ວັນພຸດ, 26/7/2017
ພັດທະນາພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ ໃນພາລະກິດການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ ແມ່ນສອດຄ່ອງກັບກົດເກນພາວະວິໄສ
30/5/2017 18:12' ສົ່ງ ພິມ
ພາບປະກອບ (ພາບ: lyluanchinhtri.vn)

ບັນດາ​ຈຸດ​ພິ​ເສດສະ​ເພາະ​ທີ່​ມີ​ລັກສະນະ​ກົດ​ເກນ, ທາດ​ແທ້​ຂອງເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງ​ຄົມ​ນິຍົມ

​ເສດຖະກິດ​ຕະຫຼາດ​ແມ່ນ​ຮູບ​ການ​ເສດຖະກິດ​ແຜ່​ຫຼາຍ​ທົ່ວ​ໄປ​ທີ່​ແຊກ​ຄຸມ​ທຸກ​ພື້ນຖານ​ການ​ຜະລິດ​ສັງຄົມ. ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ​ເຊັ່ນ ກົດ​ເກນ​ຄຸນຄ່າ, ກົດ​ເກນ​ການສະໜອງ-ຄວາມ​ຕ້ອງການ, ກົດ​ເກນ​ແຂ່ງ​ຂັນ, ກົດ​ເກນ​ຈໍ​ລະ​ຈອນ​​ເງິນຕາ... ຊຶ່ງສະ​ແດງ​ອອກ​ໂດຍ​ຜ່ານການ​ຜັນ​ປ່ຽນ​ຂອງ​ຄວາມ​ພົວພັນ​ສິນຄ້າ-​ເງິນຕາ, ຄວາມ​ພົວພັນ​ລາຄາ, ບັນດາ​ຄວາມ​ພົວພັນ​ການ​ສະໜອງ-ຄວາມ​ຕ້ອງການ, ຄວາມ​ພົວພັນ​ແຂ່ງຂັນ... ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດທີ່ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ຫຼາຍ​ຮູບ​ແບບ​ວິ​ສາຫະກິດ... ຕາມ​ການ​ແບ່ງ​ງານ​ສັງຄົມ​ ທີ່​ນັບ​ມື້​ນັບ​ຂະຫຍາຍຕົວ; ການ​ພົວພັນ​ລະຫວ່າງ​ຜູ້​ຜະລິດ​ສິນຄ້າ ​ແລະ ຜູ້​ບໍລິ​ໂພ​ກຄົງ​ຕົວຢ່າງ​ພາວະ​ວິ​ໄສ, ຍ້ອນ​ກົດ​ເກນ​ພາວະ​ວິ​ໄສ​ເປັນ​ສິ່ງ​ຊີ້​ຂາດ.

ສັງ​ເກດ​ພາຍ​ນອກ​ເຫັນ​ວ່າ ເສດຖະກິດ​ຕະຫຼາດ​ແມ່ນ​ການ​ແຂ່ງຂັນ, ລາຄາ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ເກີດ​ເອງ ຕາມການ​ຊັ່ງຊາ​ກຳລັງ​ລະຫວ່າງ​ການ​ສະໜອງ (ປະລິມານ​ສິນຄ້າ​ທີ່​ຢາກ​ຂາຍ​ແລະ​ລາຄາທີ່​ຈະ​ເກັບ​ຈາກ​ການ​ຂາຍ) ​ແລະ ຄວາມຕ້ອງການ (ປະລິມານ​ສິນຄ້າ​ທີ່​ຢາກ​ຊື້​ແລະລາຄາ​ທີ່​ຈະ​ຊຳລະ) ​ໂດຍ​ຜ່ານ​ກົນ​ໄກຕົກລົງ​ກັນ, ສະໝັກ​ໃຈ ຊຶ່ງ​ໄດ້​ປະຕິບັດ​ດ້ວຍ​ສັນຍາ, ​ແມ່ນ​ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ (​ເສລີພາບ​ໃນ​ການ​ຜະລິດ, ​ເສລີພາບ​ໃນ​ການ​ຊື້ແລະຂາຍ). ​ແຕ່, ທາດ​ແທ້​ຂອງ​ເສດຖະກິດ​ຕະຫຼາດ​ ແມ່ນ​ຄວາມ​ພົວພັນ​ສິນຄ້າ - ​ເງິນຕາ - ສິນຄ້າ, ຊຶ່ງ​ເປັນ​ຮູບ​ການ​ທີ່​ມະນຸດ​ນຳ​ໃຊ້​ເພື່ອ​ເຊື່ອມຕໍ່​ບັນດາ​ການ​ເຄື່ອນ​ໄຫວທີ່​ມີ​ລັກສະນະ​ເສລີພາບ​ໃນ​ການ​ຜະລິດ ທຸລະ​ກິດ, ​ເສລີພາບ​ໃນ​ການ​ປະດິດ​ສ້າງ ​ແນ​ໃສ່​ຮ່ວມກັນຮັກສາການ​ຄົງ​ຕົວ​ສັງຄົມ​ທາງ​ດ້ານ​ເສດຖະກິດ. ​ເວົ້າ​ຢ່າງ​ອື່ນ, ຄວາມ​ພົວພັນ​ສິນຄ້າ - ​ເງິນຕາ - ສິນຄ້າ ​​ເປັນ​ທາດ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​ຜູ້ກ່ຽວ​ທັງ​ຮັກສາ​ເສ​ລິ​ພາບ​ໃນ​ການ​ຜະລິດ ທຸລະ​ກິດ, ທັງ​ຕິດ​ຕໍ່​ແໜ້ນ​ແຟ້ນກັນ​ກັບ​ຜູ້​ອື່ນ ​ໂດຍ​ຜ່ານ​ບັນດາ​ການ​ພົວພັນ​ແລກປ່ຽນ ​ແນ​ໃສ່​ຮ່ວມ​ມື​ນຳ​ກັນ​ໃນ​ລະບົບ​ການ​ແບ່ງ​ງານ​ສັງຄົມທີ່​ນັບ​ມື້​ນັບ​ສົມ​ເຫດ​ສົມ​ຜົນ. ​ເປັນ​ອັນວ່າ, ​ເສດຖະກິດ​ຕະຫຼາດ ​ແມ່ນ​ຮູບ​ຖານ​ເສດຖະກິດ ຊຶ່ງ​ໃນ​ນັ້ນ​ກຳລັງ​ການ​ຜະລິດ​ໄດ້​ຂະຫຍາຍຕົວ​ໂດຍ​ເສລີ ອີງ​ບົນ​ພື້ນຖານ​ຂະ​ບວນວິວັດ​ການ​ຫັນ​ເປັນ​ວິ​ຊາ​ສະ​ເພາະ​ນັບ​ມື້​ນັບ​ເລິກ​ເຊິ່ງ, ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ນັບ​ມື​ນັບ​ໄວ​ກວ່າ ​​ໂດຍ​ຍ້ອນ​ມະນຸດ​ມີ​ຄວາມ​ເສລີພາບ​ໃນ​ການ​ພັດທະນາ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ ​ໃນ​ສາຍ​ພົວພັນ​ຮ່ວມ​ມື​ນຳ​ກັນ​ໂດຍ​ຜ່ານ​ການ​ແລກປ່ຽນ​ສິນຄ້າ - ​ເງິນຕາ - ສິນຄ້າ. ຫຼື​ເວົ້າ​ຢ່າງ​ອື່ນ​ຄື, ບັນດາ​ການ​ພົວພັນ​ທີ່​ຕ້ອງການ​ໃຫ້​ແກ່​ການ​ແລກປ່ຽນ​ສິນຄ້າ - ​ເງິນຕາ - ສິນຄ້າ, ​ເຊັ່ນ ສິດ​ເສລີພາບ​​ໃນ​ການ​ທຸລະ​ກິດ, ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ກົດໝາຍ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ຕິດ​ຕໍ່​ແລກປ່ຽນ, ຂໍ້​ກຳນົດ​ການ​ລົງ​ໂທດ​ທີ່​ຮັບປະກັນ​ການ​ປະຕິບັດ​ຂໍ້​ຕົກລົງ​ຕາມ​ສັນຍາ, ບັນດາ​ຂໍ້​ກຳນົດ​ທີ່​ເປັນ​ເອກະ​ພາບ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວ​ກ່ຽວ​ກັບ​ຫົວໜ່ວຍ​ວັດ​ແທກ, ຫົວໜ່ວຍ​ສະກຸນ​ເງິນ, ​​ວິທີການ​ຕິດ​ຕໍ່​ແລກປ່ຽນ... ​ເປັນ​ບັນດາ​ການ​ພົວພັນ​ການ​ຜະລິດ​ທີ່​ສອດຄ່ອງ​ກັບຄວາມ​ຕ້ອງການ​ພັດທະນາ​ຂອງ​ກຳ​ລັງກາ​ນຜະລິດ. ນີ້​ເປັນ​ສິ່ງ​ທີ່​ຈຳ​ເປັນ​ແນ່ນອນ​ ໂດຍ​ບໍ່​ຈຳ​ແນກປະ​ເທດ​ດຳ​ເນີນເສດຖະກິດ​ຕະຫຼາດທີ່​​ເລືອກ​ເອົາລະ​ບອບ​ການ​ເມືອງ​ໃດ. ປະ​ຈຸບັນ, ການ​ພົວພັນ​ເສດຖະກິດ ຫຼື​ເອີ້ນ​ບັນດາ​ການ​ພົວພັນ​ການ​ຜະລິດ​ທີ່​ກ່າວ​ມາ​ເທິງ​ນີ້​ແມ່ນ ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ.

ການພັດທະນາ​ພື້ນຖານ​ເສດຖະກິດ​ຕະຫຼາດ ຮຽກຮ້ອງ​ໃຫ້​ຕ້ອງ​ເປີດ​ປະຊາທິປະ​ໄຕ​ໃນ​ພື້ນຖານ​ເສດຖະກິດ, ​ເປີດ​ເສລີພາບ​ໃນ​ພື້ນຖານ​ເສດຖະກິດ ​ເພື່ອ​ປົດ​ປ່ອຍແລະພັດທະນາ​ກຳລັງ​ຜະລິດ​ສັງຄົມ​ທຸກ​ຢ່າງ, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ກຳລັງ​ການ​ຜະລິດ​ສັງຄົມ​ຂະຫຍາຍຕົວ​ນັບ​ມື້​ນັບທັນ​ສະ​ໄໝ. ຜົນ​ປະ​ໂຫຍ​ດ​ເສດຖະກິດ​ເປັນ​ກຳລັງ​ຊຸກ​ດັນ​ການ​ພັດທະນາ​ທີ່​ສຳຄັນ​ທີ່​ສຸດ​ ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ ຊຶ່ງ​ກ່ອນ​ອື່ນ​ແມ່ນ​ຜົນ​ປະ​ໂຫຍດຂອງ​ບັນດາ​ຜູ້​ລົງທຶນ, ຜູ້​ຜະລິດ, ຜູ້​ອອກ​ແຮງ​ງານ, ຜູ້​ບໍລິ​ໂພ​ກ, ຂອງ​ລວມໝູ່, ລັດ ​ແລະ ທົ່ວ​ສັງຄົມ. ​ໃນ​ພື້ນຖານເສດຖະກິດ​ຕະຫຼາດ, ທຸກ​ພາກສ່ວນ​ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ​ບັນ​ດາ​ກົດ​ເກນພາວະ​ວິ​ໄສ ຕາມ​ກົນ​ໄກລວມຄື ​ກົນ​ໄກ​ຕະຫຼາດ, ​ແຕ່​ພ້ອມ​ກັນ​ນັ້ນ ​ເສດຖະກິດ​ຕະຫຼາດມີ​ລັກສະນະ​ພິ​ເສດສະ​ເພາະ​ທີ່​ສອດຄ່ອງ​ກັບ​ລະດັບ, ລະບຽບ​ກົດໝາຍການ​ພັດທະນາ, ​ເງື່ອນ​ໄຂ​ພັດທະນາ​ອັນ​ລະອຽດຂອງ​ແຕ່ລະ​ປະ​ເທດ. ການ​ເຄື່ອນ​ເໜັງ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ແມ່ນ​ຫັນ​ໄປ​ສູ່​ຄວາມ​ສົມ​ດູ​ນ​ເໜັງ ທາງ​ດ້ານ​ໂຄງ​ປປະກອບ​ຂະ​ແໜງ​ການ, ບັນດາ​ຂົງ​ເຂດ​ການ​ຜະລິດ, ທາງ​ດ້ານ​ລວມຍອດ​ປະລິມານ​ສິນຄ້າ... ຕາມ​ທິດ​ນັບມື້​ນັບ​ສົມ​ເຫດ​ສົມ​ຜົນ. ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ... ​ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ລັກສະນະ​ຂອງ​ພື້ນຖານການ​ຜະລິດ​ວັດຖຸ ​ແລະ ​ແບບ​ຈັດ​ຕັ້ງ ຄຸ້ມ​ຄອງເສດຖະກິດ​ຕະຫຼາດຕາມ​ແບບ​ດັ້ງ​ເດີມ. ​ເສດຖະກິດ​ພູມ​ປັນຍາ​ນັບ​ມື້​ນັບ​ຂະຫຍາຍຕົວ, ການ​ພັດທະນາ​ແບບ​ຍືນ​ຍົງ​ພວມ​ເປັນ​ທ່າ​ອຽງ​ທີ່​ເປັນ​ເຈົ້າພາ​ທາງ, ມະນຸດ​ຈາກ​ບ່ອນຢູ່​ໃນທ່າ​ຮັບ ຫັນ​ໄປ​ສູ່​ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ເສດຖະກິດ​ຕະຫຼາດທັນ​ສະ​ໄໝ​ເປັນ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ລວມ​ໃນ​ປະຈຸ​ບັນ, ​ເປັນ​ຜະລິດ​ຕະພັນ​ທີ່​ຈຳ​ເປັນ​ແນ່ນອນ ​ຂອງ​ການ​ພັດທະນາ​ກຳລັງ​ການຜະລິດ​ສັງຄົມ; ກຳລັງ​ການ​ຜະລິດສັງຄົມຍິ່ງ​ທັນ​ສະ​ໄໝ​ ເຮັດ​ໃຫ້ເສດຖະກິດ​ຕະຫຼາດຍິ່ງ​ທັນ​ສະ​ໄໝ. ​ເສດຖະກິດ​ຕະຫຼາດທັງ​ເປັນ​ເງື່ອນ​​ໄຂ, ທັງ​ເປັນ​ປະກົດ​ການ​​ແຫ່ງ​ລະດັບ​ການ​ຫັນ​ເປັນ​ສັງຄົມ ຂອງພື້ນຖານ​ການ​ຜະລິດ​ສັງຄົມ. ​ເສດຖະກິດ​ຕະຫຼາດບໍ່​ແມ່ນ​ຜະລິດ​ຕະພັນ​ຂອງ​ສະ​ເພາະ​ລັດທິ​ທຶນ​ນິຍົມ ​ແລະ ກໍ່​ບໍ່​ຂັດ​ແຍ່ງ​ກັບ​ລັດ​ທິສັງຄົມ​ນິຍົມ, ກົງ​ຂ້າມ, ພັດທະນາເສດຖະກິດ​ຕະຫຼາດ ​ເປັນ​​ເສັ້ນທາງ, ​ເປັນ​ວິທີ, ​ເປັນ​ເງື່ອນ​ໄຂ​ພື້ນຖານ ເພື່ອ​ໄປ​ເຖິງ​ລັດ​ທີ​ສັງຄົມ​ນິຍົມທີ່​ແທ້​ຈິງ​ໃນ​ອະນາຄົດ. ການ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ ຈຳ​ເປັນ​ຕ້ອງມີ​ການ​ດັດ​ແປງ​ທີ່​ມີ​ລັກສະນະ​ປະຕິວັດກ່ຽວ​ກັບ​ການ​ພົວພັນ​ການ​ຜະລິດ ​ໃຫ້​ມັນ​ສອດຄ່ອງ​ກັບ​ຂະ​ບວນວິວັດການ​ຫັນ​ກຳລັງ​ການ​ຜະລິດ​ເປັນ​ທັນ​ສະ​ໄໝ. ​ເສດຖະກິດ​ຕະຫຼາດ​ເປັນ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ດີ​ທີ່​ສຸດ ທີ່​ສອດຄ່ອງ​ກັບ​ກົດ​ເກນ​ພາວະ​ວິ​ໄສ​ ເພື່ອ​ໃຫ້​ກຳລັງ​ການ​ຜະລິດຂະຫຍາຍຕົວ, ກຳລັງ​ການ​ຜະລິດຍິ່ງ​ຂະຫຍາຍຕົວ, ທັນ​ສະ​ໄໝ, ຫັນ​ເປັນ​ສັງຄົມ​ໃນ​ລະດັບ​ສູງ, ມັນ​ຍິ່ງ​ຮຽກຮ້ອງ​​ໃຫ້ຕ້ອງ​ມີ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ, ສອດຄ່ອງ​ກັບ​ມັນ, ຊຶ່ງ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ ສອດຄ່ອງ​ນັ້ນ ​ແມ່ນ​ການພັວກັນ​ການ​ຜະລິດ​ສັງຄົມ​ນິຍົມ. ດັ່ງ​ນັ້ນ, ຂະ​ບວນ​ວີ​ວັດ​ການ​ພັດທະນາ​ເສດຖະກິດ​ຕະຫຼາດກໍ່​ເປັນ​ຂະ​ບວນວິວັດ​ການ​ພັດທະນາທີ່​ເປັນ​ໄປ​ຕາມ​ທຳ​ມະ​ຊາດ ​ເພື່ອ​ໃຫ້​ມະນຸດຊາດ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມຢ່າງ​ຖືກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ມັນ.

ພາກ​ຕົວ​ຈິງ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ​ໄດ້ພິສູດ​ໃຫ້​ເຫັນ​ວ່າ: ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມຢູ່​ຫວຽດນາ​ມຕ້ອງ​ຜ່ານ​ເສດຖະກິດ​ຕະຫຼາດ. ບໍ່​ພັດທະນາເສດຖະກິດ​ຕະຫຼາດຈະ​ບໍ່​ສາມາດ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ໄດ້. ​ເພາະ​ວ່າ, ​ເສດຖະກິດ​ຕະຫຼາດມີ​ບັນດາ​ທ່າ​ດີ ​ທ່າ​ໄດ້​ປຽບ​ ທີ່​ເສດຖະກິດ​ວັດຖຸກຸ້ມ​ຕົນ​ເອງ ​ເພິ່ງ​ຕົນ​ເອງ​ບໍ່​ອາດ​ຈະ​ປຽບທຽບ​ໄດ້: ທີ​ໜຶ່ງ, ​ເສດຖະກິດ​ຕະຫຼາດສ້າງ​ກຳລັງ​ໜູນ​ໃຫ້​ຜູ້​ອອກ​​ແຮງ​ງານທຸກ​ຄົນ​ຕັ້ງໜ້າ, ຕື່ນ​ຕົວ​ສະໝັກ​ໃຈ​ເຮັດ​ວຽກ ​ໂດຍ​ຜ່ານ​ກົນ​ໄກ​ແຂ່ງຂັນ​ເພື່ອ​ກາຍ​ເປັນ​ຄົນ​ເກັ່ງ​ກວ່າ​ເພິ່ນໝົດ (ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ ​ແລະ ສົມ​ເຫດ​ສົມ​ຜົນ​ທີ່​ສຸດ); ທີ​ສອງ, ​ເສດຖະກິດ​ຕະຫຼາດຊຸກຍູ້​ການ​ຫັນ​ເປັນ​ວິຊາ​ສະ​ເພາະ​ນັບ​ມື້​ນັບ​ເລິກ​ເຊິ່ງ​ ເພື່ອ​ພັ​ດທະນາ​ຄວາມ​ສາມາດ​ຊ້ອນ​ແຟງ​ໃນ​ຫຼາຍ​ດ້ານ​ຂອງ​ຜູ້​ຄົນ​ທີ່​ຕ່າງ​ກັນ; ທີ​ສາມ, ​ເສດຖະກິດ​ຕະຫຼາດຈະ​ປະສານ​ສົມທົບ, ດັດ​ປັບ​ການ​ປະພຶດ​ຂອງ​ທຸກ​ຄົນ​ໃຫ້​ມີ​ຄວາມ​ຕື່ນ​ຕົວສະໝັກ​ໃຈ ​ໂດຍ​ຜ່ານ​ກົນ​ໄກ​ແລກປ່ຽນ​ສິນຄ້າຢ່າງ​ສະໝັກ​ໃຈ, ຕົກລົງ​ກັນ​ຕາມ​ກົດ​ເກນ​ການ​ສະໜອງ - ຄວາມ​ຕ້ອງການ; ທີ​ສີ່, ​ເສດຖະກິດ​ຕະຫຼາດສ່ອງ​ແສງ​ເຖິງ​ລະດັບ​ເສລີພາບ ປະຊາທິປະ​ໄຕ​ສູງ​ ໃນ​ເງື່ອນ​ໄຂ​ແຫຼ່ງພະລັງ​ຊັບພະຍາກອນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຍັງຂາດ​ແຄນ. ​ແຕ່​ກໍ່ຕ້ອງ​ເຂົ້າ​ໃຈ​ວ່າ: ​ເສດຖະກິດ​ຕະຫຼາດ​ໂດຍ​ມັນ​ເອງມັນ​ບໍ່​ສາມາດ​ນຳ​ເອົາ​ລັດທິ​ສັງຄົມ​ນິຍົມມາ​ໃຫ້​ມະນຸດ​ໄດ້. ຖ້າ​ຫາກເສດຖະກິດ​ຕະຫຼາດ​ເຄື່ອນ​ເໜັງ​ຢ່າງ​ເກີດ​ເອງ ຍ່ອມ​ຈະ​ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕ່າງໆ​ເຊິ່ງສັງ​ຄົນ​ຍາກ​ທີ່​ຈະ​ຮັບ​ເອົາ​ໄດ້, ນັ້ນ​ຄື: ການ​ຜັນ​ແຍກ​ຮັ່ງມີ - ທຸກ​ຍາກ, ຜູ້​ມີ​​ໄຊ​ໃນ​ການ​ແຂ່ງຂັນ​ຈະ​ໄດ້​ທັງ​ໝົດ ສ່ວນ​ຜູ້​ເສຍ​ໄຊ​ຈະ​ບໍ່​ໄດ້​ຫຍັງ​ເລີຍ. ຍິ່ງ​ກວ່າ​ນັ້ນ, ຍ້ອນ​ກຳ​ພາຫະນະ​ການ​ຜະລິດ​ໄດ້​ຫຼາຍ, ຜູ້​ຮັ່ງມີ​ອາດ​ຈະບີບ​ບັງຄັບ​ຜູ້​ທຸກ​ຍາກ​ດ້ວຍ​ການ​ແລກປ່ຽນ​ສິນຄ້າ​ບໍ່​ສະ​ເໝີ​ພາບ. ພິ​ເສດ, ​ເມື່ອ​ຊັບ​ສິນ​ເຕົ້າ​ໂຮມ​ຢູ່​ໃນ​ກຳມື​ຂອງ​ຄົນ​ກຸ່ມ​ໜຶ່ງ, ຖ້າ​ຫາກພວກ​ເຂົາ​ບໍ່ພໍ​ໃຈ​ນຳອັດຕາ​ສ່ວນ​ກຳ​ໄລ​ທີ່​ຕະຫຼາດ​ວາງ​ອອກ​ມາ, ຊັບສິນ​ສິນຄ້າ​ຈະ​ຖືກ​​ກັກ​ຕູນ​ໄວ້​ເຕັມ​ຢູ່​ໃນ​ສາງ, ຜູ້​ອອກ​ແຮງ​ງານ​ຈະ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ນີ້​ເປັນ​ສິ່ງ​ທີ່​ທ່ານ ກາກ​ມາກ ​ໄດ້​ຊີ້​ແຈງ: ຖ້າ​ປະ​ໃຫ້​ເສດຖະກິດ​ສິນຄ້າ (​ເສດຖະກິດ​ຕະຫຼາດ) ​ເຄື່ອນ​ໄຫວ​ຢ່າງ​ເກີດ​ເອງ ​ແນ່ນອນ​ຈະ​ກ້າວ​ຂຶ້ນ​ສູ່​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມ. ເສດຖະກິດ​ຕະຫຼາດ​ແບບ​ເກີດ​ເອງ​ກໍ່​ພາ​ໄປ​ເຖິງ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມລວມ ​ເພື່ອ​ຜົນ​ປະ​ໂຫຍ​ດໄລຍະ​ສັ້ນ ຊຶ່ງ​ເປັນ​ການກໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ຕ່າງໆ​ໃນ​ການ​ພົວພັນ​ການ​ສະໜອງ-ຄວາມ​ຕ້ອງການ ​ແລະ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຕົກ​ໃສ່​ສະພາບ​ເລື່ອນລອຍ​ບໍ່​ແນ່​ວ​ແນ່... ຍ້ອນ​ແນວ​ນັ້ນ, ລັດ​ຕ້ອງຕາງໜ້າ​ສັງຄົມ​ເພື່ອ​ດັດປັບເສດຖະກິດ​ຕະຫຼາດ, ບັງຄັບ​ໃຫ້​ມັນ​ຕ້ອງ​ເຄື່ອນ​ໄຫວ​ໃນ​ບັນດາ​ຂອບ​ທີ່​ແນ່ນອນ. ລັດ​ນາຍທຶນ​ດັດປັບເສດຖະກິດ​ຕະຫຼາດ ​ແຕ່​ບໍ່​ປ່ຽນ​ແປງ​ບັນດາ​ພື້ນຖານ​ຕົ້ນຕໍ​ຂອງ​ມັນ, ​ເຊັ່ນ ​ກຳມະສິດ​​ເອກະ​ຊົນ, ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ, ລາຄາ​ຖືກ​ຕະຫຼາດ​ຕັດສິນ​ເປັນ​ຕົ້ນຕໍ, ລັດ​ພຽງ​ແຕ່​ເຂົ້າ​ຮ່ວມ​ກາມ​​ແຈກ​ຢາຍ​ຊັບ​ສິນ​ຄືນ​ໃໝ່ຜ່ານ​ງົບປະມານ​ແຫ່ງ​ລັດ, ກະທົບ​ໃສ່​ການ​ສະໜອງ​ຫຼື​ຄວາມ​ຕ້ອງການ, ​ເມື່ອ​ມີ “ອາການຊ໊ອກ”... ລັດສັງຄົມ​ນິຍົມອາດ​ຈະ​ແຊກ​ແຊງ​ເລິກ​ເຂົ້າ​ໃນ​ພື້ນຖານເສດຖະກິດ​ຕະຫຼາດ ​ໂດຍ​ຜ່ານ​ການ​ປ່ຽນ​ແປງ​ລະບອບ​ກຳມະສິດ​ຂອງ​ກອງ​ພາຫະນະ​ການ​ຜະລິດ​ໃດ​ໜຶ່ງ ຫຼື​ຊ່ວຍ​ຊູ​ບັນ​ດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ​ເຊັ່ນ ສະຫະກອນ, ວິ​ສາ​ຫະກິດ​ຂອງ​ລັດ,... ຢູ່​ນີ້, ຮູບ​ການ​ແຊກ​ແຊງ​ອາດ​ຈະ​ຄື​ກັນ​ລະຫວ່າງ​ບັນດາລັດທຶນ​ນິຍົມ ​ແລະ ລັດສັງຄົມ​ນິຍົມ, ​ແຕ່​ເປົ້າ​ໝາຍ​ພັດ​ມີ​ຄວາມ​ແຕກ​ຕ່າງ​ກັນ: ລັດທຶນ​ນິຍົມ ພຽງ​ແຕ່​ຊ່ວຍ​ໜູນ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ ​ແລະ ຊ່ວຍ​ໜູນ​​ໃຫ້ຜູ້​ເສຍ​ຫາຍ​ໃນ​ລະດັບ​ທີ່​ອາດ​ຈະ​ຊ່ວຍ​ໄດ້. ລັດສັງຄົມ​ນິຍົມ​​ໃຫ້​ຄວາມ​ສຳຄັນ​ເຖິງ​ການ​ກໍ່ສ້າງຜູ້​ອອກ​ແຮງ​ງານ, ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເປັນ​ເຈົ້າ​ຂະ​ບວນວິວັດ​ການ​ຜະລິດ, ​ແຈກ​ຢາຍ ​ແນ​ໃສ່​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ເຂົາ. ນອກຈາກ​ນັ້ນ, ບັນດາ​ສິ່ງ​ທີ່​ຜູ້​ອອກ​ແຮງ​ງານ​ບໍ່​ອາດ​ສາມາດ, ລັດ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ວຍຕາໜ່າງຄວາມ​ປອດ​ໄພ, ການ​ຊ່ວຍ​ເຫຼືອ​ທາງ​ສັງຄົມ, ສະຫວັດດີ​ການ​ສັງຄົມ... ພັກ​ກອມ​ມູນິດ ​ແລະ ລັດສັງຄົມ​ນິຍົມມີ​ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຫາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ​ທີ່​ມີ​ປະສິດທິ​ຜົນ ​ແລະ​ທັງ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ. ​ໃນ​ໄລຍະ​ປະຈຸ​ບັນ, ​ເສດຖະກິດ​ຕະຫຼາດຈະ​ເຮັດ​ໜ້າ​ທີ່​ດັດປັບ​ເປັນ​ຕົ້ນຕໍ, ລັດສັງຄົມ​ນິຍົມ​ເຂົ້າ​ຮ່ວມ​ການ​ດັດປັບ​​ໂດຍ​ອີງ​ໃສ່​ທິດ​ສະ​ດີ​ແລະ​ບົດຮຽນ​ຕົວ​ຈິງ ​ເພື່ອ​ໃຫ້​ມີພື້ນຖານ​ເສດຖະກິດ​ຕະຫຼາດທີ່​ມີ​ຄວາມ​ສັກສິດ​ກວ່າ, ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ... ​ເພາະສະ​ນັ້ນ, ລັດສັງຄົມ​ນິຍົມບໍ່​ຈຳກັດ​ຕົວ​ເອງ​ໃນ​ການ​ເຄື່ອນ​ໄຫວ​ຄື​ກັບລັດທຶນ​ນິຍົມ. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ພັກ​ເຮົາ​ກຳນົດ​ວ່າ ພື້ນຖານ​ເສດຖະກິດ​ຕະຫຼາດຂອງ​ປະ​ເທດ​ເຮົາ​ແມ່ນ ພື້ນຖານ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ: ທີ່ທັງ​ຖືກ​ຄວບ​ຄຸມ​ຍ້ອນ​ບັນດາ​ກົດ​ເກນ​ເສດຖະກິດ​ຕະຫຼາດທີ່​ພາວະ​ວິ​ໄສ, ທັງ​ຮັບປະກັນ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ພື້ນຖານ​ເສດຖະກິດ. ປັດ​ໄຈ​ສັງຄົມ​ນິຍົມ​ໄດ້​ສະ​ແດງ​ອອກ​ຢູ່​ທີ່​ພັກ​ກອມ​ມູນິດ -ກອງກຳລັງ​ນຳ​ໜ້າ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ- ​ນຳພາ​ການ​ພັດທະນາຂອງ​ພື້ນຖານເສດຖະກິດ​ຕະຫຼາດ (ຖ້າ​ຫາກ​ພັກ​ເສື່​ອມ​ໂຊມ​ປ່ຽນ​ທາດ ຫຼື​ບໍ່​ມີ​ກຳລັງ​ພໍ​ເພື່ອ​ນຳພາ​ແລ້ວ ​ແນ່ນອນ​ພື້ນຖານ​​ເສດຖະກິດ​ຕະຫຼາດຈະຂຶ້ນ​ສູ່​ທຶນ​ນິຍົມຢ່າງ​ເກີດ​ເອງ). ລັດສັງຄົມ​ນິຍົມກໍ່​ເປັນ​ລະບຽບ​ກົດໝາຍ ​​ເພື່ອ​ໃຫ້​ປະຊາຊົນ​ຜູ້​ອອກ​ແຮງ​ງານສາມາດ​ດຳ​ເນີນ​ການ​ປະຕິ​ຮູບ​ທຸກຢ່າງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ເຂົາ, ກໍ່​ເປັນ​ເຈົ້າພາບ​ໜຶ່ງ​ຂອງເສດຖະກິດ​ຕະຫຼາດ ​ໂດຍ​ບໍ່​​ແມ່ນເປັນ​ພຽງ​ລະບຽບ​ກົດໝາຍ​ການ​ເມືອງ​ເທົ່າ​ນັ້ນ. ຖ້າ​ຫາກ​ກົງ​ຈັກລັດ ​ແລະ ຂ້າລັດຖະການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ຮອດ​ລະດັບ ຮູ້​ພຽງ​ຜົນ​ປະ​ໂຫຍ​ດຂອງຕົນ​ເອງ​ເທົ່າ​ນັ້ນ, ຢຽບ​ຢ່ຳ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ແລ້ວ, ພັກ​ກອມ​ມູນິດຈະ​ນຳພາ​ປະຊາຊົນ​ປະຕິ​ຮູບ​ລັດ. ຍ້ອນ​​ເສດຖະກິດ​ຕະຫຼາດສາມາດຄ່ອງ​ຕົວ​ກັບ​ຫຼາຍ​ລະບອບ​ການ​ເມືອງ​ທີ່​ຕ່າງ​ກັນ ​ແລະ ​ແບບ​ວິທີ​ການຜະລິດ​ສັງຄົມ​ນິຍົມຍັງ​ບໍ່ຢັ້ງຢືນ​ຕົວ​ເອງ​ໄດ້ ດ້ວຍ​ຕົວ​ແບບ​ທີ່​ມີ​ປະສິດທິ​ຜົນ​ໃນ​ພາກ​ຕົວ​ຈິງ ດັ່ງ​ນັ້ນ ທີ່​ຈິງ ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ເປັນ​ການ​ຊອກ​ຫາ​ໜຶ່ງ: ທັງ​ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ (ຍ້ອນ​ວ່າ​ ມາ​ເຖິງ​ປະຈຸ​ບັນ ມັນ​ແມ່ນ​ຮູບ​ການຈັດ​ຕັ້ງ​ເສດຖະກິດ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ໝູ່), ທັງຊອກ​ຫາ​ຕົວ​ແບບ​ເສດຖະກິດ​ທີ່​ມີ​ປະສິດທິ​ຜົນ​ກວ່າ, ຄ່ອງ​ຕົວ​ກັບ​ເສດຖະກິດ​ຕະຫຼາດ ​ແລະ ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ. ດັ່ງ​ນັ້ນ, ຄວາມ​ພະຍາຍາມ​ປະດິດ​ສ້າງ ​ແລະ ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ຂອງ​ພັກ ລັດ ປະຊາຊົນ​ຫວຽດນາມ​ນັ້ນ ​ແມ່ນ​ທາດ​ແທ້​ສັງຄົມ​ນິຍົມ. ຢາກ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ມີເງື່ອນ​ໄຂ 3 ປະການ​ຄື​:

- ປະຊາຊົນ​ຜູ້​ອອກ​ແຮງ​ງານຕ້ອງ​ມີ​ຄວາມ​ຕື່ນ​ຕົວສະໝັກ​ໃຈ, ຍົກ​ສູງ​ລະດັບ​ການ​ເມືອງ ​ແລະ ​ເສດຖະກິດ​ຂອງ​ຕົນ ​ເພື່ອ​ບືນ​ຕົວ​ຂຶ້ນ​ເປັນ​ເຈົ້າ ​ແລະ ​ເປັນ​ເຈົ້າ​ຂອງ;

- ພັກ​ກອມ​ມູນິດ​ຕ້ອງ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ຢ່າງ​ແທ້​ຈິງ ​ເພື່ອ​ປະຊາຊົນຜູ້​ອອກ​ແຮງ​ງານ ​ແລະ ມີ​ຄວາມ​ສາມາດ​ນຳພາ​ລັດ​ແລະ​ສັງຄົມ;

- ລັດ (​ເນື້ອ​ແທ້​ແມ່ນ​ກົດໝາຍ ​ແລະ ຂ້າ​ລັດຖະການ) ທັງ​ຕ້ອງ​ມີ​ຄວາມ​ສາມາດ​ຄຸ້ມ​ຄອງ, ທັງຕ້ອງ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ.

ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ຢືນຢັນ: “ພື້ນຖານເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ​ ແມ່ນ​ພື້ນຖານ​ເສດຖະກິດ​ທິ່​ເຄື່ອນ​ໄຫວຢ່າງ​​ເຕັມຮູບ​ແບບ, ຄົບ​ຊຸດ ຕາມ​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ​ກໍ​ຮັບປະກັນ​ກຳນົດ​ທິດ​ສັງຄົມ​ນິຍົມ ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນພື້ນຖານເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ; ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ, ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມນຳພາ, ​ແນ​ໃສ່​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ”.

ພື້ນຖານເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ ​ມີ​ການ​ພົວພັນ​ການ​ຜະລິດ​ທິ່ກ້າວໜ້າ ສອດຄ່ອງ​ກັບ​ລະດັບ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ; ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ ເສດ​ຖະກິດ​ຂອງ​ລັດ​ຖື​ບົດບາດ​ເປັນເຈົ້າພາ​ທາງ, ​ເສ​ດຖະກິດ​ເອກະ​ຊົນ​ເປັນ​ກຳ​ລັງ​ໜູນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ພື້ນຖານ​ເສດຖະກິດ; ບັນດາ​ເຈົ້າພາບ​ສັງກັດ​ບັນດາ​ພາກສ່ວນ​ເສດຖະກິດ​ມີ​ຄວາມ​ສະ​ເໝີ​ພາບ ຮ່ວມ​ມື ​ແລະ ​ແຂ່ງຂັນກັນ ​ຕາມ​ກົດໝາຍ; ຕະຫຼາດ​ຖື​ບົດບາດ​ຕົ້ນຕໍ​ໃນ​ການ​ລະດົມ ​ແລະ ​ແຈກ​ຢາຍ​ບັນດາ​ແຫຼ່ງພະລັງການ​ພັດທະນາ, ​ເປັນ​ກຳລັງ​ໜູນ​ຕົ້ນຕໍ​ ເພື່ອ​ປົດ​ປ່ອຍກຳລັງ​ແຮງ​ຜະລິດ; ບັນດາ​ແຫຼ່ງພະລັງ​ຂອງ​ລັດ​ໄດ້​ຮັບ​ການ​ແຈກ​ຢາຍ​ຕາມ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ລັດ​ຖື​ບົດ​ບາດ​ກຳນົດ​ທິດ, ກໍ່ສ້າງ ​ແລະ ປັບ​ປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ, ສ້າ​ງສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ທີ່​ສະ​ເໝີ​ພາບ, ​ໂປ່​ງ​ໄສ ​ແລະ ສົດ​​ໃສ; ນຳໄຊ້ບັນດາ​ເຄື່ອງມື, ນະ​ໂຍບາຍ ​ແລະ ບັນດາ​ແຫຼ່ງພະລັງ​ຂອງ​ລັດ ​ເພື່ອ​ກຳນົດ​ທິດ ​ແລະ ດັດ​ປັບ​ພື້ນຖານ​ເສດຖະກິດ, ຊຸກຍູ້​ການ​ຜະລິດ ທຸລະ​ກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວກ​ລ້ອມ; ປະຕິບັດ​ຄວາມ​ກ້າວໜ້າ ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ​ ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ. ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ”(1).

ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ການ​ໝູນ​ໃຊ້ເສດຖະກິດ​ຕະຫຼາດຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ເງື່ອນ​ໄຂ​ຫວຽດນາມ ​ແນ​ໃສ່​ເສີມ​ຂະຫຍາຍ​ສຸດ​ຂີດ ​ບົດບາດຕັ້ງໜ້າ​ຂອງ​ເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ ​ກໍ່​ຈຳກັດ​ສຸດ​ຂີດ​ຕໍ່​ບັນດາຂໍ້​ຂາດ​ຕົກ​ບົກພ່ອງ, ດ້ານ​ລົບ​ ຂອງ​ເສດຖະກິດ​ຕະຫຼາດ ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ. ກຳນົດ​ທິດ​ສັງຄົມ​ນິຍົມ​ແມ່ນ​ລັກສະນະ, ​ແມ່ນ​ຈຸດ​ພິ​ເສດ​ປະຈຳ​ຕົວ​ ຂອງ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ຫວຽດນາມ​ພວມ​ກໍ່ສ້າງ. ລັກສະນະ​ພິ​ເສດສະ​ເພາະ​ນີ້ ຖືກ​ຕັດສິນ​ໂດຍ​ທາດ​ແທ້​ຂອງ​ພື້ນຖານ​ເສດຖະກິດ, ຍ້ອນ​ກະ​ໂຕ​ລັກສະນະ​ຂອງ​ບັນດາ​ພາກສ່ວນ​ປະກອບ, ນອນ​ຢູ່​ໃນ​ໂຄງ​ປະກອບ​ພາຍ​ໃນ ​ຂອງ​ພື້ນຖານ​ເສດຖະກິດທີ່​ກຳນົດ​ທາດ​ແທ້​ ​ແລະ ​ທ່າ​ອຽງ​ເຄື່ອນ​ເໜັງ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດຫວຽດນາມ. ກຳນົດ​ທິດ​ສັງຄົມ​ນິຍົມ​ໃນ​ພື້ນຖານເສດຖະກິດ​ຕະຫຼາດຢູ່​ຫວຽດນາມ ສ່ອງ​ແສງ​ເຖິງ​ເປົ້າ​ໝາຍ, ​ແບບ​ວິທີ​ການ​ພັດທະນາ, ກົນ​ໄກ​ຄຸ້ມ​ຄອງ ​ແລະ ​ແບບ​ວິທີ​ແຈກ​ຢາຍ​ຂອງ​ພື້ນຖານ​ເສດຖະກິດ ​ແນ​ໃສ່​ຂຸດ​ຄົ້ນ​ສຸດ​ຂີດ​ດ້ານ​ຕັ້ງໜ້າ, ທ່າ​ໄດ້​ປຽບ ​ຂອງ​ເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ​ກໍ່​ຈຳກັດ, ​ແກ້​ໄຂ​ຜ່ານ​ຜ່ານ​ຂໍ້​ຂາດ​ຕົກ​ບົກພ່ອງ ​ດ້ານ​ລົບ ຂອງ​ເສດຖະກິດ​ຕະຫຼາດ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທຸກ​ຄົນ, ມຸ່ງ​ໄປ​ສູ່​ການ​ປະຕິບັດ​ບັນດາ​ເປົ້າໝາຍ​ຂອງ​ລັດທິສັງຄົມ​ນິຍົມ.

ບັນດາ​ບັນຫາ​ພື້ນຖານ​ໃນ​ໄລ​ຍະ​ຕໍ່​ໄປ

​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າ​ງໄວວາ ຍືນ​ຍົງ ຕ້ອງ​ສືບ​ຕໍ່​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ດ້ານ​ຕ່າງໆ​ດັ່ງ​ລຸ່ມ​ນີ້:

ຮອດ​ປີ 2020, ສູ້​ຊົນ​ບູລະນະ​ໄດ້​ໂດຍ​ພື້ນຖານ ລະບົບ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ຕາມ​ບັນດາ​ມາດຕະຖານ​ທົ່ວ​ໄປ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ; ຮັບປະກັນ​ລັກສະນະ​ຄົບ​ຊຸດ​ລະຫວ່າງ ລະບຽບ​ກົດໝາຍ​ເສດຖະກິດ ​ແລະ ລະບຽບ​ກົດໝາຍການ​ເມືອງ, ລະຫວ່າງ​ລັດ ​ແລະ ຕະຫຼາດ; ຮັບປະກັນຄວາມ​ກົມກຽວ​ລະຫວ່າງ​ຄວາມ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ພັດທະນາ​ມະນຸດ, ປະຕິບັດ​ຄວາມ​ກ້າວໜ້າ ສະ​ເໝີ​ພາບ​ທາງ​ສັງຄົມ, ຮັບປະກັນ​ສະຫວັດດີ​ການ​ສັງຄົ​ມ, ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ, ພັດທະນາ​ສັງຄົມ​ຢ່າງ​ຍືນ​ຍົງ; ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​ຕິດ​ກັບການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ; ຮັບປະກັນ​ລັກສະນະ​ເປີດ​ເຜີຍ ​ໂປ່​ງ​ໃສ, ລັກສະນະ​ຄາດ​ຄະ​ເນ ຊຶ່ງ​ໄດ້​ສະ​ແດງ​ອອກ​ໃນ​ການກໍ່ສ້າງ​ແລະ​ປະຕິບັດລະບຽບ​ກົດໝາຍ, ສ້າງ​ເງື່ອນ​ໄຂ​ຄວາມ​ສະຫງົບ, ສະດວກ​ດີ​ ໃຫ້​ແກ່​ການ​ພັດທະນາ​ເມດ​ຖະກິດ - ສັງຄົມ.

ສືບ​ຕໍ່​ບູລະນະ​ລະບຽບ​ກົດໝາຍ​ກ່ຽວ​ກັບກຳມະສິດ, ພັດທະນາ​ບັນດາ​ພາກສ່ວນ​ເສດຖະກິດ, ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ.

ຫັນ​ເປັນ​ນິຕິ​ກຳ​ກ່ຽວ​ກັບ​ສິດທິ​ຊັບ​ສິນ (ປະກອບ​ດ້ວຍ ສິດທິ​ເປັນ​ເຈົ້າ​ຂອງ, ສິດທິ​​ນຳ​ໃຊ້, ສິດທິ​ຕັດສິນ ​ແລະ ​​ຮັບຜົນ​ປະ​ໂຫຍ​ດ ຈາກ​ການ​ນຳ​ໃຊ້​ຊັບ​ສິນ) ຂອງ​ລັດ, ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນ ຊຶ່ງ​ໄດ້​ກຳນົດ​ໃນ​ລັດ​ທະ​ທຳ​ມະນູນ​ປີ 2013. ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ ກ່ຽວ​ກັບ​ພັນທະ​ແລະ​ຄວາມ​ຮັບຜິດຊອບ ​ໃນ​ຂັ້ນ​ຕອນ​ການ​ບໍລິຫານ​ແຫ່ງ​ລັດ ​ແລະ ການ​ບໍລິການ​ສາທາລະນະ ​ເພື່ອ​ໃຫ້​ສິດທິ​ຊັບ​ສິນ​ໄດ້​ຮັບ​ການ​ແລ​ກປ່ຽນ​ຢ່າງ​ລຸ​ລ່ວງ. ຮັບປະກັນ​ສິດ​ຄຸ້ມ​ຄອງ ​ເກັບ​ຜົນ​ຂອງ​ລັດ ຕໍ່​ຊັບ​ສິນສາທາລະນະ ​ແລະ ສິດສະ​ເໝີພາບ​ໃນ​ການ​ເຂົ້າ​ເຖິງ, ນຳ​ໃຊ້​ຊັບ​ສິນສາທາລະນະ ຂອງ​ທຸກ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ. ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ສະ​ຖາ​ບັນ ​ແລະ ບູລະນະ​ກົນ​ໄກ​ແກ້​ໄຂຂໍ້​ພິພາ​ດທາງ​ແພ່ງ, ຂໍ້​ພິພາດ​ທາງ​ເສດຖະກິດ ​ໃນ​ການ​ປົກ​ປັກ​ຮັກສາ​ສິດທິ​ຊັບ​ສິນ.

ທຸກ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ ລ້ວນ​ແຕ່​ຕ້ອງ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ສະ​ເໝີ​ພາບ ​ແລະ ​ແຂ່ງຂັນ​ກັນ​ ຕາມ​ກົດໝາຍ. ສົ່ງ​ເສີມ​ການ​ລິ​ເລີ່​ມທຸລະ​ກິດ. ມີ​ນະ​ໂຍບາຍ​ຊຸກຍູ້​ພັດທະນາ​ວິ​ສາ​ຫະກິດ​ຫວຽດນາມ ທັງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ, ​ໃຫ້ກາຍເປັນ​ກຳລັງ​ແກ່ນສານ​ທີ່​ແທ້​ຈິງ ​ແລະ ນຳ​ໜ້າ​ໃນ​ພາລະກິດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ຮັບປະກັນ​ສິດ​ເສລີ​ພາບ​ໃນ​ການ​ທຸລະ​ກິດ​ບັນດາ​ຂົງ​ເຂດ​ທີ່​ກົດໝາຍ​ບໍ່​ຫ້າມ; ກໍ່ສ້າງ, ປະຕິບັດ​ກົນ​ໄກ​ກວດກາຕາມ​ຫຼັງ ຢ່າງ​ຄົບ​ຊຸດ ​ມີ​ປະສິດທິ​ຜົນ; ສືບ​ຕໍ່​ບູລະນະ​ກົດໝາຍ​ກ່ຽວ​ກັບ​ການ​ແຂ່ງຂັນ​ເສດຖະກິດ, ​ເພີ່ມ​ທະວີ​ລັກສະນະ​ໂປ່​ງ​ໃສ ຕໍ່​ກັບ​ການ​ຜູກຂາດ​​ແຫ່ງລັດ ການ​ຜູກຂາດ​ຂອງ​ວິ​ສາ​ຫະກິດ, ຄວບ​ຄຸມ​ການ​ຜູກຂາດ​ທຸລະ​ກິດ. ບູລະນະ​ລະບຽບ​ກົດໝາຍ​ປົກ​ປັກ​ຮັກສາ​ນັກ​ລົງທຶນ, ສິດ​ກຳ​ທະ​ສິດ ​ແລະ ສິດທິຊັບ​ສິນ. ບູລະນະ​​ກົດໝາຍກ່ຽວ​ກັບ​ການລົ້ມ​ລະລາຍ​ຂອງ​ວິ​ສາ​ຫະກິດ ຕາມ​ກົນ​ໄກ​ຕະຫຼາດ.

ສືບ​ຕໍ່​ຍູ້​ແຮງ​ການ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຕາມ​ທິດ: ວິ​ສາ​ຫະກິດ​ແຫ່ງ​ລັດ​ສຸມ​ໃສ່​ບັນດາ​ຂົງ​ເຂດຫຼັກ​ແຫຼ່ງ ​ທີ່​ສຳຄັນ; ບັນດາ​ພື້ນ​ທີ່​ສຳຄັນ ​ແລະ ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ; ບັນດາ​ຂົງ​ເຂດ​ທີ່​ບັນດາ​ວິ​ສາຫະກິດຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ອື່ນ ​ບໍ່​ຢາກ​ລົງທຶນ. ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຂາຍ​ທຶນ​ຢູ່​ບັນດາວິ​ສາ​ຫະກິດ​ທີ່​ລັດບໍ່​ຈຳ​ເປັນ​ຕ້ອງ​ກຳ ຫຼື​ບໍ່​ຈຳ​ເປັນ​ຕ້ອງ​ກຳ​ຫຸ້ນ​ສ່ວນ​ແຊກ​ຄຸມ, ນັບ​ທັງ​ບັນດາ​ວິ​ສາ​ຫະກິດ​ທີ່​ກຳລັງ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ບູລະນະ​ລະບຽບ​ກົດໝາຍ​ການ​ກຳນົດ​ລາຄາ​ທີ່​ດິນ, ຊັບ​ສິນ​ມີ​ຮູບ ​ແລະ ຊັບ​ສິນ​ບໍ່​ມີ​ຮູບ (ຊັບ​ສິນ​ທາງ​ປັນຍາ, ​ເຄື່ອງໝາຍ​ການ​ຄ້າ,...) ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕາມ​ຫຼັກການ​ຕະຫຼາດ. ຈຳ​ແນ​ກ​ແຍກ​ໜ້າ​ທີ່​ຜະລິດ ທຸລະ​ກິດ ​ກັບ​ໜ້າ​ທີ່​ການ​ເມືອງ, ປະ​ໂຫຍ​ດສາທາລະນະ. ​ແຍກ​ພາລະ​ບົດບາດ​ເຈົ້າ​ກຳມະສິດ​ຊັບ​ສິນ ທຶນ​ຂອງ​ລັດ ​ແລະ ພາລະ​ບົດບາດບໍລິຫານ​ລັດ ກັບພາລະບົດບາດ​ຄຸ້ມ​ຄອງ ​ທຸລະ​ກິດ​ຂອງວິ​ສາ​ຫະກິດ​ແຫ່ງ​ລັດ​; ຍຸບ​ເລິກ​ພາລະ​ບົດບາດ​ເປັນ​ຕົວ​ແທນ​ໃຫ້​ເຈົ້າ​ກຳມະສິດ​ລັດ ຂອງບັນດາ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ ຕໍ່​ກັບ​ທຶນ ຊັບ​ສິນ​ຂອງ​ລັດ​ຢູ່​ວິ​ສາ​ຫະກິດ. ສ້າງ​ຕັ້ງ​ອົງການ​ສະ​ເພາະ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ເຈົ້າ​ກຳມະສິດ​ຕໍ່​ກັບວິ​ສາ​ຫະກິດ​ແຫ່ງ​ລັດ​. ປັບປຸງ​ຖັນ​ແຖວ​ພະນັກງານ​ນຳພາ, ຄຸ້ມ​ຄອງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງວິ​ສາ​ຫະກິດ​ແຫ່ງ​ລັດ​ ສອດຄ່ອງ​ກັບ​ມາດຕະຖານ​ສາກົນ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ກວດກາ, ຕິດຕາມ​ກວດກາ ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ກ່ຽວ​ກັບ​ການ​ລົງທຶນ, ການ​ເງິນ ​ແລະ ການ​ເຄື່ອນ​ໄຫວຂອງວິ​ສາ​ຫະກິດ​ແຫ່ງ​ລັດ​. ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ບັນດາຫົວໜ່ວຍ​ພາລະ​ກຳ​ສາທາລະນະ ຕາມ​ທິດ​ຍົກ​ສູງ​ລະບອບ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ການ​ບັນຈຸ​ລັດຖະກອນ ​ແລະ ການ​ເງິນ; ຫັນ​ຂົງ​ເຂດ​ບໍລິການ​ສາທາລະນະເປັນ​ສັງຄົມ, ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ນີ້.

ສືບຕໍ່ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ ​ຂອງ​ເສດຖະກິດ​ລວມໝູ່, ​ເສດຖະກິດ​ສະຫະກອນ; ຍູ້​ແຮງ​ການ​ເຊື່ອມ​ຕໍ່ ​ແລະ ຮ່ວມ​ມື ​ອີງ​ບົນ​ຄວາມ​ພົວພັນ​ຜົນ​ປະ​ໂຫຍ​ດ, ນຳ​ໃຊ້​ວິທີ​ຄຸ້ມ​ຄອງ​ທີ່​ກ້າວໜ້າ, ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ລັດ​ມີ​ກົນ​ໄກ, ນະ​ໂຍບາຍ​ຊ່ວຍ​ໜູນ ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແຫຼ່ງທຶນ, ກໍ່ສ້າງ​ບຸກຄະລາ​ກອນ, ມອບ​ໂອນ​ເຕັກ​ນິກ ​ເຕັກ​ໂນ​ໂລ​ຊີ, ຊ່ວຍ​ເຫຼືອ​ພັດທະນາ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ສະຫະກອນ ບົນ​ພື້ນຖານ​ພັດທະນາ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເສດຖະກິດ​ຄອບຄົວ.

ສົ່ງ​ເສີມ​ພັດທະນາ​ບັນດາ​ຮູບ​ແບ​ບວິ​ສາ​ຫະກິດ, ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ ດ້ວຍ​ກຳມະສິດ​ປະສົມ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຫຸ້ນ​ສ່ວນ.

ບູລະນະ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ຢ່າງ​ແຂງ​ແຮງ ຢູ່​ເກືອບ​ທັງ​ໝົດ​ທຸກຂະ​ແໜງ​ການ ​ແລະ ຂົງ​ເຂດ​ເສດຖະກິດ, ​ໃຫ້​ກາຍ​ເປັນ​ກຳລັງ​ໜູນ​ທີ່ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ. ບູລະນະ​ນະ​ໂຍບາຍ​ຊ່ວຍ​ໜູນ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ, ວິ​ສາ​ຫະກິດ​ທີ່​ລິ​ເລີ່ນທຳ​ການທຸລະ​ກິດ​​ໃໝ່. ສົ່ງ​ເສີມ​ການ​ກໍ່​ຮ່າງ​ສ້າງ​ຕົວ​ກຸ່ມ​ເສດຖະກິດ​ເອກະ​ຊົນຫຸ້ນ​ສ່ວນ ​ແລະ ສົ່ງ​ເສີມ​ເອກະ​ຊົນລົງທຶນ​ເຂົ້າບັນ​ກຸ່ມ​ເສດຖະກິດ​ຂອງ​ລັດ.

ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ດຶງ​ດູດ​​ເອົາ​ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ, ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ລະດັບ​ການ​ຄຸ້ມ​ຄອງ​ທີ່​ກ້າວໜ້າ ​ແລະ ຕະຫຼາດ​ຈຳໜ່າຍ​ຂາຍ​ຜະລິດ​ຕະພັນ; ​ເປັນ​ເຈົ້າ​ການ​ຄັດ​ເລືອກ​ເອົາ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ມີ​ນະ​ໂຍບາຍ​ບຸລິມະສິດ​ຕໍ່​ບັນດາ​ໂຄງການລົງທຶນ​ຈາກ​ຕ່າງປະ​ເທດ​ທີ່​ມີ​ລະ​ດັບ​ການ​ຄຸ້ມ​ຄອງ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ມີ​ທີ່​ຕັ້ງ​ທີ່​ມີ​ປະສິດທິ​ຜົນ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ມີ​ການ​ເຊື່ອມ​ໂຍງ​ກັບ​ວິ​ສາ​ຫະກິດ​ໃນ​ປະ​ເທດ. ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ໃນ​ປະ​ເທດ ​ແນ​ໃສ່​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ ​ແລະ​ອຸດສາຫະກຳ​ຂະໜາດ​ໃຫຍ່ ຄຸນ​ນະພາ​ບສູງ, ຕິດ​ກັບ​ບັນດາ​ພວງ​ພະນັງ​ຄຸນຄ່າ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

​ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບັນດາ​ວິ​ສາ​ຫະກິດທີ່ຂຶ້ນ​ກັບ​ທຸກ​ພາກສ່ວນ​ເສດຖະກິດ, ຕ້ອງ​ເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ, ພ້ອມ​ກັນ​ນັ້ນ​ກໍ່​ຄວບ​ຄຸມ, ກວດກາ, ກວດ​ສອບ, ປະຕິບັດ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ, ກີດ​ກັ້ນ​ແລະ​ຈຳກັດ​ດ້ານ​ຫຍໍ້​ທໍ້.

ພັດທະນາ​ບັນດາ​ປັດ​ໄຈ​ຕະຫຼາດ ​ແລະ ບັນດາ​ປະ​ເພດ​ຕະຫຼາດ ຢ່າງ​ຄົບ​ຊຸດ

ປະຕິບັດ​ກົນ​ໄກ​ຕະຫຼາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ຮັບປະກັນ​ຄິດ​ໄລ່​ຢ່າງ​ຖືກຕ້ອງ ​ເຕັມ​ສ່ວນ ​ແລະ ​ເປີດ​ເຜີຍ ​ໂປ່​ງ​ໃສ ກ່ຽວ​ກັບບັນດາ​ປັດ​ໄຈປະກອບ​ລາຄາ ຂອງ​ສິນຄ້າ, ການ​ບໍລິການ​ສາທາ​ລະ​ນາ​ທີ່​ຈຳ​ເປັນ; ພ້ອມ​ກັນ​ນັ້ນ ​ມີ​ນະ​ໂຍບາຍ​ຊ່ວຍ​ໜູນ​ທີ່ສອດຄ່ອງ​ໃຫ້​ແກ່​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ທຸກ​ຍາກ ​ແລະ ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ບໍ່​ສັບ​ຊ້ອນ​ບັນດາ​ນະ​ໂຍບາຍ​ສັງຄົມ​ເຂົ້າ​ໃນ​ລາຄາ. ບູລະນະ​ກົດໝາຍ​ກ່ຽວ​ກັບຄ່າ​ທຳນຽມ​ແລະ​ຄ່າ​ບໍ​ລິ​ການ; ກວດຄືນ, ຫັນປ່ຽນ​ນະ​ໂຍບາຍຄ່າ​ທຳນຽມ​ ​ຄ່າ​ບໍ​ລິ​ການ ຂອງ​ການ​ບໍລິການ​ສາທາລະນະບາງ​ປະ​ເພດ ມາ​ນຳ​ໃຊ້ລະບອບ​ລາຄາ​ບໍລິການ. ​ເປີດ​ກວ້າງ​ກົນ​ໄກຮັບ​ເໝົາ, ປະມູນ​ລາຄາ, ປະ​ເມີນ​ລາຄາ. ກໍ່ສ້າງ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ສັງຄົມ​ ຂອງ​ວິ​ສາ​ຫະກິດ ຕໍ່​ຜູ້​ບໍລິ​ໂພ​ກ​ແລະ​ສິ່ງ​ແວດ​ລ້ອ​ມ. ຍູ້​ແຮງ​ການ​ບູລະນະ​ລະບຽບ​ກົດໝາຍ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ການ​ຄ້າ​ເຖື່ອນ, ການ​ສໍ້​ໂກງ​ການ​ຄ້າ; ​ເສີມ​ຂະຫຍາຍ​ຢ່າງ​ເຕັມທີ່, ຖືກຕ້ອງ​ ບົດບາດ​ຂອງຜູ້​ບໍລິ​ໂພ​ກ ​ແລະ ຂອງ​ບັນດາ​ສະມາຄົມ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ​ໃນ​ພື້ນຖານ​ເສດຖະກິດ.

ສືບ​ຕໍ່​ພັດທະນາ​ຕະຫຼາດ​ຢ່າງ​ຄົບ​ຊຸດ ​ແລະ ຂັບ​ເຄື່ອນຕະຫຼາດ​ປະ​ເພດ​ຕ່າງໆ​ຢ່າງ​ລຸ​ລ່ວງ. ປະຕິບັດ​ການ​ຫັນ​ເປັນ​ຫຼາຍ​ຮູບ​ແບບ​ຕໍ່​ຕະຫຼາດ​ສິນຄ້າ, ການ​ບໍລິການ ຕາມ​ທິດ​ທັນ​ສະ​ໄໝ; ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຂອບ​ກົດໝາຍ, ພັດທະນາ​ລະບົບ​ການ​ແຈກ​ຢາຍ​ໃຫ້ລຸ​ລ່ວງ ​ແລະ ມີ​ປະສິດທິ​ຜົນ. ຈັດ​ວາງ​ຄືນ​ໃໝ່​ຕະຫຼາດ​ການ​ເງິນ, ຮັບປະກັນ​ຄວາມ​ສົດ​​ໃສ​ແລະ​ສະຖຽນ​ລະ​ພາບ ​ຂອງ​ເສດຖະກິດ​ມະຫາ​ພາກ, ກຳຈັດ​ຄວາມ​ສ່ຽງ​ຂອງ​ລະບົບ​ທີ່​ບໍ່​ປອດ​ໄພ, ຮັບ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ ທຸລະກິດ; ຮັບປະກັນ​ຫຼັກການ​ຕະຫຼາດ​ສຳລັບ​ຕະຫຼາດ​ການ​ເງິນ, ຕິດ​ກັບ​ການ​​ເພີ່​ມທະວີ​ການ​ຄຸ້ມ​ຄອງ, ກວດກາ, ກວດ​ສອບ​ຂອງ​ລັດ ​ແລະ ການ​ຕິດຕາມ​ກວດກາ​ຂອງ​ສັງຄົມ; ພັດທະນາ​ຕະຫຼາດ​ຊື້​ຂາຍໜີ້ສິນ, ຕະຫຼາດບັນດາ​ສັນຍາ​ຊື້​ຂາຍ​ລ່ວງ​ໜ້າ, ​ໃຫ້​ເຊົ່າ​ຊັບ​ສິນ. ສືບ​ຕໍ່​ບູລະນະ​ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ໃຫ້ຕະຫຼາດອະສັງຫາລິມະ​ຊັບ​ເຄືອ​ນ​ໄຫວ​ຢ່າງ​ລຸ​ລ່ວງ, ສ​ອດ​ຄ່ອງ​ກັບ​ກົດ​ເກນການ​ສະໜອງ - ຄວາມ​ຕ້ອງການ ​ແນ​ໃສ່​ຂຸດ​ຄົ້ນ ນຳ​ໃຊ້​ບັນດາ​ແຫຼ່ງພະລັງຈາກ​ທີ່​ດິນ ​ແລະ ຊັບ​ສິນ ​ໂຄງ​ສ້າງ​ພື້ນຖານ​ຢູ່​ເທິງ​ທີ່​ດິນ ຢ່າງ​ປະຢັດ​ແລະ​ມີ​ປະສິດທິ​ຜົນ; ກີດ​ກັ້ນ​ການ​ສວຍ​ໂອກາດ​ກັກ​ຕູນ ​ແລະ ຄວາມ​ຟຸມ​ເຟືອຍ. ບູລະນະ​ກົນ​ໄກ ນະ​ໂຍບາຍ​ກ່ຽວ​ກັບ​ຕະຫຼາດ​ແຮງ​ງານ ​ເພື່ອ​ໃຫ້​ຕະຫຼາດ​ແຮງ​ງານ​ຂະຫຍາຍຕົວ​ຢ່າງ​ຄົບ​ຊຸດ, ຕິດ​ຕໍ່​ໜໍ່​ເນືອງ ທັງ​ດ້ານ​ຂະໜາດ, ຄຸນ​ນະພາ​ບ​ແຮງ​ງານ ​ແລະ ​ໂຄງ​ປະກອບ​ຂະ​ແໜງ​ອາຊີບ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດທະນາ​ຕະຫຼາດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຢ່າງ​ແຂງ​ແຮງ​ແລະ​ຄົບ​ຊຸດ; ປະຕິບັດ​ກົນ​ໄກ​ຕະຫຼາດ ​ແລະ ມີ​ນະ​ໂຍບາຍ​ຊ່ວຍ​ໜູນ ​ເພື່ອ​ສົ່ງ​ເສີມ​​ໃຫ້ບັນດາ​ອົງການ​ຈັດ​ຕັ້ງ​ແລະບຸ​ກຄົນ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ ລົງທຶນ​ຄົ້ນຄວ້າ ພັດທະນາ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ນຳ​ໃຊ້​ນະ​ວັດຕະ​ກຳ​ແຫ່ງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຜະລິດ ທຸລະ​ກິດ(2).

ບູລະນະ​ລະບຽບ​ກົດໝາຍ​​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ຮັບປະກັນ​ຄວາມ​ກ້າວໜ້າ, ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ ​ໃນ​ແຕ່ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຍົກ​ສູງ​ບົດບາດນຳ​ພາ​ຂອງ​ພັກ; ຍົກ​ສູງຄວາມ​ສັກສິດ ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ລັດ​ທາງ​ດ້ານ​ເສດຖະກິດ; ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ, ວິຈາ​ນ​ສັງຄົມ ຂອງ​ແນວ​ໂຮງ​ປະ​ເທດ​ຊາດ, ຂອງບັນດາ​ອົງຄະ​ນະມະ​ຫາ​ຊົນ ​ແລະ ປະຊາຊົນ./.

ໂດຍ ຮສ.ປອ. ຫວູວັນ​ຝຸກ,
ຮອງ​ປະທານ​ຮັບຜິດຊອບ​ໂດຍ​ສະ​ເພາະ ສະພາ​ວິທະຍາສາດ​
ຂອງ​ບັນດາ​ອົງການ​ຈັດ​ຕັ້ງພັກ​ສູນ​ກາງ

-----------------------

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 102-103.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 104–110.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ