຂອງ​ຊົນນະບົດ ​ແລະ ຂອງ​ຊາວ​ກະສິກອນ. ຊາວນາ​ເປັນ​ກຳລັງ​ແຮງ​ງານ​ພື້ນຖານ​ໃນ​ຂົງ​ເຂດຜະລິດ​ກະສິກຳ ​ແລະ ​ເປັນ​ແຫຼ່ງ​ເພີ່ມ​ເຕີມ​ເປັນ​ປະຈຳ​ໃຫ້​ແກ່​ແຮງ​ງານ​ໃນຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ບໍລິການ. ດັ່ງ​ນັ້ນ ອາດ​ຈະ​ເວົ້າ​ວ່າ, ຂະ​ບວນວິວັດ​ການ​ປັບປຸງ​ສຳພັນ​ທະ​ພາບ​ລະຫວ່າ​ກຳມະກອນ, ຊາວນາ ກັບ​ປັນຍາ​ຊົນ ຍິ່ງ​ເຮັດ​ໃຫ້​ຊາວນາ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າພາບ​ຂອງ​ຕົນ​ ໃນ​ການ​ປະຕິ​ບັດ​ການ​ຫັນກະສິກຳ ຊົນນະບົດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ.

​ໃນ​ພາກ​ຕົວ​ຈິງ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ຊຸມ​ປີ​ທີ່​ຜ່ານ​ມານັ້ນ ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ອາຊີບ​ໃຫ້​ແຮງ​ງານ​ຊົນນະບົດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ ​ແລະ ມີ​ປະສິດທິ​ຜົນ​ເບື້ອງ​ຕົ້ນ. ຮອດ​ທ້າຍ​ປີ 2015 ​ໄດ້​ຊ່ວຍ​ເຫຼືອ​ຝຶກ​ອົບຮົມ​ວີ​ຊາ​ອາ​ວີ​ບ​ໃຫ້​ຜູ້​ອອກ​ແຮງ​ງານປະມານ 2,42 ລ້ານ​ຄົນ, ​ໃນ​ນັ້ນ​ຜູ້​ຮຽນ​ອາຊີບ​ກະສິກຳ​ມີ​ປະມານ 1,02 ລ້ານ​ຄົນ ​ແລະ ອາຊີບ​ທີ່​ບໍ່​ແມ່ນ​ກະສິກຳມີ 1,4 ລ້ານ​ຄົນ. ຄອບຄົວ​ທຸກ​ຍາກ​ປະມານ 60.000 ຄົວ​​ ມີ​ຄົນ​​ໄປຮຽນ​ວິຊາ​ຊີບມີ​ວຽກ​ເຮັດ​ງານ​ທຳ ​ແລະ ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລ້ວ, ​ເກືອບ 100.000 ຄົວ ມີ​ຄົນ​ໄປ​ຮຽນ​ວິຊາ​ຊີບ ​ແລະ ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ດ້ວຍ​ລາຍ​ໄດ້​ທີ່ສູງ​ກວ່າ​ລະດັບ​ສະ​ເລ່ຍຢູ່​ທ້ອງ​ຖິ່ນ (ກາຍ​ເປັນ​ຄອບຄົວ​ທີ່​ມີ​ຢູ່​ມີ​ກິນ).

ທີ​ສອງ, ຊາວນາ​ໄດ້​ປະກອບ​ສ່ວນທີ່​ສຳຄັນ​ ​ເຂົ້າໃນ​ການ​ປັບປຸງ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ - ສັງຄົມ ​ໃນ​ຂະ​ບວນວິວັດ​ການ​ພັດທະນາກະສິກຳ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່.

ລັດ​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ປະຕິບັດ ​ແລະ ຮັບປະກັນ​ນະ​ໂຍບາຍ​ສະຫວັດດີ​ການ​ສັງ​ຄົນ ຊ່ວຍ​ໃຫ້​ຊາວນາ​ປັບປຸງ​ຊີວິດ​ເປັນ​ປົກກະຕິ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ. ​ເສດຖະກິດ​ຊົນນະບົດ​ໄດ້​ຮັບ​ການ​ພັດທະນາ ຊາວນາກໍ່ຍິ່ງ​ມີ​ເງື່ອນ​ໄຂ​ຍົກ​ສູງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ, ດັ່ງ​ນັ້ນ, ​ເຂົາ​ເຈົ້າ​ຍິ່ງ​ສະ​ແດງ​ໄດ້​ບົດບາດ​ເປັນ​ເຈົ້າພາບ​ຂອງ​ຕົນ. ຊາວນາ​ເປັນ​ຜູ້​ຕັດສິນ​ຕົກລົງ​ຄວາມ​ໄວ ​ແລະ ປະສິດທິ​ຜົນ​ຂອງ​ຂະ​ບວນວິວັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ, ຍ້ອນ​ວ່າ ຖ້າ​ຫາກ​ຊາວນາ​ບໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ກໍ່​ຈະ​ປະຕິບັດ​ນະ​ໂຍບາຍ​ນັ້ນ​ບໍ່​ໄດ້. ອາດ​ຈະ​ເວົ້າ​ວ່າ, ການ​ທີ່​ລັດ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ​ກະສິກຳ ຊົນນະບົດນັ້ນ ກໍ່​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້ຊາວນາ​ເສີມ​ຂະຫຍາຍບົດບາດ​ເປັນ​ເຈົ້າພາບ​ຂອງ​ຕົນ​ໃຫ້​​ດີຍິ່ງ​ຂຶ້ນ. ຊາວນາ​ເປັນ​ກຳລັງ​ແຮງ​ງານ​ທີ່​ຜະລິດ​​ໂດ​ຍກົງ​ຜະລິດ​ຕະພັນ​ກະສິກຳ ສະບຽງ ອາຫານ ​​ເພື່ອ​ສະໜອງ​ໃຫ້​ສັງຄົມ.

​ໃນ​ພາບ​ຕົວ​ຈິງ, ​ເພື່ອ​ຂະຫຍາຍ​ການ​ຜະລິດ, ​ເພີ່ມ​ລາຍ​ໄດ້​ໃຫ້​ຊາວນາ, ​ເກືອບ​ໝົດ​ທຸກ​ຕາ​ແສງລ້ວນ​ແຕ່​ມີແຜນ​ງານ​ພັດທະນາ​ການ​ຜະລິດຕາມ​ທິດ​ສິນຄ້າ​ ອີງ​ໃສ່​ທ່າ​ດີ​ປຽບທຽບ​ຂອງ​ຕາ​ແສງ​ຕົນ. ການຈັດ​ຕັ້ງ​ປະຕິບັດ​ໄດ້​ດຳ​ເນີນ​ຕາມ​ວິທີ​ກໍ່ສ້າງ​ຕົວ​ແບບ ​ແລະ ຊ່ວຍ​ເຫຼືອຂະຫຍາຍ​ອອກ​ໃຫ້​ກວ້າງຂວາງ. ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ປະມານ 22.500 ຕົວ​ແບບ​ການ​ຜະລິດ​ກະສິກຳ, ການປ່າ​​ໄມ້, ປະມົງ ທີ່​ມີ​ປະສິດທິ​ຜົນ. ມີ​ຫຼາຍ​ທ້ອງ​ຖິ່ນ​ຄື ຖາ​ຍບິ່ງ, ຮ່າ​ນາມ, ນາມ​ດິ້ງ, ຮ່າ​ໂນ້ຍ, ນິງບິ່ງ, ​ແທັງຮ໋ວາ... ​ໄດ້​ຈັດ​ຕັ້ງ​ປະຕິບັດ​ການ “​ເຕົ້າ​ໂຮມ​ດິນ​ນາ, ​ແລກປ່ຽນ​ພັ່ນ​ນາ”, ປັບປຸງລະບົບຊົນລະປະທານ, ການ​ຄົມ​ມະນະ​ຄົມ​ໃນ​ທົ່ງ​ນາ... ກະກຽມ​ເງື່ອນ​ໄຂສະດວກ​ດີ​ໃຫ້​ແກ່​ການ​ນຳ​ເອົາ​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ. ນະ​ໂຍບາຍ​ຊ່ວຍ​ເຫຼືອ​​ໃຫ້ຊາວນາຈັກ​ໄຖ​ນາ, ຈັກ​ກ່ຽວ​ເຂົ້າ, ລະບົບ​ເຄື່ອງ​ຂາງ​ເມັດ​ເຂົ້າ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ຢູ່​ຫຼາຍ​ແຂວງ​ຄື ຖາ​ຍບິ່ງ, ຮ່າ​ຕິ້ງ, ອານ​ຢາງ, ​ເຮົ້າ​ຢາງ, ດົ່ງ​ທາບ, ຊຶ່ງ​ໄດ້​ເຮັດ​ໃຫ້​ອັດຕາ​ສ່ວນການຫັນ​ເປັນ​ກົນ​ຈັກ​ໃນ​ບັນດາ​ຂອດ​ເຫຼົ່າ​ນີ້​ເພີ່ມ​ຂຶ້ນ ຈາກ 40% - 50% ຂຶ້ນ​ເປັນ 80% - 90%.

ຫຼາຍ​ທ້ອງ​ຖິ່ນ​ໄດ້​ປັບປຸງ​ການຈັດ​ຕັ້ງ​ການ​ຜະລິດ. ພ້ອມ​ກັນ​ກັບ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ສະຫະກອນກະສິກຳ, ຕົວ​ແບບ “ທົ່ງ​ນາ​ຜືນ​ໃຫຍ່” ກໍ່​ໄດ້​ໝູນ​ໃຊ້ຢູ່ 43 ​ແຂວງ​ໃນ​ທົ່ວ​ປະ​ເທດ. ມາ​ເຖິງ​ປະຈຸ​ບັນ, ມີ​ເນື້ອ​ທີ່​ປະມານ 556 ພັນ​ແຮັກ​ຕາ ພ້ອມດ້ວຍສະຫະກອນ 2.500 ​ແຫ່ງ ​ໄດ້ດຳ​ເນີນ​ການ​ຜະລິດ​ຕາມ​ຕົວ​ແບບ “ທົ່ງ​ນາ​ຜືນ​ໃຫຍ່”. ຫຼາຍ​ຕົວ​ແບບ​​ເຊື່ອມ​ຕໍ່​ການ​ຜະລິດ​ຕາມ​ພວງ​ພະນັງ ​ໃນ​ການ​ລ້ຽງສັດ, ປູກ​ລ້ຽງ​ພືດ​ສັດ​ນ້ຳ ​ແລະ ການ​ປ່າ​ໄມ້, ຕົວ​ແບບ​ຈຸ, ໜ່ວຍ​ຜະລິດ​ໃນ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ການ​ປະມົງ... ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ອາ​ໃສ​ການ​ເຄື່ອນ​ໄຫວຕ່າງໆ​ເທິງ​ນີ້, ຄິດ​ຮອດ​ເດືອນ​ກັນຍາ 2016 ມີ 58,9% ຈຳນວນ​ຕາ​ແສງ​ໄດ້​ບັນລຸ​ເລກ​ຄາດໝາຍ​ກ່ຽວ​ກັບ​ລາຍ​ໄດ້; 88,2% ຈຳນວນ​ຕາ​ແສງບັນລຸ​ເລກ​ຄາດໝາຍ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ. ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ​ໄດ້​ຫລຸດ​ລົງ ຈາກ 17,4% ປີ 2010 ລົງ​ເປັນ​ປະມານ 8,2% (ຫລຸດລົງສະ​ເລ່ຍ 1,84% ຕໍ່​ປີ). ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາດ​ຢູ່​ບັນດາ​​ເມືອງ​ທຸກ​ຍາກ​ໄດ້ຫລຸດ​ລົງ ຈາກ 50,07% ທ້າຍ​ປີ 2011 ລົງ​ເປັນ 32,59% ທ້າ​ນປີ 2014 (ຫລຸດ​ລົງ​ສະ​ເລ່ຍກວ່າ 5% ຕໍ່​ປີ). ມີ 50,4% ຈຳນວນ​ຕາ​ແສງ​ໄດ້​ບັນລຸ​ເລກ​ຄາດໝາຍ​ທີ 11 ກ່ຽວ​ກັບ​ຄອບຄົວ​ທຸກຍາກ. ສະ​ເພາະ​ບັນດາ​ຕາ​ແສງ​ທີ່​ໄດ້​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, ​ເມື່ອ​ເລີ່​ມຕົ້ນ​ປະຕິບັດ​ໂຄງການ, ລາຍ​ໄດ້​ສະ​ເລ່ຍ​ແມ່ນ 16 ລ້ານ​ດົ່ງ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ກວມ​ເຖິງ 11,6%, ມາ​ເຖິງ​ປະຈຸ​ບັນ, ລາຍ​ໄດ້​ສະ​ເລ່ຍບັນລຸ 28,4 ລ້ານ​ດົ່ງ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກຫລຸດ​ລົງ​ຍັງ​ເຫຼືອ​ພຽງ 3,6%.

ທີ​ສາມ, ຊາວນາ​ເປັນ​ເຈົ້າພາບ​ຂອງ​ພາລະກິດ​ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່.

ຊາວນາ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ເປັນ​ເຈົ້າພາບ​ໃນ​ຂະ​ບວນວິວັດ​ການພັດທະນາກະສິກຳ, ກໍ່ສ້າງຊົນນະບົດ​ໃໝ່, ຫລຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ລະດັບ​ຊີວິດ​ຄວາມ​ເປັນ​ຢູ່​ລະຫວ່າງ​ຕົວ​ເມືອງ ​ແລະ ຊົນນະບົດ, ​ແກ້​ໄຂ​ຄອບຄົວ​ທຸກ​ຍາກ​ຢູ່​ຊົນນະບົດ. ນັ້ນ​ແມ່ນ​ກໍ່ສ້າງ​ສັງຄົມ​ຊົນນະບົດ​ທີ່​ສວຍ​ງາມ, ມີ​ຄວາມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ສີວິ​ໄລ; ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ຄື ຫລຸດຜ່ອນ​ຄວາມ​ແຕກ​ໂຕນລະຫວ່າງ​ຮັ່ງມີ ​ແລະ ທຸກ​ນາກ​ຢູ່​ຊົນນະບົດ, ລະຫວ່າງ​ຕົວ​ເມືອງ ​ແລະ ຊົນນະບົດ, ສ້າງ​ວຽກ​ເຮັດ​ງານ​ທຳ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັກສາ​ເອກະລັກ​ວັດທະນະທຳ,... ໝາຍ​ຄວາມ​ວ່າ ຂະ​ບວນວິວັດ​ການ​ພັດທະນາ​ກະສິກຳ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ຕ້ອງ​ສ້າງ​ໂອກາດ​ດີ​ຕ່າງໆ ​ໃຫ້​ຊາວນາ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ຂອງ​ຕົນ ທັງ​ໃນ​ການ​ອຸທິດ​ເຫື່ອ​ແຮງ ກໍ່​ຄື​ໃນ​ການ​ຊົມ​ໃຊ້ບັນດາ​ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ​ທົ່ວ​ປະ​ເທດ, ​ແນ​ໃສ່​ເຮັດ​ໃຫ້​ຊາວນາ​ກາຍ​ເປັນ​ເຈົ້າພາບ​ທີ່​ແທ້​ຈິງຂອງ​ພາລະກິດ​ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່.

ທີ​ສີ່, ຊາວນາ​ເປັນ​ຜູ້​ກໍ່ສ້າງ, ປະກອບສ່ວນ, ຮັກສາ, ບຳລຸງ​ຮັກສາ, ປົກ​ປັກ​ຮັກສາ, ຂັບ​​ເຄື່ອນ​ໂຄງ​ສ້າງ​ພື້ນຖານ​ຊົນນະບົດ​ໂດຍ​ກົງ.

ຊົນນະບົດ​ໃໝ່​ບໍ່​ອາດ​ຈະ​ຂາດ​ລະບົບ​ໄຟຟ້າ, ຖະໜົນ​ຫົນທາງ, ​ໂຮງຮຽນ, ສຸກສາລາ, ຊົນລະປະທານ​ຕາມ​ທົ່ງ​ນາ... ບັນດາ​ພື້ນຖານ​ວັດຖຸ​ດັ່ງກ່າວ​ນັ້ນ ຕ້ອງ​ແມ່ນ​ກະ​ໂຕ​ຊາວນາ​ຢູ່​ເຂດ​ຊົນນະບົດ​ ພ້ອມ​ກັບ​ລັດ​ກໍ່ສ້າງ​ຂຶ້ນ, ​ໃນ​ນັ້ນ​ໂຄງ​ສ້າງ​ພື້ນ​ຖານ​ຄົມມະນາຄົມທີ່​ກໍ່ສ້າງ​ດ້ວຍ​ເບ​ຕົງ, ປູຢາງ ທີ່​ເຊື່ອມ​ຕິດ​ລະຫວ່າງ​ບ້ານ, ໝູ່​ບ້ານ, ຕາ​ແສງ​ນຳ​ກັນ​ ​ແມ່ນ​ເນື້ອ​ໃນ​ໜຶ່ງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຈະ​ສາມາ​ບັນລຸ​ສິ່ງ​ດັ່ງກ່າວ​ນັ້ນ​ໄດ້​ຢ່າງ​ໄວວາ ກໍ​ຕໍ່ເມື່ອ​ຊາວນາ​ຮັບ​ຮູ້​ໄດ້​ຄວາມ​ສຳຄັນ​ຂອງບັນດາ​ກິດຈະກຳ​ຄົມມະນາຄົມ​ໃນ​ການພັດທະນາ​ເສດຖະກິດ - ສັງຄົມ, ຕື່ນ​ຕົວ​ສະໝັກ​ໃຈ​ປະກອບສ່ວນ​ກໍ່ສ້າງ​ ພ້ອມ​ກັນ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ, ຂອງ​ທ້ອງ​ຖິ່ນ. ການ​ກໍ່ສ້າງ​ແມ່ນຫຍຸ້ງ​ຍາກ ​ແຕ່​ການ​ປົກ​ປັກ​ຮັກສາ, ​ເສີມ​ສ້າງ​ລະບົບ​ກິດຈະກຳ​ມີ​ຄວາມ​ສຳຄັນ​ຍິ່ງ​ກວ່າ​ອີກ, ການ​ຂັບ​ເຄື່ອນດຳ​ເນີນ​ງານ ຮັກສາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ຊົນນະບົດ ຕ້ອງ​ແມ່ນ​ວຽກ​ງານ​ຂອງ​ກະ​ໂຕ​ພີ່ນ້ອງ​ຊາວນາ​ເອງ. ຊາວນາ​ຄວນອັບ​ເດດ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ ​ແລະ ສະຕິ​​ເກັບ​ຮັກສາ​ລະບົບ​ໂຄງ​ສ້າງ​ພື້ນຖານ ​ເພື່ອ​ຮັບ​ໃຊ້​ໃຫ້​ກະ​ໂຕຕົວເອງ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ມີ​ຫຼາຍ​ຄົນ​ທີ່​ສຸດ​ທີ່​ໄດ້​ສະໝັກ​ໃຈບໍລິຈາກ​ທີ່​ດິນ, ບໍລິຈາກ​ເງິນ ​ເພື່ອ​ກໍ່ສ້າງ​ໂຮງຮຽນ, ສຸກສາລາ, ສະຖານີ​ໄຟຟ້າ, ຂົວ ທໍ່​ລະບາຍນ້ຳ, ທາງ​ຄົມມະນາຄົມ​ໃຫ້​ທ້ອງ​ຖິ່ນ; ກຽມ​ຄວາມ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ແນວ​ພັນ, ທຶນ, ວັດຖຸອຸປະກອນ, ບົດຮຽນ​ໃຫ້​ຄອບຄົວ​ຊາວນາ​ທີ່​ພົບ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ໃຫ້​ເຂົາ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໂດຍ​ໄວ ​ແລະ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ. ອາດ​ຈະ​ເວົ້າ​ໄດ້​ວ່າ, ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​​ແຜນ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ ຊຶ່ງ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຄື ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ; ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເພີ່ມ​ການ​ຊົມ​ໃຊ້​ໂດຍ​ກົງ​ຂອງ​ປະຊາຊົນ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ໃຊ້ 70% - 75% ຂອງ​ງົບປະ​ມານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໃຫ້​ແກ່​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ ​ແລະ ​ເກືອບ​ທັງ​ໝົດສ່ວນ​ບໍລິຈາກຂອງ​ປະຊາຊົນ​ກໍ່​ໄດ້​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ນີ້.

ມາ​ຮອດ​ປີ​ນີ້, ທົ່ວ​ປະ​ເທດ​​ກໍ່ສ້າງ​ເສັ້ນທາງ​ຄົມມະນາຄົມ​ປະ​ເພດຕ່າງໆ​ໄດ້ 47.436 ກມ; ສ້ອມ​ແປງ​ເສັ້ນທາງ​ຕ່າງໆ​ໄດ້ 103.394 ກມ, ກໍ່ສ້າງ​ໃໝ່​ແລະ​ສ້ອມ​ແປງ​ຂົວທັງ​ໝົດ 26.997 ​ແຫ່ງ...; ປັບປຸງ​ລຳ​ຄອງ ຮ່ອງ​ເໝືອງ​ໃຫ້​​ແໜ້ນ​ແກ່ນ​ໄດ້ 50.246 ກມ; ກໍ່ສ້າງ, ສ້ອມ​ແປງ, ປັບປຸງ​ຍົກ​ລະດັບ​ກິດຈະກຳຊົນລະປະທານ​ໄດ້ 28.765 ​ແຫ່ງ ປະກອບ​ດ້ວຍ​ເຂື່ອນ, ປະຕູ​ນ້ຳ, ສະຖານີ​ສູບ​ນ້ຳ​ ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ຫົດ​ນ້ຳ​ແລະ​ລະບາຍ​ນ້ຳ, ​ແລະ ​ເຂື່ອນ, ຄັນ​ຄູກັນ​ນ້ຳ​ຖ້ວມ 6.070 ກມ ​ຢູ່ໃນ​ຂອບ​ເຂດ​ທີ່​ຕາ​​ແສງຄຸ້ມ​ຄອງ; ພື້ນຖານ​ວັດຖຸ​ຂອງໂຮງຮຽນ​ຕ່າງໆ​ໃນ​​ຕາ​ແສງ ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ, ​ໂດຍ​ສະ​ເພາະ​​ແມ່ນ​ໂຮງຮຽນອະນຸບານ, ​ໂຮງຮຽນ​ກິນນອນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ສິດສອນ​ແລະ​ຮ່ຳຮຽນໄດ້​ໂດຍ​ພື້ນຖານ; ປະຈຸ​ບັນ ​ໃນ 4.998 ຕາ​ແສງ​ມີ​ສູນວັດທະນະທຳ - ກິລາ, ​ໃນ​ນັ້ນ ປະມານ 30% ຂອງ​ຈຳນວນ​ດັ່ງກ່າວບັນລຸ​ມາດຕະຖານ​ຕາມ​ກຳນົດ​ຂອງ​ກະຊວງ​ວັດທະນາະທຳ, ກິລາ ​ແລະ ທ່ອງ​ທ່ຽວ; ​ໃນ 54.391 ບ້ານ (ກວມ 46% ຂອງ​ຈຳນວນ​ບ້າງ​ທັງ​ໝົດ​ໃນ​ປະ​ເທດ - 118.034 ບ້ານ) ມີ​ຫໍ​ວັດທະນະທຳ, ​ໃນນັ້ນ ຫໍ​ວັດທະນະທຳ​ທີ່​ບັນລຸ​ມາດຕະຖານກວມ​ອັດຕາ​ສ່ວນ 47%; ມີ 5.177 ຕາ​ແສງ (ກວມ​ເອົາ 61,6%) ​ໄດ້​ບັນລຸ​ມາດຕະຖານ​ກ່ຽວ​ກັບ​ຕະຫຼາດ​ຊົນນະບົດ; ​​ໝົດ​ທຸກ​ຕາ​ແສງ​ໄດ້​ມີ​ສຸກສາລາ.

ທີ​ຫ້າ, ຊາວນາ​ເປັນ​ຜູ້​ທີ່​ໄດ້​ປະກອບສ່ວນ​ໂດຍ​ກົງ​ ໃນນ​ການ​ເອົາ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ກ່ຽວ​ກັບການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ.

ບັນດາ​ປັດ​ໄຈທີ່​ຂຶ້ນ​ກັບ​ການ​ນຳພາ ຄຸ້ມ​ຄອງ​ຄື ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ການວາງ​ກຳນົດ​ເນື້ອ​ໃນ, ບາດກ້າວ ​ແລະ ການ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ​ເປົ້າ​ໝາຍ​ພັດທະນາ​ກະສິກຳ, ຊົນນະບົດ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ຢູ່​ປະ​ເທດ​ຫວຽດນາມ. ​ແຕ່, ຊາວນາ​ເປັນ​ກຳລັງ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ການປະຕິບັດ​ ເຮັດ​ໃຫ້ບັນດາແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ກ່ຽວ​ກັບ​ກະສິກຳ, ຊົນນະບົດ, ກໍ່ສ້າງ​ຊົນນະບົດ​ໃໝ່ ກາຍ​ເປັນຄວາມ​ຈິງ. ບັນດາ​ມະຕິຕໍ່​ໄປ​ຂອງ​ພັກ​ ກ່ຽວ​ກັບການ​ກໍ່ສ້າງ, ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ ​ໄດ້​ສົ່ງ​ເສີມ​ໃຫ້​ຊາວນາ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງສາ​ພັດທະນາ​ປະ​ເທດ. ​ເສດຖະກິດ​ຄອບຄົວ​ຖືກ​ຮັບຮອງ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ທີ່ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື ​ແລະ ​ໄດ້​ຮັບປະກັນນັ້ນ ​ໄດ້​ກາຍ​ເປັນ​ແຮງຈູງ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຊາວນາ ຊຶ່ງ​ໄດ້​ຊຸກຍູ້​ໃຫ້​ຊາວນາ​ລົງທຶນ, ທຳ​ການ​ກະ​ເສດ​ສຸມ​ເພີ່ມ​ລະດູ​ການ, ຍົກ​ສູງ​ປະສິດທິພາບ​ການ​ຜະລິດ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ. ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຊາວນາ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ແຂງ​ແຮງ​ໃນ​ການ​ຜະລິດ ​ແລະ ​ໄດ້​ສ້າງ​ການ​ຫັນປ່ຽນ​ທີ່​ສຳຄັນ​ທາງ​ດ້ານປະສິດທິພາບ​ແຮງ​ງານ ​ແລະ ປະສິດທິ​ຜົນ​ເສດຖະກິດ - ສັງຄົມ.

​ໃນ​ຂະ​ບວນວິວັດ​ການ​ກໍ່ສ້າງ, ວາງກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງນັ້ນ ຄວນ​ເກັບ​ກຳ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພີ່ນ້ອງ​ຊາວນາ, ຍ້ອນວ່າ​ ຊາວນາ ຈາກ​ພຶດຕິ​ກຳ​ຊີວິດ​ປະຈຳ​ວັນ, ອາດ​ຈະ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ດີ, ບົດຮຽນ​ທີ່​ອຸດົມສົມບູນ ​ໃຫ້​ແກ່ຜູ້ນຳ ຜູ້​ບໍລິຫານ​ຄຸ້ມ​ຄອງ. ​ເມື່ອ​ແຜນ​ນະ​ໂຍບາຍ ​ແນວທາງ​ຖືກ​ຮັບຮອງ​ເປັນ​ທາງ​ການ​ແລ້ວ ​ແມ່ນ​ຕ້ອງ​ຍູ້​ແຮງ​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ໃຫ້​ຊາວນາ​ເຂົ້າ​ໃຈ ​ແລະ ຮູ້​ເຫັນ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ, ຊ່ວຍ​ໃຫ້​ເຂົາ​ຕື່ນ​ຕົວ​ສະໝັກ​ໃຈ​ປະຕິບັດ.

ພັກຈະ​ປະຕິບັດ​ບົດບາດນຳ​ພາ​ຂອງ​ຕົນ​ໄດ້​ ກໍຕໍ່​ເມື່ອ “ຄວາມ​ຄິດ​ຂອງພັກ​ຖືກ​ໃຈ​ປະ​ຊາ​ຊົນ”, ​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຢ່າງ​ສຸດ​ໃຈ​ຂອງ​ປະຊາຊົນ. ທ່ານ​ປະທານ​ໂຮ່ຈີ​ມິນ​ ເຄີ​ຍ​ເຕືອນ​ວ່າ: ວຽກ​ງານ​​ເບົາ​ພໍກຼາມ​ຖ້າ​ບໍ່​ມີ​ປະຊາຊົນ​ກໍ່ຈະ​ເຮັດ​ບໍ່​ໄດ້, ວຽກ​ງານ​​ໜັກ​ເທົ່າ​​ໂຕນຖ້າ​ປະຊາຊົນ​ລົງມື​ກໍ່​ຈະ​ແລ້ວ. ​ຖ້າ​ຫາກແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ຖືກ​ໃຈ​ປະຊາຊົນ, ປະຊາຊົນ​ເຂົ້າ​ໃຈດີ, ​ເຖິງ​ວ່າ​ແນວທາງ ​ແຜນ​ນະ​ໂຍບາຍ​ນັ້ນ​ຈະ​ຫຍຸ້ງຍາກ​ປານ​ໃດ​ກໍ່ຕາ​ມ ​ແຕ່​ປະຊາຊົນ​ກໍ່ຈະ​ຫາ​ວິທີ​ປະຕິບັດ​​ໃຫ້​ຈົນ​ໄດ້. ປະຊາຊົນ​ສະໜັບສະໜູນ​ຫຼາຍ ພວກ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ​ຫຼາຍ, ປະຊາຊົນ​ສະໜັບສະໜູນ​ໜ້ອຍ ພວກ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ​ໜ້ອຍ. ປະຊາຊົນ​ບໍ່ສະໜັບສະໜູນ​ ພວກ​ເຮົາ​ຈະປະລາ​ໄຊ. ​ໃນການວາງ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່ ກໍ່​ຕ້ອງ​ທາ​ບທາມ​ຄວາມຄິດ​ຄວາມ​ເຫັນ​ຂອງ​ພີ່ນ້ອງ​ຊາວນາ; ຕ້ອງ​ວາງ​ແຜນ​ກຳນົດ​ຄື​ແນວ​ໃດ​ ເພື່ອ​ໃຫ້​ຊົນນະບົດ​ໃໝ່ສືບ​ທອດ​ມູນ​ເຊື້ອ​ຂອງ​ຊາດ​ໄດ້ ທັງ​ຮັບ​ເອົາ​ປັດ​ໄຈ​ທັນ​ສະ​ໄໝ, ສະດວກ​ດີ​ໃຫ້​ແກ່ການ​ດຳລົງ​ຊີວິດ ​ແລະ ການ​ຜະລິດ​ຂອງ​ຊາວນາ.

ທີ​ຫົກ, ຊາວນາ​ເປັນ​ຜູ້​ປະກອບສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ຈັດ​ຕັ້ງ ອົງຄະ​ນະ​ການ​ເມືອງ - ສັງຄົມ.

ຕ້ອງ​ໂຄສະ​ນອົບຮົມ, ຂົນ​ຂວາ​ຍ​ ເຮັດ​ໃຫ້​ຊາວນາ​ຫຼາຍ​ຄົນ​ຕື່ນ​ຕົວ ສະໝັກ​ໃຈສູ້​ຊົນ​ ເພື່ອ​ກາຍ​ເປັນ​ສະມາຊິກ​ພັກ, ​ເຮັດ​ໃຫ້​ກຳລັງ​ສະມາຊິກ​ພັກ​ຢູ່​ຊົນນະບົດ​ນັບ​ມື​ນັບ​ຫຼວງ​ຫຼາຍ. ຊາວນາ​ຕ້ອງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ​ສັງຄົມຢູ່​ເຂດ​ຊຸມ​ຊົນ; ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ສິ່ງ​ຫຍໍ້​ທໍ້ ​ເຮັດ​ໃຫ້​ພັກ​ນັບ​ມື້​ນັບ​ສະອາດປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ຊາວນາ​ຕ້ອງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການປະກອບ​ຄວາມ​ຄິດ​ຄວາມ​ເຫັນ ​ໃນ​ຂະ​ບວນວີ​ວັດ​ການ​ກໍ່ສ້າງ​ທັດສະນະ, ​ແນວທາງ​ຂອງ​ພັກ, ບັນດາ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ທີ່​ພົວພັນ​ໂດຍ​ກົງ​ກັບ​ກະສິກຳ, ຊາວນາ ​ແລະ ຊົນນະບົດ, ປະກອບສ່ວນ​ເຮັດ​ໃຫ້​ບັນດາ​ທັດສະນະ​ດັ່ງກ່າວ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ, ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ, ຄວາມ​ປາຖະໜາ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວນາ.

ຊົນ​ຊັ້ນ​ຊາວນາ​ຕ້ອງ​ຕັ້ງໜ້າ​ເຂົ້າ​ຮ່ວມການ​ກໍ່ສ້າງ​ອຳນາດ​ການ​ປົກຄອງ​ໃນ​ແຕ່ລະ​ບ້ານ, ຕາ​ແສງ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ຮັກສາ “ລະບຽບ​ວິ​ໄນ​​ແຫ່ງຊາດ” ຢ່າງ​ເຂັ້ມ​ງວດ, ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງ​ຂວາງ​ໃນ​ປະຊາຊົນ. ຊາວນາ​ບໍ່​ພຽງ​ແຕ່​ກໍ່ສ້າງ ຫາກ​ຍັງ​ເປັນ​ຜູ້​ປົກ​ປັກ​ຮັກສາ​ອຳນາດ​ການ​ປົກຄອງ - ອຳນາດ​ລັດ. ​ໃນ​ປະຈຸ​ບັນ, ບັນດາ​ອິດ​ທິກຳລັງ​ສັດຕູ​ພວມ​ຫາ​ທຸກ​ວິທີ​ເພື່ອ​ແບ່ງ​ແຍກ​ຊາດ, ສາສະໜາ, ​ແບ່ງ​ແຍກ​ລັດ ​ແລະ ປະຊາຊົນ. ພວກ​ເຂົາ​ຫາ​ທຸກ​ວິທີ​ທາງ​ເພື່ອກໍ່ກວນ, ​ໃສ່​ຮ້າຍ​ປ້າຍສີ, ບິດ​ເບືອນ​ຄວາມ​ຈິງ​, ຕີ​ຄ້ອງ​ຮ້ອງ​ປ່າວ​ກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ, ຄວາມ​ແຕກ​ຕ່າງ​ກັນ ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ຊາວນາ ກັບ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ອື່ນ​ໃນ​ສັງຄົມ ​ເພື່ອ​ກໍ່​ຄວາມ​ສັບ​ສັນ ວຸ່ນວາຍ​​ໃນ​ສັງຄົມ. ​ໃນ​ຊຸມ​ປີ​ທີ່​ປ່ານ​ມາ, ຫຼາຍ​ອົງຄະ​ນະ​ພັກ​ຮາກ​ຖານ​ຢູ່​ທ້ອງ​ຖິ່ນ ​ໄດ້​ຖື​ບົດບາດ​ເປັນ​ແກ່ນສານ​ໃນ​ການ​ນຳພາປະຕິບັດ​ບັນດາ​ໜ້າ​ທີ່​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນດາກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ​ທີ່​ຜ່ານ​ມາ ລ້ວນ​ແຕ່​ເອົາ​ໃຈ​ໃສ່, ຕີ​ລາຄາ​ສູງ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຖື​ວ່າ ນີ້​ເປັນ​ໜ້າ​ທີ່ຈຸດ​ໜັກ​ໃຈກາງ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ໃນ​ສະ​ໄໝ​ນີ້. ຍ້ອນ​ແນວ​ນັ້ນ, ອິດ​ທິ​ພົນ​ຂອງຫຼາຍ​ອົງການ​ຈັດ​ຕັ້ງ​ພັກ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຜ່ານ​ການ​ເຄື່ອນ​ໄຫວ​ຕົວ​ຈິງ, ຖັນ​ແຖວ​ພະນັກງານຕາ​ແສງໄດ້​ເຕີບ​ໃຫຍ່ຢ່າງ​ໄວ, ຄວາມ​ສາມາ, ຈິດ​ໃຈ​ຮັບຜິດຊອບ, ຄວາມ​ສາມາດ ທັກ​ສະ​ຂົນຂວາຍ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ວຽກ​ງານ​ອົບຮົມ​ສຶກສາ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ຮາກ​ຖານຕາມ​ມາດຕະຖານ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຫຼາຍ​ແຫ່ງ​ໄດ້​ຈັດ​ວາງ​ພັດ​ປ່ຽນພະນັກງານ, ​ເພີ່​ທະວີ​ພະນັກງານ​ໃຫ້​ຕາ​ແສງ. ປະຕິບັດ​ເປັນ​ຢ່າງ​ດີ ​​ແຜນ​ງານ​ແຕ່ງ​ຕັ້ງ​ນັກຮຽນ​ຮູ້​ໜຸ່ມ​ໄປ​ເປັນ​ປະທານ​ຕາ​ແສງ​ທີ່​ທຸກ​ຍາກ ​ແລະ ຕາ​ແສງ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ເຂດ​ພູດ​ອຍ. ການ​ປະສານ​ສົມທົບ​ລະຫວ່າງ​ພັກ, ອຳນາດ​ການ​ປົກຄອງ, ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ໃນ​ການ​ຊີ້​ນຳ​ປະຕິບັດ​ແຜນ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ ນັບ​ມື້​ນັບ​ລະອຽດ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ. ມີ 72,4% ຈຳນວນ​ຕາ​ແສງ​ໄດ້​ບັນລຸ​ມາດຕະຖານ​ກ່ຽວ​ກັບ​ລະບົບ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ.

ທີ​ເຈັດ, ຊາວນາ​ເປັນ​ເຈົ້າພາບ​ໃນ​ການ​ກໍ່ສ້າງຊີ​ວິດວັດທະນະທຳຈິດ​ໃຈ, ພູມິປະ​ເທດ ​ແລະ ສິ່ງ​ແວດ​ລ້ອມ​ຊົນນະບົດ ຢູ່​ບັນດາ​ເຂ​ດຊົນນະບົດ.

ຊີ​ວິດວັດທະນະທຳຈິດ​ໃຈຢູ່​ຊົນນະບົດ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຈິດ​ໃຈ​ທັງ​ໝົດ​ຂອງ​ພົນລະ​ເມືອງ​ຊົນນະບົດ ຊຶ່ງ​ຕົ້ນຕໍ​ແມ່ນ​ຊາວນາ, ປະກອບ​ດ້ວຍ: ຮີດຄອງ​ປະ​ເພນີ, ​ແບບ​ແຜນ​ດຳລົງ​ຊີວິດ, ຄວາມ​ສຳພັນ​ລະຫວ່າງ​ພຶດຕິ​ກຳ​ຂອງ​ມະນຸດ​ກັບ​ມະນຸດ, ​ແບບ​ຈິນຕະນາການ, ການ​ເຄື່ອນ​ໄຫວ​ສິລະ​ປະ - ວັນນະຄະດີ​ ຢູ່​ເຂດ​ຊົນນະບົດ,... ຄວາມ​ພົວພັນ​ລະຫວ່າງ​ຊາວນາ​ນຳ​ກັນ ​ແມ່ນ​ຄວາມ​ຮັກ​ແພງ ມິດ​ຈິດ​ມິດ​ໃຈ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ, ​ເຄົາລົບ​ນັບຖື​ກັນ; ຄວາມ​ພົວພັນ​ໃກ້ຊິດ​ສະ​ໜິດ​ແໜ້ນ “ບ້ານ​ໃກ້​ເຮືອນ​ຄຽງ” ລະຫວ່າງ​ພີ່ນ້ອງ​ຊາວນາ​ນີ້ ຕ້ອງ​ໄດ້​ຮັກສາ, ​ເສີມ​ຂະຫຍາຍ ​ເພື່ອ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ກໍ່ສ້າງ​ບ້ານ​ວັດທະນະທຳ​ໃນ​ເຂດ​ຊົນນະບົດ.

ຮັກສາ​ຄຸນຄ່າ​ວັດທະນະທຳ ​ແມ່ນ​ເນື້ອ​ໃນ​ໜຶ່ງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແນ​ໃສ່​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຈິດ​ໃຈ​ທີ່​ດີງາມ​ ຢູ່​ເຂດ​ຊົນນະບົດ. ການ​ຟື້ນ​ຟູ, ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຄື ງານ​ບຸນ, ບັນດາ​ການ​ເຄື່ອນ​ໄຫວສິລະ​ປະ​​ແບບດັ້ງ​ເດີມຄື ​ແຕ່ງ​ອ່ານບົດ​ກະວີ, ຂັບ​ລຳ... ​ແມ່ນ​ວຽກ​ງານ​ຂອງ​ພີ່ນ້ອງ​ຊາວນາ, ຊຶ່ງ​ຕ້ອງ​ໄດ້​ຮັບ​ການ​ສົ່ງ​ເສີມ​ຕາມ​ທິດ​ຕັ້ງໜ້າ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ເພື່ອ​ບໍ່​ມີ​ການ​ເຄື່ອນ​ໄຫວ​ເຊື່ອຖື​ງົມງວາຍ ​ເຊື່ອ​ລາງ​ຖື​ຜີ, ການ​ຫຼອກລວງ​ຫາ​ກຳ​ໄລ ທີ່​ລົບ​ກວນ​ການ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​​ແລະ​ຄວາມ​ສະຫງົບປອດ​ໄພຢູ່​ເຂດ​ຊົນນະບົດ. ການ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ” ພວມ​ໄດ້​ຍົກ​ສູງ​ຄຸນ​ນະພາ​ບນັ້ນ ​ໄດ້​​ລະດົມ ສົ່ງ​ເສີມ​ຈິດ​ໃຈ​ສາມັກຄີ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ຊັ້ນ​ຄົນ​ປະຊາຊົນ ​ເພື່ອ​ພັດທະນາ​ເສດ​ຖະກິດ, ຮ່ວມ​ແຮງກັນ​ກໍ່ສ້າງ​ຊົນນະບົດ​ໃໝ່. ມີ 66,7% ຈຳນວນ​ຕາ​ແສງ​ໄດ້​ບັນລຸ​ມາດຕະຖານ​ກ່ຽວ​ກັບ​ວັດທະນະທຳ ​ແລະ ປະຊາຊົນປະມານ 40,8 ລ້ານ​ເທື່ອ​ຄົນ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວສິລະ​ປະ, ​ວັດທະນະທຳ, ກິລາ ກາ​ຍະ​ບໍລິຫານ, ​ເຄື່ອນ​ໄຫວ​ສະ​ໂມ​ສອນ​ຢູ່​ຊົນນະບົດ (ຢູ່​ບັນດາ​ແຂວງ​ທົ່ງພຽງ ມີ 27% ຈຳນວນ​ປະຊາຊົນ​ຝຶກ​ແອບກິລາ ກາ​ຍະ​ບໍລິຫານຢ່າງ​ເປັນ​ປະຈຳ; ຢູ່​ເຂດ​ພູດອຍ​ມີ 11%).

ກ່ຽວ​ກັບ​ພູມິ​ປະ​ເທດ ​ແລະ ສິ່ງ​ແວດ​ລ້ອມ​ຊົນນະບົດ, ​ໄດ້​ກໍ່ສ້າງ​ກິດຈະກຳ​ນ້ຳ​ສະອາດ​ລວມສູນຢູ່ 1.000 ​ແຫ່ງ, ​ເຂດ​ເກັບຂີ້​ເຍື່ອ​ສິ່ງ​ເສດ​ເຫຼືອ 500 ​ແຫ່ງ, ລະບົບ​ລະບາຍ​ນ້ຳ​ເສຍ 1.200 ​ແຫ່ງ. ຮອດ​ປີ 2015, ອັດຕາ​ສ່ວນ​ພົນລະ​ເມືອງ​ຊົນນະບົດ​ໃຊ້​ນ້ຳ​ສະອາດ​ປະມານ 86%, ​ໃນ​ນັ້ນ 45% ບັນລຸ​ມາດຕະຖານ QCVN 02/2009/BYT ຂອງ​ກະຊວງ​ສາທາລະນະ​ສຸກ; ປະມານ 65% ຈຳນວນ​ຫ້ອງ​ນ້ຳ​ບັນລຸ​ມາດຕະຖານດ້ານ​ອະນາ​ໄມ; 93% ຈຳນວນ​ໂຮງຮຽນ​ອະນຸບານ, ສາມັນ​ສຶກສາ ​ແລະ 95% ຈຳນວນ​ສຸກສາລາ​ຕາ​ແສງ​ມີ​ກິດຈະກຳ​ນ້ຳ​ສະອາດ(2).

ທີ​ແປດ, ຊາວນາ​ເປັນ​ເຈົ້າພາບ​ໃນ​ການ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງສັງຄົມ ຢູ່​ບັນດາ​ເຂດ​ຊົນນະບົດ.

ການ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນລະບຽບຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ບັນດາ​ເຂດ​ຊົນນະບົດ, ຮັບ​ປະກັນ​ຊີວິດ​ສະຫງົບ​ສຸກ ​ໃຫ້​ແກ່​ພີ່ນ້ອງ​ຊາວນາ ​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ໜຶ່ງ​ໃນ​ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ຢູ່​ຫວຽດນາມ. ຢາກ​ຮັກສາ​ບັນຍາກາດ​ສັນຕິສຸກ​ຢູ່​ບັນດາ​ເຂດ​ຊົນນະບົດ ​ແລະ ​ເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ, ຈຳກັດ​ດ້ານ​ຫຍໍ້​ທໍ້, ​ແຕ່​ລະ​ຄອບຄົວ​ຢູ່​ຊົນນະບົດ​ຕ້ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ ສັ່ງສອນ​ລູກ​ເຕົ້າ, ອົບຮົມ​ສຶກສາ​ຄຸນສົມບັດ​ສິນ​ທຳ ພ້ອມ​ດ້ວຍ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ; ຕໍ່ສູ້​ກັບ​ການ​ດຳລົງ​ຊີວິດ​ແບບ​ສອດ​ກະ​ຈາ, ​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດຕົວ​ຈິງ ທີ່​ບໍ່​ສອດຄ່ອງ​ກັບຮີດຄອງ​ປະ​ເພນີອັນ​ດີງາມຢູ່​ທ້ອງ​ຖິ່ນ. ​ເຂດ​ຊົນນະບົດ​ຕ້ອງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວປະສານ​ສົມທົບ​ ພ້ອມກັນປົກ​ປັກຮັກສາ ປົກ​ປ້ອງ​ຊັບ​ສິນ, ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ ​ໄດ້​ເອົາ​ໃຈ​ໃສ່​​ເປັນ​ສຳຄັນເຖິງ​ການ​ໂຄສະ​ນາ, ຂົນຂວາຍ​ປະຊາຊົນປະຕິບັດ​ເນື້ອ​ໃນ, ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ມາດ​ຕະການ​ກ່ຽວ​ກັບຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ໃນປະມວນ​ມາ​ຕະຖານ​ແຫ່ງ​ຊາດ ກ່ຽວ​ກັບ​ຊົນນະບົດ​ໃໝ່, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ “ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂ​ອງປະ​ເທດ​ຊາດ”; ກໍ່ສ້າງ ​ແລະ ​ແຜ່​ຂະຫຍາຍ​ຫຼາຍ​ຕົວ​ແບບ​ຄຸ້ມ​ຄອງ​ຕົນ​ເອງ​ທາງ​ດ້ານ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ເຊັ່ນ “ຊາວນາ​ກັບ​ກົດໝາຍ”, “ໝູ່​ບ້ານ​ສາສະໜາ​ທີ່​ສະຫງົບສຸກ”, “ວົງ​ຕະກູນບໍ່​ມີ​ອາດ​ຊະ​ຍາກ​ອນ ​ແລະ ບໍ່​ມີຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ”... ​ເຊື່ອມ​ຕິດ​ຂະ​ບວນການ “ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ” ກັບ​ຂະ​ບວນການ​ແຂ່ງຂັນ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ກໍ່ສ້າງ​ຊົນນະບົດ​ໃໝ່” ​ແລະ ການຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີກັນ​ກໍ່ສ້າງຊີວິດ​ວັດທະນະທຳຢູ່​ເຂດ​ຊຸມ​ຊົນ”. ​ເອົາ​ໃນ​ໃສ່​ກໍ່ສ້າງ, ປັບປຸງ​ກຳລັງ​ເຮັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂ​ດຊົນນະບົດ.

​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ລະບົບ​ການ​ເມືອງ, ​ເກັບກຳຄວາມ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ ຢ່າງ​ແໜ້ນ​ແຟ້ນ ທັນ​ການ; ຍູ້​ແຮງ​ວຽກ​ງານ​ໂຄສະນາ​, ອົບຮົມສຶກສາ, ຂົນຂວາຍ​ປະຊາຊົນຢູ່​ເຂດ​ຊົນນະບົດ ​ເພື່ອ​ເຮັດ​ເປັນ​ຢ່າງ​ດີ ​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ, ປ້ອງ​ກັນ​ແລະ​ຕ້ານ​ອາດຊະຍາ​ກຳ ​ແລະ ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ເປັນ​ຢ່າງ​ດີ​ຕົວ​ແບບຄຸ້ມ​ຄອງ​ຕົນ​ເອງ​ທາງ​ດ້ານ​ລະບຽບ​ຄວາມ​ສະຫງົບ, ​ໃນ​ເບື້ອງ​ຕົ້ນ​ໄດ້​ມີ​ແຮງ​ແຜ່​ຂະ​ຫຍາ​ຍ​ໃນ​ຊຸມ​ຊົນ (ບັນດາ​ແຂວງ​ຖາ​ຍບິ່ງ, ບິ່ງ​ທ້ວນ, ກວ໋າງນາມ...).

ຊາວນາ​ຫວຽດນາມ​ເຄີຍ​ມີ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ປະຕິວັດ, ​ໄດ້​ມີ​ສ່ວນ​ປະກອບ​ທີ່​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ຕະຫຼອດ​ລວງ​ຍາວ​ປະຫວັດສາດ​ແຫ່ງ​ການສ້າງ​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ, ປະຈຸ​ບັນ​ນີ້ ​ພວມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ​ທີ່​ສຳຄັນ​ໃນພາລະກິດຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຊົນ​ຊັ້ນ​ຊາວນາ​ຫວຽດນາມຈະຂຽນ​ຕໍ່​ບັນດາ​ໜ້າປະຫວັດ​ສາດທີ່​ສະຫງ່າ​ອົງອາດ​ ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ປະກອບສ່ວນ​ທີ່​ສົ​ມກຽດ​ເຂົ້າ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ແທດ​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ, ​ເຮັດ​ໃຫ້​ປະ​ເທດ​ຊາດ​ນັບ​ທື້ນັບ​ຮັ່ງມີ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ​ ສີວິ​ໄລ, ກ້າວ​ຢ່າງ​ໜັກ​ແໜ້ນ​ຂຶ້ນ​ສູ່ສັງຄົມ​ນິຍົມ. /.

​ໂດຍ ​ເຈືອງ​ຮວ່າ​ບິ່ງ

ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີປະຈຳການ​ລັດຖະບານ

-------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ເລກທີ 890 (​ເດືອນ​ທັນວາ 2016).

(1) ປະຈຸ​ບັນ, ຊາວນາ​ກວມ​ເອົາ​ຫຼາຍ​ກວ່າ 70% ຈຳນວນ​ພົນລະ​ເມືອງ ​ແລະ ຫຼາຍ​ກວ່າ 50 % ກຳລັງ​ແຮງ​ງານ​ສັງຄົມ​ຢູ່​ຫວຽດນາມ.

(2) ​ແຕ່, ອະນາ​ໄມ​ສິ່ງ​ແວດ​ລ້ອມ​ພວມ​ເປັນ​ບັນຫາ​ຮ້ອນ​ເຄືອງ​ຂອງ​ສັງຄົມ, ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ມາ​ຕະຖານ. ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ປະມານ 44% ຈຳນວນ​ຕາ​ແສງບັນລຸ​ມາດຕະຖານ​ທີ 17 ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ