ວັນພຸດ, 13/12/2017
ສະສົມແລະເຕົ້າໂຮມທີ່ດິນ ແນໃສ່ຍົກສູງຄວາມສາມາດໃນການແຂ່ງຂັນ, ມຸ່ງໄປສູ່ພື້ນຖານກະສິກຳທັນສະໄໝ
21/7/2017 22:39' ສົ່ງ ພິມ
ພາບປະກອບ. (ແຫຼ່ງ: ການເງິນອອນໄລ)

ຂອບ​ເຂດ​ຈຳກັດກ່ຽວກັນ​ທີ່​ດິນ - “ຈຸດ​ປຶກ​ຕັນ” ໃນ​ການ​ພັດ­ທະ­ນາ​ກະ­ສິ­ກຳ​ຢູ່ ຫວຽດ­ນາມ

ຂະ​ບວນ​ວິ­ວັດ​ການ​ປ່ຽນ­ແປງ​ໃໝ່​ດ້ານ​ເສດ­ຖະ­ກິດ, ໃນ​ນັ້ນ​ມີ​ການ​ປ່ຽນ­ແປງ​ໃໝ່​ກົນ​ໄກຄຸ້ມ​ຄອງ​ນະໂຍ­ບາຍ​ທີ່​ດິນ​ ຂອງ​ພັກແລະລັດຫວຽດ­ນາມ ໄດ້​ສ້າງ​ກຳ­ລັງ​ໜູນ ແລະ ນຳ​ເອົາ​ບັນ­ດາ​ຜົນ­ງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດ­ທະ­ນາ​ກະ­ສິ­ກຳ, ຊົນ­ນະ­ບົດ, ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ ແລະ ​ຖຽມ​ລະ​ພາບ​ທາງ​ສັງ­ຄົມ​, ​ເປັນພື້ນ​ຖານທີ່ໝັ້ນຄົງ​ໃນ​ເງື່ອນ­ໄຂ​ເສດ­ຖະ­ກິດ​ໂລກ​ການ​ຜັນປ່ຽນສັບສົນ. ຫວຽດ­ນາມໄດ້​ກາຍ­ເປັນ​ໜຶ່ງ​ໃນ​ບັນ­ດາ​ປະ­ເທດທີ່ນຳໜ້າໃນ​ການ​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ, ດ້ວຍ​ສິນ­ຄ້າກະສິກຳ​ສົ່ງ​ອອກ 10 ປະເພດທີ່​ມີ​ມູນ​ຄ່າແຕ່ລະປະເພດ 1 ຕື້​ກວ່າໂດ​ລາ​ສະ­ຫະ­ລັດ. ແຕ່​ວ່າ, ພື້ນທີ່ເພື່ອ​ສືບ­ຕໍ່​ພັດທະນາ​ກໍ່ໄດ້ເຖິງຂັ້ນ​ຈຳກັດ​ແລ້ວ, ພິ­ເສດ​ແມ່ນ​ຂອບ​ເຂດຈຳກັດ​ກ່ຽວ​ກັບທີ່​ດິນ ແລະ ​ແບບວິ­ທີ​ການ​ຜະ­ລິດ. ຫວຽດ­ນາມມີ​​ເນື້ອ​ທີ່ດິນ​ຜະ­ລິດ​ກະ­ສິ­ກຳ​ 9 ລ້ານ ​ເຮັກ​ຕາ ​ແລະ ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ເປັນຈຳນວນ 10 ລ້ານ­ຄອບຄົວ (ປີ 2015), ໃນ​ນັ້ນ ເນື້ອ­ທີ່​ດິນ​​ຜະ­ລິດ​ກະ­ສິ­ກຳ​ຕາມ​ສະ­ເລ່ຍ ມີ​ພຽງ 0,46 ​ເຮັກ​ຕາ​ຕໍ່​ຄອບຄົວ, ຕ່ຳ​​ທີ່​ສຸດທຽບ​ກັບ​ບັນ­ດາ​ປະ­ເທດ​ອາ­ຊີ.

ຕາມ​ຂໍ້​ມູນ​ການ​ສຳ​ຫຼວດ​ລະ­ດັບ​ດຳ­ລົງ​ຊີ­ວິດ​ຄອບ­ຄົວຫວຽດ­ນາມ ໄລ­ຍະ 1993-2013 ຂອງ​ກົມ​ໃຫຍ່​ສະ​ຖີ​ຕິ, ເນື້ອ­ທີ່​ດິນ​ກະ­ສິ­ກຳ, ປ່າ­ໄມ້, ດິນ​ໃນ​ໜ້າ­ນ້ຳ ​ສະ­ເລ່ຍ​ຕາມຄອບ­ຄົວ​ກະ­ສິ­ກຳ​ ​ໄດ້​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ​ແຕ່ 5.408 ຕາ­­ລາງ​ແມັດ ຂຶ້ນ​ເປັນ 6.748 ຕາ­­ລາງ​ແມັດ, ຍ້ອນ​ການເພີ່ມ​​ເນື້ອ­ທີ່​ດິນ​ປ່າ­ໄມ້ ແລະ ດິນ​ໃນ​ໜ້າ­ນ້ຳ​ທີ່​ປູກລ້ຽງພືດ-ສັດ​ນ້ຳ​ ເປັນ­ຕົ້ນ, ໃນ​ຂະ­ນະ​ທີ່ເນື້ອ­ທີ່​ປູກ​ພືດ​ປະຈຳ​ປີ ​ສະ­ເລ່ຍຕາມຄອບ­ຄົວ​ໄດ້​ຫຼຸດລົງ ແຕ່ 4.121 ຕາລາງ​ແມັດ ​ລົງ​ເປັນ 3.334  ຕາ­­ລາງ​ແມັດ. ສະ­ພາບ​ການ​​ແຜ່​ຫຼາຍທົ່ວ​ໄປ​ຂອງ​ດິນ​ຜະ­ລິດ​ກະ­ສິ­ກຳ​ແມ່ນ ​ຂະ­ໜາດ​ນ້ອຍ, ​ກະ​ແຈກ​ກະ­ຈາຍ​ເປັນ​ເວ­ລາ​ຍາວ​ນານ ​ເຊິ່ງ​ໄດ້​ເປັນ​ຜົນ​ສະ­ທ້ອນ​ເຖິງ​ສະມັດ​ຕະ​ພາບ​ແຮງ​ງານ, ມູນ​ຄ່າ​ເພີ່ມ ແລະ ປະ​ສິດ­ທິ​ຜົນຂອງ​ການ​ຜະລິດ, ​ເຮັດ​ໃຫ້​ເສຍ​ເວ­ລາແລະເພີ່ມ​ຄ່າ​ໃຊ້​ຈ່າຍລະຫວ່າງ​ກາງ, ກະທົບ​ໂດຍ​ກົງ​ເຖິງ​ລາຍ​ໄດ້ແລະຊີ­ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ­ສິ­ກອນ. ​ໃນ​ນາມ​ແມ່ນ ປະ­ຊາ­ຊົນ​ທຸກ​ຄົນ​ລ້ວນ​ແຕ່​ມີ​ທີ່​ດິນ ແຕ່​​ລາຍ​ໄດ້​ຈາກ​ທີ່​ດິນພັດ​ບໍ່​ພໍ​ໃຊ້​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່; ຜູ້​ອອກ­ແຮງ​ງານ​ພາກ­ສ່ວນ​ໜຶ່ງ​ທີ່​ຍັງ​ໜຸ່ມ, ມີ​ລະ­ດັບ​ຄວາມ​ຮູ້​ ຕ້ອງ​ອອກ​ຈາກ​ຊົນ­ນະ­ບົດ​ດ້ວຍ​ຕົນ​ເອງ​ ໄປ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່​​ໃນ​ເມືອງ ຫຼື​ໄປ​ອອກ​ແຮງ​ງານທີ່​ຕ່າງປະ​ເທດ; ຍ້ອນ​ຂາດແຮງ​ງານແລະບໍ່​ມີ­ທຶນ​ຮອນ ​ດັ່ງ­ນັ້ນ​ດິນນາ​ພາກ­ສ່ວນ​ໜຶ່ງ​ຖືກ​ປະ​ວ່າງ​ເປົ່າ...

ບັນ­ຫາ​ໜຶ່ງ​ທີ່​ຕ້ອງ​ສົ່ງ​ສັນ­ຍານ​​ໄພຄື ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຄວາມ​ໄວ​​ໃນການ​ເຕີບ​ໂຕມູນ​ຄ່າຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​​ສະ­ເລ່ຍ​ຕໍ່ 1 ​ເຮັກ​ຕາ​ເນື້ອທີ່​ປູກຝັງ​ຢູ່ຫວຽດ­ນາມ ​ໄດ້​ຫຼຸດ​ລົງ​ເທື່ອລະ​ກ້າວ ແລະ ຕ່ຳ​ກວ່າ​ບັນດາ​ປະ­ເທດຢູ່​ໃນ​ພາກ​ພື້ນ. ຄວາມ​ໄວ​​ໃນການ​ເຕີບ​ໂຕມູນ​ຄ່າຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ສະ­ເລ່ຍ​ຕໍ່  1 ​ເຮັກ​ຕາ​ເນື້ອ​ທີ່​ປູກຝັງ ໃນ​ໄລ­ຍະ 1986-1993 ບັນ­ລຸ​ 3,8 % ຕໍ່​ປີ ແຕ່​ໄລ­ຍະ 2008-2013 ບັນລຸ​ພຽງ 1,7% ຕໍ່​ປີ. ລາຍ​ໄດ້​ຈາກ​ກະ­ສິ­ກຳ​ພ້ອມ​ກັບ​ບັນ­ດາ​ແຫຼ່ງ​ລາຍ​ຮັບຕາມ​ຫົວ​ໜ່ວຍເນື້ອ­ທີ່​ນາ​ ​ຫຼຸດ​ລົງ ​ເປັນ​ສາ­ເຫດ​ຕົ້ນ​ຕໍ ທີ່ເຮັດ​ໃຫ້​ຊາວກະ­ສິ­ກອນ​ ບໍ່​ມີ​ຄວາມ​ສົນ­ໃຈ​ຕໍ່​ການ​ຜະ­ລິດ​ກະ­ສິ­ກຳ, ຊ້ຳ­ບໍ່­ໜຳ​ໄດ້​ປະ​ດິນນາ​ວ່າງ​ເປົ່າ. ສະ­ພາບ​ການ​ຊາວ​ກະ­ສິ­ກອນຍົກ­ຍ້າຍ​​ເຂົ້າຢູ່​​ໃນຕົວ​ເມືອງ​ນັບ​ມື້​ບັບນັບ​ເພີ່ມ​ຂຶ້ນ, ສ່ວນ​ຫຼາຍ​ແມ່ນ​ຊາວ​ອອກ­ແຮງ​ງານ​ທີ່​ຍັງ​ບໍ່​ໄດ້​ຝຶກ​ອົບຮົມ, ​ອອກ­ແຮງ​ງານ​ແບບ​ງ່າຍດາຍ​ຢູ່​ຕົວ​ເມືອງ, ຍັງ​ບໍ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​​ດ້ານ​ສະ­ຫວັດ­ດີ​ການທີ່​ຈຳ​ເປັນ ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ດ້ວຍ​ເຫດ​ນັ້ນ, ຫຼາຍ​ຄົນ​ທີ່​ໄດ້​ອອກ​ຈາກ​ບ້ານ​ເປັນ​ເວລາ​ຫຼາຍ​ປີ​​ແລ້ວແຕ່​ຍັງ​ຮັກ­ສາ​ທີ່​ດິນ​ໄວ້ ​ເພື່ອ​ປ້ອງ​ກັນ​ຄວາມ​ປັ່ນ​ປວນ, ຄວາມ​ສ່ຽງ.

ໃນ​ປະ­ຈຸ​ບັນ, ເສດ­ຖະ­ກິດຫວຽດ­ນາມ​ໄດ້​ມີ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ­ເຊິ່ງ​ເຂົ້າ​ໃນ​ລະ­ບົບ​ເສດ­ຖະ­ກິດ​ໂລກ, ນອກ­ຈາກ​ການ​ພົວ­ພັນ​ກັບ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ການ​ຄ້າ​ຫຼາຍ​ຝ່າຍ, ຄື ອົງ­ການ​ການ​ຄ້າ​ໂລກ (WTO), ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ­ຖະ­ກິດ ອາ­ຊີ-ປາ​ຊີ​ຟິກ (APEC),  ສະ­ມາ­ຄົມ​ບັນ­ດາ​ປະ­ເທດ​ອາ­ຊີ​ຕາເວັນ​ອອກ​ສຽງ​ໃຕ້ (ອາ​ຊຽນ), ຫວຽດນາມ​ຍັງ​ໄດ້ແລະພວມ​ເຊື່ອມ​ຕໍ່ການ​ຮ່ວມ​ມື ​ເພື່ອ​ປະ­ຕິ­ບັດ​ບັນ­ດາ​ສັນຍາ​ການ​ຄ້າ​ເສລີ​ຮຸ້ນ​ໃໝ່, ບັນ­ດາ​ສິ່ງ​ກີດ­ຂວາງ​ດ້ານ​ການ​ຄ້າ​ຈະ​ໄດ້​ຍົກ­ເລີກ​ເທື່ອ​ລະ​ກ້າວ, ນຳ​ເອົາ​ກາ­ລະ​ໂອ­ກາດ ແລະ ຄວາມ​ທົດ​ສອບອັນ​ໃຫຍ່​ຫຼວງ​ມາ​ໃຫ້​ການ​ກະ­ສິ­ກຳ. ຜະ­ລິດ​ຕະ​ພັນ​ກະສິກຳ​ຫວຽດນາມ​ຈະ​ຕ້ອງ​ແຂ່ງ­ຂັນ​ກັບ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຂອງ​ໂລກ ​ໃນ​ຄວາມ​ບໍ່​ສົມດຸນ - ຝ່າຍ​ໜຶ່ງ​ແມ່ນ​ບັນ­ດາ​ນິ­ຄົມ​ກະ­ເສດ​ຂະ­ໜາດ​ໃຫຍ່, ເຕັກ​ໂນ​ໂລ​ຊີ​ສູງ ​​ເຊື່ອມ​ຕໍ່ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ­ດາ​ກຸ່ມ​ບໍ­ລິ­ສັດ​ທີ່​ມີ​ອິດ​ທິ​ພົນ​, ອີກ​ຝ່າຍ​ໜຶ່ງ​ແມ່ນ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ຂະ­ໜາດ​ນ້ອຍ ຜະລິດ​ແບບເກີດ​ເອງ​ທີ່​ມີ​ຄວາມ​ຈຳ­ກັດ​ໃນ​ຫຼາຍ​ດ້ານ, ຫຼຸດ​ໝູ່​ທາງ​ດ້ານຜະ­ລິດ​ຕະ​ພາບ, ຄຸນ​ນະ​ພາບ ແລະ  ຄວາມ​ສາ­ມາດ​ແຂ່ງ­ຂັນ. ຈາກ​ບັນ­ດາ​ບັນ­ຫາ​ດັ່ງ­ກ່າວ​ເທິງ​ນີ້, ເພື່ອ​ພັດ­ທະ­ນາ​ກະ­ສິ­ກຳ​ຕາມ​ທິດ​ທັນ​ສະ­ໄໝ​ ​ແມ່ນ​ຕ້ອງ​ເຮັດວຽກ​ງານ​ຕ່າງໆ​ຫຼາຍຢ່າງ, ໃນ​ນັ້ນ​ມີ​ບັນ­ຫາ​ສະ​ສົມແລະເຕົ້າ­ໂຮມ​ທີ່​ດິນ, ແນ­ໃສ່​ສວຍ​ໃຊ້​ທ່າ​ໄດ້​ບຽບ​ທາງ​ດ້ານ​ຂະ­ໜາດ, ເຮັດ​ໃຫ້​ທີ່​ດິນ​ກາຍ­ເປັນ​ປັດ­ໃຈ​ສົ້ນເຂົ້າ­ຂອງ​ການ​ຜະ­ລິດ​ສິນ­ຄ້າ​ຂະ­ໜາດ​ໃຫຍ່, ໝູນ​ໃຊ້​ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ, ມີ​ການ​ຕິດ​ພັນ​ລະ­ຫວ່າງ​ຄອບ­ຄົວ​ຊາວ​ກະ­ສິ­ກອນ ​ກັບ​ວິ​ສາ​ຫະ​ກິດ ແລະ ພັດ­ທະ­ນາ​ການ​ບໍ­ລິ­ການ, ຫຼຸດ­ຜ່ອນ​ກຳ­ລັງ​ແຮງ​ງານ​ໃນຂົງ​ເຂດ​ກະ­ສິ­ກຳ​ຢ່າງ​ແຂງ­ແຮງ, ຮັກ­ສາ​​ສະ​ຖຽມ​ລະ​ພາບ​ຂອງອາ­ຊີບ​ກະ­ສິ­ກຳ, ສ້າງ­ຕັ້ງ​ຖັນ​ແຖວ​ຊາວ​ກະ­ສິ­ກອນ​ທີ່​ຊຳ​ນີ​ຊຳ­ນານ.

ບັນ­ດາ​ເຈົ້າພາບ ແລະ ກົນ​ໄກສະ​ສົມ, ເຕົ້າ­ໂຮມ​ທີ່​ດິນ

ບັນ­ດາ​ເຈົ້າ​ພາບ​ສະ​ສົມ, ເຕົ້າ­ໂຮມ​ທີ່​ດິນ ​ລວມ​ມີ ຄອບ­ຄົວ (ຟາມ​ຄອບ­ຄົວ), ສະ­ຫະ­ກອນ ແລະ ວິ​ສາ​ຫະ​ກິດ, ໃນ​ນັ້ນຟາ​ມຄອບ­ຄົວ​ເປັນ​ເຈົ້າ­ພາບທີ່​ສຳ­ຄັນ. ຢູ່​ບັນ­ດາ​ປະ­ເທດ​ທີ່​ມີ​ລະ­ບົບ​ກະ­ສິ­ກຳ​ທັນ​ສະ­ໄໝ, ຟາມ​ຄອບ­ຄົວ​ຍັງ​ເປັນ​ເຈົ້າ­ພາບ​​ພື້ນ­ຖານ. ການ​ຜະ­ລິດ​ກະ​ສິກຳ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບ​ ການ​ຜະ­ລິດ​ອຸດສາຫະ­ກຳ ແລະ ການ​ບໍ­ລິ­ການ, ເປົ້າ​ໝາຍ​ຂອງການ​ຜະ­ລິດກະສິກຳ​ແມ່ນ​ຊີ­ວະ​ຊາດ, ຈຸດ​ພິ­ເສດ​ຊີ­ວະ​ສາດ​ຮຽກ­ຮ້ອງ​​ໃຫ້ຜູ້​ຄຸ້ມ​ຄອງ ແລະ ຜູ້​ອອກ­ແຮງ​ງານ​ ຕ້ອງ​ມີ​ຄວາມ​ສາ­ມາດ​ແກ້​ໃຫ້​ຖືກ​ເໝາະ ແລະ ກວດ­ກາ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ຜະ­ລິດ​ທີ່​ຜັນ​ແປ​ໃນ​​​ແຕ່​ລະ​ຕົ້ນພືດ ສັດລ້ຽງ, ​ໃນນາ​ແຕ່​ລະ​ຕອນ, ມີ​ທັກ​ສະ​ດູ​ແລແລະມີ​ຄວາມ​ຮັບຜິດຊອບ​ສູງ​ ໃນ​ການ­ຈັດ­ຕັ້ງ​ຄຸ້ມ​ຄອງ, ດັ່ງ­ນັ້ນ ຂະ­ໜາດ​ທີ່​ດິນ​​ຕ້ອງ​ເໝາະ​ສົມ​ກັບ​ການ​ຈັດ­ການ​ຄຸ້ມ​ຄອງ​ການ​ຜະ­ລິດ. ບັນ­ດາ​ສະ­ພາບ​ການ​ຄື ຂະ­ໜາດ​ນ້ອຍ, ໝູນ​ໃຊ້​ທ່າ​ໄດ້​ປຽບທາງ​ດ້ານ​ຂະໜາດບໍ່​ໄດ້, ບໍ່ຮັບປະກັນ​ຊີ­ວິດ​ການ​ເປັນ​ຢູ່ແລະການສະ​ສົມ ຫຼືລື່ນກາຍລະ­ດັບ​ການ​ຈັດ­ການ​ຄຸ້ມ​ຄອງຂອງ​ເຈົ້າພາບ ກໍ່​ຈະ​ບໍ່​ມີ​ປະ​ສິດ­ທິ​ຜົນ.

ສຳ­ລັບ​ບັນ­ດາ​ວິ​ສາ​ຫະ​ກິດ, ເຖິງ​ວ່າ​ມີ​ການ​ທ້ອນ­ໂຮມ​ທີ່​ດິນ​ຂະ­ໜາດ​ໃຫຍ່ ແຕ່​ຍັງ​ຕ້ອງ​​ອີງ­ໃສ່​ຟາ​ມ​ຄອບ­ຄົວ. ວິ​ສາ​ຫະ​ກິດ​ບໍ່​ສາ­ມາດ​ເຮັດ​ໄດ້​ບັນ­ດາ​ຂອດ​ການ​ຜະ­ລິດ​ທີ່​ມີ​ລັກ­ສະ­ນະ​ຊີ­ວະ​ສາດ ​ເຊິ່ງ​ຕ້ອງ​ມອບ​ໃຫ້​ຄອບ­ຄົວ. ວິ​ສາ​ຫະ​ກິດ​ຈະ​ເຮັດ​ການ​ບໍ­ລິ­ການ​ສົ້ນ​ເຂົ້າ, ສົ້ນ​ອອກ​ເປັນ­ຕົ້ນຕໍ ແລະ ​ໃນຮູບ​ການ​ເຊື່ອມ​ຕໍ່​ນີ້​ ມີ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ທີ່ເຂົ້າ​ຮ່ວມ​ຂະ​ບວນ​ວິ­ວັດການ​ທຸ­ລະ​ກິດ​ກະ­ສິ­ກຳ​ໃນ​ຕອນ​ດິນ​ອັນ​ດຽວ ແລະ ຈັດ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ, ​ແບ່ງປັນຜົນ​ປະ­ໂຫຍດ ​ຕາມ​ກົນ​ໄກ​ຕົກ­ລົງ​ກັນ ​ເຊິ່ງ​ອາດ​ຈະ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ການ​­ສົມທົວ​ລະ­ຫວ່າງ​ລວມ​ສູນ ແລະ ກະ​ແຈກ​ກະ­ຈາຍ. ຄື​ແນວ​ນັ້ນ, ສຳ­ລັບ​ຟາມ​ຄອບ­ຄົວ - ເຈົ້າ​ພາບພື້ນ­ຖານ, ຢາກ​ມີ​ປະສິດທິ​ຜົນ ​ແມ່ນ​ຕ້ອງ​ກຳ­ນົດ​ຂະ­ໜາດ​ທີ່​ເໝາະ​ສົມ​ທີ່​ສຸດ. ໃນພາກ​ຕົວ​ຈິງ ​ຂະ­ໜາດ​ທີ່​ດີ​ທີ່​ສຸດນັ້ນ ​ຂຶ້ນ​ກັບ​ຫຼາຍ​ປັດ­ໃຈ: ນອກ­ຈາກ​ຈຸດ​ພິ­ເສດ​ທາງ​ຊີ­ວະ​ສາດ​ແລ້ວ ​ຍັງ​ຂຶ້ນ​ຢູ່​ກັບ​ຄວາມ​ສາ­ມາດດ້ານ​ເນື້ອ­ທີ່​ດິນ, ຮັບປະກັນ​ລາຍ​ໄດ້​ພຽງ­ພໍ​ໃຫ້­ການ​ດົງ​ລົງ​ຊີ­ວິດ ແລະ ຄວາມ​ສາ­ມາດ​ການ​ລົງ­ທຶນ​​ຄືນ­ໃໝ່, ສອດຄ່ອງກັບ​ຈຸ​ດພິ​ເສດ​ຂອງ​ແຕ່​ລະ​ຂະ­ແໜງ­ການແລະຜະ­ລິດ​ຕະ​ພັນ: ການ​ປູກ­ຝັງ, ການ​ລ້ຽງ­ສັດ, ປູກ-ລ້ຽງ​ສິນ​ໃນ​ນ້ຳ, ປູກແລະຮັກ­ສາ​ປ່າ­ໄມ້; ສອດຄ່ອງ​ກັບ​ພູມ​ສາດ: ​ເຂດຊານ​ເມືອງ, ທົ່ງ​ພຽງ, ເຂດ​ພູ​ດອຍ, ລະ­ດັບ​ເຕັກ​ໂນ​ໂລ​ຊີ, ພັດ­ທະ­ນາ​ຕາມ​ລວງ​ກວ້າງ ແລະ ພັດທະນາ​ຕາມລວງ​ເລິກ. ຕາມ​ທະ­ນາ­ຄານ​ໂລກ ແລະ ສູນ​ຍຸດ​ທະ​ສາດແລະນະ­ໂຍ­ບາຍ​ພັດ­ທະ­ນາ​ກະ­ສິ­ກຳ ຊົນ­ນະ­ບົດ, ສຳ­ລັບ​ຄອບ­ຄົວ​ທີ່​ປູກ​ເຂົ້າ​ແບບ​ສະ­ເພາະ ​ຕ້ອງ​ມີ​ເນື້ອ­ທີ່​ດິນ​ຕ່ຳ​ທີ່​ສຸດ​ແມ່ນ 2 ​ເຮັກ​ຕາ ຈຶ່ງ​ອາດ​ຈະ​ຜ່ານ​ຜ່າ​ຄວາມ­ທຸກ​ຍາກ​ໄດ້, ມີ​ເນື້ອ­ທີ່​ດິນ​ 3 ​ເຮັກ​ຕາ ຈຶ່ງ​ບັນ­ລຸ​ລະດັບ​ລາຍ​ໄດ້​ປານ​ກາງ.

ເພື່ອ​ພັດ­ທະ­ນາ​ຟາມ​ຄອບ­ຄົວ​​ໄດ້​ເປັນ​ຢ່າງ​ດີ ​ນອກ­ຈາກ​ຂະ­ໜາດ​ທີ່​ດິນ, ຄວາມ​ສາ­ມາດ​ການ​ຄຸ້ມ​ຄອງ​ຂອງ​ເຈົ້າ​ຂອງ​ຄອບ­ຄົວ​ແລ້ວ ​ແມ່ນຕ້ອງ​ມີ​ສະ­ຫະ­ກອນ ເພື່ອ​ຊ່ວຍ­ເຫຼືອ​​ໃນການ​ຜະ­ລິດ ທຸ­ລະ​ກິດ, ຫຼຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ. ສະ­ຫະ­ກອນ​ມີ​ບົດ­ບາດ​ປະ­ສານ​ປະ­ສົມ​ໃນ​ການ​ເຊື່ອມ​ຕໍ່​ບັນ­ດາຟາ​ມ​ຄອບ­ຄົວ, ຮັບ­ຜິດ­ຊອບ​ດ້ານ​ບໍ­ລິ­ການ​ສົ້ນ​ເຂົ້າ, ສົ້ນ​ອອກ ດ້ວຍ​ບັນ­ດາ​ການ­ເຄື່ອນ­ໄຫວ​ຫຼາຍ​ຮູບ​ຫຼາຍ​ແບບ, ຄື​ສະ­ໜອງ​ວັດ­ຖຸ​ອຸ​ປະກອນ (ແນວ​ພັນ, ຝຸ່ນ​ຊີ­ວະ​ພາບ, ຢາ​ປາບ​ສັດ­ຕູ​ພືດ, ເຄື່ອງ­ມື​ການ​ຜະ­ລິດ), ການ­ຈຳ­ໜ່າຍ​ຂາຍຜະ­ລິດ​ຕະ​ພັນ, ເປັນ​ຫົວ­ຕໍ່​ລະ­ຫວ່າງ​ບັນ­ດາ​ຄອບ­ຄົວ​ກັບວິ​ສາ​ຫະ​ກິດ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ດ້ານ​ສິນ​ເຊື່ອ ແລະ ອຳ­ນາດ​ການ​ປົກ­ຄອງ​ທ້ອງ​ຖິ່ນ, ເປັນ​ບ່ອນ​ຮັບ​ການ​ຊ່ວຍ­ເຫຼືອ​ຂອງ​ລັດ​ ເພື່ອ​ຫຼຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ການ​ຕິດ​ຕໍ່ແລກ­ປ່ຽນ.

ພາກ​ຕົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ມີ​ບົດ­ບາດ​​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ກະ­ສິ­ກຳ​ ​ໃຫ້ກາຍ​ເປັນ​ຂະ­ແໜງ­ການຜະລິດ​ໃຫຍ່​ຕາມ​ທິດ​ທັນ​ສະ­ໄໝ ​ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ການ​ຜະ­ລິດ ດ້ວຍ​ບັນດາຮູບ​ການ​ທີ່​ສອດ​ຄ່ອງ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ເຊື່ອມ​ຕໍ່​ກັບຟາ​ມ​ຄອບ­ຄົວ​ ສ້າງ­ຕັ້ງ​ເປັນທົ່ງ​ນາ​ຜືນ​ໃຫຍ່, ​ເພາະປູກ​ສະ­ເພາະ, ຜະ­ລິດ​ແນວ​ພັນ​ປະ​ເພດ​ດຽວ​ເພື່ອ​ສົ່ງ​ນອກ. ວິ​ສາ​ຫະ​ກິດ​ເປັນຜູ້​ລົງ­ທຶນ ​ສະ­ໜອງ​ແນວ​ພັນ, ຝຸ່ນ​ຊີ­ວະ​ພາບ, ຢາ​ປາບ​ສັດ­ຕູ​ພືດ, ກໍ່­ສ້າງ, ແນະນຳ, ​ຕິດ​ຕາມ​ກວດກາຄຸນ​ນະ​ພາບ​ ຕາມ​ຄວາມ​ຮຽກ­ຮ້ອງ​ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງການ​ສົ່ງ​ນອກ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຜະ­ລິດ, ປຸງ​ແຕ່ງ​ທີ່​ທັນ​ສະ­ໄໝ, ຮັບ­ປະ­ກັນ​ການ­ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ, ກໍ່­ສ້າງ ແລະ ປະ­ຕິ­ບັດ​ບັນ­ດາ​ຂໍ້​ຕົກ­ລົງ​ກ່ຽວ​ກັບ​ຜົນ​ປະ­ໂຫຍດ​ຢ່າງ​ເປີດ­ເຜີຍ. ແຕ່​ປີ 2013 ຫາ 2015, ບໍ­ລິ­ສັດ​​ຫຸ້ນສ່ວນ​ຜະລິດ​ຝຸ່ນ ບິ່ງ​ດ່ຽນ ໄດ້​​​ເຊື່ອມ​ຕໍ່ກັບ 200 ຄອບ­ຄົວ​​ຊາວ​ກະ­ສິ­ກອນ​ຜະ­ລິດ​ເຂົ້າ­ສົ່ງ​ນອກ, ເຊິ່ງ​ລາຍ​ໄດ້​ຂອງ​ຄອບ­ຄົວ​ກະ­ສິ­ກອນ​ໄດ້​​ເປັນປົກກະຕິ ແລະ ເພີ່ມ​ຂຶ້ນ​ຕື່ມອີກ 30% ​ທຽບ­ໃສ່​ໄລ­ຍະ​ກ່ອນ, ສິ່ງສຳ­ຄັນ​ແມ່ນ​​ຄວາມ​ໝັ້ນ­ຄົງ​ໃນ​ການ­ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ.

ທີ​ສອງ, ຊາວ​ກະ­ສິ­ກອນ​ປະ­ກອບ​ທຶນ​ເຂົ້າ​ໃນ​ວິ​ສາ​ຫະ​ກິດ​ດ້ວຍ​ສິດ​ນຳ​ໃຊ້​ທີ່​ດິນ. ຍົກຕົວ­ຢ່າງ, ບັນ­ດາ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ຢູ່ 3 ແຂວງ ເຊີນ​ລາ, ດ້ຽນ​ບຽນ ແລະ ລາຍ​ເຈົາ ໄດ້​ປະ­ກອບ​ທຶນ​ດ້ວຍ​ສິດ​ນຳ​ໃຊ້​ທີ່​ດິນ​ ເຂົ້າ​ໃນສະ­ຫະ​ບໍ­ລິ­ສັດຢາງ­ພາ­ລາຫວຽດ­ນາມ, ນອກ­ຈາກ​ການ​ຈ່າຍ​ຄ່າ​ແຮງ​ງານ​ຕາມ​ການ​ອອກ­ແຮງ​ງານ​ແລ້ວ, ຊາວ​ກະສິກອນຍັງ​ໄດ້​ແບ່ງ​ຜົນ​ປະ­ໂຫຍດ​ຕາມ​ອັດ­ຕາ​ຫຸ້ນ​ສ່ວນ. ​ທາງ​ດ້ານທິດ​ສະ​ດີ, ນີ້​ແມ່ນ​ກົນ​ໄກ​ທີ່​ດີ ມີ​ຜົນ​ປະ­ໂຫຍດໃຫ້​ແກ່​ວິ​ສາ​ຫະ​ກິດແລະຄອບ­ຄົວ ​ເຊິ່ງ​ໄດ້​ປະ­ຕິ­ບັດ​ຢ່າງ​ສະ­ດວກ​ສະ­ບາຍ​ໃນ 3 ປີ​ຕົ້ນ. ແຕ່​ວ່າ, ຍ້ອນການ​ຜະ­ລິດ​ຢາງ­ພາ­ລາ​ມີ​ໄລ­ຍະ​ຍາວ, ພາຍ­ຫຼັງ 5 ປີຈຶ່ງ​ເກີດ​ຜົນ, ປະ­ລິ­ມານນ້ຳຢາງຍັງ​ບໍ່​ໄດ້ພິສູດ ​ໃນ​ຂະ­ນະນັ້ນ​ປະ­ລິ­ມານນ້ຳຢາງ ​ຍັງ​ຂຶ້ນ​ກັບ​ຄຸນ​ລັກ­ສະ­ນະ​ດິນ, ອາ­ກາດ, ຕະ­ຫຼາດ​ທີ່​ດິນ​ຍັງ​ບໍ່​ເປັນ​ຮູບ​ເປັນ​ຮ່າງ, ດັ່ງ­ນັ້ນ ​ການ​ຕີ​ລາ­ຄາ​ມູນ​ຄ່າ​ການ​ນຳ​ໃຊ້​ທີ່​ດິນ​ຍັງ​ບໍ່​ທັນ​ຊັກ​ເຈັນ, ​ເພາະສະ​ນັ້ນ ໃນ​ປະ­ຈຸ​ບັນ ການເຄື່ອນ­ໄຫວ​ທຸ­ລະ​ກິດ​ ຂອງສະ­ຫະ​ບໍ­ລິ­ສັດແລະບັນ­ດາ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ທີ່​ປະ­ກອບ​ທຶນ ຈຶ່ງ​ພົບ​ຄວາມ​ຫຍຸ້ງ­ຍາກ.

ທີ​ສາມ, ວິ​ສາ​ຫະ​ກິດ​​ເຊົ່າ​ດິນ​ຂອງ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ເພື່ອ​ຜະ­ລິດ​ຮັບ​ໃຊ້​ການ​ສົ່ງອອກ. ຮູບ​ການ​ນີ້​ໄດ້​ຜັນ​ຂະ​ຫຍາຍ​ຢູ່​ທ້ອງ​ຖິ່ນ​ຈຳ­ນວນ​ໜຶ່ງ ແລະ ບັນ­ລຸ​​ໝາກຜົນຕ່າງໆທີ່​ຕັ້ງ­ໜ້າ: ວິ​ສາ​ຫະ​ກິດ​ຍົກ​ສູງ​ປະ​ສິດທິ​ຜົນ​ການ​ທຸ­ລະ​ກິດ, ຊາວ​ກະ­ສິ­ກອນ​ມີ​ລາຍ​ໄດ້​ຈາກ​ເງິນ​​ໃຫ້​ເຊົ່າ​ທີ່​ດິນ ແລະ ຄ່າ​ແຮງ​ງານ. ຢູ່​ແຂວງ ເລິມ​ດົ່ງ ຫຼາຍວິ​ສາ​ຫະ​ກິດ​ໄດ້​ເຊົ່າ​ດິນ​ເພື່ອ​ປູກ​ດອກ​ໄມ້, ຜັກ, ໝາກ​ໄມ້​ສົ່ງ​ອອກ; ຢູ່​ແຂວງ ລອັງ​ອານ ມີ​ວິ​ສາ​ຫະ​ກິດ​ເຊົ່າທີ່ດິນ 240 ​ເຮັກ​ຕາ ເພື່ອ​ປູກ​ກ້ວຍສົ່ງ​ອອກ​ ​ໄປ​ຍັງ​ປະ­ເທດ ຍີ່­ປຸ່ນ. ຢູ່​ບັນ­ດາ​ແຂວງ​ຄື ຮຶງ​ອຽນ, ຮ່າ​ນາມ, ຖາຍ​ບິ່ງ, ອຳ­ນາດ​ການ​ປົກ­ຄອງ​ຕາ​ແສງ​ໄດ້​ເປັນ​ຄົນ​ປຸກ­ລະ­ດົມ​ແຫຼ່ງດິນ ແລະ ເຊັນ​ສັນ­ຍາ​ກັບ​ວິ​ສາ​ຫະ​ກິດ... ຕ່າງ​ກັນ​ກັບ​ກົນ​ໄກ​ປະ­ກອບ​ທຶນ​ດ້ວຍ​ສິດ​ນຳ​ໃຊ້​ທີ່​ດິນ, ບັນ­ດາ​ວິ​ສາ​ຫະ​ກິດ​ທີ່​​ເຊົ່າ​ດິນ​ໄດ້​ຮັບ​ຜົນ​ສຳເລັດດີ​ພໍ​ຄວນ, ໂດຍ​ອາ​ໃສບັນ­ດາ​ຄຳ​ໝັ້ນ​ສັນ­ຍາ​ເປັນ​ລາຍ​ລັກ​ອັກສອນ, ຮັບ­ປະ­ກັນ​ຄວາມ​ໝັ້ນຄົງດ້ານ​ການ­ຈຳ­ໜ່າຍ, ຈັດ­ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ຢ່າງ​ແໜ້ນ​ແຟ້ນ​ ບົນ​ພື້ນ­ຖານ​ການ​ກະ­ສິ­ກຳ​ແບບ​ອົງຄະ​ທາດ (ສະ­ອາດ, ປອດ​ສານພິດ, ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ດ້ານສະ­ບຽງ​ອາ­ຫານ), ມີ​ການ​ບົ່ງ​ບອກພູມ​ສາດ, ຮັບປະ­ກັນ​ຄວາມ​ກົມ­ກຽວທາງ​ດ້ານ​ຜົນ​ປະ­ໂຫຍດ​ ລະ­ຫວ່າງ​ວິ​ສາ​ຫະ​ກິດ ແລະ ຄອບ­ຄົວ​ກະ­ສິ­ກອນ, ບັນ­ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ ແມ່ນ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ມີ​ອິດ​ທິ​ພົນ ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ຂອງ​ສົ້ນ​ອອກ.

ບົດ­ບາດ​ຂອງ​ລັັດ ແລະ ຕະ­ຫຼາດ

ເພື່ອ​ສະສົມແລະທ້ອນ­ໂຮມ​ທີ່​ດິນ​ ພັດ­ທະ­ນາ​ກະ­ສິ­ກຳ​ຕາມ​ທິດ​ທັນ​ສະ­ໄໝ, ຕ້ອງ​ມີ​ການ​­ສົມທົບ​ບົດບາດຂອງ​ລັດ ແລະ ຕະ­ຫຼາດ. ລັດ​ກໍ່­ສ້າງ​ຍຸ​ທະ​ສາດ, ວາງ​​ແຜນກຳນົດ​ການ​ພັດ­ທະ­ນາ​ກະ­ສິ­ກຳ​ໃຫ້​ແຕ່​ລະເຂດ, ແຕ່​ລະ​ຜະ­ລິດ​ຕະ​ພັນ​ ບົນ​ພື້ນ­ຖານການ​ຄົ້ນ­ຄວ້າ​ຕະ­ຫຼາດ, ສະ­ໜອງ​ການ​ບໍ­ລິ­ການ​ສາ­ທາ­ລະ­ນະ ໃຫ້​ແກ່​ຄອບ­ຄົວ​ຊາວ​ກະ­ສິ­ກອນແລະວິ​ສາ​ຫະ​ກິດ ​ໃນ​ບັນ­ດາ​ແງ່​ມູນ​ຄື: ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ຕະ­ຫຼາດ, ສົ່ງ­ເສີມ​ດ້ານ​ການ​ຄ້າ, ໂຄ­ສະ­ນາ​ຜະ­ລິດ​ຕະ​ພັນ, ຊ່ວຍ­ເຫຼືອ​ດ້ານ​ກົດ­ໝາຍ, ກໍ່­ສ້າງ​ໂຄງ​ສ້າງ​ພື້ນ­ຖານ​, ກໍ່­ສ້າງ​ວິ­ຊາ​ອາ­ຊີບ​ໃຫ້​ຊາວ​ກະ­ສິ­ກອນ... ເພື່ອ​ມີ​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ຕະ­ຫຼາດ, ຕ້ອງ​ປ່ຽນ­ແປງ​ໃໝ່​ຈິນ­ຕະ­ນາ­ການ​ການ​ລົງ­ທຶນ, ເພີ່ມທະວີ​ການ​ລົງ­ທຶນ​ໃຫ້​ແກ່​ຄວາມ​​ຕ້ອງ­ການ, ຜະ­ລິດ​ຕິດ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແລະ ເໝາະ​ສົມ​ກັບ​ທ່າ​ອຽງ​ບໍ­ລິ­ໂພກ​ຂອງ​ໂລກ. ດັ່ງ­ນັ້ນ, ທ່າ​ໄດ້​ປຽບ​ທາງ​ດ້ານ​ຄຸນ​ລັກ­ສະ­ນະ​ທີ່​ດິນ, ອາ­ກາດ ແລະ ມູນ­ເຊື້ອ​ການ​ຜະ­ລິດ, ຜະ­ລິດ​ຕະ​ພັນ​ກະ­ສິ­ກຳຂອງຫວຽດ­ນາມຈຳ­ນວນ​ໜຶ່ງ​ມີ​ຜະ­ລິດ​ຕະ​ພັນສ່ວນ​ເກີນ​ຄື (ສິນ​ໃນ​ນ້ຳ, ຜັກ, ໝາກ​ໄມ້, ເຂົ້າ, ກາ­ເຟ, ຜິດ​ໄທ, ຊາ...), ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ, ແຕ່​ບໍ່​ໄດ້​ຮັບ​ຄວາມ​ເອົາໃຈ­ໃສ່​ໃນ​ການ​ຄົ້ນ­ຄວ້າ​ຕະ­ຫຼາດ, ດັ່ງ­ນັ້ນ​ ຈຶ່ງບໍ່​​ຫັນ​ຈາກ​ທ່າ​ໄດ້​ປຽບ​ທຽບຄຽງ ​ໄປ​ເປັນ​ທ່າ​ໄດ້​ບຽບ​ແຂ່ງ­ຂັນ. ຂາດ​ຂໍ້​ມູ​ນ​ຂ່າວ­ສານ​ກ່ຽວ​ກັບ​ຕະ­ຫຼາດ, ​ຄອບ­ຄົວ​ກະ­ສິ­ກອນສ່ວນ​ຫຼາຍ​ຈຶ່ງ​ພົບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການຈຳໜ່າຍຂາຍ​ຜະລິດ​ຕະພັນ ແລະ ຍອມ­ຮັບ​ຄວາມ​​ເສຍຫານ ​ເມື່ອຕະ­ຫຼາດ​ມີ​ການ​ຜັນ​ປ່ຽນ, ດັ່ງ­ນັ້ນ ຈຶ່ງບໍ່​ສາ​ມາດ​ຫຼີກ​ລ່ຽງ​ຜົນກະທົບຂອງ​ການ “​ເກັບ​ກ່ຽວ​ໄດ້​ຫຼາຍ​ແຕ່ລາຄາພັດ​ຕົກ​ຕ່ຳ”, ການປ່ຽນ​​ແປງຕົ້ນ​ປູກ ສັດລ້ຽງ​, ຕັດ​ຖາງ, ຂຸດ​ຖົມ... ​ແບບ​ເກີດ​ເອງຢ່າງ​ແຜ່​ຫຼາຍ, ກໍ່​ຄວາມ​ເສຍ​ຫາຍຢ່າງ​ໃຫຍ່​ຫຼວງ​​ໃຫ້​ແກ່ເສດຖະກິດ​ຂອງ​ຊາວ​ກະ​ມິ​ກອນ. ຄຽງ​ຄູ່​​ນັ້ນ ​ແມ່ນສະ­ພາບ​ການ​ຂາດ​ການ​ກຳ­ນົດ​ທິດ ແລະ ການ​ຄຸ້ມ​ຄອງ​ທາງ​ດ້ານ​ຄຸນ​ນະ​ພາບ, ຮັບ­ປະ­ກັນ​ບັນ­ດາ​ມາດ­ຕະ­ຖານອະ­ນາ­ໄມ​ຄວາມ​ປອດ​ໄພ​ດ້ານ​ສະ­ບຽງອາ­ຫານ, ກໍ່­ສ້າງ​ເຄື່ອງ­ໝາຍ​ການ​ຄ້າ, ສ້າງ​ອິດ​ທິ​ພົນ ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ລູກ​ຄ້າ.

ເພື່ອ​ພັດ­ທະ­ນາ​ກະ­ສິ­ກຳ​ຕາມ​ທິດ​ທັນ​ສະ­ໄໝ, ຍົກ​ສູງ​ຄວາມ​ສາ­ມາດ​​ໃນການ​ແຂ່ງ­ຂັນ ແລະ ປະ​ສິດ­ທິ​ຜົນ, ຕ້ອງ​ມີ​ມາດ​ຕະ­ການ​ແກ້​ໄຂ​ສະ­ພາບ​ການ​ຂະ­ໜາດ​ນ້ອຍ, ເກີດ​ຂຶ້ນ​ເອງ ດ້ວຍ​ບັນ­ດາ​ນະ­ໂຍ­ບາຍ​ອັນ​ຄົບ​ຊຸດ​ດັ່ງ​ລຸ່ມ​ນີ້:

 ທີ​ໜຶ່ງ, ບົນ​ພື້ນ­ຖານ​ຍຸດ​ທະ​ສາດ​ພັດ​ທະ​ຍາ​ເສດ­ຖະ­ກິດ-ສັງ­ຄົມ, ຕ້ອງ​ປົວ­ແປງ​ບູ­ລະ­ນະ​ແຜນ​ກຳນົດ, ພັດ­ທະ­ນາ​ກະ­ສິ­ກຳ, ວາງ​ແຜນ​ກຳ­ນົດ​ການ​ພັດ­ທະ­ນາ​ບັນ­ດາ​ຜະ­ລິດ​ຕະ​ພັນ​ຕົ້ນ​ຕໍ່​ ເຊິ່ງຫວຽດ­ນາມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​ໄດ້​ບຽບ; ເຮັດ​​ເປັນ​ຢ່າງ​ດີ​ ການ​ຄົ້ນ​ຄ້ວ​າແລະຄາດ​ຄະ­ເນ​ກ່ຽວ​ກັບຕະ­ຫຼາດ, ທ່າ​ອຽງ​ການ​ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ກະສິກຳ​ຂອງ​ໂລກ.

ທີ​ສອງ, ສົ່ງ​ເສີມ​ການ​ສ້າງ­ຕັ້ງ​ຕະ­ຫຼາດ​ສິດ​ນຳ​ໃຊ້​ທີ່​ດິນ. ໃນ​ປະ­ຈຸ​ບັນ, ຢູ່​ປະ­ເທດ​ຫວຽດນາມ​ຍັງ​ບໍ່​ມີ​ຕະ­ຫຼາດ​ສິດ​ນຳ​ໃຊ້​ທີ່​ດິນ ​ຖືກ​ຕາມ​ຄວາມ​ໝາຍ​ຂອງ​ມັນ. ດ້ວຍ​ການ​ຮັບ­ຮອງ​ສິດ​ນຳ​ໃຊ້​ທີ​ດິນ​ເປັນ​ຊັບ​ສົມ­ບັດ, ທີ່​ດິນ​ຈະ​ໄດ້​ “ຊື້​ຂາຍ​ຕາມ​ຄວາມ​ຕົກລົງ​ກັນ”, ການ​ປ່ຽນ​ສິດ​ນຳ​ໃຊ້​ທີ່​ດິນ​ໄດ້​ຮັບ​ຄວາມ​ສະ­ດວກ​ສະ­ບາຍ​ກວ່າ​ເກົ່າ, ລົບ​ລ້າງ​ໄດ້ ​​ຄວາມ​ຫຍໍ້­ທໍ້, ການສໍ້​ລາດ​ບັງ​ຫຼວງ, ການ​ປະ​ທະ​ກັນ​ລະ­ຫວ່າງ​ນັກ​ລົງ­ທຶນ ອຳ­ນາດ​ການ​ປົກຄອງ ​ແລະ ​ຊາວ​ກະ­ສິ­ກອນ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ສ້າງ​ແຫຼ່ງ​ສະ­ໜອງ​ດິນ​ຜະ­ລິດ​ກະ­ສິ­ກຳ, ບັນ­ດາ​ຊາວ​ກະ­ສິ­ກອນ​ໄປ​​ເຮັດ​ວຽກ ​ອາ­ໄສ​ຢູ່​​ໃນຕົວ​ເມືອງ​ ຈະ​ມີ​ໂອ­ກາດ​ປ່ຽນ​ສິດ​ນຳ​ໃຊ້​ທີ່​ດິນ​ເປັນ​ທຶນ­ຮອນ, ມີ​ນະ­ໂຍ­ບາຍ​ສ້າງ​ເງື່ອນ­ໄຂ​ໃຫ້​ເຂົາ­ເຈົ້າ​ກາຍ​ເປັນ​ພົນ­ລະ­ເມືອງ​ຕົວ​ເມືອງ​ ບໍ່​ຕ້ອງ­ການ​ກັບ​ຄືນ​ເຮັດ​ກະ­ສິ­ກຳອີກ. ການ​ພັດທະ­ນາ​ບັນ­ດາ​ເຂດ​ອຸດ­ສາ­ຫະ­ກຳ​ຕ້ອງ​ມີ​ການ​ຄົບ​ຊຸດ​ກັບ​ບັນ­ດາ​ເຂດ​ພົນ­ລະ­ເມືອງ ​ໃນ​ບັນ­ດາ​ເຂດ​ດຳ­ລົງ​ຊີວິດ​ຂອງ​ປະ­ຊາ­ຊົນ ​ໃນ​ບັນ­ດາ​ແງ່​ມູນ​ດັ່ງ­ນີ້: ເຮືອນ​ຢູ່​ສັງ­ຄົມ, ໂ​ຮງ​ຮຽນ, ຕະ­ຫຼາດ, ຫໍ​ວັດ­ທະ­ນະ­ທຳ, ສຸກສາ­ລາ... ເພື່ອ​ໃຫ້​ກຳ­ມະ­ກອນ​ຢູ່​ເຢັນ​ເປັນ​ສຸກ​ ທຳ​ມາ​ຫາ​ກິນ​ຢ່າງ​ສະດວກ​ສະບາຍ. ມີ​ກົນ​ໄກ​ສົ່ງ­ເສີມ​ບັນດາ​ຊາວ​ກະ­ສິ­ກອນ​ທ້ອນ­ໂຮມ​ທີ່​ດິນ​ເພື່ອ​ສ້າງ​ຄວາມ​ຮັ່ງ­ມີ, ຮູ້​ການ​ທຸ­ລະ​ກິດ, ຜະ­ລິດ​ຂະ­ໜາດ​ໃຫຍ່, ມີ​ຄວາມ​ສາ­ມາດ​ຄຸ້ມ​ຄອງ​ເພື່ອ​​ເປີດ​ກສ້າງ​ຂະ­ໜາດ, ສ້າງ​ແຫຼ່ງຄວາມ​ຕ້ອງ­ການ​ໃຫ້​ຕະ­ຫຼາດ​ທີ່​ດິນ.

ທີ​ສາມ, ມີນ​ະ​ໂຍ​ບາຍ​ສົ່ງ­ເສີມ​ບັນ­ດາ​ນັກ​ລົງ­ທຶນ​ ທີ່​ສອດຄ່ອງ​ກັບ​ຈຸດ​ພິ­ເສດ​ການ​ຜະ­ລິດ​​ກະ­ສິ­ກຳ (ໄລ­ຍະ​ຍາວ, ມີ​ຄວາມ​ສ່ຽງ​ຫຼາຍ, ອັດ​ຕາ​ລາຍ​ໄດ້​ຕ່ຳ, ​ເກັບ​ທຶນ​ຄືນ​ຢ່າງ​ຊັກ​ຊ້າ) ດ້ວຍ​ກົນ​ໄກ​ພິ­ເສດ, ຄື​ເປີດ​ກວ້າງ​ຂະ­ໜາດ​​ເຊົ່າ​ທີ່​ດິນ, ກຳນົດ​ເວລາ​​ເຊົ່າ​ທີ່​ດິນ, ລາ­ຄາ​ເຊົ່າ​ທີ່​ດິນ ແນ­ໃສ່​ຮັບ­ປະ­ກັນ​ຄວາມ​ສາ­ມາດ​​ເກັບ​ທຶນ​ຄືນ ແລະ ທຸ­ລະ​ກິດ​ມີ​ລາຍ​ໄດ້, ມີ​ກົນ​ໄກ​ສະ­ເພາະ​ສຳ­ລັບ​ບັນ­ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ.

ທີ​ສີ່, ປະ­ກາດ​ໃຊ້​ບັນ­ດາ​ລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບ​ການ​ກໍ່­ສ້າງ ແລະ ປະ­ຕິ­ບັດ​ສັນ­ຍາ, ກຳ­ນົດ​ຢ່າງ​ລະ­ອຽດ​ຄວາມ​ຮັບ­ຜິດ­ຊອບ, ພັນ­ທະແລະຜົນ​ປະ­ໂຫຍດ​ ຂອງ​ບັນ­ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ, ຮັບ­ປະ­ກັນ​ການ​ປະຕິບັດ​ໃຫ້​ຖືກ​ຕາມ​ຈຸດ­ປະ­ສົງ​ການ​ນຳ​ໃຊ້​ທີ່​ດິນ, ປະ­ຕິ­ບັດ​ບັນ­ດາ​ພັນ­ທະ​ການ​ເງິນ​ຕໍ່​ຊາວ​ກະ­ສິ­ກອນ​ຜູ້​ທີ່​ໃຫ້​ເຊົ່າ​ທີ່​ດິນ ແລະ ຕໍ່ລັດ​ໃນ​ເວ­ລາ​ຕໍ່​ມາ, ຮັບ​ຜູ້​ອອກ­ແຮງ​ງານ​ເຂົ້າ​ເຮັດ​ວຽກ​ໃນ​ວິ​ສາ​ຫະ​ກິດ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຊາວ​ກະ­ສິ­ກອນ​ມື​ອາ­ຊີບ, ພິ­ເສດ​ແມ່ນ​ຊາວ​ກະ­ສິ­ກອນຮຸ້ນ​ໃໝ່.

      ທີ​ຫ້າ, ຊ່ວຍ­ເຫຼືອ​ຊາວ​ກະ­ສິ­ກອນ, ນອກ­ຈາກ​​ບົດ­ບາດ​ຂອງ​ສະ­ຫະ­ກອນ, ວິ​ສາ​ຫະ​ກິດ​​ແລ້ວ ຕ້ອງສົ່ງ­ເສີມການ​ສ້າງ­ຕັ້ງ​ບັນ­ດາ​ສະ­ມາ­ຄົມ​ຂະ­ແໜງ­​ສິນ­ຄ້າ, ລວມ​ທັງ​ຄອບ­ຄົວ, ວິ​ສາ​ຫະ​ກິດ​ ຜູ້​ມີ​ຜົນ​ປະໂຫຍດ​ກ່ຽວຂ້ອງ ​ໃນ​ພວງ​ພະ­ນັງ​ມູນ​ຄ່າ, ຮັກ­ສາ​ຜົນ​ປະ­ໂຫຍດ​ຂອງ​ບັນ­ດາ​ຜູ້​ເຂົ້າ​ຮ່ວມ, ​ເພີ່ມ​ເຕີມ​ພາ­ລະ​ບົດບາດ​ຈຳ­ນວນ​ໜຶ່ງ ຂອງ​ລັດ ແລະ ຕະ­ຫຼາດ​, ນີ້​ແມ່ນ​ທ່າ​ອຽງ​​ຕົ້ນ​ຕໍ່​ຂອງ​ຕະ­ຫຼາດ​ທັນ​ສະ­ໄໝ. ບົດ­ບາດ​ຂອງ​ສະ­ມາ­ຄົມ​ແມ່ນ​ຊ່ວຍ­ເຫຼືອ​ການ​ພັດ­ທະ­ນາ, ເຊິ່ງ​ເປັນ​ຂົວ­ຕໍ່​ລະ­ຫວ່າງ​ຄອບ­ຄົວ​ຊາວ​ກະ­ສິ­ກອນ, ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ສະ­ບຽງ​ອາ­ຫານ, ບັນ­ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ, ຕາງ­ໜ້າ​ໃຫ້​ຄອບ­ຄົວ​ຊາວ​ກະ­ສິ­ກອນ ແລະ ວິ​ສາ​ຫະ​ກິດ ​ໃນ​ການ​ແກ້​ໄຂ​ບັນ­ດາ​ຂໍ້​ຂັດ​ແຍ້ງ​ພິດ​ພາດ​ທາງ​ດ້ານ​ການ​ຄ້າ​ສາ­ກົນ, ຕ້ານ​ຄືນ​ບັນ­ດາ​ຂໍ້​ກຳ­ນົດ​ປົກ​ປ້ອງ​ຕະຫຼາດ​ຂອງ​ບັນ­ດາ​ປະ­ເທດ​ທີ່​ນຳ​ເຂົ້າ, ຕ້ານ​ການ​ຂາຍ​ແບບ​ທຳ­ລາຍ​ລາ­ຄາ, ການ​ກີດ­ຂວາງ​ທາງ​ດ້ານ​ເຕັກນິກ, ຜັນ​ຂະ­ຫຍາຍ​ບັນ­ດາ​ການ­ເຄື່ອນ­ໄຫວ​ສົ່ງ­ເສີມ​ການ​ຄ້າ​ໃນ​ລະ­ດັບ​ຊາດ, ຈັດ​ຕັ້ງ​ເຄືອ​ຂ່າຍ​ໂຄ­ສະ­ນາ​ລວມ​ໝູ່, ປົກ​ປັກ​ຮັກ­ສາ​ເຄື່ອງ­ໝາຍ​ການ​ຄ້າ, ຊ່ວຍ​ເຫຼ​ອ​ການ​ຈັດ​ວາງ​ໂຄງ​ສ້າງ​ພື້ນ­ຖານ​ຄືນ­ໃໝ່ ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ./.

​ໂດຍ ຮສ.ປອ. ຫງວ​ຽນກຸກ
ສະ​ຖາ​ບັນ​ການ­ເມືອງ ເຂດ I

----------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 896 (ເດືອນ​ມິຖຸ​ນາ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ