ວັນອາທິດ, 24/9/2017
ການປະຕິວັດເຕັກໂນໂລຊີ ຄັ້ງທີ 4: ໂອກາດ ແລະ ຄວາມທ້າທາຍ ຕໍ່ເປົ້າໝາຍການເຕີບໂຕແບບຍືນຍົງ ຂອງຫວຽດນາມ
19/2/2017 17:53' ສົ່ງ ພິມ
ພາບປະກອບ (ພາບ: vfpress)

1- ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ອຸດສາຫະກຳ, ມະນຸດຊາດ​ຮ່ວມ​ເປັນ​ສັກຂີ​ພະຍານ ການປະຕິວັດອຸດສາຫະກຳ ສາມ​ຄັ້ງ: ທ້າຍ​ສະຕະວັດ​ທີ XVIII ດ້ວຍ​ການ​ປະດິດ​ສ້າງ​ເຄື່ອງ​ຈັກ​ອາຍ​ນ້ຳ, ທ້າຍ​ສະຕະວັດ​ທີ XIX ດ້ວຍ​ພະລັງງານ​ໄຟຟ້າ, ທ້າຍ​ສະຕະວັດ​ທີ XX ດ້ວຍ​ບົດບາດ​ຂອງ​ເອ​ເລັກ​ໂຕຣນິກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລ ການ​ຜະລິດ​ອັດຕະ​ໂນ​ມັດ. ດຽວ​ນີ້ ​ໂລກ​ພວມ​ເວົ້າ​ເຖິງ​ການ​ເລີ່ມຕົ້ນຂອງ ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ດ້ວຍສະຕິ​ປັນຍສະ​ເໝືອນ, ຍຸກ​ດິຈິ​ຕອນ ການ​ຂະຫຍາຍຕົວ​ຢ່າງ​ກ້າວ​ກະ​ໂດດ​ ຂອງ​ບັນດາ​ເຕັກ​ໂນ​ໂລ​ຊີສະຫະ​ວິທະຍາ​ການ, ສະຫະ​ສາຂາ​ວີ​ຊາຊີ​ບ, ຂ້າມ​ວິຊາ​ຊີບ ທີ່​ເຮັດ​ໃຫ້​ເສັ້ນ​ຂີດ​ຂັ້ນ​ ລະຫວ່າງ​ບັນດາ​ຂົງ​ເຂດ​ການ​ຄົ້ນຄວ້າ​ສະ​ເພາະ​ວິຊາ​ແບບ​ດັ້ງ​ເດີມ ຈາງ​ຫາຍ​ໄປ, ​ເຊັ່ນ ຟີຊິກ, ​ເຕັກນິກ​ດິຈິ​ຕອນ ​ແລະ ຊີວະວິທະຍາ. ຄວາມ​ໄວ​ໃນ​ການ​ພັດທະນາ​ເພີ່ມ​ຂຶ້ນຕາມ​ຕົວ​ເລກກຳ​ລັງ ​ແລະ ຂະໜາດ​ຂອງການ​ປະ​ທົບ​ຂອງ​ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່​ສະ​ໄໝ​ປະຈຸ​ບັນ​ ໄດ້​ແລະ​ພວມ​ເຮັດ​ໃຫ້ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ - ສັງຄົມ, ທຸກ​ລະບົບ​ການ​ຜະລິດ, ການຄຸ້ມ​ຄອງ ​ແລະ ການບໍລິຫານ ຕ້ອງມີ​ການ​ປ່ຽນ​ແປງ​ໄປ.

ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ນຳ​ມາ​ຊຶ່ງ​ໂອກາດ ​ແລະ ຄວາມ​ທ້າ​ທາຍ​ໃຫຍ່​ຫຼວງ​ທີ່​ສຸດ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້ ກາຍ​ເປັນ​ສິ່ງ​ທີ່​ເປັນ​ໄປ​ໄດ້. ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິຜົນ ​ຊອງ​ຜະລິດ​ຕະພັນ, ​ບໍລິການ ​ເພີ່ມ​ຂຶ້ນ; ຄ່າ​ໃຊ້​ຈ່າຍ​ການ​ຄ້າ​ຫລຸດ​ລົງ ຈະ​ເຮັດ​ໃຫ້​ລາຍ​ໄດ້​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຊຸກຍູ້​ຄວາມ​ໄວ ​ແລະ ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ເສດຖະກິດ, ຍົກ​ສູງ​ຄຸນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ສ່ວນ​ຕົວ.

​ໃນ​ດ້ານ​ເສດຖະກິດ, ການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4 ຈະ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ການ​ຜະລິດ, ຊຸກຍູ້​ພື້ນຖານ​ເສດຖະກິດ​ໂລກ ​ຫັນ​ໄປ​ສູ່​ເສດຖະກິດ​ພູມ​ປັນຍາ - “ສະຫຼາດ”. ຜົນສຳ​ເລັດ​ໃໝ່​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ນຳ​ໃຊ້​ເພື່ອ​ເພີ່ມ​ປະສິດທິພາບ​ຂອງ​ຂະ​ບວນວິວັດ​ການ​ຜະລິດ, ​ແຈກ​ຢາຍ, ​ແລກປ່ຽນ, ການ​ບໍລິ​ໂພ​ກ ​ແລະ ການ​ຄຸ້ມ​ຄອງ, ບໍລິຫານ... ​ໃນ​ດ້ານ​ໂຄງ​ປະກອບ​ຂະ​ແໜງ​ການ​ເສດຖະກິດ, ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ພວມ​ເຮັດ​ໃຫ້​ລັກສະນະ​ລະຫວ່າງ​ອຸດສາຫະກຳ, ​ບໍລິການ ​ແລະ ກະສິກຳ  “ຈາງ​ຫາຍ​ໄປ”. ​ໃນ​ດ້ານ​ການ​ບໍລິ​ໂພ​ກ, ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ໂດຍ​ອາ​​ໄສການ​ເຂົ້າ​ເຖິງ​ໄດ້​ກັບ​ຜະລິດ​ຕະພັນ ​ແລະ ​ບໍລິການ​ໃໝ່​ຫຼາຍ​ຢ່າງ​ ທີ່​ມີ​ຄຸນ​ນະພາ​ບດີກວ່າ ລາຄາ​ຕ່ຳ​ກວ່າ.

​ໃນ​ດ້ານ​ການ​ຜະລິດ, ​ໃນ​ເວລາ​ຍາວ​ນານ, ການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4 ມີ​ຜົນ​ກະທົບທີ່​ຕັ້ງໜ້າ. ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ອັດຕະ​ໂນ​ມັດ ​ແລະ ນຳ​ໃຊ້​ດິຈິ​ຕອນ ​ໃນ​ຂະ​ບວນວິວັດ​ການ​ຜະລິດ, ​ເຮັດ​ໃຫ້​ຊັບພະຍາກອນ​ທຳ​ມະ​ຊາດ, ​ແຮງ​ງານ​ທຳ​ມະ​ດາ ​ເສຍທ່າ​ໄດ້​ປຽບ​ໄປ​ເທື່ອ​ລະ​ກ້າວ; ການ​ຜະລິດ​ຄ່ອຍໆ​ຖືກ​ຍົກຍ້າຍ​ໄປ​ສູ່​ບັນດາ​ປະ​ເທດ​ພັດທະນາ ພ້ອມ​ດ້ວຍ​ແຮງ​ງານ​ທີ່​ມີ​ທັກ​ສະ ​ແລະ ວິຊາ​ສະ​ເພາະສູງ ​ເປັນ​ຈຳນວນ​ຫຼາຍ. ​ເສດຖະກິດ​ໂລກ​ກ້າວ​ສູ່​ໄລຍະ ການ​ເຕີບ​ໂຕອີງ​ໃສ່​ກຳລັງ​ແຮງ​ເຕັກ​ໂນ​ໂລ​ຊີ​ ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ເປັນ​ຕົ້ນຕໍ່, ປ່ຽນ​ແທນ​ໃຫ້​ແກ່​ການ​ເຕີບ​ໂຕ​ອີງ​ໃສ່​ບັນດາ​ປັດ​ໄຈ​ສົ້ນ​ເຂົ້າ​ທີ່​ດັ້ງ​ເດີ​ມເປັນ​ຕົ້ນ​ຕໍ່.

ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ກໍ່​ພວມ​ແຕ້ມ​ແຜນ​ທີ່​ໂລກ​ຄືນ​ໃໝ່, ດ້ວຍການ​ຫຼຸດຜ່ອນ​ອຳນາດ​ຂອງ​ບັນດາ​ປະ​ເທດ​ທີ່​ອີງ​ໃສ່ການ​ຂຸດ​ຄົ້ນຊັບພະຍາກອນ​ເປັນ​ຕົ້ນ​ຕໍ່ ​ແລະ ການ​ເພີ່ນ​ກຳລັງ​ແຮງ​ຂອງ​ບັນດາ​ປະ​ເທດ​ທີ່​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ ​ແລະ ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເປັນ​ຕົ້ນ​ຕໍ່. ສຳ​ລັບ​ວິ​ສາ​ຫະກິດ, ​ເຕັກ​ໂນ​ໂລ​ຊີ​ສູງ​ພາ​ໃຫ້​ປົວ​ແປງ​ຄຸນ​ນະພາ​ບ, ຄວາມ​ໄວ ຫຼື​ລາຄາ, ​ເພີ່ມ​ທະວີ​ຄວາມ​ປົ່ງ​ໃສ, ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ບໍລິ​ໂພ​ກທີ່ກໍ່ສ້າງ​ຂຶ້ນ​ບົນ​ພື້ນຖານ​ບັນດາ​ເຄືອ​ຂ່າຍ​ເຄື່ອນ​ທີ່ ​ແລະ ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ, ພາ​ໃຫ້​ບໍລິສັດ​ຕ້ອງກຳນົດຄືນ​ໃໝ່​ວິວັດ​ການ​ອອກ​ແບບ, ຕະຫຼາດ ​ແລະ ວິວັດ​ການ​ສະໜອງ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ. ພາຍ​ໃຕ້​ການ​ກະທົບ​ຂອງການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4, ຜູ້​ຊື້​ນັບ​ມື້​ນັບ​ກາຍ​ເປັນ​ໃຈກາງ​ຂອງ​ພື້ນຖານ​ເສດຖະກິດ.

ການ​ກະທົບ​ເຖິງ​ສັງຄົມ, ​ໃນ​ບັນດາ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ມໍ່​ນີ້, ຄວາມບໍ່ສະ​ເໝີ​ພາບ​ທາງ​ດ້ານ​ລາຍ​ໄດ້​ໄດ້​ເພີ່ມ​ຂຶ້ນຢ່າງ​ໄວ, ​ແລະ ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ຈະ​ເພີ່ມທະວີ​ທ່າ​ອຽງ​ນີ້​ຕື່ມ​ອີກ ຍ້ອນ​ຜົນ​ກຳ​ໄລ​ຈາກທັກ​ສະ​ສູງ ​ແລະ ວິວັດ​ການ​ຫັນ​ເປັນ​ດິຈິ​ຕອນ, ຫັນ​ເປັນ​ອັດຕະ​ໂນ​ມັດ ​ເພີ່ມ​ຂຶ້ນຢ່າງ​ໄວ. ​ໃນ​ເວລາ​ນັ້ນ, ຜົນ​ກຳ​ໄລ​ຂອງທັກ​ສະງ່າ​ຍດາຍຖືກ​ປ່ຽນ​ແທນ ​ແລະ ຫຼຸດ​ລົງ​ຢ່າງ​ໄວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາ​ເຫດ​ຕົ້ນ​ຕໍ່​ ທີ່​ພາ​​ໄປ​ເຖິງການ​ເພີ່ມ​ຄວາມ​ບໍ່​ສະ​ເໝີ​ພາບ​ໃນ​ທົ່ວ​ໂລກ.

​ແຕ່, ກໍ່​ຕ້ອງ​ເຫັນ​ຄວາມ​ຈິງ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຕໍ່​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ທີ່​ຫວຽດນາມ​​ບໍ່ແມ່ນນອກ​ປະ​ເດັນ, ​ໃນ​ເມື່ອ​ຈຳນວນ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ ກວມສ່ວນ​ຫຼາຍ​ໃນ​ພົນລະ​ເມືອງ ​ແລະ ຍັງບໍ່​ທັນ​ໄດ້​ເຂົ້າ​ເຖິງ, ບໍ່​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ​ຈາກ​ຂະ​ບວນວິວັດ​ການ​ເຕີບ​ໂຕນີ້, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ການປະຕິວັດອຸດສາຫະກຳ​ທັນ​ສະ​ໄໝ​ ອາດ​ຈະ​ເຮັດ​ໃຫ້​ຄວາມ​ບໍ່​ສະ​ເໝີ​ພາບ ​ແລະ ການຜັນ​ແຍກຮັ່ງມີ​-ທຸກ​ຍາກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຍ້ອນ​ເຄື່ອງ​ຈັກ​ ແລະ ສະຕິ​ປັນຍາ​ທຽມ ປ່ຽນ​ແທນ​ໃຫ້​ແກ່ກຳລັງ​ຄົນ ​ແລະ ສ້າງ​ແຮງ​ດັນ​ຕໍ່​ຕະຫຼາດ​ແຮງ​ງານ. ຄວາມ​ຕ້ອງການ​ແຮງ​ງານ​ຄ່າ​ແຮງ​ຕ່ຳ ທັກ​ສະ​ຕ່ຳ ຈະ​ຖືກ​ປ່ຽນ​ແທນ​ດ້ວຍ​ຄວາມ​ຕ້ອງການກ່ຽວ​ກັບ​ກຳລັງຄົນ​ທີ່​ມີ​ລະດັບ​ສູງ ​ແລະ ຖ້າ​ຫາກບໍ່​ມີ​ວິທີ​ແກ້​ໄຂ​ສັງ​ລວມ ​ເພື່ອ​ຍົກ​ສູງ​ທັກ​ສະ​ຂອງ​ຜູ້​ອອກ​ແຮງ​ງານ​ແລ້ວ ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ຄື​ຫວຽດນາມ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ເຫຼືອ​ແຮງ​ງານ ​ແລະ ​ໄພ​ວ່າງງານ. ຄຽງ​ຂ້າງ​ກັບ​ບັນຫາ​ອະນຸ​ຮັກ​ລະບົບ​ນິ​ເວດ ​ແລະ ສິ່ງ​ແວດ​ລ້ອມ, ຄວາມ​ບໍ່​ສະ​ເໝີ​ພາບ​ ຈະ​ເປັນ​ບັນຫາ​ສັງຄົມ​ທີ່​ໃຫຍ່​ທີ່​ສຸດ ຊຶ່ງ​ບັນດາ​ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ ​ໃນ​ຂະ​ບວນວິວັດ​ການ​ຂຸດຄົ້ນ​ບັນດາ​ທ່າ​ໄດ້​ປຽບ​ ຂອງການປະຕິວັດອຸດສາຫະກຳ​ ​ເພື່ອ​ການ​ເຕີບ​ໂຕ​ເສດຖະກິດ.

ກະ​ແສ​ຟອງ​ແຫ່ງການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ສູງ ​ໄປ​ຄຽງ​ຄູ່​ກັບ​ການ​ເຊື່ອມ​ໂຍງ ​ແລະ ການ​ເປີດ​ເສລີຂອງ​ການ​ຄ້າ​ທົ່ວ​ໂລກ ຈະ​ສ້າງ​ເປັນ​ແຮງ​ໜີບ​ແຂ່ງຂັນທີ່​ແຮງ​ທີ່​ສຸດ​ ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ, ບັງຄັບ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ້ອງ​ກວດຄືນ​ຕົວ​ແບບ​ທຸລະ​ກິດ; ປົວ​ແປງ​ແບບ​ວິທີ​ລຳລຽງ​ສະໜອງ​ຜະລິດ​ຕະພັນ, ການ​ບໍລິການ; ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ບໍ່ຢຸດຢັ້ງ ​ເພື່ອ​ຄ່ອງຕົວ​ກັບ​ການ​ປ່ຽນ​ແປງ​ຢ່າງ​ລຽນຕິດ​ ຂອງ​ຕະຫຼາດ. ຄວາມ​ທ້າ​ທາຍ​ຕໍ່​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ນັ້ນ​ແມ່ນຄວາມ​ຂາດ​ເຂີນ​ວິ​ໄສ​ທັດ​ຍາວ​ນານ, ຂາດ​ແຫຼ່ງການ​ເງິນ, ຂໍ້​ມູນ​ຂ່າວສານ ​ແລະ ​ແຫຼ່ງ​ແຮງ​ງານຄຸນ​ນະພາ​ບ ທັກ​ສະ​ສູງ ​ເພື່ອ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ.

ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ກໍ່​ຈະ​ສ້າງ​ແຮງ​ໜີບ​ຕໍ່​ບັນດາ​ອົງການ​ອຳນາດ​ສາທາລະນະ. ຍຸກ​ດິຈິ​ຕອນ ດ້ວຍ​ບັນດາ​ເຕັກ​ໂນ​​ໂລ​ຊີ​ໃໝ່, ພື້ນຖານ​ການ​ບໍລິຫານ​ຈັດການ​ໃໝ່ທີ່​ປ່ຽນ​ແປງ​ຢ່າງບໍ່​ຢຸດ​ຢັ້ງ ອະນຸຍາດ​ໃຫ້​ປະຊາຊົນ​ໄດ້ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງກວ່າ​ເກົ່າ​ ​ເຂົ້າ​ໃນບັນດາ​ການ​ເຄື່ອນ​ໄຫວ​ວາງ​ກຳນົດ​ນະ​ໂຍບາຍ, ພ້ອມ​ກັນ​ນັ້ນ, ບັນດາ​ອົງການ​ອຳນາດ​ສາທາລະນະ ອາດຈະ​ອິງ​ໃສ່ພື້ນຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ ​ເພື່ອ​ຍົກລະດັບລະບົບ​ຕິດຕາມ​ກວດກາ ​ແລະ ບໍລິຫານ​ປົກຄອງ​ສັງຄົມ​ຕາມ​ແບບ ລັດຖະບານ​ເອ​ເລັກ​ໂຕຣນິກ, ຕົວ​ເມືອງ​ສະຫຼາດ... ຍ້ອນ​ແນວ​ນັ້ນ ກົງ​ຈັດ​ບໍລິຫານ​ລັດ​ຈຳ​ເປັນ​ຕ້ອງ​ໄດ້ດັດ​ແປງຕາມ​ທິດ​​ໂປ່​ງ​​ໃສ ​ແລະ ມີ​ປະສິດທິ​ຜົນ. ບັນດາ​ຜູ້​ວາງ​ນະ​ໂຍບາຍ ​ແລະ ກົດໝາຍ ກໍ່​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນຕະນາການ, ຝຶກ​ຝົນຫຼໍ່​ຫຼອມ​ຍົກ​ສູງ​ຄວາມ​ສາມາດ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ກັບ​ຂົງ​ເຂດ​ວິ​ສາ​ຫະກິດ ​ແລະ ບັນດາ​ກຳລັງ​ສັງຄົມ ​ເພື່ອ​ສາມາດປັບ​ປ່ຽນ​ຢ່າງ​ໄຫວ​ພິບ ​ແລະ ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ໃໝ່​ຕ່າງໆ, ​ເຂົ້າ​ໃຈ​ຮັບ​ຮູ້​ໄດ້​ສະພາບ​ການ​ໃໝ່ ຈຶ່ງ​ສາມາດ​ດັດສົມ​ການ​ປ່ຽນ​ແປງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ, ສັງຄົມ​​ໃຫ້​ແທ​ດ​ເໝາະ. ຄຽງ​ຂ້າງ​ນັ້ນ, ບັນດາ​ສິ່ງ​ທ້າ​ທາຍ​ຈາກການ​ກະທົບ​ຂອງ​ກະ​ແສ​ຟອງ​ເຕັກ​ໂນ​ໂລຊີ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ສູງ ຕໍ່​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ແລະ ​ໃນ​ພາກ​ພື້ນ ກໍ່​ຕ້ອງ​ມີ​ວິທີ​ແກ້​ໄຂ​ທີ່​ສັກສິດ ​ເພື່ອ​ຮັບ​ມື​ຢ່າງມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ອາວຸດ​ຊີ​ວະພາບ, ອາວຸດ​ອັດຕະ​ໂນ​ມັດ... ທີ່​ມີ​ຜົນ​ກະທົບ​ຂ້າມ​ຊາດ.

2- ​ເພື່ອ​ເປັນ​ເຈົ້າ​ການຮັບ​ມື​ກັບ​ບັນດາ​ການ​ກະທົບ​ຂອງການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4, ​ເກັບ​ກຳ​ໂອກາດ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຫວຽດນາມ​ໄດ້ ​ແລະ ພວມ​ຕັ້ງ​ໝັ້ນ​ປະຕິບັດ​ທັດສະນະ ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດ, ປ່ຽນ​ແປງ​ໃໝ່​ຕົວ​ແບບການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ​​ແຮງ​ງານ ​ແລະ ​ກຳລັງແຮງ​ແຂ່ງຂັນຂອງ​ລະບົບ​ເສດຖະກິດ; ​ແກ້​ໄຂ​ຢ່າງ​ກົມກຽວລະຫວ່າງ​ເປົ້າໝາຍສະ​ເພາະ​ໜ້າ ​ແລະ ​ເປົ້າ​ໝາຍ​ຍາວ​ນາມ, ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະ​ຕະບັດ​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ, ຮັບ​ປະກັນຄວາມ​ປອດ​ໄພ ​ແລະ ​ສະຫວັດດີ​ການສັງຄົມ, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ຮັ່ງມີ-ທຸກ​ຍາກ ​ແລະ ຍົກ​ສູງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ.

​ໃນ​ສະພາບ​ທີ່​ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ແຫຼ່ງພະລັງ​ຖືກ​ຈຳກັດ, ລັດຖະບານ​ຍັງ​ຄົງ​ບຸລິມະສິດ​ໃຫ້​ແກ່​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງກຳລັງ​ຄົນ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານວິທະຍາສາດ ​- ​ເຕັກ​ໂນ​ໂລ​ຊີ ຊຶ່ງ​ຖື​ວ່າ​ນີ້​ເປັນ​ໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ. ສຳລັບ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ໃນ​ສັງຄົມ, ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ຢ່າງ​ຄົບ​ຊຸດ​ ຫຼາຍ​ນະ​ໂຍບາຍ, ວິທີ​ແກ້​ໄຂ​ສ້າງ​ວຽກ​ເຮັດ​ງານ​ທຳ, ລາຍ​ໄດ້ ​ໂດຍ​ຜ່ານ​ການ​ບຳລຸ​ງສ້າງ​ອາຊີບ ​ແລະ ຊ່ວຍ​ເຫຼືອ​ດ້ານສິນ​ເຊື່ອ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຝຶກ​ອົບຮົມ​ວິຊາ​ອາຊີບ​ ໃຫ້​ຊາວ​ໜຸ່ມ​ຊົນນະບົດ​, ຊາວນາ, ຄົນ​ໃນ​ຄອບຄົວ​ທຸກ​ຍາກ, ​ໃກ້​ຈະ​ທຸກ​ຍາກ, ຄົນ​ພິການ, ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ແຮງ​ງານ​ຜູ້ຍິງ. ຄຽງ​ຂ້າງ​ບັນດາ​ໂຄງການ​ແຫ່ງ​ຊາດ ກ່ຽວກັບການຄົ້ນຄວ້າວິທະຍາສາດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຍົກ​ສູງ​ກຳລັງບົ່ມ​ຊ້ອນ, ລະດັບວິທະຍາສາດ ​- ​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ ຮັບ​ໃຊ້​ໃຫ້​ແກ່​ການພັດທະນານັ້ນ, ລັດຖະບານ​ກໍ່​ໄດ້​ໃຊ້​ງົບປະມານ​ ເພື່ອ​ລົງທຶນ​ໃນ​ບັນດາ​ໂຄງການ​ຊ່ວຍ​ເຫຼື​ອປະ​ຢຸກ​ໃຊ້ ​ນະ​ວັດຕະ​ກຳ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮັບ​ໃຊ້​ໃຫ້​ແກ່​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ນະ​ໂຍບາຍ​ເຕີບ​ໂຕ​ສີຂຽວ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ກວ່າ​ແຕ່​ກ່ອນ ​ໂດຍ​ຜ່ານບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຕິດຕາມກວດກາ, ກວດກາ​ບັນດາ​ແຫຼ່ງມົນ​ພິດ​ສິ່ງ​ແວດ​ລ້ອມ​ ໃນ​ການ​ເຄື່ອນ​ໄຫວ​ຜະລິດ​ອຸດສາຫະກຳ.

ການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4 ພວມ​ເກີດ​ຂຶ້ນ​ຢ່າງ​ໄວຕາມ​ຕົວ​ເລກ​ຄູນ ​ແລະ ມີ​ການ​ກະທົບ​ຢ່າງ​ແຮງ​ເຖິງ​ຫວຽດນາມ, ທັງ​ການ​ກະທົບ​ສະດວກ​ດີ ກໍ່​ຄື​ການ​ກະທົບ​ທີ່​ບໍ່​ດີ. ຖ້າ​ຫາກ​ນຳ​ໃຊ້​​ໂອ​ກາດ​ໄດ້ເປັນ​ຢ່າງ​ດີ ​ແລະ ຜ່ານຜ່າສິ່ງ​ທ້າ​ທາຍ​ໄດ້, ຫວຽດນາມ​ຈະ​ສາມາດ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ​ພັດທະນາ​ກັບ​ບັນດາ​ປະ​ເທດຈະ​ເລີ​ນກ້າວໜ້າ ​ແລະ ປະຕິບັດ​ໄດ້​ ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ ໂດຍ​ໄວ; ກົງ​ຂ້າມ, ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ​ພັດທະນາກັບ​ບັນດາ​ປະ​ເທດ​ຈະ​ເລີ​ນກ້າວໜ້າ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ. ​ເພື່ອ​ແກ້​ໄຂ​ຄວາມ​ທ້າ​ທາຍ, ສວຍ​ໃຊ້​​ໂອ​ກາດ​ໄດ້​ເປັນ​ຢ່າງ​ດີ, ຫວຽດນາມ​ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ໂຄງການ​ດຳ​ເນີນ​ງານ​ຄູ່: ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພົວພັນ​ເຖິງ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ທີ່​ຍັງ​ຄົງ​ຄ້າງ​ແຕ່​ໄລຍະ​ການ​ເຕີບ​ໂຕ​ຮ້ອນ​ກ່ອນ​ໜ້າ​ນີ້; ສວຍ​ໃຊ້​ໂດຍ​ໄວ​ ບັນດາ​​ໂອກາດ ​ແລະ ຜ່ານ​ຜ່າ​ຄວາມ​ທ້າ​ທາຍ​ຕ່າງໆທີ່ປະກົດ​ຂຶ້ນ ​ທີ່​ພົວພັນ​ເຖິງການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4 ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ແຜນການ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບ​ການ​ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ ຕ້ອງປະກອບ​ດ້ວຍ​ບັນດາ​ເນື້ອ​ໃນທີ່​ພົວພັນ​ເຖິງ​ສອງ​ກຸ່ມ​ດັ່ງກ່າວນີ້, ​ໃນ​ນັ້ນ ​ຕ້ອງ​ກຳນົດ​ບັນດາ​ໂອກາດ ​ແລະ ຄວາມ​ທ້າ​ທາຍ ທີ່​ພົວພັນ​ເຖິງການປະຕິວັດອຸດສາຫະກຳ ​ຄັ້ງທີ​ 4 ​ເໝືອນ​ດັ່ງ​ເນື້ອ​ໃນ​ຈຳ​ເປັນ ຂອງ​ການ​ໄຈ້​ແຍກ​ສະພາບ​ການ ​ເພື່ອດັດສົມ​ເລກ​ຄາດໝາຍ​ຂອງ​ແຜນການພັດທະນາ​ໄລ​ບະ​ກາງ ​ແລະ ​ໄລຍະ​ຍາວ, ພິ​ເສດ​ແມ່ນ​​ແຜນການ​ລົງທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຂະໜາດ​ໃຫຍ່, ກ່ອນ​ອື່ນ​ແມ່ນ ອິນ​ເຕີ​ເນັດ, ຂໍ້​ມູນ​ຂ່າວສານ, ການສື່ສານ… ​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ບັນດາ​ອົງການ​ຄົ້ນຄວ້າ​ກຳນົດ​ນະ​ໂຍບາຍ ກໍ່​ຄື​ຂົງ​ເຂດ​ວີ​ສາ​ຫະກິດ (​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ພະລັງງານ, ຂຸດ​ຄົ້ນ​ຊັບພະຍາກອນ, ອຸດສາຫະກຳ​ການ​ຜະລິດ ຍ້ອນ​ວ່າ​ບັນດາ​ຂະ​ແໜງ​ການ​ນີ້​ອາດ​ຈະ​ຖືກ​ຜົນ​ກະທົບ​ຫຼາຍ) ​ແລະ ຂົງ​ເຂດ​ທະນາຄານ​ກ່ຽວກັບ​ການ​ປະຕິວັດ​ອຸດ​ສາ​ຫະກຳ ຄັ້ງທີ​ 4 ​ເພື່ອ​ຊ່ວຍ​ດັດສົມ​ແຜນການ​ທຸລະ​ກິດ ​ແລະ ລົງທຶນ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ເພື່ອ​ຊ່ວນກີດ​ກັ້ນໜີ້​ສິນ​ເສຍ ທີ່​ເກີດ​ຂຶ້ນ​ໃນ​ອະນາຄົດ.

​ໃນ​ໄລຍະ​ຍາວ, ຫວຽດນາມ​ຕ້ອງ​ຫັນປ່ຽນ​ໂດຍ​ໄວ ​ຈາກຂໍ້​ດີ​ປຽບທຽບ​ລະດັບ​ຕ່ຳ ມາ​ເປັນ​ຂໍ້​ດີ​ປຽບທຽບ​ລະດັບ​ສູງ​ກວ່າ ​ແລະ ຕ້ອງ​ມີ​ຂໍ້​ດີ​ປຽບທຽບ​ຫຼາຍ​ຮູບ​ຫຼາບ​​ແບບ. ຢາກ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ສົມທົບ​ຫຼາຍ​ປັດ​ໄຈ​ພ້ອມ​ບາດ​ດຽວ, ​ເຊັ່ນ ທີ່​ຕັ້ງ​ທາງ​ພູມິສາດ​ທີ່​ສະ​ກວດ​ດີ, ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ພ້ອມ ​ແລະ ​ແຫຼ່ງກຳລັງ​ຄົນ​ທີ່​ອຸດົມ​ສົມ​ບູນ, ​ໃນ​ນັ້ນ​ແຫຼ່ງກຳລັງ​ຄົນ​ເປັນ​ປັດ​ໃຈ​ຫຼັກ​ແຫຼ່ງ. ພົນລະ​ເມືອງ​ຫວຽດນາມ​ຫຼາຍ​ກວ່າ 70% ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ, ​ໃນ​ອະ​ນາ​ຄົດ​ອັນ​ໃກ້ນີ້, ບັນດາ​ຂົງ​ເຂດ​ນີ້​ຍັງ​ມີ​ບົດບາດ​ສຳຄັນ​ຕໍ່​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ​ແຕ່, ຕ້ອງ​ສືບ​ຕໍ່​ລົງທຶນ​ພັດທະນາ​ໃນ​ລະດັບ​ເຂັ້ມ​ຂົ້ນກວ່າ​ອີກ ​ເພື່ອ​ແນ​ໃສ່​ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເພີ່ມສະມັດ​ຕະພາບ, ຄຸນ​ນະພາ​ ​ແລະ ຄຸນຄ່າ​ເພີ່ນ​ສູງ​ກວ່າ​ອີກ.

ຍົກ​ສູງ​ຄວາມ​ສາມາດ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ, ສົ່ງ​ເສີມ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຊຸກຍູ້​ການ​ສ້າງ​ຕັ້ງ​ບັນດາກຸ່ມ​ອຸດສາຫະກຳ​ການ​ເຊື່ອມ​ໂຍງ; ​ໃຫ້​ບຸລິມະສິດ​ແກ່​ການ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ ຕິດ​ກັບ​ການ​ປັບປຸງ​ລັກສະນະ​ເຊື່ອມ​ຕໍ່ (​ເປີດ​ກວ້າງ​ລະດັບ​ຄວາມ​ປົກ​ຫຸ້ມ, ​ເພີ່ມຄວາມ​ໄວ​ໃນ​ການ​ເຂົ້າ​ເຖິງອິນ​ເຕີ​ເນັດ ​ແລະ ລົດ​ລາຄາ​ການ​ນຳ​ໃຊ້ອິນ​ເຕີ​ເນັດ); ພັດທະນາ​ຕະຫຼາດທຶນ​ໄລຍະ​ຍາວ ​ແລະ ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ກອງ​ທຶນກ້າ​ສ່ຽງ ຕິດ​ກັບພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ປະດິດ​ສ້າງ. ປະຕິບັດ​ນະ​ໂຍບາຍ​ອຸດສາຫະກຳ​ທີ່​ສອດຄ່ອງ ​ເພື່ອ​ເພີ່ມ​ທະວີການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ ກັບ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ພິ​ເສດ​ແມ່ນ​ ມີ​ບັນດາ​ມາດ​ຕະການ​ເພື່ອ​ຊ່ວຍ​ໜູນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມຕົ້ນ​ໃໝ່ ​ແລະ ວິ​ສາ​ຫະກິດ​ທີ່​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ໃນບັນດາ​ຂົງ​ເຂດປະ​ຢຸກ​ໃຊ້ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ ​ເຕັກ​ໂນ​ໂລ​ຊີ, ອຸດ​ສະຫະ​ກຳ​ສະໜັບສະໜູນ ທີ່​ຕິດ​ກັບ​ພວງ​ພະນັງ​ມູນຄ່າ​ທົ່ວ​ໂລກ; ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ ລະຫວ່າງ​ລັດ, ຂົງ​ເຂດ​ວິ​ສາ​ຫະກິດ ​ແລະ ບັນດາ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ບາງ​ຂະ​ແໜງ​ການ​ເລືອກ​ເຟັ້ນ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ປະຕິບັດ​ການ​ປະຕິ​ຮູບ​ການ​ສຶກສາກໍ່ສ້າງ​ ຢ່າງ​ແຂງ​ແຮງ ຕາມ​ທິດ​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ແຂງ​ແຮງ​ແກ່​ບັນດາຂະ​ແໜງ​ການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ດ້ວຍ​ລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ. ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ຊາວ​ໜູ່ມ, ​ແນະນຳ​ນັກຮຽນ​ເຂົ້າຮຽນ​ໃນ​ບັນດາ​ຂະ​ແໜງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ບຳລຸ​ມຫຼໍ່ລ້ຽງ​ບັນດາ​ທັກ​ສະ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ສົ່ງ​ເສີມການ​ຮ່ຳຮຽນ​ຕະຫຼອດ​ຊີວິດ, ຮ່ຳຮຽນ​ຢ່າງ​ຕໍ່​ເນື່ອງ ບົນ​ພື້ນຖານ​ສວຍ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີການ​ຮ່ຳຮຽນ​ໃໝ່ ອີ​ງໃສ່​ອິນ​ເຕີ​ເນັດ. ມີ​ກົນ​ໄກ​ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ລະຫວ່ງວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ສຶກສາ​ກໍ່ສ້າງ.

ຄຽງ​ຂ້າງ​ກັບ​ບັນດາ​ວິທີ​ແກ້​​ໄຂທາງ​ເສດຖະກິດ​ແລະ​ສັງຄົມ​ດັ່ງກ່າວ​ເທິງ​ນີ້, ​ໃນ​ແງ່​ນະໂຍບາຍວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ເພື່ອ​ຈະ​ສາມາດ​ກຳ​ໂອກາດ, ຜ່ານ​ຜ່າ​ຄວາມ​ທ້າ​ທາຍ​ຂອງການປະຕິວັດອຸດສາຫະກຳ​ທັນ​ສະ​ໄໝ ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຫວຽດນາມ​ຕ້ອງ​ເປັນ​ເຈົ້າ​ການ​ກະກຽມ​ບັນດາ​ມາດ​ຕະການ​ຮັບ​ມື​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ກຳນົດ​ບັນດາ​ທິດ​ທາງ​ເຕັກ​ໂນ​ໂລ​ຊີ, ບັນດາ​ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ອຸດສາຫະກຳ​ທີ່​ຫວຽດນາມຄວນ​ບຸລິມະສິດ​ການ​ພັດທະນາ​ໃນ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ເພື່ອ​ເດີນລັດ​ໄປ​ຂ້າງ​ໜ້າບັນດາ​ທ່າ​ອຽງ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ໃນ​ໂລກ (ອີງ​ໃສ່​ສະຕິ​ປັນຍາສະ​ເໝືອນ, ຍຸກ​ດິຈິ​ຕອນ, Internet of Things); ປ່ຽນ​ແປງ​ໃໝ່​ການ​ກຳນົດ​ໜ້າ​ທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີລະດັບ​ຊາດ ທີ່​ສອດຄ່ອງ​ກັບ​ທ່າ​ອຽງພັດທະນາ​ການ​ຄົ້ນຄວ້າສະຫະ​ວິທະຍາ​ການ ​ແລະ ຂ້າມ​ວິຊາ​ການ ຊີວະ​ວິທະຍາ, ຟີ​ຊິກ ​ແລະ ​ເຕັກນິກ​ດິຈິ​ຕອນ.

ທີ​ສອງ, ຫັນປ່ຽນ​ຈຸດ​ໜັກ​ຂອງ​ນະ​ໂຍບາຍວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຈາກ​ບ່ອນ​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ - ຜັນ​ຂະຫຍາຍ (R&D) ​ເປັນ​ຕົ້ນ​ຕໍ່ ມາ​ເປັນ​ການ​ລົງທຶນ​ໃຫ້​ແກ່​ການ​ຫັນ​ຜົນງານ​ການ R&D ​ເປັນ​ການ​ຄ້າ ​ເປັນ​ສຳຄັນ; ຖື​ເອົາ​ວິ​ສາ​ຫະກິດ​ເປັນ​ໃຈກາງ​ຂອງ​ລະບົບການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ.

ສຸມ​ໃສ່​ຍົກ​ສູງຄວາມ​ສາມາດ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ ຂອງ​ວິ​ສາ​ຫະກິດ; ​ຈ່າຍ​ງົບປະມານ​ທີ່​ເໝາະ​ສົມ​ໃຫ້​ແກ່​ການ​ນຳ​ເຂົ້າ ​ແລະ ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ຂອງ​ໂລກ. ພ້ອມ​ນັ້ນ ກໍ່​ສຸມ​ໃສ່​ລົງທຶນ​ໃຫ້​ແກ່​ການ​ຄົ້ນຄວ້າ​ປະ​ຢຸກ​ໃຊ້​ ເພື່ອຍົກຄວາມ​ສາມາດ​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ​ຂຶ້ນ​ຢ່າງ​ໄວ, ຍົກ​ລະດັບ​ການ​ອອກ​ແບບ, ຜະລິດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ທີ່​ບຸລິມະສິດ.

​ໃນ​ເງື່ອນ​ໄຂ​ແຫຼ່ງພະລັງ​ຖືກ​ຈຳກັດ, ນະ​ໂຍບາຍ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ເລີ່​ມຕົ້ນ​ການ​ທຸລະ​ກິດ​ ບໍ່​ຄວນ​​ເຮັດ​ແບບ​ລວມໆ, ກະ​ແຈກ​ກະ​ຈ່າຍ, ພຽງ​ແຕ່​ເພີ່ມ​ຈຳນວນ​ວິ​ສາ​ຫະກິດ​ເລີ່​ມຕົ້ນ​ການ​ທຸລະ​ກິດ​ເທົ່າ​ນັ້ນ, ​ແຕ່​ສິ່ງ​ສຳຄັນ​ແມ່ນ ​ຕ້ອງ​ລວມສູນ​ໃສ່​ບັນດາ​ວິ​ສາ​ຫະກິດ​ເລີ່​ມຕົ້ນ​ການ​ທຸ​ລະ​ກິດ​ປ່ຽນ​ແປງ​ໃໝ່ປະດິດ​ສ້າງ ທີ່​ມີ​ຄວາມ​ສາມາດ​ເຕີບ​ໂຕ​ໄວ. ຍ້ອນ​ວ່າ ນີ້​ແມ່ນ​ວິທີ​ແກ້​ເພື່ອ​ສ້າງ​ໃຫ້​ມີ​ກຳລັງ​ວິ​ສາ​ຫະກິດ​ທີ່​ແຂງ​ແຮງ, ບືນ​ຕົວ​ຂຶ້ນ ​ແລະ ​ແຂ່ງຂັນ​ໄດ້​ໃນ​ຕະຫຼາດ​ໂລກ.

ທີ​ສາມ, ສືບ​ຕໍ່​ໃຫ້ ບຸລິມະສິດ​ແກ່​ການ​ຍົກ​ສູງ​ຄຸນະພາບຂອງ​ແຫຼ່ງກຳລັງ​ຄົນ. ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຍົກ​ສູງ​ລະດັບ​ຂອງ​ພະນັກງານ​ເຕັກນິກ, ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຊີ ​ແລະ ຄຸ້ມ​ຄອງ ບໍລິຫານ​ວິ​ສາ​ຫະກິດ; ມີ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຍົກ​ຍ້າຍ​ແຮງ​ງານ​ລະດັບ​ສູງ ຈາກ​ສະ​ຖາ​ບັນ​ວິທະຍາສາດ, ​ໂຮງຮຽນ​ມະຫາວິທະຍາ​ໄລ ມາ​ເຮັດ​ວຽກ​ໃນ​ຂົງ​ເຂດ​ວິ​ສາ​ຫະກິດ; ຍົກ​ສູງ​ຄຸນ​ນະພາ​ບການ​​ສຶກສາ​ກໍ່ສ້າງ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ອາຊີວະ​ສຶກສາ, ຮັບປະກັນ​ການ​ສະໜອງ​ສົ້ນ​ເຂົ້າ​ດ້ານ​ແຮງ​ງານ​ຄຸນະພາບ​ສູງ​ ໃຫ້​ແກ່​ວິ​ສາ​ຫະກິດ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ແລະ ​ແບບ​ວິທີຄຸ້ມ​ຄອງບໍລິຫານລັດ ອີງ​ບົນ​ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ​ເຕັກນິກ​ສູງ ​ເພື່ອ​ຫລຸດຜ່ອນ​ລະບຽບ​ການ​ບໍລິຫານ​ສຳລັບ​ວິ​ສາ​ຫະກິດ, ຮັບປະກັນ​ເປີດ​ຄວາມ​ໂປ່​ງ​ໃສ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ລັດ. ຕ້ອງ​ລົງທຶນ​ໃຫ້​ເຖິງ​ລະດັບ ​ແລະ ​ເດັດດ່ຽວ​ຜັນ​ຂະຫຍາຍລະບົບ​ລັດຖະບານ​ເອ​ເລັກ​ໂຕຣນິກ ​ເພື່ອ​ຫລຸດຜ່ອນ​ຄ່າ​ໃຊ້​ຈ່າງ​ສັງຄົມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ທີ​ຫ້າ, ​ໃນ​ສະພາບ​ແວດ​ລ້ອມ​ລວມຂອງ​ໂລກ​ທີ່​ມີ​ການ​ເຊື່ອມ​ໂຍງ ​ແລະ ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ, ຕ້ອງ​ມີ​ການ​ເຊື່ອມ​ຕໍ່ຄວາມ​ພະຍາຍາມລວມ ດ້ວຍ​ການ​ມີ​ສ່ວນ​ຮ່ວມ​ຂອງທຸກ​ປະ​ເທດ​ທີ່​ກ່ຽວຂ້ອງ ​ໃນ​ລະດັບ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ​ໃນ​ການ​ຮັບ​ມື​ກັບການປະຕິວັດອຸດສາຫະກຳ​ ຄັ້ງທີ​ 4, ຫວຽດນາມ​ຕ້ອງ​ຂຸດ​ຄົ້ນ​ຢ່າງ​ດີ ​ບັນດາ​ຊ່ອງ​ສາຍ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ສາກົນ, ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທັດສະນະ ​ແລະ ​​ແຜນການ​ດຳ​ເນີນ​ງານ​ລວມ ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ, ພ້ອມ​ກັນ​ເກັບ​ກຳ​ໂອກາດ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ​ເພື່ອພັດທະນາ​ແບບ​ຍືນ​ຍົງ, ຮັດ​ແຄບ​ຄວາມ​ແຕກ​ໂຕນທາງ​ດ້ານ​ການ​ພັດທະນາ ລະຫວ່າງ​ບັນດາ​ປະ​ເທດ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ເຂົ້າ​ເຖິງ​ຢ່າງ​ສະ​ເໝີ​ພາບ ​ແລະ ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ ໝາກຜົນ​ ຂອງການປະຕິວັດອຸດສາຫະກຳ ​ແລະ ​ເຕີບ​ໂຕ​ແບບ​ຍືນ​ຍົງ./.

​ໂດຍ ຈູ ງ​ອກ ​ແອ​ງ,

ກຳມະການ​ສູນ​ກາງ​ພັກ,

ລັດຖະມົນຕີ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ

---------------------------

ບົດ​ນີ້​ໄດ້​ລົງພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ເລກທີ 891 (​ເດືອນ​ມັງກອນ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ