ວັນອາທິດ, 28/5/2017
ຫັນໄປສູ່ພື້ນຖານກະສິກຳແບບຍືນຍົງ ທີ່ສົມຄູ່ກັບທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດຊາດ
11/5/2017 17:56' ສົ່ງ ພິມ
ພາບປະກອບບົດຄວາມ

ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້ ​ແລະ ບັນດາ​ສິ່ງ​ທ້າ​ທາຍ

ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ

ສະພາບ​ຄວາມ​ເປັນ​ຈິງ​ໄດ້​ໃຫ້​ເຫັນ​ວ່າ ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ ການ​ຜະລິດ​ກະສິກຳ ການ​ປ່າ​ໄມ້ ​ແລະ ປະມົງ​ຂອງ​ຫວຽດນາມ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ, ​ເຊັ່ນ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ບັນດາ​ບັນຫາ​ກ່ຽວ​ກັບ​ຕະຫຼາດ ຫຼື​ນະ​ໂຍບາຍອາລັກຂາ, ​ແຕ່, ຍ້ອນ​ຄວາມ​ຕັ້ງໜ້າ​ພະຍາຍາມທີ່​ໂດດ​ເດັ່ນ ​ຂອງ​ທົ່ວ​ຂະ​ແໜງ​ການ ດັ່ງ​ນັ້ນ​ຈຶ່ງ​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ແນ່ນອນ.

​ໃນຂົງ​ເຂດ​ການ​ປູກຝັງ, ການ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ນີ້​ຫຼຸດ​ລົງ ຍ້ອນ​ຖືກ​ໄພ​ທຳ​ມະ​ຊາດ​ຢ່າງ​ໜັກໜ່ວງ, ​ແຕ່ ຕົ້ນ​ໄມ້​ອຸດສາຫະກຳ ​ແລະ ໝາກ​ໄມ້​ບາງ​ຊະນິດ​ທີ່​ມີ​ຕະຫຼາດ​ຈຳໜ່າຍ​ ກໍ່​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ຄວນ ​ເຊັ່ນ​ກາ​ເຟ, ຢາງພາລາ, ໝາກ​ຜິ​ກ​ໄທ, ຊາ, ໝາກ​ແກ້ວ​ມັງກອນ, ໝາກ​ອະ​ໂວ​ຄາ​ໂດ, ໝາກກ້ຽງ​ນ້ອຍ, ສົ້ມ​ຂຽວຫວານ, ໝາກ​ສີດາ,... ຂະ​ແໜງລ້ຽງສັດ​ໄດ້​ບັນລຸ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສູງ​ພໍ​ຄວນ ຍ້ອນ​ບັນຫາ​ໂລກລະບາດ​ໃນ​ສັດລ້ຽງ​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ຢ່າງ​ດີ. ປະລິມານ​ການ​ຜະລິດ​ອາຫານ​ທະ​ເລ, ລວມທັງກຸ້ງ​ນ້ຳກຣ່ອຍ, ​ເພີ່ມ​ຂຶ້ນ​ທຸກ​ປີ. ​ເນື້ອ​ທີ່​ປ່າ​ປູກ​ໃໝ່, ອັດຕາ​ສ່ວນປົກ​ຫຸ້ມ​ຂອງ​ປ່າ, ມູນ​ຄ່າ​ການ​ຜະລິດ​ປ່າ​​ໄມ້​ ​ໄດ້ເພີ່ມ​ຂຶ້ນ. ມູນຄ່າສິນຄ້າ​ກະສິກຳ, ປ່າ​ໄມ້, ອາຫານ​ທະ​ເລ​ສົ່ງ​ນອກ​ໃນ​ປີ 2016 ບັນລຸ​ປະມານ 32,18 ຕື້​ໂດ​ລາ​ສະຫະລັດ, ​ເພີ່​ມ 5,7% ທຽບ​ກັບ​ປີ 2015; ສ່ວນ​ເກີນ​ຂອງ​ການ​ຄ້າ​ຕ່າງປະ​ເທດບັນລຸ​ປະ​ມານ 7,5 ຕື້​ໂດ​ລາ​ສະຫະລັດ. ມູນ​ຄ່າສິນຄ້າ​ສົ່ງ​ນອກ​ຫຼາຍ​ປະ​ເພດ​ເພີ່​ມຂຶ້ນສູງ, ​ເຊັ່ນ ກາເຟ​ເພີ່ມ 24,7%, ໝາກ​ມ່ວງ​ຫິມະພານ​ເພີ່ມ 18,3%, ໝາກ​ຜິ​ກ​ໄທ​ເພີ່ມ 13,4%, ອາຫານ​ທະ​ເລ​ເພີ່ມ 7,3%..., ພິ​ເສດ​ແມ່ນ​ ຜັກ​ແລະໝາກ​​ໄມ້​ໄດ້​ບັນລຸ​ມູນ​ຄ່າ 2,46 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 33,4% ທຽບ​ກັບ​ປີ 2015; ມີ​ສິນຄ້າ 10 ປະ​ເພດ​ທີ່​ມີ​ມູນ​ຄ່າ​ສົ່ງ​ນອກ​ 1 ຕື້​ໂດ​ລາ​ສະຫະລັດ ຫຼື​ຫຼາຍ​ກວ່າ​ນັ້ນ.

​​ໂຄງສ້າງພື້ນຖານສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ດ້ວຍ​ການ​ລົງທຶນ​ປັບປຸງ​ຍົກ​ລະດັບ, ບຸລິມະສິດ​ການ​ລົງທຶນ​ກໍ່ສ້າງ​ບັນດາກິດຈະການ​ຮັບ​ໃຊ້​ການ​ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ​ເຊັ່ນ​ຊົນລະປະທານ, ຄັນຄູທະ​ເລ, ຄັນ​ຄູ​ແມ່​ນ້ຳ, ທ່າ​ເຮືອ​ປະມົງ, ບໍລິ​ເວນ​ຈອດ​ເຮືອ​ເພື່ອ​ຫຼົບ​ຫຼີກ​ລົມພາຍຸ​ລະດັບ​ເຂດ, ​ໂຄງ​ສ້າງ​ພື້ນຖານ​ເຂດ​ປູກ​ລ້ຽງ​ພືດ​ສັດ​ນ້ຳ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ວຽກ​ງານ​ຄຸ້ມ​ຄອງ​ຄຸນ​ນະພາ​ບ ​ແລະ ຮັກສາ​ອະນາ​ໄມ​ຄວາມ​ປອດ​ໄພຂອງ​ອາຫານ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສະພາບ​ການ​ນຳ​ໃຊ້ສານ​ຕ້ອງ​ຫ້າມ, ສານພິດ​ໃນ​ການ​ຜະລິດ​ ຖືກ​ຄວບ​ຄຸມ​ໃນ​ເບື້ອງ​ຕົ້ນ.

ຄິດ​ໄລ່​ຮອດ​ວັນ​ທີ 15 ກຸມພາ 2017, ມີ 100% ຈຳນວນ​ແຂວງ, ກຳ​ແພງ​ນະຄອນ​ສັງກັດ​ສູນ​ກາງ​ໄດ້​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່; ທົ່ວ​ປະ​ເທດ​ມີ 2.578 ຕາ​ແສງ (28,9%) ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່; ຍັງມີ 257 ຕາ​ແສງປະຕິບັດ​​ໄດ້​ຕ່ຳ​ກວ່າ 5 ຕົວ​ຊີ້​ວັດ (2,88%) ຫລຸດ 69 ຕາ​ແສງ​ທຽບ​ກັບ​ທ້າຍ​ປີ 2015. ຈຳນວນ​ຕົວ​ຊີ້​ວັດທີ່​ບັນລຸ​ມາດຕະຖານ​ສະ​ເຫຼ່ຍຂອງ​ຕາ​ແສງ​ໃນ​ທົ່ວ​ປະ​ເທດ​ແມ່ນ 13,47 ຕົວ​ຊີ້ວັດຕໍ່ຕາ​ແສງ (​ເພີ່​ມ 1,23 ຕົວ​ຊີ້​ວັດ/ຕາ​ແສງ ທຽບ​ກັບ​ປີ 2015). ມີ 32 ​ເມືອງ ​ຖືກນາຍົກລັດຖະມົນຕີຮັບຮອງບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່. ບັນດາ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ ​ແລະ ມີ​ວິທີ​ແກ້​ໄຂ, ຜ່ານ​ຜ່າ​ເປັນ​ແຕ່​ລະ​ກ້າວ ​ຕໍ່​ບັນຫາຕິດ​ໜີ້​ການ​ກໍ່ສ້າງ​ພື້ນຖານ ​ໃນ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ອາດ​ຈະ​ເວົ້າ​ໄດ້​ວ່າ, ພື້ນຖານ​ກະສິກຳ​ຫວຽດນາມ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍທຸກ​ຢ່າງ, ​ໄດ້​ຟື້ນ​ຟູ​ຢ່າງ​ຕັ້ງໜ້າ ​ແລະ ຂະຫຍາຍຕົວ​ຄືນ​ໃໝ່​ໃນ​ປີ 2016. ນີ້​ເປັນ​ບາດກ້າວ​ເລີ່​ມຕົ້ນ​ທີ່​ດີ ​ໃນ​ປີ​ທຳ​ອິດ​ແຫ່ງ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍພັດທະນາ​ເສດຖະກິດ - ສັງຄົມ​ ຂອງ​ໄລຍະ 2016 - 2020.

ກະສິກຳ, ຊົນນະບົດ​ມີບົດບາດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຄື​ທີ່​ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ເວົ້າ​ມາ​ແລ້ວ​ວ່າ: “ຢາກ​ໃຫ້​ປະ​ເທດ​ເຂັ້ມ​ແຂງ ​ແມ່ນ​ຕ້ອງ​ມີ​ພື້ນຖານ​ກະສິກຳ​ທີ່​ເຂັ້ມ​ແຂງ”, ດັ່ງ​ນັ້ນ ຂົງເຂດ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ. ຄວາມ​ເອົາ​ໃຈ​ໃສ່ທີ່​ເໝາະ​ສົມ​ນັ້ນ ​ໄດ້​ນຳ​ມາ​ຊຶ່ງ​ຜົນສຳ​ເລັດ​ທີ່​ບໍ່​ນ້ອຍ, ຫວຽດນາມ​ບໍ່​ພຽງ​ແຕ່​ມີ​ເຂົ້າ​ແລະ​ອາຫານ​ຢ່າງ​ພຽງພໍ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຕ້ອງການ​ຢູ່​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຂາຍ​ສົ່ງນອກດ້ວຍ​ມູນ​ຄ່າຫຼາຍ​ກວ່າ 32 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2016, ມີ​ສິນຄ້າ​ກະສິກຳ​ສົ່ງ​ນອກ 10 ປະ​ເພດ​ທີ່​ມີ​ຄຸນ​ຄ່າ​ສູງ ​ແຕ່ລະ​ປະ​ເພດບັນລຸມູນ​ຄ່າ​ຫຼາຍກວ່າ 1 ຕື້​ໂດ​ລາ​ສະຫະລັດ ​ແລະ ຕົວ​ແບບ​ຜະລິດຕາມ​ທິດ​ຊີວະ​ພາບຍືນ​ຍົງ ປະກົດ​ຂຶ້ນ​ນັບ​ມື້​ນັບ​ຫຼາຍ. ​ໂຄງ​ສ້າງ​ພື້ນຖານຂອງ​ກະສິກຳ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ໃບ​ໜ້າ​ຂອງ​ຊົນນະບົດ​ໄດ້​ປ່ຽນ​ແປງ​ຢ່າງ​ໄວວາ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ ໄດ້​ຮັບ​ກາ​ປົວ​ແປງ​ຢ່າງ​ຈະ​ແຈ້ງ ​ແລະ ກຳລັງ​ການ​ຜະລິດ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ທີ່​ຕັ້ງໜ້າ​ທີ່​ສຸດ​ທຽບ​ກັບ​ແຕ່​ກ່ອນ.

ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ເວລາ​ຕໍ່ໜ້າ

​ເຖິງ​ວ່າ​ຂະ​ແໜງ​ການ​ກະສິກຳ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​​ໃຫຍ່ຫຼວງກໍ່ຕາມ, ​ແຕ່​ພວກ​ເຮົາ​ກໍ່ບໍ່​ອາດເພິ​ງພໍ​ໃຈ​ໄດ້, ຍ້ອນຍັງ​ມີຫຼາຍ​ບັນຫາ​ທີ່​ຜູ້​ບ່ອນ​ບັດ​ເລືອກ​ຕັ້ງ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ວາງ​ອອກ​ມາ​ໃຫ້​ຂະ​ແໜງ​ການ​ກະສິກຳ, ລວມທັງ​ກະສິກຳ, ການ​ປ່າ​ໄມ້, ການປະມົງ, ການ​ຜະລິດ​ເກືອ. ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງ​ພູມ​ສາດ​ສະດວກ​ດີ​ທີ່​ສຸດ, ອາກາດ​ສະດວກ​ດີ, ທີ່​ດິນ​ອຸດົມສົມບູນ, ທະ​ເລກ​ວ້າງ​ໃຫຍ່, ​ແມ່​ນ້ຳ​ລຳ​ເຊ​ຍາວ, ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊີວະ​ພາບ, ຊາວ​ກະສິກອນ​ຫວຽດນາມ​ມີ​ບົດຮຽນ​ໃນ​ການ​ຜະລິດກະສິກຳ​ຫຼາຍ​ພັນ​ປີ​ ທີ່​ບໍ່​ຕ່ຳ​ຕ້ອຍ​ດ້ອຍ​ກວ່າ​ປະ​ເທດ​ອື່ນ​ໃດ​ໃນ​ພາກ​ພື້ນ, ​ແຕ່​ການ​ກະສິກຳ​ຫວຽດນາມ​ຍັງ​ບໍ່​ທັນ​ພັດທະນາ​ເທົ່າ​ກັບ​ລະດັບ​ຂອງ​ພາກ​ພື້ນ ​ແລະ ​ຂອງ​ໂລກ, ຜະລິດ​ຕະພັນ​ຕົ້ນຕໍ​ຈຳນວນ​ໜຶ່ງ​ທີ່​ອີງ​ໃສ່​ທ່າ​ໄດ້​ປຽບ​ຂອງ​ຊາດ, ມີ​ທ່າ​ແຮງ ຊ້ຳພັດ​ຕ່ຳ​ຕ້ອຍ​ກວ່າ ຫຼື​ຄຸນ​ນະພາ​ບບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ການຈຳໜ່າຍ​ຂາຍ​ຜະລິດ​ຕະພັນ​ກະສິກຳ ຕ້ອງ​ຂຶ້ນ​ກັບ​ເກີນ​ໄປຕໍ່​ຕະຫຼາດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ, ມີ​ຄວາມ​ສ່ຽງ​ສູງ ຍ້ອນ​ນະ​ໂຍບາຍປົກ​ປ້ອງ​ການ​ຄ້າ, ຍັງ​ບໍ່​ທັນ​ປະຕິບັດ​ໄດ້​ແຜນ​ຍຸດ​ທະ​ສາດການ​ຫັນ​ເປັນຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ, ການ​ກະຈາຍ​ຄວາມ​ສ່ຽງ, ຫຼີກ​ລ່ຽງວົງ​ຈອນ​ອຸບາດ “ລະດູ​ການ​ເກັບ​ກ່ຽວ​ດີ ລາຄາ​ພັດ​ຕົກ​ຕ່ຳ”. ພວກ​ເຮົາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ບໍ່​ດີ ​ເພື່ອ​ໃຫ້​ມີ​ທີ່​ດິນສະອາດ, ນ້ຳ​ສະອາດ, ​ເພື່ອ​ບົນ​ພື້ນຖານ​ນັ້ນ ​ດຳ​ເນີນ​ການ​ປູກຝັງ, ຜະລິດ​ທີ່​ສະອາດ, ​ໃຫ້​ມີ​ຜະລິດ​ຕະພັນ​ກະສິກຳ​ທີ່​ຮັບປະກັນ​ອະນາ​ໄມ, ຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ, ຮັບປະກັນ​ສຸຂະພາບ​ຂອງ​ປະຊາຊົນ...

ດ້ານ​ອື່ນ​ອີກ, ສະພາບຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ ​ແລະ ການລະ​ເມີດ​ຫຼັກ​ອານາ​ໄມຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານຂອງ​ຫວຽດນາມ​​ ເປັນຕາ​ນົດ​ໃຈຫຼາຍ, ມີ​ບ່ອນ ມີ​ເວລາ​ໄດ້​ຂຶ້ນເຖິງ​ “ຂີດ​ຈຳກັດ​​ສີແດງ”, ຄື​ຕາມ​ຄຳ​ສະຫລຸບ​ເລກທີ 11-KL/TW, ວັນ​ທີ 19 ມັງກອນ 2017, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ຄຳ​ສັ່ງ​ເລກທີ 08-CT/TW ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ (ສະ​ໄໝ​ທີ XI) “​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ບັນຫາ​ຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ​ໃນ​ສະພາບ​ການ​ໃໝ່”, “ສະພາບ​ເສຍຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ​ໄດ້​ກາຍ​ເປັນ​ບັນຫາ​ໃຫຍ່ທີ່​ສຸດ, ມັນ​ສ້າງ​ຄວາມ​ຮ້ອນ​ເຄືອງ ກັງວົນ​ໃຈ​ໃຫ້​ທົ່ວ​ສັງຄົມ; ​ເປັນ​​ໄພ​ອັນຕະລາຍ​ທີ່​ຮ້າຍ​ແຮງ​ປະຈຳ​ວັນ, ​ເປັນ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສຸຂະພາບ, ຄວາມ​ປອດ​ໄພ​ຂອງ​ຊີວິດ​ແຕ່ລະຄົນ, ​ເຖິງ​ເຊື້ອ​ຊາ​ດ​ເຜົ່າ​ພັນ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ”. ສະພາບ​ການ​ສິນຄ້າກະສິກຳ​ສົ່ງອອກມີ​ຄວາມ​ສະອາດ ​ແຕ່ສິນຄ້າ​ກະສິກຳສະໜອງ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດພັດ​ບໍ່​ສະອາດ, ຄຸນະພາບ​ຕ່ຳ ກໍ​ເປັນ​ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ​ໂດຍ​ໄວ.

​ເປັນ​ພື້ນຖານ​ກະສິກຳ​ຜະລິດ​ສິນຄ້າ​ທີ່​ມີ​​ສິນຄ້າ​ສົ່ງ​ອອກພາກສ່ວນໜຶ່ງ​ທີ່​ບໍ່​ໜ້ອຍ, ​ແຕ່​ໂຄງ​ສ້າງ​ພື້ນຖານ​ກະສິກຳ ຊົນນະບົດ​ຂອງ​ຫວຽດນາມ​ຍັງ​ບໍ່​ທັນ​ຄົບ​ຊຸດ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ລັດ​ໄດ້​ເອົາ​ໃຈ​ໃສ່​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ກໍ່ຕາມ ​ແຕ່ຄວາມ​ສາມາດ​ຕອບ​ສະໜອງ​ການ​ຜະລິດ​ກໍ່​​ບໍ່​ໄດ້​ຕາມ​ຄວາມປະສົງ, ຊ້ຳ​ບໍ່​ໜຳ ຕອບ​ສະໜອງ​ບໍ່​ດີ, ​ເຊື່ອມ​ຕໍ່​ບໍ່​ດີ ດັ່ງ​ນັ້ນ​ຈຶ່ງ​ມີ​ປະກົດ​ການບາງ​ບ່ອນ​ມີ​ນ້ຳ​ຫຼາຍ​ເກີນ​ໄປ, ບາງ​ບ່ອນ​ຖືກ​ແຫ້ງ​ແຫຼ້ງ. ສາ​ເຫດ​ຂ​ອງສະພາບ​ດັ່ງກ່າວ ອາດ​ຈະ​ແມ່ນ​ຍ້ອນ​ນະ​ໂຍບາຍ, ລະບົບ​ກົດໝາຍ​ທີ່​ນຳ​ໃຊ້​ໃນ​ກະສິກຳ ຊົນນະບົດ ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ຊ້ຳ​ບໍ່​ໜຳ ມີ​ທັງ​ຄວາມ​ຮັບ​ຮູ້​ທີ່​ບໍ່​ຖືກຕ້ອງ; ການ​ລົງທຶນ​ໃຫ້ຊົນນະບົດ, ນັບ​ທັງ​ລົມ​ທຶນ​ໂດຍ​ກົງ​ແລະ​ລົງທຶນ​​ໂດ​ຍທາງ​ອ້ອມ​ ​ຫຼາຍ​ທີ່ສຸດ ​ແຕ່ກໍ່ບໍ່​ສົມ​ຄູ່​ກັບ​ຄວາມ​ຕ້ອງການ​ທີ່​ວາງ​ອອກ​ມາ, ລົງທຶນຢ່າງກະ​ແຈກ​ກະຈາຍ, ບໍ່​ມີ​ຄວາມ​ລວມສູນ, ບໍ່​ມີ​ແຜນ​ກຳນົດ, ຫຼື​ລົງທຶນ​ຍັງ​ບໍ່​ມີ​ປະສິດທິ​ຜົນ. ​ໃນ​ພາກ​ຕົວ​ຈິງ​ ມີ​ໂຄງການ​ຊົນລະປະທານ ຕົ້ນ​ນ້ຳພັດ​ຕ່ຳ​ກວ່າ​ປາຍ​ນ້ຳ ຫຼື​ກໍ່ສ້າງ​ກິດ​ຈະ​ກຳສຳ​ເລັດ​ແລ້ວ​ແຕ່​ບໍ່​ມີ​ນ້ຳ; ການຈັດ​ຕັ້ງ​ການ​ຜະລິດ​ມີ​ລັກສະນະ​ກະ​ແຈກ​ກະຈາຍ, ຂະໜາດ​ນ້ອຍ ​ແລະ ຢູ່​ຫຼາຍ​ເຂດ​ມີ​ລັກສະນະ​ກຸ້ມ​ຕົນ​ເອງ; ​ເຂດຜະລິດລວມສູນຂະໜາດ​ໃຫຍ່​ ກໍ່​ບໍ່​ໄດ້​ຈັດ​ຕັ້ງ​ເປັນ​ຢ່າງ​ດີ, ການ​ພົວພັນ​ການ​ຜະລິດ​ຢູ່​ຊົນນະບົດ​ໃນ​ບາງ​ເຂດ​ດີ​ຫຼາຍ ​ແຕ່​ກໍ່​ມີ​ບາງ​ເຂດ​ຈັດ​ຕັ້ງ​ບໍ່​ດີ, ລະດັບ​ຂອງ​ຊາວ​ກະສິກອນມີ​ຄວາມ​ແຕກ​ໂຕນ​ກັນ. ຊັບພະຍາກ​ອາ​ມະນຸດ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​​ໄຈ​ຕັດສິນ ​ແຕ່​ຄຸນ​ນະພາ​ບ​ແຮງງາ​ນກະສິກຳ​ຍັງ​ບໍ່​ທັນ​ສູງ, ຍັງ​ບໍ່​ມີ​ກຳລັງ​ຊາວ​ກະສິກອນ​ທີ່​ເຂັ້ມ​ແຂງ​ພຽງພໍ​ ເພື່ອ​ສາມາດ​ຜະລິດສິນຄ້າ​ຕາມ​ກົນ​ໄກ​ຕະຫຼາດ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ໂລກ. ການ​ນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​​ເຂົ້າໃນ​ກະສິກຳ ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຢ່າງ​ເໝາະ​ສົມ, ທັງທາງ​ດ້ານ​ການຈັດ​ຕັ້ງ, ​ແນະນຳ ​ແລະ ​ໃນ​ການ​ພົວພັນ​ລະຫວ່າ​ງ “4 ພາກສ່ວນ” (ຊາວ​ກະສິກອນ, ນັກວິທະຍາສາດ, ນັກທຸລະກິດ ​ແລະ ລັດ). ບັນ​ຫາ​ຂຸດ​ຄົ້ນ​ຕະຫຼາດກໍ່​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ພວກ​ເຮົາ​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງບັນດາ​ຕະຫຼາດທີ່ “ມັກງ່າຍ”, ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຕະຫຼາດ​ທີ່ “​ເອົາ​ໃຈ​ຍາກ” ທີ່​ມີ​ຮົ້ວ​ເຕັກນິກ​ສູງ​ກວ່າ ​ແລະ ຜູ້​ບໍລະ​ໂພ​ກທີ່​ເຂັ້ມ​ງວດ, ດ້ານ​ອື່ນ, ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ເຖິງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງຫຼາຍ​ກວ່າ 90 ລ້ານ​ຄົນ, ​ໃນ​ນັ້ນ ຂອດ​ທີ່​ອ່ອນ​ທີ່​ສຸດ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ.

​ເພື່ອຜ່ານ​ຜ່າ​ບັນດາຂໍ້​ຈຳກັດ​ເທິງ​ນີ້, ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ຄືນ​ໃໝ່​ຢ່າ​ງ​ເລິກ​ເຊິ່ງວ່າ ຂະ​ບວນວິ​ວັກ​ການ​ເຊື່ອມ​ໂຍ​ງສາກົນ​ແມ່ນ​ທ່າ​ອຽງ​ທີ່​ບໍ່​ອາດ​ຈະ​ຕ່າວປີ້ນ​ໄດ້. ການ​ຄ້າ​ເສລີ​ແມ່ນ​ຄວາມ​ຈຳ​ເປັນ ​ເຖິງ​ວ່າ​ບາງ​ປະ​ເທດ, ​ໃນ​ໄລຍະ​ທີ່​ແນ່ນອນ, ອາດ​ຈະ​ປະຕິບັດ​ມາດ​ຕະການ​ປົກ​ປ້ອງ​ຕະຫຼາດ, ປົກ​ປ້ອງ​ການ​ຜະລິດ​ຢູ່​ໃນ​ປະ​ເທດ ດ້ວຍອຸປະສັກ​ທາງ​​ເຕັກນິກ, ພາສີ​ຂາ​ເຂົ້າ..., ​ແຕ່ ນັ້ນ​ເປັນ​ພຽງ​ບັນດາ​ມາດ​ຕະການ​ຊົ່ວຄາວ, ​ໄລຍະ​ສັ້ນ​ເທົ່າ​ນັ້ນ. ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ 16 ສະບັບ, ​ໃນ​ນັ້ນ ມີ​ບັນດາສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່ ທີ່​ຫວຽດນາມ​ໄດ້​ລົງ​ນາມ ​ໄດ້​ເປີດ​ກວ້າງ​ອັດຕາ​ເປີດ​ຂອງ​ພື້ນຖານ​ເສດຖະກິດ (ອັດຕາ​ສ່ວນ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າ/ຈີ​ດີ​ພີ) ຈາກ 20% (ປີ 1987) ຂຶ້ນ​ເປັນ 190% (ປີ 2014), ​ໄຂ​ເສັ້ນທາງ​ໃຫ້​ສິນຄ້າ​ກະສິກຳ​ຂອງ​ປະ​ເທດ​ເຮົາ​ອອກ​ສູ່​ຕະຫຼາດ​ໂລກ.

ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ (ຫຼື​ຍັງ​ໄດ້​ເອີ້ນ​ວ່າການ​ປະຕິວັດອຸດສາຫະກຳ 4.0) ​ເປັນ​ການ​ປະຕິວັດ​ດິ​ຈິ​ຕອນ, ອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ ພ້ອມ​ກັບ​ການ​ປະ​ຢຸກ​ໃຊ້​ເຕັດ​ໂນ​ໂລຊີ​ສະຫຼາດ​ ເຂົ້າ​ໃນ​ຂົງ​ເຂດຊີວະ​ພາບ, ອັດຕະ​ໂນ​ມັດ ຈະ​ເຮັດ​ໃຫ້ການ​ແບ່ງ​ງານ​ສັງຄົມ​ທັງ​ໝົດ​ໃນ​ໂລກ​ປ່ຽນ​ແປງ​ໄປ. ການສວຍ​ໃຊ້​ໂອກາດ​ເປັນ​ຢ່າງ​ດີ ​ແລະ ຜ່ານ​ຜ່ານ​ສິ່ງ​ທ້າ​ທາຍ​ໂດຍ​ການ​ປະ​ຕິ​ວັດ​ອຸດສາຫະກຳ 4.0 ນຳ​ມາ​ໃຫ້​ນັ້ນ ຈະ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ​ພັດທະນາ ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຈະເລີນພັດທະນາ​, ປະຕິບັດ​ເປົ້າ​ໝາຍ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ໄດ້​ໂດຍ​ໄວ. ຖ້າ​ຫາກ​ພວກ​ເຮົາ​ບໍ່​ເຂົ້າ​ເຖິງ​ກັບ​ທ່າ​ອຽງ​ນີ້​ ກໍ່​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ພັດທະນາ.

ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຍຶ່ງຂຶ້ນ ພາ​ໃຫ້​ເກີດ​ສະພາບ​ຂາດ​​ແຄນນ້ຳຈືດ, ນ້ຳ​ເຄັມ​ຄຸກ​ຄາມ, ຝັ່ງ​ທະ​ເລ​ຖືກ​ເຊາະ​ເຈື່ອນ, ມົນ​ພິດ​ສິ່ງ​ແວດ​ລ້ອມ​ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ການ​ຜະລິດ​ກະສິກຳ. ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ແມ່​ນ້ຳ​ສາຍ​ໃຫຍ່​ທີ່​ໄຫຼ​ຜ່ານ​ປະ​ເທດ ນັບ​ມື້​ນັບ​ມີ​ຄວາມ​ຮີບ​ດ່ວນ ຍ້ອນ​ການ​ຊ່ວງ​ຊີງ​ແຫຼ່ງນ້ຳ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຈາກ​ສິນ​ໃນ​ນ້ຳ ​ແລະ ການ​ຂົນ​ສົ່ງ​ທາງ​ນ້ຳ. ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ຕ້ອງ​ຕັ້ງຢູ່ໃນ​ສະພາບ​ລວມຂອງພາກ​ພື້ນແລະຂອງ​ໂລກ ​ເພື່ອ​ຄິດ​ໄລ່, ດັດສົມບັນດາ​ຕົວ​ຊີ້​ວັດ ​ໃຫ້​ແຜນການ​ພັດທະນາ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ.

ບັນດາ​ວິທີ​ແກ້​ໄຂ​ທີ່​ຕ້ອງ​ໄດ້​ປະຕິບັດ​​ໂດຍ​ໄວ ໃນ​ເວ​ລວຕໍ່ໜ້າ

ທີ​ໜຶ່ງ, ຕັ້ງ​ໝັ້ນ​ໃນ​ການ​ກໍ່ສ້າງ​ແລະ​ພັດທະນາ​ພື້ນຖານ​ການ​ກະສິກຳ​ທີ່​ຍືນ​ຍົງ. ພວກ​ເຮົາ​ຕ້ອງ​ຍອມຮັບ​ການ​ຕໍ່ສູ້​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງດ້ານ, ດ້ານ​ໜຶ່ງ​ແມ່ນ​ພັດທະນາ “ຮ້ອນ”, ຜະລິດ “ເປື້ອນ”, ນຳ​ໃຊ້​ຝຸ່ນ​ເຄມີ, ນຳ​ໃຊ້​ຢາ​ປາບ​ສັດຕູ​ພືດ​ໂດຍ​ບໍ່​ມີ​ການ​ຄວບ​ຄຸມ, ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ແບບ​ຊະຊາຍ ກັບ​ອີກ​ດ້ານ​ໜຶ່ງ​ແມ່ນ​ຜະລິດ​ແບບ​ຍືນ​ຍົງ, ຂຽວ, ສະອາດ ນັບ​ແຕ່​ການປູກຝັງຈົນ​ເຖິງ​ການປຸງ​ແຕ່ງ, ​ເກັບ​ຮັກສາ, ບໍລິ​ໂພ​ກ ​ແລະ ​ໃສ່​ຝຸ່ນຊີວະ​ພາບ, ຈຳກັດ​ການ​ໃຊ້​ຢາ​ຕ້ານ​ເຊື້ອ, ປົກ​ປັກ​ຮັກສາ​ພືດ. ນີ້​ແມ່ນ​ການ​ຕໍ່ສູ້​ທີ່​ຮຸນ​ແຮງ, ບໍ່​ປະນີປະນອມ, ມັນ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ຢ່າງ​ເດັດຂາດ.

ທີ​ສອງ, ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່, ຫັນ​ເປັນ​ກົນ​ໄກ, ຫັນ​ເປັນ​ທັນ​ສະ​ໄໝ ​ຕາມ​ແບບ​ວິທີ​ການ​ຜະລິດ​ໃຫຍ່, ສຸມ​ໃສ່​ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ - ​ເຕັກນິກ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ອັດຕະ​ໂນ​ມັດ, ​ເຕັກ​ໂນ​ໂລ​ຊີຊີວະ​ພາບ​ໂດຍ​ໄວ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ​ເຊື່ອມ​ຕໍ່​ການ​ຜະລິດ​ກັບການ​ບໍລິ​ໂພ​ກ ລະຫວ່າງ​ຜູ້​ຜະລິດ​ກັບ​ຜູ້​ບໍລິ​ໂພ​ກ ​ແລະ ຕົວ​ແບບປະສານ​ສຳພັນ​ການ​ຜະລິດ. ຈັດ​ຕັ້ງ​ການ​ຜະລິດ, ກຳລັງ​ການ​ຜະລິດຢູ່​ຊົນນະບົດ​ຄືນ​ໃໝ່. ການ​ກໍ່ສ້າງ ​ແລະ ພັດທະນາ​ສະຫະກອນ​ບໍລິການ​ກະສິກຳ​ແບບ​ໃໝ່ ຢູ່​ຊົນນະ​ບົດ ຕາມ​ຕົວ​ແບບ​ຂອງບັນດາ​ປະ​ເທດ ​ແລະ ອານາ​ເຂດ ​ເຊັ່ນ​ສາທາລະນະ​ລັດສະຫະພາບ​ເຢຍລະ​ມັນ, ສາທາລະນະ​ລັດ​ຈີນ​ໄຕ້​ຫວັນ, ​ເດນ​ມາກ,... ມີ​ຜົນ​ດີ​ທີ່​ສຸດ​ສຳລັບ​ຊາວ​ກະສິກອນ.

ທີ​ສາມ, ​ແກ້​ໄຊ​ບັນດາ​ບັນຫາ​ກ່ຽວ​ກັບ​ທີ່​ດິນ​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ທີ່​ດິນ. ອາດ​ຈະ​ຍອມຮັບ​ການ​ເຕົ້າ​ໂຮມ​ລວມສູນ​ທີ່​ດິນຢ່າງ​ແຂງ​ແຮງ​ກວ່າ​ອີກ ​ເພື່ອ​ກໍ່ສ້າງ​ທົ່ງ​ນາ​ຜືນ​ໃຫຍ່, ຜະລິດ​ຂະໜາດ​ໃຫຍ່​ລວມສູນ. ຄົ້ນຄວ້າ​ເພື່ອ​ແກ້​ໄຂ, ປັບປຸງ​ເພີ່ມ​ເຕີມ​ກົດ​ໝານ​ທີ່​ດິນ ​ແລະ ​​ເດັດດ່ຽວແກ້​ໄຂການ​ນຳ​ໃຊ້ທີ່​ດິນບໍ່​ສົມ​ເຫດ​ສົມ​ຜົນ ​ຂອງບັນດາ​ອົງການ​ຈັດ​ຕັ້ງ, ບຸກຄົນ, ​ເປັນ​ຕົ້ນ​ແມ່ນ​ບັນຫາ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນຂອງນິ​ຄົນ​ກະ​ເສດ, ນິຄົມ​ປ່າ​ໄມ້ ທີ່​ບໍ່​ມີ​ປະສິດທິ​ຜົນ ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ການ​ຕິດ​ຕາ​ກວດກາ ​ແລະ ລົງມະຕິ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ປີ 2015.

ທີ​ສີ່, ​ໃນ​ການ​ຮັກສາ​ຊັບພະຍາກອນ​ນ້ຳ, ຕ້ອງ​ສະ​ສົມ​ທ້ອນ​ໂຮມ, ​ຄຸ້ມ​ຄອງ ແຈກຢາຍ ລະບາຍນ້ຳ​ເຂົ້ານາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ​ເຊື່ອມ​ຕໍ່​ລະຫວ່າງ​ແມ່​ນ້ຳ​ລຳ​ເຊ​ແລະ​ບັນດາ​ກິດຈະການ​ຊົນລະປະທານ ​ໃຫ້​ເປັນ​ເຄືອ​ຂ່າຍ​ຊົນລະປະທານ​ທີ່​ສົມບູນ. ຮ່າງ​ກົດໝາຍ​ຊົນລະປະທານ​ທີ່​ສະພາ​ແຫ່ງ​ຊາດ​ພວມ​ພິຈາລະນາ ​ແລະ ປຶກສາ​ຫາລື​ນັ້ນ ຕ້ອງ​ສະ​ແດງ​ອອກ​ເຖິງ​ທັດສະນະ​ນີ້. ຢາກ​ໄດ້​ຄື​ແນວ​ນັ້ນ, ວຽກ​ງານ​ທຳ​ອິດ​ແມ່ນ​ພວກ​ເຮົາ​ຕ້ອງ​ຮັກສາ​ປ່າ​ຕົ້ນ​ນ້ຳ​ໃຫ້​ໄດ້. ​ເພື່ອ​ຮັກສາ​ປ່າ​ໄມ້​ໄວ້​ໄດ້ ປະຊາຊົນ​ຕ້ອງ​ດຳລົງ​ຊີວິດ​ຢູ່​ໄດ້​ພາຍ​ໃຕ້ຮົ່ມ​ໄມ້. ​ແຫຼ່ງການ​ເງິນ​ເພື່ອ​ຮັກສາ​ປ່າ​ໄມ້ນັ້ນ ສ່ວນ​ໜຶ່ງ​ຕ້ອງ​ເອົາ​ມາ​ຈາກ​ງົບປະມານ​ແຫ່ງ​ລັດ, ອີກ​ສ່ວນ​ໜຶ່ງ​ແມ່ນຈາກ​ລາຍ​ໄດ້​ໃນ​ການ​ປະຕິບັດ​ງານ​ແລະ​ການ​ຂຸດ​ຄົ້ນ​ບັນດາ​ກິດຈະການ​ຊົນລະປະທານ, ​ໄຟຟ້າ​ນ້ຳຕົກ. ຜູ້​ໃຊ້​ນ້ຳ​ເພື່ອ​ຈຸດ​ໝາຍ​ເສດຖະກິດ ຕ້ອງຈ່າຍ​ເງິນ​ໃຫ້​ຜູ້ສ້າງ​ນ້ຳ. ນີ້​ແມ່ນ​ຫຼັກການ​ຕະຫຼາດ. ຄຽງ​ຂ້າງ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ກິດຈະການ​ເກັບ​ນ້ຳ, ພວກ​ເຮົາ​ຕ້ອງ​ນຳ​ໃຊ້ບັນດາ​ເຂດ​ຕ່ຳ, ລຳ​ຄອງ​ຮ່ອງ​ເໝືອງ, ໜອງບຶງ​ ເປັນ​ບ່ອນ​ເກັບ​ນ້ຳ. ລະບົບ​ນີ້​ໄດ້​ຕິດ​ຕໍ່, ຊ່ວຍໜູນ​ກັນ, ​ໃນ​ສະ​ເພາະ​ໜ້າ ​ແມ່ນ​ໃນ​ຂອບ​ເຂດ​ແຕ່ລະ​ທ້ອງ​ຖິ່ນ, ​ແລ້ວ​ກໍ່​ແຜ່​ກວ້າງ​ອອກ​ໃນ​ແຕ່ລະ​ເຂດ ​ແລະ ທົ່ວ​ປະ​ເທດ. ​ເດັດຂາດ​ກີດ​ກັ້ນ​ສະພາບ​ການ​ຖົມ​ໜອງ​ບຶງ, ​ແມ່​ນ້ຳ​ ເພື່ອ​ໃຫ້​ມີ​ເນື້ອ​ທີ່​ກໍ່ສ້າງ​ພື້ນຖານ ທີ່​ເປັນ​ການລະ​ເມີດ​ກົດໝາຍ​ຊົນລະປະທານ. ຂະ​ແໜງ​ກະສິກຳ​ຕ້ອງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ປະທານ​ໃນ​ການ​ປະສານ​ງານ, ບໍລິຫານ​ຈັດການ​ແຫຼ່ງຊັບພະຍາກອນ​ນ້ຳ​ໃຫ້​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ ລະ​ຫວ່າງການ​ຜະລິດ​ກະສິກຳ, ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ, ຜະລິດ​ໄຟຟ້າ ​ແລະ ບັນດາ​ຈຸດໝາຍ​ການ​ນຳ​ໃຊ້​ອື່ນ.

ທີ​ຫ້າ, ກໍ່ສ້າງ​ລະບົບ​ບັນດາ​ພື້ນ​ຖານຜະລິດ​ຝຸ່ນ ​ແລະ ຢາຂ້າ​ແມງ​ໄມ້ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຢາຂ້າ​ແມງ​ໄມ້ທີ່​ມີ​ຕົ້ນ​ກຳ​ເນີ​ດທາງ​ຊີວະ​ພາບຮຸ່ນ​ໃໝ່. ປະຈຸ​ບັນ, ບົດ​ບາດ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ຝຸ່ນ​ອະນົງ​ຄະທາ​ດ ​ແລະ ຝຸ່ນຊີ​ວິພາ​ບ ​ແມ່ນ​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບຂອງ​ສອງກະຊວງ​ທີ່​ຕ່າງ​ກັນ ຊຶ່ງ​ຄວນ​​ເຕົ້າ​ໂຮມ​ເຂົ້າ​​ໃນອົງການ​ໜຶ່ງ. ຕ້ອງ​ມີ​ແຜນ​ງານ​ຫັນປ່ຽນ​ເທື່ອ​ລະ​ກ້າວ​ການ​ນຳ​ໃຊ້​ຝຸ່ນ ຈາກຝຸ່ນ​ອະນົງ​ຄະທາ​ດ ມາ​ໃຊ້ຝຸ່ນຊີ​ວິພາ​ບ ຢ່າງ​ສົມ​ເຫດ​ສົມ​ຜົນ.

ທີ​ຫົກ, ຮັບປະກັນ​ບັນຫາ​ແນວ​ພັນ​ພືດ, ສັດລ້ຽງ​ ທີ່​ມີສະມັດ​ຕະພາບ​ສູູງ, ຄຸນ​ນະພາ​ບດີ ​ແມ່ນ​ປັດ​​ໄຈ​ສຳຄັນ​ເພື່ອ​ສ້າງ​ໃຫ້​ມີ​ຜະລິດ​ຕະພັນ​ສິນຄ້າ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ໃນ​ໂລກ.

ທີ​ເຈັດ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຢູ່​ຊົນນະບົດ, ​ຄວາມ​ສາມາດ​ຮັບ​ຮູ້, ຮັບ​ເອົາການ​ມອບ​ໂອນ​ເຕັກ​ໂນໂລຊີ, ​ເປັນ​ຕົ້ນ​ແມ່ນ​ສຳລັບ​ຊາວ​ກະສິກອນ​ຜະລິດ​ສິນຄ້າ, ສົ່ງ​ເສີມ​ການ​ປະ​ຢຸກວິທະຍາສາດ, ​ເຕັກນິກ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ກ້າວໜ້າ ​ເຂົ້າ​ໃນ​ການ​ຜະລິດ, ​ໂດຍ​ຜ່ານ​ການຈັດ​ຕັ້ງ​ຝຶກ​ອົບຮົມ​ຢ່າງ​ມີ​ລະບົບ, ນັບ​ທັງ​ການ “ຈັບ​ມືຊີ້​ນຳ​ວຽກ” ​ໃຫ້​ຊາວກະສິກອນ ​ເພື່ອ​ຮັບປະກັນ​ຄວາມ​ຕ້ອງການ​ຂອງ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ​ໃນ​ກະສິກຳ.

ທີ​ແປດ, ​ໃນ​ການຈັດ​ຕັ້ງ​ການ​ຜະລິດ, ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ກະສິກຳ, ຊົນນະບົດ, ​ເຂົ້າ​ເຖິງ​ຕະຫຼາດແລະ​ການ​ລົງທຶນນັ້ນ ຕ້ອງ​ຖື​ປະສິດທິ​ຜົນ​ເປັນ​ຕົ້ນຕໍ ​ແລະ ຕ້ອງ​ໃຊ້​ກົນ​ໄກ​ຕະຫຼາດ​ເພື່ອ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ເສດຖະກິດ, ຫລຸດຜ່ອນ​ການ​ເກື້ອກູນ​ເທື່ອ​ລະ​ກ້າວ. ​ໃນ​ການມອບ​ໂອນ​ລະບົບ​ລຳ​ຄອງ​ໃຫ້​ອົງການ​ຈັດ​ຕັ້ງ, ບຸກຄົນ ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງດ້ານ​ການ​ເງິນ ຊັບ​ສິນ​ສາທາລະນະ ​ເພື່ອ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ໃນ​ການຈັດ​ແບ່ງຊັບພະຍາກອນ​ຂອງ​ລັດ ​ແລະ ການຊົມ​ໃຊ້ຂອງຄອບຄົວ​ຊາວ​ກະສິກອນ​ທີ່​ໃຊ້​ນ້ຳ​ໃນ​ແຕ່​ລະ​ພື້ນ​ທີ່ທີ່​ລະອຽດ.

ທີ​ເກົ້າ, ຫວຽດນາມ​ມີ​ເຂດ​ທະ​ເລ ​ເຂດ​ເສດຖະກິດ​ພິ​ເສດກວ່າ 1 ລ້ານ​ກິ​ໂລ​ແມັດ​ມົນທົນ, ກວ້າງ​ກວ່າ​ແຜ່ນດິນ​ປະ​ເທດ 3 ກວ່າ​ເທື່ອ, ດັ່ງ​ນັ້ນ ການ​ກຳນົດ​ແຜນ​ຍຸດ​ທະ​ສາດ​ທະ​ເລ​ຂອງ​ພວກ​ເຮົາ​ໃນ​ເວລາ​ຕໍ່ໜ້າ ຕ້ອງ​ໄດ້​ກຳນົດ​ທິດ​ພັດທະນາສັງ​ລວມ ທັງ​ອຸດສາຫະກຳ​ຂຸດ​ຄົ້ນ, ພະລັງງານ, ວິທະຍາສາດ​ທາງທະ​ເລ, ການທ່ອງທ່ຽວ, ວິ​ສາວະ​ກຳ​ກົນ​ຈັກ​ຕໍ່​ກຳ​ປັ່ນ ​ແລະ ສ້ອມ​ແປງ​ກຳ​ປັ່ນ​ທະ​ເລ, ຮ້ານ​ຂຸດ​ເຈາະ​ນ້ຳມັນ, ຂົນ​ສົ່ງ​ທາງ​ທະ​ເລ..., ຄຽງ​ຂ້າງ​ກັບ​ພັດທະນາ​ການ​ປະມົງ, ການ​ປູກ​ພືດ​ລ້ຽງ​ປາທະ​ເລ, ​ການເກັບ​ຮັກສາ ​ແລະ ປຸງ​ແຕ່ງອາຫານ​ທະ​ເລ ຊຶ່ງ​ເປັນ​ຂົງ​ເຂດ​ທີ່​ສຳຄັນ​ທີ່​ສຸດ./.

​ໂດຍ ຝຸ່ງກວັກ​ຫຽນ

ກຳ​ມະ​ການສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ

----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະ​ສານ​ກອມ​ມູນິດ ສະບັບ​ທີ 894 (​ເດືອນ​ເມສາ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ