ວັນພຸດ, 13/12/2017
ຍົກສູງຄວາມສາມາດແຂ່ງຂັນຂອງ ວິສາຫະກິດເອກະຊົນຫວຽດນາມ ໃນຂະບວນວິວັດການເຂົ້າຮ່ວມໃນ ພວງພະນັງຄຸນຄ່າທົ່ວໂລກ
19/11/2017 16:10' ສົ່ງ ພິມ
ກອງປະຊຸມໃຫຍ່ສ້າງຕັ້ງ ສະມາຄົມນັກທຸລະກິດເອກະຊົນຫວຽດນາມ

ຂໍ້​ຈຳ​ກັດຈຳນວນ​ໜຶ່ງ​ກ່ຽວ​ກັບ​ຄວາມ​ສາມາດ​ແຂ່ງຂັນ

ນັບ​ແຕີປີ 1986, ດ້ວຍ​ແນວທາງ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ພັກ​ກອມ​ມູນິດ​ຫວຽດນາມວາງ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດສິນຄ້າ​ຫຼາຍ​ພາກສ່ວນ, ​ໃນ​ນັ້ນ ​ຮັບຮອງ​ການ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ເອກະ​ຊົນ. ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ຂອງພື້ນຖານ​ເສດຖະກິດ, ​ໃນ​ນັ້ນ​ມີ​ການ​ນຳ​ເອົາ​ຫວຽດນາມ​ອອກ​ຈາກ​ກຸ່ມບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ, ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ, ​ແມ່ນ​ມີ​ການ​ປະກອບສ່ວນ​ທີ່​ສຳຄັນ​ທີ່​ສຸດ​ ຂອງພາກສ່ວນ​ເສດຖະກິດ​ເອກະ​ຊົນຫວຽດນາມ. ​ແຕ່​ວ່າ, ກ່ຽວ​ກັບ​ການ​ພັດທະນາ​ຂອງວິ​ສາ​ຫະກິດ​ເອກະ​ຊົນ​, ​ໂດຍ​ສະ​ເພາະ​​ ບັນຫາ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ ​ແມ່ນ​ຍັງ​ມີ​ບັນຫາ​ຈຳນວນ​ໜຶ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ດັ່ງ​ນີ້:

ຫວຽດນາມ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ບັນດາ​ການ​ເຊື່ອມ​ໂຍງ​ຕາມ​ລ່ອງ ​ໃນພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ​ແຕ່​ບັນດາ​ການ​ເຊື່ອມ​ໂຍງ​ຢ້ອນ​ກັບ ​ຊ້ຳພັດ​ຂະຫຍາຍຕົວ​ຊ້າ. ​ໃນ​ຂະນະ​ທີ່​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ແລະ​ພວມ​ຜະລິດ​ຕິດ​ຕັ້ງບັນດາ​ຜະລິດ​ຕະພັນ​ຊັ້ນ​ສູງ​ໃຫ້​ແກ່​ຕະຫຼາດ​ໂລກ​ນັ້ນ ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເກືອບ​ທັງ​ໝົດ​ພຽງ​ແຕ່​ສຸມ​ໃສ່​ຕະຫຼາດ​ພາຍ​ໃນ ຫຼື​ພຽງ​ແຕ່ສົ່ງ​ອອກ​ສິນຄ້າ​ທີ່​ມີ​ຄຸນຄ່າ​ເພີ່ມຕ່ຳ. ​ໃນ​ພາກ​ຕົວ​ຈິງ, ຫວຽດນາມ​​ໄດ້ນຳ​ເຂົ້າ​ປະມານ 90% ມູນ​ຄ່າ​ສົ່ງອອກ ​ແລະ ຕ້ອງ​ຂຶ້ນ​ກັບວັດຖຸ​ອຸປະກອນ​ນຳ​ເຂົ້າ(1).

​ໄດ້​​ເອົາ​ໃຈ​ໃສ່​​ແຕ່​ການເພີ່​ມຈຳນວນ​ວິ​ສາ​ຫະກິດ​ໃໝ່ ​ໂດຍປະລະ​ໂອກາດ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ, ດັ່ງ​ນັ້ນ ຈຶ່ງ​ບໍ່​ສວຍ​ໃຊ້​ໄດ້​ໂອກາດ​ການ​ຄ້າ​ ຈາກ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ. ປະຈຸ​ບັນ, ​ໃນ​ຈຳນວນ 477.808 ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ (ຂໍ້​ມູນ​ເຖິງ​ວັນ​ທີ 31-12-2016), ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ກວມ​ພຽງ​ປະມານ 3%, ຍັງ​ອີກ 97% ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ​ໃນ​ນັ້ນ ​ເກືອບ 60% ​ແມ່ນ​ວິ​ສາ​ຫະກິດ​ຂະໜາດນ້ອຍ​ທີ່​ສຸດ. ຍ້ອນ​ຂະໜາດ​ນ້ອຍ ດັ່ງ​ນັ້ນ​ຫຼາຍ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດຈຶ່ງ​ບໍ່​ມີ​ຄວາມ​ສາມາດ​​ແຂ່ງຂັນ ເພື່ອສົ່ງ​ອອກ​ສິນຄ້າ​ໄປ​ຕ່າງປະ​ເທດ ຫຼື​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະລິດ​ທົ່ວ​ໂລກ.

ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຫັນ​ເຂົ້າ​ສູ່ພວງ​ພະນັງ​ຄຸນຄ່າ​ ດັ່ງ​ນັ້ນ​ຈຶ່ງ​ສ້າງ​ເປັນ​ສອງ​ຊັ້ນ​ວິ​ສາ​ຫະກິດ ທີ່​ເຄື່ອນ​ໄຫວ​ແຍກ​ອອກ​ຕ່າງຫາກ (ວິ​ສາ​ຫະກິດ​ໃນ​ປະ​ເທດ ​ແລະ ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ). ​ເວົ້າ​ຢ່າງ​ອື່ນ, ​ເນື່ອງ​ຈາກ​ວ່າ ​ບໍ່​ມີ​ວິ​ສາ​ຫະກິດ​ເອກະ​ຊົນ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ໃນພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ດັ່ງ​ນັ້ນ ພວງ​ພະນັງ​ການ​ສະໜອງ​ຢູ່​ຫວຽດນາມ​ຈຶ່ງ​ຖືກ​ແຕກ​ແຍກ ​ແລະ ​ແບ່ງ​ເປັນ​ຫຼາຍ​ສ່ວນ. ບໍ່​ຄື​ກັນ​ກັບ​ຈີນ ຫຼື​ອິນ​ເດຍ, ຕະຫຼາດ​ພາຍ​ໃນ​ຂອງ​ຫວຽດນາມ​ບໍ່​ໃຫຍ່​ເຖິງ​ລະດັບ​ຈັບ​ໃຈ​ນັກ​ລົງທຶນຕ່າງປະ​ເທດ, ​ເພາະສະ​ນັ້ນ ຕ້ອງ​ຕັ້ງ​ເປົ້າ​ໝາຍ​ດຶງ​ດູດບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ທີ່​ພວມ​ຊອກ​ຫາສະຖານ​ທີ່​ຜະລິດ​ທີ່​ເປັນ​ໃຈກາງ​ຂອງ​ທົ່ວທັງ​ພາກ​ພື້ນ, ຄຽງ​ຂ້າງ​ນັ້ນ, ຕ້ອງ​ມີ​ບັນດາ​ວິ​ສາ​ຫະກິດ​ທີ່​ແຂງ​ແຮງ​ໃນ​ຂະ​ແໜງ​ອຸດສາຫະກຳ​ສະໜັບສະໜູນ ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ.

ລະດັບການ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ຜະລິດພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ ຍັງ​ຕ່ຳ​ກວ່າ​ບັນດາ​ພື້ນຖານ​ເສດຖະກິດທີ່​ມີ​ຂະໜາດ​ທຽບ​ເທົ່າ ຢູ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້. ການ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ທະນາຄານ​ພັດທະນາ​ອາຊີ (​ເອດີ​ບີໄອ) ​ໃຫ້​ເຫັນ​ວ່າ, ມີ​ພຽງ 36% ​ຈຳນວນ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະລິດ (ປະກອບ​ດ້ວຍການ​ສົ່ງ​ອອກ​ໂດຍ​ກົງ​ແລະ​​ທາງ​ອ້ອມ) ທຽບ​ກັບ​ຕົວ​ເລດ 60% ຂອງ​ບັນດາ​ພື້ນຖານ​​ເສດຖະກິດ​ທີ່​ພັດທະນາ​ກວ່າ, ​ເຊັ່ນ ມາ​ເລ​ເຊຍ, ​ໄທ; 21% ຈຳ​ນວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ເຂົ້າ​ຮ່ວມ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ ທຽບ​ກັບ 30% ຂອງ​ໄທ, 46% ຂອງ​ມາ​ເລ​ເຊຍ. ສິ່ງ​ດັ່ງກ່າວ​​ໃຫ້​ເຫັນ​ວ່າ, ພວງ​ພະນັງ​ການ​ສະໜອງ​ຢູ່​ບັນດາ​ພື້ນຖານ​ເສດຖະກິດ ​ໄທ, ມາ​ເລ​ເຊຍ ຖືກ​ກະ​ແຈກ​ກະ​ຈ່າຍ​ໜ້ອຍ​ກວ່າ ​ແລະ ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ ຈາກ​ການ​ແຜ່​ຂະຫຍາຍ​ຂ​ອງການ​ລົງທຶນ​ຕ່າງປະ​ເທດ, ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ຖ່າຍ​ທອດຄວາມ​ຮູ້ ​ແລະ ຍົກ​ສູງ​ສະມັດ​ຕະພາບ​.

ສາ​ເຫດ​ຂອງ​ບັນດາ​ຈຸດ​ອ່ອນ ຂໍ້​ຈຳກັດ

- ​ລະບຽບ​ກົດໝາຍ​ສະໜັບສະໜູນ​ຕະຫຼາດ ຍັງ​ບໍ່​ທັນ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ​ຕ່ຳ. ພາກ​ເອກະ​ຊົນ​ບໍ່​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງພະລັງ; ລະບົບ​ກົດໝາຍ​ກ່ຽວ​ກັບສັນຍາ, ປະຕິບັດ​ສັນຍາ, ຕິດ​ຕໍ່ຄ້າຂາຍ, ກົນ​ໄກ​ແກ້​ໄຂຂໍ້​ຂັດ​ແຍ່ງ​ແລະ​ຖອນ​ຕົວ​ອອກ​ຈາກ​ຕະຫຼາດ ຍັງ​ບໍ່​ທັນ​ຈະ​ແຈ້ງ​ແລະ​ຍັງ​ບໍ່​ມີ​ປະສິດທິ​ຜົນ. ນະ​ໂຍບາຍ​ຊ່ວຍ​ໜູນ​ວິສາ​ປະກິດ​ໃນ​ຂະ​ແໜງ​ອຸດ​ສາ​ຫະກຳ​ສະໜັບສະໜູນ ຍັງ​ມີລັກສະນະ​ກະຈັດກະຈາຍ, ຍັງ​ບໍ່​ມີ​ປະສິດທິ​ຜົນ​ທີ່​ສົມ​ຄູ່.

- ບົດບາດ​ຂອງ​ບັນດາ​ກຸ່ມ​ອຸດສາຫະກຳ​ໃນ​ການ​ເຊື່ອມ​ຕໍ່​ທຸລະ​ກິດ​ຍັງ​ຖືກ​ຈຳກັດ​ທີ່​ສຸດ. ​ໃນ​ໂລກ, ກຸ່ມ​ໂຮງງານ​ວິ​ສາ​ຫະກິດ​ ສ່ວນ​ຫຼາຍ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນມາ​ຈາກ​ການ​ພົວພັນ​ທຳ​ມະ​ຊາດ​ໃນ​ພວງ​ພະນັງ​ການ​ສະໜອງ ຊຶ່ງ​ຈາກ​ນັ້ນ​ໄດ້​ຂະຫຍາຍຕົວ​ຂຶ້ນ​ເປັນ​ກຸ່ມ​ອຸດສາຫະກຳ. ສິ່ງ​ດັ່ງກ່າວ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ເປີດ​ກວ້າງ​ຂະໜາດ​ການ​ຜະລິດ, ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຕະຫຼາດ​ອຸດສາຫະກຳ, ​ໂຄງ​ສ້າງ​ພື້ນຖານ​ກ່ຽວ​ກັບ ​ໂລ​ຈິສຕິ​ກສ໌ ​ເພື່ອສົ່ງອອກ ​ແລະ ຍ້ອນ​ແນວ​ນັ້ນ ຈຶ່ງປະຢັດຄ່າ​ໃຊ້​ຈ່າຍ​ສົ້ນ​ເຂົ້າ​ໄດ້​ຫຼາຍ​ສຸດ. ການ​ບໍລິການ​ຕ່າງໆ​ຄື ທະນາຄານ, ຝຶກ​ອົບຮົມ, ສະໜັບສະໜູນ​ການ​ທຸລະ​ກິດ ກໍ່​​ໄດ້ກຽມ​ຄວາມ​ພ້ອມ​ເພື່ອ​ຮັບ​ໃຊ້​ຢູ່​ໃນ​ກຸ່ມ​ອຸດສາຫະກຳ ສ້າງ​ເປັນ “ອົງ​ປະກອບ​ການ​ຜະລິດ” ໜຶ່ງ​ທີ່​ຂຸດ​ຄົ້ນ​ທ່າ​ແຮງ​ແຂ່ງຂັນ​ຂອງ​ທ້ອງ​ຖິ່ນ. ສ່ວນ​ຢູ່​ຫວຽດນາມ, ບັນດາກຸ່ມ​ອຸດສາຫະກຳ ເນື້ອ​ແທ້​ເປັນ​ພຽງ​ເຂດ​ອຸດສາຫະກຳ ຊຶ່ງ​ມີ​ຈຸດໝາຍ​ຕົ້ນຕໍ​ແມ່ນ ຮັບປະກັນ​ໂຄງ​ສ້າງ​ພື້ນຖານ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ແລະ ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ດັ່ງ​ນັ້ນ ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ຕ້ອງ​ເສຍ​ເຫື່ອ​ແຮງ ຄ່າ​ໃຊ້​ຈ່າຍ​ຫຼາຍ, ​ເຮັດ​ທຸກ​ຂັ້ນ​ຕອນ​​ໃນ​ການເຂົ້າ​ເຖິງ​ບັນດາ​ແຫຼ່ງພະລັງ (ທຶນ, ທີ່​ດິນ, ​ເຮືອນ​ໂຮງ, ​ເຕັກ​ໂນ​ໂລ​ຊີ, ​ໄຟຟ້າ, ນ້ຳ​ປະປາ...) ຄື​ກັນ​ກັບ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ແລະ​ເປັນ​ທຳ​ມະ​ດາ​ວ່າ ຈະ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ລວມສູນ​ໃສ່​ການ​ພັດທະນາ​ຕະຫຼາດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ... 

- ບັນດາ​ວິ​ສາ​ຫະກິດ​ຍັງ​ບໍ່ສ້າງ​ໃຫ້​ຕົນ​ ໄດ້ຮັບຄວາມ​ເຊື່ອ​ຖື​ສູງຈາກ​ບັນດາ​ກຸ່ມ​ບໍລິສັດ​ຂ້າມ​ຊາດ ​ແລະ ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ຄວາມ​ເຊື່ອ​ຖື​ສູງ​ລະຫວ່າງ​ວິ​ສາ​ຫະກິດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ຈະ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວພົວພັນ​ທີ່​ດີ​ລະຫວ່າງ​ວິ​ສາ​ຫະກິດດ້ວຍ​ກັນ, ​ເຊັ່ນ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຄວາມ​ຮູ້ກ່ຽວ​ກັບ​ເຕັກ​ນິກ, ຮ່ວມ​ມື​ດ້ານການ​ຜະລິດ ​ແລະ ການ​ຕະຫຼາດ.

- ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ​ ຍັງ​ບໍ່​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ໄດ້. ບຸກຄະລາ​ກອນ​ຂັ້ນສູງ - ຜູ້​ບໍລິຫານ​ລະດັບ​ສູງ​ໃນ​ວິ​ສາ​ຫະກິດ​ຕ່າງໆ​ຂອງຫວຽດນາມ ສ່ວນ​ຫຼາຍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການຝຶກ​ອົບຮົມກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ຢ່າງ​ເປັນ​ແບບ​ສະບັບ, ຕິດ​ກັບ​ພາກ​ຕົວ​ຈິງ​ແຫ່ງ​ການ​ຜະລິດ - ທຸ​ລະກິດ. ຜູ້ອຳນວຍການ​ວິ​ສາ​ຫະກິດ​ສ່ວນ​ຫຼາຍ ດຳ​ເນີນ​ການ​ຄຸ້ມ​ຄອງບໍລິຫານວຽກ​ງານ​ທຸລະ​ກິດ​ຕາມ​ຄວາມ​ສະດວກ​ດີ ​ແລະ ສິ່ງ​ດັ່ງກ່າວ​​ເປັນ​ການ​ຈຳກັດ​ຕໍ່​ວິ​ສາ​ຫະກິດ​ໃນ​ການ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະລິດ.

ຄວາມ​ສາມາດ​ໃນ​ການ​ສ້າງ​ນະ​ໂຍບາຍ​ແລະ​ປະຕິບັດ​ນະ​ໂຍບາຍ ກ່ຽວ​ກັບ​ການ​ພັດທະນາ​ວິ​ສາ​ຫະກິດ ຂອງ​ພະນັກງານ ລັດຖະກອນພາກສ່ວນ​ໜຶ່ງ, ພິ​ເສດ​ແມ່ນ​ຢູ່​ທ້ອງ​ຖິ່ນ ​ແມ່ນ​ຍັງ​ບໍ່​ທັນ​ສູງ, ບໍ່​ທ່ວງ​ທັນ​ກັບການ​​ເຄື່ອນ​​ເໜັງ​ຂອງກົດ​ເກນ​ຕະຫຼາດ, ຂາດ​ຄວາມ​​ເຂົ້າ​ໃຈກ່ຽວ​ກັບ​ພວງ​ພະນັງ​ການ​ສະໜອງ, ​​ເປັນ​ອຸປະສັກ​ບາງ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະກິດ.

ຄວາມ​ກັງວົນ​ທີ່​ສຸດ​ໃນ​ປະຈຸ​ບັນ​ນີ້​ແມ່ນ ລະດັບ​ຄວາມ​ຮູ້​ແລະ​ການ​ຝຶກ​ອົບຮົມດ້ານ​ວິຊາ​ສະ​ເພາະ ​ເຕັກນິກ​ຂອງຜູ້​ອອກ​ແຮງ​ງານ ຍັງ​ຕ່ຳ ​ແລະ ​ເປັນ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງສະມັດ​ຕະພາບ​ຂອງ​ງານ​ໃນ​ວິ​ສາ​ຫະກິດ, ພາ​ໃຫ້​ວິ​ສາ​ຫະກິດ​ພົບ​ຄວາມ​ຫຍຸ້ງຍາກ ​ບໍ່​ສາມາດ​ພັດທະນາ​​ແບບ​ບຸກທະລຸ​ໄດ້.

- ລະດັບ​ເຕັກ​ໂນ​ໂລ​ຊີ​ຕ່ຳ. ​ເບິ່ງ​ລວມ, ລະດັບ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ຜະລິດ​ຕະພັນ​ສົ່ງ​ອອກ​ສ່ວນ​ຫຼາຍ​ຂອງ​ຫວຽດນາມ ຍັງ​ຕ່ຳ. ອັດຕາ​ສ່ວນ​ຂອງ​ສິນຄ້າ​ເຕັກ​ໂນ​ໂລ​ຊີ​ສູງ​ພວມ​ເພີ່ມ​ຂຶ້ນ, ​ແຕ່​ເພີ່ມ​ຂຶ້ນ​ຊ້າ.

- ການ​ເຂົ້າ​ເຖິງ​ແຫຼ່ງທຶນ​ສິນ​ເຊື່ອ​ໄລຍະ​ຍາວ ພົບ​ຄວາມ​ຫຍຸ້ງຍາກ​ແລະ​​ເສຍຄ່າ​ໃຊ້​ຈ່າຍ​ສູງ. ການ​ເຂົ້າ​ເຖິງ​ທຶນ​ລົງທຶນ​ແລະ​ທຶນ​ຄົງ​ທີ່ ຍາມ​​ໃດ​ກໍ່​ເປັນ​ອຸປະສັກ​ສຳລັບວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ. ​ເພື່ອ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະລິດ, ບັນດາວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ເຄີຍຕ້ອງ​ເຂົ້າ​ເຖິງ​ບັນດາ​ແຫຼ່ງທຶນ​ທີ່​ບໍ່​ເປັນ​ທາງ​ການ ດ້ວຍ​ອັດຕາ​ດອກ​ເບ້ຍ​ສູງ​ກວ່າ ​ແລະ ດັ່ງ​ນັ້ນ​ຈຶ່ງ​ຖືກ​ເສຍປຽບ​ທາງ​ດ້ານ​ຄ່າ​ໃຊ້​ຈ່າຍ. ຄຽງ​ຂ້າງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ຊອກ​ຫາ​ແຫຼ່ງການ​ເງິນ​ຕົ້ນຕໍ​ແມ່ນ​ຈາກ​ບັນດາ​ທະນາຄານ. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ບໍລິສັດ​ການ​ເງິນ, ກອງ​ທຶນລວມທີ່​ລົງທຶນ ຍັງ​ຖືກ​ຈຳກັດ ​ແລະ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວິ​ສາ​ຫະກິດ. 

ລຳດັບ​ການ​ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ

1- ປ່ຽນ​ແປງ​ໃໝ່​ລະບຽບ​ກົດໝາຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາວິ​ສາ​ຫະກິດ​ເອກະ​ຊົນ

- ຄົ້ນຄວ້າ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ສະໜັບສະໜູນວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ເພື່ອມີ​ຂອບ​ກົດໝາຍ​ທີ່​ເປັນ​ເອກະ​ພາບກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ຊຶ່ງ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ຈຳນວນ ຂະໜາດ​ຂຶ້ນ​ຢ່າງ​ໄວ​ເທົ່າ​ນັ້ນ ຫາກ​ຍັງ​ສຸມ​ໃສ່​ໂຄງ​ປະກອບ​ທີ່​ສົມ​ເຫດ​ສົມ​ຜົນ, ຄຸນ​ນະພາ​ບການ​ເຕີບ​ໂຕ​ແບບ​ໝັ້ນ​ທ່ຽງ, ຄວາມ​ສາມາດ​ແຂ່ງຂັນ​ແທ້​ຈິງ ຂອງ​ຂົງ​ເຂດ​ວິ​ສາ​ຫະກິດ​ທັງ​ໝົດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ໃຫ້​ບັນດາ​ໜ່ວຍ​ທຸລະ​ກິດທີ່​ບໍ່​ເປັນ​ທາງ​ການ ກາຍ​ເປັນວິ​ສາ​ຫະກິດ​ມີ​ສະຖານະ​ທາງ​ກົດໝາຍ ​ແລະ ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຂະໜາ​ກນ້ອຍ​ແລະ​ນ້ອຍ​ສຸດ ມີ​ຄວາມ​ສາມາດ​ຂະຫຍາຍຕົວ​ເປັນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ໃຫຍ່ ​ໂດຍ​ຜ່ານ​ການ​ເປີດ​ກວ້າງ​ຕະຫຼາດ, ຊ່ວຍ​​ໃຫ້ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ເຂົ້າ​ຮ່ວມ​ໃນ​ພວງ​ພະນັງ​ການ​ສະໜອງ.

- ປະກາດ​ໃຊ້​ດຳລັດ​ວ່າ​ດ້ວຍ​ອຸດສາຫະກຳ​ສະໜັບສະໜູນ ​ເພື່ອ​ໃຫ້​ມີ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ບຸກທະລຸ ​ໃນ​ບາງ​ຂະ​ແໜງ​ການ​ແລະຜະລິດ​ຕະພັນຈຸດ​ໜັກ, ອຳນວຍ​ຄວາມ​ສະດວກ​ໃຫ້ພາກ​ເອກະ​ຊົນ, ລວມສູນ​ກາງ​ລົງທຶນ​ທາງ​ດ້ານ​ແຫຼ່ງບຸກຄະລາ​ກອນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ເງິນ ​ໃນ​ບັນດາ​ພວງ​ພະນັງ​ຄຸນຄ່າ​ຜະລິດ​ຕະພັນ​ອຸດສາຫະກຳ​ ​ແລະ ກະສິກຳ; ມີ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ສົ່ງ​ເສີມວິ​ສາ​ຫະກິດ ​ແອັຟດີ​ໄອ, ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ໃນ​ການ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະລິດ​ອຸດສາຫະກຳ, ຮັບ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ​ແນະນຳ, ຝຶກ​ອົບຮົມ...; ສົ່ງ​ເສີມ​ພັດທະນາ​ການ​ເຄື່ອນ​ໄຫວ​ໃຫ້ຄຳ​ປຶກສາ​ທາງ​ທຸລະ​ກິດ, ບໍລິການ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ໃນ​ການ​ເຂົ້າ​ຮ່ວມ​ພວງ​ພະນັງ​ການ​ສະໜອງ.

- ຄົ້ນຄວ້າ​ປະກາດ​ໃຊ້​ດຳລັດ​ສະ​ເພາະ ກ່ຽວ​ກັບ​ສະມາຄົມທຸລະ​ກິດ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແອັຟດີ​ໄອ ​ເຂົ້າ​ຮ່ວມ​​ໃນການ​ເຄື່ອນ​ໄຫວ​ຂອງບັນດາ​ສະມາຄົມ​ທຸລະ​ກິດ, ​ເພີ່ມ​ທະວີ​ພາລະ​ບົດບາດ​ເປັນ​ຕົວ​ແທນ​ທຸລະ​ກິດ ຂອງ​ບັນດາ​ສະມາຄົມ​ທຸລະ​ກິດ, ​ການເຄື່ອນ​ໄຫ​ວ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ​ໂດຍ​ສະ​ເພາະ​ແມ່ນນະ​ໂຍບາຍ​ພັດທະນາ​​ພາກພື້ນ; ຍົກ​ສູງ​ບົດບາດ​ຂອງ​ບັນດາ​ສະມາຄົມ​ທຸລະ​ກິດ ​ໃນ​ການ​ຕິດຕາມ​ກວດກຄຸນ​ນະພາ​ບ ​ແລະ ຢືນຢັນ​ມາດຕະຖານ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ, ປະຕິບັດ​ຕາມ​ກົດ​ໝານ, ປະຕິບັດ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ເປັນ​ສະມາຊິກ; ສົ່ງ​ເສີມ​ການ​ແບ່ງປັນ​ຄ່າ​ໃຊ້​ຈ່າຍ ​ເພື່ອ​ສ້າງ​ກຳລັງ​ແຮງ​ແຂ່ງຂັນ​ໃຫ້​ຜະລິດ​ຕະພັນ, ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ລວມ ​ແລະ ຮັບເອົາການ​ບໍລິການ​ສາທາລະນະ​ຈາກ​ພາກ​ລັດ, ສົ່ງ​ເສີມ​ພັດທະນາ​ບັນດາ​ສະມາຄົມທຸລະ​ກິດ ​ເຂົ້າ​ຮ່ວມ​ສະມາຄົມ​ຂະ​ແໜງ​ການ​ອາຊີບ​​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

2- ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ, ​ໂຄງ​ສ້າງ​ພື້ນຖານ ສຳລັບວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ແລະ ບັນດາ​ການຈັດ​ຕັ້ງ​ສະໜອງ​ການ​ບໍລິການພັດທະນາ​ການ​ທຸລະ​ກິດ ​ໃຫ້​ຂະ​ແໜງ​ອຸດສາຫະກຳ​ສະໜັບສະໜູນ

ສ້າງ​ຕັ້ງ​ກຸ່ມ​ອຸດສາຫະກຳ-ກະສິກຳ, ກຸ່ມ​ອຸດສາຫະກຳ​ຈຳນວນ​ໜຶ່ງ​ຂຶ້ນ ບົນ​ພື້ນຖານ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ກຸ່ມ​ອຸດສາຫະກຳ​ຈຳນວນ​ໜຶ່ງ​ທີ່​ມີ​ຢູ່​ແລ້ວ, ຮັບປະກັນ​ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຕາມ​ພວງ​ພະນັງ​ຜະລິດ​ຕະພັນ. ສ້າງ​ເງື່ອ​ນ​ໄຂ​ໃຫ້​ບັນດາ​ນັກທຸລະ​ຫິກ​ເອງ​ເປັນ​ຜູ້​ສ້າງ​ກຸ່ມ​ການ​ເຊື່ອມ​ໂຍງ​ຂຶ້ນ​ມາ.

ຈັດ​ຕັ້ງ​ການ​ສະໜອງ​ການ​ບໍລິການ​ຈຳນວນ​ໜຶ່ງ​ຢູ່​ໃນ​ກຸ່​ມອຸດສາຫະກຳ ​ເພື່ອ​ຮັບ​ໃຊ້​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຕະຫຼາດ​ອຸດສາຫະກຳ, ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ໂລ​ຈິ​ສຕິກສ໌ ​ເພື່ອ​ສົ່ງ​ອອກ, ​ໃຫ້​ບໍລິການ​ທະນາຄານ. ບັນດາ​ກຸ່ມ​ອຸດສາຫະກຳປະກອບ​ເຂົ້າ​ເປັນ ອົງ​ປະກອບ​ການ​ຜະລິດ​ໜຶ່ງ ​ເພື່ອ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ຢູ່​ທ້ອງ​ຖິ່ນ.

ສ້າງ​ຕັ້ງ​ອົງ​ປະກອບ​ການ​ທຸລະ​ກິດ​ຈຳນວນ​ໜຶ່ງ​ຂຶ້ນ​ໃນ​ຂົງ​ເຂດ​ກະສິກຳ, ຮັບປະກັນ​ໃຫ້​ວິ​ສາ​ຫະກິດ​ປຸງ​ແຕ່ງອາຫານ​ເປັນ​ໃຈກາງ​ຂອງ​ການ​ເຊື່ອມ​ໂຍງ​ກັບ “ຊາວ​ກະສິກອນ”, “ນັກວິທະຍາສາດ”. ພັດທະນາ​ຮູບ​ແບບ​ເຂດ​ອຸດສາຫະກຳ “ສຳ​ເລັດ​ຮູບ”, ງ່າຍດາຍ, ມີ​ເນື້ອ​ທີ່​ເໝາະ​ສົມ, ອາ​ໄສ​ສິ່ງ​ດັ່ງກ່າວ ບັນດາວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ຈະສາມາ​ເຂົ້າ​ເຖິງ​ຢ່າງສະດວກ​ດີ​ ໃນ​ເງື່ອນ​ໄຂ​ໂຄງ​ສ້າງ​ພື້ນຖານ​ທີ່ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ສາມາດ​ຊຳລະ​ຂອງ​ຕົນ.

3- ກໍ່ສ້າງ​ຄວາມ​ສາມາດ ​ແລະ ພັດທະນາ​ແຫຼ່ງບຸກຄະລາ​ກອນ

- ສ້າງ​ຕັ້ງ​ສະ​ຖາ​ບັນ​ຝຶກ​ອົບຮົມ​ຜູ້ອຳນວຍການ. ການສ້າງ​ຕັ້ງ​ສະ​ຖາ​ບັນ​ຝຶກ​ອົບຮົມຜູ້ອຳນວຍການ ອາດຈະ​ຊ່ວຍ​ໃຫ້ນັກທຸລະກິດ​ຫວຽດນາມ ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ນຳພາ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ໃນ​ການ​ເຂົ້າ​ຮ່ວມ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ. ຕົວ​ແບບ​ນີ້​ໄດ້​ຮັບ​ການ​ໝູນ​ໃຊ້​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ​ເລີ່​ມຕົ້ນ​ແມ່ນ​ຢູ່​ປະ​ເທດ​ອັງກິດ ​ແລະ ປະຈຸ​ບັນ ​ຢູ່​ຫຼາຍ​ປະ​ເທດ​ອາ​ຊຽນ.

- ​ເພີ່ມ​ທະວີ​ຜູ້​ຊ່ຽວຊານ​ເພື່ອ​ສະໜັບສະໜູນ​ວິ​ສາ​ຫະກິດ ​ໂດຍ​ຜ່ານບັນດາກຸ່ມ​ຊ່ຽວຊານ​ອາສາ​ສະໝັກ​ຈາກ​ຕ່າງປະ​ເທດ, ​ເຊື່ອມ​ຕໍ່ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ສົ່ງ​ນັກ​ວິ​ສາວະ​ກອນ, ຜູ້​ຊ່ຽວຊານ​ຂອງ​ຫວຽດນາມ ​ໄປ​ປະຕິບັດ​ງານ​ແລະ​ຮ່ຳຮຽນ​ບົດຮຽນ​ຂອງ​ຕ່າງປະ​ເທດ.

- ຍົກ​ສູງ​ທັກ​ສະ​ໃນ​ການ​ອອກ​ແຮງ​ງານ ​ເພື່ອ​ເພີ່ມ​ປະລິມານ​ແລະ​ຄຸນ​ນະພາບຂອງກຳມະກອນທີ່​ຊຳນິ​ຊຳນານ ​ໂດຍ​ຜ່ານບັນດາ​ວິທີ​ແກ້​ໄຂ​ທີ່​ໄດ້​ວາງ​ອອກ​ມາ​ໃນ ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ​ ປີ 2013.

- ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ຄຸ້ມ​ຄອງ​ລັດ ​ໃນ​ການອອກ​ແບບ​ນະ​ໂຍບາຍ, ​ແຜນ​ກຳນົດ ​ແລະ ປະຕິບັດ​ການ​ພັດທະນາ​ເສດຖະກິດພາກ ​ແລະ ປະຕິບັດ​ນະ​ໂຍບາຍ. ຕິດ​ແໜ້ນ​ແຜນ​ກຳນົດ​ການ​ພັດທະນາ​ພາກ, ທ້ອງ​ຖິ່ນ ກັບ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ ບົນ​ພື້ນຖານ​ຂຸດ​ຄົ້ນ​ທ່າ​ແຮງ​ແຂ່ງຂັນ​ຂອງ​ທ້ອງ​ຖິ່ນ. ​ເອົາ​ໃຈ​ໃສ່​ເປັນ​ພິ​​ເສດ​ເຖິງ ​ການ​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ​ການ​ຄ້າ ຕາມ​ພວງ​ພະນັງ​ການ​ສະໜອງ: ທ່າ​​ເຮືອ​ທະ​ເລ, ສາງ ຄັງ​ສິນຄ້າ, ການ​ຂົນ​ສົ່ງ, ສະຖານ​ທີ່​ຜະລິດ, ​ເຂ​ດວັດຖຸ​ດິບ,... ​ແນ​ໃສ່​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ, ຈຳກັດ​ຄວາມ​ເສຍ​ຫາຍ, ການ​ຟຸມ​ເຟືອຍ​ວັດຖຸ​ດິບ ​ເຊື້ອ​ເພີງ ​ແລະ ຜະລິດ​ຕະພັນ​ສຳ​ເລັດ​ຮູບ, ​ໂດຍ​ສະ​ເພາະ​ຢ່າງ​ຍີ່​ງ​ແມ່ນ​ສຳລັບ​ປະ​ເພດ​ສີນຄ້າ ຜະລິດ​ຕະພັນ​ກະສິກຳ​ແລະ​ສັດ​ນ້ຳ.

4- ຊ່ວຍ​ເຫຼືອ​ທາງ​ການ​ເງິນ​ໃຫ້​ແກ່​ພາກ​ເອກະ​ຊົນ

- ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ​ພັດທະນາວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ສ້າງ​ແຫຼ່ງທຶນ​ໄລຍະ​ຍາວ ທີ່​ມີອັດຕາ​ດອກ​ເບ້ຍເໝາະ​ສົມ ​ໃຫ້​ວິ​ສາ​ຫະກິດ​ເອກະ​ຊົນລົງທຶນ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ສະໜັບສະໜູນ, ​ໃນ​ພວງ​ພະນັງ​ຄຸນຄ່າ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ສ້າງ​ການ​ເຊື່ອມ​ຕໍ່ລະຫວ່າງ​ທະນາຄານ​ແລະ​ວິ​ສາ​ຫະກິດ. ປະ​ເມີນ​ການ​ດຳ​ເນີນ​ງານຂອງ​ກອງ​ທຶນປະກັນ​ສິນ​ເຊື່ອ​ຄືນ​ໃໝ່, ດັດ​ແປງ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ກອງ​ທຶນ​ນີ້​ຢ່າງ​ເປັນ​ພື້ນຖານ.

- ມີ​ນະ​ໂຍບາຍ​ສົ່ງ​ເສີມ​ທະນາຄານ ສະໜອງ​​ເງິນກູ້​ຢືມ​ໄລຍະ​ຍາວ​ໃຫ້​ແກ່​ວິ​ສາ​ຫະກິດ. ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປະ​ເມີນ​​ໃຫ້​ແກ່​ພະນັກງານ​ສິນ​ເຊື່ອ ​ໂດຍ​ຜ່ານ​ການ​ສົມທົບ​ລະຫວ່າງ​ບັນດາ​ອົງການ​ສິນ​ເຊື່ອ, ສະມາ​ພັນທະນາຄານ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍທີ່ຜະລິດ​ອຸດສາຫະກຳ​ສະໜັບສະໜູນ, ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

- ມີ​ນະ​ໂຍບາຍ​ຊ່ວຍ​ໜູນ​ທາງການ​ເງິນ​ໃຫ້​ແກ່​ ບັນດາ​ວິ​ສາ​ຫະກິດ​ທີ່​ເຮັດ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໃນ​ສວນກ້າ​ວິ​ສາ​ຫະກິດທີ່​ສອດຄ່ອງ​ຕາມ​ແຕ່ລະ​ໄລຍະ: ​ເລີ່​ມຕົ້ນ, ​ເຕີບ​ໂຕ, ຂະຫຍາຍຕົວ​ເປັນ​ວິ​ສາ​ຫະກິດ​ໃຫຍ່.

- ກໍ່ສ້າງ​ຖານ​ຂໍ້​ມູນ​ທີ່​ກ່ຽວຂ້ອງ ​ເພື່ອ​ຕີ​ລາຄາ​ຄວາມ​ເຊື່ອ​ຖື​ຕໍ່​ວິ​ສາ​ຫະກິດ, ຕີ​ລາຄາ​ຄວາມ​ສ່ຽງ​ໃນ​ການ​ໃຫ້​ພາກ​ເອກະ​ຊົນກູ້​ຢືມ, ພິ​ເສດ​ແມ່ນ​ສຳລັບວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ທີ່​ບໍ່​ເຄີຍ​ເຂົ້າ​ເຖິງ​ແຫຼ່ງສິນ​ເຊື່ອມາ​ແຕ່​ກ່ອນ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ ເພື່ອ​ເພີ່ມ​ບ້ວງ​ເງິນ​ໃຫ້​ກູ້​ຢືມ​ອີງ​ບົນ​ຄວາມ​ເຊື່ອ​ຖື.

- ​ຍູ້​​ແຮງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກອງ​ທຶນ​ເອກະ​ຊົນ, ກອງ​ທຶນ​ກ້າ​ສ່ຽງ; ຊຸກຍູ້​ການ​ເຄື່ອນ​ໄຫວ​ຊື້​ຂາຍ, ການ​ລວມຕົວ, ສ້າງ​​ເງື່ອນ​ໄຂ​​ໃຫ້​ວິ​ສາ​ຫະກິດ​ນະ​ໜາດ​ໃຫຍ່ປະກົດ​ຕົວ​ຂຶ້ນ.

5- ຄັດ​ເລືອກ​ບາງ​ຂະ​ແໜງການ​ທີ່​ມີ​ທ່າ​ດີ​ໃນ​ການ​ແຂ່ງຂັນ, ສວຍ​ໃຊ້​ຜົນ​ກະທົບ​ເປີດ​ກວ້າງ​ຂອງ ​ແອັຟດີ​ໄອ ​ເພື່ອ​ບຸລິມະສິດ​ການ​ພັດທະນາ, ສຸມ​ໃສ່​ພັດທະນາ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ມີ​ປະສິດທິ​ຜົນ​ໃນ​ການ​ທຸລະ​ກິດ

ຍູ້​ແຮງການ​ຜັນ​ຂະຫຍາຍ​ປະຕິ​ບັນ​ຄຳ​ສັ່ງ​ສະບັບ​ທີ 32/2012/CT-TTg, ວັນ​ທີ 7-12-2012, ຂອງ​ນາຍົກລັດຖະມົນຕີ “ກ່ຽວ​ກັບ​ການ​ລົບ​ລ້າງ​ອຸປະສັກ​ຕ່າງໆ ​ແລະ ບູລະນະ​ກົນ​ໄກ, ນະ​ໂຍບາຍ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ”, ​ໃນ​ນັ້ນ​ມີ​ໜ້າ​ທີ່​ສ້າງ “​ໂຄງການ​ບຸລິມະສິດ​ການ​ພັດທະນາ​ບັນດາວິ​ສາ​ຫະກິດ ​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ໄລຍະ 2013-2020”. ລາຍ​ຊື່​ຂະ​ແໜງການ​ທີ່​ອາດຈະ​ໄດ້​ຮັບ​ບຸລິມະສິດ​ແມ່ນ: ທຸລະ​ກິດ​ການ​ກະ​ເສດ​ສັງ​ລວມ (ຕາມ​ພວງ​ພະນັງ​ຂະ​ແໜງສິນຄ້າ ​ແຕ່​ຜະລິດ-ປູກ​ລ້ຽງ, ປຸງ​ແຕ່ງ​ຈົນ​ເຖິງ​ແຈກ​ຢາຍ​ຈຳ​ໜ່າຍ), ສິ່ງ​ທໍ, ​ເອ​ເລັກ​ໂຕຣນິກ, ປຸງ​ແຕ່ງໄມ້, ຜະລິດ​ຢາ​ປົວ​ພະຍາດ, ອຸດສາ​ຫະກຳ​ຊອບ​ແວ, ທ່ອງ​ທ່ຽວ...

ດຳ​ເນີນ​ການ​ປະ​ເມີນ​ນະ​ໂຍບາຍ​ພັດທະນາບັນດາຂະ​ແໜງ​ການດັ່ງກ່າວ​ເທິງ​ນີ້, ຄົ້ນ​ເຜີຍ​ອຸປະສັກ​ຕົ້ນຕໍ ​ເພື່ອ​ວາງ​ມາດ​ຕະການ​ຊ່ວຍ​ໜູນ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ນີ້ ​ໃຫ້​ເຂົ້າ​ຮ່ວມ​ໃນ​ພວງ​ພະນັງ​ສະໜອງ​ທົ່ວ​ໂລກ. ທົດ​ລອງ​ສ້າງ​ເຂດ​ອຸດສາຫະກຳ ກຸ່ມ​ອຸດສາຫະກຳ​ສະ​ເພາະ​ຂະ​ແໜງ​ຈຳນວນ​ໜຶ່ງ ​ແລະ ສູນ​ຄົ້ນຄວ້າ​ນຳ​ໜ້າ​ຂະ​ແໜງ​ເພື່ອ​ຊ່ວຍ​ໜູນ​ທາງ​ເຕັກນິກ - ​ເຕັກ​ໂນ​ໂລ​ຊີ ​ໃຫ້​ວິ​ສາ​ຫະກິດ.

ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຂອງ​ຜະລິດ​ຕະພັນ​ຫວຽດນາມ​ຈຳນວນ​ໜຶ່ງ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ໃນ​ຂະ​ແໜງ​ການຈຳ​ນວນ​ໜຶ່ງ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ. ​ເພື່ອ​ເຮັດ​ວຽກ​ງານ​ນີ້, ລັດ​ຕ້ອງ​ລົງທຶນ​ໃຫ້​ແກ່​ການ​ຄົ້ນຄວ້າ​ຕະຫຼາດ​ໂລກ ກ່ຽວ​ກັບ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ດີ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ, ​ເພື່ອ​ບົນ​ພື້ນຖານ​ນັ້ນ, ວິ​ສາ​ຫະກິດ​ຫວຽດນາມ (ກຸ່ມ​ວິ​ສາ​ຫະກິດ​ໜຶ່ງ​ໃນ​ຂະ​ແໜງ​ການ​ໜຶ່ງ) ສຸມ​ໃສ່​ປົວ​​ແປງ​ພວງ​ພະນັງ​ຄຸນຄ່າ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ການ​ສົ່ງ​ອອກ.

​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ສະພາ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຫວຽດນາມ ດ້ວຍ​ເປົ້າ​ໝາຍ, ​ໂຄງການ​ດຳ​ເນີນ​ງານ​ອັນ​ລະອຽດ ​ເພື່ອ​ເຕົ້າ​ໂຮມ​ແຫຼ່ງພະລັງ ຊ່ວຍ​ໜູນ​ການ​ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ຈຳນວນ​ໜຶ່ງ. ກໍ່ສ້າງ​ນະ​ໂຍບາຍ​ສົ່ງ​ເສີມ​ຈຳນວນ​ໜຶ່ງ​ ເພື່ອ​ຊ່ວຍ​ເຫຼືອວິ​ສາ​ຫະກິດ​ຂະໜາດ​ກາງ​ຈຳນວນ​ໜຶ່ງ ​ໃນ​ການ​ປ່ຽນ​ແປງ​ຕົວ​ແບບ​ການ​ທຸລະ​ກິດ​ໃໝ່ ທີ່​ມີ​ຄວາມ​ສາມາດ​ເສີມ​ຂະຫຍາຍ​ຜົນ​ກະທົບ​ແຜ່​ກວ້າງ​ຂອງ​ການ​ລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ. ຊຸກຍູ້​ວິ​ສາ​ຫະກິດ​ຫວຽດນາມ​ໄປລົງທຶນ​ຢູ່​ຕ່າງປະ​ເທດ, ຍົກ​ລະດັບ​ຜະລິດ​ຕະພັນ​ຫວຽດນາມ​ຂຶ້ນ​ເທື່ອ​ລະ​ກ້າວ, ກາຍເປັນ​ຜູ້​ສະໜອງ​ຊັ້ນ 1 ​ແລະຜູ້​ຮັບ​ເໝົາ​ຕົ້ນຕໍ. /.

​ໂດຍ ປອ. ຟ້າ​ມທີ້​ເລືອ​ງຢ້ຽວ

ມະຫາວິທະຍາ​ໄລ​ສັງຄົມ​ສາດແລະ​ມະນຸດສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ

---------------

(1) ລາຍ​ງານ​ຂອງ​ລັດຖະບານ​ທີ່​ ​ເວທີ​ປາ​ໄສ​ຄວາມ​ພົວພັນ​ຮ່ວມ​ມື​ພັດທະນາ​ຫວຽດນາມ 2014: ການປະຕິ​ຮູບ​ລະບຽບ​ກົດໝາຍ​ເສດຖະກິດ, ພັດທະນາ​ຄວາມ​ສາມາດ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຮ່າ​ໂນ້ຍ, ໜ້າ 30.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ